ຄຳຖາມຈາກຜູ້ອ່ານ
ເອເຊກຽນບົດ 37 ກ່າວເຖິງໄມ້ສອງທ່ອນທີ່ກາຍເປັນທ່ອນດຽວ. ນີ້ໝາຍຄວາມວ່າແນວໃດ?
ໂດຍທາງຜູ້ພະຍາກອນເອເຊກຽນ ພະເຢໂຫວາໄດ້ບອກລ່ວງໜ້າວ່າປະຊາຊົນຂອງພະອົງຈະກັບຄືນມາແຜ່ນດິນທີ່ພະອົງໄດ້ສັນຍາໄວ້ ແລະເຂົາເຈົ້າຈະເປັນອັນໜຶ່ງອັນດຽວກັນໃນຖານະເປັນຊາດໜຶ່ງອີກຄັ້ງ. ຄຳພະຍາກອນນີ້ຍັງບອກລ່ວງໜ້າອີກວ່າຄົນເຫຼົ່ານັ້ນທີ່ນະມັດສະການພະເຢໂຫວາໃນລະຫວ່າງສະໄໝສຸດທ້າຍກໍຈະເປັນອັນໜຶ່ງອັນດຽວກັນ.
ພະເຢໂຫວາໄດ້ບອກໃຫ້ເອເຊກຽນທີ່ເປັນຜູ້ພະຍາກອນຂອງພະອົງໃຫ້ຂຽນເທິງໄມ້ສອງທ່ອນ. ລາວຕ້ອງຂຽນເທິງໄມ້ທ່ອນໜຶ່ງວ່າ: ‘ສຳລັບຢູດາແລະສຳລັບລູກຫຼານຍິດສະລາເອນທີ່ຢູ່ກັບເຂົາ’ ແລະຂຽນເທິງໄມ້ອີກທ່ອນໜຶ່ງວ່າ: “ສຳລັບໂຢເຊບ ໄມ້ຂອງເອຟະລາອີມແລະຂອງບັນດາຄອບຄົວຍິດສະລາເອນທີ່ຢູ່ກັບເຂົາ.” ແລ້ວໄມ້ສອງທ່ອນນັ້ນໄດ້ກາຍເປັນໄມ້ ‘ທ່ອນດຽວ’ ໃນມືຂອງເອເຊກຽນ.—ເອເຊກຽນ 37:15-17
ພະບັນຍັດ 33:13, 17; 1 ກະສັດ 11:26) ຕະກູນນີ້ສືບເຊື້ອສາຍມາຈາກເອຟະລາອີມທີ່ເປັນລູກຊາຍຄົນໜຶ່ງຂອງໂຢເຊບ. (ຈົດເຊັນບັນຊີ 1:32, 33) ໂຢເຊບເປັນລູກຂອງຢາໂຄບ ແລະລາວໄດ້ອວຍພອນແບບພິເສດໃຫ້ໂຢເຊບ. ດັ່ງນັ້ນຈຶ່ງເໝາະສົມແລ້ວທີ່ “ໄມ້ຂອງເອຟະລາອີມ” ໝາຍເຖິງສິບຕະກູນທາງເໜືອຂອງອານາຈັກອິດສະລາແອນ. ໃນປີ 740 ກ່ອນ ຄ.ສ. ເປັນເວລາດົນກ່ອນທີ່ເອເຊກຽນໄດ້ພະຍາກອນໄວ້ ພວກອາຊີລີໄດ້ເອົາຊະນະອານາຈັກທາງເໜືອຂອງອິດສະລາແອນ ແລະຈັບປະຊາຊົນໄປເປັນຊະເລີຍ. (2 ກະສັດ 17:6) ຫຼາຍປີຕໍ່ມາ ບາບີໂລນກໍເອົາຊະນະອາຊີລີ. ດັ່ງນັ້ນ ເມື່ອເອເຊກຽນຂຽນຄຳພະຍາກອນກ່ຽວກັບໄມ້ສອງທ່ອນ ຊາວອິດສະລາແອນສ່ວນຫຼາຍໄດ້ກະຈັດກະຈາຍໄປທົ່ວອານາຈັກບາບີໂລນ.
ຄຳວ່າ “ເອຟະລາອີມ” ໝາຍເຖິງຫຍັງ? ຕະກູນເອຟະລາອີມເປັນຕະກູນສຳຄັນທີ່ສຸດໃນບັນດາສິບຕະກູນທາງເໜືອຂອງອານາຈັກອິດສະລາແອນ. ທີ່ຈິງກະສັດອົງທຳອິດທີ່ປົກຄອງອານາຈັກນີ້ແມ່ນເຢໂຣໂບອາມເຊິ່ງມາຈາກຕະກູນເອຟະລາອີມ. (ໃນປີ 607 ກ່ອນ ຄ.ສ. ພວກບາບີໂລນໄດ້ເອົາຊະນະສອງຕະກູນທາງໃຕ້ຂອງອານາຈັກຢູດາແລະໄດ້ຈັບປະຊາຊົນໄປບາບີໂລນ. ເຂົາເຈົ້າອາດຈັບປະຊາຊົນທີ່ຍັງເຫຼືອຢູ່ອານາຈັກທາງເໜືອຂອງອິດສະລາແອນໄປນຳ. ກະສັດຕ່າງໆຂອງອານາຈັກທາງໃຕ້ແມ່ນມາຈາກຕະກູນຢູດາ. ພວກປະໂລຫິດກໍຢູ່ໃນແຂວງຢູດາເພາະເຂົາເຈົ້າຮັບໃຊ້ທີ່ວິຫານໃນເມືອງເຢຣຶຊາເລມ. (2 ຂ່າວຄາວ 11:13, 14; 34:30) ດັ່ງນັ້ນຈຶ່ງເໝາະສົມແລ້ວທີ່ໄມ້ “ສຳລັບຢູດາ” ໝາຍເຖິງສອງຕະກູນທາງໃຕ້ຂອງອານາຈັກນີ້.
ເມື່ອໃດທີ່ໄມ້ສອງທ່ອນນັ້ນຕິດເຂົ້າກັນ? ເລື່ອງນີ້ເກີດຂຶ້ນໃນປີ 537 ກ່ອນ ຄ.ສ. ເມື່ອຕົວແທນຂອງອານາຈັກທາງເໜືອແລະທາງໃຕ້ໄດ້ກັບຄືນມາເມືອງເຢຣຶຊາເລມເພື່ອສ້າງວິຫານຄືນໃໝ່. ຊາດອິດສະລາແອນບໍ່ໄດ້ຖືກແບ່ງແຍກອີກຕໍ່ໄປ. ອີກຄັ້ງໜຶ່ງທີ່ຊາວອິດສະລາແອນໄດ້ຮ່ວມກັນນະມັດສະການພະເຢໂຫວາ. (ເອເຊກຽນ 37:21, 22) ຜູ້ພະຍາກອນເອຊາອີແລະເຢເຣມີໄດ້ບອກລ່ວງໜ້າເຖິງຄວາມເປັນອັນໜຶ່ງອັນດຽວກັນແບບນີ້.—ເອຊາອີ 11:12, 13; ເຢເຣມີ 31:1, 6, 31
ຄຳພະຍາກອນທີ່ໃຫ້ຜ່ານທາງເອເຊກຽນໄດ້ບອກລ່ວງໜ້າແນວໃດກ່ຽວກັບການນະມັດສະການທີ່ບໍລິສຸດ? ໄດ້ບອກວ່າພະເຢໂຫວາຈະເຮັດໃຫ້ທຸກຄົນທີ່ນະມັດສະການພະອົງ ‘ເປັນອັນດຽວກັນ.’ (ເອເຊກຽນ 37:18, 19) ຄຳສັນຍານີ້ເປັນຈິງໃນປັດຈຸບັນນີ້ບໍ? ເປັນແທ້. ຄຳພະຍາກອນນີ້ເລີ່ມສຳເລັດໃນປີ 1919. ກ່ອນໜ້ານັ້ນຊາຕານໄດ້ພະຍາຍາມແບ່ງແຍກປະຊາຊົນຂອງພະອົງຢ່າງຖາວອນ ແຕ່ໃນປີ 1919 ເທື່ອລະເລັກລະໜ້ອຍເຂົາເຈົ້າຖືກຈັດຕັ້ງຄືນໃໝ່ແລະຖືກເຮັດໃຫ້ເປັນອັນໜຶ່ງອັນດຽວກັນອີກຄັ້ງໜຶ່ງ.
ໃນຕອນນັ້ນ ປະຊາຊົນສ່ວນຫຼາຍຂອງພະເຈົ້າມີຄວາມຫວັງຈະເປັນກະສັດແລະເປັນປະໂລຫິດຮ່ວມກັບພະເຍຊູໃນສະຫວັນ. (ຄຳປາກົດ 20:6) ເຂົາເຈົ້າເປັນຄືກັບທ່ອນໄມ້ສຳລັບຢູດາ. ຢ່າງໃດກໍຕາມ ມີຄົນຈຳນວນໜ້ອຍດຽວເຊິ່ງມີຄວາມຫວັງທີ່ຈະມີຊີວິດຕະຫຼອດໄປໃນໂລກນີ້. ແຕ່ເມື່ອເວລາຜ່ານໄປ ຄົນທີ່ມີຄວາມຫວັງເຊັ່ນນີ້ກໍມີຈຳນວນເພີ່ມຂຶ້ນ. (ຊາກາລີ 8:23) ຄົນເຫຼົ່ານີ້ເປັນຄືກັບທ່ອນໄມ້ສຳລັບໂຢເຊບ.
ໃນທຸກມື້ນີ້ ທັງສອງກຸ່ມນີ້ຮ່ວມກັນຮັບໃຊ້ພະເຢໂຫວາ ແລະເຂົາເຈົ້າມີພະເຍຊູຄລິດເປັນກະສັດອົງດຽວຂອງເຂົາເຈົ້າ. ໃນຄຳພະຍາກອນທີ່ໃຫ້ຜ່ານທາງເອເຊກຽນ ລາວຖືກເອີ້ນວ່າ: “ດາວິດຂ້າໃຊ້ຂອງເຮົາ.” (ເອເຊກຽນ 37:24, 25) ພະເຍຊູອະທິດຖານເຖິງພໍ່ກ່ຽວກັບລູກສິດຂອງພະອົງວ່າ: ‘ຂໍໃຫ້ເຂົາທັງປວງເປັນໜຶ່ງດຽວເໝືອນດັ່ງພະບິດາຢູ່ໃນຂ້າພະເຈົ້າແລະຂ້າພະເຈົ້າຢູ່ໃນພະບິດາ ເພື່ອເຂົາຈະເປັນໜຶ່ງດຽວໃນເຮົາທັງສອງດ້ວຍ.’ * (ໂຢຮັນ 17:20, 21) ພະເຍຊູຍັງບອກລ່ວງໜ້າວ່າຄົນຝູງນ້ອຍເຊິ່ງແມ່ນພວກລູກສິດຂອງພະອົງທີ່ເປັນຜູ້ຖືກເຈີມຈະເປັນ ‘ຝູງດຽວ’ ກັບ “ແກະອື່ນ.” ເຂົາເຈົ້າທຸກຄົນຈະຕິດຕາມ “ຜູ້ລ້ຽງອົງດຽວ.” (ໂຢຮັນ 10:16) ຄືກັບທີ່ພະເຍຊູໄດ້ບອກໄວ້ ໃນທຸກມື້ນີ້ປະຊາຊົນຂອງພະເຈົ້າ ທຸກຄົນເປັນອັນໜຶ່ງອັນດຽວກັນ ທັງຜູ້ທີ່ມີຄວາມຫວັງຈະມີຊີວິດຕະຫຼອດໄປໃນສະຫວັນແລະໃນໂລກນີ້!!
^ ຂໍ້ 10 ເມື່ອກ່າວເຖິງສັນຍະລັກຂອງສະໄໝສຸດທ້າຍ ພະເຍຊູໄດ້ຍົກຫຼາຍຕົວຢ່າງໃຫ້ພວກລູກສິດເຫັນ. ເປັນຕາໜ້າສົນໃຈທີ່ເຫັນວ່າສິ່ງທຳອິດທີ່ພະອົງກ່າວເຖິງແມ່ນ ‘ຂ້າໃຊ້ຜູ້ສັດຊື່ແລະສຸຂຸມ’ ເຊິ່ງເປັນຄລິດສະຕຽນຜູ້ຖືກເຈີມກຸ່ມນ້ອຍໆທີ່ເປັນພີ່ນ້ອງຊາຍເຊິ່ງຈະນຳໜ້າປະຊາຊົນຂອງພະເຈົ້າ. (ມັດທາຍ 24:45-47) ຈາກນັ້ນ ພະອົງໄດ້ຍົກຕົວຢ່າງປຽບທຽບທີ່ກ່າວເຖິງຄລິດສະຕຽນຜູ້ຖືກເຈີມທັງໝົດ. (ມັດທາຍ 25:1-30) ໃນທີ່ສຸດ ພະອົງໄດ້ເວົ້າກ່ຽວກັບຄົນທີ່ຈະສະໜັບສະໜູນພີ່ນ້ອງຂອງພະຄລິດແລະເຂົາເຈົ້າຈະມີຊີວິດຕະຫຼອດໄປໃນໂລກນີ້. (ມັດທາຍ 25:31-46) ຄ້າຍຄືກັນ ເມື່ອຄຳພະຍາກອນທີ່ໃຫ້ຜ່ານທາງເອເຊກຽນເລີ່ມສຳເລັດເປັນຈິງໃນສະໄໝຂອງເຮົາ ທຳອິດ ສິ່ງນີ້ໃຊ້ໄດ້ກັບຜູ້ທີ່ມີຄວາມຫວັງຈະໄປຢູ່ສະຫວັນ. ເຖິງວ່າສິບຕະກູນຂອງອິດສະລາແອນບໍ່ໄດ້ໝາຍເຖິງຄົນທີ່ຈະມີຊີວິດຕະຫຼອດໄປໃນໂລກນີ້ ແຕ່ຄວາມເປັນອັນໜຶ່ງອັນດຽວກັນທີ່ກ່າວເຖິງໃນຄຳພະຍາກອນນີ້ເຕືອນເຮົາເຖິງຄວາມເປັນອັນໜຶ່ງອັນດຽວກັນລະຫວ່າງແກະອື່ນແລະຜູ້ຖືກເຈີມ.