ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 31

ເຫັນຄ່າສິດທິພິເສດໃນການອະທິດຖານ

ເຫັນຄ່າສິດທິພິເສດໃນການອະທິດຖານ

“ຂໍ​ໃຫ້​ຄຳ​ອະທິດຖານ​ຂອງ​ຂ້ອຍ​ເປັນ​ຄື​ກັບ​ເຄື່ອງຫອມ​ທີ່​ກຽມ​ໄວ້​ໃຫ້​ພະອົງ.”—ເພງ. 141:2, ລ.ມ.

ເພງ 47 ອະທິດຖານ​ຕໍ່​ພະເຢໂຫວາ​ທຸກ​ວັນ

ໃຈ​ຄວາມ​ສຳຄັນ a

1. ເຮົາ​ຄວນ​ຮູ້ສຶກ​ແນວ​ໃດ​ທີ່​ພະເຢໂຫວາ​ໃຫ້​ເຮົາ​ອະທິດຖານ​ເຖິງ​ເພິ່ນ?

 ເຮົາ​ມີ​ສິດທິພິເສດ​ຫຼາຍ​ແທ້ໆ​ທີ່​ສາມາດ​ອະທິດຖານ​ເຖິງ​ພະເຢໂຫວາ​ຜູ້​ທີ່​ສ້າງ​ຟ້າ​ສະຫວັນ​ແລະ​ໂລກ. ລອງ​ຄິດ​ເບິ່ງ ເຮົາ​ສາມາດ​ອະທິດຖານ​ລະບາຍ​ຄວາມ​ຮູ້ສຶກ​ກັບ​ພະເຢໂຫວາ​ບໍ່​ວ່າ​ຈະ​ເປັນ​ພາສາ​ໃດ​ແລະ​ເວລາ​ໃດ​ກໍ​ໄດ້​ໂດຍ​ທີ່​ບໍ່​ຕ້ອງ​ນັດ​ໄວ້​ກ່ອນ. ເຖິງ​ວ່າ​ເຮົາ​ຈະ​ເຈັບ​ປ່ວຍ​ເຂົ້າ​ໂຮງໝໍ​ຫຼື​ຢູ່​ໃນ​ຄຸກ ແຕ່​ເຮົາ​ກໍ​ສາມາດ​ອະທິດຖານ​ເຖິງ​ພະເຢໂຫວາ​ໄດ້ ແລະ​ໝັ້ນໃຈ​ວ່າ​ເພິ່ນ​ຈະ​ຟັງ​ເຮົາ. ເຮົາ​ຂອບໃຈ​ພະເຢໂຫວາ​ຫຼາຍ​ແທ້ໆ​ທີ່​ໃຫ້​ສິດທິພິເສດ​ນີ້​ກັບ​ເຮົາ.

2. ກະສັດ​ດາວິດ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ລາວ​ເຫັນຄ່າ​ການ​ອະທິດຖານ?

2 ກະສັດ​ດາວິດ​ຖື​ວ່າ​ການ​ອະທິດຖານ​ມີຄ່າ​ຫຼາຍ​ແທ້ໆ. ລາວ​ຮ້ອງ​ເພງ​ວ່າ: “ຂໍ​ໃຫ້​ຄຳ​ອະທິດຖານ​ຂອງ​ຂ້ອຍ​ເປັນ​ຄື​ກັບ​ເຄື່ອງຫອມ​ທີ່​ກຽມ​ໄວ້​ໃຫ້​ພະອົງ.” (ເພງ. 141:1, 2, ລ.ມ.) ໃນ​ສະໄໝ​ຂອງ​ດາວິດ ປະໂລຫິດ​ຈະ​ກຽມ​ເຄື່ອງຫອມ​ຢ່າງ​ດີ​ທີ່​ສຸດ​ເພື່ອ​ຖວາຍ​ໃຫ້​ພະເຢໂຫວາ. (ອພຍ. 30:34, 35) ດັ່ງນັ້ນ ເມື່ອ​ດາວິດ​ເວົ້າ​ເຖິງ​ເຄື່ອງຫອມ​ທີ່​ກຽມ​ຢ່າງ​ດີ​ກໍ​ສະແດງ​ວ່າ​ລາວ​ຢາກ​ກຽມ​ຄຳເວົ້າ​ດີໆ​ກ່ອນ​ຈະ​ອະທິດຖານ​ເຖິງ​ພະເຢໂຫວາ. ເຮົາ​ກໍ​ຄື​ກັນ ເຮົາ​ຢາກ​ກຽມ​ຄຳ​ອະທິດຖານ​ຂອງ​ເຮົາ​ຢ່າງ​ດີ​ເພື່ອ​ຈະ​ເຮັດ​ໃຫ້​ພະເຢໂຫວາ​ພໍໃຈ.

3. ເມື່ອ​ເຮົາ​ອະທິດຖານ​ເຖິງ​ພະເຢໂຫວາ ເຮົາ​ຄວນ​ອະທິດຖານ​ດ້ວຍ​ຄວາມ​ຮູ້ສຶກ​ແບບ​ໃດ​ແລະ​ຍ້ອນຫຍັງ?

3 ເມື່ອ​ເຮົາ​ອະທິດຖານ​ເຖິງ​ພະເຢໂຫວາ ເຮົາ​ບໍ່​ຄວນ​ເວົ້າ​ແບບ​ເປັນ​ກັນເອງ​ຫຼາຍ​ເກີນ​ໄປ ແຕ່​ເຮົາ​ຄວນ​ອະທິດຖານ​ເຖິງ​ເພິ່ນ​ດ້ວຍ​ຄວາມ​ນັບ​ຖື. ຂໍ​ໃຫ້​ເຮົາ​ຄິດເຖິງ​ນິມິດ​ທີ່​ໜ້າ​ງຶດງໍ້​ທີ່​ເອຊາຢາ ເອເຊກຽນ ດານີເອນ​ແລະ​ໂຢຮັນ​ເຫັນ. ເຖິງ​ວ່າ​ເຂົາເຈົ້າ​ຈະ​ເຫັນ​ນິມິດ​ທີ່​ຕ່າງ​ກັນ ແຕ່​ເຂົາເຈົ້າ​ກໍ​ເວົ້າ​ເຖິງ​ພະເຢໂຫວາ​ແບບ​ດຽວ​ກັນ​ວ່າ ເພິ່ນ​ເປັນ​ກະສັດ​ອົງ​ຍິ່ງໃຫຍ່​ທີ່​ມີ​ສະຫງ່າ​ລາສີ. ເອຊາຢາ “ເຫັນ​ນິມິດ​ທີ່​ພະເຢໂຫວາ​ນັ່ງ​ຢູ່​ເທິງ​ບັນລັງ​ທີ່​ສູງ​ເດັ່ນ.” (ເອຊາ. 6:1-3, ລ.ມ.) ເອເຊກຽນ​ເຫັນ​ພະເຢໂຫວາ​ນັ່ງ​ຢູ່​ລົດ​ກະສັດ​ທີ່​ອ້ອມ​ຮອບ​ໄປ​ດ້ວຍ “ແສງ​ສະຫວ່າງ​ທີ່​ເຈີດ​ຈ້າ . . . ຄື​ກັບ​ຮຸ້ງ.” (ເອເຊກ. 1:26-28, ລ.ມ.) ດານີເອນ​ເຫັນ “ຜູ້​ມີ​ຊີວິດ​ຢູ່​ຕັ້ງ​ແຕ່​ດຶກດຳບັນ” ນຸ່ງ​ເຄື່ອງ​ສີ​ຂາວ​ແລະ​ມີ​ແປວ​ໄຟ​ອອກ​ມາ​ຈາກ​ບັນລັງ​ຂອງ​ເພິ່ນ. (ດາ. 7:9, 10, ລ.ມ.) ແລະ​ໂຢຮັນ​ເຫັນ​ພະເຢໂຫວາ​ນັ່ງ​ຢູ່​ເທິງ​ບັນລັງ​ທີ່​ອ້ອມ​ຮອບ​ດ້ວຍ​ຮຸ້ງ​ທີ່​ເປັນ​ຄື​ກັບ​ມໍລະກົດ. (ພນມ. 4:2-4) ເມື່ອ​ເຮົາ​ຄິດເຖິງ​ຄວາມ​ຍິ່ງໃຫຍ່​ແລະ​ສະຫງ່າ​ລາສີ​ຂອງ​ພະເຢໂຫວາ ເຮົາ​ກໍ​ຮູ້ສຶກ​ວ່າ​ເປັນ​ສິດທິພິເສດ​ຫຼາຍ​ແທ້ໆ​ທີ່​ເຮົາ​ສາມາດ​ອະທິດຖານ​ເຖິງ​ເພິ່ນ​ແລະ​ເຮົາ​ຄວນ​ເວົ້າ​ກັບ​ເພິ່ນ​ດ້ວຍ​ຄວາມ​ນັບ​ຖື. ແລ້ວ​ເຮົາ​ຄວນ​ອະທິດຖານ​ເລື່ອງ​ຫຍັງ​ແດ່?

“ພວກເຈົ້າ​ຄວນ​ອະທິດຖານ​ແບບ​ນີ້”

4. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ທຳອິດ​ທີ່​ພະເຢຊູ​ເວົ້າ​ໃນ​ຄຳ​ອະທິດຖານ​ທີ່​ຢູ່​ໃນ​ມັດທາຍ 6:9, 10?

4 ອ່ານ​ມັດທາຍ 6:9, 10. ໃນ​ຄຳບັນຍາຍ​ເທິງ​ພູເຂົາ ພະເຢຊູ​ໄດ້​ສອນ​ພວກ​ລູກສິດ​ໃຫ້​ຮູ້​ວິທີ​ອະທິດຖານ​ໃນ​ແບບ​ທີ່​ພະເຢໂຫວາ​ພໍໃຈ. ຫຼັງ​ຈາກ​ທີ່​ເພິ່ນ​ເວົ້າ​ວ່າ: “ພວກເຈົ້າ​ຄວນ​ອະທິດຖານ​ແບບ​ນີ້” ເລື່ອງ​ທຳອິດ​ທີ່​ເພິ່ນ​ເວົ້າ​ໃນ​ຄຳ​ອະທິດຖານ​ເປັນ​ເລື່ອງ​ທີ່​ສຳຄັນ​ເຊິ່ງ​ກ່ຽວຂ້ອງ​ກັບ​ຄວາມ​ຕ້ອງການ​ຂອງ​ພະເຢໂຫວາ​ໂດຍ​ກົງ ນັ້ນ​ກໍ​ຄື: ການ​ເຮັດ​ໃຫ້​ນາມ​ຊື່​ຂອງ​ພະເຢໂຫວາ​ເປັນ​ທີ່​ເຄົາລົບ​ນັບ​ຖື​ຢູ່​ສະເໝີ ການ​ຂໍ​ໃຫ້​ການ​ປົກຄອງ​ຂອງ​ພະເຈົ້າ​ມາ​ທີ່​ໂລກ​ນີ້​ເພື່ອ​ຈະ​ທຳລາຍ​ສັດຕູ​ທັງ​ໝົດ​ຂອງ​ພະເຈົ້າ ແລະ​ສິ່ງ​ດີໆ​ທີ່​ພະເຢໂຫວາ​ຈະ​ເຮັດ​ເພື່ອ​ໂລກ​ແລະ​ມະນຸດ​ໃນ​ອະນາຄົດ. ການ​ອະທິດຖານ​ແບບ​ນີ້​ສະແດງ​ໃຫ້​ເຫັນ​ວ່າ ເຮົາ​ໃຫ້​ຄວາມ​ຕ້ອງການ​ຂອງ​ພະເຈົ້າ​ສຳຄັນ​ຕໍ່​ເຮົາ.

5. ຜິດ​ບໍ​ທີ່​ຈະ​ອະທິດຖານ​ຂໍ​ກ່ຽວກັບ​ເລື່ອງ​ຂອງ​ເຮົາ​ເອງ?

5 ສ່ວນ​ຕໍ່ໄປ​ໃນ​ຄຳ​ອະທິດຖານ​ຂອງ​ພະເຢຊູ​ສະແດງ​ໃຫ້​ເຫັນ​ວ່າ​ບໍ່​ແມ່ນ​ເລື່ອງ​ຜິດ​ທີ່​ເຮົາ​ຈະ​ອະທິດຖານ​ຂໍ​ກ່ຽວກັບ​ເລື່ອງ​ຂອງ​ເຮົາ​ເອງ. ເຮົາ​ສາມາດ​ອະທິດຖານ​ເຖິງ​ພະເຢໂຫວາ​ເພື່ອ​ຂໍ​ໃຫ້​ເພິ່ນ​ຊ່ວຍ​ເຮົາ​ໃຫ້​ມີ​ອາຫານ​ກິນ​ໃນ​ມື້​ນັ້ນ ຂໍ​ໃຫ້​ເພິ່ນ​ຍົກ​ໂທດ​ຄວາມ​ຜິດ​ຂອງ​ເຮົາ ຂໍ​ໃຫ້​ເພິ່ນ​ຊ່ວຍ​ເຮົາ​ບໍ່​ໃຫ້​ຍອມແພ້​ຕໍ່​ການ​ລໍ້ໃຈ ແລະ​ຂໍ​ໃຫ້​ເພິ່ນ​ຊ່ວຍ​ປົກປ້ອງ​ເຮົາ​ຈາກ​ຕົວ​ຊົ່ວ​ຮ້າຍ. (ມທ. 6:11-13) ເມື່ອ​ເຮົາ​ອະທິດຖານ​ແບບ​ນີ້​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ໝາຍເພິ່ງ​ພະເຢໂຫວາ​ແລະ​ຢາກ​ເຮັດ​ໃຫ້​ເພິ່ນ​ພໍໃຈ.

ຜົວ​ເມຍ​ຈະ​ອະທິດຖານ​ເລື່ອງ​ຫຍັງ​ແດ່? (ເບິ່ງ​ຂໍ້ 6) b

6. ເຮົາ​ຈະ​ອະທິດຖານ​ໄດ້​ສະເພາະ​ເລື່ອງ​ທີ່​ຢູ່​ໃນ​ຄຳ​ອະທິດຖານ​ແບບ​ຢ່າງ​ຂອງ​ພະເຢຊູ​ເທົ່າ​ນັ້ນ​ບໍ? ຂໍ​ໃຫ້​ອະທິບາຍ.

6 ພະເຢຊູ​ບໍ່​ໄດ້​ຄາດໝາຍ​ໃຫ້​ພວກ​ລູກສິດ​ອະທິດຖານ​ຕາມ​ຄຳ​ອະທິດຖານ​ແບບ​ຢ່າງ​ຂອງ​ເພິ່ນ​ທຸກຄຳ. ເພາະ​ບາງເທື່ອ​ພະເຢຊູ​ກໍ​ອະທິດຖານ​ເລື່ອງ​ອື່ນໆ ແລະ​ເລື່ອງ​ທີ່​ເພິ່ນ​ກັງວົນ​ນຳ. (ມທ. 26:39, 42; ຢຮ. 17:1-26) ເຮົາ​ເອງ​ກໍ​ສາມາດ​ອະທິດຖານ​ເລື່ອງ​ທີ່​ເຮົາ​ກັງວົນ​ໄດ້​ຄື​ກັນ. ເຮົາ​ສາມາດ​ອະທິດຖານ​ຂໍ​ສະຕິປັນຍາ​ແລະ​ຄວາມ​ເຂົ້າໃຈ​ເມື່ອ​ມີ​ເລື່ອງ​ທີ່​ຕ້ອງ​ຕັດສິນໃຈ. (ເພງ. 119:33, 34) ເມື່ອ​ໄດ້​ຮັບ​ວຽກ​ມອບໝາຍ​ທີ່​ຍາກ ເຮົາ​ສາມາດ​ຂໍ​ພະເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ຄວນ​ເຮັດ​ແນວ​ໃດ. (ສຸພາ. 2:6) ພໍ່​ແມ່​ສາມາດ​ອະທິດຖານ​ເພື່ອ​ລູກ ແລະ​ລູກ​ກໍ​ສາມາດ​ອະທິດຖານ​ເພື່ອ​ພໍ່​ແມ່ ແລະ​ເຮົາ​ທຸກ​ຄົນ​ກໍ​ຄວນ​ອະທິດຖານ​ເພື່ອ​ນັກ​ສຶກສາ​ຄຳພີໄບເບິນ​ແລະ​ຜູ້​ທີ່​ເຮົາ​ປະກາດ​ນຳ. ແຕ່​ເມື່ອ​ເຮົາ​ອະທິດຖານ ເຮົາ​ຕ້ອງ​ບໍ່​ພຽງ​ແຕ່​ຂໍ​ໃຫ້​ພະເຢໂຫວາ​ຊ່ວຍ​ເຮົາ​ເທົ່າ​ນັ້ນ.

ເຮົາ​ຈະ​ຍົກຍ້ອງ​ສັນລະເສີນ​ແລະ​ຂອບໃຈ​ພະເຢໂຫວາ​ເລື່ອງ​ຫຍັງ​ແດ່​ໃນ​ຄຳ​ອະທິດຖານ? (ເບິ່ງ​ຂໍ້ 7-9) c

7. ເປັນຫຍັງ​ເຮົາ​ຄວນ​ຍົກຍ້ອງ​ສັນລະເສີນ​ພະເຢໂຫວາ​ໃນ​ຄຳ​ອະທິດຖານ?

7 ເມື່ອ​ເຮົາ​ອະທິດຖານ ເຮົາ​ຄວນ​ຍົກຍ້ອງ​ສັນລະເສີນ ພະເຢໂຫວາ​ນຳ. ມີ​ພຽງ​ພະເຢໂຫວາ​ເທົ່າ​ນັ້ນ​ທີ່​ສົມຄວນ​ໄດ້​ຮັບ​ການຍົກຍ້ອງ​ສັນລະເສີນ​ຫຼາຍ​ທີ່ສຸດ ເພາະ​ພະເຢໂຫວາ​ເປັນ​ພະເຈົ້າ​ທີ່ “ດີ​ແທ້ໆ​ແລະ​ພ້ອມ​ທີ່​ຈະ​ໃຫ້​ອະໄພ” ເພິ່ນ​ຍັງ “ເມດຕາ ສົງສານ ບໍ່​ຄຽດ​ງ່າຍ ຮັກ​ໃຜ​ກໍ​ຮັກ​ໝັ້ນຄົງ ແລະ​ສັດຊື່.” (ເພງ. 86:5, 15, ລ.ມ.) ເຮົາ​ເຫັນ​ໄດ້​ວ່າ ມີ​ຫຼາຍ​ເຫດຜົນ​ແທ້ໆ​ທີ່​ເຮົາ​ຈະ​ຍົກຍ້ອງ​ສັນລະເສີນ​ພະເຢໂຫວາ​ໃນ​ສິ່ງ​ທີ່​ເພິ່ນ​ເປັນ​ແລະ​ສິ່ງ​ທີ່​ເພິ່ນ​ເຮັດ.

8. ເຮົາ​ຈະ​ຂອບໃຈ​ພະເຢໂຫວາ​ໃນ​ເລື່ອງ​ຫຍັງ​ແດ່? (ຄຳເພງ 104:12-15, 24)

8 ນອກ​ຈາກ​ເຮົາ​ຈະ​ຍົກຍ້ອງ​ສັນລະເສີນ​ພະເຢໂຫວາ​ແລ້ວ ເຮົາ​ຍັງ​ຢາກ​ຂອບໃຈ ເພິ່ນ​ທີ່​ຈັດ​ໃຫ້​ເຮົາ​ມີ​ສິ່ງ​ດີໆ​ຫຼາຍ​ຢ່າງ ເຊັ່ນ: ເພິ່ນ​ໃຫ້​ມີ​ດອກ​ໄມ້​ຫຼາຍ​ສີ ມີ​ອາຫານ​ທີ່​ແຊບໆ​ຫຼາຍ​ຊະນິດ ແລະ​ມີ​ໝູ່​ທີ່​ຮັກ​ແພງ​ກັນ​ແລະ​ກັນ. ເຮົາ​ຢາກ​ຂອບໃຈ​ພະເຢໂຫວາ​ຫຼາຍ​ແທ້ໆ​ທີ່​ໃຫ້​ສິ່ງ​ເຫຼົ່ານີ້​ກັບ​ເຮົາ​ແລະ​ສິ່ງ​ອື່ນໆ​ທີ່​ເຮັດ​ໃຫ້​ເຮົາ​ມີ​ຄວາມສຸກ. (ອ່ານ​ຄຳເພງ 104:12-15, 24) ແລະ​ທີ່​ສຳຄັນ ເຮົາ​ຢາກ​ຂອບໃຈ​ພະເຢໂຫວາ​ທີ່​ໃຫ້​ເຮົາ​ມີ​ຄວາມ​ຮູ້​ແລະ​ຄຳ​ສອນ​ຫຼາຍ​ຢ່າງ​ທີ່​ເສີມ​ຄວາມເຊື່ອ ແລະ​ຍັງ​ໃຫ້​ເຮົາ​ມີ​ຄວາມຫວັງ​ທີ່​ດີ​ເລີດ​ໃນ​ອະນາຄົດ​ນຳ.

9. ສິ່ງ​ໃດ​ຊ່ວຍ​ເຮົາ​ບໍ່​ໃຫ້​ລືມ​ຂອບໃຈ​ພະເຢໂຫວາ? (1 ເທຊະໂລນິກ 5:17, 18)

9 ເປັນ​ເລື່ອງ​ງ່າຍ​ທີ່​ເຮົາ​ຈະ​ລືມ​ຂອບໃຈ​ພະເຢໂຫວາ​ສຳລັບ​ສິ່ງ​ທີ່​ເພິ່ນ​ເຮັດ​ເພື່ອ​ເຮົາ. ແລ້ວ​ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ລືມ? ເຈົ້າ​ອາດຈະ​ຂຽນ​ລາຍການ​ອອກ​ມາ​ວ່າ​ເຄີຍ​ຂໍ​ຫຍັງ​ຈາກ​ພະເຢໂຫວາ​ແດ່ ແລະ​ເພິ່ນ​ໄດ້​ຕອບ​ເຈົ້າ​ແນວ​ໃດ ຈາກ​ນັ້ນ ໃຫ້​ອະທິດຖານ​ຂອບໃຈ​ເພິ່ນ​ທີ່​ໄດ້​ຊ່ວຍ​ເຈົ້າ. (ອ່ານ 1 ເທຊະໂລນິກ 5:17, 18) ລອງ​ຄິດ​ເບິ່ງ​ວ່າ ເຮົາ​ຈະ​ຮູ້ສຶກ​ດີໃຈ​ຫຼາຍ​ສ່ຳ​ໃດ​ເມື່ອ​ມີ​ຄົນ​ເຫັນຄ່າ​ແລະ​ຂອບໃຈ​ສຳລັບ​ສິ່ງ​ທີ່​ເຮົາ​ເຮັດ. ຄ້າຍ​ຄື​ກັນ ພະເຢໂຫວາ​ກໍ​ຈະ​ມີ​ຄວາມສຸກ​ຫຼາຍ​ເມື່ອ​ເຮົາ​ອະທິດຖານ​ຂອບໃຈ​ເພິ່ນ​ທີ່​ເພິ່ນ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ. (ກລຊ. 3:15) ແລ້ວ​ເຮົາ​ຈະ​ຂອບໃຈ​ພະເຢໂຫວາ​ເລື່ອງ​ຫຍັງ​ອີກ?

ຂອບໃຈ​ພະເຢໂຫວາ​ທີ່​ໃຫ້​ລູກ​ຊາຍ​ທີ່​ຮັກ​ກັບ​ເຮົາ

10. ຕາມ 1 ເປໂຕ 2:21 ເປັນຫຍັງ​ເຮົາ​ຄວນ​ຂອບໃຈ​ພະເຢໂຫວາ​ທີ່​ສົ່ງ​ພະເຢຊູ​ມາ​ໂລກ​ນີ້?

10 ອ່ານ 1 ເປໂຕ 2:21. ເຮົາ​ຄວນ​ຂອບໃຈ​ພະເຢໂຫວາ​ທີ່​ສົ່ງ​ພະເຢຊູ​ລູກ​ຊາຍ​ທີ່​ຮັກ​ຂອງ​ເພິ່ນ​ມາ​ສອນ​ເຮົາ. ເມື່ອ​ເຮົາ​ຮຽນ​ເລື່ອງ​ຂອງ​ພະເຢຊູ ເຮົາ​ກໍ​ໄດ້​ຮຽນ​ຮູ້​ຫຼາຍ​ຢ່າງ​ກ່ຽວກັບ​ພະເຢໂຫວາ​ແລະ​ຮູ້​ວິທີ​ທີ່​ຈະ​ເຮັດ​ໃຫ້​ເພິ່ນ​ພໍໃຈ. ຖ້າ​ເຮົາ​ສະແດງ​ຄວາມເຊື່ອ​ໃນ​ພະເຢຊູ ເຮົາ​ກໍ​ຈະ​ມີ​ສັນຕິສຸກ​ແລະ​ມີ​ສາຍສຳພັນ​ທີ່​ໃກ້ຊິດ​ກັບ​ພະເຢໂຫວາ.—ຣມ. 5:1

11. ເປັນຫຍັງ​ເຮົາ​ຄວນ​ອະທິດຖານ​ເຖິງ​ພະເຢໂຫວາ​ໃນ​ນາມ​ຂອງ​ພະເຢຊູ?

11 ເຮົາ​ຂອບໃຈ​ພະເຢໂຫວາ​ທີ່​ໃຫ້​ເຮົາ​ອະທິດຖານ​ເຖິງ​ເພິ່ນ​ໄດ້​ໂດຍ​ທາງ​ພະເຢຊູ. ພະເຢໂຫວາ​ຈະ​ຟັງ​ແລະ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ​ເມື່ອ​ເຮົາ​ຂໍ​ໃນ​ນາມ​ຂອງ​ພະເຢຊູ. ພະເຢໂຫວາ​ໃຊ້​ພະເຢຊູ​ໃຫ້​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ຂໍ ເພາະ​ພະເຢຊູ​ບອກ​ວ່າ: “ບໍ່​ວ່າ​ພວກເຈົ້າ​ຈະ​ຂໍ​ຫຍັງ​ໃນ​ນາມ​ຂອງ​ຂ້ອຍ ຂ້ອຍ​ກໍ​ຈະ​ເຮັດ​ສິ່ງ​ນັ້ນ​ໃຫ້ ເພື່ອ​ພະເຈົ້າ​ຜູ້​ເປັນ​ພໍ່​ຈະ​ໄດ້​ຮັບ​ການ​ຍົກຍ້ອງ​ເພາະ​ລູກ​ຂອງ​ພະອົງ.”—ຢຮ. 14:13, 14

12. ເຮົາ​ມີ​ເຫດຜົນ​ຫຍັງ​ອີກ​ທີ່​ຈະ​ຂອບໃຈ​ພະເຢໂຫວາ​ສຳລັບ​ລູກ​ຊາຍ​ທີ່​ຮັກ​ຂອງ​ເພິ່ນ?

12 ພະເຢໂຫວາ​ໃຫ້​ອະໄພ​ບາບ​ເຮົາ​ຍ້ອນ​ຄ່າໄຖ່​ຂອງ​ພະເຢຊູ. ຄຳພີໄບເບິນ​ບອກ​ວ່າ ພະເຢຊູ​ເປັນ “ມະຫາປະໂລຫິດ​ຂອງ​ພວກ​ເຮົາ . . . ເພິ່ນ​ນັ່ງ​ເບື້ອງ​ຂວາ​ບັນລັງ​ຂອງ​ພະເຈົ້າ​ອົງ​ຍິ່ງໃຫຍ່​ໃນ​ສະຫວັນ.” (ຮຣ. 8:1) ແລະ​ເພິ່ນ​ຍັງ​ເປັນ “ຜູ້​ຊ່ວຍ​ທີ່​ຢູ່​ກັບ​ພະເຈົ້າ​ຜູ້​ເປັນ​ພໍ່.” (1 ຢຮ. 2:1) ເຮົາ​ຂອບໃຈ​ພະເຢໂຫວາ​ຫຼາຍ​ແທ້ໆ​ທີ່​ໃຫ້​ເຮົາ​ມີ​ມະຫາປະໂລຫິດ​ທີ່​ເຂົ້າໃຈ​ຄວາມ​ອ່ອນແອ​ຂອງ​ເຮົາ​ແລະ “ຊ່ວຍ​ເວົ້າ​ແທນ​ພວກ​ເຮົາ.” (ຣມ. 8:34; ຮຣ. 4:15) ຍ້ອນ​ເຮົາ​ເປັນ​ມະນຸດ​ທີ່​ບໍ່​ສົມບູນແບບ ເຮົາ​ຈຶ່ງ​ບໍ່​ສາມາດ​ອະທິດຖານ​ເຖິງ​ພະເຢໂຫວາ​ໄດ້​ຖ້າ​ບໍ່​ມີຄ່າໄຖ່​ຂອງ​ພະເຢຊູ. ເຮົາ​ບໍ່​ຮູ້​ວ່າ​ເຮົາ​ຊິ​ຂອບໃຈ​ພະເຢໂຫວາ​ແນວ​ໃດ​ສຳລັບ​ຂອງຂວັນ​ທີ່​ມີຄ່າ​ທີ່​ພະເຢໂຫວາ​ໃຫ້​ກັບ​ເຮົາ​ເຊິ່ງ​ກໍ​ຄື​ພະເຢຊູ​ລູກ​ຊາຍ​ທີ່​ຮັກ​ຂອງ​ເພິ່ນ!

ອະທິດຖານ​ເພື່ອ​ພີ່ນ້ອງ

13. ໃນ​ຄືນ​ສຸດທ້າຍ​ກ່ອນ​ທີ່​ພະເຢຊູ​ຈະ​ຕາຍ ເພິ່ນ​ໄດ້​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເພິ່ນ​ຮັກ​ພວກ​ລູກສິດ?

13 ໃນ​ຄືນ​ສຸດທ້າຍ​ກ່ອນ​ທີ່​ພະເຢຊູ​ຈະ​ຕາຍ ເພິ່ນ​ໄດ້​ອະທິດຖານ​ເປັນ​ເວລາ​ດົນ​ເພື່ອ​ພວກ​ລູກສິດ ເພິ່ນ​ໄດ້​ຂໍ​ໃຫ້​ພະເຢໂຫວາ “ປົກປ້ອງ​ພວກ​ເຂົາ​ຈາກ​ຕົວ​ຊົ່ວ​ຮ້າຍ.” (ຢຮ. 17:15) ເຖິງ​ພະເຢຊູ​ຮູ້​ວ່າ​ອີກ​ບໍ່​ດົນ​ເພິ່ນ​ຈະ​ຕ້ອງ​ເຈິ​ຄວາມທຸກ​ຫຼາຍ​ຢ່າງ ແຕ່​ເພິ່ນ​ກໍ​ຍັງ​ເປັນ​ຫ່ວງ​ພວກ​ລູກສິດ​ຂອງ​ເພິ່ນ ນີ້​ສະແດງ​ວ່າ​ເພິ່ນ​ຮັກ​ພວກ​ລູກສິດ​ຫຼາຍ​ແທ້ໆ!

ເຮົາ​ຈະ​ອະທິດຖານ​ເພື່ອ​ພີ່ນ້ອງ​ໃນ​ເລື່ອງ​ຫຍັງ​ແດ່? (ເບິ່ງ​ຂໍ້ 14-16) d

14. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ຮັກ​ພີ່ນ້ອງ?

14 ເຮົາ​ຢາກ​ຮຽນແບບ​ພະເຢຊູ​ໂດຍ​ບໍ່​ຄິດເຖິງ​ແຕ່​ຕົວເອງ​ເທົ່າ​ນັ້ນ ແຕ່​ຈະ​ຄິດເຖິງ​ພີ່ນ້ອງ​ແລະ​ອະທິດຖານ​ເພື່ອ​ເຂົາເຈົ້າ​ເປັນ​ປະຈຳ. ເມື່ອ​ເຮົາ​ເຮັດ​ແບບ​ນີ້ ເຮົາ​ກໍ​ກຳລັງ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະເຢຊູ​ທີ່​ໃຫ້​ຮັກ​ກັນ​ແລະ​ກັນ ແລະ​ສະແດງ​ໃຫ້​ພະເຢໂຫວາ​ເຫັນ​ວ່າ​ເຮົາ​ຮັກ​ພີ່ນ້ອງ​ຫຼາຍ​ສ່ຳ​ໃດ. (ຢຮ. 13:34) ການ​ອະທິດຖານ​ເພື່ອ​ພີ່ນ້ອງ​ບໍ່​ແມ່ນ​ເລື່ອງ​ທີ່​ເສຍ​ເວລາ ແຕ່​ເປັນ​ການ​ຊ່ວຍເຫຼືອ​ເຂົາເຈົ້າ. ເພາະ​ຄຳພີໄບເບິນ​ບອກ​ວ່າ: “ຄຳ​ອ້ອນວອນ​ຂອງ​ຄົນ​ທີ່​ພະເຈົ້າ​ຍອມ​ຮັບ​ມີ​ພະລັງ​ແລະ​ໄດ້​ຜົນ​ດີ.”—ຢກບ. 5:16

15. ເປັນຫຍັງ​ເຮົາ​ຄວນ​ຈະ​ອະທິດຖານ​ເພື່ອ​ພີ່ນ້ອງ?

15 ເຮົາ​ຄວນ​ຈະ​ອະທິດຖານ​ເພື່ອ​ພີ່ນ້ອງ​ຂອງ​ເຮົາ​ຍ້ອນ​ວ່າ​ເຂົາເຈົ້າ​ເຈິ​ບັນຫາ​ຫຼາຍ​ຢ່າງ. ເຊັ່ນ: ຄວາມ​ເຈັບ​ປ່ວຍ ໄພ​ທຳມະຊາດ ສົງຄາມ ການ​ຂົ່ມເຫງ ແລະ​ບັນຫາ​ອື່ນໆ​ເຊິ່ງ​ເຮົາ​ສາມາດ​ອະທິດຖານ​ຂໍ​ພະເຢໂຫວາ​ຊ່ວຍ​ເຂົາເຈົ້າ​ໃຫ້​ອົດທົນ​ກັບ​ບັນຫາ​ເຫຼົ່ານີ້. ແລະ​ເຮົາ​ຍັງ​ສາມາດ​ອະທິດຖານ​ເພື່ອ​ພີ່ນ້ອງ​ທີ່​ເຕັມໃຈ​ໄປ​ຊ່ວຍເຫຼືອ​ຄົນອື່ນ. ຖ້າ​ເຈົ້າ​ຮູ້ຈັກ​ພີ່ນ້ອງ​ບາງຄົນ​ທີ່​ກຳລັງ​ເຈິ​ກັບ​ບັນຫາ​ທີ່​ຄ້າຍໆ​ກັນ​ນີ້ ເຈົ້າ​ອາດ​ຈະ​ອະທິດຖານ​ໂດຍ​ອອກ​ຊື່​ຂອງ​ເຂົາເຈົ້າ​ນຳ​ດີ​ບໍ? ຖ້າ​ເຮົາ​ອະທິດຖານ​ຂໍ​ໃຫ້​ພະເຢໂຫວາ​ຊ່ວຍ​ພີ່ນ້ອງ​ໃຫ້​ອົດທົນ​ກັບ​ບັນຫາ​ກໍ​ສະແດງ​ວ່າ​ເຮົາ​ຮັກ​ເຂົາເຈົ້າ.

16. ເປັນຫຍັງ​ເຮົາ​ຄວນ​ຈະ​ອະທິດຖານ​ເພື່ອ​ພີ່ນ້ອງ​ທີ່​ນຳ​ໜ້າ​ໃນ​ປະຊາຄົມ?

16 ພີ່ນ້ອງ​ທີ່​ນຳ​ໜ້າ​ໃນ​ປະຊາຄົມ​ຮູ້ສຶກ​ເຫັນຄ່າ​ທີ່​ເຮົາ​ອະທິດຖານ​ເພື່ອ​ເຂົາເຈົ້າ. ອັກຄະສາວົກ​ໂປໂລ​ກໍ​ຮູ້ສຶກ​ແບບນັ້ນ ລາວ​ຂຽນ​ວ່າ: “ຂໍ​ໃຫ້​ອະທິດຖານ​ເພື່ອ​ຂ້ອຍ​ນຳ ເພື່ອ​ວ່າ​ຕອນ​ທີ່​ຂ້ອຍ​ເວົ້າ​ຂ້ອຍ​ຈຶ່ງ​ຈະ​ເວົ້າ​ດ້ວຍ​ຄວາມ​ກ້າຫານ​ເມື່ອ​ປະກາດ​ຄວາມ​ລັບ​ອັນ​ສັກສິດ​ກ່ຽວກັບ​ຂ່າວ​ດີ.” (ອຟຊ. 6:19) ໃນ​ທຸກ​ມື້​ນີ້​ກໍ​ຄື​ກັນ ເຮົາ​ສາມາດ​ສະແດງ​ຄວາມ​ຮັກ​ຕໍ່​ພີ່ນ້ອງ​ທີ່​ນຳ​ໜ້າ​ໃນ​ອົງການ​ໂດຍ​ອະທິດຖານ​ຂໍ​ໃຫ້​ພະເຢໂຫວາ​ອວຍພອນ​ວຽກ​ທີ່​ເຂົາເຈົ້າ​ເຮັດ.

ເມື່ອ​ອະທິດຖານ​ຕາງໜ້າ​ຄົນອື່ນ

17-18. ເຮົາ​ອາດຈະ​ຖືກ​ຂໍ​ໃຫ້​ອະທິດຖານ​ຕາງໜ້າ​ຄົນອື່ນ​ຕອນ​ໃດ​ແດ່ ແລະ​ເຮົາ​ຄວນ​ຈະ​ຈື່​ຫຍັງ​ໄວ້?

17 ບາງເທື່ອ​ເຮົາ​ອາດ​ຖືກ​ຂໍ​ໃຫ້​ອະທິດຖານ​ຕາງໜ້າ​ຄົນອື່ນ. ຕົວຢ່າງ​ເຊັ່ນ ພີ່ນ້ອງ​ຍິງ​ທີ່​ນຳ​ການສຶກສາ​ອາດຈະ​ຂໍ​ໃຫ້​ພີ່ນ້ອງ​ທີ່​ມາ​ຮ່ວມ​ສຶກສາ​ອະທິດຖານ ແຕ່​ພີ່ນ້ອງ​ທີ່​ມາ​ຮ່ວມ​ສຶກສາ​ອາດຈະ​ບໍ່​ຮູ້ຈັກ​ນັກ​ສຶກສາ​ດີ​ປານ​ໃດ ດັ່ງນັ້ນ ມັນ​ຈຶ່ງ​ດີ​ກວ່າ​ທີ່​ລາວ​ຈະ​ຂໍ​ເປັນ​ຜູ້​ອະທິດຖານ​ຕອນ​ຈົບ​ການສຶກສາ ເພາະ​ຈະ​ຊ່ວຍ​ລາວ​ໃຫ້​ປັບ​ຄຳ​ອະທິດຖານ​ໃຫ້​ເໝາະ​ກັບ​ສະພາບການ​ຂອງ​ນັກ​ສຶກສາ.

18 ພີ່ນ້ອງ​ຊາຍ​ອາດຈະ​ຖືກ​ຂໍ​ໃຫ້​ອະທິດຖານ​ຕອນ​ທີ່​ປະຊຸມ​ປະຈຳ​ປະຊາຄົມ​ຫຼື​ປະຊຸມ​ເພື່ອ​ການ​ປະກາດ. ເມື່ອ​ພີ່ນ້ອງ​ຊາຍ​ໄດ້​ຮັບ​ສິດທິພິເສດ​ນີ້ ລາວ​ຄວນ​ຈະ​ຈື່​ວ່າ​ຈຸດປະສົງ​ຂອງ​ການ​ປະຊຸມ​ນັ້ນ​ແມ່ນ​ຫຍັງ. ແລະ​ລາວ​ຈະ​ບໍ່​ໃຊ້​ການ​ອະທິດຖານ​ເພື່ອ​ຈະ​ສັ່ງ​ສອນ​ຫຼື​ແຈ້ງ​ການ​ເລື່ອງ​ໃນ​ປະຊາຄົມ. ໃນ​ຕາ​ຕະລາງ​ການ​ປະຊຸມ​ປະຈຳ​ປະຊາຄົມ ມີການ​ກຳນົດ​ເວລາ​ໄວ້ 5 ນາທີ​ສຳລັບ​ການ​ຮ້ອງ​ເພງ​ແລະ​ການ​ອະທິດຖານ. ດັ່ງນັ້ນ ພີ່ນ້ອງ​ຊາຍ​ທີ່​ຖືກ​ຂໍ​ໃຫ້​ອະທິດຖານ​ບໍ່​ຄວນ “ເວົ້າ​ຫຼາຍ” ໂດຍ​ສະເພາະ​ຕອນ​ທີ່​ອະທິດຖານ​ເປີດ​ການ​ປະຊຸມ.—ມທ. 6:7

ໃຫ້​ການ​ອະທິດຖານ​ເປັນ​ສິ່ງ​ສຳຄັນ​ໃນ​ຊີວິດ

19. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ກຽມ​ພ້ອມ​ສຳລັບ​ວັນ​ພິພາກສາ​ຂອງ​ພະເຢໂຫວາ?

19 ເຮົາ​ຕ້ອງ​ໃຫ້​ການ​ອະທິດຖານ​ເປັນ​ສິ່ງ​ສຳຄັນ​ໃນ​ຊີວິດ​ຂອງ​ເຮົາ​ຍ້ອນ​ວັນ​ພິພາກສາ​ຂອງ​ພະເຢໂຫວາ​ໃກ້​ຈະ​ມາ​ຮອດ​ແລ້ວ. ດັ່ງນັ້ນ ພະເຢຊູ​ຈຶ່ງ​ບອກ​ວ່າ: “ໃຫ້​ເຈົ້າ​ຕື່ນ​ຕົວ​ຢູ່​ສະເໝີ​ແລະ​ອະທິດຖານ​ອ້ອນວອນ​ຢູ່​ເລື້ອຍໆ ເພື່ອ​ເຈົ້າ​ຈະ​ລອດ​ຈາກ​ເຫດການ​ທັງ​ໝົດ​ທີ່​ຈະ​ເກີດ​ຂຶ້ນ.” (ລກ. 21:36) ຖ້າ​ເຮົາ​ອະທິດຖານ​ເປັນ​ປະຈຳ ຄວາມເຊື່ອ​ຂອງ​ເຮົາ​ກໍ​ຈະ​ເຂັ້ມແຂງ​ແລະ​ເຮົາ​ກໍ​ຈະ​ພ້ອມ​ເມື່ອ​ວັນ​ພິພາກສາ​ຂອງ​ພະເຢໂຫວາ​ມາ​ຮອດ.

20. ຄຳ​ອະທິດຖານ​ຂອງ​ເຮົາ​ຈະ​ເປັນ​ຄື​ກັບ​ເຄື່ອງຫອມ​ທີ່​ມີ​ກິ່ນ​ຫອມ​ໄດ້​ແນວ​ໃດ?

20 ໃນ​ບົດ​ຄວາມ​ນີ້​ເຮົາ​ໄດ້​ຮຽນ​ວ່າ ເປັນ​ສິດທິພິເສດ​ຫຼາຍ​ແທ້ໆ​ທີ່​ເຮົາ​ສາມາດ​ອະທິດຖານ​ເຖິງ​ພະເຢໂຫວາ. ສິ່ງ​ສຳຄັນ​ທີ່ສຸດ​ທີ່​ເຮົາ​ອະທິດຖານ​ກໍ​ຄື ເຮົາ​ຄວນ​ຈະ​ເວົ້າ​ເຖິງ​ຄວາມ​ຕ້ອງການ​ຂອງ​ພະເຢໂຫວາ​ກ່ອນ. ເຮົາ​ສາມາດ​ອະທິດຖານ​ຂອບໃຈ​ພະເຢໂຫວາ​ທີ່​ໃຫ້​ລູກ​ຊາຍ​ທີ່​ຮັກ​ກັບ​ເຮົາ ແລະ​ສິ່ງ​ດີໆ​ທີ່​ເຮົາ​ຈະ​ໄດ້​ຮັບ​ໃນ​ອະນາຄົດ​ໂດຍ​ທາງ​ການ​ປົກຄອງ​ຂອງ​ເພິ່ນ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ສາມາດ​ອະທິດຖານ​ເພື່ອ​ພີ່ນ້ອງ ແລະອະທິດຖານ​ຂໍ​ສິ່ງ​ຈຳເປັນ​ໃນ​ຊີວິດ​ແລະ​ສິ່ງ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມເຊື່ອ​ເຂັ້ມແຂງ. ເມື່ອ​ເຮົາ​ຄິດ​ຢ່າງ​ດີ​ວ່າ​ຈະ​ເວົ້າ​ຫຍັງ​ແດ່​ໃນ​ຄຳ​ອະທິດຖານ​ກໍ​ສະແດງ​ໃຫ້ເຫັນ​ວ່າ​ເຮົາ​ເຫັນຄ່າ​ສິດທິພິເສດ​ໃນ​ການ​ອະທິດຖານ. ແລະ​ຄຳ​ອະທິດຖານ​ຂອງ​ເຮົາ​ກໍ​ຈະ​ເປັນ​ຄື​ກັບ​ເຄື່ອງຫອມ​ທີ່​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ພະເຢໂຫວາ ‘ພໍໃຈ.’—ສຸພາ. 15:8

ເພງ 45 ສິ່ງ​ທີ່​ຄິດຕຶກຕອງ​ໃນ​ໃຈ

a ເຮົາ​ຮູ້ສຶກ​ດີໃຈ​ຫຼາຍ​ແທ້ໆ​ທີ່​ພະເຢໂຫວາ​ໃຫ້​ເຮົາ​ອະທິດຖານ​ເຖິງ​ເພິ່ນ. ດັ່ງນັ້ນ ເຮົາ​ຈຶ່ງ​ຢາກ​ໃຫ້​ຄຳ​ອະທິດຖານ​ຂອງ​ເຮົາ​ເປັນ​ຄື​ກັບ​ເຄື່ອງຫອມ​ທີ່​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ພະເຢໂຫວາ​ພໍໃຈ. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ມາ​ເບິ່ງ​ວ່າ ເຮົາ​ສາມາດ​ອະທິດຖານ​ເລື່ອງ​ຫຍັງ​ໄດ້​ແດ່ ແລະ​ເຮົາ​ຄວນ​ຄິດເຖິງ​ຫຍັງ​ເມື່ອ​ເຮົາ​ຖືກ​ຂໍ​ໃຫ້​ອະທິດຖານ​ຕາງໜ້າ​ຄົນອື່ນ.

b ຄຳ​ອະທິບາຍ​ຮູບພາບ: ຜົວ​ເມຍ​ຄູ່​ໜຶ່ງ​ໄດ້​ອະທິດຖານ​ເພື່ອ​ໃຫ້​ລູກ​ປອດໄພ​ຕອນ​ທີ່​ຢູ່​ໂຮງຮຽນ ເພື່ອ​ພໍ່​ທີ່​ເຈັບ​ປ່ວຍ ແລະ​ເພື່ອ​ຄວາມ​ກ້າວ​ໜ້າ​ຂອງ​ນັກ​ສຶກສາ.

c ຄຳ​ອະທິບາຍ​ຮູບພາບ: ພີ່ນ້ອງ​ຊາຍ​ໜຸ່ມ​ໄດ້​ອະທິດຖານ​ຂອບໃຈ​ພະເຢໂຫວາ​ສຳລັບ​ຄ່າໄຖ່​ຂອງ​ພະເຢຊູ ສຳລັບ​ສິ່ງ​ທີ່​ສວຍ​ງາມ​ໃນ​ໂລກ​ນີ້ ແລະ​ສຳລັບ​ອາຫານ​ຫຼາກຫຼາຍ​ຊະນິດ.

d ຄຳ​ອະທິບາຍ​ຮູບພາບ: ພີ່ນ້ອງ​ຍິງ​ໄດ້​ອະທິດຖານ​ຂໍ​ໃຫ້​ພະເຢໂຫວາ​ອວຍພອນ​ຄະນະ​ກຳມະການ​ປົກຄອງ ແລະ​ຂໍ​ໃຫ້​ຊ່ວຍ​ພີ່ນ້ອງ​ທີ່​ເຈິ​ກັບ​ໄພ​ທຳມະຊາດ​ແລະ​ການ​ຂົ່ມເຫງ.