ບົດຄວາມສຶກສາທີ 29
ເຈົ້າກຽມພ້ອມແລ້ວບໍສຳລັບຄວາມທຸກລຳບາກຄັ້ງໃຫຍ່?
“ພວກເຈົ້າກໍຕ້ອງກຽມພ້ອມແບບນັ້ນ.”—ມທ. 24:44
ເພງ 150 ຈົ່ງຊອກຫາພະເຈົ້າເພື່ອເຈົ້າຈະລອດ
ໃຈຄວາມສຳຄັນ a
1. ເປັນຫຍັງຈຶ່ງສະຫຼາດທີ່ຈະກຽມຕົວໃຫ້ພ້ອມກ່ອນທີ່ຈະເກີດໄພພິບັດ?
ການກຽມຕົວໃຫ້ພ້ອມຊ່ວຍໃຫ້ລອດຊີວິດໄດ້ ເຊັ່ນ: ເມື່ອເກີດໄພພິບັດ ຄົນທີ່ກຽມຕົວໃຫ້ພ້ອມມີໂອກາດທີ່ຈະລອດຊີວິດແລະສາມາດຊ່ວຍຄົນອື່ນໄດ້ຫຼາຍກວ່າ. ອົງການຊ່ວຍເຫຼືອດ້ານມະນຸດສະທຳໃນເອີຣົບບອກວ່າ: “ການກຽມຕົວຢ່າງດີສາມາດຊ່ວຍຊີວິດໃຫ້ລອດໄດ້.”
2. ເປັນຫຍັງເຮົາຄວນກຽມຕົວໃຫ້ພ້ອມສຳລັບຄວາມທຸກລຳບາກຄັ້ງໃຫຍ່? (ມັດທາຍ 24:44)
2 “ຄວາມທຸກລຳບາກຄັ້ງໃຫຍ່” ຈະເກີດຂຶ້ນຢ່າງກະທັນຫັນ. (ມທ. 24:21) ແຕ່ມັນຈະຕ່າງຈາກໄພພິບັດອື່ນ ຍ້ອນຫຼາຍຄົນຮູ້ວ່າມັນຈະເກີດຂຶ້ນແທ້ໆເພາະປະມານ 2.000 ປີກ່ອນ ພະເຢຊູໄດ້ເຕືອນພວກລູກສິດຂອງເພິ່ນໃຫ້ກຽມຕົວໃຫ້ພ້ອມສຳລັບຄວາມທຸກລຳບາກຄັ້ງໃຫຍ່. (ອ່ານມັດທາຍ 24:44) ຖ້າເຮົາກຽມຕົວໃຫ້ພ້ອມ ມັນກໍງ່າຍຂຶ້ນທີ່ເຮົາຈະອົດທົນກັບຊ່ວງເວລາທີ່ຍາກລຳບາກແບບນັ້ນແລະຊ່ວຍຄົນອື່ນໃຫ້ອົດທົນໄດ້ຄືກັນ.—ລກ. 21:36
3. ຄວາມອົດທົນ ຄວາມເຫັນອົກເຫັນໃຈ ແລະຄວາມຮັກຊ່ວຍເຮົາໃຫ້ກຽມພ້ອມແນວໃດສຳລັບຄວາມທຸກລຳບາກຄັ້ງໃຫຍ່?
3 ໃຫ້ເຮົາມາເບິ່ງຄຸນລັກສະນະສາມຢ່າງທີ່ຈະຊ່ວຍເຮົາໃຫ້ກຽມພ້ອມສຳລັບຄວາມທຸກລຳບາກຄັ້ງໃຫຍ່. ຖ້າໃນຕອນນັ້ນອົງການບອກເຮົາໃຫ້ປະກາດຄຳພິພາກສາແລະເຮົາຖືກຕໍ່ຕ້ານ ເຮົາຈະເຮັດແນວໃດ? (ພນມ. 16:21) ເຮົາຕ້ອງມີຄວາມອົດທົນເພື່ອຈະເຊື່ອຟັງພະເຢໂຫວາຕໍ່ໄປ ແລະໄວ້ວາງໃຈວ່າເພິ່ນຈະປົກປ້ອງເຮົາ. ຖ້າພີ່ນ້ອງສູນເສຍຊັບສິນເງິນຄຳທັງໝົດ ເຮົາຈະເຮັດແນວໃດ? (ຮບກ. 3:17, 18) ເຮົາຕ້ອງສະແດງຄວາມເຫັນອົກເຫັນໃຈແລະຊ່ວຍເຫຼືອເຂົາເຈົ້າ. ແຕ່ຖ້າເຮົາຖືກກຸ່ມຊາດຕ່າງໆຮ່ວມມືກັນໂຈມຕີເຮົາ ແລ້ວເຮົາຕ້ອງໄດ້ມາຢູ່ຮ່ວມກັບພີ່ນ້ອງຫຼາຍໆຄົນເດ ເຮົາຈະເຮັດແນວໃດ? (ອຊກ. 38:10-12) ເຮົາກໍຕ້ອງຮັກພີ່ນ້ອງໃຫ້ຫຼາຍໆເພື່ອຈະຜ່ານຊ່ວງເວລາທີ່ຍາກລຳບາກນີ້ໄປໄດ້.
4. ເຮົາຮູ້ໄດ້ແນວໃດວ່າຄຳພີໄບເບິນບອກເຮົາໃຫ້ພະຍາຍາມມີຄວາມອົດທົນ ຄວາມເຫັນອົກເຫັນໃຈ ແລະຄວາມຮັກ?
4 ຄຳພີໄບເບິນບອກໃຫ້ເຮົາພະຍາຍາມມີຄວາມອົດທົນ ຄວາມເຫັນອົກເຫັນໃຈ ແລະຄວາມຮັກຫຼາຍຂຶ້ນເລື້ອຍໆ. ລູກາ 21:19 ບອກວ່າ: “ໃຫ້ອົດທົນຈົນເຖິງທີ່ສຸດ ແລ້ວພວກເຈົ້າຈະໄດ້ຊີວິດ.” ໂກໂລຊາຍ 3:12 ບອກວ່າ: “ໃຫ້ປູກຝັງຄວາມເຫັນອົກເຫັນໃຈ” ແລະ 1 ເທຊະໂລນິກ 4:9, 10 ບອກວ່າ: “ພະເຈົ້າສອນພວກເຈົ້າໃຫ້ຮັກກັນຢູ່ແລ້ວ. . . . ພີ່ນ້ອງເອີຍ ພວກເຮົາຂໍສະໜັບສະໜູນພວກເຈົ້າໃຫ້ເຮັດແບບນັ້ນຫຼາຍຂຶ້ນເລື້ອຍໆ.” ຂໍ້ພະຄຳພີເຫຼົ່ານີ້ຂຽນເຖິງພວກລູກສິດທີ່ມີຄວາມອົດທົນ ຄວາມເຫັນອົກເຫັນໃຈ ແລະມີຄວາມຮັກຢູ່ແລ້ວ ແຕ່ເຂົາເຈົ້າກໍຍັງຕ້ອງພະຍາຍາມສະແດງຄຸນລັກສະນະເຫຼົ່ານີ້ໃຫ້ຫຼາຍຂຶ້ນເລື້ອຍໆ. ເຮົາເອງກໍຕ້ອງເຮັດແບບນັ້ນຄືກັນ. ໃຫ້ເຮົາມາເບິ່ງວ່າຄລິດສະຕຽນໃນສະຕະວັດທຳອິດສະແດງຄຸນລັກສະນະເຫຼົ່ານີ້ແນວໃດ ແລະເຮົາຈະຮຽນແບບເຂົາເຈົ້າໄດ້ແນວໃດ. ການເຮັດແບບນີ້ຈະຊ່ວຍເຮົາໃຫ້ກຽມພ້ອມສຳລັບຄວາມທຸກລຳບາກຄັ້ງໃຫຍ່.
ຝຶກທີ່ຈະມີຄວາມອົດທົນຫຼາຍຂຶ້ນ
5. ຄລິດສະຕຽນໃນສະຕະວັດທຳອິດອົດທົນກັບຄວາມຍາກລຳບາກໄດ້ແນວໃດ?
5 ຄລິດສະຕຽນໃນສະຕະວັດທຳອິດຈຳເປັນຕ້ອງມີຄວາມອົດທົນ. (ຮຣ. 10:36) ນອກຈາກເຂົາເຈົ້າຈະຕ້ອງອົດທົນກັບບັນຫາທົ່ວໄປທີ່ຄົນສ່ວນຫຼາຍເຈິແລ້ວ ເຂົາເຈົ້າກໍຍັງຕ້ອງເຈິກັບບັນຫາອື່ນໆອີກຍ້ອນເຂົ້າມາເປັນຄລິດສະຕຽນ. ເຂົາເຈົ້າຫຼາຍຄົນຖືກຂົ່ມເຫງບໍ່ພຽງແຕ່ຈາກພວກຫົວໜ້າສາສະໜາຄົນຢິວແລະອຳນາດປົກຄອງຄົນໂຣມ ແຕ່ເຂົາເຈົ້າຍັງຖືກຂົ່ມເຫງຈາກຄອບຄົວຂອງຕົວເອງນຳ. (ມທ. 10:21) ແລະບາງເທື່ອເຂົາເຈົ້າກໍຕ້ອງຕໍ່ສູ້ກັບອິດທິພົນຂອງພວກທໍລະຍົດພະເຈົ້າທີ່ສ້າງຄວາມແຕກແຍກໃນປະຊາຄົມແລະຄຳສອນປອມຂອງຄົນພວກນັ້ນ. (ກຈກ. 20:29, 30) ເຖິງວ່າຈະເຈິຄວາມລຳບາກແບບນີ້ ແຕ່ຄລິດສະຕຽນໃນສະຕະວັດທຳອິດກໍຍັງອົດທົນໄດ້ແລະສັດຊື່ຢູ່ສະເໝີ. (ພນມ. 2:3) ເຂົາເຈົ້າອົດທົນໄດ້ແນວໃດ? ເຂົາເຈົ້າຄິດເຖິງຕົວຢ່າງໃນຄຳພີໄບເບິນ ເຊັ່ນ: ຕົວຢ່າງຂອງໂຢບ. (ຢກບ. 5:10, 11) ເຂົາເຈົ້າໄດ້ອະທິດຖານຂໍກຳລັງຈາກພະເຢໂຫວາ. (ກຈກ. 4:29-31) ນອກຈາກນັ້ນ ເຂົາເຈົ້າຄິດເຖິງຜົນດີທີ່ຈະໄດ້ຮັບຖ້າເຂົາເຈົ້າສະແດງຄວາມອົດທົນ.—ກຈກ. 5:41
6. ເຈົ້າໄດ້ບົດຮຽນຫຍັງຈາກສິ່ງທີ່ເມຣິຕາເຮັດເພື່ອຈະອົດທົນກັບການຕໍ່ຕ້ານ?
6 ເຮົາກໍອົດທົນໄດ້ຄືກັນຖ້າເຮົາເບິ່ງຕົວຢ່າງຄວາມອົດທົນຂອງຄົນໃນຄຳພີໄບເບິນແລະໃນປຶ້ມຕ່າງໆຂອງອົງການແລະຄິດຕຶກຕອງເປັນປະຈຳກ່ຽວກັບເລື່ອງນີ້. ເມຣິຕາຢູ່ໃນປະເທດອານບານີໄດ້ເຮັດແບບນັ້ນ. ລາວຖືກຕໍ່ຕ້ານຢ່າງຮຸນແຮງຈາກຄອບຄົວ. ລາວບອກວ່າ: “ເລື່ອງຂອງໂຢບຊ່ວຍຂ້ອຍໄດ້ຫຼາຍແທ້ໆ. ໂຢບເຈິບັນຫາທີ່ໜັກຫຼາຍ ແຖມຍັງບໍ່ຮູ້ຊ້ຳວ່າໃຜທີ່ຢູ່ເບື້ອງຫຼັງຂອງບັນຫາທີ່ລາວເຈິ. ເຖິງຈະເປັນແນວນັ້ນ ແຕ່ລາວຍັງບອກວ່າ: ‘ຂ້ອຍຈະສັດຊື່ຈົນຮອດມື້ຕາຍ!’ (ໂຢບ 27:5) ຂ້ອຍເຫັນເລີຍວ່າໂຢບເຈິບັນຫາໜັກຫຼາຍກວ່າທີ່ຂ້ອຍເຈິ ເພາະຢ່າງໜ້ອຍຂ້ອຍກໍຮູ້ວ່າໃຜຢູ່ເບື້ອງຫຼັງຂອງບັນຫາທີ່ຂ້ອຍເຈິ.”
7. ເຖິງວ່າເຮົາອາດຍັງບໍ່ໄດ້ເຈິບັນຫາທີ່ໜັກໃນຕອນນີ້ ແຕ່ເຮົາຄວນເຮັດຫຍັງ?
7 ນອກຈາກນັ້ນ ເຮົາຈະຝຶກຕົວເອງໃຫ້ມີຄວາມອົດທົນຫຼາຍຂຶ້ນໄດ້ໂດຍອະທິດຖານບອກກັບພະເຢໂຫວາວ່າ ເຮົາກັງວົນເລື່ອງຫຍັງ. (ຟລປ. 4:6; 1ທຊ. 5:17) ບາງເທື່ອເຈົ້າອາດຍັງບໍ່ທັນເຈິບັນຫາໜັກໃນຕອນນີ້. ເຖິງຈະເປັນແບບນັ້ນ ເຈົ້າກໍຂໍຄວາມຊ່ວຍເຫຼືອຈາກພະເຢໂຫວາໄດ້ເມື່ອເຈົ້າຮູ້ສຶກສັບສົນ ບໍ່ສະບາຍໃຈ ແລະບໍ່ຮູ້ວ່າຈະເຮັດແນວໃດ. ຖ້າເຈົ້າພະຍາຍາມຂໍຄວາມຊ່ວຍເຫຼືອຈາກພະເຢໂຫວາທຸກຄັ້ງຕັ້ງແຕ່ຕອນນີ້ແມ່ນແຕ່ຕອນທີ່ເຈິບັນຫາເລັກໆນ້ອຍໆໃນແຕ່ລະມື້ ເມື່ອເຖິງຕອນທີ່ເຈົ້າເຈິບັນຫາທີ່ໜັກກວ່າໃນອະນາຄົດ ເຈົ້າກໍຈະບໍ່ລັງເລທີ່ຈະຂໍຄວາມຊ່ວຍເຫຼືອຈາກພະເຢໂຫວາ ແລະໝັ້ນໃຈວ່າເພິ່ນຮູ້ວ່າຈະຊ່ວຍເຈົ້າຕອນໃດແລະຊ່ວຍແນວໃດ.—ເພງ. 27:1, 3
8. ຕົວຢ່າງຂອງມິຣາສະແດງໃຫ້ເຫັນແນວໃດວ່າ ການອົດທົນກັບຄວາມຍາກລຳບາກໃນຕອນນີ້ຈະຊ່ວຍເຮົາໃຫ້ອົດທົນກັບຄວາມຍາກລຳບາກທີ່ຈະເກີດຂຶ້ນໃນອະນາຄົດໄດ້? (ຢາໂກໂບ 1:2-4) (ເບິ່ງຮູບພາບ)
8 ຖ້າເຮົາອົດທົນກັບຄວາມຍາກລຳບາກທີ່ເຈິໃນຕອນນີ້ ໄດ້ ເຮົາກໍຈະອົດທົນໄດ້ຕອນທີ່ເຈິກັບຄວາມທຸກລຳບາກຄັ້ງໃຫຍ່ໃນອະນາຄົດ. (ຣມ. 5:3) ເປັນຫຍັງເຮົາຈຶ່ງບອກແບບນັ້ນ? ພີ່ນ້ອງຫຼາຍຄົນຮູ້ສຶກວ່າທຸກຄັ້ງທີ່ເຂົາເຈົ້າອົດທົນກັບບັນຫາໄດ້ ມັນຈະຊ່ວຍໃຫ້ເຂົາເຈົ້າອົດທົນໄດ້ອີກເມື່ອເຈິບັນຫາໃນຄັ້ງຕໍ່ໄປ. ເມື່ອເຂົາເຈົ້າອົດທົນກັບບັນຫາໄດ້ຍ້ອນພະເຢໂຫວາຊ່ວຍ ເຂົາເຈົ້າກໍແຮ່ງເຊື່ອວ່າຖ້າເຂົາເຈົ້າເຈິບັນຫາອີກ ພະເຢໂຫວາຈະຊ່ວຍເຂົາເຈົ້າແນ່ນອນ. ແລ້ວຄວາມເຊື່ອແບບນີ້ກໍຈະຊ່ວຍເຂົາເຈົ້າໃຫ້ອົດທົນກັບຄວາມຍາກລຳບາກທີ່ຈະເຈິໃນອະນາຄົດໄດ້. (ອ່ານຢາໂກໂບ 1:2-4) ມິຣາເຊິ່ງເປັນໄພໂອເນຍຢູ່ປະເທດອານບານີຮູ້ສຶກວ່າ ທີ່ລາວອົດທົນກັບບັນຫາທີ່ເຄີຍເກີດຂຶ້ນມາແລ້ວຊ່ວຍລາວໃຫ້ອົດທົນກັບບັນຫາທີ່ເຈິໃນຕອນນີ້ໄດ້. ລາວຍອມຮັບວ່າບາງຄັ້ງລາວຮູ້ສຶກວ່າມີແຕ່ລາວຜູ້ດຽວທີ່ເຈິບັນຫາຫຼາຍຢ່າງທີ່ໜັກໜ່ວງ. ແຕ່ລາວກໍຈື່ວ່າຕະຫຼອດ 20 ປີທີ່ຜ່ານມາພະເຢໂຫວາໄດ້ຊ່ວຍລາວແນວໃດແດ່. ລາວກໍເລີຍບອກກັບຕົວເອງວ່າ: ‘ຢ່າຍອມແພ້ ອົດທົນແລະສັດຊື່ເດີ້! ຂ້ອຍອົດທົນມາໄດ້ຕັ້ງຫຼາຍປີ ຢ່າໃຫ້ມັນເສຍໄປລ້າໆ ພະເຢໂຫວາອົດສາຊ່ວຍຂ້ອຍໃຫ້ສູ້ມາໄດ້ຕະຫຼອດ.’ ເຈົ້າກໍຄືກັນ ໃຫ້ເຈົ້າຄິດວ່າທີ່ຜ່ານມາພະເຢໂຫວາຊ່ວຍເຈົ້າແນວໃດໃຫ້ອົດທົນໄດ້. ໃຫ້ໝັ້ນໃຈວ່າພະເຢໂຫວາເຫັນທຸກຄັ້ງເມື່ອເຈົ້າອົດທົນກັບຄວາມຍາກລຳບາກ ແລະເພິ່ນຈະໃຫ້ລາງວັນເຈົ້າແນ່ນອນ. (ມທ. 5:10-12) ແລະເມື່ອຄວາມທຸກລຳບາກຄັ້ງໃຫຍ່ເລີ່ມຕົ້ນ ເຈົ້າກໍຈະຮູ້ວ່າຈະອົດທົນແນວໃດແລະຕັ້ງໃຈທີ່ຈະອົດທົນຕໍ່ໆໄປ.
ສະແດງຄວາມເຫັນອົກເຫັນໃຈ
9. ພີ່ນ້ອງທີ່ຢູ່ເມືອງອັນຕີໂອເຂຍໃນແຂວງຊີເຣຍສະແດງຄວາມເຫັນອົກເຫັນໃຈແນວໃດ?
9 ໃຫ້ເຮົາມາເບິ່ງສິ່ງທີ່ເກີດຂຶ້ນກັບຄລິດສະຕຽນໃນຢູດາຍຕອນທີ່ຂາດແຄນອາຫານຄັ້ງໃຫຍ່. ຫຼັງຈາກພີ່ນ້ອງໃນເມືອງອັນຕີໂອເຂຍໃນແຂວງຊີເຣຍໄດ້ຍິນເລື່ອງການຂາດແຄນອາຫານ ເຂົາເຈົ້າກໍຮູ້ສຶກເຫັນອົກເຫັນໃຈພີ່ນ້ອງໃນແຂວງຢູດາຍຫຼາຍ. ເຂົາເຈົ້າບໍ່ພຽງແຕ່ຮູ້ສຶກເທົ່ານັ້ນ ແຕ່ເຂົາເຈົ້າໄດ້ລົງມືຊ່ວຍພີ່ນ້ອງເຫຼົ່ານັ້ນນຳ. ເຂົາເຈົ້າ “ຕົກລົງກັນວ່າຈະສົ່ງຄວາມຊ່ວຍເຫຼືອໄປໃຫ້ພີ່ນ້ອງທີ່ຢູ່ແຂວງຢູດາຍຕາມທີ່ແຕ່ລະຄົນຈະໃຫ້ໄດ້.” (ກຈກ. 11:27-30) ເຖິງວ່າພີ່ນ້ອງທີ່ເຈິກັບການຂາດແຄນອາຫານຈະຢູ່ໄກຫຼາຍ ແຕ່ພີ່ນ້ອງໃນອັນຕີໂອເຂຍກໍຕັ້ງໃຈຈະຊ່ວຍ.—1ຢຮ. 3:17, 18
10. ເມື່ອພີ່ນ້ອງເຈິໄພພິບັດ ເຮົາຈະສະແດງຄວາມເຫັນອົກເຫັນໃຈໄດ້ແນວໃດ? (ເບິ່ງຮູບພາບ)
10 ເຮົາກໍສະແດງຄວາມເຫັນອົກເຫັນໃຈພີ່ນ້ອງທີ່ເຈິກັບໄພພິບັດໄດ້ຄືກັນ. ເຮົາອາດລົງມືຊ່ວຍພີ່ນ້ອງທັນທີໂດຍບໍລິຈາກເງິນເພື່ອວຽກງານທົ່ວໂລກ ອະທິດຖານເພື່ອພີ່ນ້ອງເຫຼົ່ານັ້ນທີ່ເຈິກັບໄພພິບັດ ຫຼືອາດຖາມຜູ້ດູແລວ່າເຮົາຈະອາສາໄປຊ່ວຍໄດ້ບໍ. b (ສຸພາ. 17:17) ຕົວຢ່າງເຊັ່ນ ໃນປີ 2020 ມີການຕັ້ງຄະນະກຳມະການບັນເທົາທຸກຫຼາຍກວ່າ 950 ຄະນະທົ່ວໂລກເພື່ອເບິ່ງແຍງພີ່ນ້ອງທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19. ເຮົາທຸກຄົນເຫັນຄ່າແລະຮູ້ສຶກຂອບໃຈພີ່ນ້ອງທີ່ມີສ່ວນຊ່ວຍໃນວຽກບັນເທົາທຸກເຫຼົ່ານີ້ແທ້ໆຍ້ອນເຂົາເຈົ້າເຫັນອົກເຫັນໃຈພີ່ນ້ອງທີ່ໄດ້ຮັບຜົນກະທົບ. ເຂົາເຈົ້າກໍເລີຍສົ່ງສິ່ງຂອງທີ່ຈຳເປັນ ໃຫ້ຄວາມຊ່ວຍເຫຼືອດ້ານຄວາມເຊື່ອ ແລະບາງເທື່ອເຖິງຂັ້ນໄປຊ່ວຍສ້ອມແປງຫຼືສ້າງເຮືອນແລະຫໍປະຊຸມທີ່ໄດ້ຮັບຄວາມເສຍຫາຍ.—ສົມທຽບກັບ 2 ໂກຣິນໂທ 8:1-4
11. ການສະແດງຄວາມເຫັນອົກເຫັນໃຈເຮັດໃຫ້ພະເຢໂຫວາໄດ້ຮັບກຽດແນວໃດ?
11 ເມື່ອເຮົາສະແດງຄວາມເຫັນອົກເຫັນໃຈພີ່ນ້ອງທີ່ເຈິໄພທຳມະຊາດ ຄົນອື່ນໆກໍຈະສັງເກດເຫັນຄວາມເສຍສະລະຂອງເຮົາ. ຕົວຢ່າງເຊັ່ນ: ໃນປີ 2019 ພາຍຸເຮຣິເຄນໂດຣຽນໄດ້ທຳລາຍຫໍປະຊຸມຫຼັງໜຶ່ງຂອງເຮົາໃນປະເທດບາຮາມາດສ໌. ຕອນທີ່ພີ່ນ້ອງກຳລັງກໍ່ສ້າງຫໍປະຊຸມຂຶ້ນມາໃໝ່ ພີ່ນ້ອງຖາມຜູ້ຮັບເໝົາກໍ່ສ້າງຄົນໜຶ່ງທີ່ບໍ່ແມ່ນພະຍານພະເຢໂຫວາວ່າຈະຄິດໄລ່ລາຄາເທົ່າໃດສຳລັບວຽກບາງຢ່າງທີ່ຈະຈ້າງໃຫ້ລາວເຮັດ. ຜູ້ຊາຍຄົນນັ້ນບອກວ່າ: “ຂ້ອຍຢາກບໍລິຈາກທັງອຸປະກອນກັບວັດສະດຸແລະແຮງງານ . . . ຂ້ອຍຢາກເຮັດເພື່ອອົງການຂອງພວກເຈົ້າ. ຂ້ອຍປະທັບໃຈຫຼາຍແທ້ໆທີ່ເຫັນພວກເຈົ້າຊ່ວຍເຫຼືອໝູ່ຂອງຕົວເອງຂະໜາດນີ້.” ຄົນສ່ວນໃຫຍ່ໃນໂລກບໍ່ຮູ້ຈັກພະເຢໂຫວາ ແຕ່ເຂົາເຈົ້າກໍສັງເກດເຫັນວ່າພະຍານພະເຢໂຫວາຊ່ວຍເຫຼືອກັນ. ເຮົາດີໃຈແທ້ໆທີ່ຮູ້ວ່າເມື່ອເຮົາສະແດງຄວາມເຫັນອົກເຫັນໃຈກໍເຮັດໃຫ້ຄົນອື່ນຢາກຮູ້ຈັກພະເຢໂຫວາຜູ້ “ມີຄວາມເມດຕາທີ່ລົ້ນເຫຼືອ.”—ອຟຊ. 2:4
12. ການຝຶກທີ່ຈະສະແດງຄວາມເຫັນອົກເຫັນໃຈຕັ້ງແຕ່ຕອນນີ້ຊ່ວຍເຮົາແນວໃດໃຫ້ກຽມພ້ອມສຳລັບຄວາມທຸກລຳບາກຄັ້ງໃຫຍ່? (ພະນິມິດ 13:16, 17)
12 ເປັນຫຍັງເຮົາຈະຕ້ອງສະແດງຄວາມເຫັນອົກເຫັນໃຈໃນຊ່ວງຄວາມທຸກລຳບາກຄັ້ງໃຫຍ່? ຄຳພີໄບເບິນບອກວ່າ ຄົນທີ່ບໍ່ຢູ່ຝ່າຍການປົກຄອງຂອງມະນຸດຈະຕ້ອງເຈິກັບບັນຫາທັງໃນຕອນນີ້ແລະໃນລະຫວ່າງຄວາມທຸກລຳບາກຄັ້ງໃຫຍ່. (ອ່ານພະນິມິດ 13:16, 17) ພີ່ນ້ອງບາງຄົນກໍກຳລັງເຈິຢູ່ແລ້ວ. ເຂົາເຈົ້າອາດຕ້ອງການຄວາມຊ່ວຍເຫຼືອເພື່ອຈະມີສິ່ງຈຳເປັນຕ່າງໆ. ເມື່ອເຖິງຕອນທີ່ພະເຢຊູກະສັດຂອງເຮົາມາເພື່ອພິພາກສາ ເຮົາຢາກໃຫ້ເພິ່ນເຫັນວ່າເຮົາກຳລັງສະແດງຄວາມເຫັນອົກເຫັນໃຈກັນແລະຢາກໃຫ້ເພິ່ນເຊີນເຮົາໃຫ້ “ມາຮັບປະໂຫຍດຈາກການປົກຄອງຂອງພະເຈົ້າ.”—ມທ. 25:34-40
ຝຶກທີ່ຈະສະແດງຄວາມຮັກໃຫ້ຫຼາຍຂຶ້ນ
13. ຕາມທີ່ບອກໄວ້ໃນໂຣມ 15:7 ຄລິດສະຕຽນໃນສະຕະວັດທຳອິດເຮັດແນວໃດເພື່ອສະແດງຄວາມຮັກຕໍ່ກັນຫຼາຍຂຶ້ນ?
13 ໃນສະໄໝນັ້ນ ໃຜໆກໍຮູ້ວ່າຄລິດສະຕຽນໃນສະຕະວັດທຳອິດຮັກກັນຫຼາຍ. ແຕ່ການທີ່ເຂົາເຈົ້າຈະສະແດງຄວາມຮັກຕໍ່ກັນກໍບໍ່ແມ່ນເລື່ອງງ່າຍ. ໃຫ້ເຮົາຄິດເຖິງປະຊາຄົມໃນເມືອງໂຣມທີ່ມີຄວາມແຕກຕ່າງກັນຫຼາຍ. ພີ່ນ້ອງຢູ່ຫັ້ນມີທັງຄົນຢິວທີ່ຖືກສອນຕັ້ງແຕ່ຍັງນ້ອຍໃຫ້ເຮັດຕາມກົດໝາຍຂອງໂມເຊ ແລະມີຄົນຕ່າງຊາດທີ່ມີວັດທະນະທຳທີ່ແຕກຕ່າງກັນຫຼາຍ. ນອກຈາກນັ້ນ ຄລິດສະຕຽນບາງຄົນອາດເປັນທາດ ບາງຄົນກໍບໍ່ໄດ້ເປັນທາດ ແລະບາງຄົນອາດເປັນເຈົ້າຂອງທາດດ້ວຍຊ້ຳ. ເຖິງວ່າຄລິດສະຕຽນເຫຼົ່ານີ້ຈະແຕກຕ່າງກັນຫຼາຍ ແຕ່ເຂົາເຈົ້າຈະສະແດງຄວາມຮັກຕໍ່ກັນຫຼາຍຂຶ້ນໄດ້ແນວໃດ? ໂປໂລບອກເຂົາເຈົ້າ “ໃຫ້ຕ້ອນຮັບກັນແລະກັນ.” (ອ່ານໂຣມ 15:7) ນີ້ໝາຍຄວາມວ່າແນວໃດ? ຄຳວ່າ “ຕ້ອນຮັບ” ໝາຍເຖິງການມີນ້ຳໃຈຕ້ອນຮັບບາງຄົນໃຫ້ມາເຮືອນຫຼືໃຫ້ມາເປັນໝູ່ກັບເຮົາ. ຕົວຢ່າງເຊັ່ນ: ໂປໂລບອກຟີເລໂມນໃຫ້ “ຕ້ອນຮັບ” ໂອເນຊີໂມຢ່າງດີ ເຖິງວ່າໂອເນຊີໂມຈະເປັນທາດທີ່ໜີຈາກຟີເລໂມນ. (ຟລມ. 17) ສ່ວນປີຊະກີລາກັບອາກີລາກໍຕ້ອນຮັບອາໂປໂລແລະ “ຊວນລາວມາເຮືອນ” ທັງໆທີ່ອາໂປໂລມີຄວາມຮູ້ເລື່ອງຄລິດສະຕຽນໜ້ອຍກວ່າເຂົາເຈົ້າ. (ກຈກ. 18:26) ເຖິງວ່າຄລິດສະຕຽນໃນສະໄໝນັ້ນຈະແຕກຕ່າງກັນຫຼາຍ ແຕ່ເຂົາເຈົ້າກໍບໍ່ໄດ້ແຕກແຍກ. ເຂົາເຈົ້າຕ້ອນຮັບກັນແລະຮັກກັນຫຼາຍແທ້ໆ.
14. ແອນນາກັບຜົວຂອງລາວສະແດງຄວາມຮັກຕໍ່ພີ່ນ້ອງແນວໃດ?
14 ເຮົາກໍສະແດງຄວາມຮັກຕໍ່ພີ່ນ້ອງໄດ້ຄືກັນໂດຍເປັນໝູ່ແລະໃຊ້ເວລາກັບເຂົາເຈົ້າ. ເມື່ອເຮົາເຮັດແບບນັ້ນ ສ່ວນຫຼາຍແລ້ວເຂົາເຈົ້າກໍຈະສະແດງຄວາມຮັກຕໍ່ກັບເຮົາຄືນ. (2ກຣ. 6:11-13) ໃຫ້ເຮົາມາເບິ່ງປະສົບການຂອງພີ່ນ້ອງແອນນາແລະຜົວຂອງລາວ. ຫຼັງຈາກທີ່ເຂົາເຈົ້າຍ້າຍໄປເປັນມິດຊັນນາຣີຢູ່ທາງພາກຕາເວັນຕົກຂອງທະວີບອາຝຼິກກາໄດ້ບໍ່ດົນກໍມີພະຍາດໂຄວິດ-19 ລະບາດ ເຂົາເຈົ້າກໍເລີຍໄປເຈິກັບພີ່ນ້ອງບໍ່ໄດ້ ແລະຮູ້ສຶກຍາກຫຼາຍທີ່ຈະຮູ້ຈັກກັບພີ່ນ້ອງໃນປະຊາຄົມ. ແລ້ວແອນນາກັບຜົວຂອງລາວສະແດງຄວາມຮັກຕໍ່ພີ່ນ້ອງແນວໃດ? ເຂົາເຈົ້າໂທຫາພີ່ນ້ອງແບບເຫັນໜ້າແລະບອກພີ່ນ້ອງວ່າຢາກຮູ້ຈັກກັນຫຼາຍຂຶ້ນ. ພີ່ນ້ອງຫຼາຍຄອບຄົວປະທັບໃຈຫຼາຍແລະພະຍາຍາມໂທແລະສົ່ງຂໍ້ຄວາມຫາເຂົາເຈົ້າເລື້ອຍໆ. ເປັນຫຍັງແອນນາແລະຜົວຂອງລາວຄືພະຍາຍາມຮູ້ຈັກກັບພີ່ນ້ອງຫຼາຍຂຶ້ນ? ແອນນາບອກວ່າ “ຂ້ອຍກັບຄອບຄົວເຄີຍໄດ້ຮັບຄວາມຮັກຈາກພີ່ນ້ອງຄົນອື່ນໆຫຼາຍທັງຕອນທີ່ເຮົາມີຄວາມສຸກແລະຕອນທີ່ເຮົາມີຄວາມທຸກ ເຊິ່ງຂ້ອຍບໍ່ມີວັນລືມເລີຍ. ຂ້ອຍກໍເລີຍຢາກສະແດງຄວາມຮັກແບບນີ້ກັບພີ່ນ້ອງຄົນອື່ນໆຄືກັນ.”
15. ເຈົ້າໄດ້ຮຽນຫຍັງຈາກຕົວຢ່າງຂອງວາເນດຊາກ່ຽວກັບການຮັກພີ່ນ້ອງທຸກຄົນ? (ເບິ່ງຮູບພາບ)
15 ພີ່ນ້ອງໃນປະຊາຄົມເຕີບໃຫຍ່ມາໃນສະພາບການທີ່ແຕກຕ່າງກັນ ມີບຸກຄະລິກແລະນິດໄສທີ່ບໍ່ຄືກັນ. ເຮົາຈະຮັກພີ່ນ້ອງຫຼາຍຂຶ້ນໄດ້ຖ້າເຮົາພະຍາຍາມເບິ່ງຈຸດດີຂອງເຂົາເຈົ້າ. ພີ່ນ້ອງວາເນດຊາທີ່ຮັບໃຊ້ຢູ່ນິວຊີແລນເຄີຍຮູ້ສຶກວ່າເຂົ້າກັບພີ່ນ້ອງໃນປະຊາຄົມບໍ່ໄດ້ ຍ້ອນລາວບໍ່ມັກບຸກຄະລິກບາງຢ່າງຂອງພີ່ນ້ອງ. ແຕ່ແທນທີ່ລາວຈະພະຍາຍາມຢູ່ຫ່າງໆຈາກພີ່ນ້ອງ ລາວໄດ້ພະຍາຍາມໃຊ້ເວລາກັບເຂົາເຈົ້າໃຫ້ຫຼາຍຂຶ້ນ. ນີ້ເຮັດໃຫ້ລາວເຫັນວ່າສິ່ງໃດທີ່ເຮັດໃຫ້ພະເຢໂຫວາຮັກພີ່ນ້ອງເຫຼົ່ານີ້. ວາເນດຊາບອກວ່າ: “ຕັ້ງແຕ່ຜົວຂອງຂ້ອຍເປັນຜູ້ດູແລໝວດ ເຮົາກໍໄດ້ມີໂອກາດເຈິກັບພີ່ນ້ອງຫຼາຍຂຶ້ນແລະເຫັນວ່າເຂົາເຈົ້າມີບຸກຄະລິກບໍ່ຄືກັນ ຂ້ອຍຮູ້ສຶກງ່າຍຂຶ້ນທີ່ຈະເຂົ້າກັບເຂົາເຈົ້າ ແລະຕອນນີ້ຂ້ອຍຮູ້ສຶກມັກຄວາມແຕກຕ່າງທີ່ຫຼາກຫຼາຍ. ຂ້ອຍຄິດວ່າພະເຢໂຫວາຄືຊິມັກແບບນີ້ຄືກັນ ເພິ່ນຈຶ່ງພາພວກເຮົາທີ່ມີຄວາມແຕກຕ່າງກັນຫຼາຍໃຫ້ເຂົ້າມາຫາເພິ່ນ.” ຖ້າເຮົາຝຶກທີ່ຈະເບິ່ງຄົນອື່ນແບບທີ່ພະເຢໂຫວາເບິ່ງ ເຮົາກໍກຳລັງສະແດງໃຫ້ເຫັນວ່າເຮົາຮັກເຂົາເຈົ້າແທ້ໆ.—2ກຣ. 8:24
16. ເປັນຫຍັງຄວາມຮັກຈຶ່ງເປັນສິ່ງສຳຄັນຫຼາຍໃນຊ່ວງຄວາມທຸກລຳບາກຄັ້ງໃຫຍ່? (ເບິ່ງຮູບພາບ)
16 ຄວາມຮັກຈະເປັນສິ່ງສຳຄັນຫຼາຍໃນຊ່ວງຄວາມທຸກລຳບາກຄັ້ງໃຫຍ່. ໃຫ້ເຮົາມາເບິ່ງວ່າພະເຢໂຫວາຈະປົກປ້ອງເຮົາແນວໃດຕອນທີ່ຄວາມທຸກລຳບາກຄັ້ງໃຫຍ່ເລີ່ມຕົ້ນ. ຂໍໃຫ້ສັງເກດວ່າພະເຢໂຫວາສັ່ງຄົນຂອງເພິ່ນໃຫ້ເຮັດຫຍັງຕອນທີ່ບາບີໂລນບູຮານຖືກໂຈມຕີ. ພະເຢໂຫວາບອກວ່າ: “ປະຊາຊົນຂອງເຮົາ ໃຫ້ພວກເຈົ້າເຂົ້າໄປຫ້ອງທາງໃນແມ້ ແລະອັດປະຕູໄວ້. ເຂົ້າໄປລີ້ຢູ່ຫັ້ນບຶດໜຶ່ງ ຈົນກວ່າເຮົາຈະເຊົາໃຈຮ້າຍ.” (ອຊຢ. 26:20) ເບິ່ງຄືວ່າພວກເຮົາຕ້ອງເຮັດຕາມຄຳສັ່ງນີ້ຄືກັນໃນຊ່ວງຄວາມທຸກລຳບາກຄັ້ງໃຫຍ່. ຄຳວ່າ “ຫ້ອງທາງໃນ” ອາດໝາຍເຖິງປະຊາຄົມຂອງເຮົາ. ນີ້ໝາຍຄວາມວ່າພະເຢໂຫວາສັນຍາວ່າຈະປົກປ້ອງເຮົາຖ້າເຮົາຕິດສະໜິດກັບພີ່ນ້ອງໃນປະຊາຄົມ. ດັ່ງນັ້ນ ເຮົາຕ້ອງບໍ່ພຽງແຕ່ພະຍາຍາມອົດທົນກັບພີ່ນ້ອງ ແຕ່ເຮົາຕ້ອງຮັກເຂົາເຈົ້າຕັ້ງແຕ່ຕອນນີ້ ເພາະເຮົາຈະລອດຫຼືບໍ່ລອດກໍອາດຈະຂຶ້ນຢູ່ກັບການເຮັດແບບນີ້!
ກຽມພ້ອມຕັ້ງແຕ່ຕອນນີ້
17. ຖ້າເຮົາກຽມພ້ອມສຳລັບຄວາມທຸກລຳບາກຄັ້ງໃຫຍ່ຕັ້ງແຕ່ຕອນນີ້ ຈະຊ່ວຍເຮົາແນວໃດໃນຕອນນັ້ນ?
17 “ວັນໃຫຍ່ຂອງພະເຢໂຫວາ” ຈະເປັນເວລາທີ່ຍາກລຳບາກຫຼາຍສຳລັບທຸກຄົນ. (ຊໂຟ. 1:14, 15, ລ.ມ.) ແມ່ນແຕ່ຄົນຂອງພະເຢໂຫວາກໍຈະເຈິຄວາມຍາກລຳບາກຄືກັນ. ແຕ່ຖ້າເຮົາກຽມພ້ອມຕັ້ງແຕ່ຕອນນີ້ ເຮົາກໍຈະມີໃຈສະຫງົບແລະຊ່ວຍຄົນອື່ນໄດ້ໃນຕອນນັ້ນ. ເຮົາຈະອົດທົນໄດ້ບໍ່ວ່າຈະເກີດຫຍັງຂຶ້ນ. ແລະຖ້າພີ່ນ້ອງຂອງເຮົາເຈິຄວາມຍາກລຳບາກ ເຮົາກໍຈະເຮັດທຸກຢ່າງທີ່ເຮັດໄດ້ເພື່ອສະແດງຄວາມເຫັນອົກເຫັນໃຈແລະຊ່ວຍເຫຼືອເຂົາເຈົ້າ. ແລະຖ້າເຮົາຝຶກທີ່ຈະຮັກພີ່ນ້ອງຂອງເຮົາຕັ້ງແຕ່ຕອນນີ້ ເຮົາກໍຈະຮັກແລະສະໜິດກັບເຂົາເຈົ້າໃນຕອນນັ້ນນຳ ແລະພະເຢໂຫວາກໍຈະໃຫ້ລາງວັນກັບເຮົາເຊິ່ງກໍຄືຊີວິດຕະຫຼອດໄປ. ແລະເຮົາຈະຢູ່ໃນໂລກທີ່ບໍ່ມີໄພພິບັດຫຼືຄວາມຍາກລຳບາກອີກເລີຍ.—ອຊຢ. 65:17
ເພງ 144 ຈ້ອງເບິ່ງທີ່ລາງວັນ
a ອີກບໍ່ດົນ ຄວາມທຸກລຳບາກຄັ້ງໃຫຍ່ຈະເລີ່ມຕົ້ນ. ຄວາມອົດທົນ ຄວາມເຫັນອົກເຫັນໃຈ ແລະຄວາມຮັກຈະຊ່ວຍເຮົາໃຫ້ກຽມພ້ອມສຳລັບຊ່ວງເວລາທີ່ຍາກທີ່ສຸດທີ່ຈະເກີດຂຶ້ນໃນອະນາຄົດ. ໃຫ້ເຮົາມາເບິ່ງວ່າ ຄລິດສະຕຽນໃນສະຕະວັດທຳອິດສະແດງຄຸນລັກສະນະເຫຼົ່ານີ້ແນວໃດ ແລະເຮົາຈະເຮັດແບບດຽວກັນໄດ້ແນວໃດໃນທຸກມື້ນີ້. ນອກຈາກນັ້ນ ເຮົາຈະມາເບິ່ງວ່າຄຸນລັກສະນະເຫຼົ່ານີ້ຈະຊ່ວຍເຮົາໃຫ້ກຽມພ້ອມແນວໃດສຳລັບຄວາມທຸກລຳບາກຄັ້ງໃຫຍ່.
b ຜູ້ທີ່ຢາກຈະຊ່ວຍໃນໂຄງການບັນເທົາທຸກຕ້ອງຂຽນໃບສະໝັກເປັນອາສາສະໝັກຊ່ວຍພະແນກອອກແບບ/ກໍ່ສ້າງທ້ອງຖິ່ນ (DC-50) ຫຼືໃບສະໝັກເປັນອາສາສະໝັກ (A-19) ແລ້ວລໍຖ້າທີ່ຈະຖືກເອີ້ນໃຫ້ມາຊ່ວຍໃນໂຄງການນັ້ນ.