ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 32

ຮຽນ​ແບບ​ພະ​ເຢໂຫວາ​ເລື່ອງ​ການ​ເປັນ​ຄົນ​ມີ​ເຫດຜົນ

ຮຽນ​ແບບ​ພະ​ເຢໂຫວາ​ເລື່ອງ​ການ​ເປັນ​ຄົນ​ມີ​ເຫດຜົນ

“ໃຫ້​ຄົນ​ອື່ນ​ເຫັນ​ວ່າ​ພວກ​ເຈົ້າ​ເປັນ​ຄົນ​ມີ​ເຫດຜົນ.”—ຟລປ. 4:5

ເພງ 89 ຟັງ ເຮັດ​ຕາມ ແລ້ວ​ຈະ​ໄດ້​ພອນ

ໃຈ​ຄວາມ​ສຳຄັນ a

ເຈົ້າ​ຢາກ​ເປັນ​ຕົ້ນໄມ້​ແບບ​ໃດ? (ເບິ່ງ​ຂໍ້ 1)

1. ຄລິດສະຕຽນ​ຕ້ອງ​ເປັນ​ຄື​ກັບ​ຕົ້ນໄມ້​ແນວ​ໃດ? (ເບິ່ງ​ຮູບພາບ)

 ມີ​ສຸພາສິດ​ໜຶ່ງ​ບອກ​ວ່າ “ຕົ້ນໄມ້​ທີ່​ອ່ອນ​ຕົວ​ຈະ​ບໍ່​ຫັກ​ເມື່ອ​ລົມ​ພັດ​ແຮງ.” ຄຳ​ສຸພາສິດ​ນີ້​ສະແດງ​ເຖິງ​ຄຸນລັກສະນະ​ທີ່​ສຳຄັນ​ຢ່າງ​ໜຶ່ງ​ເພື່ອ​ຕົ້ນໄມ້​ຈະ​ຄົງ​ຢູ່​ດົນ​ໆ​ຕອນ​ທີ່​ເຈິ​ລົມ​ພາຍຸ ເຊິ່ງ​ກໍ​ຄື: ການ​ຍືດຫຍຸ່ນ. ຄລິດສະຕຽນ​ກໍ​ຄື​ກັນ​ຕ້ອງ​ເປັນ​ຄົນ​ຍືດຫຍຸ່ນ​ເພື່ອ​ທີ່​ຈະ​ຮັບ​ໃຊ້​ພະ​ເຢໂຫວາ​ຕໍ່​ໄປ​ໄດ້​ແລະ​ຍັງ​ມີ​ຄວາມ​ສຸກ​ຢູ່. ເຮົາ​ຈະ​ເປັນ​ຄົນ​ແບບ​ນັ້ນ​ໄດ້​ແນວ​ໃດ? ເຮົາ​ຕ້ອງ​ເປັນ​ຄົນ​ມີ​ເຫດຜົນ​ໂດຍ​ພ້ອມ​ທີ່​ຈະ​ປັບ​ຕົວ​ເມື່ອ​ສະພາບການ​ປ່ຽນແປງ ແລະ​ຍອມຮັບ​ຄວາມ​ຄິດ​ແລະ​ການ​ຕັດສິນໃຈ​ຂອງ​ຄົນ​ອື່ນ.

2. ມີ​ຄຸນລັກສະນະ​ຫຍັງ​ແດ່ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ປັບ​ຕົວ​ໄດ້​ເມື່ອ​ເຈິ​ສະພາບການ​ທີ່​ປ່ຽນແປງ​ໃນ​ຊີວິດ ແລະ​ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

2 ຜູ້​ຮັບ​ໃຊ້​ຂອງ​ພະ​ເຢໂຫວາ​ຕ້ອງ​ເປັນ​ຄົນ​ທີ່​ມີ​ເຫດຜົນ ເປັນ​ຄົນ​ຖ່ອມ ແລະ​ເຫັນອົກເຫັນໃຈ. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ນຳ​ກັນ​ວ່າ ຄຸນລັກສະນະ​ນີ້​ຈະ​ຊ່ວຍ​ພີ່​ນ້ອງ​ຄລິດສະຕຽນ​ແນວ​ໃດ​ໃຫ້​ຮັບ​ມື​ໄດ້​ເມື່ອ​ເຈິ​ກັບ​ສະພາບການ​ທີ່​ປ່ຽນແປງ​ໃນ​ຊີວິດ ແລະ​ຄຸນລັກສະນະ​ເຫຼົ່າ​ນີ້​ຈະ​ຊ່ວຍ​ເຮົາ​ແນວ​ໃດ​ໃນ​ທຸກ​ມື້​ນີ້. ແຕ່​ກ່ອນ​ອື່ນ ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ພະ​ເຢໂຫວາ​ກັບ​ພະ​ເຢຊູ​ເປັນ​ແບບ​ຢ່າງ​ທີ່​ດີ​ທີ່​ສຸດ​ແນວໃດ​ໃນ​ການ​ເປັນ​ຄົນ​ມີ​ເຫດຜົນ.

ພະ​ເຢໂຫວາ​ກັບ​ພະ​ເຢຊູ​ເປັນ​ຜູ້​ທີ່​ມີ​ເຫດຜົນ

3. ມີ​ຫຍັງ​ແດ່​ທີ່​ສະແດງ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ທີ່​ມີ​ເຫດຜົນ?

3 ຄຳພີ​ໄບເບິນ​ບອກ​ວ່າ​ພະ​ເຢໂຫວາ​ເປັນ​ຄື​ກັບ “ຫີນ​ຜາ” ເພາະ​ເພິ່ນ​ໜັກແໜ້ນ​ໝັ້ນຄົງ. (ພບຍ. 32:4) ແຕ່​ໃນ​ເວລາ​ດຽວ​ກັນ ພະ​ເຢໂຫວາ​ກໍ​ມີ​ເຫດຜົນ. ເມື່ອ​ສິ່ງ​ຕ່າງໆ​ໃນ​ໂລກ​ປ່ຽນໄປ ພະ​ເຢໂຫວາ​ກໍ​ພ້ອມ​ທີ່​ຈະ​ປັບ​ຕົວ​ຕາມ​ສະພາບການ​ເພື່ອ​ໃຫ້​ຈຸດປະສົງ​ຂອງ​ເພິ່ນ​ສຳເລັດ. ພະ​ເຢໂຫວາ​ສ້າງ​ມະນຸດ​ຕາມ​ແບບ​ຂອງ​ເພິ່ນ ເຮົາ​ເລີຍ​ສາມາດ​ປັບ​ຕົວ​ໄດ້​ເມື່ອ​ເຈິ​ສະພາບການ​ທີ່​ປ່ຽນແປງ​ໃນ​ຊີວິດ. ນອກ​ຈາກ​ນັ້ນ ເພິ່ນ​ໃຫ້​ຫຼັກການ​ທີ່​ຈະ​ແຈ້ງ​ໃນ​ຄຳພີ​ໄບເບິນ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ຕັດສິນໃຈ​ໄດ້​ຢ່າງ​ສະຫຼາດ ບໍ່​ວ່າ​ເຮົາ​ຈະ​ເຈິ​ບັນຫາ​ຫຍັງ​ກໍ​ຕາມ. ຕົວຢ່າງ​ຂອງ​ພະ​ເຢໂຫວາ​ເອງ​ແລະ​ຫຼັກການ​ທີ່​ເພິ່ນ​ໃຫ້​ເປັນ​ຫຼັກຖານ​ວ່າ ເຖິງ​ເພິ່ນ​ຈະ​ເປັນ​ຄື​ກັບ “ຫີນ​ຜາ” ແຕ່​ເພິ່ນ​ກໍ​ເປັນ​ພະເຈົ້າ​ທີ່​ມີ​ເຫດຜົນ.

4. ຕົວຢ່າງ​ຫຍັງ​ທີ່​ສະແດງ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ທີ່​ມີ​ເຫດຜົນ? (ລະບຽບ​ພວກ​ເລວີ 5:7, 11)

4 ວິທີ​ທີ່​ພະ​ເຢໂຫວາ​ປະຕິບັດ​ກັບ​ຄົນ​ອື່ນ​ແມ່ນ​ດີ​ທີ່​ສຸດ​ແລະ​ມີ​ເຫດຜົນ. ເພິ່ນ​ບໍ່​ໄດ້​ເຂັ້ມ​ງວດ​ເກີນ​ໄປ. ຕົວຢ່າງ​ເຊັ່ນ: ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ພະ​ເຢໂຫວາ​ສະແດງ​ຄວາມ​ມີ​ເຫດຜົນ​ກັບ​ຊາດ​ອິດສະຣາເອນ​ແນວໃດ? ພະ​ເຢໂຫວາ​ບໍ່​ໄດ້​ຮຽກ​ຮ້ອງ​ໃຫ້​ທຸກ​ຄົນ​ທີ່​ມີ​ຖານະ​ແຕກຕ່າງ​ກັນ​ບໍ່​ວ່າ​ຄົນ​ຮັ່ງມີ​ຫຼື​ຄົນ​ທຸກຍາກ​ຕ້ອງ​ຖວາຍ​ເຄື່ອງ​ບູຊາ​ແບບ​ດຽວ​ກັນ. ໃນ​ບາງ​ກໍລະນີ ພະ​ເຢໂຫວາ​ກໍ​ໃຫ້​ແຕ່​ລະ​ຄົນ​ຖວາຍ​ເຄື່ອງ​ບູຊາ​ຕາມ​ສະພາບການ​ຂອງ​ໃຜ​ລາວ.—ອ່ານ​ລະບຽບ​ພວກ​ເລວີ 5:7, 11

5. ຕົວຢ່າງ​ຫຍັງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ຖ່ອມ​ແລະ​ເຫັນອົກເຫັນໃຈ?

5 ຄວາມ​ຖ່ອມ​ແລະ​ຄວາມ​ເຫັນອົກເຫັນໃຈ​ຂອງ​ພະ​ເຢໂຫວາ​ກະຕຸ້ນ​ເພິ່ນ​ໃຫ້​ມີ​ເຫດຜົນ. ຕົວຢ່າງ​ເຊັ່ນ: ເຮົາ​ເຫັນ​ວ່າ​ພະ​ເຢໂຫວາ​ຖ່ອມ​ໃຈ​ແທ້​ໆ​ຕອນ​ທີ່​ເພິ່ນ​ກຳລັງ​ຈະ​ທຳລາຍ​ເມືອງ​ໂຊໂດມ. ພະ​ເຢໂຫວາ​ໃຊ້​ທູດສະຫວັນ​ໄປ​ສັ່ງ​ໂລດ​ໃຫ້​ໜີ​ໄປ​ທີ່​ເຂດ​ພູເຂົາ. ແຕ່​ໂລດ​ຢ້ານ​ຫຼາຍ ລາວ​ເລີຍ​ຂໍ​ພະ​ເຢໂຫວາ​ວ່າ​ລາວ​ກັບ​ຄອບຄົວ​ຈະ​ໄປ​ເມືອງ​ໂຊອາ​ເຊິ່ງ​ເປັນ​ເມືອງ​ນ້ອຍ​ໆ. ແຕ່​ແທ້​ໆ​ແລ້ວ​ເມືອງ​ນັ້ນ​ພະ​ເຢໂຫວາ​ກໍ​ຕັ້ງໃຈ​ຈະ​ທຳລາຍ​ຄື​ກັນ. ທີ່ຈິງ​ພະ​ເຢໂຫວາ​ຈະ​ສັ່ງ​ໃຫ້​ໂລດ​ເຮັດ​ຕາມ​ຄຳ​ສັ່ງ​ກໍ​ໄດ້ ແຕ່​ພະ​ເຢໂຫວາ​ກໍ​ຍອມ​ເຮັດ​ຕາມ​ທີ່​ໂລດ​ຂໍ ເຊິ່ງ​ໝາຍ​ຄວາມ​ວ່າ​ເພິ່ນ​ຈະ​ບໍ່​ໄດ້​ທຳລາຍ​ເມືອງ​ໂຊອາ​ຕາມ​ທີ່​ຕັ້ງໃຈ​ໄວ້. (ປຖກ. 19:18-22) ຫຼາຍ​ຮ້ອຍ​ປີ​ຕໍ່​ມາ ພະ​ເຢໂຫວາ​ກໍ​ສະແດງ​ຄວາມ​ເຫັນອົກເຫັນໃຈ​ຕໍ່​ຄົນ​ໃນ​ເມືອງ​ນີເນເວ. ເພິ່ນ​ສົ່ງ​ຜູ້​ພະຍາກອນ​ໂຢນາ​ໃຫ້​ໄປ​ປະກາດ​ວ່າ​ເພິ່ນ​ຈະ​ທຳລາຍ​ເມືອງ​ນີ້. ແຕ່​ເມື່ອ​ຄົນ​ໃນ​ເມືອງ​ນີເນເວ​ກັບໃຈ ພະ​ເຢໂຫວາ​ກໍ​ເຫັນອົກເຫັນໃຈ​ແລະ​ອີ່ຕົນ​ເຂົາ​ເຈົ້າ ເພິ່ນ​ກໍ​ເລີຍ​ບໍ່​ທຳລາຍ​ເມືອງ​ນີ້​ຄື​ກັບ​ທີ່​ຕັ້ງໃຈ​ໄວ້​ໃນ​ຕອນ​ທຳອິດ.—ຢນ. 3:1, 10; 4:10, 11

6. ພະ​ເຢຊູ​ສະແດງ​ຄວາມ​ມີ​ເຫດຜົນ​ຄື​ກັບ​ພະ​ເຢໂຫວາ​ແນວ​ໃດ?

6 ພະ​ເຢຊູ​ຮຽນ​ແບບ​ຄວາມ​ມີ​ເຫດຜົນ​ຂອງ​ພະ​ເຢໂຫວາ​ແທ້​ໆ. ເຖິງ​ວ່າ​ເພິ່ນ​ຈະ​ຖືກ​ສົ່ງ​ລົງ​ມາ​ຢູ່​ເທິງ​ໂລກ​ເພື່ອ​ປະກາດ​ກັບ “ຊາວ​ອິດສະຣາເອນ​ເທົ່າ​ນັ້ນ.” ແຕ່​ເພິ່ນ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ເປັນ​ຄົນ​ມີ​ເຫດຜົນ. ມີ​ເທື່ອ​ໜຶ່ງ ຜູ້​ຍິງ​ທີ່​ບໍ່​ແມ່ນ​ຄົນ​ອິດສະຣາເອນ​ມາ​ຂໍ​ໃຫ້​ພະເຢຊູ​ປິ່ນປົວ​ລູກ​ສາວ​ຂອງ​ລາວ​ທີ່ “ຖືກ​ປີສາດ​ສິງ” ແລະ “ເຈັບປວດທໍລະມານ​ຫຼາຍ.” ພະ​ເຢຊູ​ເຫັນອົກເຫັນໃຈ​ລາວ ເພິ່ນ​ເລີຍ​ເຮັດ​ຕາມ​ທີ່​ຜູ້​ຍິງ​ຄົນ​ນັ້ນ​ຂໍ​ໂດຍ​ປິ່ນປົວ​ລູກ​ສາວ​ຂອງ​ລາວ. (ມທ. 15:21-28) ໃຫ້​ເຮົາ​ມາ​ເບິ່ງ​ອີກ​ຕົວຢ່າງ​ໜຶ່ງ. ພະ​ເຢຊູ​ເຄີຍ​ບອກ​ວ່າ “ຖ້າ​ຜູ້​ໃດ​ປະຕິເສດ​ຂ້ອຍ . . . ຂ້ອຍ​ກໍ​ຈະ​ປະຕິເສດ​ລາວ.” (ມທ. 10:33) ແຕ່​ເມື່ອ​ເປໂຕ​ປະຕິເສດ​ພະ​ເຢຊູ​ເຖິງ​ສາມ​ເທື່ອ ເພິ່ນ​ເຮັດ​ແນວ​ໃດ? ພະ​ເຢຊູ​ຮູ້​ວ່າ​ເປໂຕ​ກັບໃຈ​ແທ້​ໆ​ແລະ​ມີ​ຄວາມ​ເຊື່ອ. ຫຼັງ​ຈາກ​ທີ່​ພະ​ເຢຊູ​ຄືນ​ມາ​ຈາກ​ຕາຍ ເພິ່ນ​ກໍ​ມາ​ຫາ​ເປໂຕ​ແລະ​ຄື​ຊິ​ຮັບຮອງ​ກັບ​ເປໂຕ​ວ່າ​ເພິ່ນ​ໃຫ້​ອະໄພ​ລາວ​ແລ້ວ​ແລະ​ຮັກ​ລາວ​ຫຼາຍ.—ລກ. 24:33, 34

7. ຕາມ​ທີ່​ບອກ​ໄວ້​ໃນ​ຟີລິບປອຍ 4:5 ເຮົາ​ຢາກ​ໃຫ້​ຄົນ​ອື່ນ​ເບິ່ງ​ວ່າ​ເຮົາ​ເປັນ​ຄົນ​ແນວ​ໃດ?

7 ເຮົາ​ໄດ້​ເຫັນ​ແລ້ວ​ວ່າ​ພະ​ເຢໂຫວາ​ກັບ​ພະ​ເຢຊູ​ເປັນ​ຜູ້​ທີ່​ມີ​ເຫດຜົນ. ແລ້ວ​ເຮົາ​ເດ? ພະ​ເຢໂຫວາ​ກໍ​ຢາກ​ໃຫ້​ເຮົາ​ເປັນ​ຄົນ​ມີ​ເຫດຜົນ. (ອ່ານ​ຟີລິບປອຍ 4:5) ຄຳພີ​ໄບເບິນ​ສະບັບ​ໜຶ່ງ​ແປ​ຂໍ້​ນີ້​ວ່າ: “ໃຫ້​ມີ​ຊື່​ສຽງ​ວ່າ​ເປັນ​ຄົນ​ມີ​ເຫດຜົນ.” ໃຫ້​ຖາມ​ຕົວເອງ​ວ່າ: ‘ຄົນ​ອື່ນ​ເບິ່ງ​ວ່າ​ຂ້ອຍ​ເປັນ​ຄົນ​ມີ​ເຫດຜົນ​ແລະ​ຍອມ​ຄົນ​ອື່ນ​ບໍ? ຫຼື​ເຂົາ​ເຈົ້າ​ເບິ່ງ​ວ່າ​ຂ້ອຍ​ເປັນ​ຄົນ​ເຂັ້ມ​ງວດ​ບໍ່​ຍອມ​ໃຜ? ຫຼື​ຂ້ອຍ​ຟັງ​ແລະ​ຍອມຮັບ​ຄວາມ​ຄິດ​ເຫັນ​ຂອງ​ຄົນ​ອື່ນ​ເມື່ອ​ເຫັນ​ວ່າ​ເໝາະ​ສົມ?’ ແຮ່ງ​ເຮົາ​ເປັນ​ຄົນ​ມີ​ເຫດຜົນ​ກໍ​ສະແດງ​ວ່າ​ເຮົາ​ຮຽນ​ແບບ​ພະ​ເຢໂຫວາ​ກັບ​ພະ​ເຢຊູ. ໃຫ້​ເຮົາ​ມາ​ເບິ່ງ​ສະຖານະການ​ສອງ​ຢ່າງ​ທີ່​ເຮັດ​ໃຫ້​ເຫັນ​ວ່າ ການ​ເປັນ​ຄົນ​ມີ​ເຫດຜົນ​ເປັນ​ເລື່ອງ​ສຳຄັນ​ແທ້​ໆ. ນັ້ນ​ກໍ​ຄື: ເມື່ອ​ສະພາບການ​ໃນ​ຊີວິດ​ຂອງ​ເຮົາ​ປ່ຽນແປງ​ແລະ​ເມື່ອ​ຄົນ​ອື່ນ​ຄິດ​ແລະ​ຕັດສິນໃຈ​ບໍ່​ຄື​ກັນ​ກັບ​ເຮົາ.

ເຮົາ​ຕ້ອງ​ເປັນ​ຄົນ​ມີ​ເຫດຜົນ​ເມື່ອ​ສະພາບການ​ໃນ​ຊີວິດ​ຂອງ​ເຮົາ​ປ່ຽນແປງ

8. ການ​ເປັນ​ຄົນ​ມີ​ເຫດຜົນ​ຊ່ວຍ​ເຮົາ​ແນວ​ໃດ​ເມື່ອ​ສະພາບການ​ປ່ຽນແປງ? (ເບິ່ງ​ໄຂເງື່ອນ)

8 ເປັນ​ເລື່ອງ​ສຳຄັນ​ແທ້​ໆ​ທີ່​ເຮົາ​ຕ້ອງ​ເປັນ​ຄົນ​ມີ​ເຫດຜົນ​ເມື່ອ​ສະພາບການ​ໃນ​ຊີວິດ​ຂອງ​ເຮົາ​ປ່ຽນແປງ. ເມື່ອ​ເກີດ​ເຫດການ​ແບບ​ນີ້ ມັນ​ກໍ​ເຮັດ​ໃຫ້​ຊີວິດ​ຂອງ​ເຮົາ​ລຳບາກ​ຂຶ້ນ​ແບບ​ທີ່​ເຮົາ​ບໍ່​ໄດ້​ຕັ້ງຕົວ ເຊັ່ນ: ເຮົາ​ອາດ​ເຈັບ​ປ່ວຍ​ແບບ​ກະທັນຫັນ ປະເທດ​ທີ່​ເຮົາ​ຢູ່​ມີ​ບັນຫາ​ເສດຖະກິດ​ທີ່​ຮ້າຍ​ແຮງ ຫຼື ອາດຈະ​ມີ​ການ​ປ່ຽນແປງ​ທາງ​ການເມືອງ ເຊິ່ງ​ສິ່ງ​ເຫຼົ່າ​ນີ້​ມີ​ຜົນ​ຕໍ່​ຊີວິດ​ຂອງ​ເຮົາ​ໂດຍ​ກົງ. (ຜູ້ປ. 9:11; 1ກຣ. 7:31) ຫຼື​ບາງ​ເທື່ອ​ອາດ​ຖືກ​ປ່ຽນ​ວຽກ​ມອບໝາຍ ຫຼື​ຕ້ອງ​ຍ້າຍ​ໄປ​ເຮັດ​ວຽກ​ຢູ່​ບ່ອນ​ອື່ນ. ນີ້​ອາດ​ເປັນ​ເລື່ອງ​ຍາກ​ສຳລັບ​ເຮົາ​ນຳ. ແຕ່​ບໍ່​ວ່າ​ເຮົາ​ຈະ​ເຈິ​ການ​ປ່ຽນແປງ​ຫຍັງ​ກໍ​ຕາມ ເຮົາ​ກໍ​ພ້ອມ​ທີ່​ຈະ​ປັບ​ຕົວ​ໄດ້​ຖ້າ​ເຮົາ​ເຮັດ​ຕາມ 4 ຂັ້ນ​ຕອນ​ຕໍ່​ໄປ​ນີ້: (1) ຍອມຮັບ​ຄວາມ​ຈິງ (2) ເບິ່ງ​ໄປ​ທີ່​ອະນາຄົດ (3) ມີ​ຄວາມ​ຄິດ​ໃນ​ແງ່​ບວກ ແລະ (4) ເຮັດ​ເພື່ອ​ຄົນ​ອື່ນ. b ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ພີ່​ນ້ອງ​ບາງ​ຄົນ​ທີ່​ໄດ້​ປະໂຫຍດ​ຈາກ​ການ​ເຮັດ​ຕາມ​ຂັ້ນ​ຕອນ​ຕ່າງ​ໆ​ເຫຼົ່າ​ນີ້.

9. ມິດຊັນນາຣີ​ຄູ່​ໜຶ່ງ​ຮັບ​ມື​ກັບ​ບັນຫາ​ທີ່​ບໍ່​ຄາດ​ຄິດ​ໄດ້​ແນວ​ໃດ?

9 ຍອມຮັບ​ຄວາມ​ຈິງ. ພີ່​ນ້ອງ​ເອມານູເອນ​ກັບ​ພີ່​ນ້ອງ​ຟຣານເຈັດຊະກາ​ໄດ້​ຮັບ​ມອບໝາຍ​ໃຫ້​ເປັນ​ມິດຊັນນາຣີ​ໃນ​ຕ່າງ​ປະເທດ. ເມື່ອ​ເຂົາ​ເຈົ້າ​ເລີ່ມ​ຮຽນ​ພາສາ​ໃໝ່​ແລະ​ເລີ່ມ​ຮູ້​ຈັກ​ກັບ​ພີ່​ນ້ອງ​ໃນ​ປະຊາຄົມ​ໃໝ່​ກໍ​ເກີດ​ການ​ລະບາດ​ຂອງ​ພະຍາດ​ໂຄວິດ-19. ນີ້​ຈຶ່ງ​ເຮັດ​ໃຫ້​ເຂົາ​ເຈົ້າ​ກັກ​ໂຕ​ຢູ່​ແຕ່​ໃນ​ເຮືອນ. ຫຼັງ​ຈາກ​ນັ້ນ ແມ່​ຂອງ​ຟຣານເຈັດຊະກາ​ກໍ​ຕາຍ​ຢ່າງ​ກະທັນຫັນ. ລາວ​ຢາກ​ກັບ​ໄປ​ຢູ່​ກັບ​ຄອບຄົວ​ຫຼາຍ ແຕ່​ກໍ​ໄປ​ບໍ່​ໄດ້​ຍ້ອນ​ໂລກລະບາດ. ແລ້ວ​ອັນ​ໃດ​ຊ່ວຍ​ຟຣານເຈັດຊະກາ​ໃຫ້​ຮັບ​ມື​ກັບ​ບັນຫາ​ເຫຼົ່າ​ນີ້​ໄດ້? ຢ່າງ​ທຳອິດ​ທີ່​ເອມານູເອນ​ກັບ​ຟຣານເຈັດຊະກາ​ເຮັດ​ກໍ​ຄື ອະທິດຖານ​ນຳ​ກັນ​ເພື່ອ​ຂໍ​ສະຕິ​ປັນຍາ​ຈາກ​ພະ​ເຢໂຫວາ​ທີ່​ຈະ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ຮັບ​ມື​ກັບ​ບັນຫາ​ໃນ​ແຕ່​ລະ​ມື້​ໄດ້. ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ເຂົາ​ເຈົ້າ​ໃນ​ເວລາ​ທີ່​ເໝາະ​ສົມ​ຜ່ານ​ທາງ​ອົງການ​ຂອງ​ເພິ່ນ ເຊັ່ນ: ເຂົາ​ເຈົ້າ​ໄດ້​ຮັບ​ກຳລັງ​ໃຈ​ຈາກ​ວິດີໂອ​ທີ່​ມີ​ການ​ສຳພາດ​ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ. ພີ່​ນ້ອງ​ຄົນ​ນີ້​ບອກ​ວ່າ: “ຖ້າ​ເຮົາ​ຍອມຮັບ​ສິ່ງ​ທີ່​ເກີດ​ຂຶ້ນ​ໄດ້​ໄວ​ເທົ່າ​ໃດ ເຮົາ​ກໍ​ຈະ​ແຮ່ງ​ກັບ​ມາ​ມີ​ຄວາມ​ສຸກ​ໄດ້​ໄວ ແລະ​ເຮົາ​ກໍ​ຈະ​ໃຊ້​ໂອກາດ​ນີ້​ເພື່ອ​ຮັບ​ໃຊ້​ພະ​ເຢໂຫວາ​ແລະ​ຮັບ​ໃຊ້​ຄົນ​ອື່ນ.” c ຢ່າງ​ທີ​ສອງ ເຂົາ​ເຈົ້າ​ຕັ້ງໃຈ​ທີ່​ຈະ​ປະກາດ​ທາງ​ໂທລະສັບ​ໃຫ້​ເກັ່ງ​ຂຶ້ນ. ນີ້​ເຮັດ​ໃຫ້​ເຂົາ​ເຈົ້າ​ໄດ້​ເລີ່ມ​ນຳ​ການ​ສຶກສາ​ກັບ​ຜູ້​ສົນໃຈ​ໜຶ່ງ​ຄົນ. ແລະ​ຢ່າງ​ທີ​ສາມ ເຂົາ​ເຈົ້າ​ຍອມຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພີ່​ນ້ອງ​ແລະ​ຮູ້​ຄຸນຄ່າ​ພີ່​ນ້ອງ​ທີ່​ຊ່ວຍ​ເຫຼືອ​ເຂົາ​ເຈົ້າ. ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ໃສ່​ໃຈ​ໄດ້​ສົ່ງ​ຂໍ້​ຄວາມ​ແລະ​ຂໍ້​ພະຄຳພີ​ໜຶ່ງ​ຂໍ້​ມາ​ໃຫ້​ເຂົາ​ເຈົ້າ​ທຸກ​ມື້​ເປັນ​ປະຈຳ​ໜຶ່ງ​ປີ. ພວກ​ເຮົາ​ກໍ​ຄື​ກັນ ຖ້າ​ພວກ​ເຮົາ​ຍອມຮັບ​ການ​ປ່ຽນແປງ ພວກ​ເຮົາ​ກໍ​ຈະ​ມີ​ຄວາມ​ສຸກ​ກັບ​ສິ່ງ​ທີ່​ເຮົາ​ເຮັດ​ໄດ້.

10. ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ຮັບ​ມື​ກັບ​ການ​ປ່ຽນແປງ​ຄັ້ງ​ໃຫຍ່​ໃນ​ຊີວິດ​ໄດ້​ແນວ​ໃດ?

10 ເບິ່ງ​ໄປ​ທີ່​ອະນາຄົດ​ແລະ​ມີ​ຄວາມ​ຄິດ​ໃນ​ແງ່​ບວກ. ຄຣິດ​ສະຕິ​ນາ​ພີ່​ນ້ອງ​ຍິງ​ຄົນ​ຣູມານີ​ທີ່​ອາໄສ​ຢູ່​ໃນ​ປະເທດ​ຍີ່ປຸ່ນ ລາວ​ຮູ້ສຶກ​ທໍ້ໃຈ​ຕອນ​ທີ່​ມີ​ການ​ຍຸບ​ປະຊາຄົມ​ພາສາ​ອັງກິດ​ທີ່​ລາວ​ສົມທົບ​ຢູ່. ແຕ່​ລາວ​ກໍ​ບໍ່​ໄດ້​ຍຶດ​ຕິດ​ຢູ່​ກັບ​ອະດີດ. ລາວ​ຕັດສິນໃຈ​ສົມທົບ​ກັບ​ປະຊາຄົມ​ພາສາ​ຍີ່ປຸ່ນ​ແລະ​ພະຍາຍາມ​ສຸດ​ຄວາມ​ສາມາດ​ທີ່​ຈະ​ປະກາດ​ໃນ​ພາສາ​ຍີ່ປຸ່ນ. ຄຣິດ​ສະຕິ​ນາ​ຂໍ​ໃຫ້​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ເຄີຍ​ເຮັດ​ວຽກ​ນຳ​ກັນ​ມາ​ສອນ​ພາສາ​ຍີ່ປຸ່ນ​ໃຫ້​ລາວ​ໂດຍ​ໃຊ້​ຄຳພີ​ໄບເບິນ​ແລະ​ຈຸນລະສານ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ຜູ້​ຍິງ​ຄົນ​ນັ້ນ​ກໍ​ຕອບ​ຕົກ​ລົງ. ນີ້​ຈຶ່ງ​ເຮັດ​ໃຫ້​ຄຣິດ​ສະຕິ​ນາ​ເວົ້າ​ພາສາ​ຍີ່ປຸ່ນ​ໄດ້​ດີ​ຂຶ້ນ​ແລະ​ຜູ້​ຍິງ​ຄົນ​ນັ້ນ​ກໍ​ເລີ່ມ​ສົນໃຈ​ຄຳພີ​ໄບເບິນ. ເມື່ອ​ເຮົາ​ເບິ່ງ​ໄປ​ທີ່​ອະນາຄົດ​ແລະ​ຄິດ​ໃນ​ແງ່​ບວກ ການ​ປ່ຽນແປງ​ແບບ​ທີ່​ບໍ່​ຄາດ​ຄິດ​ກໍ​ອາດ​ຈະ​ເຮັດ​ໃຫ້​ເຮົາ​ເຈິ​ສິ່ງ​ດີ​ໆ​ໃນ​ແບບ​ທີ່​ບໍ່​ຄາດ​ຄິດ​ກໍ​ໄດ້.

11. ຄູ່​ຜົວ​ເມຍ​ໜຶ່ງ​ໄດ້​ຮັບ​ມື​ແນວ​ໃດ​ຕອນ​ທີ່​ມີ​ບັນຫາ​ທາງ​ດ້ານ​ເສດຖະກິດ?

11 ເຮັດ​ສິ່ງ​ຕ່າງ​ໆ​ເພື່ອ​ຄົນ​ອື່ນ. ພີ່​ນ້ອງ​ຄູ່​ຜົວ​ເມຍ​ໜຶ່ງ​ຢູ່​ໃນ​ປະເທດ​ທີ່​ວຽກ​ຂອງ​ເຮົາ​ຖືກ​ສັ່ງ​ຫ້າມ ເຂົາ​ເຈົ້າ​ເລີ່ມ​ມີ​ບັນຫາ​ທາງ​ດ້ານ​ການ​ເງິນ​ຕອນ​ທີ່​ລະບົບ​ເສດຖະກິດ​ລົ້ມລະລາຍ. ແລ້ວ​ເຂົາ​ເຈົ້າ​ໄດ້​ປັບ​ຕົວ​ແນວ​ໃດ? ຢ່າງ​ທຳອິດ ເຂົາ​ເຈົ້າ​ພະຍາຍາມ​ໃຊ້​ຊີວິດ​ແບບ​ພໍ​ພຽງ​ແທນ​ທີ່​ຈະ​ຄິດ​ເຖິງ​ແຕ່​ບັນຫາ​ຂອງ​ຕົວເອງ. ເຂົາ​ເຈົ້າ​ໄດ້​ຕັດສິນໃຈ​ທີ່​ຈະ​ພະຍາຍາມ​ຊ່ວຍ​ເຫຼືອ​ຄົນ​ອື່ນ​ໂດຍ​ໄປ​ປະກາດ​ຫຼາຍ​ຂຶ້ນ. (ກຈກ. 20:35) ຜູ້​ທີ່​ເປັນ​ຜົວ​ບອກ​ວ່າ “ເມື່ອ​ເຮົາ​ເຮັດ​ວຽກ​ປະກາດ​ຫຼາຍ​ຂຶ້ນ​ເຮັດ​ໃຫ້​ເຮົາ​ບໍ່​ໄດ້​ໃຊ້​ເວລາ​ຫຼາຍ​ໃນ​ການ​ຄິດ​ໃນ​ແງ່​ລົບ​ເລື່ອງ​ບັນຫາ​ຂອງ​ຕົວເອງ ແຕ່​ເຮົາ​ມີ​ເວລາ​ຫຼາຍ​ຂຶ້ນ​ທີ່​ຈະ​ຄິດ​ເຖິງ​ຄວາມ​ຕ້ອງ​ການ​ຂອງ​ພະ​ເຢໂຫວາ.” ດັ່ງ​ນັ້ນ ເມື່ອ​ສະພາບການ​ຂອງ​ເຮົາ​ປ່ຽນ​ໄປ​ເຮົາ​ຄວນ​ຈື່​ໄວ້​ວ່າ ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຕ້ອງ​ຊ່ວຍ​ເຫຼືອ​ຄົນ​ອື່ນ​ຕໍ່​ໆ​ໄປ​ໂດຍ​ສະເພາະ​ການເຮັດວຽກ​ປະກາດ.

12. ຕົວຢ່າງ​ຂອງ​ໂປໂລ​ຊ່ວຍ​ເຮົາ​ໃຫ້​ປັບ​ຕົວ​ແນວ​ໃດ​ເມື່ອ​ເຮົາ​ປະກາດ?

12 ເມື່ອ​ເຮົາ​ເຮັດ​ວຽກ​ປະກາດ​ເຮົາ​ຕ້ອງ​ຜ່ອນ​ສັ້ນ​ຜ່ອນ​ຍາວ ເພາະ​ວ່າ​ເຮົາ​ເຈິ​ກັບ​ຄົນ​ທີ່​ມີ​ຄວາມ​ເຊື່ອ​ແຕກຕ່າງ​ກັນ ຄິດ​ບໍ່​ຄື​ກັນ ແລະ​ມີ​ວັດທະນະທຳ​ທີ່​ແຕກຕ່າງ​ກັນ. ອັກຄະສາວົກ​ໂປໂລ​ກໍ​ເປັນ​ຄົນ​ທີ່​ພ້ອມ​ຈະ​ປັບ​ຕົວ ແລະ​ເຮົາ​ກໍ​ສາມາດ​ຮຽນ​ຈາກ​ຕົວຢ່າງ​ຂອງ​ລາວ​ໄດ້. ພະ​ເຢຊູ​ແຕ່ງຕັ້ງ​ໃຫ້​ໂປໂລ​ເປັນ “ອັກຄະສາວົກ​ທີ່​ຖືກ​ສົ່ງ​ໄປ​ຫາ​ຄົນ​ຕ່າງ​ຊາດ.” (ຣມ. 11:13) ດັ່ງນັ້ນ ໂປໂລ​ປະກາດ​ກັບ​ທັງ​ຄົນ​ຢິວ ຄົນ​ກຣີກ ປັນຍາ​ຊົນ ສາມັນຊົນ ເຈົ້າ​ໜ້າທີ່​ລັດ ແລະ​ກະສັດ. ເພື່ອ​ທີ່​ໂປໂລ​ຈະ​ປະກາດໃນແບບ​ທີ່​ເຂົ້າເຖິງ​ຫົວໃຈ​ຂອງ​ຄົນ​ທີ່​ມີ​ຄວາມ​ແຕກ​ຕ່າງ​ຫຼາຍ​ຂະໜາດ​ນັ້ນ​ໄດ້ ລາວ​ໄດ້​ຍອມ​ປັບ​ຕົວ “ເປັນ​ຄົນ​ທຸກ​ຊະນິດ.” (1ກຣ. 9:19-23) ລາວ​ຄິດ​ເຖິງ​ຄວາມ​ເຊື່ອ​ແລະ​ວັດທະນະທຳ​ຂອງ​ຜູ້​ຟັງ​ແລະ​ປັບ​ວິທີ​ທີ່​ຈະ​ປະກາດ​ກັບ​ເຂົາ​ເຈົ້າ. ພວກ​ເຮົາ​ສາມາດ​ເຮັດ​ແບບ​ນັ້ນ​ໄດ້​ຄື​ກັນ. ເພື່ອ​ທີ່​ເຮົາ​ຈະ​ເຮັດ​ວຽກ​ຮັບ​ໃຊ້​ໄດ້​ເກັ່ງ​ຂຶ້ນ ເຮົາ​ກໍ​ຕ້ອງ​ພ້ອມ​ທີ່​ຈະ​ປັບ​ຕົວ​ແລະ​ພະຍາຍາມ​ຫາ​ວິທີ​ທີ່​ດີ​ທີ່​ສຸດ​ທີ່​ຈະ​ປະກາດ​ໃຫ້​ເໝາະ​ກັບ​ຜູ້​ຟັງ​ແຕ່​ລະ​ຄົນ.

ຍອມຮັບ​ຄວາມ​ຄິດ​ຂອງ​ຄົນ​ອື່ນ

ຖ້າ​ເຮົາ​ເປັນ​ຄົນ​ມີ​ເຫດຜົນ ເຮົາ​ຈະ​ຍອມຮັບ​ຄວາມ​ຄິດ​ຂອງ​ຄົນ​ອື່ນ (ເບິ່ງ​ຂໍ້ 13)

13. ຕາມ​ທີ່​ບອກ​ໄວ້​ໃນ 1 ໂກຣິນໂທ 8:9 ຖ້າ​ເຮົາ​ຍອມຮັບ​ຄວາມ​ຄິດ​ຂອງ​ຄົນ​ອື່ນ ເຮົາ​ຈະ​ຫຼີກລ່ຽງ​ສິ່ງ​ທີ່​ເປັນ​ອັນຕະລາຍ​ຫຍັງ?

13 ຄົນ​ທີ່​ມີ​ເຫດຜົນ​ຈະ​ຍອມຮັບ​ຄວາມ​ຄິດ​ຂອງ​ຄົນ​ອື່ນ. ຕົວຢ່າງເຊັ່ນ: ພີ່​ນ້ອງ​ຍິງ​ບາງ​ຄົນ​ມັກ​ແຕ່ງ​ໜ້າ ແຕ່​ບາງ​ຄົນ​ກໍ​ບໍ່​ມັກ​ແຕ່ງ​ໜ້າ​ເລີຍ. ພີ່ນ້ອງ​ບາງ​ຄົນ​ກິນ​ເຫຼົ້າ​ພໍ​ປະມານ ແຕ່ບາງ​ຄົນ​ກໍ​ຕັດສິນໃຈ​ທີ່​ຈະ​ບໍ່​ກິນ​ເຫຼົ້າ​ເລີຍ. ນອກ​ຈາກ​ນັ້ນ ພີ່ນ້ອງ​ທຸກ​ຄົນຢາກມີ​ສຸຂະພາບ​ທີ່​ແຂງແຮງ​ດີ ແຕ່​ກໍ​ເລືອກ​ວິທີ​ເບິ່ງແຍງ​ສຸຂະພາບ​ບໍ່​ຄື​ກັນ. ຖ້າ​ເຮົາ​ຄິດ​ວ່າ​ຄວາມ​ຄິດ​ຂອງ​ເຮົາ​ດີ​ທີ່​ສຸດ​ແລະ​ພະຍາຍາມ​ເຮັດ​ໃຫ້​ຄົນ​ອື່ນ​ໃນ​ປະຊາຄົມ​ເຮັດ​ຕາມ ເຮົາ​ອາດ​ເຮັດ​ໃຫ້ບາງ​ຄົນ​ບໍ່​ສະບາຍໃຈ​ແລະ​ເຮັດ​ໃຫ້ປະຊາຄົມ​ແຕກ​ແຍກ​ໄດ້. ເຮົາຄືຊິບໍ່ຢາກໃຫ້ເປັນແບບນັ້ນ! (ອ່ານ 1 ໂກຣິນໂທ 8:9; 10:23, 24) ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ສອງ​ເລື່ອງ​ນຳ​ກັນ​ທີ່​ສະແດງ​ວ່າ ການ​ເອົາ​ຫຼັກການ​ໃນ​ຄຳພີ​ໄບເບິນ​ມາ​ໃຊ້​ຈະ​ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ມີ​ເຫດຜົນ​ແລະ​ເຮັດ​ໃຫ້​ມີ​ສັນຕິສຸກ​ໃນ​ປະຊາຄົມ​ແນວ​ໃດ.

ຖ້າ​ເຮົາ​ເປັນ​ຄົນ​ມີ​ເຫດຜົນ ເຮົາ​ຈະ​ຍອມຮັບ​ຄວາມ​ຄິດ​ຂອງ​ຄົນ​ອື່ນ (ເບິ່ງ​ຂໍ້ 14)

14. ໃນ​ຄຳພີ​ໄບເບິນ​ມີ​ຫຼັກການ​ຫຍັງ​ແດ່ທີ່​ຊ່ວຍ​ເຮົາ​ໃນ​ເລື່ອງ​ການ​ແຕ່ງ​ໂຕ​ແລະ​ຊົງ​ຜົມ?

14 ການ​ແຕ່ງ​ໂຕ​ແລະ​ຊົງ​ຜົມ. ພະ​ເຢໂຫວາ​ບໍ່​ໄດ້​ຕັ້ງ​ກົດ​ຕາຍ​ໂຕ​ໃນ​ເລື່ອງ​ນີ້ ແຕ່​ເພິ່ນ​ກໍ​ໄດ້​ໃຫ້​ຫຼັກການ​ກັບ​ເຮົາ. ເຮົາ​ຕ້ອງ​ແຕ່ງ​ໂຕ​ແບບ​ທີ່​ເໝາະ​ສົມ​ກັບ​ການ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພະເຈົ້າ. ການ​ແຕ່ງ​ໂຕ​ຂອງ​ເຮົາ​ຄວນ​ເຮັດ​ໃຫ້​ຄົນ​ອື່ນ​ເຫັນ​ວ່າ ເຮົາ​ເປັນ​ຄົນ​ມີ​ເຫດຜົນ ສະຫງ່ຽມ​ຈຽມຕົວ ແລະ “ມີ​ສະຕິ​ດີ.” (1ຕມ. 2:9, 10; 1ປຕ. 3:3) ດັ່ງນັ້ນ ເຮົາ​ຈະ​ບໍ່​ແຕ່ງ​ໂຕ​ແບບ​ທີ່​ເຮັດ​ໃຫ້​ຄົນ​ອື່ນ​ສົນໃຈ​ທີ່​ຕົວ​ເຮົາ​ຫຼາຍ​ເກີນ​ໄປ. ຫຼັກການ​ໃນ​ຄຳພີ​ໄບເບິນ​ຍັງ​ຊ່ວຍ​ຜູ້​ດູແລ​ບໍ່​ໃຫ້​ຕັ້ງ​ກົດ​ຂຶ້ນ​ມາ​ເອງ​ວ່າ​ພີ່​ນ້ອງ​ຕ້ອງ​ແຕ່ງ​ໂຕ​ແນວ​ໃດ​ແລະ​ມີ​ຊົງ​ຜົມ​ແບບ​ໃດ. ຕົວຢ່າງ​ເຊັ່ນ: ໃນ​ປະຊາຄົມ​ໜຶ່ງ​ມີ​ພີ່​ນ້ອງ​ຊາຍ​ທີ່​ເປັນ​ໄວລຸ້ນ​ຫຼາຍ​ຄົນ​ຕັດ​ຊົງຜົມ​ທີ່​ກຳລັງ​ຮິດ ເຖິງ​ມັນ​ຈະ​ສັ້ນ​ແຕ່​ເບິ່ງ​ແລ້ວ​ກໍ​ບໍ່​ຄ່ອຍ​ຮຽບຮ້ອຍປານໃດ ຖ້າ​ຜູ້​ດູແລ​ຢາກ​ຈະ​ຊ່ວຍ​ລາວ ເຂົາເຈົ້າ​ຈະ​ເຮັດ​ແນວໃດ​ເພື່ອ​ຈະ​ບໍ່​ເປັນ​ການ​ຕັ້ງ​ກົດ? ຜູ້​ດູແລ​ໝວດ​ແນະນຳ​ຜູ້​ດູແລ​ວ່າ​ເຂົາ​ເຈົ້າ​ອາດຈະ​ຕ້ອງ​ລົມ​ກັບ​ໄວລຸ້ນ​ເຫຼົ່າ​ນີ້​ວ່າ “ຖ້າ​ເຈົ້າ​ເຮັດ​ສ່ວນ​ເທິງ​ເວທີ​ແລ້ວ​ພີ່​ນ້ອງ​ເບິ່ງ​ແຕ່​ການ​ແຕ່ງ​ໂຕ​ແລະ​ຊົງ​ຜົມ​ຂອງ​ເຈົ້າ​ແທນ​ທີ່​ຈະ​ສົນໃຈ​ສິ່ງ​ທີ່​ເຈົ້າ​ເວົ້າ ກໍ​ສະແດງ​ວ່າ​ເຈົ້າ​ກຳລັງ​ມີ​ບັນຫາ​ເລື່ອງ​ການ​ແຕ່ງ​ໂຕ​ແລະ​ຊົງ​ຜົມ.” ການ​ອະທິບາຍ​ແບບ​ງ່າຍ​ໆ​ນີ້​ຊ່ວຍ​ພີ່​ນ້ອງ​ໄວລຸ້ນ​ໃຫ້​ຮູ້​ວ່າ​ເຂົາ​ເຈົ້າ​ຄວນ​ເຮັດ​ແນວ​ໃດ​ແລະ​ຜູ້​ດູແລ​ກໍ​ບໍ່​ຄວນ​ຕັ້ງ​ກົດ​ຂຶ້ນ​ມາ​ເອງ. d

ຖ້າ​ເຮົາ​ເປັນ​ຄົນ​ມີ​ເຫດຜົນ ເຮົາ​ຈະ​ຍອມຮັບ​ຄວາມ​ຄິດ​ຂອງ​ຄົນ​ອື່ນ (ເບິ່ງ​ຂໍ້ 15)

15. ຫຼັກການ​ໃນ​ຄຳພີ​ໄບເບິນ​ຂໍ້​ໃດ​ແດ່​ຊ່ວຍ​ເຮົາ​ໃນ​ການ​ຕັດສິນໃຈ​ກ່ຽວ​ກັບ​ການ​ເບິ່ງແຍງ​ສຸຂະພາບ? (ໂຣມ 14:5)

15 ການ​ເບິ່ງແຍງ​ສຸຂະພາບ. ຄລິດສະຕຽນ​ແຕ່​ລະ​ຄົນ​ຕ້ອງ​ຕັດສິນໃຈ​ເອົາ​ເອງ​ວ່າ​ຈະ​ເບິ່ງແຍງ​ສຸຂະພາບ​ຂອງ​ຕົວເອງ​ແນວ​ໃດ. (ຄລຕ. 6:5) ຄຳພີ​ໄບເບິນ​ມີ​ບໍ່​ເທົ່າ​ໃດ​ຂໍ້​ທີ່​ຊ່ວຍ​ຄລິດສະຕຽນ​ໃນ​ເລື່ອງ​ວິທີ​ເບິ່ງແຍງ​ສຸຂະພາບ ເຊິ່ງ​ກໍ​ຄື: ຄຳ​ສັ່ງ​ຫ້າມ​ໃສ່​ເລືອດ​ແລະ​ຫ້າມ​ກ່ຽວ​ຂ້ອງ​ກັບ​ປີສາດ. (ກຈກ. 15:20; ຄລຕ. 5:19, 20) ນອກ​ຈາກ​ເລື່ອງ​ເຫຼົ່າ​ນີ້​ແລ້ວ ເຮົາ​ກໍ​ຕ້ອງ​ຕັດສິນໃຈ​ເອົາ​ເອງ​ວ່າ​ຈະ​ເບິ່ງແຍງ​ສຸຂະພາບ​ຂອງ​ເຮົາ​ແນວ​ໃດ. ພີ່​ນ້ອງ​ບາງ​ຄົນ​ເລືອກ​ທີ່​ຈະ​ປິ່ນປົວແລະ​ຮັກສາ​ສຸຂະພາບ​ຕາມ​ວົງການ​ການ​ແພດ​ເທົ່າ​ນັ້ນ ສ່ວນ​ບາງ​ຄົນ​ກໍ​ເລືອກ​ວິທີ​ອື່ນ. ບໍ່​ວ່າ​ເຮົາ​ເອງ​ຈະ​ມັກ​ການ​ປິ່ນປົວ​ແລະ​ຮັກສາ​ສຸຂະພາບ​ແບບ​ໃດ​ແບບ​ໜຶ່ງ​ເປັນ​ພິເສດ ແຕ່​ເຮົາ​ຕ້ອງ​ນັບຖື​ສິດ​ໃນ​ການ​ຕັດສິນໃຈ​ຂອງ​ຄົນ​ອື່ນ​ທີ່​ຈະ​ເລືອກ​ເອງ​ວ່າ​ຈະ​ປິ່ນປົວ​ແລະ​ຮັກສາ​ແບບ​ໃດ. ດັ່ງນັ້ນ ຈຸດ​ຕໍ່​ໄປ​ນີ້​ຈະ​ຊ່ວຍ​ເຮົາ​ເລື່ອງ​ບັນຫາ​ນີ້: (1) ມີ​ແຕ່​ການ​ປົກຄອງ​ຂອງ​ພະເຈົ້າ​ເທົ່າ​ນັ້ນ​ທີ່​ຈະ​ແກ້ໄຂ​ແລະ​ປິ່ນປົວ​ພະຍາດ​ທຸກ​ຢ່າງ​ຢ່າງ​ຖາວອນ. (ອຊຢ. 33:24) (2) ຄລິດສະຕຽນ​ແຕ່​ລະ​ຄົນ​ຕ້ອງ “ໝັ້ນ​ໃຈ” ສິ່ງ​ທີ່​ຕົວເອງ​ເລືອກ. (ອ່ານ​ໂຣມ 14:5) (3) ເຮົາ​ຈະ​ບໍ່​ຕັດສິນ​ຄົນ​ອື່ນ ຫຼື​ເຮັດ​ໃຫ້​ຄົນ​ອື່ນ​ຫຼົງ​ເຮັດ​ຜິດ​ແລ້ວ​ຖິ້ມ​ຄວາມ​ເຊື່ອ. (ຣມ. 14:13) (4) ຄລິດສະຕຽນ​ສະແດງ​ຄວາມ​ຮັກ​ກັບ​ພີ່​ນ້ອງ ແລະ​ເຖິງ​ວ່າ​ເຮົາ​ຈະ​ມີ​ສິດ​ທີ່​ຈະ​ເລືອກ​ການ​ເບິ່ງແຍງ​ສຸຂະພາບ​ຂອງ​ເຮົາ​ເອງ ແຕ່​ເຮົາ​ຈະ​ບໍ່​ໃຫ້​ເລື່ອງ​ນີ້​ສຳຄັນ​ກວ່າ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໃນ​ປະຊາຄົມ. (ຣມ. 14:15, 19, 20) ຖ້າ​ເຮົາ​ຈື່​ຈຸດ​ສຳຄັນ​ເຫຼົ່າ​ນີ້ ເຮົາ​ກໍ​ຈະ​ມີ​ສາຍສຳພັນ​ທີ່​ໃກ້ຊິດ​ກັບ​ພີ່​ນ້ອງ​ແລະ​ເຮັດ​ໃຫ້​ປະຊາຄົມ​ມີ​ສັນຕິສຸກ.

ຖ້າ​ເຮົາ​ເປັນ​ຄົນ​ມີ​ເຫດຜົນ ເຮົາ​ຈະ​ຍອມຮັບ​ຄວາມ​ຄິດ​ຂອງ​ຄົນ​ອື່ນ (ເບິ່ງ​ຂໍ້ 16)

16. ຜູ້​ດູແລ​ຈະ​ສະແດງ​ວ່າ​ເປັນ​ຄົນ​ມີ​ເຫດຜົນ​ແນວ​ໃດ​ຕອນ​ທີ່​ເຮັດ​ວຽກ​ກັບ​ຜູ້​ດູແລ​ຄົນ​ອື່ນ? (ເບິ່ງ​ຮູບພາບ)

16 ຜູ້​ດູແລ​ຕ້ອງ​ເປັນ​ຕົວຢ່າງ​ທີ່​ດີ​ໃນ​ເລື່ອງ​ການ​ເປັນ​ຄົນ​ມີ​ເຫດຜົນ. (1ຕມ. 3:2, 3) ຕົວຢ່າງ​ເຊັ່ນ ຜູ້​ດູແລ​ຈະ​ບໍ່​ຄິດ​ວ່າ​ຜູ້​ດູແລ​ຄົນ​ອື່ນ​ຕ້ອງ​ເຫັນດີ​ກັບ​ຄວາມ​ຄິດ​ຂອງ​ລາວ​ຍ້ອນ​ວ່າ​ລາວ​ອາຍຸ​ຫຼາຍ​ກວ່າ. ຜູ້​ດູແລ​ຕ້ອງ​ຈື່​ໄວ້​ວ່າ ພະ​ເຢໂຫວາ​ສາມາດ​ໃຊ້​ພະລັງ​ບໍລິສຸດ​ເພື່ອ​ຊ່ວຍ​ຜູ້​ດູແລ​ຄົນ​ໃດ​ກໍ​ໄດ້​ໃຫ້​ເວົ້າ​ໃນ​ສິ່ງ​ທີ່​ຈະ​ຊ່ວຍ​ໃຫ້​ຜູ້​ດູແລ​ທັງ​ຄະນະ​ຕັດສິນໃຈ​ໄດ້​ຢ່າງ​ສະຫຼາດ. ແລະ​ຖ້າ​ຜູ້​ດູແລ​ສ່ວນ​ໃຫຍ່​ໃນ​ຄະນະ​ເຫັນດີ​ກັບ​ເລື່ອງ​ໜຶ່ງ​ທີ່​ບໍ່​ໄດ້​ຜິດ​ຕໍ່​ຫຼັກການ​ໃນ​ຄຳພີ​ໄບເບິນ ຜູ້​ດູແລ​ທີ່​ມີ​ເຫດຜົນ​ກໍ​ຈະ​ຍອມຮັບ​ການ​ຕັດສິນໃຈ​ແບບ​ນັ້ນ ເຖິງ​ວ່າ​ລາວ​ເອງ​ຈະ​ບໍ່​ເຫັນດີ​ນຳ​ກໍ​ຕາມ.

ປະໂຫຍດ​ຂອງ​ການ​ເປັນ​ຄົນ​ມີ​ເຫດຜົນ

17. ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ແດ່​ຖ້າ​ເຮົາ​ເປັນ​ຄົນ​ທີ່​ມີ​ເຫດຜົນ?

17 ຖ້າ​ເຮົາ​ເປັນ​ຄົນ​ມີ​ເຫດຜົນ ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ຢ່າງ. ເຮົາ​ຈະ​ມີ​ສາຍສຳພັນ​ທີ່​ດີ​ກັບ​ຄົນ​ອື່ນ​ແລະ​ປະຊາຄົມ​ຈະ​ມີ​ຄວາມ​ສະຫງົບສຸກ. ນອກ​ຈາກ​ນັ້ນ ເຮົາ​ມີ​ຄວາມ​ສຸກ​ທີ່​ໄດ້​ນະມັດສະການ​ພະ​ເຢໂຫວາ​ຢ່າງ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ກັບ​ພີ່​ນ້ອງ​ທີ່​ມີ​ວັດທະນະທຳ​ທີ່​ຫຼາກຫຼາຍ​ແລະ​ບຸກຄະລິກ​ທີ່​ແຕກຕ່າງ​ກັນ. ສຳຄັນ​ທີ່​ສຸດ​ແມ່ນ​ເຮົາ​ມີ​ຄວາມ​ສຸກ​ທີ່​ຮູ້​ວ່າ ເຮົາ​ກຳລັງ​ຮຽນ​ແບບ​ພະ​ເຢໂຫວາ​ພະເຈົ້າ​ທີ່​ມີ​ເຫດຜົນ.

ເພງ 90 ໃຫ້​ກຳລັງ​ໃຈ​ກັນ​ແລະ​ກັນ

a ພະ​ເຢໂຫວາ​ກັບ​ພະ​ເຢຊູ​ເປັນ​ຜູ້​ທີ່​ມີ​ເຫດຜົນ ແລະ​ເພິ່ນ​ກໍ​ຢາກ​ໃຫ້​ເຮົາ​ເປັນ​ຄົນ​ມີ​ເຫດຜົນ​ຄື​ກັນ. ຖ້າ​ເຮົາ​ເປັນ​ຄົນ​ມີ​ເຫດຜົນ ມັນ​ກໍ​ຈະ​ເປັນ​ເລື່ອງ​ງ່າຍ​ສຳລັບ​ເຮົາ​ທີ່​ຈະ​ປັບ​ຕົວ​ເມື່ອ​ເຈິ​ການ​ປ່ຽນແປງ​ໃນ​ຊີວິດ ເຊັ່ນ: ເມື່ອ​ເຮົາ​ມີ​ບັນຫາ​ສຸຂະພາບ​ຫຼື​ເມື່ອ​ເຮົາ​ມີ​ບັນຫາ​ເລື່ອງ​ການ​ເງິນ. ນອກ​ຈາກ​ນັ້ນ ເມື່ອ​ເຮົາ​ເປັນ​ຄົນ​ມີ​ເຫດຜົນ ເຮົາ​ຈະ​ສົ່ງເສີມ​ຄວາມ​ສະຫງົບສຸກ​ແລະ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໃນ​ປະຊາຄົມ.

b ເບິ່ງ​ບົດ​ຄວາມ “ຂ້ອຍ​ຈະ​ຮັບ​ມື​ກັບ​ການ​ປ່ຽນແປງ​ໄດ້​ແນວ​ໃດ?” ໃນ​ຕື່ນເຖິດ! ສະບັບ​ທີ 4 ປີ 2016 (ພາສາ​ໄທ)

c ໃຫ້​ເບິ່ງ​ວິດີໂອ​ສຳພາດ​ພີ່​ນ້ອງ​ດະມິຕຣີ ມິໄຮລອບ​ໃນ​ບົດ​ຄວາມ​ພະ​ເຢໂຫວາ​ປ່ຽນ​ການ​ຂົ່ມເຫງ​ໃຫ້​ເປັນ​ການ​ປະກາດ ເດືອນ​ມີນາ-ເມສາ ປີ 2021 ໃນ​ຄູ່​ມື​ປະຊຸມ​ຊີວິດ​ແລະ​ວຽກ​ຮັບ​ໃຊ້

d ເບິ່ງ​ຂໍ້ມູນ​ເພີ່ມເຕີມ​ໃນ​ປຶ້ມ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດ 52 ເລື່ອງ​ການ​ແຕ່ງ​ໂຕ