ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 42

ຍຶດ​ໝັ້ນ​ກັບ​ຄວາມ​ຈິງ

ຍຶດ​ໝັ້ນ​ກັບ​ຄວາມ​ຈິງ

“ກວດ​ເບິ່ງ​ທຸກ​ສິ່ງ​ໃຫ້​ແນ່​ໃຈ ແລ້ວ​ຍຶດ​ໝັ້ນ​ໃນ​ສິ່ງ​ທີ່​ດີ.”—1 ທຊ. 5:21

ເພງ 142 ຍຶດ​ໝັ້ນ​ກັບ​ຄວາມ​ຫວັງ​ຂອງ​ເຮົາ

ໃຈ​ຄວາມ​ສຳຄັນ *

1. ເປັນ​ຫຍັງ​ຫຼາຍ​ຄົນ​ຈຶ່ງ​ງົງ​ກ່ຽວ​ກັບ​ສາສະໜາ​ຄລິດສະຕຽນ?

ມີ​ຫຼາຍ​ສາສະໜາ​ບອກ​ວ່າ​ໂຕ​ເອງ​ເປັນ​ຄລິດສະຕຽນ. ນີ້​ເຮັດ​ໃຫ້​ຫຼາຍ​ຄົນ​ງົງ​ແລະ​ສົງໄສ​ວ່າ: “ສາສະໜາ​ໃດ​ເປັນ​ສາສະໜາ​ແທ້? ແລະ​ພະເຈົ້າ​ຍອມ​ຮັບ​ທຸກ​ສາສະໜາ​ບໍ?” ແລ້ວ​ເຮົາ​ເດ ເຮົາ​ໝັ້ນ​ໃຈ​ບໍ​ວ່າ​ພະຍານ​ພະ​ເຢໂຫວາ​ສອນ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ ແລະ​ວິທີ​ທີ່​ເຮົາ​ນະມັດສະການ​ພະ​ເຢໂຫວາ​ກໍ​ເປັນ​ແບບ​ທີ່​ເພິ່ນ​ພໍ​ໃຈ? ໃຫ້​ເຮົາ​ມາ​ເບິ່ງ​ຫຼັກ​ຖານ​ເລື່ອງ​ນີ້​ນຳ​ກັນ.

2. ເປັນ​ຫຍັງ​ໂປໂລ​ຈຶ່ງ​ໝັ້ນ​ໃຈ​ວ່າ​ຄຳ​ສອນ​ໃນ​ພະ​ຄຳພີ​ເປັນ​ຄວາມ​ຈິງ? (1 ເທຊະໂລນິກ 1:5)

2 ໂປໂລ​ໝັ້ນ​ໃຈ​ວ່າ: “ພະ​ຄຳພີ​ທຸກ​ຕອນ ພະເຈົ້າ​ດົນ​ໃຈ​ໃຫ້​ຂຽນ​ຂຶ້ນ​ມາ.” (2 ຕມ. 3:16) ທີ່​ລາວ​ເຊື່ອ​ແບບ​ນີ້​ບໍ່​ແມ່ນ​ຍ້ອນ​ອາລົມ​ຄວາມ​ຮູ້ສຶກ ແຕ່​ລາວ​ເຊື່ອ​ຍ້ອນ​ລາວ​ໄດ້​ສຶກສາ​ພະ​ຄຳພີ​ຢ່າງ​ລະອຽດ. (ອ່ານ 1 ເທຊະໂລນິກ 1:5) ຈາກ​ການ​ສຶກສາ​ນີ້​ເຮັດ​ໃຫ້​ໂປໂລ​ໝັ້ນ​ໃຈ​ວ່າ ພະ​ເຢຊູ​ເປັນ​ເມຊີອາ​ຕາມ​ທີ່​ຄຳພີ​ໄບເບິນ​ບອກ​ໄວ້ ແລະ​ລາວ​ກໍ​ເຮັດ “ທຸກ​ສິ່ງ​ຕາມ​ທີ່​ພະເຈົ້າ​ຢາກ​ໃຫ້​ເຮັດ.” (ກຈກ. 20:27) ແຕ່​ພວກ​ຜູ້​ນຳ​ສາສະໜາ​ພັດ​ບໍ່​ຍອມ​ຮັບ​ວ່າ​ພະ​ເຢຊູ​ເປັນ​ເມຊີອາ ແຖມ​ເຂົາ​ເຈົ້າ​ຍັງ​ບໍ່​ໄດ້​ເຮັດ​ຕາມ​ທຸກ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ.—ຕຕ. 1:16

3. ເຮົາ​ຕ້ອງ​ຮູ້​ທຸກ​ຢ່າງ ກ່ອນ​ບໍ​ເພື່ອ​ຈະ​ໝັ້ນ​ໃຈ​ວ່າ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ​ເປັນ​ຄວາມ​ຈິງ? (ເບິ່ງ​ຂອບ “ ຄວາມ​ຄິດ​ຂອງ​ພະ​ເຢໂຫວາ​ແລະ​ສິ່ງ​ທີ່​ເພິ່ນ​ສ້າງ—‘ມີ​ຫຼາຍ​ຈົນ​ເວົ້າ​ໄດ້​ບໍ່​ໝົດ’”)

3 ບາງ​ຄົນ​ຄິດ​ວ່າ ສາສະໜາ​ແທ້​ຕ້ອງ​ຕອບ​ໄດ້​ທຸກ​ຄຳຖາມ​ລວມ​ເຖິງ​ຄຳຖາມ​ທີ່​ບໍ່​ມີ​ໃນ​ຄຳພີ​ໄບເບິນ​ນຳ. ແຕ່​ການ​ຄິດ​ແບບ​ນີ້​ສົມ​ເຫດ​ສົມ​ຜົນ​ບໍ? ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ຂອງ​ອັກຄະສາວົກ​ໂປໂລ. ໂປໂລ​ກະຕຸ້ນ​ໃຫ້​ຄລິດສະຕຽນ “ກວດ​ເບິ່ງ​ທຸກ​ສິ່ງ​ໃຫ້​ແນ່​ໃຈ.” (1 ທຊ. 5:21) ແຕ່​ໂປໂລ​ກໍ​ບໍ່​ໄດ້​ຮູ້​ທຸກ​ສິ່ງ​ເພາະ​ລາວ​ບອກ​ວ່າ: “ພວກ​ເຮົາ​ຮູ້​ພຽງ​ບາງ​ຢ່າງ . . . ສິ່ງ​ທີ່​ພວກ​ເຮົາ​ເຫັນ​ໃນ​ຕອນ​ນີ້​ເປັນ​ພາບ​ສະທ້ອນ​ມົວໆ​ຂອງ​ແວ່ນ​ທີ່​ເຮັດ​ຈາກ​ໂລຫະ.” (1 ກຣ. 13:9, 12) ເຮົາ​ເຫັນ​ໄດ້​ວ່າ ເຖິງ​ວ່າ​ໂປໂລ​ຈະ​ບໍ່​ໄດ້​ເຂົ້າ​ໃຈ​ທຸກ​ຢ່າງ ແຕ່​ລາວ​ກໍ​ໝັ້ນ​ໃຈ​ວ່າ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ​ເປັນ​ຄວາມ​ຈິງ ເພາະ​ລາວ​ຮູ້ຈັກ​ຄຳ​ສອນ​ພື້ນຖານ​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ຄວາມ​ຕ້ອງການ​ຂອງ​ເພິ່ນ.

4. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໝັ້ນ​ໃຈ​ວ່າ​ພະຍານ​ພະ​ເຢໂຫວາ​ເປັນ​ຄລິດສະຕຽນ​ແທ້ ແລະ​ຄລິດສະຕຽນ​ແທ້​ຕ້ອງ​ເຮັດ​ຫຍັງ​ແດ່?

4 ຖ້າ​ເຮົາ​ສົມ​ທຽບ​ວິທີ​ທີ່​ພະ​ເຢຊູ​ນະມັດສະການ​ພະ​ເຢໂຫວາ ແລະ​ສິ່ງ​ທີ່​ພະຍານ​ພະ​ເຢໂຫວາ​ເຮັດ​ໃນ​ທຸກ​ມື້​ນີ້ ເຮົາ​ກໍ​ຈະ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ວ່າ​ພະຍານ​ພະ​ເຢໂຫວາ​ເປັນ​ຄລິດສະຕຽນ​ແທ້. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ມາ​ເບິ່ງ​ວ່າ​ຄລິດສະຕຽນ​ແທ້​ຕ້ອງ​ເຮັດ 4 ຢ່າງ​ຕໍ່​ໄປ​ນີ້: (1) ບໍ່​ຂາບ​ໄຫວ້​ຮູບ​ບູຊາ (2) ເຄົາລົບ​ນັບຖື​ຊື່​ຂອງ​ພະເຢໂຫວາ (3) ຮັກ​ຄວາມ​ຈິງ ແລະ (4) ຮັກ​ກັນ​ແລະ​ກັນ.

ເຮົາ​ບໍ່​ຂາບ​ໄຫວ້​ຮູບ​ບູຊາ

5. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ວິທີ​ທີ່​ພະ​ເຢຊູ​ນະມັດສະການ​ພະ​ເຢໂຫວາ ແລະ​ເຮົາ​ຈະ​ເຮັດ​ຕາມ​ສິ່ງ​ທີ່​ພະ​ເຢຊູ​ສອນ​ແນວ​ໃດ?

5 ຍ້ອນ​ພະ​ເຢຊູ​ຮັກ​ພະ​ເຢໂຫວາ​ຫຼາຍ ເພິ່ນ​ຈຶ່ງ​ນະມັດສະການ​ພະ​ເຢໂຫວາ​ພຽງ​ຜູ້​ດຽວ​ທັງ​ຕອນ​ທີ່​ເພິ່ນ​ຢູ່​ໃນ​ສະຫວັນ​ແລະ​ຢູ່​ໃນ​ໂລກ. (ລກ. 4:8) ແລະ​ເພິ່ນ​ກໍຍັງ​ໄດ້​ສອນ​ພວກ​ລູກສິດ​ໃຫ້​ເຮັດ​ແບບ​ນັ້ນ​ຄື​ກັນ. ເນື່ອງ​ຈາກ​ບໍ່​ມີ​ມະນຸດ​ຄົນ​ໃດ​ເຄີຍ​ເຫັນ​ພະເຈົ້າ ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ບໍ່​ສາມາດ​ສ້າງ​ຮູບ​ປັ້ນ​ທີ່​ມີ​ສະຫງ່າ​ລາສີ​ຄືກັບ​ພະເຈົ້າ​ໄດ້. ນີ້​ຈຶ່ງ​ເປັນ​ເຫດຜົນ​ທີ່​ພະ​ເຢຊູ​ແລະ​ພວກ​ລູກສິດ​ບໍ່​ໃຊ້​ຮູບ​ປັ້ນ​ໃນ​ການ​ນະມັດສະການ. (ເອຊາ. 46:5) ຄັນ​ຊັ້ນ​ເຮົາ​ຈະ​ຂາບ​ໄຫວ້​ຮູບ​ທີ່​ຫຼາຍ​ຄົນ​ຖື​ວ່າ​ສັກສິດ​ໄດ້​ບໍ? ໃນ​ຂໍ້​ທີ​ສອງ​ທີ່​ຢູ່​ໃນ​ບັນຍັດ 10 ຂໍ້ ພະ​ເຢໂຫວາ​ໄດ້​ບອກ​ວ່າ: “ຢ່າ​ສ້າງ​ຮູບ​ເຄົາລົບ​ບໍ່​ວ່າ​ຈະ​ເປັນ​ຮູບ​ຫຍັງ​ກໍ​ຕາມ ທີ່​ຄື​ກັບ​ສິ່ງ​ທີ່​ຢູ່​ໃນ​ທ້ອງຟ້າ ຫຼື​ສິ່ງ​ທີ່​ຢູ່​ເທິງ​ແຜ່ນດິນ . . . ຢ່າ​ຂາບ​ໄຫວ້​ຮູບ​ເຄົາລົບ​ພວກ​ນັ້ນ.” (ອົບ. 20:4, 5, ລ.ມ.) ຈາກ​ເລື່ອງ​ນີ້​ເຮົາ​ເຫັນ​ໄດ້​ວ່າ ຜູ້​ທີ່​ຢາກ​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ​ກໍ​ບໍ່​ຄວນ​ທີ່​ຈະ​ຂາບ​ໄຫວ້​ຮູບ​ບູຊາ​ທຸກ​ຮູບ​ແບບ.

6. ພະຍານ​ພະ​ເຢໂຫວາ​ໃນ​ທຸກ​ມື້​ນີ້​ໄດ້​ນະມັດສະການ​ພະເຈົ້າ​ຕາມ​ແບບ​ໃຜ?

6 ນັກ​ປະຫວັດສາດ​ຄົນ​ໜຶ່ງ​ບອກ​ວ່າ ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ນະມັດສະການ​ພະເຈົ້າ​ພຽງ​ອົງ​ດຽວ. ຕົວຢ່າງ​ເຊັ່ນ: ໃນ​ປຶ້ມ​ປະຫວັດສາດ​ຂອງ​ຄລິດສະຕຽນ ບອກ​ວ່າ: “ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ກຽດ​ຊັງ​ຮູບ​ບູຊາ​ແລະ​ບໍ່​ໃຊ້​ຮູບ​ນັ້ນ​ໃນ​ບ່ອນ​ນະມັດສະການ​ພະເຈົ້າ.” ໃນ​ທຸກ​ມື້​ນີ້​ພະຍານ​ພະ​ເຢໂຫວາ​ກໍ​ເຮັດ​ແບບ​ດຽວ​ກັນ. ເຂົາ​ເຈົ້າ​ບໍ່​ຂາບ​ໄຫວ້​ຮູບ​ບູຊາ​ຕ່າງໆ​ເຊິ່ງ​ລວມ​ເຖິງ​ຮູບ​ຂອງ​ພະ​ເຢຊູ ແລະ​ສິ່ງ​ທີ່​ສະແດງ​ເຖິງ​ສັນຍະລັກ​ຂອງ​ຊາດ ເພາະ​ເຂົາ​ເຈົ້າ​ພະຍາຍາມ​ເຮັດ​ຕາມ​ສິ່ງ​ທີ່​ພະ​ເຢຊູ​ສອນ​ທີ່​ບອກ​ວ່າ “ເຈົ້າ​ຕ້ອງ​ນະມັດສະການ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ.”—ມທ. 4:10

7. ພະຍານ​ພະ​ເຢໂຫວາ​ຕ່າງ​ຈາກ​ຄລິດສະຕຽນ​ນິກາຍ​ອື່ນ​ແນວ​ໃດ?

7 ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ມັກ​ນັບຖື​ພວກ​ຄຸນ​ພໍ່​ທີ່​ມີ​ຊື່ສຽງ​ແລະ​ເຮັດ​ຄື​ກັບ​ວ່າ​ຄົນ​ເຫຼົ່າ​ນັ້ນ​ເປັນ​ພະເຈົ້າ. ເຂົາ​ເຈົ້າ​ເຊື່ອ​ຄຳເວົ້າ​ທຸກ​ຄຳ​ແລະ​ຊື້​ປຶ້ມ​ຕ່າງໆ​ຂອງ​ພວກ​ຄຸນ​ພໍ່​ແລະ​ກໍ​ບໍລິຈາກ​ເງິນ​ເປັນ​ຈຳນວນ​ຫຼາຍ. ບາງ​ຄົນ​ໃຫ້​ຄວາມ​ສຳຄັນ​ແລະ​ສົນ​ໃຈ​ພວກ​ຄຸນ​ພໍ່​ຫຼາຍ​ກວ່າ​ພະ​ເຢຊູ​ດ້ວຍ​ຊ້ຳ! ແຕ່​ເຮົາ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ​ບໍ່​ໄດ້​ໃຫ້​ຄວາມ​ສຳຄັນ​ກັບ​ມະນຸດ​ຫຼາຍ​ກວ່າ​ພະເຈົ້າ ເພາະ​ເຖິງ​ວ່າ​ເຮົາ​ຈະ​ນັບຖື​ຜູ້​ທີ່​ນຳ​ໜ້າ​ໃນ​ປະຊາຄົມ ແຕ່​ເຮົາ​ກໍ​ເຮັດ​ຕາມ​ຄຳ​ສອນ​ຂອງ​ພະ​ເຢຊູ​ທີ່​ບອກ​ວ່າ: “ພວກ​ເຈົ້າ​ທຸກ​ຄົນ​ເປັນ​ພີ່ນ້ອງ​ກັນ.” (ມທ. 23:8-10) ເຮົາ​ບໍ່​ໄດ້​ນະມັດສະການ​ມະນຸດ​ບໍ່​ວ່າ​ຜູ້​ນັ້ນ​ຈະ​ເປັນ​ຜູ້​ນຳ​ທາງ​ສາສະໜາ​ຫຼື​ຜູ້​ນຳ​ຂອງ​ໂລກ​ນີ້ ແລະ​ເຮົາ​ກໍ​ບໍ່​ໄດ້​ສະໜັບສະໜູນ​ເຂົາ​ເຈົ້າ​ຄື​ກັນ ແຕ່​ເຮົາ​ພະຍາຍາມ​ທີ່​ຈະ​ຮັກສາ​ຄວາມ​ເປັນ​ກາງ​ແລະ​ບໍ່​ມີ​ສ່ວນ​ໃນ​ການ​ປົກຄອງ​ຂອງ​ໂລກ. ເມື່ອ​ເຮົາ​ເຮັດ​ແບບ​ນີ້​ເຮົາ​ກໍ​ແຕກຕ່າງ​ຈາກ​ຄົນ​ອື່ນໆ​ທີ່​ອ້າງ​ວ່າ​ເປັນ​ຄລິດສະຕຽນ.—ຢຮ. 18:36

ເຮົາ​ເຄົາລົບ​ນັບຖື​ຊື່​ຂອງ​ພະ​ເຢໂຫວາ

ຄລິດສະຕຽນ​ແທ້​ພູມ​ໃຈ​ທີ່​ໄດ້​ບອກ​ຄົນ​ອື່ນ​ໃຫ້​ຮູ້​ເລື່ອງ​ຂອງ​ພະ​ເຢໂຫວາ (ເບິ່ງ​ຂໍ້ 8-10) *

8. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ຄົນ​ອື່ນ​ຮູ້ຈັກ​ແລະ​ຍົກຍ້ອງ​ຊື່​ຂອງ​ເພິ່ນ?

8 ພະ​ເຢຊູ​ໄດ້​ອະທິດຖານ​ວ່າ: “ພໍ່​ເອີຍ ຂໍ​ໃຫ້​ຊື່​ຂອງ​ພໍ່​ໄດ້​ຮັບ​ການ​ຍົກຍ້ອງ.” ແລ້ວ​ພະ​ເຢໂຫວາ​ກໍ​ໄດ້​ຕອບ​ຄຳ​ອະທິດຖານ​ນັ້ນ​ຈາກ​ສະຫວັນ​ວ່າ ເພິ່ນ​ໄດ້​ເຮັດ​ໃຫ້​ຊື່​ຂອງ​ເພິ່ນ​ໄດ້​ຮັບ​ການ​ຍົກຍ້ອງ​ແລ້ວ. (ຢຮ. 12:28) ພະ​ເຢຊູ​ໄດ້​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ການ​ຍົກຍ້ອງ​ຕະຫຼອດ​ຊີວິດ​ຂອງ​ເພິ່ນ. (ຢຮ. 17:26) ດັ່ງ​ນັ້ນ ຄລິດສະຕຽນ​ແທ້​ກໍ​ຄວນ​ພູມ​ໃຈ​ທີ່​ໄດ້​ໃຊ້​ຊື່​ຂອງ​ພະ​ເຢໂຫວາ​ແລະ​ຊ່ວຍ​ຄົນ​ອື່ນ​ໃຫ້​ຮູ້ຈັກ​ຊື່​ນີ້.

9. ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຂົາ​ເຈົ້າ​ຍົກຍ້ອງ​ຊື່​ຂອງ​ພະເຈົ້າ?

9 ບໍ່​ດົນ​ຫຼັງ​ຈາກ​ທີ່​ມີ​ການ​ກໍ່​ຕັ້ງ​ປະຊາຄົມ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ ພະ​ເຢໂຫວາ​ກໍ ‘ສົນ​ໃຈ​ຄົນ​ຕ່າງ​ຊາດ ແລະ​ລວບລວມ​ປະຊາຊົນ​ກຸ່ມ​ໜຶ່ງ​ໃນ​ພວກ​ເຂົາ​ໃຫ້​ໃຊ້​ຊື່​ຂອງ​ພະອົງ.’ (ກຈກ. 15:14) ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ພູມ​ໃຈ​ທີ່​ໄດ້​ໃຊ້​ຊື່​ຂອງ​ພະ​ເຢໂຫວາ​ແລະ​ຊ່ວຍ​ຄົນ​ອື່ນ​ໃຫ້​ຮູ້ຈັກ​ຊື່​ນີ້. ເຂົາ​ເຈົ້າ​ໄດ້​ປະກາດ​ນາມ​ຊື່​ຂອງ​ເພິ່ນ​ໃຫ້​ຄົນ​ອື່ນ​ຮູ້ຈັກ​ແລະ​ຂຽນ​ນາມ​ຊື່​ນັ້ນ​ໄວ້​ໃນ​ຄຳພີ​ໄບເບິນ. * ສິ່ງ​ທີ່​ເຂົາ​ເຈົ້າ​ເຮັດ​ສະແດງ​ໃຫ້​ເຫັນ​ວ່າ ເຂົາ​ເຈົ້າ​ເປັນ​ກຸ່ມ​ດຽວ​ທີ່​ຍົກຍ້ອງ​ຊື່​ຂອງ​ພະເຈົ້າ.—ກຈກ. 2:14, 21

10. ສິ່ງ​ໃດ​ສະແດງ​ວ່າ​ພະຍານ​ພະ​ເຢໂຫວາ​ເປັນ​ກຸ່ມ​ດຽວ​ທີ່​ຍົກຍ້ອງ​ແລະ​ໃຊ້​ຊື່​ຂອງ​ພະເຈົ້າ?

10 ພະຍານ​ພະ​ເຢໂຫວາ​ເປັນ​ກຸ່ມ​ດຽວ​ທີ່​ຍົກຍ້ອງ​ແລະ​ໃຊ້​ຊື່​ຂອງ​ພະເຈົ້າ​ບໍ? ແມ່ນ​ແລ້ວ. ໃນ​ທຸກ​ມື້​ນີ້​ຫຼາຍ​ສາສະໜາ​ພະຍາຍາມ​ປົກ​ປິດ​ຊື່​ຂອງ​ພະເຈົ້າ. ເຂົາ​ເຈົ້າ​ໄດ້​ລຶບ​ຊື່​ຂອງ​ພະເຈົ້າ​ອອກ​ຈາກ​ຄຳພີ​ໄບເບິນ ແລະ​ເຖິງ​ຂັ້ນ​ສັ່ງ​ຫ້າມ​ບໍ່​ໃຫ້​ໃຊ້​ຊື່​ພະເຈົ້າ​ໃນ​ພິທີ​ກຳ​ທາງ​ສາສະໜາ. * ແຕ່​ພະຍານ​ພະ​ເຢໂຫວາ​ບໍ່​ໄດ້​ເປັນ​ແບບ​ນັ້ນ. ຫຼາຍ​ຄົນ​ຮູ້ຈັກ​ວ່າ​ເຮົາ​ເປັນ​ກຸ່ມ​ດຽວ​ທີ່​ຍົກຍ້ອງ​ແລະ​ໃຊ້​ຊື່​ຂອງ​ພະເຈົ້າ​ຫຼາຍ​ກວ່າ​ສາສະໜາ​ອື່ນໆ ແລະ​ໃຊ້​ຊີວິດ​ສົມ​ກັບ​ເປັນ​ພະຍານ​ພະ​ເຢໂຫວາ. (ເອຊາ. 43:10-12) ເຮົາ​ໄດ້​ຈັດ​ພິມ​ຄຳພີ​ໄບເບິນ​ສະບັບ​ແປ​ໂລກ​ໃໝ່ ຫຼາຍ​ກວ່າ 240 ລ້ານ​ຫົວ​ເຊິ່ງ​ໃນ​ນັ້ນ​ມີ​ຊື່​ຂອງ​ພະເຈົ້າ​ຢູ່​ໃນ​ບ່ອນ​ທີ່​ຄວນ​ຢູ່. ນອກ​ຈາກ​ນັ້ນ ເຮົາ​ຍັງ​ໄດ້​ຈັດ​ພິມ​ປຶ້ມ​ຕ່າງໆ​ທີ່​ອະທິບາຍ​ຄຳພີ​ໄບເບິນ​ເຊິ່ງ​ມີ​ຊື່​ຂອງ​ພະເຈົ້າ​ຢູ່​ນຳ​ຫຼາຍ​ກວ່າ 1.000 ພາສາ!

ເຮົາ​ຮັກ​ຄວາມ​ຈິງ

11. ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຂົາ​ເຈົ້າ​ຮັກ​ຄວາມ​ຈິງ?

11 ພະ​ເຢຊູ​ຮັກ​ຄວາມ​ຈິງ​ກ່ຽວ​ກັບ​ພະເຈົ້າ​ແລະ​ຄວາມ​ຕ້ອງການ​ຂອງ​ເພິ່ນ. ພະ​ເຢຊູ​ໄດ້​ໃຊ້​ຊີວິດ​ສອດຄ່ອງ​ກັບ​ຄວາມ​ຈິງ. ເພິ່ນ​ໄດ້​ບອກ​ຄວາມ​ຈິງ​ນີ້​ໃຫ້​ຄົນ​ອື່ນ​ຮູ້​ແລະ​ສອນ​ພວກ​ລູກສິດ​ໃຫ້​ຮັກ​ຄວາມ​ຈິງ​ຄື​ກັນ. (ຢຮ. 18:37; ຢຮ. 4:23, 24) ອັກຄະສາວົກ​ເປໂຕ​ບອກ​ວ່າ ສາສະໜາ​ຄລິດສະຕຽນ​ເປັນ “ທາງ​ຂອງ​ຄວາມ​ຈິງ.” (2 ປຕ. 2:2) ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ຮັກ​ຄວາມ​ຈິງ ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ປະຕິເສດ​ຄຳ​ສອນ ປະເພນີ​ຕ່າງໆ ແລະ​ຄວາມ​ຄິດ​ທີ່​ບໍ່​ສອດຄ່ອງ​ກັບ​ຄວາມ​ຈິງ. (ກລຊ. 2:8) ຄລິດສະຕຽນ​ໃນທຸກ​ມື້​ນີ້​ກໍ​ເຮັດ​ຄ້າຍໆ​ກັນ ເຂົາ​ເຈົ້າ​ພະຍາຍາມ “ໃຊ້​ຊີວິດ​ຕາມ​ຄວາມ​ຈິງ” ໂດຍ​ຍຶດ​ໝັ້ນ​ກັບຄວາມ​ເຊື່ອ​ແລະ​ເຮັດ​ຕາມ​ຄຳ​ສອນ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ.—3 ຢຮ. 3, 4

12. ຄະນະ​ກຳມະການ​ປົກຄອງ​ໄດ້​ເຮັດ​ຫຍັງ​ເມື່ອ​ເຂົ້າ​ໃຈ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ ແລະ​ເປັນ​ຫຍັງ​ເຂົາ​ເຈົ້າ​ຈຶ່ງ​ເຮັດ​ແບບ​ນັ້ນ?

12 ພະຍານ​ພະ​ເຢໂຫວາ​ບໍ່​ໄດ້​ຄິດ​ວ່າ​ຕົວ​ເອງ​ສົມບູນ​ແບບ ແລະ​ເຂົ້າ​ໃຈ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ທຸກ​ຢ່າງ ເພາະ​ບາງ​ເທື່ອ​ເຮົາ​ກໍ​ເຂົ້າ​ໃຈ​ຜິດ​ກ່ຽວ​ກັບ​ຄຳ​ສອນ​ບາງ​ຢ່າງ ແລະ​ການ​ຈັດ​ລະບຽບ​ໃນ​ອົງການ. ນີ້​ເປັນ​ເລື່ອງ​ທຳມະດາ​ເພາະ​ຄຳພີ​ໄບເບິນ​ບອກ​ວ່າ ຄວາມ​ຮູ້​ທີ່​ຖືກຕ້ອງ​ຈະ​ມີ​ຫຼາຍ​ຂຶ້ນ​ເລື້ອຍໆ​ເມື່ອ​ເວລາ​ຜ່ານ​ໄປ ແລະ​ພະ​ເຢໂຫວາ​ກໍ​ຈະ​ຄ່ອຍໆ​ເປີດ​ເຜີຍ​ຄວາມ​ຈິງ​ໃຫ້​ເຮົາ​ຮູ້​ເທື່ອ​ລະ​ເລັກ​ເທື່ອ​ລະ​ນ້ອຍ. (ກລຊ. 1:9, 10; ສຸພາ. 4:18) ເມື່ອ​ຄະນະ​ກຳມະການ​ປົກຄອງ​ເຂົ້າ​ໃຈ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ​ແລະ​ເຫັນ​ວ່າ​ຈຳເປັນ​ຕ້ອງ​ປັບ​ປ່ຽນ​ບາງ​ຢ່າງ ເຂົາ​ເຈົ້າ​ກໍ​ປັບ​ປ່ຽນ​ທັນທີ​ເພື່ອ​ເຮັດ​ໃຫ້​ພີ່ນ້ອງ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ແລະ​ນະມັດສະການ​ພະ​ເຢໂຫວາ​ຕາມ​ແບບ​ທີ່​ພະ​ເຢຊູ​ເຮັດ. (ຢກບ. 4:4) ເຂົາ​ເຈົ້າ​ບໍ່​ໄດ້​ເຮັດ​ຄື​ກັບ​ຄລິດສະຕຽນ​ນິກາຍ​ອື່ນ​ທີ່​ປັບ​ປ່ຽນ​ຄຳ​ສອນ​ຕາມ​ຄວາມ​ຄິດ​ຂອງ​ຄົນ​ໃນ​ໂລກ​ເພື່ອ​ຈະ​ເຮັດ​ໃຫ້​ຄົນ​ອື່ນ​ພໍ​ໃຈ. ເມື່ອ​ເຮົາ​ປັບ​ປ່ຽນ​ແບບ​ນີ້ ເຮົາ​ກໍ​ເຂົ້າ​ໃຈ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ໄດ້​ຢ່າງ​ຖືກຕ້ອງ​ແລະ​ຮັກ​ຄວາມ​ຈິງ​ຫຼາຍ​ຂຶ້ນ.—1 ທຊ. 2:3, 4

ເຮົາ​ຮັກ​ກັນ​ແລະ​ກັນ

13. ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ຮູ້​ວ່າ​ຄຸນ​ລັກສະນະ​ໃດ​ສຳຄັນ​ທີ່​ສຸດ ແລະ​ພະຍານ​ພະ​ເຢໂຫວາ​ໃນ​ທຸກ​ມື້​ນີ້​ໄດ້​ສະແດງ​ຄຸນ​ລັກສະນະ​ນັ້ນ​ແນວ​ໃດ?

13 ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ຮູ້​ວ່າ​ຄຸນ​ລັກສະນະ​ທີ່​ສຳຄັນ​ທີ່​ສຸດ​ແມ່ນ​ຄວາມ​ຮັກ ເພາະ​ພະ​ເຢຊູ​ບອກ​ວ່າ: “ທຸກ​ຄົນ​ຈະ​ຮູ້​ວ່າ​ພວກ​ເຈົ້າ​ເປັນ​ລູກສິດ​ຂອງ​ຂ້ອຍ ເມື່ອ​ພວກ​ເຈົ້າ​ຮັກ​ກັນ.” (ຢຮ. 13:34, 35) ພະຍານ​ພະ​ເຢໂຫວາ​ໃນ​ທຸກ​ມື້​ນີ້​ບໍ່​ໄດ້​ເຮັດ​ຄື​ກັບ​ສາສະໜາ​ອື່ນ ເພາະ​ເຮົາ​ຮັກ​ແລະ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ເຖິງ​ວ່າ​ຈະ​ມາ​ຈາກ​ຫຼາຍ​ປະເທດ​ແລະ​ມີ​ວັດທະນະທຳ​ທີ່​ແຕກຕ່າງ​ກັນ. ເຮົາ​ເຫັນ​ຄວາມ​ຮັກ​ທີ່​ເຮົາ​ສະແດງ​ຕໍ່​ກັນ​ເມື່ອ​ເຮົາ​ເຂົ້າ​ຮ່ວມ​ການ​ປະຊຸມ​ປະຈຳ​ປະຊາຄົມ ປະຊຸມ​ໝວດ ແລະ​ປະຊຸມ​ພາກ. ເລື່ອງ​ນີ້​ຊ່ວຍ​ເຮົາ​ໃຫ້​ໝັ້ນ​ໃຈ​ວ່າ​ເຮົາ​ນະມັດສະການ​ພະ​ເຢໂຫວາ​ໃນ​ແບບ​ທີ່​ເພິ່ນ​ພໍ​ໃຈ.

14. ຕາມ​ໂກໂລຊາຍ 3:12-14 ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ພີ່ນ້ອງ?

14 ພະ​ຄຳພີ​ກະຕຸ້ນ​ເຮົາ “ໃຫ້​ຮັກ​ກັນ​ຫຼາຍໆ.” (1 ປຕ. 4:8) ວິທີ​ໜຶ່ງ​ທີ່​ເຮົາ​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ກັນ​ກໍ​ຄື ອົດ​ທົນ​ຕໍ່​ຄວາມ​ບໍ່​ສົມບູນ​ແບບ​ຂອງ​ພີ່ນ້ອງ​ແລະ​ໃຫ້​ອະໄພ​ກັນ. ໃຫ້​ເຮົາ​ຫາ​ໂອກາດ​ທີ່​ຈະ​ສະແດງ​ຄວາມ​ເອື້ອເຟື້ອ​ຕໍ່​ພີ່ນ້ອງ​ທຸກ​ຄົນ ບໍ່​ວ່າ​ຜູ້​ນັ້ນ​ຈະ​ເຄີຍ​ເຮັດ​ໃຫ້​ເຮົາ​ເສຍໃຈ​ກໍ​ຕາມ. (ອ່ານ​ໂກໂລຊາຍ 3:12-14) ເພາະ​ເມື່ອ​ເຮົາ​ເຮັດ​ແບບ​ນີ້​ກໍ​ສະແດງ​ວ່າ​ເຮົາ​ເປັນ​ຄລິດສະຕຽນ​ແທ້.

“ຄວາມ​ເຊື່ອ​ແບບ​ດຽວ​ກັນ”

15. ພະຍານ​ພະ​ເຢໂຫວາ​ໄດ້​ເຮັດ​ຄື​ກັບ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ດ້ານ​ໃດ​ອີກ?

15 ພະຍານ​ພະ​ເຢໂຫວາ​ຍັງ​ເຮັດ​ຄື​ກັບ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ໃນ​ດ້ານ​ອື່ນ​ອີກ ເຊັ່ນ: ການ​ຈັດ​ລະບຽບ​ຂອງ​ອົງການ. ເຮົາ​ມີ​ຜູ້​ຊ່ວຍ​ວຽກ​ຮັບໃຊ້ ຜູ້​ດູ​ແລ​ໃນ​ປະຊາຄົມ ແລະ​ຜູ້​ດູ​ແລ​ເດີນ​ທາງ. (ຟລປ. 1:1; ຕຕ. 1:5) ນອກ​ຈາກ​ນັ້ນ ເຮົາ​ຍັງ​ນັບຖື​ກົດໝາຍ​ຂອງ​ພະເຈົ້າ​ໃນ​ເລື່ອງ​ເລືອດ ເລື່ອງ​ເພດ ແລະ​ເລື່ອງ​ການ​ແຕ່ງ​ດອງ ແລະ​ເຮົາ​ຍັງ​ໄດ້​ຕັດ​ສຳພັນ​ຜູ້​ທີ່​ບໍ່​ກັບ​ໃຈ​ເພື່ອ​ປົກ​ປ້ອງ​ພີ່ນ້ອງ​ໃນ​ປະຊາຄົມ.—ກຈກ. 15:28, 29; 1 ກຣ. 5:11-13; 6:9, 10; ຮຣ. 13:4

16. ເອເຟໂຊ 4:4-6 ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ເລື່ອງ​ທີ່​ສຳຄັນ​ຫຍັງ?

16 ພະ​ເຢຊູ​ບອກ​ວ່າ ບໍ່​ແມ່ນ​ທຸກ​ຄົນ​ທີ່​ບອກ​ວ່າ​ຕົວ​ເອງ​ເປັນ​ຄລິດສະຕຽນ​ຈະ​ແມ່ນ​ຄລິດສະຕຽນ​ແທ້. (ມທ. 7:21-23) ຄຳພີ​ໄບເບິນ​ເຕືອນ​ເຮົາ​ວ່າ​ໃນ​ສະໄໝ​ສຸດ​ທ້າຍ ຫຼາຍ​ຄົນ​ທີ່​ບອກ​ວ່າ​ນັບຖື​ພະເຈົ້າ​ຈະ​ເຄັ່ງ​ສາສະໜາ “ແຕ່​ພາຍ​ນອກ.” (2 ຕມ. 3:1, 5) ແລະ​ຄຳພີ​ໄບເບິນ​ຍັງ​ອີກ​ບອກ​ວ່າ ມີ​ແຕ່ ‘ຄວາມ​ເຊື່ອ​ດຽວ’ ຫຼື​ສາສະໜາ​ດຽວ​ເທົ່າ​ນັ້ນ​ທີ່​ພະເຈົ້າ​ຍອມ​ຮັບ.—ອ່ານ​ເອເຟໂຊ 4:4-6

17. ໃນ​ທຸກ​ມື້​ນີ້ ໃຜ​ເປັນ​ຄລິດສະຕຽນ​ແທ້​ແລະ​ເຮັດ​ຕາມ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ?

17 ແລ້ວ​ໃນ​ທຸກ​ມື້​ນີ້ ໃຜ​ເປັນ​ຄລິດສະຕຽນ​ແທ້​ແລະ​ເຮັດ​ຕາມ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ? ຄົນ​ກຸ່ມ​ນັ້ນ​ແມ່ນ ພະຍານ​ພະ​ເຢໂຫວາ ເພາະ​ເຂົາ​ເຈົ້າ​ເຮັດ​ຕາມ​ສິ່ງ​ທີ່​ພະ​ເຢຊູ​ສອນ​ແລະ​ເຮັດ​ຕາມ​ສິ່ງ​ທີ່​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ເຮັດ. ເຮົາ​ຮູ້ສຶກ​ເປັນ​ກຽດ​ຫຼາຍ​ແທ້ໆ​ທີ່​ໄດ້​ເປັນ​ປະຊາຊົນ​ຂອງ​ພະ​ເຢໂຫວາ ແລະ​ຮູ້ຈັກ​ຄວາມ​ຈິງ​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ຄວາມ​ຕ້ອງການ​ຂອງ​ເພິ່ນ! ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ​ທຸກ​ຄົນ​ຍຶດ​ໝັ້ນ​ກັບ​ຄວາມ​ຈິງ​ນີ້​ຕໍ່ໆ​ໄປ.

ເພງ 3 ເປັນ​ກຳລັງ ຄວາມ​ຫວັງ ແລະ​ຄວາມ​ໝັ້ນ​ໃຈ​ຂອງ​ເຮົາ

^ ຂໍ້ 5 ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ ພະ​ເຢຊູ​ແລະ​ພວກ​ລູກສິດ​ໃນ​ສະຕະວັດ​ທຳອິດ​ໄດ້​ນະມັດສະການ​ພະ​ເຢໂຫວາ​ແນວ​ໃດ. ແລະ​ພະຍານ​ພະ​ເຢໂຫວາ​ໃນ​ປັດຈຸບັນ​ນີ້​ໄດ້​ເຮັດ​ຕາມ​ຕົວຢ່າງ​ຂອງ​ເຂົາ​ເຈົ້າ​ແນວ​ໃດ.

^ ຂໍ້ 9 ເບິ່ງ​ຂອບ “ຄລິດສະຕຽນ​ຍຸກ​ທຳອິດ​ໃຊ້​ພະ​ນາມ​ພະເຈົ້າ​ບໍ?” ໃນ​ຫໍສັງເກດການ 1 ກໍລະກົດ 2010 ໜ້າ 6 (ພາສາ​ໄທ)

^ ຂໍ້ 10 ຕົວຢ່າງ​ເຊັ່ນ ໃນ​ປີ 2008 ສັນຕະປາປາ​ເບເນດິກ​ທີ 16 ບອກ​ວ່າ “ຫ້າມ​ອອກ​ສຽງ​ຫຼື​ໃຊ້​ຊື່​ຂອງ​ພະເຈົ້າ” ໃນ​ການ​ຮ້ອງ​ເພງ ອະທິດຖານ ແລະ​ພິທີ​ກຳ​ຕ່າງໆ​ໃນ​ໂບດ​ກາໂຕລິກ.

^ ຂໍ້ 63 ຄຳ​ອະທິບາຍ​ຮູບ​ພາບ: ອົງການ​ຂອງ​ພະ​ເຢໂຫວາ​ໄດ້​ຈັດ​ພິມ​ຄຳພີ​ໄບເບິນ​ສະບັບ​ແປ​ໂລກ​ໃໝ່ ຫຼາຍ​ກວ່າ 200 ພາສາ​ເຊິ່ງ​ມີ​ຊື່​ຂອງ​ພະເຈົ້າ​ຢູ່​ໃນ​ນັ້ນ ເພື່ອ​ໃຫ້​ຫຼາຍ​ຄົນ​ສາມາດ​ອ່ານ​ຄຳພີ​ໄບເບິນ​ໃນ​ພາສາ​ຂອງ​ຕົວ​ເອງ​ໄດ້.