ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

1921—ໜຶ່ງ​ຮ້ອຍ​ປີ​ແລ້ວ

1921—ໜຶ່ງ​ຮ້ອຍ​ປີ​ແລ້ວ

“ຫໍສັງເກດການ 1 ມັງກອນ 1921 ມີ​ຄຳຖາມ​ທີ່​ຖາມ​ນັກ​ສຶກສາ​ຄຳພີ​ໄບເບິນ​ຫຼື​ພະຍານ​ພະ​ເຢໂຫວາ​ວ່າ: ‘ວຽກ​ຫຼັກ​ທີ່​ເຮົາ​ຈະ​ເຮັດ​ໃນ​ປີ​ນີ້​ແມ່ນ​ວຽກ​ຫຍັງ?’ ” ຄຳຕອບ​ນີ້​ຢູ່​ໃນ​ເອຊາອີ 61:1, 2, ລ.ມ. ບອກ​ວ່າ: “ພະ​ເຢໂຫວາ​ແຕ່ງ​ຕັ້ງ​ຂ້ອຍ​ໃຫ້​ປະກາດ​ຂ່າວ​ດີ​ກັບ​ຄົນ​ອ່ອນ​ນ້ອມ . . . ໃຫ້​ປະກາດ​ປີ​ທີ່​ພະ​ເຢໂຫວາ​ຈະ​ເມດຕາ​ເປັນ​ພິເສດ ປະກາດ​ມື້​ທີ່​ພະເຈົ້າ​ຂອງ​ເຮົາ​ຈະ​ລົງໂທດ.”

ຜູ້​ປະກາດ​ທີ່​ກ້າຫານ

ນັກ​ສຶກສາ​ຄຳພີ​ໄບເບິນ​ຕ້ອງ​ກ້າຫານ​ຫຼາຍ​ແທ້ໆ​ເພື່ອ​ທີ່​ຈະ​ປະກາດ ເພາະ​ເຂົາ​ເຈົ້າ​ຈະ​ບໍ່​ໄດ້​ປະກາດ “ຂ່າວ​ດີ” ກັບ​ຄົນ​ທີ່​ອ່ອນ​ນ້ອມ​ເທົ່າ​ນັ້ນ ແຕ່​ຍັງ​ຈະ​ໄດ້​ປະກາດ “ມື້​ທີ່​ພະເຈົ້າ​ລົງໂທດ” ຄົນ​ຊົ່ວ​ນຳ.

ພີ່ນ້ອງ​ຈອນ ເຮັນຣີ ຮ໋ອດສ໌ກິນ ທີ່​ຢູ່​ການາດາ​ເປັນ​ຜູ້​ປະກາດ​ທີ່​ກ້າຫານ​ຫຼາຍ. ຕອນ​ທີ່​ລາວ​ໄປ​ປະກາດ​ໃນ​ປີ 1921 ລາວ​ໄດ້​ເຈິ​ກັບ​ອາຈານ​ຂອງ​ສາສະໜາ​ຄລິດສະຕຽນ​ນິກາຍ​ເມໂທດິດ. ຮ໋ອດສ໌ກິນ​ໄດ້​ເລີ່ມ​ລົມ​ກັບ​ອາຈານ​ຄົນ​ນັ້ນ​ວ່າ: “ເຖິງ​ເຮົາ​ຈະ​ມີ​ຄວາມ​ເຂົ້າ​ໃຈ​ໃນ​ຄຳພີ​ໄບເບິນ​ບໍ່​ຄື​ກັນ ແຕ່​ເຮົາ​ກໍ​ຄື​ຊິ​ເປັນ​ໝູ່​ກັນ​ໄດ້​ເນາະ!” ແຕ່​ກໍ​ບໍ່​ໄດ້​ເປັນ​ແບບ​ນັ້ນ ເພາະ​ຮ໋ອດສ໌ກິນ​ບອກ​ວ່າ: “ຫຼັງ​ຈາກ​ທີ່​ເຮົາ​ລົມ​ກັນ​ສອງ​ສາມ​ນາທີ ອາຈານ​ຜູ້​ນັ້ນ​ກໍ​ໄດ້​ຕົບ​ປະຕູ​ບັກ​ແຮງໆ ຈົນ​ແກ້ວ​ທີ່​ຢູ່​ໃນ​ປະຕູ​ເກືອບ​ແຕກ.”

ອາຈານ​ຄົນ​ນັ້ນ​ຮ້ອງ​ໃສ່​ພີ່ນ້ອງ​ຮ໋ອດສ໌ກິນ​ວ່າ: “ຊິ​ມາ​ເວົ້າ​ກັບ​ຂ້ອຍ​ເຮັດ​ຫຍັງ ຄື​ບໍ່​ໄປ​ເວົ້າ​ກັບ​ພວກ​ທີ່​ບໍ່​ແມ່ນ​ຄລິດສະຕຽນ​ພຸ້ນ!” ແລ້ວ​ພີ່ນ້ອງ​ຮ໋ອດສ໌ກິນ​ກໍ​ບໍ່​ໄດ້​ເວົ້າ​ຫຍັງ ມີ​ແຕ່​ຄິດ​ໃນ​ໃຈ​ວ່າ: ‘ຂ້ອຍ​ກໍ​ກຳລັງ​ເວົ້າ​ລະ​ເດ!’

ຕອນ​ທີ່​ອາຈານ​ຜູ້​ນີ້​ເທດ​ໃນ​ໂບດ​ໃນ​ມື້​ຕໍ່​ມາ ລາວ​ກໍ​ໄດ້​ເວົ້າ​ບໍ່​ດີ​ກ່ຽວ​ກັບ​ພີ່ນ້ອງ​ຮ໋ອດສ໌ກິນ. ພີ່ນ້ອງ​ຮ໋ອດສ໌ກິນ​ບອກ​ວ່າ: “ອາຈານ​ຜູ້​ນີ້​ໄດ້​ເຕືອນ​ຄົນ​ໃນ​ໂບດ​ວ່າ​ຂ້ອຍ​ເປັນ​ນັກ​ຕົ້ມ​ຕຸ໋ນ​ທີ່​ອັນຕະລາຍ​ທີ່​ສຸດ​ໃນ​ເມືອງ​ນີ້​ແລະ​ຂ້ອຍ​ສົມຄວນ​ຕາຍ.” ແຕ່​ເຖິງ​ຢ່າງ​ນັ້ນ ພີ່ນ້ອງ​ຮ໋ອດສ໌ກິນ​ກໍ​ບໍ່​ຢ້ານ ລາວ​ຍັງ​ປະກາດ​ຕໍ່ໆ​ໄປ. ລາວ​ບອກ​ວ່າ: “ຂ້ອຍ​ດີ​ໃຈ​ຫຼາຍ​ແທ້ໆ​ທີ່​ໄດ້​ປະກາດ​ຢູ່​ນີ້. ບາງ​ຄົນ​ເຖິງ​ຂັ້ນ​ບອກ​ວ່າ ‘ເຈົ້າ​ເປັນ​ຄົນ​ຂອງ​ພະເຈົ້າ​ແທ້ໆ!’ ແຖມ​ເຂົາ​ເຈົ້າ​ຍັງ​ໄດ້​ສະເໜີ​ທີ່​ຈະ​ໃຫ້​ສິ່ງ​ຈຳເປັນ​ກັບ​ຂ້ອຍ​ນຳ.”

ສຶກສາ​ສ່ວນ​ຕົວ​ແລະ​ສຶກສາ​ກັບ​ຄອບຄົວ

ນັກ​ສຶກສາ​ຄຳພີ​ໄບເບິນ​ຫຼື​ພະຍານ​ພະ​ເຢໂຫວາ​ໄດ້​ຈັດ​ກຽມ​ຫຼັກ​ສູດ​ການ​ສຶກສາ​ພະ​ຄຳພີ​ໃນ​ປຶ້ມ​ເດິ ໂກເດິນ ເອຈ (The Golden Age). * ເພື່ອ​ຈະ​ຊ່ວຍ​ນັກ​ສຶກສາ​ໃຫ້​ກ້າວ​ໜ້າ​ຫຼາຍ​ຂຶ້ນ. ໃນ​ນັ້ນ ໄດ້​ມີ​ຫຼັກ​ສູດ​ການ​ສອນ​ພະ​ຄຳພີ​ສຳລັບ​ເດັກ​ນ້ອຍ​ນຳ ເຊິ່ງ​ຈະ​ມີ​ຫຼາຍ​ຄຳຖາມ​ທີ່​ພໍ່​ແມ່​ສາມາດ​ລົມ​ກັບ​ລູກ​ໄດ້. ພໍ່​ແມ່​ອາດ​ຈະ​ຖາມ​ຄຳຖາມ​ໃນ​ປຶ້ມ​ນັ້ນ​ກັບ​ລູກ​ແລະ​ຊ່ວຍ​ລູກ​ໃຫ້​ຫາ​ຄຳຕອບ​ຈາກ​ຄຳພີ​ໄບເບິນ. ຕົວຢ່າງ​ເຊັ່ນ: ເຂົາ​ເຈົ້າ​ອາດ​ຈະ​ຖາມ​ຄຳ​ສອນ​ພື້ນຖານ​ທີ່​ວ່າ “ຄຳພີ​ໄບເບິນ​ປະກອບ​ມີ​ຈັກ​ພະທຳ?” ຫຼື​ອາດ​ຈະ​ຖາມ​ວ່າ “ຄລິດສະຕຽນ​ຄວນ​ກຽມ​ພ້ອມ​ສຳລັບ​ການ​ຂົ່ມເຫງ​ບໍ?” ເຊິ່ງ​ຈະ​ເປັນ​ການ​ກຽມ​ລູກ​ໃຫ້​ເປັນ​ຜູ້​ປະກາດ​ທີ່​ກ້າຫານ.

ນອກ​ຈາກ​ນັ້ນ ຍັງ​ມີ​ຫຼັກ​ສູດ​ສຳລັບ​ຜູ້​ທີ່​ຢາກ​ຮຽນ​ຮູ້​ກ່ຽວກັບ​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ. ເຂົາ​ເຈົ້າ​ຈະ​ໄດ້​ຮຽນ​ປຶ້ມ​ແຜນການ​ຂອງ​ພະເຈົ້າ​ກ່ຽວ​ກັບ​ຍຸກ​ຕ່າງໆ​ເຊິ່ງ​ປຶ້ມ​ນັ້ນ​ມີ​ຂໍ້ມູນ​ມາ​ຈາກ​ປຶ້ມ​ການ​ສຶກສາ​ພະ​ຄຳພີ ເຫຼັ້ມ​ທີ​ໜຶ່ງ. ຫຼາຍ​ພັນ​ຄົນ​ໄດ້​ຮັບ​ປະໂຫຍດ​ຈາກ​ຫຼັກ​ສູດ​ເຫຼົ່າ​ນີ້. ແຕ່​ໃນ​ປຶ້ມ​ເດິ ໂກເດິນ ເອຈ ວັນ​ທີ 21 ທັນວາ 1921 ໄດ້​ປະກາດ​ວ່າຫຼັກ​ສູດ​ເຫຼົ່າ​ນີ້​ໄດ້​ຖືກ​ຍົກ​ເລີກ​ແລ້ວ. ເປັນ​ຫຍັງ​ຈຶ່ງ​ຍົກ​ເລີກ?

ປຶ້ມ​ໃໝ່!

ປຶ້ມ​ເດິ ຫາບ ອ໋ອບ ກອດ

ບັດ​ມອບ​ໝາຍ​ການ​ອ່ານ

ບັດ​ຄຳຖາມ

ຜູ້​ທີ່​ນຳ​ໜ້າ​ຮູ້​ດີ​ວ່າ​ນັກ​ສຶກສາ​ຈຳເປັນ​ຕ້ອງ​ຮຽນ​ຄຳພີ​ໄບເບິນ​ເປັນ​ລະບົບ. ດັ່ງ​ນັ້ນ ໃນ​ເດືອນ​ພະຈິກ ປີ 1921 ຈຶ່ງ​ມີ​ການ​ອອກ​ປຶ້ມ​ເດິ ຫາບ ອ໋ອບ ກອດ (The Harp of God). ຜູ້​ທີ່​ສົນ​ໃຈ​ແລະ​ຮັບ​ເອົາ​ປຶ້ມ​ນີ້​ຈະ​ຖືກ​ເຊີນ​ໃຫ້​ເຂົ້າ​ຮ່ວມ​ຫຼັກ​ສູດ​ການ​ສຶກສາ​ດ້ວຍ​ຕົວ​ເອງ. ຫຼັກ​ສູດ​ນີ້​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຮູ້​ວ່າ “ພະເຈົ້າ​ມີ​ແຜນການ​ແນວ​ໃດ​ເພື່ອ​ຈະ​ໃຫ້​ມະນຸດ​ມີ​ຊີວິດ​ຕະຫຼອດ​ໄປ.” ແລ້ວ​ຫຼັກ​ສູດ​ນີ້​ຮຽນ​ແນວ​ໃດ?

ຜູ້​ທີ່​ຮັບ​ເອົາ​ປຶ້ມ​ເດິ ຫາບ ອ໋ອບ ກອດ ຈະ​ໄດ້​ຮັບ​ບັດ​ນ້ອຍໆ​ທີ່​ບອກ​ໃຫ້​ຮູ້​ວ່າ​ຈະ​ຕ້ອງ​ຄົ້ນ​ຄວ້າ​ບົດ​ໃດ. ແລະ​ໃນ​ອາທິດ​ຕໍ່​ໄປ ເຂົາ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ບັດ​ຄຳຖາມ​ທີ່​ຖາມ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ອ່ານ​ໄປ​ແລ້ວ ແລະ​ໃນ​ທ້າຍ​ຂອງ​ບັດ​ນັ້ນ​ກໍ​ຈະ​ບອກ​ບົດ​ທີ່​ເຂົາ​ເຈົ້າ​ຕ້ອງ​ຄົ້ນ​ຄວ້າ​ສຳລັບ​ອາທິດ​ຕໍ່​ໄປ​ອີກ.

ພີ່ນ້ອງ​ໃນ​ປະຊາຄົມ​ຈະ​ສົ່ງ​ບັດ​ຄຳຖາມ​ໃຫ້​ນັກ​ສຶກສາ​ທາງ​ໄປສະນີ​ເປັນ​ເວລາ 12 ອາທິດ. ສ່ວນ​ຫຼາຍ​ຜູ້​ທີ່​ສົ່ງ​ບັດ​ນີ້​ຈະ​ແມ່ນ​ພີ່ນ້ອງ​ທີ່​ສູງ​ອາຍຸ​ຫຼື​ພີ່ນ້ອງ​ທີ່​ມີ​ຂີດ​ຈຳກັດ. ຕົວຢ່າງ​ເຊັ່ນ: ແອນນາ ແຄັດເທີຣີນ ກາດ​ເນີ ຈາກ​ເມືອງ​ມິນເວວ ລັດ​ເພັນຊິນເວເນຍ ສະຫະລັດ​ອາເມຣິກາ​ໄດ້​ບອກ​ວ່າ: “ເມື່ອ​ປຶ້ມ​ເດິ ຫາບ ອ໋ອບ ກອດ ອອກ​ມາ​ແລ້ວ ກໍ​ເຮັດ​ໃຫ້​ເອື້ອຍ​ຂ້ອຍ​ທີ່​ຊື່​ເທວ​ເຊິ່ງ​ເປັນ​ຄົນ​ພິການ​ໄດ້​ເຮັດ​ວຽກ​ປະກາດ​ຫຼາຍ​ຂຶ້ນ ໂດຍ​ສົ່ງ​ບັດ​ຄຳຖາມ​ໃຫ້​ນັກ​ສຶກສາ​ທຸກ​ອາທິດ.” ຫຼັງ​ຈາກ​ຈົບ​ຫຼັກ​ສູດ​ນີ້ ພີ່ນ້ອງ​ໃນ​ປະຊາຄົມ​ກໍ​ຈະ​ໄປ​ຢາມ​ນັກ​ສຶກສາ​ແລະ​ຊ່ວຍ​ລາວ​ໃຫ້​ຮຽນ​ຄຳພີ​ໄບເບິນ​ຕໍ່​ໄປ.

ພີ່ນ້ອງ​ເທວ ກາດ​ເນີ ນັ່ງ​ຢູ່​ລໍ້​ຍູ້

ວຽກ​ຕໍ່​ໄປ

ທ້າຍ​ປີ 1921 ພີ່ນ້ອງ ເຈ ເອັບຟ໌ ຣັດເທີຝອດ​ໄດ້​ສົ່ງ​ຈົດ​ໝາຍ​ໄປ​ຫາ​ພີ່ນ້ອງ​ໃນ​ທຸກ​ປະຊາຄົມ​ວ່າ: “ປີ​ນີ້​ເຮົາ​ໄດ້​ເຮັດ​ວຽກ​ປະກາດ​ໃນ​ຂອບ​ເຂດ​ທີ່​ກວ້າງ​ກວ່າ​ແລະ​ເກີດ​ຜົນ​ຫຼາຍ​ກວ່າ​ປີ​ກ່ອນໆ.” ຈາກ​ນັ້ນ ລາວ​ກໍ​ເວົ້າ​ຕື່ມ​ວ່າ: “ແຕ່​ຍັງ​ມີ​ວຽກ​ອີກ​ຫຼາຍ​ຢ່າງ​ທີ່​ເຮົາ​ຕ້ອງ​ເຮັດ. ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ​ໄປ​ຊວນ​ຄົນ​ອື່ນ​ໃຫ້​ມາ​ຮ່ວມ​ເຮັດ​ວຽກ​ນີ້​ນຳ​ກັນ.” ເຮົາ​ເຫັນ​ວ່າ​ພີ່ນ້ອງ​ໃນ​ສະໄໝ​ນັ້ນ​ໄດ້​ເຮັດ​ຕາມ​ຄຳ​ແນະນຳ​ນີ້​ແທ້ໆ ເພາະ​ໃນ​ປີ 1922 ເຂົາ​ເຈົ້າ​ໄດ້​ປະກາດ​ຢ່າງ​ກ້າຫານ​ໂດຍ​ໂຄສະນາ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ແບບ​ທີ່​ບໍ່​ເຄີຍ​ເຮັດ​ມາ​ກ່ອນ.

^ ຂໍ້ 9 ປີ 1937 ປຶ້ມ​ເດິ ໂກເດິນ ເອຈ ປ່ຽນ​ຊື່​ເປັນ​ຄອນໂຊເລເຊິນ (Consolation) ແລະ​ປີ 1946 ປ່ຽນ​ຊື່​ເປັນ​ຕື່ນ​ເຖີດ!