ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 8

ເຈົ້າ​ໃຫ້​ຄຳ​ແນະນຳ​ທີ່​ຍອມ​ຮັບ​ໄດ້​ງ່າຍ​ບໍ?

ເຈົ້າ​ໃຫ້​ຄຳ​ແນະນຳ​ທີ່​ຍອມ​ຮັບ​ໄດ້​ງ່າຍ​ບໍ?

“ໝູ່​ທີ່​ໃຫ້​ຄຳ​ແນະນຳ​ຢ່າງ​ຈິງ​ໃຈ​ເປັນ​ຄື​ນ້ຳມັນ​ແລະ​ເຄື່ອງ​ຫອມ​ທີ່​ເຮັດ​ໃຫ້​ຊື່ນໃຈ.”—ສຸພາ. 27:9, ລ.ມ.

ເພງ 102 “ຊ່ວຍ​ຄົນ​ທີ່​ອ່ອນແອ”

ໃຈ​ຄວາມ​ສຳຄັນ *

1-2. ຜູ້ດູແລ​ໄດ້​ຮຽນ​ຫຍັງ​ໃນ​ເລື່ອງ​ການ​ໃຫ້​ຄຳ​ແນະນຳ?

 ເມື່ອ​ຫຼາຍ​ປີ​ກ່ອນ ຜູ້ດູແລ​ສອງ​ຄົນ​ໄດ້​ໄປ​ຢາມ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຂາດ​ປະຊຸມ​ເປັນ​ບາງເທື່ອ. ແລ້ວ​ຜູ້ດູແລ​ຄົນ​ໜຶ່ງ​ກໍ​ໃຫ້​ພີ່ນ້ອງ​ຍິງ​ເບິ່ງ​ຂໍ້​ພະ​ຄຳ​ພີ​ກ່ຽວ​ກັບ​ການ​ມາ​ປະຊຸມ. ລາວ​ຄິດ​ວ່າ​ການ​ລົມ​ກັນ​ແບບ​ນີ້​ຈະ​ຊ່ວຍ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ໄດ້. ແຕ່​ກ່ອນ​ທີ່​ເຂົາເຈົ້າ​ຈະ​ກັບ​ບ້ານ ພີ່ນ້ອງ​ຍິງ​ກໍ​ເວົ້າ​ຂຶ້ນ​ມາ​ວ່າ: “ເຈົ້າ​ບໍ່​ຮູ້ດອກ​ວ່າ​ຂ້ອຍ​ເຈິ​ບັນຫາ​ຫຍັງມາ​ແດ່.” ຜູ້ດູແລ​ມີ​ແຕ່​ໃຫ້​ຄຳ​ແນະນຳ​ໂດຍ​ທີ່​ບໍ່​ຖາມ​ເລີຍ​ວ່າ​ພີ່ນ້ອງ​ຍິງ​ຄົນ​ນີ້​ເປັນ​ແນວ​ໃດ​ແລະ​ເຈິ​ບັນຫາ​ຫຍັງ​ແດ່. ນີ້​ຈຶ່ງ​ເຮັດ​ໃຫ້​ພີ່ນ້ອງ​ຍິງ​ຄົນ​ນີ້​ຮູ້ສຶກ​ວ່າ​ຄຳ​ແນະນຳ​ທີ່​ເຂົາເຈົ້າ​ໃຫ້​ບໍ່​ໄດ້​ເປັນ​ປະໂຫຍດ​ກັບ​ລາວ.

2 ເມື່ອ​ເບິ່ງ​ຄືນ​ຫຼັງ ຜູ້ດູແລ​ຄົນ​ນີ້​ກໍ​ເວົ້າ​ວ່າ: “ໃນ​ຕອນ​ນັ້ນ​ຂ້ອຍ​ຄິດ​ວ່າ​ພີ່ນ້ອງ​ຍິງ​ຄົນ​ນີ້​ບໍ່​ໄດ້​ໃຫ້​ກຽດ​ຂ້ອຍ​ເລີຍ. ແຕ່​ເມື່ອ​ຄິດ​ດີໆ​ກໍ​ເຫັນ​ວ່າ ແທນ​ທີ່​ຂ້ອຍ​ຈະ​ຖາມ​ລາວ​ກ່ອນ​ວ່າ: ‘ມີ​ເລື່ອງ​ຫຍັງ​ທີ່​ເຮັດ​ໃຫ້​ເຈົ້າ​ໜັກໃຈ​ບໍ? ຂ້ອຍ​ຈະ​ຊ່ວຍ​ເຈົ້າ​ໄດ້​ແນວ​ໃດ?’ ຂ້ອຍ​ພັດ​ໃຫ້​ຄຳ​ແນະນຳ​ຈາກ​ພະ​ຄຳ​ພີ​ເລີຍ.” ຜູ້ດູແລ​ຄົນ​ນີ້​ໄດ້​ບົດ​ຮຽນ​ຈາກ​ປະສົບການ​ໃນ​ຄັ້ງ​ນັ້ນ. ແລ້ວ​ໃນ​ທຸກ​ມື້​ນີ້​ລາວ​ກໍ​ເປັນ​ຜູ້ດູແລ​ທີ່​ເຫັນ​ອົກ​ເຫັນ​ໃຈ ແລະ​ໃຫ້​ຄຳ​ແນະນຳ​ທີ່​ເປັນ​ປະໂຫຍດ​ກັບ​ພີ່ນ້ອງ.

3. ໃນ​ປະຊາຄົມ ໃຜ​ອາດ​ຈະ​ເປັນ​ຜູ້​ໃຫ້​ຄຳ​ແນະນຳ?

 3 ໃນ​ຖານະ​ເປັນ​ຜູ້​ລ້ຽງ​ແກະ ຜູ້ດູແລ​ມີ​ໜ້າ​ທີ່​ທີ່​ຈະ​ໃຫ້​ຄຳ​ແນະນຳ​ພີ່ນ້ອງ​ໃນ​ປະຊາຄົມ​ເມື່ອ​ເຫັນ​ວ່າ​ຈຳເປັນ. ແຕ່​ບາງເທື່ອ ພີ່ນ້ອງ​ຄົນ​ອື່ນໆ​ໃນ​ປະຊາຄົມ​ກໍ​ອາດ​ຈະ​ໃຫ້​ຄຳ​ແນະນຳ​ກັນ​ເອງ. ຕົວຢ່າງ​ເຊັ່ນ: ພີ່ນ້ອງ​ໃນ​ປະຊາຄົມ​ອາດ​ຈະ​ໃຊ້​ຫຼັກ​ການ​ຈາກ​ຄຳ​ພີ​ໄບເບິນ​ເພື່ອ​ແນະນຳ​ໝູ່​ຂອງ​ຕົວ​ເອງ. (ເພງ. 141:5; ສຸພາ. 25:12) ຫຼື​ພີ່ນ້ອງ​ຍິງ​ທີ່​ສູງ​ອາຍຸ​ອາດ​ຈະ​ໃຫ້ ‘ຄຳ​ແນະນຳພີ່ນ້ອງ​ຍິງ​ທີ່​ຍັງ​ໜຸ່ມ’ ໃນ​ເລື່ອງ​ທີ່​ຂຽນ​ໄວ້​ໃນ​ຕີໂຕ 2:3-5. ແລະ​ນອກ​ຈາກ​ນັ້ນ ຜູ້​ທີ່ເປັນ​ພໍ່​ແມ່​ອາດ​ຈະ​ໃຫ້​ຄຳ​ແນະນຳ​ກັບ​ລູກ​ແລະສັ່ງສອນ​ເຂົາເຈົ້າ​ໃຫ້​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ. ເຖິງ​ວ່າ​ບົດ​ຄວາມ​ນີ້​ຈະ​ໃຊ້​ກັບ​ຜູ້ດູແລ​ເປັນ​ພິເສດ ແຕ່​ເຮົາ​ທຸກ​ຄົນ​ສາມາດ​ຮັບ​ປະໂຫຍດ​ຈາກ​ວິທີ​ການ​ໃຫ້​ຄຳ​ແນະນຳ​ທີ່​ດີ ທີ່​ກະຕຸ້ນ​ໃຫ້​ລົງ​ມື​ເຮັດ​ແລະ “ເຮັດ​ໃຫ້​ຊື່ນໃຈ.”—ສຸພາ. 27:9, ລ.ມ.

4. ເຮົາ​ຈະ​ຕອບ​ຄຳຖາມ​ຫຍັງ​ໃນ​ບົດ​ຄວາມ​ນີ້?

4 ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ມາ​ຕອບ​ຄຳຖາມ 4 ຢ່າງ​ກ່ຽວ​ກັບ​ການ​ໃຫ້​ຄຳ​ແນະນຳ. (1) ເປັນຫຍັງ​ຈຶ່ງ​ຕ້ອງ​ໃຫ້​ຄຳ​ແນະນຳ? (2) ຈຳເປັນ​ທີ່​ຈະ​ໃຫ້​ຄຳ​ແນະນຳ​ແທ້ໆ​ບໍ? (3) ຜູ້​ໃດ​ຄວນ​ເປັນ​ຜູ້​ໃຫ້​ຄຳ​ແນະນຳ? (4) ເຈົ້າ​ຈະ​ໃຫ້​ຄຳ​ແນະນຳ​ທີ່​ດີ​ໄດ້​ແນວ​ໃດ?

ເປັນຫຍັງ​ຈຶ່ງ​ຕ້ອງ​ໃຫ້​ຄຳ​ແນະນຳ?

5. ເປັນຫຍັງ​ຄົນ​ອື່ນ​ອາດ​ຈະ​ຍອມ​ຮັບ​ຄຳ​ແນະນຳ​ໄດ້​ງ່າຍ​ກວ່າ​ເມື່ອ​ຜູ້ດູແລ​ສະເໜີ​ໃນ​ແບບ​ທີ່​ສະແດງ​ຄວາມ​ຮັກ? (1 ໂກຣິນໂທ 13:4, 7)

5 ຜູ້ດູແລ​ຮັກ​ພີ່ນ້ອງ ດັ່ງນັ້ນ ບາງເທື່ອ​ເຂົາເຈົ້າ​ຈຶ່ງ​ໄດ້​ໃຫ້​ຄຳ​ແນະນຳ​ກັບ​ພີ່ນ້ອງ​ບາງ​ຄົນ​ທີ່​ກຳລັງ​ກ້າວ​ໄປ​ຜິດ​ທາງ. (ຄລຕ. 6:1) ແຕ່​ກ່ອນ​ທີ່​ຜູ້ດູແລ​ຈະ​ເວົ້າ​ກັບ​ຜູ້​ໃດ​ຜູ້​ໜຶ່ງ ເຂົາເຈົ້າ​ຈະ​ຄິດ​ເຖິງ​ແງ່​ມຸມ​ກ່ຽວ​ກັບ​ຄວາມ​ຮັກ​ທີ່​ໂປໂລ​ເວົ້າ​ເຖິງ​ເຊັ່ນ “ຄວາມ​ຮັກ​ກໍ​ອົດ​ກັ້ນ​ແລະ​ເມດຕາ​ກະລຸນາ . . . ຍອມ​ທົນ​ຮັບ​ທຸກ​ສິ່ງ ເຊື່ອ​ໃນ​ທຸກ​ສິ່ງ ຫວັງ​ໃນ​ທຸກ​ສິ່ງ ອົດ​ທົນ​ໄດ້​ທຸກ​ສິ່ງ.” (ອ່ານ 1 ໂກຣິນໂທ 13:4, 7) ການ​ຄິດ​ຕຶກຕອງ​ກ່ຽວ​ກັບ​ຫຼັກ​ການ​ເຫຼົ່າ​ນີ້​ຈະ​ຊ່ວຍ​ໃຫ້​ຜູ້ດູແລ​ໃຫ້​ຄິດ​ເຖິງ​ເຫດຜົນ​ທີ່​ຕ້ອງ​ໃຫ້​ຄຳ​ແນະນຳ ແລະ​ໃຫ້​ຄຳ​ແນະນຳ​ໃນ​ແບບ​ທີ່​ສະແດງ​ຄວາມ​ຮັກ. ຖ້າ​ຜູ້ດູແລ​ເຮັດ​ແບບ​ນັ້ນ ກໍ​ຈະ​ເຮັດ​ໃຫ້​ຜູ້​ທີ່​ໄດ້​ຮັບ​ຄຳ​ແນະນຳ​ຮູ້ສຶກ​ວ່າ​ຜູ້ດູແລ​ຮັກ​ແລະ​ເປັນ​ຫ່ວງ​ເຂົາເຈົ້າ ແລະ​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ຍອມ​ຮັບ​ຄຳ​ແນະນຳ​ໄດ້​ງ່າຍ​ກວ່າ.—ຣມ. 12:10

6. ໂປໂລ​ໄດ້​ເປັນ​ແບບ​ຢ່າງ​ທີ່​ດີ​ແນວ​ໃດ?

6 ອັກຄະສາວົກ​ໂປໂລ​ໄດ້​ເປັນ​ແບບ​ຢ່າງ​ທີ່​ດີ​ໃຫ້​ກັບ​ຜູ້ດູແລ. ຕົວຢ່າງ​ເຊັ່ນ: ລາວ​ໄດ້​ໃຫ້​ຄຳ​ແນະນຳ​ກັບ​ພີ່ນ້ອງ​ໃນ​ເມືອງ​ເທຊະໂລນິກ​ເມື່ອ​ເຫັນ​ວ່າ​ເຂົາເຈົ້າ​ຈຳເປັນ​ຕ້ອງ​ໄດ້​ຮັບ​ຄຳ​ແນະນຳ. ໃນ​ຈົດ​ໝາຍ​ທີ່​ລາວ​ຂຽນ​ເຖິງ​ເຂົາເຈົ້າ ທຳອິດ​ລາວ​ໄດ້​ຊົມ​ເຊີຍ​ພີ່ນ້ອງ​ທີ່​ໄດ້​ເຮັດ​ວຽກ​ຢ່າງ​ສັດ​ຊື່ ເຮັດ​ວຽກ​ດ້ວຍ​ຄວາມ​ຮັກ​ແລະ​ດ້ວຍ​ຄວາມ​ອົດ​ທົນ ແລະ​ລາວ​ຍັງ​ໄດ້​ເວົ້າ​ວ່າ​ພີ່ນ້ອງ​ມີ​ຊີວິດ​ທີ່​ບໍ່​ງ່າຍ​ປານ​ໃດ​ເພາະ​ຖືກ​ຂົ່ມເຫງ. (1 ທຊ. 1:3; 2 ທຊ. 1:4) ລາວ​ເຖິງ​ຂັ້ນ​ບອກ​ວ່າ​ພີ່ນ້ອງ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ກັບ​ຄລິດສະຕຽນ​ຄົນ​ອື່ນໆ. (1 ທຊ. 1:8, 9) ເຮົາ​ນຶກ​ພາບ​ໄດ້​ເລີຍ​ວ່າ​ພີ່ນ້ອງ​ເຫຼົ່າ​ນັ້ນ​ຄື​ຊິ​ຮູ້ສຶກ​ດີ​ໃຈ​ຫຼາຍ​ທີ່​ໄດ້​ຮັບ​ຄຳ​ຊົມ​ເຊີຍ​ທີ່​ອົບອຸ່ນ​ຈາກ​ໂປໂລ. ຍ້ອນ​ໂປໂລ​ຮັກ​ພີ່ນ້ອງ​ຫຼາຍ ລາວ​ຈຶ່ງ​ສາມາດ​ໃຫ້​ຄຳ​ແນະນຳ​ທີ່​ດີ​ກັບ​ພີ່ນ້ອງ​ໃນ​ຈົດ​ໝາຍ​ສອງ​ສະບັບ​ທີ່​ລາວ​ຂຽນ​ເຖິງ​ເຂົາເຈົ້າ.—1 ທຊ. 4:1, 3-5, 11; 2 ທຊ. 3:11, 12

7. ເປັນຫຍັງ​ບາງ​ຄົນ​ຈຶ່ງ​ບໍ່​ຢາກ​ຍອມ​ຮັບ​ຄຳ​ແນະນຳ?

7 ຈະ​ເປັນ​ແນວ​ໃດ​ຖ້າ​ເຮົາ​ໃຫ້​ຄຳ​ແນະນຳ​ບໍ່​ຖືກ​ວິທີ? ຜູ້ດູແລ​ທີ່​ມີ​ປະສົບການ​ຄົນ​ໜຶ່ງ​ບອກ​ວ່າ: “ບາງ​ຄົນ​ບໍ່​ຢາ​ກ​ຍອມ​ຮັບ​ຄຳ​ແນະນຳ ບໍ່​ແມ່ນ​ຍ້ອນ​ວ່າ​ຄຳ​ແນະນຳ​ນັ້ນ​ບໍ່​ດີ ແຕ່​ຍ້ອນ​ວ່າ​ບໍ່​ໄດ້​ໃຫ້​ຄຳ​ແນະນຳ​ດ້ວຍ​ຄວາມ​ຮັກ.” ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ເລື່ອງ​ນີ້? ພີ່ນ້ອງ​ຈະ​ຍອມ​ຮັບ​ຄຳ​ແນະນຳ​ໄດ້​ງ່າຍ​ກວ່າ​ຖ້າ​ຜູ້ດູແລ​ໃຫ້​ຄຳ​ແນະນຳ​ດ້ວຍ​ຄວາມ​ຮັກ ບໍ່​ແມ່ນ​ດ້ວຍ​ອາລົມ​ໃຈ​ຮ້າຍ.

ຈຳເປັນ​ທີ່​ຈະ​ໃຫ້​ຄຳ​ແນະນຳ​ແທ້ໆ​ບໍ?

8. ຜູ້ດູແລ​ຄວນ​ຖາມ​ຕົວ​ເອງ​ແນວ​ໃດ​ເມື່ອ​ຄິດ​ທີ່​ຈະ​ໃຫ້​ຄຳ​ແນະນຳ​ກັບ​ພີ່ນ້ອງ?

8 ຜູ້ດູແລ​ບໍ່​ຄວນ​ຟ້າວ​ໃຫ້​ຄຳ​ແນະນຳ. ກ່ອນ​ທີ່​ຈະ​ໃຫ້​ຄຳ​ແນະນຳ​ລາວ​ຄວນ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ຈຳເປັນ​ຕ້ອງ​ເວົ້າ​ສິ່ງ​ນີ້​ແທ້ໆ​ບໍ? ຂ້ອຍ​ແນ່​ໃຈ​ບໍ​ວ່າ​ສິ່ງ​ທີ່​ພີ່ນ້ອງ​ຄົນ​ນັ້ນ​ເຮັດ​ມັນ​ຜິດ? ສິ່ງ​ທີ່​ລາວ​ເຮັດ​ຂັດ​ກັບ​ຫຼັກ​ການ​ໃນ​ຄຳ​ພີ​ໄບເບິນ​ບໍ ຫຼື​ມັນ​ຕ່າງ​ຈາກ​ຄວາມ​ຄິດ​ຂອງ​ຂ້ອຍ​ຊື່ໆ?’ ຜູ້ດູແລ​ທີ່​ສຸຂຸມ​ຕ້ອງ​ຫຼີກ​ລ່ຽງ​ທີ່​ຈະ​ບໍ່​ເປັນ​ຄົນ “ປາກ​ໄວ.” (ສຸພາ. 29:20, ລ.ມ.) ຖ້າ​ລາວ​ບໍ່​ແນ່​ໃຈ​ວ່າ​ຄວນ​ຈະ​ໃຫ້​ຄຳ​ແນະນຳ​ກັບ​ພີ່ນ້ອງ​ຄົນ​ນັ້ນ​ຫຼື​ບໍ່ ລາວ​ອາດ​ຈະ​ຖາມ​ຜູ້ດູແລ​ຄົນ​ອື່ນ​ເພື່ອ​ຈະ​ຮູ້​ວ່າ​ພີ່ນ້ອງ​ຄົນ​ນັ້ນ​ເຮັດ​ຜິດ​ຫຼັກ​ການ​ໃນ​ຄຳ​ພີ​ໄບເບິນ​ຫຼື​ບໍ່ ແລະ​ຈຳເປັນ​ຕ້ອງ​ໃຫ້​ຄຳ​ແນະນຳ​ບໍ.—2 ຕມ. 3:16, 17

9. ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ໂປໂລ​ກ່ຽວ​ກັບ​ວິທີ​ໃຫ້​ຄຳ​ແນະນຳ​ໃນ​ເລື່ອງ​ການ​ນຸ່ງ​ເຄື່ອງ​ແລະ​ການ​ແຕ່ງ​ໂຕ? (1 ຕີໂມທຽວ 2:9, 10)

9 ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຕໍ່​ໄປ​ນີ້: ສົມມຸດ​ວ່າ​ຜູ້ດູແລ​ກຳລັງ​ຄິດ​ທີ່​ຈະ​ແນະນຳ​ພີ່ນ້ອງ​ກ່ຽວ​ກັບ​ການ​ນຸ່ງ​ເຄື່ອງ​ແລະ​ການ​ແຕ່ງ​ຕົວ. ລາວ​ອາດ​ຈະ​ຖາມ​ຕົວ​ເອງ​ວ່າ: ‘ສິ່ງ​ທີ່​ຂ້ອຍ​ຈະ​ແນະນຳ​ມີ​ເຫດຜົນ​ຕາມ​ຫຼັກ​ການ​ໃນ​ຄຳ​ພີ​ໄບເບິນ​ບໍ?’ ຍ້ອນ​ລາວ​ບໍ່​ຢາກ​ໃຊ້​ຄວາມ​ຄິດ​ສ່ວນ​ຕົວ ລາວ​ອາດ​ຈະ​ຖາມ​ຜູ້ດູແລ​ຄົນ​ອື່ນ​ຫຼື​ພີ່ນ້ອງ​ທີ່​ມີ​ປະສົບການ​ໃນ​ເລື່ອງ​ນີ້. ເຂົາເຈົ້າ​ອາດ​ຈະ​ທົບ​ທວນ​ຄຳ​ແນະນຳ​ຂອງ​ໂປໂລ​ນຳ​ກັນ​ໃນ​ເລື່ອງ​ການ​ແຕ່ງ​ໂຕ. (ອ່ານ 1 ຕີໂມທຽວ 2:9, 10) ໂປໂລ​ບໍ່​ໄດ້​ໃຫ້​ຫຼັກ​ການ​ທີ່​ເຈາະ​ຈົງ​ກ່ຽວ​ກັບ​ເລື່ອງ​ນີ້. ລາວ​ບອກ​ວ່າ​ຄລິດສະຕຽນ​ຄວນ​ແຕ່ງ​ຕົວ​ແບບ​ເໝາະ​ສົມ ສຸພາບ​ຮຽບຮ້ອຍ ແລະ​ໃນ​ແບບ​ທີ່​ນັບຖື​ພະເຈົ້າ. ລາວ​ບໍ່​ໄດ້​ຕັ້ງ​ກົດ​ໃຫ້​ພີ່ນ້ອງ​ວ່າ​ຄວນ​ນຸ່ງ​ຫຍັງ​ຫຼື​ບໍ່​ຄວນ​ນຸ່ງ​ຫຍັງ. ລາວ​ຮູ້​ວ່າ​ພີ່ນ້ອງ​ມີ​ສິດ​ເລືອກ​ທີ່​ຈະ​ແຕ່ງ​ໂຕ​ຕາມ​ໃຈ​ມັກ​ແບບ​ທີ່​ບໍ່​ຂັດ​ກັບ​ຫຼັກ​ການ​ໃນ​ຄຳ​ພີ​ໄບເບິນ. ດັ່ງນັ້ນ ເມື່ອ​ຜູ້ດູແລ​ຄິດ​ວ່າ​ຈະ​ໃຫ້​ຄຳ​ແນະນຳ​ພີ່ນ້ອງ​ຫຼື​ບໍ່ ເຂົາເຈົ້າ​ຄວນ​ເບິ່ງ​ວ່າພີ່ນ້ອງ​ແຕ່ງ​ໂຕ​ແບບ​ສຸພາບ​ແລະ​ໃຫ້​ກຽດ​ພະ​ເຢໂຫວາ​ບໍ.

10. ເຮົາ​ຄວນ​ຈື່​ຫຍັງ​ໄວ້​ເມື່ອ​ຄົນ​ອື່ນ​ຕັດສິນ​ໃຈ​ບໍ່​ຄື​ເຮົາ?

10 ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຈະ​ຈື່​ວ່າ​ແມ່ນ​ແຕ່​ພີ່ນ້ອງ​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ທັງ​ສອງ​ຄົນ​ກໍ​ຍັງ​ເລືອກ​ບໍ່​ຄື​ກັນ. ແຕ່​ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຄົນ​ໜຶ່ງ​ເລືອກ​ຖືກ​ແລະ​ອີກ​ຄົນ​ໜຶ່ງ​ເລືອກ​ຜິດ. ດັ່ງນັ້ນ ເຮົາ​ບໍ່​ຄວນ​ບັງຄັບ​ພີ່ນ້ອງ​ໃຫ້ ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ມັກ.—ຣມ. 14:10

ຜູ້​ໃດ​ຄວນ​ເປັນ​ຜູ້​ໃຫ້​ຄຳ​ແນະນຳ?

11-12. ຖ້າ​ຈຳເປັນ​ຕ້ອງ​ໃຫ້​ຄຳ​ແນະນຳ ຜູ້ດູແລ​ຄວນ​ຈະ​ຖາມ​ຕົວ​ເອງ​ແນວ​ໃດ ແລະ​ຍ້ອນ​ຫຍັງ?

11 ຖ້າ​ເຫັນ​ວ່າ​ຈຳເປັນ​ຕ້ອງ​ໃຫ້​ຄຳ​ແນະນຳ ແລ້ວ​ໃຜ​ຄວນ​ເປັນ​ຜູ້​ໃຫ້​ຄຳ​ແນະນຳ? ເມື່ອ​ຈະ​ໃຫ້​ຄຳ​ແນະນຳ​ກັບ​ພີ່ນ້ອງ​ຍິງ​ທີ່​ແຕ່ງ​ດອງ​ແລ້ວ​ຫຼື​ເດັກ​ນ້ອຍ ຜູ້ດູແລ​ຄວນ​ປຶກສາ​ກັບ​ຫົວ​ໜ້າ​ຄອບຄົວ​ກ່ອນ ເພາະ​ບາງເທື່ອ​ຫົວ​ໜ້າ​ຄອບຄົວ​ອາດ​ຈະ​ຢາກ​ຈັດການ​ເລື່ອງ​ນີ້​ດ້ວຍ​ຕົວ​ເອງ. * ຫຼື​ຫົວ​ໜ້າ​ຄອບຄົວ​ອາດ​ຈະ​ຂໍ​ຢູ່​ນຳ​ຕອນ​ທີ່​ຜູ້ດູແລ​ໃຫ້​ຄຳ​ແນະນຳ. ແລະຄື​ກັບ​ທີ່​ເວົ້າ​ເຖິງ​ໃນ​ ຂໍ້ 3 ບາງເທື່ອ​ອາດ​ຈະ​ດີ​ກວ່າ​ຖ້າ​ຜູ້ດູແລ​ຂໍ​ໃຫ້​ພີ່ນ້ອງ​ຍິງ​ທີ່​ອາຍຸ​ຫຼາຍ​ກວ່າ​ມາ​ຊ່ວຍ​ແນະນຳ​ພີ່ນ້ອງ​ຍິງ​ທີ່​ອາຍຸ​ໜ້ອຍ​ກວ່າ.

12 ຍັງ​ມີ​ອີກ​ເຫດຜົນ​ໜຶ່ງ​ທີ່​ຜູ້ດູແລ​ຄວນ​ຄິດ​ເຖິງ. ລາວ​ອາດ​ຈະ​ຖາມ​ຕົວ​ເອງ​ວ່າ ‘ຂ້ອຍ​ເໝາະ​ສົມ​ທີ່​ສຸດ​ບໍ​ທີ່​ຈະ​ເປັນ​ຜູ້​ໃຫ້​ຄຳ​ແນະນຳ ຫຼື​ມັນ​ຈະ​ດີ​ກວ່າ​ຖ້າ​ໃຫ້​ພີ່ນ້ອງ​ຄົນ​ອື່ນ​ເປັນ​ຜູ້​ໃຫ້​ຄຳ​ແນະນຳ?’ ຕົວຢ່າງ​ເຊັ່ນ: ຖ້າ​ຈະ​ໃຫ້​ຄຳ​ແນະນຳ​ກັບ​ພີ່ນ້ອງ​ທີ່​ຮູ້ສຶກ​ວ່າ​ຕົວ​ເອງ​ບໍ່​ມີ​ຄ່າ ມັນ​ຄື​ຊິ​ດີ​ກວ່າ​ຖ້າ​ໃຫ້​ຜູ້ດູແລ​ທີ່​ມີ​ປະສົບການ​ທີ່​ຄ້າຍ​ຄື​ກັບ​ລາວ​ເປັນ​ຜູ້​ໃຫ້​ຄຳ​ແນະນຳ ເພາະ​ອາດ​ຈະ​ຊ່ວຍ​ລາວ​ໃຫ້​ຮັບ​ຟັງ​ໄດ້​ງ່າຍ​ກວ່າ. ແຕ່​ເຖິງ​ແນວ​ໃດ​ກໍ​ຕາມ ຜູ້ດູແລ​ທຸກ​ຄົນ​ມີ​ໜ້າ​ທີ່​ຕ້ອງ​ໃຫ້​ກຳລັງ​ໃຈ​ແລະ​ກະຕຸ້ນ​ພີ່ນ້ອງ​ໃຫ້​ປັບ​ປ່ຽນ​ຕົວ​ເອງ​ຕາມ​ຫຼັກ​ການ​ໃນ​ຄຳ​ພີ​ໄບເບິນ. ດັ່ງນັ້ນ ເປັນ​ເລື່ອງ​ສຳຄັນ​ຫຼາຍ​ທີ່​ຜູ້ດູແລ​ຈະ​ຕ້ອງ​ໃຫ້​ຄຳ​ແນະນຳ​ກັບ​ພີ່ນ້ອງ​ເມື່ອ​ເຫັນ​ວ່າ​ຈຳເປັນ ເຖິງ​ວ່າ​ຜູ້ດູແລ​ຈະ​ບໍ່​ມີ​ປະສົບການ​ທີ່​ຄື​ກັບ​ພີ່ນ້ອງ​ຄົນ​ນັ້ນ​ກໍ​ຕາມ.

ເຈົ້າ​ຈະ​ໃຫ້​ຄຳ​ແນະນຳ​ທີ່​ດີ​ໄດ້​ແນວ​ໃດ?

ເປັນຫຍັງ​ຜູ້ດູແລ​ຄວນ​ຈະ “ໄວ​ໃນ​ການ​ຟັງ”? (ເບິ່ງ​ຂໍ້ 13-14)

13-14. ເປັນຫຍັງ​ຈຶ່ງ​ເປັນ​ເລື່ອງ​ສຳຄັນ​ທີ່​ຜູ້ດູແລ​ຄວນ​ຕັ້ງໃຈ​ຟັງ?

13 ໃຫ້​ຕັ້ງໃຈ​ຟັງ. ເມື່ອ​ຜູ້ດູແລ​ກຽມ​ຈະ​ໃຫ້​ຄຳ​ແນະນຳ​ກັບ​ພີ່ນ້ອງ ລາວ​ຄວນ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ຮູ້ຈັກ​ສະພາບການ​ຂອງ​ພີ່ນ້ອງ​ຄົນ​ນີ້​ບໍ? ຊີວິດ​ລາວ​ເປັນ​ແນວ​ໃດ? ລາວ​ມີ​ບັນຫາ​ຫຍັງ​ບໍ​ທີ່​ຂ້ອຍ​ບໍ່​ຮູ້? ຕອນ​ນີ້​ລາວ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ​ເລື່ອງ​ຫຍັງ​ຫຼາຍ​ທີ່​ສຸດ?’

14 ຫຼັກ​ການ​ທີ່​ຢູ່​ໃນ​ຢາໂກໂບ 1:19 ເໝາະ​ສຳລັບ​ຜູ້​ທີ່​ຕ້ອງ​ໃຫ້​ຄຳ​ແນະນຳ. ຂໍ້​ນີ້​ບອກ​ວ່າ: “ທຸກ​ຄົນ​ຕ້ອງ​ໄວ​ໃນ​ການ​ຟັງ ຊ້າ​ໃນ​ການ​ເວົ້າ ຊ້າ​ໃນ​ການ​ຮ້າຍ.” ຜູ້ດູແລ​ອາດ​ຈະ​ຄິດ​ວ່າ​ລາວ​ເຂົ້າ​ໃຈ​ສະພາບການ​ທັງ​ໝົດ ແຕ່​ເປັນ​ແບບ​ນັ້ນ​ແທ້ໆ​ບໍ? ໃນ​ສຸພາສິດ 18:13, ລ.ມ. ບອກ​ວ່າ: “ຄົນ​ທີ່​ຕອບ​ກ່ອນ​ໄດ້​ຍິນ​ຂໍ້​ເທັດ​ຈິງ​ກໍ​ເຮັດ​ເລື່ອງ​ໂງ່​ແລະ​ໜ້າ​ອັບອາຍ.” ເປັນ​ເລື່ອງ​ດີ​ທີ່​ຜູ້ດູແລ​ຄວນ​ຖາມ​ພີ່ນ້ອງ​ຄົນ​ນັ້ນ​ດ້ວຍ​ຕົວ​ເອງ​ກ່ຽວ​ກັບ​ສະພາບການ​ຂອງ​ລາວ ແລະ​ຕັ້ງໃຈ​ຟັງ​ກ່ອນ​ທີ່​ຈະ​ເວົ້າ. ຂໍ​ໃຫ້​ຄິດ​ເຖິງ​ເລື່ອງ​ຂອງ​ຜູ້ດູແລ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້. ລາວ​ໄດ້​ຮຽນ​ຮູ້​ວ່າ​ກ່ອນ​ຈະ​ໃຫ້​ຄຳ​ແນະນຳ ລາວ​ຄວນ​ຖາມ​ພີ່ນ້ອງ​ຍິງ​ຄົນ​ນັ້ນ​ວ່າ: “ມີ​ເລື່ອງ​ຫຍັງ​ທີ່​ເຮັດ​ໃຫ້​ເຈົ້າ​ໜັກໃຈ​ບໍ? ຂ້ອຍ​ຈະ​ຊ່ວຍ​ເຈົ້າ​ໄດ້​ແນວ​ໃດ?” ຖ້າ​ຜູ້ດູແລ​ຕັ້ງໃຈ​ຟັງ​ພີ່ນ້ອງ​ເພື່ອ​ຈະ​ເຂົ້າ​ໃຈ​ສະ​ພາບ​ການ​ຂອງ​ເຂົາເຈົ້າ ຜູ້ດູແລ​ກໍ​ຈະ​ໃຫ້​ກຳລັງ​ໃຈ​ແລະ​ຊ່ວຍ​ເຫຼືອ​ພີ່ນ້ອງ​ໄດ້​ຫຼາຍ​ຂຶ້ນ.

15. ຜູ້ດູແລ​ຈະ​ເຮັດ​ຕາມ​ຫຼັກ​ການ​ທີ່​ຢູ່​ໃນ​ສຸພາສິດ 27:23 ໄດ້​ແນວ​ໃດ?

15 ໃຫ້​ຮູ້ຈັກ​ຝູງ​ແກະ​ຢ່າງ​ດີ. ຄື​ກັບ​ທີ່​ໄດ້​ເວົ້າ​ໃນ​ຕອນ​ຕົ້ນ​ຂອງ​ບົດ​ຄວາມ​ນີ້ ການ​ໃຫ້​ຄຳ​ແນະນຳ​ທີ່​ດີ​ບໍ່​ພຽງ​ແຕ່​ອ່ານ​ຂໍ້​ພະ​ຄຳ​ພີ​ບາງ​ຂໍ້​ຫຼື​ໃຫ້​ຄຳ​ແນະນຳ​ບາງ​ຢ່າງ ແຕ່​ຕ້ອງ​ເຮັດ​ຫຼາຍ​ກວ່າ​ນັ້ນ. ຜູ້ດູແລ​ຄວນ​ເຮັດ​ໃຫ້​ພີ່ນ້ອງ​ຮູ້ສຶກ​ວ່າ​ຜູ້ດູແລ​ເຂົ້າ​ໃຈ ເປັນ​ຫ່ວງ ແລະ​ຢາກ​ຊ່ວຍ​ເຫຼືອ​ເຂົາເຈົ້າ​ແທ້ໆ. (ອ່ານ​ສຸພາສິດ 27:23) ດັ່ງນັ້ນ ຜູ້ດູແລ​ຄວນ​ພະຍາຍາມ​ສະໜິດ​ກັບ​ພີ່ນ້ອງ​ໃຫ້​ຫຼາຍ​ຂຶ້ນ.

ສິ່ງ​ໃດ​ຈະ​ຊ່ວຍ​ຜູ້ດູແລ​ໃຫ້​ຄຳ​ແນະນຳ​ໄດ້​ງ່າຍ​ຂຶ້ນ? (ເບິ່ງ​ຂໍ້ 16)

16. ຜູ້ດູແລ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ຈະ​ເປັນ​ຜູ້​ໃຫ້​ຄຳ​ແນະນຳ​ທີ່​ດີ?

16 ຜູ້ດູແລ​ບໍ່​ຢາກ​ໃຫ້​ພີ່ນ້ອງ​ຄິດ​ວ່າ​ຜູ້ດູແລ​ມາ​ລົມ​ກັບ​ເຂົາເຈົ້າ​ສະເພາະ​ຕອນ​ທີ່​ຢາກ​ໃຫ້​ຄຳ​ແນະນຳ​ຫຼື​ຕອນ​ທີ່​ເຂົາເຈົ້າ​ເຮັດ​ຜິດ. ແທນ​ທີ່​ຈະ​ເຮັດ​ແບບ​ນັ້ນ ຜູ້ດູແລ​ຄວນ​ລົມ​ກັບ​ພີ່ນ້ອງ​ເລື່ອງ​ທົ່ວໆ​ໄປ ແລະ​ສະແດງ​ຄວາມ​ສົນ​ໃຈ​ພີ່ນ້ອງ​ບໍ່​ວ່າ​ຈະ​ເປັນ​ຕອນ​ທີ່​ເຂົາເຈົ້າ​ມີ​ບັນຫາ. ຂໍ​ໃຫ້​ສັງເກດ​ຄຳເວົ້າ​ຂອງ​ຜູ້ດູແລ​ທີ່​ມີ​ປະສົບການ​ຄົນ​ໜຶ່ງ. ລາວ​ບອກ​ວ່າ: “ຖ້າ​ເຈົ້າ​ເຮັດ​ແບບ​ນັ້ນ ເຈົ້າ​ກໍ​ຈະ​ສະໜິດ​ກັບ​ພີ່ນ້ອງ​ແລະ​ຮູ້ສຶກ​ສະດວກ​ໃຈ​ຫຼາຍ​ຂຶ້ນ​ເມື່ອ​ຕ້ອງ​ໃຫ້​ຄຳ​ແນະນຳ.” ສ່ວນ​ຄົນ​ທີ່​ໄດ້​ຮັບ​ຄຳ​ແນະນຳ ກໍ​ຈະ​ຍອມ​ຮັບ​ຄຳ​ແນະນຳ​ນັ້ນ​ໄດ້​ງ່າຍ​ກວ່າ.

ເປັນຫຍັງ​ຜູ້ດູແລ​ຄວນ​ອົດ​ທົນ​ແລະ​ເຮັດ​ດີ​ເມື່ອ​ໃຫ້​ຄຳ​ແນະນຳ​ກັບ​ພີ່ນ້ອງ? (ເບິ່ງ​ຂໍ້ 17)

17. ເປັນຫຍັງ​ຜູ້ດູແລ​ຕ້ອງ​ອົດ​ທົນ​ແລະ​ເຮັດ​ດີ​ກັບ​ພີ່ນ້ອງ?

17 ໃຫ້​ອົດ​ທົນ​ແລະ​ເຮັດ​ດີ. ເມື່ອ​ພີ່ນ້ອງ​ບໍ່​ຍອມ​ເຮັດ​ຕາມ​ຄຳ​ແນະນຳ​ໃນ​ຕອນ​ທຳ​ອິດ ຜູ້ດູແລ​ຄວນ ຈະ​ສະແດງ​ຄວາມ​ອົດ​ທົນ ເຮັດ​ດີ​ກັບ​ເຂົາເຈົ້າ ແລະ​ລະວັງ​ທີ່​ຈະ​ບໍ່​ໃຈ​ຮ້າຍ​ງ່າຍ. ຄຳ​ພີ​ໄບເບິນ​ເວົ້າ​ກ່ຽວ​ກັບ​ພະ​ເຢຊູ​ວ່າ: “ຕົ້ນ​ອໍ້​ທີ່​ຊ້ຳ​ແລ້ວ ລາວ​ຈະ​ບໍ່​ຫັກ ໄສ້​ຕະກຽງ​ເປັນ​ຄວັນ​ທີ່​ກຳລັງ​ຈະ​ມອດ ລາວ​ຈະ​ບໍ່​ມອດ​ມັນ.” (ມທ. 12:20) ດັ່ງນັ້ນ​ເມື່ອ​ຜູ້ດູແລ​ອະທິດຖານ​ສ່ວນ​ຕົວ ລາວ​ອາດ​ຈະ​ຂໍ​ພະ​ເຢໂຫວາ​ຊ່ວຍ​ພີ່ນ້ອງ​ຄົນ​ນັ້ນ​ໃຫ້​ເຂົ້າ​ໃຈ​ເຫດຜົນ​ທີ່​ລາວ​ຕ້ອງ​ໄດ້​ຮັບ​ຄຳ​ແນະນຳ​ແລະ​ເຮັດ​ຕາມ​ຄຳ​ແນະນຳ​ນັ້ນ. ພີ່ນ້ອງ​ຄົນ​ນັ້ນ​ອາດ​ຈະ​ຕ້ອງ​ໃຊ້​ເວລາ​ຄິດ​ເຖິງ​ສິ່ງ​ທີ່​ຜູ້ດູແລ​ເວົ້າ. ຖ້າ​ຜູ້ດູແລ​ອົດ​ທົນ​ແລະ​ເຮັດ​ດີ​ຕໍ່​ໄປ ພີ່ນ້ອງ​ກໍ​ຈະ​ຍອມ​ຮັບ​ຄຳ​ແນະນຳ​ໄດ້​ງ່າຍ​ຂຶ້ນ. ແລະ​ທຸກ​ເທື່ອ​ທີ່​ຜູ້ດູແລ​ໃຫ້​ຄຳ​ແນະນຳ​ຄວນ​ຈະ​ມາ​ຈາກ​ຄຳ​ພີ​ໄບເບິນ.

18. (ກ) ເມື່ອ​ໃຫ້​ຄຳ​ແນະນຳ ເຮົາ​ຄວນ​ຈື່​ຫຍັງ​ໄວ້? (ຂ) ຕາມ​ຮູບ​ພາບ​ແລະ​ຂອບ ພໍ່​ແມ່​ກຳລັງ​ລົມ​ກັນ​ເລື່ອງ​ຫຍັງ?

18 ຮຽນ​ຈາກ​ຄວາມ​ຜິດ​ພາດ. ຍ້ອນ​ເຮົາ​ເປັນ​ຄົນ​ບໍ່​ສົມບູນ​ແບບ ເຮົາ​ຈຶ່ງ​ບໍ່​ສາມາດ​ເຮັດ​ຕາມ​ຄຳ​ແນະນຳ​ຢູ່​ໃນ​ບົດ​ຄວາມ​ນີ້​ໄດ້​ຕະຫຼອດ. (ຢກບ. 3:2) ເມື່ອ​ເຮົາ​ເຮັດ​ຜິດ​ພາດ ເຮົາ​ຄວນ​ພະຍາຍາມ​ຮຽນ​ຈາກ​ຄວາມ​ຜິດ​ພາດ​ນັ້ນ​ເພື່ອ​ຈະ​ປັບ​ປຸງ​ຕົວ​ເອງ​ໃຫ້​ເຮັດ​ດີ​ຂຶ້ນ. ຖ້າ​ພີ່ນ້ອງ​ເຫັນ​ວ່າ​ເຮົາ​ຮັກ​ເຂົາເຈົ້າ ມັນ​ກໍ​ງ່າຍ​ກວ່າ​ສຳລັບ​ເຂົາເຈົ້າ​ທີ່​ຈະ​ໃຫ້​ອະໄພ​ເຮົາ​ເມື່ອ​ເຮົາ​ເວົ້າ​ຫຼື​ເຮັດ​ບາງ​ສິ່ງ​ທີ່​ເຮັດ​ໃຫ້​ເຂົາເຈົ້າ​ຄຽດ.—ໃຫ້​ເບິ່ງ​ຂອບ “ ຄຳ​ແນະນຳ​ສຳລັບ​ພໍ່​ແມ່.

ເຮົາ​ໄດ້​ຮຽນ​ຫຍັງ​ແດ່?

19. ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຈະ​ເຮັດ​ໃຫ້​ພີ່ນ້ອງ​ຮູ້ສຶກ​ຊື່ນໃຈ?

19 ຄື​ກັບ​ທີ່​ເຮົາ​ໄດ້​ຮຽນ​ມາ​ແລ້ວ​ວ່າ ການ​ໃຫ້​ຄຳ​ແນະນຳ​ທີ່​ດີ​ບໍ່​ແມ່ນ​ເລື່ອງ​ງ່າຍ ຍ້ອນ​ເຮົາ​ເປັນ​ຄົນບໍ່​ສົມບູນ​ແບບ​ແລະ​ຜູ້​ທີ່​ໄດ້​ຮັບ​ຄຳ​ແນະນຳ​ກໍ​ບໍ່​ສົມບູນ​ແບບ​ຄື​ກັນ. ແຕ່​ຂໍ​ໃຫ້​ເຮົາ​ຈື່​ຫຼັກ​ການ​ທີ່​ໄດ້​ຮຽນ​ໃນ​ບົດ​ຄວາມ​ນີ້ ນັ້ນ​ກໍ​ຄື ໃຫ້​ເຮົາ​ຄິດ​ເຖິງ​ເຫດຜົນ​ທີ່​ເຮົາ​ໃຫ້ຄຳ​ແນະນຳ​ແລະ​ຄິດ​ວ່າ​ຈຳເປັນ​ແທ້ໆ​ບໍ​ທີ່​ຕ້ອງ​ໃຫ້​ຄຳ​ແນະນຳ ແລະ​ເຈົ້າ​ເໝາະ​ສົມ​ທີ່​ສຸດ​ບໍ​ທີ່​ຈະ​ເປັນ​ຜູ້​ໃຫ້​ຄຳ​ແນະນຳ. ກ່ອນ​ໃຫ້​ຄຳ​ແນະນຳ ຄວນ​ຈະ​ຖາມ​ພີ່ນ້ອງ​ແລະ​ຕັ້ງໃຈ​ຟັງ​ເພື່ອ​ຈະ​ເຂົ້າ​ໃຈ​ສະພາບການ​ຂອງ​ເຂົາເຈົ້າ. ໃຫ້​ພະຍາຍາມ​ເບິ່ງ​ສະພາບການ​ຂອງ​ພີ່ນ້ອງ​ຄື​ກັບ​ທີ່​ເຂົາເຈົ້າ​ເບິ່ງ. ໃຫ້​ເປັນ​ຄົນ​ອ່ອນ​ໂຍນ​ແລະ​ພະຍາຍາມ​ໃກ້​ຊິດ​ກັບ​ພີ່ນ້ອງ. ຂໍ​ໃຫ້​ຈື່​ໄວ້​ວ່າ ເປົ້າ​ໝາຍ​ຂອງ​ເຮົາ​ບໍ່​ພຽງ​ແຕ່​ຢາກ​ໃຫ້​ຄຳ​ແນະນຳ​ທີ່ ດີ​ເທົ່ານັ້ນ ແຕ່​ຢາກ​ໃຫ້​ຜູ້​ທີ່​ຮັບ​ຄຳ​ແນະນຳ​ຮູ້ສຶກ “ຊື່ນໃຈ.”—ສຸພາ. 27:9, ລ.ມ.

ເພງ 103 ຜູ້​ບຳລຸງ​ລ້ຽງ​ຂອງຂວັນ​ທີ່​ເປັນ​ມະນຸດ

^ ຂໍ້ 5 ການ​ໃຫ້​ຄຳ​ແນະນຳ​ບໍ່​ແມ່ນ​ເລື່ອງ​ງ່າຍ​ສະເໝີ​ໄປ. ແຕ່​ຖ້າ​ຈຳເປັນ​ຕ້ອງ​ໃຫ້​ຄຳ​ແນະນຳ ເຮົາ​ຄວນ​ຈະ​ໃຫ້​ຄຳ​ແນະນຳ​ແບບ​ໃດ​ເພື່ອ​ໃຫ້​ຜູ້​ຟັງ​ຮູ້ສຶກ​ສົດ​ຊື່ນ​ແລະ​ຮັບ​ໄດ້​ງ່າຍ? ໃນ​ບົດ​ຄວາມ​ນີ້​ຈະ​ຊ່ວຍ​ຜູ້ດູແລ​ໃຫ້​ຄຳ​ແນະນຳ​ກັບ​ພີ່ນ້ອງ​ໃນ​ແບບ​ທີ່​ເຮັດ​ໃຫ້​ເຂົາເຈົ້າ​ຢາກ​ຟັງ​ແລະ​ເຮັດ​ຕາມ​ຄຳ​ແນະນຳ​ນັ້ນ.

^ ຂໍ້ 11 ເບິ່ງ​ບົດ​ຄວາມ “ການ​ເຂົ້າ​ໃຈ​ເລື່ອງ​ສິດ​ອຳ​ນາດ​ໃນ​ປະຊາຄົມ” ໃນ​ຫໍສັງເກດການ ກຸມພາ 2021