ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 29

ຂໍໃຫ້ສະໜັບສະໜູນພະເຢຊູຜູ້ທີ່ຊີ້ນຳເຮົາ

ຂໍໃຫ້ສະໜັບສະໜູນພະເຢຊູຜູ້ທີ່ຊີ້ນຳເຮົາ

“ພະເຈົ້າ​ມອບ​ອຳນາດ​ໃຫ້​ຂ້ອຍ​ປົກຄອງ​ທຸກ​ສິ່ງ​ໃນ​ສະຫວັນ​ແລະ​ໃນ​ໂລກ​ນີ້​ແລ້ວ.”—ມທ. 28:18

ເພງ 13 ພະຄລິດ​ເປັນ​ແບບ​ຢ່າງ​ຂອງ​ເຮົາ

ໃຈ​ຄວາມ​ສຳຄັນ a

1. ພະເຢໂຫວາ​ຢາກ​ໃຫ້​ວຽກ​ຫຍັງ​ສຳເລັດ​ໃນ​ທຸກ​ມື້​ນີ້?

 ພະເຢໂຫວາ​ຢາກ​ໃຫ້​ມີການ​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ເພິ່ນ​ໄປ​ທົ່ວ​ໂລກ. (ມຣກ. 13:10; 1 ຕມ. 2:3, 4) ນີ້​ເປັນ​ວຽກ​ຂອງ​ພະເຢໂຫວາ​ແລະ​ເປັນ​ວຽກ​ທີ່​ສຳຄັນ​ຫຼາຍ. ດັ່ງນັ້ນ ເພິ່ນ​ຈຶ່ງ​ໄດ້​ແຕ່ງຕັ້ງ​ພະເຢຊູ​ລູກ​ຊາຍ​ທີ່​ຮັກ​ຂອງ​ເພິ່ນ​ໃຫ້​ຊີ້ນຳ​ວຽກ​ນີ້. ເຮົາ​ສາມາດ​ໝັ້ນໃຈ​ໄດ້​ວ່າ​ພາຍ​ໃຕ້​ການ​ຊີ້ນຳ​ຂອງ​ພະເຢຊູ ເຮົາ​ຈະ​ສາມາດ​ເຮັດ​ວຽກ​ນີ້​ໄດ້​ສຳເລັດ​ຕາມ​ທີ່​ພະເຢໂຫວາ​ຕ້ອງ​ການ​ກ່ອນ​ທີ່​ຈຸດຈົບ​ຂອງ​ໂລກ​ນີ້​ຈະ​ມາ​ເຖິງ.—ມທ. 24:14

2. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

2 ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ເບິ່ງ​ວ່າ ພະເຢຊູ​ໄດ້​ໃຊ້ “ທາດ​ທີ່​ສັດຊື່​ແລະ​ສຸຂຸມ” ແນວ​ໃດ​ໃຫ້​ຈັດ​ກຽມ​ສິ່ງ​ຕ່າງໆ​ທີ່​ເສີມ​ຄວາມເຊື່ອ​ແລະ​ໃຫ້​ຈັດ​ລະບຽບ​ພີ່ນ້ອງ​ສຳລັບ​ໂຄງ​ການ​ປະກາດ​ທີ່​ໃຫຍ່​ທີ່ສຸດ​ໃນ​ປະຫວັດສາດ. (ມທ. 24:45) ແລະ​ເຮົາ​ຍັງ​ຈະ​ມາ​ເບິ່ງ​ວ່າ ເຮົາ​ແຕ່​ລະ​ຄົນ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ສະໜັບສະໜູນ​ພະເຢຊູ​ແລະ​ທາດ​ທີ່​ສັດຊື່​ແລະ​ສຸຂຸມ.

ພະເຢຊູ​ເປັນ​ຜູ້​ຊີ້ນຳ​ວຽກ​ປະກາດ

3. ພະເຢຊູ​ໄດ້​ຮັບ​ອຳນາດ​ຫຍັງ?

3 ເຮົາ​ໝັ້ນໃຈ​ໄດ້​ແນວ​ໃດ​ວ່າ​ພະເຢຊູ​ກຳລັງ​ຊີ້ນຳ​ວຽກ​ປະກາດ? ບໍ່​ດົນ​ກ່ອນ​ທີ່​ພະເຢຊູ​ຈະ​ໄປ​ສະຫວັນ ເພິ່ນ​ໄດ້​ໄປ​ພົບ​ກັບ​ລູກສິດ​ທີ່​ສັດຊື່​ຈຳນວນ​ໜຶ່ງ​ຢູ່​ເທິງ​ພູ​ໃນ​ແຂວງ​ຄາລີເລ. ເພິ່ນ​ບອກ​ກັບ​ເຂົາເຈົ້າ​ວ່າ: “ພະເຈົ້າ​ມອບ​ອຳນາດ​ໃຫ້​ຂ້ອຍ​ປົກຄອງ​ທຸກ​ສິ່ງ​ໃນ​ສະຫວັນ​ແລະ​ໃນ​ໂລກ​ນີ້​ແລ້ວ.” ຈາກ​ນັ້ນ​ເພິ່ນ​ກໍ​ເວົ້າ​ຕື່ມ​ອີກ​ວ່າ: “ໃຫ້​ພວກເຈົ້າ​ໄປ​ຫາ​ຄົນ​ທຸກ​ຊາດ​ແລະ​ສອນ​ພວກ​ເຂົາ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ.” (ມທ. 28:18, 19) ເຮົາ​ເຫັນ​ໄດ້​ວ່າ ນອກ​ຈາກ​ພະເຢຊູ​ຈະ​ມີ​ໜ້າທີ່​ຮັບຜິດຊອບ​ອື່ນໆ​ແລ້ວ ເພິ່ນ​ຍັງ​ໄດ້​ຮັບ​ອຳນາດ​ໃຫ້​ຊີ້ນຳ​ວຽກ​ປະກາດ​ນຳ.

4. ເປັນຫຍັງ​ເຮົາ​ໝັ້ນໃຈ​ໄດ້​ວ່າ​ພະເຢຊູ​ຍັງ​ຊີ້ນຳ​ວຽກ​ປະກາດ​ຢູ່?

4 ພະເຢຊູ​ບອກ​ວ່າ​ຈະ​ມີການ​ປະກາດ​ແລະ​ສອນ “ຄົນ​ທຸກ​ຊາດ” ໃຫ້​ເຂົ້າ​ມາ​ເປັນ​ລູກສິດ. ແລະ​ເພິ່ນ​ຈະ​ຢູ່​ກັບ​ພວກ​ລູກສິດ​ຂອງ​ເພິ່ນ “ຈົນ​ຮອດ​ສະໄໝ​ສຸດທ້າຍ​ຂອງ​ໂລກ​ນີ້.” (ມທ. 28:20) ຄຳເວົ້າ​ເຫຼົ່ານີ້​ສະແດງ​ໃຫ້​ເຫັນ​ວ່າ​ພະເຢຊູ​ຈະ​ຊີ້ນຳ​ວຽກ​ປະກາດ​ຕໍ່ໆ​ໄປ​ຈົນ​ຮອດ​ສະໄໝ​ຂອງ​ເຮົາ.

5. ເຮົາ​ຈະ​ຊ່ວຍ​ໃຫ້​ຄຳ​ພະຍາກອນ​ທີ່​ຢູ່​ໃນ​ຄຳເພງ 110:3 ສຳເລັດ​ເປັນຈິງ​ໄດ້​ແນວ​ໃດ?

5 ພະເຢຊູ​ບໍ່​ໄດ້​ຢ້ານ​ວ່າ​ໃນ​ສະໄໝ​ສຸດທ້າຍ​ນີ້​ຈະ​ມີ​ຄົນ​ເຮັດ​ວຽກ​ປະກາດ​ບໍ່​ພຽງ​ພໍ ເພາະ​ເພິ່ນ​ຮູ້​ວ່າ​ຄຳ​ພະຍາກອນ​ທີ່​ຢູ່​ໃນ​ຄຳເພງ​ຈະ​ສຳເລັດ​ເປັນຈິງ​ທີ່​ວ່າ: “ປະຊາຊົນ​ຂອງ​ທ່ານ​ຈະ​ເຕັມໃຈ​ສະເໜີ​ຕົວ​ໃນ​ວັນ​ທີ່​ທ່ານ​ນຳ​ທັບ​ອອກ​ໄປ​ສູ້ຮົບ.” (ເພງ. 110:3, ລ.ມ.) ຖ້າ​ເຈົ້າ​ກຳລັງ​ເຮັດ​ວຽກ​ປະກາດ​ຂ່າວ​ດີ ເຈົ້າ​ກໍ​ກຳລັງ​ສະໜັບສະໜູນ​ພະເຢຊູ​ແລະ​ທາດ​ທີ່​ສັດຊື່​ແລະ​ສຸຂຸມ ແລະ​ຊ່ວຍ​ໃຫ້​ຄຳ​ພະຍາກອນ​ນີ້​ສຳເລັດ​ເປັນຈິງ. ວຽກ​ປະກາດ​ກຳລັງ​ກ້າວ​ໜ້າ ແຕ່​ກໍ​ມີ​ບັນຫາ​ບາງ​ຢ່າງ.

6. ບັນຫາ​ຢ່າງ​ໜຶ່ງ​ທີ່​ຜູ້​ປະກາດ​ເຈິ​ໃນ​ທຸກ​ມື້​ນີ້​ແມ່ນ​ຫຍັງ?

6 ບັນຫາ​ຢ່າງ​ໜຶ່ງ​ທີ່​ຜູ້​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ເຈິ​ກໍ​ຄື ການ​ຕໍ່ຕ້ານ. ຜູ້​ທີ່​ທໍລະຍົດ​ພະເຈົ້າ ຫົວ​ໜ້າ​ສາສະໜາ ແລະ​ຜູ້​ນຳ​ທາງ​ການ​ເມືອງ​ໄດ້​ເວົ້າ​ຕົວະ​ກ່ຽວກັບ​ພະຍານ​ພະເຢໂຫວາ. ຖ້າ​ຍາດ​ພີ່ນ້ອງ ຄົນ​ທີ່​ເຮົາ​ຮູ້ຈັກ ແລະ​ໝູ່​ຄູ່​ເຊື່ອ​ຄຳ​ຕົວະ​ເຫຼົ່າ​ນັ້ນ ເຂົາເຈົ້າ​ອາດຈະ​ກົດ​ດັນ​ເຮົາ​ໃຫ້​ເຊົາ​ຮັບໃຊ້​ພະເຢໂຫວາ​ແລະ​ເຊົາ​ປະກາດ. ໃນ​ບາງ​ປະເທດ​ການ​ຕໍ່ຕ້ານ​ອາດຈະ​ມາ​ໃນ​ຮູບ​ແບບ​ຂົ່ມ​ຂູ່​ແລະ​ຈັບ​ເຂົ້າ​ຄຸກ. ເຮົາ​ບໍ່​ແປກ​ໃຈ​ເມື່ອ​ເລື່ອງ​ນີ້​ເກີດ​ຂຶ້ນ ເພາະ​ພະເຢຊູ​ບອກ​ວ່າ: “ທຸກ​ປະເທດ​ຈະ​ກຽດຊັງ​ພວກເຈົ້າ​ຍ້ອນ​ພວກເຈົ້າ​ເປັນ​ລູກສິດ​ຂອງ​ຂ້ອຍ.” (ມທ. 24:9) ເມື່ອ​ເຮົາ​ຖືກ​ກຽດຊັງ​ກໍ​ພິສູດ​ວ່າ​ເຮົາ​ກຳລັງ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະເຢຊູ​ແລະ​ພະເຢໂຫວາ​ພໍໃຈ​ເຮົາ. (ມທ. 5:11, 12) ຊາຕານ​ເປັນ​ຜູ້​ຢູ່​ເບື້ອງ​ຫຼັງ​ໃນ​ການ​ຕໍ່ຕ້ານ​ນີ້. ແຕ່​ພະເຢຊູ​ມີ​ອຳນາດ​ຫຼາຍ​ກວ່າ​ຊາຕານ ດັ່ງນັ້ນ ຖ້າ​ພະເຢຊູ​ຊ່ວຍເຫຼືອ​ເຮົາ ເຮົາ​ກໍ​ຈະ​ສາມາດ​ປະກາດ​ຂ່າວ​ດີ​ໃຫ້​ກັບ​ຄົນ​ທຸກ​ຊາດ​ໄດ້.

7. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ພະນິມິດ 14:6, 7 ກຳລັງ​ສຳເລັດ​ເປັນຈິງ?

7 ບັນຫາ​ອີກ​ຢ່າງ​ໜຶ່ງ​ທີ່​ຜູ້​ປະກາດ​ຕ້ອງ​ເຈິ​ກໍ​ຄື ຈະ​ປະກາດ​ກັບ​ຄົນ​ທຸກ​ຊາດ​ໄດ້​ແນວ​ໃດເພາະ​ຫຼາຍ​ຄົນ​ເວົ້າ​ພາສາ​ແຕກຕ່າງ​ກັນ. ແຕ່​ພະເຢຊູ​ໄດ້​ໃຫ້​ໂຢຮັນ​ເຫັນ​ນິມິດ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ຈະ​ມີການ​ແກ້ໄຂ​ບັນຫາ​ນີ້​ໃນ​ສະໄໝ​ຂອງ​ເຮົາ. (ອ່ານ​ພະນິມິດ 14:6, 7) ຈະ​ແກ້ໄຂ​ໂດຍ​ວິທີ​ໃດ? ເຮົາ​ຢາກ​ຊ່ວຍ​ຫຼາຍ​ຄົນ​ໃຫ້​ມາ​ຮູ້ຈັກ​ຂ່າວ​ດີ​ເທົ່າ​ທີ່​ເປັນ​ໄປ​ໄດ້. ໃນ​ທຸກ​ມື້​ນີ້ ຫຼາຍ​ຄົນ​ທົ່ວ​ໂລກ​ສາມາດ​ອ່ານ​ປຶ້ມ​ຕ່າງໆ​ຂອງ​ອົງການ​ທີ່​ຢູ່​ໃນ​ເວັບໄຊ jw.org ເຊິ່ງ​ມີ​ຫຼາຍ​ກວ່າ 1.000 ພາສາ! ຄະນະ​ກຳມະ​ການ​ປົກຄອງ​ໄດ້​ໃຫ້​ມີການ​ແປ​ປຶ້ມ​ຊີວິດ​ທີ່​ມີ​ຄວາມສຸກ​ຕະຫຼອດໄປ! ໃນ​ຫຼາຍ​ກວ່າ 700 ພາສາ ເຊິ່ງ​ເປັນ​ປຶ້ມ​ຫຼັກ​ໃນ​ການ​ຊ່ວຍ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ. ນອກຈາກນັ້ນ ຍັງ​ມີ​ວິດີໂອ​ພາສາ​ມື​ສຳລັບ​ຄົນ​ຫູ​ໜວກ​ແລະ​ປຶ້ມ​ອັກສອນ​ເບວ​ສຳລັບ​ຄົນ​ຕາ​ບອດ. ເຮົາ​ເຫັນ​ໄດ້​ວ່າ​ຄຳ​ພະຍາກອນ​ໃນ​ຄຳພີໄບເບິນ​ກຳລັງ​ສຳເລັດ​ເປັນຈິງ. “ທຸກ​ຊາດ​ທຸກ​ພາສາ” ກຳລັງ​ຮຽນ​ເວົ້າ “ພາສາ​ບໍລິສຸດ” ເຊິ່ງ​ກໍ​ຄື​ຄວາມຈິງ​ໃນ​ຄຳພີໄບເບິນ. (ຊກາ. 8:23; ຊໂຟ. 3:9, ລ.ມ.) ທຸກ​ສິ່ງ​ເຫຼົ່ານີ້​ເປັນ​ໄປ​ໄດ້​ຍ້ອນ​ການ​ຊີ້ນຳ​ຂອງ​ພະເຢຊູ.

8. ວຽກ​ປະກາດ​ຂອງ​ເຮົາ​ໄດ້​ຮັບ​ຜົນ​ດີ​ແນວ​ໃດ?

8 ໃນ​ທຸກ​ມື້​ນີ້​ມີ​ຫຼາຍ​ກວ່າ 8 ລ້ານ​ຄົນ​ໃນ 240 ດິນແດນ​ທີ່​ກຳລັງ​ສົມທົບ​ກັບ​ອົງການ​ຂອງ​ພະເຢໂຫວາ ແລະ​ແຕ່​ລະ​ປີ​ກໍ​ມີ​ຄົນ​ຮັບ​ບັບເຕມາ​ເປັນ​ໝື່ນ​ເປັນ​ແສນ​ຄົນ. ແຕ່​ສິ່ງ​ທີ່​ສຳຄັນ​ກວ່າ​ຕົວ​ເລກ​ກໍ​ຄື ຜູ້​ທີ່​ເຂົ້າ​ມາ​ເປັນ​ລູກສິດ​ໄດ້​ພັດທະນາ “ລັກສະນະ​ນິດໄສ​ໃໝ່” ເຊິ່ງ​ເປັນ​ຄຸນລັກສະນະ​ແບບ​ຄລິດສະຕຽນ. (ກລຊ. 3:8-10) ຫຼາຍ​ຄົນ​ເຄີຍ​ເປັນ​ຄົນ​ທີ່​ເຮັດ​ຜິດສິນລະທຳ ໃຊ້​ຄວາມ​ຮຸນແຮງ ລຳອຽງ ແລະ​ມີ​ນ້ຳໃຈ​ຮັກ​ຊາດ ແຕ່​ຕອນນີ້​ເຂົາເຈົ້າ​ບໍ່​ໄດ້​ເປັນ​ແບບນັ້ນ​ແລ້ວ. ນອກຈາກນັ້ນ​ເຂົາເຈົ້າ​ຍັງ “ບໍ່​ຮຽນ​ເຮັດ​ສົງຄາມ​ອີກ​ຕໍ່ໄປ.” ນີ້​ໄດ້​ເຮັດ​ໃຫ້​ຄຳ​ພະຍາກອນ​ທີ່​ຢູ່​ໃນ​ເອຊາອີ 2:4, ລ.ມ. ສຳເລັດ​ເປັນຈິງ. ເມື່ອ​ເຮົາ​ພະຍາຍາມ​ພັດທະນາ​ລັກສະນະ​ນິດໄສ​ໃໝ່ ເຮົາ​ກໍ​ຈະ​ຊ່ວຍ​ຄົນອື່ນ​ໃຫ້​ເຂົ້າ​ມາ​ໃນ​ອົງການ​ຂອງ​ພະເຢໂຫວາ​ແລະ​ພິສູດ​ວ່າ​ເຮົາ​ກຳລັງ​ເຮັດ​ຕາມ​ການ​ຊີ້ນຳ​ຂອງ​ພະເຢຊູ. (ຢຮ. 13:35; 1 ປຕ. 2:12) ສິ່ງ​ເຫຼົ່ານີ້​ເປັນ​ໄປ​ໄດ້​ຍ້ອນ​ພະເຢຊູ​ຊ່ວຍເຫຼືອ​ເຮົາ.

ພະເຢຊູ​ແຕ່ງຕັ້ງ​ທາດ​ທີ່​ສັດຊື່​ແລະ​ສຸຂຸມ

9. ຕາມ​ມັດທາຍ 24:45-47 ພະເຢຊູ​ບອກ​ລ່ວງ​ໜ້າ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ໃນ​ສະໄໝ​ສຸດທ້າຍ?

9 ອ່ານ​ມັດທາຍ 24:45-47. ພະເຢຊູ​ໄດ້​ບອກ​ລ່ວງ​ໜ້າ​ວ່າ​ໃນ​ສະໄໝ​ສຸດທ້າຍ​ເພິ່ນ​ຈະ​ແຕ່ງຕັ້ງ “ທາດ​ທີ່​ສັດຊື່​ແລະ​ສຸຂຸມ” ເພື່ອ​ຈັດ​ໃຫ້​ມີ​ຄວາມ​ຮູ້​ແລະ​ຄຳ​ສອນ​ຈາກ​ຄຳພີໄບເບິນ. ດັ່ງນັ້ນ ເຮົາ​ຈຶ່ງ​ຄາດ​ໝາຍ​ໄດ້​ວ່າ​ທາດ​ທີ່ສັດຊື່​ຈະ​ຕ້ອງ​ເຮັດ​ວຽກ​ໜັກ​ໃນ​ສະໄໝ​ຂອງ​ເຮົາ ແລະ​ມັນ​ກໍ​ເປັນ​ແບບນັ້ນ​ແທ້! ພະເຢຊູ​ໄດ້​ໃຊ້​ຜູ້​ຖືກ​ເຈີມ​ກຸ່ມ​ນ້ອຍໆ​ນີ້​ເພື່ອ​ໃຫ້​ປະຊາຊົນ​ຂອງ​ພະເຈົ້າ​ແລະ​ຜູ້​ສົນໃຈ​ໄດ້​ຮັບ “ອາຫານ . . . ຕາມ​ເວລາ​ທີ່​ເໝາະສົມ.” ຜູ້​ຖືກ​ເຈີມ​ເຫຼົ່ານີ້​ບໍ່​ໄດ້​ຄິດ​ວ່າ​ຕົວເອງ​ເປັນ​ນາຍ​ເໜືອ​ພີ່ນ້ອງ​ຄົນອື່ນໆ. (2 ກຣ. 1:24) ແທນ​ທີ່​ຈະ​ຄິດ​ແບບນັ້ນ ເຂົາເຈົ້າ​ຖື​ວ່າ​ພະເຢຊູ​ຄລິດ​ເປັນ “ຜູ້​ນຳ​ແລະ​ເປັນ​ຜູ້​ບັນຊາ​ການ” ປະຊາຊົນ​ຂອງ​ເພິ່ນ.—ເອຊາ. 55:4, ລ.ມ.

10. ຕາມ​ຮູບພາບ ປຶ້ມ​ຫົວ​ໃດ​ຊ່ວຍ​ເຈົ້າ​ໃຫ້​ຮຽນ​ຄວາມຈິງ​ຈາກ​ຄຳພີໄບເບິນ?

10 ຕັ້ງ​ແຕ່​ປີ 1919 ທາດ​ທີ່​ສັດຊື່​ແລະ​ສຸຂຸມ​ໄດ້​ກຽມ​ປຶ້ມ​ຕ່າງໆ​ເພື່ອ​ຊ່ວຍ​ຜູ້​ສົນໃຈ​ໃໝ່ໆ​ໃຫ້​ເລີ່ມ​ຮຽນ​ຮູ້​ຄວາມຈິງຈາກ​ຄຳພີໄບເບິນ. ໃນ​ປີ 1921 ໄດ້​ມີການ​ອອກ​ປຶ້ມ​ພິນ​ຂອງ​ພະເຈົ້າ (The Harp of God) ເພື່ອ​ຊ່ວຍ​ຜູ້​ສົນໃຈ​ໃຫ້​ຮຽນ​ຄຳ​ສອນ​ພື້ນຖານ​ໃນ​ຄຳພີໄບເບິນ. ແລະ​ເມື່ອ​ເວລາ​ຜ່ານ​ໄປ​ກໍ​ໄດ້​ມີການ​ຈັດ​ກຽມ​ປຶ້ມ​ຕ່າງໆ ເຊັ່ນ: ປຶ້ມ​“ຈົ່ງ​ໃຫ້​ພະເຈົ້າ​ເປັນ​ອົງ​ສັດ​ຈິງ” b ປຶ້ມ​ຄວາມຈິງ​ທີ່​ນຳ​ໄປ​ສູ່​ຊີວິດ​ຕະຫຼອດໄປ ປຶ້ມ​ທ່ານ​ຈະ​ມີ​ຊີວິດ​ຢູ່​ໄດ້​ຕະຫຼອດໄປ​ເທິງ​ອຸດທະຍານ​ໃນ​ແຜ່ນດິນ​ໂລກ ປຶ້ມ​ຄວາມ​ຮູ້​ເຊິ່ງ​ນຳ​ໄປ​ສູ່​ຊີວິດ​ຕະຫຼອດໄປ ປຶ້ມ​ຄຳພີໄບເບິນ​ສອນ​ແນວ​ໃດ​ແທ້ໆ? ປຶ້ມ​ຮຽນ​ຄຳພີໄບເບິນ​ແລ້ວ​ໄດ້​ຫຍັງ? ແລະ​ປຶ້ມ​ຊີວິດ​ທີ່​ມີຄວາມສຸກ​ຕະຫຼອດໄປ! ເຊິ່ງ​ເປັນ​ປື້ມ​ທີ່​ອອກ​ໃໝ່​ຫຼ້າ​ສຸດ. ປຶ້ມ​ຫົວ​ໃດ​ທີ່​ຊ່ວຍ​ເຈົ້າ​ໃຫ້​ຮູ້ຈັກ​ແລະ​ຮັກ​ພະເຢໂຫວາ? ປຶ້ມ​ເຫຼົ່ານີ້​ຖືກ​ອອກແບບ​ມາ​ເພື່ອ​ຊ່ວຍ​ຄົນ​ໃຫ້ເຂົ້າມາ​ເປັນ​ລູກສິດ ແລະ​ອອກ​ມາ​ໃນ​ເວລາ​ທີ່​ເໝາະສົມ.

11. ເປັນຫຍັງ​ຈຶ່ງ​ສຳຄັນ​ທີ່​ເຮົາ​ທຸກ​ຄົນ​ຕ້ອງ​ຮຽນ​ຮູ້​ກ່ຽວກັບ​ພະເຢໂຫວາ​ແລະ​ຄຳພີໄບເບິນ​ໃຫ້​ຫຼາຍ​ຂຶ້ນ?

11 ບໍ່​ພຽງ​ແຕ່​ຜູ້​ສົນໃຈ​ໃໝ່​ເທົ່າ​ນັ້ນ​ທີ່​ຕ້ອງ​ໄດ້​ຮັບ​ຄວາມ​ຮູ້​ເລິກ​ເຊິ່ງ​ກ່ຽວກັບ​ພະເຢໂຫວາ​ແລະ​ຄຳພີໄບເບິນ. ເຮົາ​ທຸກ​ຄົນ​ຈຳເປັນ​ຕ້ອງ​ໄດ້​ຮັບ​ຄວາມ​ຮູ້​ນີ້​ຄື​ກັນ. ອັກຄະສາວົກ​ໂປໂລ​ຂຽນ​ວ່າ “ອາຫານ​ແຂງ​ເປັນ​ອາຫານ​ສຳລັບ​ຜູ້​ໃຫຍ່.” ໂປໂລ​ຍັງ​ໄດ້​ເວົ້າ​ຕື່ມ​ວ່າ ການ​ເຮັດ​ຕາມ​ຫຼັກ​ການ​ທີ່​ຢູ່​ໃນ​ຄຳພີໄບເບິນ​ຈະ​ຊ່ວຍ​ເຮົາ​ໃຫ້ “ແຍກ​ອອກ​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ.” (ຮຣ. 5:14) ແຕ່​ການ​ເຮັດ​ຕາມ​ຫຼັກ​ການ​ຂອງ​ພະເຢໂຫວາ​ກໍ​ບໍ່​ງ່າຍ ຍ້ອນ​ເຮົາ​ຢູ່​ໃນ​ໂລກ​ທີ່​ຫຼັກ​ສິນລະທຳ​ເສື່ອມ​ລົງ​ເລື້ອຍໆ. ພະເຢຊູ​ຈຶ່ງ​ເຫັນ​ວ່າ​ເຮົາ​ຈຳເປັນ​ຕ້ອງ​ມີ​ຄວາມ​ຮູ້​ທີ່​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມເຊື່ອ​ເຂັ້ມແຂງ ເຊິ່ງ​ຄວາມ​ຮູ້​ເຫຼົ່າ​ນັ້ນ​ກໍ​ມາ​ຈາກ​ຄຳພີໄບເບິນ. ດັ່ງນັ້ນ ພະເຢຊູ​ຈຶ່ງ​ໄດ້​ຊີ້ນຳ​ທາດ​ທີ່​ສັດຊື່​ແລະ​ສຸຂຸມ​ໃຫ້​ຈັດ​ກຽມ​ຄວາມ​ຮູ້​ເຫຼົ່ານີ້​ໃຫ້​ກັບ​ເຮົາ.

12. ເຮົາ​ໄດ້​ໃຫ້​ກຽດ​ຊື່​ພະເຈົ້າ​ຄື​ກັບ​ທີ່​ພະເຢຊູ​ເຮັດ​ແນວ​ໃດ?

12 ເຮົາ​ໄດ້​ໃຫ້​ກຽດ​ຊື່​ຂອງ​ພະເຢໂຫວາ​ຄື​ກັບ​ທີ່​ພະເຢຊູ​ເຮັດ. (ຢຮ. 17:6, 26) ຕົວຢ່າງ​ເຊັ່ນ: ໃນ​ປີ 1931 ເຮົາ​ໄດ້​ຊື່​ວ່າ​ເປັນ​ພະຍານ​ພະເຢໂຫວາ. ນີ້​ສະແດງ​ໃຫ້​ເຫັນ​ວ່າ​ຊື່​ຂອງ​ພະເຢໂຫວາ​ສຳຄັນ​ຕໍ່​ເຮົາ​ຫຼາຍ. (ເອຊາ. 43:10-12) ແລະ​ນັບ​ຕັ້ງ​ແຕ່​ເດືອນ​ຕຸລາ​ຂອງ​ປີ​ດຽວ​ກັນ ເຮົາ​ໄດ້​ໃສ່​ຊື່​ຂອງ​ພະເຢໂຫວາ​ໃນ​ໜ້າ​ປົກ​ຂອງ​ປຶ້ມ​ຫໍ​ສັງເກດ​ການ. ນອກຈາກນັ້ນ ໃນ​ຄຳພີໄບເບິນ​ສະບັບ​ແປ​ໂລກ​ໃໝ່ ເຮົາ​ຍັງ​ໄດ້​ໃສ່​ຊື່​ພະເຈົ້າ​ໄວ້​ໃນ​ບ່ອນ​ທີ່​ຄວນ​ຢູ່. ນີ້​ແຕກຕ່າງ​ຈາກ​ພວກ​ຄລິດສະຕຽນ​ໂບດ​ທີ່​ໄດ້​ລົບ​ຊື່​ຂອງ​ພະເຢໂຫວາ​ອອກ​ຈາກ​ພະຄຳພີ​ສະບັບ​ແປ​ຕ່າງໆ​ຂອງ​ເຂົາເຈົ້າ.

ພະເຢຊູ​ຈັດ​ລະບຽບ​ລູກສິດ​ຂອງ​ເພິ່ນ

13. ເປັນຫຍັງ​ເຈົ້າ​ຈຶ່ງ​ເຊື່ອ​ວ່າ​ພະເຢຊູ​ໃຊ້ “ທາດ​ທີ່​ສັດຊື່​ແລະ​ສຸຂຸມ” ໃນ​ທຸກ​ມື້​ນີ້? (ໂຢຮັນ 6:68)

13 ພະເຢຊູ​ໄດ້​ຈັດ​ລະບຽບ​ລູກສິດ​ຂອງ​ເພິ່ນ​ໃຫ້​ເປັນ​ອົງການ​ຢູ່​ເທິງ​ແຜ່ນດິນ​ໂລກ​ເພື່ອ​ສົ່ງເສີມ​ການ​ນະ​ມັດ​ສະ​ການ​ແທ້​ໂດຍ​ຜ່ານ​ທາງ “ທາດ​ທີ່​ສັດຊື່​ແລະ​ສຸຂຸມ.” ເຈົ້າ​ຮູ້ສຶກ​ແນວ​ໃດ​ກັບ​ອົງການ​ນີ້? ເຈົ້າ​ອາດຈະ​ຮູ້ສຶກ​ຄື​ກັບ​ອັກຄະສາວົກ​ເປໂຕ​ທີ່​ເວົ້າ​ກັບ​ພະເຢຊູ​ວ່າ: “ນາຍ​ເອີຍ ພວກ​ເຮົາ​ຈະ​ໄປ​ຫາ​ຜູ້​ໃດ​ໄດ້​ອີກ? ໃນ​ເມື່ອ​ທ່ານ​ເອງ​ມີ​ຄຳ​ສອນ​ທີ່​ໃຫ້​ຊີວິດ​ຕະຫຼອດໄປ.” (ຢຮ. 6:68) ລອງ​ຄິດ​ເບິ່ງ​ດູ​ວ່າ ຕອນນີ້​ຊີວິດ​ເຮົາ​ຈະ​ເປັນ​ແນວ​ໃດ​ຖ້າ​ເຮົາ​ບໍ່​ໄດ້​ຮູ້ຈັກ​ອົງການ​ຂອງ​ພະເຢໂຫວາ. ພະເຢຊູ​ໄດ້​ໃຊ້​ອົງການ​ນີ້​ເພື່ອ​ຊ່ວຍ​ເຮົາ​ໃຫ້​ມີ​ສິ່ງ​ທີ່​ເສີມ​ຄວາມເຊື່ອ​ແລະ​ພະຍາຍາມ ຝຶກ​ສອນ​ເຮົາ​ໃຫ້​ເຮັດ​ວຽກ​ປະກາດ​ຢ່າງ​ມີ​ປະສິດທິພາບ. ນອກຈາກນັ້ນ ເພິ່ນ​ຍັງ​ໄດ້​ຊ່ວຍ​ເຮົາ​ໃຫ້​ມີ “ລັກສະນະ​ນິດໄສ​ໃໝ່” ເພື່ອ​ເຮັດ​ໃຫ້​ພະເຢໂຫວາ​ພໍໃຈ.—ອຟຊ. 4:24

14. ໃນ​ຕອນ​ທີ່​ພະຍາດ​ໂຄ​ວິດ-19 ລະບາດ ອົງການ​ຂອງ​ພະເຢໂຫວາ​ຊ່ວຍ​ເຮົາ​ແນວໃດ?

14 ພະເຢຊູ​ໄດ້​ໃຫ້​ຄຳ​ແນະນຳ​ທີ່​ດີ​ໃນ​ຍາມ​ທີ່​ວິກິດ. ເຮົາ​ເຫັນ​ເລື່ອງ​ນີ້​ໄດ້​ຕອນ​ທີ່​ພະຍາດ​ໂຄ​ວິດ-19 ເລີ່ມ​ລະບາດ. ຫຼາຍ​ຄົນ​ທົ່ວ​ໂລກ​ບໍ່​ຮູ້​ວ່າ​ຈະ​ເຮັດ​ແນວ​ໃດ ແຕ່​ພະເຢຊູ​ໄດ້​ໃຫ້​ຄຳ​ແນະນຳ​ທີ່​ຈະ​ແຈ້ງ​ກັບ​ເຮົາ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ປອດໄພ. ເຮົາ​ໄດ້​ຮັບ​ຄຳ​ແນະນຳ​ໃຫ້​ໃສ່​ໜ້າ​ກາກ​ອະນາໄມ​ຕອນ​ທີ່​ອອກ​ຈາກ​ເຮືອນ​ແລະ​ຮັກສາ​ໄລຍະ​ຫ່າງ. ແລະ​ຜູ້​ດູ​ແລ​ຍັງ​ໄດ້​ຮັບ​ຄຳ​ເຕືອນ​ໃຫ້​ຕິດ​ຕໍ່​ກັບ​ພີ່ນ້ອງ​ໃນ​ປະຊາຄົມ​ເລື້ອຍໆ ເພື່ອ​ຈະ​ຮູ້​ວ່າ​ສະພາບ​ການ​ເປັນ​ຢູ່​ຂອງ​ພີ່ນ້ອງ​ເປັນ​ແນວ​ໃດ ແລະ​ຄວາມເຊື່ອ​ຂອງ​ເຂົາເຈົ້າ​ເປັນ​ແນວ​ໃດ. (ເອຊາ. 32:1, 2) ນອກຈາກນັ້ນ ເຮົາ​ຍັງ​ໄດ້​ຮັບ​ຄຳ​ແນະນຳ​ແລະ​ກຳລັງໃຈ​ເມື່ອ​ເບິ່ງ​ລາຍງານ​ຈາກ​ຄະນະ​ກຳມະ​ການ​ປົກຄອງ​ທີ່​ອອກ​ມາ​ເປັນ​ປະຈຳ.

15. ໃນ​ຕອນ​ທີ່​ພະຍາດ​ໂຄ​ວິດ​ລະບາດ ເຮົາ​ໄດ້​ຮັບ​ຄຳ​ແນະນຳ​ຫຍັງ​ກ່ຽວກັບ​ວິທີ​ປະຊຸມ​ແລະ​ປະກາດ ແລະ​ຜົນ​ເປັນ​ແນວ​ໃດ?

15 ໃນ​ຕອນ​ທີ່​ພະຍາດ​ໂຄ​ວິດ​ລະບາດ ເຮົາ​ຍັງ​ໄດ້​ຮັບ​ຄຳ​ແນະນຳ​ທີ່​ຈະ​ແຈ້ງ​ກ່ຽວກັບ​ວິທີ​ທີ່​ຈະ​ປະຊຸມ​ແລະ​ປະກາດ. ອົງການ​ຂອງ​ເຮົາ​ໄດ້​ປັບ​ປ່ຽນ​ວິທີ​ການ​ປະຊຸມ​ຢ່າງ​ກະທັນຫັນ ໂດຍ​ໃຫ້​ມີການ​ປະຊຸມ​ປະຊາຄົມ ປະຊຸມ​ໝວດ ແລະ​ປະຊຸມ​ພາກ​ທາງ​ອິນເຕີເນັດ ແລະ​ເຮົາ​ຍັງ​ໄດ້​ປ່ຽນ​ວິທີ​ປະກາດ​ໂດຍ​ປະກາດ​ທາງ​ໂທລະສັບ​ແລະ​ຂຽນ​ຈົດໝາຍ. ພະເຢໂຫວາ​ໄດ້​ອວຍພອນ​ຄວາມ​ພະຍາຍາມ​ຂອງ​ເຮົາ​ຫຼາຍ​ແທ້ໆ ເພາະ​ຫຼາຍ​ສາຂາ​ໄດ້​ລາຍ​ງານ​ວ່າ​ມີ​ຈຳນວນ​ຜູ້​ປະກາດ​ເພີ່ມ​ຂຶ້ນ. ທີ່​ຈິງ ພີ່ນ້ອງ​ຫຼາຍ​ຄົນ​ມີ​ປະສົບ​ການ​ທີ່​ໃຫ້​ກຳລັງໃຈ​ໃນ​ຊ່ວງ​ທີ່​ຫຍຸ້ງຍາກ​ແບບ​ນີ້.—ເບິ່ງ​ຂອບ “ພະເຢໂຫວາ​ອວຍພອນ​ວຽກ​ປະກາດ​ຂອງ​ເຮົາ”

16. ເຮົາ​ໝັ້ນໃຈ​ໃນ​ເລື່ອງ​ຫຍັງ?

16 ບາງຄົນ​ອາດ​ຮູ້ສຶກ​ວ່າ​ອົງການ​ຂອງ​ເຮົາ​ລະ​ມັດ​ລະວັງ​ຫຼາຍ​ໂພດ​ກ່ຽວກັບ​ການ​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19. ແຕ່​ເມື່ອ​ເວລາ​ຜ່ານ​ໄປ ເຮົາ​ກໍ​ເຫັນ​ໄດ້​ວ່າ​ຄຳ​ແນະນຳ​ນັ້ນ​ເປັນ​ປະໂຫຍດ​ຫຼາຍ​ແທ້ໆ. (ມທ. 11:19) ເມື່ອ​ເຮົາ​ຄິດຕຶກຕອງ​ກ່ຽວກັບ​ວິທີ​ທີ່​ພະເຢຊູ​ຊີ້ນຳ​ປະຊາຊົນ​ຂອງ​ເພິ່ນ ເຮົາ​ກໍ​ໝັ້ນໃຈ​ວ່າ​ບໍ່​ວ່າ​ອະນາຄົດ​ຈະ​ເປັນ​ແນວ​ໃດ ພະເຢໂຫວາ​ແລະ​ພະເຢຊູ​ຈະ​ຢູ່​ກັບ​ເຮົາ.—ອ່ານ​ເຮັບເຣີ 13:5, 6

17. ເຈົ້າ​ຮູ້ສຶກ​ແນວ​ໃດ​ທີ່​ມີ​ພະເຢຊູ​ເປັນ​ຜູ້​ຊີ້ນຳ?

17 ເຮົາ​ຮູ້ສຶກ​ດີໃຈ​ຫຼາຍ​ແທ້ໆ​ທີ່​ມີ​ພະເຢຊູ​ເປັນ​ຜູ້​ຊີ້ນຳ! ເຮົາ​ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ​ອົງການ​ທີ່​ບໍ່​ໄດ້​ມີການ​ແບ່ງ​ແຍກ ເຊື້ອ​ຊາດ ພາສາ ແລະ​ວັດທະນະທຳ. ເຮົາ​ຍັງ​ໄດ້​ຮັບ​ຄວາມ​ຮູ້​ຈາກ​ຄຳພີໄບເບິນ ແລະ​ໄດ້​ຮັບ​ການ​ຝຶກ​ອົບຮົມ​ຢ່າງ​ດີ​ເພື່ອ​ຈະ​ເຮັດ​ວຽກ​ປະກາດ. ນອກຈາກນັ້ນ ເຮົາ​ຍັງ​ໄດ້​ຮັບ​ການ​ສອນ​ທີ່​ຊ່ວຍ​ເຮົາ​ໃຫ້​ມີ​ລັກສະນະ​ນິດໄສ​ໃໝ່​ແລະ​ຮຽນ​ຮູ້​ທີ່​ຈະ​ຮັກ​ຄົນອື່ນ. ເຮົາ​ພູມໃຈ​ຫຼາຍ​ແທ້ໆ​ທີ່​ມີ​ພະເຢຊູ​ເປັນ​ຜູ້​ຊີ້ນຳ!

ເພງ 16 ສັນເສີນ​ເຢໂຫວາ​ສຳລັບ​ລູກ​ຊາຍ​ທີ່​ຖືກ​ແຕ່ງຕັ້ງ

a ໃນ​ທຸກ​ມື້​ນີ້​ຫຼາຍ​ລ້ານ​ຄົນ​ບໍ່​ວ່າ​ຈະ​ເປັນ​ຜູ້​ຊາຍ ຜູ້​ຍິງ ແລະ​ເດັກນ້ອຍ​ກຳລັງ​ເຮັດ​ວຽກ​ປະກາດ​ຂ່າວ​ດີ​ຢ່າງ​ຫ້າວຫັນ. ຖ້າ​ເຈົ້າ​ເປັນ​ໜຶ່ງ​ໃນ​ນັ້ນ ເຈົ້າ​ກໍ​ກຳລັງ​ເຮັດ​ວຽກ​ພາຍ​ໃຕ້​ການ​ຊີ້ນຳ​ຂອງ​ພະເຢຊູ​ຄລິດ​ຜູ້​ເປັນ​ນາຍ​ຂອງ​ເຮົາ. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ຫຼັກ​ຖານ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ພະເຢຊູ​ກຳລັງ​ຊີ້ນຳ​ວຽກ​ປະກາດ​ໃນ​ທຸກ​ມື້​ນີ້. ການ​ຄິດຕຶກຕອງ​ເຖິງ​ເລື່ອງ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ຕັ້ງໃຈ​ຮັບໃຊ້​ພະເຢໂຫວາ​ຕໍ່ໆ​ໄປ​ພາຍ​ໃຕ້​ການ​ຊີ້ນຳ​ຂອງ​ພະຄລິດ.

b ພາສາ​ໄທ