ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຈົ້າ​ຈື່​ໄດ້​ບໍ?

ເຈົ້າ​ຈື່​ໄດ້​ບໍ?

ເຈົ້າ​ໄດ້​ອ່ານ​ຫໍສັງເກດການ ຂອງ​ປີ​ນີ້​ຢ່າງ​ລະອຽດ​ບໍ? ໃຫ້​ເຈົ້າ​ລອງ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

ເຮົາ​ຄວນ​ປະຕິບັດ​ກັບ​ຜູ້​ຖືກ​ເຈີມ​ແນວ​ໃດ?

ເຮົາ​ຮຽນ​ແບບ​ຄວາມ​ເຊື່ອ​ຂອງ​ຜູ້​ຖືກ​ເຈີມ ແຕ່​ເຮົາ​ບໍ່​ຄວນ “ຍ້ອງ​ຍໍ” ແລະ​ໃຫ້​ຄວາມ​ສົນ​ໃຈ​ເຂົາ​ເຈົ້າ​ຫຼາຍ​ເກີນ​ໄປ. (ຢດ. 16) ແລະ​ເຮົາ​ຈະ​ບໍ່​ຖາມ​ວ່າ​ເຂົາ​ເຈົ້າ​ເປັນ​ຜູ້​ຖືກ​ເຈີມ​ໄດ້​ແນວ​ໃດ ເພາະ​ນີ້​ເປັນ​ເລື່ອງ​ສ່ວນ​ຕົວ.—ຫ​20.01 ໜ້າ 29.

ອັນ​ໃດ​ເຮັດ​ໃຫ້​ເຈົ້າ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ສົນ​ໃຈ​ເຈົ້າ​ເປັນ​ສ່ວນ​ຕົວ?

ຄຳພີ​ໄບເບິນ​ບອກ​ວ່າ ພະ​ເຢໂຫວາ​ສົນ​ໃຈ​ເຈົ້າ​ຕັ້ງ​ແຕ່​ເຈົ້າ​ຍັງ​ບໍ່​ທັນ​ເກີດ ແລະ​ເພິ່ນ​ຟັງ​ຄຳ​ອະທິດຖານ​ຂອງ​ເຈົ້າ. ເພິ່ນ​ຮູ້​ວ່າ​ເຈົ້າ​ຄິດ​ຫຍັງ​ແລະ​ຮູ້ສຶກ​ແນວ​ໃດ ແລະ​ສິ່ງ​ທີ່​ເຈົ້າ​ເຮັດ​ກໍ​ສົ່ງ​ຜົນ​ຕໍ່​ຄວາມ​ຮູ້ສຶກ​ຂອງ​ເພິ່ນ. (1 ຂ່າວ. 28:9; ສຸພາ. 27:11) ພະ​ເຢໂຫວາ​ເປັນ​ຜູ້​ຊັກ​ນຳ​ເຈົ້າ​ໃຫ້​ມາ​ຫາ​ເພິ່ນ.—ຫ​20.02 ໜ້າ 12.

ຕອນ​ໃດ​ທີ່​ເຮົາ​ຄວນ​ເວົ້າ​ແລະ​ຕອນ​ໃດ​ທີ່​ເຮົາ​ຄວນ​ມິດ​ງຽບ?

ເຮົາ​ຄວນ​ບອກ​ເລື່ອງ​ພະ​ເຢໂຫວາ​ໃຫ້​ຄົນ​ອື່ນ​ຮູ້ ແລະ​ເຮົາ​ຄວນ​ເວົ້າ​ເມື່ອ​ເຫັນ​ວ່າ​ບາງ​ຄົນ​ກຳລັງ​ຈະ​ເຮັດ​ສິ່ງ​ທີ່​ບໍ່​ຖືກຕ້ອງ. ຜູ້​ດູ​ແລ​ຄວນ​ໃຫ້​ຄຳ​ແນະນຳ​ເມື່ອ​ຈຳເປັນ. ເຮົາ​ບໍ່​ຄວນ​ເວົ້າ​ຫຼື​ບອກ​ຂໍ້​ມູນ​ກ່ຽວ​ກັບ​ວຽກ​ປະກາດ​ໃນ​ປະເທດ​ທີ່​ຖືກ​ສັ່ງ​ຫ້າມ ແລະ​ບໍ່​ຄວນ​ເວົ້າ​ຄວາມ​ລັບ​ຂອງ​ປະຊາຄົມ.—ຫ​20.03 ໜ້າ 20-21.

ຝູງ​ຕັກແຕນ​ໃນ​ໂຢເອນ​ບົດ 2 ຕ່າງ​ຈາກ​ຝູງ​ຕັກແຕນ​ໃນ​ພະນິມິດ​ບົດ 9 ແນວ​ໃດ?

ໂຢເອນ 2:20-29 ບອກ​ວ່າ​ພະເຈົ້າ​ຈະ​ໄລ່​ຝູງ​ຕັກແຕນ​ແລະ​ສັນຍາ​ວ່າ​ຈະ​ຊົດ​ໃຊ້​ສິ່ງ​ທີ່​ພວກ​ມັນ​ທຳລາຍ ຈາກ​ນັ້ນ​ພະອົງ​ຈະ​ໃຫ້​ພະລັງ​ບໍລິສຸດ. ເລື່ອງ​ນີ້​ເກີດ​ຂຶ້ນ​ແທ້​ເມື່ອ​ກອງທັບ​ບາບີໂລນ​ມາ​ໂຈມຕີ​ຊາວ​ອິດສະຣາເອນ. ພະນິມິດ 9:1-11 ບອກ​ວ່າ​ຝູງ​ຕັກແຕນ​ໝາຍ​ເຖິງ​ຜູ້​ຖືກ​ເຈີມ​ໃນ​ທຸກ​ມື້​ນີ້​ທີ່​ປະກາດ​ຄຳ​ພິພາກສາ​ຂອງ​ພະເຈົ້າ​ຕໍ່​ໂລກ​ຊົ່ວ. ດັ່ງ​ນັ້ນ ຜູ້​ທີ່​ຢູ່​ຝ່າຍ​ໂລກ​ຊົ່ວ​ນີ້​ຈຶ່ງ​ຮູ້ສຶກ​ທຸກ​ທໍລະມານ.—ຫ​20.04 ໜ້າ 3-6.

ໃຜ​ແມ່ນ​ກະສັດ​ທິດ​ເໜືອ​ໃນ​ປັດຈຸບັນ?

ຣັດເຊຍ​ແລະ​ພັນທະມິດ. ເຂົາ​ເຈົ້າ​ໂຈມຕີ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ໂດຍ​ສັ່ງ​ຫ້າມ​ວຽກ​ປະກາດ​ເຊິ່ງ​ສະແດງ​ໃຫ້​ເຫັນ​ວ່າ​ເຂົາ​ເຈົ້າ​ຊັງ​ປະຊາຊົນ​ຂອງ​ພະເຈົ້າ. ກະສັດ​ທິດ​ເໜືອ​ແລະ​ກະສັດ​ທິດ​ໃຕ້​ຕໍ່​ສູ້​ກັນ.—ຫ​20.05 ໜ້າ 13.

ຄຸນ​ລັກສະນະ​ຕ່າງໆເຊິ່ງ​ເປັນ “ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ” ມີ​ແຕ່​ຢູ່​ໃນ​ຄາລາເຕຍ 5:22, 23 ເທົ່າ​ນັ້ນ​ບໍ?

ບໍ່. ພະລັງ​ຂອງ​ພະເຈົ້າ​ຍັງ​ຊ່ວຍ​ເຮົາ​ໃຫ້​ພັດທະນາ​ຄຸນ​ລັກສະນະ​ທີ່​ດີ​ຕ່າງໆ ເຊັ່ນ: ຄວາມ​ຖືກຕ້ອງ. (ອຟຊ. 5:8, 9)—ຫ​20.06 ໜ້າ 17.

ການ​ໂພດສ໌​ຮູບ ວິດີໂອ ແລະ​ຄວາມ​ຄິດ​ຂອງ​ຕົວ​ເອງ​ລົງ​ສື່​ສັງຄົມ​ອອນລາຍ​ເປັນ​ອັນຕະລາຍ​ແນວ​ໃດ?

ສິ່ງ​ທີ່​ເຈົ້າ​ໂພດສ໌​ອາດ​ເຮັດ​ໃຫ້​ຄົນ​ອື່ນ​ຄິດ​ວ່າ ເຈົ້າ​ເປັນ​ຄົນ​ອວດ​ຕົວ​ເອງ​ບໍ່​ແມ່ນ​ເປັນ​ຄົນ​ຖ່ອມ.—ຫ​20.07 ໜ້າ 6-7.

ໃນ​ວຽກ​ປະກາດ ຄລິດສະຕຽນ​ຮຽນ​ຫຍັງ​ໄດ້​ຈາກ​ຄົນ​ຫາ​ປາ​ທີ່​ຊຳນານ?

ຄົນ​ຫາ​ປາ​ທີ່​ຊຳນານ​ຈະ​ເຮັດ​ວຽກ​ໃນ​ໂມງ​ແລະ​ໃນ​ບ່ອນ​ທີ່​ຈະ​ຫາ​ປາ​ໄດ້​ຫຼາຍ​ທີ່​ສຸດ. ເຂົາ​ເຈົ້າ​ຮູ້ຈັກ​ໃຊ້​ເຄື່ອງ​ມື​ທີ່​ເໝາະ​ກັບ​ປາ ແລະ​ເຮັດ​ວຽກ​ຢ່າງ​ກ້າຫານ​ໃນ​ສະພາບ​ທີ່​ປ່ຽນ​ໄປ. ເຮົາ​ກໍ​ເຮັດ​ແບບ​ນີ້​ຄື​ກັນ​ໃນ​ວຽກ​ປະກາດ.—ຫ​20.09 ໜ້າ 5.

ມີ​ວິທີ​ໃດ​ແດ່​ທີ່​ເຮົາ​ຈະ​ຊ່ອຍ​ນັກ​ສຶກສາ​ໃຫ້​ຮັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ?

ເຮົາ​ສາມາດ​ກະຕຸ້ນ​ນັກ​ສຶກສາ​ໃຫ້​ອ່ານ​ຄຳພີ​ໄບເບິນ​ທຸກໆມື້ ຄິດ​ຕຶກຕອງ​ສິ່ງ​ທີ່​ອ່ານ ແລະ​ສອນ​ໃຫ້​ອະທິດຖານ​ເຖິງ​ພະ​ເຢໂຫວາ.—ຫ​20.11 ໜ້າ 4.

“ທຸກ​ຄົນ ກໍ​ຈະ​ມີ​ຊີວິດ​ອີກ​ຍ້ອນ​ພະຄລິດ” ໝາຍ​ເຖິງ​ໃຜ?—1 ກຣ. 15:22

ໂປໂລ​ບໍ່​ໄດ້​ບອກ​ວ່າ​ທຸກ​ຄົນ​ທີ່​ເຄີຍ​ມີ​ຊີວິດ​ຈະ​ມີ​ຊີວິດ​ອີກ. ແຕ່​ລາວ​ໝາຍ​ເຖິງ​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ທີ່ “ຖືກ​ຊຳລະ​ໃຫ້​ບໍລິສຸດ​ແລະ​ເປັນ​ລູກສິດ​ຂອງ​ພະຄລິດ​ເຢຊູ.” (1 ກຣ. 1:2; 15:18)—ຫ​20.12 ໜ້າ 5-6.

ຜູ້​ຖືກ​ເຈີມ​ຈະ​ເຮັດ​ຫຍັງ​ຫຼັງ​ຈາກ​ທີ່​ເຂົາ​ເຈົ້າ ‘ຖືກ​ປ່ຽນ​ແປງ​ໃນ​ພິບ​ຕາ​ດຽວ​ລະຫວ່າງ​ການ​ເປົ່າ​ແກ​ຄັ້ງ​ສຸດ​ທ້າຍ’?—1 ກຣ. 15:51-53

ເຂົາ​ເຈົ້າ​ຈະ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢຊູ ແລະ​ປົກຄອງ​ຊາດ​ຕ່າງໆດ້ວຍ​ຄະທາ​ເຫຼັກ. (ພນມ. 2:26, 27)—ຫ​20.12 ໜ້າ 12-13.