ບົດຄວາມສຶກສາທີ 49
ຫຼັກການທີ່ຢູ່ໃນພວກເລວີສອນເຮົາໃຫ້ປະຕິບັດກັບຄົນອື່ນແນວໃດ?
“ຈົ່ງຮັກເພື່ອນບ້ານເໝືອນຮັກຕົວເອງ.”—ເລວີ. 19:18
ເພງ 109 ຮັກທີ່ແຮງກ້າສຸດຫົວໃຈ
ໃຈຄວາມສຳຄັນ *
1-2. ເຮົາໄດ້ຮຽນຫຍັງໃນບົດຄວາມກ່ອນ ແລະເຮົາຈະຮຽນຫຍັງໃນບົດຄວາມນີ້?
ໃນບົດຄວາມກ່ອນ ເຮົາໄດ້ເບິ່ງຄຳແນະນຳທີ່ຂຽນໄວ້ໃນພວກເລວີບົດ 19. ຕົວຢ່າງເຊັ່ນ ໃນຂໍ້ 3 ພະເຢໂຫວາບອກຊາວອິດສະຣາເອນໃຫ້ນັບຖືພໍ່ແມ່. ເຮົາໄດ້ຮຽນວ່າເຮົາຈະເຮັດຕາມຫຼັກການຂໍ້ນີ້ໂດຍເບິ່ງແຍງພໍ່ແມ່ທາງດ້ານຮ່າງກາຍ ທາງດ້ານອາລົມຄວາມຮູ້ສຶກ ແລະທາງດ້ານຄວາມເຊື່ອ. ໃນຂໍ້ດຽວກັນພະເຢໂຫວາໄດ້ບອກປະຊາຊົນໃຫ້ເຮັດຕາມຄຳສັ່ງເລື່ອງວັນຊະບາໂຕ. ເຮົາໄດ້ຮຽນຮູ້ວ່າເຖິງວ່າໃນທຸກມື້ນີ້ເຮົາຈະບໍ່ໄດ້ເຮັດຕາມກົດໝາຍໃນເລື່ອງວັນຊະບາໂຕ ແຕ່ເຮົາສາມາດເຮັດຕາມຫຼັກການຂໍ້ນີ້ໄດ້ໂດຍຈັດເວລາໄວ້ເພື່ອເຮັດສິ່ງທີ່ເສີມຄວາມເຊື່ອ. ເມື່ອເຮົາເຮັດແບບນີ້ກໍສະແດງວ່າເຮົາກຳລັງພະຍາຍາມທີ່ຈະເປັນຄົນບໍລິສຸດຕາມທີ່ຂຽນໄວ້ໃນພວກເລວີບົດ 19:2 ແລະ 1 ເປໂຕ 1:15.
2 ໃນບົດຄວາມນີ້ ເຮົາຈະເບິ່ງສ່ວນຕໍ່ໄປໃນພວກເລວີບົດ 19. ໃນບົດນີ້ຈະສອນເຮົາໃຫ້ຮູ້ວິທີເຮັດດີກັບຄົນທີ່ມີຂີດຈຳກັດທາງດ້ານຮ່າງກາຍ ເປັນຄົນສັດຊື່ໃນການເຮັດທຸລະກິດ ແລະການສະແດງຄວາມຮັກຕໍ່ຄົນອື່ນ. ເຮົາຢາກເປັນຄົນບໍລິສຸດເພາະພະເຈົ້າບໍລິສຸດ. ສະນັ້ນໃຫ້ເຮົາມາເບິ່ງວ່າເຮົາຈະໄດ້ບົດຮຽນຫຍັງແດ່.
ເຮັດດີກັບຄົນທີ່ມີຂີດຈຳກັດທາງດ້ານຮ່າງກາຍ
3-4. ຕາມພວກເລວີ 19:14 ຊາວອິດສະຣາເອນຄວນປະຕິບັດກັບຄົນຫູໜວກແລະຄົນຕາບອດແນວໃດ?
3 ອ່ານພວກເລວີ 19:14. ພະເຢໂຫວາຢາກໃຫ້ຜູ້ຮັບໃຊ້ຂອງເພິ່ນເຮັດດີກັບຜູ້ທີ່ມີຂີດຈຳກັດທາງດ້ານຮ່າງກາຍ. ຕົວຢ່າງເຊັ່ນ: ເພິ່ນຫ້າມບໍ່ ໃຫ້ຊາວອິດສະຣາເອນແຊ່ງດ່າຄົນຫູໜວກເຊິ່ງການແຊ່ງດ່ານັ້ນລວມເຖິງການເວົ້າແລະເຮັດບໍ່ດີໃສ່ຄົນຫູໜວກ. ການເຮັດແບບນັ້ນເປັນການກະທຳທີ່ບໍ່ດີຕໍ່ຄົນຫູໜວກແທ້ໆເພາະເຂົາເຈົ້າບໍ່ໄດ້ຍິນສິ່ງທີ່ຄົນອື່ນເວົ້າແລະກໍບໍ່ສາມາດຕອບໂຕ້ຄືນໄດ້.
4 ນອກຈາກນັ້ນ ພະເຢໂຫວາຍັງໄດ້ບອກປະຊາຊົນຂອງເພິ່ນວ່າ “ຢ່າວາງເຄື່ອງຂວາງທາງຄົນຕາບອດ.” ປຶ້ມຄົ້ນຄວ້າຫົວໜຶ່ງທີ່ເວົ້າກ່ຽວກັບຄົນທີ່ມີຂີດຈຳກັດທາງດ້ານຮ່າງກາຍບອກວ່າ: “ຄົນໃນເຂດຕາເວັນອອກກາງໃນສະໄໝກ່ອນມັກເອົາລັດເອົາປຽບແລະເຮັດບໍ່ດີໃສ່ຄົນທີ່ມີຂີດຈຳກັດທາງດ້ານຮ່າງກາຍ.” ບາງເທື່ອຄົນທີ່ບໍ່ດີເຫຼົ່ານີ້ອາດຈະເອົາສິ່ງຂອງມາວາງຂວາງທາງຄົນຕາບອດເພື່ອໃຫ້ຄົນຕາບອດສະດຸດລົ້ມ. ທີ່ເຂົາເຈົ້າເຮັດແບບນັ້ນອາດເປັນຍ້ອນວ່າຢາກກວນຄົນຕາບອດຫຼືຍ້ອນວ່າບໍ່ມັກຄົນຕາບອດ ເຊິ່ງການເຮັດແບບນັ້ນເປັນສິ່ງທີ່ບໍ່ດີແທ້ໆ! ຄຳສັ່ງນີ້ຊ່ວຍປະຊາຊົນຂອງພະເຢໂຫວາໃຫ້ເຫັນວ່າເຂົາເຈົ້າຄວນສະແດງຄວາມເຫັນອົກເຫັນໃຈຕໍ່ຄົນທີ່ມີຂີດຈຳກັດທາງດ້ານຮ່າງກາຍ.
5. ເຮົາຄວນສະແດງຄວາມເຫັນອົກເຫັນໃຈຕໍ່ຄົນທີ່ມີຂີດຈຳກັດທາງດ້ານຮ່າງກາຍແນວໃດ?
5 ເຮົາຮູ້ວ່າພະເຢຊູສະແດງຄວາມເຫັນອົກເຫັນໃຈຕໍ່ຄົນທີ່ມີຂີດຈຳກັດທາງດ້ານຮ່າງກາຍ ເພາະເພິ່ນໄດ້ສົ່ງຄົນໄປບອກໂຢຮັນຜູ້ໃຫ້ ບັບເຕມາວ່າ: “ຄົນຕາບອດກໍເຫັນຮຸ່ງ ຄົນງ່ອຍກໍຍ່າງໄດ້ ຄົນຂີ້ທູດກໍດີເປັນປົກກະຕິ ຄົນຫູໜວກກໍໄດ້ຍິນ ຄົນຕາຍກໍຟື້ນຄືນມາ.” ຫຼັງຈາກທີ່ພະເຢຊູເຮັດການອັດສະຈັນ “ປະຊາຊົນ . . . ກໍພາກັນສັນລະເສີນພະເຈົ້າ.” (ລກ. 7:20-22; 18:43) ເຮົາເອງກໍຢາກຮຽນແບບພະເຢຊູໃນການເຫັນອົກເຫັນໃຈຄົນທີ່ມີຂີດຈຳກັດທາງດ້ານຮ່າງກາຍ ດັ່ງນັ້ນ ເຮົາຈຶ່ງເຮັດດີແລະອົດທົນກັບຄົນເຫຼົ່ານີ້. ກໍແມ່ນຢູ່ວ່າພະເຢໂຫວາບໍ່ໄດ້ໃຫ້ເຮົາມີພະລັງອຳນາດທີ່ຈະເຮັດການອັດສະຈັນຄືກັບພະເຢຊູເຮັດ. ແຕ່ເຮົາກໍໄດ້ຮັບສິດທິພິເສດໃນການປະກາດຂ່າວດີໃຫ້ກັບຄົນທີ່ມີຂີດຈຳກັດທາງດ້ານຮ່າງກາຍແລະຄົນອື່ນໆໄດ້ຮູ້ວ່າ ໃນອະນາຄົດທຸກຄົນຈະມີຮ່າງກາຍທີ່ສົມບູນແບບແລະມີສາຍສຳພັນທີ່ໃກ້ຊິດກັບພະເຈົ້າ. (ລກ. 4:18) ຂ່າວດີນີ້ໄດ້ຊ່ວຍໃຫ້ຫຼາຍຄົນເຂົ້າມາຍ້ອງຍໍສັນລະເສີນພະເຈົ້າ.
ໃຫ້ເປັນຄົນສັດຊື່ເມື່ອເຮັດທຸລະກິດ
6. ປຶ້ມພວກເລວີບົດ 19 ຊ່ວຍເຮົາໃຫ້ເຂົ້າໃຈສິ່ງທີ່ຂຽນໄວ້ໃນບັນຍັດ 10 ຂໍ້ຫຼາຍຂຶ້ນແນວໃດ?
6 ບາງຂໍ້ໃນພວກເລວີບົດ 19 ຊ່ວຍເຮົາໃຫ້ເຂົ້າໃຈສິ່ງທີ່ຂຽນໄວ້ໃນບັນຍັດ 10 ຂໍ້ຫຼາຍຂຶ້ນ ເຊັ່ນ ບັນຍັດຂໍ້ທີ 8 ມີຄຳສັ່ງງ່າຍໆວ່າ: “ຢ່າລັກເຄື່ອງ.” (ອົບ. 20:15) ບາງຄົນອາດສະຫຼຸບວ່າ ຖ້າລາວບໍ່ໄດ້ລັກເຄື່ອງຂອງຄົນອື່ນກໍສະແດງວ່າລາວກຳລັງເຊື່ອຟັງຄຳສັ່ງນີ້. ແຕ່ໃນຕົວຈິງແລ້ວ ລາວອາດຈະລັກບໍ່ທາງໃດກໍທາງໜຶ່ງ.
7. ພໍ່ຄ້າຄົນໜຶ່ງອາດບໍ່ເຮັດຕາມບັນຍັດຂໍ້ທີ 8 ກ່ຽວກັບການລັກເຄື່ອງແນວໃດ?
7 ພໍ່ຄ້າຄົນໜຶ່ງອາດຈະຮູ້ສຶກພູມໃຈທີ່ບໍ່ເຄີຍລັກເຄື່ອງຂອງຄົນອື່ນ. ແຕ່ໃນເລື່ອງຂອງການເຮັດທຸລະກິດເດ ລາວສັດຊື່ບໍ? ຕາມທີ່ຂຽນໄວ້ໃນພວກເລວີ 19:35, 36, ລ.ມ. ພະເຢໂຫວາບອກວ່າ: “ເມື່ອຊັ່ງຕວງຫຼືວັດແທກຫຍັງກໍຕາມ ຢ່າໂກງ ແຕ່ໃຫ້ໃຊ້ຊິງ ຕຸ້ມນ້ຳໜັກ ເຄື່ອງຕວງຂອງແຫ້ງ ແລະເຄື່ອງຕວງຂອງແຫຼວທີ່ໄດ້ມາດຕະຖານ.” ດັ່ງນັ້ນ ຖ້າພໍ່ຄ້າຄົນນັ້ນໃຊ້ຊິງຫຼືເຄື່ອງວັດແທກທີ່ບໍ່ໄດ້ມາດຕະຖານເພື່ອຈະໂກງລູກຄ້າ ລາວກໍກຳລັງລັກເຄື່ອງຂອງຄົນອື່ນ. ຍັງມີຂໍ້ອື່ນໆໃນພວກເລວີບົດ 19 ເຊິ່ງຈະຊ່ວຍເຮົາໃຫ້ເຂົ້າໃຈເລື່ອງນີ້ຫຼາຍຂຶ້ນ.
8. ພວກເລວີ 19:11-13 ຊ່ວຍຄົນຢິວໃຫ້ເຂົ້າໃຈກົດໝາຍທີ່ຢູ່ໃນບັດຍັດຂໍ້ທີ 8 ຫຼາຍຂຶ້ນໄດ້ແນວໃດ ແລະເຮົາໄດ້ຮັບປະໂຫຍດຫຍັງຈາກຂໍ້ນີ້?
8 ອ່ານພວກເລວີ 19:11-13. ສ່ວນຕົ້ນຂອງພວກເລວີ 19:11 ບອກວ່າ “ຢ່າລັກ.” ແຕ່ໃນຂໍ້ 13 ຊ່ວຍໃຫ້ຮູ້ວ່າການລັກກ່ຽວຂ້ອງກັບການເຮັດທຸລະກິດແບບບໍ່ສັດຊື່ ເພາະໃນຂໍ້ນີ້ບອກວ່າ “ຢ່າໂກງຄົນອື່ນ.” ດັ່ງນັ້ນ ຖ້າບາງຄົນເຮັດທຸລະກິດແບບບໍ່ສັດຊື່ ລາວກໍກຳລັງລັກ. ຫຼັກການທີ່ຢູ່ໃນພວກເລວີຊ່ວຍຊາວຢິວໃຫ້ເຂົ້າໃຈກົດໝາຍກ່ຽວກັບການລັກຢູ່ໃນບັດຍັດຂໍ້ທີ 8 ຫຼາຍຂຶ້ນ. ເຮົາຈະໄດ້ຮັບປະໂຫຍດຫຼາຍຖ້າເຮົາຄິດວ່າພະເຢໂຫວາຮູ້ສຶກແນວໃດກ່ຽວກັບຄວາມບໍ່ສັດຊື່ແລະການລັກ. ເມື່ອເຮົາອ່ານພວກເລວີ 19:11-13 ເຮົາອາດຖາມຕົວເອງວ່າ: ‘ມີບາງຢ່າງທີ່ຂ້ອຍຕ້ອງປັບປຸງບໍໃນຊີວິດຂອງຂ້ອຍ? ຂ້ອຍຕ້ອງປັບປຸງວິທີການເຮັດທຸລະກິດຫຼືການພົວພັນກັບຄົນອື່ນບໍ?’
9. ກົດໝາຍທີ່ຢູ່ໃນພວກເລວີ 19:13 ປົກປ້ອງຜູ້ທີ່ເປັນລູກຈ້າງແນວໃດ?
9 ຄລິດສະຕຽນທີ່ເຮັດທຸລະກິດໃນທຸກມື້ນີ້ຄວນຈະຄິດເຖິງຄວາມສັດຊື່ໃນອີກແງ່ໜຶ່ງ. ໃນພວກເລວີ 19:13 ສ່ວນທ້າຍບອກວ່າ: “ຄ່າຈ້າງຂອງລູກຈ້າງ ເຈົ້າຢ່າເອົາໄວ້ຈົນເຖິງມື້ອື່ນເຊົ້າ.” ໃນອິດສະຣາເອນຄົນສ່ວນຫຼາຍເຮັດການປູກຝັງ. ດັ່ງນັ້ນ ລູກຈ້າງຈະຕ້ອງໄດ້ຮັບເງິນສຳລັບວຽກທີ່ເຂົາເຈົ້າເຮັດພາຍໃນມື້ນັ້ນ. ແຕ່ຖ້ານາຍຈ້າງບໍ່ໄດ້ຈ່າຍເງິນ ເຂົາເຈົ້າກໍຈະບໍ່ມີເງິນລ້ຽງຄອບຄົວໃນມື້ນັ້ນ. ພະເຢໂຫວາຈຶ່ງໄດ້ບອກວ່າ: “ລາວຂັດສົນແລະມີຊີວິດຢູ່ໄດ້ກໍດ້ວຍຄ່າຈ້າງເທົ່ານັ້ນ.”—ບັນຍັດ. 24:14, 15, ລ.ມ.; ມທ. 20:8
10. ເຮົາໄດ້ບົດຮຽນຫຍັງຈາກພວກເລວີ 19:13?
10 ເຖິງວ່າໃນທຸກມື້ນີ້ລູກຈ້າງສ່ວນຫຼາຍຈະບໍ່ໄດ້ຮັບເງິນເປັນມື້ ແຕ່ຫຼັກການທີ່ຢູ່ໃນພວກເລວີ 19:13 ກໍຍັງໃຊ້ໄດ້ຢູ່. ນາຍຈ້າງບາງຄົນເອົາປຽບລູກຈ້າງໂດຍຈ່າຍຄ່າແຮງໜ້ອຍເພາະເຂົາເຈົ້າຮູ້ວ່າລູກຈ້າງອາດຈະບໍ່ມີທາງເລືອກ. ການເຮັດແບບນີ້ສະແດງວ່ານາຍຈ້າງກຳລັງ ‘ຄ້າງຄ່າແຮງງານຂອງລູກຈ້າງ.’ ດັ່ງນັ້ນ ຄລິດສະຕຽນທີ່ເຮັດທຸລະກິດຄວນຈະຄິດເຖິງເລື່ອງນີ້ຢ່າງຈິງຈັງ. ຕອນນີ້ ເຮົາຈະມາເບິ່ງວ່າເຮົາຈະໄດ້ບົດຮຽນຫຍັງອີກຈາກພວກເລວີບົດ 19.
ໃຫ້ຮັກຄົນອື່ນຄືຮັກຕົວເອງ
11-12. ພະເຢຊູສະແດງໃຫ້ເຫັນວ່າສິ່ງໃດສຳຄັນເມື່ອເພິ່ນຍົກຄຳເວົ້າຈາກພວກເລວີ 19:17, 18?
11 ພະເຢໂຫວາຄາດໝາຍໃຫ້ເຮົາເຮັດດີກັບຄົນອື່ນ. ເຮົາເຫັນເລື່ອງນີ້ໄດ້ຢ່າງຈະແຈ້ງຢູ່ໃນພວກເລວີ 19: (ອ່ານ) 17, 18 * ທີ່ບອກວ່າ “ໃຫ້ຮັກຄົນອື່ນຄືກັບຮັກຕົວເອງ.” ນີ້ເປັນສິ່ງສຳຄັນທີ່ຄລິດສະຕຽນຈະຕ້ອງເຮັດເພື່ອເຮັດໃຫ້ພະເຢໂຫວາພໍໃຈ.
12 ໃຫ້ເຮົາມາເບິ່ງວ່າພະເຢຊູໄດ້ເນັ້ນເຖິງຄວາມສຳຄັນຂອງຄຳສັ່ງທີ່ຢູ່ໃນພວກເລວີ 19:18 ແນວໃດ. ເມື່ອຟາຣິຊາຍຄົນໜຶ່ງຖາມພະເຢຊູວ່າ: “ກົດໝາຍຂອງໂມເຊຂໍ້ໃດສຳຄັນທີ່ສຸດ?” ພະເຢຊູຕອບວ່າ: “ກົດໝາຍຂໍ້ສຳຄັນທີ່ສຸດແລະເປັນຂໍ້ທຳອິດ” ແມ່ນໃຫ້ “ຮັກພະເຢໂຫວາພະເຈົ້າຂອງເຈົ້າສຸດຫົວໃຈ ສຸດຊີວິດ ແລະສຸດຄວາມຄິດ.” ຈາກນັ້ນເພິ່ນກໍໄດ້ຍົກຄຳເວົ້າຈາກພວກເລວີ 19:18 ໂດຍບອກວ່າ “ຂໍ້ທີສອງກໍຄ້າຍຄືກັນ: ‘ໃຫ້ຮັກຄົນອື່ນຄືກັບຮັກຕົວເອງ.’” (ມທ. 22:35-40) ມີຫຼາຍວິທີທີ່ເຮົາຈະສະແດງຄວາມຮັກຕໍ່ຄົນອື່ນໂດຍການສຶກສາຄົ້ນຄວ້າຈາກປຶ້ມພວກເລວີບົດ 19.
13. ເລື່ອງຂອງໂຢເຊັບຊ່ວຍເຮົາໃຫ້ເຂົ້າໃຈຫຼັກການທີ່ຢູ່ໃນພວກເລວີ 19:18 ຫຼາຍຂຶ້ນແນວໃດ?
13 ວິທີໜຶ່ງທີ່ເຮົາຈະສະແດງຄວາມຮັກຕໍ່ຄົນອື່ນກໍໂດຍການເຮັດຕາມຄຳແນະນຳທີ່ຢູ່ໃນພວກເລວີ 19:18 ທີ່ບອກວ່າ: “ຢ່າແກ້ແຄ້ນຫຼືຜູກພະຍາບາດ.” ເຮົາອາດຈະເຄີຍເຫັນຫຼາຍຄົນຄຽດໃຫ້ໝູ່ຢູ່ໂຮງຮຽນ ໝູ່ຢູ່ບ່ອນເຮັດວຽກ ຫຼືຄົນໃນຄອບຄົວ ແລະບາງເທື່ອກໍອາດເກັບຄວາມຄຽດໄວ້ບັກຫຼາຍໆປີ. ຂໍໃຫ້ເຮົາຄິດເຖິງເລື່ອງຂອງອ້າຍຂອງໂຢເຊັບ 10 ຄົນເຊິ່ງເປັນອ້າຍຕ່າງແມ່. ເຂົາເຈົ້າຮູ້ສຶກອິດສາແລະຄຽດແຄ້ນໃຫ້ໂຢເຊັບຈົນເຮັດບໍ່ດີໃສ່ລາວ. (ຕົ້ນ. 37:2-8, 25-28) ແຕ່ວ່າລາວເຮັດຕ່າງຈາກພວກອ້າຍ! ເມື່ອລາວມີອຳນາດແລະມີໂອກາດທີ່ຈະແກ້ແຄ້ນເຂົາເຈົ້າ ລາວພັດບໍ່ໄດ້ເຮັດ. ລາວສະແດງຄວາມເມດຕາຕໍ່ພວກອ້າຍເຊິ່ງເປັນສິ່ງທີ່ພວກເລວີ 19:18 ບອກໃຫ້ເຮົາເຮັດ.—ຕົ້ນ. 50:19-21
14. ສິ່ງໃດສະແດງໃຫ້ເຫັນວ່າຫຼັກການທີ່ຢູ່ໃນພວກເລວີ 19:18 ຍັງໃຊ້ໄດ້ໃນທຸກມື້ນີ້?
14 ຄລິດສະຕຽນທີ່ຢາກເຮັດໃຫ້ພະເຈົ້າພໍໃຈຄວນຮຽນແບບໂຢເຊັບທີ່ໄດ້ໃຫ້ອະໄພພວກອ້າຍແທນທີ່ລາວຈະແກ້ແຄ້ນເຂົາເຈົ້າ. ຕົວຢ່າງຂອງໂຢເຊັບຍັງສອດຄ່ອງກັບຄຳອະທິດຖານແບບຢ່າງຂອງພະເຢຊູທີ່ກະຕຸ້ນເຮົາໃຫ້ອະໄພຄົນທີ່ເຮັດບໍ່ດີຕໍ່ເຮົາ. (ມທ. 6:9, 12) ນອກຈາກນັ້ນ ອັກຄະສາວົກໂປໂລຍັງໃຫ້ຄຳ ແນະນຳກັບຄລິດສະຕຽນໂດຍບອກວ່າ “ພີ່ນ້ອງທີ່ຮັກ ຢ່າແກ້ແຄ້ນດ້ວຍຕົວເອງ.” (ຣມ. 12:19) ແລະລາວຍັງເວົ້າຕື່ມອີກວ່າ “ແຕ່ຖ້າຜູ້ໃດມີສາເຫດຈະຈົ່ມໃຫ້ຄົນອື່ນ ກໍຂໍໃຫ້ອົດທົນຕໍ່ກັນແລະກັນ ແລະໃຫ້ອະໄພກັນຢ່າງໃຈກວ້າງຕໍ່ໄປ.” (ກລຊ. 3:13) ຫຼັກການຂອງພະເຢໂຫວາຍັງບໍ່ປ່ຽນ. ຫຼັກການທີ່ຢູ່ໃນພວກເລວີ 19:18 ຍັງໃຊ້ໄດ້ໃນທຸກມື້ນີ້.
15. ມີຕົວຢ່າງຫຍັງທີ່ສະແດງໃຫ້ເຫັນວ່າເຮົາຄວນໃຫ້ອະໄພຄົນທີ່ເຮັດໃຫ້ເຮົາເຈັບໃຈ?
15 ໃຫ້ເຮົາມາເບິ່ງຕົວຢ່າງນີ້. ຄວາມຮູ້ສຶກເຈັບໃຈປຽບຄືກັບບາດແຜທີ່ຢູ່ໃນຮ່າງກາຍ. ບາງເທື່ອອາດຈະບາດໜ້ອຍດຽວຫຼືບາງເທື່ອອາດຈະບາດເລິກ ຕົວຢ່າງເຊັ່ນ: ເມື່ອເຮົາເປີດຊອງຈົດໝາຍ ເຈ້ຍອາດຈະບາດມືເຮົາແລະເຮັດໃຫ້ເຮົາຮູ້ສຶກເຈັບຫຼາຍ. ແຕ່ບໍ່ດົນມັນກໍເຊົາເຈັບ ແລະເມື່ອຜ່ານໄປ 2-3 ມື້ເຮົາອາດຈະບໍ່ຮູ້ຊ້ຳວ່າບາດນັ້ນຢູ່ໃສ. ຄ້າຍຄືກັນ ບາງເທື່ອໝູ່ອາດຈະເວົ້າຫຼືເຮັດບາງສິ່ງແບບບໍ່ໄດ້ຄິດເຊິ່ງເຮັດໃຫ້ເຮົາເຈັບໃຈ ເຮົາກໍຈະໃຫ້ອະໄພເຂົາເຈົ້າໄດ້ງ່າຍໆ. ແຕ່ຖ້າບາດແຜນັ້ນມັນເລິກ ເຮົາອາດຕ້ອງໄດ້ໃຫ້ທ່ານໝໍຫຍິບແລະພັນແຜໃຫ້. ຖ້າເຮົາພະຍາຍາມແກະຫຼືກວນມັນ ກໍອາດຈະເຮັດໃຫ້ບາດແຜນັ້ນບໍ່ດີຈັກເທື່ອແລະເຈັບກວ່າເກົ່າອີກ. ບາງຄົນອາດຈະເຮັດແບບນີ້ໂດຍຄິດເຖິງແຕ່ເລື່ອງທີ່ຄົນອື່ນເຮັດໃຫ້ລາວເຈັບໃຈຢູ່ເລື້ອຍໆ. ການເຮັດແບບນີ້ອາດຈະເຮັດໃຫ້ລາວເຈັບປວດຫຼາຍກວ່າເກົ່າ. ດັ່ງນັ້ນ ເປັນເລື່ອງດີທີ່ຈະເຮັດຕາມຄຳແນະນຳທີ່ຢູ່ໃນພວກເລວີ 19:18.
16. ຕາມພວກເລວີ 19:33, 34 ພະເຢໂຫວາຢາກໃຫ້ຄົນອິດສະຣາເອນປະຕິບັດກັບຄົນຕ່າງຊາດແນວໃດ? ແລະເຮົາໄດ້ບົດຮຽນຫຍັງຈາກເລື່ອງນີ້?
16 ເມື່ອພະເຢໂຫວາສັ່ງຊາດອິດສະຣາເອນໃຫ້ຮັກຄົນອື່ນ ເພິ່ນບໍ່ໄດ້ໝາຍຄວາມວ່າໃຫ້ເຂົາເຈົ້າຮັກແຕ່ຄົນຊາດດຽວກັນເທົ່ານັ້ນ ແຕ່ເຂົາເຈົ້າຍັງຕ້ອງຮັກຄົນຕ່າງຊາດທີ່ອາໄສຢູ່ທ່າມກາງເຂົາເຈົ້ານຳ. ເຮົາເຫັນເລື່ອງນີ້ໄດ້ແຈ້ງຈາກກົດໝາຍທີ່ຂຽນໄວ້ໃນພວກເລວີ 19:33, 34. (ອ່ານ) * ຄົນຕ່າງຊາດຈະຕ້ອງຖືກປະຕິບັດຄື ‘ກັບຄົນອິດສະຣາເອນ’ ແລະຄົນອິດສະຣາເອນກໍຕ້ອງ ‘ຮັກເຂົາເຈົ້າ’ ຄືກັບຮັກຕົວເອງ. ຄົນອິດສະຣາເອນຕ້ອງຈົ່ງພືດຜົນໃນໄຮ່ນາໄວ້ເພື່ອໃຫ້ຄົນຕ່າງຊາດແລະຄົນທຸກຍາກໄປເກັບເອົາໄດ້. (ເລວີ. 19:9, 10) ຫຼັກການທີ່ໃຫ້ຮັກຄົນຕ່າງຊາດຍັງໃຊ້ໄດ້ກັບຄລິດສະຕຽນ ໃນທຸກມື້ນີ້. (ລກ. 10:30-37) ເຮົາຈະເຮັດແບບນັ້ນໄດ້ແນວໃດ? ໃນທົ່ວໂລກມີຫຼາຍລ້ານຄົນທີ່ອົບພະຍົບໄປຢູ່ປະເທດຕ່າງໆເຊິ່ງບາງຄົນອາດຍ້າຍມາຢູ່ໃກ້ເຮົາ. ດັ່ງນັ້ນ ເປັນເລື່ອງສຳຄັນທີ່ເຮົາຈະເຮັດດີກັບທຸກຄົນບໍ່ວ່າຈະເປັນຜູ້ຊາຍ ຜູ້ຍິງ ຫຼືເດັກນ້ອຍ.
ຈຸດສຳຄັນອີກຢ່າງໜຶ່ງທີ່ບໍ່ໄດ້ເວົ້າຢູ່ໃນພວກເລວີບົດ 19
17-18. (ກ) ພວກເລວີ 19:2 ແລະ 1 ເປໂຕ 1:15 ກະຕຸ້ນເຮົາໃຫ້ເຮັດຫຍັງ? (ຂ) ອັກຄະສາວົກເປໂຕກະຕຸ້ນເຮົາໃຫ້ເຮັດວຽກທີ່ສຳຄັນຫຍັງ?
17 ທັງພວກເລວີ 19:2 ແລະ 1 ເປໂຕ 1:15 ກະຕຸ້ນຜູ້ຮັບໃຊ້ຂອງພະເຈົ້າໃຫ້ເປັນຄົນບໍລິສຸດ. ຫຼາຍຂໍ້ໃນພວກເລວີບົດ 19 ຊ່ວຍເຮົາໃຫ້ເຫັນວ່າເຮົາຕ້ອງເຮັດຫຍັງເພື່ອຈະເຮັດໃຫ້ພະເຢໂຫວາພໍໃຈ. ໃນຂໍ້ເຫຼົ່ານັ້ນເຮົາໄດ້ຮຽນຮູ້ວ່າເຮົາຄວນເຮັດສິ່ງໃດແລະບໍ່ຄວນເຮັດສິ່ງໃດ. * ໃນພະຄຳພີຄລິດສະຕຽນພາກພາສາກຣີກກໍຢາກໃຫ້ເຮົາເຮັດຕາມຫຼັກການທີ່ຄ້າຍໆກັນນີ້. ແຕ່ໃຫ້ເຮົາມາເບິ່ງສິ່ງທີ່ອັກຄະສາວົກເປໂຕເວົ້າຕື່ມອີກ.
18 ເຮົາອາດນະມັດສະການພະເຢໂຫວາເປັນປະຈຳແລະເຮັດສິ່ງດີໆເພື່ອຄົນອື່ນຢູ່ແລ້ວ ແຕ່ເປໂຕຍັງຢາກໃຫ້ເຮົາເຮັດສິ່ງສຳຄັນອີກຢ່າງໜຶ່ງ. ກ່ອນທີ່ເປໂຕຈະກະຕຸ້ນຄລິດສະຕຽນໃຫ້ເປັນຄົນບໍລິສຸດໃນການກະທຳທຸກຢ່າງ ລາວໄດ້ບອກວ່າ: “ພວກເຈົ້າຕ້ອງກຽມຈິດໃຈໄວ້ໃຫ້ພ້ອມທີ່ຈະເຮັດວຽກໜັກ.” (1 ປຕ. 1:13, 15) ວຽກໜັກນັ້ນແມ່ນຫຍັງ? ເປໂຕບອກວ່າຄລິດສະຕຽນຜູ້ຖືກເຈີມ “ຈະປ່າວປະກາດຄຸນຄວາມດີຂອງພະອົງທີ່ເອີ້ນ” ເຂົາເຈົ້າ. (1 ປຕ. 2:9) ທີ່ຈິງ ບໍ່ແມ່ນແຕ່ຄລິດສະຕຽນຜູ້ຖືກເຈີມເທົ່ານັ້ນທີ່ເຮັດວຽກນີ້ ແຕ່ຄລິດສະຕຽນທຸກຄົນໃນປັດຈຸບັນກໍມີໜ້າທີ່ເຮັດວຽກທີ່ສຳຄັນນີ້ຄືກັນ ເຊິ່ງເປັນວຽກທີ່ຈະຊ່ວຍຄົນອື່ນໆໄດ້ຫຼາຍທີ່ສຸດ. ດັ່ງນັ້ນ ຈຶ່ງເປັນສິດທິພິເສດຫຼາຍແທ້ໆທີ່ເຮົາໄດ້ປະກາດເປັນປະຈຳແລະສອນຄົນອື່ນຢ່າງຫ້າວຫັນ. (ມຣກ. 13:10) ເມື່ອເຮົາພະຍາຍາມເຮັດຕາມຫຼັກການທີ່ຢູ່ໃນພວກເລວີບົດ 19 ເຮົາກໍສະແດງໃຫ້ເຫັນວ່າເຮົາຮັກພະເຈົ້າແລະຮັກຄົນອື່ນ ແລະເຮົາຍັງສະແດງໃຫ້ເຫັນວ່າເຮົາຢາກເປັນຄົນບໍລິສຸດໃນທຸກສິ່ງທີ່ເຮົາເຮັດ.
ເພງ 111 ສິ່ງທີ່ເຮັດໃຫ້ພວກເຮົາມີຄວາມຍິນດີ
^ ຂໍ້ 5 ເຖິງວ່າຄລິດສະຕຽນຈະບໍ່ໄດ້ຢູ່ໃຕ້ກົດໝາຍຂອງໂມເຊ ແຕ່ກົດໝາຍນີ້ກໍເວົ້າເຖິງສິ່ງທີ່ເຮົາຄວນເຮັດແລະບໍ່ຄວນເຮັດ. ການຮຽນຮູ້ກ່ຽວກັບກົດໝາຍນີ້ຈະຊ່ວຍເຮົາໃຫ້ຮູ້ວິທີສະແດງຄວາມຮັກຕໍ່ຄົນອື່ນແລະເຮັດໃຫ້ພະເຈົ້າພໍໃຈ. ໃນບົດຄວາມນີ້ເຮົາຈະມາເບິ່ງວ່າ ເຮົາຈະໄດ້ຮັບປະໂຫຍດຫຍັງຈາກບົດຮຽນຕ່າງໆທີ່ຢູ່ໃນພວກເລວີບົດ 19.
^ ຂໍ້ 11 ພວກເລວີ 19:17, 18 (ລ.ມ.) ອ່ານວ່າ: “ຢ່າເອົາແຕ່ເກັບຄວາມກຽດຊັງພີ່ນ້ອງໄວ້ໃນໃຈ ແຕ່ໃຫ້ໄປຕັກເຕືອນເຂົາເຈົ້າເພື່ອຈະບໍ່ມີຄວາມຜິດນຳກັນທັງຄູ່. ຢ່າແກ້ແຄ້ນຫຼືຜູກພະຍາບາດ ແຕ່ໃຫ້ຮັກຄົນອື່ນຄືກັບຮັກຕົວເອງ ເຮົາຄືເຢໂຫວາ.”
^ ຂໍ້ 16 ພວກເລວີ 19:33, 34. (ລ.ມ.) ອ່ານວ່າ: “ຖ້າມີຄົນຕ່າງຊາດມາຢູ່ໃນແຜ່ນດິນຂອງພວກເຈົ້າ ຢ່າຂົ່ມເຫງລາວ. ໃຫ້ປະຕິບັດກັບຄົນຕ່າງຊາດທີ່ຢູ່ໃນແຜ່ນດິນຂອງພວກເຈົ້າຄືກັບທີ່ພວກເຈົ້າເຊິ່ງເປັນຊາວອິດສະຣາເອນປະຕິບັດຕໍ່ກັນ ໃຫ້ຮັກລາວຄືກັບຮັກຕົວເອງ ເພາະພວກເຈົ້າເຄີຍເປັນຄົນຕ່າງຊາດຢູ່ໃນເອຢິບມາກ່ອນ ເຮົາຄືເຢໂຫວາພະເຈົ້າຂອງພວກເຈົ້າ.”
^ ຂໍ້ 17 ໃນບົດຄວາມນີ້ແລະບົດຄວາມກ່ອນ ເຮົາບໍ່ໄດ້ເວົ້າເຖິງຂໍ້ພະຄຳພີບາງຂໍ້ທີ່ເວົ້າກ່ຽວກັບຄວາມລຳອຽງ ການໃສ່ຮ້າຍຄົນອື່ນ ການກິນເລືອດ ການຫຼິ້ນໄສຍະສາດ ການໄປຫາໝໍດູ ແລະການເຮັດຜິດສິນລະທຳທາງເພດ.—ເລວີ. 19:15, 16, 26-29, 31—ເບິ່ງ “ຄຳຖາມຈາກຜູ້ອ່ານ” ໃນຫໍສັງເກດການ ສະບັບນີ້.
^ ຂໍ້ 54 ຄຳອະທິບາຍຮູບພາບ: ພີ່ນ້ອງຄົນໜຶ່ງໄດ້ຊ່ວຍພີ່ນ້ອງຫູໜວກສື່ສານກັບທ່ານໝໍ.
^ ຂໍ້ 56 ຄຳອະທິບາຍຮູບພາບ: ພີ່ນ້ອງທີ່ເປັນຊ່າງທາສີໄດ້ຈ່າຍເງິນໃຫ້ລູກນ້ອງ.
^ ຂໍ້ 58 ຄຳອະທິບາຍຮູບພາບ: ພີ່ນ້ອງທີ່ມີບາດແຜໜ້ອຍດຽວອາດຈະລືມໄດ້ງ່າຍ ແຕ່ຖ້າລາວມີບາດແຜທີ່ເລິກ ລາວຈະລືມໄດ້ງ່າຍຄືກັນບໍ?