ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 41

ເຮົາ​ຮັບໃຊ້​ພະເຈົ້າ​ທີ່ ‘ມີ​ຄວາມ​ເມດຕາ​ລົ້ນ​ເຫຼືອ’

ເຮົາ​ຮັບໃຊ້​ພະເຈົ້າ​ທີ່ ‘ມີ​ຄວາມ​ເມດຕາ​ລົ້ນ​ເຫຼືອ’

“ພະ​ເຢໂຫວາ​ດີ​ຕໍ່​ທຸກ​ຊີວິດ ຄວາມ​ເມດຕາ​ຂອງ​ພະອົງ​ເຫັນ​ໄດ້​ຈາກ​ທຸກ​ສິ່ງ​ທີ່​ພະອົງ​ສ້າງ.”—ເພງ. 145:9, ລ.ມ.

ເພງ 44 ຄຳ​ອະທິດຖານ​ຂອງ​ຄົນ​ທຸກ​ໃຈ

ໃຈ​ຄວາມ​ສຳຄັນ *

1. ຄົນ​ເມດຕາ​ເປັນ​ຄົນ​ແບບ​ໃດ?

ຄົນ​ເມດຕາ​ເປັນ​ຄົນ​ທີ່​ໃຈ​ດີ ເຫັນ​ອົກ​ເຫັນ​ໃຈ​ຄົນ​ອື່ນ ແລະ​ເປັນ​ຄົນ​ໃຈ​ກວ້າງ. ເມື່ອ​ເວົ້າ​ເຖິງ​ເລື່ອງ​ຄວາມ​ເມດຕາ ເຮົາ​ອາດ​ຈະ​ຄິດ​ເຖິງ​ຜູ້​ຊາຍ​ຄົນ​ຊາມາເຣຍ​ທີ່​ຢູ່​ໃນ​ຕົວຢ່າງ​ປຽບ​ທຽບ​ຂອງ​ພະ​ເຢຊູ. ຍ້ອນ​ຄົນ​ຊາມາເຣຍ “ຮູ້ສຶກ​ອີ່ຕົນ” ຄົນ​ຢິວ​ທີ່​ຖືກ​ໂຈນ​ປຸ້ນ ຖືກ​ຕີ ແລະ​ບາດເຈັບ ລາວ​ຈຶ່ງ​ໄດ້ “ຊ່ວຍ​ເຫຼືອ” ຄົນ​ຢິວ​ນັ້ນ. (ລກ. 10:29-37) ຕົວຢ່າງ​ນີ້​ສະແດງ​ໃຫ້​ເຫັນ​ວ່າ ຄວາມ​ເມດຕາ​ເປັນ​ຄຸນ​ລັກສະນະ​ທີ່​ສຳຄັນ​ຂອງ​ພະ​ເຢໂຫວາ​ເຊິ່ງ​ຄຸນ​ລັກສະນະ​ນີ້​ກໍ​ເປັນ​ສ່ວນ​ໜຶ່ງ​ຂອງ​ຄວາມ​ຮັກ ແລະ​ເພິ່ນ​ກໍ​ໄດ້​ສະແດງ​ຄວາມ​ຮັກ​ຕໍ່​ເຮົາ​ຈາກ​ວິທີ​ທີ່​ເພິ່ນ​ປະຕິບັດ​ກັບ​ເຮົາ.

2. ຄົນ​ເມດຕາ​ຍັງ​ເປັນ​ຄົນ​ແບບ​ໃດ​ອີກ?

2 ຄົນ​ເມດຕາ​ຍັງ​ເປັນ​ຄົນ​ທີ່​ບໍ່​ໄດ້​ລົງໂທດ​ຄົນ​ອື່ນ​ເມື່ອ​ມີ​ເຫດຜົນ. ພະ​ເຢໂຫວາ​ກໍ​ໄດ້​ສະແດງ​ຄວາມ​ເມດຕາ​ຕໍ່​ເຮົາ​ແທ້ໆ ເພາະ​ຜູ້​ຂຽນ​ຄຳເພງ​ບອກ​ວ່າ: “ພະອົງ​ບໍ່​ລົງໂທດ​ພວກ​ເຮົາ​ໃຫ້​ສົມ​ກັບ​ບາບ​ຂອງ​ພວກ​ເຮົາ.” (ເພງ. 103:10, ລ.ມ.) ແຕ່​ວ່າ​ບາງ​ເທື່ອ​ເພິ່ນ​ກໍ​ໄດ້​ສັ່ງ​ສອນ​ຜູ້​ທີ່​ເຮັດ​ຜິດ​ຮ້າຍແຮງ.

3. ເຮົາ​ຈະ​ຕອບ​ຄຳຖາມ​ຫຍັງ​ແດ່​ໃນ​ບົດ​ຄວາມ​ນີ້?

3 ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ມາ​ຕອບ 3 ຄຳຖາມ​ຕໍ່​ໄປ​ນີ້: ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ສະແດງ​ຄວາມ​ເມດຕາ? ການ​ຕັດ​ສຳພັນ​ເປັນ​ການ​ສະແດງ​ຄວາມ​ເມດຕາ​ບໍ? ແລະ​ເຮົາ​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ໃນ​ການ​ສະແດງ​ຄວາມ​ເມດຕາ​ແນວ​ໃດ? ໃຫ້​ເຮົາ​ມາ​ເບິ່ງ​ຄຳຕອບ​ສຳລັບ​ຄຳຖາມ​ເຫຼົ່າ​ນີ້.

ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ສະແດງ​ຄວາມ​ເມດຕາ?

4. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ສະແດງ​ຄວາມ​ເມດຕາ?

4 ພະ​ເຢໂຫວາ​ສະແດງ​ຄວາມ​ເມດຕາ​ຍ້ອນ​ຄວາມ​ຮັກ. ໂປໂລ​ບອກ​ວ່າ​ພະ​ເຢໂຫວາ “ມີ​ຄວາມ​ເມດຕາ​ທີ່​ລົ້ນ​ເຫຼືອ” ຕໍ່​ຜູ້​ຖືກ​ເຈີມ​ເພາະ​ເພິ່ນ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ຫວັງ​ໃນ​ສະຫວັນ. (ອຟຊ. 2:4-7) ແຕ່​ພະ​ເຢໂຫວາ​ບໍ່​ໄດ້​ສະແດງ​ຄວາມ​ເມດຕາ​ຕໍ່​ຜູ້​ຖືກ​ເຈີມ​ເທົ່າ​ນັ້ນ ເພາະ​ດາວິດ​ບອກ​ວ່າ: “ພະ​ເຢໂຫວາ​ດີ​ຕໍ່​ທຸກ​ຊີວິດ ຄວາມ​ເມດຕາ​ຂອງ​ພະອົງ​ເຫັນ​ໄດ້​ຈາກ​ທຸກ​ສິ່ງ​ທີ່​ພະອົງ​ສ້າງ.” (ເພງ. 145:9, ລ.ມ.) ດັ່ງ​ນັ້ນ ຍ້ອນ​ພະ​ເຢໂຫວາ​ຮັກ​ເຮົາ ເພິ່ນ​ຈຶ່ງ​ໄດ້​ສະແດງ​ຄວາມ​ເມດຕາ​ຕໍ່​ເຮົາ​ທຸກ​ຄົນ.

5. ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ຮູ້​ວ່າ​ພະ​ເຢໂຫວາ​ມີ​ຄວາມ​ເມດຕາ?

5 ພະ​ເຢຊູ​ເປັນ​ຜູ້​ທີ່​ຮູ້​ດີ​ກວ່າ​ໝູ່​ວ່າ​ພະ​ເຢໂຫວາ​ມັກ​ສະແດງ​ຄວາມ​ເມດຕາ ເພາະ​ເພິ່ນ​ເຄີຍ​ຢູ່​ໃນ​ສະຫວັນ​ກັບ​ພະ​ເຢໂຫວາ​ຫຼາຍ​ພັນ​ປີ. (ສຸພາ. 8:30, 31) ແລະ​ເພິ່ນ​ກໍ​ເຫັນ​ວ່າ​ພະ​ເຢໂຫວາ​ໄດ້​ສະແດງ​ຄວາມ​ເມດຕາ​ຕໍ່​ມະນຸດ​ທີ່​ຜິດ​ບາບ​ຫຼາຍ​ເທື່ອ. (ເພງ. 78:37-42) ດັ່ງ​ນັ້ນ ເມື່ອ​ພະ​ເຢຊູ​ສອນ ເພິ່ນ​ຈຶ່ງ​ມັກ​ຈະ​ເນັ້ນ​ເຖິງ​ຄວາມ​ເມດຕາ​ຂອງ​ພະ​ເຢໂຫວາ.

ພໍ່​ບໍ່​ໄດ້​ເວົ້າ​ຊ້ຳ​ເຕີມ​ລູກ​ທີ່​ຫຼົງ​ຫາຍ ແຕ່​ລາວ​ຕ້ອນຮັບ​ລູກ​ຢ່າງ​ອົບອຸ່ນ. (ເບິ່ງ​ຂໍ້ 6) *

6. ພະ​ເຢຊູ​ໄດ້​ເລົ່າ​ເລື່ອງ​ຫຍັງ​ເຊິ່ງ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ວ່າ​ພະ​ເຢໂຫວາ​ເມດຕາ​ຫຼາຍ​ແທ້ໆ?

6 ໃນ​ບົດ​ຄວາມ​ກ່ອນ ພະ​ເຢຊູ​ໄດ້​ເວົ້າ​ເຖິງ​ຕົວຢ່າງ​ປຽບ​ທຽບ​ເລື່ອງ​ລູກ​ທີ່​ຫຼົງ​ຫາຍ ເພື່ອ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ວ່າ​ພະ​ເຢໂຫວາ​ໄດ້​ສະແດງ​ຄວາມ​ເມດຕາ​ຕໍ່​ເຮົາ​ຫຼາຍ​ສ່ຳ​ໃດ. ລູກ​ທີ່​ຫຼົງ​ຫາຍ​ໄດ້​ໜີ​ອອກ​ຈາກ​ບ້ານ “ຈ່າຍ​ເງິນ​ແບບ​ໂລເລ ແລະ​ໃຊ້​ຊີວິດ​ແບບ​ເສລີ​ບີ​ຮົ່ວ.” (ລກ. 15:13) ແຕ່​ຕໍ່​ມາ ລາວ​ກໍ​ຖ່ອມ​ຕົວ ກັບ​ໃຈ ແລະ​ລາວ​ກໍ​ກັບ​ມາ​ບ້ານ. ແລ້ວ​ພໍ່​ລາວ​ເຮັດ​ແນວ​ໃດ? ພະ​ຄຳພີ​ບອກ​ວ່າ: ‘ຕອນ​ທີ່ [ລູກ] ຍັງ​ຢູ່​ໄກໆ ພໍ່​ກໍ​ແນມ​ເຫັນ​ແລະ​ຮູ້ສຶກ​ອີ່ຕົນ ພໍ່​ຈຶ່ງ​ແລ່ນ​ໄປ​ຫາ ທັງ​ກອດ​ແລະ​ຈູບ​ລູກ.’ ນີ້​ສະແດງ​ວ່າ​ພໍ່​ບໍ່​ໄດ້​ເວົ້າ​ຊ້ຳ​ເຕີມ​ລູກ ແຕ່​ລາວ​ໄດ້​ຕ້ອນຮັບ​ລູກ​ຢ່າງ​ອົບອຸ່ນ​ແລະ​ໃຫ້​ອະໄພ​ລູກ​ຍ້ອນ​ວ່າ​ລູກ​ກັບ​ໃຈ​ແທ້ໆ. ພໍ່​ທີ່​ຢູ່​ໃນ​ຕົວຢ່າງ​ປຽບ​ທຽບ​ນີ້​ກໍ​ໝາຍ​ເຖິງ​ພະ​ເຢໂຫວາ. ດັ່ງ​ນັ້ນ ທີ່​ພະ​ເຢຊູ​ເລົ່າ​ຕົວຢ່າງ​ປຽບ​ທຽບ​ນີ້​ກໍ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ວ່າ ພະ​ເຢໂຫວາ​ຈະ​ໃຫ້​ອະໄພ​ຜູ້​ທີ່​ກັບ​ໃຈ​ແທ້ໆ.—ລກ. 15:17-24

7. ສະຕິປັນຍາ​ຂອງ​ພະ​ເຢໂຫວາ​ກ່ຽວ​ຂ້ອງ​ກັບ​ຄວາມ​ເມດຕາ​ແນວ​ໃດ?

7 ພະ​ເຢໂຫວາ​ສະແດງ​ຄວາມ​ເມດຕາ​ຍ້ອນ​ເພິ່ນ​ມີ​ສະຕິປັນຍາ. ເປັນ​ຫຍັງ​ຈຶ່ງ​ວ່າ​ແນວ​ນັ້ນ? ກໍ​ຍ້ອນ​ສະຕິປັນຍາ​ຂອງ​ເພິ່ນ​ບໍ່​ໄດ້​ໝາຍ​ເຖິງ​ແຕ່​ຄວາມ​ສະຫຼາດ​ຢ່າງ​ດຽວ. ຢາໂກໂບ​ບອກ​ວ່າ: “ສະຕິປັນຍາ ຈາກ​ທາງ​ເທິງ . . . ເຕັມ​ໄປ​ດ້ວຍ​ຄວາມ​ເມດຕາ ເຮັດ​ໃຫ້​ເກີດ​ຜົນ​ດີ​ຫຼາຍ​ຢ່າງ.” (ຢກບ. 3:17) ພະ​ເຢໂຫວາ​ເປັນ​ຄື​ກັບ​ພໍ່ ເມື່ອ​ລູກ​ເຮັດ​ຜິດ​ພໍ່​ກໍ​ຍັງ​ເມດຕາ​ລູກ​ເພາະ​ຮູ້​ວ່າ​ຈະ​ເປັນ​ຜົນ​ດີ​ຕໍ່​ລູກ ຈະ​ຊ່ວຍ​ລູກ​ໃຫ້​ມີ​ຄວາມ​ຫວັງ​ແລະ​ມີ​ກຳລັງ​ໃຈ. (ເພງ. 103:13; ເອຊາ. 49:15) ຄ້າຍ​ຄື​ກັນ ເມື່ອ​ເຮົາ​ເຮັດ​ຜິດ​ພະ​ເຢໂຫວາ​ກໍ​ເມດຕາ​ເຮົາ ຍ້ອນ​ເພິ່ນ​ຮູ້​ວ່າ​ມັນ​ຈະ​ເປັນ​ຜົນ​ດີ​ຕໍ່​ເຮົາ. ແຕ່​ພະ​ເຢໂຫວາ​ກໍ​ສະແດງ​ຄວາມ​ເມດຕາ​ແບບ​ສົມ​ເຫດ​ສົມ​ຜົນ ເພາະ​ຖ້າ​ເຮົາ​ເຮັດ​ຜິດ​ຮ້າຍແຮງ​ເພິ່ນ​ກໍ​ບໍ່​ໄດ້​ເບິ່ງ​ຂ້າມ​ຄວາມ​ຜິດ​ນັ້ນ.

8. ບາງ​ເທື່ອ​ຕ້ອງ​ເຮັດ​ຫຍັງ​ກັບ​ຜູ້​ທີ່​ເຮັດ​ຜິດ​ຮ້າຍແຮງ​ແລ້ວ​ບໍ່​ກັບ​ໃຈ ແລະ​ຍ້ອນ​ຫຍັງ?

8 ຖ້າ​ສົມມຸດ​ວ່າ ມີ​ຜູ້​ໜຶ່ງ​ຕັ້ງ​ໃຈ​ເຮັດ​ຜິດ​ຮ້າຍແຮງ​ແລ້ວ​ບໍ່​ກັບ​ໃຈ ເຮົາ​ຈະ​ເຮັດ​ແນວ​ໃດ? ໂປໂລ​ບອກ​ວ່າ: “ໃຫ້​ເຊົາ​ຄົບຫາ” ກັບ​ລາວ ເຊິ່ງ​ກໍ​ໝາຍ​ຄວາມ​ວ່າ​ຜູ້​ນັ້ນ​ຕ້ອງ​ຖືກ​ຕັດ​ສຳພັນ​ເພື່ອ​ເປັນ​ການ​ປົກ​ປ້ອງ​ພີ່ນ້ອງ​ໃນ​ປະຊາຄົມ​ແລະ​ເປັນ​ການ​ນັບຖື​ພະ​ເຢໂຫວາ​ນຳ. (1 ກຣ. 5:11) ແຕ່​ບາງ​ຄົນ​ກໍ​ອາດ​ຈະ​ຄິດ​ວ່າ ການ​ຕັດ​ສຳພັນ​ເປັນ​ການ​ສະແດງ​ເຖິງ​ຄວາມ​ເມດຕາ​ຂອງ​ພະ​ເຢໂຫວາ​ແທ້ໆ​ບໍ? ເພື່ອ​ຈະ​ເຂົ້າ​ໃຈ​ເລື່ອງ​ນີ້​ຫຼາຍ​ຂຶ້ນ ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ​ໃນ​ຂໍ້​ຕໍ່​ໄປ.

ການ​ຕັດ​ສຳພັນ​ເປັນ​ການ​ສະແດງ​ຄວາມ​ເມດຕາ​ບໍ?

ເຖິງ​ແກະ​ທີ່​ບໍ່​ສະບາຍ​ຈະ​ຖືກ​ແຍກ​ອອກ​ຈາກ​ຝູງ ແຕ່​ມັນ​ຍັງ​ຈະ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ລ້ຽງ​ແກະ​ຕໍ່ໆ​ໄປ. (ເບິ່ງ​ຂໍ້ 9-11)

9-10. ຕາມ​ເຮັບເຣີ 12:5, 6 ເປັນ​ຫຍັງ​ເຮົາ​ຈຶ່ງ​ເວົ້າ​ໄດ້​ວ່າ​ການ​ຕັດ​ສຳພັນ​ເປັນ​ການ​ສະແດງ​ເຖິງ​ຄວາມ​ເມດຕາ? ຂໍ​ໃຫ້​ຍົກ​ຕົວຢ່າງ.

9 ເມື່ອ​ເຮົາ​ໄດ້​ຍິນ​ຄຳ​ປະກາດ​ວ່າ ຄົນ​ທີ່​ເຮົາ​ຮັກ “ບໍ່​ໄດ້​ເປັນ​ພະຍານ​ພະ​ເຢໂຫວາ​ອີກ​ຕໍ່​ໄປ” ເຮົາ​ກໍ​ຈະ​ຮູ້ສຶກ​ເສຍໃຈ​ແລະ​ອາດ​ຈະ​ຄິດ​ວ່າ​ການ​ຕັດ​ສຳພັນ​ເປັນ​ການ​ສະແດງ​ເຖິງ​ຄວາມ​ເມດຕາ​ແທ້​ບໍ? ແມ່ນ. ນີ້​ເປັນ​ການ​ສະແດງ​ຄວາມ​ເມດຕາ​ແລະ​ຄວາມ​ຮັກ​ແທ້ ຍ້ອນ​ມັນ​ເປັນ​ວິທີ​ທີ່​ດີ​ທີ່​ສຸດ​ທີ່​ຈະ​ຊ່ວຍ​ຜູ້​ທີ່​ເຮັດ​ຜິດ​ແລ້ວ​ບໍ່​ກັບ​ໃຈ​ໃຫ້​ປ່ຽນ​ແປງ​ຕົວ​ເອງ. (ສຸພາ. 13:24) ຫຼາຍ​ຄົນ​ທີ່​ເຄີຍ​ຖືກ​ຕັດ​ສຳພັນ​ກໍ​ບອກ​ວ່າ ການ​ຕັດ​ສຳພັນ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ສຳນຶກ​ໂຕ​ໄດ້ ຢາກ​ປ່ຽນ​ແປງ​ຕົວ​ເອງ ແລະ​ຢາກ​ກັບ​ມາ​ຫາ​ພະ​ເຢໂຫວາ.—ອ່ານ​ເຮັບເຣີ 12:5, 6

10 ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ໜຶ່ງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ ການ​ຕັດ​ສຳພັນ​ສະແດງ​ເຖິງ​ຄວາມ​ເມດຕາ​ແລະ​ສະຕິປັນຍາ. ສົມມຸດ​ວ່າ​ຜູ້​ລ້ຽງ​ແກະ​ເຫັນ​ແກະ​ໂຕ​ໜຶ່ງ​ບໍ່​ສະບາຍ ແລະ​ລາວ​ກໍ​ແຍກ​ແກະ​ໂຕ​ນັ້ນ​ອອກ​ຈາກ​ຝູງ. ເນື່ອງ​ຈາກ​ແກະ​ເປັນ​ສັດ​ທີ່​ມັກ​ຢູ່​ນຳ​ໝູ່ ດັ່ງ​ນັ້ນ ມັນ​ອາດ​ຈະ​ຮູ້ສຶກ​ເສຍໃຈ​ທີ່​ຖືກ​ແຍກ​ອອກ​ໄປ. ແຕ່​ການ​ທີ່​ຜູ້​ລ້ຽງ​ແກະ​ເຮັດ​ແບບ​ນີ້​ສະແດງ​ວ່າ​ລາວ​ບໍ່​ໄດ້​ຮັກ​ແລະ​ບໍ່​ໄດ້​ເມດຕາ​ແກະ​ບໍ? ບໍ່. ເພາະ​ຜູ້​ລ້ຽງ​ແກະ​ຮູ້​ວ່າ ຖ້າ​ບໍ່​ໄດ້​ແຍກ​ແກະ​ທີ່​ບໍ່​ສະບາຍ​ອອກ​ຈາກ​ຝູງ ແກະ​ໂຕ​ອື່ນ​ອາດ​ຈະ​ບໍ່​ສະບາຍ​ໄປ​ນຳ. ດັ່ງ​ນັ້ນ ການ​ເຮັດ​ແບບ​ນີ້​ກໍ​ຈະ​ເປັນ​ການ​ປົກ​ປ້ອງ​ແກະ​ທັງ​ໝົດ​ທີ່​ຢູ່​ໃນ​ຝູງ.—ສົມ​ທຽບ​ກັບ​ພວກເລວີ 13:3, 4

11. (ກ) ຜູ້​ທີ່​ຖືກ​ຕັດ​ສຳພັນ​ປຽບ​ຄື​ກັບ​ແກະ​ທີ່​ບໍ່​ສະບາຍ​ແນວ​ໃດ? (ຂ) ມີ​ຫຍັງ​ແດ່​ທີ່​ຈະ​ຊ່ວຍ​ຜູ້​ທີ່​ຖືກ​ຕັດ​ສຳພັນ​ໃຫ້​ກັບ​ມາ​ເປັນ​ພະຍານ​ພະ​ເຢໂຫວາ​ໄດ້​ອີກ?

11 ຜູ້​ທີ່​ຖືກ​ຕັດ​ສຳພັນ​ກໍ​ປຽບ​ຄື​ກັບ​ແກະ​ທີ່​ບໍ່​ສະບາຍ ເພາະ​ລາວ​ມີ​ບັນຫາ​ທາງ​ດ້ານ​ຄວາມ​ເຊື່ອ​ແລະ​ຕ້ອງ​ໄດ້​ແຍກ​ອອກ​ຈາກ​ພີ່ນ້ອງ​ໃນ​ປະຊາຄົມ​ເພື່ອ​ລາວ​ຈະ​ບໍ່​ສົ່ງ​ຜົນ​ທີ່​ບໍ່​ດີ​ຕໍ່​ພີ່ນ້ອງ. (ຢກບ. 5:14) ການ​ເຮັດ​ແບບ​ນີ້​ເປັນ​ການ​ສະແດງ​ຄວາມ​ຮັກ​ຕໍ່​ທຸກ​ຄົນ ເພາະ​ມັນ​ຈະ​ຊ່ວຍ​ປົກ​ປ້ອງ​ພີ່ນ້ອງ​ໃນ​ປະຊາຄົມ​ແລະ​ຊ່ວຍ​ຕົວ​ລາວ​ເອງ​ໃຫ້​ສຳນຶກ​ໄດ້​ແລະ​ຢາກ​ກັບ​ໃຈ. ລາວ​ຍັງ​ມີ​ໂອກາດ​ທີ່​ຈະ​ມາ​ປະຊຸມ ອ່ານ​ໜັງສື​ຕ່າງໆ​ຂອງ​ອົງການ ແລະ​ເບິ່ງ​ລາຍການ​ໂທລະທັດ JW ເພື່ອ​ຈະ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຂຶ້ນ. ຜູ້​ດູ​ແລ​ຍັງ​ຈະ​ໃຫ້​ຄຳ​ແນະນຳ​ລາວ​ເລັກໆ​ນ້ອຍໆ ແລະ​ເມື່ອ​ເຂົາ​ເຈົ້າ​ເຫັນ​ວ່າ​ລາວ​ກັບ​ໃຈ​ແທ້ໆ ເຂົາ​ເຈົ້າ​ກໍ​ຈະ​ຊ່ວຍ​ລາວ​ໃຫ້​ກັບ​ມາ​ເປັນ​ພະຍານ​ພະ​ເຢໂຫວາ​ໄດ້​ອີກ​ເທື່ອ​ໜຶ່ງ. *

12. ຜູ້​ດູ​ແລ​ຈະ​ເຮັດ​ຫຍັງ​ກັບ​ຜູ້​ທີ່​ເຮັດ​ຜິດ​ແລ້ວ​ບໍ່​ກັບ​ໃຈ ເຊິ່ງ​ເປັນ​ການ​ສະແດງ​ຄວາມ​ຮັກ​ແລະ​ຄວາມ​ເມດຕາ?

12 ເປັນ​ເລື່ອງ​ສຳຄັນ​ທີ່​ຈະ​ຈື່​ໄວ້​ວ່າ ສະເພາະ​ຜູ້​ທີ່​ເຮັດ​ຜິດ​ແລ້ວ​ບໍ່​ກັບ​ໃຈ​ຈຶ່ງ​ຈະ​ຖືກ​ຕັດ​ສຳພັນ. ເປັນ​ຫຍັງ​ຜູ້​ດູ​ແລ​ຄວນ​ຄິດ​ເຖິງ​ເລື່ອງ​ນີ້​ເປັນ​ພິເສດ? ກໍ​ຍ້ອນ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ທີ່​ສັ່ງ​ສອນ “ຕາມ​ສົມຄວນ” ແລະ​ເພິ່ນ​ກໍ​ຢາກ​ໃຫ້​ເຂົາ​ເຈົ້າ​ເຮັດ​ແບບ​ນີ້​ຄື​ກັນ. (ຢເຣ. 30:11, ລ.ມ.) ດັ່ງ​ນັ້ນ ຜູ້​ດູ​ແລ​ຕ້ອງ​ຄິດ​ຮອບຄອບ​ກ່ອນ​ທີ່​ຈະ​ຕັດ​ສຳພັນ​ຜູ້​ໃດ​ຜູ້​ໜຶ່ງ ແລະ​ທີ່​ເຂົາ​ເຈົ້າ​ຕ້ອງ​ຕັດ​ສຳພັນ​ຜູ້​ທີ່​ເຮັດ​ຜິດ​ແລ້ວ​ບໍ່​ກັບ​ໃຈ​ກໍ​ຍ້ອນ​ວ່າ​ຜູ້​ດູ​ແລ​ຮັກ​ແລະ​ເມດຕາ​ຜູ້​ນັ້ນ ແລະ​ຢາກ​ປົກ​ປ້ອງ​ພີ່ນ້ອງ​ໃນ​ປະຊາຄົມ​ນຳ.

13. ເປັນ​ຫຍັງ​ຈຶ່ງ​ຕັດ​ສຳພັນ​ຜູ້​ຊາຍ​ຄົນ​ໜຶ່ງ​ໃນ​ເມືອງ​ໂກຣິນໂທ?

13 ໃຫ້​ເຮົາ​ມາ​ເບິ່ງ​ວ່າ ໃນ​ສະຕະວັດ​ທຳອິດ​ໂປໂລ​ໄດ້​ເຮັດ​ແນວ​ໃດ​ກັບ​ຜູ້​ທີ່​ເຮັດ​ຜິດ​ຮ້າຍແຮງ​ແລ້ວ​ບໍ່​ກັບ​ໃຈ. ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ໃນ​ເມືອງ​ໂກຣິນໂທ​ໄດ້​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ກັບ​ເມຍ​ຂອງ​ພໍ່ ເຊິ່ງ​ນີ້​ເປັນ​ການ​ເຮັດ​ຜິດ​ຮ້າຍແຮງ​ແທ້ໆ ເພາະ​ພະ​ເຢໂຫວາ​ເຄີຍ​ໃຫ້​ກົດໝາຍ​ກັບ​ຊາວ​ອິດສະຣາເອນ​ໃນ​ສະໄໝ​ບູຮານ​ວ່າ: “ຖ້າ​ໃຜ​ມີ​ເພດ​ສຳພັນ​ກັບ​ເມຍ​ຂອງ​ພໍ່ ກໍ​ເຮັດ​ໃຫ້​ພໍ່​ຂອງ​ຕົວ​ເອງ​ອັບອາຍ. ທັງ​ສອງ​ຄົນ​ທີ່​ເຮັດ​ຜິດ​ຈະ​ຕ້ອງ​ຖືກ​ປະຫານ​ຊີວິດ.” (ເລວີ. 20:11, ລ.ມ.) ເຖິງ​ວ່າ​ໂປໂລ​ຈະ​ບໍ່​ໄດ້​ສັ່ງ​ໃຫ້​ປະຫານ​ຊີວິດ​ຜູ້​ຊາຍ​ທີ່​ເຮັດ​ຜິດ ແຕ່​ລາວ​ກໍ​ສັ່ງ​ໃຫ້​ຕັດ​ສຳພັນ​ຜູ້​ຊາຍ​ຄົນ​ນັ້ນ ເພາະ​ການ​ກະທຳ​ຂອງ​ຜູ້​ຊາຍ​ຄົນ​ນັ້ນ​ໄດ້​ສົ່ງ​ຜົນ​ກະທົບ​ທີ່​ບໍ່​ດີ​ຕໍ່​ພີ່ນ້ອງ​ໃນ​ປະຊາຄົມ ເຖິງ​ຂັ້ນ​ເຮັດ​ໃຫ້​ບາງ​ຄົນ​ຄິດ​ວ່າ ການ​ກະທຳ​ແບບ​ນັ້ນ​ບໍ່​ໄດ້​ເປັນ​ເລື່ອງ​ທີ່​ໜ້າ​ອາຍ​ແລະ​ບໍ່​ໄດ້​ເປັນ​ການ​ເຮັດ​ຜິດ​ຮ້າຍແຮງ.—1 ກຣ. 5:1, 2, 13

14. ໂປໂລ​ສະແດງ​ຄວາມ​ເມດຕາ​ຕໍ່​ຜູ້​ທີ່​ຖືກ​ຕັດ​ສຳພັນ​ແນວ​ໃດ ແລະ​ຍ້ອນ​ຫຍັງ? (2 ໂກຣິນໂທ 2:5-8, 11)

14 ເມື່ອ​ເວລາ​ຜ່ານ​ໄປ ໂປໂລ​ໄດ້​ຮູ້​ວ່າ​ຜູ້​ທີ່​ເຮັດ​ຜິດ​ຮ້າຍແຮງ​ກັບ​ໃຈ​ແທ້ໆ. ເຖິງ​ວ່າ​ຜູ້​ນັ້ນ​ຈະ​ເຮັດ​ໃຫ້​ປະຊາຄົມ​ອັບອາຍ​ຫຼາຍ​ປານ​ໃດ​ກໍ​ຕາມ ແຕ່​ໂປໂລ​ກໍ​ບອກ​ຜູ້​ດູ​ແລ​ວ່າ: “ຂ້ອຍ​ບໍ່​ຢາກ​ເວົ້າ​ຫຼາຍ​ເກີນ​ໄປ​ກ່ຽວ​ກັບ​ສິ່ງ​ທີ່​ລາວ​ເຮັດ” ແລະ​ແນະນຳ​ໃຫ້​ຜູ້​ດູ​ແລ “ໃຫ້​ອະໄພ​ແລະ​ປອບ​ໃຈ​ລາວ . . . ເພື່ອ​ລາວ​ຈະ​ບໍ່​ຈົມ​ຢູ່​ກັບ​ຄວາມ​ໂສກ​ເສົ້າ​ຫຼາຍ​ເກີນ​ໄປ.” ເຮົາ​ເຫັນ​ໄດ້​ວ່າ​ໂປໂລ​ສະແດງ​ຄວາມ​ເມດຕາ​ຕໍ່​ຜູ້​ຊາຍ​ຄົນ​ນັ້ນ ແລະ​ບໍ່​ຢາກ​ໃຫ້​ລາວ​ຮູ້ສຶກ​ຜິດ​ຫຼາຍ​ເກີນ​ໄປ​ຈົນ​ເຊົາ​ເຮັດ​ດີ​ແລະ​ບໍ່​ພະຍາຍາມ​ກັບ​ມາ​ຫາ​ພີ່ນ້ອງ​ໃນ​ປະຊາຄົມ.—ອ່ານ 2 ໂກຣິນໂທ 2:5-8, 11

15. ຜູ້​ດູ​ແລ​ຈະ​ສະແດງ​ຄວາມ​ເມດຕາ​ແບບ​ສົມ​ເຫດ​ສົມ​ຜົນ​ແນວ​ໃດ?

15 ຜູ້​ດູ​ແລ​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ໃນ​ການ​ສະແດງ​ຄວາມ​ເມດຕາ​ໂດຍ​ເຮັດ​ແບບ​ສົມ​ເຫດ​ສົມ​ຜົນ. ເຂົາ​ເຈົ້າ​ຕ້ອງ​ສະແດງ​ຄວາມ​ເມດຕາ​ເທົ່າ​ທີ່​ເປັນ​ໄປ​ໄດ້ ແຕ່​ກໍ​ຕ້ອງ​ເຮັດ​ແບບ​ເຄັ່ງ​ຄັດ​ເມື່ອ​ຈຳເປັນ ເພາະ​ຖ້າ​ບໍ່​ເຮັດ​ແບບ​ນີ້​ມັນ​ຈະ​ສົ່ງ​ຜົນ​ເສຍ​ຕໍ່​ທຸກ​ຄົນ​ໃນ​ປະຊາຄົມ. ແລ້ວ​ມີ​ແຕ່​ຜູ້​ດູ​ແລ​ເທົ່າ​ນັ້ນ​ບໍ​ທີ່​ຈະ​ສະແດງ​ຄວາມ​ເມດຕາ?

ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ສະແດງ​ຄວາມ​ເມດຕາ?

16. ຕາມ​ສຸພາສິດ 21:13 ພະ​ເຢໂຫວາ​ຈະ​ເຮັດ​ແນວ​ໃດ​ກັບ​ຜູ້​ທີ່​ບໍ່​ເມດຕາ​ຄົນ​ອື່ນ?

16 ເຮົາ​ທຸກ​ຄົນ​ຢາກ​ຮຽນ​ແບບ​ພະ​ເຢໂຫວາ​ໃນ​ການ​ສະແດງ​ຄວາມ​ເມດຕາ ເພາະ​ຖ້າ​ເຮົາ​ບໍ່​ເຮັດ​ແບບ​ນັ້ນ​ພະ​ເຢໂຫວາ​ຈະ​ບໍ່​ຟັງ​ຄຳ​ອະທິດຖານ​ຂອງ​ເຮົາ. (ອ່ານ​ສຸພາສິດ 21:13) ດັ່ງ​ນັ້ນ ເພື່ອ​ພະ​ເຢໂຫວາ​ຈະ​ຟັງ​ຄຳ​ອະທິດຖານ​ຂອງ​ເຮົາ ເຮົາ​ກໍ​ຕ້ອງ​ສະແດງ​ຄວາມ​ເມດຕາ​ຕໍ່​ຄົນ​ອື່ນ​ໂດຍ​ຟັງ​ພີ່ນ້ອງ​ທີ່​ທຸກ​ໃຈ​ລະບາຍ​ຄວາມ​ຮູ້ສຶກ​ແລະ​ຟັງ “ສຽງ​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຂອງ​ຄົນ​ທີ່​ຕ່ຳ​ຕ້ອຍ.” ນອກ​ຈາກ​ນັ້ນ ຄຳພີ​ໄບເບິນ​ຍັງ​ບອກ​ວ່າ: “ຄົນ​ທີ່​ບໍ່​ເມດຕາ​ຈະ​ຖືກ​ຕັດສິນ​ແບບ​ບໍ່​ມີ​ຄວາມ​ເມດຕາ.” (ຢກບ. 2:13) ດັ່ງ​ນັ້ນ ຖ້າ​ເຮົາ​ຢາກ​ໄດ້ ຄວາມ​ເມດຕາ​ຈາກ​ຄົນ​ອື່ນ ເຮົາ​ກໍ​ຕ້ອງ​ສະແດງ ຄວາມ​ເມດຕາ​ຕໍ່​ຄົນ​ອື່ນ​ຄື​ກັນ ແລະ​ຜູ້​ທີ່​ເຮົາ​ຄວນ​ຈະ​ສະແດງ​ຄວາມ​ເມດຕາ​ເປັນ​ພິເສດ​ກໍ​ຄື​ຜູ້​ທີ່​ກັບ​ມາ​ເປັນ​ພະຍານ​ພະ​ເຢໂຫວາ​ອີກ.

17. ກະສັດ​ດາວິດ​ສະແດງ​ຄວາມ​ເມດຕາ​ແນວ​ໃດ?

17 ໃນ​ຄຳພີ​ໄບເບິນ​ມີ​ຕົວຢ່າງ​ຂອງ​ຫຼາຍ​ຄົນ​ທີ່​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ວ່າ​ການ​ສະແດງ​ຄວາມ​ເມດຕາ​ແລະ​ບໍ່​ສະແດງ​ຄວາມ​ເມດຕາ​ເປັນ​ແນວ​ໃດ. ຕົວຢ່າງ​ເຊັ່ນ: ເລື່ອງ​ຂອງ​ກະສັດ​ດາວິດ ເຖິງ​ວ່າ​ກະສັດ​ຊາອູນ​ຈະ​ພະຍາຍາມ​ຂ້າ​ດາວິດ​ຕັ້ງ​ຫຼາຍ​ເທື່ອ ແຕ່​ດາວິດ​ກໍ​ສະແດງ​ຄວາມ​ເມດຕາ​ຕໍ່​ຊາອູນ​ໂດຍ​ບໍ່​ຄິດ​ແກ້ແຄ້ນ ຍ້ອນ​ລາວ​ຮູ້​ວ່າ​ຊາອູນ​ເປັນ​ຜູ້​ທີ່​ພະ​ເຢໂຫວາ​ແຕ່ງ​ຕັ້ງ.—1 ຊາມ. 24:9-12, 18, 19

18-19. ມີ​ຕອນ​ໃດ​ແດ່​ທີ່​ດາວິດ​ບໍ່​ໄດ້​ສະແດງ​ຄວາມ​ເມດຕາ?

18 ແຕ່​ດາວິດ​ກໍ​ບໍ່​ໄດ້​ສະແດງ​ຄວາມ​ເມດຕາ​ທຸກ​ເທື່ອ. ຕົວຢ່າງ​ເຊັ່ນ: ຕອນ​ທີ່​ນາ​ບານ​ເວົ້າ​ດູຖູກ​ດາວິດ​ແລະ​ທະຫານ​ຂອງ​ລາວ. ດາວິດ​ກໍ​ໃຈ​ຂຶ້ນ​ຫຼາຍ​ແລະ​ຢາກ​ຈະ​ຂ້າ​ທັງ​ນາ​ບານ​ແລະ​ຜູ້​ຊາຍ​ທຸກ​ຄົນ​ທີ່​ຢູ່​ໃນ​ເຮືອນ​ລາວ​ໃຫ້​ໝົດ. ແຕ່​ອາບີຄາລີ​ເມຍ​ນາ​ບານ​ກໍ​ມາ​ຫ້າມ​ດາວິດ​ໄວ້​ທັນ​ເພື່ອ​ບໍ່​ໃຫ້​ດາວິດ​ເຮັດ​ຜິດ​ຮ້າຍແຮງ.—1 ຊາມ. 25:9-22, 32-35

19 ຍັງ​ມີ​ອີກ​ເທື່ອ​ໜຶ່ງ​ທີ່​ດາວິດ​ບໍ່​ໄດ້​ສະແດງ​ຄວາມ​ເມດຕາ. ຕົວຢ່າງ​ເຊັ່ນ: ເມື່ອ​ນາທານ​ເລົ່າ​ເລື່ອງ​ຄົນ​ລວຍ​ລັກ​ແກະ​ຂອງ​ຄົນ​ທຸກ​ຍາກ ດາວິດ​ກໍ​ໃຈ​ຂຶ້ນ​ແລະ​ບອກ​ວ່າ: “ເຮົາ​ສາບານ​ຕໍ່​ພະ​ເຢໂຫວາ​ຜູ້​ມີ​ຊີວິດ​ຢູ່​ວ່າ ຜູ້​ຊາຍ​ຄົນ​ນີ້​ຕ້ອງ​ຕາຍ!” (2 ຊາມ. 12:1-6, ລ.ມ.) ນີ້​ເປັນ​ການ​ຕັດສິນ​ທີ່​ໂຫດ​ຮ້າຍ​ແທ້ໆ ເພາະ​ດາວິດ​ກໍ​ຮູ້ຈັກ​ກົດໝາຍ​ຂອງ​ພະ​ເຢໂຫວາ​ດີ​ຢູ່​ແລ້ວ​ວ່າ ຖ້າ​ຜູ້​ໃດ​ລັກ​ເຄື່ອງ​ຂອງ​ຄົນ​ອື່ນ​ຈະ​ຕ້ອງ​ໄດ້​ສົ່ງ​ຄືນ 4 ເທົ່າ ບໍ່​ແມ່ນ​ຖືກ​ປະຫານ​ຊີວິດ. (ອົບ. 22:1) ແລ້ວ​ທີ່​ນາທານ​ເລົ່າ​ຕົວຢ່າງ​ປຽບ​ທຽບ​ແບບ​ນີ້​ກໍ​ເພື່ອ​ຢາກ​ໃຫ້​ດາວິດ​ເຫັນ​ວ່າ​ສິ່ງ​ທີ່​ລາວ​ເຮັດ​ມັນ​ເປັນ​ການ​ເຮັດ​ຜິດ​ຮ້າຍແຮງ. ຈາກ​ເລື່ອງ​ນີ້​ເຮົາ​ເຫັນ​ວ່າ ພະ​ເຢໂຫວາ​ສະແດງ​ຄວາມ​ເມດຕາ​ຕໍ່​ດາວິດ​ຫຼາຍ​ກວ່າ​ທີ່​ດາວິດ​ສະແດງ​ຄວາມ​ເມດຕາ​ຕໍ່​ຜູ້​ຊາຍ​ທີ່​ລັກ​ແກະ​ໃນ​ຕົວຢ່າງ​ປຽບ​ທຽບ​ຂອງ​ນາທານ.—2 ຊາມ. 12:7-13

ກະສັດ​ດາວິດ​ບໍ່​ໄດ້​ສະແດງ​ຄວາມ​ເມດຕາ​ຕໍ່​ຜູ້​ຊາຍ​ທີ່​ຢູ່​ໃນ​ຕົວຢ່າງ​ປຽບ​ທຽບ​ຂອງ​ນາທານ. (ເບິ່ງ​ຂໍ້ 19-20) *

20. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ດາວິດ?

20 ເຮົາ​ສັງເກດ​ເຫັນ​ວ່າ​ຕອນ​ທີ່​ດາວິດ​ໃຈ​ຮ້າຍ ລາວ​ໄດ້​ຕັດສິນ​ໃຈ​ວ່າ​ຈະ​ຂ້າ​ນາ​ບານ​ແລະ​ຜູ້​ຊາຍ​ທຸກ​ຄົນ​ທີ່​ຢູ່​ໃນ​ຄອບຄົວ​ຂອງ​ນາ​ບານ ແລະ​ກໍ​ຍັງ​ໄດ້​ຕັດສິນ​ປະຫານ​ຊີວິດ​ຜູ້​ຊາຍ​ທີ່​ຢູ່​ໃນ​ຕົວຢ່າງ​ປຽບ​ທຽບ​ຂອງ​ນາທານ. ແລ້ວ​ເປັນ​ຫຍັງ​ເລື່ອງ​ລັກ​ແກະ​ຊື່ໆ ດາວິດ​ທີ່​ເປັນ​ຄົນ​ໃຈ​ດີ​ຄື​ຕັດສິນ​ໂຫດ​ຮ້າຍ​ແບບ​ນີ້? ກໍ​ຍ້ອນ​ວ່າ​ຕອນ​ນັ້ນ​ລາວ​ກະວົນກະວາຍ​ໃຈ​ຍ້ອນ​ລາວ​ໄປ​ເຮັດ​ຜິດ​ມາ. ເຫັນ​ບໍ​ວ່າ ຖ້າ​ເຮົາ​ຕັດສິນ​ຄົນ​ອື່ນ​ແບບ​ໂຫດ​ຮ້າຍ ກໍ​ສະແດງ​ວ່າ​ຕອນ​ນັ້ນ​ເຮົາ​ກຳລັງ​ມີ​ບັນຫາ​ທາງ​ດ້ານ​ຄວາມ​ເຊື່ອ. ພະ​ເຢຊູ​ຈຶ່ງ​ບອກ​ເຮົາ​ວ່າ: “ໃຫ້​ເຊົາ​ຕັດສິນ​ຄົນ​ອື່ນ ເພື່ອ​ພະເຈົ້າ​ຈະ​ບໍ່​ຕັດສິນ​ພວກ​ເຈົ້າ ເພາະ​ພວກ​ເຈົ້າ​ຕັດສິນ​ຄົນ​ອື່ນ​ແນວ​ໃດ ພະເຈົ້າ​ກໍ​ຈະ​ຕັດສິນ​ພວກ​ເຈົ້າ​ແນວ​ນັ້ນ.” (ມທ. 7:1, 2) ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ​ທຸກ​ຄົນ​ຢ່າ​ຕັດສິນ​ຄົນ​ອື່ນ​ແບບ​ໂຫດ​ຮ້າຍ ແຕ່​ໃຫ້​ເຮົາ​ມີ “ຄວາມ​ເມດຕາ​ທີ່​ລົ້ນ​ເຫຼືອ” ຄື​ກັບ​ພະ​ເຢໂຫວາ.

21-22. ເຮົາ​ຈະ​ສະແດງ​ຄວາມ​ເມດຕາ​ໂດຍ​ເຮັດ​ຫຍັງ​ແດ່?

21 ຄວາມ​ເມດຕາ​ບໍ່​ໄດ້​ເປັນ​ພຽງ​ແຕ່​ຄວາມ​ຮູ້ສຶກ​ຊື່ໆ ແຕ່​ເປັນ​ການ​ທີ່​ເຮົາ “ລົງ​ມື​ຊ່ວຍ​ເຫຼືອ​ຄົນ​ອື່ນ​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ.” ແລ້ວ​ເຮົາ​ຈະ​ສະແດງ​ຄວາມ​ເມດຕາ​ຕໍ່​ຄົນ​ອື່ນ​ແນວ​ໃດ? ໃຫ້​ເຮົາ​ຄິດ​ເຖິງ​ຄົນ 3 ກຸ່ມ​ນີ້: (1) ຄົນ​ໃນ​ຄອບຄົວ (2) ພີ່ນ້ອງ​ໃນ​ປະຊາຄົມ (3) ຄົນ​ໃນ​ສັງຄົມ. ຈາກ​ນັ້ນ​ໃຫ້​ເຮົາ​ຖາມ​ຕົວ​ເອງ​ວ່າ ມີ​ໃຜ​ບໍ​ທີ່​ຕ້ອງການ​ກຳລັງ​ໃຈ? ມີ​ໃຜ​ບໍ​ທີ່​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ ເຊັ່ນ ເລື່ອງ​ອາຫານ​ການ​ກິນ​ແລະ​ສິ່ງ​ຈຳເປັນ​ອື່ນໆ? ເຮົາ​ຈະ​ໃຫ້​ກຳລັງ​ໃຈ​ຜູ້​ທີ່​ກັບ​ມາ​ເປັນ​ພີ່ນ້ອງ​ຂອງ​ເຮົາ​ໄດ້​ບໍ? ແລະ​ມີ​ໃຜ​ແດ່​ທີ່​ເຮົາ​ຈະ​ປະກາດ​ຂ່າວ​ດີ​ນຳ​ໄດ້? ເພາະ​ວ່າ​ການ​ປະກາດ​ຂ່າວ​ດີ​ເປັນ​ວິທີ​ທີ່​ດີ​ທີ່​ສຸດ​ທີ່ເຮົາ​ຈະ​ສະແດງ​ຄວາມ​ເມດຕາ​ຕໍ່​ຄົນ​ອື່ນ.—ໂຢບ 29:12, 13; ຣມ. 10:14, 15; ຢກບ. 1:27

22 ເມື່ອ​ເຮົາ​ສັງເກດ​ເຫັນ​ວ່າ​ຄົນ​ອື່ນ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ​ຫຍັງ​ແດ່ ເຮົາ​ກໍ​ແຮ່ງ​ຈະ​ມີ​ໂອກາດ​ທີ່​ຈະ​ສະແດງ​ຄວາມ​ເມດຕາ​ໄດ້ ແລະ​ເມື່ອ​ເຮົາ​ເຮັດ​ແບບ​ນີ້ ພະ​ເຢໂຫວາ​ພະເຈົ້າ​ຜູ້​ທີ່​ມີ ‘ຄວາມ​ເມດຕາ​ລົ້ນ​ເຫຼືອ’ ກໍ​ຈະ​ດີ​ໃຈ​ແລະ​ພໍ​ໃຈ​ເຮົາ!

ເພງ 43 ຄຳ​ອະທິດຖານ​ຂອບໃຈ

^ ຂໍ້ 5 ຄວາມ​ເມດຕາ​ເປັນ​ຄຸນ​ລັກສະນະ​ທີ່​ສຳຄັນ​ຂອງ​ພະ​ເຢໂຫວາ ແລະ​ເຮົາ​ທຸກ​ຄົນ​ກໍ​ຢາກ​ຈະ​ຮຽນ​ແບບ​ຄຸນ​ລັກສະນະ​ນີ້. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ມາ​ເບິ່ງ​ວ່າ​ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ສະແດງ​ຄວາມ​ເມດຕາ ການ​ຕັດ​ສຳພັນ​ສະແດງ​ເຖິງ​ຄວາມ​ເມດຕາ​ຂອງ​ພະ​ເຢໂຫວາ​ແນວ​ໃດ ແລະ​ເຮົາ​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ໄດ້​ແນວ​ໃດ​ໃນ​ເລື່ອງ​ນີ້.

^ ຂໍ້ 11 ຜູ້​ທີ່​ກັບ​ມາ​ເປັນ​ພະຍານ​ພະ​ເຢໂຫວາ​ຈະ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະເຢໂຫວາ​ໄດ້​ແນວ​ໃດ​ແລະ​ຜູ້​ດູ​ແລ​ຈະ​ຊ່ວຍ​ເຂົາ​ເຈົ້າ​ແນວ​ໃດ? ໃຫ້​ເບິ່ງ​ບົດ​ຄວາມ​ທີ່​ຊື່​ວ່າ “ສ້າງ​ສາຍ​ສຳພັນ​ກັບ​ພະ​ເຢໂຫວາ​ໃໝ່” ໃນ​ຫໍສັງເກດການ ສະບັບ​ນີ້.

^ ຂໍ້ 60 ຄຳ​ອະທິບາຍ​ຮູບ​ພາບ: ຕອນ​ທີ່​ພໍ່​ຢູ່​ເທິງ​ດາດ​ຟ້າ ແລ້ວ​ແນມ​ເຫັນ​ລູກ​ກຳລັງ​ເດີນ​ທາງ​ກັບ​ມາ​ບ້ານ. ລາວ​ກໍ​ຮີບ​ແລ່ນ​ລົງ​ມາ​ຕ້ອນຮັບ​ລູກ​ດ້ວຍ​ຄວາມ​ອົບອຸ່ນ.

^ ຂໍ້ 64 ຄຳ​ອະທິບາຍ​ຮູບ​ພາບ: ຍ້ອນ​ກະສັດ​ດາວິດ​ກະວົນກະວາຍ​ໃຈ​ແລະ​ຮູ້ສຶກ​ຜິດ ລາວ​ຈຶ່ງ​ໃຈ​ຂຶ້ນ​ແລະ​ຕັດສິນ​ຜູ້​ຊາຍ​ທີ່​ຢູ່​ໃນ​ຕົວຢ່າງ​ປຽບ​ທຽບ​ຂອງ​ນາທານ​ວ່າ ຜູ້​ນັ້ນ​ຕ້ອງ​ຖືກ​ປະຫານ​ຊີວິດ.