ບົດຄວາມສຶກສາທີ 29
ມີຄວາມສຸກກັບສິ່ງທີ່ເຮົາເຮັດໄດ້ເພື່ອຮັບໃຊ້ພະເຢໂຫວາ!
“ໃຫ້ແຕ່ລະຄົນ . . . ພູມໃຈກັບຕົວເອງ ແລະຢ່າປຽບທຽບກັບຄົນອື່ນ.”—ຄລຕ. 6:4
ເພງ 34 ສັດຊື່ຕໍ່ພະເຈົ້າສະເໝີ
ໃຈຄວາມສຳຄັນ *
1. ເປັນຫຍັງພະເຢໂຫວາຈຶ່ງບໍ່ເຄີຍປຽບທຽບເຮົາກັບຄົນອື່ນ?
ພະເຢໂຫວາມັກຄວາມຫຼາກຫຼາຍ. ເຮົາຮູ້ໄດ້ຍ້ອນເຫັນສິ່ງຕ່າງໆທີ່ພະເຢໂຫວາສ້າງບໍ່ວ່າຈະເປັນຕົ້ນໄມ້ໃບຫຍ້າ ສັດສາວາສິ່ງ ຫຼືແມ່ນແຕ່ມະນຸດ. ເຮົາແຕ່ລະຄົນມີບຸກຄະລິກທີ່ແຕກຕ່າງກັນ. ດັ່ງນັ້ນ ພະເຢໂຫວາຈຶ່ງບໍ່ປຽບທຽບເຮົາກັບຄົນອື່ນ. ແຕ່ເພິ່ນເບິ່ງເຮົາທີ່ຫົວໃຈ ແລະຮູ້ວ່າເຮົາເປັນຄົນແນວໃດແທ້ໆ. (1 ຊາມ. 16:7) ເພິ່ນຮູ້ຈຸດດີ ຈຸດອ່ອນຂອງເຮົາ ແລະຮູ້ວ່າເຮົາຖືກລ້ຽງມາແນວໃດ. ແລະເພິ່ນກໍບໍ່ເຄີຍຂໍໃຫ້ເຮົາເຮັດເກີນຄວາມສາມາດຂອງເຮົາ. ດັ່ງນັ້ນ ເຮົາກໍຄວນຮຽນແບບພະເຢໂຫວາໃນການເບິ່ງຕົວເອງໃນແບບທີ່ພະເຢໂຫວາເບິ່ງ ແລ້ວເຮົາກໍຈະຄິດ “ແບບສົມເຫດສົມຜົນ” ໂດຍບໍ່ຄິດເຖິງຕົວເອງຫຼາຍເກີນໄປຫຼືໜ້ອຍເກີນໄປ.—ຣມ. 12:3
2. ເປັນຫຍັງຈຶ່ງບໍ່ດີທີ່ປຽບທຽບຕົວເອງກັບຄົນອື່ນ?
2 ເປັນເລື່ອງທຳມະດາທີ່ເຮົາຈະສັງເກດເບິ່ງພີ່ນ້ອງທີ່ປະກາດໄດ້ດີ. (ຮຣ. 13:7) ເມື່ອເຮົາເຫັນວິທີການປະກາດຂອງເຂົາເຈົ້າ ເຮົາກໍຢາກຈະຮຽນແບບເພື່ອເຮົາຈະປະກາດໄດ້ດີຂຶ້ນ. (ຟລປ. 3:17) ແຕ່ການຮຽນແບບຄົນອື່ນກັບການປຽບທຽບຕົວເອງກັບຄົນອື່ນມັນຕ່າງກັນ. ເພາະຖ້າເຮົາປຽບທຽບຕົວເອງກັບຄົນອື່ນອາດຈະເຮັດໃຫ້ເຮົາຮູ້ສຶກທໍ້ໃຈ ຮູ້ສຶກວ່າຕົວເອງບໍ່ມີຄ່າ ແລະເຖິງຂັ້ນຮູ້ສຶກອິດສາຄົນອື່ນ. ຄືກັບທີ່ເຮົາຮຽນໃນບົດກ່ອນ ຖ້າເຮົາພະຍາຍາມຢາກດີກວ່າພີ່ນ້ອງຄົນອື່ນ ກໍອາດຈະທຳລາຍສາຍສຳພັນຂອງເຮົາກັບພະເຢໂຫວາໄດ້. ດັ່ງນັ້ນ ພະເຢໂຫວາຈຶ່ງເຕືອນເຮົາວ່າ: “ໃຫ້ແຕ່ລະຄົນກວດສອບເບິ່ງສິ່ງທີ່ຕົວເອງເຮັດ ແລ້ວລາວຈະພູມໃຈກັບຕົວເອງ ແລະຢ່າປຽບທຽບກັບຄົນອື່ນ.”—ຄລຕ. 6:4
3. ເຮົາໄດ້ເຮັດຫຍັງແດ່ແລ້ວເຊິ່ງສະແດງວ່າເຮົາກ້າວໜ້າແລະເຮັດໃຫ້ເຮົາມີຄວາມສຸກ?
3 ພະເຢໂຫວາຢາກໃຫ້ເຮົາມີຄວາມສຸກກັບທຸກສິ່ງທີ່ເຮົາເຮັດເພື່ອຈະກ້າວເພງ. 141:2) ເຈົ້າປະກາດໄດ້ດີຂຶ້ນແລະຮູ້ວິທີໃຊ້ເຄື່ອງມືໃນການສອນຫຼາຍຂຶ້ນບໍ? ແລະຖ້າເຈົ້າມີຄອບຄົວແລ້ວ ເຈົ້າໄດ້ຂໍພະເຢໂຫວາໃຫ້ຊ່ວຍເຈົ້າເປັນຜົວ ເປັນເມຍ ຫຼືເປັນພໍ່ແມ່ທີ່ດີຂຶ້ນບໍ? ເຈົ້າຄືຊິມີຄວາມສຸກຫຼາຍແທ້ໆທີ່ໄດ້ເຮັດສິ່ງເຫຼົ່ານີ້ເຊິ່ງສະແດງໃຫ້ເຫັນວ່າເຈົ້າກ້າວໜ້າຫຼາຍຂຶ້ນ.
ໜ້າທາງຄວາມເຊື່ອ. ຕົວຢ່າງເຊັ່ນ ເມື່ອເຈົ້າຮັບບັບເຕມາ ເຈົ້າກໍມີຄວາມສຸກເພາະສະແດງໃຫ້ເຫັນວ່າເຈົ້າກ້າວໜ້າແລ້ວ! ເຈົ້າໄດ້ຕັດສິນໃຈເຮັດແບບນັ້ນດ້ວຍຕົວເອງຍ້ອນເຈົ້າ ຮັກພະເຢໂຫວາ. ຂໍໃຫ້ຄິດເບິ່ງວ່າ ເພື່ອຈະກ້າວໜ້າຫຼາຍຂຶ້ນ ເຈົ້າໄດ້ເຮັດສິ່ງເຫຼົ່ານີ້ບໍ ເຊັ່ນ: ເຈົ້າໄດ້ອ່ານຄຳພີໄບເບິນທຸກມື້ແລະສຶກສາສ່ວນຕົວເລິກເຊິ່ງຫຼາຍຂຶ້ນບໍ? ເຈົ້າໄດ້ອະທິດຖານໃນແບບທີ່ມີຄວາມໝາຍຫຼາຍຂຶ້ນບໍ? (4. ເຮົາຈະຮຽນຫຍັງແດ່ໃນບົດນີ້?
4 ເຮົາສາມາດຊ່ວຍຄົນອື່ນໃຫ້ມີຄວາມສຸກໃນສິ່ງທີ່ເຂົາເຈົ້າເຮັດເພື່ອຈະກ້າວໜ້າທາງຄວາມເຊື່ອ. ແລະເຮົາຍັງສາມາດຊ່ວຍເຂົາເຈົ້າບໍ່ໃຫ້ປຽບທຽບຕົວເອງກັບຄົນອື່ນ. ໃນບົດນີ້ເຮົາຈະມາເບິ່ງວ່າພໍ່ແມ່ຈະຊ່ວຍລູກແນວໃດ? ຄູ່ຜົວເມຍຈະຊ່ວຍກັນແລະກັນແນວໃດ? ຜູ້ດູແລກັບຄົນອື່ນໆຈະຊ່ວຍພີ່ນ້ອງໃນປະຊາຄົມແນວໃດ? ແລະສຸດທ້າຍເຮົາຈະມາເບິ່ງວ່າ ໃນຄຳພີໄບເບິນມີຫຼັກການຫຍັງແດ່ທີ່ຈະຊ່ວຍເຮົາແຕ່ຄົນໃຫ້ຕັ້ງເປົ້າໝາຍທີ່ເຮົາເຮັດໄດ້.
ສິ່ງທີ່ພໍ່ແມ່ແລະຄູ່ຜົວເມຍເຮັດໄດ້
5. ຕາມເອເຟໂຊ 6:4 ພໍ່ແມ່ບໍ່ຄວນເຮັດຫຍັງ?
5 ພໍ່ແມ່ຄວນລະວັງທີ່ຈະບໍ່ປຽບທຽບລູກກັບຄົນອື່ນ ແລະບໍ່ຄວນຄາດໝາຍໃຫ້ລູກເຮັດໃນສິ່ງທີ່ລູກເຮັດບໍ່ໄດ້. ເພາະຖ້າເຮັດແບບນັ້ນກໍອາດຈະເຮັດໃຫ້ລູກຮູ້ສຶກທໍ້ໃຈ. (ອ່ານເອເຟໂຊ 6:4) ພີ່ນ້ອງຄົນໜຶ່ງທີ່ຊື່ຊາຈິໂກະ * ເວົ້າວ່າ: “ອາຈານຄາດໝາຍໃຫ້ຂ້ອຍເກັ່ງກວ່າໝູ່ໃນຫ້ອງ ແລະແມ່ກໍຢາກໃຫ້ຂ້ອຍໄດ້ຄະແນນດີເພື່ອຈະໃຫ້ຄຳພະຍານທີ່ດີກັບຄູແລະພໍ່ທີ່ບໍ່ມີຄວາມເຊື່ອ. ທີ່ຈິງ ແມ່ຢາກໃຫ້ຂ້ອຍເສັງໄດ້ຄະແນນເຕັມ 100 ທຸກວິຊາ ເຊິ່ງມັນເປັນໄປບໍ່ໄດ້. ເຖິງຂ້ອຍຈະຮຽນຈົບມາຫຼາຍປີແລ້ວ ແຕ່ຂ້ອຍກໍຍັງສົງໄສວ່າ ສິ່ງທີ່ຂ້ອຍເຮັດເພື່ອພະເຢໂຫວາມັນດີພໍສຳລັບເພິ່ນບໍ.”
6. ພໍ່ແມ່ໄດ້ບົດຮຽນຫຍັງຈາກຄຳເພງ 131:1, 2?
6 ພໍ່ແມ່ຈະໄດ້ບົດຮຽນທີ່ສຳຄັນຈາກຫຼັກການທີ່ຢູ່ໃນຄຳເພງ 131:1, 2, ລ.ມ. * (ອ່ານ) ໃນຂໍ້ນັ້ນກະສັດດາວິດບອກວ່າ ລາວບໍ່ຢາກໄດ້ ‘ສິ່ງທີ່ສູງສົ່ງເກີນ ໄປ’ ຫຼືສິ່ງທີ່ຍາກເກີນກຳລັງຂອງລາວ. ຄວາມຖ່ອມຕົວແລະຄວາມຈຽມຕົວຂອງລາວເຮັດໃຫ້ລາວມີ ‘ຈິດໃຈທີ່ສະຫງົບ.’ ພໍ່ແມ່ໄດ້ບົດຮຽນຫຍັງຈາກຄຳເວົ້າຂອງດາວິດ? ເພື່ອທີ່ພໍ່ແມ່ຈະເປັນຄົນຖ່ອມຕົວແລະຈຽມຕົວ ເຂົາເຈົ້າຕ້ອງບໍ່ຄາດໝາຍຈາກຕົວເອງຫຼາຍເກີນໄປ ແລະບໍ່ຄາດໝາຍຈາກລູກຫຼາຍເກີນໄປຄືກັນ. ຕອນທີ່ພໍ່ແມ່ຊ່ວຍລູກໃຫ້ຕັ້ງເປົ້າໝາຍ ພໍ່ແມ່ຕ້ອງຮູ້ຂີດຈຳກັດຂອງລູກວ່າເຂົາເຈົ້າເຮັດຫຍັງໄດ້ແດ່ ເພາະການເຮັດແບບນີ້ຈະຊ່ວຍລູກໃຫ້ມີກຳລັງໃຈທີ່ຈະເຮັດຕາມເປົ້າໝາຍໄດ້. ພີ່ນ້ອງຍິງທີ່ຊື່ມາຣີນາ ເວົ້າວ່າ: “ແມ່ບໍ່ເຄີຍປຽບທຽບຂ້ອຍກັບອ້າຍເອື້ອຍນ້ອງຂອງຂ້ອຍ 3 ຄົນ ຫຼືບໍ່ເຄີຍປຽບທຽບກັບລູກຂອງຄົນອື່ນ. ເພິ່ນສອນວ່າເຮົາແຕ່ລະຄົນມີຄວາມສາມາດທີ່ແຕກຕ່າງກັນ ແລະພະເຢໂຫວາກໍຮັກເຮົາທຸກຄົນ. ຍ້ອນແມ່ເຮັດແບບນີ້ ຂ້ອຍຈຶ່ງບໍ່ມັກປຽບທຽບຕົວເອງກັບຄົນອື່ນ.”
7-8. ຜົວຈະເຮັດຫຍັງເພື່ອໃຫ້ກຽດເມຍ?
7 ຜົວທີ່ເປັນຄລິດສະຕຽນຈະຕ້ອງໃຫ້ກຽດເມຍ. (1 ປຕ. 3:7) ການໃຫ້ກຽດໝາຍເຖິງການໃຫ້ຄວາມສົນໃຈແລະນັບຖືຄົນອື່ນ. ຕົວຢ່າງເຊັ່ນ ຜົວທີ່ໃຫ້ກຽດເມຍຈະປະຕິບັດກັບເມຍດ້ວຍຄວາມນັບຖື ລາວຈະບໍ່ຂໍໃຫ້ເມຍເຮັດໃນສິ່ງທີ່ເມຍເຮັດບໍ່ໄດ້ ແລະລາວຈະບໍ່ປຽບທຽບເມຍກັບຜູ້ຍິງຄົນອື່ນ. ຖ້າຜົວມັກປຽບທຽບເມຍກັບຜູ້ຍິງຄົນອື່ນຈະເຮັດໃຫ້ເມຍຮູ້ສຶກແນວໃດ? ພີ່ນ້ອງໂຣຊາມີຜົວທີ່ບໍ່ໄດ້ເປັນພະຍານພະເຢໂຫວາ ຜົວຂອງລາວມັກຈະປຽບທຽບລາວກັບຜູ້ຍິງຄົນອື່ນເລື້ອຍໆ. ຄຳເວົ້າທີ່ບໍ່ດີຂອງຜົວບໍ່ພຽງແຕ່ເຮັດໃຫ້ລາວຮູ້ສຶກເສຍໃຈ ແຕ່ຍັງເຮັດໃຫ້ລາວຮູ້ສຶກວ່າຕົວເອງບໍ່ມີຄ່າ. ລາວບອກວ່າ: “ຂ້ອຍຕ້ອງພະຍາຍາມເຕືອນຕົວເອງຢູ່ສະເໝີວ່າ ພະເຢໂຫວາເຫັນຄຸນຄ່າໃນໂຕຂ້ອຍ.” ກົງກັນຂ້າມ ຜົວທີ່ເປັນຄລິດສະຕຽນຈະໃຫ້ກຽດເມຍເພາະລາວຮູ້ວ່າການເຮັດແບບນີ້ຈະຊ່ວຍໃຫ້ລາວມີສາຍສຳພັນທີ່ດີກັບເມຍແລະກັບພະເຢໂຫວາ. *
8 ຜົວທີ່ໃຫ້ກຽດເມຍຈະຊົມເຊີຍເມຍ ສະແດງຄວາມຮັກຕໍ່ເມຍແລະເຮັດໃຫ້ເມຍຮູ້ສຶກວ່າລາວມີຄ່າ. (ສຸພາ. 31:28) ພີ່ນ້ອງຄາຕາຣິນາທີ່ເວົ້າເຖິງໃນບົດກ່ອນຮູ້ສຶກວ່າຕົວເອງບໍ່ມີຄ່າ. ຍ້ອນຕອນຍັງນ້ອຍ ແມ່ລາວມັກເວົ້າດູຖູກແລະປຽບທຽບລາວກັບເດັກນ້ອຍຄົນອື່ນເຊິ່ງລວມເຖິງໝູ່ລາວນຳ. ຕັ້ງແຕ່ນັ້ນມາ ລາວກໍມັກຈະປຽບທຽບຕົວເອງກັບຄົນອື່ນເຖິງວ່າຈະເຂົ້າມາໃນຄວາມຈິງແລ້ວກໍຕາມ! ແຕ່ຜົວຂອງລາວໄດ້ຊ່ວຍລາວບໍ່ໃຫ້ຄິດວ່າຕົວເອງບໍ່ມີຄ່າແລະຊ່ວຍລາວໃຫ້ເຊົາປຽບທຽບຕົວເອງກັບຄົນອື່ນ. ຄາຕາຣິນາບອກວ່າ: “ຜົວໄດ້ສະແດງຄວາມຮັກຕໍ່ຂ້ອຍ ຊົມເຊີຍຂ້ອຍເມື່ອຂ້ອຍເຮັດສິ່ງທີ່ດີແລະຍັງໄດ້ອະທິດຖານເພື່ອຂ້ອຍ. ລາວຍັງຊ່ວຍຂ້ອຍໃຫ້ຄິດເຖິງຄຸນລັກສະນະທີ່ດີຂອງພະເຢໂຫວາແລະຊ່ວຍຂ້ອຍໃຫ້ແກ້ໄຂຄວາມຄິດທີ່ບໍ່ດີ.”
ສິ່ງທີ່ຜູ້ດູແລແລະພີ່ນ້ອງຄົນອື່ນເຮັດໄດ້
9-10. ຜູ້ດູແລໄດ້ເຮັດແນວໃດເພື່ອຊ່ວຍພີ່ນ້ອງຍິງຄົນໜຶ່ງບໍ່ໃຫ້ປຽບທຽບຕົວເອງກັບຄົນອື່ນ?
9 ຜູ້ດູແລຈະຊ່ວຍພີ່ນ້ອງທີ່ມັກປຽບທຽບຕົວເອງກັບຄົນອື່ນໄດ້ແນວໃດ? ໃຫ້ເຮົາມາເບິ່ງປະສົບການຂອງພີ່ນ້ອງຍິງທີ່ຊື່ຮານູນິເຊິ່ງຕອນຍັງນ້ອຍລາວບໍ່ຄ່ອຍໄດ້ຮັບຄຳຊົມເຊີຍ. ລາວເວົ້າວ່າ: “ຂ້ອຍເປັນຄົນຂີ້ອາຍ ແລະຮູ້ສຶກວ່າຄົນອື່ນດີກວ່າຂ້ອຍ. ຂ້ອຍຈື່ໄດ້ວ່າຂ້ອຍເລີ່ມປຽບທຽບຕົວເອງຕັ້ງແຕ່ຕອນຍັງນ້ອຍພຸ້ນ.” ເຖິງວ່າລາວຈະເຂົ້າມາເປັນພະຍານພະເຢໂຫວາແລ້ວ ແຕ່ລາວກໍຍັງປຽບທຽບຕົວເອງກັບຄົນອື່ນຢູ່. ດັ່ງນັ້ນ ລາວຈຶ່ງຄິດວ່າຕົວເອງບໍ່ມີຄ່າເລີຍໃນປະຊາຄົມ. ແຕ່ຕອນນີ້ລາວເປັນໄພໂອເນຍທີ່ມີຄວາມສຸກຫຼາຍ. ຍ້ອນຫຍັງ?
10 ຮານູນິບອກວ່າຜູ້ດູແລໄດ້ຊ່ວຍລາວ. ເຂົາເຈົ້າໄດ້ເຮັດໃຫ້ລາວຮູ້ສຶກວ່າລາວມີຄ່າໃນປະຊາຄົມ ແລະຊົມເຊີຍວ່າລາວເປັນຕົວຢ່າງທີ່ດີໃຫ້ພີ່ນ້ອງຄົນອື່ນ. ລາວເລົ່າວ່າ: “ເມື່ອຜູ້ດູແລຂໍໃຫ້ຂ້ອຍໄປໃຫ້ກຳລັງໃຈພີ່ນ້ອງຍິງທີ່ຕ້ອງການຄວາມຊ່ວຍເຫຼືອ ຂ້ອຍກໍຮູ້ສຶກວ່າຕົວ1 ເທຊະໂລນິກ 1:2, 3 ໃຫ້ຂ້ອຍຟັງ. ຂ້ອຍຮູ້ສຶກໄດ້ຮັບກຳລັງໃຈຫຼາຍ! ຍ້ອນຜູ້ດູແລໄດ້ຊ່ວຍເຫຼືອຂ້ອຍ ຂ້ອຍຈຶ່ງຮູ້ສຶກວ່າຕົວເອງມີຄ່າໃນອົງການຂອງພະເຢໂຫວາ.”
ເອງມີຄ່າ. ຂ້ອຍຈື່ໄດ້ຕອນທີ່ຜູ້ດູແລຂອບໃຈຂ້ອຍຕອນທີ່ຂ້ອຍໄປຊ່ວຍເຫຼືອພີ່ນ້ອງຍິງທີ່ອາຍຸໜ້ອຍກວ່າ. ແລ້ວເຂົາເຈົ້າກໍໄດ້ອ່ານ11. ຕາມເອຊາອີ 57:15 ເຮົາຈະຊ່ວຍ “ຄົນທີ່ຖືກກົດຂີ່ແລະຄົນທີ່ຕ່ຳຕ້ອຍ” ແນວໃດ?
11 ອ່ານເອຊາອີ 57:15, ລ.ມ. * ພະເຢໂຫວາເປັນຫ່ວງ “ຄົນທີ່ຖືກກົດຂີ່ແລະຄົນທີ່ຕ່ຳຕ້ອຍ” ຫຼາຍ. ເຮົາທຸກຄົນສາມາດໃຫ້ກຳລັງໃຈພີ່ນ້ອງໄດ້ ບໍ່ແມ່ນແຕ່ຜູ້ດູແລເທົ່ານັ້ນທີ່ເຮັດແບບນີ້. ວິທີໜຶ່ງທີ່ເຮົາຈະໃຫ້ກຳລັງໃຈເຂົາເຈົ້າກໍຄືສົນໃຈເຂົາເຈົ້າ. ພະເຢໂຫວາຢາກໃຫ້ເຮົາຊ່ວຍເຂົາເຈົ້າໃຫ້ເຫັນວ່າເພິ່ນຮັກເຂົາເຈົ້າແລະເຂົາເຈົ້າມີຄ່າຫຼາຍຕໍ່ເພິ່ນ. (ສຸພາ. 19:17) ແລະອີກວິທີໜຶ່ງທີ່ເຮົາສາມາດຊ່ວຍພີ່ນ້ອງໄດ້ກໍຄື ເປັນຄົນຖ່ອມແລະບໍ່ອວດຄວາມສາມາດຂອງຕົວເອງ. ເຮົາບໍ່ຢາກໃຫ້ຄົນອື່ນເບິ່ງວ່າເຮົາເປັນຄົນສຳຄັນ ເພາະອາດເຮັດໃຫ້ພີ່ນ້ອງອິດສາເຮົາໄດ້. ແທນທີ່ຈະເຮັດແບບນັ້ນເຮົາຈະໃຊ້ຄວາມຮູ້ຄວາມສາມາດຂອງເຮົາເພື່ອຊ່ວຍຄົນອື່ນ.—1 ປຕ. 4:10, 11
12. ເປັນຫຍັງຄົນທີ່ຕ່ຳຕ້ອຍຈຶ່ງຢາກເຂົ້າໃກ້ພະເຢຊູ? (ເບິ່ງຮູບໜ້າປົກ)
12 ເຮົາຍັງຈະຮູ້ວິທີປະຕິບັດກັບຄົນອື່ນເມື່ອເຮົາເບິ່ງວິທີທີ່ພະເຢຊູປະຕິບັດກັບພວກລູກສິດຂອງເພິ່ນ. ພະເຢຊູເປັນຄົນທີ່ເກັ່ງທີ່ສຸດໃນໂລກ ແຕ່ເພິ່ນກໍເປັນ “ຄົນອ່ອນໂຍນແລະຖ່ອມຕົວ.” (ມທ. 11:28-30) ເພິ່ນບໍ່ໄດ້ອວດວ່າຕົວເອງມີຄວາມຮູ້ຫຼືສະຫຼາດກວ່າຄົນອື່ນ. ເພິ່ນສອນໂດຍໃຊ້ຕົວຢ່າງປຽບທຽບແລະຄຳເວົ້າງ່າຍໆເພື່ອເຂົ້າເຖິງຫົວໃຈຂອງທຸກຄົນແມ່ນແຕ່ຄົນທີ່ຕ່ຳຕ້ອຍ. (ລກ. 10:21) ພະເຢຊູບໍ່ຄືກັບພວກຫົວໜ້າສາສະໜາທີ່ຍິ່ງຈອງຫອງ. ເພິ່ນບໍ່ເຄີຍເຮັດໃຫ້ຄົນອື່ນຮູ້ສຶກວ່າເຂົາເຈົ້າບໍ່ມີຄ່າຕໍ່ພະເຈົ້າ. (ຢຮ. 6:37) ແຕ່ເພິ່ນໃຫ້ກຽດທຸກຄົນແມ່ນແຕ່ຄົນທີ່ຕ່ຳຕ້ອຍ.
13. ພະເຢຊູສະແດງຄວາມຮັກແລະຄວາມກະລຸນາຕໍ່ພວກລູກສິດແນວໃດ?
13 ວິທີທີ່ພະເຢຊູປະຕິບັດກັບພວກລູກສິດສະແດງໃຫ້ເຫັນເຖິງຄວາມຮັກແລະຄວາມກະລຸນາທີ່ເພິ່ນມີຕໍ່ເຂົາເຈົ້າ. ເພິ່ນຮູ້ວ່າເຂົາເຈົ້າມີຄວາມສາມາດແລະສະພາບການທີ່ແຕກຕ່າງກັນ ແລະເຮັດວຽກມອບໝາຍໄດ້ບໍ່ເທົ່າກັນ. ດັ່ງນັ້ນ ເພິ່ນຈຶ່ງໃຫ້ແຕ່ລະຄົນມີໜ້າທີ່ຮັບຜິດຊອບບໍ່ຄືກັນ. ແຕ່ຖ້າເຂົາເຈົ້າເຮັດສຸດຄວາມສາມາດເພິ່ນກໍພູມໃຈໃນໂຕເຂົາເຈົ້າແຕ່ລະຄົນ. ເຮົາຮູ້ເລື່ອງນີ້ໄດ້ຈາກຕົວຢ່າງປຽບທຽບເລື່ອງເງິນຕະລັນ. ໃນເລື່ອງນັ້ນ ນາຍໄດ້ມອບວຽກໃຫ້ທາດ “ຕາມຄວາມສາມາດຂອງທາດແຕ່ລະຄົນ.” ເຖິງວ່າທາດຜູ້ໜຶ່ງຈະໄດ້ກຳໄລຫຼາຍກວ່າອີກຜູ້ໜຶ່ງ ແຕ່ນາຍກໍຊົມເຊີຍທາດທັງສອງຄົນນີ້ດ້ວຍຄຳເວົ້າແບບດຽວກັນທີ່ວ່າ: “ດີຫຼາຍ ເຈົ້າເປັນທາດທີ່ດີແລະສັດຊື່!”—ມທ. 25:14-23
14. ເຮົາຈະຮຽນແບບວິທີທີ່ພະເຢຊູປະຕິບັດກັບຄົນອື່ນໄດ້ແນວໃດ?
14 ພະເຢຊູປະຕິບັດກັບເຮົາດ້ວຍຄວາມຮັກແລະຄວາມກະລຸນາ. ເພິ່ນຮູ້ວ່າເຮົາແຕ່ລະຄົນມີຄວາມສາມາດແລະສະພາບການທີ່ແຕກຕ່າງກັນ. ແຕ່ເມື່ອເຮົາ ເຮັດສຸດຄວາມສາມາດ ເພິ່ນກໍພູມໃຈໃນຕົວເຮົາ. ເຮົາຄວນປະຕິບັດກັບຄົນອື່ນຢ່າງດີຄືກັບທີ່ພະເຢຊູເຮັດ. ເຮົາບໍ່ຄວນເຮັດໃຫ້ພີ່ນ້ອງຮູ້ສຶກວ່າເຂົາເຈົ້າບໍ່ມີຄ່າ ຫຼືຮູ້ສຶກອາຍທີ່ເຮັດບໍ່ໄດ້ຄືກັບຄົນອື່ນ. ແຕ່ເຮົາຄວນຊົມເຊີຍພີ່ນ້ອງທີ່ເຂົາເຈົ້າພະຍາຍາມເຮັດດີທີ່ສຸດໃນການຮັບໃຊ້ພະເຢໂຫວາ.
ຕັ້ງເປົ້າໝາຍທີ່ເຈົ້າເຮັດໄດ້
15-16. ພີ່ນ້ອງຍິງຄົນໜຶ່ງໄດ້ຮັບປະໂຫຍດແນວໃດຈາກການຕັ້ງເປົ້າໝາຍທີ່ລາວສາມາດເຮັດໄດ້?
15 ຖ້າເຮົາຕັ້ງເປົ້າໝາຍໃນວຽກຮັບໃຊ້ ຊີວິດເຮົາກໍຈະມີຄວາມສຸກແລະມີຄວາມໝາຍຫຼາຍຂຶ້ນ. ແຕ່ເຮົາຕ້ອງຕັ້ງເປົ້າໝາຍຕາມຄວາມສາມາດແລະສະພາບການຂອງເຮົາ. ເພາະຖ້າເຮົາຕັ້ງເປົ້າໝາຍຕາມຄວາມສາມາດແລະສະພາບການຂອງຄົນອື່ນ ເຮົາອາດຈະເຮັດບໍ່ໄດ້ ແລະອາດເຮັດໃຫ້ຮູ້ສຶກຜິດຫວັງແລະທໍ້ໃຈ. (ລກ. 14:28) ໃຫ້ເຮົາມາເບິ່ງເລື່ອງຂອງພີ່ນ້ອງໄພໂອເນຍຄົນໜຶ່ງທີ່ຊື່ມິໂດຣິ.
16 ຕອນທີ່ມິໂດຣິຍັງນ້ອຍ ພໍ່ຂອງລາວທີ່ບໍ່ໄດ້ເປັນພະຍານພະເຢໂຫວາໄດ້ເຮັດໃຫ້ລາວຮູ້ສຶກຕ່ຳຕ້ອຍໂດຍປຽບທຽບລາວກັບໝູ່ທີ່ຢູ່ໃນໂຮງຮຽນແລະອ້າຍເອື້ອຍນ້ອງຂອງລາວ. ມິໂດຣິເວົ້າວ່າ: “ຂ້ອຍຮູ້ສຶກວ່າຕົວເອງບໍ່ມີຄ່າຫຍັງເລີຍ.” ແຕ່ເມື່ອລາວໃຫຍ່ຂຶ້ນ ລາວກໍຮູ້ສຶກໝັ້ນໃຈໃນຕົວເອງຫຼາຍຂຶ້ນ. ລາວບອກວ່າ: “ການອ່ານຄຳພີໄບເບິນທຸກມື້ຊ່ວຍຂ້ອຍໃຫ້ຮູ້ວ່າພະເຢໂຫວາຮັກຂ້ອຍແລະເຮັດໃຫ້ຂ້ອຍຮູ້ສຶກສະບາຍໃຈ.” ນອກຈາກນັ້ນ ມິໂດຣິຍັງໄດ້ຕັ້ງເປົ້າໝາຍທີ່ລາວສາມາດເຮັດໄດ້. ແລະລາວກໍໄດ້ອະທິດຖານຢ່າງເຈາະຈົງເພື່ອຊ່ວຍໃຫ້ລາວເຮັດຕາມເປົ້າໝາຍນັ້ນໄດ້. ນີ້ໄດ້ຊ່ວຍມິໂດຣິໃຫ້ມີຄວາມສຸກກັບສິ່ງທີ່ລາວເຮັດເພື່ອຮັບໃຊ້ພະເຢໂຫວາ.
ເຮັດດີທີ່ສຸດເພື່ອພະເຢໂຫວາສະເໝີ
17. ເຮົາຈະ “ປ່ຽນແປງຄວາມຄິດຈິດໃຈໃໝ່ [ຂອງເຮົາ] ຢ່າງຕໍ່ເນື່ອງ” ໄດ້ແນວໃດ? ແລະຜົນເປັນແນວໃດ?
17 ເພື່ອຈະປ່ຽນຄວາມຄິດແລະຄວາມຮູ້ສຶກໃນແງ່ລົບໄດ້ຕ້ອງໃຊ້ເວລາ. ພະເຢໂຫວາຈຶ່ງເຕືອນເຮົາວ່າ: “ໃຫ້ພວກເຈົ້າປ່ຽນແປງຄວາມຄິດຈິດໃຈໃໝ່ຢ່າງຕໍ່ເນື່ອງ.” (ອຟຊ. 4:23, 24) ເພື່ອຈະເຮັດແບບນັ້ນໄດ້ເຮົາຕ້ອງອະທິດຖານ ສຶກສາຄຳພີໄບເບິນ ແລະຄິດຕຶກຕອງສິ່ງທີ່ໄດ້ອ່ານ. ໃຫ້ເຮັດແບບນີ້ຕໍ່ໆໄປແລະຂໍພະເຢໂຫວາໃຫ້ຊ່ວຍ. ແລ້ວພະລັງບໍລິສຸດຂອງພະເຢໂຫວາຈະຊ່ວຍເຮົາບໍ່ໃຫ້ປຽບທຽບຕົວເອງກັບຄົນອື່ນ. ແລະພະເຢໂຫວາ ຍັງຈະຊ່ວຍເຮົາໃຫ້ຮູ້ວ່າເຮົາມີຄວາມຄິດທີ່ອິດສາຫຼືຍິ່ງຈອງຫອງບໍ ຖ້າຫາກວ່າເຮົາມີເພິ່ນກໍຈະຊ່ວຍເຮົາໃຫ້ປ່ຽນແປງຕົວເອງທັນທີ.
18. ຄຳເວົ້າທີ່ຢູ່ໃນ 2 ຂ່າວຄາວ 6:29, 30 ໃຫ້ກຳລັງໃຈເຮົາແນວໃດ?
18 ອ່ານ 2 ຂ່າວຄາວ 6:29, 30, ລ.ມ. * ພະເຢໂຫວາຮູ້ຄວາມຄິດແລະຄວາມຮູ້ສຶກຂອງເຮົາ. ພະເຢໂຫວາຍັງຮູ້ວ່າເຮົາຕ້ອງຕໍ່ສູ້ກັບຄວາມຄິດທີ່ບໍ່ດີຂອງໂລກ ແລະຄວາມບໍ່ສົມບູນແບບຂອງຕົວເອງ. ເມື່ອພະເຢໂຫວາເຫັນວ່າເຮົາພະຍາຍາມທີ່ຈະຕໍ່ສູ້ກັບຄວາມຄິດທີ່ບໍ່ດີເຫຼົ່ານັ້ນ ພະເຢໂຫວາກໍແຮ່ງຮັກເຮົາຫຼາຍຂຶ້ນ.
19. ພະເຢໂຫວາໄດ້ໃຊ້ຕົວຢ່າງປຽບທຽບຫຍັງ ເພື່ອເຮັດໃຫ້ເຮົາຮູ້ວ່າເພິ່ນຮູ້ສຶກແນວໃດກັບເຮົາ?
19 ພະເຢໂຫວາໄດ້ໃຊ້ຕົວຢ່າງປຽບທຽບເລື່ອງຄວາມຮັກທີ່ແມ່ມີຕໍ່ລູກເພື່ອເຮັດໃຫ້ເຮົາເຂົ້າໃຈວ່າເພິ່ນຮູ້ສຶກແນວໃດກັບເຮົາ. (ເອຊາ. 49:15) ໃຫ້ເຮົາມາເບິ່ງເລື່ອງຂອງແມ່ຜູ້ໜຶ່ງທີ່ຊື່ຣາເຊວ. ລາວເວົ້າວ່າ: “ສະເຕຟານີລູກສາວຂ້ອຍໄດ້ເກີດກ່ອນກຳນົດ. ຕອນທຳອິດທີ່ຂ້ອຍເຫັນລາວ ລາວໂຕນ້ອຍໆແລະເບິ່ງເປັນຕາອີ່ຕົນ. ເດືອນທຳອິດທີ່ລູກຢູ່ໃນຕູ້ອົບ ໝໍອະນຸຍາດໃຫ້ຂ້ອຍອູ້ມລູກທຸກມື້. ນີ້ເຮັດໃຫ້ຂ້ອຍຜູກພັນກັບລູກຫຼາຍ. ຕອນນີ້ລາວອາຍຸໄດ້ 6 ປີແລ້ວ ແຕ່ລາວໂຕນ້ອຍກວ່າຄົນອື່ນທີ່ອາຍຸສ່ຳກັບລາວ. ຂ້ອຍຮັກລາວຫຼາຍ ຍ້ອນຂ້ອຍເຫັນວ່າລາວຕ້ອງຕໍ່ສູ້ກັບບັນຫາສຸຂະພາບເພື່ອທີ່ຈະມີຊີວິດຢູ່. ລາວເຮັດໃຫ້ຂ້ອຍມີຄວາມສຸກຫຼາຍ!” ເລື່ອງນີ້ເຮັດໃຫ້ເຮົາໄດ້ຮັບກຳລັງໃຈຫຼາຍແທ້ໆທີ່ຮູ້ວ່າພະເຢໂຫວາຮັກເຮົາຫຼາຍ ເມື່ອເຫັນວ່າເຮົາຕ້ອງຕໍ່ສູ້ກັບບັນຫາຫຼາຍຢ່າງເພື່ອຈະຮັບໃຊ້ເພິ່ນ!
20. ເປັນຫຍັງຜູ້ຮັບໃຊ້ພະເຢໂຫວາຈຶ່ງມີຄວາມສຸກ?
20 ເຖິງວ່າເຮົາທຸກຄົນທີ່ເປັນຜູ້ຮັບໃຊ້ຂອງພະເຢໂຫວາຈະແຕກຕ່າງກັນ ແຕ່ເພິ່ນກໍເບິ່ງວ່າເຮົາທຸກຄົນມີຄ່າແລະເປັນຄົນໃນຄອບຄົວຂອງເພິ່ນ. ເພິ່ນຍັງຊ່ວຍເຮົາໃຫ້ມາຮູ້ຈັກເພິ່ນບໍ່ແມ່ນຍ້ອນວ່າເຮົາດີກວ່າຄົນອື່ນ ແຕ່ຍ້ອນເພິ່ນເຫັນວ່າເຮົາເປັນຄົນຖ່ອມ ພ້ອມທີ່ຈະຮຽນຮູ້ແລະປ່ຽນແປງຕົວເອງເພື່ອເພິ່ນ. (ເພງ. 25:9) ຂໍໃຫ້ໝັ້ນໃຈວ່າພະເຢໂຫວາເຫັນຄຸນຄ່າທີ່ເຮົາຮັບໃຊ້ເພິ່ນສຸດຄວາມສາມາດ. ເມື່ອເຮົາມີຄວາມອົດທົນແລະສັດຊື່ຕໍ່ເພິ່ນ ນີ້ກໍສະແດງວ່າເຮົາເປັນຄົນທີ່ “ມີຫົວໃຈທີ່ດີແລະສັດຊື່.” (ລກ. 8:15) ດັ່ງນັ້ນ ໃຫ້ເຮົາ ເຮັດດີທີ່ສຸດເພື່ອພະເຢໂຫວາສະເໝີ. ແລ້ວເຮົາກໍຈະມີຄວາມສຸກແລະ “ພູມໃຈກັບຕົວເອງ.”
ເພງ 38 ພະອົງຈະເຮັດໃຫ້ເຈົ້າເຂັ້ມແຂງ
^ ຂໍ້ 5 ພະເຢໂຫວາບໍ່ເຄີຍປຽບທຽບເຮົາກັບຄົນອື່ນ. ແຕ່ເຮົາອາດຈະປຽບທຽບຕົວເອງກັບຄົນອື່ນ ແລ້ວກໍຮູ້ສຶກວ່າຕົວເອງບໍ່ດີພໍ. ໃນບົດນີ້ ເຮົາຈະມາເບິ່ງວ່າເປັນຫຍັງຈຶ່ງບໍ່ດີທີ່ເຮົາຈະປຽບທຽບຕົວເອງກັບຄົນອື່ນ. ແລະເຮົາຈະຊ່ວຍຄອບຄົວແລະພີ່ນ້ອງໃນປະຊາຄົມແນວໃດໃຫ້ເບິ່ງຕົວເອງຄືກັບທີ່ພະເຢໂຫວາເບິ່ງ
^ ຂໍ້ 5 ຊື່ສົມມຸດ.
^ ຂໍ້ 6 ຄຳເພງ 131:1, 2 (ລ.ມ.): “ພະເຢໂຫວາ ຂ້ອຍບໍ່ແມ່ນຄົນຍິ່ງແລະບໍ່ແມ່ນຄົນຍະໂສ ຂ້ອຍບໍ່ຄິດຢາກໄດ້ສິ່ງທີ່ສູງສົ່ງເກີນໄປ ຫຼືຢາກມີສິ່ງທີ່ເກີນກຳລັງຂອງຂ້ອຍ. ແຕ່ຂ້ອຍເຮັດໃຫ້ຈິດໃຈສະຫງົບຄືເດັກນ້ອຍທີ່ຢ່ານົມແລະໄດ້ຢູ່ກັບແມ່ ຂ້ອຍສະບາຍໃຈຄືເດັກນ້ອຍທີ່ຢ່ານົມແລ້ວ.”
^ ຂໍ້ 7 ເຖິງວ່າຫຼັກການນີ້ຈະເວົ້າເຖິງຜົວ ແຕ່ຫຼັກການນີ້ກໍໃຊ້ໄດ້ກັບເມຍຄືກັນ.
^ ຂໍ້ 11 ເອຊາອີ 57:15 (ລ.ມ.): “ພະເຈົ້າອົງສູງສຸດຜູ້ສູງສົ່ງ ຜູ້ມີຊີວິດຢູ່ຕະຫຼອດໄປເຊິ່ງຊື່ຂອງພະອົງນັ້ນບໍລິສຸດ ພະອົງເວົ້າວ່າ ‘ເຖິງວ່າເຮົາຈະຢູ່ໃນບ່ອນສູງສົ່ງແລະບໍລິສຸດ ແຕ່ເຮົາກໍຢູ່ກັບຄົນທີ່ຖືກກົດຂີ່ແລະຄົນທີ່ຕ່ຳຕ້ອຍ ເພື່ອຈະຍົກຄົນທີ່ຕ່ຳຕ້ອຍຂຶ້ນແລະໃຫ້ກຳລັງໃຈຄົນທີ່ຖືກກົດຂີ່.”
^ ຂໍ້ 18 2 ຂ່າວຄາວ 6:29, 30, (ລ.ມ.): “ຖ້າຄົນໜຶ່ງຄົນໃດຫຼືຊາວອິດສະຣາເອນປະຊາຊົນຂອງພະອົງທັງໝົດພາກັນອະທິດຖານ ຫຼືຂໍຄວາມເມດຕາຈາກພະອົງບໍ່ວ່າເລື່ອງຫຍັງ (ເພາະແຕ່ລະຄົນກໍຮູ້ວ່າຕົວເອງມີເລື່ອງທຸກໃຈຫຍັງ) ແລະຊູມືມາທາງວິຫານນີ້ ຂໍພະອົງຟັງຈາກບ່ອນຢູ່ຂອງພະອົງໃນສະຫວັນ ຂໍໃຫ້ອະໄພລາວ ແລະຕອບແທນແຕ່ລະຄົນຕາມການກະທຳຂອງລາວ ເພາະພະອົງອ່ານຫົວໃຈຂອງລາວໄດ້ (ພະອົງຜູ້ດຽວເທົ່ານັ້ນທີ່ອ່ານຫົວໃຈມະນຸດໄດ້)”