ເລື່ອງຊີວິດຈິງ
ການສະແດງຄວາມສົນໃຈຕໍ່ຄົນອື່ນເຮັດໃຫ້ໄດ້ປະໂຫຍດຖາວອນ
ແມ່ຕູ້ຂອງຂ້ອຍເຊິ່ງເປັນສະມາຊິກໂບດແອງຣິກັນໄດ້ບອກກັບແມ່ວ່າ “ໂບດແອງຣິກັນບໍ່ໄດ້ສອນຄວາມຈິງ ໃຫ້ຊອກຫາຄວາມຈິງຕໍ່ໆໄປເດີ້.” ເມື່ອແມ່ຕູ້ເວົ້າແບບນີ້ແມ່ຂ້ອຍກໍ່ເລີ່ມຊອກຫາສາສະໜາແທ້. ແຕ່ແມ່ບໍ່ຢາກລົມກັບພະຍານພະເຢໂຫວາແລະບອກໃຫ້ຂ້ອຍໄປລີ້ທຸກເທື່ອທີ່ພະຍານພະເຢໂຫວາມາເຮືອນຂອງເຮົາທີ່ຢູ່ເມືອງໂຕຣອນໂຕປະເທດການາດາ. ແຕ່ນ້າສາວຂອງຂ້ອຍໄດ້ເລີ່ມສຶກສາຄຳພີໄບເບິນກັບພະຍານພະເຢໂຫວາໃນປີ 1950. ແມ່ກໍໄດ້ລອງສຶກສາ ແລ້ວທັງສອງຄົນກໍໄດ້ສຶກສາຢູ່ເຮືອນຂອງນ້າສາວ ແລະຕໍ່ມາກໍໄດ້ຮັບບັບເຕມາ.
ພໍ່ຂອງຂ້ອຍເປັນຜູ້ດູແລຢູ່ໃນໂບດຄລິດຕະຈັກຢູໄນເຕັດເຊີດແຫ່ງການາດາທີ່ຢູ່ແຖວບ້ານ. ດັ່ງນັ້ນ ທຸກຕອນເຊົ້າຂອງວັນອາທິດພໍ່ຈະໄປສົ່ງຂ້ອຍກັບນ້ອງສາວເຂົ້າໂຮງຮຽນສອນສາສະໜາວັນອາທິດ. ຫຼັງຈາກນັ້ນ ຕອນ 11 ໂມງເຮົາກໍໄດ້ເຂົ້າໂບດກັບພໍ່ເພື່ອນະມັດສະການພະເຈົ້າ. ສ່ວນຕອນບ່າຍເຮົາກໍຈະໄປຫໍປະຊຸມຂອງພະຍານພະເຢໂຫວາກັບແມ່. ເຮົາເຫັນເລີຍວ່າສອງສາສະໜານີ້ແຕກຕ່າງກັນຫຼາຍແທ້ໆ.
ແມ່ໄດ້ເລົ່າເລື່ອງຄຳພີໄບເບິນໃຫ້ກັບໝູ່ສະໜິດຂອງລາວຟັງທີ່ຊື່ບ໋ອບກັບມາຣິອອນ ຮັດເຈສັນ ແລ້ວຫຼັງຈາກນັ້ນເຂົາເຈົ້າກໍເຂົ້າມາເປັນພະຍານ. ໃນປີ 1958 ບ໋ອບກັບມາຣິອອນພາຂ້ອຍກັບລູກຊາຍ 3 ຄົນຂອງເຂົາເຈົ້າໄປເຂົ້າຮ່ວມການປະຊຸມນານາຊາດທີ່ຊື່ວ່າ ໃຈປະສົງຂອງພະເຈົ້າ ເຊິ່ງຈັດຂຶ້ນ 8 ມື້ຢູ່ທີ່ເມືອງນິວຢອກ. ເມື່ອຂ້ອຍຄິດຄືນຫຼັງ ຂ້ອຍຮູ້ເລີຍວ່າມັນບໍ່ແມ່ນເລື່ອງງ່າຍເລີຍທີ່ເຂົາເຈົ້າຈະພາຂ້ອຍໄປປະຊຸມນຳ ການປະຊຸມຄັ້ງນັ້ນເປັນຄວາມຊົງຈຳທີ່ດີທີ່ສຸດໃນຊີວິດຂອງຂ້ອຍ.
ການທີ່ພີ່ນ້ອງສົນໃຈຂ້ອຍມີຜົນດີຕໍ່ຂ້ອຍ
ຕອນທີ່ຂ້ອຍເປັນໄວລຸ້ນ ພວກເຮົາອາໄສຢູ່ໃນຟາມ ແລະຂ້ອຍມັກລ້ຽງສັດຫຼາຍເຊິ່ງມີທັງງົວ ໝູ ແກະ ແລະໄກ່ ຂ້ອຍກໍເລີຍຢາກຈະເປັນສັດຕະວະແພດ. ແມ່ຂ້ອຍໄດ້ເລົ່າເລື່ອງນີ້ໃຫ້ຜູ້ດູແລຄົນໜຶ່ງຟັງ. ລາວກໍເລີຍມາລົມກັບຂ້ອຍແລ້ວຊວນໃຫ້ຂ້ອຍຄິດວ່າເຮົາກຳລັງຢູ່ໃນສະໄໝສຸດທ້າຍ. ລາວຖາມຂ້ອຍວ່າການຮຽນຢູ່ມະຫາວິທະຍາໄລຫຼາຍປີຈະມີຜົນແນວໃດຕໍ່ກັບສາຍສຳພັນຂອງຂ້ອຍກັບພະເຢໂຫວາ. (2ຕມ. 3:1) ຂ້ອຍກໍເລີຍຕັດສິນໃຈວ່າຈະບໍ່ໄປຮຽນຢູ່ມະຫາວິທະຍາໄລ.
ແຕ່ຂ້ອຍກໍບໍ່ແນ່ໃຈວ່າຈະເຮັດຫຍັງດີຫຼັງຈາກຮຽນຈົບມັດທະຍົມ. ເຖິງວ່າຂ້ອຍຈະໄປປະກາດທຸກວັນເສົາວັນອາທິດແຕ່ຂ້ອຍກໍຮູ້ສຶກບໍ່ມັກການປະກາດ ແລະບໍ່ຄິດວ່າໂຕເອງຈະເປັນໄພໂອເນຍໄດ້. ໃນຕອນນັ້ນພໍ່ກັບອາວທີ່ບໍ່ໄດ້ເປັນພະຍານບອກຂ້ອຍໃຫ້ເຮັດວຽກເຕັມເວລາໃນບໍລິສັດປະກັນໄພເຊິ່ງເປັນບໍລິສັດທີ່ໃຫຍ່ໃນໂຕຣອນໂຕ. ຍ້ອນວ່າອາວມີຕຳແໜ່ງສູງໃນບໍລິສັດ ຂ້ອຍກໍເລີຍໄດ້ເຮັດວຽກຢູ່ຫັ້ນ.
ໃນໂຕຣອນໂຕ ຂ້ອຍໄດ້ເຮັດວຽກໂອທີຕະຫຼອດແລະໃຊ້ເວລາຫຼາຍກັບຄົນທີ່ບໍ່ໄດ້ເປັນພະຍານ ຂ້ອຍກໍເລີຍບໍ່ຄ່ອຍໄດ້ໄປປະຊຸມແລະໄປປະກາດ. ຕອນທຳອິດຂ້ອຍຢູ່ກັບປູ່ທີ່ບໍ່ໄດ້ເປັນພະຍານ ແຕ່ເມື່ອປູ່ຕາຍຂ້ອຍກໍເລີຍໄດ້ຊອກຫາບ່ອນຢູ່ໃໝ່.
ພີ່ນ້ອງບ໋ອບກັບພີ່ນ້ອງມາຣິອອນຜູ້ທີ່ພາຂ້ອຍໄປປະຊຸມນານາຊາດໃນປີ 1958 ເປັນຄືກັບພໍ່ແມ່ຂອງຂ້ອຍເລີຍ. ເຂົາເຈົ້າຊວນຂ້ອຍໄປຢູ່ນຳແລະໄດ້ຊ່ວຍຂ້ອຍໃຫ້ມີຄວາມເຊື່ອທີ່ເຂັ້ມແຂງຂຶ້ນ. ໃນປີ 1960 ຂ້ອຍກໍໄດ້ຮັບບັບເຕມາພ້ອມກັບຈອນລູກຊາຍຂອງເຂົາເຈົ້າ. ແລ້ວຈອນກໍເລີ່ມເປັນໄພໂອເນຍ ເມື່ອເຫັນແບບນັ້ນກໍກະຕຸ້ນຂ້ອຍໃຫ້ຢາກປະກາດຫຼາຍຂຶ້ນ. ເມື່ອພີ່ນ້ອງໃນປະຊາຄົມເຫັນວ່າຂ້ອຍກ້າວໜ້າຂຶ້ນເລື້ອຍໆໃນທີ່ສຸດ ຂ້ອຍກໍໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ດູແລການປະຊຸມຊີວິດຄລິດສະຕຽນແລະວຽກຮັບໃຊ້.
ຂ້ອຍໄດ້ຄູ່ທີ່ດີແລ້ວເປັນໄພໂອເນຍ
ໃນປີ 1966 ຂ້ອຍກໍໄດ້ແຕ່ງດອງກັບແຣນດີ້ ເບີກ ເຊິ່ງເປັນໄພໂອເນຍທີ່ມີຄວາມຫ້າວຫັນຫຼາຍແລະຢາກຮັບໃຊ້ໃນເຂດທີ່ມີຄວາມຈຳເປັນຫຼາຍກວ່າ. ຜູ້ດູແລໝວດສົນໃຈເຮົາເປັນພິເສດແລະມາລົມກັບເຮົາວ່າຢາກໄປຊ່ວຍປະຊາຄົມຢູ່ເມືອງໂອຣິເຣຍ ອອນຕາຣິໂອບໍ. ເຮົາຕອບຕົກລົງແລ້ວຍ້າຍໄປບ່ອນນັ້ນທັນທີ.
ເມື່ອມາຮອດໂອຣິເຣຍ ຂ້ອຍກໍເລີ່ມເປັນໄພໂອເນຍປະຈຳນຳກັນກັບແຣນດີ້. ເມື່ອຂ້ອຍເຫັນຄວາມຫ້າວຫັນຂອງແຣນດີ້ໃນວຽກປະກາດ ຂ້ອຍກໍເລີຍຮູ້ສຶກແບບນັ້ນນຳ. ເມື່ອຂ້ອຍໄດ້ເລີ່ມເປັນໄພໂອເນຍ ຂ້ອຍກໍມີຄວາມສຸກຫຼາຍໂດຍສະເພາະຕອນທີ່ຂ້ອຍຊ່ວຍຄົນອື່ນໃຫ້ເຂົ້າໃຈຄວາມຈິງໃນຄຳພີໄບເບິນ. ຂ້ອຍດີໃຈຫຼາຍທີ່ໄດ້ຊ່ວຍຜົວເມຍຄູ່ໜຶ່ງໃນໂອຣິເຣຍໃຫ້ປ່ຽນແປງຊີວິດແລະເຂົ້າມາເປັນຜູ້ຮັບໃຊ້ພະເຢໂຫວາ.
ຮຽນພາສາໃໝ່ແລະປ່ຽນແປງຊີວິດ
ມີເທື່ອໜຶ່ງຕອນທີ່ໄປໂຕຣອນໂຕ ຂ້ອຍໄດ້ເຈິກັບພີ່ນ້ອງອາໂນດ ແມັກນາມາຣາ ເຊິ່ງມີໜ້າທີ່ຮັບຜິດຊອບທີ່ສຳຄັນໃນເບເທນ.
ລາວຖາມເຮົາວ່າຢາກເປັນໄພໂອເນຍພິເສດບໍ? ຂ້ອຍຕອບລາວທັນທີວ່າ: “ຢາກເປັນ! ໃຫ້ເຮົາໄປຮັບໃຊ້ຢູ່ໃສກໍໄດ້ ແຕ່ຍົກເວັ້ນເກເບັກ!” ໃນຕອນນັ້ນຂ້ອຍໄດ້ຮັບອິດທິພົນຈາກຄົນການາດາທີ່ໃຊ້ພາສາອັງກິດທີ່ເວົ້າໃນແງ່ລົບກ່ຽວກັບຜູ້ທີ່ຢູ່ໃນແຂວງເກເບັກທີ່ໃຊ້ແຕ່ພາສາຝຣັ່ງ ແລະຕອນນັ້ນຢູ່ເກເບັກມີການປະທ້ວງຕໍ່ຕ້ານລັດຖະບານແລະຢາກໃຫ້ເກເບັກປົກຄອງໂຕເອງ.ພີ່ນ້ອງອາໂນດບອກຂ້ອຍວ່າ “ຕອນນີ້ມີແຕ່ເກເບັກບ່ອນດຽວທີ່ສາຂາຈະສົ່ງໄພໂອເນຍພິເສດໄປ.” ຂ້ອຍກໍເລີຍຕອບລາວທັນທີວ່າເຮົາໄປເກເບັກກໍໄດ້ ເພາະຂ້ອຍຮູ້ວ່າແຣນດີ້ສົນໃຈຢາກຈະໄປຮັບໃຊ້ຢູ່ບ່ອນນັ້ນຢູ່ແລ້ວ. ຕໍ່ມາຂ້ອຍກໍໄດ້ຮູ້ວ່າການຕັດສິນໃຈໃນຄັ້ງນັ້ນເປັນການຕັດສິນໃຈທີ່ດີທີ່ສຸດຄັ້ງໜຶ່ງໃນຊີວິດຂອງເຮົາ!
ຫຼັງຈາກທີ່ເຮົາໄດ້ຮຽນພາສາຝຣັ່ງ 5 ອາທິດ ເຮົາທັງສອງຄົນກັບພີ່ນ້ອງອີກຄູ່ໜຶ່ງໄດ້ຖືກສົ່ງໄປທີ່ເມືອງຣິມູດສ໌ກີເຊິ່ງຢູ່ທາງຕາເວັນອອກສຽງເໜືອຂອງເມືອງມອນທຣີອໍປະມານ 540 ກິໂລແມັດ. ເຮົາຮູ້ວ່າເຮົາຍັງຕ້ອງຮຽນພາສາຝຣັ່ງອີກຫຼາຍເພາະການປະຊຸມຄັ້ງໜຶ່ງເຮັດໃຫ້ຂ້ອຍເຫັນແຈ້ງກ່ຽວກັບເລື່ອງນີ້. ຂ້ອຍອ່ານຄຳປະກາດກ່ຽວກັບການປະຊຸມໃຫຍ່ທີ່ກຳລັງຈະມາຮອດ ແຕ່ແທນທີ່ຂ້ອຍຈະບອກວ່າເຮົາຈະມີ “ຕົວແທນຢ່າງຫຼວງຫຼາຍທີ່ເປັນຄົນໂອຕຣິດ” ແຕ່ຂ້ອຍພັດບອກວ່າເຮົາຈະມີ “ຕົວແທນຢ່າງຫຼວງຫຼາຍທີ່ເປັນນົກກະຈອກເທດ.”
ຢູ່ຣິມູດສ໌ກີ ເຮົາ 4 ຄົນຢູ່ໃນເຮືອນຫຼັງດຽວກັນກັບພີ່ນ້ອງຍິງໂສດ 4 ຄົນທີ່ດຸໝັ່ນຫ້າວຫັນຫຼາຍໃນວຽກປະກາດແລະຢູ່ກັບຄອບຄົວຮູເບີດິວນຳເຊິ່ງມີລູກສາວ 2 ຄົນ. ຄອບຄົວຮູເບີດິວເຊົ່າເຮືອນຫຼັງໃຫຍ່ທີ່ມີ 7 ຫ້ອງນອນ. ພວກເຮົາໄພໂອເນຍທຸກຄົນກໍຢູ່ນຳກັນບ່ອນນັ້ນ ແລະຊ່ວຍກັນຈ່າຍຄ່າເຊົ່າເຮືອນ. ເຮົາເອີ້ນເຮືອນຫຼັງນັ້ນວ່າ “ທຳນຽບຂາວ” ເພາະເຮືອນຫຼັງນັ້ນເປັນສີຂາວແລະເສົາ 4 ຕົ້ນຢູ່ໜ້າເຮືອນກໍເປັນສີຂາວ. ປົກກະຕິເຮົາຈະຢູ່ເຮືອນຫຼັງນັ້ນນຳກັນ 12-14 ຄົນ. ຍ້ອນເຮົາທັງສອງຄົນເປັນໄພໂອເນຍພິເສດເຮົາກໍເລີຍຕ້ອງອອກໄປປະກາດທັງຕອນເຊົ້າ ຕອນສວຍ ແລະຕອນແລງ ແລະເຮົາດີໃຈຫຼາຍທີ່ພີ່ນ້ອງທີ່ຢູ່ນຳກັນສະຫຼັບກັນອອກໄປປະກາດນຳເຮົາແມ່ນແຕ່ຕອນແລງໃນລະດູໜາວທີ່ອາກາດໜາວຫຼາຍ.
ເຮົາສະໜິດກັບໄພໂອເນຍທີ່ຢູ່ນຳກັນຫຼາຍຈົນຮູ້ສຶກວ່າເຂົາເຈົ້າເປັນຄືກັບຄອບຄົວຂອງເຮົາແທ້ໆ. ບາງເທື່ອເຮົາກໍດັງໄຟແລ້ວນັ່ງອ້ອມກອງໄຟນຳກັນ ຫຼືມີວັນທີ່ພິເສດນຳກັນທີ່ເອີ້ນວ່າ “ວັນແຫ່ງກ້ຽວ” ເຊິ່ງເປັນມື້ທີ່ເຮົາທຸກຈະເຮັດກ້ຽວແບບໂປໂລຍນຳກັນທີ່ໃສ່ໄສ້ຕ່າງໆ. ນອກຈາກນັ້ນ ມີພີ່ນ້ອງຊາຍຄົນໜຶ່ງທີ່ເປັນນັກດົນຕີ. ດັ່ງນັ້ນ ເກືອບທຸກຄືນວັນເສົາເຮົາຈະຮ້ອງເພງແລະເຕັ້ນນຳກັນ.
ເຂດປະກາດຢູ່ຣິມູດສ໌ກີເກີດຜົນດີຫຼາຍ! ພຽງແຕ່ 5 ປີ ເຮົາໄດ້ເຫັນນັກສຶກສາຫຼາຍຄົນກ້າວໜ້າຈົນຮັບບັບເຕມາ ແລະປະຊາຄົມຂອງເຮົາກໍ່ໃຫຍ່ຂຶ້ນເລື້ອຍໆຈົນມີຜູ້ປະກາດເຖິງ 35 ຄົນ. ນີ້ເຮັດໃຫ້ເຮົາມີຄວາມສຸກຫຼາຍແທ້ໆ.
ໃນເກເບັກເຮົາໄດ້ຮັບການຝຶກຢ່າງດີໃຫ້ເປັນຜູ້ປະກາດທີ່ດຸໝັ່ນຫ້າວຫັນ. ເຮົາເຫັນວ່າພະເຢໂຫວາຊ່ວຍເຮົາໃນວຽກຮັບໃຊ້ແທ້ໆແລະເພິ່ນກໍຍັງຊ່ວຍເຮົາໃຫ້ມີສິ່ງຈຳເປັນນຳ. ນອກຈາກນັ້ນ ເຮົາຍັງໄດ້ຮຽນຮູ້ທີ່ຈະຮັກຄົນທີ່ເວົ້າພາສາຝຣັ່ງ ເຮົາຮັກທັງພາສາແລະວັດທະນະທຳຂອງເຂົາເຈົ້າ ແລະນີ້ຊ່ວຍເຮົາໃຫ້ຮັກວັດທະນະທຳອື່ນໆນຳ.—2ກຣ. 6:13
ແລ້ວຢູ່ດີໆສາຂາກໍຂໍໃຫ້ເຮົາຍ້າຍໄປຢູ່ເມືອງທຣາກາດີທີ່ຢູ່ຝັ່ງຕາເວັນອອກຂອງລັດນິວບຣານສະວິກ. ນີ້ເປັນການຕັດສິນໃຈທີ່ຍາກຫຼາຍເພາະເຮົາຫາກໍເຊັນສັນຍາເຊົ່າອາພາດເມັນ ແລະຂ້ອຍຫາກໍເຊັນສັນຍາສອນໜັງສືພາດທາມຢູ່ໂຮງຮຽນແຫ່ງໜຶ່ງ. ບໍ່ພຽງເທົ່ານັ້ນ ນັກສຶກສາຂອງເຮົາບາງຄົນຫາກໍເປັນຜູ້ປະກາດໃໝ່ ແລະປະຊາຄົມຂອງເຮົາກໍກຳລັງສ້າງຫໍປະຊຸມໃໝ່ນຳ.
ເຮົາໄດ້ອະທິດຖານໝົດທ້າຍອາທິດເລີຍວ່າເຮົາຈະຍ້າຍໄປດີບໍ ແລ້ວເຮົາກໍໄດ້ລອງໄປບ່ອນນັ້ນ. ເຮົາເຫັນວ່າທຣາກາດີມລກີ. 3:10) ຍ້ອນແຣນດີ້ມີຄວາມເຊື່ອທີ່ເຂັ້ມແຂງຫຼາຍ ລາວເປັນຄົນທີ່ເສຍສະລະແລະເປັນຄົນອາລົມດີ ຈຶ່ງເຮັດໃຫ້ງ່າຍທີ່ຈະຍ້າຍໄປບ່ອນນັ້ນ.
ບໍ່ຄືກັບຣິມູດສ໌ກີທີ່ເຮົາເຄີຍຢູ່. ແຕ່ເຮົາກໍຕັດສິນໃຈວ່າຖ້າພະເຢໂຫວາຢາກໃຫ້ເຮົາໄປ ເຮົາກໍຈະໄປ. ເຮົາເຮັດຕາມທີ່ພະເຢໂຫວາບອກ ແລ້ວລອງເບິ່ງວ່າພະເຢໂຫວາຈະຊ່ວຍເຮົາໃຫ້ຈັດການກັບເລື່ອງຕ່າງໆແນວໃດ. (ປະຊາຄົມໃໝ່ທີ່ເຮົາຍ້າຍໄປມີຜູ້ດູແລພຽງແຕ່ຄົນດຽວຄືພີ່ນ້ອງໂຣເບີດ ຣອດສ໌. ລາວກັບເມຍຊື່ລິນດາຍ້າຍມາເປັນໄພໂອເນຍຢູ່ຫັ້ນ. ເມື່ອເຂົາເຈົ້າມີລູກຄົນທຳອິດ ເຂົາເຈົ້າກໍຕັດສິນໃຈທີ່ຈະຢູ່ຫັ້ນຕໍ່. ເຖິງວ່າເຂົາເຈົ້າຈະຕ້ອງເບິ່ງແຍງລູກຊາຍທີ່ຍັງນ້ອຍ ແຕ່ເຮົາກໍໄດ້ຮັບກຳລັງໃຈຈາກເຂົາເຈົ້າຫຼາຍ ເຂົາເຈົ້າຕ້ອນຮັບເຮົາຢ່າງອົບອຸ່ນ ເບິ່ງແຍງເຮົາຢ່າງດີ ແລະເຂົາເຈົ້າກໍດຸໝັ່ນຫ້າວຫັນໃນການປະກາດນຳ.
ໄດ້ຮັບພອນຢ່າງຫຼວງຫຼາຍຈາກການຮັບໃຊ້ໃນທຸກບ່ອນທີ່ມີຄວາມຈຳເປັນ
ຫຼັງຈາກທີ່ເຮົາເປັນໄພໂອເນຍຢູ່ທຣາກາດີໄດ້ 2 ປີ ເຮົາກໍເຈິເລື່ອງທີ່ບໍ່ຄາດຄິດແລະໜ້າຕື່ນເຕັ້ນ. ຂ້ອຍໄດ້ຖືກເຊີນໃຫ້ເປັນຜູ້ດູແລໝວດ. ເຮົາຮັບໃຊ້ໃນໝວດພາສາອັງກິດ 7 ປີ. ຫຼັງຈາກນັ້ນ ເຮົາກໍໄປຮັບໃຊ້ໃນໝວດພາສາຝຣັ່ງຢູ່ທີ່ເກເບັກ. ຜູ້ດູແລໝວດຂອງເຮົາທີ່ຢູເກເບັກຊື່ເລອົງ ເຄຣໂປ. ລາວມັກຈະຊົມເຊີຍຂ້ອຍທີ່ບັນຍາຍໄດ້ດີ. ແຕ່ເມື່ອລາວຊົມເຊີຍຂ້ອຍແລ້ວໆລາວກໍມັກຈະຖາມວ່າ “ເຈົ້າຈະບັນຍາຍໃນແບບທີ່ຊ່ວຍພີ່ນ້ອງໃຫ້ເອົາໄປໃຊ້ໄດ້ແທ້ໃນຊີວິດຫຼາຍກວ່ານີ້ໄດ້ບໍ?” a ການທີ່ລາວສົນໃຈທີ່ຈະຊ່ວຍຂ້ອຍແບບນີ້ເຮັດໃຫ້ຂ້ອຍບັນຍາຍໃນແບບທີ່ກົງກັບຄວາມຈຳເປັນຂອງປະຊາຄົມຫຼາຍຂຶ້ນແລະພີ່ນ້ອງກໍເຂົ້າໃຈງ່າຍຂຶ້ນ.
ໜຶ່ງໃນວຽກມອບໝາຍທີ່ຂ້ອຍປະທັບໃຈກໍຄືວຽກມອບໝາຍທີ່ໄດ້ຮັບໃນປີ 1978. ຕອນທີ່ຂ້ອຍເຂົ້າຮ່ວມການປະຊຸມນານາຊາດທີ່ມີຊື່ວ່າ “ຄວາມເຊື່ອທີ່ມີໄຊ” ເຊິ່ງຈັດຂຶ້ນຢູ່ເມືອງມອນທຣີອໍ. ຕອນນັ້ນຂ້ອຍຢູ່ໃນພະແນກບໍລິການອາຫານ. ເຮົາຄິດວ່າໜ້າຈະມີຜູ້ເຂົ້າຮ່ວມປະຊຸມ 80.000 ຄົນ ແລະເຮົາກໍຕ້ອງເສີບອາຫານໃນວິທີໃໝ່ນຳ. ທຸກຢ່າງໃໝ່ໝົດບໍ່ວ່າຈະເປັນອຸປະກອນເຮັດອາຫານ ເມນູອາຫານ ແລະວິທີກຽມອາຫານ. ເຮົາມີຕູ້ເຢັນຂະໜາດໃຫຍ່ 20 ໜ່ວຍ ແຕ່ບາງເທື່ອຫຼາຍໜ່ວຍກໍໃຊ້ການບໍ່ໄດ້. ບໍ່ພຽງແຕ່ເທົ່ານັ້ນ ໃນມື້ຕໍ່ໄປຈະເປັນມື້ປະຊຸມຢູ່ແລ້ວ ແຕ່ເຮົາບໍ່ສາມາດເຂົ້າໄປກຽມຫຍັງໄດ້ເລີຍຈົນກວ່າຈະເຖິງຕອນທ່ຽງຄືນ ເພາະກ່ອນໜ້ານັ້ນມີການແຂ່ງຂັນກິລາ. ແຖມເຮົາຍັງຕ້ອງເປີດເຕົາອົບຕັ້ງແຕ່ເຊົ້າເພື່ອຈະເຮັດອາຫານເຊົ້າ. ເຮົາເມື່ອຍຫຼາຍແຕ່ກໍໄດ້ຮຽນຮູ້ຫຼາຍຢ່າງຈາກພີ່ນ້ອງທີ່ເປັນອາສາສະໝັກ ເຊັ່ນ: ເລື່ອງການດຸໝັ່ນເຮັດວຽກ ການມີຄວາມເປັນຜູ້ໃຫຍ່ ແລະການສ້າງບັນຍາກາດທີ່ດີຕອນເຮັດວຽກ. ພີ່ນ້ອງທີ່ເຮັດວຽກນຳກັນກັບເຮົາໃນຕອນນັ້ນຍັງເປັນໝູ່ສະໜິດກັບເຮົາຈົນຮອດທຸກມື້ນີ້. ເຮົາມີຄວາມສຸກຫຼາຍແທ້ໆທີ່
ໄດ້ເຂົ້າຮ່ວມການປະຊຸມຄັ້ງສຳຄັນໃນເກເບັກ ເຊິ່ງເປັນບ່ອນທີ່ພະຍານພະເຢໂຫວາຖືກຂົ່ມເຫງຢ່າງໜັກໃນລະຫວ່າງປີ 1940-1960.ຂ້ອຍໄດ້ຮຽນຫຼາຍຢ່າງຈາກຄົນອື່ນທີ່ເປັນຜູ້ດູແລໃນການປະຊຸມໃຫຍ່ຢູ່ທີ່ເມືອງມອນທຣີອໍ. ມີຢູ່ປີໜຶ່ງທີ່ພີ່ນ້ອງເດວິດ ສະເປລນ ເຊິ່ງຕອນນີ້ເປັນຄະນະກຳມະການປົກຄອງເຊິ່ງເຮັດໜ້າທີ່ເປັນຜູ້ດູແລການປະຊຸມ ແລະປີຕໍ່ມາຂ້ອຍກໍໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ດູແລການປະຊຸມ ເດວິດໄດ້ຊ່ວຍຂ້ອຍຫຼາຍແທ້ໆ.
ຫຼັງຈາກທີ່ຂ້ອຍກັບແຣນດີ້ເຮັດວຽກເດີນໝວດມາ 36 ປີ. ໃນປີ 2011 ຂ້ອຍໄດ້ຮັບເຊີນໃຫ້ເປັນຄູສອນໃນໂຮງຮຽນສຳລັບຜູ້ດູແລໃນປະຊາຄົມ. ຕະຫຼອດ 2 ປີທີ່ເຮັດວຽກນີ້ ເຮົາຕ້ອງປ່ຽນບ່ອນນອນເຖິງ 75 ເທື່ອ ແຕ່ມັນກໍຄຸ້ມຄ່າ. ເພາະຫຼັງຈາກຈົບຫຼັກສູດໃນແຕ່ລະອາທິດ ຜູ້ດູແລທີ່ເຂົ້າຮ່ວມຮູ້ສຶກຂອບໃຈຫຼາຍທີ່ເຫັນວ່າຄະນະກຳມະການປົກຄອງສົນໃຈສະພາບຄວາມເຊື່ອຂອງເຂົາເຈົ້າແທ້ໆ.
ຕໍ່ມາຂ້ອຍກໍໄດ້ຖືກເຊີນໃຫ້ເປັນຄູສອນໃນໂຮງຮຽນສຳລັບຜູ້ປະກາດລາຊາອານາຈັກ. ນັກຮຽນທີ່ເຂົ້າໂຮງຮຽນນີ້ມັກຈະຮູ້ສຶກເມື່ອຍແລະກັງວົນຫຼາຍຍ້ອນວ່າມີຕາຕະລາງຮຽນທີ່ເຕັມ. ເຂົາເຈົ້າຕ້ອງນັ່ງຮຽນມື້ລະ 7 ຊົ່ວໂມງ. ໃນຕອນຄ່ຳກໍຕ້ອງເຮັດວຽກບ້ານ 3 ຊົ່ວໂມງ ແລະໄດ້ຮັບສ່ວນມອບໝາຍ 4 ຫຼື 5 ສ່ວນຕໍ່ອາທິດ. ຂ້ອຍກັບຄູສອນອີກຄົນໜຶ່ງບອກກັບນັກຮຽນວ່າເຂົາເຈົ້າຄືຊິເຮັດບໍ່ໄດ້ດອກຖ້າພະເຢໂຫວາບໍ່ຊ່ວຍ. ຂ້ອຍຍັງຈື່ຢູ່ຕະຫຼອດວ່າພວກນັກຮຽນຮູ້ສຶກງຶດງໍ້ຂະໜາດໃດທີ່ເຫັນວ່າເມື່ອເຂົາເຈົ້າໄວ້ວາງໃຈພະເຢໂຫວາ ເຂົາເຈົ້າກໍຈະສາມາດເຮັດໄດ້ຫຼາຍກວ່າທີ່ຄິດໄວ້.
ການສະແດງຄວາມສົນໃຈຕໍ່ຄົນອື່ນເຮັດໃຫ້ໄດ້ປະໂຫຍດຖາວອນ
ແມ່ຂອງຂ້ອຍສົນໃຈແລະເອົາໃຈໃສ່ຄົນອື່ນສະເໝີ ນີ້ເລີຍເຮັດໃຫ້ນັກສຶກສາຂອງແມ່ກ້າວໜ້າແລະເຖິງຂັ້ນຊ່ວຍພໍ່ໃຫ້ເຊົາຕໍ່ຕ້ານຄວາມຈິງ. ສາມມື້ຫຼັງຈາກທີ່ແມ່ຕາຍພໍ່ກໍເຮັດໃຫ້ເຮົາແປກໃຈ ເພາະພໍ່ໄປຟັງຄຳບັນຍາຍສາທາລະນະຢູ່ທີ່ຫໍປະຊຸມ ແລະຕະຫຼອດ 26 ປີຕໍ່ມາພໍ່ກໍເຂົ້າຮ່ວມປະຊຸມບໍ່ເຄີຍຂາດ. ເຖິງວ່າພໍ່ຍັງບໍ່ໄດ້ຮັບບັບເຕມາ ແຕ່ຜູ້ດູແລກໍບອກວ່າພໍ່ເປັນຄົນທຳອິດທີ່ມາຫໍປະຊຸມກ່ອນຄົນອື່ນສະເໝີ.
ນອກຈາກນັ້ນ ສິ່ງທີ່ແມ່ເຮັດຍັງເປັນຕົວຢ່າງທີ່ດີໃຫ້ກັບຂ້ອຍແລະນ້ອງສາວທຸກຄົນຂອງຂ້ອຍ. ນ້ອງສາວທັງ 3 ຄົນແລະຜົວຂອງເຂົາເຈົ້າຮັບໃຊ້ພະເຢໂຫວາຢ່າງສັດຊື່. ນ້ອງສາວ 2 ຄົນຮັບໃຊ້ຢູ່ສາຂາປອກຕູຍການແລະອີກຄົນໜຶ່ງຮັບໃຊ້ຢູ່ສາຂາໄຮຕິ.
ຕອນນີ້ຂ້ອຍກັບແຣນດີ້ຮັບໃຊ້ເປັນໄພໂອເນຍພິເສດຢູ່ເມືອງຮາມິນຕັນ ອອນຕາຣິໂອ. ຕອນທີ່ເຮົາເຮັດວຽກເດີນໝວດ ເຮົາຮູ້ສຶກມ່ວນທີ່ພີ່ນ້ອງພາເຮົາກັບໄປຢາມແລະຮ່ວມສຶກສາກັບນັກສຶກສາຂອງເຂົາເຈົ້າ. ແຕ່ຕອນນີ້ເຮົາມີຄວາມສຸກຫຼາຍທີ່ເຫັນນັກສຶກສາຂອງເຮົາເອງກ້າວໜ້າ ແລະເມື່ອເຮົາສະໜິດກັບພີ່ນ້ອງໃນປະຊາຄົມໃໝ່ຫຼາຍຂຶ້ນ ເຮົາກໍຮູ້ສຶກໄດ້ກຳລັງໃຈທີ່ເຫັນວ່າພະເຢໂຫວາຢູ່ກັບເຂົາເຈົ້າທັງໃນຍາມສຸກແລະຍາມທຸກ.
ເມື່ອຄິດຄືນຫຼັງ ເຮົາທັງສອງກໍຊຶ້ງໃຈຫຼາຍທີ່ພີ່ນ້ອງສົນໃຈເຮົາ. ເຮົາກໍເລີຍພະຍາຍາມທີ່ຈະສະແດງໃຫ້ເຫັນວ່າເຮົາ “ເປັນຫ່ວງ [ພີ່ນ້ອງ] ແທ້ໆ” ແລະເຮົາກະຕຸ້ນເຂົາເຈົ້າໃຫ້ຮັບໃຊ້ພະເຢໂຫວາຢ່າງເຕັມທີ່ເທົ່າທີ່ເຂົາເຈົ້າຈະເຮັດໄດ້. ຕົວຢ່າງເຊັ່ນ: ມີຄອບຄົວໜຶ່ງ ຜູ້ທີ່ເປັນແມ່ ລູກຊາຍ ແລະລູກສາວເປັນໄພໂອເນຍ. ຂ້ອຍກໍເລີຍຖາມຜູ້ເປັນພໍ່ວ່າລາວເຄີຍຄິດຢາກຈະເປັນໄພໂອເນຍບໍ. ລາວຕອບຂ້ອຍວ່າ “ລາວຂໍເປັນຄົນສະໜັບສະໜູນໄພໂອເນຍທັງ 3 ຄົນໃນຄອບຄົວກໍພໍແລ້ວ. ຂ້ອຍກໍເລີຍຖາມລາວກັບໄປວ່າ “ເຈົ້າຈະສະໜັບສະໜູນເຂົາເຈົ້າໄດ້ດີກວ່າພະເຢໂຫວາບໍ?” ຂ້ອຍຍັງໄດ້ໃຫ້ກຳລັງໃຈລາວທີ່ຈະເປັນໄພໂອເນຍເພື່ອຈະມີຄວາມສຸກຄືກັບຄົນອື່ນໆໃນຄອບຄົວ ແລະ 6 ເດືອນຕໍ່ມາລາວກໍເປັນໄພໂອເນຍ.
ຂ້ອຍກັບແຣນດີ້ຍັງຈະເລົ່າ “ໃຫ້ຄົນລຸ້ນຕໍ່ໆໄປຟັງ” ກ່ຽວກັບ “ຜົນງານທີ່ໜ້າງຶດງໍ້” ຂອງພະເຢໂຫວາ ແລະເຮົາຫວັງວ່າເຂົາເຈົ້າຈະມາຮັບໃຊ້ພະເຢໂຫວາຢ່າງມີຄວາມສຸກຄືກັນກັບເຮົາ.—ເພງ. 71:17, 18
a ອ່ານເລື່ອງຊີວິດຈິງຂອງພີ່ນ້ອງເລອົງ ເຄຣໂປໃນຫໍສັງເກດການ ກຸມພາ 2020 ໜ້າ 26-30