ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 30

ໃຫ້​ຮັກ​ພະ​ເຢໂຫວາ​ແລະ​ຮັກ​ຄົນ​ອື່ນ​ຫຼາຍ​ຂຶ້ນ​ເລື້ອຍ​ໆ​

ໃຫ້​ຮັກ​ພະ​ເຢໂຫວາ​ແລະ​ຮັກ​ຄົນ​ອື່ນ​ຫຼາຍ​ຂຶ້ນ​ເລື້ອຍ​ໆ​

“ໃຫ້ . . . ສະແດງ​ຄວາມ​ຮັກ ແລ້ວ​ພວກ​ເຮົາ​ກໍ​ຈະ​ເຕີບໂຕ​ເປັນ​ຜູ້​ໃຫຍ່​ໃນ​ທຸກ​ດ້ານ.”—ອຟຊ. 4:15

ເພງ 2 ຊື່​ຂອງ​ພະອົງ​ຄື​ເຢໂຫວາ

ໃຈ​ຄວາມ​ສຳຄັນ a

1. ຕອນ​ທີ່​ເຈົ້າ​ເລີ່ມ​ຮຽນ​ຄຳພີ​ໄບເບິນ​ໃໝ່​ໆ​ເຈົ້າ​ໄດ້​ຮຽນ​ຄວາມ​ຈິງ​ເລື່ອງ​ຫຍັງ​ແດ່?

 ເຈົ້າ​ຈື່​ຕອນ​ທີ່​ເຈົ້າ​ເລີ່ມ​ຮຽນ​ຄຳພີ​ໄບເບິນ​ໃໝ່​ໆ​ໄດ້​ບໍ? ຕອນ​ນັ້ນ​ເຈົ້າ​ອາດຈະ​ແປກໃຈ​ຫຼາຍ​ທີ່​ຮູ້​ວ່າ​ພະເຈົ້າ​ມີ​ຊື່ ຫຼື​ເຈົ້າ​ອາດຈະ​ຮູ້ສຶກ​ໂລ່ງໃຈ​ທີ່​ຮູ້​ວ່າ​ພະເຈົ້າ​ບໍ່​ໄດ້​ທໍລະມານ​ຄົນ​ຕາຍ​ໃນ​ນະລົກ ແລະ​ເຈົ້າ​ອາດຈະ​ຕື່ນເຕັ້ນ​ດີໃຈ​ທີ່​ຮູ້​ວ່າ​ຈະ​ໄດ້​ເຈິ​ກັບ​ຄົນ​ທີ່​ເຈົ້າ​ຮັກ​ທີ່​ຕາຍ​ໄປ​ແລ້ວ​ແລະ​ໄດ້​ຢູ່​ກັບ​ເຂົາ​ເຈົ້າ​ໃນ​ໂລກ​ໃໝ່​ທີ່​ເປັນ​ສວນ​ອຸທິຍານ.

2. ນອກ​ຈາກ​ທີ່​ໄດ້​ຮຽນ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ແລ້ວ ເຈົ້າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຈະ​ກ້າວໜ້າ​ຕໍ່​ໆ​ໄປ? (ເອເຟໂຊ 5:1, 2)

2 ເມື່ອ​ເຈົ້າ​ຮຽນ​ຄຳພີ​ໄບເບິນ​ເຈົ້າ​ກໍ​ແຮ່ງ​ຮັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ຄວາມ​ຮັກ​ນີ້​ໄດ້​ກະຕຸ້ນ​ເຈົ້າ​ໃຫ້​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ໄປ​ໃຊ້ ແລະ​ເມື່ອ​ເຈົ້າ​ເຮັດ​ຕາມ​ຫຼັກການ​ໃນ​ຄຳພີ​ໄບເບິນ ເຈົ້າ​ກໍ​ຕັດສິນໃຈ​ເລື່ອງ​ຕ່າງ​ໆ​ໄດ້​ດີ​ຂຶ້ນ. ນອກ​ຈາກ​ນັ້ນ ເຈົ້າ​ໄດ້​ປັບ​ຄວາມ​ຄິດ​ແລະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ເພາະ​ເຈົ້າ​ຢາກ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ ແລະ​ເຈົ້າ​ຍັງ​ໄດ້​ພະຍາຍາມ​ຮຽນ​ແບບ​ພະ​ເຢໂຫວາ​ພໍ່​ທີ່​ຢູ່​ໃນ​ສະຫວັນ​ຄື​ກັບ​ທີ່​ເດັກ​ນ້ອຍ​ຮຽນ​ແບບ​ພໍ່​ແມ່​ຂອງ​ລາວ.—ອ່ານ​ເອເຟໂຊ 5:1, 2

3. ເຮົາ​ອາດຈະ​ຖາມ​ຕົວເອງ​ໃນ​ເລື່ອງ​ຫຍັງ​ແດ່?

3 ເຮົາ​ອາດ​ຖາມ​ຕົວເອງ​ວ່າ ‘ຕອນນີ້​ຂ້ອຍ​ຮັກ​ພະ​ເຢໂຫວາ​ຫຼາຍ​ກວ່າ​ຕອນ​ທີ່​ຂ້ອຍ​ຫາກໍ​ຮັບ​ບັບເຕມາ​ບໍ? ຫຼັງ​ຈາກ​ທີ່​ຂ້ອຍ​ຮັບ​ບັບເຕມາ​ແລ້ວ ຂ້ອຍ​ຄິດ​ຄື​ກັບ​ພະ​ເຢໂຫວາ​ແລະ​ຮຽນ​ແບບ​ເພິ່ນ​ຫຼາຍ​ຂຶ້ນ​ບໍ ໂດຍ​ສະເພາະ​ແມ່ນ​ການ​ສະແດງ​ຄວາມ​ຮັກ​ຕໍ່​ພີ່​ນ້ອງ?’ ຖ້າ​ເຈົ້າ​ຮູ້ສຶກ​ວ່າ​ເຈົ້າ​ບໍ່​ໄດ້​ຮັກ​ພະ​ເຢໂຫວາ​ແລະ​ຄົນ​ອື່ນ​ຫຼາຍ​ຄື​ແຕ່​ກ່ອນ ກໍ​ຢ່າ​ຟ້າວ​ທໍ້ໃຈ. ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ບາງ​ຄົນ​ກໍ​ເຄີຍ​ເປັນ​ແບບ​ນັ້ນ. ພະ​ເຢຊູ​ບໍ່​ໄດ້​ໝົດ​ຫວັງ​ໃນ​ຕົວ​ເຂົາ​ເຈົ້າ ເພິ່ນ​ກໍ​ຈະ​ບໍ່​ໝົດ​ຫວັງ​ໃນ​ຕົວ​ເຮົາ​ຄື​ກັນ. (ພນມ. 2:4, 7) ເພິ່ນ​ຮູ້​ວ່າ​ເຮົາ​ສາມາດ​ມີ​ຄວາມ​ຮັກ​ເພີ່ມ​ຂຶ້ນ​ຄື​ກັບ​ຕອນ​ທີ່​ເຮົາ​ເລີ່ມ​ຮຽນ​ຄຳພີ​ໄບເບິນ​ໃໝ່​ໆ​ໄດ້.

4. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

4 ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ ເຮົາ​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ພະ​ເຢໂຫວາ​ແລະ​ຕໍ່​ຄົນ​ອື່ນ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ ແລະ​ຖ້າ​ເຮົາ​ເຮັດ​ແບບ​ນັ້ນ ເຮົາ​ແລະ​ຄົນ​ອື່ນ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ແດ່?

ຮັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ

5-6. ຕອນ​ທີ່​ໂປໂລ​ເຮັດ​ວຽກ​ຮັບ​ໃຊ້​ລາວ​ເຈິ​ບັນຫາ​ຫຍັງ​ແດ່? ແຕ່​ສິ່ງ​ໃດ​ຊ່ວຍ​ໂປໂລ​ໃຫ້​ຮັບ​ໃຊ້​ພະ​ເຢໂຫວາ​ຕໍ່​ໆ​ໄປ​ໄດ້?

5 ອັກຄະສາວົກ​ໂປໂລ​ຮັບ​ໃຊ້​ພະ​ເຢໂຫວາ​ຢ່າງ​ມີ​ຄວາມ​ສຸກ ແຕ່​ລາວ​ກໍ​ເຈິ​ບັນຫາ​ຫຼາຍ​ຢ່າງ​ຄື​ກັນ. ໂປໂລ​ຕ້ອງ​ໄດ້​ເດີນ​ທາງ​ໄກ​ຢູ່​ເລື້ອຍ​ໆ​ແລະ​ການ​ເດີນ​ທາງ​ໃນ​ສະໄໝ​ນັ້ນ​ກໍ​ບໍ່​ງ່າຍ​ເລີຍ. ບາງ​ເທື່ອ​ລາວ​ເຈິ “ອັນຕະລາຍ​ໃນ​ແມ່​ນ້ຳ” ແລະ “ອັນຕະລາຍ​ຈາກ​ໂຈນ​ປຸ້ນ” ແລະ​ລາວ​ກໍ​ເຄີຍ​ຖືກ​ພວກ​ຜູ້​ຕໍ່ຕ້ານ​ຕີ. (2ກຣ. 11:23-27) ນອກ​ຈາ​ກ​ນັ້ນ ມີ​ຫຼາຍ​ເທື່ອ​ທີ່​ພີ່​ນ້ອງ​ຄ​ລິດ​ສະ​ຕຽນ​ບໍ່​ເຫັນຄ່າ​ທີ່​ລາວ​ພະຍາຍາມ​ຊ່ວຍ​ເຂົາ​ເຈົ້າ.—2ກຣ. 10:10; ຟລປ. 4:15

6 ສິ່ງ​ໃດ​ຊ່ວຍ​ໂປໂລ​ໃຫ້​ພະຍາຍາມ​ຮັບ​ໃຊ້​ພະ​ເຢໂຫວາ​ຕໍ່​ໆ​ໄປ? ໂປໂລ​ຮູ້​ດີ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ແບບ​ໃດ. ລາວ​ຮູ້​ເລື່ອງ​ນີ້​ຈາກ​ຄຳພີ​ໄບເບິນ​ແລະ​ຈາກ​ປະສົບການ​ຂອງ​ຕົວເອງ. ລາວ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຮັກ​ລາວ​ຫຼາຍ ແລະ​ລາວ​ເອງ​ກໍ​ຮັກ​ພະ​ເຢໂຫວາ​ຫຼາຍ​ຄື​ກັນ. (ຣມ. 8:38, 39; ອຟຊ. 2:4, 5) ໂປໂລ​ສະແດງ​ຄວາມ​ຮັກ​ຕໍ່​ພະ​ເຢໂຫວາ​ໂດຍ “ຮັບ​ໃຊ້​ພວກ​ຜູ້​ບໍລິສຸດ​ແລະ​ຍັງ​ຮັບ​ໃຊ້​ຢູ່.”—ຮຣ. 6:10

7. ວິທີ​ໜຶ່ງ​ທີ່​ເຮົາ​ຈະ​ຮັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ແມ່ນ​ຫຍັງ?

7 ເຮົາ​ຈະ​ຮັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໄດ້​ໂດຍ​ການ​ໝັ່ນ​ອ່ານ​ແລະ​ສຶກສາ​ຄຳພີ​ໄບເບິນ. ທຸກ​ເທື່ອ​ທີ່​ອ່ານ​ຄຳພີ​ໄບເບິນ ໃຫ້​ພະຍາຍາມ​ຖາມ​ຕົວເອງ​ວ່າ: ‘ເລື່ອງ​ທີ່​ຂ້ອຍ​ອ່ານ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ພະ​ເຢໂຫວາ​ຮັກ​ຂ້ອຍ ແລະ​ເລື່ອງ​ນີ້​ຊ່ວຍ​ຂ້ອຍ​ແນວ​ໃດ​ໃຫ້​ຮັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ?’

8. ການ​ອະທິດຖານ​ຊ່ວຍ​ເຮົາ​ໃຫ້​ຮັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?

8 ອີກ​ວິທີ​ໜຶ່ງ​ທີ່​ເຮົາ​ຈະ​ຮັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ກໍ​ຄື​ການ​ອະທິດຖານ​ລະບາຍ​ຄວາມ​ຮູ້ສຶກ​ກັບ​ພະ​ເຢໂຫວາ​ເປັນ​ປະຈຳ. (ເພງ. 25:4, 5) ພະ​ເຢໂຫວາ​ຈະ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ​ແນ່ນອນ. (1ຢຮ. 3:21, 22) ພີ່​ນ້ອງ​ຍິງ​ທີ່​ຊື່​ຂັນ​ທີ່​ຢູ່​ອາຊີ​ບອກ​ວ່າ: “ຕອນ​ທຳອິດ​ຂ້ອຍ​ຮັກ​ພະ​ເຢໂຫວາ​ກໍ​ຍ້ອນ​ສິ່ງ​ທີ່​ຂ້ອຍ​ຮຽນ​ຮູ້​ກ່ຽວ​ກັບ​ເພິ່ນ. ແຕ່​ເມື່ອ​ຂ້ອຍ​ເຫັນ​ວ່າ​ເພິ່ນ​ຕອບ​ຄຳ​ອະທິດຖານ​ຂອງ​ຂ້ອຍ ຂ້ອຍ​ກໍ​ແຮ່ງ​ຮັກ​ເພິ່ນ​ຫຼາຍ​ຂຶ້ນ​ເລື້ອຍ​ໆ. ນີ້​ຈຶ່ງ​ກະຕຸ້ນ​ຂ້ອຍ​ໃຫ້​ຢາກ​ເຮັດ​ສິ່ງ​ທີ່​ເພິ່ນ​ພໍໃຈ.” b

ຮັກ​ຄົນ​ອື່ນ​ຫຼາຍ​ຂຶ້ນ

9. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ຕີໂມທຽວ​ກ້າວໜ້າ​ໃນ​ການ​ສະແດງ​ຄວາມ​ຮັກ​ຕໍ່​ຄົນ​ອື່ນ?

9 ຫຼາຍ​ປີ​ຫຼັງ​ຈາກ​ທີ່​ໂປໂລ​ເຂົ້າ​ມາ​ເປັນ​ຄລິດສະຕຽນ ລາວ​ໄດ້​ເຈິ​ກັບ​ໄວລຸ້ນ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ຊື່​ຕີໂມທຽວ. ຕີໂມທຽວ​ຮັກ​ພະ​ເຢໂຫວາ​ແລະ​ຮັກ​ຄົນ​ອື່ນ. ໂປໂລ​ບອກ​ກັບ​ພີ່​ນ້ອງ​ໃນ​ຟີລິບປອຍ​ວ່າ: “ຂ້ອຍ​ບໍ່​ມີ​ໃຜ​ເລີຍ​ທີ່​ມີ​ນ້ຳໃຈ​ຄື​ກັບ [ຕີໂມທຽວ] ທີ່​ຫ່ວງໃຍ​ພວກ​ເຈົ້າ​ແທ້​ໆ.” (ຟລປ. 2:20) ໂປໂລ​ບໍ່​ໄດ້​ຊົມເຊີຍ​ຕີໂມທຽວ​ທີ່​ບໍລິຫານ​ຈັດການ​ເກັ່ງ​ຫຼື​ສອນ​ເກັ່ງ ແຕ່​ໂປໂລ​ປະທັບໃຈ​ທີ່​ຕີໂມທຽວ​ຮັກ​ພີ່​ນ້ອງ​ຫຼາຍ. ດັ່ງ​ນັ້ນ ພີ່​ນ້ອງ​ໃນ​ປະຊາຄົມ​ທີ່​ຕີໂມທຽວ​ຈະ​ໄປ​ຢ້ຽມຢາມ​ຄື​ຊິ​ດີໃຈ​ຫຼາຍ​ທີ່​ຈະ​ໄດ້​ເຈິ​ກັບ​ລາວ.—1ກຣ. 4:17

10. ແອນນາ​ກັບ​ຜົວ​ຂອງ​ລາວ​ສະແດງ​ຄວາມ​ຮັກ​ຕໍ່​ພີ່​ນ້ອງ​ແນວ​ໃດ?

10 ເຮົາ​ເອງ​ກໍ​ຄື​ກັນ​ຄວນ​ຫາ​ວິທີ​ທີ່​ຈະ​ຊ່ວຍ​ເຫຼືອ​ພີ່​ນ້ອງ. (ຮຣ. 13:16) ໃຫ້​ເຮົາ​ມາ​ເບິ່ງ​ປະສົບການ​ຂອງ​ພີ່​ນ້ອງ​ແອນນາ​ທີ່​ເວົ້າ​ເຖິງ​ໃນ​ບົດ​ຄວາມ​ກ່ອນ​ໜ້າ​ນີ້. ຫຼັງ​ຈາກ​ທີ່​ເກີດ​ພາຍຸ​ຮ້າຍ​ແຮງ ແອນນາ​ກັບ​ຜົວ​ຂອງ​ລາວ​ໄດ້​ໄປ​ຢາມ​ພີ່​ນ້ອງ​ຄອບຄົວ​ໜຶ່ງ ແລະ​ເຫັນ​ວ່າ​ຫຼັງ​ຄາ​ເຮືອນ​ຂອງ​ເຂົາ​ເຈົ້າ​ພັງ. ເຂົາ​ເຈົ້າ​ກໍ​ເລີຍ​ບໍ່​ມີ​ເຄື່ອງນຸ່ງ​ທີ່​ສະອາດ​ໃສ່. ແອນນາ​ເວົ້າ​ວ່າ: “ເຮົາ​ໄດ້​ເອົາ​ເຄື່ອງນຸ່ງ​ຂອງ​ເຂົາ​ເຈົ້າ​ມາ​ຊັກ​ໃຫ້​ເຂົາ​ເຈົ້າ. ທີ່ຈິງ ສິ່ງ​ທີ່​ເຮົາ​ເຮັດ​ເປັນ​ສິ່ງ​ເລັກ​ໆ​ນ້ອຍ​ໆ​ແຕ່​ມັນ​ກໍ​ເຮັດ​ໃຫ້​ເຮົາ​ສະໜິດ​ກັບ​ເຂົາ​ເຈົ້າ​ຫຼາຍ​ຂຶ້ນ​ຈົນ​ຮອດ​ທຸກ​ມື້​ນີ້.” ແອນນາ​ກັບ​ຜົວ​ຂອງ​ລາວ​ສະແດງ​ຄວາມ​ຮັກ​ຕໍ່​ພີ່​ນ້ອງ​ໂດຍ​ລົງມື​ຊ່ວຍ​ເຫຼືອ​ເຂົາ​ເຈົ້າ.—1ຢຮ. 3:17, 18

11. (ກ) ການ​ທີ່​ເຮົາ​ສະແດງ​ຄວາມ​ຮັກ​ຕໍ່​ຄົນ​ອື່ນ​ອາດ​ສົ່ງ​ຜົນ​ຕໍ່​ເຂົາ​ເຈົ້າ​ແນວ​ໃດ? (ຂ) ຕາມ​ທີ່​ບອກ​ໄວ້​ໃນ​ສຸພາສິດ 19:17 ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ຖ້າ​ເຮົາ​ສະແດງ​ຄວາມ​ຮັກ​ຕໍ່​ຄົນ​ອື່ນ?

11 ເມື່ອ​ເຮົາ​ເຮັດ​ດີ​ແລະ​ສະແດງ​ຄວາມ​ຮັກ​ຕໍ່​ຄົນ​ອື່ນ ເຂົາ​ເຈົ້າ​ຈະ​ເຫັນ​ວ່າ​ເຮົາ​ພະຍາຍາມ​ຮຽນ​ແບບ​ພະ​ເຢໂຫວາ ແລະ​ຫຼາຍ​ເທື່ອ​ເຂົາ​ເຈົ້າ​ອາດຈະ​ເຫັນຄ່າ​ຄວາມ​ດີ​ທີ່​ເຮົາ​ເຮັດ​ຕໍ່​ເຂົາ​ເຈົ້າ​ຫຼາຍ​ກວ່າ​ທີ່​ເຮົາ​ຄິດ. ພີ່​ນ້ອງ​ຂັນ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ຮູ້ສຶກ​ປະທັບໃຈ​ພີ່​ນ້ອງ​ຍິງ​ຫຼາຍ​ຄົນ​ທີ່​ເຄີຍ​ຊ່ວຍ​ເຫຼືອ​ລາວ. ລາວ​ບອກ​ວ່າ: “ຂ້ອຍ​ຂອບໃຈ​ພີ່​ນ້ອງ​ຍິງ​ທີ່​ໜ້າ​ຮັກ​ທຸກ​ຄົນ​ທີ່​ພາ​ຂ້ອຍ​ໄປ​ປະກາດ. ເຂົາ​ເຈົ້າ​ມາ​ຮັບ​ຂ້ອຍ​ຢູ່​ເຮືອນ ຊວນ​ຂ້ອຍ​ໄປ​ກິນ​ນັ້ນ​ກິນ​ນີ້​ຫຼື​ບາງ​ເທື່ອ​ກໍ​ຊວນ​ຂ້ອຍ​ໄປ​ກິນ​ເຂົ້າ​ນຳ ແລ້ວ​ກໍ​ໄປ​ສົ່ງ​ຂ້ອຍ​ຢູ່​ເຮືອນ. ຕອນນີ້​ຂ້ອຍ​ຮູ້​ແລ້ວ​ວ່າ​ເຂົາ​ເຈົ້າ​ອອກ​ຄວາມ​ພະຍາຍາມ​ຫຼາຍ​ສ່ຳ​ໃດ ແລະ​ເຂົາ​ເຈົ້າ​ກໍ​ມີ​ຄວາມ​ສຸກ​ທີ່​ໄດ້​ເຮັດ​ແບບ​ນີ້.” ທີ່ຈິງ ບໍ່​ແມ່ນ​ທຸກ​ຄົນ​ທີ່​ຈະ​ຮູ້ສຶກ​ຂອບໃຈ​ໃນ​ສິ່ງ​ທີ່​ເຮົາ​ເຮັດ​ເພື່ອ​ເຂົາ​ເຈົ້າ. ຂັນ​ເວົ້າ​ເຖິງ​ພີ່​ນ້ອງ​ທີ່​ຊ່ວຍ​ລາວ​ວ່າ: “ຂ້ອຍ​ຢາກ​ຕອບ​ແທນ​ສິ່ງ​ດີ​ໆ​ທີ່​ເຂົາ​ເຈົ້າ​ເຮັດ​ເພື່ອ​ຂ້ອຍ ແຕ່​ຕອນນີ້​ຂ້ອຍ​ບໍ່​ຮູ້​ວ່າ​ເຂົາ​ເຈົ້າ​ຢູ່​ໃສ ແຕ່​ພະ​ເຢໂຫວາ​ຮູ້. ຂ້ອຍ​ກໍ​ເລີຍ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຕອບ​ແທນ​ສິ່ງ​ດີ​ໆ​ທີ່​ເຂົາ​ເຈົ້າ​ເຮັດ​ໃຫ້​ຂ້ອຍ.” ຂັນ​ເວົ້າ​ຖືກ​ແທ້​ໆ! ພະ​ເຢໂຫວາ​ສັງເກດ​ເຫັນ​ສິ່ງ​ດີ​ໆ​ທຸກ​ຢ່າງ​ທີ່​ເຮົາ​ເຮັດ​ເພື່ອ​ຄົນ​ອື່ນ ແມ່ນ​ແຕ່​ສິ່ງ​ເລັກ​ໆ​ນ້ອຍ​ໆ​ເພິ່ນ​ກໍຖື​ວ່າ​ເປັນ​ເຄື່ອງ​ບູຊາ​ທີ່​ມີ​ຄ່າ​ຫຼາຍ​ແລະ​ເພິ່ນ​ຍັງ​ຖື​ວ່າ​ເພິ່ນ​ເປັນ​ໜີ້​ທີ່​ຈະ​ຕ້ອງ​ຕອບ​ແທນ​ເຮົາ.—ອ່ານ​ສຸພາສິດ 19:17

ຄົນ​ທີ່​ຢາກ​ຈະ​ກ້າວໜ້າ​ຈະ​ຊອກ​ຫາ​ວິທີ​ທີ່​ຈະ​ຊ່ວຍ​ຄົນ​ອື່ນ (ເບິ່ງ​ຂໍ້ 12)

12. ພີ່​ນ້ອງ​ຊາຍ​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ພີ່​ນ້ອງ​ຄົນ​ອື່ນ​ໆ​ໃນ​ປະຊາຄົມ​ໄດ້​ແນວ​ໃດ? (ເບິ່ງ​ຮູບພາບ)

12 ຖ້າ​ເຈົ້າ​ເປັນ​ພີ່​ນ້ອງ​ຊາຍ ເຈົ້າ​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ພີ່​ນ້ອງ​ຄົນ​ອື່ນ​ແລະ​ຊ່ວຍ​ເຫຼືອ​ເຂົາ​ເຈົ້າ​ໄດ້​ແນວ​ໃດ? ພີ່​ນ້ອງ​ຊາຍ​ໄວລຸ້ນ​ຄົນ​ໜຶ່ງ​ທີ່​ຊື່​ຈໍແດນ​ຖາມ​ຜູ້​ດູແລ​ວ່າ ມີ​ຫຍັງ​ແດ່​ທີ່​ລາວ​ຈະ​ເຮັດ​ໄດ້​ຫຼາຍ​ຂຶ້ນ​ເພື່ອ​ຊ່ວຍ​ປະຊາຄົມ. ຜູ້​ດູແລ​ຊົມເຊີຍ​ຈໍແດນ​ທີ່​ກຳລັງ​ກ້າວໜ້າ​ເປັນ​ຢ່າງ​ດີ​ແລະ​ໄດ້​ໃຫ້​ຄຳ​ແນະນຳ​ບາງ​ຢ່າງ​ກັບ​ລາວ ເຊັ່ນ: ຜູ້​ດູແລ​ແນະນຳ​ຈໍແດນ​ໃຫ້​ໄປ​ຫໍປະຊຸມ​ໄວ​ຂຶ້ນ​ເພື່ອ​ຈະ​ທັກທາຍ​ພີ່​ນ້ອງ ໃຫ້​ອອກ​ຄວາມ​ຄິດ​ເຫັນ​ຫຼາຍ​ຂຶ້ນ​ຢູ່​ການ​ປະຊຸມ ອອກ​ປະກາດ​ກັບ​ພີ່​ນ້ອງ​ເປັນ​ປະຈຳ ແລະ​ຊອກ​ຫາ​ວິທີ​ທີ່​ຈະ​ຊ່ວຍ​ເຫຼືອ​ພີ່​ນ້ອງ. ເມື່ອ​ຈໍແດນ​ເຮັດ​ຕາມ​ຄຳ​ແນະນຳ​ເຫຼົ່າ​ນີ້ ກໍ​ເຮັດ​ໃຫ້​ລາວ​ບໍ່​ພຽງ​ແຕ່​ໄດ້​ຮຽນ​ຮູ້​ທີ່​ຈະ​ເຮັດ​ສິ່ງ​ໃໝ່​ໆ​ທີ່​ບໍ່​ເຄີຍ​ເຮັດ ແຕ່​ຍັງ​ມີ​ໂອກາດ​ຮຽນ​ຮູ້​ທີ່​ຈະ​ຮັກ​ພີ່​ນ້ອງ​ນຳ. ຈໍແດນ​ໄດ້​ຮຽນ​ຮູ້​ວ່າ​ບໍ່​ແມ່ນ​ວ່າ​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ຊ່ວຍ​ວຽກ​ຮັບ​ໃຊ້​ກ່ອນ​ຈຶ່ງ​ເລີ່ມ​ຊ່ວຍ​ເຫຼືອ​ພີ່​ນ້ອງ ແຕ່​ຕ້ອງ​ຊ່ວຍ​ເຫຼືອ​ຢູ່​ແລ້ວ​ແລະ​ຊ່ວຍ​ເຫຼືອ​ພີ່​ນ້ອງ​ຕໍ່​ໆ​ໄປ.—1ຕມ. 3:8-10, 13

13. ຄວາມ​ຮັກ​ຊ່ວຍ​ພີ່​ນ້ອງ​ທີ່​ຊື່​ຄຣິດ​ສະ​ຕຽນ​ແນວ​ໃດ​ໃຫ້​ກັບ​ມາ​ເປັນ​ຜູ້​ດູແລ​ໄດ້​ອີກ?

13 ຖ້າ​ເຈົ້າ​ເຄີຍ​ເປັນ​ຜູ້​ຊ່ວຍ​ວຽກ​ຮັບ​ໃຊ້​ຫຼື​ເຄີຍ​ເປັນ​ຜູ້​ດູແລ​ມາ​ກ່ອນ ແຕ່​ຕອນນີ້​ບໍ່​ໄດ້​ເປັນ​ແລ້ວ ພະ​ເຢໂຫວາ​ກໍ​ຍັງ​ບໍ່​ລືມ​ຄວາມ​ຮັກ​ທີ່​ເຈົ້າ​ມີ​ແລະ​ວຽກ​ທີ່​ເຈົ້າ​ເຄີຍ​ເຮັດ. (1ກຣ. 15:58) ນອກ​ຈາກ​ນັ້ນ ພະ​ເຢໂຫວາ​ຍັງ​ສັງເກດ​ເຫັນ​ວ່າ​ເຈົ້າ​ຍັງ​ສະແດງ​ຄວາມ​ຮັກ​ຕໍ່​ໆ​ໄປ. ຕອນ​ທີ່​ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ຊື່​ຄຣິດ​ສະ​ຕຽນ​ຖືກ​ປົດ​ອອກ​ຈາກ​ການ​ເປັນ​ຜູ້​ດູແລ ລາວ​ຮູ້ສຶກ​ຜິດ​ຫວັງ​ຫຼາຍ​ແລະ​ລາວ​ກໍ​ບອກ​ວ່າ: “ບໍ່​ວ່າ​ຂ້ອຍ​ຈະ​ເປັນ​ຜູ້​ດູແລ​ຫຼື​ບໍ່​ໄດ້​ເປັນ ຂ້ອຍ​ກໍ​ຕັ້ງໃຈ​ຈະ​ເຮັດ​ທຸກ​ຢ່າງ​ທີ່​ເຮັດ​ໄດ້​ເພື່ອ​ຮັບ​ໃຊ້​ພະ​ເຢໂຫວາ​ຍ້ອນ​ຂ້ອຍ​ຮັກ​ເພິ່ນ.” ຕໍ່ມາ ລາວ​ກໍ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ດູແລ​ອີກ ແຕ່​ລາວ​ກໍ​ຍອມຮັບ​ວ່າ: “ຂ້ອຍ​ຢ້ານ​ໜ້ອຍ​ໜຶ່ງ ແຕ່​ຂ້ອຍ​ກໍ​ຄິດ​ວ່າ​ຖ້າ​ພະ​ເຢໂຫວາ​ໃຫ້​ໂອກາດ​ຂ້ອຍ​ກັບ​ມາ​ເປັນ​ຜູ້​ດູແລ​ອີກ​ຍ້ອນ​ເພິ່ນ​ເມດຕາ​ຂ້ອຍ ຂ້ອຍ​ກໍ​ຈະ​ເຮັດ​ເພາະ​ຂ້ອຍ​ຮັກ​ເພິ່ນ​ແລະ​ຮັກ​ພີ່​ນ້ອງ.”

14. ເຈົ້າ​ໄດ້​ຮຽນ​ຫຍັງ​ຈາກ​ຄຳ​ເວົ້າ​ຂອງ​ພີ່​ນ້ອງ​ຍິງ​ຈາກ​ປະເທດ​ຈໍເຈຍ?

14 ນອກ​ຈາກ​ນັ້ນ ຜູ້​ຮັບ​ໃຊ້​ພະ​ເຢໂຫວາ​ຍັງ​ສະແດງ​ຄວາມ​ຮັກ​ຕໍ່​ຄົນ​ອື່ນ​ນຳ. (ມທ. 22:37-39) ຕົວຢ່າງເຊັ່ນ: ພີ່​ນ້ອງ​ທີ່​ຊື່​ເອເລ​ນ້າ​ຢູ່​ປະເທດ​ຈໍເຈຍ​ບອກ​ວ່າ: “ທຳອິດ ເຫດຜົນ​ດຽວ​ທີ່​ຂ້ອຍ​ໄປ​ປະກາດ​ກໍ​ຍ້ອນ​ຂ້ອຍ​ຮັກ​ພະ​ເຢໂຫວາ. ແຕ່​ເມື່ອ​ຂ້ອຍ​ຮັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ມັນ​ກໍ​ເຮັດ​ໃຫ້​ຂ້ອຍ​ຮັກ​ຄົນ​ອື່ນ​ຫຼາຍ​ຂຶ້ນ​ນຳ. ຂ້ອຍ​ພະຍາຍາມ​ຈະ​ຄິດ​ວ່າ​ຄົນ​ທີ່ຂ້ອຍ​ປະກາດ​ນຳ​ມີ​ບັນຫາ​ຫຍັງ​ແດ່​ແລະ​ຂ້ອຍ​ຄວນ​ເວົ້າ​ເລື່ອງ​ຫຍັງ​ເພື່ອ​ໃຫ້​ເຂົາ​ເຈົ້າ​ສົນໃຈ. ເມື່ອ​ຂ້ອຍ​ຄິດ​ແບບ​ນີ້ ມັນ​ກໍ​ເຮັດ​ໃຫ້​ຂ້ອຍ​ຢາກ​ຊ່ວຍ​ເຂົາ​ເຈົ້າ​ຫຼາຍ​ຂຶ້ນ.”—ມທ. 22:37-39; ຣມ. 10:13-15

ປະໂຫຍດ​ຈາກ​ການ​ສະແດງ​ຄວາມ​ຮັກ​ຕໍ່​ຄົນ​ອື່ນ

ການ​ສະແດງ​ຄວາມ​ຮັກ​ພຽງ​ແຕ່​ເທື່ອ​ດຽວ​ເຮັດ​ໃຫ້​ຫຼາຍ​ຄົນ​ໄດ້​ຮັບ​ປະໂຫຍດ (ເບິ່ງ​ຂໍ້ 15-16)

15-16. ຕາມ​ທີ່​ເຫັນ​ໃນ​ຮູບພາບ ການ​ສະແດງ​ຄວາມ​ຮັກ​ຕໍ່​ຄົນ​ອື່ນ​ມີ​ປະໂຫຍດ​ຫຍັງ​ແດ່?

15 ເມື່ອ​ເຮົາ​ສະແດງ​ຄວາມ​ຮັກ​ຕໍ່​ພີ່​ນ້ອງ ບໍ່​ໄດ້​ມີ​ແຕ່​ພີ່​ນ້ອງ​ເທົ່າ​ນັ້ນ​ທີ່​ໄດ້​ຮັບ​ປະໂຫຍດ ຄົນ​ອື່ນ​ກໍ​ໄດ້​ຮັບ​ປະໂຫຍດ​ນຳ​ຄື​ກັນ. ເມື່ອ​ພະຍາດ​ໂຄວິດ-19 ເລີ່ມ​ລະບາດ ພີ່​ນ້ອງ​ຊາຍ​ທີ່​ຊື່​ເພົາ​ໂລ​ແລະ​ເມຍ​ຂອງ​ລາວ​ໄດ້​ຊ່ວຍ​ພີ່​ນ້ອງ​ຍິງ​ທີ່​ສູງ​ອາຍຸ​ຫຼາຍ​ຄົນ​ໃນ​ປະຊາຄົມ​ໃຫ້​ຮູ້​ໃຊ້​ໂທລະສັບ ແທັບເລັດ ແລະ​ຄອມພິວເຕີ​ໃນ​ວຽກ​ຮັບ​ໃຊ້. ທຳອິດ ພີ່​ນ້ອງ​ສູງ​ອາຍຸ​ຄົນ​ໜຶ່ງ​ຮູ້ສຶກ​ວ່າ​ມັນ​ຍາກ​ຫຼາຍ ແຕ່​ໃນ​ທີ່​ສຸດ​ລາວ​ກໍ​ເຮັດ​ໄດ້. ລາວ​ໄດ້​ຊວນ​ຍາດ​ພີ່​ນ້ອງ​ຂອງ​ລາວ​ໃຫ້​ມາ​ປະຊຸມ​ອະນຸສອນ ແລະ​ມີ​ຕັ້ງ 60 ຄົນ​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ​ທາງ​ອອນລາຍ! ເຮົາ​ເຫັນ​ວ່າ​ພີ່​ນ້ອງ​ຍິງ​ຄົນ​ນີ້​ກັບ​ຍາດ​ພີ່​ນ້ອງ​ຂອງ​ລາວ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ຍ້ອນ​ຄວາມ​ພະຍາຍາມ​ຂອງ​ເພົາ​ໂລ​ແລະ​ເມຍ​ຂອງ​ລາວ. ລາວ​ຂຽນ​ເຖິງ​ເພົາ​ໂລ​ວ່າ: “ຂອບໃຈ​ພວກ​ເຈົ້າ​ທັງ​ສອງ​ຄົນ​ຫຼາຍ​ໆ​ທີ່​ຊ່ວຍ​ສອນ​ຄົນ​ສູງ​ອາຍຸ​ຄື​ພວກ​ເຮົາ. ຂ້ອຍ​ຈະ​ບໍ່​ມີ​ວັນ​ລືມ​ເລີຍ​ວ່າ​ພວກ​ເຈົ້າ​ພະຍາຍາມ​ຊ່ວຍ​ເຫຼືອ​ເຮົາ​ຂະໜາດ​ໃດ ແລະ​ຈະ​ບໍ່​ລືມ​ວ່າ​ພະ​ເຢໂຫວາ​ຮັກ​ແລະ​ສົນໃຈ​ພວກ​ເຮົາ​ຂະໜາດ​ໃດ.”

16 ພີ່​ນ້ອງ​ເພົາ​ໂລ​ຮູ້ສຶກ​ວ່າ​ໄດ້​ບົດ​ຮຽນ​ທີ່​ສຳຄັນ​ຢ່າງ​ໜຶ່ງ​ຈາກ​ປະສົບການ​ນີ້. ລາວ​ໄດ້​ຮຽນ​ຮູ້​ວ່າ​ຄວາມ​ຮັກ​ສຳຄັນ​ກວ່າ​ຄວາມ​ຮູ້​ແລະ​ຄວາມ​ສາມາດ. ລາວ​ບອກ​ວ່າ: “ແຕ່​ກ່ອນ​ຂ້ອຍ​ເຄີຍ​ເປັນ​ຜູ້​ດູແລ​ໝວດ. ຕອນນີ້​ພີ່​ນ້ອງ​ອາດຈະ​ລືມ​ເລື່ອງ​ທີ່​ຂ້ອຍ​ບັນຍາຍ​ໄປ​ໝົດ​ແລ້ວ ແຕ່​ເຂົາ​ເຈົ້າ​ຍັງ​ຈື່​ໄດ້​ວ່າ​ຂ້ອຍ​ເຄີຍ​ຊ່ວຍ​ຫຍັງ​ເຂົາ​ເຈົ້າ​ແດ່.”

17. ເມື່ອ​ເຮົາ​ສະແດງ​ຄວາມ​ຮັກ ໃຜ​ອີກ​ຈະ​ໄດ້​ຮັບ​ປະໂຫຍດ?

17 ເມື່ອ​ເຮົາ​ສະແດງ​ຄວາມ​ຮັກ​ຕໍ່​ພີ່​ນ້ອງ ເຮົາ​ເອງ​ກໍ​ໄດ້​ຮັບ​ປະໂຫຍດ​ຄື​ກັນ​ໃນ​ແບບ​ທີ່​ເຮົາ​ບໍ່​ຄາດ​ຄິດ. ພີ່​ນ້ອງ​ໂຢ​ນາທານ​ທີ່​ຢູ່​ປະເທດ​ນິວຊີແລນ​ກໍ​ຮູ້ສຶກ​ແບບ​ນີ້. ຕອນ​ບ່າຍ​ວັນ​ເສົາ​ມື້​ໜຶ່ງ​ອາກາດ​ຮ້ອນ​ຫຼາຍ ໂຢນາທານ​ເຫັນ​ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ໄພໂອເນຍ​ກຳລັງ​ປະກາດ​ຢູ່​ຕາມ​ຫົນ​ທາງ​ຄົນ​ດຽວ. ລາວ​ກໍ​ເລີຍ​ຕັດສິນໃຈ​ວ່າ​ຕໍ່​ໄປ​ນີ້​ລາວ​ຈະ​ໄປ​ປະກາດ​ເປັນ​ໝູ່​ກັບ​ພີ່​ນ້ອງ​ຄົນ​ນີ້​ທຸກ​ຕອນ​ບ່າຍ​ວັນ​ເສົາ. ຕອນ​ນັ້ນ​ລາວ​ບໍ່​ໄດ້​ຄິດ​ເລີຍ​ວ່າ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ຈາກ​ການ​ເຮັດ​ແບບ​ນີ້. ໂຢນາທານ​ບອກ​ວ່າ “ຕອນ​ນັ້ນ​ຂ້ອຍ​ບໍ່​ໄດ້​ມັກ​ວຽກ​ປະກາດ​ປານ​ໃດ ແຕ່​ເມື່ອ​ຂ້ອຍ​ໄດ້​ເຫັນ​ວິທີ​ທີ່​ພີ່​ນ້ອງ​ໄພໂອເນຍ​ຄົນ​ນີ້​ສອນ​ແລະ​ເຫັນ​ວ່າ​ວຽກ​ຮັບ​ໃຊ້​ຂອງ​ລາວ​ເກີດ​ຜົນ​ດີ ກໍ​ເລີຍ​ເຮັດ​ໃຫ້​ຂ້ອຍ​ເລີ່ມ​ມັກ​ວຽກ​ປະກາດ​ແລະ​ເຮັດ​ໃຫ້​ຂ້ອຍ​ໄດ້​ໝູ່​ສະໜິດ​ນຳ. ລາວ​ຊ່ວຍ​ຂ້ອຍ​ໃຫ້​ກ້າວໜ້າ ໃຫ້​ມ່ວນ​ກັບ​ວຽກ​ປະກາດ​ແລະ​ເຮັດ​ໃຫ້​ຂ້ອຍ​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ.”

18. ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເຮັດ​ຫຍັງ?

18 ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ທຸກ​ຄົນ​ຮັກ​ເພິ່ນ​ແລະ​ຮັກ​ຄົນ​ອື່ນ​ຫຼາຍ​ຂຶ້ນ. ຄື​ທີ່​ເຮົາ​ໄດ້​ຮຽນ​ມາ​ແລ້ວ ເຮົາ​ຈະ​ຮັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໄດ້​ໂດຍ​ອ່ານ​ຄຳພີ​ໄບເບິນ ຄິດ​ຕຶກຕອງ ແລະ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ເປັນ​ປະຈຳ. ເຮົາ​ຈະ​ຮັກ​ພີ່​ນ້ອງ​ຫຼາຍ​ຂຶ້ນ​ໂດຍ​ຊອກ​ຫາ​ວິທີ​ຊ່ວຍ​ເຫຼືອ​ເຂົາ​ເຈົ້າ. ຖ້າ​ເຮົາ​ພະຍາຍາມ​ສະແດງ​ຄວາມ​ຮັກ​ຫຼາຍ​ຂຶ້ນ ເຮົາ​ກໍ​ຈະ​ສະໜິດ​ກັບ​ພະ​ເຢໂຫວາ​ແລະ​ພີ່​ນ້ອງ​ຫຼາຍ​ຂຶ້ນ ແລະ​ຈະ​ເຮັດ​ໃຫ້​ເຮົາ​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ແລະ​ກັບ​ພີ່​ນ້ອງ​ຕະຫຼອດ​ໄປ!

ເພງ 109 ຮັກ​ທີ່​ແຮງ​ກ້າ​ສຸດ​ຫົວໃຈ

a ບໍ່​ວ່າ​ເຮົາ​ຈະ​ເປັນ​ພີ່​ນ້ອງ​ໃໝ່​ຫຼື​ຮັບ​ໃຊ້​ພະ​ເຢໂຫວາ​ມາ​ຫຼາຍ​ປີ​ແລ້ວ ເຮົາ​ທຸກ​ຄົນ​ກໍ​ຍັງ​ສາມາດ​ກ້າວໜ້າ​ຕໍ່​ໆ​ໄປ​ໄດ້. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ໄດ້​ຮຽນ​ຮູ້​ວິທີ​ທີ່​ຈະ​ເຮັດ​ແບບ​ນັ້ນ​ໄດ້​ໂດຍ​ຮັກ​ພະ​ເຢໂຫວາ​ແລະ​ຮັກ​ຄົນ​ອື່ນ​ຫຼາຍ​ຂຶ້ນ. ຕອນ​ທີ່​ເຈົ້າ​ຮຽນ​ບົດ​ຄວາມ​ນີ້ ໃຫ້​ເຈົ້າ​ຄິດ​ວ່າ​ເຈົ້າ​ໄດ້​ກ້າວໜ້າ​ມາ​ໄດ້​ຫຼາຍ​ສ່ຳ​ໃດ​ແລ້ວ ແລະ​ເຈົ້າ​ຈະ​ກ້າວໜ້າ​ຫຼາຍ​ຂຶ້ນ​ອີກ​ໄດ້​ແນວ​ໃດ.

b ຊື່​ສົມມຸດ