ບົດຄວາມສຶກສາທີ 43
ພະເຢໂຫວາກຳລັງຊີ້ນຳອົງການຂອງເພິ່ນ
“ພະເຢໂຫວາຜູ້ບັນຊາການກອງທັບບອກວ່າ ‘ເລື່ອງນີ້ຈະເກີດຂຶ້ນໄດ້ ບໍ່ແມ່ນຍ້ອນກຳລັງທະຫານຫຼືກຳລັງຢ່າງອື່ນ ແຕ່ຍ້ອນພະລັງຂອງເຮົາ.’”—ຊກາ. 4:6, ລ.ມ.
ເພງ 40 ເຮົາເປັນຄົນຂອງໃຜ?
ໃຈຄວາມສຳຄັນ *
1. ຄົນທີ່ຮັບບັບເຕມາແລ້ວຕ້ອງເຮັດຫຍັງຕໍ່ໆໄປ?
ເຈົ້າຮັບບັບເຕມາແລ້ວບໍ? ຖ້າຮັບແລ້ວ ເຈົ້າກໍສະແດງໃຫ້ເຫັນວ່າເຈົ້າມີຄວາມເຊື່ອໃນພະເຢໂຫວາແລະຢາກຮັບໃຊ້ໃນອົງການຂອງເພິ່ນ. * ແນ່ນອນວ່າຄວາມເຊື່ອທີ່ເຈົ້າມີຕໍ່ພະເຢໂຫວາຕ້ອງເຂັ້ມແຂງຂຶ້ນຕໍ່ໆໄປ ແລະເຈົ້າຕ້ອງເຮັດໃຫ້ໂຕເອງໝັ້ນໃຈຕໍ່ໆໄປວ່າພະເຢໂຫວາກຳລັງໃຊ້ອົງການຂອງເພິ່ນໃນທຸກມື້ນີ້ໃຫ້ເຮັດສິ່ງທີ່ເພິ່ນຕ້ອງການ.
2-3. ໃນທຸກມື້ນີ້ ເຮົາເຫັນຄຸນລັກສະນະຫຍັງແດ່ຂອງພະເຢໂຫວາໃນວິທີທີ່ເພິ່ນຊີ້ນຳອົງການ? ໃຫ້ຍົກຕົວຢ່າງ
2 ໃນທຸກມື້ນີ້ ພະເຢໂຫວາຊີ້ນຳອົງການຂອງເພິ່ນໃນແບບທີ່ສະແດງເຖິງນິດໄສໃຈຄໍ ຈຸດປະສົງ ແລະມາດຕະຖານຂອງເພິ່ນ. ໃຫ້ເຮົາເບິ່ງຄຸນລັກສະນະ 3 ຢ່າງກ່ຽວກັບນິດໄສໃຈຄໍຂອງພະເຢໂຫວາທີ່ເຮົາເຫັນໄດ້ໃນອົງການຂອງເພິ່ນ.
3 ຄຸນລັກສະນະທຳອິດ “ພະເຈົ້າບໍ່ລຳອຽງ.” (ກຈກ. 10:34) ຄວາມຮັກກະຕຸ້ນພະເຢໂຫວາໃຫ້ມອບລູກຊາຍຂອງເພິ່ນເພື່ອເປັນ “ຄ່າໄຖ່ສຳລັບທຸກຄົນ.” (1 ຕມ. 2:6; ຢຮ. 3:16) ພະເຢໂຫວາໃຊ້ປະຊາຊົນຂອງເພິ່ນໃຫ້ປະກາດຂ່າວດີກັບທຸກຄົນທີ່ຟັງ ໂດຍວິທີນີ້ເພິ່ນຊ່ອຍຫຼາຍຄົນໃຫ້ໄດ້ຮັບປະໂຫຍດຈາກຄ່າໄຖ່. ຄຸນລັກສະນະທີສອງ ພະເຢໂຫວາເປັນພະເຈົ້າທີ່ມີລະບຽບແລະມີສັນຕິສຸກ. (1 ກຣ. 14:33, 40) ດັ່ງນັ້ນ ເຮົາຄວນຄາດໝາຍວ່າຜູ້ທີ່ນະມັດສະການພະເຢໂຫວາຈະຮັບໃຊ້ເພິ່ນແບບເປັນກຸ່ມທີ່ມີລະບຽບແລະມີສັນຕິສຸກ. ຄຸນລັກສະນະທີສາມ ພະເຢໂຫວາເປັນ “ຄູສອນອົງຍິ່ງໃຫຍ່.” (ເອຊາ. 30:20, 21, ລ.ມ.) ດັ່ງນັ້ນ ອົງການຂອງພະເຢໂຫວາຈະເນັ້ນກ່ຽວກັບການສອນຄຳພີໄບເບິນທັງຢູ່ໃນປະຊາຄົມແລະໃນການປະກາດ. ປະຊາຄົມຄລິດສະຕຽນໃນຍຸກທຳອິດຮຽນແບບຄຸນລັກສະນະ 3 ຢ່າງນີ້ ຂອງພະເຢໂຫວາແນວໃດ? ປະຊາຊົນຂອງພະເຢໂຫວາໃນປັດຈຸບັນຮຽນແບບຄຸນລັກສະນະ 3 ຢ່າງນີ້ແນວໃດ? ແລະພະລັງບໍລິສຸດຊ່ອຍເຈົ້າແນວໃດເມື່ອເຈົ້າຮັບໃຊ້ຮ່ວມກັນອົງການຂອງພະເຢໂຫວາໃນທຸກມື້ນີ້?
ພະເຈົ້າບໍ່ລຳອຽງ
4. ຕາມກິດຈະການ 1:8 ພະເຢຊູໄດ້ສັ່ງພວກລູກສິດໃຫ້ເຮັດຫຍັງ ແລະສິ່ງໃດຈະຊ່ອຍເຂົາເຈົ້າ?
4 ໃນສະຕະວັດທຳອິດ. ຂ່າວສານທີ່ພະເຢຊູປະກາດໃຫ້ຄວາມຫວັງກັບມະນຸດທຸກຄົນ. (ລກ. 4:43) ເພິ່ນສັ່ງພວກລູກສິດໃຫ້ສືບຕໍ່ເຮັດວຽກທີ່ເພິ່ນໄດ້ເລີ່ມຕົ້ນແລະໃຫ້ຄຳພະຍານ “ຈົນຮອດສຸດຂອບໂລກ.” (ອ່ານກິດຈະການ 1:8) ແນ່ນອນວ່າເຂົາເຈົ້າບໍ່ສາມາດເຮັດວຽກນີ້ດ້ວຍກຳລັງຂອງໂຕເອງ. ເຂົາເຈົ້າຕ້ອງເພິ່ງພະລັງບໍລິສຸດເຊິ່ງເປັນ “ຜູ້ຊ່ວຍ” ຕາມທີ່ພະເຢຊູໄດ້ສັນຍາກັບເຂົາເຈົ້າ.—ຢຮ. 14:26; ຊກາ. 4:6, ລ.ມ.
5-6. ພະລັງບໍລິສຸດຊ່ອຍພວກລູກສິດຂອງພະເຢຊູແນວໃດແດ່?
5 ລູກສິດຂອງພະເຢຊູໄດ້ຮັບພະລັງບໍລິສຸດໃນວັນເພັນເຕກອດປີ ຄ.ສ 33. ຍ້ອນພະລັງບໍລິສຸດຊ່ອຍ ເຂົາເຈົ້າຈຶ່ງເລີ່ມປະກາດໄດ້ທັນທີ ແລະໃນເວລາບໍ່ດົນກໍມີຫຼາຍພັນຄົນເຊື່ອໃນຂ່າວດີ. (ກຈກ. 2:41; 4:4) ເມື່ອມີຄົນເລີ່ມຕໍ່ຕ້ານ ເຂົາເຈົ້າກໍບໍ່ໄດ້ຢ້ານແລະກໍບໍ່ໄດ້ເຊົາປະກາດ ແຕ່ເຂົາເຈົ້າໄດ້ຂໍໃຫ້ພະເຈົ້າຊ່ອຍ. ເຂົາເຈົ້າອະທິດຖານວ່າ: “ຂໍຊ່ອຍພວກເຮົາທີ່ເປັນທາດຂອງພະອົງໃຫ້ກ້າປະກາດຄຳສອນຂອງພະອົງຕໍ່ໆໄປ.” ຈາກນັ້ນ ເຂົາເຈົ້າກໍເຕັມໄປດ້ວຍພະລັງບໍລິສຸດແລະ ‘ປະກາດຄຳສອນຂອງພະເຈົ້າຕໍ່ໆໄປຢ່າງກ້າຫານ.’—ກຈກ. 4:18-20, 29, 31
6 ລູກສິດຂອງພະເຢຊູຍັງເຈິບັນຫາອື່ນອີກ. ຕົວຢ່າງເຊັ່ນ: ສຳເນົາພະຄຳພີມີໜ້ອຍ. ພວກລູກສິດບໍ່ໄດ້ມີປຶ້ມອະທິບາຍຄຳພີໄບເບິນຄືກັບທີ່ພວກເຮົາມີໃນທຸກມື້ນີ້. ນອກຈາກນັ້ນ ເຂົາເຈົ້າຍັງຕ້ອງປະກາດກັບຄົນທີ່ເວົ້າພາສາຕ່າງໆນຳອີກ. ເຖິງວ່າຈະເຈິບັນຫາເຫຼົ່ານີ້ ແຕ່ເຂົາເຈົ້າກໍສາມາດເຮັດໃນສິ່ງທີ່ເບິ່ງຄືວ່າເປັນໄປບໍ່ໄດ້. ໃນເວລາປະມານ 30 ປີ ເຂົາເຈົ້າປະກາດຂ່າວດີ “ໄປທຸກແຫ່ງທົ່ວໃຕ້ຟ້າ.”—ກລຊ. 1:6, 23
7. ຫຼາຍກວ່າ 100 ປີມາແລ້ວ ຜູ້ຮັບໃຊ້ຂອງພະເຢໂຫວາຮູ້ໄດ້ແນວໃດວ່າເພິ່ນຢາກໃຫ້ເຂົາເຈົ້າເຮັດຫຍັງ ແລະເຂົາເຈົ້າໄດ້ເຮັດແນວໃດ?
7 ໃນປັດຈຸບັນ. ພະເຢໂຫວາຍັງຊີ້ນຳແລະໃຫ້ກຳລັງປະຊາຊົນຂອງເພິ່ນ. ສ່ວນຫຼາຍແລ້ວເພິ່ນຊີ້ນຳເຂົາເຈົ້າໂດຍທາງຄຳພີໄບເບິນທີ່ຂຽນຂຶ້ນໂດຍການດົນໃຈຈາກພະລັງບໍລິສຸດ. ໃນຄຳພີໄບເບິນ ເຮົາອ່ານກ່ຽວກັບວຽກຮັບໃຊ້ຂອງພະເຢຊູແລະຄຳສັ່ງທີ່ເພິ່ນໃຫ້ພວກລູກສິດສືບຕໍ່ເຮັດວຽກທີ່ເພິ່ນໄດ້ເລີ່ມໄວ້. (ມທ. 28:19, 20) ຫໍສັງເກດການ ເດືອນກໍລະກົດ ປີ 1881 ບອກວ່າ: “ພະເຢໂຫວາບໍ່ໄດ້ເລືອກເຮົາເພື່ອເຮົາຈະໄດ້ຮັບກຽດຈາກມະນຸດຫຼືເພື່ອໃຫ້ເຮົາຮັ່ງມີ ແຕ່ພະເຢໂຫວາເລືອກເຮົາເພື່ອເຮົາຈະໃຊ້ທຸກສິ່ງທີ່ມີເພື່ອປະກາດຂ່າວດີ.” ປຶ້ມວຽກນີ້ມອບໃຫ້ໃຜ (ພາສາອັງກິດ) ທີ່ພິມໃນປີ 1919 ໃຫ້ຄຳແນະນຳຜູ້ປະກາດໃຫ້ຮູ້ວິທີປະກາດ. ປຶ້ມນີ້ບອກວ່າ: “ວຽກນີ້ເບິ່ງຄືວ່າເປັນວຽກທີ່ຍິ່ງໃຫຍ່ຫຼາຍ ແຕ່ນີ້ເປັນວຽກຂອງພະອົງເຈົ້າ ແລະເຮົາຈະເຮັດວຽກນີ້ໄດ້ໂດຍອາໄສກຳລັງຈາກເພິ່ນ.” ຄືກັບຄລິດສະຕຽນໃນຍຸກທຳອິດ ພີ່ນ້ອງເຫຼົ່ານີ້ໄດ້ກ້າຫານແລະເຮັດວຽກໜັກເອົາແທ້ເອົາວ່າຍ້ອນເຂົາເຈົ້າໝັ້ນໃຈວ່າພະລັງບໍລິສຸດຈະຊ່ອຍເຂົາເຈົ້າໃຫ້ປະກາດກັບຄົນທຸກປະເພດ. ເຮົາກໍໝັ້ນໃຈໄດ້ຄືກັນວ່າພະລັງບໍລິສຸດຈະຊ່ອຍເຮົາຕໍ່ໆໄປໃນທຸກມື້ນີ້.
8-9. ອົງການຂອງພະເຢໂຫວາໃຊ້ວິທີໃດແດ່ເພື່ອໃຫ້ວຽກປະກາດແພ່ຂະຫຍາຍອອກໄປ?
8 ອົງການຂອງພະເຢໂຫວາໃຊ້ເຄື່ອງມືທີ່ດີທີ່ສຸດທີ່ມີຢູ່ເພື່ອໃຫ້ຂ່າວດີແພ່ຂະຫຍາຍອອກໄປ. ເຄື່ອງມືເຫຼົ່ານີ້ລວມມີ ປຶ້ມຕ່າງໆ “ໜັງເລື່ອງການສ້າງ” ເຄື່ອງຫຼິ້ນແຜ່ນສຽງ ລົດກະຈາຍສຽງ ລາຍການວິທະຍຸ ແລະເມື່ອບໍ່ດົນມານີ້ກໍມີເຕັກໂນໂລຊີແລະອິນເຕີເນັດ. ອົງການຂອງພະເຢໂຫວາຍັງໄດ້ເຮັດໂຄງການແປທີ່ແປໃນຫຼາຍພາສາທີ່ສຸດເທົ່າທີ່ເຄີຍມີໃນປະຫວັດສາດ! ຍ້ອນຫຍັງຈຶ່ງເຮັດແບບນີ້? ເພື່ອຄົນທຸກປະເພດຈະໄດ້ຍິນຂ່າວດີໃນພາສາຂອງໂຕເອງ. ພະພນມ. 14:6, 7) ພະເຢໂຫວາຢາກໃຫ້ທຸກຄົນໄດ້ຍິນຂ່າວດີເລື່ອງການປົກຄອງຂອງເພິ່ນ.
ເຢໂຫວາບໍ່ລຳອຽງ ດັ່ງນັ້ນ ເພິ່ນຈຶ່ງບອກລ່ວງໜ້າວ່າຂ່າວດີຈະໄດ້ຮັບການປະກາດໃນ “ທຸກປະເທດ ທຸກຕະກູນ ທຸກພາສາ ແລະທຸກຊົນຊາດ.” (9 ແຕ່ກໍມີບາງຄົນທີ່ອາໄສຢູ່ອາພາດເມັນທີ່ມີການຮັກສາຄວາມປອດໄພຢ່າງເຄັ່ງຄັດ. ເຮົາຈະເຂົ້າເຖິງເຂົາເຈົ້າໄດ້ແນວໃດ? ເພື່ອຈະປະກາດກັບຄົນເຫຼົ່ານີ້ໄດ້ຫຼາຍຂຶ້ນ ອົງການຂອງພະເຢໂຫວາຈຶ່ງໃຊ້ການປະກາດສາທາລະນະໃນຮູບແບບຕ່າງໆ ເຊັ່ນ: ໃນປີ 2001 ຄະນະກຳມະການປົກຄອງໄດ້ອະນຸມັດໃຫ້ໃຊ້ລໍ້ວາງສະແດງປຶ້ມແລະວິທີອື່ນໆເພື່ອວາງສະແດງປຶ້ມຂອງເຮົາໃນປະເທດຝຣັ່ງ ແລະຕໍ່ມາກໍມີການໃຊ້ວິທີນີ້ໃນປະເທດອື່ນໆນຳ. ວິທີແບບນີ້ເກີດຜົນດີຫຼາຍ. ໃນປີ 2011 ອົງການຂອງພະເຢໂຫວາໄດ້ເລີ່ມໂຄງການທົດລອງໃນເຂດໜຶ່ງທີ່ມີຄົນໄປມາຫຼາຍທີ່ສຸດໃນເມືອງນິວຢອກປະເທດອາເມຣິກາ. ໃນປີທຳອິດມີການແຈກຢາຍປຶ້ມ 102.129 ຫົວແລະວາລະສານ 68.911 ຫົວ ແລະມີ 4.701 ຄົນຂໍຮຽນຄຳພີໄບເບິນ. ເຫັນໄດ້ແຈ້ງວ່າພະເຢໂຫວາກຳລັງໃຊ້ພະລັງບໍລິສຸດເພື່ອສະໜັບສະໜູນວຽກນີ້. ດັ່ງນັ້ນ ຄະນະກຳມະການປົກຄອງຈຶ່ງອະນຸມັດໃຫ້ໃຊ້ລໍ້ວາງສະແດງປຶ້ມຢູ່ທົ່ວໂລກ.
10. ເຮົາຕ້ອງເຮັດຫຍັງເພື່ອຈະປະກາດແລະສອນໄດ້ດີຂຶ້ນ?
10 ສິ່ງທີ່ເຈົ້າເຮັດໄດ້. ຢູ່ການປະຊຸມ ພະເຢໂຫວາຝຶກເຮົາໃຫ້ຮູ້ວິທີປະກາດ ດັ່ງນັ້ນ ໃຫ້ເອົາສິ່ງທີ່ໄດ້ຮຽນໄປໃຊ້. ໃຫ້ເຈົ້າໄປປະກາດເປັນປະຈຳກັບກຸ່ມປະກາດ ເພາະພີ່ນ້ອງໃນກຸ່ມນັ້ນຈະຊ່ອຍເຈົ້າໃຫ້ປະກາດແລະສອນເກັ່ງຂຶ້ນ ແລະເຈົ້າກໍຈະໄດ້ກຳລັງໃຈຈາກຕົວຢ່າງທີ່ດີຂອງເຂົາເຈົ້າ. ໃຫ້ອົດທົນປະກາດຕໍ່ໆໄປເຖິງວ່າຈະມີບັນຫາຫຼາຍຢ່າງ. ຄືກັບຂໍ້ພະຄຳພີຫຼັກຂອງບົດນີ້ເຕືອນເຮົາ ເຮົາຈະເຮັດໃຫ້ຄວາມຕ້ອງການຂອງພະເຈົ້າສຳເລັດບໍ່ແມ່ນຍ້ອນກຳລັງຂອງເຮົາເອງ ແຕ່ແມ່ນຍ້ອນພະລັງບໍລິສຸດ. (ຊກາ. 4:6, ລ.ມ.) ເຮົາໝັ້ນໃຈໄດ້ວ່າພະເຈົ້າຈະໃຫ້ກຳລັງທີ່ເຮົາຈຳເປັນຕ້ອງມີ ຍ້ອນວ່າເຮົາກຳລັງເຮັດວຽກຂອງເພິ່ນ.
ພະເຢໂຫວາເປັນພະເຈົ້າທີ່ມີລະບຽບແລະເຮັດໃຫ້ເກີດສັນຕິສຸກ
11. ເພື່ອຮັກສາຄວາມເປັນລະບຽບໃນທ່າມກາງປະຊາຊົນຂອງພະເຈົ້າ ຄະນະກຳມະການປົກຄອງໃນສະຕະວັດທຳອິດເຮັດວຽກແບບເປັນນ້ຳໜຶ່ງໃຈດຽວກັນແນວໃດ?
11 ໃນສະຕະວັດທຳອິດ. ຄະນະກຳມະການປົກຄອງໃນເມືອງເຢຣູຊາເລັມໄດ້ເຮັດວຽກແບບເປັນນ້ຳໜຶ່ງໃຈດຽວກັນເພື່ອຮັກສາຄວາມເປັນລະບຽບແລະສັນຕິສຸກໃນທ່າມກາງປະຊາຊົນຂອງພະເຈົ້າ. ຕົວຢ່າງເຊັ່ນ: ປະມານປີ ຄ.ສ 49 ກຈກ. 15:1, 2, 5-20, 28) ຜົນເປັນແນວໃດ? ພະເຢໂຫວາໄດ້ອວຍພອນການຕັດສິນໃຈຂອງເຂົາເຈົ້າ ປະຊາຄົມມີສັນຕິສຸກແລະເປັນນ້ຳໜຶ່ງໃຈດຽວກັນ ແລະວຽກປະກາດກໍເກີດຜົນດີ.—ກຈກ. 15:30, 31; 16:4, 5
ໄດ້ມີປະເດັນເລື່ອງການຮັບສິນຕັດ. ຄະນະກຳມະການປົກຄອງທີ່ໄດ້ຮັບການຊີ້ນຳຈາກພະລັງບໍລິສຸດຈຶ່ງລົມກັນກ່ຽວກັບບັນຫານີ້. ຖ້າພີ່ນ້ອງໃນປະຊາຄົມຍັງແຕກແຍກກັນໃນເລື່ອງນີ້ ການປະກາດກໍຈະບໍ່ເກີດຜົນ. ເຖິງວ່າຄະນະກຳມະການປົກຄອງທີ່ປະກອບດ້ວຍພວກອັກຄະສາວົກແລະພວກຜູ້ນຳຈະເປັນຄົນຢິວ ແຕ່ເຂົາເຈົ້າກໍບໍ່ໄດ້ຮັບອິດທິພົນຈາກທຳນຽມຂອງຄົນຢິວຫຼືຜູ້ທີ່ສອນຄຳສອນນີ້. ແທນທີ່ຈະເປັນແບບນັ້ນ ເຂົາເຈົ້າຊອກເບິ່ງຄຳແນະນຳໃນຄຳພີໄບເບິນແລະຂໍໃຫ້ພະລັງບໍລິສຸດຊ່ອຍເພື່ອຕັດສິນໃຈຢ່າງຖືກຕ້ອງ. (12. ມີຫຍັງເຮັດໃຫ້ເຫັນວ່າອົງການຂອງພະເຢໂຫວາໃນທຸກມື້ນີ້ມີລະບຽບແລະມີສັນຕິສຸກ?
12 ໃນປັດຈຸບັນ. ອົງການຂອງພະເຢໂຫວາຊ່ອຍປະຊາຊົນຂອງເພິ່ນໃຫ້ມີລະບຽບແລະມີສັນຕິສຸກ. ຫໍສັງເກດການແຫ່ງຊີໂອນແລະການປະກາດເຖິງການປະທັບຂອງພະຄລິດ (ພາສາອັງກິດ) ສະບັບ 15 ພະຈິກ 1985 ມີຫົວຂໍ້ວ່າ “ເໝາະສົມແລະເປັນລະບຽບ” ເຊິ່ງມາຈາກ 1 ໂກຣິນໂທ 14:40. ບົດຄວາມນີ້ເວົ້າວ່າ: “ພວກອັກຄະສາວົກຂຽນຫຼາຍຢ່າງເຖິງປະຊາຄົມໃນຍຸກທຳອິດກ່ຽວກັບເລື່ອງຄວາມເປັນລະບຽບ . . . ເປັນເລື່ອງສຳຄັນທີ່ຈະເຮັດຕາມ ‘ທຸກສິ່ງທີ່ຂຽນໄວ້ດົນນານມາແລ້ວໃນພະຄຳພີທີ່ຂຽນໄວ້ເພື່ອສອນພວກເຮົາ.’” (ຣມ. 15:4) ໃນທຸກມື້ນີ້ ອົງການຂອງພະເຢໂຫວາເຮັດວຽກໜັກຫຼາຍເພື່ອຈະເຮັດໃຫ້ປະຊາຄົມເປັນລະບຽບແລະມີສັນຕິສຸກຄືກັບພີ່ນ້ອງໃນສະໄໝແຕ່ກີ້. ຕົວຢ່າງເຊັ່ນ: ຖ້າເຈົ້າໄປສຶກສາຫໍສັງເກດການ ຢູ່ປະຊາຄົມອື່ນຫຼືຢູ່ປະເທດອື່ນ ເຈົ້າຮູ້ວ່າຫໍສັງເກດການ ຈະສຶກສາແນວໃດແລະຮຽນເລື່ອງຫຍັງ. ເຈົ້າຈະບໍ່ຮູ້ສຶກກັງວົນເລີຍ! ມີແຕ່ພະລັງຂອງພະເຈົ້າເທົ່ານັ້ນທີ່ສາມາດເຮັດໃຫ້ເກີດຄວາມເປັນເອກກະພາບແບບນີ້ໄດ້.—ຊໂຟ. 3:9
13. ເມື່ອຄິດເຖິງຢາໂກໂບ 3:17 ມີຄຳຖາມຫຍັງແດ່ທີ່ເຮົາຄວນຖາມໂຕເອງ?
13 ສິ່ງທີ່ເຈົ້າເຮັດໄດ້. ພະເຢໂຫວາຢາກໃຫ້ປະຊາຊົນຂອງເພິ່ນ “ເປັນນ້ຳໜຶ່ງໃຈດຽວກັນດ້ວຍພະລັງຂອງພະເຈົ້າ ແລະມີສັນຕິສຸກທີ່ຜູກພັນຄົນເຮົາໃຫ້ເປັນອັນໜຶ່ງອັນດຽວກັນ.” (ອຟຊ. 4:1-3) ດັ່ງນັ້ນ ໃຫ້ຖາມໂຕເອງວ່າ: ‘ຂ້ອຍສ້າງສັນຕິສຸກແລະຄວາມເປັນນ້ຳໜຶ່ງໃຈດຽວກັນໃນປະຊາຄົມບໍ? ຂ້ອຍເຊື່ອຟັງຜູ້ທີ່ນຳໜ້າບໍ? ຄົນອື່ນໄວ້ໃຈຂ້ອຍໄດ້ບໍໂດຍສະເພາະຖ້າຂ້ອຍມີໜ້າທີ່ຮັບຜິດຊອບໃນປະຊາຄົມ? ຂ້ອຍເປັນຄົນກົງເວລາແລະເຕັມໃຈຊ່ວຍເຫຼືອ ຄົນອື່ນບໍ?’ (ອ່ານຢາໂກໂບ 3:17) ຖ້າເຈົ້າເຫັນວ່າມີບາງຈຸດທີ່ສາມາດປັບປຸງໃຫ້ດີຂຶ້ນ ໃຫ້ອະທິດຖານຂໍພະລັງບໍລິສຸດເພື່ອຊ່ອຍເຈົ້າ. ເມື່ອເຈົ້າໃຫ້ພະລັງບໍລິສຸດນວດປັ້ນນິດໄສແລະການກະທຳຂອງເຈົ້າ ພີ່ນ້ອງກໍຈະຮັກເຈົ້າຫຼາຍຂຶ້ນແລະເຫັນຄ່າເຈົ້າ.
ພະເຢໂຫວາສອນເຮົາແລະໃຫ້ເຮົາມີສິ່ງຈຳເປັນ
14. ຕາມໂກໂລຊາຍ 1:9, 10 ພະເຢໂຫວາສອນປະຊາຊົນຂອງເພິ່ນແນວໃດໃນສະຕະວັດທຳອິດ?
14 ໃນສະຕະວັດທຳອິດ. ພະເຢໂຫວາມັກສອນປະຊາຊົນຂອງເພິ່ນ. (ເພງ. 32:8) ພະເຢໂຫວາຢາກໃຫ້ເຮົາຮູ້ຈັກເພິ່ນ ຮັກເພິ່ນ ແລະມີຊີວິດຕະຫຼອດໄປໃນຖານະເປັນລູກທີ່ຮັກຂອງເພິ່ນ. ແຕ່ທັງໝົດນີ້ຄືຊິເປັນໄປບໍ່ໄດ້ຖ້າພະເຢໂຫວາບໍ່ສອນເຮົາ. (ຢຮ. 17:3) ໃນສະຕະວັດທຳອິດ ພະເຢໂຫວາໃຊ້ປະຊາຄົມຄລິດສະຕຽນເພື່ອສອນປະຊາຊົນຂອງເພິ່ນ. (ອ່ານໂກໂລຊາຍ 1:9, 10) ພະລັງບໍລິສຸດເຊິ່ງເປັນ “ຜູ້ຊ່ວຍ” ທີ່ພະເຢຊູສັນຍາໄວ້ມີໜ້າທີ່ສຳຄັນໃນການຊ່ອຍພວກລູກສິດ. (ຢຮ. 14:16) ພະລັງນີ້ຊ່ອຍພວກລູກສິດໃຫ້ເຂົ້າໃຈຄຳສອນຂອງພະເຈົ້າຫຼາຍຂຶ້ນ ແລະຊ່ອຍເຂົາເຈົ້າໃຫ້ຈື່ສິ່ງຕ່າງໆທີ່ພະເຢຊູເວົ້າແລະເຮັດ ເຊິ່ງເຮົາອ່ານເລື່ອງເຫຼົ່ານີ້ໄດ້ໃນປຶ້ມຂ່າວດີ 4 ຫົວ. ຄວາມຮູ້ນີ້ຊ່ອຍຄລິດສະຕຽນຍຸກທຳອິດໃຫ້ມີຄວາມເຊື່ອເຂັ້ມແຂງຫຼາຍຂຶ້ນແລະຮັກພະເຢໂຫວາ ຮັກລູກຊາຍຂອງເພິ່ນ ແລະຮັກກັນແລະກັນ.
15. ມີຫຍັງແດ່ທີ່ເຈົ້າເຫັນວ່າຄຳສັນຍາຂອງພະເຢໂຫວາໃນເອຊາອີ 2:2, 3 ເກີດຂຶ້ນແທ້?
15 ໃນປັດຈຸບັນ. ພະເຢໂຫວາບອກລ່ວງໜ້າວ່າ “ໃນສະໄໝສຸດທ້າຍ” ຄົນທຸກຊາດຈະມາເຕົ້າໂຮມກັນຢູ່ພູເຂົາໂດຍໄນເພື່ອຈະໄດ້ຮັບການສອນຈາກເພິ່ນ. (ອ່ານເອຊາອີ 2:2, 3) * ເຮົາເຫັນວ່າຄຳພະຍາກອນນີ້ກຳລັງເກີດຂຶ້ນແທ້ ເພາະການນະມັດສະການແທ້ຖືກຍົກໃຫ້ສູງກວ່າການນະມັດສະການ ປອມທຸກຮູບແບບ. ພະເຢໂຫວາກຳລັງຈັດໃຫ້ປະຊາຊົນຂອງເພິ່ນມີຄວາມຮູ້ບັກຫຼາຍໆກ່ຽວກັບຄຳພີໄບເບິນ. (ເອຊາ. 25:6) ໂດຍທາງ “ທາດສັດຊື່ແລະສຸຂຸມ” ພະເຢໂຫວາຈັດໃຫ້ເຮົາມີຄວາມຮູ້ຫຼາຍຢ່າງທີ່ມາຈາກຫຼາຍໆທາງ ເຊັ່ນ: ບົດຄວາມຕ່າງໆ ຄຳບັນລະຍາຍ ວິດີໂອ ແລະກາຕູນ. (ມທ. 24:45) ເຮົາຮູ້ສຶກຄືກັບເອລີຫຶໝູ່ຂອງໂຢບທີ່ເວົ້າຢ່າງຖືກຕ້ອງວ່າ: “ໃຜຈະສັ່ງສອນໄດ້ດີສ່ຳກັບພະເຈົ້າ?”—ໂຢບ 36:22, ລ.ມ.
16. ເຈົ້າຕ້ອງເຮັດຫຍັງເພື່ອຈະມີຄວາມເຊື່ອເຂັ້ມແຂງ?
16 ສິ່ງທີ່ເຈົ້າເຮັດໄດ້. ພະລັງຂອງພະເຈົ້າຈະຊ່ອຍເຈົ້າໃຫ້ເອົາສິ່ງທີ່ໄດ້ອ່ານໄດ້ຮຽນໃນຄຳພີໄບເບິນໄປໃຊ້ໃນຊີວິດ. ໃຫ້ອະທິດຖານຄືກັບຜູ້ຂຽນຄຳເພງທີ່ເວົ້າວ່າ: “ຂໍໂຜດສັ່ງສອນຂ້ານ້ອຍໃຫ້ຮູ້ຈັກທາງຂອງພະອົງ. ຂ້ານ້ອຍຈະທຽວໄປໃນຄວາມຈິງຂອງພະອົງ. ຂໍໃຫ້ໃຈຂ້ານ້ອຍຕິດພັນກັບຄວາມຢ້ານຢຳນາມຊື່ຂອງພະອົງ.” (ເພງ. 86:11) ດັ່ງນັ້ນ ໃຫ້ເຈົ້າອ່ານແລະສຶກສາຄຳພີໄບເບິນແລະປຶ້ມຕ່າງໆທີ່ອົງການຂອງພະເຢໂຫວາຈັດກຽມໃຫ້. ແນ່ນອນວ່າເປົ້າໝາຍຂອງເຈົ້າບໍ່ແມ່ນພຽງແຕ່ມີຄວາມຮູ້ເທົ່ານັ້ນ ເຈົ້າຕ້ອງໃຫ້ຄວາມຈິງເຂົ້າໄປໃນຫົວໃຈຂອງເຈົ້າແລະເອົາໄປໃຊ້ໃນຊີວິດນຳອີກ. ພະລັງຂອງພະເຢໂຫວາສາມາດຊ່ອຍເຈົ້າໃຫ້ເຮັດແບບນັ້ນໄດ້. ນອກຈາກນັ້ນ ເຈົ້າກໍຍັງຢາກໃຫ້ກຳລັງໃຈພີ່ນ້ອງຄືກັນ. (ຮຣ. 10:24, 25) ຍ້ອນຫຍັງ? ຍ້ອນວ່າເຂົາເຈົ້າເປັນຄອບຄົວຂອງເຈົ້າ. ໃຫ້ອະທິດຖານຂໍພະລັງຂອງພະເຈົ້າຊ່ອຍເຈົ້າໃຫ້ຕອບຈາກໃຈຢູ່ການປະຊຸມແລະເຮັດສ່ວນມອບໝາຍໃຫ້ດີທີ່ສຸດ. ເມື່ອເຮັດແບບນີ້ ເຈົ້າກໍສະແດງໃຫ້ພະເຢໂຫວາແລະລູກຊາຍຂອງເພິ່ນເຫັນວ່າ ເຈົ້າຮັກ “ແກະ” ທີ່ມີຄ່າຂອງພວກເພິ່ນ.—ຢຮ. 21:15-17
17. ເຈົ້າຈະສະແດງໃຫ້ເຫັນແນວໃດວ່າເຈົ້າສະໜັບສະໜູນອົງການຂອງພະເຢໂຫວາຢ່າງສັດຊື່?
17 ອີກບໍ່ດົນຈະມີແຕ່ອົງການດຽວເທົ່ານັ້ນທີ່ເຫຼືອຢູ່ໃນໂລກເຊິ່ງເປັນອົງການທີ່ໄດ້ຮັບການຊີ້ນຳຈາກພະລັງຂອງພະເຈົ້າ. ດັ່ງນັ້ນ ໃຫ້ເຮັດວຽກຢ່າງກະຕືລືລົ້ນຮ່ວມກັບອົງການຂອງພະເຢໂຫວາ. ໃຫ້ສະແດງຄວາມຮັກທີ່ບໍ່ລຳອຽງແບບພະເຢໂຫວາໂດຍປະກາດຂ່າວດີກັບທຸກຄົນທີ່ເຈົ້າພົບ. ໃຫ້ຮຽນແບບຄວາມຮັກຂອງພະເຢໂຫວາໃນເລື່ອງຄວາມເປັນລະບຽບແລະມີສັນຕິສຸກໂດຍສ້າງຄວາມເປັນນ້ຳໜຶ່ງໃຈດຽວກັນໃນປະຊາຄົມ. ແລະໃຫ້ຟັງຄູສອນອົງຍິ່ງໃຫຍ່ໂດຍຮຽນຮູ້ຈາກທຸກສິ່ງທີ່ເພິ່ນຈັດກຽມໃຫ້. ຖ້າເຈົ້າເຮັດແບບນີ້ ເມື່ອໂລກທີ່ຊາຕານປົກຄອງເຖິງຈຸດຈົບ ເຈົ້າກໍຈະບໍ່ຢ້ານ. ແທນທີ່ຈະຢ້ານ ເຈົ້າຈະໝັ້ນໃຈແລະຈະຢືນຢູ່ກັບຄົນທີ່ຮັບໃຊ້ອົງການຂອງພະເຢໂຫວາຢ່າງພັກດີ.
ເພງ 3 ເປັນກຳລັງ ຄວາມຫວັງ ແລະຄວາມໝັ້ນໃຈຂອງເຮົາ
^ ຂໍ້ 5 ເຈົ້າໝັ້ນໃຈບໍວ່າພະເຢໂຫວາກຳລັງຊີ້ນຳອົງການຂອງເພິ່ນໃນທຸກມື້ນີ້. ໃນບົດນີ້ເຮົາຈະເບິ່ງວ່າ ພະເຢໂຫວາຊີ້ນຳປະຊາຄົມຄລິດສະຕຽນໃນຍຸກທຳອິດແນວໃດ ແລະເຮົາຈະເບິ່ງວ່າພະເຢໂຫວາຍັງຊີ້ນຳປະຊາຊົນຂອງເພິ່ນໃນທຸກມື້ນີ້ແນວໃດ.
^ ຂໍ້ 1 ການອະທິບາຍສຳນວນ: ອົງການຂອງພະເຢໂຫວາມີທັງຢູ່ໃນສະຫວັນແລະຢູ່ໃນໂລກ. ໃນບົດນີ້ ຄຳວ່າ “ອົງການ” ໝາຍເຖິງສ່ວນທີ່ຢູ່ໃນໂລກ.
^ ຂໍ້ 15 ເອຊາອີ 2:2, 3 (ລ.ມ.): “ໃນສະໄໝສຸດທ້າຍ ພູເຂົາທີ່ມີວິຫານຂອງພະເຢໂຫວາຕັ້ງຢູ່ຈະຕັ້ງໝັ້ນຄົງແລະສູງກວ່າພູເຂົາອື່ນໆ ແລະຈະຖືກຍົກໃຫ້ສູງເດັ່ນກວ່າພູເຂົາທຸກໜ່ວຍ. ຄົນຈາກທຸກຊາດຈະພາກັນໄປຫັ້ນ. ຊົນຊາດຕ່າງໆຈະພາກັນໄປແລະເວົ້າວ່າ: ‘ໄປ໋ ຂຶ້ນໄປເທິງພູເຂົາຂອງພະເຢໂຫວາ ໄປວິຫານຂອງພະເຈົ້າຂອງຢາໂຄບ. ເພິ່ນຈະສອນເຮົາໃຫ້ຮູ້ຈັກແນວທາງຂອງເພິ່ນ ເຮົາຈະໄດ້ໃຊ້ຊີວິດຕາມແນວທາງນັ້ນ.’ ເພາະຄຳສັ່ງສອນຈະມາຈາກຊີໂອນ ແລະຄຳສອນຂອງພະເຢໂຫວາຈະມາຈາກເຢຣູຊາເລັມ.”
^ ຂໍ້ 53 ຄຳອະທິບາຍຮູບ: ຫຼັງຈາກເບິ່ງວິດີໂອແລະເຫັນພີ່ນ້ອງຄົນອື່ນກຳລັງຮັບໃຊ້ໃນເຂດທີ່ຕ້ອງການຜູ້ປະກາດຫຼາຍກວ່າ ພີ່ນ້ອງຍິງທີ່ເປັນໄພໂອເນຍໄດ້ຖືກກະຕຸ້ນໃຫ້ຢາກເຮັດຕາມຕົວຢ່າງຂອງເຂົາເຈົ້າ. ໃນທີ່ສຸດລາວກໍເຮັດໄດ້ຕາມເປົ້າໝາຍ ນັ້ນຄືຮັບໃຊ້ໃນເຂດທີ່ຕ້ອງການຜູ້ປະກາດຫຼາຍກວ່າ.