ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 28

ການປົກຄອງຂອງພະເຈົ້າເລີ່ມປົກຄອງແລ້ວ!

ການປົກຄອງຂອງພະເຈົ້າເລີ່ມປົກຄອງແລ້ວ!

“ຕອນນີ້​ອຳນາດ​ກະສັດ​ເໜືອ​ໂລກ​ນີ້​ເປັນ​ຂອງ​ຜູ້​ເປັນ​ນາຍ​ຂອງ​ພວກ​ເຮົາ​ແລະ​ຂອງ​ພະຄລິດ​ຂອງ​ພະອົງ​ແລ້ວ.”—ພນມ. 11:15

ເພງ 22 ລັດຖະບານ​ຂອງ​ພະເຈົ້າ​ກໍ່​ຕັ້ງ​ແລ້ວ—ຂໍ​ໃຫ້​ມາ​ເຖີດ!

ໃຈ​ຄວາມ​ສຳຄັນ a

1. ເຮົາ​ໝັ້ນໃຈ​ໃນ​ເລື່ອງ​ຫຍັງ ແລະ​ຍ້ອນຫຍັງ?

 ເປັນ​ເລື່ອງ​ຍາກ​ທີ່​ເຮົາ​ຈະ​ເຊື່ອ​ວ່າ ສິ່ງ​ຕ່າງໆ​ຈະ​ດີຂຶ້ນ​ເມື່ອ​ເຮົາ​ເຫັນ​ບັນຫາ​ທີ່​ເກີດ​ຂຶ້ນ​ໃນ​ໂລກ​ທຸກ​ມື້​ນີ້ ເຊັ່ນ: ຄອບຄົວ​ແຕກ​ແຍກ​ກັນ ຫຼາຍ​ຄົນ​ເປັນ​ຄົນ​ທີ່​ເຫັນ​ແກ່​ຕົວ ກ້າວ​ລ້າວ ແລະ​ມັກ​ໃຊ້​ຄວາມ​ຮຸນແຮງ. ແລະ​ຫຼາຍ​ຄົນ​ກໍ​ບໍ່​ໄວ້ໃຈ​ອຳນາດ​ການ​ປົກຄອງ. ແຕ່​ເຫດການ​ເຫຼົ່ານີ້​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ວ່າ​ສິ່ງ​ຕ່າງໆ​ຈະ​ດີຂຶ້ນ​ໄດ້. ຍ້ອນຫຍັງ? ຍ້ອນ​ຄຳພີໄບເບິນ​ໄດ້ ພະຍາກອນ​ໄວ້​ແລ້ວ​ວ່າ​ເຫດການ​ເຫຼົ່ານີ້​ຈະ​ເກີດ​ຂຶ້ນ “ໃນ​ສະໄໝ​ສຸດທ້າຍ.” (2 ຕມ. 3:1-5) ເມື່ອ​ເຮົາ​ເຫັນ​ວ່າ​ຄຳ​ພະຍາກອນ​ນີ້​ສຳເລັດ​ເປັນ​ຈິງ ເຮົາ​ກໍ​ເຫັນ​ຫຼັກ​ຖານ​ວ່າ​ພະເຢຊູ​ໄດ້​ເປັນ​ກະສັດ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ​ແລ້ວ. ແຕ່​ນີ້​ເປັນ​ພຽງ​ຄຳ​ພະຍາກອນ​ເລື່ອງ​ດຽວ​ກ່ຽວກັບ​ການ​ປົກຄອງ​ຂອງ​ພະເຈົ້າ. ຖ້າ​ເຮົາ​ເບິ່ງ​ຄຳ​ພະຍາກອນ​ເລື່ອງ​ອື່ນໆ​ທີ່​ເກີດ​ຂຶ້ນ​ແທ້​ໃນ​ທຸກ​ມື້​ນີ້ ເຮົາ​ກໍ​ແຮ່ງ​ຈະມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ.

ຄື​ກັບ​ຊິ້ນສ່ວນ​ຂອງ​ຮູບ​ຈິກ​ຊໍ​ທີ່​ປະກອບ​ເຂົ້າ​ກັນ​ເປັນ​ພາບ​ໃຫຍ່ ຄຳ​ພະຍາກອນ​ທີ່​ຢູ່​ໃນ​ປຶ້ມ​ດານຽນ​ແລະ​ປຶ້ມ​ພະນິມິດ​ກໍ​ຊ່ວຍ​ເຮົາ​ໃຫ້​ເຫັນ​ພາບ​ຢ່າງ​ຈະ​ແຈ້ງ​ວ່າ​ເຮົາ​ຢູ່​ບ່ອນ​ໃດ​ໃນ​ເຫດການ​ທີ່​ພະເຢໂຫວາ​ບອກ​ໄວ້ (ເບິ່ງ​ຂໍ້ 2)

2. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້ ແລະ​ຍ້ອນຫຍັງ? (ຂໍ​ໃຫ້​ອະທິບາຍ​ຮູບ​ໜ້າ​ປົກ)

2 ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ ຄຳ​ພະຍາກອນ​ຕ່າງໆ​ຊ່ວຍ​ເຮົາ​ແນວໃດ​ໃຫ້​ເຂົ້າໃຈ​ສາມ​ເລື່ອງ​ຕໍ່ໄປ​ນີ້​: (1) ການ​ປົກຄອງ​ຂອງ​ພະເຈົ້າ​ເລີ່ມ​ປົກຄອງ​ຕອນ​ໃດ (2) ພະເຢຊູ​ເລີ່ມ​ເປັນ​ກະສັດ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ​ເມື່ອ​ໃດ (3) ສັດຕູ​ຂອງ​ພະເຈົ້າ​ຈະ​ຖືກ​ທຳລາຍ​ແນວໃດ. ຄຳ​ພະຍາກອນ​ເຫຼົ່ານີ້​ປຽບ​ຄື​ກັບ​ຊິ້ນສ່ວນ​ຂອງ​ຮູບ​ຈິກ​ຊໍ ເມື່ອ​ປະກອບ​ເຂົ້າ​ກັນ​ແລ້ວ​ເຮົາ​ກໍ​ຈະ​ເຫັນ​ພາບ​ລວມ​ທັງໝົດ ເຊິ່ງ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ເຮົາ​ຢູ່​ບ່ອນ​ໃດ​ໃນ​ເຫດການ​ທີ່​ພະເຢໂຫວາ​ບອກ​ໄວ້.

ການ​ປົກຄອງ​ຂອງ​ພະເຈົ້າ​ເລີ່ມ​ປົກຄອງ​ເມື່ອ​ໃດ?

3. ຄຳ​ພະຍາກອນ​ໃນ​ດານຽນ 7:13, 14 ຊ່ວຍ​ເຮົາ​ໃຫ້​ໝັ້ນໃຈ​ວ່າຜູ້​ທີ່​ເປັນ​ກະສັດ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ​ເປັນ​ແນວໃດ?

3 ຄຳ​ພະຍາກອນ​ທີ່​ຢູ່​ໃນ​ດານຽນ 7:13, 14, ລ.ມ. ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ວ່າ​ພະເຢຊູ​ຈະ​ເປັນ​ຜູ້​ປົກຄອງ​ທີ່​ດີທີ່ສຸດ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ. ຜູ້ຄົນ​ຈາກ​ທຸກ​ຊາດ​ຈະ​ຍິນດີ “ຮັບ​ໃຊ້​ເພິ່ນ” ແລະ​ເພິ່ນ​ຈະ​ເປັນ​ກະສັດ​ຕະຫຼອດໄປ. ຍັງມີ​ຄຳ​ພະຍາກອນ​ອີກ​ເລື່ອງ​ໜຶ່ງ​ທີ່​ຢູ່​ໃນ​ປຶ້ມດານຽນ​ທີ່​ບອກ​ໃຫ້​ຮູ້​ວ່າ​ພະເຢຊູ​ຈະ​ໄດ້​ຂຶ້ນ​ປົກຄອງ​ຫຼັງ​ຈາກ​ໄລຍະ​ເວລາ​ທີ່​ເອີ້ນ​ວ່າ 7 ປີ. ເປັນ​ໄປ​ໄດ້​ບໍ​ທີ່​ເຮົາ​ຈະ​ຮູ້​ວ່າ​ພະເຢຊູ​ຂຶ້ນ​ປົກຄອງ​ເມື່ອ​ໃດ?

4. ດານຽນ 4:10-17 ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ພະເຢຊູ​ຂຶ້ນ​ເປັນ​ກະສັດ​ຕອນ​ໃດ? (ເບິ່ງ​ໄຂ​ເງື່ອນ)

4 ອ່ານ​ດານຽນ 4:10-17, ລ.ມ. “7 ປີ” ໝາຍ​ເຖິງ​ໄລຍະ​ເວລາ 2.520 ປີ. ເວລາ​ນີ້​ເລີ່ມ​ຕົ້ນ​ໃນ​ປີ 607 ກ່ອນ ຄ.ສ ຕອນ​ທີ່​ພວກ​ບາບີໂລນ​ມາ​ຈັດການ​ກະສັດ​ອົງ​ສຸດທ້າຍ​ໃນ​ເມືອງ​ເຢຣູຊາເລັມ ເຊິ່ງ​ເປັນ​ຕົວແທນ​ຂອງ​ການ​ປົກຄອງ​ຂອງ​ພະເຢໂຫວາ. ແລະ​ໄລຍະ​ເວລາ​ນີ້​ໄດ້​ສິ້ນ​ສຸດ​ລົງ​ໃນ​ປີ ຄ.ສ 1914 ຕອນ​ທີ່​ພະເຢໂຫວາ​ແຕ່ງຕັ້ງ​ພະເຢຊູ “ຄົນ​ທີ່ມີ​ສິດ​ຕາມ​ກົດໝາຍ” ໃຫ້​ຂຶ້ນ​ເປັນ​ກະສັດ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ. bເອເຊກ. 21:25-27, ລ.ມ.

5. ເຮົາ​ໄດ້​ຮັບ​ປະໂຫຍດ​ແນວໃດ​ຈາກ​ຄຳ​ພະຍາກອນ​ກ່ຽວກັບ​ໄລຍະ​ເວລາ “7 ປີ”?

5 ເຮົາ​ໄດ້​ຮັບ​ປະໂຫຍດ​ແນວໃດ​ຈາກ​ຄຳ​ພະຍາກອນ​ນີ້? ການ​ເຂົ້າໃຈ​ໄລຍະ​ເວລາ “7 ປີ” ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ວ່າ​ພະເຢໂຫວາ​ຈະ​ເຮັດ​ໃຫ້​ຄຳ​ສັນຍາ​ຕ່າງໆ​ສຳເລັດ​ເປັນ​ຈິງ​ຕາມ​ເວລາ​ທີ່​ເພິ່ນ​ກຳນົດ​ໄວ້. ຄື​ກັບ​ທີ່​ພະເຢໂຫວາ​ກຳນົດ​ໄວ້​ແລ້ວ​ວ່າ​ຈະ​ຕັ້ງ​ການ​ປົກຄອງ​ຂອງ​ເພິ່ນ​ຕອນ​ໃດ ເຊິ່ງ​ເພິ່ນ​ໄດ້​ເຮັດ​ໃຫ້​ເກີດ​ຂຶ້ນ​ຕາມ​ເວລາ​ນັ້ນ​ແທ້! ເພິ່ນ​ກໍ​ຈະ​ເຮັດ​ໃຫ້​ຄຳ​ພະຍາກອນ​ອື່ນໆ​ສຳເລັດ​ເປັນ​ຈິງ​ຕາມ​ເວລາ​ທີ່​ເພິ່ນ​ກຳນົດ​ໄວ້​ຄື​ກັນ. ເຫັນ​ໄດ້​ວ່າ​ວັນ​ຂອງ​ພະເຢໂຫວາ​ຈະ​ມາ​ແທ້ໆ ແລະ ‘ຈະ​ບໍ່​ມາ​ຊ້າ.’—ຫາບາ. 2:3, ລ.ມ.

ເຮົາ​ຮູ້​ໄດ້​ແນວໃດ​ວ່າ​ພະເຢຊູ​ເລີ່ມ​ເປັນ​ກະສັດ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ?

6. (ກ) ເຮົາ​ເຫັນ​ຫຼັກ​ຖານ​ຫຍັງ​ແດ່​ທີ່​ສະແດງ​ວ່າ​ພະເຢຊູ​ປົກຄອງ​ໃນ​ສະຫວັນ​ແລ້ວ? (ຂ) ພະນິມິດ 6:2-8 ໄດ້​ຢືນຢັນ​ຫຼັກ​ຖານ​ນີ້​ແນວໃດ?

6 ໃນ​ຕອນ​ທ້າຍໆ​ທີ່​ພະເຢຊູ​ຮັບ​ໃຊ້​ຢູ່​ໃນ​ໂລກ​ນີ້ ເພິ່ນ​ໄດ້​ເວົ້າ​ເຖິງ​ເຫດການ​ຕ່າງໆ​ທີ່​ຊ່ວຍ​ໃຫ້​ພວກ​ລູກສິດ​ຮູ້​ວ່າ​ເພິ່ນ​ໄດ້​ເລີ່ມ​ປົກຄອງ​ໃນ​ສະຫວັນ​ແລ້ວ. ເພິ່ນ​ບອກ​ວ່າ​ໃນ​ຕອນ​ນັ້ນ​ຈະ​ມີ​ສົງຄາມ ການ​ຂາດແຄນ​ອາຫານ ແຜ່ນດິນ​ໄຫວ ແລະ​ໂລກລະບາດ “ໃນ​ບ່ອນ​ຕ່າງໆ.” ແລະ​ພະຍາດ​ໂຄ​ວິດ-19 ກໍ​ເປັນ​ເຫດການ​ໜຶ່ງ​ທີ່​ເຮົາ​ເຫັນ​ໃນ​ທຸກ​ມື້​ນີ້. ຄຳພີໄບເບິນ​ບອກ​ວ່າ ເຫດການ​ເຫຼົ່ານີ້​ເປັນ “ສັນຍານ” ທີ່​ບອກ​ໃຫ້​ຮູ້​ວ່າ​ພະເຢຊູ​ເລີ່ມ​ປົກຄອງ​ເປັນ​ກະສັດ​ແລ້ວ. (ມທ. 24:3, 7; ລກ. 21:7, 10, 11) ຫຼາຍ​ກວ່າ 60 ປີ​ຫຼັງ​ຈາກ​ທີ່​ພະເຢຊູ​ຕາຍ​ແລະ​ຂຶ້ນ​ໄປ​ສະຫວັນ ເພິ່ນ​ໄດ້​ຢືນຢັນ​ກັບ​ໂຢຮັນ​ຜ່ານ​ທາງ​ນິມິດ​ວ່າ​ເຫດການ​ເຫຼົ່ານີ້​ຈະ​ເກີດ​ຂຶ້ນ​ແທ້. (ອ່ານ​ພະນິມິດ 6:2-8) ເຫດການ​ທັງໝົດ​ນີ້​ໄດ້​ເກີດ​ຂຶ້ນ​ຫຼັງ​ຈາກ​ທີ່​ພະເຢຊູ​ເລີ່ມ​ປົກຄອງ​ໃນ​ສະຫວັນ​ໃນ​ປີ 1914.

7. ເປັນຫຍັງ​ໂລກ​ຈຶ່ງ​ໂຫດ​ຮ້າຍ​ຂຶ້ນ​ເລື້ອຍໆ​ຫຼັງ​ຈາກ​ທີ່​ພະເຢຊູ​ເປັນ​ກະສັດ​ໃນ​ສະຫວັນ?

7 ເປັນຫຍັງ​ເຫດການ​ໃນ​ໂລກ​ຈຶ່ງ​ໂຫດ​ຮ້າຍ​ຂຶ້ນ​ເລື້ອຍໆ​ຫຼັງ​ຈາກ​ທີ່​ພະເຢຊູ​ຂຶ້ນ​ປົກຄອງ​ໃນ​ສະຫວັນ? ໃນ​ພະນິມິດ 6:2 ບອກ​ໃຫ້​ຮູ້​ວ່າ​ສິ່ງ​ໜຶ່ງ​ທີ່​ພະເຢຊູ​ຕ້ອງ​ເຮັດ​ຫຼັງ​ຈາກ​ທີ່​ເປັນ​ກະສັດ​ໃນ​ສະຫວັນ​ແມ່ນ​ການ​ສູ້ຮົບ​ກັບ​ຊາຕານ​ແລະ​ພັກ​ພວກ​ຂອງ​ມັນ. ໃນ​ພະນິມິດ​ບົດ 12 ບອກ​ວ່າ​ຊາຕານ​ແລະ​ພັກ​ພວກ​ຂອງ​ມັນ​ສູ້ຮົບ​ບໍ່​ຊະນະ​ແລະ​ຖືກ​ຖິ້ມ​ລົງ​ມາ​ໃນ​ໂລກ. ນີ້​ຈຶ່ງ​ເຮັດ​ໃຫ້ “ໂລກ . . . ເດືອດຮ້ອນ” ຍ້ອນ​ຊາຕານ​ໃຈຮ້າຍ​ຫຼາຍ​ແລະ​ຢາກ​ທຳລາຍ​ມະນຸດ​ທຸກ​ຄົນ.—ພນມ. 12:7-12

ເຮົາ​ບໍ່​ໄດ້​ດີໃຈ​ເມື່ອ​ເຫັນ​ສິ່ງ​ທີ່​ບໍ່​ດີເກີດ​ຂຶ້ນ. ແຕ່​ເມື່ອ​ເຮົາ​ເຫັນ​ຄຳ​ພະຍາກອນ​ຕ່າງໆ​ໃນ​ຄຳພີໄບເບິນ​ກຳລັງ​ສຳເລັດ​ເປັນ​ຈິງ ເຮົາ​ກໍ​ໝັ້ນໃຈ​ວ່າ​ການ​ປົກຄອງ​ຂອງ​ພະເຈົ້າ​ເລີ່ມ​ປົກຄອງ​ແລ້ວ (ເບິ່ງ​ຂໍ້ 8)

8. ເຮົາ​ໄດ້​ຮັບ​ປະໂຫຍດ​ແນວໃດ​ເມື່ອ​ເຫັນ​ຄຳ​ພະຍາກອນ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ສຳເລັດ​ເປັນ​ຈິງ?

8 ເຮົາ​ໄດ້​ຮັບ​ປະໂຫຍດ​ແນວໃດ​ຈາກ​ຄຳ​ພະຍາກອນ​ນີ້? ເຫດການ​ຕ່າງໆ​ໃນ​ໂລກ​ແລະ​ນິດໄສ​ຂອງ​ຜູ້ຄົນ​ທີ່​ນັບ​ມື້​ນັບ​ຊົ່ວ​ຫຼາຍ​ຂຶ້ນ​ສະແດງ​ໃຫ້​ເຫັນ​ວ່າ​ພະເຢຊູ​ເປັນ​ກະສັດ​ໃນ​ສະຫວັນ​ແລ້ວ. ດັ່ງນັ້ນ ແທນ​ທີ່​ເຮົາ​ຈະ​ຮູ້ສຶກ​ເສຍໃຈ​ຫຼື​ໃຈຮ້າຍ​ເມື່ອ​ເຫັນ​ຫຼາຍ​ຄົນ​ເປັນ​ຄົນ​ເຫັນ​ແກ່​ຕົວ​ແລະ​ເຮັດ​ສິ່ງ​ທີ່​ບໍ່​ດີ ຂໍ​ໃຫ້​ເຮົາ​ຈື່​ໄວ້​ວ່າ​ນີ້​ເປັນ​ສິ່ງ​ທີ່​ຄຳພີໄບເບິນ​ບອກ​ໄວ້​ແລ້ວ. ເຮົາ​ເຫັນ​ໄດ້​ວ່າ​ການ​ປົກຄອງ​ຂອງ​ພະເຈົ້າ​ໄດ້​ເລີ່ມ​ປົກຄອງ​ແລ້ວ! (ເພງ. 37:1) ແລະ​ເມື່ອ​ວັນ​ອາມາເຄໂດນ​ໃກ້​ຈະ​ມາ​ຮອດ ເຮົາ​ກໍ​ຄາດໝາຍ​ໄດ້​ວ່າສະພາບການ​ໃນ​ໂລກ​ແຮ່ງ​ຈະ​ໂຫດ​ຮ້າຍ​ຫຼາຍ​ກວ່າ​ນີ້​ອີກ. (ມຣກ. 13:8; 2 ຕມ. 3:13) ເຮົາ​ຢາກ​ຂອບໃຈ​ພະເຢໂຫວາ​ຫຼາຍ​ແທ້ໆ​ທີ່​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ເປັນຫຍັງ​ໂລກ​ນີ້​ຈຶ່ງມີ​ບັນຫາ​ຫຼາຍ​ຂຶ້ນ​ເລື້ອຍໆ.

ສັດຕູ​ຂອງ​ພະເຈົ້າ​ຈະ​ຖືກ​ທຳລາຍ​ແນວໃດ?

9. ດານຽນ 2:28, 31-35 ເວົ້າ​ເຖິງ​ມະຫາ​ອຳນາດ​ໂລກ​ສຸດທ້າຍ​ແນວໃດ ແລະ​ມະຫາ​ອຳນາດ​ນີ້​ປາກົດຕົວ​ເມື່ອໃດ?

9 ອ່ານ​ດານຽນ 2:28, 31-35, ລ.ມ. ເຮົາ​ຍັງ​ເຫັນ​ອີກ​ຄຳ​ພະຍາກອນ​ໜຶ່ງ​ທີ່​ສຳເລັດ​ເປັນ​ຈິງ​ໃນ​ທຸກ​ມື້​ນີ້. ໃນ​ຄວາມ​ຝັນ​ຂອງ​ກະສັດ​ເນບຶກາດເນດຊາຣ​ບອກ​ໃຫ້​ຮູ້​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ “ໃນ​ສະໄໝ​ສຸດທ້າຍ” ຫຼັງ​ຈາກ​ທີ່​ພະເຢຊູ​ເລີ່ມ​ປົກຄອງ​ໃນ​ສະຫວັນ. ຄຳພີໄບເບິນ​ບອກ​ລ່ວງ​ໜ້າ​ວ່າ​ສັດຕູ​ຂອງ​ພະເຢຊູ​ຍັງ​ລວມ​ເຖິງ​ມະຫາ​ອຳນາດ​ໂລກ​ສຸດທ້າຍ ເຊິ່ງ​ໃນ​ຄວາມ​ຝັນ​ຂອງ​ກະສັດ​ເນບຶກາດເນດຊາຣ​ມະຫາ​ອຳນາດ​ນີ້​ແມ່ນ​ສ່ວນ “ຕີນ​ທີ່​ເປັນ​ເຫຼັກ​ປົນ​ດິນ​ໜຽວ.” ແລະ​ມະຫາ​ອຳນາດ​ນີ້​ກໍ​ໄດ້​ປາກົດຕົວ​ໃນ​ສົງຄາມ​ໂລກ​ຄັ້ງ​ທີ I ຕອນ​ທີ່​ອັງກິດ​ແລະ​ອາເມຣິກາ​ເປັນ​ພັນທະມິດ​ກັນ. ຮູບ​ປັ້ນ​ທີ່​ຢູ່​ໃນ​ຄວາມ​ຝັນ​ຂອງ​ກະສັດ​ເນບຶກາດເນດຊາຣ​ຍັງ​ໄດ້​ບອກ​ເຖິງ​ສອງ​ສິ່ງ​ຂອງ​ມະຫາ​ອຳນາດ​ນີ້​ທີ່​ເຮັດ​ໃຫ້​ຕ່າງ​ຈາກ​ມະຫາ​ອຳນາດ​ໂລກ​ອື່ນໆ.

10. (ກ) ຄຳ​ພະຍາກອນ​ຂອງ​ດານີເອນ​ໄດ້​ເວົ້າ​ເຖິງ​ມະຫາ​ອຳນາດ​ໂລກ​ອັງກິດ-ອາເມຣິກາ​ແນວໃດ? (ຂ) ເຮົາ​ຄວນ​ລະວັງ​ເລື່ອງ​ຫຍັງ? (ເບິ່ງ​ຂອບ “ ລະວັງ​ດິນ​ໜຽວ!”)

10 ສິ່ງ​ໜຶ່ງ​ທີ່​ເຮັດ​ໃຫ້​ມະຫາ​ອຳນາດ​ນີ້​ຕ່າງ​ຈາກ​ມະຫາ​ອຳນາດ​ອື່ນ​ກໍ​ຄື​ມັນ​ເປັນ​ເຫຼັກ​ທີ່​ປົນ​ກັບ​ດິນ​ໜຽວ ເຊິ່ງ​ມະຫາ​ອຳນາດ​ອື່ນ​ຈະ​ເປັນ​ໂລຫະ​ລ້ວນໆ ເຊັ່ນ: ຄຳ ຫຼື ເງິນ. ດິນ​ໜຽວ​ໝາຍ​ເຖິງ “ປະຊາຊົນ” ຫຼື ຄົນ​ທຳມະດາ. (ດາ. 2:43, ລ.ມ., ໄຂ​ເງື່ອນ) ຕາມ​ທີ່​ເຮົາ​ເຫັນ​ໃນ​ທຸກ​ມື້​ນີ້ ປະຊາຊົນ​ໃຊ້​ອຳນາດ​ຂອງ​ຕົວເອງ​ໂດຍ​ຜ່ານ​ທາງ​ການ​ເລືອກ​ຕັ້ງ ສິດທິ​ພົນລະເມືອງ ການ​ປະທ້ວງ ແລະ​ສະຫະພັນ​ແຮງງານ. ນີ້​ຈຶ່ງ​ເຮັດ​ໃຫ້​ຍາກ​ທີ່​ມະຫາ​ອຳນາດ​ນີ້​ຈະ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ຕົວເອງ.

11. ການ​ທີ່​ເຮົາ​ເຫັນ​ວ່າ​ອັງກິດ​ແລະ​ອາເມຣິກາ​ເປັນ​ມະຫາ​ອຳນາດ​ໂລກ​ຊ່ວຍ​ເຮົາ​ໃຫ້​ໝັ້ນໃຈ​ແນວໃດ​ວ່າ​ເຮົາ​ກຳລັງ​ຢູ່​ໃນ​ສະໄໝ​ສຸດທ້າຍ?

11 ສິ່ງ​ທີ​ສອງ​ແມ່ນ​ມະຫາ​ອຳນາດ​ໂລກ​ອັງກິດ-ອາເມຣິກາ​ເປັນ​ສ່ວນ​ຕີນ​ຂອງ​ຮູບ​ປັ້ນ​ນັ້ນ ເຊິ່ງ​ຄຳພີໄບເບິນ​ບອກ​ວ່າ​ມັນ​ເປັນ​ມະຫາ​ອຳນາດ​ໂລກ​ສຸດທ້າຍ​ແລະ​ບໍ່​ມີ​ມະຫາ​ອຳນາດ​ໃດ​ຈະ​ຂຶ້ນ​ປົກຄອງ​ຕໍ່​ຈາກ​ມັນ. ແລະ​ການ​ປົກຄອງ​ຂອງ​ພະເຈົ້າ​ກໍ​ຈະ​ທຳລາຍ​ມະຫາ​ອຳນາດ​ນີ້​ພ້ອມ​ກັບ​ອຳນາດ​ການ​ປົກຄອງ​ທັງໝົດ​ໃນ​ສົງຄາມ​ອາມາເຄໂດນ. cພນມ. 16:13, 14, 16; 19:19, 20

12. ຄຳ​ພະຍາກອນ​ຂອງ​ດານີເອນ​ໄດ້​ໃຫ້​ຫຼັກ​ຖານ​ເພີ່ມເຕີມ​ຫຍັງ​ອີກ​ເຊິ່ງ​ເຮັດໃຫ້​ເຮົາ​ມີ​ກຳລັງໃຈ?

12 ເຮົາ​ໄດ້​ຮັບ​ປະໂຫຍດ​ແນວໃດ​ຈາກ​ຄຳ​ພະຍາກອນ​ນີ້? ຄຳ​ພະຍາກອນ​ຂອງ​ດານີເອນ​ຍັງ​ໃຫ້​ຫຼັກ​ຖານ​ເພີ່ມເຕີມ​ວ່າ​ເຮົາ​ຢູ່​ໃນ​ສະໄໝ​ສຸດທ້າຍ. ດານີເອນ​ໄດ້​ບອກ​ໄວ້​ລ່ວງ​ໜ້າ​ຫຼາຍ​ກວ່າ 2.500 ປີ​ວ່າ​ຫຼັງ​ຈາກ​ທີ່​ບາບີໂລນ​ປົກຄອງຈະ​ມີ 4 ມະຫາ​ອຳນາດ​ໂລກ​ທີ່ມີຜົນ​ຕໍ່​ປະຊາຊົນ​ຂອງ​ພະເຈົ້າ. ນອກ​ຈາກ​ນັ້ນ ລາວ​ຍັງ​ບອກ​ວ່າ​ອັງກິດ-ອາເມຣິກາ​ຈະ​ເປັນ​ມະຫາ​ອຳນາດ​ໂລກ​ສຸດທ້າຍ. ເລື່ອງ​ນີ້​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ກຳລັງໃຈ​ແລະ​ໝັ້ນໃຈ​ວ່າ ອີກ​ບໍ່​ດົນ​ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ທຳ​ລາຍການ​ປົກຄອງ​ຂອງ​ມະນຸດ​ທັງໝົດ ແລະ​ການ​ປົກຄອງ​ນີ້​ກໍ​ຈະ​ປົກຄອງ​ໄປ​ທົ່ວ​ໂລກ.—ດາ. 2:44

13. ຕາມ​ພະນິມິດ 17:9-12 “ກະສັດ​ອົງ​ທີ 8” ແລະ “ກະສັດ 10 ອົງ” ໝາຍ​ເຖິງ​ໃຜ ແລະ​ຄຳ​ພະຍາກອນ​ນີ້​ສຳເລັດ​ເປັນ​ຈິງ​ແນວໃດ?

13 ອ່ານ​ພະນິມິດ 17:9-12. ຄວາມ​ເສຍຫາຍ​ທີ່​ເກີດ​ຈາກ​ສົງຄາມ​ໂລກ​ຄັ້ງ​ທີ I ໄດ້​ເຮັດ​ໃຫ້​ຄຳ​ພະຍາກອນ​ອີກ​ເລື່ອງ​ໜຶ່ງ​ກ່ຽວກັບ​ສະໄໝ​ສຸດທ້າຍ​ສຳເລັດ​ເປັນ​ຈິງ. ຍ້ອນ​ຜູ້​ນຳ​ຂອງ​ໂລກ​ນີ້​ຢາກ​ເຮັດ​ໃຫ້​ໂລກມີ​ຄວາມ​ສະຫງົບ​ສຸກ ເຂົາເຈົ້າ​ຈຶ່ງ​ໄດ້​ສ້າງຕັ້ງ​ອົງການ​ສັນນິບາດ​ຊາດ​ໃນ​ເດືອນ​ມັງກອນ​ປີ 1920. ແລະ​ອົງການ​ນີ້​ກໍ​ໄດ້​ປ່ຽນ​ຊື່​ມາ​ເປັນ​ອົງການ​ສະຫະປະຊາຊາດ​ໃນ​ເດືອນ​ຕຸລາ​ປີ 1945. ຄຳພີໄບເບິນ​ເອີ້ນ​ອົງການ​ນີ້​ວ່າ “ກະສັດ​ອົງ​ທີ​ແປດ.” ແຕ່​ມັນ​ບໍ່​ແມ່ນ​ມະຫາ​ອຳນາດ​ໂລກ​ແລະ​ມັນມີ​ອຳນາດ​ຍ້ອນ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ອຳນາດ​ການ​ປົກຄອງ​ຕ່າງໆ ເຊິ່ງ​ຄຳພີໄບເບິນ​ເອີ້ນ​ອຳນາດ​ການ​ປົກຄອງ​ເຫຼົ່ານີ້​ວ່າ “ເຂົາ​ສິບ​ເຂົາ” ຫຼື “ກະສັດ 10 ອົງ.”

14-15. (ກ) ພະນິມິດ 17:3-5 ເວົ້າ​ກ່ຽວກັບ “ບາບີໂລນ​ໃຫຍ່” ແນວໃດ? (ຂ) ເກີດ​ຫຍັງ​ຂຶ້ນ​ກັບ​ສະມາຊິກ​ຂອງ​ສາສະໜາ​ປອມ?

14 ອ່ານ​ພະນິມິດ 17:3-5. ພະເຢໂຫວາ​ດົນ​ໃຈ​ໃຫ້​ໂຢຮັນ​ເຫັນ​ນິມິດ​ກ່ຽວກັບ​ຍິງ​ໂສເພນີເຊິ່ງ​ກໍ​ຄື “ບາບີໂລນ​ໃຫຍ່” ທີ່​ໝາຍ​ເຖິງ​ສາສະໜາ​ປອມ​ທັງໝົດ. ນິມິດ​ນີ້​ບອກ​ໃຫ້​ຮູ້​ວ່າ​ສາສະໜາ​ປອມ​ຈະ​ຮ່ວມ​ມື​ກັບ​ອຳນາດ​ການ​ປົກຄອງ​ທັງໝົດ​ແລະ​ສະໜັບສະໜູນ​ເຂົາເຈົ້າ. ແຕ່​ໃນ​ອີກ​ບໍ່​ດົນ ພະເຢໂຫວາ​ຈະ​ເຮັດ​ໃຫ້​ອຳນາດ​ການ​ປົກຄອງ​ທັງໝົດ “ເຮັດ​ຕາມ​ຄວາມຄິດ​ຂອງ​ພະອົງ.” ແລ້ວ​ຈະ​ເກີດ​ຫຍັງ​ຂຶ້ນ? ອຳນາດ​ການ​ປົກຄອງ​ເຫຼົ່ານີ້ເຊິ່ງ​ກໍ​ຄື “ກະສັດ 10 ອົງ” ຈະ​ທຳລາຍ​ສາສະໜາ​ປອມ​ທັງໝົດ.—ພນມ. 17:1, 2, 16, 17

15 ເຮົາ​ຮູ້​ໄດ້​ແນວໃດ​ວ່າ​ບາບີໂລນ​ໃຫຍ່​ໃກ້​ຈະ​ເຖິງ​ຈຸດຈົບ​ແລ້ວ? ເພື່ອ​ຈະ​ຮູ້​ຄຳຕອບ​ນີ້ ເຮົາ​ຕ້ອງ​ເຂົ້າໃຈ​ຈຸດພິເສດ​ຢ່າງ​ໜຶ່ງ​ຂອງ​ເມືອງ​ບາບີໂລນ​ໃນ​ສະໄໝ​ບູຮານ. ເມືອງ​ບາບີໂລນ​ໃນ​ສະໄໝ​ບູຮານ​ຈະ​ໄດ້​ຮັບ​ການ​ປົກປ້ອງ​ຈາກ​ແມ່​ນ້ຳ​ໃຫຍ່​ທີ່​ຊື່​ເອິຟາຣາດ. ໃນ​ປຶ້ມພະນິມິດ​ໄດ້​ສົມທຽບ​ຫຼາຍ​ລ້ານ​ຄົນ​ທີ່​ສະໜັບສະໜູນ​ບາບີໂລນ​ໃຫຍ່​ເປັນ​ຄື​ກັບ “ນ້ຳ​ທັງ​ຫຼາຍ.” (ພນມ. 17:15) ແລະ​ຍັງ​ບອກ​ວ່າ​ນ້ຳ​ນີ້​ຈະ “ແຫ້ງ​ໄປ” ເຊິ່ງ​ໝາຍ​ຄວາມ​ວ່າ​ຜູ້​ທີ່​ສະໜັບສະໜູນ​ສາສະໜາ​ປອມ​ຈະ​ຫຼຸດ​ລົງ ແລະ​ຫຼາຍ​ຄົນ​ກໍ​ຈະ​ເຊົາ​ເປັນ​ສະມາຊິກ​ຂອງ​ສາສະໜາ​ປອມ. (ພນມ. 16:12) ເຮົາ​ເຫັນ​ວ່າ​ຄຳ​ພະຍາກອນ​ນີ້​ໄດ້​ສຳເລັດ​ເປັນ​ຈິງ ເພາະ​ໃນ​ທຸກ​ມື້​ນີ້​ຫຼາຍ​ຄົນ​ບໍ່​ໄດ້​ນັບ​ຖື​ສາສະໜາ​ແລະ​ຫັນ​ໄປ​ເພິ່ງ​ການ​ຊ່ວຍເຫຼືອ​ຈາກ​ບ່ອນ​ອື່ນ.

16. ເຮົາ​ໄດ້​ຮັບ​ປະໂຫຍດ​ແນວໃດ​ຈາກ​ຄຳ​ພະຍາກອນ​ກ່ຽວກັບ​ອົງການ​ສະຫະປະຊາຊາດ​ແລະ​ຈຸດຈົບ​ຂອງ​ບາບີໂລນ​ໃຫຍ່?

16 ເຮົາ​ໄດ້​ຮັບ​ປະໂຫຍດ​ແນວໃດ​ຈາກ​ຄຳ​ພະຍາກອນ​ນີ້? ການ​ທີ່​ອົງການ​ສະຫະປະຊາຊາດ​ກໍ່​ຕັ້ງ​ຂຶ້ນ​ແລະ​ຫຼາຍ​ຄົນ​ບໍ່​ສະໜັບສະໜູນ​ສາສະໜາປອມ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ກຳລັງ​ຢູ່​ໃນ​ສະໄໝ​ສຸດທ້າຍ. ເຖິງ​ວ່າ​ຫຼາຍ​ຄົນ​ຈະ​ເຊົາ​ນັບ​ຖື​ສາສະໜາ​ປອມ​ຫຼື​ບາບີໂລນ​ໃຫຍ່ ແຕ່​ນັ້ນ​ກໍ​ຍັງ​ບໍ່​ແມ່ນ​ຈຸດຈົບ​ຂອງ​ມັນ​ເທື່ອ ເພາະ​ກ່ອນ​ໜ້າ​ນີ້​ເຮົາ​ໄດ້​ຮຽນ​ຮູ້​ວ່າ​ພະເຢໂຫວາ​ຈະ​ດົນ​ໃຈ​ໃຫ້ “ກະສັດ 10 ອົງ” ເຊິ່ງ​ໝາຍ​ເຖິງ​ອຳນາດ​ການ​ປົກຄອງ​ທັງໝົດ​ທີ່​ສະໜັບສະໜູນ​ອົງການ​ສະຫະປະຊາຊາດ​ໃຫ້ “ເຮັດ​ຕາມ​ຄວາມຄິດ​ຂອງ​ພະອົງ.” ອີກ​ບໍ່​ດົນ ຊາດ​ຕ່າງໆ​ຈະ​ທຳລາຍ​ສາສະໜາ​ປອມ​ທັງໝົດ​ເຊິ່ງ​ຈະ​ເຮັດ​ໃຫ້​ຫຼາຍ​ຄົນ​ຕົກໃຈ. d (ພນມ. 18:8-10) ການ​ທຳລາຍ​ສາສະໜາ​ປອມ​ຈະ​ສົ່ງ​ຜົນ​ໄປ​ທົ່ວ​ໂລກ​ແລະ​ເຮັດ​ໃຫ້​ເກີດ​ຄວາມ​ຍາກ​ລຳບາກ. ແຕ່​ປະຊາຊົນ​ຂອງ​ພະເຈົ້າ​ຈະ​ມີ​ຄວາມສຸກ​ໄດ້. ຢ່າງ​ໜ້ອຍມີ​ສອງ​ເຫດຜົນ​ຄື: ສັດຕູ​ຂອງ​ພະເຈົ້າ​ຈະ​ຖືກ​ທຳລາຍ ແລະ​ອີກ​ບໍ່​ດົນ​ເຮົາ​ຈະ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ລອດ!—ລກ. 21:28

ໝັ້ນໃຈ​ວ່າ​ພະເຢໂຫວາ​ຈະ​ປົກປ້ອງ​ປະຊາຊົນ​ຂອງ​ເພິ່ນ​ໃນ​ອະນາຄົດ

17-18. (ກ) ເຮົາ​ຈະມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຕໍ່ໆ​ໄປ​ໄດ້​ແນວໃດ? (ຂ) ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ຕໍ່ໄປ?

17 ດານີເອນ​ບອກ​ລ່ວງ​ໜ້າ​ວ່າ “ຄວາມ​ຮູ້​ແທ້​ຈະມີ​ຢ່າງ​ຫຼວງ​ຫຼາຍ.” ແລະ​ເຮົາ​ເຫັນ​ວ່າ​ເລື່ອງ​ນີ້​ກໍ​ເກີດ​ຂຶ້ນ​ແທ້! ເພາະ​ຕອນນີ້​ເຮົາ​ມີ​ຄວາມ​ຮູ້​ແລະ​ຄວາມ​ເຂົ້າໃຈ​ກ່ຽວກັບ​ຄຳ​ພະຍາກອນ​ຕ່າງໆ. (ດາ. 12:4, 9, 10, ລ.ມ.) ຄວາມ​ຖືກຕ້ອງ​ຂອງ​ຄຳ​ພະຍາກອນ​ເຫຼົ່ານີ້​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ງຶດງໍ້​ແລະ​ປະທັບ​ໃຈ​ໃນ​ພະເຢໂຫວາ​ແລະ​ຄຳພີໄບເບິນ. (ເອຊາ. 46:10; 55:11) ດັ່ງນັ້ນ ຂໍ​ໃຫ້​ເຮົາ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ຕົວເອງ​ເຂັ້ມແຂງ​ຢູ່​ສະເໝີ​ໂດຍ​ອ່ານ​ຄຳພີໄບເບິນ​ຕໍ່ໆ​ໄປ ແລະ​ຊ່ວຍ​ຄົນ​ອື່ນ​ໃຫ້ມີ​ສາຍສຳພັນ​ທີ່​ດີກັບ​ພະເຢໂຫວາ. ພະເຢໂຫວາ​ຈະ​ປົກປ້ອງ​ທຸກ​ຄົນ​ທີ່​ໄວ້ໃຈ​ເພິ່ນ ແລະ​ຈະ​ໃຫ້​ເຂົາເຈົ້າມີ “ສັນຕິສຸກ​ສະເໝີ.”—ເອຊາ. 26:3, ລ.ມ.

18 ໃນ​ບົດ​ຄວາມ​ຕໍ່ໄປ ເຮົາ​ຈະ​ມາ​ເບິ່ງ​ຄຳ​ພະຍາກອນ​ອີກ​ເລື່ອງ​ໜຶ່ງ​ກ່ຽວກັບ​ປະຊາຊົນ​ຂອງ​ພະເຈົ້າ​ໃນ​ສະໄໝ​ສຸດທ້າຍ. ເຮົາ​ຈະ​ໄດ້​ຮຽນ​ວ່າ​ຄຳ​ພະຍາກອນ​ນີ້​ສະແດງ​ໃຫ້​ເຫັນ​ແນວໃດ​ວ່າ​ເຮົາ​ຢູ່​ໃນ​ສະໄໝ​ສຸດທ້າຍ ແລະ​ເຮົາ​ຍັງ​ຈະ​ເຫັນ​ວ່າ​ພະເຢຊູ​ຜູ້​ທີ່​ເປັນ​ກະສັດ​ຂອງ​ເຮົາ​ໄດ້​ຊີ້ນຳ​ເຮົາ​ໃນ​ທຸກ​ມື້​ນີ້​ແນວໃດ.

ເພງ 61 ພະຍານ​ທັງ​ຫຼາຍ​ກ້າວ​ໜ້າ​ໄປ!

a ເຮົາ​ກຳລັງ​ມີ​ຊີວິດ​ຢູ່​ໃນ​ເວລາ​ທີ່​ໜ້າ​ຕື່ນ​ເຕັ້ນ​ທີ່ສຸດ​ໃນ​ປະຫວັດສາດ ເພາະ​ການ​ປົກຄອງ​ຂອງ​ພະເຈົ້າ​ເລີ່ມ​ປົກຄອງ​ແລ້ວ ຄື​ກັບ​ທີ່​ຄຳ​ພະຍາກອນ​ຕ່າງໆ​ໃນ​ຄຳພີໄບເບິນ​ບອກ​ໄວ້! ໃນ​ບົດ​ຄວາມ​ນີ້ເຮົາ​ຈະ​ມາ​ເບິ່ງ​ຄຳ​ພະຍາກອນ​ບາງ​ຢ່າງ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ຫຼາຍ​ຂຶ້ນ ຊ່ວຍ​ເຮົາ​ໃຫ້ມີ​ຄວາມ​ສະຫງົບໃຈ ແລະ​ໝັ້ນໃຈ​ວ່າ​ພະເຢໂຫວາ​ຈະ​ຊ່ວຍ​ເຮົາ​ທັງ​ໃນ​ຕອນນີ້​ແລະ​ໃນ​ອະນາຄົດ.

b ເບິ່ງ​ປຶ້ມ​ຊີວິດ​ທີ່​ມີ​ຄວາມສຸກ​ຕະຫຼອດໄປ! ບົດທີ 32 ຂໍ້ 4 ແລະ​ເບິ່ງ​ວິດີໂອ​ການ​ປົກຄອງ​ຂອງ​ພະເຈົ້າ​ເລີ່ມ​ປົກຄອງ​ໃນ​ປີ 1914 ໃນ​ເວັບໄຊ jw.org

c ຂໍ້​ມູນ​ເພີ່ມເຕີມ​ກ່ຽວກັບ​ຄຳ​ພະຍາກອນ​ຂອງ​ດານຽນ ໃຫ້​ເບິ່ງ​ຫໍສັງເກດການ 15 ມິຖຸນາ 2012 ໜ້າ 14-19 (ພາສາ​ໄທ)

d ສຳລັບ​ຂໍ້​ມູນ​ເພີ່ມເຕີມ​ກ່ຽວກັບ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ ຂໍ​ໃຫ້​ເບິ່ງ​ປຶ້ມ​ລາຊະອານາຈັກ​ຂອງ​ພະເຈົ້າ​ປົກຄອງ​ແລ້ວ! ບົດທີ 21