ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 40

ການ​ກັບ​ໃຈ​ແທ້ໆ​ໝາຍ​ຄວາມ​ວ່າ​ແນວ​ໃດ?

ການ​ກັບ​ໃຈ​ແທ້ໆ​ໝາຍ​ຄວາມ​ວ່າ​ແນວ​ໃດ?

“ຂ້ອຍ​ມາ . . . ຊ່ວຍ​ຄົນ​ບາບ​ໃຫ້​ກັບ​ໃຈ.”—ລກ. 5:32

ເພງ 36 ປົກ​ປ້ອງ​ຫົວໃຈ​ຂອງ​ເຮົາ

ໃຈ​ຄວາມ​ສຳຄັນ *

1-2. ກະສັດ​ສອງ​ອົງ​ແຕກຕ່າງ​ກັນ​ແນວ​ໃດ ແລະ​ເຮົາ​ຈະ​ຕອບ​ຄຳຖາມ​ຫຍັງ​ແດ່​ໃນ​ບົດ​ຄວາມ​ນີ້?

ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ຂອງ​ກະສັດ​ສອງ​ອົງ​ທີ່​ມີ​ຊີວິດ​ຢູ່​ໃນ​ສະໄໝ​ບູຮານ. ກະສັດ​ອົງ​ໜຶ່ງ​ປົກຄອງ​ອານາຈັກ​ອິດສະຣາເອນ 10 ຕະກູນ​ທາງ​ເໜືອ ແລະ​ກະສັດ​ອີກ​ອົງ​ໜຶ່ງ​ປົກຄອງ​ໃນ​ອານາຈັກ​ຢູດາ 2 ຕະກູນ​ທາງ​ໃຕ້. ເຖິງ​ວ່າ​ເຂົາ​ເຈົ້າ​ຈະ​ມີ​ຊີວິດ​ຢູ່​ໃນ​ສະໄໝ​ທີ່​ຕ່າງ​ກັນ ແຕ່​ເຂົາ​ເຈົ້າ​ກໍ​ມີ​ຫຼາຍ​ຢ່າງ​ທີ່​ຄື​ກັນ. ນັ້ນ​ກໍ​ຄື​ເຂົາ​ເຈົ້າ​ໄດ້​ເຮັດ​ຜິດ​ຕໍ່​ພະ​ເຢໂຫວາ ແລະ​ພາ​ປະຊາຊົນ​ເຮັດ​ບາບ. ເຂົາ​ເຈົ້າ​ໄຫວ້​ຮູບ​ເຄົາລົບ​ແລະ​ຂ້າ​ຄົນ. ແຕ່​ສິ່ງ​ທີ່​ຕ່າງ​ກັນ​ກໍ​ຄື​ກະສັດ​ອົງ​ໜຶ່ງ​ໄດ້​ກັບ​ໃຈ​ແລະ​ພະ​ເຢໂຫວາ​ກໍ​ຍົກ​ໂທດ​ໃຫ້​ລາວ ສ່ວນ​ກະສັດ​ອີກ​ອົງ​ໜຶ່ງ​ບໍ່​ໄດ້​ກັບ​ໃຈ. ແລ້ວ​ກະສັດ​ສອງ​ອົງ​ນີ້​ແມ່ນ​ໃຜ?

2 ກະສັດ​ຜູ້​ໜຶ່ງ​ຊື່​ອາກາບ​ທີ່​ປົກຄອງ​ອິດສະຣາເອນ ແລະ​ກະສັດ​ອີກ​ອົງ​ໜຶ່ງ​ຊື່​ມານາເຊ​ທີ່​ປົກຄອງ​ຢູດາ. ເລື່ອງ​ຂອງ​ເຂົາ​ເຈົ້າ​ຈະ​ສອນ​ບົດຮຽນ​ທີ່​ສຳຄັນ​ໃຫ້​ເຮົາ​ໃນ​ເລື່ອງ​ການ​ກັບ​ໃຈ. (ກຈກ. 17:30; ຣມ. 3:23) ແລ້ວ​ການ​ກັບ​ໃຈ​ໝາຍ​ຄວາມ​ວ່າ​ແນວ​ໃດ ແລະ​ຕ້ອງ​ສະແດງ​ອອກ​ແນວ​ໃດ? ເຮົາ​ຢາກ​ຮູ້​ເລື່ອງ​ນີ້​ເພາະ​ເຮົາ​ຢາກ​ໃຫ້​ພະ​ເຢໂຫວາ​ຍົກ​ໂທດ​ໃຫ້​ເຮົາ​ເມື່ອ​ເຮົາ​ເຮັດ​ຜິດ. ແຕ່​ເພື່ອ​ຈະ​ໄດ້​ຄຳຕອບ​ເຫຼົ່າ​ນັ້ນ ເຮົາ​ຈະ​ມາ​ເບິ່ງ​ເລື່ອງ​ຊີວິດ​ຂອງ​ກະສັດ​ສອງ​ອົງ​ນີ້​ແລະ​ສິ່ງ​ທີ່​ພະ​ເຢຊູ​ສອນ ແລະ​ເບິ່ງ​ວ່າ​ເຮົາ​ຈະ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ເຫຼົ່າ​ນັ້ນ.

ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ກະສັດ​ອາກາບ?

3. ກະສັດ​ອາກາບ​ເປັນ​ຄົນ​ແບບ​ໃດ?

3 ອາກາບ​ເປັນ​ກະສັດ​ອົງ​ທີ 7 ທີ່​ປົກຄອງ​ອິດສະຣາເອນ 10 ຕະກູນ. ລາວ​ໄດ້​ແຕ່ງ​ດອງ​ກັບ​ນາງ​ເຢເຊເບນ​ລູກ​ສາວ​ຂອງ​ກະສັດ​ເມືອງ​ຊີ​ໂດນ ເຊິ່ງ​ເປັນ​ປະເທດ​ທີ່​ລ່ຳ​ລວຍ​ຢູ່​ທາງ​ເໜືອ. ການ​ແຕ່ງ​ດອງ​ຄັ້ງ​ນີ້​ອາດ​ຈະ​ເຮັດ​ໃຫ້​ອິດສະຣາເອນ​ຮັ່ງມີ​ຫຼາຍ​ຂຶ້ນ ແຕ່​ນັ້ນ​ຈະ​ເຮັດ​ໃຫ້​ປະຊາຊົນ​ເຮັດ​ຜິດ​ຕໍ່​ພະ​ເຢໂຫວາ. ເພາະ​ເຢເຊເບນ​ນະມັດສະການ​ພະ​ບາອານ​ແລະ​ລາວ​ກໍ​ຍົວະ​ໃຫ້​ອາກາບ​ສົ່ງເສີມ​ການ​ນະມັດສະການ​ທີ່​ໜ້າ​ລັງກຽດ​ເຫຼົ່າ​ນີ້​ໂດຍ​ໃຫ້​ມີ​ໂສເພນີ​ປະຈຳ​ວິຫານ​ແລະ​ເອົາ​ລູກ​ໄປ​ເຜົາ​ບູຊາ​ຍັນ. ຕອນ​ທີ່​ເຢເຊເບນ​ເປັນ​ລາຊີນີ ຜູ້​ພະຍາກອນ​ຂອງ​ພະ​ເຢໂຫວາ​ຫຼາຍ​ຄົນ​ກໍ​ບໍ່​ປອດໄພ​ເພາະ​ລາວ​ສັ່ງ​ຂ້າ​ເຂົາ​ເຈົ້າ. (1 ກະ. 18:13) ແລະ​ອາກາບ​ເອງ​ກໍ​ເຮັດ “ຊົ່ວ​ຫຼາຍ​ກວ່າ​ທຸກ​ຄົນ​ທີ່​ເຄີຍ​ຢູ່​ກ່ອນ​ລາວ.” (1 ກະ. 16:30, ລ.ມ.) ພະ​ເຢໂຫວາ​ເຫັນ​ທຸກ​ຢ່າງ​ທີ່​ເຂົາ​ເຈົ້າ​ເຮັດ. ເຖິງ​ຢ່າງ​ນັ້ນ ເພິ່ນ​ກໍ​ຍັງ​ເມດຕາ​ແລະ​ໄດ້​ສົ່ງ​ຜູ້​ພະຍາກອນ​ເອລີຢາ​ໄປ​ເຕືອນ​ເຂົາ​ເຈົ້າ ເພື່ອ​ໃຫ້​ເຂົາ​ເຈົ້າ​ມີ​ໂອກາດ​ໄດ້​ປ່ຽນ​ແປງ​ຕົວ​ເອງ. ແຕ່​ວ່າ​ເຂົາ​ເຈົ້າ​ກໍ​ຍັງ​ບໍ່​ຍອມ​ຟັງ.

4. ພະ​ເຢໂຫວາ​ໄດ້​ຕັດສິນ​ອາກາບ​ແນວ​ໃດ ແລະ​ອາກາບ​ເຮັດ​ແນວ​ໃດ?

4 ໃນ​ທີ່​ສຸດ ພະ​ເຢໂຫວາ​ກໍ​ທົນ​ບໍ່​ໄຫວ​ແລ້ວ. ເພິ່ນ​ຈຶ່ງ​ໄດ້​ສົ່ງ​ເອລີຢາ​ມາ​ປະກາດ​ຄຳ​ຕັດສິນ​ຕໍ່​ອາກາບ​ແລະ​ເຢເຊເບນ​ວ່າ ເພິ່ນ​ຈະ​ທຳລາຍ​ທຸກ​ຄົນ​ທີ່​ຢູ່​ໃນ​ຕະກູນ​ຂອງ​ເຂົາ​ເຈົ້າ. ເມື່ອ​ອາກາບ​ໄດ້​ຍິນ​ແບບ​ນັ້ນ ລາວ​ກໍ​ເສຍໃຈ​ຫຼາຍ​ແລະ “ຖ່ອມ​ຕົວ​ລົງ.”—1 ກະ. 21:19-29

ກະສັດ​ອາກາບ​ສັ່ງ​ຈັບ​ຜູ້​ພະຍາກອນຂອງ​ພະ​ເຢໂຫວາ​ເຂົ້າ​ຄຸກ​ເຊິ່ງ​ສະແດງ​ວ່າ​ລາວ​ບໍ່​ໄດ້​ກັບ​ໃຈ​ແທ້ໆ (ເບິ່ງ​ຂໍ້ 5-6) *

5-6. ມີ​ຫຍັງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ອາກາບ​ບໍ່​ໄດ້​ກັບ​ໃຈ​ແທ້ໆ?

5 ເຖິງ​ວ່າ​ອາກາບ​ຈະ​ຖ່ອມ​ຕົວ​ລົງ ແຕ່​ການ​ກະທຳ​ຂອງ​ລາວ​ຕໍ່​ຈາກ​ນັ້ນ​ສະແດງ​ໃຫ້​ເຫັນ​ວ່າ​ລາວ​ບໍ່​ໄດ້​ກັບ​ໃຈ​ແທ້ໆ ເພາະ​ລາວ​ບໍ່​ໄດ້​ພະຍາຍາມ​ກຳຈັດ​ການ​ນະມັດສະການ​ພະ​ບາອານ ແລະ​ບໍ່​ໄດ້​ສົ່ງເສີມ​ການ​ນະມັດສະການ​ພະ​ເຢໂຫວາ. ລາວ​ຍັງ​ໄດ້​ເຮັດ​ສິ່ງ​ອື່ນ​ອີກ​ເຊິ່ງ​ສະແດງ​ວ່າ​ລາວ​ບໍ່​ໄດ້​ກັບ​ໃຈ.

6 ຕໍ່​ມາ ກະສັດ​ອາກາບ​ກໍ​ໄດ້​ໄປ​ຊວນ​ເຢໂຮຊາຟັດ​ກະສັດ​ຂອງ​ຢູດາ​ມາ​ຮ່ວມ​ຕໍ່​ສູ້​ກັບ​ຊີເຣຍ. ແຕ່​ກະສັດ​ເຢໂຮຊາຟັດ​ເປັນ​ຄົນ​ດີ ລາວ​ຈຶ່ງ​ບອກ​ໃຫ້​ໄປ​ຂໍ​ຄຳ​ແນະນຳ​ຈາກ​ຜູ້​ພະຍາກອນ​ຂອງ​ພະ​ເຢໂຫວາ​ກ່ອນ. ທຳອິດ​ອາກາບ​ບໍ່​ຢາກ​ເຮັດ​ແບບ​ນັ້ນ. ລາວ​ບອກ​ວ່າ: “ຍັງ​ມີ​ອີກຄົນ​ໜຶ່ງ​ທີ່​ເຮົາ​ຈະ​ຖາມ​ພະ​ເຢໂຫວາ​ຜ່ານ​ທາງ​ລາວ​ໄດ້ ແຕ່​ເຮົາ​ຊັງ​ລາວ ເພາະ​ລາວ​ບໍ່​ເຄີຍ​ພະຍາກອນ​ເລື່ອງ​ດີໆ​ກ່ຽວ​ກັບ​ເຮົາ​ເລີຍ ມີ​ແຕ່​ເລື່ອງ​ຮ້າຍໆ​ທັງ​ນັ້ນ.” ເຖິງ​ຢ່າງ​ນັ້ນ ເຂົາ​ເຈົ້າ​ກໍ​ພາ​ກັນ​ໄປ​ປຶກສາ​ກັບ​ຜູ້​ພະຍາກອນ​ມີກາຢາ. ແລ້ວ​ມີກາຢາ​ກໍ​ພະຍາກອນ​ເລື່ອງ​ບໍ່​ດີ​ກ່ຽວ​ກັບ​ອາກາບ​ແທ້. ແຕ່​ອາກາບ​ເຮັດ​ແນວ​ໃດ​ເມື່ອ​ໄດ້​ຍິນ​ແບບ​ນັ້ນ? ແທນ​ທີ່​ລາວ​ຊິ​ກັບ​ໃຈ​ແລະ​ຂໍ​ພະ​ເຢໂຫວາ​ຍົກ​ໂທດ​ໃຫ້​ລາວ ແຕ່​ລາວ​ພັດ​ຈັບ​ຜູ້​ພະຍາກອນ​ຄົນ​ນັ້ນ​ໄປ​ຂັງ​ຄຸກ. (1 ກະ. 22:7-9, 23, 27, ລ.ມ.) ເຖິງ​ວ່າ​ລາວ​ຈະ​ຈັບ​ຜູ້​ພະຍາກອນ​ຂອງ​ພະ​ເຢໂຫວາ​ໄປ​ຂັງ​ຄຸກ ແຕ່​ລາວ​ກໍ​ບໍ່​ສາມາດ​ຫຼີກ​ລ່ຽງ​ສິ່ງ​ທີ່​ພະ​ເຢໂຫວາບອກ​ໄວ້​ໄດ້ ເພາະ​ໃນ​ການ​ສູ້​ຮົບ​ຄັ້ງ​ນັ້ນ​ອາກາບ​ກໍຕາຍ​ແທ້.—1 ກະສັດ 22:34-38

7. ຫຼັງ​ຈາກ​ອາກາບ​ຕາຍ ພະ​ເຢໂຫວາ​ບອກ​ວ່າ​ລາວ​ເປັນ​ຄົນ​ແບບ​ໃດ?

7 ຫຼັງ​ຈາກ​ທີ່​ອາກາບ​ຕາຍ ພະ​ເຢໂຫວາ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ຮູ້ສຶກ​ແນວ​ໃດ​ຕໍ່​ອາກາບ. ເມື່ອ​ກະສັດ​ເຢໂຮຊາຟັດ​ກັບ​ມາ​ຮອດ​ວັງ​ຢ່າງ​ປອດໄພ ພະ​ເຢໂຫວາ​ໄດ້​ສົ່ງ​ຜູ້​ພະຍາກອນ​ເຢຫຶ​ໄປ​ຕຳໜິ​ເຢໂຮຊາຟັດ​ທີ່​ໄດ້​ໄປ​ເປັນ​ພັນທະມິດ​ກັບ​ອາກາບ. ເຢຫຶ​ບອກ​ວ່າ: “ທ່ານ​ເຮັດ​ຖືກ​ແລ້ວ​ບໍ​ທີ່​ໄປ​ຊ່ວຍ​ຄົນ​ຊົ່ວ ແລະ​ຮັກ​ຄົນ​ທີ່​ຊັງ​ພະ​ເຢໂຫວາ?” (2 ຂ່າວ. 19:1, 2, ລ.ມ.) ລອງ​ຄິດ​ເບິ່ງ​ດຸ​ວ່າ ຖ້າ​ອາກາບ​ກັບ​ໃຈ​ແທ້ໆ ເຢຫຶ​ກໍ​ຄື​ຊິ​ບໍ່​ບອກ​ວ່າ​ລາວ​ເປັນ​ຄົນ​ຊົ່ວ​ແລະ​ກຽດ​ຊັງ​ພະ​ເຢໂຫວາ. ເຫັນ​ໄດ້​ແຈ້ງ​ວ່າ ເຖິງ​ອາກາບ​ຈະ​ເສຍໃຈ​ກັບ​ຄວາມ​ຜິດ​ທີ່​ລາວ​ເຮັດ ແຕ່​ລາວ​ກໍ​ບໍ່​ໄດ້​ກັບ​ໃຈ​ແທ້ໆ.

8. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ອາກາບ​ໃນ​ເລື່ອງ​ການ​ກັບ​ໃຈ?

8 ເມື່ອ​ເອລີຢາ​ບອກ​ອາກາບ​ວ່າ​ພະ​ເຢໂຫວາ​ຈະ​ລົງໂທດ​ທຸກ​ຄົນ​ທີ່​ຢູ່​ໃນ​ຕະກູນ​ຂອງ​ລາວ ມັນ​ກໍ​ດີ​ທີ່​ທຳອິດ​ລາວ​ໄດ້​ຖ່ອມ​ຕົວ. ແຕ່​ສິ່ງ​ທີ່​ລາວ​ເຮັດ​ຕໍ່​ຈາກ​ນັ້ນ​ສະແດງ​ວ່າ​ລາວ​ບໍ່​ໄດ້​ກັບ​ໃຈ​ແທ້ໆ. ເລື່ອງ​ນີ້​ເຮັດ​ໃຫ້​ເຮົາ​ເຫັນ​ວ່າ ການ​ກັບ​ໃຈ​ຕ້ອງ​ເຮັດ​ຫຼາຍ​ກວ່າ​ການ​ສະແດງ​ຄວາມ​ເສຍໃຈ​ຕໍ່​ຄວາມ​ຜິດ​ທີ່​ເຄີຍ​ເຮັດ. ແຕ່​ເພື່ອ​ຈະ​ເຂົ້າ​ໃຈ​ວ່າ ການ​ກັບ​ໃຈ​ແທ້ໆ​ໝາຍ​ຄວາມ​ວ່າ​ແນວ​ໃດ ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ຂອງ​ອີກ​ຜູ້​ໜຶ່ງ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ.

ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ກະສັດ​ມານາເຊ?

9. ກະສັດ​ມານາເຊ​ເປັນ​ຄົນ​ແບບ​ໃດ?

9 ປະມານ 200 ປີ​ຕໍ່​ມາ ມານາເຊ​ກໍ​ໄດ້​ເປັນ​ກະສັດ​ປົກຄອງ​ຢູດາ. ລາວ​ອາດ​ຈະ​ເຮັດ​ຊົ່ວ​ຫຼາຍ​ກວ່າ​ອາກາບ​ດ້ວຍ​ຊ້ຳ ເພາະ​ຄຳພີ​ໄບເບິນ​ບອກ​ວ່າ: “ລາວ​ເຮັດ​ສິ່ງ​ທີ່​ຊົ່ວຊ້າ​ຫຼາຍ​ແລະ​ເຮັດ​ໃຫ້​ພະອົງ​ຄຽດ.” (2 ຂ່າວ. 33:1-9, ລ.ມ.) ລາວ​ໄດ້​ຕັ້ງ​ແທ່ນ​ບູຊາ​ສຳລັບ​ພະ​ປອມ ແລະ​ໄດ້​ເອົາ​ເສົາ​ສັກສິດ​ແກະ​ສະ​ຫຼັກ​ທີ່​ເປັນ​ສັນຍະລັກ​ເຖິງ​ການ​ບູຊາ​ເພດ​ໄປ​ໄວ້​ໃນ​ວິຫານ​ຂອງ​ພະ​ເຢໂຫວາ. ນອກ​ຈາກ​ນັ້ນ ລາວ​ຍັງ​ໄດ້​ໃຊ້​ເວດ​ມົນ ທຳນວາຍ​ໂຊກ​ຊະຕາ ແລະ​ໃຊ້​ວິຊາ​ອາຄົມ. ລາວ​ໄດ້ “ຂ້າ​ຄົນ​ບໍລິສຸດ​ຫຼາຍ​ຄົນ” ເຊິ່ງ​ລວມ​ເຖິງ “ການ​ເຜົາ​ບູຊາ​ຍັນ​ລູກ​ຊາຍ​ຕົວ​ເອງ.”—2 ກະ. 21:6, 7, 10, 11, 16, ລ.ມ.

10. ພະ​ເຢໂຫວາ​ໄດ້​ສັ່ງ​ສອນ​ມານາເຊ​ແນວ​ໃດ ແລະ​ລາວ​ເຮັດ​ແນວ​ໃດ?

10 ກະສັດ​ມານາເຊ​ບໍ່​ໄດ້​ຟັງ​ຄຳ​ເຕືອນ​ຈາກ​ຜູ້​ພະຍາກອນ​ຂອງ​ພະ​ເຢໂຫວາ​ຄື​ກັບ​ອາກາບ. ໃນ​ທີ່​ສຸດ ພະ​ເຢໂຫວາ​ໄດ້​ໃຫ້ “ແມ່ທັບ​ຂອງ​ກະສັດ​ອາຊີລີ​ມາ​ໂຈມຕີ [ຢູດາ] ພວກ​ເຂົາ​ຈັບ​ມານາເຊ​ແລະ​ເອົາ​ຕະຂໍ​ກ່ຽວ​ລາວ ແລ້ວ​ໃສ່​ໂສ້​ທອງແດງ 2 ອັນ​ພາ​ໄປ​ທີ່​ບາບີໂລນ.” ຕອນ​ທີ່​ມານາເຊ​ຢູ່​ພຸ້ນ ລາວ​ກໍ​ເລີ່ມ​ຄິດ​ໄດ້​ແລະ​ຢາກ​ປ່ຽນ​ແປງ​ຕົວ​ເອງ. ລາວ “ຖ່ອມ​ຕົວ​ລົງ​ຫຼາຍ ຕໍ່​ພະເຈົ້າ​ຂອງ​ປູ່​ຍ່າ​ຕາ​ນາຍ” ແລະ “ອ້ອນ​ວອນ​ຂໍ​ຄວາມ​ເມດຕາ​ຈາກ​ພະ​ເຢໂຫວາ.” ທີ່​ຈິງ ມານາເຊ​ໄດ້ ‘ອະທິດຖານ ເຖິງ​ພະເຈົ້າ​ຊ້ຳ​ແລ້ວ​ຊ້ຳ​ອີກ.’ ນີ້​ສະແດງ​ວ່າ ລາວ​ໄດ້​ປ່ຽນ​ແປງ​ຕົວ​ເອງ​ແທ້ໆ ແລະ​ເລີ່ມ​ເຫັນ​ວ່າ​ພະ​ເຢໂຫວາ​ເປັນ “ພະເຈົ້າ​ຂອງ​ລາວ.”—2 ຂ່າວ. 33:10-13, ລ.ມ.

ກະສັດ​ມານາເຊ​ໄດ້​ທຳລາຍ​ການ​ນະມັດສະການ​ປອມ ເຊິ່ງ​ສະແດງ​ວ່າ​ລາວ​ກັບ​ໃຈ​ແທ້ໆ (ເບິ່ງ​ຂໍ້ 11) *

11. ຕາມ 2 ຂ່າວຄາວ 33:15, 16 ມານາເຊ​ໄດ້​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ລາວ​ກັບ​ໃຈ​ແທ້ໆ?

11 ເມື່ອ​ເວລາ​ຜ່ານ​ໄປ ພະ​ເຢໂຫວາ​ເຫັນ​ວ່າ​ກະສັດ​ມານາເຊ​ໄດ້​ປ່ຽນ​ແປງ​ຕົວ​ເອງ​ແທ້ໆ. ເພິ່ນ​ຈຶ່ງ​ໄດ້​ຕອບ​ຄຳ​ອະທິດຖານ​ຂອງ​ລາວ ແລະ​ຊ່ວຍ​ລາວ​ໃຫ້​ກັບ​ມາ​ເປັນ​ກະສັດ​ອີກ​ເທື່ອ​ໜຶ່ງ. ລາວ​ໄດ້​ພະຍາຍາມ​ເຮັດ​ຫຼາຍ​ຢ່າງ​ເພື່ອ​ສະແດງ​ວ່າ​ລາວ​ກັບ​ໃຈ​ແທ້ ແລະ​ເຮັດ​ສິ່ງ​ທີ່​ອາກາບ​ບໍ່​ເຄີຍ​ເຮັດ​ໂດຍ​ທຳລາຍ​ການ​ນະມັດສະການ​ປອມ ແລະ​ສົ່ງເສີມ​ການ​ນະມັດສະການ​ແທ້. (ອ່ານ 2 ຂ່າວຄາວ 33:15, 16) ຍ້ອນ​ວ່າ​ມານາເຊ​ເຄີຍ​ເຮັດ​ບໍ່​ດີ​ຕໍ່​ຄອບຄົວ ຕໍ່​ພວກ​ເຈົ້ານາຍ ແລະ​ປະຊາຊົນ​ເປັນ​ເວລາ​ຫຼາຍ​ສິບ​ປີ ດັ່ງ​ນັ້ນ ເພື່ອ​ຈະ​ແກ້ໄຂ​ບັນຫາ​ເຫຼົ່າ​ນັ້ນ ລາວ​ຕ້ອງ​ມີ​ຄວາມ​ເຊື່ອ​ແລະ​ຄວາມ​ກ້າ​ຫຼາຍ​ແທ້ໆ. ເບິ່ງ​ຄື​ວ່າ​ການ​ເຮັດ​ແບບ​ນີ້​ໄດ້​ສົ່ງ​ຜົນ​ດີ​ຕໍ່​ໂຢຊີຢາ​ທີ່​ເປັນ​ຫຼານ​ຂອງ​ລາວ ເພາະ​ຕໍ່​ມາ​ໂຢຊີຢາ​ໄດ້​ກາຍ​ເປັນ​ກະສັດ​ທີ່​ດີ​ຫຼາຍ.—2 ກະ. 22:1, 2

12. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ມານາເຊ​ໃນ​ເລື່ອງ​ການ​ກັບ​ໃຈ?

12 ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ມານາເຊ? ມານາເຊ​ບໍ່​ພຽງ​ແຕ່​ຖ່ອມ​ຕົວ ແຕ່​ລາວ​ໄດ້​ອະທິດຖານ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ແລະ​ປ່ຽນ​ແປງ​ຊີວິດ​ຕົວ​ເອງ. ລາວ​ໄດ້​ພະຍາຍາມ​ແກ້ໄຂ​ບັນຫາ​ທີ່​ລາວ​ກໍ່​ຂຶ້ນ ພະຍາຍາມ​ທີ່​ຈະ​ນະມັດສະການ​ພະ​ເຢໂຫວາ ແລະ​ຊ່ວຍ​ຄົນ​ອື່ນ​ໃຫ້​ເຮັດ​ແບບ​ນັ້ນ​ຄື​ກັນ. ເລື່ອງ​ຂອງ​ມານາເຊ​ເຮັດ​ໃຫ້​ເຮົາ​ເຫັນ​ວ່າ ຄົນ​ທີ່​ເຮັດ​ຜິດ​ຮ້າຍແຮງ​ທີ່​ສຸດ​ກໍ​ສາມາດ​ກັບ​ໃຈ​ໄດ້ ເພາະ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່ ‘ດີ​ແລະ​ມີ​ໃຈ​ພ້ອມ​ຈະ​ຍົກ​ຜິດ.’ (ເພງ. 86:5) ເພິ່ນ​ຈະ​ໃຫ້​ອະໄພ​ຜູ້​ທີ່​ກັບ​ໃຈ​ແທ້ໆ.

13. ຈາກ​ຕົວຢ່າງ​ປຽບ​ທຽບ ເຮົາ​ໄດ້​ບົດຮຽນ​ທີ່​ສຳຄັນ​ຫຍັງ​ໃນ​ເລື່ອງ​ການ​ກັບ​ໃຈ?

13 ມານາເຊ​ເຮັດ​ຫຼາຍ​ກວ່າ​ການ​ເສຍໃຈ​ກັບ​ຄວາມ​ຜິດ​ທີ່​ລາວ​ເຮັດ ເຊິ່ງ​ເລື່ອງ​ນີ້​ໃຫ້​ບົດຮຽນ​ທີ່​ສຳຄັນ​ກັບ​ເຮົາ​ໃນ​ເລື່ອງ​ການ​ກັບ​ໃຈ. ເພື່ອ​ຈະ​ເຂົ້າ​ໃຈ​ຫຼາຍ​ຂຶ້ນ ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ນີ້: ສົມມຸດ​ວ່າ ເຈົ້າ​ໄປ​ຮ້ານ​ຂາຍ​ເຄັກ​ແລະ​ສັ່ງ​ຊື້​ເຄັກ. ແຕ່​ພະນັກງານ​ພັດ​ເອົາ​ໄຂ່​ໄກ່​ມາ​ໃຫ້​ເຈົ້າ. ເຈົ້າ​ຈະ​ພໍ​ໃຈ​ບໍ? ຄື​ຊິ​ບໍ່. ແຕ່​ຖ້າ​ພະນັກງານ​ອະທິບາຍ​ວ່າ ໄຂ່​ໄກ່​ເປັນ​ສ່ວນ​ປະກອບ​ຫຼັກ​ຂອງ​ເຄັກ​ເດ? ເຈົ້າ​ກໍ​ຄື​ຊິ​ຍັງ​ບໍ່​ພໍ​ໃຈ​ຄື​ເກົ່າ. ຄ້າຍ​ຄື​ກັນ ພະ​ເຢໂຫວາ​ກໍ​ຢາກ​ໃຫ້​ຜູ້​ທີ່​ເຮັດ​ຜິດ​ກັບ​ໃຈ​ແທ້ໆ. ຖ້າ​ຜູ້​ທີ່​ເຮັດ​ຜິດ​ຮູ້ສຶກ​ເສຍໃຈ​ກັບ​ສິ່ງ​ທີ່​ລາວ​ເຮັດ​ມັນ​ກໍ​ດີ​ຢູ່ ເພາະ​ນັ້ນ​ເປັນ​ສິ່ງ​ສຳຄັນ​ຂອງ​ການ​ກັບ​ໃຈ ແຕ່​ບໍ່​ແມ່ນ​ການ​ກັບ​ໃຈ​ແທ້ໆ. ຄັນ​ຊັ້ນ​ລາວ​ຕ້ອງ​ເຮັດ​ຫຍັງ​ອີກ? ຕົວຢ່າງ​ປຽບ​ທຽບ​ຂອງ​ພະ​ເຢຊູ​ຈະ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ເລື່ອງ​ນີ້​ຫຼາຍ​ຂຶ້ນ.

ການ​ກັບ​ໃຈ​ແທ້​ໝາຍ​ຄວາມ​ວ່າ​ແນວ​ໃດ?

ເມື່ອ​ລູກ​ທີ່​ຫຼົງ​ຫາຍ​ສຳນຶກ​ໂຕ​ໄດ້ ລາວ​ກໍ​ເດີນ​ທາງ​ໄກ​ເພື່ອ​ຈະ​ກັບ​ເມື່ອ​ບ້ານ (ເບິ່ງ​ຂໍ້ 14-15) *

14. ລູກ​ຊາຍ​ທີ່​ຫຼົງ​ຫາຍ​ເຊິ່ງ​ຢູ່​ໃນ​ຕົວຢ່າງ​ປຽບ​ທຽບ​ຂອງ​ພະ​ເຢຊູ​ໄດ້​ເຮັດ​ຫຍັງ​ເຊິ່ງ​ສະແດງ​ວ່າ​ລາວ​ກັບ​ໃຈ?

14 ໃນ​ລູກາ 15:11-32 ພະ​ເຢຊູ​ໄດ້​ເລົ່າ​ເລື່ອງ​ລູກ​ຊາຍ​ທີ່​ຫຼົງ​ຫາຍ. ໃນ​ບົດ​ນັ້ນ​ເວົ້າ​ເຖິງ​ຜູ້​ຊາຍ​ຄົນ​ໜຶ່ງ​ບໍ່​ເຊື່ອ​ຟັງ​ພໍ່​ແລະ​ໜີ​ອອກ​ຈາກ​ບ້ານ ແລ້ວ​ໄປ​ຢູ່ “ປະເທດ​ໜຶ່ງ​ທີ່​ຢູ່​ຫ່າງ​ໄກ.” ລາວ​ໃຊ້​ຊີວິດ​ແບບ​ເສລີ​ບີ​ຮົ່ວ​ແລະ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ. ແຕ່​ເມື່ອ​ລາວ​ເຈິ​ຄວາມ​ລຳບາກ ລາວ​ກໍ​ເລີ່ມ​ຄິດ​ຈິງ​ຈັງ​ກ່ຽວ​ກັບ​ຊີວິດ​ແລະ​ສຳນຶກ​ໄດ້​ວ່າ ຖ້າ​ຢູ່​ເຮືອນ​ນຳ​ພໍ່​ກໍ​ດີ​ກວ່າ. ພະ​ເຢຊູ​ບອກ​ວ່າ​ຜູ້​ຊາຍ​ຄົນ​ນີ້ ‘ເລີ່ມ​ສຳນຶກ​ໂຕ​ໄດ້.’ ລາວ​ກັບ​ໄປ​ເຮືອນ​ແລະ​ຂໍ​ໃຫ້​ພໍ່​ຍົກ​ໂທດ​ໃຫ້​ລາວ. ການ​ທີ່​ລາວ​ສຳນຶກ​ໂຕ​ໄດ້​ວ່າ​ລາວ​ເຮັດ​ຜິດ​ເປັນ​ເລື່ອງ​ທີ່​ສຳຄັນ​ຫຼາຍ ແຕ່​ນັ້ນ​ພຽງ​ພໍ​ແລ້ວ​ບໍ? ບໍ່. ລາວ​ຕ້ອງ​ເຮັດ​ຫຼາຍ​ກວ່າ​ນັ້ນ​ອີກ!

15. ລູກ​ຊາຍ​ທີ່​ຫຼົງ​ຫາຍ​ເຊິ່ງ​ຢູ່​ໃນ​ຕົວຢ່າງ​ປຽບ​ທຽບ​ຂອງ​ພະ​ເຢຊູ​ໄດ້​ເຮັດ​ຫຍັງ​ເຊິ່ງ​ສະແດງ​ວ່າ​ລາວ​ກັບ​ໃຈ​ແທ້ໆ?

15 ລູກ​ຊາຍ​ທີ່​ຫຼົງ​ຫາຍ​ໄດ້​ກັບ​ໃຈ​ແທ້ໆ​ໂດຍ​ເດີນ​ທາງ​ບັກ​ໄກໆ​ເພື່ອ​ຈະ​ກັບ​ບ້ານ. ແລະ​ເມື່ອ​ລາວ​ໄປ​ຫາ​ພໍ່​ລາວ​ກໍ​ບອກ​ພໍ່​ວ່າ: “ລູກ​ໄດ້​ເຮັດ​ບາບ​ຕໍ່​ພະເຈົ້າ​ແລະ​ຕໍ່​ພໍ່​ນຳ. ລູກ​ບໍ່​ສົມຄວນ​ຈະ​ເປັນ​ລູກ​ຂອງ​ພໍ່​ອີກ​ຕໍ່​ໄປ.” (ລກ. 15:21) ສິ່ງ​ທີ່​ລາວ​ເວົ້າ​ສະແດງ​ໃຫ້​ເຫັນ​ວ່າ​ລາວ​ຢາກ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ ແລະ​ລາວ​ຮູ້​ວ່າ​ສິ່ງ​ທີ່​ລາວ​ເຄີຍ​ເຮັດ​ໄດ້​ເຮັດ​ໃຫ້​ພໍ່​ເສຍໃຈ. ດັ່ງ​ນັ້ນ ລາວ​ຈຶ່ງ​ພະຍາຍາມ​ເຮັດ​ທຸກ​ຢ່າງ​ເພື່ອ​ຈະ​ເຮັດ​ໃຫ້​ພໍ່​ພໍ​ໃຈ ເຖິງ​ຂັ້ນ​ວ່າ​ຍອມ​ເປັນ​ລູກ​ຈ້າງ​ຂອງ​ພໍ່. (ລກ. 15:19) ຕົວຢ່າງ​ປຽບ​ທຽບ​ນີ້​ບໍ່​ພຽງ​ແຕ່​ເປັນ​ເລື່ອງ​ທີ່​ໃຫ້​ກຳລັງ​ໃຈ​ຊື່ໆ ແຕ່​ມັນ​ມີ​ຫຼັກ​ການ​ທີ່​ຊ່ວຍ​ໃຫ້​ຜູ້​ດູ​ແລ​ຮູ້​ວ່າ​ຜູ້​ທີ່​ເຮັດ​ຜິດ​ຮ້າຍແຮງ​ກັບ​ໃຈ​ແທ້​ຫຼື​ບໍ່.

16. ເປັນ​ຫຍັງ​ຈຶ່ງ​ຍາກ​ທີ່​ຜູ້​ດູ​ແລ​ຈະ​ຮູ້​ວ່າ​ຜູ້​ທີ່​ເຮັດ​ຜິດ​ຮ້າຍແຮງ​ກັບ​ໃຈ​ແທ້ໆ?

16 ບໍ່​ແມ່ນ​ເລື່ອງ​ງ່າຍ​ທີ່​ຜູ້​ດູ​ແລ​ຈະ​ຮູ້​ວ່າ​ຜູ້​ທີ່​ເຮັດ​ຜິດ​ຮ້າຍແຮງ​ກັບ​ໃຈ​ແທ້​ຫຼື​ບໍ່. ຍ້ອນ​ຫຍັງ? ກໍ​ຍ້ອນ​ວ່າ​ຜູ້​ດູ​ແລ​ອ່ານ​ໃຈ​ຄົນ​ບໍ່​ໄດ້. ດັ່ງ​ນັ້ນ ເຂົາ​ເຈົ້າ​ຕ້ອງ​ອາໄສ​ຫຼັກ​ຖານ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ຜູ້​ທີ່​ເຮັດ​ຜິດ​ສຳນຶກ​ຜິດ​ແລະ​ປ່ຽນ​ແປງ​ຕົວ​ເອງ​ແທ້ໆ. ແຕ່​ວ່າ​ບາງ​ຄົນ​ກໍ​ຕັ້ງ​ໃຈ​ເຮັດ​ຜິດ​ຮ້າຍແຮງ​ຢ່າງ​ໂຈ່ງແຈ້ງ ຈົນ​ຜູ້​ດູ​ແລ​ບໍ່​ໝັ້ນ​ໃຈ​ວ່າ​ລາວ​ຊິ​ກັບ​ໃຈ​ແທ້​ຫຼື​ບໍ່.

17. (ກ) ມີ​ຕົວຢ່າງ​ຫຍັງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ຜູ້​ທີ່​ເຮັດ​ຜິດ​ຮ້າຍແຮງ​ອາດ​ຈະ​ບໍ່​ໄດ້​ກັບ​ໃຈ​ແທ້ໆ ເຖິງ​ລາວ​ຈະ​ບອກ​ວ່າ​ເສຍໃຈ​ກັບ​ສິ່ງ​ທີ່​ເຮັດ? (ຂ) ຕາມ 2 ໂກຣິນໂທ 7:11 ຜູ້​ທີ່​ກັບ​ໃຈ​ແທ້ໆ​ຕ້ອງ​ເຮັດ​ຫຍັງ?

17 ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ຂອງ​ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ຫຼິ້ນ​ຊູ້​ເປັນ​ເວລາ​ຫຼາຍ​ປີ. ແທນ​ທີ່​ລາວ​ຈະ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ດູ​ແລ ລາວ​ພັດ​ປົກ​ປິດ​ບໍ່​ໃຫ້​ເມຍ​ໃຫ້​ໝູ່​ແລະ​ຜູ້​ດູ​ແລ​ຮູ້. ແຕ່​ໃນ​ທີ່​ສຸດ​ຜູ້​ດູ​ແລ​ກໍ​ຮູ້​ເລື່ອງ​ນີ້. ເມື່ອ​ຜູ້​ດູ​ແລ​ບອກ​ລາວ​ວ່າ ເຂົາ​ເຈົ້າ​ມີ​ຫຼັກ​ຖານ​ທີ່​ສະແດງ​ວ່າ​ລາວ​ເຮັດ​ຜິດ​ຮ້າຍແຮງ ລາວ​ກໍ​ຍອມ​ຮັບ​ຜິດ​ແລະ​ຮູ້ສຶກ​ເສຍໃຈ​ກັບ​ສິ່ງ​ທີ່​ລາວ​ເຮັດ. ແຕ່​ນັ້ນ​ສະແດງ​ວ່າ​ລາວ​ກັບ​ໃຈ​ແທ້ໆ​ບໍ? ບໍ່. ລາວ​ຕ້ອງ​ເຮັດ​ຫຼາຍ​ກວ່າ​ນັ້ນ​ເພື່ອ​ຜູ້​ດູ​ແລ​ຈະ​ເຫັນ​ວ່າ​ລາວ​ກັບ​ໃຈ​ແທ້ ເພາະ​ວ່າ​ລາວ​ໄດ້​ເຮັດ​ຜິດ​ຮ້າຍແຮງ​ບໍ່​ແມ່ນ​ແຕ່​ເທື່ອ​ດຽວ​ແຕ່​ໄດ້​ເຮັດ​ຜິດ​ຫຼາຍ​ເທື່ອ​ແລະ​ກໍ​ບໍ່​ໄດ້​ໄປ​ບອກ​ຜູ້​ດູ​ແລ​ດ້ວຍ​ຕົວ​ເອງ. ດັ່ງ​ນັ້ນ ຜູ້​ດູ​ແລ​ຈຶ່ງ​ຢາກ​ເຫັນ​ຫຼັກ​ຖານ​ວ່າ​ລາວ​ໄດ້​ປ່ຽນ​ແປງ​ຄວາມ​ຄິດ ຈິດ​ໃຈ ແລະ​ການ​ກະທຳ​ຂອງ​ລາວ​ແທ້ໆ. (ອ່ານ 2 ໂກຣິນໂທ 7:11) ລາວ​ອາດ​ຈະ​ຖືກ​ຕັດ​ອອກ​ຈາກ​ປະຊາຄົມ ເພາະ​ມັນ​ຕ້ອງ​ໃຊ້​ເວລາ​ດົນ​ເພື່ອ​ລາວ​ຈະ​ປ່ຽນ​ແປງ​ຕົວ​ເອງ​ແລະ​ພິສູດ​ວ່າ​ກັບ​ໃຈ​ແທ້ໆ.—1 ກຣ. 5:11-13; 6:9, 10

18. ຜູ້​ທີ່​ຖືກ​ຕັດ​ສຳພັນ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ລາວ​ກັບ​ໃຈ​ແທ້ໆ ແລະ​ຜົນ​ຈະ​ເປັນ​ແນວ​ໃດ​ຖ້າ​ລາວ​ກັບ​ໃຈ?

18 ເພື່ອ​ຜູ້​ທີ່​ຖືກ​ຕັດ​ສຳພັນ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ລາວ​ກັບ​ໃຈ​ແທ້ໆ ລາວ​ກໍ​ຕ້ອງ​ມາ​ປະຊຸມ​ເປັນ​ປະຈຳ ແລະ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ຜູ້​ດູ​ແລ​ໂດຍ​ອ່ານ​ຄຳພີ​ໄບເບິນ​ແລະ​ອະທິດຖານ​ເລື້ອຍໆ. ແລະ​ລາວ​ກໍ​ຕ້ອງ​ພະຍາຍາມ​ທີ່​ຈະ​ບໍ່​ໄປ​ເຮັດ​ຜິດ​ແບບ​ເກົ່າ​ອີກ. ຖ້າ​ລາວ​ພະຍາຍາມ​ທີ່​ຈະ​ກັບ​ມາ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ ລາວ​ກໍ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ຍົກ​ໂທດ​ໃຫ້​ລາວ​ແທ້ໆ ແລະ​ຜູ້​ດູ​ແລ​ກໍ​ຈະ​ຮັບ​ລາວ​ກັບ​ເຂົ້າ​ມາ​ໃນ​ປະຊາຄົມ. ແຕ່​ເພື່ອ​ຜູ້​ດູ​ແລ​ຈະ​ປະຕິບັດ​ກັບ​ຜູ້​ທີ່​ເຮັດ​ຜິດ​ໄດ້​ຢ່າງ​ຖືກຕ້ອງ ເຂົາ​ເຈົ້າ​ຕ້ອງ​ເບິ່ງ​ຕາມ​ແຕ່​ລະ​ກໍລະນີ.

19. ການ​ກັບ​ໃຈ​ແທ້ໆ​ໝາຍ​ຄວາມ​ວ່າ​ແນວ​ໃດ? (ເອເຊກຽນ 33:14-16)

19 ຄື​ກັບ​ທີ່​ເຮົາ​ໄດ້​ຮຽນ​ມາ​ແລ້ວ​ວ່າ ການ​ກັບ​ໃຈ​ແທ້ໆ​ບໍ່​ແມ່ນ​ແຕ່​ການ​ເສຍໃຈ​ກັບ​ຄວາມ​ຜິດ​ທີ່​ເຄີຍ​ເຮັດ ແຕ່​ເປັນ​ການ​ປ່ຽນ​ແປງ​ຄວາມ​ຄິດ ຈິດ​ໃຈ ແລະ​ການ​ກະທຳ​ເຊິ່ງ​ນີ້​ລວມ​ເຖິງ​ການ​ທີ່​ເຮົາ​ຕ້ອງ​ເຊົາ​ເຮັດ​ສິ່ງ​ທີ່​ບໍ່​ດີ​ແລະ​ກັບ​ມາ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ພໍ​ໃຈ. (ອ່ານ​ເອເຊກຽນ 33:14-16) ແລະ​ສິ່ງ​ທີ່​ສຳຄັນ​ທີ່​ຜູ້​ເຮັດ​ຜິດ​ຮ້າຍແຮງ​ຄວນ​ເຮັດ​ກໍ​ຄື ກັບ​ມາ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ.

ຊ່ວຍ​ຄົນ​ບາບ​ໃຫ້​ກັບ​ໃຈ

20-21. ເຮົາ​ອາດ​ຈະ​ຊ່ວຍ​ໝູ່​ທີ່​ເຮັດ​ຜິດ​ຮ້າຍແຮງ​ໄດ້​ແນວ​ໃດ?

20 ພະ​ເຢຊູ​ໄດ້​ສະຫຼຸບ​ສິ່ງ​ສຳຄັນ​ທີ່​ຢູ່​ໃນ​ວຽກ​ຮັບໃຊ້​ຂອງ​ເພິ່ນ​ໂດຍ​ບອກ​ວ່າ: “ຂ້ອຍ​ມາ . . . ຊ່ວຍ​ຄົນ​ບາບ​ໃຫ້​ກັບ​ໃຈ.” (ລກ. 5:32) ເຮົາ​ກໍ​ຄວນ​ເຮັດ​ແບບ​ນັ້ນ​ຄື​ກັນ. ແຕ່​ຖ້າ​ໝູ່​ສະໜິດ​ເຮົາ​ເຮັດ​ຜິດ​ຮ້າຍແຮງ​ເດ ເຮົາ​ຈະ​ເຮັດ​ແນວ​ໃດ?

21 ຖ້າ​ເຮົາ​ພະຍາຍາມ​ປົກ​ປິດ​ຄວາມ​ຜິດ​ຂອງ​ໝູ່ ນັ້ນ​ອາດ​ຈະ​ກໍ່​ຜົນ​ເສຍຫາຍ​ຫຼາຍ​ກວ່າ​ເກົ່າ​ເພາະ​ພະ​ເຢໂຫວາ​ເຫັນ​ທຸກ​ຢ່າງ. (ສຸພາ. 5:21, 22; 28:13) ດັ່ງ​ນັ້ນ ເຮົາ​ຄວນ​ຈະ​ຊ່ວຍ​ໝູ່​ໂດຍ​ໄປ​ເຕືອນ​ລາວ​ໃຫ້​ໄປ​ສາລະພາບ​ຜິດ​ກັບ​ຜູ້​ດູ​ແລ. ແຕ່​ຖ້າ​ລາວ​ບໍ່​ຢາກ​ບອກ ເຮົາ​ກໍ​ຄວນ​ຈະ​ບອກ​ເລື່ອງ​ນັ້ນ​ກັບ​ຜູ້​ດູ​ແລ​ເອງ. ນັ້ນ​ຈະ​ເປັນ​ການ​ຊ່ວຍ​ລາວ​ໄດ້​ຫຼາຍ​ແທ້ໆ ເພາະ​ຈະ​ຊ່ວຍ​ລາວ​ໃຫ້​ກັບ​ມາ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ.

22. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຕໍ່​ໄປ?

22 ຖ້າ​ສົມມຸດ​ວ່າ​ຜູ້​ທີ່​ເຮັດ​ຜິດ​ຮ້າຍແຮງ​ໄດ້​ເຮັດ​ຜິດ​ເປັນ​ເວລາ​ດົນ​ແລ້ວ ແລະ​ຜູ້​ດູ​ແລ​ກໍ​ຕັດສິນ​ວ່າ​ລາວ​ຈະ​ຖືກ​ຕັດ​ສຳພັນ. ນີ້​ໝາຍ​ຄວາມ​ວ່າ​ຜູ້​ດູ​ແລ​ບໍ່​ໄດ້​ສະແດງ​ຄວາມ​ເມດຕາ​ຕໍ່​ລາວ​ບໍ? ໃນ​ບົດ​ຄວາມ​ຕໍ່​ໄປ ເຮົາ​ຈະ​ມາ​ເບິ່ງ​ວ່າ​ພະ​ເຢໂຫວາ​ໄດ້​ສະແດງ​ຄວາມ​ເມດຕາ​ໃນ​ວິທີ​ທີ່​ເພິ່ນ​ສັ່ງ​ສອນ​ຜູ້​ທີ່​ເຮັດ​ຜິດ​ຮ້າຍແຮງ​ແນວ​ໃດ ແລະ​ເຮົາ​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ໄດ້​ແນວ​ໃດ.

ເພງ 103 ຜູ້​ບຳລຸງ​ລ້ຽງ​ຂອງ​ຂວັນ​ທີ່​ເປັນ​ມະນຸດ

^ ຂໍ້ 5 ການ​ກັບ​ໃຈ​ບໍ່​ພຽງ​ແຕ່​ເປັນ​ການ​ເວົ້າ​ວ່າ​ເຮົາ​ເສຍໃຈ​ກັບ​ຄວາມ​ຜິດ​ທີ່​ເຮົາ​ເຮັດ. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ມາ​ເບິ່ງ​ເລື່ອງ​ຂອງ​ກະສັດ​ອາກາບ ກະສັດ​ມານາເຊ ແລະ​ເລື່ອງ​ລູກ​ທີ່​ຫຼົງ​ຫາຍ​ທີ່​ຢູ່​ໃນ​ຕົວຢ່າງ​ປຽບ​ທຽບ​ຂອງ​ພະ​ເຢຊູ​ເຊິ່ງ​ຈະ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ວ່າ​ການ​ກັບ​ໃຈ​ແທ້ໆ​ໝາຍ​ຄວາມ​ວ່າ​ແນວ​ໃດ ແລະ​ເຮົາ​ຍັງ​ຈະ​ມາ​ເບິ່ງ​ວ່າ​ຜູ້​ດູ​ແລ​ຕ້ອງ​ຄິດ​ເຖິງ​ຫຍັງ​ແດ່​ເພື່ອ​ຈະ​ຮູ້​ວ່າ​ຜູ້​ທີ່​ເຮັດ​ຜິດ​ຮ້າຍແຮງ​ກັບ​ໃຈ​ແທ້​ຫຼື​ບໍ່.

^ ຂໍ້ 60 ຄຳ​ອະທິບາຍ​ຮູບ​ພາບ: ກະສັດ​ອາກາບ​ໃຈ​ຮ້າຍ​ຫຼາຍ​ເລີຍ​ສັ່ງ​ທະຫານ​ໃຫ້​ຈັບ​ຜູ້​ພະຍາກອນ​ມີກາຢາ​ເຂົ້າ​ຄຸກ.

^ ຂໍ້ 62 ຄຳ​ອະທິບາຍ​ຮູບ​ພາບ: ກະສັດ​ມານາເຊ​ໄດ້​ສັ່ງ​ຜູ້​ຮັບໃຊ້​ຂອງ​ລາວ​ໃຫ້​ໄປ​ທຳລາຍ​ຮູບ​ເຄົາລົບ​ທີ່​ລາວ​ຕັ້ງ​ໄວ້​ໃນ​ວິຫານ.

^ ຂໍ້ 64 ຄຳ​ອະທິບາຍ​ຮູບ​ພາບ: ເຖິງ​ວ່າ​ລູກທີ່​ຫຼົງ​ຫາຍ​ຈະ​ຮູ້ສຶກ​ເມື່ອຍ​ທີ່​ເດີນ​ທາງ​ໄກ​ເພື່ອ​ຈະ​ກັບ​ໄປ​ຫາ​ພໍ່​ຢູ່​ເຮືອນ ແຕ່​ລາວ​ກໍ​ດີ​ໃຈ​ເມື່ອ​ແນມ​ເຫັນ​ເຮືອນ​ແຕ່​ໄກ.