ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 31

“ຂໍ​ໃຫ້​ໝັ້ນຄົງ ຢ່າ​ຫວັ່ນໄຫວ”

“ຂໍ​ໃຫ້​ໝັ້ນຄົງ ຢ່າ​ຫວັ່ນໄຫວ”

“ພີ່​ນ້ອງ​ທີ່​ຮັກ ຂໍ​ໃຫ້​ໝັ້ນຄົງ ຢ່າ​ຫວັ່ນໄຫວ.”—1ກຣ. 15:58

ເພງ 122 ຂໍ​ໃຫ້​ຢືນຢັດ​ໝັ້ນຄົງ!

ໃຈ​ຄວາມ​ສຳຄັນ a

1-2. ຄລິດສະຕຽນ​ເປັນ​ຄື​ກັບ​ຕຶກ​ສູງ​ແນວ​ໃດ? (1 ໂກຣິນໂທ 15:58)

 ໃນ​ປີ 1978 ມີ​ການ​ສ້າງ​ຕຶກ​ສູງ 60 ຊັ້ນ​ໃນ​ໂຕ​ກຽວ​ປະເທດ​ຍີ່ປຸ່ນ. ຫຼາຍ​ຄົນ​ກໍ​ສົງໄສ​ວ່າ​ຕຶກ​ນີ້​ຈະ​ຢູ່​ໄດ້​ແນວ​ໃດ​ຖ້າ​ເກີດ​ແຜ່ນດິນ​ໄຫວ. ຜູ້​ທີ່​ອອກ​ແບບ​ຕຶກ​ນີ້​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ຕຶກ​ບໍ່​ລົ້ມ​ຕອນ​ທີ່​ເກີດ​ແຜ່ນດິນ​ໄຫວ? ນັກ​ວິສະວະກອນ​ໄດ້​ອອກ​ແບບ​ຕຶກ​ນີ້​ໃຫ້​ແຂງແຮງ​ແຕ່​ກໍ​ຍືດຫຍຸ່ນ​ເພື່ອ​ໃຫ້​ມັນ​ທົນ​ທານ​ຕໍ່​ກັບ​ແຮງ​ສັ່ນ​ສະເທືອນ​ຂອງ​ແຜ່ນດິນ​ໄຫວ​ແລະ​ເຮັດ​ໃຫ້​ຕຶກ​ນັ້ນ​ບໍ່​ພັງ​ລົງ​ມາ. ແລ້ວ​ຄລິດສະຕຽນ​ເປັນ​ຄື​ກັບ​ຕຶກ​ສູງ​ນັ້ນ​ແນວ​ໃດ?

2 ຄລິດ​ສະ​ຕຽນ​ຕ້ອງ​ມີ​ຄວາມ​ໜັກແໜ້ນ​ໝັ້ນຄົງ​ແລະ​ໃນ​ເວລາ​ດຽວ​ກັນ​ກໍ​ຕ້ອງ​ເປັນ​ຄົນ​ທີ່​ຍືດຫຍຸ່ນ. ລາວ​ຕ້ອງ​ຍຶດ​ໝັ້ນ​ກັບ​ກົດໝາຍ​ແລະ​ຫຼັກການ​ຂອງ​ພະ​ເຢໂຫວາ​ສະເໝີ. (ອ່ານ 1 ໂກຣິນໂທ 15:58) ລາວ “ພ້ອມ​ຈະ​ເຊື່ອຟັງ” ແຕ່​ບໍ່​ຍອມ​ອ່ອນ​ຂໍ້​ເມື່ອ​ຖືກ​ບັງຄັບ​ໃຫ້​ເຮັດ​ສິ່ງ​ທີ່​ຜິດ​ກັບ​ຫຼັກການ​ໃນ​ຄຳພີ​ໄບເບິນ ແລະ​ເມື່ອ​ເຈິ​ສະຖານະການ​ທີ່​ຈຳເປັນ​ລາວ​ກໍ​ຕ້ອງ​ເປັນ​ຄົນ​ຍືດຫຍຸ່ນ​ຫຼື “ມີ​ເຫດຜົນ.” (ຢກບ. 3:17) ຄລິດສະຕຽນ​ທີ່​ພະຍາຍາມ​ຈະ​ມີ​ຄວາມ​ຄິດ​ທີ່​ສົມດຸນ​ຈະ​ຕ້ອງ​ບໍ່​ຍຶດ​ຕິດ​ກັບ​ຄວາມ​ຄິດ​ຂອງ​ຕົວເອງ​ຫຼາຍ​ເກີນ​ໄປ​ຫຼື​ຍອມ​ຄົນ​ອື່ນ​ທຸກ​ເລື່ອງ. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ​ເຮົາຈະ​ໜັກແໜ້ນ​ໝັ້ນຄົງ​ແລະ​ບໍ່​ຫວັ່ນໄຫວໄດ້ແນວໃດ. ນອກຈາກນັ້ນ ເຮົາ​ຍັງ​ຈະ​ມາ​ເບິ່ງ 5 ວິທີ​ທີ່​ຊາຕານ​ໃຊ້​ເພື່ອ​ພະຍາຍາມ​ທຳລາຍ​ຄວາມ​ໜັກແໜ້ນ​ໝັ້ນຄົງ​ຂອງ​ເຮົາ ແລະເຮົາຈະຕ້ານທານຄວາມພະຍາຍາມຂອງມັນແນວໃດ.

ເຮົາ​ຈະ​ໜັກແໜ້ນ​ໝັ້ນຄົງ​ໄດ້​ແນວ​ໃດ?

3. ໃນ​ກິດຈະການ 15:28, 29 ພະ​ເຢໂຫວາ​ໄດ້​ໃຫ້​ກົດໝາຍ​ຫຍັງ?

3 ພະ​ເຢໂຫວາ​ເປັນ​ຜູ້​ທີ່​ມີ​ສິດ​ສູງ​ສຸດ​ທີ່​ຈະ​ຕັ້ງ​ກົດໝາຍ ແລະ​ກົດໝາຍ​ທີ່​ເພິ່ນ​ໃຫ້​ກໍ​ຈະ​ແຈ້ງ​ແລະ​ເຂົ້າ​ໃຈ​ງ່າຍ. (ອຊຢ. 33:22) ເຊັ່ນ: ຄະນະ​ກຳມະການ​ປົກຄອງ​ໃນ​ສະຕະວັດ​ທຳອິດ​ເວົ້າ​ເຖິງ​ສາມ​ເລື່ອງ​ທີ່​ຄລິດສະຕຽນ​ຕ້ອງ​ໜັກແໜ້ນ​ໝັ້ນຄົງ​ຄື: (1) ຕ້ອງ​ນະມັດສະການ​ພະ​ເຢໂຫວາ​ຜູ້​ດຽວ​ເທົ່າ​ນັ້ນ ບໍ່​ແມ່ນ​ນະມັດສະການ​ຮູບ​ບູຊາ (2) ນັບຖື​ຄວາມ​ສັກສິດ​ຂອງ​ເລືອດ ແລະ (3) ເຮັດ​ຕາມ​ຫຼັກ​ສິນລະທຳ​ໃນ​ຄຳພີ​ໄບເບິນ. (ອ່ານ​ກິດຈະການ 15:28, 29) ແລ້ວ​ຄລິດສະຕຽນ​ໃນ​ທຸກ​ມື້​ນີ້​ຈະ​ໜັກແໜ້ນ​ໝັ້ນຄົງ​ໃນ​ສາມ​ເລື່ອງ​ນີ້​ໄດ້​ແນວ​ໃດ?

4. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ນະມັດສະການ​ພະ​ເຢໂຫວາ​ພຽງ​ຜູ້​ດຽວ? (ພະນິມິດ 4:11)

4 ເຮົາ​ຕ້ອງ​ນະມັດສະການ​ພະ​ເຢໂຫວາ​ຜູ້​ດຽວ​ເທົ່າ​ນັ້ນ ບໍ່​ແມ່ນ​ນະມັດສະການ​ຮູບ​ບູຊາ. ພະ​ເຢໂຫວາ​ສັ່ງ​ໃຫ້​ຄົນ​ອິດສະຣາເອນ​ນະມັດສະການ​ເພິ່ນ​ພຽງ​ແຕ່​ຜູ້​ດຽວ. (ພບຍ. 5:6-10) ຕອນ​ທີ່​ພະ​ເຢຊູ​ຖືກ​ມານ​ຮ້າຍ​ລໍ້ໃຈ ເພິ່ນ​ກໍ​ບອກ​ຢ່າງ​ຈະ​ແຈ້ງ​ເລີຍ​ວ່າ​ເຮົາ​ຕ້ອງ​ນະມັດສະການ​ພະ​ເຢໂຫວາ​ເທົ່າ​ນັ້ນ. (ມທ. 4:8-10) ດັ່ງນັ້ນ ເຮົາ​ຈະ​ບໍ່​ຂາບ​ໄຫວ້​ຮູບ​ບູຊາ ແລະ​ເຮົາ​ຈະ​ບໍ່​ນະມັດສະການ​ມະນຸດ​ຄົນ​ໃດ ເຊັ່ນ: ເຮົາ​ຈະ​ບໍ່​ເຊີດຊູ​ຜູ້​ໃດ​ຈົນເຮັດ​ຄື​ກັບ​ວ່າ​ເຂົາ​ເຈົ້າ​ເປັນ​ພະເຈົ້າ ບໍ່​ວ່າ​ຈະ​ເປັນ​ພວກ​ຫົວໜ້າ​ສາສະໜາ ນັກ​ການເມືອງ ດາລາ ນັກຮ້ອງ ຫຼື​ນັກ​ກິລາ​ທີ່​ມີ​ຊື່​ສຽງ. ແຕ່​ເຮົາ​ຈະ​ຢູ່​ຝ່າຍ​ພະ​ເຢໂຫວາ​ແລະ​ນະມັດສະການ​ເພິ່ນ​ຜູ້​ດຽວ​ເຊິ່ງ​ເປັນ​ຜູ້​ທີ່ “ໄດ້​ສ້າງ​ທຸກ​ສິ່ງ.”—ອ່ານ​ພະນິມິດ 4:11

5. ເປັນ​ຫຍັງ​ເຮົາ​ຕ້ອງ​ເຊື່ອຟັງ​ກົດໝາຍ​ຂອງ​ພະ​ເຢໂຫວາ​ໃນ​ເລື່ອງ​ຄວາມ​ສັກສິດ​ຂອງ​ຊີວິດ​ແລະ​ເລືອດ?

5 ເຮົາ​ເຊື່ອຟັງ​ກົດໝາຍ​ຂອງ​ພະ​ເຢໂຫວາ​ໃນ​ເລື່ອງ​ຄວາມ​ສັກສິດ​ຂອງ​ຊີວິດ​ແລະ​ເລືອດ. ຍ້ອນຫຍັງ? ກໍ​ຍ້ອນ​ພະ​ເຢໂຫວາ​ບອກ​ວ່າ​ເລືອດ​ໝາຍເຖິງ​ຊີວິດ ເຊິ່ງ​ເປັນ​ຂອງຂວັນ​ທີ່​ມີ​ຄ່າ​ທີ່​ມາ​ຈາກ​ພະ​ເຢໂຫວາ. (ລລວ. 17:14) ຕອນ​ທີ່​ພະ​ເຢໂຫວາ​ອະນຸຍາດ​ໃຫ້​ມະນຸດ​ກິນ​ຊີ້ນ​ສັດ​ໄດ້​ເປັນ​ເທື່ອ​ທຳອິດ ເພິ່ນ​ບອກ​ກັບ​ເຂົາ​ເຈົ້າ​ວ່າ​ບໍ່​ໃຫ້​ກິນ​ເລືອດ. (ປຖກ. 9:4) ຕໍ່ມາ ເພິ່ນ​ກໍ​ໄດ້​ໃຫ້​ຄຳ​ສັ່ງ​ນີ້​ກັບ​ຊາດ​ອິດສະຣາເອນ​ຜ່ານ​ທາງ​ກົດໝາຍ​ຂອງ​ໂມເຊ. (ລລວ. 17:10) ໃນ​ສະໄໝ​ຂອງ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ ພະ​ເຢໂຫວາ​ໄດ້​ຊີ້ນຳ​ຄະນະ​ກຳມະການ​ປົກຄອງ​ໃຫ້​ບອກ​ຄລິດສະຕຽນ​ທຸກ​ຄົນ​ວ່າ “ໃຫ້​ງົດ​ເວັ້ນ . . . ຈາກ​ເລືອດ.” (ກຈກ. 15:28, 29) ໃນ​ທຸກ​ມື້​ນີ້ ເຮົາ​ກໍ​ເຊື່ອຟັງ​ຄຳ​ສັ່ງ​ນີ້​ຄື​ກັນ​ຕອນ​ທີ່​ຕັດສິນໃຈ​ເລື່ອງ​ການ​ປິ່ນປົວ​ທາງ​ການ​ແພດ. b

6. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ເຮັດ​ຕາມ​ຫຼັກ​ສິນລະທຳ​ຂອງ​ພະ​ເຢໂຫວາ?

6 ເຮົາ​ເຮັດ​ຕາມ​ຫຼັກ​ສິນລະທຳ​ຂອງ​ພະ​ເຢໂຫວາ​ຢ່າງ​ເຄັ່ງ​ຂັດ. (ຮຣ. 13:4) ອັກຄະສາວົກ​ໂປໂລ​ໃຫ້​ຄຳ​ແນະນຳ​ກັບ​ເຮົາ​ແບບ​ກົງ​ໆ​ວ່າ​ໃຫ້ “ກຳຈັດ​ທ່າ​ອ່ຽງ​ແບບ​ໂລກ​ເຊິ່ງ​ຢູ່​ໃນ​ອະໄວຍະວະ” ຂອງ​ເຮົາ. ນັ້ນ​ໝາຍ​ຄວາມ​ວ່າ​ເຮົາ​ຕ້ອງ​ພະຍາຍາມ​ສຸດ​ຄວາມ​ສາມາດ​ທີ່​ຈະ​ກຳຈັດ​ຄວາມ​ຕ້ອງ​ການ​ແບບ​ຜິດ​ໆ. ເຮົາ​ຕ້ອງ​ບໍ່​ເບິ່ງ​ຫຼື​ບໍ່​ເຮັດ​ຫຍັງ​ກໍ​ຕາມ​ທີ່​ຈະ​ເຮັດ​ໃຫ້​ເຮົາ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ. (ກລຊ. 3:5; ໂຢບ 31:1) ເມື່ອ​ເຮົາ​ຖືກ​ລໍ້ໃຈ ເຮົາ​ກໍ​ຈະ​ປະຕິເສດ​ທັນທີ​ແລະ​ບໍ່​ຄິດ​ຫຼື​ບໍ່​ເຮັດ​ສິ່ງ​ໃດ​ກໍ​ຕາມ​ທີ່​ຈະ​ທຳລາຍ​ສາຍສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ.

7. ເຮົາ​ຄວນ​ຕັ້ງໃຈ​ທີ່​ຈະ​ເຮັດ​ຫຍັງ ແລະ​ຍ້ອນຫຍັງ?

7 ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ “ເຕັມໃຈ​ເຊື່ອຟັງ” ເພິ່ນ ເພາະ​ກົດໝາຍ​ຂອງ​ເພິ່ນ​ດີ​ທີ່​ສຸດ​ສຳລັບ​ເຮົາ​ສະເໝີ. (ຣມ. 6:17) ແລະ​ກົດໝາຍ​ຂອງ​ເພິ່ນ​ບໍ່​ສາມາດ​ປ່ຽນແປງ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ເຮົາ​ໄດ້. (ອຊຢ. 48:17, 18; 1ກຣ. 6:9, 10) ດັ່ງນັ້ນ ໃຫ້​ເຮົາ​ພະຍາຍາມ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ​ແລະ​ຄິດ​ຄື​ກັບ​ຜູ້​ຂຽນ​ຄຳເພງ​ທີ່​ບອກ​ວ່າ: “ລູກ​ຕັ້ງໃຈ​ຈະ​ເຊື່ອຟັງ​ຂໍ້​ກຳນົດ​ຂອງ​ພະອົງ​ຕະຫຼອດ​ເວລາ ຈົນ​ຮອດ​ມື້​ທີ່​ລູກ​ຕາຍ.” (ເພງ. 119:112) ແຕ່​ຊາຕານ​ພະຍາຍາມ​ທຳລາຍ​ຄວາມ​ຕັ້ງໃຈ​ຂອງ​ເຮົາ. ມັນ​ເຮັດ​ແບບ​ນັ້ນ​ໂດຍ​ວິທີ​ໃດ?

ຊາຕານ​ພະຍາຍາມ​ທຳລາຍ​ຄວາມ​ຕັ້ງໃຈ​ຂອງ​ເຮົາ​ແນວ​ໃດ?

8. ຊາຕານ​ໃຊ້​ການ​ຂົ່ມເຫງ​ເພື່ອ​ທຳລາຍ​ຄວາມ​ຕັ້ງໃຈ​ຂອງ​ເຮົາ​ແນວ​ໃດ?

8 ການ​ຂົ່ມເຫງ. ຊາຕານ​ໃຊ້​ການ​ທຳຮ້າຍ​ຮ່າງກາຍ​ແລະ​ຈິດ​ໃຈ​ເພື່ອ​ທຳລາຍ​ຄວາມ​ຕັ້ງໃຈ​ຂອງ​ເຮົາ. ເປົ້າໝາຍ​ຂອງ​ມັນ​ກໍ​ຄື​ມັນ​ຢາກ​ຈະ “ກັດ​ກິນ” ເຮົາ ເຊິ່ງ​ໝາຍ​ຄວາມ​ວ່າ​ມັນ​ຢາກ​ທຳລາຍ​ສາຍສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ. (1ປຕ. 5:8) ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ເຈິ​ການ​ຂົ່ມ​ຂູ່ ການ​ທຳຮ້າຍ​ຮ່າງກາຍ​ແລະ​ຖືກ​ຂ້າ ເພາະ​ເຂົາ​ເຈົ້າ​ຕັ້ງໃຈ​ທີ່​ຈະ​ຢູ່​ຝ່າຍ​ພະ​ເຢໂຫວາ. (ກຈກ. 5:27, 28, 40; 7:54-60) ທຸກ​ມື້​ນີ້ ຊາຕານ​ກໍ​ຍັງ​ໃຊ້​ການ​ຂົ່ມເຫງ​ຢູ່. ເຮົາ​ເຫັນ​ເລື່ອງ​ນີ້​ໄດ້​ຈາກ​ການ​ທີ່​ພີ່​ນ້ອງ​ຂອງ​ເຮົາ​ຢູ່​ປະເທດ​ຣັດເຊຍ​ແລະ​ປະເທດ​ອື່ນ​ໆ​ຖືກ​ປະຕິບັດ​ຢ່າງ​ໂຫດ​ຮ້າຍ​ແລະ​ບໍ່​ຍຸຕິທຳ.

9. ຂໍ​ໃຫ້​ຍົກ​ຕົວຢ່າງ​ວ່າ ເປັນ​ຫຍັງ​ເຮົາ​ຕ້ອງ​ລະວັງ​ການ​ກົດ​ດັນ​ແບບ​ແນບ​ນຽນ.

9 ການ​ກົດ​ດັນ​ແບບ​ແນບ​ນຽນ. ນອກ​ຈາກ​ການ​ຂົ່ມເຫງ​ແບບ​ເຊິ່ງ​ໆ​ໜ້າ​ແລ້ວ ຊາຕານ​ຍັງ​ໃຊ້ “ກົນ​ອຸບາຍ” ແບບ​ອື່ນ​ນຳ. (ອຟຊ. 6:11) ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ຊື່​ບ໋ອບ​ເຊິ່ງ​ເຂົ້າ​ໂຮງໝໍ​ເພື່ອ​ຜ່າ​ຕັດ​ໃຫຍ່. ລາວ​ບອກ​ກັບ​ທ່ານ​ໝໍ​ຫຼາຍ​ເທື່ອ​ແລ້ວ​ວ່າ ບໍ່​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ ລາວ​ຈະ​ບໍ່​ໃສ່​ເລືອດ​ຢ່າງ​ເດັດຂາດ. ທ່ານ​ໝໍ​ຜ່າ​ຕັດ​ເຫັນດີ​ທີ່​ຈະ​ເຮັດ​ຕາມ​ການ​ຕັດສິນໃຈ​ຂອງ​ລາວ. ແຕ່​ໃນ​ຄືນ​ກ່ອນ​ທີ່​ຈະ​ຜ່າ​ຕັດ ຫຼັງ​ຈາກ​ທີ່​ຄອບຄົວ​ຂອງ​ບ໋ອບ​ເມື່ອ​ເຮືອນ​ໝົດ​ແລ້ວ ທ່ານ​ໝໍ​ວາງ​ຢາ​ສະຫຼົບ​ໄດ້​ມາ​ຫາ​ລາວ​ແລະ​ບອກ​ວ່າ ໝໍ​ຈະ​ບໍ່​ໃສ່​ເລືອດ​ໃຫ້​ລາວ​ແຕ່​ຈະ​ກຽມ​ໄວ້​ໃນ​ກໍລະນີ​ສຸກເສີນ. ທ່ານ​ໝໍ​ຄື​ຊິ​ຄິດ​ວ່າ​ຖ້າ​ຄອບຄົວ​ບໍ່​ໄດ້​ຢູ່​ນຳ ບ໋ອບ​ອາດຈະ​ປ່ຽນ​ໃຈ​ກໍ​ໄດ້. ແຕ່​ບ໋ອບ​ກໍ​ຍັງ​ຢືນຢັນ​ຢ່າງ​ໜັກແໜ້ນ​ວ່າ​ລາວ​ຈະ​ບໍ່​ໃສ່​ເລືອດ​ຢ່າງ​ເດັດຂາດ ບໍ່​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ.

10. ເປັນ​ຫຍັງ​ການ​ຄິດ​ຫາ​ເຫດຜົນ​ແບບ​ຄົນ​ໃນ​ໂລກ​ຈຶ່ງ​ເປັນ​ອັນຕະລາຍ? (1 ໂກຣິນໂທ 3:19, 20)

10 ການ​ຄິດ​ຫາ​ເຫດຜົນ​ແບບ​ຄົນ​ໃນ​ໂລກ. “ຄວາມ​ສະຫຼາດ​ຂອງ​ໂລກ​ນີ້” ມັກ​ເຮັດ​ໃຫ້​ຄົນ​ເຮົາ​ບໍ່​ເຊື່ອຟັງ​ພະເຈົ້າ. (ອ່ານ 1 ໂກຣິນໂທ 3:19, 20) ຖ້າ​ເຮົາຄິດ​ແບບ​ຄົນ​ທົ່ວໄປ​ໃນ​ໂລກ ເຮົາ​ກໍ​ອາດ​ເລີ່ມ​ບໍ່​ສົນໃຈ​ພະ​ເຢໂຫວາ​ແລະ​ກົດໝາຍ​ຂອງ​ເພິ່ນ. ຄົນ​ໃນ​ເມືອງ​ເປ​ຄາ​ໂມ​ແລະ​ເມືອງ​ທົວຕີຣາ​ຖື​ວ່າ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ແລະ​ການ​ນະມັດສະການ​ຮູບ​ບູຊາ​ເປັນ​ເລື່ອງ​ທຳມະດາ ແລະ​ຄລິດສະຕຽນ​ບາງ​ຄົນ​ໃນ​ເມືອງ​ນັ້ນ​ກໍ​ໄດ້​ຮັບ​ອິດທິພົນ​ຈາກ​ເຂົາ​ເຈົ້າ. ພະ​ເຢຊູ​ຈຶ່ງ​ເຕືອນ​ສອງ​ປະຊາຄົມ​ນັ້ນ​ຢ່າງ​ແຮງ​ໆ​ຍ້ອນ​ເຂົາ​ເຈົ້າ​ຍອມ​ໃຫ້​ມີ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ. (ພນມ. 2:14, 20) ໃນ​ທຸກ​ມື້​ນີ້ ເຮົາ​ກໍ​ເຈິ​ການ​ກົດ​ດັນ​ໃຫ້​ຍອມຮັບ​ຄວາມ​ຄິດ​ແບບ​ຜິດ​ໆ​ຂອງ​ຄົນ​ທົ່ວໄປ​ໃນ​ໂລກ. ຄົນ​ໃນ​ຄອບຄົວ ຍາດ​ພີ່​ນ້ອງ ໝູ່​ເພື່ອນ​ອາດຈະ​ເວົ້າ​ໂນ້ມນ້າວ​ເພື່ອ​ໃຫ້​ເຮົາ​ຮູ້ສຶກ​ວ່າ​ຄວາມ​ເຊື່ອ​ຂອງ​ເຮົາ​ເຂັ້ມ​ງວດ​ໂພດ ແລະ​ບໍ່​ຕ້ອງ​ເຮັດ​ຕາມ​ກົດໝາຍ​ຂອງ​ພະເຈົ້າ​ກໍ​ໄດ້ ເຊັ່ນ ເຂົາ​ເຈົ້າ​ອາດ​ບອກ​ວ່າ​ບໍ່​ຕ້ອງ​ເຮັດ​ຕາມ​ຫຼັກ​ສິນລະທຳ​ໃນ​ຄຳພີ​ໄບເບິນ​ດອກ ມັນ​ຫຼ້າ​ສະໄໝ​ແລ້ວ.

11. ຍ້ອນ​ເຮົາ​ຍຶດ​ໝັ້ນ​ກັບ​ຫຼັກການ​ໃນ​ຄຳພີ​ໄບເບິນ ເຮົາ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ເຮັດ​ຫຍັງ?

11 ບາງ​ຄັ້ງ​ອາດ​ເປັນ​ໄປ​ໄດ້​ທີ່​ເຮົາ​ຈະ​ຮູ້ສຶກ​ວ່າ ຄຳ​ແນະນຳ​ຂອງ​ພະ​ເຢໂຫວາ​ບໍ່​ຈະ​ແຈ້ງ​ປານ​ໃດ ເຊິ່ງ​ອາດ​ເຮັດ​ໃຫ້​ເຮົາ​ຢາກ​ເຮັດ “ກາຍ​ຂອບເຂດ​ທີ່​ຂຽນ​ໄວ້.” (1ກຣ. 4:6) ພວກ​ຫົວໜ້າ​ສາສະໜາ​ໃນ​ສະໄໝ​ຂອງ​ພະ​ເຢຊູ​ກໍ​ໄດ້​ເຮັດ​ແບບ​ນັ້ນ. ເຂົາ​ເຈົ້າ​ຕັ້ງ​ກົດ​ເພີ່ມ​ເຂົ້າ​ມາ​ນອກ​ເໜືອ​ຈາກ​ກົດໝາຍ​ຂອງ​ໂມເຊ ເປັນ​ຄື​ກັບ​ເຂົາ​ເຈົ້າ​ເອົາ​ພາລະ​ໜັກ​ມາ​ໃຫ້​ຄົນ​ອື່ນ​ແບກ​ໄວ້. (ມທ. 23:4) ພະ​ເຢໂຫວາ​ໃຫ້​ຄຳ​ແນະນຳ​ທີ່​ຈະ​ແຈ້ງ​ກັບ​ເຮົາ​ຜ່ານ​ທາງ​ຄຳພີ​ໄບເບິນ​ແລະ​ຜ່ານ​ທາງ​ອົງການ​ຂອງ​ເພິ່ນ​ຢູ່​ແລ້ວ. ເຮົາ​ບໍ່​ຈຳເປັນ​ຕ້ອງ​ເພີ່ມ​ຄຳ​ແນະນຳ​ຫຍັງ​ເຂົ້າ​ໄປ. (ສຸພາ. 3:5-7) ດັ່ງນັ້ນ ເຮົາ​ບໍ່​ຄວນ​ກາຍ​ຂອບເຂດ​ທີ່​ຂຽນ​ໄວ້​ໃນ​ຄຳພີ​ໄບເບິນ ຫຼື​ຕັ້ງ​ກົດ​ກ່ຽວ​ກັບ​ເລື່ອງ​ສ່ວນຕົວ.

12. ຊາຕານ​ໃຊ້​ຄຳ​ຫຼອກລວງ​ທີ່​ບໍ່​ມີ​ປະໂຫຍດ​ແນວ​ໃດ?

12 ຄຳ​ຫຼອກລວງ. ຊາຕານ​ໃຊ້ “ຄຳ​ຫຼອກລວງ​ທີ່​ບໍ່​ມີ​ປະໂຫຍດ” ແລະ “ແນວ​ຄິດ​ຕ່າງ​ໆ​ຂອງ​ໂລກ” ເພື່ອ​ເຮັດ​ໃຫ້​ຜູ້​ຄົນ​ແຕກ​ແຍກ​ແລະ​ພາ​ເຂົາ​ເຈົ້າ​ໄປ​ຜິດ​ທາງ. (ກລຊ. 2:8) ໃນ​ສະຕະວັດ​ທຳອິດ ສິ່ງ​ເຫຼົ່າ​ນີ້​ລວມ​ມີ​ປັດຊະຍາ​ຕ່າງ​ໆ​ຂອງ​ມະນຸດ ຄຳ​ສອນ​ຂອງ​ພວກ​ຢິວ​ທີ່​ບໍ່​ໄດ້​ເປັນ​ໄປ​ຕາມ​ພະຄຳພີ ແລະ​ຄຳ​ສອນ​ທີ່​ວ່າ​ຄລິດສະຕຽນ​ຍັງ​ຕ້ອງ​ເຮັດ​ຕາມ​ກົດໝາຍ​ຂອງ​ໂມເຊ. ສິ່ງ​ເຫຼົ່າ​ນີ້​ເປັນ​ຄຳ​ຫຼອກລວງ ເພາະ​ມັນ​ເຮັດ​ໃຫ້​ຜູ້​ຄົນ​ບໍ່​ສົນໃຈ​ພະ​ເຢໂຫວາ​ຜູ້​ທີ່​ໃຫ້​ສະຕິ​ປັນຍາ​ແທ້. ທຸກ​ມື້​ນີ້​ຊາຕານ​ກໍ​ໃຊ້​ສື່​ສັງຄົມ​ອອນລາຍ​ຕ່າງ​ໆ​ເພື່ອ​ເຜີຍ​ແຜ່​ທິດສະດີ​ສົມ​ຮູ້​ຮ່ວມ​ຄິດ​ແລະ​ຂ່າວ​ປອມ​ທີ່​ມາ​ຈາກ​ຜູ້​ນຳ​ທາງ​ການເມືອງ. ເຮົາ​ເຫັນ​ເລື່ອງ​ນີ້​ໄດ້​ຢ່າງ​ຊັດເຈນ​ໃນ​ຊ່ວງ​ການ​ລະບາດ​ຂອງ​ພະຍາດ​ໂຄວິດ-19. c ພະຍານ​ພະ​ເຢໂຫວາ​ທີ່​ຟັງ​ຄຳ​ແນະນຳ​ຂອງ​ອົງການ​ເລີຍ​ບໍ່​ໄດ້​ກັງວົນ​ເກີນ​ໄປ​ຄື​ກັບ​ຄົນ​ອື່ນ​ໆ​ທີ່​ຫຼົງ​ເຊື່ອ​ຂ່າວ​ປອມ.—ມທ. 24:45

13. ເປັນ​ຫຍັງ​ເຮົາ​ຕ້ອງ​ລະວັງ​ສິ່ງ​ຕ່າງ​ໆ​ທີ່​ອາດຈະ​ເຮັດ​ໃຫ້​ເຮົາ​ຫຼົງ​ໄປ?

13 ສິ່ງ​ຕ່າງ​ໆ​ທີ່​ເຮັດ​ໃຫ້​ຫຼົງ​ໄປ. ເຮົາ​ຕ້ອງ​ຈົດຈໍ່​ກັບ​ສິ່ງ​ທີ່ “ສຳຄັນ​ກວ່າ” ເພາະ​ຖ້າ​ເຮົາ​ບໍ່​ລະວັງ​ເຮົາ​ອາດຈະ​ເສຍ​ເວລາ​ແລະ​ກຳລັງ​ໄປ​ກັບ​ສິ່ງ​ທີ່​ເປັນ​ປະໂຫຍດ​ໜ້ອຍ​ກວ່າ. (ຟລປ. 1:9, 10) ແລະ​ແມ່ນ​ແຕ່​ສິ່ງ​ທີ່​ເຮົາ​ເຮັດ​ໃນ​ຊີວິດ​ປະຈຳ​ວັນ ເຊັ່ນ: ການ​ກິນ ການ​ດື່ມ ການ​ພັກຜ່ອນ​ຢ່ອນ​ໃຈ ແລະ​ວຽກ​ອາຊີບ​ກໍ​ອາດ​ເຮັດ​ໃຫ້​ເຮົາ​ບໍ່​ໄດ້​ຈົດຈໍ່​ກັບ​ສິ່ງ​ທີ່​ສຳຄັນ​ກວ່າ. (ລກ. 21:34, 35) ນອກ​ຈາກ​ນັ້ນ ທຸກ​ມື້​ນີ້​ກໍ​ມີ​ຂ່າວ​ໃນ​ສື່​ຕ່າງ​ໆ​ຫຼາຍ​ແທ້​ໆ​ທັງ​ເລື່ອງ​ການເມືອງ​ແລະ​ຄວາມ​ຂັດ​ແຍ້ງ​ທາງ​ດ້ານ​ສັງຄົມ. ເຮົາ​ຕ້ອງ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ເຮົາ​ບໍ່​ສົນໃຈ​ເລື່ອງ​ເຫຼົ່າ​ນີ້​ຫຼາຍ​ເກີນ​ໄປ. ບໍ່​ດັ່ງນັ້ນ ເຮົາ​ອາດ​ເລີ່ມ​ເລືອກ​ເຂົ້າ​ຂ້າງ​ຝ່າຍ​ໃດ​ຝ່າຍ​ໜຶ່ງ​ໃນ​ໃຈ​ກໍ​ໄດ້. ຊາຕານ​ໃຊ້​ທັງ 5 ວິທີ​ທີ່​ເຮົາ​ໄດ້​ເວົ້າ​ໄປ​ແລ້ວ​ເພື່ອ​ທຳລາຍ​ຄວາມ​ຕັ້ງໃຈ​ຂອງ​ເຮົາ​ທີ່​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ເຮົາ​ຈະ​ໜັກແໜ້ນ​ໝັ້ນຄົງ​ແລະ​ບໍ່​ເຮັດ​ຕາມ​ທີ່​ຊາຕານ​ຕ້ອງ​ການ​ໄດ້​ແນວ​ໃດ.

ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໜັກແໜ້ນ​ໝັ້ນຄົງ​ສະເໝີ?

ເພື່ອ​ຈະ​ໜັກແໜ້ນ​ໝັ້ນຄົງ​ຢູ່​ສະເໝີ ເຈົ້າ​ຕ້ອງ​ຄິດ​ວ່າ​ເປັນ​ຫຍັງ​ເຈົ້າ​ຈຶ່ງ​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ແລະ​ຮັບ​ບັບເຕມາ ໃຫ້​ເຈົ້າ​ສຶກສາ​ສ່ວນຕົວ​ແລະ​ຄິດ​ຕຶກຕອງ ເຮັດ​ໃຫ້​ໃຈ​ຂອງ​ເຈົ້າ​ໝັ້ນຄົງ ແລະ​ໄວ້​ວາງໃຈ​ພະ​ເຢໂຫວາ (ເບິ່ງ​ຂໍ້ 14-18)

14. ສິ່ງ​ໜຶ່ງ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ໜັກແໜ້ນ​ໝັ້ນຄົງ​ຢູ່​ຝ່າຍ​ພະ​ເຢໂຫວາ​ຕໍ່​ໆ​ໄປ​ແມ່ນ​ຫຍັງ?

14 ຄິດ​ວ່າ​ເປັນ​ຫຍັງ​ເຈົ້າ​ຈຶ່ງ​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ແລະ​ຮັບ​ບັບເຕມາ. ເຈົ້າ​ຕັດສິນໃຈ​ເຮັດ​ແບບ​ນັ້ນ​ຍ້ອນ​ເຈົ້າ​ຢາກ​ຢູ່​ຝ່າຍ​ພະ​ເຢໂຫວາ. ໃຫ້​ເຈົ້າ​ລອງ​ຄິດ​ເບິ່ງ​ວ່າ ໃນ​ຕອນ​ນັ້ນ​ສິ່ງ​ໃດ​ຊ່ວຍ​ເຈົ້າ​ໃຫ້​ໝັ້ນ​ໃຈ​ວ່າ​ເຈົ້າ​ໄດ້​ພົບ​ຄວາມ​ຈິງ​ແລ້ວ. ເຈົ້າ​ໄດ້​ຮູ້​ຈັກ​ພະ​ເຢໂຫວາ ຮັກ​ແລະ​ນັບຖື​ເພິ່ນ​ຄື​ກັບ​ພໍ່​ທີ່​ຢູ່​ໃນ​ສະຫວັນ. ເຈົ້າ​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ​ແລະ​ຄວາມ​ເຊື່ອ​ນັ້ນ​ກະຕຸ້ນ​ເຈົ້າ​ໃຫ້​ກັບໃຈ ເຊົາ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ບໍ່​ມັກ ແລະ​ໃຊ້​ຊີວິດ​ໃນ​ແບບ​ທີ່​ພະ​ເຢໂຫວາ​ພໍໃຈ. ເມື່ອ​ເຈົ້າ​ເຫັນ​ວ່າ​ພະ​ເຢໂຫວາ​ໄດ້​ໃຫ້​ອະໄພ​ເຈົ້າ​ແລ້ວ ເຈົ້າ​ກໍ​ຮູ້ສຶກ​ສະບາຍ​ໃຈ. (ເພງ. 32:1, 2) ເຈົ້າ​ເຂົ້າ​ຮ່ວມ​ການ​ປະຊຸມ​ຄລິດສະຕຽນ​ແລະ​ເລີ່ມບອກ​ຄົນ​ອື່ນ​ກ່ຽວ​ກັບ​ສິ່ງ​ດີ​ໆ​ທີ່​ເຈົ້າ​ໄດ້​ຮຽນ​ໃນ​ຄຳພີ​ໄບເບິນ. ຫຼັງ​ຈາກ​ນັ້ນ ເຈົ້າ​ກໍ​ອຸທິດ​ຕົວ​ແລະ​ຮັບ​ບັບເຕມາ ແລະ​ຕອນນີ້​ເຈົ້າ​ກໍ​ກຳລັງ​ຍ່າງ​ໃນ​ທາງ​ທີ່​ພາ​ໄປ​ເຖິງ​ຊີວິດ​ແລະ​ຕັ້ງໃຈ​ວ່າ​ຈະ​ບໍ່​ອອກ​ຈາກ​ທາງ​ນີ້.—ມທ. 7:13, 14

15. ເປັນ​ຫຍັງ​ການ​ສຶກສາ​ສ່ວນຕົວ​ແລະ​ການ​ຄິດ​ຕຶກຕອງ​ຈຶ່ງ​ເປັນ​ປະໂຫຍດ?

15 ສຶກສາ​ສ່ວນຕົວ​ແລະ​ຄິດ​ຕຶກຕອງ. ຖ້າ​ຕົ້ນໄມ້​ຕົ້ນ​ໃດ​ມີ​ຮາກ​ເລິກ ມັນ​ຈະ​ບໍ່​ລົ້ມ​ລົງ​ເມື່ອ​ເຈິ​ພາຍຸ. ຄື​ກັນ ຖ້າ​ເຮົາ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ ເຮົາ​ກໍ​ຈະ​ໜັກແໜ້ນ​ໝັ້ນຄົງ​ບໍ່​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ. ເມື່ອ​ຕົ້ນໄມ້​ໃຫຍ່​ຂຶ້ນ ມັນ​ກໍ​ຈະ​ຢັ່ງ​ຮາກ​ເລິກ​ລົງ​ໄປ​ໃນ​ດິນ​ແລະ​ແຜ່​ຂະຫຍາຍ​ຮາກ​ອອກ​ໄປ. ຄ້າຍ​ກັນ ເມື່ອ​ເຮົາ​ສຶກສາ​ສ່ວນຕົວ​ແລະ​ຄິດ​ຕຶກຕອງ ຄວາມ​ເຊື່ອ​ຂອງ​ເຮົາ​ກໍ​ຈະ​ເຂັ້ມແຂງ​ຂຶ້ນ ແລ້ວ​ເຮົາ​ກໍ​ແຮ່ງ​ຈະ​ໝັ້ນ​ໃຈ​ວ່າ​ແນວ​ທາງ​ຂອງ​ພະ​ເຢໂຫວາ​ດີ​ທີ່​ສຸດ. (ກລຊ. 2:6, 7) ຕອນ​ທີ່​ເຮົາ​ສຶກສາ​ສ່ວນຕົວ ໃຫ້​ເຮົາ​ພະຍາຍາມ​ຄິດ​ວ່າ​ການ​ສອນ ການ​ຊີ້ນຳ ແລະ​ການ​ປົກປ້ອງ​ຈາກ​ພະ​ເຢໂຫວາ​ຊ່ວຍ​ຜູ້​ຮັບ​ໃຊ້​ຂອງ​ເພິ່ນ​ໃນ​ອະດີດ​ແນວ​ໃດ. ຕົວຢ່າງ​ເຊັ່ນ: ເອເຊກຽນ​ເຫັນ​ນິມິດ​ກ່ຽວ​ກັບ​ວິຫານ ແລະ​ລາວ​ສົນໃຈ​ເປັນ​ພິເສດ​ຕອນ​ທີ່​ທູດສະຫວັນ​ວັດແທກ​ວິຫານ​ນັ້ນ. ນິມິດ​ນີ້​ເຮັດ​ໃຫ້​ເອເຊກຽນ​ເຂັ້ມແຂງ​ແລະ​ໄດ້​ກຳລັງ​ໃຈ ແລະ​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ເຮົາ​ຕ້ອງ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ຮັກສາ​ມາດຕະຖານ​ຂອງ​ພະ​ເຢໂຫວາ​ເລື່ອງ​ການ​ນະມັດສະການ​ທີ່​ບໍລິສຸດ. d (ເອເຊກ. 40:1-4; 43:10-12) ຖ້າ​ເຮົາ​ໃຊ້​ເວລາ​ສຶກສາ​ສ່ວນຕົວ​ແລະ​ຄິດ​ຕຶກຕອງ​ກ່ຽວ​ກັບ​ຄວາມ​ຮູ້​ທີ່​ເລິກ​ເຊິ່ງ​ໃນ​ຄຳພີ​ໄບເບິນ ເຮົາ​ກໍ​ຈະ​ໄດ້​ຮັບ​ປະໂຫຍດ.

16. ການ​ມີ​ໃຈ​ໝັ້ນຄົງ​ຊ່ວຍ​ບ໋ອບ​ໄດ້​ແນວ​ໃດ? (ຄຳເພງ 112:7)

16 ເຮັດ​ໃຫ້​ໃຈ​ເຈົ້າ​ໝັ້ນຄົງ. ກະສັດ​ດາວິດ​ມີ​ຄວາມ​ຮັກ​ຕໍ່​ພະ​ເຢໂຫວາ​ຢ່າງ​ໝັ້ນຄົງ. ລາວ​ຮ້ອງ​ເພງ​ວ່າ: “ພະເຈົ້າ​ເອີ້ຍ ໃຈ​ຂອງ​ລູກ​ໝັ້ນຄົງ.” (ເພງ. 57:7) ເຮົາ​ກໍ​ໝັ້ນຄົງ​ແລະ​ໄວ້​ວາງໃຈ​ພະ​ເຢໂຫວາ​ເຕັມ​ຮ້ອຍ​ໄດ້​ຄື​ກັນ. (ອ່ານ​ຄຳເພງ 112:7) ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ບ໋ອບ​ອີກ​ເທື່ອ​ໜຶ່ງ​ວ່າ​ສິ່ງ​ໃດ​ຊ່ວຍ​ລາວ​ໃຫ້​ໜັກແໜ້ນ​ໝັ້ນຄົງ​ໄດ້. ຕອນ​ທີ່​ທ່ານ​ໝໍ​ບອກ​ວ່າ​ຈະ​ມີ​ການ​ກຽມ​ເລືອດ​ໄວ້​ໃນ​ກໍລະນີ​ສຸກເສີນ ລາວ​ຕອບ​ທ່ານ​ໝໍ​ທັນທີ​ເລີຍ​ວ່າ ຖ້າ​ທ່ານ​ໝໍ​ຄິດ​ຈະ​ເຮັດ​ແບບ​ນັ້ນ ລາວ​ຈະ​ອອກ​ຈາກ​ໂຮງໝໍ​ໃນ​ຕອນ​ນັ້ນ​ເລີຍ. ໃນ​ເວລາ​ຕໍ່​ມາ​ບ໋ອບ​ເວົ້າ​ເຖິງ​ເຫດການ​ນັ້ນ​ວ່າ “ຕອນ​ນັ້ນ​ຂ້ອຍ​ບໍ່​ໄດ້​ລັງເລ​ເລີຍ​ແລະ​ຂ້ອຍ​ກໍ​ບໍ່​ໄດ້​ຢ້ານ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ຂ້ອຍ.”

ຖ້າ​ເຮົາ​ພະຍາຍາມ​ເພື່ອ​ຈະ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ຂຶ້ນ ເຮົາ​ກໍ​ຈະ​ໜັກແໜ້ນ​ໝັ້ນຄົງ​ໄດ້​ບໍ່​ວ່າ​ເຮົາ​ຈະ​ເຈິ​ບັນຫາ​ຫຼື​ຄວາມ​ຍາກ​ລຳບາກ​ແນວ​ໃດ​ກໍ​ຕາມ (ເບິ່ງ​ຂໍ້ 17)

17. ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ປະສົບການ​ຂອງ​ບ໋ອບ? (ເບິ່ງ​ຮູບພາບ)

17 ການ​ທີ່​ບ໋ອບ​ໜັກແໜ້ນ​ໝັ້ນຄົງ​ໄດ້​ເປັນ​ຍ້ອນ​ວ່າ​ລາວ​ຕັດສິນໃຈ​ໄວ້​ແລ້ວ​ກ່ອນ​ທີ່​ຈະ​ເຂົ້າ​ໂຮງໝໍ. ສິ່ງ​ທີ່​ຊ່ວຍ​ລາວ​ໃຫ້​ໜັກແໜ້ນ​ໝັ້ນຄົງ​ກໍ​ຄື: (1) ລາວ​ຢາກ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ (2) ລາວ​ອ່ານ​ແລະ​ສຶກສາ​ຄົ້ນຄວ້າ​ຄຳພີ​ໄບເບິນ​ກັບ​ປຶ້ມ​ຕ່າງ​ໆ​ຂອງ​ອົງການ​ຢ່າງ​ລະອຽດ​ກ່ຽວ​ກັບ​ຄວາມ​ສັກສິດ​ຂອງ​ຊີວິດ​ແລະ​ເລືອດ ແລະ (3) ລາວ​ໝັ້ນ​ໃຈ​ວ່າ​ການ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ລາວ​ໄດ້​ຮັບ​ປະໂຫຍດ​ທັງ​ໃນ​ຕອນນີ້​ແລະ​ຕະຫຼອດ​ໄປ. ຄ້າຍຄື​ກັນ ເຮົາ​ສາມາດ​ມີ​ໃຈ​ທີ່​ໝັ້ນຄົງ​ໄດ້​ບໍ່​ວ່າ​ເຮົາ​ຈະ​ເຈິ​ບັນຫາ​ຫຼື​ຄວາມ​ຍາກ​ລຳບາກ​ແນວ​ໃດ​ກໍ​ຕາມ.

ບາຣາກ​ກັບ​ທະຫານ​ຂອງ​ລາ​ວ​ໄລ່​ຕິດຕາມ​ກອງທັບ​ຂອງ​ຊີເຊຣາ​ຢ່າງ​ກ້າຫານ (ເບິ່ງ​ຂໍ້ 18)

18. ຕົວຢ່າງ​ຂອງ​ບາຣາກ​ສອນ​ເຮົາ​ແນວ​ໃດ​ໃຫ້​ໄວ້​ວາງໃຈ​ພະ​ເຢໂຫວາ? (ເບິ່ງ​ຮູບ​ໜ້າ​ປົກ)

18 ໄວ້​ວາງໃຈ​ພະ​ເຢໂຫວາ. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ການ​ໄວ້​ວາງໃຈ​ການ​ຊີ້ນຳ​ຈາກ​ພະ​ເຢໂຫວາ​ຊ່ວຍ​ບາຣາກ​ແນວ​ໃດ​ໃຫ້​ເອົາ​ຊະນະ​ສັດຕູ​ໄດ້. ພະ​ເຢໂຫວາ​ບອກ​ບາຣາກ​ໃຫ້​ໄປ​ຕໍ່ສູ້​ກັບ​ກອງທັບ​ຊາວ​ການາອານ​ທີ່​ມີ​ອາວຸດ​ຄົບ​ຊຸດ ແຕ່​ຕອນ​ນັ້ນ​ກອງທັບ​ອິດສະຣາເອນ​ບໍ່​ມີ​ໂລ້​ຫຼື​ຫອກ​ແມ່ນ​ແຕ່​ອັນ​ດຽວ. (ຜຕສ. 5:8) ຜູ້​ພະຍາກອນ​ຍິງ​ເດໂບຣາ​ບອກ​ບາຣາກ​ໃຫ້​ລົງ​ຈາກ​ພູ​ຕາໂບ​ໄປ​ສູ້​ກັບ​ຊີເຊຣາ​ຫົວໜ້າ​ກອງທັບ​ທີ່​ມີ​ທະຫານ​ແລະ​ລົດ​ຮົບ 900 ຄັນ. ເຖິງ​ວ່າ​ບາຣາກ​ຮູ້​ວ່າ​ລົດ​ຮົບ​ເຫຼົ່າ​ນັ້ນ​ຈະ​ໄດ້​ປຽບ​ເມື່ອ​ຕໍ່ສູ້​ໃນ​ບ່ອນ​ທົ່ງພຽງ ແຕ່​ລາວ​ກໍ​ເຊື່ອຟັງ. ຕອນ​ທີ່​ທະຫານ​ຂອງ​ບາຣາກ​ລົງ​ໄປ​ຕໍ່ສູ້​ຢູ່​ທົ່ງພຽງ ພະ​ເຢໂຫວາ​ກໍ​ເຮັດ​ໃຫ້​ຝົນ​ຕົກ​ລົງ​ມາ​ຢ່າງ​ໜັກ​ຈົນ​ເຮັດ​ໃຫ້​ລົດ​ຮົບ​ຂອງ​ພວກ​ການາອານ​ຄາ​ຢູ່​ໃນ​ຂີ້ຕົມ. ນີ້​ຈຶ່ງ​ເຮັດ​ໃຫ້​ບາຣາກ​ເອົາ​ຊະນະ​ສັດຕູ​ໄດ້. (ຜຕສ. 4:1-7, 10, 13-16) ພະ​ເຢໂຫວາ​ກໍ​ຈະ​ຊ່ວຍ​ເຮົາ​ໃຫ້​ຊະນະ​ກົນ​ອຸບາຍ​ຂອງ​ຊາຕານ​ໄດ້​ຄື​ກັນ ຖ້າ​ເຮົາ​ໄວ້​ວາງໃຈ​ເພິ່ນ​ແລະ​ຄຳ​ແນະນຳ​ຂອງ​ເພິ່ນ​ທີ່​ໃຫ້​ຜ່ານ​ທາງ​ອົງການ.—ພບຍ. 31:6

ຕັ້ງໃຈ​ທີ່​ຈະ​ໜັກແໜ້ນ​ໝັ້ນຄົງ​ສະເໝີ

19. ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຢາກ​ໜັກແໜ້ນ​ໝັ້ນຄົງ​ຢູ່​ສະເໝີ?

19 ຍ້ອນ​ເຮົາ​ຢູ່​ໃນ​ໂລກ​ຂອງ​ຊາຕານ ເຮົາ​ຈຶ່ງ​ຕ້ອງ​ພະຍາຍາມ​ຕໍ່​ໆ​ໄປ​ທີ່​ຈະ​ໜັກແໜ້ນ​ໝັ້ນຄົງ. (1ຕມ. 6:11, 12; 2ປຕ. 3:17) ໃຫ້​ເຮົາ​ຕັ້ງໃຈ​ທີ່​ຈະ​ບໍ່​ຍອມແພ້​ຕໍ່​ການ​ຂົ່ມເຫງ ການ​ກົດ​ດັນ​ແບບ​ແນບ​ນຽນ ການ​ຄິດ​ຫາ​ເຫດຜົນ​ແບບ​ຄົນ​ໃນ​ໂລກ ຄຳ​ຫຼອກລວງ ແລະ​ສິ່ງ​ຕ່າງ​ໆ​ທີ່​ເຮັດ​ໃຫ້​ຫຼົງ​ໄປ. (ອຟຊ. 4:14) ໃຫ້​ເຮົາ​ໜັກແໜ້ນ​ໝັ້ນຄົງ​ຕໍ່​ໆ​ໄປ ຮັກ​ພະ​ເຢໂຫວາ​ແລະ​ເຊື່ອຟັງ​ຄຳ​ສັ່ງ​ຂອງ​ເພິ່ນ​ຢ່າງ​ບໍ່​ຫວັ່ນໄຫວ. ນອກ​ຈາກ​ນັ້ນ ເຮົາ​ຕ້ອງ​ເປັນ​ຄົນ​ມີ​ເຫດຜົນ​ນຳ. ໃນ​ບົດ​ຄວາມ​ຕໍ່​ໄປ​ເຮົາ​ຈະ​ມາ​ເບິ່ງ​ວ່າ ພະ​ເຢໂຫວາ​ກັບ​ພະ​ເຢຊູ​ເປັນ​ຕົວຢ່າງ​ທີ່​ດີ​ທີ່​ສຸດ​ແນວ​ໃດ​ໃນ​ການ​ເປັນ​ຄົນ​ມີ​ເຫດຜົນ.

ເພງ 129 ເຮົາ​ຈະ​ອົດທົນ​ຕໍ່​ໄປ

a ຕັ້ງແຕ່​ສະໄໝ​ຂອງ​ອາດາມ​ແລະ​ເອວາ ຊາຕານ​ພະຍາຍາມ​ເຮັດ​ໃຫ້​ມະນຸດ​ຄິດ​ວ່າ​ລາວ​ຄວນ​ຕັດສິນໃຈ​ເອງ​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ. ທຸກ​ມື້​ນີ້​ຊາຕານ​ກໍ​ຢາກ​ໃຫ້​ເຮົາ​ມີ​ຄວາມ​ຄິດ​ແບບ​ນີ້​ກັບ​ກົດໝາຍ​ຂອງ​ພະ​ເຢໂຫວາ​ແລະ​ການ​ຊີ້ນຳ​ຂອງ​ອົງການ​ຂອງ​ເພິ່ນ. ບົດ​ຄວາມ​ນີ້​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ຄິດ​ຄື​ກັບ​ຄົນ​ໃນ​ໂລກ​ຂອງ​ຊາຕານ​ທີ່​ຢາກ​ຄິດ​ເອງ ຕັດສິນໃຈ​ເອງ ແລະ​ຍັງ​ຊ່ວຍ​ເຮົາ​ໃຫ້​ຕັ້ງໃຈ​ທີ່​ຈະ​ເຊື່ອຟັງ​ແລະ​ຢູ່​ຝ່າຍ​ພະ​ເຢໂຫວາ​ຕໍ່​ໆ​ໄປ.

b ເບິ່ງ​ຂໍ້ມູນ​ກ່ຽວ​ກັບ​ວິທີ​ທີ່​ຄລິດສະຕຽນ​ຈະ​ເຊື່ອຟັງ​ກົດໝາຍ​ຂອງ​ພະເຈົ້າ​ໃນ​ເລື່ອງ​ເລືອດ​ໃນ​ບົດ​ທີ 39 ຂອງ​ປຶ້ມ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!

c ເບິ່ງ​ບົດ​ຄວາມ “ເຈົ້າ​ຈະ​ບໍ່​ຫຼົງ​ເຊື່ອ​ຂໍ້ມູນ​ຜິດ​ໆ​ໄດ້​ແນວ​ໃດ?” ໃນ​ເວັບໄຊ jw.org (ພາສາ​ໄທ)