ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳຖາມ​ຈາກ​ຜູ້​ອ່ານ

ຄຳຖາມ​ຈາກ​ຜູ້​ອ່ານ

ດາວິດ​ເວົ້າ​ເກີນ​ຈິງ​ບໍ​ທີ່​ລາວ​ຂຽນ​ໃນ​ຄຳເພງ 61:8 ທີ່​ວ່າລາວ​ຈະ​ສັນລະເສີນ​ຊື່​ຂອງ​ພະເຈົ້າ “ຕະຫຼອດໄປ”?

ບໍ່ ລາວ​ບໍ່​ໄດ້​ເວົ້າ​ເກີນ​ຈິງ. ສິ່ງ​ທີ່​ລາວ​ເວົ້າ​ເປັນ​ຄວາມຈິງ​ແລະ​ເຊື່ອ​ຖື​ໄດ້.

ຂໍ​ໃຫ້​ສັງເກດ​ສິ່ງ​ທີ່​ດາວິດ​ຂຽນ​ໃນ​ຄຳເພງ 61:8 ແລະ​ໃນ​ຂໍ້​ອື່ນໆ​ທີ່​ເວົ້າ​ຄ້າຍໆ​ກັນ​ວ່າ “ລູກ​ຈະ​ເຮັດ​ຕາມ​ຄຳ​ສາບານ​ຂອງ​ລູກ​ທຸກ​ມື້ ແລະ​ລູກ​ຈະ​ຮ້ອງ​ເພງສັນລະເສີນ​ຊື່​ຂອງ​ພະອົງ​ຕະຫຼອດໄປ” “ພະເຢໂຫວາ​ພະເຈົ້າ​ຂອງ​ລູກ ລູກ​ຈະ​ສັນລະເສີນ​ພະອົງ​ໝົດ​ຫົວໃຈ. ແລະ​ລູກ​ຈະ​ຍົກຍ້ອງ​ຊື່​ຂອງ​ພະອົງ​ຕະຫຼອດໄປ” “ລູກ​ຈະ​ສັນລະເສີນ​ຊື່​ຂອງ​ພະອົງ​ຕະຫຼອດໄປ.”—ເພງ. 61:8; 86:12; 145:1, 2, ລ.ມ.

ສິ່ງ​ທີ່​ດາວິດ​ຂຽນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ລາວ​ຈະ​ບໍ່​ມີ​ວັນ​ຕາຍ. ລາວ​ຮູ້​ວ່າ​ທຸກ​ຄົນ​ມີ​ບາບ​ແລະ​ຈະ​ຕ້ອງ​ຕາຍ ແລະ​ລາວ​ເອງ​ກໍ​ຍອມຮັບ​ວ່າ​ຕົວເອງ​ກໍ​ເປັນ​ຄົນ​ບາບ​ຄື​ກັນ. (ປຖກ. 3:3, 17-19; ເພງ. 51:4, 5) ລາວ​ຮູ້​ວ່າ​ແມ່ນ​ແຕ່​ຜູ້​ທີ່​ສັດຊື່ ເຊັ່ນ: ອັບຣາຮາມ ອີຊາກ ຢາໂຄບ​ກໍ​ຍັງ​ຕາຍ ແລະ​ໃນທີ່ສຸດ​ລາວ​ເອງ​ກໍ​ຕ້ອງ​ຕາຍ​ຄື​ກັນ. (ເພງ. 37:25; 39:4) ດັ່ງນັ້ນ ສິ່ງ​ທີ່​ລາວ​ຂຽນ​ໃນ​ຄຳເພງ 61:8 ຈຶ່ງ​ສະແດງ​ໃຫ້​ເຫັນ​ວ່າ​ລາວ​ຢາກ​ສັນລະເສີນ​ພະເຢໂຫວາ​ຕະຫຼອດໄປ ‘ຕາບ​ໃດ​ທີ່​ລາວ​ມີ​ຊີວິດ​ຢູ່.’—2ຊມ. 7:12, ລ.ມ.

ບາງເທື່ອ​ດາວິດ​ກໍ​ຂຽນ​ປະສົບການ​ກ່ຽວກັບ​ຊີວິດ​ຂອງ​ລາວ​ເອງ ຄື​ກັບ​ທີ່​ເຮົາ​ເຫັນ​ໃນ​ຂໍ້​ຄວາມ​ຫົວ​ບົດ​ຂອງ​ຄຳເພງ​ບົດ 18, 51 ແລະ 52. ຍ້ອນ​ດາວິດ​ເຄີຍ​ເປັນ​ຜູ້​ລ້ຽງ​ແກະ ໃນ​ຄຳເພງ​ບົດ 23 ລາວ​ຈຶ່ງ​ບອກ​ວ່າ​ພະເຢໂຫວາ​ເປັນ​ຜູ້​ລ້ຽງ​ແກະ​ທີ່​ຄອຍ​ຊີ້ນຳ​ລາວ ປົກປ້ອງ​ລາວ ແລະ​ເຮັດ​ໃຫ້​ລາວ​ສົດ​ຊື່ນ. ນີ້​ຈຶ່ງ​ເຮັດ​ໃຫ້​ລາວ​ຢາກ​ຮັບໃຊ້​ພະເຈົ້າ “ຕະຫຼອດ​ຊີວິດ.”—ເພງ. 23:6, ລ.ມ.

ຂໍ​ໃຫ້​ຈື່​ໄວ້​ວ່າ ພະເຢໂຫວາ​ໄດ້​ດົນ​ໃຈ​ໃຫ້​ດາວິດ​ຂຽນ​ສິ່ງ​ທີ່​ຢູ່​ໃນ​ຄຳພີໄບເບິນ. ສິ່ງ​ທີ່​ດາວິດ​ຂຽນ​ລວມ​ເຖິງ​ຄຳ​ພະຍາກອນ​ຕ່າງໆ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ. ຕົວຢ່າງ​ເຊັ່ນ: ໃນ​ຄຳເພງ​ບົດ 110 ດາວິດ​ໄດ້​ຂຽນ​ກ່ຽວກັບ​ເວລາ​ທີ່​ຜູ້​ເປັນ​ນາຍ​ຈະ “ນັ່ງ​ເບື້ອງ​ຂວາ​ມື​ຂອງ [ພະເຈົ້າ]” ທີ່​ຢູ່​ໃນ​ສະຫວັນ ແລະ​ໄດ້​ຮັບ​ອຳນາດ​ເພື່ອ​ຈະ​ທຳລາຍ​ສັດຕູ​ຂອງ​ພະເຈົ້າ​ແລະ “ຕັດສິນ​ລົງໂທດ​ຊາດ​ຕ່າງໆ” ທີ່​ຢູ່​ໃນ​ໂລກ. ຜູ້​ເປັນ​ນາຍ​ໝາຍເຖິງ​ເມຊີອາ ເຊິ່ງ​ເປັນ​ລູກ​ຫຼານ​ຂອງ​ດາວິດ​ທີ່​ຈະ​ປົກຄອງ​ຈາກ​ສະຫວັນ​ແລະ​ເປັນ “ປະໂລຫິດ​ຕະຫຼອດໄປ.” (ເພງ. 110:1-6, ລ.ມ.) ພະເຢຊູ​ບອກ​ວ່າ ຄຳ​ພະຍາກອນ​ທີ່​ຢູ່​ໃນ​ຄຳເພງ​ບົດ 110 ແມ່ນ​ເວົ້າ​ກ່ຽວກັບ​ຕົວ​ເພິ່ນ​ເອງ​ແລະ​ຈະ​ສຳເລັດ​ເປັນຈິງ​ໃນ​ອະນາຄົດ.—ມທ. 22:41-45

ເຫັນ​ໄດ້​ວ່າ ພະເຢໂຫວາ​ດົນ​ໃຈ​ດາວິດ​ໃຫ້​ຂຽນ​ເລື່ອງ​ຂອງ​ລາວ​ເອງ​ແລະ​ຂຽນ​ເລື່ອງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ​ຕອນ​ທີ່​ລາວ​ຖືກ​ປຸກ​ໃຫ້​ຄືນ​ມາ. ແລະ​ລາວ​ຈະ​ໄດ້​ສັນລະເສີນ​ພະເຢໂຫວາ​ຕະຫຼອດໄປ. ເລື່ອງ​ນີ້​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ວ່າຄຳເພງ 37:10, 11 ແລະ 29 ໄດ້​ສຳເລັດ​ເປັນຈິງ​ແລ້ວ​ໃນ​ສະໄໝ​ອິດສະຣາເອນ​ບູຮານ​ແລະ​ຈະ​ສຳເລັດ​ເປັນຈິງ​ໃນ​ອະນາຄົດ​ນຳ ຕອນ​ທີ່​ພະເຢໂຫວາ​ເຮັດ​ຕາມ​ຄຳ​ສັນຍາ​ຕ່າງໆ​ຂອງ​ເພິ່ນ.—ເບິ່ງຂໍ້ 8 ໃນບົດຄວາມ​ທີ່​ຊື່​ວ່າ “ເຈົ້າ​ຈະ​ໄດ້​ຢູ່​ກັບ​ຂ້ອຍ​ໃນ​ອຸທິຍານ” ໃນ​ຫໍສັງເກດການ​ສະບັບ​ນີ້.

ຄຳເພງ 61:8 ແລະ​ຂໍ້​ຄຳພີ​ອື່ນໆ​ທີ່​ເວົ້າ​ຄ້າຍໆ​ກັນ​ສະແດງ​ໃຫ້​ເຫັນ​ວ່າ​ດາວິດ​ຢາກ​ສັນລະເສີນ​ພະເຢໂຫວາ​ຕະຫຼອດ​ຊີວິດ​ຂອງ​ລາວ. ແລະ​ຍັງ​ສະແດງ​ເຖິງ​ສິ່ງ​ທີ່​ດາວິດ​ຈະ​ເຮັດ​ໃນ​ອະນາຄົດ​ເມື່ອ​ພະເຢໂຫວາ​ປຸກ​ລາວ​ໃຫ້​ຄືນ​ມາ​ມີ​ຊີວິດ​ອີກ.