ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 7

“ຂໍ​ໃຫ້​ຟັງ​ຄຳ​ຂອງ​ຄົນ​ສະຫຼາດ”

“ຂໍ​ໃຫ້​ຟັງ​ຄຳ​ຂອງ​ຄົນ​ສະຫຼາດ”

“ໃຫ້​ຫງ່ຽງ​ຫູ​ຟັງ​ຄຳ​ຂອງ​ຄົນ​ສະຫຼາດ.”—ສຸພາ. 22:17, ລ.ມ.

ເພງ 123 ເຊື່ອ​ຟັງ​ກົດ​ລະບຽບ​ຂອງ​ອົງການ​ພະເຈົ້າ​ຢ່າງ​ພັກດີ

ໃຈ​ຄວາມ​ສຳຄັນ *

1. ເຮົາ​ອາດ​ຈະ​ໄດ້​ຮັບ​ຄຳ​ແນະນຳ​ຕອນ​ໃດແດ່ ແລະ​ເປັນ​ຫຍັງ​ເຮົາ​ທຸກ​ຄົນ​ຕ້ອງ​ໄດ້​ຮັບ​ຄຳ​ແນະນຳ?

 ເຮົາ​ທຸກ​ຄົນ​ຈຳເປັນ​ຕ້ອງ​ໄດ້​ຮັບ​ຄຳ​ແນະນຳ. ບາງເທື່ອ​ເຮົາ​ອາດ​ຈະ​ເປັນ​ຝ່າຍ​ໄປ​ຂໍ​ຄຳ​ແນະນຳ​ຈາກ​ຄົນ​ອື່ນ. ແຕ່​ບາງເທື່ອ​ພີ່ນ້ອງ​ທີ່​ເປັນ​ຫ່ວງ​ເຮົາ​ກໍ​ອາດ​ຈະ​ມາ​ໃຫ້​ຄຳ​ແນະນຳ​ເຮົາ​ເມື່ອ​ເຫັນ​ວ່າ​ເຮົາ “ກ້າວ​ໄປ​ຜິດ​ທາງ.” (ຄລຕ. 6:1) ຫຼື​ເຮົາ​ອາດ​ຈະ​ໄດ້​ຮັບ​ຄຳ​ແນະນຳ​ຫຼັງ​ຈາກ​ທີ່​ເຮົາ​ໄດ້​ເຮັດ​ຜິດ​ຮ້າຍແຮງ. ແຕ່​ບໍ່​ວ່າ​ເຮົາ​ຈະ​ໄດ້​ຮັບ​ຄຳ​ແນະນຳ​ຕອນ​ໃດ ເຮົາ​ກໍ​ຄວນ​ຈະ​ຟັງ​ຄຳ​ແນະນຳ​ນັ້ນເພາະ​ມັນ​ຈະ​ເປັນ​ປະໂຫຍດ​ຕໍ່​ເຮົາ​ແລະ​ຊ່ວຍ​ປົກປ້ອງ​ເຮົາ​ໄດ້.—ສຸພາ. 6:23

2. ຕາມ​ສຸພາສິດ 12:15 ເປັນ​ຫຍັງ​ເຮົາ​ຄວນ​ຟັງ​ຄຳ​ແນະນຳ​ຈາກ​ຄົນ​ອື່ນ?

2 ຂໍ້​ພະ​ຄຳ​ພີ​ຫຼັກ​ຂອງ​ບົດ​ນີ້​ກະຕຸ້ນ​ເຮົາ​ໃຫ້ “ຟັງ​ຄຳ​ຂອງ​ຄົນ​ສະຫຼາດ.” (ສຸພາ. 22:17, ລ.ມ.) ບໍ່​ມີ​ມະນຸດ​ຄົນ​ໃດ​ທີ່​ຈະ​ຮູ້​ທຸກ​ສິ່ງ. (ອ່ານ​ສຸພາສິດ 12:15) ແຕ່​ກໍ​ມີ​ບາງ​ຄົນ​ທີ່​ມີ​ຄວາມ​ຮູ້​ແລະ​ມີ​ປະສົບການ​ຫຼາຍ​ກວ່າ​ເຮົາ. ດັ່ງນັ້ນ ຖ້າ​ເຮົາ​ຟັງ​ຄຳ​ແນະນຳ​ຈາກ​ຄົນ​ອື່ນ ກໍ​ສະແດງ​ວ່າ​ເຮົາ​ເປັນ​ຄົນ​ຖ່ອມ​ຕົວ ຮູ້​ຂີດຈຳກັດ​ຂອງ​ຕົວເອງ ແລະ​ຢາກ​ໃຫ້​ຄົນ​ອື່ນ​ຊ່ວຍ​ເຫຼືອ​ເຮົາ. ກະສັດ​ໂຊໂລໂມນ​ເຊິ່ງ​ເປັນ​ຄົນ​ທີ່​ສະຫຼາດ​ໄດ້​ຂຽນ​ວ່າ: “ຖ້າ​ມີ​ທີ່​ປຶກສາ​ຫຼາຍ​ຄົນ​ແຜນການ​ຈະ​ສຳເລັດ.”—ສຸພາ. 15:22, ລ.ມ.

ຄຳ​ແນະນຳ​ແບບ​ໃດ​ໃນ​ສອງ​ແບບ​ນີ້​ທີ່​ເຈົ້າ​ຮູ້ສຶກ​ວ່າ​ຍອມ​ຮັບ​ໄດ້​ຍາກ? (ເບິ່ງ​ຂໍ້ 3-4)

3. ເຮົາ​ອາດ​ຈະ​ໄດ້​ຮັບ​ຄຳ​ແນະນຳ​ໂດຍ​ທາງ​ໃດ?

3 ເຮົາ​ອາດ​ຈະ​ໄດ້​ຮັບ​ຄຳ​ແນະນຳ​ໂດຍ​ທາງ​ອ້ອມ​ຫຼືທາງ​ກົງ. ຄຳ​ແນະນຳ​ທາງ​ອ້ອມ​ເປັນ​ແນວ​ໃດ? ເມື່ອ​ເຮົາ​ອ່ານ​ຄຳ​ພີ​ໄບເບິນ​ຫຼື​ປຶ້ມ​ຕ່າງໆ​ຂອງ​ອົງການ ແລ້ວ​ເຮົາ​ປັບ​ຄວາມ​ຄິດ​ແລະ​ການ​ກະທຳ​ຕາມ​ສິ່ງ​ທີ່​ເຮົາ​ໄດ້​ອ່ານ ນີ້​ເປັນ​ຄຳ​ແນະນຳ​ທາງ​ອ້ອມ. (ຮຣ. 4:12) ແລ້ວ​ຄຳ​ແນະນຳ​ທາງ​ກົງເດ? ເມື່ອ​ມີ​ຜູ້ດູແລ​ຫຼື​ພີ່ນ້ອງ​ຄົນ​ອື່ນໆ​ມາ​ບອກ​ເຮົາ​ໃຫ້​ເຮັດ​ບາງ​ຢ່າງ ນີ້​ເປັນ​ຄຳ​ແນະນຳ​ທາງ​ກົງ. ຖ້າ​ມີ​ຜູ້​ໜຶ່ງ​ຮັກ​ເຮົາ​ຈົນ​ເຖິງ​ຂັ້ນ​ໃຫ້​ຄຳ​ແນະນຳ​ເຮົາ​ຈາກ​ຄຳ​ພີ​ໄບເບິນ ເຮົາ​ກໍ​ຄວນ​ຈະ​ເຫັນ​ຄ່າ​ໂດຍ​ເຊື່ອ​ຟັງ​ແລະ​ເຮັດ​ຕາມ​ຄຳ​ແນະນຳ​ນັ້ນ.

4. ຕາມ​ຜູ້​ເທສະໜາ​ປ່າວ​ປະກາດ 7:9 ເຮົາ​ບໍ່​ຄວນ​ເຮັດ​ຫຍັງ​ເມື່ອ​ໄດ້​ຮັບ​ຄຳ​ແນະນຳ?

4 ໃນ​ຕົວ​ຈິງ​ແລ້ວ​ເປັນ​ເລື່ອງ​ຍາກ​ທີ່​ເຮົາ​ຈະ​ຮັບ​ຄຳ​ແນະນຳ​ໂດຍ​ກົງ ແລະ​ເຖິງ​ຂັ້ນ​ຄຽດ​ໃຫ້​ຜູ້​ທີ່​ແນະນຳ​ເຮົາ. ຍ້ອນ​ຫຍັງ? ເຖິງ​ເຮົາ​ຈະ​ຍອມ​ຮັບ​ວ່າ​ເຮົາ​ເປັນ​ຄົນ​ທີ່​ບໍ່​ສົມບູນ​ແບບ ແຕ່​ເຮົາ​ພັດ​ຍອມ​ຮັບ​ຄຳ​ແນະນຳ​ຈາກ​ຄົນ​ອື່ນ​ໄດ້​ຍາກ​ເມື່ອ​ເຂົາເຈົ້າ​ມາ​ບອກ​ວ່າ​ເຮົາ​ເຮັດ​ຜິດ​ຫຍັງ. (ອ່ານ​ຜູ້​ເທສະໜາ​ປ່າວ​ປະກາດ 7:9) ເມື່ອ​ມີ​ຄົນ​ມາ​ໃຫ້​ຄຳ​ແນະນຳ​ເຮົາ ເຮົາ​ອາດ​ຈະ​ສົງໄສ​ວ່າ​ເຂົາເຈົ້າ​ມີ​ເຈຕະນາ​ຫຍັງ ຫຼື​ເຮົາ​ອາດ​ຈະ​ບໍ່​ມັກ​ວິທີ​ທີ່​ເຂົາເຈົ້າ​ໃຫ້​ຄຳ​ແນະນຳ​ເຮົາ ແລະ​ເຖິງ​ຂັ້ນ​ຄິດ​ວ່າ ‘ລາວ​ມີ​ສິດ​ຫຍັງ​ມາ​ແນະນຳ​ຂ້ອຍ​ແບບ​ນີ້? ລາວ​ເອງ​ກໍ​ເຮັດ​ຜິດ​ພາດ​ຄື​ກັນ​ຕົ໋ວ!’ ຖ້າ​ເຮົາ​ຮູ້ສຶກ​ວ່າ​ຄຳ​ແນະນຳ​ນັ້ນ​ບໍ່​ເໝາະ​ກັບ​ເຮົາ ເຮົາ​ອາດ​ຈະ​ບໍ່​ສົນ​ໃຈ ຫຼື​ເຖິງ​ຂັ້ນ​ໄປ​ຊອກ​ຫາ​ຄຳ​ແນະນຳ​ທີ່​ເຮົາ​ມັກ​ຢູ່​ບ່ອນ​ອື່ນ.

5. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

5 ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ມາ​ຮຽນ​ເລື່ອງ​ຂອງ​ຄົນ​ໃນ​ຄຳ​ພີ​ໄບເບິນ​ທີ່​ຍອມ​ຮັບ​ຄຳ​ແນະນຳແລະ​ບໍ່​ຍອມ​ຮັບ​ຄຳ​ແນະນຳ. ແລະ​ເຮົາ​ຍັງ​ຈະ​ມາ​ເບິ່ງ​ວ່າ ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັບ​ເອົາ​ຄຳ​ແນະນຳ​ຈາກ​ຄົນ​ອື່ນແລະ​ໄດ້​ຮັບ​ປະໂຫຍດ​ຈາກ​ຄຳ​ແນະນຳ​ນັ້ນ?

ຜູ້​ທີ່​ບໍ່​ຍອມ​ຮັບ​ຄຳ​ແນະນຳ

6. ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ເຣໂຮໂບອາມ​ເມື່ອ​ລາວ​ໄດ້​ຮັບ​ຄຳ​ແນະນຳ?

6 ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ເຣໂຮໂບອາມ. ຕອນ​ທີ່​ລາວ​ຂຶ້ນ​ເປັນ​ກະສັດ ປະຊາຊົນ​ໄດ້​ມາ​ຮ້ອງ​ຂໍ​ໃຫ້​ລາວ​ຫຼຸດ​ພາລະ​ໃຫ້​ເບົາ​ລົງ ເພາະ​ຕອນ​ນັ້ນ​ໂຊໂລໂມນ​ພໍ່​ຂອງ​ລາວ​ໄດ້​ຕັ້ງ​ພາລະ​ໜັກ​ໃຫ້​ກັບ​ປະຊາຊົນ. ທຳ​ອິດ​ລາວ​ເຮັດ​ຖືກ​ແລ້ວ​ທີ່​ໄດ້​ໄປ​ປຶກສາ​ກັບ​ພວກ​ຜູ້​ເຖົ້າ​ໃນ​ອິດສະຣາເອນ​ເພື່ອ​ຈະ​ຮູ້​ວ່າ​ຕ້ອງ​ເຮັດ​ແນວ​ໃດ. ແລ້ວ​ພວກ​ຜູ້​ເຖົ້າ​ບອກ​ລາວ​ໃຫ້​ເຮັດ​ຕາມ​ທີ່​ປະຊາຊົນ​ຮ້ອງ​ຂໍ​ເພື່ອ​ປະຊາຊົນ​ຈະ​ຢູ່​ຝ່າຍ​ລາວ​ແລະ​ຮັບໃຊ້​ລາວ​ຕໍ່​ໄປ. (1 ກະ. 12:3-7) ແຕ່​ເຣໂຮໂບອາມບໍ່​ມັກ​ຄຳ​ແນະນຳ​ນັ້ນ. ລາວ​ກໍ​ເລີຍ​ໄປ​ປຶກສາ​ກັບ​ໝູ່​ທີ່​ໃຫຍ່​ມາ​ນຳ​ກັນ ເຂົາເຈົ້າ​ອາຍຸ​ປະມານ 40 ປີ​ແລະ​ກໍ​ມີ​ປະສົບການ​ລະດັບ​ໜຶ່ງ. (2 ຂ່າວ. 12:13) ແຕ່​ເຂົາເຈົ້າ​ພັດ​ໃຫ້​ຄຳ​ແນະນຳ​ທີ່​ບໍ່​ດີ​ໂດຍ​ບອກ​ລາວ​ໃຫ້​ຕື່ມ​ພາລະ​ໜັກ​ໃຫ້​ກັບ​ປະຊາຊົນ. (1 ກະ. 12:8-11) ເມື່ອ​ມີ​ສອງ​ທາງ​ເລືອກ ແທນ​ທີ່​ເຣໂຮໂບອາມ​ຈະ​ອະທິດຖານ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ວ່າ​ຈະ​ເຮັດ​ຕາມ​ຄຳ​ແນະນຳ​ໃດ​ດີ ແຕ່​ລາວ​ພັດ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ຄົນ​ລຸ້ນ​ດຽວ​ກັນ​ເຊິ່ງ​ເປັນ​ຄຳ​ແນະນຳ​ທີ່​ລາວ​ມັກ. ນີ້​ຈຶ່ງ​ສົ່ງ​ຜົນ​ທີ່​ບໍ່​ດີ​ຕໍ່​ຕົວ​ລາວ​ເອງ​ແລະ​ຕໍ່​ປະຊາຊົນ​ໃນ​ອິດສະຣາເອນ. ເລື່ອງ​ນີ້​ສອນ​ເຮົາ​ໃຫ້​ຮູ້​ວ່າ​ເຮົາ​ອາດ​ຈະ​ບໍ່​ມັກ​ຄຳ​ແນະນຳ​ທີ່​ເຮົາ​ໄດ້​ຮັບ ແຕ່​ຖ້າ​ຄຳ​ແນະນຳ​ນັ້ນ​ມາ​ຈາກ​ຄຳ​ພີ​ໄບເບິນ​ເຮົາ​ກໍ​ຄວນ​ຈະ​ເຮັດ​ຕາມ.

7. ເລື່ອງ​ຂອງ​ກະສັດ​ອຸດຊີຢາ​ສອນ​ຫຍັງ​ເຮົາ?

7 ກະສັດ​ອຸດຊີຢາ ບໍ່​ຍອມ​ຮັບ​ຄຳ​ແນະນຳ. ລາວ​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ເພື່ອ​ໄປ​ເຜົາ​ເຄື່ອງ​ຫອມ ເຊິ່ງ​ເປັນ​ບ່ອນ​ທີ່​ມີ​ແຕ່​ປະໂລຫິດ​ເທົ່າ​ນັ້ນ​ທີ່​ມີ​ສິດ​ເຂົ້າ​ໄປ. ປະໂລຫິດ​ຂອງ​ພະ​ເຢໂຫວາ​ຈຶ່ງ​ບອກ​ລາວ​ວ່າ: “ທ່ານ​ອຸດຊີຢາ ທ່ານ​ບໍ່​ຄວນ​ເຜົາ​ເຄື່ອງ​ຫອມ​ຖວາຍ​ພະ​ເຢໂຫວາ ປະໂລຫິດ​ເທົ່າ​ນັ້ນ​ທີ່​ຈະ​ເຜົາ​ເຄື່ອງ​ຫອມ​ໄດ້.” ແລ້ວ​ກະສັດ​ອຸດຊີຢາ​ໄດ້​ເຮັດ​ແນວ​ໃດ? ແທນ​ທີ່​ລາວ​ຈະ​ຖ່ອມ​ໃຈ​ຍອມ​ຮັບ​ຄຳ​ແນະນຳ​ແລະ​ຮີບ​ອອກ​ໄປ​ຈາກ​ວິຫານ​ເພື່ອ​ພະ​ເຢໂຫວາ​ອາດ​ຈະ​ໃຫ້​ອະໄພ​ລາວ ແຕ່​ລາວ​ພັດ “ໃຈ​ຮ້າຍ​ຫຼາຍ.” ຍ້ອນ​ຫຍັງ​ລາວ​ຈຶ່ງ​ບໍ່​ຍອມ​ຮັບ​ຄຳ​ແນະນຳ? ລາວ​ອາດ​ຈະ​ຄິດ​ວ່າ​ລາວ​ມີ​ສິດ​ເຮັດ​ຫຍັງ​ກໍ​ໄດ້​ຍ້ອນ​ລາວ​ເປັນ​ກະສັດ. ແຕ່​ພະ​ເຢໂຫວາ​ບໍ່​ໄດ້​ຄິດ​ແບບ​ນັ້ນ. ຍ້ອນ​ອຸດຊີຢາ​ໄດ້​ເຮັດ​ເກີນ​ສິດ ລາວ​ຈຶ່ງ “ເປັນ​ຂີ້ທູດ​ຈົນ​ຕາຍ.” (2 ຂ່າວ. 26:16-21, ລ.ມ.) ເລື່ອງ​ຂອງ​ກະສັດ​ອຸດຊີຢາ​ສອນ​ເຮົາ​ໃຫ້​ຮູ້​ວ່າ ບໍ່​ວ່າ​ເຮົາ​ຈະ​ເປັນ​ໃຜ​ກໍ​ຕາມ ຖ້າ​ເຮົາ​ບໍ່​ຍອມ​ຮັບ​ຄຳ​ແນະນຳ​ຈາກ​ຄຳ​ພີ​ໄບເບິນ ເຮົາ​ຈະ​ສູນ​ເສຍ​ສາຍ​ສຳພັນ​ກັບ​ພະ​ເຢໂຫວາ.

ຄົນ​ທີ່​ຍອມ​ຮັບ​ຄຳ​ແນະນຳ

8. ໂຢບ​ໄດ້​ເຮັດ​ແນວ​ໃດ​ເມື່ອ​ໄດ້​ຮັບ​ຄຳ​ແນະນຳ?

8 ໃນ​ຄຳ​ພີ​ໄບເບິນ​ຍັງ​ມີ​ຕົວຢ່າງ​ຂອງ​ຄົນ​ທີ່​ຍອມ​ຮັບ​ເອົາ​ຄຳ​ແນະນຳ ແລະ​ພະເຈົ້າ​ກໍ​ອວຍ​ພອນ​ຄົນ​ເຫຼົ່າ​ນັ້ນ ເຊັ່ນ​ຕົວຢ່າງ​ຂອງ​ໂຢບ. ເຖິງ​ວ່າ​ໂຢບ​ຈະ​ເປັນ​ຜູ້​ທີ່​ຮັກ​ພະເຈົ້າ​ແລະ​ເຮັດ​ສິ່ງ​ທີ່​ເພິ່ນ​ພໍ​ໃຈ ແຕ່​ລາວ​ກໍ​ເປັນ​ຄົນ​ທີ່​ບໍ່​ສົມບູນ​ແບບ. ເມື່ອ​ລາວ​ມີ​ບັນຫາ​ແລະ​ເຈິ​ຄວາມ​ກົດ​ດັນ​ຫຼາຍ​ຢ່າງ ລາວ​ກໍ​ມີ​ຄວາມ​ຄິດ​ທີ່​ບໍ່​ຖືກຕ້ອງ. ແຕ່​ເມື່ອ​ລາວ​ໄດ້​ຮັບ​ຄຳ​ແນະນຳ​ໂດຍ​ກົງ​ຈາກ​ເອລີຫຶ​ແລະ​ພະ​ເຢໂຫວາ ລາວ​ໄດ້​ເຮັດ​ແນວ​ໃດ? ລາວ​ຍອມ​ຮັບ​ຄຳ​ແນະນຳ​ນັ້ນ​ຢ່າງ​ຖ່ອມ​ໃຈ. ລາວ​ບອກ​ວ່າ: “ຂ້ອຍ​ເວົ້າ​ອອກ​ໄປ​ໂດຍ​ບໍ່​ເຂົ້າ​ໃຈ​ຫຍັງ​ເລີຍ . . . ຂ້ອຍ​ຂໍ​ຖອນ​ຄຳເວົ້າ​ແລະ​ຂໍ​ນັ່ງ​ສຳນຶກ​ຜິດ​ຢູ່​ເທິງ​ດິນ​ແລະ​ໃນ​ກອງ​ຂີ້​ເທົ່າ.” ໃນ​ທີ່​ສຸດ​ພະ​ເຢໂຫວາ​ກໍ​ໄດ້​ອວຍ​ພອນ​ໂຢບ​ຍ້ອນ​ລາວ​ເປັນ​ຄົນ​ຖ່ອມ.—ໂຢບ 42:3-6, 12-17, ລ.ມ.

9. ໂມເຊ​ເຮັດ​ແນວ​ໃດ​ເມື່ອ​ໄດ້​ຮັບ​ຄຳ​ແນະນຳ ແລະ​ເປັນ​ຫຍັງ​ລາວ​ຈຶ່ງ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ເຮົາ?

9 ໂມເຊ ເປັນ​ຕົວຢ່າງ​ທີ່​ດີ​ໃນ​ເລື່ອງ​ການ​ຍອມ​ຮັບ​ເອົາ​ຄຳ​ແນະນຳ​ຫຼັງ​ຈາກ​ທີ່​ໄດ້​ເຮັດ​ຜິດ​ຮ້າຍແຮງ. ມີ​ເທື່ອ​ໜຶ່ງ​ລາວ​ໃຈ​ຮ້າຍ​ຫຼາຍ​ແລະ​ບໍ່​ໄດ້​ໃຫ້​ກຽດ​ພະ​ເຢໂຫວາ. ນີ້​ຈຶ່ງ​ເຮັດ​ໃຫ້​ລາວ​ສູນ​ເສຍ​ສິດທິ​ພິເສດ​ທີ່​ຈະ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ​ໄວ້. (ຈົດເຊັນ. 20:1-13) ຕອນ​ທີ່​ໂມເຊ​ຂໍ​ໃຫ້​ພະ​ເຢໂຫວາ​ທົບ​ທວນ​ການ​ຕັດສິນ​ໃຈ​ອີກ​ເທື່ອ​ໜຶ່ງ ພະ​ເຢໂຫວາ​ກໍ​ບອກ​ລາວ​ວ່າ: “ບໍ່​ຕ້ອງ​ມາ​ເວົ້າ​ກັບ​ເຮົາ​ເລື່ອງ​ນີ້​ອີກ.” (ບັນຍັດ. 3:23-27, ລ.ມ.) ໂມເຊ​ບໍ່​ໄດ້​ຄຽດ​ທີ່​ພະ​ເຢໂຫວາ​ເວົ້າ​ແບບ​ນີ້ ແຕ່​ລາວ​ຍອມ​ຮັບ​ການ​ຕັດສິນ​ໃຈ​ຂອງ​ເພິ່ນ. ແລ້ວ​ເພິ່ນ​ກໍ​ໃຊ້​ລາວ​ໃຫ້​ນຳ​ໜ້າ​ຊາດ​ອິດສະຣາເອນ​ຕໍ່​ໄປ. (ບັນຍັດ. 4:1) ທັງ​ໂມເຊ​ແລະ​ໂຢບ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ເຮົາ​ໃນ​ເລື່ອງ​ການ​ຍອມ​ຮັບ​ເອົາ​ຄຳ​ແນະນຳ. ໂຢບ​ຍອມ​ປັບ​ຄວາມ​ຄິດ​ແລະ​ບໍ່​ໄດ້​ຫາ​ຂໍ້​ແກ້​ຕົວ. ສ່ວນ​ໂມເຊ​ກໍ​ຍອມ​ຮັບ​ເອົາ​ຄຳ​ແນະນຳ​ຈາກ​ພະ​ເຢໂຫວາ​ແລະ​ຮັບໃຊ້​ເພິ່ນ​ຢ່າງ​ສັດ​ຊື່​ຕໍ່ໆ​ໄປ​ເຖິງ​ວ່າ​ລາວ​ຈະ​ສູນ​ເສຍ​ສິດທິ​ພິເສດ​ກໍ​ຕາມ.

10. (ກ) ສຸພາສິດ 4:10-13 ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ ການ​ຮັບ​ເອົາ​ຄຳ​ແນະນຳ​ເປັນ​ປະໂຫຍດ​ຕໍ່​ເຮົາ? (ຂ) ພີ່ນ້ອງ​ບາງ​ຄົນ​ໄດ້​ເວົ້າ​ແນວ​ໃດ​ເມື່ອ​ໄດ້​ຮັບ​ຄຳ​ແນະນຳ?

10 ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ຖ້າ​ເຮົາ​ຮຽນ​ແບບ​ຕົວຢ່າງ​ຂອງ​ໂຢບ​ແລະ​ໂມເຊ. (ອ່ານ​ສຸພາສິດ 4:10-13) ພີ່ນ້ອງ​ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ກໍ​ໄດ້​ເຮັດ​ແບບ​ນັ້ນ​ຄື​ກັນ ເຊັ່ນ ພີ່ນ້ອງ​ຊາຍ​ທີ່​ຊື່​ເອັມມານູເອນ *​ທີ່​ຢູ່​ໃນ​ກົງ​ໂກ​ໄດ້​ເວົ້າ​ເລື່ອງ​ທີ່​ພີ່ນ້ອງ​ມາ​ເຕືອນ​ລາວ​ກ່ອນ​ທີ່​ລາວ​ຈະ​ເຮັດ​ຜິດ. ລາວ​ບອກ​ວ່າ: “ເມື່ອ​ພີ່ນ້ອງ​ຊາຍ​ໃນ​ປະຊາຄົມ​ເຫັນ​ວ່າ​ຂ້ອຍ​ກຳລັງ​ຈະ​ເຮັດ​ສິ່ງ​ທີ່​ສູນ​ເສຍ​ສາຍ​ສຳພັນ​ກັບ​ພະ​ເຢໂຫວາ ເຂົາເຈົ້າ​ກໍ​ໃຫ້​ຄຳ​ແນະນຳ​ຂ້ອຍ​ແລະ​ພະຍາຍາມ​ຈະ​ຊ່ວຍ​ຂ້ອຍ. ແລ້ວ​ຂ້ອຍ​ກໍ​ຍອມ​ຮັບ​ເອົາ​ຄຳ​ແນະນຳ​ນັ້ນ​ແລ້ວ​ເຮັດ​ຕາມ. ນີ້​ຊ່ວຍ​ຂ້ອຍ​ໃຫ້​ຫຼີກ​ລ່ຽງ​ບັນຫາ​ຫຼາຍ​ຢ່າງ​ເລີຍ.” ພີ່ນ້ອງ​ເມແກນ​ເຊິ່ງ​ເປັນ​ໄພໂອເນຍ​ຢູ່​ການາດາ​ກໍ​ໄດ້​ຮັບ​ຄຳ​ແນະນຳ​ຄື​ກັນ. ລາວ​ບອກ​ວ່າ: “ຂ້ອຍ​ບໍ່​ມັກ​ໃຫ້​ໃຜ​ມາ​ແນະນຳ​ຂ້ອຍ​ຕະຫຼອດ ແຕ່​ມັນ​ເປັນ​ສິ່ງ​ທີ່​ຈຳເປັນ.” ພີ່ນ້ອງ​ຊາຍ​ຊື່​ມາ​ໂຄ​ທີ່​ຢູ່​ໃນ​ປະເທດ​ໂກຣອາຊີ​ກໍ​ບອກ​ວ່າ: “ເມື່ອ​ຂ້ອຍ​ຄິດ​ຄືນ​ຫຼັງ ຫຼັງ​ຈາກ​ທີ່​ໄດ້​ສູນ​ເສຍ​ສິດທິ​ພິເສດ ຂ້ອຍ​ກໍ​ເຫັນ​ວ່າ​ຄຳ​ແນະນຳ​ທີ່​ຂ້ອຍ​ໄດ້​ຮັບ​ຊ່ວຍ​ຂ້ອຍ​ໃຫ້​ກັບ​ມາ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ​ອີກ.”

11. ພີ່ນ້ອງ​ຄານ ຄ​ລາຍ​ເວົ້າ​ແນວ​ໃດ​ໃນ​ເລື່ອງ​ການ​ຮັບ​ເອົາ​ຄຳ​ແນະນຳ?

11 ພີ່ນ້ອງ​ຄານ ຄ​ລາຍ​ເຊິ່ງ​ເປັນ​ສະມາຊິກ​ຄະນະ​ກຳມະການ​ປົກຄອງ ກໍ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮັບ​ເອົາ​ຄຳ​ແນະນຳ​ຈາກ​ຄົນ​ອື່ນ. ໃນ​ເລື່ອງ​ຊີວິດ​ຂອງ​ລາວ ລາວ​ໄດ້​ເວົ້າ​ເຖິງ​ຕອນ​ທີ່​ໄດ້​ຮັບ​ຄຳ​ແນະນຳ​ຢ່າງ​ກົງ​ໄປ​ກົງ​ມາ​ຈາກ​ພີ່ນ້ອງ​ຣັດເທີຝອດ​ໝູ່​ສະໜິດ​ຂອງ​ລາວ. ທຳ​ອິດ​ລາວ​ຮູ້ສຶກ​ບໍ່​ມັກ​ແລະ​ຄຽດ​ໃຫ້​ພີ່ນ້ອງ​ຣັດເທີຝອດ. ລາວ​ບອກ​ວ່າ: “ມື້​ຕໍ່ມາ ເມື່ອ​ພີ່ນ້ອງ​ຣັດເທີຝອດ​ເຫັນ​ຂ້ອຍ ລາວ​ກໍ​ມາ​ທັກທາຍ​ວ່າ ‘ສະບາຍ​ດີ​ຄານ!’ ແຕ່​ຍ້ອນ​ຂ້ອຍ​ຍັງ​ຄຽດ​ໃຫ້​ລາວ​ຢູ່ ຂ້ອຍ​ຈຶ່ງ​ທັກທາຍ​ກັບ​ໄປ​ແບບ​ບໍ່​ເຕັມ​ໃຈ. ແລ້ວ​ລາວ​ກໍ​ເວົ້າ​ກັບ​ຂ້ອຍ​ວ່າ ‘ຄານ ລະວັງ​ຊິ​ຕິດ​ກັບດັກ​ຂອງ​ຊາຕານ​ເດີ້!’ ຂ້ອຍ​ຮູ້ສຶກ​ອາຍ​ໜ້ອຍ​ໜຶ່ງ​ແລະ​ບອກ​ລາວ​ວ່າ ‘ຂ້ອຍ​ບໍ່​ໄດ້​ຄຽດ​ໃຫ້​ເຈົ້າ​ໄດ໋.’ ແຕ່​ພີ່ນ້ອງ​ຣັດເທີຝອດ​ຮູ້​ວ່າ​ຂ້ອຍ​ຍັງ​ຄຽດ​ຢູ່. ລາວ​ເລີຍ​ເຕືອນ​ຂ້ອຍ​ອີກ​ວ່າ ‘ລະວັງ​ຊິ​ຕິດ​ກັບດັກ​ຂອງ​ຊາຕານ​ເດີ້!’ ພີ່ນ້ອງ​ຣັດເທີຝອດ​ເວົ້າ​ຖືກ! ຖ້າ​ເຮົາ​ຄຽດ​ໃຫ້​ພີ່ນ້ອງ​ເມື່ອ​ເຂົາເຈົ້າ​ແນະນຳ​ເຮົາ ເຮົາ​ກໍ​ຈະ​ຕິດ​ກັບດັກ​ຊາຕານ​ໄດ້​ງ່າຍໆ.” * (ອຟຊ. 4:25-27) ໃນ​ທີ່​ສຸດ ພີ່ນ້ອງ​ຄານກໍ​ຍອມ​ຮັບ​ເອົາ​ຄຳ​ແນະນຳ​ຈາກ​ພີ່ນ້ອງ​ຣັດເທີຝອດ ແລ້ວ​ເຂົາເຈົ້າ​ກໍ​ກັບ​ມາ​ເປັນ​ໝູ່​ກັນ​ຄື​ເກົ່າ.

ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັບ​ເອົາ​ຄຳ​ແນະນຳ?

12. ຄວາມ​ຖ່ອມ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັບ​ເອົາ​ຄຳ​ແນະນຳ​ໄດ້​ແນວ​ໃດ? (ຄຳເພງ 141:5)

12 ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັບ​ເອົາ​ຄຳ​ແນະນຳ? ເຮົາ​ຕ້ອງ​ເປັນ​ຄົນ​ຖ່ອມ​ຕົວ​ແລະ​ຈື່​ໄວ້​ວ່າ​ເຮົາ​ເປັນ​ຄົນ​ທີ່​ບໍ່​ສົມບູນ​ແບບ​ແລະ​ມັກ​ເຮັດ​ຜິດ​ພາດ​ເລື້ອຍໆ. ຄື​ກັບ​ທີ່​ເຮົາ​ໄດ້​ຮຽນ​ໃນ​ເລື່ອງ​ຂອງ​ໂຢບ ທຳ​ອິດ​ລາວ​ມີ​ຄວາມ​ຄິດ​ທີ່​ບໍ່​ຖືກຕ້ອງ ແຕ່​ຕໍ່ມາ​ລາວ​ກໍ​ປັບ​ຄວາມ​ຄິດ​ຂອງ​ຕົວ​ເອງ​ແລ້ວ​ພະ​ເຢໂຫວາ​ກໍ​ອວຍ​ພອນ​ລາວ. ຍ້ອນ​ຫຍັງ? ຍ້ອນ​ລາວ​ເປັນ​ຄົນ​ຖ່ອມ. ຄວາມ​ຖ່ອມ​ເຮັດ​ໃຫ້​ລາວ​ຍອມ​ຮັບ​ເອົາ​ຄຳ​ແນະນຳ​ຈາກ​ເອລີຫຶ ເຖິງ​ວ່າ​ເອລີຫຶ​ຈະ​ອາຍຸ​ໜ້ອຍ​ກວ່າ​ລາວ​ກໍ​ຕາມ. (ໂຢບ 32:6, 7) ຄວາມ​ຖ່ອມ​ຍັງ​ຈະ​ຊ່ວຍ​ເຮົາ​ໃຫ້​ເຮັດ​ຕາມ​ຄຳ​ແນະນຳເຖິງ​ເຮົາ​ຈະ​ຮູ້ສຶກ​ວ່າ​ຄຳ​ແນະນຳ​ນັ້ນ​ບໍ່​ເໝາະ​ກັບ​ເຮົາ ຫຼື​ຜູ້​ທີ່​ໃຫ້​ຄຳ​ແນະນຳ​ອາຍຸ​ໜ້ອຍ​ກວ່າ​ເຮົາ​ກໍ​ຕາມ. ຜູ້ດູແລ​ຄົນ​ໜຶ່ງ​ທີ່​ຢູ່​ການາດາ​ບອກ​ວ່າ: “ເຮົາ​ມັກ​ຈະ​ເບິ່ງ​ຕົວ​ເອງ​ບໍ່​ຄື​ກັບ​ທີ່​ຄົນ​ອື່ນ​ເບິ່ງ. ຖ້າ​ບໍ່​ມີ​ໃຜ​ໃຫ້​ຄຳ​ແນະນຳ​ເຮົາ ເຮົາ​ກໍ​ຄື​ຊິ​ກ້າວ​ໜ້າ​ໄດ້​ຍາກ.” ພວກ​ເຮົາ​ທຸກ​ຄົນ​ຄື​ຊິ​ຢາກ​ພັດທະນາ​ຜົນ​ຂອງ​ພະລັງບໍລິສຸດ​ແລະ​ເຮັດ​ວຽກ​ປະກາດ​ໃຫ້​ດີ​ຂຶ້ນ​ບໍ່​ແມ່ນ​ບໍ?—ອ່ານ​ຄຳເພງ 141:5

13. ເຮົາ​ຄວນ​ຮູ້ສຶກ​ແນວ​ໃດ​ກັບ​ຄຳ​ແນະນຳ​ທີ່​ເຮົາ​ໄດ້​ຮັບ?

13 ໃຫ້​ເບິ່ງ​ວ່າ​ຄຳ​ແນະນຳ​ສະແດງ​ເຖິງ​ຄວາມ​ຮັກ​ຂອງ​ພະເຈົ້າ. ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ໄດ້​ຮັບ​ສິ່ງທີ່​ດີທີ່​ສຸດ. (ສຸພາ. 4:20-22) ດັ່ງນັ້ນ ເມື່ອ​ເພິ່ນ​ໃຫ້​ຄຳແນະນຳ​ເຮົາ​ຜ່ານ​ທາງ​ຄຳ​ພີ​ໄບເບິນ ປຶ້ມ​ຕ່າງໆ​ຂອງ​ອົງການ ຫຼື​ພີ່ນ້ອງ​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ ກໍ​ສະແດງ​ວ່າ​ເພິ່ນ​ຮັກ​ເຮົາ​ຫຼາຍ. ເພາະ​ໃນ​ເຮັບເຣີ 12:9, 10 ກໍ​ບອກ​ວ່າ: “ພະເຈົ້າ​ສັ່ງ​ສອນ​ພວກ​ເຮົາ​ສຳລັບ​ປະໂຫຍດ​ຂອງ​ຕົວ​ເຮົາ​ເອງ.”

14. ເຮົາ​ຄວນ​ເຮັດ​ຫຍັງ​ເມື່ອ​ໄດ້​ຮັບ​ຄຳ​ແນະນຳ?

14 ໃຫ້​ເບິ່ງ​ໄປ​ທີ່​ເນື້ອ​ໃນ​ຂອງ​ຄຳ​ແນະນຳ ບໍ່​ແມ່ນ​ວິທີ​ໃຫ້​ຄຳ​ແນະນຳ. ຜູ້​ທີ່​ໃຫ້​ຄຳ​ແນະນຳ​ຄວນ​ຈະ​ພະຍາຍາມ​ໃຫ້​ຄຳ​ແນະນຳ​ໃນ​ແບບ​ທີ່​ຄົນ​ອື່ນ​ຈະ​ຍອມ​ຮັບ​ໄດ້​ງ່າຍ. * (ຄລຕ. 6:1). ເມື່ອ​ເຮົາ​ໄດ້​ຮັບ​ຄຳ​ແນະນຳ ບາງເທື່ອ​ເຮົາ​ອາດ​ຮູ້ສຶກ​ວ່າ ວິທີ​ທີ່​ຄົນ​ອື່ນ​ໃຫ້​ຄຳ​ແນະນຳ​ບໍ່​ຄ່ອຍ​ດີ​ປານ​ໃດ ດັ່ງນັ້ນ ເຮົາ​ຕ້ອງ​ເບິ່ງ​ໄປ​ທີ່​ເນື້ອ​ໃນ​ຂອງ​ຄຳ​ແນະນຳ​ບໍ່ແມ່ນວິທີ​ໃຫ້​ຄຳ​ແນະນຳ. ແຕ່​ເພື່ອ​ຈະ​ເຮັດ​ແບບ​ນັ້ນ​ໄດ້ ເຮົາ​ອາດ​ຈະ​ຖາມ​ຕົວ​ເອງ​ວ່າ: ‘ເຖິງ​ຂ້ອຍ​ຈະ​ບໍ່​ມັກ​ວິທີ​ທີ່​ລາວ​ໃຫ້​ຄຳ​ແນະນຳ ແຕ່​ຂ້ອຍ​ໄດ້​ຮັບ​ບົດ​ຮຽນ​ຫຍັງ​ຈາກ​ສິ່ງ​ທີ່​ລາວ​ເວົ້າ? ຂ້ອຍ​ໄດ້​ເບິ່ງ​ຂ້າມ​ຄວາມ​ບໍ່​ສົມບູນ​ແບບ​ຂອງ​ຜູ້​ໃຫ້​ຄຳ​ແນະນຳ​ແລະ​ຮັບ​ປະໂຫຍດ​ຈາກ​ຄຳ​ແນະນຳ​ນັ້ນ​ບໍ?’ ເປັນ​ເລື່ອງ​ສະຫຼາດ​ທີ່​ເຮົາ​ຈະ​ຊອກ​ຫາ​ຈຸດ​ທີ່​ເປັນ​ປະໂຫຍດ​ຈາກ​ຄຳ​ແນະນຳ​ທີ່​ເຮົາ​ໄດ້​ຮັບ.—ສຸພາ. 15:31

ຂໍ​ຄຳ​ແນະນຳ​ແລະ​ຮັບ​ປະໂຫຍດ​ຈາກ​ຄຳ​ແນະນຳ​ນັ້ນ

15. ເປັນ​ຫຍັງ​ເຮົາ​ຄວນ​ຂໍ​ຄຳ​ແນະນຳ​ຈາກ​ຄົນ​ອື່ນ?

15 ຄຳ​ພີ​ໄບເບິນ​ບອກ​ເຮົາ​ໃຫ້​ຂໍ​ຄຳ​ແນະນຳ​ຈາກ​ຄົນ​ອື່ນ. ໃນ​ສຸພາສິດ 13:10, ລ.ມ. ບອກ​ວ່າ: “ຄົນ​ທີ່​ຊອກ​ຫາ​ຄຳ​ແນະນຳ​ຈະ​ມີ​ສະຕິປັນຍາ.” ນີ້​ເປັນ​ເລື່ອງ​ຈິງ ເພາະ​ວ່າ​ຜູ້​ທີ່​ຂໍ​ຄຳ​ແນະນຳ​ຈາກ​ຄົນ​ອື່ນ​ແທນ​ທີ່​ຈະ​ລໍ​ຖ້າ​ໃຫ້​ຄົນ​ອື່ນ​ມາ​ໃຫ້​ຄຳ​ແນະນຳ ຈະ​ກ້າວ​ໜ້າ​ທາງ​ຄວາມ​ເຊື່ອ​ຫຼາຍ​ກວ່າ​ຜູ້​ທີ່​ບໍ່​ຂໍ​ຄຳ​ແນະນຳ. ດັ່ງນັ້ນ ເຮົາ​ຕ້ອງ​ລິເລີ່ມ​ທີ່​ຈະ​ຂໍ​ຄຳ​ແນະນຳ​ຈາກ​ຄົນ​ອື່ນ.

ເປັນ​ຫຍັງ​ພີ່ນ້ອງ​ຍິງ​ທີ່​ອາຍຸ​ໜ້ອຍ​ກວ່າ​ຈຶ່ງ​ຂໍ​ຄຳ​ແນະນຳ​ຈາກ​ພີ່ນ້ອງ​ຍິງ​ທີ່​ອາຍຸ​ຫຼາຍ​ກວ່າ? (ເບິ່ງ​ຂໍ້ 16)

16. ມີ​ສະຖານະການ​ໃດ​ແດ່​ທີ່​ເຮົາ​ອາດ​ຕ້ອງ​ຂໍ​ຄຳ​ແນະນຳ?

16 ມີ​ຕອນ​ໃດ​ແດ່​ທີ່​ເຮົາ​ອາດ​ຈະ​ຂໍ​ຄຳ​ແນະນຳ​ຈາກ​ພີ່ນ້ອງ? ໃຫ້​ເຮົາ​ມາ​ເບິ່ງ​ສະຖານະການ​ຕໍ່​ໄປ​ນີ້: (1) ເມື່ອ​ພີ່ນ້ອງ​ຢາກ​ປັບ​ປຸງ​ການ​ສອນ​ໃຫ້​ດີ​ຂຶ້ນ ລາວ​ອາດ​ຈະ​ຂໍ​ຄຳ​ແນະນຳ​ຈາກ​ຜູ້​ທີ່​ມາ​ຮ່ວມ​ສຶກສາ​ກັບ​ລາວ. (2) ເມື່ອ​ພີ່ນ້ອງ​ຍິງ​ບໍ່​ແນ່​ໃຈ​ວ່າ​ເຄື່ອງ​ນຸ່ງ​ທີ່​ລາວ​ເລືອກ​ເໝາະ​ສົມ​ຫຼື​ບໍ່ ລາວ​ອາດ​ຈະ​ຖາມ​ຄວາມ​ຄິດ​ເຫັນ​ຂອງ​ພີ່ນ້ອງ​ຍິງ​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ. (3) ເມື່ອ​ພີ່ນ້ອງ​ຊາຍ​ຖືກ​ມອບ​ໝາຍ​ໃຫ້​ບັນຍາຍ​ເປັນ​ເທື່ອ​ທຳ​ອິດ ລາວ​ອາດ​ຈະ​ຂໍ​ໃຫ້​ຜູ້ບັນລະຍາຍ​ທີ່​ມີ​ປະສົບການ​ມາ​ຟັງ​ຄຳ​ບັນຍາຍ​ຂອງ​ລາວ​ແລະ​ໃຫ້​ຄຳ​ແນະນຳ​ເພື່ອ​ປັບ​ປຸງ​ໃຫ້​ດີ​ຂຶ້ນ. ແມ່ນ​ແຕ່​ພີ່ນ້ອງ​ຊາຍ​ທີ່​ເຄີຍ​ບັນຍາຍ​ມາ​ຫຼາຍ​ປີ​ແລ້ວ ກໍ​ເປັນ​ເລື່ອງ​ດີ​ທີ່​ຈະ​ຂໍ​ຄຳ​ແນະນຳ​ຈາກ​ພີ່ນ້ອງ​ຄົນ​ອື່ນ​ແລະ​ເຮັດ​ຕາມ​ຄຳ​ແນະນຳ​ນັ້ນ.

17. ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ຈາກ​ຄຳ​ແນະນຳ?

17 ເຮົາ​ທຸກ​ຄົນ​ຕ້ອງ​ໄດ້​ຮັບ​ຄຳ​ແນະນຳ​ບໍ່​ວ່າ​ຈະ​ໂດຍ​ທາງ​ກົງ​ຫຼື​ທາງ​ອ້ອມ. ເມື່ອ​ເຮົາ​ໄດ້​ຮັບ​ຄຳ​ແນະນຳ ຂໍ​ໃຫ້​ເຮົາ​ຈື່​ບົດ​ຮຽນ​ທີ່​ເຮົາ​ໄດ້​ຮຽນ​ໃນ​ບົດ​ນີ້​ເຊັ່ນ: ເຮົາ​ຕ້ອງ​ເປັນ​ຄົນ​ຖ່ອມ ເບິ່ງ​ໄປ​ທີ່​ເນື້ອ​ໃນ​ຂອງ​ຄຳ​ແນະນຳ​ບໍ່​ແມ່ນ​ວິທີ​ໃຫ້​ຄຳ​ແນະນຳ ແລະ​ເຮັດ​ຕາມ​ຄຳ​ແນະນຳ​ນັ້ນ. ເຮົາ​ທຸກ​ຄົນ​ບໍ່​ມີ​ໃຜ​ຈະ​ຮູ້​ທຸກ​ສິ່ງ ແຕ່​ຖ້າ​ເຮົາ “ຟັງ​ຄຳ​ແນະນຳ​ແລະ​ຮັບ​ການ​ອົບຮົມ​ສັ່ງ​ສອນ” ເຮົາ​ກໍ​ຈະ “ສະຫຼາດ​ຂຶ້ນ.”—ສຸພາ. 19:20, ລ.ມ.

ເພງ 124 ສັດ​ຊື່​ຕະຫຼອດ​ໄປ

^ ຂໍ້ 5 ປະຊາຊົນ​ຂອງ​ພະ​ເຢໂຫວາ​ຮູ້​ວ່າ​ເປັນ​ເລື່ອງ​ສຳຄັນ​ທີ່​ຈະ​ເຊື່ອ​ຟັງ​ແລະ​ເຮັດ​ຕາມ​ຄຳ​ແນະນຳ​ໃນ​ຄຳ​ພີ​ໄບເບິນ. ແຕ່​ເປັນ​ຫຍັງ​ບາງເທື່ອ​ມັນ​ຈຶ່ງ​ບໍ່​ງ່າຍ​ທີ່​ເຮົາ​ຈະ​ຍອມ​ຮັບ​ເອົາ​ຄຳ​ແນະນຳ? ແລະ​ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ໄດ້​ຮັບ​ປະໂຫຍດ​ຈາກ​ຄຳ​ແນະນຳ​ທີ່​ເຮົາ​ໄດ້​ຮັບ?

^ ຂໍ້ 10 ຊື່​ສົມມຸດ

^ ຂໍ້ 11 ເບິ່ງ​ຫໍສັງເກດການ 1 ຕຸລາ 1984 ໜ້າ 21-28 (ພາສາ​ອັງກິດ)

^ ຂໍ້ 14 ໃນ​ບົດ​ຄວາມ​ຕໍ່​ໄປ ເຮົາ​ຈະ​ໄດ້​ຮຽນ​ວ່າ​ຜູ້​ທີ່​ໃຫ້​ຄຳ​ແນະນຳ​ຈະ​ໃຫ້​ຄຳ​ແນະນຳ​ໃນ​ວິທີ​ທີ່​ດີ​ໄດ້​ແນວ​ໃດ.