ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຄວາມ​ສຶກສາ​ທີ 50

“ເຈົ້າ​ຈະ​ໄດ້​ຢູ່​ກັບ​ຂ້ອຍ​ໃນ​ອຸທິຍານ”

“ເຈົ້າ​ຈະ​ໄດ້​ຢູ່​ກັບ​ຂ້ອຍ​ໃນ​ອຸທິຍານ”

“ຂ້ອຍ​ຂໍ​ບອກ​ເຈົ້າ​ມື້​ນີ້​ວ່າ ເຈົ້າ​ຈະ​ໄດ້​ຢູ່​ກັບ​ຂ້ອຍ​ໃນ​ອຸທິຍານ​ແນ່ນອນ.”—ລກ. 23:43

ເພງ 145 ຄຳ​ສັນຍາ​ຂອງ​ພະເຈົ້າ​ເລື່ອງ​ອຸທິຍານ

ໃຈ​ຄວາມ​ສຳຄັນ a

1. ບໍ່​ດົນ​ກ່ອນ​ທີ່​ພະເຢຊູ​ຈະ​ຕາຍ ເພິ່ນ​ໄດ້​ເວົ້າ​ຫຍັງ​ກັບ​ນັກ​ໂທດ​ຜູ້​ໜຶ່ງ​ທີ່​ຖືກ​ຄຶງ​ຢູ່​ຂ້າງໆ​ເພິ່ນ? (ລູກາ 23:39-43)

 ພະເຢຊູ​ກັບ​ນັກ​ໂທດ​ສອງ​ຄົນ​ທີ່​ຖືກ​ຄຶງ​ຢູ່​ຂ້າງໆ​ເພິ່ນ​ຮູ້ສຶກ​ເຈັບ​ປວດ​ຫຼາຍ ເພາະ​ກຳລັງ​ໃກ້​ຈະ​ຕາຍ. (ລກ. 23:32, 33) ນັກ​ໂທດ​ສອງ​ຄົນ​ນີ້​ໄດ້​ເວົ້າ​ດູຖູກ​ພະເຢຊູ ນັ້ນ​ສະແດງ​ວ່າ​ເຂົາເຈົ້າ​ບໍ່​ແມ່ນ​ລູກສິດ​ຂອງ​ເພິ່ນ. (ມທ. 27:44; ມຣກ. 15:32) ແຕ່​ນັກ​ໂທດ​ຄົນ​ໜຶ່ງ​ໄດ້​ປ່ຽນ​ໃຈ. ລາວ​ເວົ້າ​ກັບ​ພະເຢຊູ​ວ່າ “ທ່ານ​ເຢຊູ ຕອນ​ທີ່​ທ່ານ​ໄດ້​ເປັນ​ກະສັດ ຢ່າ​ລືມ​ຂ້ອຍ​ເດີ້.” ພະເຢຊູ​ຕອບ​ວ່າ: “ຂ້ອຍ​ຂໍ​ບອກ​ເຈົ້າ​ມື້​ນີ້​ວ່າ ເຈົ້າ​ຈະ​ໄດ້​ຢູ່​ກັບ​ຂ້ອຍ​ໃນ​ອຸທິຍານ​ແນ່ນອນ.” (ອ່ານ​ລູກາ 23:39-43) ບໍ່​ມີ​ບ່ອນ​ໃດ​ໃນ​ຄຳພີໄບເບິນ​ບອກ​ວ່າ​ນັກ​ໂທດ​ຜູ້​ນີ້​ຍອມຮັບ​ຂ່າວ​ສານ​ເລື່ອງ ‘ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ’ ທີ່​ພະເຢຊູ​ປະກາດ. ແລະ​ພະເຢຊູ​ກໍ​ບໍ່​ເຄີຍ​ເວົ້າ​ກັບ​ລາວ​ວ່າ ລາວ​ຈະ​ໄດ້​ຢູ່​ໃນ​ການ​ປົກຄອງ​ຂອງ​ເພິ່ນ​ທີ່​ຢູ່​ໃນ​ສະຫວັນ. (ມທ. 4:17) ເພິ່ນ​ກຳລັງ​ເວົ້າ​ເຖິງ​ອຸທິຍານ​ຢູ່​ເທິງ​ໂລກ​ນີ້. ເປັນຫຍັງ​ເຮົາ​ຈຶ່ງ​ເວົ້າ​ແບບນັ້ນ?

ເຮົາ​ສະຫຼຸບ​ຫຍັງ​ໄດ້​ກ່ຽວກັບ​ນັກ​ໂທດ​ທີ່​ເວົ້າ​ກັບ​ພະເຢຊູ ແລະລາວຮູ້​ເລື່ອງ​ຫຍັງ​ແດ່? (ເບິ່ງ​ຂໍ້ 2-3)

2. ເປັນຫຍັງ​ເຮົາ​ຈຶ່ງ​ສະຫຼຸບ​ວ່າ​ນັກ​ໂທດ​ທີ່​ກັບໃຈ​ເປັນ​ຄົນ​ຢິວ?

2 ນັກ​ໂທດ​ທີ່​ກັບໃຈ​ຄົນ​ນີ້​ອາດຈະ​ເປັນ​ຄົນ​ຢິວ ເພາະ​ລາວ​ເວົ້າ​ກັບ​ນັກ​ໂທດ​ອີກ​ຄົນ​ໜຶ່ງ​ວ່າ “ເຈົ້າ​ບໍ່​ຢຳເກງ​ພະເຈົ້າ ບໍ ເຈົ້າ​ກໍ​ຖືກ​ລົງໂທດ​ຄື​ກັນ​ໄດ໋?” (ລກ. 23:40) ປົກກະຕິ​ແລ້ວ​ຄົນ​ຢິວ​ຈະ​ນະມັດສະການ​ພະເຈົ້າ​ອົງ​ດຽວ ແຕ່​ຊາດ​ອື່ນໆ​ຈະ​ນະມັດສະການ​ພະ​ຫຼາຍ​ອົງ. (ອພຍ. 20:2, 3; 1ກຣ. 8:5, 6) ຖ້າ​ລາວ​ບໍ່​ແມ່ນ​ຄົນ​ຢິວ ລາວ​ກໍ​ຄື​ຊິ​ເວົ້າ​ກັບ​ນັກ​ໂທດ​ອີກ​ຄົນ​ໜຶ່ງ​ວ່າ “ເຈົ້າ​ບໍ່​ຢຳເກງ​ເທບ​ພະເຈົ້າ​ຕ່າງໆ ບໍ?” ແລະ​ພະເຢຊູ​ກໍ​ບໍ່​ໄດ້​ຖືກ​ສົ່ງ​ມາ​ໃຫ້​ຊ່ວຍ​ຊາດ​ອື່ນໆ ແຕ່​ໃຫ້​ມາ​ຊ່ວຍ “ຊາວ​ອິດສະຣາເອນ​ເທົ່າ​ນັ້ນ ພວກ​ເຂົາ​ເປັນ​ຄື​ກັບ​ແກະ​ທີ່​ຫຼົງ​ທາງ.” (ມທ. 15:24) ແລະ​ພະເຢໂຫວາ​ກໍ​ບອກ​ຊາວ​ອິດສະຣາເອນ​ໃຫ້​ຮູ້​ວ່າ​ເພິ່ນ​ຈະ​ປຸກ​ຄົນ​ຕາຍ​ໃຫ້​ຟື້ນ​ຄືນ​ມາ. ນັກ​ໂທດ​ຄົນ​ນີ້​ອາດ​ຮູ້​ເລື່ອງ​ນີ້​ຄື​ກັນ ເພາະ​ຄຳເວົ້າ​ຂອງ​ລາວ​ສະແດງ​ໃຫ້​ເຫັນ​ວ່າ​ພະເຢໂຫວາ​ຈະ​ປຸກ​ພະເຢຊູ​ແລ້ວ​ໃຫ້​ເພິ່ນ​ເປັນ​ກະສັດ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ. ແລະ​ລາວ​ກໍ​ຫວັງ​ວ່າ​ພະເຢໂຫວາ​ຈະ​ປຸກ​ລາວ​ຄື​ກັນ. ເຫັນ​ໄດ້​ວ່າ​ນັກ​ໂທດ​ຄົນ​ນີ້​ເປັນ​ຄົນ​ຢິວ.

3. ນັກ​ໂທດ​ທີ່​ກັບໃຈ​ອາດຈະ​ຄິດ​ວ່າ​ອຸທິຍານ​ທີ່​ພະເຢຊູ​ເວົ້າ​ເຖິງ​ເປັນ​ແນວໃດ? (ປະຖົມມະການ 2:15)

3 ຍ້ອນ​ນັກ​ໂທດ​ຄົນ​ນີ້​ເປັນ​ຄົນ​ຢິວ ລາວ​ຈຶ່ງ​ຮູ້​ກ່ຽວກັບ​ເລື່ອງ​ຂອງ​ອາດາມ​ແລະ​ເອວາ​ແລະ​ສວນ​ອຸທິຍານ​ທີ່​ພະເຢໂຫວາ​ສ້າງ​ໄວ້​ໃຫ້​ເຂົາເຈົ້າ. ດັ່ງນັ້ນ ລາວ​ອາດຈະ​ຄິດ​ວ່າ​ອຸທິຍານ​ທີ່​ພະເຢຊູ​ເວົ້າ​ເຖິງ​ເປັນ​ສວນ​ທີ່​ສວຍ​ງາມ​ທີ່​ຢູ່​ເທິງ​ໂລກ​ນີ້.—ອ່ານ​ປະຖົມມະການ 2:15

4. ສິ່ງ​ທີ່​ພະເຢຊູ​ເວົ້າ​ກັບ​ນັກ​ໂທດ​ຄົນ​ໜຶ່ງ​ກະຕຸ້ນ​ເຮົາ​ໃຫ້​ຄິດ​ເຖິງ​ຫຍັງ?

4 ສິ່ງ​ທີ່​ພະເຢຊູ​ເວົ້າ​ກັບ​ນັກ​ໂທດ​ຄົນ​ນັ້ນ​ໜ້າ​ຈະ​ກະຕຸ້ນ​ເຮົາ​ໃຫ້​ຄິດ​ວ່າ​ຊີວິດ​ໃນ​ອຸທິຍານ​ເປັນ​ແນວໃດ. ທີ່​ຈິງ ການ​ປົກຄອງ​ຂອງ​ກະສັດ​ໂຊໂລໂມນ​ຈະ​ຊ່ວຍ​ເຮົາ​ໃຫ້​ເຫັນ​ພາບ​ຊີວິດ​ໃນ​ອຸທິຍານ. ແລະ​ເຮົາ​ຄາດໝາຍ​ໄດ້​ວ່າ​ພະເຢຊູ​ຜູ້​ທີ່​ຍິ່ງໃຫຍ່​ກວ່າ​ໂຊໂລໂມນ​ຈະ​ເຮັດ​ວຽກ​ຮ່ວມ​ກັບ​ຜູ້​ຖືກ​ເຈີມ​ໃນ​ການ​ເຮັດ​ໃຫ້​ໂລກ​ນີ້​ກາຍ​ເປັນ​ອຸທິຍານ. (ມທ. 12:42) ດັ່ງນັ້ນ “ແກະ​ອື່ນ” ຄວນ​ຈະ​ສົນໃຈ​ວ່າ​ເຂົາເຈົ້າ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ມີ​ຊີວິດ​ຕະຫຼອດໄປ​ໃນ​ອຸທິຍານ.—ຢຮ. 10:16

ຊີວິດ​ໃນ​ອຸທິຍານ​ຈະ​ເປັນ​ແນວໃດ?

5. ເຈົ້າ​ຄິດ​ວ່າ​ຊີວິດ​ໃນ​ອຸທິຍານ​ເປັນ​ແນວໃດ?

5 ເຈົ້າ​ຄິດ​ວ່າ​ຊີວິດ​ໃນ​ອຸທິຍານ​ຈະ​ເປັນ​ແນວໃດ? ບາງ​ທີ​ເຈົ້າ​ອາດຈະ​ຄິດເຖິງ​ສວນ​ທີ່​ງາມໆ​ຄື​ກັບ​ສວນ​ເອເດັນ. (ປຖກ. 2:7-9) ຫຼື​ເຈົ້າ​ອາດຈະ​ຄິດເຖິງ​ຄຳ​ພະຍາກອນ​ຂອງ​ມີເກ​ທີ່​ບອກ​ວ່າ​ປະຊາຊົນ​ຂອງ​ພະເຈົ້າ “ທຸກ​ຄົນ​ຈະ​ນັ່ງ​ຢູ່​ກ້ອງ​ເຄືອ​ໝາກ​ລະແຊັງ​ຂອງ​ໂຕເອງ ແລະ​ຢູ່​ກ້ອງ​ຕົ້ນ​ໝາກເດື່ອ​ຂອງ​ໂຕເອງ.” (ມກ. 4:3, 4, ລ.ມ.) ຫຼື​ເຈົ້າ​ອາດຈະ​ຄິດເຖິງ​ຂໍ້​ຄຳພີ​ອື່ນ​ທີ່​ບອກ​ວ່າ​ຈະ​ມີ​ອາຫານ​ຢ່າງ​ອຸດົມ​ສົມບູນ. (ເພງ. 72:16; ອຊຢ. 65:21, 22) ລອງ​ນຶກພາບ​ວ່າ ເຈົ້າ​ຢູ່​ໃນ​ສວນ​ທີ່​ສວຍ​ງາມ ມີ​ຕົ້ນ​ໄມ້​ຫຼາຍ​ຊະນິດ ມີ​ອາກາດ​ທີ່​ສົດ​ຊື່ນ ມີ​ກິ່ນ​ຫອມ​ຂອງ​ດອກ​ໄມ້​ແລະ​ມີ​ອາຫານ​ແຊບໆ​ເຕັມ​ໂຕະ. ຫຼື​ເຈົ້າ​ອາດຈະ​ນຶກພາບ​ເຖິງ​ຄອບຄົວ​ແລະ​ໝູ່​ເຊິ່ງ​ລວມ​ເຖິງ​ຄົນ​ທີ່​ຄືນ​ມາ​ຈາກ​ຕາຍ​ໄດ້​ມາ​ຫຼິ້ນ​ນຳ​ກັນ​ຢ່າງ​ມີ​ຄວາມສຸກ. ສິ່ງ​ເຫຼົ່ານີ້​ບໍ່​ໄດ້​ເປັນ​ພຽງ​ຄວາມ​ເພີ້​ຝັນ ແຕ່​ມັນ​ຈະ​ເກີດ​ຂຶ້ນ​ແທ້. ແລະ​ໃນ​ອຸທິຍານ​ເຮົາ​ຍັງ​ຈະ​ໄດ້​ເຮັດ​ວຽກ​ທີ່​ເຮັດ​ໃຫ້​ມີ​ຄວາມສຸກ​ນຳ​ອີກ.

ໃນ​ອະນາຄົດ​ເຮົາ​ຈະ​ມີ​ວຽກ​ທີ່​ສຳຄັນ​ເຊິ່ງ​ກໍ​ຄື​ການສອນ​ຄົນ​ທີ່​ຄືນ​ມາ​ຈາກ​ຕາຍ (ເບິ່ງ​ຂໍ້ 6)

6. ເຮົາ​ຈະ​ເຮັດ​ຫຍັງ​ແດ່​ໃນ​ອຸທິຍານ? (ເບິ່ງ​ຮູບພາບ)

6 ພະເຢໂຫວາ​ສ້າງ​ເຮົາ​ໃຫ້​ມີ​ຄວາມສຸກ​ກັບ​ການ​ເຮັດ​ວຽກ. (ຜູ້ປ. 2:24) ໃນ​ລະຫວ່າງ​ການ​ປົກຄອງ​ຂອງ​ພະເຢຊູ​ໜຶ່ງ​ພັນ​ປີ ເຮົາ​ຈະ​ໄດ້​ເຮັດ​ວຽກ​ຫຼາຍ​ຢ່າງ ເຊັ່ນ: ຄົນ​ທີ່​ລອດ​ຜ່ານ​ຄວາມທຸກ​ລຳບາກ​ຄັ້ງ​ໃຫຍ່​ແລະ​ຄົນ​ທີ່​ຄືນ​ມາ​ຈາກ​ຕາຍ​ຈຳເປັນ​ທີ່​ຈະ​ຕ້ອງ​ມີ​ອາຫານ ເຄື່ອງນຸ່ງ ແລະ​ບ່ອນ​ຢູ່​ອາໄສ. ນີ້​ຄື​ຊິ​ເປັນ​ວຽກ​ທີ່​ເຮັດ​ໃຫ້​ເຮົາ​ມີ​ຄວາມສຸກ​ຫຼາຍ​ແທ້ໆ! ເຮົາ​ຍັງ​ຈະ​ໄດ້​ເຮັດ​ວຽກ​ຄື​ກັບ​ອາດາມ​ແລະ​ເອວາ​ທີ່​ເຮັດ​ໃຫ້​ໂລກ​ນີ້​ກາຍ​ເປັນ​ອຸທິຍານ. ແລະ​ເຮົາ​ຍັງ​ຈະ​ໄດ້​ສອນ​ຫຼາຍ​ລ້ານ​ຄົນ​ທີ່​ຄືນ​ມາ​ຈາກ​ຕາຍ​ໃຫ້​ຮູ້​ກ່ຽວກັບ​ພະເຢໂຫວາ​ແລະ​ຄວາມ​ຕ້ອງການ​ຂອງ​ເພິ່ນ. ເຮົາ​ຍັງ​ຈະ​ໄດ້​ຊ່ວຍ​ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ພະເຢໂຫວາ​ເຊິ່ງ​ຕາຍ​ກ່ອນ​ສະໄໝ​ຂອງ​ພະເຢຊູ​ໃຫ້​ຮຽນຮູ້​ເລື່ອງ​ພະເຢໂຫວາ​ຫຼາຍ​ຂຶ້ນ.

7. ເຮົາ​ສາມາດ​ໝັ້ນໃຈ​ໃນ​ເລື່ອງ​ຫຍັງ ແລະ​ຍ້ອນຫຍັງ?

7 ເຮົາ​ສາມາດ​ໝັ້ນໃຈ​ໄດ້​ວ່າ​ຊີວິດ​ໃນ​ອຸທິຍານ​ຈະ​ມີ​ຄວາມ​ສະຫງົບສຸກ ມີ​ທຸກ​ຢ່າງ​ທີ່​ເຮົາ​ຕ້ອງການ ແລະ​ເປັນ​ລະບົບ​ລະບຽບ. ເປັນຫຍັງ​ເຮົາ​ຈຶ່ງ​ເວົ້າ​ແນວ​ນັ້ນ? ກໍ​ຍ້ອນ​ພະເຢໂຫວາ​ເຮັດ​ໃຫ້​ເຫັນ​ເປັນ​ຕົວຢ່າງ​ແລ້ວ​ວ່າ ຊີວິດ​ພາຍ​ໃຕ້​ການ​ປົກຄອງ​ຂອງ​ພະເຢຊູ​ຈະ​ເປັນ​ແນວໃດ. ເຮົາ​ຮູ້​ເລື່ອງ​ນີ້​ໄດ້​ຈາກ​ການ​ປົກຄອງ​ຂອງ​ກະສັດ​ໂຊໂລໂມນ.

ການ​ປົກຄອງ​ຂອງ​ໂຊໂລໂມນ​ເປັນ​ພາບ​ເຖິງ​ອຸທິຍານ

8. ຄຳເວົ້າ​ທີ່​ຢູ່​ໃນ​ຄຳເພງ 37:10, 11, 29 ເກີດ​ຂຶ້ນ​ແທ້​ແນວໃດ​ຫຼັງ​ຈາກ​ທີ່​ດາວິດ​ຂຽນ? (ເບິ່ງ “ຄຳຖາມ​ຈາກ​ຜູ້ອ່ານ” ໃນ​ຫໍສັງເກດການ​ສະບັບ​ນີ້)

8 ກະສັດ​ດາວິດ​ຖືກ​ດົນ​ໃຈ​ໃຫ້​ຂຽນ​ວ່າ ຊີວິດ​ຈະ​ເປັນ​ແນວໃດ​ເມື່ອ​ຢູ່​ພາຍ​ໃຕ້​ການ​ປົກຄອງ​ຂອງ​ກະສັດ​ທີ່​ສະຫຼາດ​ແລະ​ສັດຊື່. (ອ່ານ​ຄຳເພງ 37:10, 11, 29) ເຮົາ​ມັກ​ຈະ​ອ່ານ​ຄຳເພງ 37:11 ເມື່ອ​ເວົ້າ​ກ່ຽວກັບ​ຊີວິດ​ໃນ​ອຸທິຍານ. ນີ້​ເປັນ​ເຫດຜົນ​ທີ່​ພະເຢຊູ​ຍົກ​ເລື່ອງ​ນີ້​ມາ​ເວົ້າ​ໃນ​ຄຳບັນຍາຍ​ເທິງ​ພູເຂົາ ເຊິ່ງ​ສະແດງ​ວ່າ​ເລື່ອງ​ນີ້​ຈະ​ເກີດ​ຂຶ້ນ​ແທ້​ໃນ​ອະນາຄົດ. (ມທ. 5:5) ແລະ​ສິ່ງ​ທີ່​ດາວິດ​ເວົ້າ​ຍັງ​ບອກ​ໃຫ້​ຮູ້​ວ່າ​ຊີວິດ​ຈະ​ເປັນ​ແນວໃດ​ໃນ​ສະໄໝ​ທີ່​ໂຊໂລໂມນ​ປົກຄອງ. ຕອນ​ທີ່​ໂຊໂລໂມນ​ປົກຄອງ​ອິດສະຣາເອນ ປະຊາຊົນ​ຂອງ​ພະເຈົ້າ​ມີ​ຄວາມ​ສະຫງົບສຸກ​ແລະ​ຈະເລີນ​ຮຸ່ງ​ເຮືອງ​ເປັນ​ພິ​ເສດ ແລະ​ແຜ່ນດິນ​ກໍ “ມີ​ນ້ຳ​ນົມ​ແລະ​ນ້ຳ​ເຜີ້ງ​ຫຼາຍ.” ພະເຢໂຫວາ​ເວົ້າ​ວ່າ: “ຖ້າ​ເຈົ້າ​ເຮັດ​ຕາມ​ກົດໝາຍ​ແລະ​ເຊື່ອຟັງ​ຄຳສັ່ງ​ຂອງ​ເຮົາ​ຕໍ່ໆ​ໄປ . . . ເຮົາ​ຈະ​ເຮັດ​ໃຫ້​ແຜ່ນດິນ​ຂອງ​ເຈົ້າ​ມີ​ຄວາມ​ສະຫງົບ. ຕອນ​ທີ່​ເຈົ້າ​ນອນ​ກໍ​ຈະ​ບໍ່​ມີ​ໃຜ​ເຮັດ​ໃຫ້​ເຈົ້າ​ຢ້ານ.” (ລລວ. 20:24; 26:3, 6, ລ.ມ.) ຄຳ​ສັນຍາ​ເຫຼົ່ານີ້​ໄດ້​ເກີດ​ຂຶ້ນ​ໃນ​ສະໄໝ​ທີ່​ໂຊໂລໂມນ​ປົກຄອງ. (1ຂຄ. 22:9; 29:26-28) ແລະ​ພະເຢໂຫວາ​ໄດ້​ສັນຍາ​ວ່າ​ຄົນ​ຊົ່ວ “ຈະ​ບໍ່​ມີ​ແລ້ວ.” (ເພງ. 37:10, ລ.ມ.) ເຫັນ​ໄດ້​ວ່າ​ຄຳເວົ້າ​ທີ່​ຢູ່​ໃນ​ຄຳເພງ 37:10, 11, 29 ໄດ້​ເກີດ​ຂຶ້ນ​ໃນ​ອະດີດ​ແລະ​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ​ຄື​ກັນ.

9. ລາຊີນີ​ຂອງ​ປະເທດ​ເຊບາ​ໄດ້​ເວົ້າ​ເຖິງ​ການ​ປົກຄອງ​ຂອງ​ກະສັດ​ໂຊໂລໂມນ​ແນວໃດ?

9 ເມື່ອ​ລາຊີນີ​ຂອງ​ປະເທດ​ເຊບາ​ໄດ້​ຍິນ​ຂ່າວ​ກ່ຽວກັບ​ຄວາມ​ສະຫງົບສຸກ​ແລະ​ຄວາມ​ຈະເລີນ​ຮຸ່ງ​ເຮືອງ​ຂອງ​ປະເທດ​ອິດສະຣາເອນ​ພາຍ​ໃຕ້​ການ​ປົກຄອງ​ຂອງ​ກະສັດ​ໂຊໂລໂມນ ລາວ​ຈຶ່ງ​ໄດ້​ເດີນທາງ​ບັກ​ໄກໆ​ເພື່ອ​ຈະ​ມາ​ເບິ່ງ​ເມືອງ​ເຢຣູຊາເລັມ​ດ້ວຍ​ຕົວເອງ. (1ກສ. 10:1) ຫຼັງ​ຈາກ​ທີ່​ລາວ​ມາ​ເບິ່ງ​ອານາຈັກ​ຂອງ​ໂຊໂລໂມນ​ແລ້ວ ລາວ​ກໍ​ເວົ້າ​ວ່າ: “ສິ່ງ​ທີ່​ຄົນ​ໄປ​ເລົ່າ​ບໍ່​ໄດ້​ເຄິ່ງ​ໜຶ່ງ​ຂອງ​ສິ່ງ​ທີ່​ຂ້ອຍ​ເຫັນ​ຊ້ຳ . . . ປະຊາຊົນ​ແລະ​ຄົນ​ທີ່​ເຮັດ​ວຽກ​ນຳ​ທ່ານ​ທຸກ​ມື້​ຄື​ຊິ​ມີ​ຄວາມສຸກ​ຫຼາຍ​ທີ່​ໄດ້​ຟັງ​ຄຳເວົ້າ​ທີ່​ມີ​ສະຕິປັນຍາ​ຂອງ​ທ່ານ.” (1ກສ. 10:6-8, ລ.ມ.) ແຕ່​ສິ່ງ​ດີໆ​ທີ່​ມີ​ຢູ່​ໃນ​ການ​ປົກຄອງ​ຂອງ​ໂຊໂລໂມນ​ເປັນ​ພຽງ​ຕົວຢ່າງ​ໜຶ່ງ​ຂອງ​ສິ່ງ​ທີ່​ພະເຢໂຫວາ​ຈະ​ເຮັດ​ເພື່ອ​ມະນຸດ​ພາຍ​ໃຕ້​ການ​ປົກຄອງ​ຂອງ​ພະເຢຊູ​ລູກ​ຊາຍ​ຂອງ​ເພິ່ນ.

10. ພະເຢຊູ​ດີ​ກວ່າ​ໂຊໂລໂມນ​ແນວໃດ?

10 ພະເຢຊູ​ດີ​ກວ່າ​ໂຊໂລໂມນ​ທຸກ​ດ້ານ. ໂຊໂລໂມນ​ເປັນ​ຄົນ​ບໍ່​ສົມບູນແບບ ລາວ​ເຄີຍ​ເຮັດ​ຜິດ​ຮ້າຍແຮງ​ແລະ​ນຳ​ຄວາມ​ເດືອດຮ້ອນ​ມາ​ສູ່​ປະຊາຊົນ. ແຕ່​ພະເຢຊູ​ເປັນ​ຜູ້​ປົກຄອງ​ທີ່​ສົມບູນແບບ​ແລະ​ບໍ່​ເຄີຍ​ເຮັດ​ຜິດ​ພາດ​ເລີຍ. (ລກ. 1:32; ຮຣ. 4:14, 15) ເຖິງ​ຊາຕານ​ຈະ​ເຮັດ​ໃຫ້​ເພິ່ນ​ເຈິ​ຄວາມ​ຍາກ​ລຳບາກ​ຫຼາຍ​ຢ່າງ ແຕ່​ເພິ່ນ​ກໍ​ຍັງ​ສັດຊື່​ຕໍ່​ພະເຈົ້າ​ສະເໝີ. ພະເຢຊູ​ພິສູດ​ໃຫ້​ເຫັນ​ວ່າ ເພິ່ນ​ບໍ່​ເຄີຍ​ເຮັດ​ຜິດ​ແລະ​ຈະ​ບໍ່​ເຮັດ​ຫຍັງ​ກໍ​ຕາມ​ທີ່​ເຮັດ​ໃຫ້​ປະຊາຊົນ​ເດືອດຮ້ອນ. ຈັ່ງ​ແມ່ນ​ເປັນ​ກຽດ​ແທ້ໆ​ທີ່​ມີ​ພະເຢຊູ​ເປັນ​ກະສັດ​ຂອງ​ເຮົາ!

11. ໃຜ​ຈະ​ຮ່ວມ​ປົກຄອງ​ກັບ​ພະເຢຊູ?

11 ພະເຢຊູ​ຈະ​ມີ​ຜູ້​ຮ່ວມ​ປົກຄອງ​ກັບ​ເພິ່ນ 144.000 ຄົນ ເຊິ່ງ​ຈະ​ຊ່ວຍ​ໃນ​ການ​ເບິ່ງແຍງ​ມະນຸດ​ແລະ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ພະເຢໂຫວາ​ທີ່​ມີ​ຕໍ່​ໂລກ​ນີ້​ສຳເລັດ. (ພນມ. 14:1-3) ຍ້ອນ​ວ່າ​ຜູ້​ທີ່​ຮ່ວມ​ປົກຄອງ​ກັບ​ພະເຢຊູ​ເຄີຍ​ເຈິ​ກັບ​ບັນຫາ​ຫຼາຍ​ຢ່າງ​ຕອນ​ທີ່​ເຂົາເຈົ້າ​ມີ​ຊີວິດ​ຢູ່​ໃນ​ໂລກ​ນີ້ ເຂົາເຈົ້າ​ຈຶ່ງ​ຈະ​ເປັນ​ຜູ້​ປົກຄອງ​ທີ່​ເຫັນອົກເຫັນໃຈ. ແລ້ວ​ເຂົາເຈົ້າ​ຈະ​ເຮັດ​ໜ້າທີ່​ຫຍັງ?

ຜູ້​ຖືກ​ເຈີມ​ຈະ​ເຮັດ​ຫຍັງ?

12. ພະເຢໂຫວາ​ຈະ​ໃຫ້​ຜູ້​ທີ່​ຮ່ວມ​ປົກຄອງ​ກັບ​ພະເຢຊູ​ເຮັດ​ວຽກ​ຫຍັງ?

12 ພະເຢຊູ​ແລະ​ຜູ້​ທີ່​ຮ່ວມ​ປົກຄອງ​ກັບ​ເພິ່ນ​ຈະ​ເຮັດ​ວຽກ​ຫຼາຍ​ກວ່າ​ທີ່​ໂຊໂລໂມນ​ເຮັດ. ໂຊໂລໂມນ​ເບິ່ງແຍງ​ຫຼາຍ​ລ້ານ​ຄົນ​ໃນ​ປະເທດ​ດຽວ​ເທົ່າ​ນັ້ນ. ແຕ່​ພະເຢຊູ​ແລະ​ຜູ້​ທີ່​ຮ່ວມ​ປົກຄອງ​ກັບ​ເພິ່ນ​ຈະ​ເບິ່ງແຍງ​ຫຼາຍ​ຕື້​ຄົນ​ທີ່​ຢູ່​ທົ່ວ​ໂລກ. ພະເຢໂຫວາ​ໄດ້​ໃຫ້​ຜູ້​ທີ່​ຮ່ວມ​ປົກຄອງ​ກັບ​ພະເຢຊູ​ເຮັດ​ວຽກ​ທີ່​ມີ​ກຽດ​ຫຼາຍ​ແທ້ໆ!

13. ໜ້າທີ່​ຫຼັກ​ຂອງ​ຜູ້​ທີ່​ຮ່ວມ​ປົກຄອງ​ກັບ​ພະເຢຊູ​ແມ່ນຫຍັງ?

13 144.000 ຄົນ​ຈະ​ເປັນ​ກະສັດ​ແລະ​ປະໂລຫິດ​ຄື​ກັບ​ພະເຢຊູ. (ພນມ. 5:10) ພາຍ​ໃຕ້​ກົດໝາຍ​ຂອງ​ໂມເຊ ປະໂລຫິດ​ມີ​ໜ້າທີ່​ຫຼັກ​ໃນ​ການ​ເບິ່ງແຍງ​ປະຊາຊົນ​ໃຫ້​ມີ​ສຸຂະພາບ​ທີ່​ດີ​ແລະ​ມີ​ສາຍສຳພັນ​ທີ່​ໃກ້ຊິດ​ກັບ​ພະເຢໂຫວາ. ຍ້ອນ​ກົດໝາຍ​ຂອງ​ໂມເຊ​ເປັນ “ເງົາ​ຂອງ​ສິ່ງ​ດີ​ຕ່າງໆ​ທີ່​ຈະ​ມີ​ມາ” ດັ່ງນັ້ນ ເຮົາ​ມີ​ເຫດຜົນ​ທີ່​ຈະ​ສະຫຼຸບ​ໄດ້​ວ່າ ໃນ​ອະນາຄົດ​ຜູ້​ທີ່​ຈະ​ຮ່ວມ​ປົກຄອງ​ກັບ​ພະເຢຊູ​ຈະ​ມີ​ໜ້າທີ່​ຫຼັກ​ໃນ​ການ​ຊ່ວຍ​ປະຊາຊົນ​ທາງ​ດ້ານ​ຮ່າງກາຍ​ແລະ​ຄວາມເຊື່ອ. (ຮຣ. 10:1) ເຮົາ​ບໍ່​ຮູ້​ວ່າ​ກະສັດ​ແລະ​ປະໂລຫິດ​ເຫຼົ່ານີ້​ຈະ​ສື່ສານ​ກັບ​ເຮົາ​ແນວໃດ​ເຊິ່ງ​ເຮົາ​ຕ້ອງ​ຖ້າ​ເບິ່ງ​ຕໍ່ໄປ. ແຕ່​ວ່າ​ບໍ່​ວ່າ​ພະເຢໂຫວາ​ຈະ​ໃຊ້​ວິທີ​ໃດ ເຮົາ​ກໍ​ໝັ້ນໃຈ​ວ່າ​ໃນ​ອຸທິຍານ​ທຸກ​ຄົນ​ຈະ​ໄດ້​ຮັບ​ການ​ຊີ້ນຳ​ທີ່​ຈຳເປັນ​ແທ້ໆ.—ພນມ. 21:3, 4

“ແກະ​ອື່ນ” ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໄດ້​ຢູ່​ໃນ​ອຸທິຍານ?

14. “ແກະ​ອື່ນ” ແລະ “ແກ​ຝູງ​ນ້ອຍ” ເປັນ​ນ້ຳໜຶ່ງໃຈດຽວກັນ​ແນວໃດ?

14 ພະເຢຊູ​ເວົ້າ​ເຖິງ​ຄົນ​ທີ່​ຈະ​ຮ່ວມ​ປົກຄອງ​ກັບ​ເພິ່ນ​ວ່າ​ເປັນ “ແກະ​ຝູງ​ນ້ອຍ.” (ລກ. 12:32) ແຕ່​ເພິ່ນ​ຍັງ​ໄດ້​ເວົ້າ​ເຖິງ​ຄົນ​ອີກ​ກຸ່ມ​ໜຶ່ງ ເພິ່ນ​ເອີ້ນ​ກຸ່ມ​ນັ້ນ​ວ່າ​ເປັນ “ແກະ​ອື່ນ.” ທັງ​ສອງ​ກຸ່ມ​ນີ້​ຢູ່​ໃນ​ຄອກ​ດຽວ​ກັນ​ຫຼື​ເປັນ​ນ້ຳໜຶ່ງໃຈດຽວກັນ. (ຢຮ. 10:16) ໃນ​ປັດຈຸບັນ ທັງ​ສອງ​ກຸ່ມ​ນີ້​ກຳລັງ​ເຮັດ​ວຽກ​ນຳ​ກັນ ແລະ​ວຽກ​ນີ້​ກໍຈະ​ສືບ​ຕໍ່​ຈົນ​ຮອດ​ອຸທິຍານ. ຕອນ​ທີ່​ໂລກ​ເປັນ​ອຸທິຍານ “ແກະ​ຝູງ​ນ້ອຍ” ຈະ​ຢູ່​ໃນ​ສະຫວັນ​ແລ້ວ. ສ່ວນ “ແກະ​ອື່ນ” ກໍ​ມີ​ຄວາມຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດໄປ​ໃນ​ໂລກ. ແຕ່ “ແກະ​ອື່ນ” ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ມີ​ຊີວິດ​ໃນ​ອຸທິຍານ?

ໃນ​ຕອນນີ້​ເຮົາ​ສາມາດ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ກຽມ​ພ້ອມ​ທີ່​ຈະ​ມີ​ຊີວິດ​ໃນ​ອຸທິຍານ (ເບິ່ງ​ຂໍ້ 15) b

15. (ກ) “ແກະ​ອື່ນ” ເຮັດ​ວຽກ​ຮ່ວມ​ກັບ​ພີ່ນ້ອງ​ຂອງ​ພະຄລິດ​ແນວໃດ? (ຂ) ເຈົ້າ​ຈະ​ຮຽນແບບ​ພີ່ນ້ອງ​ຊາຍ​ທີ່​ຢູ່​ໃນ​ຮ້ານ​ຂາຍ​ຢາ​ແນວໃດ? (ເບິ່ງ​ຮູບພາບ)

15 ນັກ​ໂທດ​ທີ່​ກັບໃຈ​ໄດ້​ຕາຍ​ກ່ອນ​ທີ່​ຈະ​ມີ​ໂອກາດ​ໄດ້​ສະແດງ​ໃຫ້​ເຫັນ​ວ່າ​ລາວ​ຮູ້​ຄຸນຄ່າ​ຕໍ່​ສິ່ງ​ທີ່​ພະເຢຊູ​ເຮັດ​ເພື່ອ​ລາວ. ແຕ່​ເຮົາ​ທີ່​ເປັນ “ແກະ​ອື່ນ” ເຮົາ​ມີ​ຫຼາຍ​ໂອກາດ​ໃນ​ຕອນນີ້​ທີ່​ຈະ​ສະແດງ​ວ່າ​ເຮົາ​ເຫັນຄ່າ​ຕໍ່​ສິ່ງ​ທີ່​ພະເຢຊູ​ເຮັດ​ເພື່ອ​ເຮົາ. ຕົວຢ່າງ​ເຊັ່ນ: ເຮົາ​ສາມາດ​ສະແດງ​ຄວາມ​ຮັກ​ຕໍ່​ພະເຢຊູ​ໂດຍ​ວິທີ​ທີ່​ເຮົາ​ປະຕິບັດ​ກັບ​ຜູ້​ຖືກ​ເຈີມ​ເຊິ່ງ​ເປັນ​ພີ່ນ້ອງ​ຂອງ​ເພິ່ນ. ພະເຢຊູ​ບອກ​ວ່າ​ເພິ່ນ​ຈະ​ຕັດສິນ​ເຮົາ​ຈາກ​ສິ່ງ​ນີ້. (ມທ. 25:31-40) ເຮົາ​ສາມາດ​ຊ່ວຍເຫຼືອ​ພີ່ນ້ອງ​ຂອງ​ພະຄລິດ​ໂດຍ​ຫ້າວຫັນ​ໃນ​ການ​ປະກາດ​ແລະ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ. (ມທ. 28:18-20) ເພື່ອ​ຈະ​ເຮັດ​ແບບນັ້ນ​ໄດ້​ດີ ເຮົາ​ຢາກ​ຈະ​ພະຍາຍາມ​ໃຊ້​ປຶ້ມ​ຕ່າງໆ​ທີ່​ອະທິບາຍ​ຄວາມ​ຮູ້​ໃນ​ຄຳພີໄບເບິນ ເຊັ່ນ ປຶ້ມ​ຊີວິດ​ທີ່​ມີ​ຄວາມສຸກ​ຕະຫຼອດໄປ! ຖ້າ​ເຈົ້າ​ຍັງ​ບໍ່​ມີ​ນັກສຶກສາ ເຈົ້າ​ໜ້າ​ຈະ​ລອງ​ຕັ້ງ​ເປົ້າໝາຍ​ສຶກສາ​ນຳ​ຈັກ​ຄົນ​ໜຶ່ງ​ດີ​ບໍ?

16. ເຮົາ​ຕ້ອງ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ຢູ່​ພາຍ​ໃຕ້​ການ​ປົກຄອງ​ຂອງ​ພະເຈົ້າ?

16 ເຮົາ​ບໍ່​ຈຳເປັນ​ຕ້ອງ​ລໍ​ຖ້າ​ໃຫ້​ຮອດ​ອຸທິຍານ​ກ່ອນ​ເພື່ອ​ຈະ​ເປັນ​ຄົນ​ທີ່​ພະເຢໂຫວາ​ຕ້ອງການ. ຕອນນີ້​ເຮົາ​ສາມາດ​ພະຍາຍາມ​ທີ່​ຈະ​ເປັນ​ຄົນ​ສັດຊື່ ເວົ້າ​ຄວາມຈິງ ເຮັດ​ສິ່ງ​ຕ່າງໆ​ແບບ​ພໍ​ດີ​ງາມ ສັດຊື່​ຕໍ່​ພະເຢໂຫວາ ຕໍ່​ຄູ່​ຊີວິດ​ຂອງ​ເຮົາ​ແລະ​ຕໍ່​ພີ່ນ້ອງ. ແຮ່ງ​ເຮົາ​ເຮັດ​ຕາມ​ມາດຕະຖານ​ຂອງ​ພະເຢໂຫວາ​ຫຼາຍ​ເທົ່າ​ໃດ​ຕອນ​ທີ່​ຢູ່​ໃນ​ໂລກ​ຂອງ​ຊາຕານ ມັນ​ກໍ​ແຮ່ງ​ງ່າຍ​ທີ່​ເຮົາ​ຈະ​ເຮັດ​ຕາມ​ສິ່ງ​ທີ່​ພະເຢໂຫວາ​ບອກ​ຕອນ​ທີ່​ຢູ່​ໃນ​ອຸທິຍານ. ເມື່ອ​ເຮົາ​ພະຍາຍາມ​ພັດທະນາ​ນິດໄສ​ແລະ​ຄຸນລັກສະນະ​ຕ່າງໆ​ກໍ​ສະແດງ​ວ່າ​ເຮົາ​ກຽມ​ພ້ອມ​ທີ່​ຈະ​ເຂົ້າ​ໄປ​ຢູ່​ໃນ​ອຸທິຍານ. ເບິ່ງ​ບົດຄວາມ​ທີ່​ຊື່​ວ່າ “ເຈົ້າ​ພ້ອມ​ທີ່​ຈະ​ຮັບ​ເອົາ “ໂລກ​ເປັນ​ລາງວັນ” ບໍ?” ໃນຫໍສັງເກດການ ສະບັບ​ນີ້.

17. ເຮົາ​ຄວນ​ຮູ້ສຶກ​ຜິດ​ກັບ​ຄວາມ​ຜິດ​ທີ່​ເຄີຍ​ເຮັດ​ບໍ? ຂໍ​ໃຫ້​ອະທິບາຍ.

17 ເຮົາ​ຕ້ອງ​ພະຍາຍາມ​ທີ່​ຈະ​ບໍ່​ຮູ້ສຶກ​ຜິດ​ກັບ​ຄວາມ​ຜິດ​ຮ້າຍແຮງ​ທີ່​ເຄີຍ​ເຮັດ. ແຕ່​ເຮົາ​ກໍ​ຈະ​ບໍ່​ໃຊ້​ຄ່າໄຖ່​ຂອງ​ພະເຢຊູ​ມາ​ເປັນ​ຂໍ້​ອ້າງ​ໃນ​ການ “ຈົງໃຈ​ເຮັດ​ບາບ.” (ຮຣ. 10:26-31) ເຮົາ​ໝັ້ນໃຈ​ໄດ້​ວ່າ​ຖ້າ​ເຮົາ​ກັບໃຈ​ແທ້ໆ ຂໍ​ຄວາມ​ຊ່ວຍເຫຼືອ​ຈາກ​ພະເຢໂຫວາ​ແລະ​ຜູ້​ດູແລ ແລະ​ປ່ຽນແປງ​ຕົວເອງ ພະເຢໂຫວາ​ກໍ​ຈະ​ຍົກ​ໂທດ​ໃຫ້​ເຮົາ​ແທ້ໆ. (ອຊຢ. 55:7; ກຈກ. 3:19) ຂໍ​ໃຫ້​ຈື່​ສິ່ງ​ທີ່​ພະເຢຊູ​ເວົ້າ​ກັບ​ພວກ​ຟາຣິຊາຍ​ທີ່​ວ່າ “ຂ້ອຍ​ມາ ບໍ່​ແມ່ນ​ເພື່ອ​ຊ່ວຍ​ຄົນ​ດີ ແຕ່​ມາ​ຊ່ວຍ​ຄົນ​ບາບ.” (ມທ. 9:13) ບໍ່​ວ່າ​ເຮົາ​ຈະ​ເຮັດ​ຜິດ​ຮ້າຍແຮງ​ຫຼາຍ​ສ່ຳ​ໃດ ພະເຢໂຫວາ​ກໍ​ສາມາດ​ຍົກ​ໂທດ​ໃຫ້​ເຮົາ​ໄດ້​ໂດຍ​ທາງ​ຄ່າໄຖ່​ຂອງ​ພະເຢຊູ.

ເຈົ້າ​ສາມາດ​ມີ​ຊີວິດ​ຕະຫຼອດໄປ​ໃນ​ອຸທິຍານ

18. ເຈົ້າ​ຢາກ​ຈະ​ຖາມ​ຫຍັງ​ກັບ​ນັກ​ໂທດ​ທີ່​ຕາຍ​ຢູ່​ທາງ​ຂ້າງ​ພະເຢຊູ?

18 ລອງ​ນຶກພາບ​ເບິ່ງ​ວ່າ ເຈົ້າ​ຢູ່​ໃນ​ອຸທິຍານ​ແລະ​ກຳລັງ​ລົມ​ກັບ​ນັກ​ໂທດ​ທີ່​ເຄີຍ​ເວົ້າ​ກັບ​ພະເຢຊູ. ເຈົ້າ​ກັບ​ລາວ​ຄື​ຊິ​ຮູ້ສຶກ​ເຫັນຄ່າ​ຕໍ່​ຄ່າໄຖ່​ຂອງ​ພະເຢຊູ​ແທ້ໆ. ເຈົ້າ​ອາດຈະ​ຖາມ​ລາວ​ວ່າ ລາວ​ຮູ້ສຶກ​ແນວໃດ​ຕອນ​ທີ່​ພະເຢຊູ​ຕອບ​ຄຳ​ຮ້ອງ​ຂໍ​ຂອງ​ລາວ ແລະ​ໃນ​ຊົ່ວໂມງ​ທ້າຍໆ​ຂອງ​ຊີວິດ​ພະເຢຊູ​ເປັນ​ແນວໃດ. ແລະ​ລາວ​ກໍ​ອາດຈະ​ຖາມ​ເຈົ້າ​ຄືນ​ວ່າ ຊີວິດ​ໃນ​ສະໄໝ​ສຸດທ້າຍ​ເປັນ​ແນວໃດ. ເຈົ້າ​ຄື​ຊິ​ຮູ້ສຶກ​ດີໃຈ​ແລະ​ເປັນ​ສິດທິພິເສດ​ຫຼາຍ​ແທ້ໆ​ທີ່​ຈະ​ໄດ້​ສຶກສາ​ຄຳພີໄບເບິນ​ໃຫ້​ຄົນ​ແບບ​ນີ້!—ອຟຊ. 4:22-24

ໃນ​ລະຫວ່າງ​ການ​ປົກຄອງ​ຂອງ​ພະເຢຊູ​ໜຶ່ງ​ພັນ​ປີ ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ມີ​ຄວາມສຸກ​ທີ່​ໄດ້​ປັບປຸງ​ທັກສະ​ຂອງ​ຕົວເອງ ເຊິ່ງ​ລາວ​ລໍ​ຖ້າ​ທີ່​ຈະ​ເຮັດ​ແບບ​ນັ້ນ​ມາ​ດົນ​ແລ້ວ (ເບິ່ງ​ຂໍ້ 19)

19. ເປັນຫຍັງ​ຊີວິດ​ໃນ​ອຸທິຍານ​ຈຶ່ງ​ບໍ່​ໜ້າ​ເບື່ອ? (ເບິ່ງ​ຮູບ​ໜ້າ​ປົກ)

19 ຊີວິດ​ໃນ​ອຸທິຍານ​ຈະ​ບໍ່​ໜ້າ​ເບື່ອ​ຈັກ​ເທື່ອ ເພາະ​ເຮົາ​ຈະ​ໄດ້​ເຈິ​ຄົນ​ໃໝ່ໆ​ແລະ​ມີ​ວຽກ​ທີ່​ເຮັດ​ໃຫ້​ມີ​ຄວາມສຸກ. ໃນ​ແຕ່​ລະ​ມື້​ເຮົາ​ຈະ​ຮູ້ຈັກ​ພະເຢໂຫວາ​ຫຼາຍ​ຂຶ້ນ​ແລະ​ມີ​ຄວາມສຸກ​ກັບ​ສິ່ງ​ທີ່​ເພິ່ນ​ຈັດ​ກຽມ​ໃຫ້​ເຮົາ. ເຮົາ​ຈະໄດ້​ຮຽນຮູ້​ເລື່ອງ​ຂອງ​ພະເຢໂຫວາ​ແລະ​ສິ່ງ​ທີ່​ເພິ່ນ​ສ້າງ​ຫຼາຍ​ຂຶ້ນ​ເລື້ອຍໆ. ແຮ່ງ​ເຮົາ​ມີ​ຊີວິດ​ດົນ​ປານ​ໃດ ເຮົາ​ກໍ​ແຮ່ງ​ຈະ​ຮັກ​ພະເຢໂຫວາ​ຫຼາຍ​ຂຶ້ນ. ເຮົາ​ຢາກ​ຂອບໃຈ​ພະເຢໂຫວາ​ແລະ​ພະເຢຊູ​ຫຼາຍ​ແທ້ໆ​ທີ່​ສັນຍາ​ວ່າ​ຈະ​ໃຫ້​ເຮົາ​ມີ​ຊີວິດ​ຕະຫຼອດໄປ​ໃນ​ອຸທິຍານ!

ເພງ 22 ລັດຖະບານ​ຂອງ​ພະເຈົ້າ​ກໍ່​ຕັ້ງ​ແລ້ວ—ຂໍ​ໃຫ້​ມາ​ເຖີດ!

a ເຈົ້າ​ມັກ​ຄິດ​ເລື້ອຍໆ​ບໍ​ວ່າ​ຊີວິດ​ໃນ​ອຸທິຍານ​ຈະ​ເປັນ​ແນວໃດ? ຖ້າ​ເຈົ້າ​ມັກ​ຄິດ ມັນ​ກໍ​ຈະ​ດີ​ຫຼາຍ​ເພາະ​ມັນ​ເຮັດ​ໃຫ້​ເຮົາ​ຄິດເຖິງ​ສິ່ງ​ທີ່​ພະເຢໂຫວາ​ຈະ​ເຮັດ​ເພື່ອ​ເຮົາ​ໃນ​ອະນາຄົດ ເຮົາ​ກໍ​ແຮ່ງ​ຢາກ​ຈະ​ບອກ​ຄົນອື່ນ​ຫຼາຍ​ຂຶ້ນ​ກ່ຽວກັບ​ໂລກ​ໃໝ່. ໃນ​ບົດຄວາມ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມເຊື່ອ​ຫຼາຍ​ຂຶ້ນ​ກ່ຽວກັບ​ຄຳ​ສັນຍາ​ຂອງ​ພະເຢຊູ​ໃນ​ເລື່ອງ​ອຸທິຍານ.

b ຄຳ​ອະທິບາຍ​ຮູບພາບ: ພີ່ນ້ອງ​ຊາຍ​ທີ່​ຢາກ​ຈະ​ສອນ​ຄົນ​ທີ່​ຄືນ​ມາ​ຈາກ​ຕາຍ​ໃນ​ໂລກ​ໃໝ່​ກຳລັງ​ສອນ​ຄົນ​ໃນ​ປັດຈຸບັນ.