ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 42

ວິທີ​ຊ່ອຍ​ນັກ​ສຶກສາ​ໃຫ້​ກ້າວ​ໜ້າ​ຈົນ​ຮັບ​ບັບເຕມາ—ຕອນ​ທີ 2

ວິທີ​ຊ່ອຍ​ນັກ​ສຶກສາ​ໃຫ້​ກ້າວ​ໜ້າ​ຈົນ​ຮັບ​ບັບເຕມາ—ຕອນ​ທີ 2

“ໃຫ້​ເອົາໃຈໃສ່​ຕົວ​ເຈົ້າ​ແລະ​ການ​ສອນ​ຂອງ​ເຈົ້າ​ໃຫ້​ດີ.”—1 ຕມ. 4:16

ເພງ 77 ແສງ​ສະຫວ່າງ​ໃນ​ໂລກ​ມືດ

ໃຈ​ຄວາມ​ສຳຄັນ *

1. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ວຽກ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ​ເປັນ​ການ​ຊ່ອຍ​ຊີວິດ?

ວຽກ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ​ເປັນ​ການ​ຊ່ອຍ​ຊີວິດ. ເຮົາ​ຮູ້​ໄດ້​ແນວ​ໃດ? ໃນ​ມັດທາຍ 28:19-20 ພະ​ເຢຊູ​ສັ່ງ​ພວກ​ລູກສິດ​ວ່າ: “ໃຫ້​ພວກ​ເຈົ້າ​ໄປ . . . ແລະ​ສອນ​ພວກ​ເຂົາ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ . . . ໃຫ້​ພວກ​ເຂົາ​ຮັບ​ບັບເຕມາ.” ເປັນ​ຫຍັງ​ການ​ຮັບ​ບັບເຕມາ​ຈຶ່ງ​ສຳຄັນ? ເຮົາ​ຕ້ອງ​ຮັບ​ບັບເຕມາ​ຖ້າ​ເຮົາ​ຢາກ​ລອດ​ຊີວິດ. ຜູ້​ທີ່​ຈະ​ຮັບ​ບັບເຕມາ​ຕ້ອງ​ເຊື່ອ​ວ່າ​ລາວ​ຈະ​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ​ຍ້ອນ​ພະ​ເຢຊູ​ຕາຍ​ເພື່ອ​ລາວ​ແລະ​ເຊື່ອ​ວ່າ​ເພິ່ນ​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ. ຍ້ອນ​ແນວ​ນີ້​ອັກຄະສາວົກ​ເປໂຕ​ຈຶ່ງ​ບອກ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ວ່າ: “ການ​ຮັບ​ບັບເຕມາ​ຊ່ວຍພວກ​ເຈົ້າ​ໃຫ້​ລອດ​ຍ້ອນ . . . ເຊື່ອ​ໃນ​ການ​ຄືນ​ມາ​ຈາກ​ຕາຍ​ຂອງ​ພະ​ເຢຊູ​ຄລິດ.” (1 ປຕ. 3:21) ດັ່ງ​ນັ້ນ ເມື່ອ​ຜູ້​ໃດ​ຜູ້​ໜຶ່ງ​ຮັບ​ບັບເຕມາ​ລາວ​ຈຶ່ງ​ມີ​ໂອກາດ​ທີ່​ຈະ​ລອດ​ຊີວິດ.

2. ຕາມ 2 ຕີໂມທຽວ 4:1, 2 ຜູ້​ສອນ​ຕ້ອງ​ເຮັດ​ຫຍັງ?

2 ເພື່ອ​ຊ່ອຍ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ ເຮົາ​ຕ້ອງ​ປັບ​ປຸງ ‘ຄວາມ​ຊຳນິ​ຊຳນານ’ ໃນ​ການ​ສອນ​ຂອງ​ເຮົາ. (ອ່ານ 2 ຕີໂມທຽວ 4:1, 2) ຍ້ອນ​ຫຍັງ? ຍ້ອນ​ພະ​ເຢຊູ​ສັ່ງ​ວ່າ: “ໃຫ້​ພວກ​ເຈົ້າ​ໄປ . . . ແລະ​ໃຫ້ [ພວກ​ເຂົາ] ເຂົ້າ​ມາ​ເປັນ​ລູກສິດ . . . ແລະ​ສອນ​ພວກ​ເຂົາ.” ອັກຄະສາວົກ​ໂປໂລ​ບອກ​ວ່າ ໃຫ້ “ມຸ່ງ​ໝັ້ນ” ໃນ​ວຽກ​ນັ້ນ “ເພາະ​ຖ້າ​ເຮັດ​ແບບ​ນັ້ນ​ເຈົ້າ​ຈະ​ຊ່ວຍທັງ​ຕົວ​ເອງ​ແລະ​ຄົນ​ທີ່​ຟັງ​ເຈົ້າ​ໃຫ້​ລອດ.” ຍ້ອນ​ແນວ​ນີ້​ໂປໂລ​ຈຶ່ງ​ເວົ້າ​ວ່າ: “ໃຫ້​ເອົາໃຈໃສ່ . . . ການ​ສອນ​ຂອງ​ເຈົ້າ​ໃຫ້​ດີ.” (1 ຕມ. 4:16) ເນື່ອງ​ຈາກ​ການ​ສອນ​ກ່ຽວ​ຂ້ອງ​ກັບ​ການ​ຊ່ອຍ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ ດັ່ງ​ນັ້ນ ເຮົາ​ຈຶ່ງ​ຢາກ​ໃຫ້​ການ​ສອນ​ຂອງ​ເຮົາ​ດີ​ທີ່​ສຸດ.

3. ໃນ​ບົດ​ນີ້​ເຮົາ​ຈະ​ຮຽນ​ຫຍັງ​ກ່ຽວ​ກັບ​ການ​ນຳ​ການ​ສຶກສາ?

3 ເຮົາ​ກຳລັງ​ສອນ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ໃຫ້​ຫຼາຍ​ລ້ານ​ຄົນ​ຢູ່​ທົ່ວ​ໂລກ​ເປັນ​ປະຈຳ. ຕາມ​ທີ່​ໄດ້​ຮຽນ​ໃນ​ບົດ​ກ່ອນ ເຮົາ​ຢາກ​ຮູ້​ວ່າ​ເຮົາ​ຈະ​ຊ່ອຍ​ຫຼາຍ​ລ້ານ​ຄົນ​ນັ້ນ​ແນວ​ໃດ​ໃຫ້​ຮັບ​ບັບເຕມາ​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະ​ເຢຊູ​ຄລິດ. ໃນ​ບົດ​ນີ້​ເຮົາ​ຈະ​ຮຽນ​ອີກ 5 ສິ່ງ​ທີ່​ຜູ້​ສອນ​ທຸກ​ຄົນ​ຕ້ອງ​ເຮັດ​ເພື່ອ​ຈະ​ຊ່ອຍ​ນັກ​ສຶກສາ​ໃຫ້​ກ້າວ​ໜ້າ​ຈົນ​ຮັບ​ບັບເຕມາ.

ໃຊ້​ຄຳພີ​ໄບເບິນ​ເມື່ອ​ສອນ

ຂໍ​ຜູ້​ສອນ​ທີ່​ມີ​ປະສົບການ​ຊ່ອຍ​ເຈົ້າ​ໃຫ້​ປັບ​ປຸງ​ຄວາມ​ສາມາດ​ໃນ​ການ​ໃຊ້​ຄຳພີ​ໄບເບິນ​ເມື່ອ​ສອນ (ເບິ່ງ​ຂໍ້ 4-6) *

4. ເມື່ອ​ນຳ​ການ​ສຶກສາ ຜູ້​ສອນ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ເຮັດ​ຫຍັງ? (ເບິ່ງ​ໄຂ​ເງື່ອນ)

4 ເຮົາ​ມັກ​ສິ່ງ​ທີ່​ເຮົາ​ສອນ​ໃນ​ຄຳພີ​ໄບເບິນ. ດັ່ງ​ນັ້ນ ເຮົາ​ອາດ​ຈະ​ເວົ້າ​ຫຼາຍ​ໂພດ​ກ່ຽວ​ກັບ​ສິ່ງ​ນັ້ນ. ແຕ່​ບໍ່​ວ່າ​ເຮົາ​ຈະ​ນຳ​ການ​ສຶກສາ​ຫໍສັງເກດການ ການ​ສຶກສາ​ປຶ້ມ​ປະຈຳ​ປະຊາຄົມ ຫຼື​ການ​ສຶກສາ​ຢູ່​ເຮືອນ ຜູ້​ນຳ​ບໍ່​ຄວນ​ເວົ້າ​ຫຼາຍ​ໂພດ. ເພື່ອ​ໃຫ້​ຄຳພີ​ໄບເບິນ​ເຮັດ​ໜ້າ​ທີ່​ໃນ​ການ​ສອນ ຜູ້​ສອນ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ເວົ້າ​ຫຼາຍ​ໂພດ​ແລະ​ບໍ່​ພະຍາຍາມ​ອະທິບາຍ​ທຸກ​ສິ່ງ​ທີ່​ລາວ​ຮູ້​ກ່ຽວ​ກັບ​ເລື່ອງ​ໃດ​ເລື່ອງ​ໜຶ່ງ​ຫຼື​ຫົວ​ຂໍ້​ໃດ​ຫົວ​ຂໍ້​ໜຶ່ງ​ໃນ​ຄຳພີ​ໄບເບິນ. * (ຢຮ. 16:12) ໃຫ້​ສົມ​ທຽບ​ຄວາມ​ຮູ້​ທີ່​ເຈົ້າ​ມີ​ຕອນ​ຮັບ​ບັບເຕມາ​ກັບ​ຕອນ​ນີ້​ວ່າ​ມັນ​ຕ່າງ​ກັນ​ຫຼາຍ​ສ່ຳ​ໃດ. ຕອນ​ນັ້ນ​ເຈົ້າ​ເຂົ້າ​ໃຈ​ແຕ່​ຄຳ​ສອນ​ພື້ນຖານ​ໃນ​ຄຳພີ​ໄບເບິນ​ເທົ່າ​ນັ້ນ. (ຮຣ. 6:1) ເຈົ້າ​ຕ້ອງ​ໃຊ້​ເວລາ​ຫຼາຍ​ປີ​ເພື່ອ​ຮຽນ​ຮູ້​ໃນ​ສິ່ງ​ທີ່​ເຈົ້າ​ຮູ້​ຕອນ​ນີ້ ດັ່ງ​ນັ້ນ ບໍ່​ຄວນ​ພະຍາຍາມ​ສອນ​ນັກ​ສຶກສາ​ໃໝ່​ທຸກ​ສິ່ງ​ບາດ​ດຽວ.

5. (ກ) ໃນ 1 ເທຊະໂລນິກ 2:13 ເຮົາ​ຢາກ​ໃຫ້​ນັກ​ສຶກສາ​ເຂົ້າ​ໃຈ​ຫຍັງ? (ຂ) ເຮົາ​ຈະ​ກະຕຸ້ນ​ນັກ​ສຶກສາ​ແນວ​ໃດ​ໃຫ້​ເວົ້າ​ກ່ຽວ​ກັບ​ສິ່ງ​ທີ່​ລາວ​ກຳລັງ​ຮຽນ?

5 ເຮົາ​ຢາກ​ໃຫ້​ນັກ​ສຶກສາ​ເຂົ້າ​ໃຈ​ວ່າ​ສິ່ງ​ທີ່​ກຳລັງ​ຮຽນ​ຈາກ​ຄຳພີ​ໄບເບິນ​ເປັນ​ຄຳ​ສອນ​ຂອງ​ພະເຈົ້າ. (ອ່ານ 1 ເທຊະໂລນິກ 2:13) ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ? ກະຕຸ້ນ​ນັກ​ສຶກສາ​ໃຫ້​ເວົ້າ​ກ່ຽວ​ກັບ​ສິ່ງ​ທີ່​ລາວ​ກຳລັງ​ຮຽນ. ແທນ​ທີ່​ຈະ​ແມ່ນ​ເຈົ້າ​ເປັນ​ຜູ້​ອະທິບາຍ​ຕະຫຼອດ ໃຫ້​ນັກ​ສຶກສາ​ອະທິບາຍ​ບາງ​ຈຸດ​ໃຫ້​ເຈົ້າ​ຟັງ. ຊ່ອຍ​ນັກ​ສຶກສາ​ໃຫ້​ເຫັນ​ວ່າ​ຈະ​ເອົາ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ໄປ​ໃຊ້​ແນວ​ໃດ. ໃຫ້​ຖາມ​ຄຳຖາມ​ທີ່​ຈະ​ຊ່ອຍ​ນັກ​ສຶກສາ​ໃຫ້​ເວົ້າ​ອອກ​ມາ​ວ່າ​ລາວ​ຄິດ​ແລະ​ຮູ້ສຶກ​ແນວ​ໃດ​ກ່ຽວ​ກັບ​ຂໍ້​ພະ​ຄຳພີ​ທີ່​ອ່ານ. (ລກ. 10:25-28) ຕົວຢ່າງ​ເຊັ່ນ: ໃຫ້​ຖາມ​ວ່າ “ພະ​ຄຳພີ​ຂໍ້​ນີ້​ຊ່ອຍ​ເຈົ້າ​ແນວ​ໃດ​ໃຫ້​ເຫັນ​ຄຸນ​ລັກສະນະ​ບາງ​ຢ່າງ​ຂອງ​ພະ​ເຢໂຫວາ?” “ສິ່ງ​ທີ່​ເຈົ້າ​ຫາ​ກໍ​ຮຽນ​ໃນ​ຄຳພີ​ໄບເບິນ​ຊ່ອຍ​ເຈົ້າ​ແນວ​ໃດ?” “ເຈົ້າ​ຮູ້ສຶກ​ແນວ​ໃດ​ກ່ຽວ​ກັບ​ສິ່ງ​ທີ່​ຫາ​ກໍ​ຮຽນ?” (ສຸພາ. 20:5) ສິ່ງ​ສຳຄັນ​ທີ່​ສຸດ​ບໍ່​ໄດ້​ຂຶ້ນ​ກັບ​ວ່າ​ນັກ​ສຶກສາ​ຈະ​ຮູ້​ຫຼາຍ​ສ່ຳ​ໃດ ແຕ່​ຂຶ້ນ​ກັບ​ວ່າ​ລາວ​ມັກ​ສິ່ງ​ທີ່​ຮຽນ​ຫຼາຍ​ສ່ຳ​ໃດ​ແລະ​ຈະ​ເອົາ​ໄປ​ໃຊ້​ແນວ​ໃດ.

6. ເປັນ​ຫຍັງ​ຈຶ່ງ​ດີ​ທີ່​ຈະ​ພາ​ຜູ້​ສອນ​ທີ່​ມີ​ປະສົບການ​ໄປ​ສຶກສາ​ນຳ?

6 ເມື່ອ​ນຳ​ການ​ສຶກສາ ເຈົ້າ​ເຄີຍ​ພາ​ພີ່ນ້ອງ​ທີ່​ເປັນ​ຜູ້​ສອນ​ທີ່​ມີ​ປະສົບການ​ໄປ​ນຳ​ບໍ່? ຖ້າ​ເຄີຍ​ພາ​ໄປ ເຈົ້າ​ໄດ້​ຖາມ​ເຂົາ​ເຈົ້າ​ກ່ຽວ​ກັບ​ວິທີ​ທີ່​ເຈົ້າ​ນຳ​ການ​ສຶກສາ​ຫຼື​ວິທີ​ທີ່​ເຈົ້າ​ໃຊ້​ຄຳພີ​ໄບເບິນ​ບໍ່? ເຈົ້າ​ຕ້ອງ​ເປັນ​ຄົນ​ຖ່ອມ​ຖ້າ​ເຈົ້າ​ຢາກ​ປັບ​ປຸງ​ຄວາມ​ສາມາດ​ໃນ​ການ​ສອນ​ຂອງ​ໂຕ​ເອງ. (ສົມ​ທຽບ​ກັບ​ກິດຈະການ 18:24-26) ຫຼັງ​ຈາກ​ນັ້ນ ໃຫ້​ຖາມ​ພີ່ນ້ອງ​ທີ່​ເປັນ​ຜູ້​ສອນ​ທີ່​ມີ​ປະສົບການ​ວ່າ​ນັກ​ສຶກສາ​ເຂົ້າ​ໃຈ​ສິ່ງ​ທີ່​ກຳລັງ​ຮຽນ​ຫຼື​ບໍ່. ນອກ​ຈາກ​ນັ້ນ ເຈົ້າ​ອາດ​ຂໍ​ໃຫ້​ພີ່ນ້ອງ​ຜູ້​ດຽວ​ກັນ​ນີ້​ໄປ​ສອນ​ແທນ​ເຈົ້າ​ຖ້າ​ເຈົ້າ​ຈະ​ບໍ່​ຢູ່. ການ​ເຮັດ​ແບບ​ນີ້​ຈະ​ເຮັດ​ໃຫ້​ນັກ​ສຶກສາ​ໄດ້​ຮຽນ​ເປັນ​ປະຈຳ​ຕໍ່ໆໄປ ແລະ​ຊ່ອຍ​ນັກ​ສຶກສາ​ໃຫ້​ເຫັນ​ຄວາມ​ສຳຄັນ​ຂອງ​ການ​ຮຽນ​ຄຳພີ​ໄບເບິນ​ຂອງ​ລາວ. ຢ່າ​ຮູ້ສຶກ​ວ່າ​ນີ້​ແມ່ນ​ນັກ​ສຶກສາ​ຂອງ​ເຈົ້າ​ແລະ​ບໍ່​ມີ​ໃຜ​ສາມາດ​ສອນ​ແທນ​ໄດ້. ເຈົ້າ​ຢາກ​ໃຫ້​ນັກ​ສຶກສາ​ໄດ້​ສິ່ງ​ທີ່​ດີ​ທີ່​ສຸດ​ເພື່ອ​ລາວ​ຈະ​ກ້າວ​ໜ້າ​ໃນ​ການ​ຮຽນ​ຮູ້​ຄວາມ​ຈິງ.

ເຮັດ​ໃຫ້​ນັກ​ສຶກສາ​ເຫັນ​ວ່າ​ເຈົ້າ​ມັກ​ແລະ​ເຊື່ອ​ໃນ​ສິ່ງ​ທີ່​ສອນ

ເລົ່າ​ເລື່ອງ​ຂອງ​ພີ່ນ້ອງ​ທີ່​ໄດ້​ປ່ຽນ​ແປງ​ຊີວິດ​ຂອງ​ໂຕ​ເອງ​ໃຫ້​ນັກ​ສຶກສາ​ຟັງ​ເພື່ອ​ລາວ​ຈະ​ເຫັນ​ວິທີ​ເອົາ​ສິ່ງ​ທີ່​ກຳລັງ​ຮຽນ​ໄປ​ໃຊ້​ໃນ​ຊີວິດ (ເບິ່ງ​ຂໍ້ 7-9) *

7. ອັນ​ໃດ​ຈະ​ຊ່ອຍ​ນັກ​ສຶກສາ​ໃຫ້​ມັກ​ແລະ​ເຊື່ອ​ໃນ​ສິ່ງ​ທີ່​ລາວ​ກຳລັງ​ຮຽນ?

7 ນັກ​ສຶກສາ​ຕ້ອງ​ເຫັນ​ວ່າ​ເຈົ້າ​ມັກ​ແລະ​ເຊື່ອ​ໃນ​ສິ່ງ​ທີ່​ເຈົ້າ​ສອນ​ໃນ​ຄຳພີ​ໄບເບິນ ແລ້ວ​ນັກ​ສຶກສາ​ກໍ​ຈະ​ມັກ​ແລະ​ເຊື່ອ​ຫຼາຍ​ຂຶ້ນ​ໃນ​ສິ່ງ​ທີ່​ລາວ​ກຳລັງ​ຮຽນ. (1 ທຊ. 1:5) ເຈົ້າ​ອາດ​ບອກ​ນັກ​ສຶກສາ​ວ່າ ສິ່ງ​ທີ່​ເຈົ້າ​ຮຽນ​ໃນ​ຄຳພີ​ໄບເບິນ​ຊ່ອຍ​ເຈົ້າ​ແນວ​ໃດ. ແລ້ວ​ນັກ​ສຶກສາ​ກໍ​ຈະ​ເຫັນ​ວ່າ​ຄຳພີ​ໄບເບິນ​ມີ​ຄຳ​ແນະນຳ​ທີ່​ດີ​ທີ່​ຊ່ອຍ​ລາວ​ໄດ້​ຄື​ກັນ.

8. ເຈົ້າ​ສາມາດ​ເຮັດ​ຫຍັງ​ເພື່ອ​ຊ່ອຍ​ນັກ​ສຶກສາ ແລະ​ເປັນ​ຫຍັງ​ຈຶ່ງ​ເຮັດ​ແບບ​ນັ້ນ?

8 ຕອນ​ທີ່​ຮຽນ ເລົ່າ​ໃຫ້​ນັກ​ສຶກສາ​ຟັງ​ກ່ຽວ​ກັບ​ເລື່ອງ​ຂອງ​ພີ່ນ້ອງ​ທີ່​ເຄີຍ​ມີ​ບັນຫາ​ຄ້າຍໆກັບ​ລາວ​ແລະ​ເຂົາ​ເຈົ້າ​ເອົາ​ຊະນະ​ໄດ້​ແນວ​ໃດ. ເຈົ້າ​ອາດ​ພາ​ພີ່ນ້ອງ​ບາງ​ຄົນ​ໄປ​ຮ່ວມ​ນຳ ເຊິ່ງ​ຕົວຢ່າງ​ຂອງ​ລາວ​ອາດ​ເປັນ​ປະໂຫຍດ​ຕໍ່​ນັກ​ສຶກສາ ຫຼື​ເຈົ້າ​ອາດ​ຊອກ​ເບິ່ງ​ປະສົບການ​ທີ່​ໃຫ້​ກຳລັງ​ໃຈ​ຢູ່​ໃນ​ເວັບໄຊ jw.org ໃນ​ບົດ​ຄວາມ​ຊຸດ​ທີ່​ຊື່​ວ່າ “ຄຳພີ​ໄບເບິນ​ປ່ຽນ​ຊີວິດ​ຄົນ.” * ບົດ​ຄວາມ​ແລະ​ວິດີໂອ​ເຫຼົ່າ​ນັ້ນ​ຈະ​ຊ່ອຍ​ນັກ​ສຶກສາ​ໃຫ້​ເຫັນ​ວ່າ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ສາມາດ​ຊ່ອຍ​ລາວ​ປ່ຽນ​ແປງ​ຊີວິດ​ໄດ້.

9. ເຈົ້າ​ຈະ​ກະຕຸ້ນ​ນັກ​ສຶກສາ​ແນວ​ໃດ​ໃຫ້​ເລົ່າ​ສິ່ງ​ທີ່​ລາວ​ກຳລັງ​ຮຽນ​ໃຫ້​ຄອບຄົວ​ແລະ​ໝູ່​ຟັງ?

9 ຖ້າ​ນັກ​ສຶກສາ​ແຕ່ງ​ດອງ​ແລ້ວ ຜົວ​ຫຼື​ເມຍ​ຂອງ​ລາວ​ກໍ​ຮຽນ​ຄື​ກັນ​ບໍ? ຖ້າ​ບໍ່​ໄດ້​ຮຽນ ໃຫ້​ຊວນ​ຜົວ​ຫຼື​ເມຍ​ຂອງ​ລາວ​ຮ່ວມ​ນຳ. ກະຕຸ້ນ​ນັກ​ສຶກສາ​ໃຫ້​ເລົ່າ​ສິ່ງ​ທີ່​ລາວ​ກຳລັງ​ຮຽນ​ໃຫ້​ຄອບຄົວ​ແລະ​ໝູ່​ຟັງ. (ຢຮ. 1:40-45) ເຈົ້າ​ຈະ​ກະຕຸ້ນ​ລາວ​ແນວ​ໃດ? ເຈົ້າ​ອາດ​ຖາມ​ລາວ​ວ່າ: “ເຈົ້າ​ຈະ​ອະທິບາຍ​ເລື່ອງ​ນີ້​ກັບ​ຄອບຄົວ​ແນວ​ໃດ?” ຫຼື “ເຈົ້າ​ຈະ​ໃຊ້​ພະ​ຄຳພີ​ຂໍ້​ໃດ​ເພື່ອ​ພິສູດ​ເລື່ອງ​ນີ້​ກັບ​ໝູ່?” ເມື່ອ​ເຮັດ​ແບບ​ນີ້ ເຈົ້າ​ກໍ​ຈະ​ຝຶກ​ນັກ​ສຶກສາ​ໃຫ້​ເປັນ​ຜູ້​ສອນ. ຈາກ​ນັ້ນ ເມື່ອ​ລາວ​ມີ​ຄຸນສົມບັດ​ທີ່​ຈະ​ເປັນ​ຜູ້​ສອນ ລາວ​ກໍ​ສາມາດ​ເລີ່ມ​ປະກາດ​ໃນ​ຖານະ​ເປັນ​ຜູ້​ປະກາດ​ທີ່​ຍັງ​ບໍ່​ທັນ​ຮັບ​ບັບເຕມາ. ເຈົ້າ​ອາດ​ຖາມ​ນັກ​ສຶກສາ​ວ່າ ລາວ​ຮູ້ຈັກ​ຜູ້​ໃດ​ບໍ​ທີ່​ຢາກ​ຮຽນ​ຄຳພີ​ໄບເບິນ? ຖ້າ​ມີ ກໍ​ໃຫ້​ລາວ​ນັດ​ກັບ​ຜູ້​ນັ້ນ​ໃຫ້​ເຈົ້າ ແລ້ວ​ເຈົ້າ​ກໍ​ເປີດ​ວິດີໂອ​ພວກ​ເຮົາ​ສຶກສາ​ຄຳພີ​ໄບເບິນ​ແນວ​ໃດ? * ໃຫ້​ຜູ້​ນັ້ນ​ເບິ່ງ.

ຊ່ອຍ​ນັກ​ສຶກສາ​ໃຫ້​ມີ​ໝູ່​ໃນ​ປະຊາຄົມ

ຊ່ອຍ​ນັກ​ສຶກສາ​ໃຫ້​ມີ​ໝູ່​ໃນ​ປະຊາຄົມ (ເບິ່ງ​ຂໍ້ 10-11) *

10. ໃນ 1 ເທຊະໂລນິກ 2:7, 8 ເຮົາ​ຈະ​ເຮັດ​ຕາມ​ຕົວຢ່າງ​ຂອງ​ໂປໂລ​ແນວ​ໃດ?

10 ເຮົາ​ທີ່​ເປັນ​ຜູ້​ສອນ​ຕ້ອງ​ເຮັດ​ໃຫ້​ເຫັນ​ວ່າ​ເຮົາ​ສົນ​ໃຈ​ນັກ​ສຶກສາ​ແທ້ໆ. ໃຫ້​ເບິ່ງ​ວ່າ​ອີກ​ບໍ່​ດົນ​ນັກ​ສຶກສາ​ຈະ​ເຂົ້າ​ມາ​ເປັນ​ພີ່ນ້ອງ​ໃນ​ປະຊາຄົມ. (ອ່ານ 1 ເທຊະໂລນິກ 2:7, 8) ບໍ່​ງ່າຍ​ສຳລັບ​ນັກ​ສຶກສາ​ທີ່​ຈະ​ຕັດ​ຂາດ​ຈາກ​ໝູ່​ທີ່​ເຄີຍ​ຫຼິ້ນ​ນຳ​ແລະ​ປ່ຽນ​ແປງ​ຊີວິດ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ. ເຮົາ​ຕ້ອງ​ຊ່ອຍ​ເຂົາ​ເຈົ້າ​ໃຫ້​ມີ​ໝູ່​ແທ້​ໃນ​ປະຊາຄົມ. ໃຫ້​ເປັນ​ໝູ່​ກັບ​ນັກ​ສຶກສາ​ໂດຍ​ໃຊ້​ເວລາ​ນຳ​ລາວ ບໍ່​ແມ່ນ​ແຕ່​ຕອນ​ທີ່​ຮຽນ​ພະ​ຄຳພີ​ເທົ່າ​ນັ້ນ ແຕ່​ໃນ​ໂອກາດ​ອື່ນ​ນຳ. ເຮົາ​ອາດ​ໂທລະສັບ​ໄປ​ຫຼິ້ນ​ນຳ ສົ່ງ​ຂໍ້​ຄວາມ​ໄປ​ຫາ ຫຼື​ໄປ​ແວ່​ຫຼິ້ນ​ນຳ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ສົນ​ໃຈ​ລາວ​ແທ້ໆ.

11. ເຈົ້າ​ຢາກ​ໃຫ້​ນັກ​ສຶກສາ​ຮູ້ຈັກ​ກັບ​ໃຜ​ໃນ​ປະຊາຄົມ ແລະ​ຍ້ອນ​ຫຍັງ?

11 ສຸພາສິດ​ໜຶ່ງ​ຂອງ​ອາຝຼິກກາ​ເວົ້າ​ວ່າ: “ທຸກ​ຄົນ​ໃນ​ບ້ານ​ມີ​ສ່ວນ​ໃນ​ການ​ເຮັດ​ໃຫ້​ເດັກ​ນ້ອຍ​ຄົນ​ໜຶ່ງ​ເຕີບ​ໃຫຍ່.” ພວກ​ເຮົາ​ກໍ​ເວົ້າ​ໄດ້​ວ່າ: “ທຸກ​ຄົນ​ໃນ​ປະຊາຄົມ​ມີ​ສ່ວນ​ໃນ​ການ​ເຮັດ​ໃຫ້​ຄົນ​ຜູ້​ໜຶ່ງ​ເຂົ້າ​ມາ​ເປັນ​ລູກສິດ.” ຍ້ອນ​ແນວ​ນີ້​ຜູ້​ສອນ​ທີ່​ດີ​ຈຶ່ງ​ແນະນຳ​ໃຫ້​ນັກ​ສຶກສາ​ຮູ້ຈັກ​ກັບ​ພີ່ນ້ອງ​ໃນ​ປະຊາຄົມ ເຊິ່ງ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ເຂົາ​ເຈົ້າ​ຮຽນ​ແບບ. ແລ້ວ​ນັກ​ສຶກສາ​ກໍ​ຈະ​ມ່ວນ​ໃນ​ການ​ຄົບຫາ​ກັບ​ປະຊາຊົນ​ຂອງ​ພະເຈົ້າ ແລະ​ພີ່ນ້ອງ​ເຫຼົ່າ​ນັ້ນ​ກໍ​ສາມາດ​ຊ່ອຍ​ນັກ​ສຶກສາ​ໃຫ້​ເປັນ​ໝູ່​ທີ່​ດີ​ຂອງ​ພະ​ເຢໂຫວາ ແລະ​ສາມາດ​ໃຫ້​ກຳລັງ​ໃຈ​ນັກ​ສຶກສາ​ເມື່ອ​ມີ​ບັນຫາ. ເຮົາ​ຢາກ​ໃຫ້​ນັກ​ສຶກສາ​ແຕ່​ລະ​ຄົນ​ຮູ້ສຶກ​ວ່າ​ເຮົາ​ດີ​ໃຈ​ທີ່​ມີ​ເຂົາ​ເຈົ້າ​ຢູ່​ໃນ​ປະຊາຄົມ​ແລະ​ເປັນ​ສ່ວນ​ໜຶ່ງ​ໃນ​ຄອບຄົວ​ຂອງ​ພະ​ເຢໂຫວາ. ເຮົາ​ຢາກ​ໃຫ້​ນັກ​ສຶກສາ​ສະໜິດ​ກັບ​ພີ່ນ້ອງ​ໃນ​ປະຊາຄົມ​ເຊິ່ງ​ເປັນ​ຄອບຄົວ​ທີ່​ມີ​ຄວາມ​ຮັກ. ເມື່ອ​ເຮັດ​ແບບ​ນີ້​ກໍ​ງ່າຍ​ຂຶ້ນ​ສຳລັບ​ນັກ​ສຶກສາ​ທີ່​ຈະ​ບໍ່​ໄປ​ສະໜິດ​ກັບ​ຄົນ​ທີ່​ບໍ່​ໄດ້​ຊ່ອຍ​ລາວ​ໃຫ້​ຮັກ​ພະ​ເຢໂຫວາ. (ສຸພາ. 13:20) ຖ້າ​ໝູ່​ເກົ່າ​ບໍ່​ຢາກ​ຫຼິ້ນ​ນຳ​ລາວ ລາວ​ກໍ​ຮູ້​ວ່າ​ສາມາດ​ມີ​ໝູ່​ແທ້​ໄດ້​ໃນ​ອົງການ​ຂອງ​ພະ​ເຢໂຫວາ.—ມຣກ. 10:29, 30; 1 ປຕ. 4:4

ເນັ້ນ​ເລື່ອງ​ເປົ້າ​ໝາຍ​ການ​ອຸທິດ​ຕົວ​ແລະ​ຮັບ​ບັບເຕມາ

ມີ​ຂັ້ນ​ຕອນ​ຕ່າງໆທີ່​ນັກ​ສຶກສາ​ຕ້ອງ​ເຮັດ​ເພື່ອ​ຈະ​ຮັບ​ບັບເຕມາ​ໄດ້ (ເບິ່ງ​ຂໍ້ 12-13)

12. ເປັນ​ຫຍັງ​ເຮົາ​ຄວນ​ເວົ້າ​ເລື່ອງ​ການ​ອຸທິດ​ຕົວ​ແລະ​ການ​ຮັບ​ບັບເຕມາ​ກັບ​ນັກ​ສຶກສາ?

12 ໃຫ້​ເວົ້າ​ກົງໆກັບ​ນັກ​ສຶກສາ​ເລື່ອງ​ການ​ອຸທິດ​ຕົວ​ແລະ​ການ​ຮັບ​ບັບເຕມາ ເພາະ​ເຫດຜົນ​ທີ່​ເຮົາ​ສຶກສາ​ກັບ​ຜູ້​ໃດ​ຜູ້​ໜຶ່ງ​ກໍ​ຍ້ອນ​ຢາກ​ຊ່ອຍ​ລາວ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ແລະ​ຮັບ​ບັບເຕມາ. ຫຼັງ​ຈາກ​ທີ່​ຮຽນ​ເປັນ​ປະຈຳ​ໄດ້​ສອງ​ສາມ​ເດືອນ ແລະ​ໂດຍ​ສະເພາະ​ຫຼັງ​ຈາກ​ທີ່​ນັກ​ສຶກສາ​ເລີ່ມ​ເຂົ້າ​ຮ່ວມ​ການ​ປະຊຸມ ນັກ​ສຶກສາ​ຕ້ອງ​ເຂົ້າ​ໃຈ​ວ່າ​ເຫດຜົນ​ທີ່​ເຮົາ​ສຶກສາ​ກັບ​ລາວ​ກໍ​ເພື່ອ​ຊ່ອຍ​ລາວ​ໃຫ້​ເລີ່ມ​ຮັບໃຊ້​ພະ​ເຢໂຫວາ​ແລະ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ.

13. ນັກ​ສຶກສາ​ຕ້ອງ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ຮັບ​ບັບເຕມາ​ໄດ້?

13 ມີ​ຂັ້ນ​ຕອນ​ຕ່າງໆທີ່​ນັກ​ສຶກສາ​ຕ້ອງ​ເຮັດ​ຖ້າ​ລາວ​ຢາກ​ຮັບ​ບັບເຕມາ. ຂັ້ນ​ຕອນ​ທຳອິດ ລາວ​ຕ້ອງ​ຮູ້ຈັກ​ແລະ​ຮັກ​ພະ​ເຢໂຫວາ​ແລະ​ສະແດງ​ຄວາມ​ເຊື່ອ​ໃນ​ເພິ່ນ. (ຢຮ. 3:16; 17:3) ຈາກ​ນັ້ນ ນັກ​ສຶກສາ​ຈະ​ສ້າງ​ສາຍ​ສຳພັນ​ກັບ​ພະ​ເຢໂຫວາ​ແລະ​ເລີ່ມ​ເປັນ​ໝູ່​ກັບ​ພີ່ນ້ອງ​ໃນ​ປະຊາຄົມ. (ຮຣ. 10:24, 25; ຢກບ. 4:8) ໃນ​ທີ່​ສຸດ ນັກ​ສຶກສາ​ຈະ​ເຊົາ​ເຮັດ​ສິ່ງ​ທີ່​ບໍ່​ດີ​ແລະ​ກັບ​ໃຈ. (ກຈກ. 3:19) ໃນ​ເວລາ​ດຽວ​ກັນ ຄວາມ​ເຊື່ອ​ຈະ​ກະຕຸ້ນ​ນັກ​ສຶກສາ​ໃຫ້​ເວົ້າ​ສູ່​ຄົນ​ອື່ນ​ຟັງ​ກ່ຽວ​ກັບ​ສິ່ງ​ທີ່​ລາວ​ເຊື່ອ​ໃນ​ຕອນ​ນີ້. (2 ກຣ. 4:13) ຈາກ​ນັ້ນ ລາວ​ຈະ​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ແລະ​ສະແດງ​ສັນຍະລັກ​ການ​ອຸທິດ​ຕົວ​ໂດຍ​ຮັບ​ບັບເຕມາ. (1 ປຕ. 3:21; 4:2) ມື້​ນັ້ນ​ຈະ​ເປັນ​ມື້​ທີ່​ມີ​ຄວາມ​ສຸກ​ຫຼາຍ​ສຳລັບ​ທຸກ​ຄົນ! ເມື່ອ​ນັກ​ສຶກສາ​ເຮັດ​ຕາມ​ຂັ້ນ​ຕອນ​ຕ່າງໆທີ່​ຕ້ອງ​ເຮັດ​ເພື່ອ​ຈະ​ຮັບ​ບັບເຕມາ ໃຫ້​ຊົມ​ເຊີຍ​ລາວ​ເລື້ອຍໆແລະ​ໃຫ້​ກຳລັງ​ໃຈ​ລາວ​ຕໍ່ໆໄປ​ທີ່​ຈະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ.

ເບິ່ງ​ຄວາມ​ກ້າວ​ໜ້າ​ຂອງ​ນັກ​ສຶກສາ​ເປັນ​ໄລຍະໆ

14. ເຮົາ​ຈະ​ເບິ່ງ​ອອກ​ໄດ້​ແນວ​ໃດ​ວ່າ​ນັກ​ສຶກສາ​ກ້າວ​ໜ້າ?

14 ເຮົາ​ຕ້ອງ​ອົດ​ທົນ​ເມື່ອ​ຊ່ອຍ​ນັກ​ສຶກສາ​ໃຫ້​ກ້າວ​ໜ້າ​ຈົນ​ເຖິງ​ຂັ້ນ​ອຸທິດ​ຕົວ​ແລະ​ຮັບ​ບັບເຕມາ. ແຕ່​ເມື່ອ​ຮອດ​ຈຸດ​ໃດ​ຈຸດ​ໜຶ່ງ ເຮົາ​ຕ້ອງ​ຮູ້​ວ່າ​ລາວ​ຢາກ​ຮັບໃຊ້​ພະ​ເຢໂຫວາ​ຫຼື​ບໍ່. ນັກ​ສຶກສາ​ສະແດງ​ໃຫ້​ເຫັນ​ບໍ​ວ່າ​ລາວ​ກຳລັງ​ພະຍາຍາມ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະ​ເຢຊູ ຫຼື​ລາວ​ພຽງ​ແຕ່​ຢາກ​ຮຽນ​ຮູ້​ເລື່ອງ​ໃນ​ຄຳພີ​ໄບເບິນ​ເທົ່າ​ນັ້ນ?

15. ມີ​ຈຸດ​ໃດ​ແດ່​ທີ່​ຈະ​ຊ່ອຍ​ເຮົາ​ໃຫ້​ເຫັນ​ວ່າ​ນັກ​ສຶກສາ​ມີ​ຄຸນສົມບັດ​ທີ່​ຈະ​ຮັບ​ບັບເຕມາ?

15 ໃຫ້​ສັງເກດ​ເບິ່ງ​ເລື້ອຍໆວ່າ​ນັກ​ສຶກສາ​ກ້າວ​ໜ້າ​ສ່ຳ​ໃດ. ຕົວຢ່າງ​ເຊັ່ນ: ລາວ​ບອກ​ບໍ​ວ່າ​ຮູ້ສຶກ​ແນວ​ໃດ​ຕໍ່​ພະ​ເຢໂຫວາ? ລາວ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ບໍ? (ເພງ. 116:1, 2) ລາວ​ມັກ​ອ່ານ​ຄຳພີ​ໄບເບິນ​ບໍ່? (ເພງ. 119:97) ລາວ​ເຂົ້າ​ຮ່ວມ​ການ​ປະຊຸມ​ເປັນ​ປະຈຳ​ບໍ່? (ເພງ. 22:22) ລາວ​ໄດ້​ປ່ຽນ​ແປງ​ຊີວິດ​ບໍ? (ເພງ. 119:112) ລາວ​ເລີ່ມ​ເວົ້າ​ສິ່ງ​ທີ່​ກຳລັງ​ຮຽນ​ໃຫ້​ຄອບຄົວ​ແລະ​ໝູ່​ຟັງ​ບໍ? (ເພງ. 9:1) ສຳຄັນ​ທີ່​ສຸດ ລາວ​ຢາກ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ​ບໍ? (ເພງ. 40:8) ຖ້າ​ນັກ​ສຶກສາ​ບໍ່​ໄດ້​ເຮັດ​ຫຍັງ​ເລີຍ​ໃນ​ຈຸດ​ເຫຼົ່າ​ນີ້ ໃຫ້​ພະຍາຍາມ​ຊອກ​ເບິ່ງ​ສາເຫດ ແລ້ວ​ໃຫ້​ເວົ້າ​ກັບ​ລາວ​ດີໆແບບ​ກົງໆ. *

16. ຕອນ​ໃດ​ທີ່​ເຮົາ​ຄວນ​ເຊົາ​ສຶກສາ​ກັບ​ບາງ​ຄົນ?

16 ໃຫ້​ເບິ່ງ​ເປັນ​ໄລຍະໆວ່າ​ເຈົ້າ​ຄວນ​ສຶກສາ​ກັບ​ບາງ​ຄົນ​ຕໍ່​ໄປ​ຫຼື​ບໍ່. ໃຫ້​ຖາມ​ໂຕ​ເອງ​ວ່າ: ‘ນັກ​ສຶກສາ​ບໍ່​ກຽມ​ບົດຮຽນ​ລ່ວງ​ໜ້າ​ບໍ? ລາວ​ບໍ່​ຢາກ​ເຂົ້າ​ຮ່ວມ​ການ​ປະຊຸມ​ບໍ? ລາວ​ຍັງ​ມີ​ນິດໄສ​ທີ່​ບໍ່​ດີ​ບໍ? ລາວ​ຍັງ​ເປັນ​ສະມາຊິກ​ຂອງ​ສາສະໜາ​ປອມ​ບໍ?’ ຖ້າ​ຕອບ​ວ່າ​ແມ່ນ ການ​ສຶກສາ​ກັບ​ລາວ​ຕໍ່​ໄປ​ກໍ​ສ່ຳ​ກັບ​ການ​ພະຍາຍາມ​ສອນ​ບາງ​ຄົນ​ໃຫ້​ລອຍ​ນ້ຳ​ໂດຍ​ທີ່​ຜູ້​ນັ້ນ​ບໍ່​ຢາກ​ປຽກ. ຖ້າ​ນັກ​ສຶກສາ​ບໍ່​ມັກ​ສິ່ງ​ທີ່​ກຳລັງ​ຮຽນ​ແລະ​ບໍ່​ຢາກ​ປ່ຽນ​ແປງ​ຫຍັງ​ເລີຍ ກໍ​ໃຫ້​ເຊົາ​ສຶກສາ​ກັບ​ລາວ​ໂລດ.

17. ເພື່ອ​ຈະ​ເອົາໃຈໃສ່​ໃນ​ການ​ສອນ​ຕາມ​ທີ່​ບອກ​ໃນ 1 ຕີໂມທຽວ 4:16 ເຮົາ​ຕ້ອງ​ເຮັດ​ຫຍັງ?

17 ເຮົາ​ຖື​ວ່າ​ເປັນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ສຳຄັນ​ທີ່​ຈະ​ຊ່ອຍ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ ແລະ​ເຮົາ​ຢາກ​ຊ່ອຍ​ນັກ​ສຶກສາ​ໃຫ້​ກ້າວ​ໜ້າ​ຈົນ​ຮັບ​ບັບເຕມາ. ຍ້ອນ​ເຫດຜົນ​ນີ້ ເຮົາ​ຈະ​ໃຊ້​ຄຳພີ​ໄບເບິນ​ເມື່ອ​ສອນ​ແລະ​ເຮັດ​ໃຫ້​ນັກ​ສຶກສາ​ເຫັນ​ວ່າ​ເຮົາ​ມັກ​ແລະ​ເຊື່ອ​ໃນ​ສິ່ງ​ທີ່​ສອນ. ເຮົາ​ຈະ​ຊ່ອຍ​ນັກ​ສຶກສາ​ໃຫ້​ມີ​ໝູ່​ໃນ​ປະຊາຄົມ ແລະ​ຈະ​ເນັ້ນ​ກັບ​ນັກ​ສຶກສາ​ເລື່ອງ​ເປົ້າ​ໝາຍ​ການ​ອຸທິດ​ຕົວ​ແລະ​ຮັບ​ບັບເຕມາ. ເຮົາ​ຈະ​ເບິ່ງ​ຄວາມ​ກ້າວ​ໜ້າ​ຂອງ​ນັກ​ສຶກສາ​ເປັນ​ໄລຍະໆ. (ເບິ່ງ​ຂອບ “ ສິ່ງ​ທີ່​ຜູ້​ສອນ​ຕ້ອງ​ເຮັດ​ເພື່ອ​ຈະ​ຊ່ອຍ​ນັກ​ສຶກສາ​ໃຫ້​ຮັບ​ບັບເຕມາ”) ເຮົາ​ມີ​ຄວາມ​ສຸກ​ແທ້ໆທີ່​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ນີ້​ທີ່​ຊ່ວຍ​ຊີວິດ! ໃຫ້​ເຮົາ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ຊ່ອຍ​ນັກ​ສຶກສາ​ໃຫ້​ມີ​ຄຸນສົມບັດ​ທີ່​ຈະ​ຮັບ​ບັບເຕມາ.

ເພງ 79 ສອນ​ພວກ​ເຂົາ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ໝັ້ນ​ຄົງ

^ ຂໍ້ 5 ເມື່ອ​ເຮົາ​ສຶກສາ​ຄຳພີ​ໄບເບິນ​ກັບ​ບາງ​ຄົນ ເຮົາ​ມີ​ສິດທິ​ພິເສດ​ທີ່​ຈະ​ຊ່ອຍ​ເຂົາ​ເຈົ້າ​ໃຫ້​ເລີ່ມ​ຄິດ ຮູ້ສຶກ ແລະ​ເຮັດ​ໃນ​ແບບ​ທີ່​ພະ​ເຢໂຫວາ​ຢາກ​ໃຫ້​ເຂົາ​ເຈົ້າ​ເຮັດ. ໃນ​ບົດ​ນີ້​ຈະ​ເວົ້າ​ຕື່ມ​ອີກ​ກ່ຽວ​ກັບ​ວິທີ​ທີ່​ເຮົາ​ຈະ​ປັບ​ປຸງ​ຄວາມ​ສາມາດ​ໃນ​ການ​ສອນ​ຂອງ​ເຮົາ.

^ ຂໍ້ 4 ໃຫ້​ເບິ່ງ​ບົດ​ຄວາມ “ຫຼີກ​ລ່ຽງ​ບ້ວງ​ແຮ້ວ​ເຫຼົ່າ​ນີ້​ເມື່ອ​ນຳ​ການ​ສຶກສາ​ຄຳພີ​ໄບເບິນ” ໃນ​ຄູ່​ມື​ການ​ປະຊຸມ ເດືອນ​ກັນຍາ ປີ 2016

^ ຂໍ້ 8 ໄປ​ທີ່ ກ່ຽວ​ກັບ​ເຮົາ > ປະສົບການ (ພາສາ​ໄທ)

^ ຂໍ້ 9 ໃນ​ແອັບ JW Library ໄປ​ທີ່ ມີເດຍ > ການ​ປະຊຸມ​ແລະ​ວຽກ​ປະກາດ > ເຄື່ອງ​ມື​ສຳລັບ​ວຽກ​ປະກາດ

^ ຂໍ້ 77 ຄຳ​ອະທິບາຍ​ຮູບ: ຫຼັງ​ຈາກ​ຮຽນ​ແລ້ວ ພີ່ນ້ອງ​ທີ່​ມີ​ປະສົບການ​ໃນ​ການ​ສອນ​ຊ່ອຍ​ຜູ້​ນຳ​ການ​ສຶກສາ​ໃຫ້​ເຫັນ​ວ່າ​ບໍ່​ຄວນ​ເວົ້າ​ຫຼາຍ​ຕອນ​ທີ່​ສອນ.

^ ຂໍ້ 79 ຄຳ​ອະທິບາຍ​ຮູບ: ຕອນ​ທີ່​ຮຽນ ນັກ​ສຶກສາ​ໄດ້​ຮຽນ​ຮູ້​ວິທີ​ທີ່​ຈະ​ເປັນ​ເມຍ​ທີ່​ດີ. ຕໍ່​ມາ ລາວ​ເລົ່າ​ໃຫ້​ຜົວ​ຟັງ​ໃນ​ສິ່ງ​ທີ່​ລາວ​ໄດ້​ຮຽນ.

^ ຂໍ້ 81 ຄຳ​ອະທິບາຍ​ຮູບ: ນັກ​ສຶກສາ​ແລະ​ຜົວ​ມ່ວນ​ກັບ​ການ​ຄົບຫາ​ກັນ​ຢູ່​ເຮືອນ​ຂອງ​ພີ່ນ້ອງ​ທີ່​ລາວ​ເຈິ​ຢູ່​ຫໍ​ປະຊຸມ.