ບົດຄວາມສຶກສາທີ 52
ເຮົາຈະເຊົາທໍ້ໃຈໄດ້ແນວໃດ?
“ຄວາມກັງວົນໜັກຂອງເຈົ້າ ເຈົ້າຈົ່ງຝາກໄວ້ແກ່ພະເຢໂຫວາແລະພະອົງຈະອຸດໜູນ [ຊ່ວຍ] ເຈົ້າ.”—ເພງ. 55:22
ເພງ 33 ມອບພາລະຂອງເຈົ້າໄວ້ກັບພະເຢໂຫວາ
ໃຈຄວາມສຳຄັນ *
1. ຄວາມທໍ້ໃຈອາດເຮັດໃຫ້ເຮົາຮູ້ສຶກແນວໃດ?
ເຮົາພະຍາຍາມອົດທົນກັບບັນຫາທີ່ເຮົາມີໃນແຕ່ລະມື້. ແຕ່ຖ້າເຮົາທໍ້ໃຈ ມັນກໍຍາກທີ່ຈະອົດທົນໄດ້. ດັ່ງນັ້ນເຮົາຕ້ອງຈື່ໄວ້ວ່າ ຄວາມທໍ້ໃຈເຮັດໃຫ້ເຮົາຮູ້ສຶກວ່າຕົວເອງບໍ່ມີຄ່າແລະບໍ່ມີຄວາມສຸກ. ສຸພາສິດ 24:10 (ລ.ມ.) ແລະໄຂເງື່ອນບອກວ່າ: “ຖ້າເຈົ້າທໍ້ໃຈໃນເວລາທີ່ມີບັນຫາ ເຫື່ອແຮງຂອງເຈົ້າກໍຈະໜ້ອຍ.” ເມື່ອເຮົາທໍ້ໃຈ ເຮົາອາດຈະຮູ້ສຶກໝົດແຮງແລະອົດທົນກັບບັນຫາຕ່າງໆໄດ້ຍາກ.
2. ມີຫຍັງແດ່ທີ່ອາດເຮັດໃຫ້ເຮົາຮູ້ສຶກທໍ້ໃຈ ແລະເຮົາຈະມາເບິ່ງຫຍັງໃນບົດຄວາມນີ້?
2 ມີຫຼາຍສິ່ງທີ່ເຮັດໃຫ້ເຮົາຮູ້ສຶກທໍ້ໃຈ ເຊິ່ງສິ່ງນັ້ນອາດເປັນຍ້ອນເຮົາເອງເຊັ່ນ: ຍ້ອນຄວາມຜິດທີ່ເຮົາເຮັດ ຂໍ້ອ່ອນແອ ຫຼືບັນຫາສຸຂະພາບ. ແລະເຮົາອາດທໍ້ໃຈຍ້ອນສິ່ງອື່ນເຊັ່ນ: ເຮົາບໍ່ໄດ້ຮັບວຽກມອບໝາຍທີ່ເຮົາຢາກເຮັດ ຫຼືເມື່ອເຮົາໄປປະກາດໃນເຂດທີ່ເບິ່ງຄືວ່າຜູ້ຄົນບໍ່ສົນໃຈ. ໃນບົດຄວາມນີ້ເຮົາຈະມາເບິ່ງບາງສິ່ງທີ່ເຮົາເຮັດໄດ້ເພື່ອຈະບໍ່ທໍ້ໃຈ.
ເມື່ອຜິດພາດແລະອ່ອນແອ
3. ມີຫຍັງຈະຊ່ອຍເຮົາບໍ່ໃຫ້ຮູ້ສຶກຜິດຫຼາຍເກີນໄປເມື່ອເຮົາເຮັດຜິດ?
3 ເຮົາມັກຈະຮູ້ສຶກຜິດຫຼາຍເກີນໄປເມື່ອເຮົາເຮັດຜິດຫຼືຍ້ອນຄວາມອ່ອນແອຂອງເຮົາ. ດັ່ງນັ້ນເຮົາອາດຈະຄິດວ່າ ພະເຢໂຫວາຄືຊິບໍ່ຢາກໃຫ້ເຮົາເຂົ້າໄປໃນໂລກໃໝ່. ການຄິດແບບນີ້ບໍ່ດີເລີຍ. ຊັ້ນເຮົາຄວນຈະເບິ່ງຄວາມຜິດພາດຂອງເຮົາແນວໃດ? ຄຳພີໄບເບິນບອກວ່ານອກຈາກພະເຢຊູແລ້ວ ເຮົາຣມ. 3:23) ພະເຢໂຫວາບໍ່ໄດ້ເບິ່ງແຕ່ຂໍ້ຜິດພາດແລະບໍ່ໄດ້ຄາດໝາຍໃຫ້ເຮົາເປັນຄົນສົມບູນແບບ. ແຕ່ເພິ່ນຮັກເຮົາຄືກັບລູກແລະຢາກຊ່ອຍເຮົາ ເພິ່ນອົດທົນກັບເຮົາ ເພິ່ນເຫັນວ່າມັນຍາກທີ່ເຮົາຈະເຮັດສິ່ງທີ່ດີ ແລະຮູ້ວ່າເຮົາຮູ້ສຶກຜິດກັບຕົວເອງຫຼາຍເກີນໄປ. ດັ່ງນັ້ນ ເພິ່ນຈຶ່ງພ້ອມທີ່ຈະຊ່ອຍເຮົາຕະຫຼອດ.—ຣມ. 7:18, 19
ທຸກຄົນກໍ “ເຮັດບາບ.” (4-5. ຕາມ 1 ໂຢຮັນ 3:19, 20 ມີຫຍັງທີ່ຊ່ອຍພີ່ນ້ອງຍິງສອງຄົນນີ້ໃຫ້ເຊົາທໍ້ໃຈ?
4 ໃຫ້ເຮົາມາເບິ່ງເລື່ອງຂອງເດໂບຣາແລະມາເຣຍ. * ຕອນຍັງນ້ອຍຄອບຄົວຂອງເດໂບຣາບໍ່ເຄີຍປະຕິບັດກັບລາວດ້ວຍຄວາມຮັກ ແລະລາວກໍຮູ້ສຶກວ່າຕົວເອງບໍ່ມີຄ່າ. ລາວບໍ່ເຄີຍໄດ້ຮັບຄຳຊົມເຊີຍເລີຍ. ດັ່ງນັ້ນເມື່ອໃຫຍ່ຂຶ້ນມາ ລາວຈຶ່ງຮູ້ສຶກວ່າຕົວເອງບໍ່ດີ. ແລະເມື່ອເຮັດຜິດເລັກໆນ້ອຍໆ ລາວກໍຮູ້ສຶກວ່າຕົວເອງເຮັດຫຍັງກໍຜິດໄປໝົດ. ມາເຣຍກໍມີບັນຫາຄ້າຍໆກັນ. ຍາດພີ່ນ້ອງໄດ້ດູຖູກລາວແລະເຮັດໃຫ້ລາວຮູ້ສຶກວ່າຕົວເອງບໍ່ມີຄ່າ. ແລະເຖິງວ່າລາວໄດ້ຮັບບັບເຕມາແລ້ວ ລາວກໍຍັງຄິດວ່າຕົວເອງບໍ່ຄູ່ຄວນທີ່ຈະເປັນພະຍານພະເຢໂຫວາ!
5 ແຕ່ພີ່ນ້ອງສອງຄົນນີ້ກໍບໍ່ໄດ້ເຊົາຮັບໃຊ້ພະເຢໂຫວາ. ຍ້ອນຫຍັງ? ຍ້ອນເຂົາເຈົ້າອະທິດຖານແລະລະບາຍຄວາມອຸກໃຈກັບພະເຢໂຫວາ. (ເພງ. 55:22) ເຂົາເຈົ້າຮູ້ວ່າພະເຢໂຫວາເຫັນສິ່ງທີ່ເກີດຂຶ້ນກັບເຂົາເຈົ້າເຊິ່ງເຮັດໃຫ້ເຂົາເຈົ້າຮູ້ສຶກວ່າຕົວເອງບໍ່ມີຄ່າ. ດັ່ງນັ້ນພະເຢໂຫວາເຫັນສິ່ງທີ່ດີໃນໂຕເຮົາເຊິ່ງເຮົາອາດຈະເບິ່ງບໍ່ເຫັນ.—ອ່ານ 1 ໂຢຮັນ 3:19, 20
6. ຖ້າບາງຄົນເຮັດຜິດຄືເກົ່າອີກ ລາວອາດຮູ້ສຶກແນວໃດ?
6 ບາງຄົນອາດພະຍາຍາມປ່ຽນນິດໄສທີ່ບໍ່ດີ ແຕ່ລາວກໍຍັງເຮັດຜິດຄືເກົ່າອີກ ແລ້ວກໍຮູ້ສຶກທໍ້ໃຈ. ເປັນເລື່ອງທຳມະດາທີ່ເຮົາຈະຮູ້ສຶກຜິດເມື່ອເຮົາເຮັດຜິດພາດ. (2 ກຣ. 7:10) ແຕ່ເຮົາກໍບໍ່ຄວນຮູ້ສຶກຜິດຫຼາຍເກີນໄປຈົນຄິດວ່າ: ‘ຂ້ອຍບໍ່ມີຄ່າ ແລະພະເຢໂຫວາຄືຊິບໍ່ໃຫ້ອະໄພຂ້ອຍແລ້ວ.’ ຄວາມຄິດແບບນີ້ບໍ່ຖືກຕ້ອງ ເພາະມັນອາດເຮັດໃຫ້ເຮົາເຊົາຮັບໃຊ້ພະເຢໂຫວາ. ຂໍໃຫ້ຈື່ສິ່ງທີ່ເຮົາອ່ານໃນສຸພາສິດ 24:10 ທີ່ວ່າ ເມື່ອເຮົາທໍ້ໃຈເຮົາກໍຈະບໍ່ມີແຮງ. ດັ່ງນັ້ນໃຫ້ເຮົາອະທິດຖານເຖິງພະເຢໂຫວາແລະຂໍໃຫ້ເພິ່ນຍົກໂທດໃຫ້ເຮົາ ແລ້ວເພິ່ນກໍຈະຊ່ອຍເຮົາໃຫ້ “ກັບມາຄືນດີ” ກັບເພິ່ນ. (ເອຊາ. 1:18, ລ.ມ.) ເມື່ອພະເຢໂຫວາເຫັນວ່າເຈົ້າສຳນຶກຜິດແທ້ໆແລະພະຍາຍາມປ່ຽນແປງຕົວເອງ ເພິ່ນກໍຈະຍົກໂທດໃຫ້ເຈົ້າ. ອີກສິ່ງໜຶ່ງທີ່ເຈົ້າຄວນເຮັດກໍຄື: ຕ້ອງໄປເວົ້າກັບຜູ້ດູແລໃນປະຊາຄົມ ເພາະເຂົາເຈົ້າຈະຊ່ອຍເຈົ້າໃຫ້ຄືນດີກັບພະເຢໂຫວາແລະມີຄວາມເຊື່ອທີ່ເຂັ້ມແຂງໄດ້ອີກເທື່ອໜຶ່ງ.—ຢກບ. 5:14, 15
7. ເປັນຫຍັງເຮົາບໍ່ຄວນທໍ້ໃຈຖ້າຮູ້ສຶກວ່າຍາກທີ່ຈະເຮັດສິ່ງທີ່ດີ?
ຣມ. 7:21-25) ດັ່ງນັ້ນ ບໍ່ຄວນຕຳໜິຕົວເອງຫຼາຍເກີນໄປຖ້າເຈົ້າຮູ້ສຶກຜິດ ເພາະເຮົາທຸກຄົນກໍເຮັດຜິດ ແລະທຸກຄົນກໍຈຳເປັນຕ້ອງໄດ້ຮັບຄວາມກະລຸນາທີ່ຍິ່ງໃຫຍ່ຈາກພະເຢໂຫວາໂດຍທາງຄ່າໄຖ່.—ອຟຊ. 1:7; 1 ຢຮ. 4:10
7 ຈອນຣຸກເຊິ່ງເປັນຜູ້ດູແລຢູ່ຝຣັ່ງໄດ້ເວົ້າເຖິງຜູ້ທີ່ຮູ້ສຶກຜິດຍ້ອນຄວາມອ່ອນແອວ່າ: “ຄົນດີໃນສາຍຕາພະເຢໂຫວາບໍ່ແມ່ນຄົນທີ່ບໍ່ເຄີຍເຮັດຜິດ ແຕ່ເປັນຄົນທີ່ສຳນຶກຜິດແລ້ວພະຍາຍາມປ່ຽນແປງຕົວເອງ.” (8. ເມື່ອເຮົາທໍ້ໃຈ ເຮົາຈະຂໍຄວາມຊ່ວຍເຫຼືອຈາກໃຜ?
8 ເຮົາສາມາດຂໍຄວາມຊ່ວຍເຫຼືອຈາກພີ່ນ້ອງຮ່ວມຄວາມເຊື່ອ! ເຂົາເຈົ້າອາດຕັ້ງໃຈຟັງເມື່ອເຮົາລະບາຍຄວາມຮູ້ສຶກ ແລະໃຫ້ກຳລັງໃຈເຮົາ. (ສຸພາ. 12:25; 1 ທຊ. 5:14) ພີ່ນ້ອງຈອຍຢູ່ນີເຊເຣຍທີ່ຮູ້ສຶກທໍ້ໃຈບອກວ່າ: “ຂ້ອຍຄືຊິອົດທົນບໍ່ໄດ້ຖ້າບໍ່ມີພີ່ນ້ອງມາຊ່ອຍ. ພະເຢໂຫວາຕອບຄຳອະທິດຖານຂອງຂ້ອຍໂດຍທາງພີ່ນ້ອງ. ນີ້ເຮັດໃຫ້ຂ້ອຍຮູ້ວິທີທີ່ຈະໃຫ້ກຳລັງໃຈຄົນທີ່ຮູ້ສຶກທໍ້ໃຈຄືກັນ.” ເຮົາຕ້ອງຈື່ໄວ້ວ່າ ພີ່ນ້ອງອາດຈະບໍ່ຮູ້ວ່າ ເຮົາຕ້ອງການກຳລັງໃຈຕອນໃດ. ດັ່ງນັ້ນເຮົາຕ້ອງບອກເຂົາເຈົ້າ ແລະຂໍໃຫ້ເຂົາເຈົ້າຊ່ອຍ.
ເມື່ອສຸຂະພາບບໍ່ດີ
9. ຄຳເພງ 41:3; 94:19 ໃຫ້ກຳລັງໃຈເຮົາແນວໃດ?
9 ຂໍຄວາມຊ່ວຍເຫຼືອຈາກພະເຢໂຫວາ. ຖ້າເຮົາເຈັບປ່ວຍເປັນເວລາຫຼາຍປີ ເຮົາອາດຈະຮູ້ສຶກທໍ້ໃຈ. ເຖິງພະເຢໂຫວາຈະບໍ່ໄດ້ເຮັດການອັດສະຈັນເພື່ອຊ່ອຍເຮົາໃນຕອນນີ້ ແຕ່ເພິ່ນກໍໃຫ້ກຳລັງໃຈເຮົາແລະຊ່ອຍເຮົາມີກຳລັງທີ່ຈະອົດທົນໄດ້. (ອ່ານຄຳເພງ 41:3; 94:19) ຕົວຢ່າງເຊັ່ນ: ພະເຢໂຫວາອາດກະຕຸ້ນພີ່ນ້ອງໃຫ້ມາຊ່ອຍເຮັດວຽກເຮືອນຫຼືຊ່ອຍໄປຊື້ເຄື່ອງໃຫ້ເຮົາ ແລະອະທິດຖານກັບເຮົາ ຫຼືພະເຢໂຫວາອາດຊ່ອຍເຮົາໃຫ້ຈື່ຂໍ້ພະຄຳພີທີ່ໃຫ້ກຳລັງໃຈເຊິ່ງເວົ້າເຖິງຄວາມຫວັງໃນໂລກໃໝ່ທີ່ເຮົາຈະມີຊີວິດທີ່ສົມບູນແບບແລະບໍ່ຕ້ອງເຈັບປ່ວຍອີກເລີຍ.—ຣມ. 15:4
10. ເປັນຫຍັງພີ່ນ້ອງອີຊ້ອງຈຶ່ງບໍ່ໄດ້ຮູ້ສຶກເສຍໃຈຢູ່ຕະຫຼອດຫຼັງຈາກທີ່ເກີດອຸບັດຕິເຫດ?
10 ພີ່ນ້ອງອີຊ້ອງທີ່ຢູ່ນີເຊເຣຍເກີດອຸບັດຕິເຫດແລ້ວເປັນອຳມະພາດ. ໝໍບອກວ່າລາວຈະຍ່າງບໍ່ໄດ້ອີກເລີຍ. ລາວເວົ້າວ່າ “ຂ້ອຍຫົວໃຈແຕກສະຫຼາຍແລະເສຍໃຈຫຼາຍ.” ແຕ່ລາວເສຍໃຈຢູ່ຕະຫຼອດບໍ? ບໍ່. ອັນໃດຊ່ອຍລາວ? ລາວບອກວ່າ “ຂ້ອຍແລະເມຍອະທິດຖານເຖິງພະເຢໂຫວາແລະສຶກສາຄຳພີໄບເບິນເປັນປະຈຳ. ພວກເຮົາຍັງໄດ້ຄິດເຖິງສິ່ງດີໆທີ່ພະເຢໂຫວາໃຫ້ເຊິ່ງລວມເຖິງຄວາມຫວັງທີ່ຈະມີຊີວິດຕະຫຼອດໄປໃນໂລກໃໝ່.”
11. ພີ່ນ້ອງຊິນດີ້ມີຄວາມສຸກໄດ້ແນວໃດເຖິງວ່າຈະເຈັບປ່ວຍ?
11 ໝໍບອກພີ່ນ້ອງຊິນດີ້ທີ່ຢູ່ແມັກຊິກວ່າ ລາວເປັນພະຍາດຮ້າຍແຮງທີ່ເຮັດໃຫ້ຕາຍໄດ້. ລາວໄດ້ເຮັດຫຍັງເພື່ອຈະບໍ່ທໍ້ໃຈຫຼາຍເກີນໄປ? ຕອນທີ່ລາວໄປປິ່ນປົວ ລາວຕັ້ງເປົ້າໝາຍທີ່ຈະປະກາດທຸກໆມື້. ລາວບອກວ່າ: “ການເຮັດແບບນີ້ເຮັດໃຫ້ຂ້ອຍຄິດເຖິງວິທີທີ່ຈະຊ່ວຍເຫຼືອຄົນອື່ນແທນທີ່ຈະຄິດເຖິງບັນຫາແລະຄວາມເຈັບປ່ວຍຂອງຕົວເອງ. ຕອນທີ່ຂ້ອຍລົມກັບໝໍຫຼືພະຍາບານຢູ່ຫັ້ນ ຂ້ອຍກໍຈະຖາມກ່ຽວກັບຄອບຄົວຂອງເຂົາເຈົ້າແລະຖາມວ່າເປັນຫຍັງເຂົາເຈົ້າຈຶ່ງເລືອກອາຊີບທີ່ຍາກແບບນີ້. ຈາກນັ້ນຂ້ອຍກໍເລືອກເອົາຫົວຂໍ້ທີ່ເຂົາເຈົ້າອາດຈະສົນໃຈ. ຫຼາຍຄົນທີ່ຂ້ອຍລົມນຳບອກວ່າ ຕາມປົກກະຕິແລ້ວຄົນເຈັບຈະບໍ່ໄດ້ຖາມເລື່ອງຊີວິດການເປັນຢູ່ຂອງໝໍ. ດັ່ງນັ້ນເຂົາເຈົ້າຈຶ່ງຂອບໃຈຂ້ອຍທີ່ສົນໃຈເຂົາເຈົ້າ ແລະບາງຄົນເຖິງຂັ້ນໃຫ້ທີ່ຢູ່ເພື່ອຂ້ອຍຈະຕິດຕໍ່ຫາເຂົາເຈົ້າໄດ້. ຂ້ອຍຮູ້ວ່າພະເຢໂຫວາຈະຊ່ອຍຂ້ອຍໃຫ້ອົດທົນກັບສະພາບການທີ່ຍາກນີ້ໄດ້ ແຕ່ເພິ່ນຍັງໄດ້ຊ່ອຍຂ້ອຍໃຫ້ມີຄວາມສຸກນຳອີກ!”—ສຸພາ. 15:15
12-13. ພີ່ນ້ອງທີ່ເຈັບປ່ວຍຫຼືສູງອາຍຸສາມາດປະກາດໂດຍວິທີໃດ ແລະຜົນເປັນແນວໃດ?
12 ບາງຄົນທີ່ເຈັບປ່ວຍອາດຮູ້ສຶກທໍ້ໃຈ ເພາະເຂົາເຈົ້າບໍ່ສາມາດເຮັດວຽກປະກາດໄດ້ຫຼາຍເທົ່າທີ່ເຂົາເຈົ້າຢາກເຮັດ. ແຕ່ຫຼາຍຄົນກໍສາມາດປະກາດໄດ້ເຊັ່ນ: ຢູ່ສະຫະລັດອາເມຣິກາພີ່ນ້ອງຍິງຄົນໜຶ່ງທີ່ຊື່ ລໍໂຣຕ້ອງນອນຢູ່ໃນເຄື່ອງຈັກທີ່ຊ່ອຍໃຫ້ຫາຍໃຈຕັ້ງ 37 ປີ! ຊ້ຳບໍ່ໜຳລາວຍັງເປັນມະເຮັງ ແລະຫຼາຍເທື່ອຕ້ອງໄດ້ຜ່າຕັດໃຫຍ່ແລະເປັນພະຍາດຜິວໜັງອີກ. ແຕ່ເຖິງຈະເປັນແບບນັ້ນລາວກໍບໍ່ໄດ້ເຊົາປະກາດ. ລາວໄດ້ປະກາດກັບພະຍາບານແລະຄົນທີ່ມາເບິ່ງແຍງລາວຢູ່ເຮືອນ. ຜົນເປັນແນວໃດ? ລາວໄດ້ຊ່ອຍ 17 ຄົນໃຫ້ມາຮູ້ຈັກຄວາມຈິງກ່ຽວກັບພະເຢໂຫວາ!13 ຣິຊາດເຊິ່ງເປັນຜູ້ດູແລຢູ່ຝຣັ່ງໄດ້ບອກວິທີປະກາດໃຫ້ພີ່ນ້ອງທີ່ເຈັບປ່ວຍທີ່ຢູ່ໂຮງໝໍຫຼືຢູ່ເຮືອນເຊິ່ງອອກໄປໃສບໍ່ໄດ້. ລາວບອກວ່າ “ເຂົາເຈົ້າສາມາດວາງປຶ້ມຫຼືວາລະສານໄວ້ເພື່ອໃຫ້ຄົນທີ່ຍ່າງກາຍໄປກາຍມາຈະເຫັນແລະສົນໃຈທີ່ຈະອ່ານປຶ້ມນັ້ນ. ການເຮັດແບບນີ້ໄດ້ຊ່ອຍໃຫ້ກຳລັງໃຈພີ່ນ້ອງທີ່ບໍ່ສາມາດອອກໄປປະກາດຕາມບ້ານເຮືອນໄດ້.” ພີ່ນ້ອງທີ່ອອກໄປໃສບໍ່ໄດ້ຍັງສາມາດປະກາດໂດຍການຂຽນຈົດໝາຍແລະທາງໂທລະສັບ.
ເມື່ອບໍ່ໄດ້ຮັບວຽກມອບໝາຍທີ່ຢາກເຮັດ
14. ກະສັດດາວິດເປັນຕົວຢ່າງທີ່ດີໃຫ້ເຮົາແນວໃດ?
14 ມີຫຼາຍເຫດຜົນທີ່ອາດເຮັດໃຫ້ເຮົາບໍ່ໄດ້ຮັບວຽກມອບໝາຍທີ່ເຮົາຢາກເຮັດເຊັ່ນ: ເຮົາອາດອາຍຸຫຼາຍຂຶ້ນ ຫຼືມີບັນຫາສຸຂະພາບ ຫຼືອາດຈະເປັນຍ້ອນສະພາບການອື່ນໆ. ຖ້າເຮົາເປັນແບບນີ້ເຮົາສາມາດຮຽນຈາກຕົວຢ່າງຂອງກະສັດດາວິດ. ເຖິງວ່າດາວິດບໍ່ໄດ້ຖືກເລືອກໃຫ້ສ້າງວິຫານຂອງພະເຢໂຫວາເຊິ່ງເປັນສິ່ງທີ່ລາວຢາກເຮັດແທ້ໆ ແຕ່ລາວໄດ້ສະໜັບສະໜູນຄົນທີ່ພະເຢໂຫວາເລືອກຢ່າງເຕັມທີໂດຍໃຫ້ເງິນແລະຄຳບັກຫຼາຍໆເພື່ອຊ່ອຍໃຫ້ວຽກນີ້ສຳເລັດ. ດາວິດເປັນຕົວຢ່າງທີ່ດີໃຫ້ເຮົາຫຼາຍແທ້ໆ!—2 ຊາມ. 7:12, 13; 1 ຂ່າວ. 29:1, 3-5
15. ອັນໃດຊ່ອຍພີ່ນ້ອງຮຸກໃຫ້ເຊົາທໍ້ໃຈ?
15 ພີ່ນ້ອງຮຸກຢູ່ຝຣັ່ງບໍ່ໄດ້ເປັນຜູ້ດູແລຍ້ອນບັນຫາສຸຂະພາບ ແລະແມ່ນແຕ່ເຮັດວຽກເຮືອນເອງກໍບໍ່ໄດ້. ລາວບອກວ່າ: “ຕອນທຳອິດຂ້ອຍຮູ້ສຶກທໍ້ໃຈຫຼາຍແລະຮູ້ສຶກວ່າຕົວເອງບໍ່ມີຄ່າ. ແຕ່ຕໍ່ມາຂ້ອຍກໍເຫັນວ່າເປັນເລື່ອງສຳຄັນທີ່ຈະຍອມຮັບວ່າຕົວເອງມີຂີດຈຳກັດ ແລ້ວຂ້ອຍກໍມີຄວາມສຸກກັບສິ່ງທີ່ຂ້ອຍເຮັດໄດ້ໃນວຽກຮັບໃຊ້ພະເຢໂຫວາ. ຂ້ອຍຕັ້ງໃຈທີ່ຈະບໍ່ຍອມແພ້ແລະສູ້ຕໍ່ໄປຄືກັບກີເດໂອນແລະທະຫານ 300 ຄົນທີ່ບໍ່ຍອມແພ້ເຖິງວ່າເຂົາເຈົ້າຈະເມື່ອຍ!”—ຕັດສິນ. 8:4
16. ເຮົາໄດ້ບົດຮຽນຫຍັງຈາກທູດສະຫວັນ?
1 ກະ. 22:19-22) ທູດສະຫວັນອົງອື່ນໆຈະທໍ້ໃຈແລະຄິດບໍວ່າ ‘ຂ້ອຍຊິເສຍເວລາໄປອອກຄວາມຄິດເຫັນເຮັດຫຍັງ?’ ເຂົາເຈົ້າຄືຊິບໍ່ໄດ້ຄິດແບບນັ້ນເພາະເຂົາເຈົ້າຖ່ອມຕົວ ແລະຢາກໃຫ້ກຽດທັງໝົດນີ້ກັບພະເຢໂຫວາ.—ຕັດສິນ. 13:16-18; ພນມ. 19:10
16 ເຮົາຍັງສາມາດຮຽນແບບຕົວຢ່າງຂອງທູດສະຫວັນທີ່ສັດຊື່. ຕອນທີ່ກະສັດອາກາບປົກຄອງ ພະເຢໂຫວາໄດ້ໃຫ້ທູດສະຫວັນອອກຄວາມຄິດເຫັນວ່າຈະຫຼອກກະສັດອາກາບແນວໃດ. ທູດສະຫວັນຫຼາຍອົງໄດ້ໃຫ້ຄວາມຄິດເຫັນທີ່ຕ່າງກັນ ແຕ່ພະເຢໂຫວາໄດ້ເລືອກເອົາຄວາມຄິດເຫັນຂອງທູດສະຫວັນອົງໜຶ່ງ ແລະບອກວ່າລາວຈະເຮັດໄດ້ສຳເລັດ. (17. ເຮົາຄວນເຮັດແນວໃດຖ້າຮູ້ສຶກທໍ້ໃຈຍ້ອນບໍ່ໄດ້ຮັບວຽກມອບໝາຍທີ່ຢາກເຮັດ?
17 ເຮົາຮູ້ສຶກເປັນກຽດທີ່ໄດ້ປະກາດຊື່ຂອງພະເຢໂຫວາແລະເລື່ອງການປົກຄອງຂອງເພິ່ນ. ເຮົາອາດຈະໄດ້ຮັບຫຼືສູນເສຍວຽກມອບໝາຍກໍໄດ້ ແຕ່ວຽກມອບໝາຍບໍ່ໄດ້ເຮັດໃຫ້ເຮົາມີຄ່າຕໍ່ພະເຢໂຫວາ. ແຕ່ຖ້າເຮົາຖ່ອມຕົວແລະຈຽມຕົວເຮົາຈະມີຄ່າຕໍ່ພະເຢໂຫວາແລະຕໍ່ພີ່ນ້ອງ. ດັ່ງນັ້ນໃຫ້ຂໍພະເຢໂຫວາຊ່ອຍເຈົ້າໃຫ້ເປັນຄົນຖ່ອມຕົວແລະຈຽມຕົວຢູ່ສະເໝີ. ແລະໃຫ້ຄິດເຖິງຕົວຢ່າງຂອງຜູ້ຮັບໃຊ້ພະເຢໂຫວາທີ່ຢູ່ໃນຄຳພີໄບເບິນເຊິ່ງເປັນຄົນຖ່ອມຕົວແລະຈຽມຕົວ ແລະໃຫ້ເຕັມໃຈຮັບໃຊ້ພີ່ນ້ອງເທົ່າທີ່ເຮັດໄດ້.—ເພງ. 138:6; 1 ປຕ. 5:5
ເມື່ອເບິ່ງຄືວ່າຄົນໃນເຂດປະກາດບໍ່ສົນໃຈ
18-19. ຖ້າເບິ່ງຄືວ່າຄົນໃນເຂດປະກາດບໍ່ສົນໃຈ ເຮົາຈະເຮັດແນວໃດຈຶ່ງຈະມີຄວາມສຸກໃນວຽກປະກາດ?
18 ບາງເທື່ອເຈົ້າອາດຮູ້ສຶກທໍ້ໃຈຍ້ອນເບິ່ງຄືວ່າຄົນໃນເຂດປະກາດບໍ່ຄ່ອຍສົນໃຈແລະບໍ່ຄ່ອຍຢູ່ເຮືອນ. ຖ້າເປັນແບບນັ້ນ ເຮົາຈະຍັງມີຄວາມຍິນດີຫຼືມີຄວາມສຸກຫຼາຍຂຶ້ນໄດ້ແນວໃດ? ເຮົາສາມາດເບິ່ງຄຳແນະນຳທີ່ຢູ່ໃນຂອບ “ ວິທີເຮັດວຽກປະກາດໃຫ້ມີຄວາມສຸກຫຼາຍຂຶ້ນ.” ຄຳແນະນຳນີ້ຍັງຊ່ອຍເຮົາໃຫ້ມີຄວາມຄິດທີ່ຖືກຕ້ອງໃນວຽກປະກາດ. ແຕ່ເຮົາຈະມີຄວາມຄິດທີ່ຖືກຕ້ອງໄດ້ແນວໃດ?
19 ຂໍໃຫ້ຈື່ໄວ້ວ່າເຮົາປະກາດກໍເພື່ອໃຫ້ຄົນອື່ນໄດ້ຮູ້ຈັກຊື່ຂອງພະເຢໂຫວາແລະການປົກຄອງຂອງເພິ່ນ. ພະເຢຊູບອກວ່າ ມີໜ້ອຍຄົນທີ່ຈະເຂົ້າມາໃນທາງທີ່ພາໄປເຖິງຊີວິດ. (ມທ. 7:13, 14) ເມື່ອເຮົາປະກາດ ເຮົາກໍຮູ້ສຶກມີກຽດທີ່ໄດ້ເຮັດວຽກຮ່ວມກັບພະເຢໂຫວາ ພະເຢຊູ ແລະທູດສະຫວັນ. (ມທ. 28:19, 20; 1 ກຣ. 3:9; ພນມ. 14:6, 7) ພະເຢໂຫວາເຮັດໃຫ້ຜູ້ທີ່ຢາກຮູ້ຈັກເພິ່ນເຂົ້າມາໃນຄວາມຈິງ. (ຢຮ. 6:44) ດັ່ງນັ້ນ ຖ້າຜູ້ທີ່ເຮົາເວົ້ານຳບໍ່ຢາກຟັງເລື່ອງພະເຢໂຫວາໃນຕອນນີ້ ລາວອາດຈະຢາກຟັງເທື່ອໜ້າກໍໄດ້.
20. ເຢເຣມີ 20:8, 9 ຊ່ອຍເຮົາແນວໃດບໍ່ໃຫ້ທໍ້ໃຈ?
20 ເຮົາໄດ້ຮຽນຫຼາຍຢ່າງຈາກເລື່ອງຜູ້ພະຍາກອນເຢເຣມີ. ຄົນໃນເຂດທີ່ລາວປະກາດບໍ່ຢາກຟັງລາວ ເຂົາເຈົ້າທັງດ່າທັງເວົ້າໃສ່ລາວ ‘ໝົດມື້.’ (ອ່ານເຢເຣມີ 20:8, 9) ລາວທໍ້ໃຈເຖິງຂັ້ນວ່າຢາກຍອມແພ້ ແຕ່ລາວກໍບໍ່ໄດ້ຍອມແພ້. ຍ້ອນຫຍັງ? ຍ້ອນ “ຄຳຂອງພະເຢໂຫວາ” ເປັນຄືກັບໄຟທີ່ຢູ່ໃນໃຈລາວ. ລາວຈຶ່ງເກັບມັນໄວ້ບໍ່ໄດ້. ຄ້າຍຄືກັນ ຖ້າເຮົາໃຫ້ຄຳສອນຂອງພະເຢໂຫວາເຂົ້າໄປໃນຫົວໃຈຂອງເຮົາ ເຮົາກໍຈະຢາກເວົ້າມັນອອກມາ. ນີ້ເປັນເຫດຜົນທີ່ເຮົາຕ້ອງສຶກສາຄຳພີໄບເບິນແລະຄິດຕຶກຕອງທຸກໆມື້. ແລ້ວເຮົາກໍຈະມີຄວາມສຸກຫຼາຍຂຶ້ນໃນວຽກປະກາດແລະຜູ້ຄົນກໍອາດຈະຟັງເຮົາຫຼາຍຂຶ້ນນຳ.—ຢເຣ. 15:16
21. ບໍ່ວ່າເຮົາຈະທໍ້ໃຈດ້ວຍເຫດຜົນໃດກໍຕາມ ເຮົາຈະເຊົາທໍ້ໃຈໄດ້ແນວໃດ?
21 ເດໂບຣາທີ່ເວົ້າເຖິງກ່ອນໜ້ານີ້ບອກວ່າ “ອາວຸດຢ່າງໜຶ່ງທີ່ຊາຕານໃຊ້ແມ່ນການເຮັດໃຫ້ເຮົາທໍ້ໃຈ.” ແຕ່ອາວຸດຂອງຊາຕານໃຊ້ບໍ່ໄດ້ກັບພະເຢໂຫວາ. ດັ່ງນັ້ນຖ້າເຈົ້າຮູ້ສຶກທໍ້ໃຈບໍ່ວ່າຍ້ອນເຫດຜົນໃດກໍຕາມ ໃຫ້ຂໍພະເຢໂຫວາຊ່ອຍເຈົ້າ. ເພິ່ນຈະຊ່ອຍເຮົາເມື່ອເຮົາຮູ້ສຶກຜິດແລະອ່ອນແອ. ເພິ່ນຈະຊ່ອຍເຮົາເມື່ອເຮົາເຈັບປ່ວຍ. ເພິ່ນຈະຊ່ອຍເຮົາໃຫ້ເບິ່ງວຽກມອບໝາຍໃນແບບທີ່ຖືກຕ້ອງ. ແລະເພິ່ນຈະຊ່ອຍເຮົາໃຫ້ມີຄວາມຄິດທີ່ຖືກຕ້ອງໃນວຽກປະກາດ. ນອກຈາກນັ້ນ ໃຫ້ລະບາຍຄວາມຮູ້ສຶກທັງໝົດກັບພະເຢໂຫວາພໍ່ທີ່ຢູ່ໃນສະຫວັນ ແລະດ້ວຍຄວາມຊ່ວຍເຫຼືອຈາກເພິ່ນ ເຮົາຈະເຊົາທໍ້ໃຈໄດ້.
ເພງ 41 ຂໍຟັງຄຳອະທິດຖານຂອງເຮົາ
^ ຂໍ້ 5 ບາງຄັ້ງເຮົາທຸກຄົນຮູ້ສຶກທໍ້ໃຈ. ໃນບົດຄວາມນີ້ເຮົາຈະມາເບິ່ງວ່າ ເຮົາຕ້ອງເຮັດແນວໃດເມື່ອຮູ້ສຶກທໍ້ໃຈ. ແລ້ວເຮົາຈະເຫັນວ່າພະເຢໂຫວາຈະຊ່ອຍເຮົາໃຫ້ເຊົາທໍ້ໃຈໄດ້ແນວໃດ.
^ ຂໍ້ 4 ບາງຊື່ເປັນຊື່ສົມມຸດ.
^ ຂໍ້ 12 ອ່ານເລື່ອງຂອງລໍໂຣ ນິດສ໌ເບັດໃນ ຕື່ນເຖີດ! 8 ກຸມພາ 1993 (ພາສາໄທ)
^ ຂໍ້ 69 ຄຳອະທິບາຍຮູບພາບ: ພີ່ນ້ອງຍິງຄົນໜຶ່ງທີ່ທໍ້ໃຈໄດ້ອະທິດຖານແລະຄິດເຖິງສິ່ງທີ່ລາວເຄີຍເຮັດໃນການຮັບໃຊ້ພະເຢໂຫວາ ແລະລາວໝັ້ນໃຈວ່າພະເຢໂຫວາຮູ້ສິ່ງທີ່ລາວໄດ້ເຮັດແລະສິ່ງທີ່ລາວກຳລັງເຮັດ.