ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳຖາມ​ຈາກ​ຜູ້​ອ່ານ

ຄຳຖາມ​ຈາກ​ຜູ້​ອ່ານ

ພະຍານ​ພະ​ເຢໂຫວາ​ຄວນ​ຊອກ​ຄູ່​ໂດຍ​ທາງ​ເວັບໄຊ​ຊອກ​ຫາ​ຄູ່​ບໍ?

ພະ​ເຢໂຫວາ​ຢາກ​ໃຫ້​ຄົນ​ທີ່​ແຕ່ງ​ດອງ​ຢູ່​ນຳ​ກັນ​ຢ່າງ​ມີ​ຄວາມ​ສຸກ​ຕະຫຼອດ​ໄປ. (ມທ. 19:4-6) ຖ້າ​ເຈົ້າ​ຢາກ​ແຕ່ງ​ດອງ ເຈົ້າ​ຈະ​ຊອກ​ຫາ​ຄູ່​ທີ່​ດີ​ໄດ້​ແນວ​ໃດ? ຍ້ອນ​ພະ​ເຢໂຫວາ​ເປັນ​ຜູ້​ສ້າງ​ເຮົາ ເພິ່ນ​ຈຶ່ງ​ຮູ້​ດີ​ວ່າ​ເຮົາ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ຈະ​ມີ​ຊີວິດ​ຄູ່​ທີ່​ມີ​ຄວາມ​ສຸກ. ດັ່ງ​ນັ້ນ ຖ້າ​ເຮົາ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ເພິ່ນ ເຮົາ​ກໍ​ຈະ​ມີ​ຄວາມ​ສຸກ​ແທ້. ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ຄຳ​ແນະນຳ​ບາງ​ຢ່າງ.

ທຳອິດ ເຮົາ​ຕ້ອງ​ເຂົ້າ​ໃຈ​ຈຸດ​ພິເສດ​ຂອງ​ຕົວ​ເອງ​ກ່ອນ​ວ່າ: ‘ຫົວໃຈ​ເຮົາ​ທໍລະຍົດ​ຍິ່ງ​ກວ່າ​ສິ່ງ​ໃດ​ທັງ​ໝົດ​ແລະ​ກະຕຸ້ນ​ໃຫ້​ຄົນ​ເຮົາ​ເຮັດ​ຊົ່ວ​ໄດ້​ທຸກ​ຢ່າງ.’ (ຢເຣ. 17:9, ລ.ມ.) ເມື່ອ​ຄົນ​ທີ່​ຢາກ​ແຕ່ງ​ດອງ​ຄົບຫາ​ກັນ ຄວາມ​ຮູ້ສຶກ​ທີ່​ມີ​ຕໍ່​ກັນ​ອາດ​ຫຼາຍ​ຂຶ້ນ​ເລື້ອຍໆ​ແລະ​ເຮັດ​ໃຫ້​ຍາກ​ທີ່​ຈະ​ຕັດສິນ​ໃຈ​ໄດ້​ຢ່າງ​ສະຫຼາດ. ເມື່ອ​ຄົນ​ນັ້ນ​ຕັດສິນ​ໃຈ​ແຕ່ງ​ດອງ​ຕາມ​ອາລົມ​ຄວາມ​ຮູ້ສຶກ ກໍ​ອາດ​ຈະ​ເຮັດ​ໃຫ້​ຜິດ​ຫວັງ​ໃນ​ພາຍ​ຫຼັງ​ໄດ້. (ສຸພາ. 28:26) ດັ່ງ​ນັ້ນ ເປັນ​ເລື່ອງ​ທີ່​ບໍ່​ສຸຂຸມ​ປານ​ໃດ​ທີ່​ທັງ​ສອງ​ຄົນ​ຈະ​ສະແດງ​ຄວາມ​ຮັກ​ໄຄ່ ຫຼື​ໃຫ້​ຄຳ​ໝັ້ນ​ສັນຍາ​ຕໍ່​ກັນ​ທັງໆ​ທີ່​ຍັງ​ບໍ່​ຮູ້ຈັກ​ກັນ​ດີ.

ສຸພາສິດ 22:3, ລ.ມ. ບອກ​ວ່າ: “ຄົນ​ສະຫຼາດ​ເຫັນ​ອັນຕະລາຍ​ແລ້ວ​ໜີ​ໄປ​ລີ້​ຕົວ ແຕ່​ຄົນ​ທີ່​ຂາດ​ປະສົບການ​ຍ່າງ​ໄປ​ຕໍ່​ແລະ​ໄດ້​ຮັບ​ຜົນ​ເສຍຫາຍ.” ການ​ໃຊ້​ເວັບໄຊ​ຊອກ​ຫາ​ຄູ່​ເປັນ​ອັນຕະລາຍ​ແນວ​ໃດ? ບາງ​ຄົນ​ທີ່​ຄົບ​ກັບ​ຄົນ​ທີ່​ບໍ່​ຮູ້ຈັກ​ທາງ​ອອນລາຍ​ອາດ​ຖືກ​ຫຼອກ​ແລະ​ເຮັດ​ໃຫ້​ເຈັບ​ປວດ​ໃຈ. ສ່ວນ​ຄົນ​ທີ່​ບໍ່​ດີ​ກໍ​ສ້າງ​ບັນຊີ​ປອມ​ທາງ​ສັງຄົມ​ອອນລາຍ​ເພື່ອ​ຫຼອກ​ເອົາ​ເງິນ​ຄົນ​ອື່ນ ແລະ​ບາງ​ເທື່ອ​ຄົນ​ເຫຼົ່າ​ນີ້​ກໍ​ອ້າງ​ວ່າ​ຕົວ​ເອງ​ເປັນ​ພະຍານ​ພະ​ເຢໂຫວາ.

ອັນຕະລາຍ​ອີກ​ຢ່າງ​ໜຶ່ງ​ກໍ​ຄື ບາງ​ເວັບໄຊ​ຊອກ​ຫາ​ຄູ່​ໄດ້​ໃຊ້​ສູດ​ຄິດ​ໄລ່​ເລກ​ເພື່ອ​ຈະ​ຈັດ​ຄູ່​ໃຫ້​ຄົນ​ທີ່​ເຂົ້າ​ມາ​ໃນ​ເວັບໄຊ. ແຕ່​ວິທີ​ນີ້​ກໍ​ບໍ່​ໄດ້​ມີ​ການ​ພິສູດ​ວ່າ​ມັນ​ດີ​ແທ້ໆ. ຍ້ອນ​ການ​ແຕ່ງ​ດອງ​ເປັນ​ເລື່ອງ​ທີ່​ສຳຄັນ ດັ່ງ​ນັ້ນ ຈຶ່ງ​ບໍ່​ສະຫຼາດ​ເລີຍ​ທີ່​ຈະ​ໃຊ້​ໂປຣແກຣມ​ຄອມພິວເຕີ​ທີ່​ມະນຸດ​ສ້າງ​ຂຶ້ນ​ເພື່ອ​ຊອກ​ຫາ​ຄູ່. ໂປຣແກຣມ​ຄອມພິວເຕີ​ຈະ​ໜ້າ​ເຊື່ອ​ຖື​ຫຼາຍ​ກວ່າ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ບໍ?—ສຸພາ. 1:7; 3:5-7

ສຸພາສິດ 14:15, ລ.ມ. ບອກ​ວ່າ: “ຄົນ​ຂາດ​ປະສົບການ​ເຊື່ອ​ຄຳເວົ້າ​ທຸກ​ຄຳ ແຕ່​ຄົນ​ສະຫຼາດ​ຄິດ​ກ່ອນ​ເຮັດ​ສະເໝີ.” ກ່ອນ​ທີ່​ເຈົ້າ​ຈະ​ແຕ່ງ​ດອງ​ກັບ​ຜູ້​ໃດ​ຜູ້​ໜຶ່ງ ເຈົ້າ​ຕ້ອງ​ຮູ້ຈັກ​ຄົນ​ນັ້ນ​ຢ່າງ​ດີ​ກ່ອນ. ຖ້າ​ພົບ​ກັນ​ແຕ່​ທາງ​ອອນລາຍ ມັນ​ກໍ​ຍາກ​ທີ່​ຈະ​ຮູ້ຈັກ​ກັນ​ແທ້ໆ. ແລະ​ເຖິງ​ວ່າ​ເຈົ້າ​ຈະ​ຮູ້ຈັກ​ຂໍ້ມູນ​ສ່ວນ​ຕົວ​ຂອງ​ຜູ້​ນັ້ນ​ແລະ​ໃຊ້​ເວລາ​ລົມ​ກັບ​ລາວ​ຫຼາຍ​ເທື່ອ​ກໍ​ຕາມ ແຕ່​ນີ້​ໝາຍ​ຄວາມ​ວ່າ​ເຈົ້າ​ຮູ້ຈັກ​ຄົນ​ນັ້ນ​ແທ້ໆ​ບໍ? ບາງ​ຄົນ​ທີ່​ຄົບ​ກັນ​ທາງ​ອອນລາຍ​ຮູ້ສຶກ​ຕົກໃຈ​ເມື່ອ​ມາ​ເຫັນ​ກັນ​ແທ້ໆ.

ຜູ້​ຂຽນ​ຄຳເພງ​ເວົ້າ​ວ່າ: “ຂ້ອຍ​ບໍ່​ຄົບຫາ​ກັບ​ຄົນ​ຫຼອກ​ລວງ ແລະ​ບໍ່​ຫຍຸ້ງ​ກ່ຽວ​ກັບ​ຄົນ​ປິດ​ບັງ​ຕົວ​ຕົນ​ທີ່​ແທ້​ຈິງ.” (ເພງ. 26:4, ລ.ມ.) ຫຼາຍ​ຄົນ​ຄິດ​ວ່າ​ເປັນ​ເລື່ອງ​ທຳມະດາ​ທີ່​ຈະ​ໃຊ້​ຂໍ້​ມູນ​ສ່ວນ​ຕົວ​ທີ່​ບໍ່​ຈິງ​ເພື່ອ​ຊອກ​ຫາ​ຄູ່​ທາງ​ອອນລາຍ. ຖ້າ​ມີ​ບາງ​ຄົນ​ບອກ​ວ່າ​ລາວ​ເປັນ​ພະຍານ​ພະ​ເຢໂຫວາ ແຕ່​ລາວ​ເປັນ​ຄລິດສະຕຽນ​ທີ່​ຮັບ​ບັບເຕມາ​ແລ້ວ​ແທ້ໆ​ບໍ? ລາວ​ເປັນ​ຄລິດສະຕຽນ​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ບໍ? ລາວ​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ບໍ? ລາວ​ມີ​ຊື່ສຽງ​ທີ່​ດີ​ໃນ​ປະຊາຄົມ​ບໍ? ຫຼື​ລາວ​ອາດ​ມີ​ຊື່ສຽງ​ທີ່​ບໍ່​ດີ​ແລະ “ຄົບຫາ​ກັບ​ຄົນ​ທີ່​ບໍ່​ດີ” ບໍ? (1 ກຣ. 15:33; 2 ຕມ. 2:20, 21) ລາວ​ມີ​ສິດ​ທີ່​ຈະ​ແຕ່ງ​ດອງ​ຕາມ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ບໍ? ເພື່ອ​ເຈົ້າ​ຈະ​ຮູ້​ຄຳຕອບ​ເຫຼົ່າ​ນີ້ ເຈົ້າ​ກໍ​ຕ້ອງ​ໄດ້​ຖາມ​ພີ່ນ້ອງ​ທີ່​ຮູ້ຈັກ​ລາວ​ດີ. (ສຸພາ. 15:22) ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະ​ເຢໂຫວາ​ບໍ່​ຄິດ​ທີ່​ຈະ​ແຕ່ງ​ດອງ​ກັບ​ຄົນ​ທີ່​ບໍ່​ມີ​ຄວາມ​ເຊື່ອ ແລະ​ບໍ່ “ເຂົ້າ​ທຽມ​ແອກ” ກັບ​ຄົນ​ແບບ​ນັ້ນ.—2 ກຣ. 6:14; 1 ກຣ. 7:39

ຕາມ​ທີ່​ເຮົາ​ໄດ້​ເວົ້າ​ມາ​ແລ້ວ​ວ່າ​ການ​ຊອກ​ຫາ​ຄູ່​ທາງ​ເວັບໄຊ​ບໍ່​ຄ່ອຍ​ປອດໄພ​ປານ​ໃດ. ແຕ່​ມີ​ວິທີ​ທີ່​ດີ​ກວ່າ​ນີ້​ທີ່​ເຮົາ​ຈະ​ສາມາດ​ຮູ້ຈັກ​ບາງ​ຄົນ​ທີ່​ອາດ​ຈະ​ມາ​ເປັນ​ຄູ່​ຂອງ​ເຮົາ​ໄດ້. ແລ້ວ​ເຮົາ​ຈະ​ຮູ້ຈັກ​ເຂົາ​ເຈົ້າ​ໄດ້​ແນວ​ໃດ? ເຮົາ​ສາມາດ​ພົບ​ກັບ​ເຂົາ​ເຈົ້າ​ໄດ້​ເມື່ອ​ເຮົາ​ໄປ​ເຂົ້າ​ຮ່ວມ​ການ​ປະຊຸມ​ປະຊາຄົມ ການ​ປະຊຸມ​ໝວດ ການ​ປະຊຸມ​ພາກ ແລະ​ການ​ປະຊຸມ​ອື່ນໆ.

ເມື່ອ​ເຮົາ​ໃຊ້​ເວລາ​ນຳ​ກັນ ເຮົາ​ກໍ​ຈະ​ເຫັນ​ວ່າ​ເປົ້າ​ໝາຍ​ຂອງ​ເຮົາ​ກັບ​ລາວ​ຄື​ກັນ​ຫຼື​ບໍ່​ແລະ​ເຂົ້າ​ກັນ​ໄດ້​ບໍ

ເນື່ອງ​ຈາກ​ພະຍາດ​ໂຄ​ວິດ-19 ລະ​ບາດ ເຮົາ​ຈຶ່ງ​ປະຊຸມ​ຮ່ວມ​ກັນ​ທາງ​ອອນລາຍ ແລະ​ມີ​ໂອກາດ​ທີ່​ຈະ​ຮູ້ຈັກ​ກັບ​ພີ່ນ້ອງ​ຫຼາຍ​ຄົນ​ທີ່​ເປັນ​ຄົນ​ໂສດ. ເຮົາ​ຈະ​ໄດ້​ເຫັນ​ວ່າ​ຄວາມ​ເຊື່ອ​ຂອງ​ເຂົາ​ເຈົ້າ​ເປັນ​ແນວ​ໃດ​ເມື່ອ​ເຂົາ​ເຈົ້າ​ບັນລະຍາຍ​ຫຼື​ອອກ​ຄຳ​ຄິດ​ເຫັນ. (1 ຕມ. 6:11, 12) ນອກ​ຈາກ​ນັ້ນ ເຮົາ​ຍັງ​ຈະ​ໄດ້​ຮູ້ຈັກ​ກັບ​ເຂົາ​ເຈົ້າ​ຫຼາຍ​ຂຶ້ນ​ຕອນ​ທີ່​ແບ່ງ​ອອກ​ເປັນ​ກຸ່ມ​ນ້ອຍ​ຫຼັງ​ເລີກ​ປະຊຸມ. ນອກ​ຈາກ​ການ​ປະຊຸມ​ແລ້ວ ການ​ຄົບຫາ​ກັບ​ພີ່ນ້ອງ​ທາງ​ອອນລາຍ​ໃນ​ໂອກາດ​ອື່ນ​ກໍ​ຈະ​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ເຂົາ​ເຈົ້າ​ເຮັດ​ແນວ​ໃດ​ກັບ​ຄົນ​ອື່ນ ແລະ​ຈະ​ເຮັດ​ໃຫ້​ເຮົາ​ເຂົ້າ​ໃຈ​ວ່າ​ເຂົາ​ເຈົ້າ​ເປັນ​ຄົນ​ແບບ​ໃດ​ແທ້ໆ. (1 ປຕ. 3:4) ເມື່ອ​ເຮົາ​ຮູ້ຈັກ​ກັບ​ເຂົາ​ເຈົ້າ​ຫຼາຍ​ຂຶ້ນ ເຮົາ​ກໍ​ຈະ​ເຫັນ​ວ່າ​ເຮົາ​ກັບ​ເຂົາ​ເຈົ້າ​ມີ​ເປົ້າ​ໝາຍ​ຄື​ກັນ​ຫຼື​ບໍ່​ແລະ​ຈະ​ເຂົ້າ​ກັນ​ໄດ້​ບໍ.

ເມື່ອ​ພີ່ນ້ອງ​ໂສດ​ເຮັດ​ຕາມ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ໃນ​ການ​ຊອກ​ຫາ​ຄູ່ ເຂົາ​ເຈົ້າ​ອາດ​ຈະ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຫຼາຍ​ກວ່າ. ຄື​ກັບ​ທີ່​ສຸພາສິດ​ບອກ​ວ່າ: “ຄົນ​ທີ່​ໄດ້​ເມຍ [ຫຼື​ຜົວ] ດີ​ກໍ​ໄດ້​ຂອງ​ດີ ແລະ​ລາວ​ໄດ້​ຮັບ​ຄວາມ​ໂປດປານ​ຈາກ​ພະ​ເຢໂຫວາ.”—ສຸພາ. 18:22, ລ.ມ.