“ຢ່າຊູ່ຢ້ານ. ຝ່າຍເຮົາ ເຮົາຈະຊ່ອຍເຈົ້າ”
ໃຫ້ລອງນຶກພາບວ່າເຈົ້າກຳລັງຍ່າງຢູ່ຫົນທາງໃນຕອນເດິກ. ທັນໃດນັ້ນ ເຈົ້າກໍຮູ້ສຶກວ່າມີຄົນກຳລັງຕິດຕາມເຈົ້າ. ເມື່ອເຈົ້າຢຸດຍ່າງ ລາວກໍຢຸດ ແລະເມື່ອເຈົ້າຍ່າງໄວຂຶ້ນ ລາວກໍຍ່າງໄວ້ຂຶ້ນ. ເຈົ້າເລີ່ມແລ່ນໄປຫາເຮືອນໝູ່ທີ່ຢູ່ແຖວນັ້ນ. ເມື່ອໝູ່ເປີດປະຕູ ແລະຊວນເຈົ້າເຂົ້າໄປໃນເຮືອນ ເຈົ້າກໍຮູ້ສຶກໂລ່ງໃຈເພາະຮູ້ວ່າຕອນນີ້ເຈົ້າປອດໄພແລ້ວ.
ບາງທີເຈົ້າອາດບໍ່ມີປະສົບການຄືດັ່ງທີ່ກ່າວມານັ້ນ. ແຕ່ເຈົ້າອາດມີຄວາມອຸກໃຈໃນຊີວິດເຊິ່ງເປັນສາເຫດເຮັດໃຫ້ເຈົ້າກັງວົນ. ຕົວຢ່າງເຊັ່ນ: ເຈົ້າກຳລັງຕໍ່ສູ້ກັບຈຸດອ່ອນຂອງຕົວເອງບໍເຊິ່ງເຈົ້າຢາກເຊົານິດໄສນັ້ນ ແຕ່ກໍຍັງເຊົາບໍ່ໄດ້? ເຈົ້າບໍ່ມີວຽກເຮັດດົນແລ້ວບໍ ແຕ່ກໍຍັງບໍ່ໄດ້ວຽກເທື່ອ ເຖິງວ່າຈະພະຍາຍາມທຸກວິທີແລ້ວ? ເຈົ້າກັງວົນບໍກ່ຽວກັບອາຍຸທີ່ຫຼາຍຂຶ້ນແລະບັນຫາທາງສຸຂະພາບທີ່ຈະເກີດຂຶ້ນໃນອະນາຄົດ? ຫຼືເຈົ້າກັງວົນກ່ຽວກັບເລື່ອງອື່ນບໍ?
ເມື່ອມີບັນຫາ ການມີເພື່ອນຈັກຄົນໜຶ່ງຈະຊ່ວຍໄດ້ຫຼາຍ ເພາະເຈົ້າສາມາດບອກລາວໃນເລື່ອງທີ່ເຈົ້າກັງວົນ ແລະລາວກໍເປັນຜູ້ທີ່ພ້ອມຈະຊ່ວຍເຈົ້າ. ເຈົ້າມີເພື່ອນແບບນັ້ນບໍ? ແມ່ນແລ້ວ ເຈົ້າມີ! ພະເຢໂຫວາເປັນເພື່ອນແບບນັ້ນ ຄືກັບທີ່ພະອົງເຄີຍເປັນເພື່ອນກັບອັບລາຫາມຜູ້ສັດຊື່ ດັ່ງທີ່ໄດ້ຂຽນໄວ້ໃນເອຊາອີ 41:8-13. ໃນຂໍ້ 10 ແລະ 13 ພະເຢໂຫວາໄດ້ສັນຍາກັບເຮົາແຕ່ລະຄົນວ່າ: ‘ຢ່າຊູ່ຢ້ານ ເຫດວ່າເຮົາຢູ່ນຳເຈົ້າ. ຢ່າຊູ່ອຸກໃຈ ເຫດວ່າຝ່າຍເຮົາ ເຮົາເປັນພະເຈົ້າຂອງເຈົ້າ. ເຮົາຈະໃຫ້ເຈົ້າເຂັ້ມແຂງ ແລະເຮົາຈະຊ່ອຍເຈົ້າ. ເຮົາຈະປະຄອງເຈົ້າດ້ວຍມືຂວາແຫ່ງຄວາມຊອບທຳຂອງເຮົາ. ເຫດວ່າຝ່າຍເຮົາພະເຢໂຫວາພະເຈົ້າຂອງເຈົ້າ ເຮົາກຳມືຂວາຂອງເຈົ້າ ເຮົາກ່າວແກ່ເຈົ້າວ່າ ຢ່າຊູ່ຢ້ານ. ຝ່າຍເຮົາ ເຮົາຈະຊ່ອຍເຈົ້າ.’
‘ເຮົາຈະປະຄອງເຈົ້າ’
ຄຳເວົ້າຂອງພະເຢໂຫວາປອບໃຈເຮົາຫຼາຍແທ້ໆ. ໃຫ້ພະຍາຍາມນຶກພາບໃນສິ່ງທີ່ພະເຢໂຫວາກຳລັງສັນຍາກັບເຮົາແທ້ໆ. ຂໍ້ນັ້ນບໍ່ໄດ້ບອກວ່າເຈົ້າຍ່າງຄຽງຂ້າງກັບພະເຢໂຫວາແລະທັງຈັບມືຂອງພະອົງໄວ້ ເພາະຖ້າເປັນເຊັ່ນນັ້ນ ມືຂວາຂອງພະເຢໂຫວາຈະຈັບມືຊ້າຍຂອງເຈົ້າ. ຂໍ້ນີ້ໝາຍຄວາມວ່າ ພະອົງຍື່ນ “ມືຂວາແຫ່ງຄວາມຊອບທຳ” ຂອງພະອົງ ແລະກຳເອົາ “ມືຂວາຂອງເຈົ້າ” ເຊິ່ງກໍຄືກັບວ່າພະອົງກຳລັງດຶງເຈົ້າອອກຈາກສະຖານະການທີ່ຫຍຸ້ງຍາກ. ເມື່ອພະເຢໂຫວາກຳມືຂວາຂອງເຈົ້າ ພະອົງເສີມກຳລັງເຈົ້າໂດຍເວົ້າວ່າ: “ຢ່າຊູ່ຢ້ານ. ຝ່າຍເຮົາ ເຮົາຈະຊ່ອຍເຈົ້າ.”
ເຈົ້າເຫັນວ່າພະເຢໂຫວາເປັນຄືພໍ່ແລະເພື່ອນຂອງເຈົ້າບໍ? ເຈົ້າເຊື່ອບໍວ່າພະອົງຈະຊ່ວຍເມື່ອເຈົ້າປະສົບຄວາມຫຍຸ້ງຍາກ? ພະເຢໂຫວາຫ່ວງໃຍເຈົ້າແທ້ໆແລະຕ້ອງການຊ່ວຍເຈົ້າ. ເມື່ອເຈົ້າມີບັນຫາແລະພົບຄວາມຫຍຸ້ງຍາກຕ່າງໆ ພະອົງຕ້ອງການໃຫ້ເຈົ້າຮູ້ສຶກປອດໄພ. ຍ້ອນຫຍັງ? ກໍຍ້ອນວ່າພະອົງຮັກເຈົ້າຫຼາຍ. ແທ້ໆແລ້ວພະອົງ “ພ້ອມຊ່ວຍຊູໃນຄາວລຳບາກ.”—ຄຳເພງ 46:1, ທ.ປ.
ເມື່ອເຮົາຮູ້ສຶກຜິດກ່ຽວກັບຄວາມຜິດພາດໃນອະດີດ
ບາງຄົນມັກຈື່ຈຳຄວາມຜິດທີ່ເຮັດໃນອະດີດແລະກໍສົງໄສວ່າພະເຈົ້າຈະຍົກໂທດໃຫ້ເຂົາເຈົ້າຫຼືບໍ່. ຖ້າເຈົ້າຮູ້ສຶກແບບນັ້ນ ໃຫ້ຄິດເຖິງໂຢບຊາຍຜູ້ສັດຊື່. ລາວຍອມຮັບວ່າໄດ້ເຮັດຜິດຕອນທີ່ຍັງໜຸ່ມ. (ໂຢບ 13:26) ດາວິດຜູ້ຂຽນຄຳເພງກໍຮູ້ສຶກແບບນັ້ນແລະໄດ້ອ້ອນວອນພະເຢໂຫວາວ່າ: “ບາບທັງຫຼາຍທີ່ຂ້ານ້ອຍໄດ້ເຮັດເວລາຍັງໜຸ່ມຢູ່ກັບການຜິດລ່ວງທັງຫຼາຍຂອງຂ້ານ້ອຍ ຂໍພະອົງຢ່າຈື່ຈຳ.” (ຄຳເພງ 25:7) ເນື່ອງຈາກເປັນມະນຸດທີ່ບໍ່ສົມບູນແບບ ພວກເຮົາທຸກຄົນຈຶ່ງ “ໄດ້ກະທຳບາບ ແລະບໍ່ເຖິງແກ່ລັດສະໝີແຫ່ງພະເຈົ້າ.”—ໂລມ 3:23
ຄຳເວົ້າທີ່ປອບໂຍນໃນເອຊາອີບົດ 41 ຂຽນສຳລັບຊາວອິດສະລາແອນ. ເຂົາເຈົ້າເຮັດຜິດຮ້າຍແຮງຫຼາຍຈົນພະເຢໂຫວາໄດ້ບອກວ່າ ຈະລົງໂທດເຂົາເຈົ້າໂດຍເນລະເທດໃຫ້ໄປຢູ່ບາບີໂລນ. (ເອຊາອີ 39:6, 7) ໃນຂະນະດຽວກັນ ພະເຢໂຫວາກໍສັນຍາວ່າຈະປົດປ່ອຍຄົນທີ່ກັບໃຈແລະຄົນທີ່ກັບມາຫາພະອົງ! (ເອຊາອີ 41:8, 9; 49:8) ໃນທຸກມື້ນີ້ ພະເຢໂຫວາສະແດງຄວາມຮັກແລະຄວາມເມດຕາແບບດຽວກັນນີ້ຕໍ່ຜູ້ທີ່ກັບໃຈແທ້ແລະຕ້ອງການເຮັດໃຫ້ພະອົງຍິນດີ.—ຄຳເພງ 51:1
ຂໍໃຫ້ພິຈາລະນາເລື່ອງຂອງຕາກູຢາ * ເຊິ່ງພະຍາຍາມເອົາຊະນະນິດໄສທີ່ບໍ່ສະອາດກ່ຽວກັບການເບິ່ງພາບໂປ້ແລະການສະໜອງຄວາມປາຖະໜາທາງເພດດ້ວຍຕົວເອງ. ຫຼາຍຄັ້ງ ລາວຍອມແພ້ຕໍ່ນິດໄສແບບນັ້ນ. ລາວຮູ້ສຶກແນວໃດ? ລາວບອກວ່າ: “ຂ້ອຍຮູ້ສຶກວ່າຕົວເອງບໍ່ມີຄ່າ ແຕ່ເມື່ອໄດ້ອ້ອນວອນຂໍໃຫ້ພະເຢໂຫວາໃຫ້ອະໄພ ພະອົງກໍໄດ້ຍົກຂ້ອຍຂຶ້ນຈາກສະພາບທີ່ຂ້ອຍຈົມຢູ່ນັ້ນ.” ພະອົງເຮັດເຊັ່ນນັ້ນໄດ້ແນວໃດ? ຜູ້ເຖົ້າແກ່ໃນປະຊາຄົມຂອງຕາກູຢາໄດ້ບອກໃຫ້ລາວໂທຫາເຂົາເຈົ້າເມື່ອລາວຍອມແພ້ຕໍ່ນິດໄສນັ້ນ. ຕາກູຢາຍອມຮັບວ່າ: “ບໍ່ງ່າຍທີ່ຈະໂທຫາເຂົາເຈົ້າ ແຕ່ເມື່ອເຮັດແບບນັ້ນ ຂ້ອຍກໍເຂັ້ມແຂງຂຶ້ນ.” ຈາກນັ້ນ ເຂົາເຈົ້າກໍນັດໃຫ້ຜູ້ດູແລໝວດມາຢາມຕາກູຢາ. ຜູ້ດູແລໝວດໄດ້ບອກລາວວ່າ: “ບໍ່ແມ່ນເລື່ອງບັງເອີນທີ່ຂ້ອຍມາຫາເຈົ້າ ແຕ່ຍ້ອນວ່າຜູ້ເຖົ້າແກ່ຕ້ອງການໃຫ້ຂ້ອຍມາ. ເຂົາເຈົ້າເລືອກເຈົ້າໃຫ້ໄດ້ຮັບການບຳລຸງລ້ຽງນີ້.” ຕາກູຢາບອກວ່າ: “ຂ້ອຍເປັນຄົນບາບ ແຕ່ໂດຍທາງຜູ້ເຖົ້າແກ່ ພະເຢໂຫວາໄດ້ຍື່ນມືມາຊ່ວຍຂ້ອຍ.” ໃນທີ່ສຸດ ຕາກູຢາກໍເຊົານິດໄສທີ່ບໍ່ດີນັ້ນ ລາວໄດ້ເປັນໄພໂອເນຍປະຈຳ ແລະຕອນນີ້ຮັບໃຊ້ຢູ່ທີ່ສຳນັກງານສາຂາ. ຄືກັບທີ່ພະເຢໂຫວາໄດ້ຊ່ວຍຕາກູຢາ ພະອົງກໍຈະຊ່ວຍເຈົ້າເຊັ່ນກັນເມື່ອເຈົ້າໄດ້ເຮັດຜິດ.
ເມື່ອເຮົາອຸກໃຈໃນເລື່ອງວຽກອາຊີບ
ບາງຄົນຮູ້ສຶກອຸກໃຈຍ້ອນບໍ່ມີວຽກເຮັດແລະກໍຍັງບໍ່ໄດ້ວຽກເທື່ອ. ໃຫ້ນຶກພາບເບິ່ງວ່າຈະຍາກສໍ່າໃດທີ່ໄປສະໝັກວຽກຢູ່ບ່ອນໃດກໍບໍ່ມີຄົນຮັບ. ເມື່ອບາງຄົນຕົກໃນສະພາບແບບນີ້ ເຂົາເຈົ້າຈຶ່ງຮູ້ສຶກວ່າຕົນເອງໄຮ້ຄ່າ. ພະເຢໂຫວາອາດຊ່ວຍເຈົ້າໄດ້ແນວໃດ? ພະອົງອາດຈະບໍ່ໄດ້ໃຫ້ເຈົ້າໄດ້ວຽກຕາມທີ່ຄາດຫວັງໄວ້ໂດຍທັນທີ ແຕ່ພະອົງຈະຊ່ວຍເຈົ້າໃຫ້ຈື່ຈຳຄຳເວົ້າຂອງດາວິດທີ່ວ່າ: ‘ແຕ່ກ່ອນຂ້ອຍເປັນຄົນໜຸ່ມດຽວນີ້ກໍເຖົ້າແລ້ວ ແລະຂ້ອຍບໍ່ໄດ້ເຫັນຄົນຊອບທຳຖືກປະຖິ້ມຫຼືເຊື້ອສາຍແຫ່ງຕົນຂໍເຂົ້າກິນ.’ (ຄຳເພງ 37:25) ພະເຢໂຫວາຖືວ່າເຈົ້າມີຄ່າ ແລະພະອົງໃຫ້ “ມືຂວາແຫ່ງຄວາມຊອບທຳ” ຂອງພະອົງແກ່ເຈົ້າເພື່ອເຈົ້າຈະມີສິ່ງທີ່ຈຳເປັນໃນການຮັບໃຊ້ພະອົງຕໍ່ໆໄປ.
ພີ່ນ້ອງຊາຣາທີ່ຢູ່ປະເທດໂກລົມບີໄດ້ເຫັນວິທີທີ່ພະເຢໂຫວາຊ່ວຍລາວ. ລາວເຮັດວຽກເຕັມເວລາໃຫ້ບໍລິສັດແຫ່ງໜຶ່ງທີ່ມີຊື່ສຽງແລະເຊື່ອຖືໄດ້ ແລະລາວກໍໄດ້ເງິນເດືອນດີ. ເນື່ອງຈາກວ່າມັດທາຍ 6:33, 34) ໃນທີ່ສຸດ ຫົວໜ້າເກົ່າໄດ້ໂທມາຫາແລະສະເໜີວຽກເກົ່າໃຫ້ຊາຣາ. ລາວບອກວ່າຈະເຮັດ ຖ້າເປັນວຽກທີ່ບໍ່ເຕັມເວລາແລະຖ້າມີເວລາໄປປະຊຸມປະຈຳປະຊາຄົມ ປະຊຸມໝວດ ແລະປະຊຸມພາກ. ໃນທຸກມື້ນີ້ ຊາຣາບໍ່ໄດ້ເງິນເດືອນຫຼາຍຄືແຕ່ກ່ອນ ແຕ່ລາວກໍສາມາດເປັນໄພໂອເນຍຕໍ່ໆໄປ. ລາວບອກວ່າໃນເວລາທີ່ມີຄວາມຫຍຸ້ງຍາກນັ້ນ ລາວຮັບຮູ້ໄດ້ວ່າພະເຢໂຫວາຊ່ວຍເຫຼືອລາວດ້ວຍຄວາມຮັກ.
ຢາກຮັບໃຊ້ພະເຢໂຫວາໃຫ້ຫຼາຍຂຶ້ນ ລາວຈຶ່ງລາອອກຈາກວຽກແລະເລີ່ມເປັນໄພໂອເນຍ. ບໍ່ງ່າຍເລີຍທີ່ຈະໄດ້ວຽກທີ່ບໍ່ເຕັມເວລາ ດັ່ງນັ້ນ ລາວຈຶ່ງເປີດຮ້ານນ້ອຍໆເພື່ອຂາຍກະແລັມ ແຕ່ໃນທີ່ສຸດເງິນຂອງລາວກໍໝົດແລະຕ້ອງເຊົາຂາຍ. ຊາຣາເວົ້າວ່າ: “ສາມປີທີ່ລຳບາກໄດ້ຜ່ານໄປ ແຕ່ຂ້ອຍຂອບໃຈພະເຢໂຫວາທີ່ຂ້ອຍສາມາດອົດທົນໄດ້.” ລາວໄດ້ຮຽນຮູ້ວ່າສິ່ງຂອງອັນໃດທີ່ຈຳເປັນແທ້ໆແລະຮູ້ວ່າຈະຫຼີກລ່ຽງສິ່ງໃດເພື່ອຈະບໍ່ອຸກໃຈກ່ຽວກັບມື້ຕໍ່ໄປ. (ເມື່ອເຮົາອຸກໃຈກ່ຽວກັບອາຍຸທີ່ຫຼາຍຂຶ້ນ
ຫຼາຍຄົນຮູ້ສຶກອຸກໃຈຍ້ອນມີອາຍຸຫຼາຍຂຶ້ນແລະໃກ້ຈະກິນບຳນານແລ້ວ. ເຂົາເຈົ້າເປັນຫ່ວງວ່າຈະມີເງິນພໍບໍເພື່ອຈະຢູ່ຢ່າງສະດວກສະບາຍ ແລະຍັງກັງວົນໃນເລື່ອງບັນຫາສຸຂະພາບທີ່ອາດຈະເກີດຂຶ້ນໃນອະນາຄົດ. ກະສັດດາວິດອາດໄດ້ອ້ອນວອນເຖິງພະເຢໂຫວາວ່າ: “ຂໍຢ່າປະຖິ້ມຂ້ານ້ອຍເວລາຂ້ານ້ອຍເຖົ້າແລ້ວ ຢ່າປະຂ້ານ້ອຍເວລາເຫື່ອແຮງຂ້ານ້ອຍຫາຍໄປແລ້ວ.”—ຄຳເພງ 71:9, 18
ຜູ້ສູງອາຍຸຈະຮູ້ສຶກໝັ້ນໃຈໄດ້ແນວໃດກ່ຽວກັບອະນາຄົດ? ເຂົາເຈົ້າຕ້ອງເສີມສ້າງຄວາມເຊື່ອໃນພະເຈົ້າໃຫ້ເຂັ້ມແຂງຕໍ່ໆໄປ ແລະໄວ້ວາງໃຈວ່າພະອົງຈະໃຫ້ເຂົາເຈົ້າມີທຸກສິ່ງທີ່ຈຳເປັນ. ຢ່າງໃດກໍຕາມ ບາງຄົນເມື່ອມີເງິນຫຼາຍຂຶ້ນ ກໍໃຊ້ຢ່າງຟຸມເຟືອຍ ດັ່ງນັ້ນ ເຂົາເຈົ້າຈຳເປັນຕ້ອງຮຽນຮູ້ທີ່ຈະໃຊ້ຊີວິດແບບຮຽບງ່າຍແລະພໍໃຈກັບການມີສິ່ງຂອງບໍ່ຫຼາຍຢ່າງ. ເຂົາເຈົ້າອາດສຳນຶກໄດ້ວ່າການກິນ “ຜັກ” ດີກວ່າການກິນ “ຊີ້ນ” ເພາະອາດຈະດີຕໍ່ສຸຂະພາບຂອງເຂົາເຈົ້າຫຼາຍກວ່າ! (ສຸພາສິດ 15:17) ຖ້າເຈົ້າຈົດຈໍ່ຢູ່ທີ່ການຮັບໃຊ້ພະເຢໂຫວາ ພະອົງຈະເຮັດໃຫ້ເຈົ້າໝັ້ນໃຈໄດ້ວ່າ ເຈົ້າຈະມີທຸກສິ່ງທີ່ຈຳເປັນເມື່ອເຈົ້າເຖົ້າແກ່.
ຂໍໃຫ້ຄິດກ່ຽວກັບໂຈເຊແລະໂຣດສ ເຊິ່ງຮັບໃຊ້ພະເຢໂຫວາໃນຮູບແບບເຕັມເວລາມາຫຼາຍກວ່າ 65 ປີ. ໃນລະຫວ່າງນັ້ນ ເຂົາເຈົ້າມີຄວາມຫຍຸ້ງຍາກຫຼາຍຢ່າງ. ເຂົາເຈົ້າຕ້ອງເບິ່ງແຍງພໍ່ຂອງໂຣດສເຊິ່ງຕ້ອງການຄວາມຊ່ວຍເຫຼືອທັງເວັນແລະຄືນ. ນອກຈາກນັ້ນ ໂຈເຊຍັງຕ້ອງອົດທົນກັບການຜ່າຕັດພະຍາດມະເຮັງແລະການເຮັດເຄມີບຳບັດ. ພະເຢໂຫວາໄດ້ຍື່ນມືຂວາຂອງພະອົງແນວໃດເພື່ອຊ່ວຍຜົວເມຍທີ່ສັດຊື່ຄູ່ນີ້? ພະອົງໄດ້ໃຊ້ຄລິດສະຕຽນຄູ່ໜຶ່ງທີ່ຊື່ ໂທນີແລະເວັນດີ. ເຂົາເຈົ້າມີອາພາດເມັນຫ້ອງໜຶ່ງເພື່ອໃຫ້ໄພໂອເນຍປະຈຳພັກໄດ້ໂດຍບໍ່ຕ້ອງເສຍຄ່າ. ໂທນີຈື່ໄດ້ວ່າຕອນທີ່ຮຽນຢູ່ມັດທະຍົມຕອນປາຍ ລາວເຫັນໂຈເຊແລະໂຣດສເຮັດວຽກປະກາດເປັນປະຈຳ. ໂທນີມັກຄວາມກະຕືລືລົ້ນຂອງພີ່ນ້ອງສອງຄົນນີ້ ແລະລາວກໍປະທັບໃຈຫຼາຍ. ເນື່ອງຈາກໂຈເຊແລະໂຣດສໄດ້ໃຊ້ເວລາເກືອບຕະຫຼອດຊີວິດເພື່ອຮັບໃຊ້ພະເຢໂຫວາ ໂທນີແລະເວັນດີຈຶ່ງສະເໜີອາພາດເມັນໃຫ້ເຂົາເຈົ້າພັກເຊົາໄດ້. ເປັນເວລາ 15 ປີແລ້ວທີ່ໂຈເຊແລະໂຣດສໄດ້ຮັບການຊ່ວຍເຫຼືອ ຕອນນີ້ທັງສອງອາຍຸປະມານ 85 ປີ. ໂຈເຊແລະໂຣດສຮູ້ສຶກວ່າໂທນີແລະເວັນດີເປັນຂອງຂວັນທີ່ມາຈາກພະເຢໂຫວາ.
ພະເຢໂຫວາສັນຍາກັບເຈົ້າວ່າ: “ຢ່າຊູ່ຢ້ານ. ຝ່າຍເຮົາ ເຮົາຈະຊ່ອຍເຈົ້າ.” ພະອົງກຳລັງຍື່ນ “ມືຂວາແຫ່ງຄວາມຊອບທຳ” ຂອງພະອົງ ໃຫ້ເຈົ້າເຊັ່ນກັນ. ແຕ່ເຈົ້າຈະຍື່ນມືຂອງເຈົ້າໃຫ້ພະອົງບໍ?
^ ຂໍ້ 11 ຊື່ສົມມຸດ