ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 44

ເມື່ອ​ລູກ​ໃຫຍ່​ແລ້ວ​ຈະ​ຮັບໃຊ້​ພະ​ເຢໂຫວາ​ບໍ?

ເມື່ອ​ລູກ​ໃຫຍ່​ແລ້ວ​ຈະ​ຮັບໃຊ້​ພະ​ເຢໂຫວາ​ບໍ?

“ພະ​ເຢຊູ​ເຕີບ​ໃຫຍ່​ແລະ​ສະຫຼາດ​ຫຼັກແຫຼມ​ຂຶ້ນ​ເລື້ອຍໆ ເພິ່ນ​ໄດ້​ຮັບ​ຄວາມ​ພໍ​ໃຈ​ຈາກ​ພະເຈົ້າ​ແລະ​ຈາກ​ຄົນ​ທົ່ວໄປ​ຫຼາຍ​ຂຶ້ນ​ເລື້ອຍໆ.”—ລກ. 2:52

ເພງ 134 ລູກ​ເປັນ​ຂອງ​ຂວັນ​ຈາກ​ພະເຈົ້າ

ໃຈ​ຄວາມ​ສຳຄັນ *

1. ການ​ຕັດສິນ​ໃຈ​ທີ່​ດີ​ທີ່​ສຸດ​ທີ່​ເຮົາ​ເຮັດ​ໄດ້​ແມ່ນ​ຫຍັງ?

ສ່ວນ​ຫຼາຍ​ແລ້ວ​ການ​ເລືອກ​ຂອງ​ພໍ່​ແມ່​ສົ່ງ​ຜົນ​ກະທົບ​ຕໍ່​ລູກ​ເປັນ​ເວລາ​ຫຼາຍ​ປີ. ຖ້າ​ພໍ່​ແມ່​ເລືອກ​ບໍ່​ດີ ເຂົາ​ເຈົ້າ​ສາມາດ​ສ້າງ​ບັນຫາ​ໃຫ້​ລູກ​ໄດ້ ແຕ່​ຖ້າ​ພໍ່​ແມ່​ເລືອກ​ຢ່າງ​ຖືກຕ້ອງ ເຂົາ​ເຈົ້າ​ກໍ​ຈະ​ຊ່ອຍ​ລູກ​ໃຫ້​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ. ແນ່ນອນ​ວ່າ​ລູກ​ກໍ​ຕ້ອງ​ຕັດສິນ​ໃຈ​ຢ່າງ​ຖືກຕ້ອງ​ຄື​ກັນ. ການ​ຕັດສິນ​ໃຈ​ທີ່​ດີ​ທີ່​ສຸດ​ທີ່​ເຮົາ​ເຮັດ​ໄດ້​ແມ່ນ ຮັບໃຊ້​ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ທີ່​ຢູ່​ໃນ​ສະຫວັນ.—ເພງ. 73:28

2. ພະ​ເຢຊູ ໂຢເຊັບ​ກັບ​ມາຣີ​ໄດ້​ເລືອກ​ຢ່າງ​ຖືກຕ້ອງ​ແນວ​ໃດ?

2 ໂຢເຊັບ​ກັບ​ມາຣີ​ຢາກ​ຊ່ອຍ​ລູກ​ໃຫ້​ຮັບໃຊ້​ພະ​ເຢໂຫວາ ແລະ​ການ​ເລືອກ​ຂອງ​ທັງ​ສອງ​ເຮັດ​ໃຫ້​ເຫັນ​ວ່າ​ການ​ຮັບໃຊ້​ພະ​ເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ເຂົາ​ເຈົ້າ. (ລກ. 2:40, 41, 52) ພະ​ເຢຊູ​ໄດ້​ເລືອກ​ຢ່າງ​ຖືກຕ້ອງ​ຄື​ກັນ ເຊິ່ງ​ຊ່ອຍ​ເພິ່ນ​ໃຫ້​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ​ໄດ້​ສຳເລັດ. (ມທ. 4:1-10) ພະ​ເຢຊູ​ໃຫຍ່​ຂຶ້ນ​ມາ​ເປັນ​ຄົນ​ທີ່​ເມດຕາ ພັກດີ ແລະ​ກ້າຫານ. ພໍ່​ແມ່​ທຸກ​ຄົນ​ທີ່​ຮັກ​ພະ​ເຢໂຫວາ​ຈະ​ພູມ​ໃຈ​ແລະ​ມີ​ຄວາມ​ສຸກ​ທີ່​ມີ​ລູກ​ແບບ​ເພິ່ນ.

3. ເຮົາ​ຈະ​ຕອບ​ຄຳຖາມ​ຫຍັງ​ໃນ​ບົດ​ນີ້?

3 ໃນ​ບົດ​ນີ້ ເຮົາ​ຈະ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້ ພະ​ເຢໂຫວາ​ໄດ້​ເລືອກ​ຢ່າງ​ຖືກຕ້ອງ​ແນວ​ໃດ​ໃນ​ເລື່ອງ​ພະ​ເຢຊູ? ພໍ່​ແມ່​ສາມາດ​ຮຽນ​ຫຍັງ​ຈາກ​ສິ່ງ​ທີ່​ໂຢເຊັບ​ແລະ​ມາຣີ​ເລືອກ? ແລະ​ຄົນ​ໜຸ່ມ​ສາມາດ​ຮຽນ​ຫຍັງ​ຈາກ​ສິ່ງ​ທີ່​ພະ​ເຢຊູ​ເລືອກ?

ຮຽນ​ຈາກ​ພະ​ເຢໂຫວາ

4. ພະ​ເຢໂຫວາ​ໄດ້​ເລືອກ​ຫຍັງ​ທີ່​ສຳຄັນ​ສຳລັບ​ລູກ​ຊາຍ​ຂອງ​ເພິ່ນ?

4 ພະ​ເຢໂຫວາ​ໄດ້​ເລືອກ​ພໍ່​ແມ່​ທີ່​ດີ​ທີ່​ສຸດ​ໃຫ້​ພະ​ເຢຊູ. (ມທ. 1:18-23; ລກ. 1:26-38) ຄຳເວົ້າ​ຂອງ​ມາຣີ​ທີ່​ຂຽນ​ໄວ້​ໃນ​ຄຳພີ​ໄບເບິນ​ສະແດງ​ໃຫ້​ເຫັນ​ວ່າ​ລາວ​ຮັກ​ພະ​ເຢໂຫວາ​ແລະ​ຄຳ​ສອນ​ຂອງ​ເພິ່ນ. (ລກ. 1:46-55) ແລະ​ການ​ທີ່​ໂຢເຊັບ​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ບອກ​ສະແດງ​ວ່າ​ລາວ​ຮັກ​ພະ​ເຢໂຫວາ​ແລະ​ຢາກ​ເຮັດ​ໃຫ້​ເພິ່ນ​ພໍ​ໃຈ.—ມທ. 1:24

5-6. ພະ​ເຢໂຫວາ​ຍອມ​ໃຫ້​ພະ​ເຢຊູ​ເຈິ​ກັບ​ຫຍັງ?

5 ຂໍ​ໃຫ້​ສັງເກດ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ເລືອກ​ພໍ່​ແມ່​ທີ່​ຮັ່ງມີ​ໃຫ້​ພະ​ເຢຊູ. ເຄື່ອງ​ບູຊາ​ທີ່​ໂຢເຊັບ​ແລະ​ມາຣີ​ເອົາ​ໄປ​ໃຫ້​ພະ​ເຢໂຫວາ​ຫຼັງ​ຈາກ​ທີ່​ພະ​ເຢຊູ​ເກີດ​ສະແດງ​ໃຫ້​ເຫັນ​ວ່າ​ເຂົາ​ເຈົ້າ​ເປັນ​ຄົນ​ທຸກ. (ລກ. 2:24) ໂຢເຊັບ​ເປັນ​ຊ່າງ​ໄມ້​ແລະ​ອາດ​ມີ​ຮ້ານ​ນ້ອຍໆຢູ່​ທາງ​ຂ້າງ​ເຮືອນ​ຂອງ​ລາວ​ໃນ​ເມືອງ​ນາຊາເຣັດ. ຊີວິດ​ຂອງ​ເຂົາ​ເຈົ້າ​ຄື​ຊິ​ທຳມະດາ​ແລະ​ບໍ່​ມີ​ເງິນ​ຫຼາຍ ແລະ​ຄອບຄົວ​ແຮ່ງ​ຊິ​ຍາກ​ຕື່ມ​ອີກ​ເມື່ອ​ໃນ​ທີ່​ສຸດ​ເຂົາ​ເຈົ້າ​ມີ​ລູກ​ຮອດ 7 ຄົນ.—ມທ. 13:55, 56

6 ພະ​ເຢໂຫວາ​ໄດ້​ປົກ​ປ້ອງ​ພະ​ເຢຊູ​ຈາກ​ອັນຕະລາຍ​ບາງ​ຢ່າງ ແຕ່​ເພິ່ນ​ບໍ່​ໄດ້​ປົກ​ປ້ອງ​ພະ​ເຢຊູ​ຈາກ​ບັນຫາ​ທຸກ​ຢ່າງ. (ມທ. 2:13-15) ຕົວຢ່າງ​ເຊັ່ນ: ພະ​ເຢຊູ​ມີ​ພີ່ນ້ອງ​ທີ່​ບໍ່​ເຊື່ອ​ກ່ຽວ​ກັບ​ເພິ່ນ. ລອງ​ຄິດ​ເບິ່ງ​ວ່າ​ພະ​ເຢຊູ​ຕ້ອງ​ຜິດ​ຫວັງ​ຫຼາຍ​ສ່ຳ​ໃດ​ທີ່​ຄົນ​ໃນ​ຄອບຄົວ​ຂອງ​ເພິ່ນ​ບໍ່​ໄດ້​ເຊື່ອ​ໃນ​ຕອນ​ທຳອິດ​ວ່າ​ເພິ່ນ​ເປັນ​ເມຊີອາ. (ມຣກ. 3:21; ຢຮ. 7:5) ນອກ​ຈາກ​ນັ້ນ ເບິ່ງ​ຄື​ວ່າ​ໂຢເຊັບ​ຕາຍ​ຕອນ​ທີ່​ພະ​ເຢຊູ​ຍັງ​ນ້ອຍ ແລະ​ເລື່ອງ​ນີ້​ຄື​ຊິ​ຍາກ​ຫຼາຍ​ສຳລັບ​ເພິ່ນ. ຍ້ອນ​ພະ​ເຢຊູ​ເປັນ​ລູກ​ກົກ ນັ້ນ​ໝາຍ​ຄວາມ​ວ່າ​ເພິ່ນ​ຕ້ອງ​ເຮັດ​ວຽກ​ແທນ​ໂຢເຊັບ. (ມຣກ. 6:3) ເມື່ອ​ໃຫຍ່​ຂຶ້ນ ພະ​ເຢຊູ​ຮຽນ​ຮູ້​ທີ່​ຈະ​ເບິ່ງ​ແຍງ​ຄອບຄົວ ເພິ່ນ​ຄື​ຊິ​ເຮັດ​ວຽກ​ໜັກ​ເພື່ອ​ຫາ​ເງິນ​ແລະ​ໃຫ້​ຄອບຄົວ​ມີ​ສິ່ງ​ຈຳເປັນ. ດັ່ງ​ນັ້ນ ພະ​ເຢຊູ​ຮູ້​ດີ​ວ່າ​ການ​ເຮັດ​ວຽກ​ໜັກ​ໝົດ​ມື້​ມັນ​ເມື່ອຍ​ຫຼາຍ​ສ່ຳ​ໃດ.

ພໍ່​ແມ່ ໃຫ້​ເຈົ້າ​ກຽມ​ລູກ​ໄວ້​ສຳລັບ​ບັນຫາ​ຕ່າງໆທີ່​ເຂົາ​ເຈົ້າ​ຈະ​ເຈິ​ໃນ​ຊີວິດ ໂດຍ​ສອນ​ລູກ​ຕໍ່ໆໄປ​ດ້ວຍ​ຄວາມ​ຮັກ​ວ່າ​ໃຫ້​ເພິ່ງ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ (ເບິ່ງ​ຂໍ້ 7) *

7. (ກ) ຄົນ​ທີ່​ແຕ່ງ​ດອງ​ແລ້ວ​ແລະ​ຄົນ​ທີ່​ເປັນ​ພໍ່​ແມ່​ຄວນ​ຄິດ​ເຖິງ​ຄຳຖາມ​ຫຍັງ​ແດ່? (ຂ) ໃນ​ສຸພາສິດ 2:1-6 ພໍ່​ແມ່​ຄວນ​ສອນ​ລູກ​ໃຫ້​ເຮັດ​ຫຍັງ?

7 ຖ້າ​ເຈົ້າ​ແຕ່ງ​ດອງ​ແລ້ວ​ແລະ​ຢາກ​ມີ​ລູກ ໃຫ້​ຖາມ​ໂຕ​ເອງ​ວ່າ: ‘ເຮົາ​ເປັນ​ຄົນ​ຖ່ອມ​ຄື​ກັບ​ໂຢເຊັບ​ແລະ​ມາຣີ​ບໍ​ທີ່​ຮັກ​ພະ​ເຢໂຫວາ​ແລະ​ຄຳ​ສອນ​ຂອງ​ເພິ່ນ? ພະ​ເຢໂຫວາ​ຈະ​ເລືອກ​ເຮົາ​ໃຫ້​ເບິ່ງ​ແຍງ​ຊີວິດ​ໜຶ່ງ​ທີ່​ມີ​ຄ່າ​ບໍ?’ (ເພງ. 127:3, 4) ຖ້າ​ເຈົ້າ​ເປັນ​ພໍ່​ແມ່​ແລ້ວ ໃຫ້​ຖາມ​ໂຕ​ເອງ​ວ່າ: ‘ຂ້ອຍ​ກຳລັງ​ສອນ​ລູກ​ບໍ​ວ່າ​ການ​ເຮັດ​ວຽກ​ໜັກ​ເປັນ​ສິ່ງ​ທີ່​ດີ?’ (ຜູ້ປ. 3:12, 13) ‘ຂ້ອຍ​ເຮັດ​ສຸດ​ຄວາມ​ສາມາດ​ບໍ​ເພື່ອ​ປົກ​ປ້ອງ​ລູກ​ຈາກ​ສິ່ງ​ບໍ່​ດີ​ແລະ​ບັນຫາ​ຕ່າງໆທີ່​ເຂົາ​ເຈົ້າ​ອາດ​ຈະ​ເຈິ​ໃນ​ໂລກ​ທີ່​ຊາຕານ​ປົກຄອງ?’ (ສຸພາ. 22:3) ເປັນ​ໄປ​ບໍ່​ໄດ້​ທີ່​ເຈົ້າ​ຈະ​ປົກ​ປ້ອງ​ລູກ​ບໍ່​ໃຫ້​ເຈິ​ບັນຫາ​ຫຍັງ​ເລີຍ. ແຕ່​ເຈົ້າ​ສາມາດ​ກຽມ​ລູກ​ໄວ້​ສຳລັບ​ບັນຫາ​ຕ່າງໆທີ່​ເຂົາ​ເຈົ້າ​ຈະ​ເຈິ​ໃນ​ຊີວິດ​ໂດຍ​ສອນ​ລູກ​ຕໍ່ໆໄປ​ດ້ວຍ​ຄວາມ​ຮັກ​ວ່າ​ໃຫ້​ເພິ່ງ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ. (ອ່ານ​ສຸພາສິດ 2:1-6) ຕົວຢ່າງ​ເຊັ່ນ: ຖ້າ​ຄົນ​ໃນ​ຄອບຄົວ​ຫຼື​ຍາດ​ພີ່ນ້ອງ​ເຊົາ​ຮັບໃຊ້​ພະ​ເຢໂຫວາ ໃຫ້​ຊ່ອຍ​ລູກ​ຮຽນ​ຮູ້​ຈາກ​ຄຳພີ​ໄບເບິນ​ວ່າ​ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ຈະ​ຮັກສາ​ຄວາມ​ພັກດີ​ຕໍ່​ພະ​ເຢໂຫວາ​ຕໍ່ໆໄປ. (ເພງ. 31:23) ຫຼື​ຖ້າ​ບາງ​ຄົນ​ທີ່​ເຈົ້າ​ຮັກ​ຕາຍ​ປະ ໃຫ້​ເປີດ​ຂໍ້​ພະ​ຄຳພີ​ໃຫ້​ລູກ​ເບິ່ງ​ເຊິ່ງ​ຈະ​ຊ່ອຍ​ລູກ​ບໍ່​ໃຫ້​ໂສກ​ເສົ້າ​ແລະ​ສະບາຍ​ໃຈ​ຂຶ້ນ.—2 ກຣ. 1:3, 4; 2 ຕມ. 3:16

ຮຽນ​ຈາກ​ໂຢເຊັບ​ແລະ​ມາຣີ

8. ໂຢເຊັບ​ແລະ​ມາຣີ​ເຮັດ​ຕາມ​ຄຳ​ແນະນຳ​ຫຍັງ​ໃນ​ພະບັນຍັດ 6:6, 7?

8 ໂຢເຊັບ​ແລະ​ມາຣີ​ຊ່ອຍ​ພະ​ເຢຊູ​ໃຫ້​ໃຫຍ່​ຂຶ້ນ​ເປັນ​ຄົນ​ທີ່​ພະເຈົ້າ​ພໍ​ໃຈ ຍ້ອນ​ທັງ​ສອງ​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ພະ​ເຢໂຫວາ​ໃຫ້​ພໍ່​ແມ່. (ອ່ານ​ພະບັນຍັດ 6:6, 7) ໂຢເຊັບ​ກັບ​ມາຣີ​ຮັກ​ພະ​ເຢໂຫວາ​ຫຼາຍ​ແລະ​ເຂົາ​ເຈົ້າ​ກໍ​ຢາກ​ໃຫ້​ລູກ​ຮັກ​ເພິ່ນ​ແບບ​ນັ້ນ​ຄື​ກັນ.

9. ໂຢເຊັບ​ກັບ​ມາຣີ​ໄດ້​ເລືອກ​ເຮັດ​ຫຍັງ​ທີ່​ສຳຄັນ​ຫຼາຍ?

9 ໂຢເຊັບ​ແລະ​ມາຣີ​ເລືອກ​ທີ່​ຈະ​ນະມັດສະການ​ພະ​ເຢໂຫວາ​ເປັນ​ປະຈຳ​ນຳ​ກັນ​ກັບ​ລູກ. ເຂົາ​ເຈົ້າ​ໄປ​ປະຊຸມ​ທຸກ​ອາທິດ​ຢູ່​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ​ໃນ​ເມືອງ​ນາຊາເຣັດ ແລະ​ໄປ​ສະຫຼອງ​ປັດສະຄາ​ທຸກ​ປີ​ຢູ່​ເມືອງ​ເຢຣູຊາເລັມ. (ລກ. 2:41; 4:16) ເຂົາ​ເຈົ້າ​ອາດ​ຈະ​ໃຊ້​ເວລາ​ໃນ​ການ​ເດີນ​ທາງ​ໄປ​ເມືອງ​ເຢຣູຊາເລັມ​ເພື່ອ​ສອນ​ພະ​ເຢຊູ​ແລະ​ພວກ​ນ້ອງ​ຂອງ​ເພິ່ນ​ກ່ຽວ​ກັບ​ເລື່ອງ​ປະຊາຊົນ​ຂອງ​ພະເຈົ້າ​ໃນ​ອະດີດ ແລະ​ອາດ​ຈະ​ໄປ​ແວ່​ບ່ອນ​ຕ່າງໆທີ່​ເວົ້າ​ເຖິງ​ໃນ​ພະ​ຄຳພີ. ເມື່ອ​ໂຢເຊັບ​ກັບ​ມາຣີ​ມີ​ລູກ​ຫຼາຍ​ຂຶ້ນ ອາດ​ຈະ​ບໍ່​ງ່າຍ​ທີ່​ເຂົາ​ເຈົ້າ​ຈະ​ນະມັດສະການ​ພະ​ເຢໂຫວາ​ເປັນ​ປະຈຳ. ແຕ່​ໃຫ້​ເບິ່ງ​ຜົນ​ດີ​ທີ່​ເກີດ​ຂຶ້ນ​ຈາກ​ການ​ເຮັດ​ແບບ​ນັ້ນ. ຍ້ອນ​ທັງ​ສອງ​ໃຫ້​ການ​ນະມັດສະການ​ພະ​ເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ ຄອບຄົວ​ຂອງ​ເຂົາ​ເຈົ້າ​ຈຶ່ງ​ສະໜິດ​ກັບ​ພະ​ເຢໂຫວາ.

10. ພໍ່​ແມ່​ສາມາດ​ຮຽນ​ຫຍັງ​ຈາກ​ໂຢເຊັບ​ແລະ​ມາຣີ?

10 ພໍ່​ແມ່​ທີ່​ຢ້ານຢຳ​ພະເຈົ້າ​ຮຽນ​ຫຍັງ​ຈາກ​ໂຢເຊັບ​ແລະ​ມາຣີ? ສິ່ງ​ສຳຄັນ​ທີ່​ສຸດ ເຈົ້າ​ຕ້ອງ​ເຮັດ​ໃຫ້​ລູກ​ເຫັນ​ໂດຍ​ທາງ​ຄຳເວົ້າ​ແລະ​ການ​ກະທຳ​ວ່າ​ເຈົ້າ​ຮັກ​ພະ​ເຢໂຫວາ​ຫຼາຍ​ແທ້ໆ. ໃຫ້​ຈື່​ໄວ້​ວ່າ​ສິ່ງ​ທີ່​ດີ​ທີ່​ສຸດ​ທີ່​ເຈົ້າ​ສາມາດ​ໃຫ້​ລູກ​ໄດ້​ແມ່ນ​ຊ່ອຍ​ເຂົາ​ເຈົ້າ​ໃຫ້​ຮັກ​ພະ​ເຢໂຫວາ ແລະ​ສິ່ງ​ສຳຄັນ​ທີ່​ສຸດ​ຢ່າງ​ໜຶ່ງ​ທີ່​ເຈົ້າ​ສາມາດ​ສອນ​ລູກ​ໄດ້​ແມ່ນ ການ​ສຶກສາ​ພະ​ຄຳພີ​ເປັນ​ປະຈຳ ອະທິດຖານ ໄປ​ປະຊຸມ ແລະ​ໄປ​ປະກາດ. (1 ຕມ. 6:6) ແນ່ນອນ​ວ່າ​ເຈົ້າ​ກໍ​ຕ້ອງ​ໃຫ້​ລູກ​ມີ​ສິ່ງ​ຈຳເປັນ​ທາງ​ດ້ານ​ວັດຖຸ​ຄື​ກັນ. (1 ຕມ. 5:8) ແຕ່​ໃຫ້​ຈື່​ໄວ້​ວ່າ​ສິ່ງ​ທີ່​ຈະ​ຊ່ອຍ​ລູກ​ໃຫ້​ລອດ​ຜ່ານ​ຈຸດ​ຈົບ​ຂອງ​ລະບົບ​ນີ້​ແລະ​ເຂົ້າ​ໄປ​ໃນ​ໂລກ​ໃໝ່​ຂອງ​ພະເຈົ້າ * ແມ່ນ​ການ​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະ​ເຢໂຫວາ ບໍ່​ແມ່ນ​ການ​ມີ​ເງິນ​ຄຳ​ແລະ​ຊັບ​ສົມບັດ.—ເອເຊກ. 7:19; 1 ຕມ. 4:8

ເຮົາ​ດີ​ໃຈ​ແທ້ໆທີ່​ເຫັນ​ພໍ່​ແມ່​ຫຼາຍ​ຄົນ​ເລືອກ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ເພື່ອ​ສອນ​ລູກ​ໃຫ້​ສະໜິດ​ກັບ​ພະ​ເຢໂຫວາ (ເບິ່ງ​ຂໍ້ 11) *

11. (ກ) ຄຳ​ແນະນຳ​ໃນ 1 ຕີໂມທຽວ 6:17-19 ຈະ​ຊ່ອຍ​ພໍ່​ແມ່​ແນວ​ໃດ​ໃຫ້​ເລືອກ​ຢ່າງ​ຖືກຕ້ອງ​ເມື່ອ​ລ້ຽງ​ລູກ? (ຂ) ຄອບຄົວ​ຂອງ​ເຈົ້າ​ອາດ​ຄິດ​ເຖິງ​ເປົ້າ​ໝາຍ​ຫຍັງ​ແດ່ ແລະ​ຖ້າ​ເຮັດ​ຕາມ ຈະ​ມີ​ຜົນ​ດີ​ແນວ​ໃດ? (ເບິ່ງ​ຂອບ “ ເຈົ້າ​ມີ​ເປົ້າ​ໝາຍ​ຫຍັງ?”)

11 ເຮົາ​ດີ​ໃຈ​ແທ້ໆທີ່​ເຫັນ​ພໍ່​ແມ່​ຫຼາຍ​ຄົນ​ເລືອກ​ເຮັດ​ສິ່ງ​ຖືກຕ້ອງ​ເພື່ອ​ສອນ​ລູກ​ໃຫ້​ສະໜິດ​ກັບ​ພະ​ເຢໂຫວາ. ເຂົາ​ເຈົ້າ​ນະມັດສະການ​ພະ​ເຢໂຫວາ​ນຳ​ກັນ​ເປັນ​ປະຈຳ ເຂົ້າ​ຮ່ວມ​ການ​ປະຊຸມ​ປະຈຳ​ປະຊາຄົມ​ແລະ​ການ​ປະຊຸມ​ໃຫຍ່ ແລະ​ໄປ​ປະກາດ. ບາງ​ຄອບຄົວ​ສາມາດ​ໄປ​ປະກາດ​ໃນ​ເຂດ​ທີ່​ບໍ່​ມີ​ການ​ປະກາດ​ປານ​ໃດ. ບາງ​ຄອບຄົວ​ໄປ​ເບິ່ງ​ເບເທນ​ຫຼື​ຊ່ອຍ​ໃນ​ການ​ສ້າງ​ອາຄານ​ຕ່າງໆທີ່​ອົງການ​ຂອງ​ພະ​ເຢໂຫວາ​ໃຊ້. ຄອບຄົວ​ທີ່​ເລືອກ​ເຮັດ​ສິ່ງ​ເຫຼົ່າ​ນີ້​ຕ້ອງ​ໃຊ້​ຈ່າຍ​ເງິນ​ຂອງ​ໂຕ​ເອງ​ແລະ​ອາດ​ຈະ​ບໍ່​ງ່າຍ​ສຳລັບ​ເຂົາ​ເຈົ້າ ແຕ່​ພະ​ເຢໂຫວາ​ຈະ​ຕອບ​ແທນ​ເຂົາ​ເຈົ້າ​ຢ່າງ​ລົ້ນ​ເຫຼືອ​ທີ່​ເຮັດ​ແບບ​ນີ້. (ອ່ານ 1 ຕີໂມທຽວ 6:17-19) ເດັກ​ນ້ອຍ​ທີ່​ຖືກ​ລ້ຽງ​ໃນ​ຄອບຄົວ​ແບບ​ນີ້​ສ່ວນ​ຫຼາຍ​ແລ້ວ​ຈະ​ເຮັດ​ສິ່ງ​ດີໆແບບ​ນີ້​ຕໍ່ໆໄປ​ເມື່ອ​ເຂົາ​ເຈົ້າ​ໃຫຍ່​ຂຶ້ນ ແລະ​ເຂົາ​ເຈົ້າ​ກໍ​ດີ​ໃຈ​ທີ່​ພໍ່​ແມ່​ລ້ຽງ​ເຂົາ​ເຈົ້າ​ແບບ​ນີ້. *ສຸພາ. 10:22

ຮຽນ​ຈາກ​ພະ​ເຢຊູ

12. ເມື່ອ​ພະ​ເຢຊູ​ໃຫຍ່​ຂຶ້ນ ເພິ່ນ​ຕ້ອງ​ເຮັດ​ຫຍັງ?

12 ພະ​ເຢໂຫວາ​ພໍ່​ຂອງ​ພະ​ເຢຊູ​ເລືອກ​ຢ່າງ​ຖືກຕ້ອງ​ສະເໝີ ແລະ​ໂຢເຊັບ​ກັບ​ມາຣີ​ກໍ​ເລືອກ​ຢ່າງ​ຖືກຕ້ອງ​ຄື​ກັນ. ແຕ່​ເມື່ອ​ພະ​ເຢຊູ​ໃຫຍ່​ຂຶ້ນ ເພິ່ນ​ຕ້ອງ​ເລືອກ​ເອົາ​ເອງ. (ຄລຕ. 6:5) ຄື​ກັບ​ເຮົາ​ທຸກ​ຄົນ ພະ​ເຢຊູ​ມີ​ອິດ​ສະຫຼະ​ທີ່​ຈະ​ເລືອກ. ດັ່ງ​ນັ້ນ ເພິ່ນ​ສາມາດ​ເລືອກ​ແບບ​ທີ່​ເຫັນ​ແກ່​ໂຕ​ແລະ​ບໍ່​ຕ້ອງ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ​ກໍ​ໄດ້. ແທນ​ທີ່​ຈະ​ເຮັດ​ແບບ​ນັ້ນ ເພິ່ນ​ເລືອກ​ທີ່​ຈະ​ຮັກສາ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ. (ຢຮ. 8:29) ຕົວຢ່າງ​ຂອງ​ພະ​ເຢຊູ​ຈະ​ຊ່ອຍ​ຄົນ​ໜຸ່ມ​ໃນ​ທຸກ​ມື້​ນີ້​ໄດ້​ແນວ​ໃດ?

ຄົນ​ໜຸ່ມ ໃຫ້​ເຊື່ອ​ຟັງ​ພໍ່​ແມ່​ສະເໝີ (ເບິ່ງ​ຂໍ້ 13) *

13. ຕອນ​ທີ່​ພະ​ເຢຊູ​ຍັງ​ນ້ອຍ ເພິ່ນ​ໄດ້​ເລືອກ​ເຮັດ​ຫຍັງ​ທີ່​ສຳຄັນ​ຫຼາຍ?

13 ຕອນ​ທີ່​ພະ​ເຢຊູ​ຍັງ​ນ້ອຍ ເພິ່ນ​ເລືອກ​ເຊື່ອ​ຟັງ​ພໍ່​ແມ່. ເພິ່ນ “ເຊື່ອ​ຟັງ​ພວກ​ເຂົາ​ສະເໝີ” ແລະ​ບໍ່​ເຄີຍ​ຫາ​ເຫດຜົນ​ວ່າ​ເພິ່ນ​ຮູ້​ດີ​ກວ່າ​ເຂົາ​ເຈົ້າ. (ລກ. 2:51) ຍ້ອນ​ເປັນ​ລູກ​ກົກ ແນ່ນອນ​ວ່າ​ພະ​ເຢຊູ​ຕ້ອງ​ເຮັດ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ໂຕ​ເອງ​ໃຫ້​ດີ​ທີ່​ສຸດ. ພະ​ເຢຊູ​ຄື​ຊິ​ພະຍາຍາມ​ຮຽນ​ຮູ້​ວິທີ​ເຮັດ​ວຽກ​ຈາກ​ໂຢເຊັບ​ເພື່ອ​ເພິ່ນ​ຈະ​ສາມາດ​ຊ່ອຍ​ຫາ​ເງິນ​ລ້ຽງ​ຄອບຄົວ.

14. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ພະ​ເຢຊູ​ໝັ່ນ​ສຶກສາ​ພະ​ຄຳພີ?

14 ໂຢເຊັບ​ກັບ​ມາຣີ​ຄື​ຊິ​ເລົ່າ​ໃຫ້​ພະ​ເຢຊູ​ຟັງ​ກ່ຽວ​ກັບ​ການ​ເກີດ​ຂອງ​ເພິ່ນ​ທີ່​ອັດສະຈັນ ແລະ​ສິ່ງ​ທີ່​ທູດ​ສະຫວັນ​ເວົ້າ​ກ່ຽວ​ກັບ​ເພິ່ນ. (ລກ. 2:8-19, 25-38) ພະ​ເຢຊູ​ບໍ່​ພຽງ​ແຕ່​ຟັງ​ສິ່ງ​ທີ່​ໂຢເຊັບ​ກັບ​ມາຣີ​ເລົ່າ​ໃຫ້​ຟັງ​ເທົ່າ​ນັ້ນ ແຕ່​ເພິ່ນ​ຍັງ​ຮຽນ​ເລື່ອງ​ຕ່າງໆໃນ​ພະ​ຄຳພີ​ດ້ວຍ​ໂຕ​ເອງ. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ພະ​ເຢຊູ​ໝັ່ນ​ສຶກສາ​ພະ​ຄຳພີ? ກໍ​ຍ້ອນ​ວ່າ​ຕອນ​ທີ່​ພະ​ເຢຊູ​ຍັງ​ນ້ອຍ ພວກ​ອາຈານ​ໃນ​ເມືອງ​ເຢຣູຊາເລັມ “ຮູ້ສຶກ​ງຶດງໍ້​ແທ້ໆທີ່​ເຫັນ​ວ່າ​ເພິ່ນ​ເຂົ້າ​ໃຈ​ແລະ​ຕອບ​ໄດ້​ດີ​ຫຼາຍ.” (ລກ. 2:46, 47) ຕອນ​ອາຍຸ 12 ປີ ພະ​ເຢຊູ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ເປັນ​ພໍ່​ຂອງ​ເພິ່ນ ຍ້ອນ​ວ່າ​ເພິ່ນ​ໄດ້​ຮຽນ​ຫຼາຍ​ຢ່າງ​ຈາກ​ພະ​ຄຳພີ.—ລກ. 2:42, 43, 49

15. ພະ​ເຢຊູ​ເຮັດ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເພິ່ນ​ເລືອກ​ທີ່​ຈະ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ?

15 ເມື່ອ​ພະ​ເຢຊູ​ຮູ້​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເພິ່ນ​ເຮັດ​ຫຍັງ ພະ​ເຢຊູ​ກໍ​ເລືອກ​ທີ່​ຈະ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ. (ຢຮ. 6:38) ພະ​ເຢຊູ​ຮູ້​ວ່າ​ຈະ​ມີ​ຫຼາຍ​ຄົນ​ຊັງ​ເພິ່ນ. ເຖິງ​ວ່າ​ເພິ່ນ​ບໍ່​ຢາກ​ໃຫ້​ເປັນ​ແບບ​ນັ້ນ ແຕ່​ເພິ່ນ​ກໍ​ຍັງ​ເລືອກ​ທີ່​ຈະ​ເຊື່ອ​ຟັງ​ພະ​ເຢໂຫວາ. ຕອນ​ທີ່​ພະ​ເຢຊູ​ຮັບ​ບັບເຕມາ​ໃນ​ປີ ຄ.ສ 29 ສິ່ງ​ສຳຄັນ​ທີ່​ສຸດ​ສຳລັບ​ເພິ່ນ​ແມ່ນ​ການ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ. (ຮຣ. 10:5-7) ເຖິງ​ວ່າ​ພະ​ເຢຊູ​ກຳລັງ​ຈະ​ຕາຍ​ຢູ່​ເທິງ​ເສົາ​ທໍລະມານ ແຕ່​ເພິ່ນ​ກໍ​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພໍ່​ເພິ່ນ​ຕໍ່ໆໄປ.—ຢຮ. 19:30

16. ສິ່ງ​ໜຶ່ງ​ທີ່​ລູກ​ສາມາດ​ຮຽນ​ຈາກ​ພະ​ເຢຊູ​ແມ່ນ​ຫຍັງ?

16 ເຊື່ອ​ຟັງ​ພໍ່​ແມ່. ຄື​ກັບ​ໂຢເຊັບ​ແລະ​ມາຣີ ພໍ່​ແມ່​ຂອງ​ເຈົ້າ​ກໍ​ບໍ່​ສົມບູນ​ແບບ ແຕ່​ພະ​ເຢໂຫວາ​ມອບ​ໝາຍ​ໃຫ້​ເຂົາ​ເຈົ້າ​ປົກ​ປ້ອງ ຝຶກ​ສອນ ແລະ​ຊີ້​ນຳ​ເຈົ້າ. ຖ້າ​ເຈົ້າ​ຟັງ​ຄຳ​ແນະນຳ​ຂອງ​ພໍ່​ແມ່​ແລະ​ນັບຖື​ສິດ​ອຳນາດ​ຂອງ​ພວກ​ເພິ່ນ “ເຈົ້າ​ຈະ​ຢູ່​ດີ​ມີ​ສຸກ.”—ອຟຊ. 6:1-4

17. ຕາມ​ໂຢຊວຍ 24:15 ຄົນ​ໜຸ່ມ​ຕ້ອງ​ຕັດສິນ​ໃຈ​ໃນ​ເລື່ອງ​ຫຍັງ​ດ້ວຍ​ໂຕ​ເອງ?

17 ຕັດສິນ​ໃຈ​ວ່າ​ເຈົ້າ​ຈະ​ຮັບໃຊ້​ໃຜ. ເຈົ້າ​ຕ້ອງ​ເຂົ້າ​ໃຈ​ແທ້ໆວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ແບບ​ໃດ ເພິ່ນ​ຕ້ອງການ​ຫຍັງ ແລະ​ເຈົ້າ​ຈະ​ເຮັດ​ຕາມ​ຄວາມ​ຕ້ອງການ​ນັ້ນ​ໄດ້​ແນວ​ໃດ. (ຣມ. 12:2) ແລ້ວ​ເຈົ້າ​ກໍ​ຈະ​ສາມາດ​ຕັດສິນ​ໃຈ​ໃນ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ໃນ​ຊີວິດ ນັ້ນ​ຄື​ການ​ຮັບໃຊ້​ພະ​ເຢໂຫວາ. (ອ່ານ​ໂຢຊວຍ 24:15; ຜູ້ປ. 12:1) ຖ້າ​ເຈົ້າ​ເຮັດ​ຕາມ​ຕາ​ຕະລາງ​ການ​ອ່ານ​ຄຳພີ​ໄບເບິນ​ແລະ​ການ​ສຶກສາ​ສ່ວນ​ຕົວ ເຈົ້າ​ກໍ​ຈະ​ຮັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ແລະ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ຂຶ້ນ.

18. ການ​ເລືອກ​ແບບ​ໃດ​ທີ່​ຄົນ​ໜຸ່ມ​ຕ້ອງ​ເຮັດ ແລະ​ຜົນ​ຈະ​ເປັນ​ແນວ​ໃດ?

18 ເລືອກ​ທີ່​ຈະ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. ໂລກ​ທີ່​ຊາຕານ​ປົກຄອງ​ບອກ​ວ່າ ຖ້າ​ເຈົ້າ​ໃຊ້​ຄວາມ​ສາມາດ​ຂອງ​ເຈົ້າ​ເພື່ອ​ໂຕ​ເອງ ເຈົ້າ​ຈະ​ມີ​ຄວາມ​ສຸກ. ແຕ່​ເຮົາ​ຮູ້​ວ່າ​ຄົນ​ທີ່​ເນັ້ນ​ເປົ້າ​ໝາຍ​ທາງ​ດ້ານ​ວັດຖຸ​ກໍ “ເຮັດ​ໃຫ້​ຕົວ​ເອງ​ຕ້ອງ​ເຈັບ​ປວດ​ໃຈ​ຫຼາຍ​ຢ່າງ.” (1 ຕມ. 6:9, 10) ແຕ່​ຖ້າ​ເຈົ້າ​ເຊື່ອ​ຟັງ​ພະ​ເຢໂຫວາ​ແລະ​ເລືອກ​ທີ່​ຈະ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ເພິ່ນ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ “ເຈົ້າ​ກໍ​ຈະ​ຕັດສິນ​ໃຈ​ຢ່າງ​ສະຫຼາດ​ສຸຂຸມ” ແລະ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ.—ຢຊວຍ. 1:8, ລ.ມ.

ເຈົ້າ​ເລືອກ​ທີ່​ຈະ​ເຮັດ​ຫຍັງ?

19. ພໍ່​ແມ່​ຕ້ອງ​ຈື່​ຫຍັງ​ໄວ້?

19 ພໍ່​ແມ່ ໃຫ້​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ຊ່ອຍ​ລູກ​ໃຫ້​ຮັບໃຊ້​ພະ​ເຢໂຫວາ. ໃຫ້​ເພິ່ງ​ພະ​ເຢໂຫວາ ແລະ​ເພິ່ນ​ຈະ​ຊ່ອຍ​ເຈົ້າ​ໃຫ້​ເລືອກ​ຢ່າງ​ຖືກຕ້ອງ. (ສຸພາ. 3:5, 6) ໃຫ້​ຈື່​ໄວ້​ວ່າ​ລູກ​ຈະ​ໄດ້​ຮັບ​ອິດທິພົນ​ຈາກ​ສິ່ງ​ທີ່​ເຈົ້າ​ເຮັດ​ຫຼາຍ​ກວ່າ​ສິ່ງ​ທີ່​ເຈົ້າ​ເວົ້າ. ດັ່ງ​ນັ້ນ ໃຫ້​ເລືອກ​ສິ່ງ​ທີ່​ດີ​ທີ່​ສຸດ​ເພື່ອ​ຈະ​ຊ່ອຍ​ລູກ​ໃຫ້​ໄດ້​ຮັບ​ຄວາມ​ພໍ​ໃຈ​ຈາກ​ພະ​ເຢໂຫວາ.

20. ຖ້າ​ຄົນ​ໜຸ່ມ​ເລືອກ​ຮັບໃຊ້​ພະ​ເຢໂຫວາ ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ສິ່ງ​ດີໆຫຍັງ​ແດ່?

20 ຄົນ​ໜຸ່ມ ພໍ່​ແມ່​ສາມາດ​ຊ່ອຍ​ເຈົ້າ​ໃຫ້​ເລືອກ​ຢ່າງ​ຖືກຕ້ອງ​ທີ່​ສຸດ​ໃນ​ຊີວິດ. ແຕ່​ຖ້າ​ເຈົ້າ​ຢາກ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ ເຈົ້າ​ຕ້ອງ​ເລືອກ​ຢ່າງ​ຖືກຕ້ອງ. ດັ່ງ​ນັ້ນ ໃຫ້​ຮຽນ​ແບບ​ພະ​ເຢຊູ ແລະ​ເລືອກ​ທີ່​ຈະ​ຮັບໃຊ້​ພະ​ເຢໂຫວາ​ພໍ່​ຂອງ​ເຈົ້າ​ທີ່​ຢູ່​ໃນ​ສະຫວັນ. ຖ້າ​ເຮັດ​ແບບ​ນັ້ນ ເຈົ້າ​ກໍ​ຈະ​ມີ​ຊີວິດ​ທີ່​ບໍ່​ໜ້າ​ເບື່ອ ແຕ່​ຈະ​ໄດ້​ຮັບ​ສິ່ງ​ທີ່​ດີ​ແລະ​ມີ​ຄວາມ​ສຸກ​ໃນ​ຕອນ​ນີ້. (1 ຕມ. 4:16) ແລະ​ໃນ​ອະນາຄົດ ເຈົ້າ​ກໍ​ຈະ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ທີ່​ສຸດ.

ເພງ 133 ນະມັດສະການ​ພະ​ເຢໂຫວາ​ຕັ້ງ​ແຕ່​ຍັງ​ໜຸ່ມ

^ ຂໍ້ 5 ພໍ່​ແມ່​ຢາກ​ໃຫ້​ລູກ​ມີ​ຄວາມ​ສຸກ​ແລະ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ເມື່ອ​ເຂົາ​ເຈົ້າ​ໃຫຍ່​ຂຶ້ນ. ພໍ່​ແມ່​ຈະ​ເລືອກ​ແນວ​ໃດ​ເພື່ອ​ຊ່ອຍ​ລູກ​ໃຫ້​ຮັບໃຊ້​ພະ​ເຢໂຫວາ? ຄົນ​ໜຸ່ມ​ຈະ​ເລືອກ​ແນວ​ໃດ​ເພື່ອ​ເຂົາ​ເຈົ້າ​ຈະ​ປະສົບ​ຜົນ​ສຳເລັດ​ໃນ​ຊີວິດ? ໃນ​ບົດ​ນີ້​ເຮົາ​ຈະ​ໄດ້​ຄຳຕອບ​ສຳລັບ​ຄຳຖາມ​ສອງ​ຂໍ້​ນີ້.

^ ຂໍ້ 10 ເບິ່ງ​ປຶ້ມ​ການ​ນະມັດສະການ​ທີ່​ບໍລິສຸດ​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ການ​ຟື້ນຟູໜ້າ 69-70 ຂໍ້ 17-18 (ພາສາ​ໄທ)

^ ຂໍ້ 11 ເບິ່ງ​ຂອບ “ຂ້ອຍ​ມີ​ພໍ່​ແມ່​ທີ່​ດີ​ທີ່​ສຸດ” ໃນ​ຕື່ນ​ເຖີດ! ເດືອນ​ຕຸລາ ປີ 2011 ໜ້າ 20 ແລະ​ບົດ​ຄວາມ “ຈົດ​ໝາຍ​ພິເສດ​ສະບັບ​ໜຶ່ງ​ເຖິງ​ພໍ່​ແມ່” ໃນ​ຕື່ນ​ເຖີດ! 8 ມີນາ 1999 ໜ້າ 25 (ພາສາ​ໄທ).

^ ຂໍ້ 66 ຄຳ​ອະທິບາຍ​ຮູບ: ຕັ້ງ​ແຕ່​ພະ​ເຢຊູ​ຍັງ​ນ້ອຍ ມາຣີ​ໄດ້​ສອນ​ເພິ່ນ​ໃຫ້​ຮັກ​ພະ​ເຢໂຫວາ. ຜູ້​ເປັນ​ແມ່​ໃນ​ທຸກ​ມື້​ນີ້​ກໍ​ສາມາດ​ສອນ​ລູກ​ໃຫ້​ຮັກ​ພະ​ເຢໂຫວາ​ຄື​ກັນ.

^ ຂໍ້ 68 ຄຳ​ອະທິບາຍ​ຮູບ: ໂຢເຊັບ​ເຫັນ​ຄ່າ​ການ​ເຂົ້າ​ຮ່ວມ​ປະຊຸມ​ຢູ່​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ​ນຳ​ກັນ​ກັບ​ຄອບຄົວ. ຜູ້​ເປັນ​ພໍ່​ໃນ​ທຸກ​ມື້​ນີ້​ກໍ​ເຫັນ​ຄ່າ​ການ​ເຂົ້າ​ຮ່ວມ​ປະຊຸມ​ປະຈຳ​ປະຊາຄົມ​ນຳ​ກັນ​ກັບ​ຄອບຄົວ.

^ ຂໍ້ 70 ຄຳ​ອະທິບາຍ​ຮູບ: ພະ​ເຢຊູ​ຮຽນ​ຮູ້​ວິທີ​ເຮັດ​ວຽກ​ຈາກ​ໂຢເຊັບ. ຄົນ​ໜຸ່ມ​ໃນ​ທຸກ​ມື້​ນີ້​ກໍ​ສາມາດ​ຮຽນ​ຮູ້​ວິທີ​ເຮັດ​ວຽກ​ຈາກ​ພໍ່.