ບົດຄວາມສຶກສາທີ 9
ເຫັນຄ່າຊີວິດທີ່ເປັນຂອງຂວັນຈາກພະເຈົ້າ
“ພວກເຮົາມີຊີວິດຢູ່ແລະເຄື່ອນໄຫວໄປມາໄດ້ກໍຍ້ອນພະອົງ.”—ກຈກ. 17:28
ເພງ 141 ຊີວິດເປັນສິ່ງມະຫັດສະຈັນ
ໃຈຄວາມສຳຄັນ a
1. ຊີວິດຂອງເຮົາມີຄ່າຫຼາຍຂະໜາດໃດສຳລັບພະເຢໂຫວາ?
ສົມມຸດວ່າມີໝູ່ຄົນໜຶ່ງເອົາເຮືອນຫຼັງໜຶ່ງໃຫ້ເຈົ້າ. ເຖິງວ່າເຮືອນຫຼັງນັ້ນຈະເກົ່າຫຼາຍແລະໂດກເປັນບາງບ່ອນແດ່ແລ້ວ ແຕ່ມັນກໍຍັງງາມແລະມີມູນຄ່າຫຼາຍຕື້ກີບ. ແນ່ນອນວ່າເຈົ້າຄືຊິຮູ້ສຶກຂອບໃຈໝູ່ຄົນນັ້ນແທ້ໆແລະຮັກສາເຮືອນຫຼັງນີ້ໄວ້ເປັນຢ່າງດີ. ຄ້າຍຄືກັນ ພະເຢໂຫວາໃຫ້ຊີວິດກັບເຮົາເພື່ອເປັນຂອງຂວັນ. ເພິ່ນເຫັນວ່າຊີວິດເຮົາມີຄ່າຫຼາຍຈົນເຖິງຂັ້ນຍອມສະລະລູກຊາຍຄົນດຽວມາເປັນຄ່າໄຖ່ໃຫ້ເຮົາ.—ຢຮ. 3:16
2. ຕາມ 2 ໂກຣິນໂທ 7:1 ພະເຢໂຫວາຄາດໝາຍໃຫ້ເຮົາເຮັດຫຍັງ?
2 ພະເຢໂຫວາເປັນບໍ່ເກີດຂອງຊີວິດ. (ເພງ. 36:9) ອັກຄະສາວົກໂປໂລຍອມຮັບຄວາມຈິງນີ້ເມື່ອລາວເວົ້າວ່າ “ພວກເຮົາມີຊີວິດຢູ່ແລະເຄື່ອນໄຫວໄປມາໄດ້ກໍຍ້ອນພະອົງ.” (ກຈກ. 17:25, 28) ດັ່ງນັ້ນ ເຮົາຈຶ່ງສາມາດເວົ້າໄດ້ວ່າຊີວິດຂອງເຮົາເປັນຂອງຂວັນທີ່ມາຈາກພະເຈົ້າ. ແລະພະເຢໂຫວາຮັກເຮົາຫຼາຍ ເພິ່ນຈຶ່ງໃຫ້ເຮົາມີສິ່ງຕ່າງໆເພື່ອຈະມີຊີວິດຢູ່ໄດ້. (ກຈກ. 14:15-17) ເຖິງວ່າພະເຢໂຫວາບໍ່ໄດ້ເຮັດການອັດສະຈັນເພື່ອປົກປ້ອງຊີວິດຂອງເຮົາໄວ້ ແຕ່ເພິ່ນກໍຄາດໝາຍໃຫ້ເຮົາເຮັດທຸກສິ່ງທີ່ເຮົາເຮັດໄດ້ເພື່ອເບິ່ງແຍງສຸຂະພາບຂອງໂຕເອງແລະຮັກສາຄວາມເຊື່ອໃຫ້ເຂັ້ມແຂງຕໍ່ໆໄປ. (ອ່ານ 2 ໂກຣິນໂທ 7:1) ເປັນຫຍັງເຮົາຄວນເບິ່ງແຍງສຸຂະພາບແລະປົກປ້ອງຊີວິດຂອງເຮົາ? ແລະເຮົາຈະເຮັດແບບນັ້ນໄດ້ແນວໃດ?
ເຫັນຄ່າຊີວິດທີ່ເປັນຂອງຂວັນ
3. ເຫດຜົນໜຶ່ງທີ່ເຮົາຄວນເບິ່ງແຍງສຸຂະພາບຂອງໂຕເອງແມ່ນຫຍັງ?
3 ເຫດຜົນໜຶ່ງທີ່ເຮົາຄວນເບິ່ງແຍງສຸຂະພາບໂຕເອງກໍຍ້ອນເຮົາຢາກຮັບໃຊ້ພະເຢໂຫວາຢ່າງເຕັມທີ. (ມຣກ. 12:30) ເຮົາຢາກຖວາຍ “ຮ່າງກາຍ ເປັນເຄື່ອງບູຊາທີ່ມີຊີວິດ ທີ່ບໍລິສຸດ ທີ່ພະເຈົ້າຍອມຮັບໄດ້.” (ຣມ. 12:1) ດັ່ງນັ້ນ ເຮົາຈຶ່ງບໍ່ເຮັດສິ່ງໃດກໍຕາມທີ່ເປັນອັນຕະລາຍຕໍ່ສຸຂະພາບ. ທີ່ຈິງແລ້ວ ການທີ່ເຮົາພະຍາຍາມເບິ່ງແຍງສຸຂະພາບບໍ່ໄດ້ຮັບປະກັນວ່າເຮົາຈະບໍ່ເຈັບບໍ່ປ່ວຍ ແຕ່ເຮົາສາມາດເຮັດບາງສິ່ງທີ່ເຮົາເຮັດໄດ້ເພື່ອສະແດງໃຫ້ພະເຢໂຫວາເຫັນວ່າເຮົາເຫັນຄຸນຄ່າຊີວິດທີ່ພະອົງໄດ້ມອບໃຫ້ກັບເຮົາ.
4. ກະສັດດາວິດຢາກຈະເຮັດຫຍັງ?
4 ກະສັດດາວິດໄດ້ອະທິບາຍເຫດຜົນທີ່ລາວເຫັນຄຸນຄ່າຊີວິດທີ່ເປັນຂອງຂວັນຈາກພະເຢໂຫວາເມື່ອລາວຂຽນວ່າ “ຄວາມຕາຍແລະການລົງໄປໃນຂຸມຂອງລູກຈະມີປະໂຫຍດຫຍັງ? ຂີ້ດິນຈະສັນລະເສີນພະອົງໄດ້ບໍ? ມັນຈະເວົ້າກ່ຽວກັບຄວາມສັດຊື່ຂອງພະອົງໄດ້ບໍ?” (ເພງ. 30:9, ລ.ມ.) ດາວິດອາດຈະຂຽນຄຳເວົ້າເຫຼົ່ານີ້ບໍ່ດົນກ່ອນທີ່ລາວຈະຕາຍ. ແຕ່ເຮົາເຫັນວ່າລາວກໍຢາກຈະມີຊີວິດດົນໆເທົ່າທີ່ຈະເປັນໄປໄດ້ເພື່ອສັນລະເສີນພະເຢໂຫວາ. ແນ່ນອນວ່າ ເຮົາກໍຢາກຈະເຮັດແບບນັ້ນຄືກັນ.
5. ບໍ່ວ່າເຮົາຈະອາຍຸຫຼາຍສ່ຳໃດຫຼືເຈັບປ່ວຍແບບໃດ ແຕ່ເຮົາສາມາດເຮັດຫຍັງໄດ້?
5 ຄວາມເຈັບປ່ວຍແລະອາຍຸຫຼາຍຂຶ້ນອາດເຮັດໃຫ້ເຮົາບໍ່ສາມາດເຮັດຫຼາຍສິ່ງທີ່ເຮົາເຄີຍເຮັດຜ່ານມາໄດ້. ນີ້ກໍເລີຍເຮັດໃຫ້ເຮົາຮູ້ສຶກທໍ້ໃຈແລະເສຍໃຈ. ແຕ່ບໍ່ຄວນໃຫ້ສິ່ງນີ້ມາເຮັດໃຫ້ເຮົາບໍ່ຢາກເບິ່ງແຍງສຸຂະພາບຂອງຕົນເອງ. ຍ້ອນຫຍັງ? ບໍ່ວ່າເຮົາຈະອາຍຸຫຼາຍສ່ຳໃດຫຼືເຈັບປ່ວຍແບບໃດ ເຮົາກໍຍັງສາມາດສັນລະເສີນພະເຢໂຫວາໄດ້ຄືກັບກະສັດດາວິດເຮັດ. ຈັ່ງແມ່ນເປັນເລື່ອງທີ່ໃຫ້ກຳລັງໃຈແທ້ໆທີ່ຮູ້ວ່າພະເຢໂຫວາເບິ່ງວ່າເຮົາມີຄ່າ ເຖິງວ່າເຮົາຈະເຈັບປ່ວຍຫຼືອາຍຸຫຼາຍຂຶ້ນ! (ມທ. 10:29-31) ແລະເຖິງວ່າເຮົາຈະຕ້ອງຕາຍ ພະເຢໂຫວາກໍຈະປຸກເຮົາໃຫ້ຄືນມາມີຊີວິດອີກ. (ໂຢບ 14:14, 15) ດັ່ງນັ້ນ ເຮົາຢາກເບິ່ງແຍງສຸຂະພາບແລະປົກປ້ອງຊີວິດຂອງຕົນເອງຕອນທີ່ເຮົາຍັງມີຊີວິດຢູ່.
ບໍ່ເຮັດສິ່ງທີ່ເປັນອັນຕະລາຍຕໍ່ສຸຂະພາບ
6. ໃນເລື່ອງການກິນແລະດື່ມ ພະເຢໂຫວາຄາດໝາຍໃຫ້ເຮົາເຮັດຫຍັງ?
6 ເຖິງຄຳພີໄບເບິນບໍ່ແມ່ນປຶ້ມຄູ່ມືແນະນຳເລື່ອງສຸຂະພາບຫຼືເລື່ອງອາຫານເພື່ອສຸຂະພາບ ແຕ່ຄຳພີໄບເບິນກໍເຮັດໃຫ້ເຮົາຮູ້ວ່າພະເຢໂຫວາຄິດແນວໃດກ່ຽວກັບເລື່ອງນີ້ ເຊັ່ນ: ເພິ່ນບອກເຮົາວ່າ “ເອົາສິ່ງທີ່ເປັນອັນຕະລາຍອອກໄປໃຫ້ຫ່າງຈາກຕົວເຈົ້າ.” (ຜູ້ປ. 11:10, ລ.ມ.) ນອກຈາກນັ້ນ ຄຳພີໄບເບິນຍັງບອກວ່າ ເຮົາຕ້ອງບໍ່ກິນຫຼາຍເກີນໄປຫຼືດື່ມຫຼາຍເກີນໄປ. (ສຸພາ. 23:20) ພະເຢໂຫວາຄາດໝາຍໃຫ້ເຮົາຄວບຄຸມຕົນເອງເມື່ອຕັດສິນໃຈວ່າຈະກິນຫຍັງ ດື່ມຫຍັງ ແລະໜ້ອຍຫຼາຍສ່ຳໃດ.—1ກຣ. 6:12; 9:25
7. ຄຳແນະນຳຢູ່ໃນສຸພາສິດ 2:11 ຊ່ວຍເຮົາໃຫ້ຄິດຢ່າງຮອບຄອບເລື່ອງການເບິ່ງແຍງສຸຂະພາບແນວໃດ?
7 ເຮົາສະແດງໃຫ້ເຫັນວ່າເຮົາເຫັນຄ່າຊີວິດໂດຍການເປັນຄົນຮູ້ຈັກຄິດຢ່າງຮອບຄອບ. (ເພງ. 119:99, 100; ອ່ານສຸພາສິດ 2:11) ຕົວຢ່າງເຊັ່ນ: ເຮົາຕ້ອງຄິດໃຫ້ດີວ່າຈະກິນຫຍັງ. ແລະຖ້າອາຫານບາງຢ່າງທີ່ເຮົາມັກກິນ ເຮັດໃຫ້ສຸຂະພາບເຮົາບໍ່ດີ ເຮົາກໍບໍ່ຄວນກິນ. ນອກຈາກນັ້ນ ເຮົາຍັງສະແດງວ່າເຮົາເປັນຄົນຮູ້ຈັກຄິດໂດຍນອນຫຼັບໃຫ້ພຽງພໍ ອອກກຳລັງກາຍເປັນປະຈຳ ເບິ່ງແຍງຮ່າງກາຍໃຫ້ສະອາດທຸກມື້ ແລະບ່ອນຢູ່ອາໄສກໍຕ້ອງໃຫ້ສະອາດຢູ່ສະເໝີ.
ໃຫ້ຄິດເຖິງຄວາມປອດໄພ
8. ຄຳພີໄບເບິນບອກໃຫ້ຮູ້ວ່າພະເຢໂຫວາຄິດແນວໃດເລື່ອງຄວາມປອດໄພ?
8 ກົດໝາຍທີ່ພະເຢໂຫວາໃຫ້ກັບຊາດອິດສະຣາເອນຊ່ວຍປ້ອງກັນເຂົາເຈົ້າບໍ່ໃຫ້ໄດ້ຮັບບາດເຈັບ ຮ້າຍແຮງຕອນທີ່ຢູ່ເຮືອນຫຼືຢູ່ບ່ອນເຮັດວຽກ. (ອພຍ. 21:28, 29; ພບຍ. 22:8) ກົດໝາຍຂອງໂມເຊບອກວ່າ ຜູ້ທີ່ເຮັດໃຫ້ຄົນອື່ນຕາຍໂດຍບໍ່ໄດ້ຕັ້ງໃຈຕ້ອງໄດ້ຮັບຜິດຊອບຕໍ່ສິ່ງທີ່ລາວເຮັດ. (ພບຍ. 19:4, 5) ແລະຜູ້ທີ່ເຮັດໃຫ້ເດັກນ້ອຍທີ່ຢູ່ໃນທ້ອງແມ່ຕາຍ ເຖິງວ່າລາວຈະບໍ່ໄດ້ຕັ້ງໃຈກໍຕາມ ລາວກໍຍັງຕ້ອງໄດ້ຮັບຜິດຊອບຕໍ່ສິ່ງທີ່ເກີດຂຶ້ນ. (ອພຍ. 21:22, 23) ຄຳພີໄບເບິນເຮັດໃຫ້ເຮົາເຫັນແຈ້ງວ່າ ພະເຢໂຫວາຢາກໃຫ້ເຮົາຄິດເຖິງຄວາມປອດໄພ.
9. ເຮົາຈະເຮັດແນວໃດແດ່ເພື່ອຈະໃຫ້ບ່ອນທີ່ເຮົາຢູ່ມີຄວາມປອດໄພ? (ເບິ່ງຮູບພາບ)
9 ເຮົາຍັງສະແດງໃຫ້ເຫັນວ່າເຮົາເຫັນຄ່າຊີວິດທີ່ເປັນຂອງຂວັນຈາກພະເຈົ້າໂດຍພະຍາຍາມເຮັດໃຫ້ເຮືອນແລະບ່ອນເຮັດວຽກມີຄວາມປອດໄພ ເຊັ່ນ: ເຮົາຄວນຈະເກັບສິ່ງຂອງທີ່ແຫຼມຄົມ ສານເຄມີທີ່ເປັນພິດ ແລະຢາ ໄວ້ໃນບ່ອນທີ່ປອດໄພຈາກຄົນອື່ນໂດຍສະເພາະແມ່ນເດັກນ້ອຍ. ເມື່ອເຮົາໃຊ້ຟືນໃຊ້ໄຟ ຫຼືຕົ້ມນ້ຳ ຫຼືໃຊ້ອຸປະກອນໄຟຟ້າບາງຢ່າງ ເຮົາບໍ່ຄວນປະສິ່ງເຫຼົ່ານັ້ນໄວ້ໂດຍທີ່ບໍ່ມີໃຜເບິ່ງ. ນອກຈາກນັ້ນ ເຮົາບໍ່ ຄວນຂັບລົດຫຼັງຈາກທີ່ກິນບາງຢ່າງທີ່ເຮັດໃຫ້ມຶນເມົາ ເຊັ່ນ: ຢາ ຫຼືເຫຼົ້າ ຫຼືຕອນທີ່ເຮົາອົດຫຼັບອົດນອນ. ແລະເຮົາບໍ່ຄວນຫຼິ້ນໂທລະສັບຕອນທີ່ເຮົາກຳລັງຂັບລົດຢູ່.
ເມື່ອເກີດໄພພິບັດ
10. ເຮົາສາມາດເຮັດຫຍັງໄດ້ກ່ອນແລະໃນລະຫວ່າງທີ່ເກີດເຫດການທີ່ເປັນອັນຕະລາຍຕໍ່ຊີວິດ?
10 ບາງເທື່ອເຮົາກໍບໍ່ສາມາດປ້ອງກັນໂຕເອງຈາກເຫດການທີ່ເປັນອັນຕະລາຍໄດ້ ເຊັ່ນ: ໄພທຳມະຊາດ ໂລກລະບາດ ຄວາມບໍ່ສະຫງົບໃນສັງຄົມ. ແຕ່ເຮົາກໍພະຍາຍາມເຮັດໃຫ້ໂຕເອງປອດໄພແລະຫຼຸດຄວາມສ່ຽງເທົ່າທີ່ເປັນໄປໄດ້ໂດຍເຊື່ອຟັງຄຳສັ່ງຈາກອຳນາດການປົກຄອງທີ່ຫ້າມບໍ່ໃຫ້ອອກຈາກເຮືອນໃນເວລາທີ່ກຳນົດໄວ້. ຫຼືຄຳສັ່ງທີ່ໃຫ້ອົບພະຍົບອອກຈາກພື້ນທີ່ທີ່ອັນຕະລາຍ ແລະຄຳສັ່ງອື່ນໆ. ນອກຈາກນັ້ນ ເຮົາອາດກຽມໂຕລ່ວງໜ້າສຳລັບເຫດການສຸກເສີນບາງຢ່າງທີ່ອາດຈະເກີດຂຶ້ນ. (ຣມ. 13:1, 5-7) ໃຫ້ຟັງຄຳແນະນຳຈາກອຳນາດການປົກຄອງທ້ອງຖິ່ນເພື່ອເຮົາຈະກຽມພ້ອມຮັບມືກັບໄພພິບັດໄດ້. ຕົວຢ່າງ ເຮົາອາດຈະເກັບສິ່ງທີ່ຈຳເປັນບາງຢ່າງໄວ້ ເຊັ່ນ: ນ້ຳດື່ມ ອາຫານທີ່ບໍ່ເນົ່າເສຍ ແລະກ່ອງປະຖົມພະຍາບານ.
11. ຖ້າພະຍາດກຳລັງລະບາດໃນບ່ອນທີ່ເຮົາອາໄສຢູ່ ເຮົາຄວນພ້ອມຈະເຮັດຫຍັງ?
11 ເຮົາຄວນເຮັດແນວໃດຖ້າພະຍາດກຳລັງລະບາດໃນບ່ອນທີ່ເຮົາອາໄສຢູ່? ເຮົາຄວນປະຕິບັດຕາມຄຳແນະນຳທີ່ມາຈາກອຳນາດການປົກຄອງ ເຊັ່ນ: ການລ້າງມືດຸໆ ການຮັກສາໄລຍະຫ່າງ ການໃສ່ຜ້າອັດປາກ ແລະກັກໂຕຖ້າຈຳເປັນ. ຖ້າເຮົາເຮັດຕາມຄຳແນະນຳນີ້ ກໍສະແດງວ່າເຮົາເຫັນຄ່າຊີວິດເຊິ່ງເປັນຂອງຂວັນຈາກພະເຈົ້າ.
12. ຄຳແນະນຳທີ່ຢູ່ໃນສຸພາສິດ 14:15 ຊ່ວຍເຮົາແນວໃດໃນເລື່ອງການຮັບຂໍ້ມູນຂ່າວສານຕອນທີ່ມີໄພພິບັດ?
12 ເມື່ອເກີດໄພພິບັດ ເຮົາອາດໄດ້ຍິນຂໍ້ມູນທີ່ບໍ່ແມ່ນຄວາມຈິງຈາກໝູ່ຄູ່ ເພື່ອນບ້ານ ແລະສື່ຕ່າງໆ. ແທນທີ່ເຮົາຈະເຊື່ອ “ຄຳເວົ້າທຸກຄຳ” ທີ່ເຮົາໄດ້ຍິນ ເຮົາຄວນຈະຟັງແລະເຮັດຕາມຂໍ້ມູນທີ່ເຊື່ອຖືໄດ້ຈາກອຳນາດການປົກຄອງແລະທາງການແພດ. (ອ່ານສຸພາສິດ 14:15) ຄະນະກຳມະການປົກຄອງແລະສຳນັກງານສາຂາຕ່າງໆພະຍາຍາມທີ່ສຸດເພື່ອຈະໄດ້ຂໍ້ມູນທີ່ຖືກຕ້ອງກ່ອນທີ່ຈະໃຫ້ຄຳແນະນຳກັບພີ່ນ້ອງເລື່ອງການປະຊຸມແລະການປະກາດ. (ຮຣ. 13:17) ເມື່ອເຮົາເຮັດຕາມຄຳແນະນຳນັ້ນ ເຮົາບໍ່ພຽງແຕ່ປົກປ້ອງຕົວເຮົາເອງ ແຕ່ເຮົາຍັງປົກປ້ອງຄົນອື່ນນຳ ແລະເຮົາອາດຍັງຈະສ້າງຊື່ສຽງທີ່ດີໃຫ້ກັບອົງການຂອງເຮົານຳອີກ.—1ປຕ. 2:12
ກຽມພ້ອມເພື່ອຈະບໍ່ຮັບການໃສ່ເລືອດ
13. ເຮົາສະແດງໃຫ້ເຫັນແນວໃດວ່າເຮົາເຫັນຄ່າຊີວິດເມື່ອເຮົາເຊື່ອຟັງກົດໝາຍຂອງພະເຢໂຫວາເລື່ອງເລືອດ?
13 ຫຼາຍຄົນຮູ້ວ່າພະຍານພະເຢໂຫວາບໍ່ຮັບເລືອດ ເພາະຖືວ່າເລືອດເປັນສິ່ງສັກສິດ. ເຮົາເຊື່ອຟັງກົດໝາຍຂອງພະເຢໂຫວາເລື່ອງເລືອດໂດຍບໍ່ຮັບການໃສ່ເລືອດ ແມ່ນແຕ່ລະກໍລະນີທີ່ສຸກເສີນ. (ກຈກ. 15:28, 29) ແຕ່ນີ້ກໍບໍ່ໄດ້ໝາຍຄວາມວ່າເຮົາຢາກຕາຍ. ເຮົາຮັກຊີວິດແລະຖືວ່າຊີວິດມີຄ່າ. ດັ່ງນັ້ນ ເຮົາຈຶ່ງໄດ້ຊອກຫາໝໍທີ່ເຕັມໃຈປິ່ນປົວເຮົາໂດຍບໍ່ໃສ່ເລືອດ.
14. ເຮົາຈະຫຼຸດຜ່ອນຄວາມສ່ຽງທີ່ຈະຕ້ອງຜ່າຕັດຫຼືເຈັບປ່ວຍຮ້າຍແຮງໄດ້ແນວໃດ?
14 ຖ້າເຮົາເບິ່ງແຍງສຸຂະພາບຢ່າງດີຕາມຄຳແນະນຳທີ່ເຮົາເວົ້າເຖິງໃນບົດຄວາມນີ້ ເຮົາກໍຈະຫຼຸດຜ່ອນຄວາມສ່ຽງທີ່ຈະຕ້ອງຜ່າຕັດຫຼືເຈັບປ່ວຍຮ້າຍແຮງ. ເຖິງວ່າເຮົາຈະຕ້ອງໄດ້ຜ່າຕັດ ແຕ່ຖ້າສຸຂະພາບຂອງເຮົາແຂງແຮງດີ ກໍຈະເຮັດໃຫ້ການຜ່າຕັດຜ່ານໄປດ້ວຍດີແລະຟື້ນໂຕໄດ້ໄວ. ນອກຈາກນັ້ນ ເຮົາຍັງສາມາດຫຼຸດຜ່ອນຄວາມສ່ຽງທີ່ຈະຕ້ອງຜ່າຕັດແບບສຸກເສີນໄດ້ໂດຍເຮັດໃຫ້ເຮືອນແລະບ່ອນເຮັດວຽກມີຄວາມປອດໄພແລະເຊື່ອຟັງກົດຈະລາຈອນ.
15. (ກ) ເປັນຫຍັງຈຶ່ງເປັນເລື່ອງສຳຄັນທີ່ເຮົາຈະເອົາໃບມອບສິດປິ່ນປົວຕິດຕົວໄປນຳຕະຫຼອດ? (ເບິ່ງຮູບພາບ) (ຂ) ຄືໃນວິດີໂອ ເຮົາຈະເຮັດໃຫ້ຄົນອື່ນຮູ້ໄດ້ແນວໃດວ່າເຮົາຕັດສິນໃຈແນວໃດກ່ຽວກັບການໃຊ້ເລືອດແລະການປິ່ນປົວທາງການແພດ?
15 ຍ້ອນເຮົາເຫັນຄ່າຊີວິດ ເຮົາຈຶ່ງຂຽນໃບມອບສິດແລະການສະແດງເຈດຈຳນົງກ່ຽວກັບການປິ່ນປົວທາງການແພດແລະເອົາຕິດຕົວໄປນຳຕະຫຼອດ. b ເອກະສານນີ້ຈະເຮັດໃຫ້ເຮົາຮູ້ວ່າເຮົາຈະຕ້ອງຕັດສິນໃຈແນວໃດໃນເລື່ອງການໃຊ້ເລືອດແລະການປິ່ນປົວທາງການແພດ. ເຈົ້າຂຽນເອກະສານນີ້ແລ້ວບໍ? ຖ້າເຈົ້າຍັງບໍ່ທັນຂຽນຫຼືມີແລ້ວແຕ່ຕ້ອງການປ່ຽນແປງຂໍ້ມູນໃໝ່ ກໍຂໍໃຫ້ຂຽນຕອນນີ້ເລີຍ. ການຂຽນຢ່າງຈະແຈ້ງໃນເອກະສານນີ້ຈະຊ່ວຍໃຫ້ໝໍຫຼືພະຍາບານຮູ້ວາເຮົາຕ້ອງການຫຍັງແທ້ໆແລະຊ່ວຍໃຫ້ການປິ່ນປົວບໍ່ຊັກຊ້າໃນກໍລະນີທີ່ເຮົາບໍ່ມີສະຕິ. ນອກຈາກນັ້ນ ຍັງຊ່ວຍໃຫ້ໝໍຫຼືພະຍາບານບໍ່ເຂົ້າໃຈຜິດກ່ຽວກັບການປິ່ນປົວຈົນເຮັດໃຫ້ເຮົາໄດ້ຮັບອັນຕະລາຍ. c
16. ເຮົາຈະເຮັດແນວໃດຖ້າບໍ່ຮູ້ວ່າຈະຂຽນໃບມອບສິດແລະການສະແດງເຈດຈຳນົງກ່ຽວກັບການປິ່ນປົວທາງການແພດ?
16 ບໍ່ວ່າເຮົາຈະມີອາຍຸສ່ຳໃດຫຼືມີສຸຂະພາບດີປານໃດກໍຕາມ ເຮົາທຸກຄົນກໍເກີດອຸບັດຕິເຫດຫຼືເຈັບປ່ວຍໄດ້. (ຜູ້ປ. 9:11) ດັ່ງນັ້ນ ຈຶ່ງເປັນສິ່ງທີ່ດີທີ່ເຮົາຈະຂຽນໃບມອບສິດແລະການສະແດງເຈດຈຳນົງກ່ຽວກັບການປິ່ນປົວທາງການແພດໄວ້. ແຕ່ຖ້າເຈົ້າບໍ່ແນ່ໃຈຫຼືບໍ່ຮູ້ວ່າຈະຂຽນແນວໃດ ກໍໃຫ້ປຶກສາກັບຜູ້ດູແລຢູ່ໃນປະຊາຄົມຂອງເຈົ້າ. ເຂົາເຈົ້າຈະຊ່ວຍເຈົ້າໃຫ້ຮູ້ວິທີຂຽນເອກະສານນີ້. ແຕ່ເຂົາເຈົ້າຈະບໍ່ຕັດສິນໃຈແທນເຈົ້າກ່ຽວກັບວິທີການປິ່ນປົວທາງການແພດ ເພາະເລື່ອງນີ້ເປັນເລື່ອງສ່ວນຕົວທີ່ເຈົ້າຕ້ອງໄດ້ຕັດສິນໃຈເອົາເອງ.—ຄລຕ. 6:4, 5
ໃຫ້ເປັນຄົນມີເຫດຜົນ
17. ເຮົາຈະສະແດງໃຫ້ເຫັນແນວໃດວ່າເຮົາເປັນຄົນມີເຫດຜົນກ່ຽວກັບເລື່ອງສຸຂະພາບ?
17 ເຮົາຄວນໃຊ້ຫຼັກການໃນຄຳພີໄບເບິນຕອນທີ່ເຮົາຕັດສິນໃຈເລື່ອງສຸຂະພາບແລະການປິ່ນປົວທາງການແພດ. (ກຈກ. 24:16; 1ຕມ. 3:9) ຕອນທີ່ເຮົາຕັດສິນໃຈເລື່ອງເຫຼົ່ານີ້ແລະຕອນທີ່ເຮົາລົມກັບຄົນອື່ນ ເຮົາຄວນຄິດເຖິງຫຼັກການທີ່ຢູ່ໃນພີລິບປອຍ 4:5 ທີ່ບອກວ່າ “ໃຫ້ຄົນອື່ນເຫັນວ່າພວກເຈົ້າເປັນຄົນມີເຫດຜົນ.” ຖ້າເຮົາເປັນຄົນມີເຫດຜົນ ເຮົາກໍຈະບໍ່ກັງວົນຫຼາຍເກີນໄປກ່ຽວກັບສຸຂະພາບແລະເຮົາກໍຈະບໍ່ກົດດັນຄົນອື່ນໃຫ້ຄິດຄືກັບເຮົາໃນເລື່ອງນີ້. ແລະເຖິງວ່າພີ່ນ້ອງຄົນອື່ນຈະຕັດສິນໃຈບໍ່ຄືກັບເຮົາ ແຕ່ເຮົາກໍຍັງຈະຮັກແລະນັບຖືເຂົາເຈົ້າ.—ຣມ. 14:10-12
18. ເຮົາຈະສະແດງໃຫ້ເຫັນແນວໃດວ່າເຮົາເຫັນຄ່າຊີວິດທີ່ເປັນຂອງຂວັນຈາກພະເຈົ້າ?
18 ເຮົາສະແດງໃຫ້ເຫັນວ່າເຮົາຂອບໃຈພະເຢໂຫວາຜູ້ທີ່ໃຫ້ຊີວິດເຮົາໂດຍເບິ່ງແຍງສຸຂະພາບແລະຊີວິດຂອງເຮົາໃຫ້ດີ ແລະໃຊ້ຊີວິດເພື່ອຮັບໃຊ້ພະເຢໂຫວາສຸດຄວາມສາມາດ. (ພນມ. 4:11) ເຖິງວ່າຕອນນີ້ເຮົາຍັງຕ້ອງຮັບມືກັບຄວາມເຈັບປ່ວຍແລະໄພພິບັດຫຼາຍຢ່າງ ແຕ່ເຮົາຮູ້ວ່າພະເຢໂຫວາບໍ່ໄດ້ຕ້ອງການໃຫ້ຊີວິດເຮົາເປັນແບບນີ້. ອີກບໍ່ດົນ ພະເຢໂຫວາຈະໃຫ້ເຮົາມີຊີວິດຕະຫຼອດໄປແລະບໍ່ຕ້ອງເຈິກັບຄວາມເຈັບປ່ວຍແລະຄວາມຕາຍ. (ພນມ. 21:4) ເປັນເລື່ອງດີທີ່ເຮົາມີຊີວິດຢູ່ແລະສາມາດຮັບໃຊ້ພະເຢໂຫວາພໍ່ທີ່ຮັກຂອງເຮົາ!
ເພງ 140 ໃນທີ່ສຸດຊີວິດຈະບໍ່ຈົບສິ້ນ
a ບົດຄວາມນີ້ຈະຊ່ວຍເຮົາໃຫ້ເຫັນຄ່າຊີວິດທີ່ເປັນຂອງຂວັນຈາກພະເຈົ້າ. ເຮົາຈະມາເບິ່ງວ່າເຮົາຈະເຮັດຫຍັງໄດ້ແດ່ເພື່ອຈະເບິ່ງແຍງສຸຂະພາບແລະປົກປ້ອງຊີວິດຂອງເຮົາເມື່ອເກີດໄພພິບັດ. ແລະເຮົາຈະເຮັດຫຍັງໄດ້ແດ່ເພື່ອຫຼີກລ່ຽງການເກີດອຸບັດຕິເຫດ. ນອກຈາກນັ້ນ ເຮົາຍັງຈະມາເບິ່ງວ່າເຮົາຈະກຽມພ້ອມແນວໃດເມື່ອຕ້ອງເຂົ້າໂຮງໝໍແບບສຸກເສີນ.
b ເອກະສານນີ້ເອີ້ນວ່າ ດີພີເອ
c ເບິ່ງວິດີໂອຖ້າການປິ່ນປົວກ່ຽວຂ້ອງກັບການໃຊ້ເລືອດ ເຈົ້າຈະຕັດສິນໃຈແນວໃດ? ໃນເວັບໄຊ jw.org
d ຄຳອະທິບາຍຮູບພາບ: ພີ່ນ້ອງຊາຍທີ່ຍັງໜຸ່ມຂຽນໃບມອບສິດແລະການສະແດງເຈດຈຳນົງກ່ຽວກັບການປິ່ນປົວທາງການແພດແລະເອົາຕິດຕົວໄປນຳຕະຫຼອດ.