ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 41

ວິທີ​ຊ່ອຍ​ນັກ​ສຶກສາ​ໃຫ້​ກ້າວ​ໜ້າ​ຈົນ​ຮັບ​ບັບເຕມາ—ຕອນ​ທີ 1

ວິທີ​ຊ່ອຍ​ນັກ​ສຶກສາ​ໃຫ້​ກ້າວ​ໜ້າ​ຈົນ​ຮັບ​ບັບເຕມາ—ຕອນ​ທີ 1

“ເຫັນ​ໄດ້​ແຈ້ງ​ວ່າ​ພວກ​ເຈົ້າ​ເປັນ​ໜັງສື​ຈາກ​ພະຄລິດ​ທີ່​ເປັນ​ຜົນ​ງານ​ຈາກ​ວຽກ​ຮັບໃຊ້​ຂອງ​ພວກ​ເຮົາ.”—2 ກຣ. 3:3

ເພງ 78 “ສອນ​ຄຳ​ສອນ​ຂອງ​ພະເຈົ້າ”

ໃຈ​ຄວາມ​ສຳຄັນ *

ເປັນ​ເລື່ອງ​ທີ່​ໜ້າ​ຕື່ນ​ເຕັ້ນ​ຍິນດີ​ແທ້ໆສຳລັບ​ທຸກ​ຄົນ​ໃນ​ປະຊາຄົມ​ທີ່​ເຫັນ​ນັກສຶກສາ​ທີ່​ເຂົາ​ເຈົ້າ​ຮັກ​ຮັບ​ບັບເຕມາ (ເບິ່ງ​ຂໍ້ 1)

1. 2 ໂກຣິນໂທ 3:1-3 ຊ່ອຍ​ເຮົາ​ແນວ​ໃດ​ໃຫ້​ເຫັນ​ຄ່າ​ສິດທິ​ພິເສດ​ທີ່​ໄດ້​ສຶກສາ​ກັບ​ບາງ​ຄົນ​ຈົນ​ຮັບ​ບັບເຕມາ? (ເບິ່ງ​ຮູບ​ໜ້າ​ປົກ)

ເຈົ້າ​ຮູ້ສຶກ​ແນວ​ໃດ​ເມື່ອ​ເຫັນ​ນັກ​ສຶກສາ​ໃນ​ປະຊາຄົມ​ຮັບ​ບັບເຕມາ? ເຈົ້າ​ຄື​ຊິ​ດີ​ໃຈ​ຫຼາຍ. (ມທ. 28:19) ຖ້າ​ເຈົ້າ​ເປັນ​ຜູ້​ທີ່​ສຶກສາ​ໃຫ້​ລາວ ເຈົ້າ​ຄື​ຊິ​ຕື່ນ​ເຕັ້ນ​ແລະ​ດີ​ໃຈ​ຫຼາຍ​ແທ້ໆທີ່​ເຫັນ​ລາວ​ຮັບ​ບັບເຕມາ! (1 ທຊ. 2:19, 20) ຄົນ​ທີ່​ຮັບ​ບັບເຕມາ​ໃໝ່​ເປັນ​ໜັງສື​ແນະນຳ​ຕົວ​ສຳລັບ​ຜູ້​ທີ່​ສຶກສາ​ນຳ​ເຂົາ​ເຈົ້າ​ແລະ​ທຸກ​ຄົນ​ໃນ​ປະຊາຄົມ.—ອ່ານ 2 ໂກຣິນໂທ 3:1-3

2. (ກ) ເຮົາ​ຄວນ​ຄິດ​ເຖິງ​ຄຳຖາມ​ຫຍັງ​ທີ່​ສຳຄັນ ແລະ​ຍ້ອນ​ຫຍັງ? (ຂ) ການ​ຮຽນ​ຄຳພີ​ໄບເບິນ​ແມ່ນ​ຫຍັງ? (ເບິ່ງ​ໄຂ​ເງື່ອນ)

2 ໃນ 4 ປີ​ທີ່​ຜ່ານ​ມາ​ເປັນ​ສິ່ງ​ທີ່​ດີ​ແທ້ໆທີ່​ເຫັນ​ວ່າ​ໂດຍ​ສະເລ່ຍ​ແລ້ວ​ມີ​ປະມານ 10 ລ້ານ​ຄົນ​ຮຽນ​ຄຳພີ​ໄບເບິນ *ໃນ​ແຕ່​ລະ​ເດືອນ​ຢູ່​ທົ່ວ​ໂລກ. ໃນ​ເວລາ​ດຽວ​ກັນ ໃນ​ແຕ່​ລະ​ປີ​ມີ​ປະມານ 280.000 ຄົນ​ໄດ້​ຮັບ​ບັບເຕມາ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ​ແລະ​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະ​ເຢຊູ​ຄລິດ. ເຮົາ​ຈະ​ຊ່ອຍ​ນັກ​ສຶກສາ​ຫຼາຍ​ລ້ານ​ຄົນ​ເຫຼົ່າ​ນີ້​ແນວ​ໃດ​ໃຫ້​ຮັບ​ບັບເຕມາ? ພະ​ເຢໂຫວາ​ຍັງ​ເປີດ​ໂອກາດ​ໃຫ້​ຄົນ​ເຂົ້າ​ມາ​ເປັນ​ພະຍານ​ຂອງ​ເພິ່ນ ດັ່ງ​ນັ້ນ ເຮົາ​ຈຶ່ງ​ຢາກ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ຊ່ອຍ​ເຂົາ​ເຈົ້າ​ໃຫ້​ກ້າວ​ໜ້າ​ຈົນ​ຮັບ​ບັບເຕມາ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້ ເພາະ​ເວລາ​ໃກ້​ຈະ​ໝົດ​ແລ້ວ.—1 ກຣ. 7:29 ສ່ວນ ກ; 1 ປຕ. 4:7

3. ໃນ​ບົດ​ນີ້​ເຮົາ​ຈະ​ຮຽນ​ຫຍັງ​ກ່ຽວ​ກັບ​ການ​ນຳ​ການ​ສຶກສາ?

3 ເນື່ອງ​ຈາກ​ການ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ​ເປັນ​ເລື່ອງ​ສຳຄັນ​ຫຼາຍ​ໃນ​ຕອນ​ນີ້ ຄະນະ​ກຳມະການ​ປົກຄອງ​ຈຶ່ງ​ຂໍ​ໃຫ້​ສາຂາ​ຕ່າງໆຊອກ​ເບິ່ງ​ວິທີ​ຕ່າງໆເພື່ອ​ຊ່ອຍ​ນັກ​ສຶກສາ​ໃຫ້​ກ້າວ​ໜ້າ​ຈົນ​ຮັບ​ບັບເຕມາ. ໃນ​ບົດ​ນີ້​ແລະ​ບົດ​ຕໍ່​ໄປ ເຮົາ​ຈະ​ເບິ່ງ​ສິ່ງ​ທີ່​ເຮົາ​ຮຽນ​ໄດ້​ຈາກ​ໄພໂອເນຍ ມິດຊັນນາຣີ ແລະ​ຜູ້​ດູ​ແລ​ໝວດ​ທີ່​ມີ​ປະສົບການ. * (ສຸພາ. 11:14; 15:22) ເຂົາ​ເຈົ້າ​ຈະ​ເວົ້າ​ເຖິງ​ສິ່ງ​ທີ່​ຜູ້​ສອນ​ແລະ​ນັກ​ສຶກສາ​ສາມາດ​ເຮັດ​ໄດ້​ເພື່ອ​ໃຫ້​ການ​ຮຽນ​ຄຳພີ​ໄບເບິນ​ເປັນ​ປະໂຫຍດ​ຫຼາຍ​ຂຶ້ນ​ຕໍ່​ນັກ​ສຶກສາ. ໃນ​ບົດ​ນີ້​ເຮົາ​ຈະ​ຮຽນ​ກ່ຽວ​ກັບ 5 ສິ່ງ​ທີ່​ນັກ​ສຶກສາ​ທຸກ​ຄົນ​ຕ້ອງ​ເຮັດ​ເພື່ອ​ຈະ​ກ້າວ​ໜ້າ​ຈົນ​ຮັບ​ບັບເຕມາ. ເນື່ອງ​ຈາກ​ເປັນ​ຜູ້​ສອນ ເຮົາ​ກໍ​ຕ້ອງ​ຊ່ອຍ​ນັກ​ສຶກສາ​ໃຫ້​ເຮັດ 5 ສິ່ງ​ນີ້.

ຮຽນ​ທຸກໆອາທິດ

ໃຫ້​ຖາມ​ນັກ​ສຶກສາ​ວ່າ​ຈະ​ນັ່ງ​ລົມ​ກັນ​ເລື່ອງ​ຄຳພີ​ໄບເບິນ​ໄດ້​ບໍ່ (ເບິ່ງ​ຂໍ້ 4-6)

4. ເຮົາ​ຄວນ​ຄິດ​ແນວ​ໃດ​ກ່ຽວ​ກັບ​ການ​ຮຽນ​ພະ​ຄຳພີ​ແບບ​ສັ້ນໆ?

4 ພີ່ນ້ອງ​ຫຼາຍ​ຄົນ​ກຳລັງ​ສຶກສາ​ພະ​ຄຳພີ​ແບບ​ສັ້ນໆກັບ​ບາງ​ຄົນ​ໂດຍ​ມີ​ແຕ່​ຢືນ​ສຶກສາ​ຢູ່​ໜ້າ​ເຮືອນ​ຂອງ​ເຂົາ​ເຈົ້າ​ເທົ່າ​ນັ້ນ. ເຖິງ​ວ່າ​ການ​ເຮັດ​ແບບ​ນີ້​ຈະ​ເປັນ​ການ​ເລີ່ມ​ຕົ້ນ​ທີ່​ດີ​ເພື່ອ​ປູກ​ຝັງ​ຄວາມ​ສົນ​ໃຈ​ຕໍ່​ຄຳພີ​ໄບເບິນ​ໃຫ້​ເຂົາ​ເຈົ້າ ແຕ່​ສ່ວນ​ຫຼາຍ​ແລ້ວ​ການ​ລົມ​ກັນ​ແບບ​ນີ້​ຈະ​ເປັນ​ແບບ​ສັ້ນໆແລະ​ອາດ​ຈະ​ບໍ່​ໄດ້​ລົມ​ກັນ​ທຸກໆອາທິດ. ເພື່ອ​ຊ່ອຍ​ຜູ້​ທີ່​ເຮົາ​ລົມ​ນຳ​ໃຫ້​ສົນ​ໃຈ​ພະ​ຄຳພີ​ຫຼາຍ​ຂຶ້ນ ພີ່ນ້ອງ​ບາງ​ຄົນ​ໄດ້​ເອົາ​ຂໍ້​ມູນ​ຕິດ​ຕໍ່​ຂອງ​ເຂົາ​ເຈົ້າ​ໃຫ້​ຜູ້​ສົນ​ໃຈ​ເພື່ອ​ຈະ​ສາມາດ​ສົ່ງ​ຂໍ້​ຄວາມ​ຫຼື​ໂທ​ລົມ​ກັນ​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ເລື່ອງ​ພະ​ຄຳພີ​ກ່ອນ​ຈະ​ໄປ​ຫາ​ຜູ້​ນັ້ນ​ອີກ. ການ​ລົມ​ກັນ​ສັ້ນໆແບບ​ນີ້​ອາດ​ໃຊ້​ເວລາ​ຫຼາຍ​ເດືອນ​ໂດຍ​ທີ່​ບໍ່​ໄດ້​ເລີ່ມ​ຮຽນ​ພະ​ຄຳພີ​ແບບ​ເກີດ​ຜົນ. ຖ້າ​ນັກ​ສຶກສາ​ບໍ່​ໄດ້​ໃຊ້​ເວລາ​ຫຼາຍ​ຂຶ້ນ​ແລະ​ບໍ່​ໄດ້​ພະຍາຍາມ​ຕື່ມ​ອີກ​ໃນ​ການ​ຮຽນ​ພະ​ຄຳພີ ລາວ​ຈະ​ກ້າວ​ໜ້າ​ແທ້ໆຈົນ​ເຖິງ​ຂັ້ນ​ອຸທິດ​ຕົວ​ແລະ​ຮັບ​ບັບເຕມາ​ບໍ? ຄື​ຊິ​ບໍ່​ໄປ​ຮອດ​ໃສ.

5. ພະ​ເຢຊູ​ເວົ້າ​ຫຍັງ​ໃນ​ລູກາ 14:27-33 ທີ່​ເຮົາ​ໃຊ້​ໄດ້​ເພື່ອ​ຊ່ອຍ​ນັກ​ສຶກສາ?

5 ມີ​ເທື່ອ​ໜຶ່ງ​ພະ​ເຢຊູ​ໄດ້​ອະທິບາຍ​ໂດຍ​ໃຊ້​ຕົວຢ່າງ​ໜຶ່ງ​ກ່ຽວ​ກັບ​ສິ່ງ​ທີ່​ຄົນ​ເຮົາ​ຕ້ອງ​ເຮັດ​ຖ້າ​ລາວ​ຢາກ​ເປັນ​ລູກສິດ​ຂອງ​ເພິ່ນ. ພະ​ເຢຊູ​ໄດ້​ເວົ້າ​ເຖິງ​ບາງ​ຄົນ​ທີ່​ຢາກ​ສ້າງ​ຫໍ​ຄອຍ ແລະ​ເວົ້າ​ເຖິງ​ກະສັດ​ອົງ​ໜຶ່ງ​ທີ່​ຢາກ​ເຮັດ​ສົງຄາມ. ເພິ່ນ​ເວົ້າ​ວ່າ ຄົນ​ທີ່​ຢາກ​ສ້າງ​ຫໍ​ຄອຍ​ຕ້ອງ “ນັ່ງ​ລົງ​ແລະ​ຄິດ​ໄລ່​ຄ່າ​ໃຊ້​ຈ່າຍ​ກ່ອນ” ເພື່ອ​ຈະ​ຮູ້​ວ່າ​ມີ​ເງິນ​ພຽງ​ພໍ​ສ້າງ​ໃຫ້​ແລ້ວ​ຫຼື​ບໍ່ ແລະ​ເພິ່ນ​ເວົ້າ​ເຖິງ​ກະສັດ​ວ່າ ລາວ​ຕ້ອງ “ນັ່ງ​ລົມ​ກັບ​ທີ່​ປຶກສາ​ກ່ອນ” ເພື່ອ​ເບິ່ງ​ວ່າ​ກອງທັບ​ຂອງ​ລາວ​ຈະ​ເຮັດ​ສຳເລັດ​ຕາມ​ທີ່​ຕັ້ງ​ໃຈ​ໄວ້​ໄດ້​ບໍ່. (ອ່ານ​ລູກາ 14:27-33) ຄ້າຍ​ຄື​ກັນ ພະ​ເຢຊູ​ຮູ້​ວ່າ​ຜູ້​ທີ່​ຢາກ​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ເພິ່ນ​ຕ້ອງ​ຄິດ​ເບິ່ງ​ຄັກໆວ່າ​ລາວ​ຕ້ອງ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ຕິດ​ຕາມ​ເພິ່ນ​ໄດ້. ຍ້ອນ​ແນວ​ນີ້ ເຮົາ​ຕ້ອງ​ກະຕຸ້ນ​ນັກ​ສຶກສາ​ໃຫ້​ຮຽນ​ກັບ​ເຮົາ​ທຸກໆອາທິດ. ແຕ່​ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?

6. ເຮົາ​ອາດ​ພະຍາຍາມ​ເຮັດ​ຫຍັງ​ເພື່ອ​ຊ່ອຍ​ນັກ​ສຶກສາ​ໃຫ້​ກ້າວ​ໜ້າ?

6 ໃຫ້​ເພີ່ມ​ເວລາ​ທີ່​ຢືນ​ສຶກສາ​ແບບ​ສັ້ນໆຢູ່​ໜ້າ​ເຮືອນ​ໃຫ້​ຍາວ​ອອກ​ໄປ​ອີກ​ໜ້ອຍ​ໜຶ່ງ. ໃນ​ແຕ່​ລະ​ເທື່ອ​ທີ່​ໄປ​ຫາ ແທນ​ທີ່​ຈະ​ລົມ​ກັນ​ແຕ່​ພະ​ຄຳພີ​ຂໍ້​ດຽວ ໃຫ້​ລົມ​ກັນ​ຈັກ​ສອງ​ຂໍ້. ເມື່ອ​ເຈົ້າ​ຂອງ​ເຮືອນ​ລຶ້ງ​ກັບ​ການ​ໃຊ້​ເວລາ​ລົມ​ກັນ​ດົນ​ໜ້ອຍ​ໜຶ່ງ ໃຫ້​ຖາມ​ລາວ​ວ່າ​ມີ​ບ່ອນ​ທີ່​ຈະ​ນັ່ງ​ລົມ​ກັນ​ຕໍ່​ເລື່ອງ​ຄຳພີ​ໄບເບິນ​ບໍ່. ຄຳຕອບ​ຂອງ​ເຈົ້າ​ຂອງ​ເຮືອນ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ການ​ຮຽນ​ຄຳພີ​ໄບເບິນ​ສຳຄັນ​ຕໍ່​ລາວ​ສ່ຳ​ໃດ. ເພື່ອ​ຊ່ອຍ​ນັກ​ສຶກສາ​ໃຫ້​ຮຽນ​ຮູ້​ໄວ​ຂຶ້ນ ເຈົ້າ​ອາດ​ຖາມ​ລາວ​ວ່າ ລາວ​ຢາກ​ຮຽນ​ສອງ​ເທື່ອ​ຕໍ່​ອາທິດ​ບໍ. ນອກ​ຈາກ​ຮຽນ​ໜຶ່ງ​ເທື່ອ​ຫຼື​ສອງ​ເທື່ອ​ຕໍ່​ອາທິດ​ແລ້ວ​ກໍ​ຍັງ​ຕ້ອງ​ໄດ້​ເຮັດ​ສິ່ງ​ອື່ນ​ອີກ.

ກຽມ​ລ່ວງ​ໜ້າ​ໃນ​ການ​ຮຽນ​ແຕ່​ລະ​ເທື່ອ

ກຽມ​ລ່ວງ​ໜ້າ​ດີໆ ແລະ​ສອນ​ນັກ​ສຶກສາ​ໃຫ້​ຮູ້​ວິທີ​ກຽມ (ເບິ່ງ​ຂໍ້ 7-9)

7. ຜູ້​ສອນ​ຈະ​ກຽມ​ລ່ວງ​ໜ້າ​ດີໆແນວ​ໃດ​ໃນ​ການ​ຮຽນ​ແຕ່​ລະ​ເທື່ອ?

7 ຍ້ອນ​ເປັນ​ຜູ້​ສອນ ເຈົ້າ​ຕ້ອງ​ກຽມ​ລ່ວງ​ໜ້າ​ດີໆໃນ​ການ​ຮຽນ​ແຕ່​ລະ​ເທື່ອ. ເຈົ້າ​ຄວນ​ເລີ່ມ​ຕົ້ນ​ໂດຍ​ອ່ານ​ສິ່ງ​ທີ່​ຈະ​ຮຽນ​ນຳ​ກັນ​ແລະ​ເບິ່ງ​ຂໍ້​ພະ​ຄຳພີ. ໃຫ້​ເຂົ້າ​ໃຈ​ຈຸດ​ສຳຄັນ ໃຫ້​ຄິດ​ເຖິງ​ຫົວ​ຂໍ້​ຂອງ​ບົດ​ນັ້ນ ຫົວ​ຂໍ້​ຍ່ອຍ ຄຳຖາມ ຂໍ້​ພະ​ຄຳພີ​ທີ່​ຈະ “ອ່ານ” ຮູບ ແລະ​ວິດີໂອ​ຕ່າງໆທີ່​ອາດ​ຊ່ອຍ​ອະທິບາຍ​ເລື່ອງ​ນັ້ນ. ຈາກ​ນັ້ນ ໃຫ້​ຄິດ​ເຖິງ​ນັກ​ສຶກສາ​ແລະ​ຄິດ​ເຖິງ​ວິທີ​ທີ່​ເຈົ້າ​ຈະ​ອະທິບາຍ​ເລື່ອງ​ນັ້ນ​ແບບ​ຈະ​ແຈ້ງ​ແລະ​ເຂົ້າ​ໃຈ​ງ່າຍ​ເພື່ອ​ນັກ​ສຶກສາ​ຈະ​ເຂົ້າ​ໃຈ​ງ່າຍໆແລະ​ເອົາ​ໄປ​ໃຊ້.—ນເຫ. 8:8; ສຸພາ. 15:28, ສ່ວນ ກ

8. ຄຳເວົ້າ​ຂອງ​ໂປໂລ​ໃນ​ໂກໂລຊາຍ 1:9, 10 ສອນ​ຫຍັງ​ເຮົາ​ກ່ຽວ​ກັບ​ການ​ອະທິດຖານ​ສຳລັບ​ນັກ​ສຶກສາ?

8 ສ່ວນ​ໜຶ່ງ​ຂອງ​ການ​ກຽມ​ລ່ວງ​ໜ້າ​ດີໆແມ່ນ ເຈົ້າ​ຕ້ອງ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ກ່ຽວ​ກັບ​ນັກ​ສຶກສາ​ແລະ​ຄວາມ​ຈຳເປັນ​ຂອງ​ລາວ. ຂໍ​ພະ​ເຢໂຫວາ​ຊ່ອຍ​ເຈົ້າ​ໃຫ້​ສອນ​ຄຳພີ​ໄບເບິນ​ໃນ​ແບບ​ທີ່​ຈະ​ເຂົ້າ​ເຖິງ​ຫົວໃຈ​ຂອງ​ນັກ​ສຶກສາ. (ອ່ານ​ໂກໂລຊາຍ 1:9, 10) ໃຫ້​ຖາມ​ໂຕ​ເອງ​ວ່າ ມີ​ຫຍັງ​ບໍ​ທີ່​ນັກ​ສຶກສາ​ຈະ​ເຂົ້າ​ໃຈ​ຍາກ​ຫຼື​ບໍ່​ເຫັນ​ດີ​ນຳ? ໃຫ້​ຈື່​ໄວ້​ວ່າ ເປົ້າ​ໝາຍ​ຂອງ​ເຈົ້າ​ແມ່ນ​ຊ່ອຍ​ນັກ​ສຶກສາ​ໃຫ້​ກ້າວ​ໜ້າ​ຈົນ​ຮັບ​ບັບເຕມາ.

9. ເຈົ້າ​ຈະ​ຊ່ອຍ​ນັກ​ສຶກສາ​ແນວ​ໃດ​ໃຫ້​ກຽມ​ສຳລັບ​ການ​ຮຽນ​ພະ​ຄຳພີ? ໃຫ້​ອະທິບາຍ.

9 ເຮົາ​ຫວັງ​ວ່າ​ການ​ຮຽນ​ເປັນ​ປະຈຳ​ຈະ​ຊ່ອຍ​ນັກ​ສຶກສາ​ໃຫ້​ເຫັນ​ຄ່າ​ສິ່ງ​ທີ່​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ໄດ້​ເຮັດ ແລະ​ສິ່ງ​ເຫຼົ່າ​ນີ້​ຈະ​ເຮັດ​ໃຫ້​ລາວ​ຢາກ​ຮຽນ​ຮູ້​ຫຼາຍ​ຂຶ້ນ. (ມທ. 5:3, 6) ເພື່ອ​ຈະ​ໄດ້​ຮັບ​ປະໂຫຍດ​ເຕັມທີ​ຈາກ​ການ​ຮຽນ ນັກ​ສຶກສາ ຕ້ອງ​ເອົາໃຈໃສ່​ໃນ​ສິ່ງ​ທີ່​ກຳລັງ​ຮຽນ. ເພື່ອ​ຊ່ອຍ​ລາວ​ໃຫ້​ເຮັດ​ແບບ​ນັ້ນ ເຈົ້າ​ຕ້ອງ​ຊ່ອຍ​ລາວ​ໃຫ້​ເຂົ້າ​ໃຈ​ວ່າ​ເປັນ​ເລື່ອງ​ສຳຄັນ​ທີ່​ຈະ​ກຽມ​ບົດຮຽນ​ລ່ວງ​ໜ້າ​ໃນ​ການ​ຮຽນ​ແຕ່​ລະ​ເທື່ອ. ໃນ​ການ​ກຽມ ນັກ​ສຶກສາ​ຕ້ອງ​ອ່ານ​ບົດ​ນັ້ນ​ລ່ວງ​ໜ້າ​ແລະ​ຄິດ​ວ່າ​ຈະ​ເອົາ​ສິ່ງ​ທີ່​ຮຽນ​ໄປ​ໃຊ້​ແນວ​ໃດ. ເຈົ້າ​ຈະ​ຊ່ອຍ​ລາວ​ກຽມ​ແນວ​ໃດ? ໃຫ້​ກຽມ​ບົດຮຽນ​ນຳ​ກັນ​ກັບ​ນັກ​ສຶກສາ​ເພື່ອ​ໃຫ້​ລາວ​ຮູ້​ວິທີ​ກຽມ. * ສອນ​ລາວ​ໃຫ້​ຮູ້​ວິທີ​ຊອກ​ຄຳຕອບ​ທີ່​ກົງ​ຈຸດ ແລະ​ສອນ​ລາວ​ໃຫ້​ຮູ້​ວິທີ​ໝາຍ​ສະເພາະ​ຄຳ​ຫຼັກ​ເພື່ອ​ຊ່ອຍ​ໃຫ້​ຈື່​ຄຳຕອບ. ຈາກ​ນັ້ນ​ກໍ​ໃຫ້​ລາວ​ຕອບ​ເປັນ​ຄຳເວົ້າ​ຂອງ​ໂຕ​ເອງ. ເມື່ອ​ລາວ​ເຮັດ​ແບບ​ນັ້ນ ເຈົ້າ​ກໍ​ຈະ​ຮູ້​ວ່າ​ລາວ​ເຂົ້າ​ໃຈ​ບົດຮຽນ​ດີ​ສ່ຳ​ໃດ. ແຕ່​ມີ​ສິ່ງ​ອື່ນ​ອີກ​ທີ່​ເຈົ້າ​ຕ້ອງ​ເຮັດ​ເພື່ອ​ຊ່ອຍ​ນັກ​ສຶກສາ.

ສອນ​ນັກ​ສຶກສາ​ໃຫ້​ລົມ​ກັບ​ພະ​ເຢໂຫວາ​ທຸກໆມື້

ສອນ​ນັກ​ສຶກສາ​ໃຫ້​ຮູ້​ວິທີ​ລົມ​ກັບ​ພະ​ເຢໂຫວາ (ເບິ່ງ​ຂໍ້ 10-11)

10. ເປັນ​ຫຍັງ​ການ​ອ່ານ​ຄຳພີ​ໄບເບິນ​ທຸກໆມື້​ຈຶ່ງ​ສຳຄັນ ແລະ​ນັກ​ສຶກສາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ທີ່​ສຸດ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ?

10 ນອກ​ຈາກ​ຮຽນ​ນຳ​ກັນ​ທຸກໆອາທິດ​ແລ້ວ ນັກ​ສຶກສາ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ເຮັດ​ບາງ​ສິ່ງ​ດ້ວຍ​ໂຕ​ເອງ​ໃນ​ແຕ່​ລະ​ມື້. ລາວ​ຕ້ອງ​ລົມ​ກັບ​ພະ​ເຢໂຫວາ. ລົມ​ແນວ​ໃດ? ໂດຍ​ການ​ຟັງ​ແລະ​ເວົ້າ​ກັບ​ພະ​ເຢໂຫວາ. ລາວ​ສາມາດ​ຟັງ​ພະ​ເຢໂຫວາ​ໂດຍ​ອ່ານ​ຄຳພີ​ໄບເບິນ​ທຸກໆມື້. (ຢຊວຍ. 1:8; ເພງ. 1:1-3) ໃຫ້​ລາວ​ເບິ່ງ​ວິທີ​ໃຊ້​ຕາ​ຕະລາງ​ການ​ອ່ານ​ຄຳພີ​ໄບເບິນ​ໃນ​ເວັບໄຊ jw.org®. * ເພື່ອ​ຊ່ອຍ​ລາວ​ໃຫ້​ໄດ້​ຮັບ​ປະໂຫຍດ​ຫຼາຍ​ທີ່​ສຸດ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ ແນະນຳ​ລາວ​ໃຫ້​ຄິດ​ຕຶກຕອງ​ກ່ຽວ​ກັບ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ​ລາວ​ເລື່ອງ​ພະ​ເຢໂຫວາ​ແລະ​ວິທີ​ທີ່​ຈະ​ເອົາ​ສິ່ງ​ທີ່​ຮຽນ​ໄປ​ໃຊ້​ໃນ​ຊີວິດ.—ກຈກ. 17:11; ຢກບ. 1:25

11. ນັກ​ສຶກສາ​ຈະ​ຮຽນ​ວິທີ​ອະທິດຖານ​ໄດ້​ແນວ​ໃດ ແລະ​ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ລາວ​ຕ້ອງ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ທຸກໆມື້?

11 ກະຕຸ້ນ​ນັກ​ສຶກສາ​ໃຫ້​ລົມ​ກັບ​ພະ​ເຢໂຫວາ​ໂດຍ​ອະທິດຖານ​ທຸກໆມື້. ໃຫ້​ເຈົ້າ​ອະທິດຖານ​ຈາກ​ໃຈ​ເມື່ອ​ເລີ່ມ​ແລະ​ຈົບ​ການ​ສຶກສາ ແລະ​ໃຫ້​ເວົ້າ​ເຖິງ​ນັກ​ສຶກສາ​ໃນ​ຄຳ​ອະທິດຖານ. ເມື່ອ​ລາວ​ຟັງ​ເຈົ້າ​ອະທິດຖານ ລາວ​ກໍ​ຈະ​ຮຽນ​ຮູ້​ວິທີ​ອະທິດຖານ​ຈາກ​ໃຈ​ເຖິງ​ພະ​ເຢໂຫວາ​ພະເຈົ້າ​ໃນ​ນາມ​ຂອງ​ພະ​ເຢຊູ​ຄລິດ. (ມທ. 6:9; ຢຮ. 15:16) ລອງ​ຄິດ​ເບິ່ງ​ແມ້ ການ​ອ່ານ​ຄຳພີ​ໄບເບິນ​ທຸກໆມື້ (ການ​ຟັງ​ພະ​ເຢໂຫວາ) ແລະ​ການ​ອະທິດຖານ (ການ​ລົມ​ກັບ​ພະ​ເຢໂຫວາ) ຈະ​ຊ່ອຍ​ນັກ​ສຶກສາ​ໃຫ້​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ສ່ຳ​ໃດ! (ຢກບ. 4:8) ຖ້າ​ລາວ​ເຮັດ​ແບບ​ນີ້​ທຸກໆມື້​ກໍ​ຈະ​ຊ່ອຍ​ລາວ​ໃຫ້​ກ້າວ​ໜ້າ​ຈົນ​ເຖິງ​ຂັ້ນ​ອຸທິດ​ຕົວ​ແລະ​ຮັບ​ບັບເຕມາ. ມີ​ຫຍັງ​ອີກ​ທີ່​ຈະ​ຊ່ອຍ​ລາວ?

ຊ່ອຍ​ນັກ​ສຶກສາ​ໃຫ້​ສ້າງ​ສາຍ​ສຳພັນ​ເປັນ​ສ່ວນ​ຕົວ​ກັບ​ພະ​ເຢໂຫວາ

12. ເຈົ້າ​ຈະ​ຊ່ອຍ​ນັກ​ສຶກສາ​ແນວ​ໃດ​ໃຫ້​ສ້າງ​ສາຍ​ສຳພັນ​ກັບ​ພະ​ເຢໂຫວາ?

12 ສິ່ງ​ທີ່​ນັກ​ສຶກສາ​ຮຽນ​ໃນ​ຄຳພີ​ໄບເບິນ​ຄວນ​ເຂົ້າ​ເຖິງ​ຫົວໃຈ​ລາວ. ຍ້ອນ​ຫຍັງ? ຍ້ອນ​ວ່າ​ຫົວໃຈ​ຂອງ​ເຮົາ​ລວມ​ເອົາ​ຄວາມ​ຕ້ອງການ​ແລະ​ອາລົມ​ຄວາມ​ຮູ້ສຶກ ສິ່ງ​ເຫຼົ່າ​ນີ້​ກະຕຸ້ນ​ເຮົາ​ໃຫ້​ລົງ​ມື​ເຮັດ. ພະ​ເຢຊູ​ໃຊ້​ການ​ຫາ​ເຫດຜົນ​ແບບ​ງ່າຍໆທີ່​ດຶງ​ດູດ​ໃຈ​ຄົນ ແລະ​ເຂົາ​ເຈົ້າ​ຕິດ​ຕາມ​ເພິ່ນ​ຍ້ອນ​ເພິ່ນ​ສອນ​ເຂົ້າ​ເຖິງ​ຫົວໃຈ​ເຂົາ​ເຈົ້າ. (ລກ. 24:15, 27, 32) ນັກ​ສຶກສາ​ຕ້ອງ​ເຫັນ​ວ່າ​ພະ​ເຢໂຫວາ​ເປັນ​ບຸກຄົນ​ແທ້ໆທີ່​ເຂົາ​ເຈົ້າ​ສາມາດ​ສ້າງ​ສາຍ​ສຳພັນ​ນຳ​ໄດ້ ແລະ​ເຫັນ​ວ່າ​ເພິ່ນ​ເປັນ​ພໍ່ ເປັນ​ພະເຈົ້າ ແລະ​ເປັນ​ໝູ່​ຂອງ​ເຂົາ​ເຈົ້າ. (ເພງ. 25:4, 5) ຕອນ​ທີ່​ຮຽນ ໃຫ້​ຊ່ອຍ​ນັກ​ສຶກສາ​ໃຫ້​ເຫັນ​ຄຸນ​ລັກສະນະ​ທີ່​ດີ​ຂອງ​ພະ​ເຢໂຫວາ. (ອົບ. 34:5, 6; 1 ປຕ. 5:6, 7) ບໍ່​ວ່າ​ຈະ​ຮຽນ​ເລື່ອງ​ຫຍັງ ກໍ​ໃຫ້​ເນັ້ນ​ວ່າ​ພະ​ເຢໂຫວາ​ເປັນ​ບຸກຄົນ​ແບບ​ໃດ ແລະ​ຊ່ອຍ​ນັກ​ສຶກສາ​ໃຫ້​ເຫັນ​ຄຸນ​ລັກສະນະ​ທີ່​ດີ​ຂອງ​ພະ​ເຢໂຫວາ ເຊັ່ນ: ຄວາມ​ຮັກ ຄວາມ​ດີ ແລະ​ຄວາມ​ເຫັນ​ອົກ​ເຫັນ​ໃຈ. ພະ​ເຢຊູ​ບອກ​ວ່າ “ກົດໝາຍ​ຂໍ້​ສຳຄັນ​ທີ່​ສຸດ” ແມ່ນ “ຕ້ອງ​ຮັກ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ.” (ມທ. 22:37, 38) ໃຫ້​ພະຍາຍາມ​ປູກ​ຝັງ​ຄວາມ​ຮັກ​ຕໍ່​ພະ​ເຢໂຫວາ​ໃນ​ຫົວໃຈ​ຂອງ​ນັກ​ສຶກສາ.

13. ໃຫ້​ຍົກ​ຕົວຢ່າງ​ວິທີ​ທີ່​ຈະ​ຊ່ອຍ​ນັກ​ສຶກສາ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ຄຸນ​ລັກສະນະ​ທີ່​ດີ​ຂອງ​ພະ​ເຢໂຫວາ

13 ຕອນ​ທີ່​ລົມ​ກັບ​ນັກ​ສຶກສາ ໃຫ້​ເຈົ້າ​ເວົ້າ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ໂຕ​ເອງ​ທີ່​ມີ​ຕໍ່​ພະ​ເຢໂຫວາ. ການ​ເຮັດ​ແບບ​ນີ້​ຈະ​ຊ່ອຍ​ນັກ​ສຶກສາ​ໃຫ້​ເຫັນ​ວ່າ​ລາວ​ຈຳເປັນ​ຕ້ອງ​ສ້າງ​ສາຍ​ສຳພັນ​ເປັນ​ສ່ວນ​ຕົວ​ກັບ​ພະ​ເຢໂຫວາ. (ເພງ. 73:28) ຕົວຢ່າງ​ເຊັ່ນ: ມີ​ປະໂຫຍກ​ໃດ​ບໍ​ໃນ​ປຶ້ມ​ທີ່​ຮຽນ​ຫຼື​ໃນ​ຂໍ້​ພະ​ຄຳພີ​ທີ່​ເວົ້າ​ເຖິງ​ຄຸນ​ລັກສະນະ​ບາງ​ຢ່າງ​ຂອງ​ພະ​ເຢໂຫວາ ເຊັ່ນ: ຄວາມ​ຮັກ ສະຕິປັນຍາ ຄວາມ​ຍຸຕິທຳ ຫຼື​ລິດເດດ ເຊິ່ງ​ຖືກ​ໃຈ​ເຈົ້າ? ໃຫ້​ເວົ້າ​ສູ່​ນັກ​ສຶກສາ​ຟັງ​ແລະ​ບອກ​ລາວ​ວ່າ​ນີ້​ເປັນ​ເຫດຜົນ​ໜຶ່ງ​ທີ່​ເຈົ້າ​ຮັກ​ພະ​ເຢໂຫວາ​ພໍ່​ທີ່​ຢູ່​ໃນ​ສະຫວັນ. ຍັງ​ມີ​ສິ່ງ​ອື່ນ​ອີກ​ທີ່​ນັກ​ສຶກສາ​ທຸກ​ຄົນ​ຕ້ອງ​ເຮັດ​ເພື່ອ​ຈະ​ກ້າວ​ໜ້າ​ຈົນ​ຮັບ​ບັບເຕມາ.

ກະຕຸ້ນ​ນັກ​ສຶກສາ​ໃຫ້​ເຂົ້າ​ຮ່ວມ​ປະຊຸມ

ກະຕຸ້ນ​ນັກ​ສຶກສາ​ໃຫ້​ເຂົ້າ​ຮ່ວມ​ປະຊຸມ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້! (ເບິ່ງ​ຂໍ້ 14-15)

14. ເຮັບເຣີ 10:24-25 ເວົ້າ​ເຖິງ​ຫຍັງ​ກ່ຽວ​ກັບ​ການ​ປະຊຸມ​ທີ່​ຈະ​ຊ່ອຍ​ນັກ​ສຶກສາ​ໃຫ້​ກ້າວ​ໜ້າ?

14 ເຮົາ​ທຸກ​ຄົນ​ຢາກ​ໃຫ້​ນັກ​ສຶກສາ​ກ້າວ​ໜ້າ​ຈົນ​ຮັບ​ບັບເຕມາ. ວິທີ​ໜຶ່ງ​ທີ່​ສຳຄັນ​ທີ່​ເຮົາ​ຊ່ອຍ​ໄດ້​ແມ່ນ ກະຕຸ້ນ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ຮ່ວມ​ປະຊຸມ. ພີ່ນ້ອງ​ທີ່​ມີ​ປະສົບການ​ໃນ​ການ​ສອນ​ເວົ້າ​ວ່າ ນັກ​ສຶກສາ​ທີ່​ເຂົ້າ​ຮ່ວມ​ການ​ປະຊຸມ​ທັນທີ​ຈະ​ກ້າວ​ໜ້າ​ໄວ​ທີ່​ສຸດ. (ເພງ. 111:1) ພີ່ນ້ອງ​ບາງ​ຄົນ​ບອກ​ນັກ​ສຶກສາ​ວ່າ ເຂົາ​ເຈົ້າ​ຈະ​ໄດ້​ຮຽນ​ຫຼາຍ​ຢ່າງ​ກ່ຽວ​ກັບ​ຄຳພີ​ໄບເບິນ​ຢູ່​ການ​ປະຊຸມ ເຊິ່ງ​ຈະ​ບໍ່​ໄດ້​ຮຽນ​ໃນ​ການ​ສຶກສາ​ແບບ​ສອງ​ຕໍ່​ສອງ. ອ່ານ​ເຮັບເຣີ 10:24-25 ກັບ​ນັກ​ສຶກສາ​ແລະ​ເວົ້າ​ເຖິງ​ປະໂຫຍດ​ທີ່​ລາວ​ຈະ​ໄດ້​ຮັບ​ເມື່ອ​ເຂົ້າ​ຮ່ວມ​ປະຊຸມ ແລະ​ເປີດ​ວິດີໂອ ພວກ​ເຮົາ​ເຮັດ​ຫຍັງ​ຢູ່​ທີ່​ຫໍ​ປະຊຸມ​ລາຊະອານາຈັກ? * ໃຫ້​ລາວ​ເບິ່ງ. ຊ່ອຍ​ນັກ​ສຶກສາ​ໃຫ້​ເຫັນ​ວ່າ​ການ​ເຂົ້າ​ຮ່ວມ​ປະຊຸມ​ທຸກ​ອາທິດ​ເປັນ​ສິ່ງ​ໜຶ່ງ​ທີ່​ສຳຄັນ​ໃນ​ຊີວິດ​ຂອງ​ລາວ.

15. ເຈົ້າ​ສາມາດ​ເຮັດ​ຫຍັງ​ເພື່ອ​ຊ່ອຍ​ນັກ​ສຶກສາ​ໃຫ້​ເຂົ້າ​ຮ່ວມ​ການ​ປະຊຸມ​ເປັນ​ປະຈຳ?

15 ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ນັກ​ສຶກສາ​ຍັງ​ບໍ່​ທັນ​ເຂົ້າ​ຮ່ວມ​ການ​ປະຊຸມ​ຫຼື​ບໍ່​ໄປ​ປະຊຸມ​ເປັນ​ປະຈຳ? ເລົ່າ​ໃຫ້​ນັກ​ສຶກສາ​ຟັງ​ກ່ຽວ​ກັບ​ບາງ​ສິ່ງ​ທີ່​ເຈົ້າ​ໄດ້​ຮຽນ​ຈາກ​ການ​ປະຊຸມ​ເມື່ອ​ບໍ່​ດົນ​ມາ​ນີ້. ເມື່ອ​ນັກ​ສຶກສາ​ເຫັນ​ວ່າ​ເຈົ້າ​ຮູ້ສຶກ​ແນວ​ໃດ​ຕໍ່​ການ​ປະຊຸມ ລາວ​ອາດ​ຢາກ​ໄປ​ກໍ​ໄດ້. ເອົາ​ຫໍສັງເກດການ ຫຼື​ຄູ່​ມື​ການ​ປະຊຸມ ທີ່​ກຳລັງ​ໃຊ້​ສຶກສາ​ຢູ່​ການ​ປະຊຸມ​ໃຫ້​ລາວ ແລະ​ໃຫ້​ລາວ​ເບິ່ງ​ສິ່ງ​ທີ່​ຈະ​ຮຽນ​ໃນ​ການ​ປະຊຸມ​ເທື່ອ​ຕໍ່​ໄປ ແລ້ວ​ຖາມ​ລາວ​ວ່າ​ສ່ວນ​ໃດ​ທີ່​ລາວ​ສົນ​ໃຈ. ສິ່ງ​ທີ່​ນັກ​ສຶກສາ​ໄດ້​ເຫັນ​ແລະ​ໄດ້​ຟັງ​ໃນ​ການ​ປະຊຸມ​ເທື່ອ​ທຳອິດ​ຈະ​ດີ​ກວ່າ​ສິ່ງ​ທີ່​ລາວ​ເຄີຍ​ເຫັນ​ແລະ​ເຄີຍ​ຟັງ​ໃນ​ການ​ເຕົ້າ​ໂຮມ​ກັນ​ຂອງ​ສາສະໜາ​ອື່ນ. (1 ກຣ. 14:24, 25) ລາວ​ຈະ​ເຈິ​ກັບ​ຄົນ​ທີ່​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ລາວ​ຮຽນ​ແບບ​ແລະ​ຄົນ​ທີ່​ຈະ​ຊ່ອຍ​ລາວ​ໃຫ້​ກ້າວ​ໜ້າ​ຈົນ​ຮັບ​ບັບເຕມາ.

16. ເພື່ອ​ຊ່ອຍ​ນັກ​ສຶກສາ​ໃຫ້​ຮັບ​ບັບເຕມາ ເຮົາ​ຕ້ອງ​ເຮັດ​ຫຍັງ​ໃນ​ການ​ນຳ​ການ​ສຶກສາ ແລະ​ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຕໍ່​ໄປ?

16 ເຮົາ​ຈະ​ນຳ​ການ​ສຶກສາ​ແນວ​ໃດ​ເພື່ອ​ຊ່ອຍ​ນັກ​ສຶກສາ​ໃຫ້​ຮັບ​ບັບເຕມາ? ເຮົາ​ສາມາດ​ຊ່ອຍ​ນັກ​ສຶກສາ​ແຕ່​ລະ​ຄົນ​ໃຫ້​ເຫັນ​ວ່າ​ການ​ຮຽນ​ຄຳພີ​ໄບເບິນ​ເປັນ​ເລື່ອງ​ທີ່​ສຳຄັນ ໂດຍ​ກະຕຸ້ນ​ເຂົາ​ເຈົ້າ​ໃຫ້​ຮຽນ​ທຸກໆອາທິດ​ແລະ​ກຽມ​ບົດຮຽນ​ລ່ວງ​ໜ້າ​ກ່ອນ​ທີ່​ຈະ​ຮຽນ​ແຕ່​ລະ​ເທື່ອ. ເຮົາ​ຍັງ​ຢາກ​ກະຕຸ້ນ​ນັກ​ສຶກສາ​ໃຫ້​ລົມ​ກັບ​ພະ​ເຢໂຫວາ​ທຸກໆມື້​ແລະ​ສ້າງ​ສາຍ​ສຳພັນ​ກັບ​ເພິ່ນ​ເປັນ​ສ່ວນ​ຕົວ. ນອກ​ຈາກ​ນັ້ນ ເຮົາ​ຢາກ​ກະຕຸ້ນ​ນັກ​ສຶກສາ​ໃຫ້​ເຂົ້າ​ຮ່ວມ​ປະຊຸມ. (ເບິ່ງ​ຂອບ “ ສິ່ງ​ທີ່​ນັກ​ສຶກສາ​ຕ້ອງ​ເຮັດ​ເພື່ອ​ຈະ​ກ້າວ​ໜ້າ​ຈົນ​ຮັບ​ບັບເຕມາ”) ໃນ​ບົດ​ຕໍ່​ໄປ​ຈະ​ເວົ້າ​ເຖິງ​ອີກ 5 ສິ່ງ​ທີ່​ຜູ້​ສອນ​ຕ້ອງ​ເຮັດ​ເພື່ອ​ຊ່ອຍ​ນັກ​ສຶກສາ​ໃຫ້​ຮັບ​ບັບເຕມາ.

ເພງ 76 ເຈົ້າ​ຮູ້ສຶກ​ແນວ​ໃດ?

^ ຂໍ້ 5 ການ​ສອນ​ຜູ້​ໃດ​ຜູ້​ໜຶ່ງ​ໝາຍ​ເຖິງ​ການ​ຊ່ອຍ​ລາວ​ໃຫ້ “ຄິດ ຮູ້ສຶກ ແລະ​ເຮັດ​ແບບ​ໃໝ່.” ຂໍ້​ພະ​ຄຳພີ​ປະຈຳ​ປີ 2020 ທີ່​ມາ​ຈາກ​ມັດທາຍ 28:19 ໄດ້​ເຕືອນ​ເຮົາ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ສຶກສາ​ຄຳພີ​ໄບເບິນ​ກັບ​ຄົນ​ອື່ນ​ແລະ​ການ​ສອນ​ເຂົາ​ເຈົ້າ​ໃຫ້​ຮູ້​ວິທີ​ທີ່​ຈະ​ເຂົ້າ​ມາ​ເປັນ​ລູກສິດ​ທີ່​ຮັບ​ບັບເຕມາ​ແລ້ວ​ຂອງ​ພະ​ເຢຊູ​ຄລິດ. ໃນ​ບົດ​ນີ້​ແລະ​ບົດ​ຕໍ່​ໄປ ເຮົາ​ຈະ​ເບິ່ງ​ວິທີ​ທີ່​ເຮົາ​ສາມາດ​ປັບ​ປຸງ​ໂຕ​ເອງ​ໃນ​ວຽກ​ທີ່​ສຳຄັນ​ນີ້.

^ ຂໍ້ 2 ການ​ອະທິບາຍ​ສຳນວນ: ຖ້າ​ເຈົ້າ​ລົມ​ກັບ​ບາງ​ຄົນ​ເປັນ​ປະຈຳ​ແລະ​ແບບ​ເປັນ​ລະບົບ​ໂດຍ​ໃຊ້​ຄຳພີ​ໄບເບິນ ນັ້ນ​ກໍ​ໝາຍ​ຄວາມ​ວ່າ​ເຈົ້າ​ກຳລັງ​ນຳ​ການ​ສຶກສາ. ຖ້າ​ເຈົ້າ​ເຮັດ​ໃຫ້​ລາວ​ເບິ່ງ​ວ່າ​ການ​ຮຽນ​ຄຳພີ​ໄບເບິນ​ເປັນ​ແນວ​ໃດ​ແລະ​ໄດ້​ຮຽນ​ກັບ​ລາວ​ສອງ​ສາມ​ເທື່ອ​ແລ້ວ ແລະ​ໝັ້ນ​ໃຈ​ວ່າ​ລາວ​ຈະ​ຮຽນ​ຕໍ່​ໄປ ເຈົ້າ​ກໍ​ນັບ​ລາວ​ເປັນ​ນັກ​ສຶກສາ​ໄດ້​ໃນ​ການ​ສົ່ງ​ລາຍງານ.

^ ຂໍ້ 3 ສອງ​ບົດ​ນີ້​ມີ​ຄຳ​ແນະນຳ​ຈາກ​ບົດ​ຄວາມ​ຊຸດ “ການ​ນຳ​ການ​ສຶກສາ​ພະ​ຄຳພີ​ທີ່​ຊ່ວຍ​ໃຫ້​ນັກ​ສຶກສາ​ກ້າວ​ໜ້າ” ທີ່​ຢູ່​ໃນ​ພະ​ລາຊະກິດ ເດືອນ​ກໍລະກົດ 2004 ຫາ​ເດືອນ​ພຶດສະພາ 2005 (ພາສາ​ໄທ).

^ ຂໍ້ 9 ເບິ່ງ​ວິດີໂອ 4 ນາທີ​ເລື່ອງ​ສອນ​ນັກ​ສຶກສາ​ໃຫ້​ກຽມ​ລ່ວງ​ໜ້າ. ໃນ​ແອັບ JW Library® ໄປ​ທີ່ ມີເດຍ > ການ​ປະຊຸມ​ແລະ​ວຽກ​ປະກາດ > ປັບ​ປຸງ​ຄວາມ​ສາມາດ​ໃນ​ວຽກ​ຮັບໃຊ້​ຂອງ​ເຮົາ​ໃຫ້​ດີ​ຂຶ້ນ

^ ຂໍ້ 10 ໄປ​ທີ່ ຄຳ​ສອນ​ໃນ​ຄຳພີ​ໄບເບິນ > ເຄື່ອງ​ມື​ສຶກສາ​ຄຳພີ​ໄບເບິນ (ພາສາ​ໄທ)

^ ຂໍ້ 14 ໃນ​ແອັບ JW Library® ໄປ​ທີ່ ມີເດຍ > ການ​ປະຊຸມ​ແລະ​ວຽກ​ປະກາດ > ເຄື່ອງ​ມື​ສຳລັບ​ວຽກ​ປະກາດ