ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເລື່ອງ​ຊີວິດ​ຈິງ

“ພະ​ເຢໂຫວາ​ບໍ່​ໄດ້​ລືມ​ຂ້ອຍ”

“ພະ​ເຢໂຫວາ​ບໍ່​ໄດ້​ລືມ​ຂ້ອຍ”

ຂ້ອຍ​ຢູ່​ໂອເຣອາລາ​ເຊິ່ງ​ເປັນ​ບ້ານ​ຂອງ​ຊົນ​ເຜົ່າ​ອາເມຣິນດຽນ​ທີ່​ຢູ່​ປະເທດ​ເກຍອານາ​ໃນ​ອາເມຣິກາ​ໃຕ້. ບ້ານ​ນີ້​ມີ​ປະມານ 2.000 ຄົນ​ອາໄສ​ຢູ່. ບ້ານ​ນີ້​ຢູ່​ຫ່າງ​ໄກ​ຫຼາຍ ແລະ​ເພື່ອ​ຈະ​ເດີນ​ທາງ​ມາ​ໄດ້​ກໍ​ມີ​ແຕ່​ຂີ່​ຍົນ​ລຳ​ນ້ອຍໆຫຼື​ຂີ່​ເຮືອເທົ່າ​ນັ້ນ.

ຂ້ອຍ​ເກີດ​ປີ 1983. ຕັ້ງ​ແຕ່​ເກີດ ຂ້ອຍ​ກໍ​ເປັນ​ເດັກ​ນ້ອຍ​ທີ່​ແຂງແຮງ​ດີ. ແຕ່​ຕອນ​ອາຍຸ 10 ປີ ຂ້ອຍ​ກໍ​ເລີ່ມ​ປວດ​ໝົດ​ຕົນ​ໂຕ. ປະມານ 2 ປີ​ຕໍ່​ມາ ເມື່ອ​ຂ້ອຍ​ຕື່ນ​ມາ​ຕອນ​ເຊົ້າ ຂ້ອຍ​ກໍ​ເໜັງ​ບໍ່​ໄດ້. ຂ້ອຍ​ພະຍາຍາມ​ເອົາ​ແທ້​ເອົາ​ວ່າ​ທີ່​ຈະ​ເໜັງ​ຂາ​ທັງ​ສອງ​ເບື້ອງ ແຕ່​ມັນ​ກໍ​ເໜັງ​ບໍ່​ໄດ້. ນັບ​ຕັ້ງ​ແຕ່​ມື້​ນັ້ນ ຂ້ອຍ​ກໍ​ຍ່າງ​ບໍ່​ໄດ້​ເລີຍ. ພະຍາດ​ນີ້​ເຮັດ​ໃຫ້​ຂ້ອຍ​ບໍ່​ໃຫຍ່ ແລະ​ໃນ​ທຸກ​ມື້​ນີ້ ໂຕ​ຂ້ອຍ​ກໍ​ຍັງ​ສ່ຳ​ເດັກ​ນ້ອຍ.

ສອງ​ສາມ​ເດືອນ​ຫຼັງ​ຈາກ​ທີ່​ຂ້ອຍ​ບໍ່​ສະບາຍ ຂ້ອຍ​ກໍ​ອອກ​ເຮືອນ​ໄປ​ໃສ​ບໍ່​ໄດ້​ເລີຍ ແລ້ວ​ພະຍານ​ພະ​ເຢໂຫວາ​ສອງ​ຄົນ​ກໍ​ມາ​ເຮືອນ​ຂ້ອຍ. ຕາມ​ປົກກະຕິ​ແລ້ວ​ເມື່ອ​ມີ​ຄົນ​ມາ​ເຮືອນ ຂ້ອຍ​ມັກ​ໄປ​ລີ້ ແຕ່​ໃນ​ມື້​ນັ້ນ ຂ້ອຍ​ລົມ​ກັບ​ພະຍານ 2 ຄົນ​ທີ່ເປັນ​ຜູ້​ຍິງ. ເມື່ອ​ເຂົາ​ເຈົ້າ​ລົມ​ກັບ​ຂ້ອຍ​ເລື່ອງ​ສວນ​ທີ່​ສວຍ​ງາມ ຂ້ອຍ​ຈື່​ເລື່ອງ​ທີ່​ເຄີຍ​ໄດ້​ຍິນ​ຕອນ​ອາຍຸ​ປະມານ 5 ປີ. ຕອນ​ນັ້ນ ມີ​ມິດຊັນນາຣີ​ຄົນ​ໜຶ່ງ​ຊື່​ເຢັດໂຣ​ທີ່​ຢູ່​ປະເທດ​ສຸຣິນາເມ​ໄດ້​ມາ​ບ້ານ​ຂອງ​ພວກ​ເຮົາ​ເດືອນ​ລະ​ເທື່ອ ແລະ​ສອນ​ຄຳພີ​ໄບເບິນ​ໃຫ້​ພໍ່​ຂ້ອຍ. ເຢັດໂຣ​ໃຈ​ດີ​ກັບ​ຂ້ອຍ​ຂະໜາດ ແລະ​ຂ້ອຍ​ມັກ​ລາວ​ຫຼາຍ. ປູ່​ກັບ​ຍ່າ​ຂອງ​ຂ້ອຍ​ເຂົ້າ​ຮ່ວມ​ການ​ປະຊຸມ​ຂອງ​ພະຍານ​ພະ​ເຢໂຫວາ​ທີ່​ຈັດ​ຢູ່​ບ້ານ​ຂອງ​ເຮົາ​ແລະ​ບາງ​ເທື່ອ​ພວກ​ເພິ່ນ​ກໍ​ພາ​ຂ້ອຍ​ໄປ​ນຳ. ຕອນ​ທີ່​ຟຼໍເລັນສ໌​ເຊິ່ງເປັນ​ພະຍານ​ຄົນ​ໜຶ່ງ​ໃນ​ສອງ​ຄົນ​ນັ້ນ​ຖາມ​ໃນ​ມື້​ທີ່​ລາວ​ເຈິຂ້ອຍ​ວ່າ ເຈົ້າ​ຢາກ​ຮຽນ​ຮູ້​ຫຼາຍ​ຂຶ້ນ​ບໍ່? ຂ້ອຍ​ກໍ​ຕອບ​ວ່າ​ຢາກ​ຮຽນ.

ຟຼໍເລັນສ໌​ໄດ້​ພາ​ຈັດສ໌ເຕີ​ຜົວ​ຂອງ​ລາວ​ມາ​ຫາ​ຂ້ອຍ ແລະ​ຂ້ອຍ​ກໍ​ໄດ້​ຮຽນ​ຄຳພີ​ໄບເບິນ​ນຳ​ເຂົາ​ເຈົ້າ. ເມື່ອ​ສັງເກດ​ເຫັນ​ວ່າ​ຂ້ອຍ​ອ່ານ​ໜັງສື​ບໍ່​ໄດ້ ເຂົາ​ເຈົ້າ​ກໍ​ສອນ​ຂ້ອຍ​ໃຫ້​ຮູ້ຈັກ​ອ່ານ. ຕໍ່​ມາ ຂ້ອຍ​ກໍ​ອ່ານ​ໜັງສື​ເອງ​ໄດ້. ມີ​ມື້​ໜຶ່ງ​ທັງ​ສອງ​ບອກ​ຂ້ອຍ​ວ່າ ເຂົາ​ເຈົ້າ​ຖືກ​ມອບ​ໝາຍ​ໃຫ້​ໄປ​ຮັບໃຊ້​ຢູ່​ປະເທດ​ສຸຣິນາເມ. ເປັນ​ຕາ​ເສຍດາຍ ບໍ່​ມີ​ໃຜ​ເລີຍ​ໃນ​ໂອເຣອາລາ​ທີ່​ຈະ​ສອນ​ຄຳພີ​ໄບເບິນ​ໃຫ້​ຂ້ອຍ​ຕໍ່. ແຕ່​ໜ້າ​ດີ​ໃຈ​ທີ່​ພະ​ເຢໂຫວາ​ບໍ່​ໄດ້​ລືມ​ຂ້ອຍ.

ບໍ່​ດົນ​ຫຼັງ​ຈາກ​ນັ້ນ ໄພໂອເນຍ​ຄົນ​ໜຶ່ງ​ຊື່​ຟຼອຍ​ໄດ້​ຖືກ​ມອບ​ໝາຍ​ມາ​ໂອເຣອາລາ ລາວ​ເຈິ​ຂ້ອຍ​ຕອນ​ທີ່​ປະກາດ​ຕາມ​ເຮືອນ. ເມື່ອ​ລາວ​ຖາມ​ຂ້ອຍ​ວ່າ​ຢາກ​ຮຽນ​ຄຳພີ​ໄບເບິນ​ບໍ່? ຂ້ອຍ​ກໍ​ຍິ້ມ. ແລ້ວ​ລາວ​ກໍ​ຖາມ​ວ່າ​ເປັນ​ຫຍັງ​ຈຶ່ງ​ຍິ້ມ? ຂ້ອຍ​ບອກ​ລາວ​ວ່າ ຂ້ອຍ​ຮຽນ​ປຶ້ມ​ພະ​ຜູ້​ສ້າງ​ຮຽກ​ຮ້ອງ​ສິ່ງ​ໃດ​ຈາກ​ເຮົາ? ຈົບ​ແລ້ວ ແລະ​ໄດ້​ເລີ່ມ​ຮຽນ​ປຶ້ມ​ຄວາມ​ຮູ້​ເຊິ່ງ​ນຳ​ໄປ​ສູ່​ຊີວິດ​ຕະຫຼອດ​ໄປ. * ຂ້ອຍ​ເລົ່າ​ໃຫ້​ລາວ​ຟັງ​ວ່າ​ເປັນ​ຫຍັງ​ຈຶ່ງ​ບໍ່​ໄດ້​ຮຽນ​ຕໍ່. ຟຼອຍ​ຈຶ່ງ​ສອນ​ປຶ້ມ​ຄວາມ​ຮູ້ໃຫ້​ຂ້ອຍ​ຕໍ່ ແຕ່​ຕໍ່​ມາ​ລາວ​ກໍ​ຖືກ​ມອບ​ໝາຍ​ໃຫ້​ໄປ​ຮັບໃຊ້​ຢູ່​ບ່ອນ​ອື່ນ​ຄື​ກັນ. ອີກເທື່ອ​ໜຶ່ງ​ທີ່​ບໍ່​ມີ​ໃຜ​ສອນ​ຄຳພີ​ໄບເບິນ​ໃຫ້​ຂ້ອຍ.

ແຕ່​ໃນ​ປີ 2004 ການວິວ​ແລະ​ໂຢຊວຍ​ເຊິ່ງ​ເປັນ​ໄພໂອເນຍ​ພິເສດ​ໄດ້​ຖືກ​ມອບ​ໝາຍ​ມາ​ໂອເຣອາລາ. ເຂົາ​ເຈົ້າ​ປະກາດ​ຕາມ​ເຮືອນ​ແລ້ວ​ກໍ​ເຈິ​ຂ້ອຍ. ຕອນ​ທີ່​ເຂົາ​ເຈົ້າ​ຖາມ​ຂ້ອຍ​ວ່າ​ຢາກ​ຮຽນ​ຄຳພີ​ໄບເບິນ​ບໍ່? ຂ້ອຍ​ກໍ​ຍິ້ມ. ຂ້ອຍ​ຂໍ​ໃຫ້​ເຂົາເຈົ້າ​ສອນ​ປຶ້ມ​ຄວາມ​ຮູ້ ໃຫ້​ຂ້ອຍ​ຕັ້ງ​ແຕ່​ບົດ​ທຳອິດ​ເລີຍ ຂ້ອຍ​ຢາກ​ຮູ້​ວ່າ​ເຂົາ​ເຈົ້າ​ຈະ​ສອນ​ຂ້ອຍ​ຄື​ກັບ​ຄູ​ຜູ້​ເກົ່າ​ສອນ​ຂ້ອຍ​ບໍ່. ການວິວ​ບອກ​ຂ້ອຍ​ວ່າ ມີ​ການ​ປະຊຸມ​ຢູ່​ບ້ານ​ນີ້. ເຖິງວ່າ​ຂ້ອຍ​ບໍ່​ໄດ້​ອອກ​ຈາກ​ເຮືອນ​ໄປ​ໃສ​ເກືອບ 10 ປີ​ແລ້ວ ແຕ່​ຂ້ອຍ​ກໍ​ຢາກ​ເຂົ້າ​ຮ່ວມ​ການ​ປະຊຸມ. ການວິວ​ຈຶ່ງ​ມາ​ຮັບ​ຂ້ອຍ​ແລະ​ໃຫ້​ຂ້ອຍ​ນັ່ງ​ລໍ້​ຍູ້ ແລ້ວ​ລາວ​ກໍ​ຍູ້​ຂ້ອຍ​ໄປ​ຫໍ​ປະຊຸມ.

ຕໍ່​ມາ ການວິວ​ກໍ​ກະຕຸ້ນ​ຂ້ອຍ​ໃຫ້​ເຮັດ​ສ່ວນ​ນັກ​ຮຽນ​ຢູ່​ການ​ປະຊຸມ. ລາວ​ບອກ​ວ່າ: “ເຖິງ​ວ່າ​ເຈົ້າ​ຈະ​ພິການ ແຕ່​ເຈົ້າ​ກໍ​ເວົ້າ​ໄດ້. ມື້​ໜຶ່ງ​ເຈົ້າ​ຈະ​ໄດ້​ບັນລະຍາຍ​ສາທາລະນະ ເຈົ້າ​ຈະ​ໄດ້​ເຮັດ​ແນ່ນອນ.” ສິ່ງ​ທີ່​ລາວ​ເວົ້າ​ເຮັດ​ໃຫ້​ຂ້ອຍ​ໝັ້ນ​ໃຈ.

ຂ້ອຍ​ເລີ່ມ​ໄປ​ປະກາດ​ກັບ​ການວິວ. ແຕ່​ຫົນ​ທາງ​ໃນ​ບ້ານ​ເປັນ​ທາງ​ດິນ​ແດງ​ແລະ​ມີ​ຂຸມ​ຫຼາຍ ດັ່ງ​ນັ້ນ​ມັນ​ຈຶ່ງ​ຍາກ​ທີ່​ຈະ​ຍູ້​ລໍ້​ທີ່​ຂ້ອຍ​ນັ່ງ. ຂ້ອຍ​ຈຶ່ງ​ບອກ​ການວິວ​ໃຫ້​ເອົາ​ຂ້ອຍ​ໃສ່​ລໍ້​ຕີນ​ດຽວ​ທີ່​ໃຊ້​ໃນ​ການ​ກໍ່​ສ້າງ​ແລ້ວ​ຊຸກ​ຂ້ອຍ​ໄປ. ການ​ໃຊ້​ລໍ້​ແບບ​ນີ້​ໄປ​ມາ​ສະດວກ​ກວ່າ. ໃນ​ເດືອນ​ເມສາ ປີ 2005 ຂ້ອຍ​ກໍ​ຮັບ​ບັບເຕມາ. ບໍ່​ດົນ​ຫຼັງ​ຈາກ​ນັ້ນ ພີ່ນ້ອງ​ກໍ​ຝຶກ​ຂ້ອຍ​ໃຫ້​ຮັບ​ຜິດ​ຊອບ​ເບິ່ງ​ແຍງ​ປຶ້ມ​ຂອງ​ປະຊາຄົມ​ແລະ​ຄຸມ​ລະບົບ​ສຽງ​ໃນ​ຫໍ​ປະຊຸມ.

ໃນ​ປີ 2007 ມີ​ເລື່ອງ​ເສົ້າໃຈ​ເກີດ​ຂຶ້ນ ພໍ່​ຂອງ​ຂ້ອຍ​ຕາຍ​ຍ້ອນ​ອຸບັດ​ຕິ​ເຫດ​ທາງ​ເຮືອ ແລະ​ຄອບຄົວ​ຂອງ​ເຮົາ​ໂສກ​ເສົ້າ​ເສຍໃຈ​ຫຼາຍ. ການວິວ​ອະທິດຖານ​ກັບ​ພວກ​ເຮົາ​ແລະ​ອ່ານ​ຂໍ້​ພະ​ຄຳພີ​ທີ່​ໃຫ້​ກຳລັງ​ໃຈ​ພວກ​ເຮົາ. ສອງ​ປີ​ຕໍ່​ມາ​ກໍ​ມີ​ເລື່ອງ​ເສົ້າ​ອີກ​ເລື່ອງ​ໜຶ່ງ​ເກີດ​ຂຶ້ນ ການວິວ​ຕາຍ​ຍ້ອນ​ເຮືອ​ຫຼົ້ມ.

ປະຊາຄົມ​ນ້ອຍໆຂອງ​ພວກ​ເຮົາ​ບໍ່​ມີ​ຜູ້​ດູ​ແລ​ຈັກ​ຄົນ​ເລີຍ ແລະ​ມີ​ແຕ່​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ຄົນ​ດຽວ​ເທົ່າ​ນັ້ນ. ຂ້ອຍ​ໂສກ​ເສົ້າ​ເສຍໃຈ​ຫຼາຍ ຍ້ອນ​ການວິວ​ໝູ່​ຮັກ​ຂອງ​ຂ້ອຍ​ຕາຍ. ລາວ​ຊ່ອຍ​ຂ້ອຍ​ສະເໝີ​ໃຫ້​ສະໜິດ​ກັບ​ພະ​ເຢໂຫວາ​ແລະ​ຍັງ​ຊ່ອຍ​ຂ້ອຍ​ໃຫ້​ມີ​ອີກ​ຫຼາຍ​ຢ່າງ​ທີ່​ຈຳເປັນ. ໃນ​ການ​ປະຊຸມ​ຫຼັງ​ຈາກ​ທີ່​ການວິວ​ຕາຍ ຂ້ອຍ​ຖືກ​ມອບ​ໝາຍ​ໃຫ້​ອ່ານ​ຫໍສັງເກດການ. ຂ້ອຍ​ອ່ານ​ໄດ້​ແຕ່​ສອງ​ຂໍ້​ເທົ່າ​ນັ້ນ ແລ້ວ​ຂ້ອຍ​ກໍ​ເລີ່ມ​ໄຫ້​ແລະ​ໄຫ້​ບໍ່​ເຊົາ​ຈັກ​ເທື່ອ ໃນ​ທີ່​ສຸດ​ຂ້ອຍ​ຕ້ອງ​ລົງ​ມາ​ຈາກ​ເວທີ.

ຂ້ອຍ​ເລີ່ມ​ຮູ້ສຶກ​ດີ​ຂຶ້ນ​ເມື່ອ​ພີ່ນ້ອງ​ຈາກ​ປະຊາຄົມ​ອື່ນ​ມາ​ຊ່ອຍ​ພວກ​ເຮົາ​ຢູ່​ໂອເຣອາລາ. ນອກ​ຈາກ​ນັ້ນ ສຳນັກງານ​ສາຂາ​ກໍ​ໄດ້​ສົ່ງ​ພີ່ນ້ອງ​ໂກໂຈ​ທີ່​ເປັນ​ໄພໂອເນຍ​ພິເສດ​ໃຫ້​ມາ​ຮັບໃຊ້​ຢູ່​ນີ້. ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ແມ່​ກັບ​ນ້ອງ​ຊາຍ​ເລີ່ມ​ຮຽນ​ຄຳພີ​ໄບເບິນ​ແລະ​ໄດ້​ຮັບ​ບັບເຕມາ. ໃນ​ເດືອນ​ມີນາ ປີ 2015 ຂ້ອຍ​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້. ຕໍ່​ມາ​ບໍ່​ດົນ ຂ້ອຍ​ກໍ​ໄດ້​ບັນລະຍາຍ​ສາທາລະນະ​ເປັນ​ເທື່ອ​ທຳອິດ. ໃນ​ມື້​ນັ້ນ ຂ້ອຍ​ທັງ​ຍິ້ມ​ທັງ​ໄຫ້​ເມື່ອ​ຄິດ​ເຖິງ​ຄຳເວົ້າ​ຂອງ​ການວິວ​ທີ່​ບອກ​ຂ້ອຍ​ຫຼາຍ​ປີ​ກ່ອນ​ວ່າ: “ມື້​ໜຶ່ງ​ເຈົ້າ​ຈະ​ໄດ້​ບັນລະຍາຍ​ສາທາລະນະ ເຈົ້າ​ຈະ​ໄດ້​ເຮັດ​ແນ່ນອນ.”

ໂດຍ​ທາງ​ລາຍການ​ໂທລະທັດ JW ຂ້ອຍ​ໄດ້​ຮູ້​ວ່າ​ມີ​ພີ່ນ້ອງ​ຊາຍ​ຍິງ​ຫຼາຍ​ຄົນ​ທີ່​ຕົກ​ຢູ່​ໃນ​ສະພາບການ​ຄ້າຍ​ຄື​ກັບ​ຂ້ອຍ. ເຖິງ​ວ່າ​ຈະ​ພິການ ແຕ່​ເຂົາ​ເຈົ້າ​ກໍ​ສາມາດ​ເຮັດ​ຫຼາຍ​ສິ່ງ​ສຳເລັດ​ແລະ​ມີ​ຄວາມ​ສຸກ. ຂ້ອຍ​ກໍ​ຄື​ກັນ ຂ້ອຍ​ຍັງ​ສາມາດ​ເຮັດ​ບາງ​ສິ່ງ​ໄດ້. ຂ້ອຍ​ຢາກ​ຮັບໃຊ້​ພະ​ເຢໂຫວາ​ໃຫ້​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ຂ້ອຍ​ເຮັດ​ໄດ້ ດັ່ງ​ນັ້ນ ຂ້ອຍ​ຈຶ່ງ​ເລີ່ມ​ເປັນ​ໄພໂອເນຍ​ປະຈຳ. ໃນ​ເດືອນ​ກັນຍາ​ປີ 2019 ຂ້ອຍ​ໄດ້​ຮັບ​ຂ່າວ​ທີ່​ບໍ່​ຄາດ​ຄິດ ຂ້ອຍ​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ດູ​ແລ​ໃນ​ປະຊາຄົມ​ຂອງ​ເຮົາ​ທີ່​ມີ​ຜູ້​ປະກາດ 40 ຄົນ.

ຂ້ອຍ​ຂອບໃຈ​ພີ່ນ້ອງ​ຊາຍ​ຍິງ​ທີ່​ຮັກ​ທີ່​ສອນ​ຄຳພີ​ໄບເບິນ​ໃຫ້​ຂ້ອຍ​ແລະ​ຊ່ອຍ​ຂ້ອຍ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆໄປ. ສຳຄັນ​ທີ່​ສຸດ ຂ້ອຍ​ຂອບໃຈ​ພະ​ເຢໂຫວາ​ແທ້ໆທີ່​ບໍ່​ລືມ​ຂ້ອຍ.

^ ຂໍ້ 8 ຈັດ​ພິມ​ໂດຍ​ພະຍານ​ພະ​ເຢໂຫວາ ແຕ່​ດຽວ​ນີ້​ປຶ້ມ 2 ຫົວ​ນີ້​ເຊົາ​ພິມ​ແລ້ວ.