1920—ໜຶ່ງຮ້ອຍປີກ່ອນ
ນັບຕັ້ງແຕ່ຕົ້ນປີ 1920 ປະຊາຊົນຂອງພະເຢໂຫວາກະຕືລືລົ້ນຫຼາຍທີ່ຈະເຮັດວຽກທີ່ລໍຖ້າຢູ່ຂ້າງໜ້າ. ຂໍ້ພະຄຳພີປະຈຳປີ 1920 ແມ່ນ “ອົງພະຜູ້ເປັນເຈົ້າເປັນແຮງແລະເປັນບົດເພງຂອງຂ້ອຍ.”—ເພງ. 118:14, ສະບັບຄິງເຈມສ໌
ພະເຢໂຫວາໄດ້ເສີມກຳລັງຜູ້ປະກາດທີ່ກະຕືລືລົ້ນເຫຼົ່ານີ້. ໃນປີນັ້ນ ຈຳນວນຄລໍພໍເທີສ໌ຫຼືໄພໂອເນຍໄດ້ເພີ່ມຂຶ້ນຈາກ 225 ຄົນເປັນ 350 ຄົນ ແລະເປັນເທື່ອທຳອິດທີ່ມີຜູ້ປະກາດຫຼາຍກວ່າ 8.000 ຄົນສົ່ງລາຍງານການປະກາດໃຫ້ສຳນັກງານໃຫຍ່. ພະເຢໂຫວາໄດ້ອວຍພອນວຽກທີ່ເຂົາເຈົ້າເຮັດ.
ສະແດງຄວາມກະຕືລືລົ້ນເປັນພິເສດ
ໃນວັນທີ 21 ມີນາ ປີ 1920 ພີ່ນ້ອງໂຈເຊັບ ເອັບຟ໌. ຣັດເທີຝອດ ທີ່ເປັນຜູ້ນຳໜ້າກຸ່ມນັກສຶກສາຄຳພີໄບເບິນນາໆຊາດໃນຕອນນັ້ນ ບັນລະຍາຍໃນຫົວເລື່ອງ “ຫຼາຍລ້ານຄົນທີ່ມີຊີວິດຢູ່ໃນເວລານີ້ຈະບໍ່ຕາຍເລີຍ.” ນັກສຶກສາຄຳພີໄບເບິນນາໆຊາດໄດ້ເຮັດສຸດຄວາມສາມາດເພື່ອເຊີນຜູ້ທີ່ສົນໃຈໃຫ້ມາຟັງຄຳບັນລະຍາຍນີ້. ເຂົາເຈົ້າໄດ້ເຊົ່າໂຮງລະຄອນທີ່ໃຫຍ່ທີ່ສຸດໃນເມືອງນິວຢອກແລະໄດ້ແຈກຢາຍໃບເຊີນປະມານ 320.000 ໃບ.
ມີຄົນມາຟັງຄຳບັນລະຍາຍນີ້ຫຼາຍກວ່າທີ່ນັກສຶກສາພະຄຳພີນາໆຊາດຄາດໝາຍໄວ້. ໂຮງລະຄອນນີ້ມີບ່ອນນັ່ງສຳລັບ 5.000 ຄົນເທົ່ານັ້ນ ດັ່ງນັ້ນ ອີກ 7.000 ຄົນທີ່ມາຈຶ່ງເຂົ້າໄປບໍ່ໄດ້ແລະຕ້ອງເມືອເຮືອນ. ຫໍສັງເກດການ ບອກວ່າ “ນີ້ເປັນການປະຊຸມໜຶ່ງທີ່ປະສົບຜົນສຳເລັດຫຼາຍທີ່ສຸດທີ່ນັກສຶກສາຄຳພີໄບເບິນນາໆຊາດເຄີຍຈັດ.”
ນັກສຶກສາຄຳພີໄບເບິນນາໆຊາດເປັນທີ່ຮູ້ຈັກໃນການປະກາດຄຳບັນລະຍາຍເລື່ອງ “ຫຼາຍລ້ານຄົນທີ່ມີຊີວິດຢູ່ໃນເວລານີ້ຈະບໍ່ຕາຍເລີຍ.” ໃນຕອນນັ້ນ ເຂົາເຈົ້າບໍ່ເຂົ້າໃຈວ່າຂ່າວສານເລື່ອງການປົກຄອງຂອງພະເຈົ້າຕ້ອງແພ່ຂະຫຍາຍອອກໄປກວ້າງໄກກວ່ານັ້ນອີກ ແຕ່ຄວາມກະຕືລືລົ້ນຂອງເຂົາເຈົ້າເປັນຕາງຶດຫຼາຍ. ພີ່ນ້ອງໄອດ້າ ໂອມສ໌ເຕດທີ່ເລີ່ມເຂົ້າຮ່ວມການປະຊຸມໃນປີ 1902 ຈື່ໄດ້ວ່າ “ເຮົາຮູ້ວ່າສິ່ງດີໆຈະເກີດຂຶ້ນກັບມະນຸດທຸກຄົນ ແລະເຮົາບອກຂ່າວດີນີ້ກັບທຸກຄົນທີ່ເຮົາເຈິໃນວຽກປະກາດ.”
ພິມປຶ້ມເອົາເອງ
ເພື່ອແນ່ໃຈວ່າເຮົາຈະມີສິ່ງທີ່ເຮັດໃຫ້ຄວາມເຊື່ອເຂັ້ມແຂງ ພີ່ນ້ອງຢູ່ເບເທນຈຶ່ງເລີ່ມພິມປຶ້ມເອົາເອງ. ເຂົາເຈົ້າຊື້ເຄື່ອງຈັກພິມປຶ້ມແລະເອົາໄວ້ໃນຕຶກທີ່ເຊົ່າ ເຊິ່ງຕັ້ງຢູ່ເລກທີ 35 ຖະໜົນເມີເທີ ເມືອງບຸກລິນ ລັດນິວຢອກທີ່ຢູ່ໃກ້ໆກັບເບເທນ.
ພີ່ນ້ອງລີໂອ ເປເລກັບພີ່ນ້ອງວໍເທີ ເຄດສ໌ເລີໄດ້ເຂົ້າເຮັດວຽກຢູ່ເບເທນໃນເດືອນມັງກອນ ປີ 1920. ພີ່ນ້ອງວໍເທີຈື່ໄດ້ວ່າ “ເມື່ອພວກເຮົາໄປຮອດ ຜູ້ດູແລຫ້ອງພິມແນມເບິ່ງເຮົາແລະເວົ້າວ່າ ‘ມີເວລາອີກຊົ່ວໂມງເຄິ່ງຈຶ່ງຮອດຍາມກິນເຂົ້າສວາຍ. ຄັນຊັ້ນ ໃຫ້ພວກເຈົ້າໄປເຮັດວຽກກ່ອນ.’ ລາວໃຫ້ພວກເຮົາໄປຂົນແກ໋ດປຶ້ມມາຈາກຫ້ອງໃຕ້ດິນ.”
ພີ່ນ້ອງລີໂອຍັງຈື່ສິ່ງທີ່ເກີດຂຶ້ນໃນມື້ຕໍ່ມາ ລາວເວົ້າວ່າ: “ເປັນວຽກຂອງພວກເຮົາທີ່ຕ້ອງລ້າງຝາຕ່າງໆຢູ່ຊັ້ນທຳອິດຂອງຕຶກນັ້ນ. ມັນເປັນວຽກທີ່ເປື້ອນທີ່ສຸດທີ່ຂ້ອຍເຄີຍເຮັດໃນຊີວິດ ແຕ່ມັນກໍຄຸ້ມຄ່າເພາະເຮັດເພື່ອພະເຢໂຫວາ.”
ພາຍໃນບໍ່ເທົ່າໃດອາທິດ ອາສາສະໝັກທີ່ກະຕືລືລົ້ນກໍໄດ້ພິມຫໍສັງເກດການ. ໃນວັນທີ 1 ກຸມພາ ປີ 1920 ມີການພິມຫໍສັງເກດການ 60.000 ຫົວໂດຍໃຊ້ຈັກພິມແບບເປັນແປ້ນພິມ. ໃນເວລາດຽວກັນ ຢູ່ຫ້ອງໃຕ້ດິນ ພີ່ນ້ອງໄດ້ຕັ້ງເຄື່ອງພິມທີ່ເປັນຈັກພິມແບບໝູນ ແລະໃນວັນທີ 14 ເມສາ ປີ 1920 ໄດ້ເລີ່ມພິມປຶ້ມ “ເດິ ໂກເດິນ ເອຈ” (ປັດຈຸບັນແມ່ນຕື່ນເຖີດ!). ເຫັນໄດ້ແຈ້ງວ່າພະເຢໂຫວາໄດ້ອວຍພອນຄວາມພະຍາຍາມຂອງພີ່ນ້ອງເຫຼົ່ານີ້ທີ່ເຕັມໃຈເຮັດວຽກ.
“ມັນກໍຄຸ້ມຄ່າເພາະເຮັດເພື່ອພະເຢໂຫວາ”
“ໃຫ້ພວກເຮົາຢູ່ຮ່ວມກັນຢ່າງສະຫງົບສຸກ”
ປະຊາຊົນທີ່ພັກດີຂອງພະເຢໂຫວາມີຄວາມສຸກທີ່ໄດ້ເຮັດວຽກປະກາດຄືນໃໝ່ແລະໄດ້ປະຊຸມກັນ. ແຕ່ນັກສຶກສາຄຳພີໄບເບິນນາໆຊາດບາງຄົນໄດ້ອອກຈາກອົງການໃນໄລຍະທີ່ມີບັນຫາ ເຊິ່ງແມ່ນຈາກປີ 1917 ຫາ 1919. ສາມາດເຮັດຫຍັງໄດ້ແດ່ເພື່ອຊ່ອຍເຂົາເຈົ້າ?
ໃນຫໍສັງເກດການ ສະບັບ 1 ເມສາ ປີ 1920 ມີບົດຄວາມທີ່ຊື່ວ່າ “ໃຫ້ພວກເຮົາຢູ່ຮ່ວມກັນຢ່າງສະຫງົບສຸກ.” ບົດຄວາມນີ້ເຊີນດ້ວຍຄວາມຮັກວ່າ: “ພວກເຮົາໝັ້ນໃຈວ່າທຸກຄົນທີ່ຢາກເຊື່ອຟັງພະເຢໂຫວາພ້ອມທີ່ຈະລືມສິ່ງທີ່ໄດ້ເກີດຂຶ້ນແລະຈະຢູ່ຮ່ວມກັນແບບເປັນນ້ຳໜຶ່ງໃຈດຽວ.”
ຫຼາຍຄົນເຮັດຕາມຄຳເຊີນນີ້. ຜົວເມຍຄູ່ໜຶ່ງຂຽນວ່າ: “ພວກເຮົາຮູ້ວ່າໄດ້ເຮັດຜິດທີ່ໃນປີຜ່ານມາບໍ່ໄດ້ຄົບຫາກັບອົງການແລະບໍ່ໄດ້ປະກາດເລີຍ. . . . ຕັ້ງແຕ່ນີ້ໄປພວກເຮົາຕັ້ງໃຈທີ່ຈະປະກາດຢ່າງກະຕືລືລົ້ນ.” ຄົນເຫຼົ່ານີ້ທີ່ເຂົ້າມາສົມທົບກັບອົງການຄືນອີກມີວຽກຫຼາຍຢ່າງທີ່ລໍຖ້າໃຫ້ເຂົາເຈົ້າເຮັດ.
ແຈກຢາຍປຶ້ມ “ZG”
ໃນວັນທີ 21 ມິຖຸນາ ປີ 1920 ນັກສຶກສາຄຳພີໄບເບິນນາໆຊາດໄດ້ເລີ່ມຕົ້ນໂຄງການແຈກຢາຍປຶ້ມ “ZG” ເຊິ່ງແມ່ນປຶ້ມຄວາມເລິກລັບສຳເລັດແລ້ວ * ໃນຮູບແບບປົກອ່ອນ. ຕອນທີ່ປຶ້ມຫົວນີ້ຖືກສັ່ງຫ້າມໃນປີ 1918 ປຶ້ມນີ້ຖືກເກັບໄວ້ຈຳນວນຫຼາຍ.
ບໍ່ແມ່ນໄພໂອເນຍເທົ່ານັ້ນ ແຕ່ຜູ້ປະກາດທຸກຄົນກໍຖືກເຊີນໃຫ້ເຂົ້າຮ່ວມໃນວຽກແຈກຢາຍນີ້. ບູເລັດຕິນ (Bulletin) ສະບັບເດືອນມິຖຸນາ ປີ 1920 ບອກວ່າ “ທຸກຄົນ [ທີ່ຮັບບັບເຕມາແລ້ວ] ໃນທຸກປະຊາຄົມເຊິ່ງສາມາດເຮັດໄດ້ຄວນເຕັມໃຈເຂົ້າຮ່ວມໃນໂຄງການນີ້. ໃນຕອນນີ້ ຂໍໃຫ້ຄຳເວົ້າຕໍ່ໄປນີ້ເປັນຄຳຂວັນສຳລັບທຸກຄົນທີ່ວ່າ: ‘ສິ່ງດຽວທີ່ຂ້ອຍຕ້ອງເຮັດໃນຕອນນີ້’ ກໍຄືແຈກຢາຍປຶ້ມ ZG.” ພີ່ນ້ອງເອັດເມີນ ຮູເປີຈື່ໄດ້ວ່າໂຄງການປະກາດນີ້ເປັນເທື່ອທຳອິດສຳລັບຫຼາຍຄົນທີ່ປະກາດຕາມເຮືອນ. ລາວເວົ້າຕື່ມວ່າ “ພວກເຮົາເລີ່ມເຂົ້າໃຈແທ້ໆແລ້ວວ່າວຽກປະກາດຍິ່ງໃຫຍ່ກວ່າທີ່ພວກເຮົາຄາດຄິດໄວ້.”
ຈັດລະບຽບວຽກຄືນໃໝ່ໃນເອີຣົບ
ນັກສຶກສາຄຳພີໄບເບິນນາໆຊາດໃນປະເທດຕ່າງໆຕິດຕໍ່ກັນຍາກຫຼາຍໃນໄລຍະສົງຄາມໂລກຄັ້ງທີ I ພີ່ນ້ອງໂຈເຊັບ ຣັດເທີຝອດຈຶ່ງຢາກໃຫ້ກຳລັງໃຈພີ່ນ້ອງເຫຼົ່ານີ້ແລະຈັດລະບຽບວຽກປະກາດຄືນໃໝ່. ດັ່ງນັ້ນ ໃນວັນທີ 12 ສິງຫາ ປີ 1920 ລາວກັບພີ່ນ້ອງອີກ 4 ຄົນຈຶ່ງເດີນທາງໄປປະເທດອັງກິດ ທະວີບເອີຣົບ ແລະອາຊີຕາເວັນອອກກາງ.
ເມື່ອພີ່ນ້ອງໂຈເຊັບ ຣັດເທີຝອດໄປປະເທດອັງກິດ ນັກສຶກສາຄຳພີໄບເບິນນາໆຊາດໄດ້ຈັດການປະຊຸມພາກ 3 ເທື່ອແລະການປະຊຸມສາທາລະນະ 12 ເທື່ອ ແລະຈຳນວນຜູ້ເຂົ້າຮ່ວມທັງໝົດແມ່ນປະມານ 50.000 ຄົນ. ຫໍສັງເກດການ ສະຫຼຸບການຢ້ຽມຢາມເທື່ອນີ້ໂດຍເວົ້າວ່າ: “ພີ່ນ້ອງຮູ້ສຶກສົດຊື່ນແລະໄດ້ຮັບກຳລັງໃຈ. ເຂົາເຈົ້າຄົບຫາກັນແລະໄປປະກາດນຳກັນ ເຊິ່ງເຮັດໃຫ້ເຂົາເຈົ້າມີຄວາມສຸກຫຼາຍ.” ຢູ່ປາຣີ ພີ່ນ້ອງໂຈເຊັບ ຣັດເທີຝອດບັນລະຍາຍອີກເທື່ອໜຶ່ງໃນຫົວເລື່ອງ “ຫຼາຍລ້ານຄົນທີ່ມີຊີວິດຢູ່ໃນເວລານີ້ຈະບໍ່ຕາຍເລີຍ.” ເມື່ອຄຳບັນລະຍາຍເລີ່ມຕົ້ນຫໍປະຊຸມກໍເຕັມແທ້ເຕັມວ່າ ແລະມີ 300 ຄົນທີ່ສະແດງຄວາມສົນໃຈແລະຂໍຂໍ້ມູນຕື່ມອີກ.
ຫຼາຍອາທິດຕໍ່ມາ ພີ່ນ້ອງບາງຄົນໄດ້ໄປເມືອງອາແຕນ ເມືອງໄຄໂຣ ແລະເມືອງເຢຣູຊາເລັມ. ເພື່ອຕິດຕາມຜູ້ສົນໃຈທີ່ເຈິໃນເຂດເຫຼົ່ານີ້ ພີ່ນ້ອງໂຈເຊັບ ຣັດເທີຝອດໄດ້ສ້າງສາງເກັບປຶ້ມຢູ່ຣາມອາລາທີ່ໃກ້ກັບເມືອງເຢຣູຊາເລັມ. ຈາກນັ້ນ ລາວກໍກັບໄປເອີຣົບແລະຕັ້ງສຳນັກງານໃຫຍ່ສຳລັບເຂດເອີຣົບແລະໃຫ້ມີການພິມປຶ້ມຢູ່ຫັ້ນ.
ເປີດເຜີຍຄວາມບໍ່ຍຸຕິທຳ
ໃນເດືອນກັນຍາ ປີ 1920 ນັກສຶກສາຄຳພີໄບເບິນນາໆຊາດໄດ້ອອກປຶ້ມ “ເດິ ໂກເດິນ ເອຈ” ໝາຍເລກທີ 27 ເຊິ່ງເປັນສະບັບພິເສດເພາະໄດ້ເປີດເຜີຍການຂົ່ມເຫງນັກສຶກສາຄຳພີໄບເບິນນາໆຊາດໃນລະຫວ່າງປີ 1918. ຈັກພິມແບບໝູນທີ່ເວົ້າເຖິງກ່ອນໜ້ານີ້ເຮັດວຽກທັງເວັນທັງຄືນເພື່ອພິມປຶ້ມນີ້ຫຼາຍກວ່າ 4 ລ້ານຫົວ.
ຜູ້ອ່ານປຶ້ມນີ້ໄດ້ອ່ານກ່ຽວກັບເລື່ອງຂອງພີ່ນ້ອງເອັມມ້າ ມາຕິນທີ່ເປັນໄພໂອເນຍໃນເມືອງຊານເບີນາກດິໂນ ລັດຄາລິຟໍເນຍ. ໃນວັນທີ 17 ມີນາ ປີ 1918 ພີ່ນ້ອງເອັມມ້າກັບອີກສາມຄົນຄື: ພີ່ນ້ອງເອັດເວີດ ເຮມ ພີ່ນ້ອງເອັດເວີດ ຈູລິອັດສ໌ ຊອນເນັນເບີກ ແລະພີ່ນ້ອງອີ. ເອ. ສະຕີບເວັນໄດ້ເຂົ້າຮ່ວມການປະຊຸມນ້ອຍໆຂອງນັກສຶກສາຄຳພີໄບເບິນນາໆຊາດ.
ຜູ້ຊາຍຄົນໜຶ່ງທີ່ເຂົ້າຮ່ວມການປະຊຸມບໍ່ໄດ້ຢາກຮຽນຄຳພີໄບເບິນ. ຕໍ່ມາ ລາວເວົ້າໃນສານວ່າ “ຂ້ອຍໄປການປະຊຸມນີ້ . . . ຕາມຄຳສັ່ງຂອງຫ້ອງການໄອຍະການເພື່ອໄປເກັບກຳຫຼັກຖານ.” ລາວໄດ້ເຫັນ “ຫຼັກຖານ” ທີ່ກຳລັງຊອກຫາ ນັ້ນແມ່ນປຶ້ມຄວາມເລິກລັບສຳເລັດແລ້ວ. ສອງສາມມື້ຕໍ່ມາພີ່ນ້ອງເອັມມ້າກັບພີ່ນ້ອງຊາຍສາມຄົນນັ້ນກໍຖືກຈັບ. ເຂົາເຈົ້າຖືກກ່າວຫາວ່າເຮັດຜິດກົດໝາຍໂດຍແຈກຢາຍປຶ້ມທີ່ຖືກສັ່ງຫ້າມ.
ພີ່ນ້ອງເອັມມ້າກັບພີ່ນ້ອງຊາຍສາມຄົນນັ້ນຖືກສານຕັດສິນລົງໂທດໃຫ້ຕິດຄຸກສາມປີ. ຫຼັງຈາກທີ່ອຸທອນຫຼາຍເທື່ອແຕ່ກໍບໍ່ສຳເລັດ ດັ່ງນັ້ນ ໃນວັນທີ 17 ພຶດສະພາ ປີ 1920 ເຂົາເຈົ້າຈຶ່ງເລີ່ມຖືກປະຕິບັດໂທດ. ແຕ່ບໍ່ດົນເຫດການກໍດີຂຶ້ນ.
ໃນວັນທີ 20 ມິຖຸນາ ປີ 1920 ພີ່ນ້ອງໂຈເຊັບ ຣັດເທີຝອດໄດ້ເລົ່າປະສົບການນີ້ຢູ່ການປະຊຸມພາກໃນເມືອງຊານຟານຊິດສ໌ໂກ. ພີ່ນ້ອງເຫັນວ່າການເຮັດແບບນີ້ກັບຄລິດສະຕຽນບໍ່ຖືກຕ້ອງ ເຂົາເຈົ້າຈຶ່ງຂຽນຈົດໝາຍໄປຫາປະທານປະເທດອາເມຣິກາ. ເຂົາເຈົ້າຂຽນວ່າ: “ພວກເຮົາຢາກບອກວ່າ ການຕັດສິນລົງໂທດນາງເອັມມ້າ ມາຕິນແມ່ນບໍ່ຖືກຕ້ອງ. ການກະທຳຂອງເຈົ້າໜ້າທີ່ທີ່ໃຊ້ສິດຂອງໂຕເອງເພື່ອວາງແຜນຈັບລາວແບບຜິດໆແລະສ້າງຄະດີຂຶ້ນມາເພື່ອໃຫ້ລາວຕິດຄຸກເປັນສິ່ງທີ່ບໍ່ຍຸຕິທຳທີ່ສຸດ.”
ມື້ຕໍ່ມາ ປະທານປະເທດວູດໂຣ ວິວສັນຜ່ອນໂທດທັນທີໃຫ້ພີ່ນ້ອງເອັມມ້າ ພີ່ນ້ອງເອັດເວີດ ເຮມ ພີ່ນ້ອງເອັດເວີດ ຈູລິອັດສ໌ ແລະພີ່ນ້ອງອີ. ເອ. ສະຕີບເວັນ ແລ້ວເຂົາເຈົ້າກໍຖືກປ່ອຍອອກຈາກຄຸກ.
ໃນທ້າຍປີ 1920 ພີ່ນ້ອງເຫັນວ່າມີຫຼາຍສິ່ງໄດ້ເກີດຂຶ້ນເຊິ່ງເຮັດໃຫ້ເຂົາເຈົ້າສາມາດຍິນດີໄດ້. ວຽກຢູ່ສຳນັກງານໃຫຍ່ນັບມື້ນັບເພີ່ມຂຶ້ນ ແລະນັກສຶກສາຄຳພີໄບເບິນນາໆຊາດກໍດຸໝັ່ນຫຼາຍກວ່າເກົ່າໃນການປະກາດວ່າມີແຕ່ການປົກຄອງຂອງພະເຈົ້າເທົ່ານັ້ນທີ່ຈະແກ້ໄຂບັນຫາທັງໝົດຂອງມະນຸດໄດ້. (ມທ. 24:14) ໃນປີຕໍ່ມາເຊິ່ງແມ່ນປີ 1921 ແຮ່ງເປັນປີທີ່ຍິ່ງໃຫຍ່ກວ່າອີກໃນການປະກາດເລື່ອງການປົກຄອງຂອງພະເຈົ້າ.
^ ຂໍ້ 18 ປຶ້ມຄວາມເລິກລັບສຳເລັດແລ້ວ ເປັນປຶ້ມຫົວທີ 7 ໃນຊຸດປຶ້ມການສຶກສາພະຄຳພີ. ປຶ້ມ “ZG” ສະບັບປົກອ່ອນຖືກພິມເປັນບົດຄວາມສຶກສາໃນຫໍສັງເກດການ ສະບັບ 1 ມີນາ ປີ 1918. “Z” ໝາຍເຖິງຫໍສັງເກດການແຫ່ງຊີໂອນ ແລະ “G” ເປັນຕົວໜັງສືໂຕທີ 7 ຕາມລຳດັບຕົວອັກສອນ ເຊິ່ງໝາຍເຖິງປຶ້ມຫົວທີ 7 ໃນຊຸດປຶ້ມການສຶກສາພະຄຳພີ.