ບົດຄວາມສຶກສາທີ 26
ເຈົ້າຈະຊ່ວຍຄົນໃຫ້ເຂົ້າມາເປັນລູກສິດໄດ້ບໍ?
“ພະເຈົ້າເປັນຜູ້ທີ່ກະຕຸ້ນພວກເຈົ້າໃຫ້ມີທັງຄວາມຕ້ອງການແລະກຳລັງເພື່ອຈະເຮັດສິ່ງທີ່ພະອົງພໍໃຈ.”—ຟລປ. 2:13
ເພງ 64 ຮ່ວມເຮັດວຽກເກັບກ່ຽວດ້ວຍຄວາມຍິນດີ
ໃຈຄວາມສຳຄັນ *
1. ພະເຢໂຫວາເຮັດຫຍັງໃຫ້ເຈົ້າແດ່?
ເຈົ້າເຂົ້າມາເປັນພະຍານພະເຢໂຫວາແນວໃດ? ທຳອິດ ເຈົ້າອາດຈະຮູ້ຈັກ“ຂ່າວດີ” ຈາກພໍ່ແມ່ ໝູ່ຢູ່ໂຮງຮຽນ ຢູ່ບ່ອນເຮັດວຽກ ຫຼືພະຍານພະເຢໂຫວາມາປະກາດນຳເຈົ້າ. (ມຣກ. 13:10) ຈາກນັ້ນ ກໍມີຜູ້ໜຶ່ງມາໃຊ້ເວລາແລະພະຍາຍາມສອນເຈົ້າໃຫ້ເຂົ້າໃຈຄວາມຈິງໃນຄຳພີໄບເບິນ. ນີ້ເຮັດໃຫ້ເຈົ້າຮັກພະເຢໂຫວາແລະຮູ້ວ່າພະເຢໂຫວາກໍຮັກເຈົ້າຄືກັນ. ພະເຢໂຫວາໄດ້ຊັກນຳເຈົ້າໃຫ້ຮູ້ຈັກຄວາມຈິງ ແລະຕອນນີ້ເມື່ອເຈົ້າເຂົ້າມາເປັນລູກສິດຂອງພະຄລິດ ເຈົ້າກໍມີຄວາມຫວັງທີ່ຈະມີຊີວິດຕະຫຼອດໄປ. (ຢຮ. 6:44) ເຮົາຂອບໃຈພະເຢໂຫວາຫຼາຍແທ້ໆທີ່ໃຫ້ມີຄົນມາສອນເຮົາໃຫ້ຮູ້ຈັກຄວາມຈິງ ແລະຂອບໃຈທີ່ເພິ່ນຮັບເຮົາໃຫ້ເຂົ້າມາເປັນລູກສິດຂອງເພິ່ນ.
2. ເຮົາຈະຮຽນຫຍັງໃນບົດນີ້?
2 ຍ້ອນເຮົາໄດ້ຮູ້ຈັກຄວາມຈິງແລ້ວ ເຮົາຈຶ່ງຄວນຊ່ວຍຄົນອື່ນໃຫ້ມາຢູ່ໃນທາງທີ່ພາໄປເຖິງຊີວິດ. ເຮົາອາດຮູ້ສຶກວ່າມັນບໍ່ຍາກທີ່ຈະໄປປະກາດ ແຕ່ມັນຍາກທີ່ຈະນຳການສຶກສາ. ເຈົ້າເດ ຮູ້ສຶກແບບນັ້ນບໍ? ຖ້າເຈົ້າຮູ້ສຶກແບບນັ້ນ ໃນບົດນີ້ຈະມີຄຳແນະນຳທີ່ຊ່ວຍເຈົ້າໄດ້. ໃນບົດນີ້ເຮົາຈະມາເບິ່ງວ່າສິ່ງໃດຈະກະຕຸ້ນເຮົາໃຫ້ຢາກສອນຄົນອື່ນໃຫ້ເຂົ້າມາເປັນລູກສິດ ແລະສິ່ງໃດຈະຊ່ວຍເຮົາບໍ່ໃຫ້ຢ້ານທີ່ຈະນຳການສຶກສາ. ແຕ່ກ່ອນອື່ນເຮົາຈະມາເບິ່ງວ່າ ເປັນຫຍັງເຮົາຕ້ອງປະກາດ ແລະສອນ ຄົນໃຫ້ເຂົ້າມາເປັນລູກສິດ.
ພະເຢຊູສັ່ງໃຫ້ເຮົາປະກາດແລະສອນ
3. ເປັນຫຍັງເຮົາຕ້ອງປະກາດ?
3 ຕອນທີ່ພະເຢຊູມີຊີວິດຢູ່ໃນໂລກ ເພິ່ນໄດ້ສັ່ງໃຫ້ພວກລູກສິດເຮັດວຽກມທ. 10:7; ລກ. 8:1) ເຊັ່ນ: ພະເຢຊູໄດ້ກຽມພວກລູກສິດໃຫ້ຮູ້ວ່າຈະເຮັດແນວໃດຖ້າມີຄົນທີ່ສົນໃຈຂ່າວດີຫຼືບໍ່ຟັງຂ່າວດີທີ່ເຂົາເຈົ້າປະກາດ. (ລກ. 9:2-5) ພະເຢຊູໄດ້ບອກລ່ວງໜ້າວ່າ ພວກລູກສິດຈະປະກາດໃນຂອບເຂດທີ່ກວ້າງຂວາງ ເຂົາເຈົ້າຈະ “ປະກາດ . . . ເພື່ອໃຫ້ຄົນທຸກຊາດມີໂອກາດໄດ້ຍິນ.” (ມທ. 24:14; ກຈກ. 1:8) ບໍ່ວ່າຄົນຈະຟັງຫຼືບໍ່ຟັງກໍຕາມ ແຕ່ພວກລູກສິດຂອງເພິ່ນກໍຈະປະກາດຂ່າວດີເລື່ອງການປົກຄອງຂອງພະເຈົ້າແລະສິ່ງທີ່ການປົກຄອງນີ້ຈະເຮັດໃຫ້ສຳເລັດ.
ສອງຢ່າງ. ທຳອິດ ເພິ່ນໄດ້ບອກພວກລູກສິດໃຫ້ປະກາດຂ່າວດີເລື່ອງການປົກຄອງຂອງພະເຈົ້າ ແລະຍັງບອກໃຫ້ເຂົາເຈົ້າຮູ້ວ່າຈະປະກາດແນວໃດ. (4. ຕາມມັດທາຍ 28:18-20 ນອກຈາກການປະກາດແລ້ວ ເຮົາຍັງຕ້ອງເຮັດຫຍັງອີກ?
4 ຢ່າງທີ 2 ທີ່ພະເຢຊູສັ່ງໃຫ້ພວກລູກສິດເຮັດແມ່ນຫຍັງ? ເພິ່ນບອກພວກລູກສິດໃຫ້ໄປສອນ ຜູ້ທີ່ເຂົາເຈົ້າປະກາດນຳໃຫ້ເຮັດຕາມທຸກສິ່ງທີ່ເພິ່ນໄດ້ສັ່ງໄວ້. ແລ້ວວຽກປະກາດແລະວຽກສອນຄົນໃຫ້ເຂົ້າມາເປັນລູກສິດເຮັດແຕ່ຢູ່ໃນສະຕະວັດທຳອິດຄືກັບທີ່ບາງຄົນເວົ້າບໍ? ບໍ່ ເພາະພະເຢຊູບອກວ່າວຽກນີ້ຈະເຮັດຕໍ່ໆໄປຈົນຮອດສະໄໝຂອງເຮົາເຊິ່ງເປັນ “ສະໄໝສຸດທ້າຍຂອງໂລກນີ້.” (ອ່ານມັດທາຍ 28:18-20) ເປັນໄປໄດ້ວ່າພະເຢຊູໄດ້ໃຫ້ຄຳສັ່ງນີ້ຕອນທີ່ເພິ່ນປາກົດຕົວຕໍ່ພວກລູກສິດຫຼາຍກວ່າ 500 ຄົນ. (1 ກຣ. 15:6) ແລະໃນນິມິດທີ່ພະເຢຊູໃຫ້ໂຢຮັນເຫັນ ເພິ່ນກໍໄດ້ບອກຢ່າງຈະແຈ້ງວ່າພວກລູກສິດຂອງເພິ່ນທຸກຄົນຈະຕ້ອງຊ່ວຍຄົນອື່ນໃຫ້ຮຽນຮູ້ເລື່ອງຂອງພະເຢໂຫວາ.—ພນມ. 22:17
5. ສິ່ງທີ່ໂປໂລເວົ້າໃນ 1 ໂກຣິນໂທ 3:6-9 ສະແດງວ່າການປະກາດແລະການສອນກ່ຽວຂ້ອງກັນແນວໃດ?
5 ອັກຄະສາວົກໂປໂລໄດ້ສົມທຽບວຽກສອນຄົນໃຫ້ເຂົ້າມາເປັນລູກສິດກັບການປູກພືດ ເຊິ່ງເຮັດໃຫ້ເຫັນວ່າເຮົາຕ້ອງບໍ່ພຽງແຕ່ປູກພືດເທົ່ານັ້ນ. ລາວໄດ້ບອກພີ່ນ້ອງໃນເມືອງໂກຣິນໂທວ່າ: “ຂ້ອຍເປັນຄົນປູກ ອາໂປໂລເປັນຄົນຫົດນ້ຳ . . . ພວກເຈົ້າເປັນໄຮ່ນາທີ່ພະເຈົ້າປູກໃສ່.” (ອ່ານ 1 ໂກຣິນໂທ 3:6-9) ເຮົາເປັນຄືກັບຜູ້ທີ່ເຮັດວຽກຢູ່ໃນ ‘ໄຮ່ນາຂອງພະເຈົ້າ.’ ດັ່ງນັ້ນ ເຮົາຕ້ອງບໍ່ພຽງແຕ່ປູກ ແຕ່ເຮົາຕ້ອງໝັ່ນຫົດນ້ຳແລະກວດເບິ່ງວ່າມັນໃຫຍ່ສ່ຳໃດແລ້ວ. ຄ້າຍກັນ ເຮົາຕ້ອງບໍ່ພຽງແຕ່ປະກາດ ແຕ່ເຮົາຕ້ອງເປັນຜູ້ສອນນຳ. (ຢຮ. 4:35) ແນວໃດກໍຕາມ ເຮົາຕ້ອງຈື່ໄວ້ວ່າພະເຈົ້າເປັນຜູ້ທີ່ເຮັດໃຫ້ເຕີບໃຫຍ່.
6. ຜູ້ສອນຄຳພີໄບເບິນຕ້ອງເຮັດຫຍັງແດ່?
6 ເຮົາຊອກຫາຄົນທີ່ “ເຕັມໃຈຕອບຮັບຄວາມຈິງເຊິ່ງເຮັດໃຫ້ໄດ້ຊີວິດຕະຫຼອດໄປ.” (ກຈກ. 13:48) ເພື່ອຈະຊ່ວຍຄົນເຫຼົ່ານີ້ໃຫ້ເຂົ້າມາເປັນລູກສິດ ເຮົາຕ້ອງຊ່ວຍເຂົາເຈົ້າໃຫ້ (1) ເຂົ້າໃຈ (2) ຍອມຮັບ ແລະ (3) ເຮັດຕາມສິ່ງທີ່ເຂົາເຈົ້າໄດ້ຮຽນຈາກຄຳພີໄບເບິນ. (ຢຮ. 17:3; ກລຊ. 2:6, 7; 1 ທຊ. 2:13) ທຸກຄົນໃນປະຊາຄົມຄວນສະແດງຄວາມຮັກແລະຕ້ອນຮັບນັກສຶກສາຢ່າງອົບອຸ່ນຕອນທີ່ເຂົາເຈົ້າມາປະຊຸມ. (ຢຮ. 13:35) ຜູ້ນຳການສຶກສາອາດຕ້ອງໃຊ້ເວລາແລະເຫື່ອແຮງຫຼາຍເພື່ອຈະຊ່ວຍນັກສຶກສາໃຫ້ປ່ຽນຄວາມເຊື່ອຫຼືປະເພນີທີ່ “ຝັງຮາກເລິກ.” (2 ກຣ. 10:4, 5) ອາດຈະຕ້ອງໃຊ້ເວລາຫຼາຍເດືອນເພື່ອຈະຊ່ວຍເຂົາເຈົ້າໃຫ້ປ່ຽນແປງຕົວເອງໃຫ້ກ້າວໜ້າຈົນຮັບບັບເຕມາໄດ້. ແຕ່ການເຮັດແບບນີ້ຄຸ້ມຄ່າຫຼາຍແທ້ໆ!
ຄວາມຮັກກະຕຸ້ນເຮົາໃຫ້ຢາກຊ່ວຍຄົນເຂົ້າມາເປັນລູກສິດ
7. ສິ່ງໃດກະຕຸ້ນເຮົາໃຫ້ປະກາດແລະສອນຄົນໃຫ້ເຂົ້າມາເປັນລູກສິດ?
7 ເປັນຫຍັງເຮົາຕ້ອງປະກາດແລະສອນຄົນໃຫ້ເຂົ້າມາເປັນລູກສິດ? ເຫດຜົນທຳອິດກໍຍ້ອນວ່າເຮົາຮັກພະເຢໂຫວາ. ເຮົາຈະສະແດງວ່າເຮົາຮັກພະເຢໂຫວາເມື່ອເຮົາພະຍາຍາມໃຫ້ດີທີ່ສຸດທີ່ຈະປະກາດແລະສອນຄົນ1 ຢຮ. 5:3) ຂໍໃຫ້ຄິດເຖິງເລື່ອງນີ້: ເຈົ້າປະກາດກັບຄົນອື່ນກໍຍ້ອນວ່າເຈົ້າຮັກພະເຢໂຫວາ ແຕ່ການເຮັດແບບນີ້ງ່າຍບໍ? ບໍ່ງ່າຍປານໃດ. ເຈົ້າຢ້ານບໍຕອນທີ່ໄປປະກາດເທື່ອທຳອິດ? ຢ້ານແທ້! ແຕ່ເຮົາຮູ້ວ່ານີ້ເປັນວຽກທີ່ພະເຢຊູຢາກໃຫ້ເຮົາເຮັດ ແລະເຮົາກໍຕັ້ງໃຈທີ່ຈະເຮັດຕາມທີ່ເພິ່ນບອກ. ເມື່ອເວລາຜ່ານໄປ ເຈົ້າກໍອາດຈະກ້າຫຼາຍຂຶ້ນທີ່ຈະປະກາດ. ແລ້ວການນຳການສຶກສາເດ ເຈົ້າຮູ້ສຶກຢ້ານບໍ? ອາດຈະຢ້ານກໍໄດ້. ດັ່ງນັ້ນ ໃຫ້ເຈົ້າອະທິດຖານຂໍພະເຢໂຫວາຊ່ວຍເຈົ້າໃຫ້ມີຄວາມກ້າເພື່ອຈະນຳການສຶກສາ. ຂໍໃຫ້ເພິ່ນຊ່ວຍເຈົ້າໃຫ້ມີຄວາມຕ້ອງການທີ່ຈະຊ່ວຍຄົນໃຫ້ເຂົ້າມາເປັນລູກສິດ.
ໃຫ້ເຂົ້າມາເປັນລູກສິດ. (8. ຕາມມາຣະໂກ 6:34 ສິ່ງໃດກະຕຸ້ນເຮົາໃຫ້ຢາກສອນຄົນອື່ນ?
8 ເຫດຜົນທີ 2 ທີ່ກະຕຸ້ນເຮົາໃຫ້ຢາກສອນຄົນໃຫ້ເຂົ້າມາເປັນລູກສິດແມ່ນການຮັກຄົນອື່ນ. ມີເທື່ອໜຶ່ງພະເຢຊູກັບພວກລູກສິດຮູ້ສຶກເມື່ອຍຫຼາຍຈາກການປະກາດ ເຂົາເຈົ້າກໍເລີຍໄປຊອກບ່ອນພັກຜ່ອນ. ແຕ່ກໍມີຄົນຈຳນວນຫຼາຍມາຊອກຫາເຂົາເຈົ້າ. ພະເຢຊູຮູ້ສຶກອີ່ຕົນຄົນກຸ່ມນັ້ນ ເພິ່ນກໍເລີຍສອນເຂົາເຈົ້າ“ຫຼາຍ ເລື່ອງ.” (ອ່ານມາຣະໂກ 6:34) ເປັນຫຍັງພະເຢຊູຈຶ່ງສອນເຂົາເຈົ້າເຖິງວ່າຈະເມື່ອຍ? ກໍຍ້ອນພະເຢຊູເຂົ້າໃຈຄວາມຮູ້ສຶກຂອງຄົນເຫຼົ່ານັ້ນ. ເພິ່ນຮູ້ວ່າເຂົາເຈົ້າທຸກໃຈຫຼາຍແລະບໍ່ມີຫວັງເລີຍ ເພິ່ນກໍເລີຍຢາກຊ່ວຍເຂົາເຈົ້າ. ຫຼາຍຄົນໃນທຸກມື້ນີ້ກໍຄືກັນ ເຂົາເຈົ້າເບິ່ງຄືມີຄວາມສຸກແລະມີຊີວິດທີ່ດີ ແຕ່ທີ່ຈິງແລ້ວເຂົາເຈົ້າກໍທຸກໃຈແລະເຂົາເຈົ້າເປັນຄືກັບແກະທີ່ຫຼົງທາງແລະບໍ່ມີຜູ້ລ້ຽງ. ອັກຄະສາວົກໂປໂລບອກວ່າ ຄົນແບບນີ້ເປັນຄືກັບຄົນທີ່ບໍ່ຮູ້ຈັກພະເຈົ້າແລະບໍ່ມີຄວາມຫວັງຫຍັງເລີຍ. (ອຟຊ. 2:12) ເຂົາເຈົ້າຢູ່ໃນ “ທາງທີ່ . . . ພາໄປເຖິງຄວາມພິນາດ.” (ມທ. 7:13) ເມື່ອເຮົາຄິດວ່າຄົນໃນເຂດຂອງເຮົາຈຳເປັນຕ້ອງໄດ້ຮູ້ຈັກພະເຢໂຫວາ ຄວາມຮັກແລະຄວາມເຫັນອົກເຫັນໃຈກໍຈະກະຕຸ້ນເຮົາໃຫ້ຢາກຊ່ວຍເຂົາເຈົ້າ. ແລະວິທີທີ່ດີທີ່ສຸດທີ່ເຮົາຈະຊ່ວຍໄດ້ກໍຄືສຶກສາຄຳພີໄບເບິນໃຫ້ເຂົາເຈົ້າ.
9. ຕາມຟີລິບປອຍ 2:13 ພະເຢໂຫວາຈະຊ່ວຍເຈົ້າໄດ້ແນວໃດ?
9 ບາງເທື່ອເຈົ້າກໍລັງເລທີ່ຈະນຳການສຶກສາຄຳພີໄບເບິນເພາະຮູ້ສຶກວ່າມັນຕ້ອງໃຊ້ເວລາຫຼາຍເພື່ອກຽມແລະນຳການສຶກສາ. ຖ້າເຈົ້າຮູ້ສຶກແບບນັ້ນ ໃຫ້ເວົ້າເລື່ອງນີ້ກັບພະເຢໂຫວາແລະຂໍເພິ່ນຊ່ວຍເຈົ້າໃຫ້ຢາກນຳການສຶກສາ. (ອ່ານຟີລິບປອຍ 2:13) ອັກຄະສາວົກໂຢຮັນໄດ້ຮັບຮອງກັບເຮົາວ່າ ພະເຢໂຫວາຈະຕອບຄຳອະທິດຖານນີ້ເພາະເລື່ອງນີ້ເປັນໄປຕາມທີ່ເພິ່ນຕ້ອງການ. (1 ຢຮ. 5:14, 15) ດັ່ງນັ້ນ ເຈົ້າກໍໝັ້ນໃຈໄດ້ວ່າພະເຢໂຫວາຈະຊ່ວຍເຈົ້າໃຫ້ມີຄວາມຕ້ອງການທີ່ຈະສອນຄົນໃຫ້ເຂົ້າມາເປັນລູກສິດ.
ວິທີແກ້ໄຂບັນຫາໃນການສອນ
10-11. ເປັນຫຍັງເຮົາຈຶ່ງອາດລັງເລທີ່ຈະນຳການສຶກສາ?
10 ເຮົາຮູ້ວ່າການສອນຄົນໃຫ້ເຂົ້າມາເປັນລູກສິດເປັນເລື່ອງທີ່ສຳຄັນຫຼາຍ ແຕ່ກໍມີບັນຫາບາງຢ່າງທີ່ອາດເຮັດໃຫ້ເຮົາຮູ້ສຶກວ່າຍາກທີ່ຈະເຮັດແບບນັ້ນ. ໃຫ້ເຮົາມາເບິ່ງວ່າມີບັນຫາຫຍັງແດ່ ແລະເຮົາຈະແກ້ໄຂບັນຫານັ້ນໄດ້ແນວໃດ?
11ເຮົາອາດຮູ້ສຶກວ່າຕົວເອງມີຂີດຈຳກັດຍ້ອນສະພາບແວດລ້ອມ. ບາງຄົນຮູ້ສຶກວ່າຕົວເອງອາຍຸຫຼາຍແລ້ວຫຼືສຸຂະພາບບໍ່ດີ. ເຈົ້າເດຮູ້ສຶກແບບນັ້ນບໍ? ຖ້າເຈົ້າຮູ້ສຶກແບບນັ້ນ ເຈົ້າຈະໄດ້ບົດຮຽນໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19. ເຮົາເຫັນວ່າເຮົາສາມາດສຶກສາໃຫ້ຄົນອື່ນຈາກເຮືອນຂອງເຮົາເອງໄດ້ໂດຍທາງໂທລະສັບຫຼືເຄື່ອງເອເລັກໂຕຣນິກອື່ນໆ. ນອກຈາກນັ້ນ ບາງຄົນທີ່ຢາກສຶກສາຄຳພີໄບເບິນອາດຈະບໍ່ວ່າງໃນເວລາທີ່ເຮົາໄປປະກາດ ແຕ່ເຂົາເຈົ້າສະດວກຕອນເຊົ້າໆຫຼືຕອນຄ່ຳໆ. ດັ່ງນັ້ນ ເຈົ້າຈະຈັດເວລາເພື່ອສຶກສານຳເຂົາເຈົ້າໃນໂມງນີ້ໄດ້ບໍ? ພະເຢຊູຢຮ. 3:1, 2
ກໍໄດ້ສອນນີໂກເດມໃນຕອນກາງຄືນ ເຊິ່ງເປັນເວລາທີ່ລາວສະດວກ.—12. ສິ່ງໃດຈະຊ່ວຍເຮົາໃຫ້ໝັ້ນໃຈວ່າເຮົາສາມາດນຳການສຶກສາໄດ້?
12ເຮົາອາດຄິດວ່າຈະນຳການສຶກສາຄຳພີໄບເບິນບໍ່ໄດ້. ບາງເທື່ອເຮົາກໍຮູ້ສຶກວ່າເຮົາຕ້ອງມີຄວາມຮູ້ແລະຄວາມສາມາດສ່ຳອາຈານກ່ອນຈຶ່ງຈະໄປສອນຄຳພີໄບເບິນໃຫ້ຄົນອື່ນໄດ້. ຖ້າເຮົາຮູ້ສຶກແບບນີ້ໃຫ້ເຮົາມາເບິ່ງ 3 ຢ່າງທີ່ຈະຊ່ວຍເຮົາໃຫ້ໝັ້ນໃຈຫຼາຍຂຶ້ນເພື່ອຈະນຳການສຶກສາໄດ້. (1) ພະເຢໂຫວາຖືວ່າເຮົາສາມາດສອນຄົນອື່ນໄດ້. (2 ກຣ. 3:5) (2) ພະເຢຊູຜູ້ທີ່ໄດ້ຮັບອຳນາດໃຫ້ “ປົກຄອງທຸກສິ່ງໃນສະຫວັນແລະໃນໂລກນີ້” ຢາກໃຫ້ເຮົາໄປສອນຄົນອື່ນ. (ມທ. 28:18) (3) ເຈົ້າສາມາດຮັບຄວາມຊ່ວຍເຫຼືອຈາກພະເຢໂຫວາແລະຈາກພີ່ນ້ອງ. ພະເຢໂຫວາໄດ້ຊ່ວຍພະເຢຊູໃຫ້ຮູ້ວ່າຈະສອນແນວໃດ ແລ້ວເພິ່ນກໍຈະຊ່ວຍເຈົ້າຄືກັນ. (ຢຮ. 8:28; 12:49) ນອກຈາກນັ້ນ ເຮົາຍັງສາມາດຂໍຄວາມຊ່ວຍເຫຼືອຈາກຜູ້ດູແລກຸ່ມປະກາດ ໄພໂອເນຍ ຫຼືພີ່ນ້ອງທີ່ມີປະສົບການ ເຊິ່ງຈະຊ່ວຍເຮົາໃຫ້ສາມາດນຳການສຶກສາຄຳພີໄບເບິນໄດ້. ວິທີໜຶ່ງທີ່ຈະຊ່ວຍເຈົ້າໃຫ້ເປັນຜູ້ສອນທີ່ດີຂຶ້ນກໍຄືໄປຮ່ວມສຶກສາກັບພີ່ນ້ອງຄົນອື່ນ.
13. ເປັນຫຍັງເຮົາຄວນພ້ອມທີ່ຈະປັບຕົວ?
13ເຮົາອາດຮູ້ສຶກວ່າຍາກທີ່ຈະປັບວິທີການສອນແບບໃໝ່ແລະໃຊ້ປຶ້ມໃໝ່. ຕອນນີ້ວິທີນຳການສຶກສາຂອງເຮົາປ່ຽນໃໝ່ແລ້ວ. ປຶ້ມທີ່ເຮົາໃຊ້ນຳການສຶກສາແມ່ນປຶ້ມຊີວິດທີ່ມີຄວາມສຸກຕະຫຼອດໄປ! ແລະເຮົາຕ້ອງກຽມປຶ້ມນີ້ດີໆເພາະວິທີການສອນຂອງປຶ້ມນີ້ຕ່າງຈາກປຶ້ມຫົວອື່ນໆທີ່ເຮົາເຄີຍໃຊ້. ເຮົາຈະອ່ານພຽງແຕ່ສອງສາມຫຍໍ້ໜ້າເທົ່ານັ້ນ ແຕ່ທີ່ເຫຼືອກໍເນັ້ນການສົນທະນາກັບນັກສຶກສາຫຼາຍກວ່າ. ເມື່ອເຮົາສອນເຮົາຈະໃຊ້ວິດີໂອແລະຂໍ້ມູນຕ່າງໆທີ່ຢູ່ໃນເວັບໄຊແລະແອັບ JW Library ®. ຖ້າເຈົ້າຍັງບໍ່ຮູ້ໃຊ້ສິ່ງເຫຼົ່ານີ້ ກໍໃຫ້ຂໍຄວາມຊ່ວຍເຫຼືອຈາກພີ່ນ້ອງຄົນອື່ນ. ຄົນເຮົາມັກຍຶດຕິດກັບວິທີການອັນເກົ່າ ດັ່ງນັ້ນ ມັນຈຶ່ງຍາກທີ່ຈະປັບໃຊ້ວິທີແບບໃໝ່. ແຕ່ຍ້ອນພະເຢໂຫວາແລະພີ່ນ້ອງຄົນອື່ນໆຊ່ວຍ ມັນຈຶ່ງງ່າຍຂຶ້ນທີ່ເຮົາຈະປັບປ່ຽນວິທີໃຊ້ແບບໃໝ່ແລະມ່ວນໃນການສຶກສາກັບຄົນອື່ນ. ຄືກັບໄພໂອເນຍຄົນໜຶ່ງບອກວ່າ: “ວິທີການສອນແບບໃໝ່ນີ້ຊ່ວຍໃຫ້ຜູ້ນຳການສຶກສາແລະນັກສຶກສາມີຄວາມສຸກຫຼາຍຂຶ້ນ.”
14. ຖ້າເຮົາປະກາດຢູ່ໃນເຂດທີ່ຄົນບໍ່ຄ່ອຍສົນໃຈ ເຮົາຄວນຈື່ຫຍັງໄວ້? ແລະ 1 ໂກຣິນໂທ 3:6, 7 ໃຫ້ກຳລັງໃຈເຮົາແນວໃດ?
14ເຮົາອາດປະກາດຢູ່ໃນເຂດທີ່ຍາກຈະເລີ່ມນຳການສຶກສາ. ບາງຄົນອາດຈະບໍ່ສົນໃຈຫຼືເຖິງຂັ້ນຕໍ່ຕ້ານຕອນທີ່ເຮົາໄປປະກາດ. ແລ້ວສິ່ງໃດຈະຊ່ວຍເຮົາບໍ່ໃຫ້ທໍ້ໃຈ? ຂໍໃຫ້ຈື່ໄວ້ວ່າເຮົາຢູ່ໃນໂລກທີ່ສະພາບການປ່ຽນໄປໄວແລະຄວາມຄິດຂອງຜູ້ຄົນກໍປ່ຽນຄືກັນ. ດັ່ງນັ້ນ ຄົນທີ່ບໍ່ສົນໃຈໃນຕອນທຳອິດກໍອາດຈະປ່ຽນໃຈແລະເລີ່ມສົນໃຈພະຄຳພີໃນເວລາຕໍ່ມາກໍໄດ້. (ມທ. 5:3) ເຊັ່ນ: ບາງຄົນແຕ່ກີ້ບໍ່ໄດ້ສົນໃຈປຶ້ມຂອງເຮົາແຕ່ຕໍ່ມາກໍໄດ້ສຶກສາຄຳພີໄບເບິນ. ຂໍໃຫ້ຈື່ໄວ້ວ່າພະເຢໂຫວາເປັນເຈົ້າຂອງນາທີ່ເຮົາໄປເຮັດວຽກ. (ມທ. 9:38) ເພິ່ນຈຶ່ງຢາກໃຫ້ເຮົາປູກແລະຫົດນ້ຳຕໍ່ໆໄປ ແຕ່ຜູ້ທີ່ເຮັດໃຫ້ເກີດຜົນແທ້ໆແມ່ນພະເຢໂຫວາ. (1 ກຣ. 3:6, 7) ເຖິງວ່າຕອນນີ້ເຮົາຈະຍັງບໍ່ມີນັກສຶກສາ ແຕ່ພະເຢໂຫວາກໍເຫັນຄ່າວຽກທີ່ເຮົາເຮັດເພາະເພິ່ນເບິ່ງໄປທີ່ຄວາມພະຍາຍາມຂອງເຮົາ ບໍ່ໄດ້ເບິ່ງວ່າເຮົາໃຫ້ປຶ້ມກັບຜູ້ສົນໃຈຈັກຫົວຫຼືສຶກສາກັບຈັກຄົນ. ເລື່ອງນີ້ເຮັດໃຫ້ເຮົາໄດ້ຮັບກຳລັງໃຈຫຼາຍແທ້ໆ! *
ມີຄວາມສຸກໃນການສອນຄົນໃຫ້ເຂົ້າມາເປັນລູກສິດ
15. ພະເຢໂຫວາຮູ້ສຶກແນວໃດເມື່ອມີຄົນສຶກສາຄຳພີໄບເບິນແລະເຮັດຕາມສິ່ງທີ່ເຂົາເຈົ້າໄດ້ຮຽນ?
15 ພະເຢໂຫວາມີຄວາມສຸກເມື່ອຄົນໜຶ່ງສຶກສາຄຳພີໄບເບິນແລະບອກເລື່ອງຄວາມຈິງນີ້ກັບຄົນອື່ນ. (ສຸພາ. 23:15, 16) ພະເຢໂຫວາຕ້ອງມີຄວາມສຸກຫຼາຍແທ້ໆທີ່ເຫັນສິ່ງທີ່ເກີດຂຶ້ນໃນທຸກມື້ນີ້. ຕົວຢ່າງເຊັ່ນ: ເຖິງຈະມີການແຜ່ລະບາດຂອງພະຍາດໂຄວິດໃນປີການຮັບໃຊ້ 2020 ແຕ່ກໍມີ 7.705.765 ຄົນທີ່ສຶກສາຄຳພີໄບເບິນແລະມີ 241.994 ຄົນທີ່ອຸທິດຕົວແລະຮັບບັບເຕມາ. ແລ້ວພີ່ນ້ອງໃໝ່ເຫຼົ່ານີ້ກໍຈະນຳການສຶກສາແລະຊ່ວຍຄົນອື່ນໃຫ້ເຂົ້າມາເປັນລູກສິດຕື່ມອີກ. (ລກ. 6:40) ເຮົາສາມາດໝັ້ນໃຈໄດ້ວ່າເຮົາເຮັດໃຫ້ພະເຢໂຫວາມີຄວາມສຸກຫຼາຍເມື່ອເຮົາສອນຄົນອື່ນໃຫ້ເຂົ້າມາເປັນລູກສິດ.
16. ເຮົາຄວນຕັ້ງເປົ້າໝາຍຫຍັງ?
16 ການສອນຄົນໃຫ້ເຂົ້າມາເປັນລູກສິດບໍ່ແມ່ນເລື່ອງງ່າຍ ແຕ່ພະເຢໂຫວາສາມາດຊ່ວຍເຮົາໃຫ້ໄປສອນຄົນອື່ນໃຫ້ເຂົ້າມາຮັກເພິ່ນໄດ້. ດັ່ງນັ້ນ ເຈົ້າສາມາດຕັ້ງເປົ້າໝາຍທີ່ຈະມີນັກສຶກສາຢ່າງໜ້ອຍຄົນໜຶ່ງໄດ້ບໍ? ເຮົາອາດຈະເຮັດຕາມເປົ້າໝາຍໄດ້ຖ້າເຮົາພະຍາຍາມຫາທຸກໂອກາດທີ່ຈະເລີ່ມສຶກສາຄຳພີໄບເບິນກັບຄົນອື່ນ ແລະເຮົາກໍໝັ້ນໃຈໄດ້ວ່າພະເຢໂຫວາຈະອວຍພອນຄວາມພະຍາຍາມຂອງເຮົາ.
17. ເຮົາຈະຮູ້ສຶກແນວໃດຖ້າໄດ້ສຶກສາຄຳພີໄບເບິນໃຫ້ໃຜຄົນໜຶ່ງ?
17 ເປັນສິດທິພິເສດຫຼາຍແທ້ໆທີ່ເຮົາໄດ້ປະກາດ ແລະສອນ ຄວາມຈິງໃຫ້ກັບຄົນອື່ນ! ວຽກນີ້ເຮັດໃຫ້ເຮົາມີຄວາມສຸກຫຼາຍ. ອັກຄະສາວົກໂປໂລກໍເປັນຜູ້ໜຶ່ງທີ່ໄດ້ຊ່ວຍຫຼາຍຄົນໃນເມືອງເທຊະໂລນິກໃຫ້ເຂົ້າມາເປັນລູກສິດ. ລາວໄດ້ບອກວ່າ: “ສິ່ງໃດຈະເປັນຄວາມຫວັງ ຄວາມຍິນດີ ຫຼືມົງກຸດທີ່ເຮັດໃຫ້ພວກເຮົາພາກພູມໃຈເມື່ອຢູ່ຕໍ່ໜ້າພະເຢຊູຜູ້ເປັນນາຍຂອງພວກເຮົາໃນເວລາການປະທັບຂອງເພິ່ນ? ບໍ່ແມ່ນພວກເຈົ້າບໍ? ພວກເຈົ້ານັ້ນແຫຼະທີ່ເຮັດໃຫ້ພວກເຮົາພູມໃຈແລະຍິນດີ.” (1 ທຊ. 2:19, 20; ກຈກ. 17:1-4) ພີ່ນ້ອງຫຼາຍຄົນໃນທຸກມື້ນີ້ກໍຮູ້ສຶກແບບດຽວກັນ. ພີ່ນ້ອງຍິງຄົນໜຶ່ງຊື່ສະເຕຟານີເຊິ່ງລາວກັບຜົວໄດ້ຊ່ວຍຫຼາຍຄົນໃຫ້ຮັບບັບເຕມາ ລາວບອກວ່າ: “ບໍ່ມີຫຍັງທີ່ຈະເຮັດໃຫ້ມີຄວາມສຸກເທົ່າກັບການຊ່ວຍຄົນອື່ນໃຫ້ອຸທິດຕົວແກ່ພະເຢໂຫວາ.”
ເພງ 57 ປະກາດກັບຄົນທຸກຊະນິດ
^ ຂໍ້ 5 ພະເຢໂຫວາໃຫ້ກຽດເຮົາທີ່ຈະໄປປະກາດ ແລະສອນ ຄົນອື່ນໃຫ້ເຮັດຕາມທຸກສິ່ງທີ່ພະເຢຊູໄດ້ສັ່ງໄວ້. ສິ່ງໃດຈະກະຕຸ້ນເຮົາໃຫ້ຢາກສອນຄົນອື່ນ? ມີບັນຫາຫຍັງແດ່ໃນການປະກາດແລະການສອນຄົນໃຫ້ເຂົ້າມາເປັນລູກສິດ? ແລະເຮົາຈະແກ້ໄຂບັນຫານີ້ໄດ້ແນວໃດ? ໃນບົດນີ້ເຮົາຈະຕອບຄຳຖາມເຫຼົ່ານີ້.
^ ຂໍ້ 14 ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບວິທີທີ່ເຮົາຈະຊ່ວຍຄົນໃຫ້ເຂົ້າມາເປັນລູກສິດໃຫ້ເບິ່ງບົດຄວາມທີ່ຊື່ວ່າ “ທຸກຄົນໃນປະຊາຄົມສາມາດຊ່ວຍນັກສຶກສາໃຫ້ກ້າວໜ້າຈົນຮັບບັບເຕມາໄດ້” ໃນຫໍສັງເກດການ ມີນາ 2021.
^ ຂໍ້ 53 ຄຳອະທິບາຍຮູບພາບ: ຄຳພີໄບເບິນສາມາດປ່ຽນແປງຊີວິດຂອງນັກສຶກສາໄດ້: ຜູ້ຊາຍຄົນໜຶ່ງບໍ່ມີເປົ້າໝາຍໃນຊີວິດແລະບໍ່ຮູ້ຈັກພະເຢໂຫວາ. ຈາກນັ້ນ ພະຍານພະເຢໂຫວາກໍມາປະກາດກັບລາວ ແລ້ວລາວກໍສຶກສາຄຳພີໄບເບິນ. ລາວສຶກສາຈົນອຸທິດຕົວແລະຮັບບັບເຕມາ. ຕໍ່ມາລາວກໍໄດ້ໄປຊ່ວຍຄົນອື່ນໃຫ້ເຂົ້າມາເປັນລູກສິດ. ໃນທີ່ສຸດລາວກໍມີຄວາມສຸກໃນອຸທິຍານ.