ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຈົ່ງ​ຊອກ​ຫາ​ລາຊະອານາຈັກ ບໍ່​ແມ່ນ​ວັດຖຸ​ສິ່ງ​ຂອງ

ຈົ່ງ​ຊອກ​ຫາ​ລາຊະອານາຈັກ ບໍ່​ແມ່ນ​ວັດຖຸ​ສິ່ງ​ຂອງ

‘ຈົ່ງ​ຊອກ​ຫາ​ລາຊະອານາຈັກ​ຂອງ​ພະເຈົ້າ ແລະ​ສິ່ງ​ຂອງ​ທັງ​ຫຼາຍ​ຈະ​ເປັນ​ທີ່​ຕື່ມ​ໃຫ້​ແກ່​ທ່ານ​ທັງ​ຫຼາຍ.’—ລືກາ 12:31

ເພງ 40, 98

1. ສິ່ງ​ທີ່​ເຮົາ​ຈຳເປັນ​ແລະ​ສິ່ງ​ທີ່​ເຮົາ​ຕ້ອງການ​ແຕກຕ່າງ​ກັນ​ແນວ​ໃດ?

ເພື່ອ​ຈະ​ມີ​ຊີວິດ​ຢູ່​ໄດ້ ສິ່ງ​ທີ່​ເຮົາ​ຈຳເປັນ​ກໍ​ມີ​ພຽງ​ບໍ່​ເທົ່າ​ໃດ​ຢ່າງ ເຊັ່ນ: ເຮົາ​ຈຳເປັນ​ຕ້ອງ​ມີ​ອາຫານ ເຄື່ອງ​ນຸ່ງ ແລະ​ບ່ອນ​ຢູ່​ອາໄສ. ແຕ່​ສິ່ງ​ທີ່​ເຮົາ​ຕ້ອງການ​ກໍ​ມີ​ບໍ່​ສິ້ນ​ສຸດ ແລະ​ຫຼາຍ​ຄົນ​ບໍ່​ໄດ້​ສຳນຶກ​ວ່າ​ແທ້ໆແລ້ວ​ສິ່ງ​ເຫຼົ່າ​ນັ້ນ​ບໍ່​ແມ່ນ​ສິ່ງ​ທີ່​ຈຳເປັນ​ໃນ​ຊີວິດ.

2. ຜູ້​ຄົນ​ຕ້ອງການ​ສິ່ງ​ໃດ​ແດ່?

2 ຄົນ​ທີ່​ອາໄສ​ຢູ່​ໃນ​ປະເທດ​ທີ່​ທຸກ​ຍາກ​ແລະ​ຢູ່​ໃນ​ປະເທດ​ທີ່​ຮັ່ງມີ ສິ່ງ​ທີ່​ເຂົາ​ເຈົ້າ​ຕ້ອງການ​ອາດ​ແຕກຕ່າງ​ກັນ​ຫຼາຍ. ໃນ​ບາງ​ຂົງ​ເຂດ ຜູ້​ຄົນ​ຢາກ​ໄດ້​ພຽງ​ໂທລະສັບ​ມື​ຖື​ໜ່ວຍ​ໜຶ່ງ ລົດ​ຈັກ​ຄັນ​ໜຶ່ງ ຫຼື​ດິນ​ຕອນ​ນ້ອຍໆຕອນ​ໜຶ່ງ. ແຕ່​ໃນ​ຂົງ​ເຂດ​ອື່ນ ຜູ້​ຄົນ​ຢາກ​ໄດ້​ເຄື່ອງ​ນຸ່ງ​ຫຼາຍໆຜືນ​ທີ່​ແພງໆ ເຮືອນ​ຫຼັງ​ທີ່​ໃຫຍ່​ກວ່າ​ເກົ່າ ຫຼື​ມີ​ລົດ​ທີ່​ແພງ​ກວ່າ​ເກົ່າ​ອີກ. ແຕ່​ບໍ່​ວ່າ​ເຮົາ​ຈະ​ອາໄສ​ຢູ່​ໃນ​ຂົງ​ເຂດ​ໃດ​ຫຼື​ມີ​ເງິນ​ຫຼາຍ​ສໍ່າ​ໃດ ເຮົາ​ອາດ​ເລີ່ມ​ຕ້ອງການ​ວັດຖຸ​ສິ່ງ​ຂອງ​ຫຼາຍ​ຂຶ້ນ​ເຊິ່ງ​ເປັນ​ສິ່ງ​ທີ່​ເຮົາ​ບໍ່​ຈຳເປັນ​ຫຼື​ທີ່​ເຮົາ​ບໍ່​ສາມາດ​ຊື້​ໄດ້.

ການ​ນິຍົມ​ວັດຖຸ​ສາມາດ​ສົ່ງ​ຜົນ​ກະທົບ​ຕໍ່​ເຮົາ​ໄດ້

3. ການ​ນິຍົມ​ວັດຖຸ​ແມ່ນ​ຫຍັງ?

3 ການ​ນິຍົມ​ວັດຖຸ​ແມ່ນ​ຫຍັງ? ແມ່ນ​ທັດສະນະ​ຂອງ​ຄົນ​ຜູ້​ໜຶ່ງ​ທີ່​ສົນ​ໃຈ​ໃນ​ເລື່ອງ​ວັດຖຸ​ສິ່ງ​ຂອງ​ຫຼາຍ​ກວ່າ​ສາຍ​ສຳພັນ​ທີ່​ລາວ​ມີ​ກັບ​ພະເຈົ້າ. ລາວ​ຈະ​ບໍ່​ພໍ​ໃຈ​ກັບ​ການ​ມີ​ພຽງ​ສິ່ງ​ທີ່​ຈຳເປັນ ດັ່ງ​ນັ້ນ​ລາວ​ຈຶ່ງ​ຕ້ອງການ​ມີ​ວັດຖຸ​ສິ່ງ​ຂອງ​ຫຼາຍ​ຂຶ້ນ​ເລື້ອຍໆ. ຄົນ​ທີ່​ມີ​ເງິນ​ບໍ່​ຫຼາຍ​ຫຼື​ຄົນ​ທີ່​ບໍ່​ໄດ້​ຊື້​ສິ່ງ​ຂອງ​ທີ່​ແພງໆກໍ​ສາມາດ​ກາຍ​ເປັນ​ຄົນ​ທີ່​ນິຍົມ​ວັດຖຸ​ໄດ້. ຄົນ​ເຫຼົ່າ​ນັ້ນ​ອາດ​ຈະ​ເຊົາ​ຈັດ​ໃຫ້​ລາຊະອານາຈັກ​ຂອງ​ພະເຈົ້າ​ເປັນ​ສິ່ງ​ທຳອິດ​ໃນ​ຊີວິດ.—ເຫບເລີ 13:5

4. ຊາຕານ​ໃຊ້ “ຄວາມ​ຄຶດ​ຢາກ​ໄດ້​ຂອງ​ຕາ” ຄື​ແນວ​ໃດ?

4 ຊາຕານ​ຢາກ​ໃຫ້​ເຮົາ​ເຊື່ອ​ວ່າ​ຖ້າ​ເຮົາ​ມີ​ວັດຖຸ​ສິ່ງ​ຂອງ​ຫຼາຍໆ ແລ້ວ​ເຮົາ​ກໍ​ຈະ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ. ດັ່ງ​ນັ້ນ ຊາຕານ​ຈຶ່ງ​ໃຊ້​ໂລກ​ນີ້​ແລະ “ຄວາມ​ຄຶດ​ຢາກ​ໄດ້​ຂອງ​ຕາ” ເພື່ອ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ຕ້ອງການ​ຢູ່​ຕະຫຼອດ​ທີ່​ຈະ​ມີ​ສິ່ງ​ເຫຼົ່າ​ນັ້ນ​ຫຼາຍ​ຂຶ້ນ​ອີກ. (1 ໂຢຮັນ 2:15-17; ຕົ້ນເດີມ 3:6; ສຸພາສິດ 27:20) ເຮົາ​ໄດ້​ເຫັນ​ແລະ​ໄດ້​ຍິນ​ການ​ໂຄສະນາ​ຢູ່​ເລື້ອຍໆເພື່ອ​ໂນ້ມນ້າວ​ເຮົາ​ໃຫ້​ຊື້​ສິນ​ຄ້າ​ທີ່​ອອກ​ໃໝ່. ເຈົ້າ​ເຄີຍ​ບໍ​ທີ່​ຊື້​ເຄື່ອງ​ຍ້ອນ​ວ່າ​ມັນ​ງາມ ຫຼື​ຊື້​ຍ້ອນ​ວ່າ​ເຫັນ​ໃນ​ໂຄສະນາ? ຖ້າ​ເຈົ້າ​ເຄີຍ​ເຮັດ​ເຊັ່ນ​ນັ້ນ ເຈົ້າ​ອາດ​ສຳນຶກ​ໃນ​ພາຍ​ຫຼັງ​ວ່າ​ແທ້ໆແລ້ວ​ສິ່ງ​ນັ້ນ​ບໍ່​ໄດ້​ຈຳເປັນ. ຖ້າ​ເຮົາ​ມັກ​ຊື້​ສິ່ງ​ທີ່​ບໍ່​ຈຳເປັນ ຊີວິດ​ຂອງ​ເຮົາ​ກໍ​ຈະ​ຫຍຸ້ງຍາກ. ສິ່ງ​ເຫຼົ່າ​ນີ້​ສາມາດ​ຂັດ​ຂວາງ​ເຮົາ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ. ຕົວຢ່າງ​ເຊັ່ນ: ເຮົາ​ອາດ​ບໍ່​ມີ​ເວລາ​ພໍ​ເພື່ອ​ສຶກສາ​ຄຳພີ​ໄບເບິນ ກຽມ​ສຳລັບ​ການ​ປະຊຸມ​ແລະ​ເຂົ້າ​ຮ່ວມ​ການ​ປະຊຸມ ແລະ​ໄປ​ປະກາດ​ເປັນ​ປະຈຳ. ຂໍ​ໃຫ້​ຈື່​ທີ່​ອັກຄະສາວົກ​ໂຢຮັນ​ໄດ້​ເຕືອນ​ວ່າ: ‘ໂລກ​ນີ້​ກັບ​ຄວາມ​ຄຶດ​ຢາກ​ໄດ້​ຂອງ​ໂລກ​ພວມ​ຜ່ານ​ພົ້ນ​ໄປ.’

5. ຄົນ​ທີ່​ໃຊ້​ເຫື່ອ​ແຮງ​ສ່ວນ​ຫຼາຍ​ເພື່ອ​ຈະ​ໄດ້​ສິ່ງ​ຂອງ​ຫຼາຍ​ຂຶ້ນ ຜົນ​ຈະ​ເປັນ​ແນວ​ໃດ?

5 ຊາຕານ​ຢາກ​ໃຫ້​ເຮົາ​ໃຊ້​ເຫື່ອ​ແຮງ​ເພື່ອ​ຈະ​ຫາ​ເງິນ​ແລະ​ມີ​ວັດຖຸ​ສິ່ງ​ຂອງ​ຫຼາຍ​ຂຶ້ນ ແທນ​ທີ່​ຈະ​ໃຊ້​ເຫື່ອ​ແຮງ​ນັ້ນ​ເພື່ອ​ພະ​ເຢໂຫວາ. (ມັດທາຍ 6:24) ແຕ່​ຖ້າ​ເຮົາ​ຢາກ​ໄດ້​ວັດຖຸ​ສິ່ງ​ຂອງ​ຫຼາຍ​ຂຶ້ນ​ສຳລັບ​ຕົວ​ເອງ ຊີວິດ​ຂອງ​ເຮົາ​ກໍ​ຈະ​ບໍ່​ມີ​ຄວາມ​ໝາຍ. ເຮົາ​ອາດ​ຮູ້ສຶກ​ທໍ້​ໃຈ​ຫຼື​ມີ​ບັນຫາ​ທາງ​ດ້ານ​ການ​ເງິນ ຫຼື​ຮ້າຍແຮງ​ກວ່າ​ນັ້ນ ເຮົາ​ອາດ​ຈະ​ບໍ່​ເຊື່ອ​ໃນ​ພະ​ເຢໂຫວາ​ແລະ​ໃນ​ລາຊະອານາຈັກ​ຂອງ​ພະອົງ​ອີກ​ຕໍ່​ໄປ. (1 ຕີໂມເຕ 6:9, 10; ຄຳປາກົດ 3:17) ພະ​ເຍຊູ​ກ່າວ​ວ່າ: ‘ຄວາມ​ຢາກ​ໄດ້​ເຂົ້າ​ຂອງ​ອື່ນໆ’ ເປັນ​ຄື​ກັບ​ກົກ​ໜາມ​ທີ່​ສາມາດ​ເຮັດ​ໃຫ້​ເມັດ​ເຂົ້າ​ບໍ່​ງອກ​ຂຶ້ນ​ແລະ​ບໍ່​ເກີດ​ໝາກ.—ມາລະໂກ 4:14, 18, 19

6. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ບາ​ລຶກ?

6 ຂໍ​ໃຫ້​ຄິດ​ກ່ຽວ​ກັບ​ເລື່ອງ​ຂອງ​ບາລຶກ​ທີ່​ເປັນ​ເລ​ຂາ​ຂອງ​ຜູ້​ພະຍາກອນ​ເຢເຣມີ. ເມື່ອ​ບາລຶກ​ເລີ່ມ “ຊອກ​ຫາ​ສິ່ງ​ຂອງ​ໃຫຍ່” ສຳລັບ​ຕົວ​ເອງ ພະ​ເຢໂຫວາ​ໄດ້​ເຕືອນ​ລາວ​ວ່າ ອີກ​ບໍ່​ດົນ​ເມືອງ​ເຢຣຶຊາເລມ​ກໍ​ຈະ​ຖືກ​ທຳລາຍ. ແຕ່​ພະອົງ​ສັນຍາ​ກັບ​ບາລຶກ​ວ່າ ພະອົງ​ຈະ​ປົກ​ປ້ອງ​ຊີວິດ​ຂອງ​ລາວ. (ເຢເຣມີ 45:1-5) ບາ​ລຶກ​ບໍ່​ຄວນ​ຄາດ​ໝາຍ​ສິ່ງ​ອື່ນໆຕື່ມ​ອີກ ເພາະ​ພະ​ເຢໂຫວາ​ຈະ​ບໍ່​ປົກ​ປ້ອງ​ວັດຖຸ​ສິ່ງ​ຂອງ. (ເຢເຣມີ 20:5) ໃນ​ທຸກ​ມື້​ນີ້ ເຮົາ​ມີ​ຊີວິດ​ຢູ່​ໃກ້​ອະວະສານ​ຂອງ​ໂລກ​ນີ້. ດັ່ງ​ນັ້ນ ຕອນ​ນີ້​ຈຶ່ງ​ບໍ່​ແມ່ນ​ເວລາ​ທີ່​ເຮົາ​ຈະ​ມີ​ວັດຖຸ​ສິ່ງ​ຂອງ​ຫຼາຍ​ຂຶ້ນ​ເລື້ອຍໆສຳລັບ​ຕົວ​ເອງ. ເຮົາ​ບໍ່​ຄວນ​ຄາດ​ໝາຍ​ວ່າ​ພາຍ​ຫຼັງ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່ ເຮົາ​ຍັງ​ຈະ​ມີ​ສິ່ງ​ຂອງ​ທີ່​ເຮົາ​ມີ​ຢູ່​ໃນ​ຕອນ​ນີ້ ເຖິງ​ວ່າ​ສິ່ງ​ເຫຼົ່າ​ນັ້ນ​ຈະ​ມີ​ຄ່າ​ຕໍ່​ເຮົາ​ກໍ​ຕາມ.—ສຸພາສິດ 11:4; ມັດທາຍ 24:21, 22; ລືກາ 12:15

ຕອນ​ນີ້​ບໍ່​ແມ່ນ​ເວລາ​ທີ່​ເຮົາ​ຈະ​ມີ​ວັດຖຸ​ສິ່ງ​ຂອງ​ຫຼາຍ​ຂຶ້ນ​ເລື້ອຍໆສຳລັບ​ຕົວ​ເອງ

7. ຕໍ່​ໄປ​ເຮົາ​ຈະ​ພິຈາລະນາ​ເລື່ອງ​ຫຍັງ ແລະ​ຍ້ອນ​ຫຍັງ?

7 ດັ່ງ​ນັ້ນ ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຫາ​ລ້ຽງ​ຕົວ​ເອງ​ແລະ​ຄອບຄົວ ແລະ​ຍັງ​ສາມາດ​ຈົດຈໍ່​ໃນ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​? ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຈະ​ບໍ່​ເປັນ​ຄົນ​ທີ່​ນິຍົມ​ວັດຖຸ? ແລະ​ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ກັງວົນ​ຫຼາຍ​ໃນ​ສິ່ງ​ທີ່​ຈຳເປັນ? ໃນ​ຄຳ​ບັນລະຍາຍ​ທີ່​ມີ​ຊື່ສຽງ​ຂອງ​ພະ​ເຍຊູ ພະອົງ​ໃຫ້​ຄຳ​ແນະນຳ​ທີ່​ດີ​ທີ່​ສຸດ​ໃນ​ເລື່ອງ​ນີ້. (ມັດທາຍ 6:19-21) ຂໍ​ໃຫ້​ເຮົາ​ອ່ານ​ແລະ​ພິຈາລະນາ​ໃນ​ມັດທາຍ 6:25-34 ແລ້ວ​ເຮົາ​ຈະ​ໝັ້ນ​ໃຈ​ໄດ້​ວ່າ​ເຮົາ​ຕ້ອງ​ຊອກ​ຫາ​ລາຊະອານາຈັກ​ຂອງ​ພະເຈົ້າ​ຕໍ່ໆໄປ ບໍ່​ແມ່ນ​ວັດຖຸ​ສິ່ງ​ຂອງ.—ລືກາ 12:31

ພະ​ເຢໂຫວາ​ຈັດ​ຕຽມ​ໃຫ້​ເຮົາ​ມີ​ສິ່ງ​ທີ່​ຈຳເປັນ

8, 9. (ກ) ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ອຸກ​ໃຈ​ຫຼາຍ​ເກີນ​ໄປ​ໃນ​ສິ່ງ​ທີ່​ເຮົາ​ຈຳເປັນ? (ຂ) ພະ​ເຍຊູ​ຮູ້ຈັກ​ຫຍັງ​ກ່ຽວ​ກັບ​ມະນຸດ​ແລະ​ຄວາມ​ຈຳເປັນ​ຂອງ​ເຂົາ​ເຈົ້າ?

8 ອ່ານ​ມັດທາຍ 6:25. ພະ​ເຍຊູ​ຮູ້​ວ່າ​ພວກ​ລູກ​ສິດ​ຂອງ​ພະອົງ​ອຸກ​ໃຈ​ກ່ຽວ​ກັບ​ສິ່ງ​ທີ່​ເຂົາ​ເຈົ້າ​ຈະ​ກິນ ດື່ມ ແລະ​ນຸ່ງ ດັ່ງ​ນັ້ນ​ຢູ່​ໃນ​ຄຳ​ບັນລະຍາຍ​ນີ້ ພະອົງ​ຈຶ່ງ​ບອກ​ເຂົາ​ເຈົ້າ​ວ່າ: “ຢ່າຊູ່​ອຸກ​ໃຈ​ສຳລັບ​ລ້ຽງ​ຊີວິດ​ແຫ່ງ​ຕົນ.” ພະ​ເຍຊູ​ຕ້ອງການ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ໃຈ​ເຫດຜົນ​ທີ່​ບໍ່​ຄວນ​ອຸກ​ໃຈ​ກ່ຽວ​ກັບ​ຊີວິດ​ການ​ເປັນ​ຢູ່. ພະອົງ​ຮູ້​ວ່າ​ຖ້າ​ອຸກ​ໃຈ​ຫຼາຍ​ເກີນ​ໄປ ແມ່ນ​ແຕ່​ໃນ​ສິ່ງ​ທີ່​ຈຳເປັນ​ແທ້ໆ ເຂົາ​ເຈົ້າ​ອາດ​ລືມ​ສິ່ງ​ທີ່​ສຳຄັນ​ກວ່າ​ໃນ​ຊີວິດ. ພະ​ເຍຊູ​ເປັນ​ຫ່ວງ​ພວກ​ລູກ​ສິດ​ຫຼາຍ ດັ່ງ​ນັ້ນ ໃນ​ຄຳ​ບັນລະຍາຍ​ນີ້ ພະອົງ​ຈຶ່ງ​ເຕືອນ​ເຂົາ​ເຈົ້າ​ຕື່ມ​ອີກ​ເຖິງ​ສີ່​ຄັ້ງ​ກ່ຽວ​ກັບ​ອັນຕະລາຍ​ນີ້.—ມັດທາຍ 6:27, 28, 31, 34

9 ແຕ່​ເປັນ​ຫຍັງ​ພະ​ເຍຊູ​ບອກ​ເຮົາ​ວ່າ​ບໍ່​ຕ້ອງ​ອຸກ​ໃຈ​ວ່າ​ຈະ​ກິນ ດື່ມ ຫຼື​ນຸ່ງ​ສິ່ງ​ໃດ? ເຮົາ​ບໍ່​ຈຳເປັນ​ຕ້ອງ​ມີ​ອາຫານ​ແລະ​ເຄື່ອງ​ນຸ່ງ​ບໍ? ແນ່ນອນ​ວ່າ​ເຮົາ​ຈຳເປັນ! ຖ້າ​ເຮົາ​ມີ​ເງິນ​ບໍ່​ພໍ​ເພື່ອ​ຈະ​ຊື້​ສິ່ງ​ເຫຼົ່າ​ນີ້​ກໍ​ເປັນ​ເລື່ອງ​ທຳມະດາ​ທີ່​ເຮົາ​ຈະ​ອຸກ​ໃຈ. ພະ​ເຍຊູ​ຮູ້​ກ່ຽວ​ກັບ​ເລື່ອງ​ນີ້ ແລະ​ພະອົງ​ກໍ​ຮູ້​ວ່າ​ມະນຸດ​ຈຳເປັນ​ຕ້ອງ​ມີ​ສິ່ງ​ໃດ. ພະອົງ​ຮູ້​ວ່າ “ໃນ​ສະໄໝ​ສຸດ​ທ້າຍ” ພວກ​ລູກ​ສິດ​ຂອງ​ພະອົງ​ຈະ​ໃຊ້​ຊີວິດ​ໃນ​ເວລາ​ທີ່​ຫຍຸ້ງຍາກ​ຫຼາຍ. (2 ຕີໂມເຕ 3:1, ລ.ມ.) ທີ່​ຈິງ ໃນ​ທຸກ​ມື້​ນີ້​ຫຼາຍ​ຄົນ​ບໍ່​ມີ​ວຽກ​ເຮັດ​ແລະ​ສິ່ງ​ຂອງ​ຕ່າງໆກໍ​ນັບ​ມື້​ນັບ​ແພງ​ຂຶ້ນ. ໃນ​ຫຼາຍ​ແຫ່ງ ຜູ້​ຄົນ​ທຸກ​ຍາກ​ຫຼາຍ​ແລະ​ມີ​ອາຫານ​ພຽງ​ແຕ່​ໜ້ອຍ​ດຽວ ຫຼື​ອາດ​ຈະ​ບໍ່​ມີ​ກິນ​ດ້ວຍ​ຊໍ້າ. ແຕ່​ພະ​ເຍຊູ​ຮູ້​ວ່າ​ຊີວິດ​ຂອງ​ຄົນ​ເຮົາ​ສຳຄັນ​ກວ່າ ‘ອາຫານ ແລະ​ຮ່າງກາຍ​ກໍ​ປະເສີດ​ກວ່າ​ເຄື່ອງ​ນຸ່ງ​ຫົ່ມ.’

ພະ​ເຍຊູ​ເວົ້າ​ວ່າ​ຊີວິດ​ຂອງ​ຄົນ​ເຮົາ​ສຳຄັນ​ກວ່າ ‘ອາຫານ ແລະ​ຮ່າງກາຍ​ປະເສີດ​ກວ່າ​ເຄື່ອງ​ນຸ່ງ​ຫົ່ມ’

10. ເມື່ອ​ສອນ​ພວກ​ລູກ​ສິດ​ໃຫ້​ຮູ້​ວິທີ​ອະທິດຖານ ພະ​ເຍຊູ​ໄດ້​ຊີ້​ວ່າ​ສິ່ງ​ໃດ​ຄວນ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ເຂົາ​ເຈົ້າ?

10 ກ່ອນ​ໜ້າ​ນີ້​ພະ​ເຍຊູ​ໄດ້​ສອນ​ພວກ​ລູກ​ສິດ​ວ່າ ເມື່ອ​ອະທິດຖານ ເຂົາ​ເຈົ້າ​ຄວນ​ຂໍ​ໃຫ້​ພໍ່​ທີ່​ຢູ່​ທາງ​ພາກ​ສະຫວັນ​ຈັດ​ຫາ​ສິ່ງ​ທີ່​ຈຳເປັນ​ໃຫ້​ແກ່​ເຂົາ​ເຈົ້າ. ເຂົາ​ເຈົ້າ​ສາມາດ​ອະທິດຖານ​ວ່າ: ‘ຂໍ​ປະທານ​ອາຫານ​ທີ່​ຂ້າພະເຈົ້າ​ທັງ​ຫຼາຍ​ຕ້ອງການ​ໃນ​ວັນ​ນີ້.’ (ມັດທາຍ 6:11) ໃນ​ໂອກາດ​ອື່ນ ພະອົງ​ໄດ້​ບອກ​ເຂົາ​ເຈົ້າ​ໃຫ້​ອະທິດຖານ​ວ່າ: ‘ຂໍ​ປະທານ​ອາຫານ​ທີ່​ຂ້າພະເຈົ້າ​ທັງ​ຫຼາຍ​ຕ້ອງການ​ທຸກໆວັນ.’ (ລືກາ 11:3) ແຕ່​ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຮົາ​ຄວນ​ຈະ​ຄິດ​ຢູ່​ຕະຫຼອດ​ເວລາ​ກ່ຽວ​ກັບ​ສິ່ງ​ທີ່​ເຮົາ​ຈຳເປັນ. ທີ່​ຈິງ​ພະ​ເຍຊູ​ບອກ​ວ່າ ການ​ຂໍ​ໃຫ້​ລາຊະອານາຈັກ​ຂອງ​ພະເຈົ້າ​ມາ​ປົກຄອງ​ເປັນ​ເລື່ອງ​ທີ່​ສຳຄັນ​ກວ່າ​ການ​ຂໍ​ສິ່ງ​ທີ່​ເຂົາ​ເຈົ້າ​ຈຳເປັນ. (ມັດທາຍ 6:10; ລືກາ 11:2) ເພື່ອ​ຊ່ວຍ​ພວກ​ລູກ​ສິດ​ໃຫ້​ເຊົາ​ອຸກ​ໃຈ ພະ​ເຍຊູ​ໄດ້​ປອບ​ໂຍນ​ໂດຍ​ຊີ້​ໃຫ້​ເຂົາ​ເຈົ້າ​ເຫັນ​ວິທີ​ທີ່​ພະ​ເຢໂຫວາ​ເບິ່ງ​ແຍງ​ທຸກ​ສິ່ງ​ທີ່​ພະອົງ​ໄດ້​ສ້າງ.

11, 12. ເຮົາ​ຮຽນ​ຮູ້​ຫຍັງ​ຈາກ​ວິທີ​ທີ່​ພະ​ເຢໂຫວາ​ເບິ່ງ​ແຍງ​ນົກ? (ເບິ່ງ​ຮູບ​ທຳອິດ)

11 ອ່ານ​ມັດທາຍ 6:26. ເຮົາ​ຄວນ “ເບິ່ງ​ນົກ​ທັງ​ຫຼາຍ​ໃນ​ຟ້າ​ອາກາດ.” ເຖິງ​ວ່າ​ນົກ​ເປັນ​ສັດ​ຕົວ​ນ້ອຍໆ ແຕ່​ພວກ​ມັນ​ກໍ​ກິນ​ຫຼາຍ. ທີ່​ຈິງ ຖ້າ​ນົກ​ຕົວ​ໃຫຍ່​ສໍ່າ​ຄົນ ມັນ​ຈະ​ກິນ​ຫຼາຍ​ກວ່າ​ຄົນ. ນົກ​ກິນ​ໝາກ​ໄມ້ ເມັດ​ພືດ ແມງ​ໄມ້ ແລະ​ຂີ້ກະເດືອນ ແຕ່​ນົກ​ບໍ່​ຈຳເປັນ​ຕ້ອງ​ຫວ່ານ​ແລະ​ປູກ​ພືດ​ເອງ. ພະ​ເຢໂຫວາ​ຈັດ​ຕຽມ​ໃຫ້​ນົກ​ມີ​ທຸກ​ສິ່ງ​ທີ່​ຈຳເປັນ. (ຄຳເພງ 147:9) ແນ່ນອນ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ປ້ອນ​ອາຫານ​ໃສ່​ປາກ​ນົກ. ພວກ​ມັນ​ຕ້ອງ​ໄປ​ຫາ​ກິນ​ເອງ ແຕ່​ກໍ​ມີ​ອາຫານ​ທີ່​ພຽງ​ພໍ​ໃຫ້​ພວກ​ມັນ​ຫາ​ກິນ​ໄດ້.

12 ພະ​ເຍຊູ​ໝັ້ນ​ໃຈ​ວ່າ​ຖ້າ​ພະ​ເຢໂຫວາ​ເບິ່ງ​ແຍງ​ນົກ ພະອົງ​ກໍ​ຈະ​ເບິ່ງ​ແຍງ​ມະນຸດ​ເຊັ່ນ​ກັນ. [1] (ເບິ່ງ​ຂໍ້​ສັງເກດ​ສຳລັບ​ຜູ້​ອ່ານ) (1 ເປໂຕ 5:6, 7) ແນ່ນອນ ເຊັ່ນ​ດຽວ​ກັບ​ນົກ ເຮົາ​ກໍ​ບໍ່​ຄວນ​ຂີ້​ຄ້ານ. ເຮົາ​ຕ້ອງ​ເຮັດ​ວຽກ​ເພື່ອ​ປູກ​ພືດ​ຜັກ​ຫຼື​ເພື່ອ​ໄດ້​ເງິນ​ມາ​ຊື້​ອາຫານ. ພະ​ເຢໂຫວາ​ຈະ​ອວຍ​ພອນ​ເມື່ອ​ເຮົາ​ພະຍາຍາມ​ເຮັດ​ແບບ​ນັ້ນ. ເມື່ອ​ເຮົາ​ຂາດ​ເຂີນ​ເງິນ​ຫຼື​ມີ​ອາຫານ​ບໍ່​ພຽງ​ພໍ ພະອົງ​ກໍ​ສາມາດ​ຈັດ​ໃຫ້​ເຮົາ​ມີ​ສິ່ງ​ທີ່​ຈຳເປັນ. ຕົວຢ່າງ​ເຊັ່ນ: ພະອົງ​ອາດ​ກະຕຸ້ນ​ໃຫ້​ບາງ​ຄົນ​ແບ່ງ​ສິ່ງ​ທີ່​ຈຳເປັນ​ໃຫ້​ເຮົາ. ນອກ​ຈາກ​ນັ້ນ ພະ​ເຢໂຫວາ​ຍັງ​ຈັດ​ໃຫ້​ນົກ​ມີ​ບ່ອນ​ຢູ່​ອາໄສ. ຖ້າ​ພະອົງ​ສ້າງ​ນົກ​ໃຫ້​ຮູ້​ເຮັດ​ຮັງ​ເອງ ແລະ​ຈັດ​ໃຫ້​ມັນ​ມີ​ສິ່ງ​ທີ່​ຈະ​ໃຊ້​ເພື່ອ​ເຮັດ​ຮັງ ພະ​ເຢໂຫວາ​ກໍ​ສາມາດ​ຊ່ວຍ​ເຮົາ​ໃຫ້​ມີ​ບ່ອນ​ຢູ່​ອາໄສ​ທີ່​ເໝາະ​ສົມ​ສຳລັບ​ຄອບຄົວ​ໄດ້​ເຊັ່ນ​ກັນ.

13. ສິ່ງ​ໃດ​ທີ່​ພິສູດ​ວ່າ​ເຮົາ​ມີ​ຄ່າ​ຫຼາຍ​ກວ່າ​ນົກ?

13 ຫຼັງ​ຈາກ​ທີ່​ພະ​ເຍຊູ​ເຕືອນ​ພວກ​ລູກ​ສິດ​ວ່າ ພະ​ເຢໂຫວາ​ໄດ້​ລ້ຽງ​ນົກ ພະອົງ​ຈຶ່ງ​ຖາມ​ເຂົາ​ເຈົ້າ​ວ່າ: “ທ່ານ​ທັງ​ຫຼາຍ​ປະເສີດ​ກວ່າ​ນົກ​ທັງ​ຫຼາຍ​ບໍ່​ໃຊ່​ຫຼື?” (ສົມ​ທຽບ​ກັບ​ລືກາ 12:6, 7) ເມື່ອ​ເວົ້າ​ຄຳ​ນີ້ ເປັນ​ໄດ້​ທີ່​ພະ​ເຍຊູ​ຄິດ​ເຖິງ​ເລື່ອງ​ທີ່​ວ່າ ອີກ​ບໍ່​ດົນ​ພະອົງ​ກໍ​ຈະ​ສະລະ​ຊີວິດ​ເພື່ອ​ມະນຸດ​ທຸກ​ຄົນ. ແມ່ນ​ແລ້ວ ພະ​ເຍຊູ​ບໍ່​ໄດ້​ຕາຍ​ສຳລັບ​ນົກ​ຫຼື​ສັດ​ອື່ນໆ ແຕ່​ພະອົງ​ໄດ້​ສະລະ​ຊີວິດ​ສຳລັບ​ພວກ​ເຮົາ​ເພື່ອ​ທີ່​ເຮົາ​ອາດ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ.—ມັດທາຍ 20:28

14. ຄົນ​ທີ່​ມີ​ຄວາມ​ອຸກ​ໃຈ​ບໍ່​ສາມາດ​ເຮັດ​ຫຍັງ​ໄດ້?

14 ອ່ານ​ມັດທາຍ 6:27. ພະ​ເຍຊູ​ໝາຍ​ຄວາມ​ວ່າ​ແນວ​ໃດ​ເມື່ອ​ພະອົງ​ກ່າວ​ວ່າ ຄວາມ​ອຸກ​ໃຈ​ບໍ່​ສາມາດ​ເຮັດ​ໃຫ້​ຮ່າງກາຍ​ສູງ​ຂຶ້ນ​ໄປ​ອີກ​ຈັກ​ສອກ​ໜຶ່ງ? ພະອົງ​ໝາຍ​ຄວາມ​ວ່າ ການ​ອຸກ​ໃຈ​ເລື່ອງ​ສິ່ງ​ທີ່​ຈຳເປັນ​ບໍ່​ສາມາດ​ຍືດ​ຊີວິດ​ອອກ​ໄປ​ອີກ. ທີ່​ຈິງ ຖ້າ​ເຮົາ​ມີ​ຄວາມ​ເຄັ່ງ​ຕຶງ​ຫຼາຍ ເຮົາ​ອາດ​ຈະ​ບໍ່​ສະບາຍ​ແລະ​ເຖິງ​ຂັ້ນ​ຕາຍ​ໄດ້.

15, 16. (ກ) ເຮົາ​ຮຽນ​ຮູ້​ຫຍັງ​ຈາກ​ການ​ທີ່​ພະ​ເຢໂຫວາ​ເບິ່ງ​ແຍງ​ດອກ​ໄມ້​ທີ່​ຢູ່​ໃນ​ທົ່ງ? (ເບິ່ງ​ຮູບ​ທຳອິດ) (ຂ) ມີ​ຄຳຖາມ​ໃດ​ແດ່​ທີ່​ເຮົາ​ອາດ​ຖາມ​ຕົວ​ເອງ ແລະ​ຍ້ອນ​ຫຍັງ?

15 ອ່ານ​ມັດທາຍ 6:28-30. ເຮົາ​ມີ​ຄວາມ​ສຸກ​ເມື່ອ​ເຮົາ​ມີ​ເຄື່ອງ​ນຸ່ງ​ທີ່​ງາມໆ ໂດຍ​ສະເພາະ​ເມື່ອ​ເຮົາ​ອອກ​ໄປ​ປະກາດ ໄປ​ການ​ປະຊຸມ​ປະຈຳ​ປະຊາຄົມ​ຫຼື​ການ​ປະຊຸມ​ໃຫຍ່. ແຕ່​ເຮົາ​ຈຳເປັນ​ຕ້ອງ ‘ອຸກ​ໃຈ​ກັບ​ເຄື່ອງ​ນຸ່ງ’ ບໍ? ອີກ​ຄັ້ງ​ໜຶ່ງ ພະ​ເຍຊູ​ໄດ້​ເຕືອນ​ພວກ​ລູກ​ສິດ​ວ່າ​ພະ​ເຢໂຫວາ​ສາມາດ​ເບິ່ງ​ແຍງ​ສິ່ງ​ທີ່​ພະອົງ​ສ້າງ. ພະ​ເຍຊູ​ໃຊ້​ຕົວຢ່າງ​ເລື່ອງ “ດອກ​ບຸບຜາ​ໃນ​ທົ່ງ” ເຊິ່ງ​ອາດ​ໝາຍ​ເຖິງ​ດອກ​ໄມ້​ຕ່າງໆເຊັ່ນ: ດອກ​ລາ​ດີ​ໂອ​ລັດ (gladiolus) ດອກ​ໄຮອະຊິນ (hyacinths) ດອກ​ໄອ​ລິດ (irises) ແລະ​ດອກ​ທິວ​ລິບ. ດອກ​ໄມ້​ເຫຼົ່າ​ນີ້​ບໍ່​ຈຳເປັນ​ຕ້ອງ​ຫຍິບ​ເຄື່ອງ​ນຸ່ງ​ເອງ ແຕ່​ພວກ​ມັນ​ກໍ​ງາມ​ຫຼາຍ​ຈົນ​ພະ​ເຍຊູ​ເວົ້າ​ວ່າ: “ກະສັດ​ຊາໂລໂມນ​ຕອນ​ທີ່​ແຕ່ງ​ຕົວ​ເຕັມ​ຍົດ​ກໍ​ຍັງ​ບໍ່​ງາມ​ເທົ່າ​ກັບ​ດອກ​ໄມ້​ດອກ​ໜຶ່ງ​ທີ່​ຢູ່​ໃນ​ທົ່ງ, ລ.ມ.”!

16 ຂໍ​ໃຫ້​ຄິດ​ເຖິງ​ສິ່ງ​ທີ່​ພະ​ເຍຊູ​ເວົ້າ​ຕໍ່​ໄປ​ວ່າ: ‘ຖ້າ​ພະເຈົ້າ​ປະທານ​ເຄື່ອງ​ນຸ່ງ​ຫົ່ມ​ຢ່າງ​ນັ້ນ​ໃຫ້​ດອກ​ໄມ້​ໃບ​ຫຍ້າ​ໃນ​ທົ່ງ​ເຊິ່ງ​ຢູ່​ພຽງ​ໃນ​ວັນ​ນີ້ . . . ພະອົງ​ຈະ​ບໍ່​ໃຫ້​ມີ​ເສື້ອ​ຜ້າ​ນຸ່ງ​ຫົ່ມ​ທ່ານ​ທັງ​ຫຼາຍ​ຫຼາຍ​ກວ່າ​ນັ້ນ​ຫຼື ໂອ້​ຄົນ​ທັງ​ຫຼາຍ​ທີ່​ມີ​ຄວາມ​ເຊື່ອ​ໜ້ອຍ?’ ພະອົງ​ຈະ​ໃຫ້​ເຂົາ​ເຈົ້າ​ມີ​ເຄື່ອງ​ນຸ່ງ​ຫົ່ມ​ຢ່າງ​ແນ່ນອນ! ແຕ່​ເຂົາ​ເຈົ້າ​ຕ້ອງ​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ. (ມັດທາຍ 8:26; 14:31; 16:8; 17:20) ເຂົາ​ເຈົ້າ​ຕ້ອງ​ເຊື່ອ​ວ່າ​ພະ​ເຢໂຫວາ​ຕ້ອງການ​ເບິ່ງ​ແຍງ​ເຂົາ​ເຈົ້າ​ແລະ​ພະອົງ​ຈະ​ເຮັດ​ເຊັ່ນ​ນັ້ນ​ແທ້ໆ. ສ່ວນ​ເຮົາ​ເດ? ເຮົາ​ເຊື່ອ​ບໍ​ວ່າ​ພະ​ເຢໂຫວາ​ຈະ​ເບິ່ງ​ແຍງ​ເຮົາ?

ເຈົ້າ​ເຊື່ອ​ບໍ​ວ່າ​ພະ​ເຢໂຫວາ​ຈະ​ເບິ່ງ​ແຍງ​ເຈົ້າ?

17. ສິ່ງ​ໃດ​ອາດ​ເຮັດ​ໃຫ້​ເຮົາ​ສູນ​ເສຍ​ສາຍ​ສຳພັນ​ກັບ​ພະ​ເຢໂຫວາ?

17 ອ່ານ​ມັດທາຍ 6:31, 32. ຫຼາຍ​ຄົນ​ທີ່​ບໍ່​ຮູ້ຈັກ​ພະ​ເຢໂຫວາ ເຂົາ​ເຈົ້າ​ໄດ້​ທຸ່ມ​ເທ​ຊີວິດ​ໃນ​ການ​ຫາ​ເງິນ​ແລະ​ການ​ມີ​ວັດຖຸ​ສິ່ງ​ຂອງ​ຫຼາຍ​ຂຶ້ນ. ແຕ່​ຖ້າ​ເຮົາ​ເຮັດ​ຄື​ກັບ​ເຂົາ​ເຈົ້າ ເຮົາ​ຈະ​ສູນ​ເສຍ​ສາຍ​ສຳພັນ​ກັບ​ພະ​ເຢໂຫວາ. ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ຄື​ກັບ​ພໍ່​ແລະ​ພະອົງ​ກໍ​ຮັກ​ເຮົາ. ເຮົາ​ໝັ້ນ​ໃຈ​ໄດ້​ວ່າ ຖ້າ​ເຮົາ​ເຮັດ​ຕາມ​ຂໍ້​ຮຽກ​ຮ້ອງ​ຂອງ​ພະອົງ ແລະ​ຈັດ​ໃຫ້​ລາຊະອານາຈັກ​ຂອງ​ພະອົງ​ຢູ່​ໃນ​ອັນ​ດັບ​ທຳອິດ​ໃນ​ຊີວິດ ພະອົງ​ກໍ​ຈະ​ໃຫ້​ເຮົາ​ມີ​ສິ່ງ​ທີ່​ຈຳເປັນ​ທຸກ​ຢ່າງ​ແລະ​ມີ​ຫຼາຍ​ກວ່າ​ນັ້ນ​ອີກ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ຮູ້​ວ່າ​ເຮົາ​ຈະ​ມີ​ຄວາມ​ສຸກ​ຢ່າງ​ແທ້​ຈິງ​ຖ້າ​ເຮົາ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ ແລະ​ສິ່ງ​ນີ້​ກໍ​ຈະ​ຊ່ວຍ​ເຮົາ​ໃຫ້​ພໍ​ໃຈ​ທີ່​ມີ​ພຽງ​ສິ່ງ​ທີ່​ຈຳເປັນ ເຊັ່ນ: ‘ອາຫານ​ລ້ຽງ​ຕົວ​ແລະ​ເຄື່ອງ​ນຸ່ງ​ຫົ່ມ.’—1 ຕີໂມເຕ 6:6-8

ລາຊະອານາຈັກ​ຂອງ​ພະເຈົ້າ​ຢູ່​ໃນ​ອັນ​ດັບ​ທຳອິດ​ໃນ​ຊີວິດ​ຂອງ​ເຈົ້າ​ບໍ?

18. ພະ​ເຢໂຫວາ​ຮູ້​ຫຍັງ​ກ່ຽວ​ກັບ​ເຮົາ​ເປັນ​ສ່ວນ​ຕົວ ແລະ​ພະອົງ​ຈະ​ເຮັດ​ຫຍັງ​ສຳລັບ​ເຮົາ?

18 ອ່ານ​ມັດທາຍ 6:33. ຖ້າ​ເຮົາ​ຈັດ​ໃຫ້​ລາຊະອານາຈັກ​ຢູ່​ໃນ​ອັນ​ດັບ​ທຳອິດ​ໃນ​ຊີວິດ ພະ​ເຢໂຫວາ​ກໍ​ຈະ​ໃຫ້​ເຮົາ​ມີ​ທຸກ​ຢ່າງ​ທີ່​ຈຳເປັນ. ພະ​ເຍຊູ​ບອກ​ເຫດຜົນ​ທີ່​ເຮົາ​ສາມາດ​ໝັ້ນ​ໃຈ​ໃນ​ຄຳ​ສັນຍາ​ນັ້ນ. ພະອົງ​ເວົ້າ​ວ່າ: ‘ພະ​ບິດາ​ຂອງ​ທ່ານ​ທັງ​ຫຼາຍ​ຜູ້​ຢູ່​ໃນ​ສະຫວັນ​ກໍ​ຮູ້ຈັກ​ວ່າ​ທ່ານ​ທັງ​ຫຼາຍ​ຕ້ອງ​ມີ​ສິ່ງ​ຂອງ​ທັງ​ປວງ​ນີ້.’ ພະ​ເຢໂຫວາ​ຮູ້​ວ່າສິ່ງ​ໃດ​ຈຳເປັນ​ສຳລັບ​ເຈົ້າ ກ່ອນ​ທີ່​ເຈົ້າ​ຈະ​ຮູ້​ຕົວ​ດ້ວຍ​ຊໍ້າ. (ຟີລິບ 4:19) ພະອົງ​ຮູ້​ວ່າ​ຕໍ່​ໄປ​ເຄື່ອງ​ນຸ່ງ​ໂຕ​ໃດ​ທີ່​ເຮົາ​ຈະ​ຈຳເປັນ​ຕ້ອງ​ມີ ແລະ​ຍັງ​ຮູ້​ວ່າ​ອາຫານ​ແບບ​ໃດ​ທີ່​ເຮົາ​ຈະ​ຈຳເປັນ​ຕ້ອງ​ກິນ. ນອກ​ຈາກ​ນັ້ນ ພະອົງ​ກໍ​ຍັງ​ຮູ້​ວ່າ​ເຮົາ​ແລະ​ຄອບຄົວ​ຕ້ອງ​ມີ​ບ່ອນ​ຢູ່​ອາໄສ. ພະ​ເຢໂຫວາ​ຈະ​ຈັດ​ໃຫ້​ເຮົາ​ມີ​ສິ່ງ​ທີ່​ຈຳເປັນ​ແທ້ໆຢ່າງ​ແນ່ນອນ.

19. ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ກັງວົນ​ກ່ຽວ​ກັບ​ສິ່ງ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ?

19 ອ່ານ​ມັດທາຍ 6:34. ອີກ​ຄັ້ງ​ໜຶ່ງ ພະ​ເຍຊູ​ບອກ​ພວກ​ລູກ​ສິດ​ວ່າ: “ຢ່າຊູ່​ອຸກ​ໃຈ.” ພະ​ເຢໂຫວາ​ຈະ​ຈັດ​ໃຫ້​ເຮົາ​ມີ​ສິ່ງ​ທີ່​ຈຳເປັນ​ໃນ​ແຕ່​ລະ​ມື້. ດັ່ງ​ນັ້ນ ເຮົາ​ບໍ່​ຈຳເປັນ​ຕ້ອງ​ອຸກ​ໃຈ​ຫຼາຍ​ເກີນ​ໄປ​ກ່ຽວ​ກັບ​ສິ່ງ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ. ຖ້າ​ເຮົາ​ອຸກ​ໃຈ​ແບບ​ນັ້ນ ເຮົາ​ອາດ​ເລີ່ມ​ເພິ່ງ​ພາ​ຕົວ​ເອງ​ເຊິ່ງ​ຈະ​ເຮັດ​ໃຫ້​ເຮົາ​ສູນ​ເສຍ​ສາຍ​ສຳພັນ​ກັບ​ພະ​ເຢໂຫວາ. ແທນ​ທີ່​ຈະ​ເປັນ​ແບບ​ນັ້ນ ເຮົາ​ຕ້ອງ​ໄວ້​ວາງໃຈ​ໃນ​ພະອົງ​ຢ່າງ​ເຕັມທີ.—ສຸພາສິດ 3:5, 6; ຟີລິບ 4:6, 7

ຊອກ​ຫາ​ລາຊະອານາຈັກ​ກ່ອນ ແລ້ວ​ພະ​ເຢໂຫວາ​ຈະ​ເບິ່ງ​ແຍງ​ເຈົ້າ

ເຈົ້າ​ສາມາດ​ຈັດ​ຊີວິດ​ໃຫ້​ຮຽບ​ງ່າຍ​ໄດ້​ບໍ​ເພື່ອ​ຈະ​ເຮັດ​ຫຼາຍ​ຂຶ້ນ​ໃນ​ເລື່ອງ​ລາຊະອານາຈັກ? (ເບິ່ງ​ຂໍ້ 20)

20. (ກ) ໃນ​ການ​ຮັບໃຊ້​ພະ​ເຢໂຫວາ ເຈົ້າ​ອາດ​ຕັ້ງ​ເປົ້າ​ໝາຍ​ແບບ​ໃດ​ແດ່? (ຂ) ເຈົ້າ​ສາມາດ​ເຮັດ​ຫຍັງ​ແດ່​ເພື່ອ​ຈັດ​ຊີວິດ​ໃຫ້​ຮຽບ​ງ່າຍ?

20 ເປັນ​ເລື່ອງ​ໜ້າ​ເສົ້າ​ແທ້ໆຖ້າ​ເຮົາ​ບໍ່​ມີ​ເຫື່ອ​ແຮງ​ພໍ​ທີ່​ຈະ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ເຕັມທີ ຍ້ອນ​ວ່າ​ເຮົາ​ກຳລັງ​ພະຍາຍາມ​ຈະ​ມີ​ວັດຖຸ​ສິ່ງ​ຂອງ​ຫຼາຍ​ຂຶ້ນ​ອີກ! ແທນ​ທີ່​ຈະ​ເປັນ​ແບບ​ນັ້ນ ເຮົາ​ຄວນ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ດີ​ທີ່​ສຸດ. ຕົວຢ່າງ​ເຊັ່ນ: ເຈົ້າ​ສາມາດ​ຍ້າຍ​ໄປ​ຊ່ວຍ​ປະຊາຄົມ​ທີ່​ຕ້ອງການ​ຜູ້​ປະກາດ​ໄດ້​ບໍ? ເຈົ້າ​ເປັນ​ໄພໂອເນຍ​ໄດ້​ບໍ? ຫຼື​ຖ້າ​ເຈົ້າ​ເປັນ​ໄພໂອເນຍ​ແລ້ວ ເຈົ້າ​ໄດ້​ຄິດ​ເຖິງ​ການ​ສະໝັກ​ເຂົ້າ​ໂຮງ​ຮຽນ​ຜູ້​ປະກາດ​ລາຊະອານາຈັກ​ບໍ? ບາງ​ທີ​ເຈົ້າ​ສາມາດ​ໃຊ້​ເວລາ​ອາທິດ​ລະ​ສອງ​ສາມ​ມື້​ໄດ້​ບໍ ເພື່ອ​ຊ່ວຍ​ວຽກ​ຢູ່​ເບເທນ​ຫຼື​ຢູ່​ຫ້ອງ​ການ​ແປ​ພາສາ? ຫຼື​ເຈົ້າ​ອາດ​ເປັນ​ອາສາ​ສະໝັກ​ໃນ​ທີມ​ກໍ່​ສ້າງ​ຂອງ​ທ້ອງຖິ່ນ​ເພື່ອ​ຊ່ວຍ​ໃນ​ການ​ສ້າງ​ຫໍ​ປະຊຸມ​ໄດ້​ບໍ? ໃຫ້​ຄິດ​ເຖິງ​ວິທີ​ທີ່​ເຈົ້າ​ຈະ​ຈັດ​ຊີວິດ​ໃຫ້​ຮຽບ​ງ່າຍ​ຂຶ້ນ​ເພື່ອ​ເຈົ້າ​ຈະ​ມີ​ເວລາ​ແລະ​ເຫື່ອ​ແຮງ​ຫຼາຍ​ຂຶ້ນ​ໃນ​ການ​ເຮັດ​ສິ່ງ​ຕ່າງໆທີ່​ກ່ຽວ​ຂ້ອງ​ກັບ​ເລື່ອງ​ລາຊະອານາຈັກ. ຂອບ​ທີ່​ຊື່​ວ່າ “ ວິທີ​ຈັດ​ຊີວິດ​ໃຫ້​ຮຽບ​ງ່າຍ” ມີ​ຄຳ​ແນະນຳ​ບາງ​ຢ່າງ. ໃຫ້​ອະທິດຖານ​ຂໍ​ກັບ​ພະ​ເຢໂຫວາ​ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ຕັດສິນ​ໃຈ​ເຮັດ​ໃນ​ສິ່ງ​ທີ່​ເຈົ້າ​ຈຳເປັນ ຈາກ​ນັ້ນ​ກໍ​ໃຫ້​ເຈົ້າ​ເຮັດ​ການ​ປ່ຽນ​ແປງ​ໃນ​ສິ່ງ​ທີ່​ຈຳເປັນ.

21. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ?

21 ພະ​ເຍຊູ​ສອນ​ເຮົາ​ໃຫ້​ຊອກ​ຫາ​ລາຊະອານາຈັກ​ກ່ອນ​ສິ່ງ​ອື່ນໆ. ເມື່ອ​ເຮັດ​ແບບ​ນັ້ນ ເຮົາ​ກໍ​ຈະ​ບໍ່​ອຸກ​ໃຈ​ຫຼາຍ​ເກີນ​ໄປ​ໃນ​ສິ່ງ​ທີ່​ເຮົາ​ຈຳເປັນ. ເຮົາ​ຈະ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ເພາະ​ເຮົາ​ໝັ້ນ​ໃຈ​ວ່າ​ພະອົງ​ຈະ​ເບິ່ງ​ແຍງ​ເຮົາ. ເຮົາ​ຈະ​ຮູ້ຈັກ​ຄວບຄຸມ​ຕົວ​ເອງ ແລະ​ບໍ່​ຊື້​ທຸກ​ສິ່ງ​ທີ່​ເຮົາ​ຢາກ​ໄດ້​ຫຼື​ທີ່​ໂລກ​ນີ້​ສະເໜີ​ໃຫ້​ເຖິງ​ວ່າ​ເຮົາ​ຊື້​ໄດ້​ກໍ​ຕາມ. ຖ້າ​ເຮົາ​ຈັດ​ຊີວິດ​ໃຫ້​ຮຽບ​ງ່າຍ​ຕັ້ງ​ແຕ່​ຕອນ​ນີ້​ກໍ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ແລະ ‘ກຳ​ເອົາ​ຄວາມ​ຫວັງ​ເລື່ອງ​ຊີວິດ​ແທ້’ ຕາມ​ທີ່​ພະອົງ​ໄດ້​ສັນຍາ​ກັບ​ເຮົາ.—1 ຕີໂມເຕ 6:19

^ [1] (ຂໍ້ 12) ໃນ​ບາງ​ຄັ້ງ ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ກໍ​ມີ​ອາຫານ​ບໍ່​ພຽງ​ພໍ​ທີ່​ຈະ​ກິນ. ເພື່ອ​ເຂົ້າ​ໃຈ​ເຫດຜົນ​ທີ່​ພະ​ເຢໂຫວາ​ອາດ​ຍອມ​ໃຫ້​ເລື່ອງ​ແບບ​ນີ້​ເກີດ​ຂຶ້ນ ຂໍ​ໃຫ້​ເບິ່ງ “ຄຳຖາມ​ຈາກ​ຜູ້​ອ່ານ” ໃນ​ຫໍສັງເກດການ ສະບັບ​ສຶກສາ 15 ກັນ​ຍາ 2014 ໜ້າ 22 (ພາສາ​ໄທ).