ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 49

ເຮົາ​ເຊື່ອ​ວ່າ​ການ​ຄືນ​ມາ​ຈາກ​ຕາຍ​ຈະ​ເກີດ​ຂຶ້ນ​ແທ້!

ເຮົາ​ເຊື່ອ​ວ່າ​ການ​ຄືນ​ມາ​ຈາກ​ຕາຍ​ຈະ​ເກີດ​ຂຶ້ນ​ແທ້!

“ຂ້ອຍ​ກໍ​ມີ​ຄວາມ​ຫວັງ​ໃນ​ພະເຈົ້າ​ຄື . . . ທັງ​ຄົນ​ດີ​ແລະ​ຄົນ​ຊົ່ວ​ຈະ​ຄືນ​ມາ​ຈາກ​ຕາຍ.”—ກຈກ. 24:15

ເພງ 151 ພະອົງ​ຈະ​ເອີ້ນ

ໃຈ​ຄວາມ​ສຳຄັນ *

1-2. ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ມີ​ຄວາມ​ຫວັງ​ທີ່​ດີ​ເລື່ອງ​ຫຍັງ?

ຄວາມ​ຫວັງ​ເປັນ​ເລື່ອງ​ສຳຄັນ​ຫຼາຍ. ບາງ​ຄົນ​ຫວັງ​ວ່າ​ຈະ​ມີ​ຊີວິດ​ຄອບຄົວ​ທີ່​ມີ​ຄວາມ​ສຸກ ບາງ​ຄົນ​ຫວັງ​ວ່າ​ລູກ​ຈະ​ເປັນ​ຄົນ​ດີ ແລະ​ບາງ​ຄົນ​ກໍ​ຫວັງ​ວ່າ​ຈະ​ເຊົາ​ຈາກ​ພະຍາດ​ທີ່​ຮ້າຍແຮງ. ເຮົາ​ກໍ​ຫວັງ​ແບບ​ນີ້​ຄື​ກັນ ແຕ່​ເຮົາ​ກໍ​ຫວັງ​ຫຼາຍ​ກວ່າ​ນັ້ນ​ເພາະ​ເຮົາ​ຫວັງ​ວ່າ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ ແລະ​ຫວັງ​ວ່າ​ຄົນ​ທີ່​ເຮົາ​ຮັກ​ເຊິ່ງ​ຕາຍ​ໄປ​ແລ້ວ​ຈະ​ກັບ​ມາ​ມີ​ຊີວິດ​ອີກ.

2 ອັກຄະສາວົກ​ໂປໂລ​ບອກ​ວ່າ: “ຂ້ອຍ​ກໍ​ມີ​ຄວາມ​ຫວັງ​ໃນ​ພະເຈົ້າ​ຄື . . . ທັງ​ຄົນ​ດີ​ແລະ​ຄົນ​ຊົ່ວ​ຈະ​ຄືນ​ມາ​ຈາກ​ຕາຍ.” (ກຈກ. 24:15) ໂປໂລ​ບໍ່​ແມ່ນ​ຜູ້​ດຽວ​ທີ່​ເວົ້າ​ເຖິງ​ຄວາມ​ຫວັງ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ ເພາະ​ໂຢບ​ກໍ​ເວົ້າ​ເລື່ອງ​ນີ້​ຄື​ກັນ. ລາວ​ໝັ້ນ​ໃຈ​ວ່າ​ພະເຈົ້າ​ຈະ​ຈື່​ລາວ ແລະ​ປຸກ​ລາວ​ໃຫ້​ກັບ​ມາ​ມີ​ຊີວິດ​ອີກ.—ໂຢບ 14:7-10, 12-15

3. 1 ໂກຣິນໂທ​ບົດ 15 ຊ່ອຍ​ເຮົາ​ແນວ​ໃດ?

3 “ການ​ຄືນ​ມາ​ຈາກ​ຕາຍ” ເປັນ​ສ່ວນ​ໜຶ່ງ​ຂອງ “ຮາກ​ຖານ” ຫຼື “ຫຼັກ​ຄຳ​ສອນ​ເບື້ອງ​ຕົ້ນ” ຂອງ​ຄລິດສະຕຽນ. (ຮຣ. 6:1, 2) ໂປໂລ​ຂຽນ​ເລື່ອງ​ນີ້​ໄວ້​ໃນ 1 ໂກຣິນໂທ​ບົດ 15. ສິ່ງ​ທີ່​ລາວ​ຂຽນ​ຕ້ອງ​ໃຫ້​ກຳລັງ​ໃຈ​ຄລິດສະຕຽນ​ໃນ​ສະໄໝ​ນັ້ນ​ແທ້ໆ. ແລະ​ບົດ​ນັ້ນ​ຍັງ​ໃຫ້​ກຳລັງ​ໃຈ​ເຮົາ ແລະ​ຊ່ອຍ​ເຮົາ​ໃຫ້​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ວ່າ​ການ​ຄືນ​ມາ​ຈາກ​ຕາຍ​ຈະ​ເກີດ​ຂຶ້ນ​ແທ້.

4. ເປັນ​ຫຍັງ​ເຮົາ​ຈຶ່ງ​ໝັ້ນ​ໃຈ​ວ່າ ຄົນ​ທີ່​ເຮົາ​ຮັກ​ທີ່​ຕາຍ​ໄປ​ຈະ​ກັບ​ມາ​ມີ​ຊີວິດ​ອີກ?

4 ການ​ຄືນ​ມາ​ຈາກ​ຕາຍ​ຂອງ​ພະ​ເຢຊູ​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ວ່າ​ຖ້າ​ຄົນ​ທີ່​ເຮົາ​ຮັກ​ຕາຍ ເຂົາ​ເຈົ້າ​ກໍ​ຈະ​ຖືກ​ປຸກ​ໃຫ້​ກັບ​ມາ​ມີ​ຊີວິດ​ອີກ. ການ​ຄືນ​ມາ​ຈາກ​ຕາຍ​ຂອງ​ພະ​ເຢຊູ​ເປັນ​ສ່ວນ​ໜຶ່ງ​ຂອງ “ຂ່າວ​ດີ” ທີ່​ໂປໂລ​ປະກາດ​ຢູ່​ເມືອງ​ໂກຣິນໂທ. (1 ກຣ. 15:1, 2) ເລື່ອງ​ນີ້​ສຳຄັນ​ຫຼາຍ​ເຖິງ​ຂັ້ນ​ວ່າ​ຖ້າ​ເຮົາ​ບໍ່​ເຊື່ອ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ ຄວາມ​ເຊື່ອ​ຂອງ​ເຮົາ​ກໍ​ບໍ່​ມີ​ປະໂຫຍດ​ຫຍັງ​ເລີຍ. (1 ກຣ. 15:17) ດັ່ງ​ນັ້ນ ການ​ຄືນ​ມາ​ຈາກ​ຕາຍ​ຂອງ​ພະ​ເຢຊູ​ຈຶ່ງ​ເຮັດ​ໃຫ້​ເຮົາ​ເຊື່ອ​ວ່າ​ຈະ​ມີ​ການ​ຄືນ​ມາ​ຈາກ​ຕາຍ.

5-6. 1 ໂກຣິນໂທ 15:3, 4 ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ໃນ​ເລື່ອງ​ຫຍັງ?

5 ເມື່ອ​ໂປໂລ​ເວົ້າ​ເຖິງ​ການ​ຄືນ​ມາ​ຈາກ​ຕາຍ ລາວ​ໄດ້​ເວົ້າ​ເຖິງ​ສາມ​ສິ່ງ​ທີ່​ສຳຄັນ​ຄື: (1) “ພະຄລິດ​ຍອມ​ຕາຍ​ເພື່ອ​ໄຖ່​ບາບ​ໃຫ້​ພວກ​ເຮົາ” (2) ເພິ່ນ “ຖືກ​ຝັງ​ໄວ້” ແລະ (3) “ໃນ​ມື້​ທີ​ສາມ​ເພິ່ນ​ກໍ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ຕາມ​ທີ່​ບອກ​ໄວ້​ໃນ​ພະ​ຄຳພີ.”—ອ່ານ 1 ໂກຣິນໂທ 15:3, 4

6 ການ​ທີ່​ພະ​ເຢຊູ​ຕາຍ ຖືກ​ຝັງ ແລະ​ຖືກ​ປຸກ​ໃຫ້​ຄືນ​ມາ​ມີ​ຄວາມ​ໝາຍ​ແນວ​ໃດ​ສຳລັບ​ເຮົາ? ຜູ້​ພະຍາກອນ​ເອຊາຢາ​ບອກ​ລ່ວງ​ໜ້າ​ວ່າ: ເມຊີອາ​ຈະ​ຖືກ “ພາ​ເອົາ​ໄປ​ຈາກ​ຜູ້​ຄົນ​ທີ່​ມີ​ຊີວິດ​ຢູ່” ແລະ “ມີ​ຄົນ​ຈັດ​ຫຼຸມ​ສົບ​ຂອງ​ເພິ່ນ​ໄວ້​ກັບ​ຄົນ​ຊົ່ວ.” ແລ້ວ​ເມຊີອາ​ຈະ​ເຮັດ​ຫຍັງ​ອີກ? ເອຊາຢາ​ເວົ້າ​ຕື່ມ​ວ່າ: ເພິ່ນ​ຈະ “ຮັບ​ເອົາ​ບາບ​ຂອງ​ຄົນ​ຈຳນວນ​ຫຼາຍ.” ພະ​ເຢຊູ​ກໍ​ໄດ້​ຮັບ​ເອົາ​ບາບ​ຕອນ​ທີ່​ເພິ່ນ​ເປັນ​ຄ່າໄຖ່. (ເອຊາ. 53:8, 9, 12, ລ.ມ.; ມທ. 20:28; ຣມ. 5:8) ດັ່ງ​ນັ້ນ ເມື່ອ​ພະ​ເຢຊູ​ຕາຍ ຖືກ​ຝັງ ແລະ​ຖືກ​ປຸກ​ໃຫ້​ຄືນ​ມາ​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ວ່າ​ໃນ​ອະນາຄົດ​ເຮົາ​ຈະ​ບໍ່​ມີ​ບາບ​ແລະ​ບໍ່​ຕາຍ ແລະ​ຈະ​ໄດ້​ເຫັນ​ຄົນ​ທີ່​ເຮົາ​ຮັກ​ທີ່​ຕາຍ​ໄປ​ແລ້ວ​ໄດ້​ກັບ​ມາ​ມີ​ຊີວິດ​ອີກ.

ຫຼັກ​ຖານ​ຈາກ​ພະຍານ​ຫຼາຍ​ຄົນ

7-8. ອັນ​ໃດ​ຊ່ອຍ​ໃຫ້​ຄລິດສະຕຽນ​ໝັ້ນ​ໃຈ​ວ່າ​ພະ​ເຢຊູ​ຄືນ​ມາ​ຈາກ​ຕາຍ​ແທ້?

7 ຄວາມ​ຫວັງ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ​ຂອງ​ເຮົາ​ຂຶ້ນ​ຢູ່​ກັບ​ການ​ຄືນ​ມາ​ຈາກ​ຕາຍ​ຂອງ​ພະ​ເຢຊູ. ດັ່ງ​ນັ້ນ​ເຮົາ​ຕ້ອງ​ໝັ້ນ​ໃຈ​ແທ້ໆວ່າ​ພະ​ເຢຊູ​ຄືນ​ມາ​ຈາກ​ຕາຍ. ເປັນ​ຫຍັງ​ເຮົາ​ຈຶ່ງ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ໄດ້​ປຸກ​ພະ​ເຢຊູ​ໃຫ້​ຄືນ​ມາ​ຈາກ​ຕາຍ?

8 ມີ​ພະຍານ​ຫຼາຍ​ຄົນ​ທີ່​ເຫັນ​ວ່າ​ພະ​ເຢຊູ​ໄດ້​ຄືນ​ມາ​ຈາກ​ຕາຍ. (1 ກຣ. 15:5-7) ໂປໂລ​ບອກ​ວ່າ ພະຍານ​ຄົນ​ທຳອິດ​ທີ່​ເຫັນ​ພະ​ເຢຊູ​ກໍ​ຄື​ອັກຄະສາວົກ​ເປໂຕ (ເກຟາ) ແລະ​ພວກ​ລູກສິດ​ກຸ່ມ​ໜຶ່ງ​ກໍ​ຢັ້ງຢືນ​ວ່າ ເປໂຕ​ໄດ້​ເຫັນ​ພະ​ເຢຊູ​ຄືນ​ມາ​ຈາກ​ຕາຍ​ແທ້. (ລກ. 24:33, 34) ນອກ​ຈາກ​ນັ້ນ ພວກ​ອັກຄະສາວົກ​ກໍ​ໄດ້​ເຫັນ​ພະ​ເຢຊູ​ຫຼັງ​ຈາກ​ທີ່​ເພິ່ນ​ຄືນ​ມາ​ຈາກ​ຕາຍ. ຈາກ​ນັ້ນ​ພະ​ເຢຊູ​ກໍ “ປາກົດ​ຕົວ​ຕໍ່​ພີ່ນ້ອງ​ຫຼາຍ​ກວ່າ 500 ຄົນ​ໃນ​ເວລາ​ດຽວ​ກັນ” ເຊິ່ງ​ອາດ​ຈະ​ເປັນ​ເຫດການ​ທີ່​ເກີດ​ຂຶ້ນ​ໃນ​ຄາລີເລ ເຊິ່ງ​ບັນທຶກ​ໄວ້​ໃນ​ມັດທາຍ 28:16-20. ພະ​ເຢຊູ​ຍັງ​ໄດ້ “ປາກົດ​ຕົວ​ໃຫ້​ຢາໂກໂບ” ຜູ້​ເປັນ​ນ້ອງ​ຕ່າງ​ພໍ່​ຂອງ​ເພິ່ນ​ໄດ້​ເຫັນ​ເຊິ່ງ​ຕອນ​ນັ້ນ​ລາວ​ບໍ່​ໄດ້​ເຊື່ອ​ວ່າ​ພະ​ເຢຊູ​ເປັນ​ເມຊີອາ. (ຢຮ. 7:5) ແຕ່​ເມື່ອ​ເຫັນ​ພະ​ເຢຊູ ລາວ​ກໍ​ເຊື່ອ. ຕໍ່​ມາ​ໃນ​ປີ ຄ.ສ 55 ຕອນ​ທີ່​ໂປໂລ​ຂຽນ​ຈົດ​ໝາຍ​ນີ້ ພະຍານ​ຫຼາຍ​ຄົນ​ທີ່​ເຫັນ​ພະ​ເຢຊູ​ຄືນ​ມາ​ຈາກ​ຕາຍ​ກໍ​ຍັງ​ມີ​ຊີວິດ​ຢູ່. ດັ່ງ​ນັ້ນ​ຖ້າ​ມີ​ໃຜ​ສົງໄສ​ໃນ​ເລື່ອງ​ນີ້ ກໍ​ສາມາດ​ໄປ​ຖາມ​ເຂົາ​ເຈົ້າ​ໄດ້.

9. ຕາມ​ກິດຈະການ 9:3-5 ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ໂປໂລ​ໃຫ້​ຫຼັກ​ຖານ​ເພີ່ມ​ເຕີມ​ແນວ​ໃດ​ວ່າ​ພະ​ເຢຊູ​ຄືນ​ມາ​ຈາກ​ຕາຍ?

9 ຕໍ່​ມາ​ພະ​ເຢຊູ​ກໍ​ປາກົດ​ຕົວ​ຕໍ່​ໂປໂລ. (1 ກຣ. 15:8) ຕອນ​ທີ່​ໂປໂລ (ໂຊໂລ) ເດີນ​ທາງ​ໄປ​ເມືອງ​ດາ​ມາ​ກັດ ລາວ​ກໍ​ໄດ້​ເຫັນ​ແສງ​ຈາກ​ຟ້າ​ແລະ​ໄດ້​ຍິນ​ສຽງ​ພະ​ເຢຊູ​ເວົ້າ​ກັບ​ລາວ. (ອ່ານ​ກິດຈະການ 9:3-5) ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ໂປໂລ​ເປັນ​ຫຼັກ​ຖານ​ເພີ່ມ​ອີກ​ວ່າ​ພະ​ເຢຊູ​ຄືນ​ມາ​ຈາກ​ຕາຍ​ແທ້ໆ.—ກຈກ. 26:12-15

10. ການ​ທີ່​ໂປໂລ​ເຊື່ອ​ວ່າ​ພະ​ເຢຊູ​ຄືນ​ມາ​ຈາກ​ຕາຍ​ກະຕຸ້ນ​ລາວ​ໃຫ້​ເຮັດ​ຫຍັງ​ແດ່?

10 ບາງ​ຄົນ​ສົນ​ໃຈ​ສິ່ງ​ທີ່​ໂປໂລ​ເວົ້າ​ເປັນ​ພິເສດ ເພາະ​ກ່ອນ​ໜ້າ​ນັ້ນ​ລາວ​ເຄີຍ​ຂົ່ມເຫງ​ຄລິດສະຕຽນ. ຫຼັງ​ຈາກ​ທີ່​ໂປໂລ​ເຊື່ອ​ວ່າ​ພະ​ເຢຊູ​ຄືນ​ມາ​ຈາກ​ຕາຍ ລາວ​ກໍ​ເຮັດ​ວຽກ​ປະກາດ​ເອົາ​ແທ້​ເອົາ​ວ່າ​ເພື່ອ​ຊ່ອຍ​ຄົນ​ໃຫ້​ເຂົ້າ​ໃຈ​ຄວາມ​ຈິງ. ຕອນ​ທີ່​ລາວ​ປະກາດ​ເລື່ອງ​ທີ່​ພະ​ເຢຊູ​ຄືນ​ມາ​ຈາກ​ຕາຍ ລາວ​ທັງ​ຖືກ​ຂ້ຽນ​ຕີ ຕິດ​ຄຸກ ແລະ​ເຮືອ​ແຕກ. ໂປໂລ​ໝັ້ນ​ໃຈ​ແທ້ໆວ່າ​ພະ​ເຢຊູ​ຄືນ​ມາ​ຈາກ​ຕາຍ. (1 ກຣ. 15:9-11; 2 ກຣ. 11:23-27) ລາວ​ເຊື່ອ​ເຖິງ​ຂັ້ນ​ວ່າ​ຍອມ​ສ່ຽງ​ຊີວິດ​ເພື່ອ​ຈະ​ປະກາດ​ເລື່ອງ​ນີ້. ຫຼັກ​ຖານ​ນີ້​ເຮັດ​ໃຫ້​ເຈົ້າ​ໝັ້ນ​ໃຈ​ວ່າ ພະ​ເຢຊູ​ໄດ້​ຄືນ​ມາ​ຈາກ​ຕາຍ​ແທ້​ແມ່ນ​ບໍ? ຄັນ​ຊັ້ນ​ເລື່ອງ​ນີ້​ກໍ​ເຮັດ​ໃຫ້​ເຈົ້າ​ເຊື່ອ​ຫຼາຍ​ຂຶ້ນ​ແມ່ນ​ບໍ​ວ່າ​ຈະ​ມີ​ການ​ຄືນ​ມາ​ຈາກ​ຕາຍ?

ຄວາມ​ເຊື່ອ​ທີ່​ຜິດໆ

11. ເປັນ​ຫຍັງ​ຄລິດສະຕຽນ​ບາງ​ຄົນ​ໃນ​ເມືອງ​ໂກຣິນໂທ​ຈຶ່ງ​ມີ​ຄວາມ​ເຊື່ອ​ຜິດໆເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ?

11 ຄລິດສະຕຽນ​ບາງ​ຄົນ​ໃນ​ເມືອງ​ໂກຣິນໂທ​ມີ​ຄວາມ​ເຊື່ອ​ຜິດໆເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ. ບາງ​ຄົນ​ເຖິງ​ຂັ້ນ​ບອກ​ວ່າ “ການ​ຄືນ​ມາ​ຈາກ​ຕາຍ​ບໍ່​ມີ.” ຍ້ອນ​ຫຍັງ? (1 ກຣ. 15:12) ນັກ​ປັດຊະຍາ​ຄົນ​ກຣີກ​ທີ່​ຢູ່​ໃນ​ເມືອງ​ອາແຖນ​ໄດ້​ເວົ້າ​ເຍີ້ຍ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ​ຂອງ​ພະ​ເຢຊູ. ເລື່ອງ​ນີ້​ເຮັດ​ໃຫ້​ຄລິດສະຕຽນ​ບາງ​ຄົນ​ທີ່​ຢູ່​ໃນ​ເມືອງ​ໂກຣິນໂທ​ກໍ​ຄິດ​ແບບ​ນີ້​ຄື​ກັນ. (ກຈກ. 17:18, 31, 32) ສ່ວນ​ບາງ​ຄົນ​ກໍ​ຄິດ​ວ່າ ການ​ຄືນ​ມາ​ຈາກ​ຕາຍ​ເປັນ​ການ​ປຽບ​ທຽບ​ຊື່ໆ. ເຂົາ​ເຈົ້າ​ຄິດ​ວ່າ​ຄົນ​ທີ່​ມີ​ບາບ​ກໍ​ຄື​ກັບ “ຄົນ​ຕາຍ” ແຕ່​ເມື່ອ​ມາ​ເປັນ​ຄລິດສະຕຽນ​ກໍ​ສ່ຳ​ກັບ​ວ່າ “ຄືນ​ມາ​ຈາກ​ຕາຍ​ແລ້ວ.” ແຕ່​ບໍ່​ວ່າ​ຈະ​ເປັນ​ເຫດຜົນ​ໃດ ເມື່ອ​ບໍ່​ເຊື່ອ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ ຄວາມ​ເຊື່ອ​ນັ້ນ​ກໍ​ບໍ່​ມີ​ປະໂຫຍດ. ເພາະ​ຖ້າ​ພະ​ເຢຊູ​ບໍ່​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ ກໍ​ຈະ​ບໍ່​ມີ​ການ​ຈ່າຍ​ຄ່າໄຖ່ ແລະ​ເຮົາ​ທຸກ​ຄົນ​ກໍ​ຈະ​ຍັງ​ມີ​ບາບ​ຄື​ເກົ່າ. ດັ່ງ​ນັ້ນ​ຄົນ​ທີ່​ບໍ່​ເຊື່ອ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ​ກໍ​ບໍ່​ມີ​ຄວາມ​ຫວັງ​ຫຍັງ​ເລີຍ.—1 ກຣ. 15:13-19; ຮຣ. 9:12, 14

12. ຕາມ 1 ເປໂຕ 3:18, 22 ການ​ຄືນ​ມາ​ຈາກ​ຕາຍ​ຂອງ​ພະ​ເຢຊູ​ຕ່າງ​ຈາກ​ການ​ຄືນ​ມາ​ຈາກ​ຕາຍ​ຂອງ​ຄົນ​ກ່ອນ​ໜ້າ​ນີ້​ແນວ​ໃດ?

12 ໂປໂລ​ຮູ້​ດີ​ວ່າ “ພະຄລິດ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ.” ແຕ່​ການ​ຄືນ​ມາ​ຈາກ​ຕາຍ​ຂອງ​ພະ​ເຢຊູ​ດີ​ກວ່າ​ການ​ຄືນ​ມາ​ຈາກ​ຕາຍ​ຂອງ​ຄົນ​ກ່ອນ​ໜ້າ​ນີ້ ຍ້ອນ​ເຂົາ​ເຈົ້າ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ແລ້ວ ແຕ່​ກໍ​ຍັງ​ຕ້ອງ​ຕາຍ​ອີກ. ໂປໂລ​ບອກ​ວ່າ​ພະ​ເຢຊູ “ເປັນ​ຄົນ​ທຳອິດ​ທີ່​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ.” ເປັນ​ຄົນ​ທຳອິດ​ແນວ​ໃດ? ກໍ​ຍ້ອນ​ວ່າ​ພະ​ເຢຊູ​ເປັນ​ຄົນ​ທຳອິດ​ທີ່​ຖືກ​ປຸກ​ໃຫ້​ມີ​ຮ່າງກາຍ​ສຳລັບ​ສະຫວັນ ແລະ​ເປັນ​ຄົນ​ທຳອິດ​ທີ່​ຖືກ​ປຸກ​ໃຫ້​ໄປ​ສະຫວັນ.—1 ກຣ. 15:20; ກຈກ. 26:23; ອ່ານ 1 ເປໂຕ 3:18, 22

ຄົນ​ທີ່ “ຈະ​ມີ​ຊີວິດ​ອີກ”

13. ໂປໂລ​ສົມ​ທຽບ​ວ່າ​ພະ​ເຢຊູ​ຕ່າງ​ຈາກ​ອາດາມ​ແນວ​ໃດ?

13 ການ​ຕາຍ​ຂອງ​ຄົນ​ຜູ້​ໜຶ່ງ​ຈະ​ເຮັດ​ໃຫ້​ຫຼາຍ​ລ້ານ​ຄົນ​ມີ​ຊີວິດ​ໄດ້​ແນວ​ໃດ? ໂປໂລ​ໄດ້​ໃຫ້​ຄຳຕອບ​ທີ່​ຈະ​ແຈ້ງ​ໃນ​ເລື່ອງ​ນີ້. ລາວ​ໄດ້​ສົມ​ທຽບ​ສິ່ງ​ທີ່​ອາດາມ​ເຮັດ​ກັບ​ມະນຸດ​ແລະ​ສິ່ງ​ທີ່​ພະ​ເຢຊູ​ເຮັດ​ເພື່ອ​ມະນຸດ. ໂປໂລ​ບອກ​ວ່າ: “ຄວາມ​ຕາຍ​ເກີດ​ຂຶ້ນ​ຍ້ອນ​ມະນຸດ​ຄົນ​ດຽວ.” ເມື່ອ​ອາດາມ​ເຮັດ​ບາບ​ໂດຍ​ບໍ່​ເຊື່ອ​ຟັງ ລາວ​ໄດ້​ເຮັດ​ໃຫ້​ຕົວ​ເອງ​ແລະ​ລູກ​ຫຼານ​ຕ້ອງ​ເຈິ​ກັບ​ຄວາມ​ທຸກ​ແລະ​ຕ້ອງ​ຕາຍ. ແຕ່​ເມື່ອ​ພະ​ເຢໂຫວາ​ປຸກ​ພະ​ເຢຊູ​ໃຫ້​ຄືນ​ມາ​ຈາກ​ຕາຍ ເຮົາ​ກໍ​ມີ​ຄວາມ​ຫວັງ​ທີ່​ດີ​ໃນ​ອະນາຄົດ. “ການ​ຄືນ​ມາ​ຈາກ​ຕາຍ​ກໍ​ເກີດ​ຂຶ້ນ​ຍ້ອນ​ມະນຸດ​ຄົນ​ດຽວ [ພະ​ເຢຊູ] ຄື​ກັນ. ໂປໂລ​ຍັງ​ໃຫ້​ເຫດຜົນ​ອີກ​ວ່າ: “ທຸກ​ຄົນ​ຕາຍ​ຍ້ອນ​ອາດາມ ແລະ​ທຸກ​ຄົນ​ກໍ​ຈະ​ມີ​ຊີວິດ​ອີກ​ຍ້ອນ​ພະຄລິດ.”—1 ກຣ. 15:21, 22

14. ອາດາມ​ຈະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ບໍ? ຂໍ​ໃຫ້​ອະທິບາຍ

14 ໂປໂລ​ໝາຍ​ຄວາມ​ວ່າ​ແນວ​ໃດ​ເມື່ອ​ລາວ​ເວົ້າ​ວ່າ: “ທຸກ​ຄົນ ຕາຍ​ຍ້ອນ​ອາດາມ”? ໂປໂລ​ໝາຍ​ຄວາມ​ວ່າ ລູກ​ຫຼານ​ຂອງ​ອາດາມ​ໄດ້​ຮັບ​ບາບ​ແລະ​ເປັນ​ຄົນ​ບໍ່​ສົມບູນ​ແບບ​ຈຶ່ງ​ຕ້ອງ​ຕາຍ. (ຣມ. 5:12) ອາດາມ​ບໍ່​ໄດ້​ຈັດ​ຢູ່​ໃນ​ກຸ່ມ​ຄົນ​ທີ່ “ຈະ​ມີ​ຊີວິດ​ອີກ” ເພາະ​ລາວ​ເປັນ​ຄົນ​ທີ່​ສົມບູນ​ແບບ​ແຕ່​ຕັ້ງ​ໃຈ​ບໍ່​ເຊື່ອ​ຟັງ​ພະເຈົ້າ. ດັ່ງ​ນັ້ນ​ລາວ​ຈຶ່ງ​ບໍ່​ໄດ້​ຮັບ​ປະໂຫຍດ​ຈາກ​ຄ່າໄຖ່​ຂອງ​ພະຄລິດ. ອາດາມ​ເປັນ​ຄື​ກັບ​ຜູ້​ທີ່ “ລູກ​ມະນຸດ” ຈະ​ຕັດສິນ​ວ່າ​ເປັນ “ແບ້” ເຊິ່ງ​ຈະ “ຖືກ​ທຳລາຍ​ຕະຫຼອດ​ໄປ.” —ມທ. 25:31-33, 46; ຮຣ. 5:9

ພະ​ເຢຊູ​ເປັນ​ຜູ້​ທຳອິດ​ທີ່​ຖືກ​ປຸກ​ໃຫ້​ຂຶ້ນ​ໄປ​ສະຫວັນ (ເບິ່ງ​ຂໍ້ 15-16) *

15. “ທຸກ​ຄົນ” ທີ່​ຈະ​ມີ​ຊີວິດ​ອີກ​ໝາຍ​ເຖິງ​ໃຜ?

15 ໂປໂລ​ບອກ​ວ່າ “ທຸກ​ຄົນ​ກໍ​ຈະ​ມີ​ຊີວິດ​ອີກ​ຍ້ອນ​ພະຄລິດ.” (1 ກຣ. 15:22) ໂປໂລ​ໄດ້​ຂຽນ​ຈົດ​ໝາຍ​ເຖິງ​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ໃນ​ເມືອງ​ໂກຣິນໂທ ຜູ້​ທີ່​ຈະ​ຖືກ​ປຸກ​ຄືນ​ມາ​ຈາກ​ຕາຍ​ແລ້ວ​ໄປ​ສະຫວັນ. ຄລິດສະຕຽນ​ເຫຼົ່າ​ນັ້ນ “ຖືກ​ຊຳລະ​ໃຫ້​ບໍລິສຸດ​ແລະ​ເປັນ​ລູກສິດ​ຂອງ​ພະຄລິດ​ເຢຊູ” ແລະ​ໂປໂລ​ເວົ້າ​ຕື່ມ​ອີກ​ວ່າ​ເຂົາ​ເຈົ້າ​ເປັນ “ລູກສິດ​ຂອງ​ພະຄລິດ​ທີ່​ຕາຍ​ໄປ​ແລ້ວ.(1 ກຣ. 1:2; 15:18; 2 ກຣ. 5:17) ໂປໂລ​ໄດ້​ຂຽນ​ຈົດ​ໝາຍ​ອີກ​ສະບັບ​ໜຶ່ງ​ວ່າ: ຄົນ​ທີ່ “ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ພະຄລິດ​ໂດຍ​ການ​ຕາຍ​ຄື​ກັບ​ເພິ່ນ” ກໍ​ຈະ “ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ພະຄລິດ​ໂດຍ​ການ​ຄືນ​ມາ​ຈາກ​ຕາຍ​ຄື​ກັບ​ເພິ່ນ.” (ຣມ. 6:3-5) ພະ​ເຢຊູ​ຖືກ​ປຸກ​ໃຫ້​ມີ​ຮ່າງກາຍ​ສຳລັບ​ສະຫວັນ​ແລະ​ຂຶ້ນ​ໄປ​ສະຫວັນ. ດັ່ງ​ນັ້ນ​ທຸກ​ຄົນ​ທີ່​ເປັນ “ລູກສິດ​ຂອງ​ພະຄລິດ” ເຊິ່ງ​ກໍ​ຄື​ຜູ້​ຖືກ​ເຈີມ​ກໍ​ຈະ​ຖືກ​ປຸກ​ໃຫ້​ມີ​ຮ່າງກາຍ​ສຳລັບ​ສະຫວັນ​ແລະ​ຂຶ້ນ​ໄປ​ສະຫວັນ​ຄື​ກັນ.

16. ເປັນ​ຫຍັງ​ໂປໂລ​ຈຶ່ງ​ເອີ້ນ​ພະ​ເຢຊູ​ວ່າ​ເປັນ​ຄົນ​ທຳອິດ?

16 ໂປໂລ​ຂຽນ​ວ່າ​ພະ​ເຢຊູ “ເປັນ​ຄົນ​ທຳອິດ​ທີ່​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ.” ຢ່າ​ລືມ​ວ່າ​ຄົນ​ອື່ນໆເຊັ່ນ: ລາຊະໂລ​ກໍ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ຢູ່​ໃນ​ໂລກ​ນີ້ ແຕ່​ພະ​ເຢຊູ​ເປັນ​ຄົນ​ທຳ​ອິດ ທີ່​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ແລ້ວ​ໄປ​ສະຫວັນ. ນອກ​ຈາກ​ນັ້ນ ທີ່​ໂປໂລ​ບອກ​ວ່າ​ພະ​ເຢຊູ “ເປັນ​ຄົນ​ທຳອິດ” ກໍ​ໝາຍ​ຄວາມ​ວ່າ​ຕ້ອງ​ມີ​ຄົນ​ອື່ນ​ທີ່​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ແລ້ວ​ໄປ​ສະຫວັນ​ຄື​ກັນ. ພວກ​ອັກຄະສາວົກ​ແລະ​ຄົນ​ອື່ນໆ “ທີ່​ເປັນ​ລູກສິດ​ຂອງ​ພະຄລິດ” ຈະ​ຂຶ້ນ​ໄປ​ສະຫວັນ​ຕາມ​ຫຼັງ​ພະ​ເຢຊູ. ແຕ່​ເຂົາ​ເຈົ້າ​ກໍ​ຈະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ແບບ​ດຽວ​ກັນ​ກັບ​ພະ​ເຢຊູ​ໃນ​ເວລາ​ທີ່​ເໝາະ​ສົມ.

17. ຜູ້​ທີ່​ເປັນ “ລູກສິດ​ຂອງ​ພະຄລິດ” ຈະ​ຂຶ້ນ​ໄປ​ສະຫວັນ​ຕອນ​ໃດ?

17 ການ​ຄືນ​ມາ​ຈາກ​ຕາຍ​ແລ້ວ​ໄປ​ສະຫວັນ​ຂອງ​ຄົນ “ທີ່​ເປັນ​ລູກສິດ​ຂອງ​ພະຄລິດ” ຍັງ​ບໍ່​ໄດ້​ເກີດ​ຂຶ້ນ​ຕອນ​ທີ່​ໂປໂລ​ຂຽນ​ເລື່ອງ​ນີ້​ໄປ​ຫາ​ພີ່ນ້ອງ​ໃນ​ເມືອງ​ໂກຣິນໂທ. ແຕ່​ເລື່ອງ​ນີ້​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ​ເພາະ​ໂປໂລ​ຂຽນ​ວ່າ: “ຈະ​ເປັນ​ໄປ​ຕາມ​ລຳດັບ​ຄື ພະຄລິດ​ເປັນ​ຄົນ​ທຳອິດ ຈາກ​ນັ້ນ ກໍ​ແມ່ນ​ຄົນ​ຂອງ​ພະຄລິດ ແລະ​ຄົນ​ເຫຼົ່າ​ນີ້​ຈະ​ມີ​ຊີວິດ​ອີກ​ໃນ​ເວລາ​ການ​ປະທັບ​ຂອງ​ເພິ່ນ.” (1 ກຣ. 15:23; 1 ທຊ. 4:15, 16) ໃນ​ທຸກ​ມື້​ນີ້​ເຮົາ​ກໍ​ມີ​ຊີວິດ​ຢູ່​ໃນ​ໄລຍະ “ການ​ປະທັບ” ຂອງ​ພະ​ເຢຊູ. ສະນັ້ນ​ພວກ​ອັກຄະສາວົກ​ແລະ​ຜູ້​ຖືກ​ເຈີມ​ຄົນ​ອື່ນໆທີ່​ຕາຍ​ໄປ​ແລ້ວ​ຕ້ອງ​ລໍ​ຖ້າ​ການ​ປະທັບ​ຂອງ​ພະ​ເຢຊູ​ເພື່ອ​ຈະ​ຂຶ້ນ​ໄປ​ສະຫວັນ ແລະ​ເພື່ອ​ຈະ “ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ພະຄລິດ​ໂດຍ​ການ​ຄືນ​ມາ​ຈາກ​ຕາຍ.”

ໝັ້ນ​ໃຈ​ວ່າ​ສິ່ງ​ທີ່​ເຈົ້າ​ຫວັງ​ຈະ​ເກີດ​ຂຶ້ນ​ແທ້!

18. (ກ) ເປັນ​ຫຍັງ​ເຮົາ​ຈຶ່ງ​ເຂົ້າ​ໃຈ​ວ່າ​ນອກ​ຈາກ​ການ​ຄືນ​ມາ​ຈາກ​ຕາຍ​ຂອງ​ຜູ້​ທີ່​ໄປ​ສະຫວັນ​ແລ້ວ ຍັງ​ຈະ​ມີ​ການ​ຄືນ​ມາ​ຈາກ​ຕາຍ​ຂອງ​ອີກ​ກຸ່ມ​ໜຶ່ງ? (ຂ) ຕາມ 1 ໂກຣິນໂທ 15:24-26 ຈະ​ເກີດ​ຫຍັງ​ຂຶ້ນ​ໃນ​ສະຫວັນ?

18 ແລ້ວ​ຄລິດສະຕຽນ​ທີ່​ສັດ​ຊື່​ທີ່​ບໍ່​ມີ​ຄວາມ​ຫວັງ​ໄປ​ສະຫວັນ​ເດ? ເຂົາ​ເຈົ້າ​ກໍ​ມີ​ຄວາມ​ຫວັງ​ທີ່​ຈະ​ຄືນ​ມາ​ຈາກ​ຕາຍ​ຄື​ກັນ. ຄຳພີ​ໄບເບິນ​ບອກ​ວ່າ​ໂປໂລ​ແລະ​ຄົນ​ອື່ນໆທີ່​ມີ​ຄວາມ​ຫວັງ​ໄປ​ສະຫວັນ​ເປັນ “ກຸ່ມ​ທຳອິດ ທີ່​ໄດ້​ຮັບ​ການ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ.” (ຟລປ. 3:11) ນີ້​ໝາຍ​ຄວາມ​ວ່າ​ຈະ​ມີ​ອີກ​ກຸ່ມ​ໜຶ່ງ​ທີ່​ຈະ​ຄືນ​ມາ​ຈາກ​ຕາຍ​ຄື​ກັນ. ເລື່ອງ​ນີ້​ກົງ​ກັບ​ສິ່ງ​ທີ່​ໂຢບ​ເຊື່ອ​ວ່າ​ຈະ​ເກີດ​ຂຶ້ນ​ກັບ​ລາວ​ໃນ​ອະນາຄົດ. (ໂຢບ 14:15) “ຄົນ​ຂອງ​ພະຄລິດ​ຈະ​ມີ​ຊີວິດ​ອີກ​ໃນ​ເວລາ​ການ​ປະທັບ​ຂອງ​ເພິ່ນ” ໝາຍ​ຄວາມ​ວ່າ​ເຂົາ​ເຈົ້າ​ຈະ​ໄດ້​ຢູ່​ໃນ​ສະຫວັນ​ກັບ​ພະ​ເຢຊູ​ຕອນ​ທີ່​ເພິ່ນ​ມາ​ທຳລາຍ​ລັດຖະບານ ຜູ້​ມີ​ອຳນາດ​ແລະ​ຜູ້​ມີ​ລິດເດດ​ທັງ​ໝົດ​ແລ້ວ ແລະ “ຄວາມ​ຕາຍ” ເຊິ່ງ​ກໍ​ຄື “ສັດຕູ​ໂຕ​ສຸດ​ທ້າຍ” ກໍ​ຈະ​ຖືກ​ທຳລາຍ. ຜູ້​ທີ່​ຄືນ​ມາ​ຈາກ​ຕາຍ​ແລ້ວ​ໄປ​ສະຫວັນ​ຈະ​ບໍ່​ຕາຍ​ອີກ​ເລີຍ. ແລ້ວ​ຜູ້​ທີ່​ຄືນ​ມາ​ຈາກ​ຕາຍ​ທີ່​ບໍ່​ມີ​ຄວາມ​ຫວັງ​ໄປ​ສະຫວັນ​ເດ ຈະ​ເປັນ​ແນວ​ໃດ?—ອ່ານ 1 ໂກຣິນໂທ 15:24-26

19. ຜູ້​ທີ່​ບໍ່​ມີ​ຄວາມ​ຫວັງ​ໄປ​ສະຫວັນ​ມີ​ຄວາມ​ຫວັງ​ຫຍັງ?

19 ແລ້ວ​ຜູ້​ທີ່​ຄືນ​ມາ​ຈາກ​ຕາຍ​ທີ່​ບໍ່​ມີ​ຄວາມ​ຫວັງ​ໄປ​ສະຫວັນ​ເດ ຈະ​ເປັນ​ແນວ​ໃດ? ເຂົາ​ເຈົ້າ​ກໍ​ມີ​ຄວາມ​ຫວັງ​ຈາກ​ຄຳເວົ້າ​ຂອງ​ໂປໂລ​ທີ່​ວ່າ: “ຂ້ອຍ​ກໍ​ມີ​ຄວາມ​ຫວັງ​ຄື . . . ທັງ​ຄົນ​ດີ​ແລະ​ຄົນ​ຊົ່ວ​ຈະ​ຄືນ​ມາ​ຈາກ​ຕາຍ.” (ກຈກ. 24:15) ເຮົາ​ຮູ້​ຢູ່​ແລ້ວ​ວ່າ​ຄົນ​ຊົ່ວ​ຈະ​ບໍ່​ໄດ້​ຂຶ້ນ​ສະຫວັນ. ດັ່ງ​ນັ້ນ​ຜູ້​ທີ່​ບໍ່​ມີ​ຄວາມ​ຫວັງ​ໄປ​ສະຫວັນ​ກໍ​ມີ​ຄວາມ​ຫວັງ​ທີ່​ຈະ​ຄືນ​ມາ​ຈາກ​ຕາຍ​ເພື່ອ​ມີ​ຊີວິດ​ຢູ່​ໃນ​ໂລກ.

ເຮົາ​ຈະ​ໝັ້ນ​ໃຈ​ໃນ​ອະນາຄົດ​ຫຼາຍ​ຂຶ້ນ​ຖ້າ​ເຮົາ​ເຊື່ອ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ (ເບິ່ງ​ຂໍ້ 20) *

20. ເປັນ​ຫຍັງ​ເຮົາ​ຈຶ່ງ​ໝັ້ນ​ໃຈ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ​ຫຼາຍ​ຂຶ້ນ?

20 ເຫັນ​ໄດ້​ແຈ້ງ​ວ່າ “ຈະ​ມີ​ການ​ຄືນ​ມາ​ຈາກ​ຕາຍ” ແລະ​ຄົນ​ທີ່​ຄືນ​ມາ​ຈາກ​ຕາຍ​ໃນ​ໂລກ​ນີ້​ກໍ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ. ເຮົາ​ເຊື່ອ​ຄຳ​ສັນຍາ​ນີ້​ໄດ້. ຄວາມ​ຫວັງ​ນີ້​ເຮັດ​ໃຫ້​ເຮົາ​ມີ​ກຳລັງ​ໃຈ​ເມື່ອ​ຄິດ​ເຖິງ​ຄົນ​ທີ່​ເຮົາ​ຮັກ​ເຊິ່ງ​ຕາຍ​ໄປ​ແລ້ວ. ເຂົາ​ເຈົ້າ​ຈະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ຕອນ​ທີ່​ພະຄລິດ​ແລະ​ຜູ້​ທີ່​ຂຶ້ນ​ໄປ​ສະຫວັນ “ປົກຄອງ​ເປັນ​ກະສັດ . . . ເປັນ​ເວລາ 1.000 ປີ.” (ພນມ. 20:6) ເຮົາ​ຈະ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ຄື​ກັນ​ວ່າ ຖ້າ​ເຮົາ​ຕາຍ​ກ່ອນ​ພະຄລິດ​ເລີ່ມ​ປົກຄອງ 1.000 ປີ ເຮົາ​ກໍ​ຈະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ຄື​ກັນ ແລະ “ພວກ​ເຮົາ​ໝັ້ນ​ໃຈ​ວ່າ​ຄວາມ​ຫວັງ​ນັ້ນ​ຈະ​ເປັນ​ຈິງ​ແນ່ນອນ.” (ຣມ. 5:5) ຄວາມ​ຫວັງ​ນີ້​ເຮັດ​ໃຫ້​ເຮົາ​ເຂັ້ມແຂງ​ແລະ​ມີ​ຄວາມ​ສຸກ​ທີ່​ຈະ​ຮັບໃຊ້​ພະ​ເຢໂຫວາ​ຕໍ່​ໄປ. ແຕ່​ເຮົາ​ຍັງ​ຈະ​ໄດ້​ຮຽນ​ເລື່ອງ​ອື່ນ​ອີກ​ຈາກ 1 ໂກຣິນໂທ​ບົດ 15 ໃນ​ບົດ​ຄວາມ​ຕໍ່​ໄປ.

ເພງ 147 ຄຳ​ສັນຍາ​ເລື່ອງ​ຊີວິດ​ຕະຫຼອດ​ໄປ

^ ຂໍ້ 5 1 ໂກຣິນໂທ​ບົດ 15 ເນັ້ນ​ເຖິງ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ. ເປັນ​ຫຍັງ​ຄຳ​ສອນ​ນີ້​ຈຶ່ງ​ສຳຄັນ​ຕໍ່​ເຮົາ ແລະ​ເປັນ​ຫຍັງ​ເຮົາ​ຈຶ່ງ​ໝັ້ນ​ໃຈ​ວ່າ​ພະ​ເຢຊູ​ຄືນ​ມາ​ຈາກ​ຕາຍ? ໃນ​ບົດ​ຄວາມ​ນີ້​ຈະ​ຕອບ​ຄຳຖາມ​ເຫຼົ່າ​ນີ້ ແລະ​ຄຳຖາມ​ທີ່​ສຳຄັນ​ອື່ນໆກ່ຽວ​ກັບ​ການ​ຄືນ​ມາ​ຈາກ​ຕາຍ.

^ ຂໍ້ 56 ຄຳ​ອະທິບາຍ​ຮູບ​ພາບ: ພະ​ເຢຊູ​ເປັນ​ຜູ້​ທຳອິດ​ທີ່​ຂຶ້ນ​ໄປ​ສະຫວັນ. (ກຈກ. 1:9) ລູກສິດ​ບາງ​ຄົນ​ຈະ​ຢູ່​ໃນ​ສະຫວັນ​ນຳ​ເພິ່ນ​ຄື: ໂທມາ ຢາໂກໂບ ລີເດຍ ໂຢຮັນ ມາຣີ ແລະ​ໂປໂລ.

^ ຂໍ້ 58 ຄຳ​ອະທິບາຍ​ຮູບ​ພາບ: ເມຍ​ຂອງ​ພີ່ນ້ອງ​ຄົນ​ໜຶ່ງ ເຊິ່ງ​ເຂົາ​ເຈົ້າ​ຮັບໃຊ້​ນຳ​ກັນ​ມາ​ຫຼາຍ​ປີ​ໄດ້​ຕາຍ​ປະ. ແຕ່​ພີ່ນ້ອງ​ຄົນ​ນັ້ນ​ຍັງ​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆໄປ​ຢ່າງ​ສັດ​ຊື່​ເພາະ​ລາວ​ໝັ້ນ​ໃຈ​ວ່າ​ເມຍ​ຈະ​ຄືນ​ມາ​ຈາກ​ຕາຍ.