ບົດຄວາມສຶກສາທີ 27
ຮຽນແບບຄວາມອົດທົນຂອງພະເຢໂຫວາ
“ໃຫ້ອົດທົນຈົນເຖິງທີ່ສຸດ ແລ້ວພວກເຈົ້າຈະໄດ້ຊີວິດ.”—ລກ. 21:19
ເພງ 114 ຂໍໃຫ້ມີຄວາມອົດທົນ
ໃຈຄວາມສຳຄັນ *
1-2. ຄຳສັນຍາທີ່ຢູ່ໃນເອຊາອີ 65:16, 17 ຊ່ວຍເຮົາແນວໃດທີ່ຈະອົດທົນຕໍ່ໆໄປ?
ການປະຊຸມພາກປີ 2017 ມີຫົວຂໍ້ວ່າ: “ຢ່າຍອມແພ້!” ການປະຊຸມນີ້ຊ່ວຍເຮົາໃຫ້ຮູ້ວ່າຈະອົດທົນກັບບັນຫາຕ່າງໆແນວໃດ. ເຖິງວ່າການປະຊຸມນີ້ຈະຜ່ານໄປ 4 ປີແລ້ວ ແຕ່ເຮົາກໍຍັງຕ້ອງໄດ້ອົດທົນຕໍ່ໆໄປໃນໂລກຊົ່ວຂອງຊາຕານ.
2 ເມື່ອບໍ່ດົນມານີ້ເຈົ້າມີບັນຫາຫຍັງແດ່? ຄົນໃນຄອບຄົວຫຼືໝູ່ທີ່ເຈົ້າຮັກຕາຍຈາກໄປບໍ? ເຈົ້າມີບັນຫາສຸຂະພາບທີ່ຮ້າຍແຮງບໍ? ເຈົ້າມີບັນຫາຍ້ອນເຖົ້າລົງບໍ? ເຈົ້າເຈິກັບໄພທຳມະຊາດ ຄວາມຮຸນແຮງແລະການຂົ່ມເຫງບໍ? ຫຼືເຈົ້າໄດ້ຮັບຜົນກະທົບຈາກໂລກລະບາດເຊັ່ນ ພະຍາດໂຄວິດ-19 ບໍ? ເຮົາລໍຖ້າມື້ທີ່ບັນຫາເຫຼົ່ານີ້ຈະໝົດໄປແລະມື້ທີ່ເຮົາຈະບໍ່ຄິດເຖິງສິ່ງເຫຼົ່ານີ້ອີກເພາະມັນຈະບໍ່ເກີດຂຶ້ນອີກເລີຍ!—ອ່ານເອຊາອີ 65:16, 17
3. ເຮົາຕ້ອງເຮັດຫຍັງໃນຕອນນີ້ແລະຍ້ອນຫຍັງ?
3 ຊີວິດໃນໂລກນີ້ລຳບາກຫຼາຍແລະເຮົາອາດຈະເຈິບັນຫາໜັກກວ່ານີ້ໃນອະນາຄົດ. (ມທ. 24:21) ດັ່ງນັ້ນ ເຮົາຈຶ່ງເຂົ້າໃຈວ່າເຮົາຕ້ອງໄດ້ອົດທົນຫຼາຍກວ່າເກົ່າ. ຍ້ອນຫຍັງ? ຍ້ອນພະເຢຊູບອກວ່າ: “ໃຫ້ອົດທົນຈົນເຖິງທີ່ສຸດ ແລ້ວພວກເຈົ້າຈະໄດ້ຊີວິດ.” (ລກ. 21:19) ເມື່ອເຮົາເຫັນວ່າຄົນອື່ນອົດທົນກັບບັນຫາຕ່າງໆທີ່ຄ້າຍຄືກັບເຮົາ ນີ້ກໍຈະຊ່ວຍເຮົາໃຫ້ອົດທົນໄດ້.
4. ເປັນຫຍັງເຮົາຈຶ່ງເວົ້າໄດ້ວ່າພະເຢໂຫວາເປັນແບບຢ່າງທີ່ດີທີ່ສຸດໃນເລື່ອງຄວາມອົດທົນ?
4 ແມ່ນໃຜເປັນຕົວຢ່າງທີ່ດີທີ່ສຸດໃນເລື່ອງຄວາມອົດທົນ? ພະເຢໂຫວາ. ເປັນຫຍັງຈຶ່ງເວົ້າແນວນັ້ນ? ຂໍໃຫ້ເຮົາຄິດເຖິງສິ່ງຕໍ່ໄປນີ້. ຊາຕານເປັນຜູ້ປົກຄອງໂລກນີ້ແລະເຮັດໃຫ້ໂລກມີແຕ່ບັນຫາ. ທີ່ຈິງ ພະເຢໂຫວາສາມາດທຳລາຍໂລກຕອນນີ້ເລີຍກໍໄດ້ເພາະເພິ່ນມີອຳນາດ ແຕ່ເພິ່ນກໍຍັງລໍຖ້າໃຫ້ຮອດມື້ທີ່ເພິ່ນກຳນົດໄວ້. (ຣມ. 9:22) ນັ້ນໝາຍຄວາມວ່າພະເຢໂຫວາຕ້ອງໄດ້ອົດ ທົນຫຼາຍແທ້ໆຈົນກວ່າຈະຮອດມື້ນັ້ນ. ຕອນນີ້ໃຫ້ເຮົາມາເບິ່ງ 9 ຢ່າງທີ່ພະເຢໂຫວາໄດ້ອົດທົນ.
ພະເຢໂຫວາອົດທົນກັບຫຍັງແດ່?
5. ຊື່ສຽງຂອງພະເຈົ້າຖືກຕຳໜິແນວໃດ ແລະເຈົ້າຮູ້ສຶກແນວໃດກ່ຽວກັບເລື່ອງນີ້?
5ນາມຊື່ຂອງພະເຢໂຫວາຖືກຕຳໜິ. ພະເຢໂຫວາຮັກແລະເປັນຫ່ວງຊື່ສຽງຂອງເພິ່ນ ແລະເພິ່ນກໍຢາກໃຫ້ຄົນອື່ນເຄົາລົບແລະນັບຖືເພິ່ນ. (ເອຊາ. 42:8) ແຕ່ 6.000 ປີທີ່ຜ່ານມາຊື່ສຽງຂອງເພິ່ນຖືກຕຳໜິ. (ເພງ. 74:10, 18, 23) ເລື່ອງນີ້ເລີ່ມຕົ້ນຢູ່ໃນສວນເອເດນຕອນທີ່ມານຮ້າຍ (ເຊິ່ງມີຄວາມໝາຍວ່າ “ຜູ້ໝິ່ນປະໝາດ”) ໄດ້ກ່າວຫາວ່າພະເຈົ້າບໍ່ໄດ້ໃຫ້ອາດາມກັບເອວາມີສິ່ງທີ່ຈະເຮັດໃຫ້ເຂົາເຈົ້າມີຄວາມສຸກ. (ຕົ້ນ. 3:1-5) ຕະຫຼອດປະຫວັດສາດພະເຢໂຫວາຈຶ່ງຖືກກ່າວຫາຢ່າງຜິດໆວ່າ ບໍ່ໄດ້ໃຫ້ສິ່ງທີ່ຈະເຮັດໃຫ້ມະນຸດມີຄວາມສຸກ. ພະເຢຊູເປັນຫ່ວງກ່ຽວກັບຊື່ສຽງຂອງພະເຢໂຫວາຫຼາຍ. ດັ່ງນັ້ນ ເພິ່ນຈຶ່ງສອນລູກສິດໃຫ້ອະທິດຖານວ່າ: “ພະເຈົ້າ ພໍ່ຂອງພວກເຮົາທີ່ຢູ່ໃນສະຫວັນ ຂໍໃຫ້ຊື່ຂອງພະອົງເປັນທີ່ເຄົາລົບນັບຖືຢູ່ສະເໝີ.”—ມທ. 6:9
6. ເປັນຫຍັງພະເຢໂຫວາຈຶ່ງໃຫ້ເວລາເພື່ອພິສູດວ່າເພິ່ນມີສິດທີ່ຈະປົກຄອງ?
6ສິດໃນການປົກຄອງຂອງພະເຢໂຫວາຖືກຕໍ່ຕ້ານ. ພະເຢໂຫວາມີສິດທີ່ຈະປົກຄອງທັງໃນສະຫວັນແລະໂລກ ແລະການປົກຄອງຂອງເພິ່ນກໍດີທີ່ສຸດ. (ພນມ. 4:11) ແຕ່ຊາຕານພະຍາຍາມເຮັດໃຫ້ທູດສະຫວັນແລະມະນຸດຄິດວ່າພະເຢໂຫວາບໍ່ມີສິດທີ່ຈະປົກຄອງ. ດັ່ງນັ້ນ ຕ້ອງໃຊ້ເວລາເພື່ອຈະພິສູດວ່າພະເຢໂຫວາມີສິດທີ່ຈະປົກຄອງແລະການປົກຄອງຂອງເພິ່ນກໍດີທີ່ສຸດ. ພະເຢໂຫວາຈຶ່ງໃຫ້ມະນຸດປົກຄອງຕົວເອງຈັກໄລຍະໜຶ່ງເພື່ອໃຫ້ເຫັນວ່າ ເຂົາເຈົ້າບໍ່ສາມາດປົກຄອງຕົວເອງໄດ້ຖ້າບໍ່ເຊື່ອຟັງພະເຢໂຫວາທີ່ເປັນຜູ້ສ້າງ. (ຢເຣ. 10:23) ຍ້ອນພະເຢໂຫວາອົດທົນ ຈຶ່ງບໍ່ມີໃຜສົງໄສວ່າພະເຢໂຫວາມີສິດທີ່ຈະປົກຄອງຫຼືບໍ່. ທຸກຄົນຈະໄດ້ຮູ້ວ່າວິທີການປົກຄອງຂອງພະເຢໂຫວາດີທີ່ສຸດແລະມີແຕ່ພຽງການປົກຄອງຂອງເພິ່ນເທົ່ານັ້ນທີ່ຈະເຮັດໃຫ້ໂລກມີຄວາມສະຫງົບສຸກແລະຄວາມປອດໄພແທ້ໆ.
7. ມີໃຜແດ່ທີ່ກະບົດຕໍ່ພະເຢໂຫວາ ແລະເພິ່ນຈະເຮັດແນວໃດກັບເຂົາເຈົ້າ?
7ລູກບາງຄົນຂອງເພິ່ນກະບົດ. ພະເຢໂຫວາໄດ້ສ້າງທູດສະຫວັນແລະມະນຸດໃຫ້ສົມບູນແບບເຊິ່ງບໍ່ມີຂໍ້ບົກພ່ອງຫຍັງເລີຍ. ແຕ່ຕໍ່ມາກໍມີທູດສະຫວັນອົງໜຶ່ງເຊິ່ງກໍຄືຊາຕານ (ເຊິ່ງມີຄວາມໝາຍວ່າ “ຜູ້ຕໍ່ຕ້ານ”) ໄດ້ກະບົດແລະໄດ້ເຮັດໃຫ້ອາດາມກັບເອວາເຊິ່ງເປັນມະນຸດທີ່ສົມບູນແບບຕໍ່ຕ້ານພະເຢໂຫວາຄືກັນ. ທູດສະຫວັນອົງອື່ນໆແລະມະນຸດບາງຄົນກໍໄດ້ເຂົ້າຮ່ວມການກະບົດນີ້. (ຢດ. 6) ແມ່ນແຕ່ຊາດອິດສະຣາເອນທີ່ພະເຢໂຫວາເລືອກໃຫ້ເປັນປະຊາຊົນຂອງເພິ່ນກໍຍັງກະບົດຕໍ່ເພິ່ນ ແລ້ວໄປນະມັດສະການພະປອມ. (ເອຊາ. 63:8, 10) ພະເຢໂຫວາຮູ້ສຶກຜິດຫວັງແລະເສຍໃຈຫຼາຍແທ້ໆ ແຕ່ເພິ່ນກໍຍັງອົດທົນຕໍ່ໄປຈົນກວ່າຈະຮອດມື້ທີ່ເພິ່ນຈະທຳລາຍພວກກະບົດທັງໝົດນີ້. ເມື່ອບໍ່ມີພວກກະບົດແລ້ວ ພະເຢໂຫວາແລະຄົນທີ່ສັດຊື່ເຊິ່ງອົດທົນກັບຄວາມຊົ່ວໃນໂລກນີ້ກໍຈະມີຄວາມສຸກ.
8-9. ພະເຢໂຫວາຖືກກ່າວຫາເລື່ອງຫຍັງແດ່ ແລະເຈົ້າຮູ້ສຶກແນວໃດກັບຂໍ້ກ່າວຫານັ້ນ?
8ຄຳຕົວະຂອງຊາຕານ. ຊາຕານກ່າວຫາວ່າໂຢບຮັບໃຊ້ພະເຢໂຫວາຍ້ອນເຫດຜົນທີ່ເຫັນແກ່ຕົວ. ນີ້ບໍ່ໄດ້ເປັນການກ່າວຫາແຕ່ໂຢບຜູ້ດຽວເທົ່ານັ້ນ ແຕ່ຍັງລວມເຖິງຜູ້ຮັບໃຊ້ທີ່ສັດຊື່ທຸກຄົນແລະພະເຢໂຫວານຳ. (ໂຢບ 1:8-11; 2:3-5) ໃນທຸກມື້ນີ້ຊາຕານກໍຍັງກ່າວຫາຜູ້ຮັບໃຊ້ຂອງພະເຢໂຫວາແບບນີ້ຄືກັນ. (ພນມ. 12:10) ດັ່ງນັ້ນ ເມື່ອເຮົາອົດທົນກັບບັນຫາຕ່າງໆແລະສັດຊື່ຕໍ່ພະເຢໂຫວາດ້ວຍຄວາມຮັກ ເຮົາກໍພິສູດໃຫ້ເຫັນວ່າຊາຕານເປັນຜູ້ເວົ້າຕົວະ. ຖ້າເຮົາອົດທົນ ພະເຢໂຫວາກໍຈະໃຫ້ລາງວັນກັບເຮົາຄືກັບທີ່ໃຫ້ໂຢບ.—ຢກບ. 5:11
9 ຊາຕານໃຊ້ພວກຫົວໜ້າສາສະໜາປອມໃຫ້ສອນວ່າພະເຢໂຫວາເປັນພະເຈົ້າທີ່ໂຫດຮ້າຍແລະເປັນຕົ້ນເຫດທີ່ເຮັດໃຫ້ມະນຸດເຈິຄວາມທຸກ. ບາງຄົນເຖິງຂັ້ນສອນວ່າ ທີ່ເດັກນ້ອຍຕາຍກໍຍ້ອນພະເຈົ້າຢາກເອົາໄປຢູ່ສະຫວັນນຳ. ຈັ່ງແມ່ນເປັນການໃສ່ຮ້າຍພະເຈົ້າແທ້ໆ! ແຕ່ເຮົາຮູ້ວ່າພະເຢໂຫວາບໍ່ໄດ້ເປັນແບບນັ້ນ. ເມື່ອເຮົາເຈັບປ່ວຍຮ້າຍແຮງຫຼືຄົນທີ່ເຮົາຮັກຕາຍຈາກໄປ ເຮົາກໍບໍ່ເຄີຍໂທດພະເຢໂຫວາເພາະເຮົາເຊື່ອວ່າມື້ໜຶ່ງພະເຢໂຫວາຈະບໍ່ໃຫ້ມີຄວາມເຈັບປ່ວຍ ແລະຈະປຸກຄົນຕາຍໃຫ້ຟື້ນຄືນມາ. ດັ່ງນັ້ນ ເຮົາຈຶ່ງຢາກບອກຄົນອື່ນໃຫ້ຮູ້ວ່າພະເຢໂຫວາເປັນພະເຈົ້າແບບໃດແທ້ໆ ແລະນີ້ຈະເຮັດໃຫ້ພະເຢໂຫວາຕອບຄົນທີ່ເຍາະເຍີ້ຍເພິ່ນໄດ້.—10. ຄຳເພງ 22:23, 24 ບອກໃຫ້ເຮົາຮູ້ຫຍັງກ່ຽວກັບພະເຢໂຫວາ?
10ຜູ້ຮັບໃຊ້ຂອງເພິ່ນມີຄວາມທຸກ. ພະເຢໂຫວາເປັນພະເຈົ້າທີ່ເຫັນອົກເຫັນໃຈ. ພະເຢໂຫວາຮູ້ສຶກເສຍໃຈເມື່ອເຫັນເຮົາເຈິກັບຄວາມທຸກບໍ່ວ່າຈະຍ້ອນຄວາມເຈັບປ່ວຍ ຮູ້ສຶກວ່າຕົວເອງບໍ່ມີຄ່າ ຫຼືຖືກຂົ່ມເຫງ. (ອ່ານຄຳເພງ 22:23, 24) ພະເຢໂຫວາຮູ້ວ່າເຮົາເຈັບປວດຫຼາຍສ່ຳໃດ ເພິ່ນຢາກຊ່ວຍເຮົາແລະເພິ່ນຈະກຳຈັດບັນຫານັ້ນອອກໄປ. (ສົມທຽບກັບອົບພະຍົບ 3:7, 8; ເອຊາອີ 63:9) ເພາະອີກບໍ່ດົນ “ພະເຈົ້າຈະເຊັດນ້ຳຕາທຸກຢົດຈາກຕາຂອງ [ພວກເຮົາ] ແລະຄວາມຕາຍຈະບໍ່ມີອີກຕໍ່ໄປ ຄວາມໂສກເສົ້າຫຼືສຽງຮ້ອງໄຫ້ເສຍໃຈຫຼືຄວາມເຈັບປວດຈະບໍ່ມີອີກເລີຍ.”—ພນມ. 21:4
11. ພະເຢໂຫວາຮູ້ສຶກແນວໃດເມື່ອຜູ້ຮັບໃຊ້ທີ່ສັດຊື່ຂອງເພິ່ນຕາຍຈາກໄປ?
11ໝູ່ທີ່ເພິ່ນຮັກຕາຍຈາກໄປ. ພະເຢໂຫວາຮູ້ສຶກແນວໃດເມື່ອຜູ້ຮັບໃຊ້ທີ່ສັດຊື່ຂອງເພິ່ນຕາຍຈາກໄປ? ເພິ່ນຄິດຮອດເຂົາເຈົ້າແລະຢາກເຫັນເຂົາເຈົ້າອີກ. (ໂຢບ 14:15) ລອງຄິດເບິ່ງແມ້ວ່າ ເພິ່ນຈະຄິດຮອດອັບຣາຮາມໝູ່ຂອງເພິ່ນຫຼາຍສ່ຳໃດ. (ຢກບ. 2:23) ແລະ ພະເຢໂຫວາກໍຄືຊິຄິດຮອດໂມເຊເພາະເພິ່ນເຄີຍລົມກັບໂມເຊ ‘ຕໍ່ໜ້າກັນຄືຄົນຜູ້ໜຶ່ງເວົ້າກັບສ່ຽວ.’ (ອົບ. 33:11) ແລະພະເຢໂຫວາກໍຄືຊິຄິດຮອດດາວິດແລະຜູ້ຂຽນຄຳເພງຄົນອື່ນໆທີ່ເຄີຍຮ້ອງເພງສັນລະເສີນເພິ່ນ! (ເພງ. 104:33) ເຖິງວ່າຄົນເຫຼົ່ານີ້ຈະຕາຍໄປແລ້ວ ແຕ່ພະເຢໂຫວາກໍຍັງບໍ່ລືມເຂົາເຈົ້າ. (ເອຊາ. 49:15) ເພິ່ນຈື່ທຸກລາຍລະອຽດຂອງເຂົາເຈົ້າ. ທີ່ຈິງ ຄຳພີໄບເບິນບອກວ່າ ເພິ່ນ “ເຫັນວ່າພວກເຂົາທຸກຄົນມີຊີວິດຢູ່.” (ລກ. 20:38) ຈະມີມື້ໜຶ່ງໃນອະນາຄົດ ພະເຢໂຫວາຈະປຸກເຂົາເຈົ້າໃຫ້ກັບຄືນມາມີຊີວິດອີກ ແລະຈະໄດ້ຍິນເຂົາເຈົ້າອະທິດຖານເຖິງເພິ່ນແລະຈະໄດ້ເຫັນເຂົາເຈົ້ານະມັດສະການເພິ່ນອີກ. ຖ້າເຈົ້າມີໝູ່ຫຼືຄົນທີ່ຮັກຕາຍຈາກໄປ ເລື່ອງເຫຼົ່ານີ້ຈະໃຫ້ກຳລັງໃຈແລະປອບໂຍນເຈົ້າ.
12. ໃນສະໄໝສຸດທ້າຍນີ້ ມີສິ່ງໃດແດ່ທີ່ເຮັດໃຫ້ພະເຢໂຫວາທຸກໃຈ?
12ຄົນດີຖືກກົດຂີ່ຂົ່ມເຫງ. ເມື່ອມີການກະບົດຢູ່ສວນເອເດນ ພະເຢໂຫວາກໍຮູ້ວ່າສະພາບການຂອງໂລກຈະຮ້າຍແຮງຂຶ້ນເລື້ອຍໆ ກ່ອນທີ່ເພິ່ນຈະເຮັດໃຫ້ໂລກນີ້ດີຂຶ້ນ. ພະເຢໂຫວາກຽດຊັງຄວາມຮຸນແຮງ ຄວາມຊົ່ວ ແລະຄວາມບໍ່ຍຸຕິທຳທີ່ມີຢູ່ໃນໂລກທຸກມື້ນີ້. ເພິ່ນຮູ້ສຶກເປັນຫ່ວງຄົນທີ່ອ່ອນແອ ໂດຍສະເພາະແມ່ນລູກກຳພ້າແລະແມ່ໝ້າຍ. (ຊກາ. 7:9, 10) ເພິ່ນຮູ້ສຶກທຸກໃຈທີ່ເຫັນຜູ້ຮັບໃຊ້ທີ່ສັດຊື່ຂອງເພິ່ນຖືກຂົ່ມເຫງແລະຖືກຈັບເຂົ້າຄຸກ. ແຕ່ຂໍໃຫ້ເຮົາໝັ້ນໃຈວ່າພະເຢໂຫວາຮັກທຸກຄົນທີ່ອົດທົນກັບຄວາມຍາກລຳບາກນີ້ພ້ອມກັບເພິ່ນ.
13. ພະເຢໂຫວາເຫັນວ່າສັງຄົມມະນຸດເສື່ອມລົງແນວໃດ ແລະເພິ່ນຈະເຮັດແນວໃດກັບເລື່ອງນີ້?
13ສິນລະທຳຂອງມະນຸດເສື່ອມລົງ. ມະນຸດຖືກສ້າງຕາມແບບຂອງພະເຈົ້າຢູ່ແລ້ວ ແຕ່ຊາຕານພັດຢາກໃຫ້ມະນຸດເຮັດສິ່ງທີ່ບໍ່ດີ. ພະເຈົ້າເຫັນວ່າໃນສະໄໝໂນອາ ‘ຄວາມຊົ່ວຂອງມະນຸດມີຫຼາຍຂຶ້ນ . . . ມະນຸດທີ່ພະເຢໂຫວາສ້າງເທິງໂລກເຮັດໃຫ້ພະອົງເສຍໃຈແລະເຈັບປວດໃຈ.’ (ຕົ້ນ. 6:5, 6, 11, ລ.ມ.) ຕັ້ງແຕ່ນັ້ນມາສັງຄົມມະນຸດດີຂຶ້ນບໍ? ບໍ່ເລີຍ. ຊາຕານຄືຊິພໍໃຈຫຼາຍແທ້ໆທີ່ເຫັນວ່າມະນຸດເຮັດຜິດສິນລະທຳທາງເພດທຸກຮູບແບບບໍ່ວ່າຈະເປັນການເຮັດຜິດສິນລະທຳກັບເພດກົງກັນຂ້າມຫຼືເພດດຽວກັນ. (ອຟຊ. 4:18, 19) ແລະມັນແຮ່ງຊິດີໃຈທີ່ເຫັນຜູ້ນະມັດສະການພະເຢໂຫວາເຮັດຜິດແບບນີ້. ເມື່ອຮອດເວລາ ພະເຢໂຫວາຈະສະແດງໃຫ້ເຫັນວ່າເພິ່ນກຽດຊັງການເຮັດຜິດສິນລະທຳທາງເພດທຸກຮູບແບບໂດຍທຳລາຍຄົນທີ່ເຮັດແບບນີ້ທີ່ບໍ່ກັບໃຈ.
14. ມະນຸດໄດ້ເຮັດຫຍັງຕໍ່ໂລກແລະສັດ?
14ສິ່ງທີ່ເພິ່ນສ້າງຖືກທຳລາຍ. ‘ການປົກຄອງຂອງມະນຸດມີແຕ່ສ້າງຄວາມເສຍຫາຍ’ ບໍ່ພຽງແຕ່ສ້າງຄວາມເສຍຫາຍໃຫ້ກັບມະນຸດເທົ່ານັ້ນ ແຕ່ຍັງສ້າງຄວາມເສຍຫາຍໃຫ້ກັບໂລກແລະສັດທີ່ພະເຢໂຫວາສັ່ງໃຫ້ເຮົາເບິ່ງແຍງ. (ຜູ້ປ. 8:9, ລ.ມ.; ຕົ້ນ. 1:28) ນັກວິທະຍາສາດບາງຄົນເຕືອນວ່າ ອີກບໍ່ດົນສິ່ງມີຊີວິດຫຼາຍກວ່າ 1 ລ້ານສາຍພັນຈະສູນພັນຍ້ອນການກະທຳຂອງມະນຸດ. ບໍ່ແປກໃຈເລີຍທີ່ບາງຄົນບອກວ່າທຳມະຊາດຈະຖືກທຳລາຍ. ແຕ່ເຮົາດີໃຈທີ່ພະເຢໂຫວາສັນຍາວ່າ “ຈະທຳລາຍຜູ້ຄົນທີ່ທຳລາຍໂລກນີ້” ແລະປ່ຽນໂລກໃຫ້ກາຍເປັນອຸທິຍານ.—ພນມ. 11:18; ເອຊາ. 35:1
ເຮົາໄດ້ບົດຮຽນຫຍັງຈາກຄວາມອົດທົນຂອງພະເຢໂຫວາ?
15-16. ສິ່ງໃດຈະກະຕຸ້ນເຮົາໃຫ້ອົດທົນຄືກັບພະເຢໂຫວາໄດ້ອົດທົນ? ຂໍໃຫ້ຍົກຕົວຢ່າງ
15 ລອງຄິດເບິ່ງດູວ່າ ຕະຫຼອດຫຼາຍພັນປີພະເຢໂຫວາໄດ້ອົດທົນກັບບັນຫາຕ່າງໆທີ່ເຮັດໃຫ້ເຈັບປວດໃຈຫຼາຍສ່ຳໃດ. (ເບິ່ງຂອບ “ ພະເຢໂຫວາໄດ້ອົດທົນກັບຫຍັງແດ່.”) ທີ່ຈິງ ພະເຢໂຫວາຈະຈັດການໂລກຊົ່ວນີ້ເວລາໃດກໍໄດ້. ແຕ່ຍ້ອນເພິ່ນອົດທົນ ຈຶ່ງໄດ້ເປີດໂອກາດໃຫ້ເຮົາໄດ້ຮັບສິ່ງດີໆ. ຂໍໃຫ້ເຮົາຄິດເຖິງຕົວຢ່າງຕໍ່ໄປນີ້. ສົມມຸດວ່າຜົວເມຍຄູ່ໜຶ່ງມີລູກ ແຕ່ໝໍບອກວ່າລູກທີ່ເກີດມາຈະມີຮ່າງກາຍທີ່ບໍ່ສົມບູນແລະຈະມີຊີວິດຢູ່ໄດ້ບໍ່ ດົນ. ແຕ່ພໍ່ແມ່ກໍເຕັມໃຈໃຫ້ລູກເກີດມາເຖິງວ່າຈະມີຊີວິດທີ່ຍາກລຳບາກ. ຍ້ອນຄວາມຮັກ ພໍ່ແມ່ຈຶ່ງອົດທົນກັບຄວາມຫຍຸ້ງຍາກຫຼາຍຢ່າງເພື່ອໃຫ້ລູກມີຊີວິດທີ່ດີທີ່ສຸດ.
16 ຄ້າຍຄືກັນ ທຸກຄົນທີ່ເປັນລູກຫຼານຂອງອາດາມກັບເອວາທີ່ເກີດມາໃນໂລກກໍເປັນຄົນບໍ່ສົມບູນແບບ. ແຕ່ພະເຢໂຫວາກໍຍັງຮັກແລະເປັນຫ່ວງເຂົາເຈົ້າ. (1 ຢຮ. 4:19) ແຕ່ຈຸດທີ່ຕ່າງກັນລະຫວ່າງພະເຢໂຫວາກັບພໍ່ແມ່ທີ່ຢູ່ໃນຕົວຢ່າງປຽບທຽບກໍຄື ພະເຢໂຫວາສາມາດແກ້ໄຂບັນຫາໄດ້ ແລະເພິ່ນກໍໄດ້ກຳນົດວັນເວລາທີ່ຈະກຳຈັດບັນຫາທັງໝົດຂອງມະນຸດໄວ້ແລ້ວ. (ມທ. 24:36) ຄວາມຮັກທີ່ພະເຢໂຫວາມີຕໍ່ເຮົາຄວນກະຕຸ້ນເຮົາໃຫ້ອົດທົນຫຼາຍຂຶ້ນບໍ່ແມ່ນບໍ?
17. ເລື່ອງຂອງພະເຢຊູທີ່ຢູ່ໃນເຮັບເຣີ 12:2, 3 ຊ່ວຍເຮົາໃຫ້ອົດທົນຕໍ່ໄປໄດ້ແນວໃດ?
17 ພະເຢໂຫວາເປັນແບບຢ່າງທີ່ດີທີ່ສຸດໃນເລື່ອງຄວາມອົດທົນ ແລະພະເຢຊູເອງກໍໄດ້ຮຽນແບບຢ່າງຄວາມອົດທົນຂອງພະເຢໂຫວາໄດ້ຢ່າງດີ ເພາະເພິ່ນໄດ້ອົດທົນກັບຄຳເວົ້າດູຖູກຢຽດຫຍາມ ຄວາມອັບອາຍ ແລະຖືກຕອກເທິງເສົາທໍລະມານເພື່ອພວກເຮົາ. (ອ່ານເຮັບເຣີ 12:2, 3) ເຮົາເຫັນວ່າແບບຢ່າງເລື່ອງຄວາມອົດທົນຂອງພະເຢໂຫວາໄດ້ຊ່ວຍພະເຢຊູໃຫ້ອົດທົນໄດ້. ດັ່ງນັ້ນ ເລື່ອງນີ້ກໍສາມາດຊ່ວຍເຮົາໃຫ້ອົດທົນໄດ້ຄືກັນ.
18. ຕາມ 2 ເປໂຕ 3:9 ຄວາມອົດທົນຂອງພະເຢໂຫວາມີຜົນດີແນວໃດ?
18 ອ່ານ 2 ເປໂຕ 3:9. ພະເຢໂຫວາຮູ້ວ່າຕອນໃດເໝາະສົມທີ່ສຸດທີ່ຈະທຳລາຍໂລກຊົ່ວ. ຄວາມອົດທົນຂອງພະເຢໂຫວາເປີດໂອກາດໃຫ້ຫຼາຍລ້ານຄົນໄດ້ມາຮູ້ຈັກແລະນະມັດສະການເພິ່ນ. ຄົນເຫຼົ່ານີ້ດີໃຈທີ່ພະເຢໂຫວາໄດ້ອົດທົນຈົນເຂົາເຈົ້າໄດ້ເກີດມາ ໄດ້ຮຽນຮູ້ເລື່ອງຂອງເພິ່ນແລະຮັກເພິ່ນ ແລະໄດ້ອຸທິດຊີວິດໃຫ້ເພິ່ນ. ເມື່ອຫຼາຍລ້ານຄົນທີ່ອົດທົນຈົນເຖິງທີ່ສຸດໄດ້ຮັບລາງວັນ ເຮົາກໍຈະເຫັນວ່າພະເຢໂຫວາຕັດສິນໃຈຖືກແລ້ວທີ່ໄດ້ອົດທົນ.
19. ເຮົາຄວນຕັ້ງໃຈທີ່ຈະເຮັດຫຍັງ ແລະເຮົາຈະໄດ້ຮັບລາງວັນຫຍັງ?
19 ພະເຢໂຫວາຊ່ວຍເຮົາໃຫ້ຮູ້ວ່າຈະອົດທົນດ້ວຍຄວາມຍິນດີໄດ້ແນວໃດ. ເຖິງວ່າຊາຕານຈະເຮັດໃຫ້ໂລກມີແຕ່ບັນຫາແລະຄວາມທຸກຫຼາຍຢ່າງ ແຕ່ພະເຢໂຫວາຍັງ “ມີຄວາມສຸກ” ສະເໝີ. (1 ຕມ. 1:11) ເຮົາກໍມີຄວາມສຸກໄດ້ຄືກັນຕອນທີ່ເຮົາອົດທົນລໍຖ້າໃຫ້ພະເຢໂຫວາເຮັດໃຫ້ຊື່ຂອງເພິ່ນເປັນທີ່ເຄົາລົບນັບຖື ພິສູດວ່າເພິ່ນມີສິດທີ່ຈະປົກຄອງ ລົບລ້າງຄົນຊົ່ວທັງໝົດແລະເຮັດໃຫ້ບັນຫາອື່ນໆທີ່ເຮົາເຈິຢູ່ໃນທຸກມື້ນີ້ໝົດໄປ. ຂໍໃຫ້ເຮົາຕັ້ງໃຈທີ່ຈະອົດທົນເພາະຮູ້ວ່າພະເຢໂຫວາພໍ່ທີ່ຢູ່ໃນສະຫວັນກໍອົດທົນຄືກັນ. ຖ້າເຮົາເຮັດແບບນັ້ນຄຳເວົ້າເຫຼົ່ານີ້ກໍຈະເປັນຈິງສຳລັບເຮົາທີ່ວ່າ: “ຄົນທີ່ອົດທົນກັບຄວາມຍາກລຳບາກຢູ່ສະເໝີກໍມີຄວາມສຸກ ເພາະເມື່ອພະເຢໂຫວາຍອມຮັບລາວ ພະອົງຈະໃຫ້ຊີວິດແກ່ລາວເປັນລາງວັນຕາມທີ່ພະອົງສັນຍາໄວ້ກັບຄົນທີ່ຮັກພະອົງ.”—ຢກບ. 1:12
ເພງ 139 ນຶກພາບເມື່ອທຸກສິ່ງກາຍເປັນສິ່ງໃໝ່
^ ຂໍ້ 5 ເຮົາທຸກຄົນມີບັນຫາ ແຕ່ບັນຫາບາງຢ່າງກໍແກ້ໄຂບໍ່ໄດ້. ດັ່ງນັ້ນ ເຮົາຕ້ອງໄດ້ອົດທົນເອົາ. ແຕ່ບໍ່ແມ່ນເຮົາຜູ້ດຽວທີ່ອົດທົນ ພະເຢໂຫວາກໍໄດ້ອົດທົນກັບຫຼາຍຢ່າງຄືກັນ. ໃນບົດນີ້ເຮົາຈະມາເບິ່ງ 9 ຢ່າງທີ່ພະເຢໂຫວາໄດ້ອົດທົນ ແລະເບິ່ງວ່າຄວາມອົດທົນຂອງພະເຢໂຫວາມີຜົນດີແນວໃດ. ແລະເຮົາຈະໄດ້ບົດຮຽນຫຍັງແດ່ຈາກຄວາມອົດທົນຂອງພະເຢໂຫວາ.