ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 50

“ຄົນ​ຕາຍ​ຈະ​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ແນວ​ໃດ?”

“ຄົນ​ຕາຍ​ຈະ​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ແນວ​ໃດ?”

“ຄວາມ​ຕາຍ​ເອີຍ ຢູ່​ໃສ​ໄຊ​ຊະນະ​ຂອງ​ເຈົ້າ? ຄວາມ​ຕາຍ​ເອີຍ ພິດ​ສົງ​ຂອງ​ເຈົ້າ​ຫາຍ​ໄປ​ໃສ​ໝົດ?”—1 ກຣ. 15:55

ເພງ 141 ຊີວິດ​ເປັນ​ສິ່ງ​ມະຫັດສະຈັນ

ໃຈ​ຄວາມ​ສຳຄັນ *

1-2. ເປັນ​ຫຍັງ​ຄລິດສະຕຽນ​ທຸກ​ຄົນ​ຄວນ​ສົນ​ໃຈ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ​ເພື່ອ​ໄປ​ສະຫວັນ?

ໃນ​ທຸກ​ມື້​ນີ້​ຜູ້​ຮັບໃຊ້​ພະ​ເຢໂຫວາ​ສ່ວນ​ຫຼາຍ​ມີ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ. ແຕ່​ກໍ​ຍັງ​ມີ​ອີກ​ສ່ວນ​ໜຶ່ງ​ທີ່​ເປັນ​ຜູ້​ຖືກ​ເຈີມ​ເຊິ່ງ​ມີ​ຄວາມ​ຫວັງ​ໄປ​ສະຫວັນ. ຜູ້​ຖືກ​ເຈີມ​ຢາກ​ຮູ້​ວ່າ​ເຂົາ​ເຈົ້າ​ຈະ​ມີ​ຊີວິດ​ແບບ​ໃດ​ໃນ​ສະຫວັນ ແຕ່​ຜູ້​ທີ່​ມີ​ຊີວິດ​ໃນ​ໂລກ​ນີ້​ກໍ​ຢາກ​ຮູ້​ຄື​ກັນ. ດັ່ງ​ທີ່​ເຮົາ​ຈະ​ໄດ້​ຮຽນ​ໃນ​ບົດ​ຄວາມ​ນີ້ ການ​ຄືນ​ມາ​ຈາກ​ຕາຍ​ເພື່ອ​ຈະ​ມີ​ຊີວິດ​ໃນ​ສະຫວັນ​ຈະ​ເຮັດ​ໃຫ້​ຜູ້​ທີ່​ມີ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ໄດ້​ຮັບ​ສິ່ງ​ທີ່​ດີ​ຫຼາຍ​ຢ່າງ. ດັ່ງ​ນັ້ນ ບໍ່​ວ່າ​ເຮົາ​ຈະ​ມີ​ຄວາມ​ຫວັງ​ໃນ​ສະຫວັນ​ຫຼື​ໃນ​ໂລກ ເຮົາ​ກໍ​ຄວນ​ສົນ​ໃຈ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ​ເພື່ອ​ໄປ​ສະຫວັນ.

2 ພະ​ເຢໂຫວາ​ໄດ້​ເຮັດ​ໃຫ້​ລູກສິດ​ບາງ​ຄົນ​ຂອງ​ພະ​ເຢຊູ​ໃນ​ສະຕະວັດ​ທຳອິດ​ຂຽນ​ກ່ຽວ​ກັບ​ການ​ຄືນ​ມາ​ຈາກ​ຕາຍ​ເພື່ອ​ໄປ​ສະຫວັນ. ອັກຄະສາວົກ​ໂຢຮັນ​ຂຽນ​ວ່າ “ຕອນ​ນີ້​ພວກ​ເຮົາ​ເປັນ​ລູກ​ຂອງ​ພະເຈົ້າ​ແລ້ວ ແຕ່​ພວກ​ເຮົາ​ຍັງ​ບໍ່​ຮູ້​ວ່າ​ພວກ​ເຮົາ​ຈະ​ມີ​ສະພາບ​ແບບ​ໃດ​ໃນ​ອະນາຄົດ. ພວກ​ເຮົາ​ຮູ້​ວ່າ​ເມື່ອ​ພະອົງ​ປາກົດ​ຕົວ​ໃຫ້​ພວກ​ເຮົາ​ເຫັນ ພວກ​ເຮົາ​ຈະ​ມີ​ສະພາບ​ຄື​ກັບ​ພະອົງ.” (1 ຢຮ. 3:2) ຄລິດສະຕຽນ​ຜູ້​ຖືກ​ເຈີມ​ບໍ່​ຮູ້​ວ່າ​ເຂົາ​ເຈົ້າ​ຈະ​ມີ​ຮ່າງກາຍ​ແບບ​ໃດ​ເມື່ອ​ຖືກ​ປຸກ​ໃຫ້​ໄປ​ສະຫວັນ ແຕ່​ເຂົາ​ເຈົ້າ​ຈະ​ໄດ້​ເຫັນ​ພະ​ເຢໂຫວາ​ເມື່ອ​ເຂົາ​ເຈົ້າ​ໄດ້​ຮັບ​ລາງວັນ. ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ທຸກ​ຢ່າງ​ກ່ຽວ​ກັບ​ການ​ຄືນ​ມາ​ຈາກ​ຕາຍ​ເພື່ອ​ໄປ​ສະຫວັນ ແຕ່​ອັກຄະສາວົກ​ໂປໂລ​ກໍ​ໃຫ້​ຂໍ້​ມູນ​ບາງ​ຢ່າງ​ກ່ຽວ​ກັບ​ເລື່ອງ​ນີ້. ຜູ້​ຖືກ​ເຈີມ​ຈະ​ຢູ່​ກັບ​ພະ​ເຢຊູ​ຕອນ​ທີ່​ເພິ່ນ​ມາ “ທຳລາຍ​ລັດຖະບານ ຜູ້​ມີ​ອຳນາດ ແລະ​ຜູ້​ມີ​ລິດເດດ​ທັງ​ໝົດ” ນີ້​ລວມ​ເຖິງ “ຄວາມ​ຕາຍ” ເຊິ່ງ​ເປັນ “ສັດຕູ​ໂຕ​ສຸດ​ທ້າຍ” ກໍ​ຈະ​ຖືກ​ທຳລາຍ. ແລະ​ໃນ​ທີ່​ສຸດ​ພະ​ເຢຊູ​ແລະ​ຜູ້​ທີ່​ມາ​ປົກຄອງ​ກັບ​ເພິ່ນ​ຈະ​ຍອມ​ຢູ່​ໃຕ້​ອຳນາດ​ພະ​ເຢໂຫວາ ແລະ​ທຸກ​ສິ່ງ​ທຸກ​ຢ່າງ​ກໍ​ຈະ​ເປັນ​ຂອງ​ພະ​ເຢໂຫວາ. (1 ກຣ. 15:24-28) ຈັ່ງ​ແມ່ນ​ເປັນ​ເວລາ​ທີ່​ດີ​ແທ້ໆ! *

3. ຕາມ 1 ໂກຣິນໂທ 15:30-32 ຄວາມ​ເຊື່ອ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ​ຊ່ອຍ​ໂປໂລ​ແນວ​ໃດ?

3 ຄວາມ​ເຊື່ອ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ​ຊ່ອຍ​ໂປໂລ​ໃຫ້​ອົດ​ທົນ​ກັບ​ຄວາມ​ຍາກ​ລຳບາກ​ຫຼາຍ​ຢ່າງ. (ອ່ານ 1 ໂກຣິນໂທ 15:30-32) ລາວ​ບອກ​ພີ່ນ້ອງ​ໃນ​ເມືອງ​ໂກຣິນໂທ​ວ່າ: “ຂ້ອຍ​ເອງ​ປະເຊີນ​ໜ້າ​ກັບ​ຄວາມ​ຕາຍ​ຢູ່​ທຸກ​ມື້” ແລະ “ຂ້ອຍ​ສູ້​ກັບ​ສັດ​ຮ້າຍ​ຢູ່​ເມືອງ​ເອເຟໂຊ.” ລາວ​ອາດ​ໝາຍ​ເຖິງ​ການ​ຕໍ່​ສູ້​ກັບ​ສັດ​ຮ້າຍ​ແທ້ໆທີ່​ຢູ່​ໃນ​ສະ​ໜາມ​ກິລາ​ໃນ​ເມືອງ​ເອເຟໂຊ. (2 ກຣ. 1:8; 4:10; 11:23) ຫຼື​ລາວ​ອາດ​ໝາຍ​ເຖິງ​ຄົນ​ຢິວ​ແລະ​ຄົນ​ອື່ນໆ​ເຊິ່ງ​ເປັນ​ຄື​ກັບ “ສັດ​ຮ້າຍ” ທີ່​ຕໍ່​ຕ້ານ​ລາວ. (ກຈກ. 19:26-34; 1 ກຣ. 16:9) ເຖິງ​ວ່າ​ໂປໂລ​ຈະ​ເຈິ​ກັບ​ຄວາມ​ທຸກ​ຫຼາຍ​ຢ່າງ ແຕ່​ລາວ​ກໍ​ຍັງ​ໝັ້ນ​ໃຈ​ວ່າ​ລາວ​ຈະ​ມີ​ຄວາມ​ສຸກ​ໃນ​ອະນາຄົດ.—2 ກຣ. 4:16-18

ຄອບຄົວ​ໜຶ່ງ​ຢູ່​ໃນ​ປະເທດ​ທີ່​ບໍ່​ສາມາດ​ປະກາດ​ໄດ້​ຢ່າງ​ເປີດ​ເຜີຍ ແຕ່​ເຂົາ​ເຈົ້າ​ຍັງ​ນະມັດສະການ​ພະ​ເຢໂຫວາ​ຕໍ່​ໄປ​ເພາະ​ເຊື່ອ​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ສິ່ງ​ດີໆໃນ​ອະນາຄົດ (ເບິ່ງ​ຂໍ້ 4)

4. ຄວາມ​ຫວັງ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ​ຊ່ອຍ​ຄລິດສະຕຽນ​ໃນ​ທຸກ​ມື້​ນີ້​ແນວ​ໃດ? (ເບິ່ງ​ຮູບ​ໜ້າ​ປົກ)

4 ເຮົາ​ຢູ່​ໃນ​ສະໄໝ​ທີ່​ອັນຕະລາຍ​ຫຼາຍ. ສັງຄົມ​ກໍ​ມີ​ແຕ່​ອາ​ຊະ​ຍາ​ກຳ ແລະ​ພີ່ນ້ອງ​ບາງ​ຄົນ​ກໍ​ເຈິ​ແບບ​ນັ້ນ. ພີ່ນ້ອງ​ບາງ​ຄົນ​ຢູ່​ໃນ​ປະເທດ​ທີ່​ມີ​ສົງຄາມ ແລະ​ເຂົາ​ເຈົ້າ​ກໍ​ຮູ້ສຶກ​ບໍ່​ປອດໄພ. ສ່ວນ​ບາງ​ຄົນ​ກໍ​ຢູ່​ໃນ​ປະເທດ​ທີ່​ບໍ່​ສາມາດ​ປະກາດ​ໄດ້​ຢ່າງ​ເປີດ​ເຜີຍ​ຫຼື​ວຽກ​ປະກາດ​ຖືກ​ສັ່ງ​ຫ້າມ ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ເຮັດ​ວຽກ​ຮັບໃຊ້​ພະ​ເຢໂຫວາ​ຢູ່​ເຖິງ​ອາດ​ຈະ​ຕ້ອງ​ຕິດ​ຄຸກ​ແລະ​ຖືກ​ຂ້າ. ເຖິງ​ພີ່ນ້ອງ​ຈະ​ເຈິ​ກັບ​ເລື່ອງ​ທີ່​ບໍ່​ດີ​ແບບ​ນີ້ ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ຮັບໃຊ້​ພະ​ເຢໂຫວາ​ຢູ່​ສະເໝີ ແລະ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ເຮົາ. ເຂົາ​ເຈົ້າ​ບໍ່​ຢ້ານ​ເພາະ​ເຂົາ​ເຈົ້າ​ກໍ​ຮູ້​ວ່າ ຖ້າ​ຕ້ອງ​ຕາຍ​ໃນ​ຕອນ​ນີ້​ພະ​ເຢໂຫວາ​ກໍ​ຈະ​ໃຫ້​ຊີວິດ​ທີ່​ດີ​ກວ່າ​ໃນ​ອະນາຄົດ.

5. ຄວາມ​ຄິດ​ທີ່​ອັນຕະລາຍ​ແບບ​ໃດ​ອາດ​ສົ່ງ​ຜົນ​ຕໍ່​ຄວາມ​ເຊື່ອ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ?

5 ໂປໂລ​ເຕືອນ​ພີ່ນ້ອງ​ໃຫ້​ລະວັງ​ຄວາມ​ຄິດ​ທີ່​ອັນຕະລາຍ​ທີ່​ວ່າ: “ບໍ່​ມີ​ການ​ຄືນ​ມາ​ຈາກ​ຕາຍ​ດອກ ‘ມາ​ກິນ​ມາ​ດື່ມ​ກັນ​ດີ​ກວ່າ ເພາະ​ມື້​ອື່ນ​ພວກ​ເຮົາ​ກໍ​ຈະ​ຕາຍ.’” ຄວາມ​ຄິດ​ແບບ​ນີ້​ມີ​ກ່ອນ​ສະໄໝ​ຂອງ​ໂປໂລ​ຊ້ຳ. ໂປໂລ​ອາດ​ຍົກ​ຂໍ້​ຄວາມ​ນີ້​ມາ​ຈາກ​ເອຊາອີ 22:13 ເຊິ່ງ​ເປັນ​ຄວາມ​ຄິດ​ຂອງ​ພວກ​ອິດສະຣາເອນ. ແທນ​ທີ່​ເຂົາ​ເຈົ້າ​ຈະ​ພະຍາຍາມ​ໃກ້​ຊິດ​ກັບ​ພະ​ເຢໂຫວາ ເຂົາ​ເຈົ້າ​ພັດ​ສົນ​ໃຈ​ແຕ່​ຄວາມ​ສຸກ​ຂອງ​ຕົວ​ເອງ. ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ກໍ​ຄິດ​ຄື​ກັບ​ພວກ​ອິດສະຣາເອນ. ເຂົາ​ເຈົ້າ​ຄິດ​ວ່າ “ໃຫ້​ມີ​ຄວາມ​ສຸກ​ໃນ​ຕອນ​ນີ້ ເພາະ​ບໍ່​ຮູ້​ວ່າ​ມື້​ອື່ນ​ຈະ​ເປັນ​ແນວ​ໃດ.” ຄຳພີ​ໄບເບິນ​ເວົ້າ​ເຖິງ​ຜົນ​ທີ່​ບໍ່​ດີ​ທີ່​ພວກ​ອິດສະຣາເອນ​ໄດ້​ຮັບ​ຈາກ​ການ​ຄິດ​ແບບ​ນີ້.—2 ຂ່າວ. 36:15-20

6. ໝູ່​ທີ່​ເຮົາ​ຫຼິ້ນ​ນຳ​ສົ່ງ​ຜົນ​ຕໍ່​ຄວາມ​ເຊື່ອ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ​ແນວ​ໃດ?

6 ຍ້ອນ​ພະ​ເຢໂຫວາ​ສາມາດ​ປຸກ​ຄົນ​ຕາຍ​ໃຫ້​ຄືນ​ມາ​ໄດ້ ດັ່ງ​ນັ້ນ​ເລື່ອງ​ນີ້​ຄວນ​ສົ່ງ​ຜົນ​ຕໍ່​ການ​ທີ່​ເຮົາ​ເລືອກ​ໝູ່. ພີ່ນ້ອງ​ໃນ​ເມືອງ​ໂກຣິນໂທ​ຕ້ອງ​ຫຼີກ​ລ່ຽງ​ທີ່​ຈະ​ບໍ່​ຫຼິ້ນ​ນຳ​ຄົນ​ທີ່​ບໍ່​ເຊື່ອ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ. ບົດຮຽນ​ກໍ​ຄື: ຖ້າ​ເຮົາ​ຫຼິ້ນ​ນຳ​ໝູ່​ທີ່​ສົນ​ໃຈ​ແຕ່​ຄວາມ​ມ່ວນ​ຊື່ນ ແລະ​ບໍ່​ໄດ້​ສົນ​ໃຈ​ເລື່ອງ​ອະນາຄົດ ຄວາມ​ຄິດ​ຂອງ​ເຂົາ​ເຈົ້າ​ກໍ​ຈະ​ສົ່ງ​ຜົນ​ທີ່​ບໍ່​ດີ​ຕໍ່​ເຮົາ. ຖ້າ​ຄລິດສະຕຽນ​ຫຼິ້ນ​ນຳ​ຄົນ​ແບບ​ນັ້ນ ລາວ​ກໍ​ອາດ​ຈະ​ມີ​ຄວາມ​ຄິດ​ແລະ​ນິດໄສ​ຄື​ກັບ​ເຂົາ​ເຈົ້າ ແລະ​ອາດ​ເຖິງ​ຂັ້ນ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ກຽດ​ຊັງ. ດັ່ງ​ນັ້ນ​ໂປໂລ​ຈຶ່ງ​ກະຕຸ້ນ​ເຕືອນ​ວ່າ: “ຕື່ນ​ໄດ້​ແລ້ວ ກັບ​ມາ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຢ່າ​ເຮັດ​ບາບ​ອີກ​ເລີຍ.”—1 ກຣ. 15:33, 34

ຮ່າງກາຍ​ແບບ​ໃດ?

7. ຕາມ 1 ໂກຣິນໂທ 15:35-38 ບາງ​ຄົນ​ອາດ​ມີ​ຄຳຖາມ​ຫຍັງ​ໃນ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ?

7 ອ່ານ 1 ໂກຣິນໂທ 15:35-38. ຄົນ​ທີ່​ຢາກ​ເຮັດ​ໃຫ້​ຄົນ​ອື່ນ​ສົງໄສ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ​ອາດ​ຈະ​ຖາມ​ວ່າ “ຄົນ​ຕາຍ​ຈະ​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ແນວ​ໃດ?” ເປັນ​ເລື່ອງ​ທີ່​ດີ​ທີ່​ຈະ​ຄິດ​ເຖິງ​ສິ່ງ​ທີ່​ໂປໂລ​ເວົ້າ ເພາະ​ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ກໍ​ມີ​ຄວາມ​ເຊື່ອ​ທີ່​ແຕກຕ່າງ​ກັນ​ກ່ຽວ​ກັບ​ຊີວິດ​ຫຼັງ​ຈາກ​ຕາຍ. ແຕ່​ຄຳພີ​ໄບເບິນ​ສອນ​ແນວ​ໃດ?

ໂປໂລ​ໃຊ້​ຕົວຢ່າງ​ເລື່ອງ​ເມັດ​ພືດ​ເພື່ອ​ໃຫ້​ເຮົາ​ເຂົ້າ​ໃຈ​ວ່າ ພະເຈົ້າ​ສາມາດ​ໃຫ້​ຮ່າງກາຍ​ທີ່​ເໝາະ​ສົມ​ກັບ​ແຕ່​ລະ​ຄົນ​ທີ່​ຄືນ​ມາ​ຈາກ​ຕາຍ (ເບິ່ງ​ຂໍ້ 8)

8. ເພື່ອ​ຈະ​ເຂົ້າ​ໃຈ​ການ​ຄືນ​ມາ​ຈາກ​ຕາຍ​ແລ້ວ​ມີ​ຮ່າງກາຍ​ສຳລັບ​ສະຫວັນ ໂປໂລ​ໄດ້​ໃຊ້​ຕົວຢ່າງ​ເລື່ອງ​ຫຍັງ?

8 ເມື່ອ​ຄົນ​ເຮົາ​ຕາຍ ຮ່າງກາຍ​ກໍ​ຈະ​ເນົ່າ​ເປື່ອຍ. ແຕ່​ພະເຈົ້າ​ຜູ້​ທີ່​ສ້າງ​ເອກະພົບ​ສາມາດ​ປຸກ​ຄົນ​ເຮົາ​ໃຫ້​ຄືນ​ມາ​ຈາກ​ຕາຍ​ແລະ​ໃຫ້​ມີ​ຮ່າງກາຍ​ທີ່​ເໝາະ​ສົມ​ໄດ້. (ຕົ້ນ. 1:1; 2:7) ໂປໂລ​ໃຊ້​ຕົວຢ່າງ​ປຽບ​ທຽບ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ພະເຈົ້າ​ຈະ​ບໍ່​ໄດ້​ປຸກ​ຄົນ​ຕາຍ​ໃຫ້​ກັບ​ມາ​ມີ​ຮ່າງກາຍ​ແບບ​ເກົ່າ ແຕ່​ໃຫ້​ມີ​ຮ່າງກາຍ​ອີກ​ແບບ​ໜຶ່ງ. ລາວ​ເວົ້າ​ເຖິງ​ເມັດ​ຫຼື​ເມັດ​ພືດ ເມື່ອ​ເຮົາ​ຫວ່ານ​ເມັດ​ນັ້ນ​ລົງ​ດິນ ມັນ​ກໍ​ຈະ​ປົ່ງ​ຂຶ້ນ​ເປັນ​ລຳ​ຕົ້ນ ແລະ​ເຮົາ​ກໍ​ເຫັນ​ວ່າ​ລຳ​ຕົ້ນ​ນັ້ນ​ຕ່າງ​ຈາກ​ເມັດ​ທີ່​ຫວ່ານ​ໄປ. ໂປໂລ​ໃຊ້​ຕົວຢ່າງ​ນີ້​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ພະເຈົ້າ​ທີ່​ເປັນ​ຜູ້​ສ້າງ ສາມາດ “ໃຫ້​ລຳ​ຕົ້ນ [ຮ່າງກາຍ] ຕາມ​ທີ່​ພະອົງ​ເຫັນ​ວ່າ​ດີ.”

9. 1 ໂກຣິນໂທ 15:39-41 ເວົ້າ​ເຖິງ​ຄວາມ​ແຕກຕ່າງ​ຂອງ​ຮ່າງກາຍ​ແນວ​ໃດ?

9 ອ່ານ 1 ໂກຣິນໂທ 15:39-41. ໂປໂລ​ເວົ້າ​ວ່າ​ທຸກ​ສິ່ງ​ທີ່​ພະເຈົ້າ​ສ້າງ​ມີ​ຮ່າງກາຍ​ທີ່​ແຕກຕ່າງ​ກັນ. ຕົວຢ່າງ​ເຊັ່ນ: ຊີ້ນ​ຂອງ​ງົວ ນົກ ແລະ​ປາ​ກໍ​ຕ່າງ​ກັນ. ໃນ​ທ້ອງຟ້າ​ດວງ​ເດືອນ​ແລະ​ດວງ​ຕາເວັນ​ກໍ​ຕ່າງ​ກັນ ແລະ “ລັດ​ສະໝີ​ຂອງ​ດາວ​ແຕ່​ລະ​ດວງ​ກໍ​ແຕກຕ່າງ​ກັນ.” ເຖິງ​ເຮົາ​ຈະ​ບໍ່​ເຫັນ​ດ້ວຍ​ຕາ​ເປົ່າ​ວ່າ​ດາວ​ຕ່າງໆແຕກຕ່າງ​ກັນ ແຕ່​ນັກ​ວິທະຍາສາດ​ກໍ​ບອກ​ໃຫ້​ເຮົາ​ຮູ້​ວ່າ​ມີ​ດາວ​ຫຼາຍ​ຊະນິດ​ທີ່​ຕ່າງ​ກັນ​ເຊັ່ນ: ມີ​ດາວ​ໃຫຍ່​ສີ​ແດງ ດາວ​ນ້ອຍ​ສີ​ຂາວ ແລະ​ດາວ​ສີ​ເຫຼືອງ​ເຊິ່ງ​ກໍ​ຄື​ຕາເວັນ​ທີ່​ເຮົາ​ເຫັນ. ແລະ​ໂປໂລ​ຍັງ​ບອກ​ວ່າ “ມີ​ຮ່າງກາຍ​ສຳລັບ​ສະຫວັນ ແລະ​ຮ່າງກາຍ​ສຳລັບ​ໂລກ.” ລາວ​ໝາຍ​ຄວາມ​ວ່າ​ແນວ​ໃດ? ຢູ່​ໂລກ​ກໍ​ມີ​ຮ່າງກາຍ​ແບບ​ເນື້ອ​ໜັງ ແຕ່​ຢູ່​ສະຫວັນ​ກໍ​ມີ​ຮ່າງກາຍ​ສຳລັບ​ສະຫວັນ​ຄື​ກັບ​ທູດ​ສະຫວັນ.

10. ຄົນ​ທີ່​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ແລ້ວ​ໄປ​ສະຫວັນ​ຈະ​ມີ​ຮ່າງກາຍ​ແບບ​ໃດ?

10 ຂໍ​ໃຫ້​ສັງເກດ​ສິ່ງ​ທີ່​ໂປໂລ​ບອກ​ວ່າ: “ການ​ຟື້ນ​ຄືນ​ມາ​ຂອງ​ຄົນ​ຕາຍ​ກໍ​ຄື​ກັນ. ຮ່າງກາຍ​ທີ່​ຕາຍ​ກໍ​ເນົ່າ​ເປື່ອຍ ແຕ່​ຮ່າງກາຍ​ທີ່​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ກໍ​ບໍ່​ເນົ່າ​ເປື່ອຍ.” ເຮົາ​ຮູ້​ວ່າ​ເມື່ອ​ຄົນ​ເຮົາ​ຕາຍ ຮ່າງກາຍ​ກໍ​ເນົ່າ​ເປື່ອຍ​ແລະ​ກາຍ​ເປັນ​ຂີ້​ດິນ. (ຕົ້ນ. 3:19) ແລ້ວ​ຈະ​ເປັນ​ໄປ​ໄດ້​ແນວ​ໃດ​ທີ່​ຮ່າງກາຍ ‘ທີ່​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ບໍ່​ເນົ່າ​ເປື່ອຍ’? ໂປໂລ​ບໍ່​ໄດ້​ເວົ້າ​ເຖິງ​ຮ່າງກາຍ​ຂອງ​ຄົນ​ຕາຍ​ທີ່​ເອລີຢາ ເອລີເຊ ແລະ​ພະ​ເຢຊູ​ໄດ້​ປຸກ​ໃຫ້​ຄືນ​ມາ​ໃນ​ໂລກ ແຕ່​ໂປໂລ​ເວົ້າ​ເຖິງ​ຄົນ​ທີ່​ຖືກ​ປຸກ​ໃຫ້​ມີ “ຮ່າງກາຍ​ສຳລັບ​ສະຫວັນ.”—1 ກຣ. 15:42-44

11-12. ພະ​ເຢຊູ​ມີ​ຮ່າງກາຍ​ແບບ​ໃດ​ຕອນ​ທີ່​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ ແລະ​ຜູ້​ຖືກ​ເຈີມ​ເດ​ຈະ​ຖືກ​ປຸກ​ໃຫ້​ມີ​ຮ່າງກາຍ​ແບບ​ໃດ?

11 ຕອນ​ພະ​ເຢຊູ​ຢູ່​ໃນ​ໂລກ ເພິ່ນ​ກໍ​ມີ​ຮ່າງກາຍ​ຄື​ກັບ​ຄົນ​ເຮົາ​ນີ້​ແຫຼະ. ແຕ່​ເມື່ອ​ເພິ່ນ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ແລ້ວ​ໄປ​ສະຫວັນ ເພິ່ນ​ກໍ​ມີ “ຮ່າງກາຍ​ສຳລັບ​ສະຫວັນ.” ຜູ້​ຖືກ​ເຈີມ​ກໍ​ຄື​ກັນ ເມື່ອ​ເຂົາ​ເຈົ້າ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ກໍ​ຈະ​ມີ​ຮ່າງກາຍ​ສຳລັບ​ສະຫວັນ. ໂປໂລ​ບອກ​ວ່າ: “ຄື​ກັບ​ທີ່​ຕອນ​ນີ້​ພວກ​ເຮົາ​ມີ​ລັກສະນະ​ຄື​ຄົນ​ທຳອິດ​ທີ່​ຖືກ​ສ້າງ​ຈາກ​ດິນ ອີກ​ຈັກ​ໜ້ອຍ​ພວກ​ເຮົາ​ກໍ​ຈະ​ມີ​ລັກສະນະ​ຄື​ເພິ່ນ​ຜູ້​ນັ້ນ​ທີ່​ມາ​ຈາກ​ສະຫວັນ.”—1 ກຣ. 15:45-49

12 ເປັນ​ເລື່ອງ​ສຳຄັນ​ທີ່​ຈະ​ຈື່​ວ່າ ພະ​ເຢຊູ​ບໍ່​ໄດ້​ຖືກ​ປຸກ​ໃຫ້​ມີ​ຮ່າງກາຍ​ແບບ​ຄົນ​ເຮົາ. ຕອນ​ທີ່​ໂປໂລ​ເວົ້າ​ເຖິງ​ສ່ວນ​ສຸດ​ທ້າຍ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ ລາວ​ບອກ​ວ່າ: “ເລືອດ​ແລະ​ເນື້ອ​ໜັງ​ຈະ​ມີ​ສ່ວນ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ​ບໍ່​ໄດ້.” (1 ກຣ. 15:50) ພວກ​ອັກຄະສາວົກ​ແລະ​ຜູ້​ຖືກ​ເຈີມ​ຄົນ​ອື່ນໆຈະ​ບໍ່​ໄດ້​ຖືກ​ປຸກ​ໃຫ້​ຂຶ້ນ​ໄປ​ສະຫວັນ​ໃນ​ຮ່າງກາຍ​ທີ່​ມີ​ເລືອດ​ເນື້ອ​ເຊິ່ງ​ເນົ່າ​ເປື່ອຍ​ໄດ້. ແລ້ວ​ເຂົາ​ເຈົ້າ​ຈະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຕອນ​ໃດ? ໂປໂລ​ບອກ​ວ່າ​ການ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ເປັນ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ ບໍ່​ແມ່ນ​ວ່າ​ເຂົາ​ເຈົ້າ​ຈະ​ຖືກ​ປຸກ​ທັນທີ​ຫຼັງ​ຈາກ​ຕາຍ​ເພາະ​ຕອນ​ທີ່​ໂປໂລ​ຂຽນ 1 ໂກຣິນໂທ ລູກສິດ​ບາງ​ຄົນ​ກໍ “ຕາຍ” ໄປ​ແລ້ວ​ເຊັ່ນ: ອັກຄະສາວົກ​ຢາໂກໂບ. (ກຈກ. 12:1, 2) ເຊິ່ງ​ຕໍ່​ມາ​ອັກຄະສາວົກ​ຄົນ​ອື່ນໆແລະ​ຜູ້​ຖືກ​ເຈີມ​ກໍ​ຈະ “ຕາຍ” ຄື​ກັນ.—1 ກຣ. 15:6

ຊະນະ​ຄວາມ​ຕາຍ

13. ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ໃນ​ໄລຍະ​ການ​ປະທັບ​ຂອງ​ພະ​ເຢຊູ?

13 ທັງ​ພະ​ເຢຊູ​ແລະ​ໂປໂລ​ຕ່າງ​ກໍ​ເວົ້າ​ເຖິງ​ໄລຍະ​ເວລາ​ທີ່​ສຳຄັນ​ນັ້ນ​ກໍ​ຄື: ການ​ປະທັບ​ຂອງ​ພະຄລິດ. ໃນ​ໄລຍະ​ການ​ປະທັບ​ຂອງ​ພະ​ເຢຊູ​ຈະ​ມີ​ສົງຄາມ ແຜ່ນດິນ​ໄຫວ ໂລກ​ລະ​ບາດ ແລະ​ສິ່ງ​ທີ່​ບໍ່​ດີ​ຫຼາຍ​ຢ່າງ​ເກີດ​ຂຶ້ນ​ທົ່ວ​ໂລກ. ເຮົາ​ໄດ້​ເຫັນ​ຄຳ​ພະຍາກອນ​ນີ້​ເກີດ​ຂຶ້ນ​ແທ້​ຕັ້ງ​ແຕ່​ປີ 1914. ແລະ​ຍັງ​ມີ​ເຫດການ​ທີ່​ສຳຄັນ​ທີ່​ພະ​ເຢຊູ​ບອກ​ໄວ້​ກໍ​ຄື ຈະ​ມີ​ການ​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ “ໄປ​ທົ່ວ​ໂລກ​ເພື່ອ​ໃຫ້​ຄົນ​ທຸກ​ຊາດ​ມີ​ໂອກາດ​ໄດ້​ຍິນ ແລ້ວ​ຈຸດ​ຈົບ​ກໍ​ຈະ​ມາ​ເຖິງ.” (ມທ. 24:3, 7-14) ໃນ​ເວລາ “ການ​ປະທັບ​ຂອງ​ຜູ້​ເປັນ​ນາຍ” ຜູ້​ຖືກ​ເຈີມ​ທີ່ “ຕາຍ” ໄປ​ແລ້ວ​ຈະ​ຖືກ​ປຸກ​ໃຫ້​ມີ​ຊີວິດ​ໃນ​ສະຫວັນ.—1 ທຊ. 4:14-16; 1 ກຣ. 15:23

14. ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ຜູ້​ຖືກ​ເຈີມ​ທີ່​ຕາຍ​ໃນ​ໄລຍະ​ການ​ປະທັບ​ຂອງ​ພະ​ເຢຊູ?

14 ຜູ້​ຖືກ​ເຈີມ​ທີ່​ຕາຍ​ໃນ​ຕອນ​ນີ້​ກໍ​ຈະ​ຖືກ​ປຸກ​ໃຫ້​ໄປ​ສະຫວັນ​ທັນທີ. ໂປໂລ​ໄດ້​ເວົ້າ​ເຖິງ​ເລື່ອງ​ນີ້​ໃນ 1 ໂກຣິນໂທ 15:51, 52 ທີ່​ວ່າ: “ພວກ​ເຮົາ​ບາງ​ຄົນ​ຈະ​ບໍ່​ຕ້ອງ​ຫຼັບ​ຢູ່​ໃນ​ຄວາມ​ຕາຍ ແຕ່​ຈະ​ຖືກ​ປ່ຽນ​ແປງ​ໃໝ່​ໝົດ ໃນ​ໄລຍະ​ສັ້ນໆພຽງ​ພິບ​ຕາ​ດຽວ​ໃນ​ລະຫວ່າງ​ການ​ເປົ່າ​ແກ​ຄັ້ງ​ສຸດ​ທ້າຍ.” ຕອນ​ນີ້​ຄຳເວົ້າ​ຂອງ​ໂປໂລ​ກຳລັງ​ເກີດ​ຂຶ້ນ​ແລ້ວ! ຫຼັງ​ຈາກ​ທີ່​ຜູ້​ຖືກ​ເຈີມ​ຄືນ​ມາ​ຈາກ​ຕາຍ ເຂົາ​ເຈົ້າ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ແລະ​ຈະ​ໄດ້ “ຢູ່​ກັບ​ຜູ້​ເປັນ​ນາຍ​ຕະຫຼອດ​ໄປ.”—1 ທຊ. 4:17

ຜູ້​ທີ່​ປ່ຽນ​ແປງ “ໃນ​ພິບ​ຕາ​ດຽວ” ຈະ​ຊ່ອຍ​ພະ​ເຢຊູ​ທຳລາຍ​ຊາດ​ຕ່າງໆໃນ​ໂລກ (ເບິ່ງ​ຂໍ້ 15)

15. ຜູ້​ທີ່​ປ່ຽນ​ແປງ “ໃນ​ພິບ​ຕາ​ດຽວ” ຈະ​ເຮັດ​ຫຍັງ​ໃນ​ສະຫວັນ?

15 ພະ​ຄຳພີ​ບອກ​ວ່າ​ຜູ້​ທີ່​ປ່ຽນ​ແປງ “ໃນ​ພິບ​ຕາ​ດຽວ” ຈະ​ເຮັດ​ຫຍັງ​ໃນ​ສະຫວັນ? ພະ​ເຢຊູ​ບອກ​ເຂົາ​ເຈົ້າ​ວ່າ “ຂ້ອຍ​ຈະ​ໃຫ້​ຄົນ​ທີ່​ໄດ້​ໄຊ​ຊະນະ​ແລະ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ຂ້ອຍ​ຈົນ​ເຖິງ​ທີ່​ສຸດ​ມີ​ອຳນາດ​ເໜືອ​ປະເທດ​ຕ່າງໆ ແລ້ວ​ລາວ​ຈະ​ປົກຄອງ​ດ້ວຍ​ຄະທາ​ເຫຼັກ​ແລະ​ທຸບ​ພວກ​ນັ້ນ​ໃຫ້​ແຕກ​ເປັນ​ປ່ຽງໆຄື​ພາຊະນະ​ດິນ​ເຜົາ ລາວ​ຈະ​ໄດ້​ຮັບ​ອຳນາດ​ຄື​ກັບ​ທີ່​ຂ້ອຍ​ໄດ້​ຮັບ​ຈາກ​ພໍ່​ຂອງ​ຂ້ອຍ.” (ພນມ. 2:26, 27) ເຂົາ​ເຈົ້າ​ຈະ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢຊູ ແລະ​ປົກຄອງ​ຊາດ​ຕ່າງໆດ້ວຍ​ຄະທາ​ເຫຼັກ.—ພນມ. 19:11-15

16. ມະນຸດ​ຈະ​ຊະນະ​ຄວາມ​ຕາຍ​ໄດ້​ແນວ​ໃດ?

16 ຜູ້​ຖືກ​ເຈີມ​ຈະ​ຊະນະ​ຄວາມ​ຕາຍ. (1 ກຣ. 15:54-57) ເມື່ອ​ຄືນ​ມາ​ຈາກ​ຕາຍ​ເຂົາ​ເຈົ້າ​ຈະ​ມີ​ສ່ວນ​ຊ່ອຍ​ທຳລາຍ​ຄວາມ​ຊົ່ວ​ທັງ​ໝົດ​ໃນ​ໂລກ​ນີ້​ໃນ​ສົງຄາມ​ອາມາເຄໂດນ. ຄລິດສະຕຽນ​ຫຼາຍ​ລ້ານ​ຄົນ​ຈະ “ຜ່ານ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່” ແລະ​ເຂົ້າ​ໄປ​ໃນ​ໂລກ​ໃໝ່. (ພນມ. 7:14) ຄົນ​ທີ່​ລອດ​ຈະ​ເຫັນ​ຫຼາຍ​ຕື້​ຄົນ​ທີ່​ຕາຍ​ໄປ​ແລ້ວ​ກັບ​ມາ​ມີ​ຊີວິດ​ອີກ. ນີ້​ກໍ​ເປັນ​ການ​ຊະນະ​ຄວາມ​ຕາຍ​ອີກ​ຢ່າງ​ໜຶ່ງ. ລອງ​ຄິດ​ເບິ່ງ​ວ່າ​ເຈົ້າ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ສ່ຳ​ໃດ​ເມື່ອ​ເຫັນ​ສິ່ງ​ເຫຼົ່າ​ນີ້​ເກີດ​ຂຶ້ນ! (ກຈກ. 24:15) ແລະ​ທຸກ​ຄົນ​ທີ່​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ກໍ​ຈະ​ໄດ້​ຊີວິດ​ຕະຫຼອດ​ໄປ. ນີ້​ພິສູດ​ວ່າ​ເຂົາ​ເຈົ້າ​ຊະນະ​ຄວາມ​ຕາຍ​ທີ່​ໄດ້​ຈາກ​ອາດາມ.

17. ຕາມ 1 ໂກຣິນໂທ 15:58 ເຮົາ​ຄວນ​ຈະ​ເຮັດ​ຫຍັງ?

17 ຄລິດສະຕຽນ​ທຸກ​ຄົນ​ໃນ​ທຸກ​ມື້​ນີ້​ຄວນ​ເຫັນ​ຄ່າ​ສິ່ງ​ທີ່​ໂປໂລ​ຂຽນ​ເຖິງ​ພີ່ນ້ອງ​ໃນ​ເມືອງ​ໂກຣິນໂທ​ກ່ຽວ​ກັບ​ການ​ຄືນ​ມາ​ຈາກ​ຕາຍ. ເຮົາ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເຫັນ​ຄ່າ​ເລື່ອງ​ນີ້​ໂດຍ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ໂປໂລ​ທີ່​ໃຫ້​ທຸ່ມເທ​ກັບ “ວຽກ​ຂອງ​ຜູ້​ເປັນ​ນາຍ.” (ອ່ານ 1 ໂກຣິນໂທ 15:58) ຖ້າ​ເຮົາ​ເຮັດ​ວຽກ​ນີ້​ຢ່າງ​ສັດ​ຊື່​ແລະ​ສຸດ​ຄວາມ​ສາມາດ ເຮົາ​ກໍ​ຈະ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ໃນ​ອະນາຄົດ. ຕອນ​ນັ້ນ​ເຮົາ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ ຫຼາຍ​ກວ່າ​ທີ່​ເຮົາ​ຈະ​ຄິດ​ອອກ​ໄດ້. ແລະ​ເຮົາ​ກໍ​ໝັ້ນ​ໃຈ​ວ່າ​ວຽກ​ທີ່​ເຮົາ​ເຮັດ​ເພື່ອ​ຜູ້​ເປັນ​ນາຍ​ຈະ​ບໍ່​ເສຍ​ໄປ​ລ້າໆ.

ເພງ 140 ໃນ​ທີ່​ສຸດ​ຊີວິດ​ຈະ​ບໍ່​ຈົບ​ສິ້ນ

^ ຂໍ້ 5 ສ່ວນ​ທີ 2 ຂອງ 1 ໂກຣິນໂທ​ບົດ 15 ບອກ​ລາຍ​ລະອຽດ​ກ່ຽວ​ກັບ​ການ​ຄືນ​ມາ​ຈາກ​ຕາຍ ໂດຍ​ສະເພາະ​ແມ່ນ​ການ​ຄືນ​ມາ​ຈາກ​ຕາຍ​ຂອງ​ຜູ້​ຖືກ​ເຈີມ. ແຕ່​ສິ່ງ​ທີ່​ໂປໂລ​ຂຽນ​ກໍ​ຍັງ​ມີ​ຄວາມ​ສຳຄັນ​ສຳລັບ​ແກະ​ອື່ນ. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ມາ​ເບິ່ງ​ວ່າ​ຄວາມ​ຫວັງ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ​ສົ່ງ​ຜົນ​ຕໍ່​ຊີວິດ​ຂອງ​ເຮົາ​ໃນ​ຕອນ​ນີ້ ແລະ​ຊ່ອຍ​ເຮົາ​ໃຫ້​ມີ​ຄວາມ​ສຸກ​ໃນ​ອະນາຄົດ​ໄດ້​ແນວ​ໃດ.

^ ຂໍ້ 2ຄຳຖາມ​ຈາກ​ຜູ້​ອ່ານ” ທີ່​ເວົ້າ​ເຖິງ​ຄຳເວົ້າ​ຂອງ​ໂປໂລ​ໃນ 1 ໂກຣິນໂທ 15:29.