ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໂອເນຊິເມ​ແລະ​ເຈໂຣດິນ

ພະ​ເຢໂຫວາ​ອວຍ​ພອນ​ຄົນ​ທີ່​ກັບ​ຄືນ​ເມືອ​ບ້ານ​ເກີດ

ພະ​ເຢໂຫວາ​ອວຍ​ພອນ​ຄົນ​ທີ່​ກັບ​ຄືນ​ເມືອ​ບ້ານ​ເກີດ

ມີ​ພີ່ນ້ອງ​ຫຼາຍ​ຄົນ​ທີ່​ແຕ່​ກີ້​ໄດ້​ຍ້າຍ​ຈາກ​ປະເທດ​ບ້ານ​ເກີດ​ຂອງ​ໂຕ​ເອງ​ເພື່ອ​ໄປ​ປະເທດ​ອື່ນ ແລະ​ຕອນ​ນີ້​ໄດ້​ກັບ​ຄືນ​ມາ. ຍ້ອນ​ຮັກ​ພະ​ເຢໂຫວາ​ແລະ​ຮັກ​ຄົນ​ອື່ນ ພີ່ນ້ອງ​ເຫຼົ່າ​ນີ້​ຈຶ່ງ​ຍ້າຍ​ໄປ​ບ່ອນ​ທີ່​ຕ້ອງການ​ຜູ້​ປະກາດ​ຫຼາຍ​ກວ່າ. (ມທ. 22:37-39) ເຂົາ​ເຈົ້າ​ໄດ້​ເສຍ​ສະລະ​ຫຍັງ​ແດ່ ແລະ​ພະ​ເຢໂຫວາ​ອວຍ​ພອນ​ເຂົາ​ເຈົ້າ​ແນວ​ໃດ? ເພື່ອ​ຈະ​ໄດ້​ຄຳຕອບ ໃຫ້​ເຮົາ​ໄປ​ເບິ່ງ​ປະສົບການ​ຂອງ​ບາງ​ຄົນ​ໃນ​ປະເທດ​ກາເມີຣຸນ​ໃນ​ອາຝຼິກກາ​ຕາເວັນ​ຕົກ.

“ຢູ່​ຖືກ​ບ່ອນ​ແລ້ວ​ທີ່​ຈະ ‘ຫາ​ປາ’ ໄດ້”

ໃນ​ປີ 1998 ພີ່ນ້ອງ​ຊາຍ​ຊື່​ໂອເນຊິເມ​ໄດ້​ຍ້າຍ​ຈາກ​ປະເທດ​ກາເມີຣຸນ​ໄປ​ຢູ່​ຕ່າງ​ປະເທດ 14 ປີ. ມື້​ໜຶ່ງ​ຢູ່​ການ​ປະຊຸມ ລາວ​ໄດ້​ຟັງ​ຕົວຢ່າງ​ປຽບ​ທຽບ​ເລື່ອງ​ການ​ປະກາດ. ຜູ້​ບັນລະຍາຍ​ເວົ້າ​ວ່າ “ມີ​ສອງ​ຄົນ​ທີ່​ເປັນ​ໝູ່​ກັນ​ຕຶກ​ປາ​ຢູ່​ຄົນ​ລະ​ບ່ອນ ແຕ່​ຜູ້​ໜຶ່ງ​ຕຶກ​ປາ​ໄດ້​ຫຼາຍ​ກວ່າ​ອີກ​ຜູ້​ໜຶ່ງ. ໝູ່​ຜູ້​ທີ່​ຕຶກ​ປາ​ໄດ້​ໜ້ອຍ​ຈະ​ຍ້າຍ​ໄປ​ຕຶກ​ຢູ່​ບ່ອນ​ທີ່​ໄດ້​ປາ​ຫຼາຍ​ກວ່າ​ແມ່ນ​ບໍ?”

ຕົວຢ່າງ​ປຽບ​ທຽບ​ນີ້​ເຮັດ​ໃຫ້​ໂອເນຊິເມ​ຄິດ​ທີ່​ຈະ​ກັບ​ຄືນ​ໄປ​ກາເມີຣຸນ​ເພື່ອ​ຊ່ອຍ​ພີ່ນ້ອງ​ຢູ່​ຫັ້ນ ເພາະ​ມີ​ຫຼາຍ​ຄົນ​ຢາກຮຽນ​ຄຳພີ​ໄບເບິນ. ແຕ່​ລາວ​ກໍ​ມີ​ເລື່ອງ​ທີ່​ເປັນ​ຫ່ວງ. ລາວ​ຈະ​ລຶ້ງ​ກັບ​ການ​ໃຊ້​ຊີວິດ​ຢູ່​ກາເມີຣຸນ​ໄດ້​ຄື​ເກົ່າ​ບໍ ຫຼັງ​ຈາກ​ໄປ​ຢູ່​ຕ່າງ​ປະເທດ​ຫຼາຍ​ປີ? ເພື່ອ​ຈະ​ຮູ້​ວ່າ​ຈະ​ຢູ່​ໄດ້​ຫຼື​ບໍ່ ໂອເນຊິເມ​ໄປ​ຢາມ​ກາເມີຣຸນ​ກ່ອນ 6 ເດືອນ ແລ້ວ​ໃນ​ປີ 2012 ລາວ​ກໍ​ຍ້າຍ​ກັບ​ຄືນ​ໄປ​ຢູ່​ຫັ້ນ​ເລີຍ.

ໂອເນຊິເມ​ເລົ່າ​ວ່າ: “ຂ້ອຍ​ຕ້ອງ​ປັບ​ໂຕ​ໃຫ້​ລຶ້ງ​ກັບ​ອາກາດ​ທີ່​ຮ້ອນ​ແລະ​ສະພາບການ​ເປັນ​ຢູ່. ຢູ່​ຫໍ​ປະຊຸມ ຂ້ອຍ​ຕ້ອງ​ລຶ້ງ​ກັບ​ການ​ນັ່ງ​ຕັ່ງ​ໄມ້​ລ້າໆທີ່​ບໍ່​ມີ​ເບາະ​ຮອງ.” ໂອເນຊິເມ​ເວົ້າ​ແລະ​ຍິ້ມ​ໄປ​ພ້ອມ “ແຕ່​ເມື່ອ​ຂ້ອຍ​ຕັ້ງ​ໃຈ​ຟັງ​ການ​ປະຊຸມ ຂ້ອຍ​ກໍ​ລືມ​ຕັ່ງ​ນັ່ງ​ທີ່​ສະບາຍໆຢູ່​ຫໍ​ປະຊຸມ​ເກົ່າ.”

ໃນ​ປີ 2013 ໂອເນຊິເມ​ໄດ້​ແຕ່ງ​ດອງ​ກັບ​ເຈໂຣດິນ​ທີ່​ກັບ​ຄືນ​ມາ​ຢູ່​ກາເມີຣຸນ ຫຼັງ​ຈາກ​ໄປ​ຢູ່​ຝຣັ່ງ​ໄດ້ 9 ປີ. ຍ້ອນ​ທັງ​ສອງ​ໃຫ້​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ ພະ​ເຢໂຫວາ​ໄດ້​ອວຍ​ພອນ​ເຂົາ​ເຈົ້າ​ແນວ​ໃດ? ໂອເນຊິເມ​ເວົ້າ​ວ່າ: “ເຮົາ​ໄດ້​ເຂົ້າ​ໂຮງ​ຮຽນ​ຜູ້​ປະກາດ​ລາຊະອານາຈັກ​ນຳ​ກັນ​ແລະ​ຮັບໃຊ້​ຢູ່​ເບເທນ​ຈົນ​ຮອດ​ທຸກ​ມື້​ນີ້. ປີ​ກາຍ​ນີ້​ມີ​ນັກ​ສຶກສາ 20 ຄົນ​ຢູ່​ປະຊາຄົມ​ຂອງ​ເຮົາ​ຮັບ​ບັບເຕມາ. ຂ້ອຍ​ຮູ້ສຶກ​ວ່າ​ຕອນ​ນີ້​ຂ້ອຍ​ຢູ່​ຖືກ​ບ່ອນ​ແລ້ວ​ທີ່​ຈະ ‘ຫາ​ປາ’ ໄດ້.” (ມຣກ. 1:17, 18) ເຈໂຣດິນ​ເວົ້າ​ຕື່ມ​ວ່າ: “ຂ້ອຍ​ໄດ້​ຮັບ​ສິ່ງ​ດີໆຫຼາຍ​ຢ່າງ​ເກີນ​ທີ່​ຂ້ອຍ​ຄາດ​ຄິດ.”

ຄວາມ​ສຸກ​ໃນ​ການ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ

ຈູດິດ​ແລະ​ແຊມຄັດສ໌ແທວ

ຈູດິດ​ໄດ້​ຍ້າຍ​ໄປ​ອາເມຣິກາ​ແລະ​ລາວ​ຢາກ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ລາວ​ເລົ່າ​ວ່າ: “ທຸກ​ເທື່ອ​ທີ່​ໄປ​ຢາມ​ຄອບຄົວ​ຢູ່​ກາເມີຣຸນ ຕອນ​ໃກ້​ຊິ​ເມືອ​ຂ້ອຍ​ຕ້ອງ​ໄຫ້​ຕະຫຼອດ ເພາະ​ຕ້ອງ​ປະ​ນັກ​ສຶກສາ​ຫຼາຍ​ຄົນ​ທີ່​ຂ້ອຍ​ເລີ່ມ​ສອນ​ຄຳພີ​ໄບເບິນ​ໃຫ້​ເຂົາ​ເຈົ້າ.” ແຕ່​ຈູດິດ​ກໍ​ລັງເລ​ໃຈ​ທີ່​ຈະ​ຍ້າຍ​ກັບ​ຄືນ​ໄປ​ກາເມີຣຸນ. ລາວ​ເຮັດ​ວຽກ​ທີ່​ໄດ້​ເງິນ​ເດືອນ​ດີ ເຊິ່ງຊ່ອຍ​ລາວ​ໃຫ້​ສາມາດ​ຈ່າຍ​ຄ່າ​ປິ່ນປົວ​ພໍ່​ຢູ່​ກາເມີຣຸນ​ໄດ້. ເຖິງແນວ​ນັ້ນ​ກໍ​ຕາມ ຈູດິດ​ໄວ້​ວາງໃຈ​ພະ​ເຢໂຫວາ​ແລະ​ໄດ້​ຍ້າຍ​ກັບ​ຄືນ​ໄປ​ກາເມີຣຸນ. ຈູດິດ​ຍອມ​ຮັບ​ວ່າ​ລາວ​ຄິດ​ຮອດ​ຄວາມ​ສະດວກ​ສະບາຍ​ບາງ​ຢ່າງ​ຕອນ​ຢູ່​ອາເມຣິກາ. ລາວ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ອຍ​ລາວ​ໃຫ້​ປັບ​ໂຕ​ໄດ້ ແລະ​ລາວ​ຍັງ​ໄດ້​ຮັບ​ກຳລັງ​ໃຈ​ຈາກ​ຜູ້​ດູ​ແລ​ໝວດ​ແລະ​ເມຍ.

ເມື່ອ​ເບິ່ງ​ຄືນ​ຫຼັງ ຈູດິດ​ເວົ້າ​ວ່າ “ພາຍ​ໃນ​ສາມ​ປີ ຂ້ອຍ​ໄດ້​ຊ່ອຍ​ສີ່​ຄົນ​ໃຫ້​ຮັບ​ບັບເຕມາ.” ຈູດິດ​ໄດ້​ເລີ່ມ​ຮັບໃຊ້​ເປັນ​ໄພໂອເນຍ​ພິເສດ. ປັດຈຸບັນ​ນີ້ ຈູດິດ​ຮັບໃຊ້​ກັບ​ແຊມຄັດສ໌ແທວ​ຜົວ​ຂອງ​ລາວ​ໃນ​ວຽກ​ດູ​ແລ​ໝວດ. ພໍ່​ຂອງ​ຈູດິດ​ເດ​ເປັນ​ແນວ​ໃດ? ຈູດິດ​ແລະ​ຄອບຄົວ​ສາມາດ​ຊອກ​ໂຮງ​ໝໍ​ໄດ້​ໃນ​ອີກ​ປະເທດ​ໜຶ່ງ​ເຊິ່ງ​ຍອມ​ຜ່າ​ຕັດ​ໃຫ້​ພໍ່​ລາວ​ລ້າໆ ແລະ​ການ​ຜ່າ​ຕັດ​ຜ່ານ​ພົ້ນ​ໄປ​ດ້ວຍ​ດີ.

ເຫັນ​ການ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ

ຄາໂຣລາຍ​ແລະ​ວິກເຕີ

ພີ່ນ້ອງ​ຊາຍ​ຊື່​ວິກເຕີ​ໄດ້​ຍ້າຍ​ໄປ​ການາດາ. ຫຼັງ​ຈາກ​ອ່ານ​ບົດ​ຄວາມ​ໜຶ່ງ​ໃນ​ຫໍສັງເກດການ ກ່ຽວ​ກັບ​ການ​ຮຽນ​ສູງ ວິກເຕີ​ກໍ​ຄິດ​ເຖິງ​ການ​ຮຽນ​ຂອງ​ໂຕ​ເອງ. ລາວ​ປ່ຽນ​ຈາກ​ການ​ຮຽນ​ຢູ່​ມະຫາ​ວິທະຍາໄລ​ມາ​ຮຽນ​ຫຼັກ​ສູດ​ວິຊາ​ຊີບ​ເຊິ່ງ​ໃຊ້​ເວລາ​ສັ້ນ​ກວ່າ. ວິກເຕີ​ເວົ້າ​ວ່າ “ການ​ຮຽນ​ວິຊາ​ຊີບ​ເຮັດ​ໃຫ້​ຂ້ອຍ​ມີ​ໂອກາດ​ໄດ້​ເຮັດ​ວຽກ​ໄວ​ກວ່າ​ແລະ​ເຮັດ​ໃນ​ສິ່ງ​ທີ່​ຂ້ອຍ​ຢາກ​ເຮັດ​ແຕ່​ດົນ​ແລ້ວ ນັ້ນ​ຄື​ເປັນ​ໄພໂອເນຍ.” ຕໍ່​ມາ ວິກເຕີ​ໄດ້​ແຕ່ງ​ດອງ​ກັບ​ຄາໂຣລາຍ​ແລະ​ທັງ​ສອງ​ໄດ້​ໄປ​ຢາມ​ກາເມີຣຸນ. ຕອນ​ທີ່​ໄປ​ຢາມ​ສຳນັກງານ​ສາຂາ​ຢູ່​ຫັ້ນ ພີ່ນ້ອງ​ບາງ​ຄົນ​ໄດ້​ກະຕຸ້ນ​ເຂົາ​ເຈົ້າ​ໃຫ້​ຄິດ​ເຖິງ​ການ​ຍ້າຍ​ມາ​ຮັບໃຊ້​ຢູ່​ກາເມີຣຸນ. ວິກເຕີ​ເວົ້າ​ວ່າ: “ເຮົາ​ບໍ່​ມີ​ເຫດຜົນ​ເລີຍ​ທີ່​ຈະ​ປະຕິເສດ ແລະ​ຍ້ອນ​ວ່າ​ເຮົາ​ໃຊ້​ຊີວິດ​ແບບ​ທຳມະດາ​ຢູ່​ແລ້ວ​ເຮົາ​ຈຶ່ງ​ສາມາດ​ຮັບ​ເອົາ​ຄຳ​ເຊີນ​ນີ້.” ເຖິງ​ວ່າ​ຄາໂຣລາຍ​ມີ​ບັນຫາ​ສຸຂະພາບ ແຕ່​ເຂົາ​ເຈົ້າ​ກໍ​ຕັດສິນ​ໃຈ​ຍ້າຍ​ໄປ​ກາເມີຣຸນ.

ວິກເຕີ​ກັບ​ຄາໂຣລາຍ​ເລີ່ມ​ຮັບໃຊ້​ເປັນ​ໄພໂອເນຍ​ປະຈຳ​ເພື່ອ​ຊ່ອຍ​ຄົນ​ທີ່​ຢາກ​ຮຽນ​ຄຳພີ​ໄບເບິນ. ເຂົາ​ເຈົ້າ​ມີ​ເງິນ​ທ້ອນ​ໄວ້​ຈຳນວນ​ໜຶ່ງ ດັ່ງ​ນັ້ນ​ຈຶ່ງ​ບໍ່​ຕ້ອງ​ເຮັດ​ວຽກ ແຕ່​ທັງ​ສອງ​ກັບ​ໄປ​ການາດາ 2-3 ເດືອນ​ເພື່ອ​ເຮັດ​ວຽກ​ແລ້ວ​ກໍ​ກັບ​ມາກາເມີຣຸນ​ແລະ​ເຮັດ​ວຽກ​ໄພໂອເນຍ​ຕໍ່. ພະ​ເຢໂຫວາ​ອວຍ​ພອນ​ເຂົາ​ເຈົ້າ​ແນວ​ໃດ? ເຂົາ​ເຈົ້າ​ໄດ້​ເຂົ້າ​ໂຮງ​ຮຽນ​ຜູ້​ປະກາດ​ລາຊະອານາຈັກ ຮັບໃຊ້​ເປັນ​ໄພໂອເນຍ​ພິເສດ ແລະ​ໃນ​ຕອນ​ນີ້​ຮັບໃຊ້​ໃນ​ໂຄງການ​ກໍ່​ສ້າງ. ວິກເຕີ​ເວົ້າ​ວ່າ “ການ​ປະ​ຊີວິດ​ທີ່​ສະດວກ​ສະບາຍ​ເຮັດ​ໃຫ້​ເຮົາ​ມີ​ໂອກາດ​ໄດ້​ເຫັນ​ການ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ.”

ມີ​ຄວາມ​ສຸກ​ທີ່​ໄດ້​ຊ່ອຍ​ຄົນ​ໃຫ້​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ

ສະເຕຟານີ​ແລະ​ອາເລນ

ໃນ​ປີ 2002 ອາເລນ​ທີ່​ເປັນ​ນັກ​ຮຽນ​ມະຫາ​ວິທະຍາໄລ​ຢູ່​ເຢຍລະມັນ​ໄດ້​ອ່ານ​ແຜ່ນ​ພັບ ໜຸ່ມ​ສາວ​ທັງ​ຫຼາຍ​ເຈົ້າ​ຈະ​ໃຊ້​ຊີວິດ​ຂອງ​ເຈົ້າ​ແນວ​ໃດ? ສິ່ງ​ທີ່​ຢູ່​ໃນ​ແຜ່ນ​ພັບ​ກະຕຸ້ນ​ລາວ​ໃຫ້​ຕັ້ງ​ເປົ້າ​ໝາຍ​ໃໝ່. ໃນ​ປີ 2006 ລາວ​ໄດ້​ເຂົ້າ​ໂຮງ​ຮຽນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ແລະ​ຖືກ​ມອບ​ໝາຍ​ໄປ​ກາເມີຣຸນ ເຊິ່ງ​ເປັນ​ບ່ອນ​ທີ່​ລາວ​ເກີດ.

ຢູ່​ກາເມີຣຸນ ອາເລນ​ໄດ້​ວຽກ​ທີ່​ບໍ່​ຕ້ອງ​ເຮັດ​ເຕັມ 5 ມື້. ຕໍ່​ມາ ລາວ​ໄດ້​ວຽກ​ທີ່​ເງິນ​ເດືອນ​ດີ​ກວ່າ ເມື່ອ​ຖືກ​ເຊີນ​ໃຫ້​ເປັນ​ໄພໂອເນຍ​ພິເສດ ຫົວ​ໜ້າ​ຂອງ​ລາວ​ໄດ້​ສະເໜີ​ເງິນ​ເດືອນ​ໃຫ້​ຫຼາຍ​ກວ່າ​ເກົ່າ​ອີກ. ແຕ່​ຍ້ອນ​ວ່າ​ວຽກ​ນັ້ນ​ກິນ​ເວລາ​ຫຼາຍ ມັນ​ຈຶ່ງ​ຍາກ​ທີ່​ອາເລນ​ຈະ​ເຮັດ​ວຽກ​ໄພໂອເນຍ​ໄດ້​ຢ່າງ​ເຕັມທີ. ຍ້ອນ​ແນວ​ນີ້ ລາວ​ຈຶ່ງ​ບໍ່​ລັງເລ​ທີ່​ຈະ​ຮັບ​ເອົາ​ຄຳ​ເຊີນ​ໃຫ້​ເປັນ​ໄພໂອເນຍ​ພິເສດ ແລະ​ປະຕິເສດ​ຄຳ​ສະເໜີ​ຂອງ​ຫົວ​ໜ້າ​ເລື່ອງ​ການ​ຂຶ້ນ​ເງິນ​ເດືອນ​ໃຫ້. ເມື່ອ​ຕັດສິນ​ໃຈ​ເຮັດ​ແບບ​ນີ້​ກໍ​ບໍ່​ມີ​ຫຍັງ​ມາ​ດຶງ​ຄວາມ​ສົນ​ໃຈ​ຂອງ​ລາວ​ອອກ​ໄປ​ຈາກ​ການ​ຮັບໃຊ້​ພະ​ເຢໂຫວາ. ຕໍ່​ມາ ອາເລນ​ໄດ້​ແຕ່ງ​ດອງ​ກັບ​ສະເຕຟານີ​ທີ່​ເຄີຍ​ຢູ່​ຝຣັ່ງ​ຫຼາຍ​ປີ. ຫຼັງ​ຈາກ​ຍ້າຍ​ມາ​ກາເມີຣຸນ ສະເຕຟານີ​ມີ​ບັນຫາ​ຫຍັງ​ແດ່?

ສະເຕຟານີ​ເວົ້າ​ວ່າ: “ຂ້ອຍ​ເລີ່ມ​ມີ​ບັນຫາ​ສຸຂະພາບ​ເລັກໆນ້ອຍໆຫຼາຍ​ຢ່າງ​ແລະ​ເປັນ​ພູມ​ແພ້ ແຕ່​ຂ້ອຍ​ໄປ​ປິ່ນປົວ​ເປັນ​ປະຈຳ​ແລະ​ດີ​ຂຶ້ນ.” ຍ້ອນ​ທັງ​ສອງ​ອົດ​ທົນ ພະເຢໂຫວາ​ໄດ້​ອວຍ​ພອນ​ເຂົາ​ເຈົ້າ. ອາເລນ​ເວົ້າ​ວ່າ: “ເມື່ອ​ເຮົາ​ໄປ​ປະກາດ​ຢູ່​ບ້ານ​ໜຶ່ງ​ທີ່​ຢູ່​ໄກໆຊື່​ກະ​ເຕ ມີ​ຫຼາຍ​ຄົນ​ທີ່​ຢາກ​ຮຽນ​ຄຳພີ​ໄບເບິນ. ຕໍ່​ມາ​ເຮົາ​ສາມາດ​ສອນ​ພະ​ຄຳພີ​ໃຫ້​ເຂົາ​ເຈົ້າ​ໂດຍ​ທາງ​ໂທລະສັບ ແລະ​ມີ​ສອງ​ຄົນ​ໃນ​ຈຳນວນ​ນັກ​ສຶກສາ​ເຫຼົ່າ​ນີ້​ໄດ້​ຮັບ​ບັບເຕມາ ແລະ​ໄດ້​ມີ​ການ​ຕັ້ງ​ກຸ່ມ​ປະກາດ.” ສະເຕຟານີ​ເວົ້າ​ຕື່ມ​ວ່າ: “ການ​ຊ່ອຍ​ຄົນ​ຈົນ​ເຖິງ​ຂັ້ນ​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ເປັນ​ສິ່ງ​ທີ່​ມີ​ຄວາມ​ສຸກ​ທີ່​ສຸດ. ການ​ຮັບໃຊ້​ຢູ່​ນີ້​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ສຸກ​ແບບ​ນັ້ນ​ຫຼາຍ​ເທື່ອ​ແລ້ວ.” ປັດຈຸບັນ​ນີ້ ອາເລນ​ແລະ​ສະເຕຟາ​ຮັບໃຊ້​ໃນ​ວຽກ​ດູ​ແລ​ໝວດ.

ເຮົາ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ຄວນ​ເຮັດ

ເລອອນ​ແລະ​ຈິແຊວ

ຈິແຊວ​ຮັບ​ບັບເຕມາ​ຕອນ​ທີ່​ຮຽນ​ແພດ​ຢູ່​ອີຕາລີ. ລາວ​ປະທັບ​ໃຈ​ຜົວ​ເມຍ​ຄູ່​ໜຶ່ງ​ທີ່​ເປັນ​ໄພໂອເນຍ​ເຊິ່ງ​ສອນ​ຄຳພີ​ໄບເບິນ​ໃຫ້​ລາວ ເຂົາ​ເຈົ້າ​ໃຊ້​ຊີວິດ​ແບບ​ທຳມະດາ ແລະ​ຍ້ອນ​ແນວ​ນີ້​ຈິແຊວ​ຈຶ່ງ​ຢາກ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ດັ່ງ​ນັ້ນ ຈິແຊວ​ຈຶ່ງ​ເລີ່ມ​ຮັບໃຊ້​ເປັນ​ໄພໂອເນຍ​ປະຈຳ​ຕອນ​ທີ່​ໃກ້​ຈະ​ຮຽນ​ຈົບ.

ຈິແຊວ​ຢາກ​ຍ້າຍ​ກັບ​ຄືນ​ໄປ​ກາເມີຣຸນ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ແຕ່​ຍັງ​ມີ​ເລື່ອງ​ທີ່​ລາວ​ເປັນ​ຫ່ວງ. ຈິແຊວ​ເວົ້າ​ວ່າ “ຂ້ອຍ​ຕ້ອງ​ເສຍ​ສິດ​ທີ່​ຈະ​ຢູ່​ອີຕາລີ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ ແລະ​ຕ້ອງ​ແຍກ​ຈາກ​ໝູ່​ແລະ​ຄອບຄົວ​ທີ່​ຢູ່​ອີຕາລີ.” ເຖິງ​ຈະ​ເປັນ​ແນວ​ນັ້ນ​ກໍ​ຕາມ ໃນ​ເດືອນ​ພຶດສະພາ ປີ 2016 ຈິແຊວ​ໄດ້​ຍ້າຍ​ກັບ​ຄືນ​ໄປ​ກາເມີຣຸນ. ຕໍ່​ມາ​ລາວ​ໄດ້​ແຕ່ງ​ດອງ​ກັບ​ເລອອນ ແລະ​ສຳນັກງານ​ສາຂາ​ຢູ່​ກາເມີຣຸນ​ໄດ້​ສະເໜີ​ໃຫ້​ເຂົາ​ເຈົ້າ​ຍ້າຍ​ໄປ​ຮັບໃຊ້​ຢູ່​ອາຢ໋ອດ​ເຊິ່ງ​ເປັນ​ເມືອງ​ໜຶ່ງ​ທີ່​ຕ້ອງການ​ຜູ້​ປະກາດ.

ຊີວິດ​ໃນ​ອາຢ໋ອດ​ເປັນ​ແນວ​ໃດ? ຈິແຊວ​ເວົ້າ​ວ່າ: “ເປັນ​ເລື່ອງ​ທຳມະດາ​ທີ່​ໄຟ​ຟ້າ​ບໍ່​ມາ​ຫຼາຍ​ອາທິດ ແລະ​ເຮົາ​ກໍ​ສາກ​ໂທລະສັບ​ບໍ່​ໄດ້ ດັ່ງ​ນັ້ນ ສ່ວນ​ຫຼາຍ​ແລ້ວ​ຈຶ່ງ​ບໍ່​ໄດ້​ໃຊ້​ໂທລະສັບ. ຂ້ອຍ​ຕ້ອງ​ຮຽນ​ດັງ​ຟືນ​ເພື່ອ​ແຕ່ງ​ກິນ ແລະ​ເຮົາ​ເຍືອງ​ໄຟ​ສາຍ​ແລະ​ຍູ້​ລໍ້​ໄປ​ຕັກ​ນ້ຳ​ສ້າງ​ຕອນ​ກາງຄືນ​ເມື່ອ​ຄົນ​ບໍ່ຫຼາຍ. ມີ​ຫຍັງ​ທີ່​ຊ່ອຍ​ທັງ​ສອງ​ໃຫ້​ອົດ​ທົນ​ໄດ້? ຈິແຊວ​ເວົ້າວ່າ: “ພະລັງ​ຂອງ​ພະ​ເຢໂຫວາ​ຊ່ອຍ​ເຮົາ​ໃຫ້​ອົດ​ທົນ. ນອກ​ຈາກ​ນັ້ນ ຂ້ອຍ​ກັບ​ຜົວ​ກໍ​ຊ່ວຍ​ເຫຼືອ​ກັນ​ແລະ​ກັນ. ຄອບຄົວ​ແລະ​ໝູ່​ໃຫ້​ກຳລັງ​ໃຈ​ເຮົາ​ແລະ​ບາງ​ເທື່ອ​ກໍ​ເອົາ​ເງິນ​ໃຫ້​ພວກ​ເຮົາ.”

ຈິແຊວ​ມີ​ຄວາມ​ສຸກ​ບໍ​ທີ່​ໄດ້​ກັບ​ຄືນ​ມາ​ບ້ານ​ເກີດ​ຂອງ​ໂຕເອງ? ລາວ​ເວົ້າ​ວ່າ “ມີ​ຄວາມ​ສຸກ​ແທ້! ທຳອິດ​ກໍ​ຍາກ​ແລະ​ຮູ້ສຶກ​ທໍ້​ໃຈ ແຕ່​ເມື່ອ​ເອົາ​ຊະນະ​ສິ່ງ​ເຫຼົ່າ​ນັ້ນ​ໄດ້ ຂ້ອຍ​ກັບ​ຜົວ​ກໍ​ຮູ້ສຶກ​ວ່າ​ເຮົາ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ຄວນ​ເຮັດ. ເຮົາ​ໄວ້​ວາງໃຈ​ພະ​ເຢໂຫວາ​ແລະ​ຮູ້ສຶກ​ສະໜິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ.” ເລອອນ​ກັບ​ຈິແຊວ​ໄດ້​ເຂົ້າ​ໂຮງ​ຮຽນ​ຜູ້​ປະກາດ​ລາຊະອານາຈັກ ແລະ​ຕອນ​ນີ້​ເຂົາ​ເຈົ້າ​ຮັບໃຊ້​ເປັນ​ໄພໂອເນຍ​ພິເສດ​ຊົ່ວຄາວ.

ຄື​ກັບ​ຄົນ​ຫາ​ປາ​ທີ່​ຕ້ອງ​ສະແດງ​ຄວາມ​ກ້າ​ໃນ​ສະພາບ​ອາກາດ​ທີ່​ບໍ່​ປົກກະຕິ​ເພື່ອ​ຈະ​ຫາ​ປາ​ໃຫ້​ໄດ້​ຫຼາຍໆ ຄົນ​ທີ່​ກັບ​ຄືນ​ໄປ​ປະເທດ​ບ້ານ​ເກີດ​ຂອງ​ໂຕ​ເອງ​ກໍ​ເຕັມ​ໃຈ​ເສຍ​ສະລະ​ເພື່ອ​ຊ່ອຍ​ຜູ້​ທີ່​ສົນ​ໃຈ​ຢາກ​ຮຽນ​ຄຳພີ​ໄບເບິນ. ແນ່ນອນ​ວ່າ​ພະ​ເຢໂຫວາ​ຈະ​ບໍ່​ລືມ​ວຽກ​ໜັກ​ທີ່​ເຂົາ​ເຈົ້າ​ເຮັດ​ແລະ​ຄວາມ​ຮັກ​ທີ່​ເຂົາ​ເຈົ້າ​ມີ​ຕໍ່​ຊື່​ຂອງ​ເພິ່ນ. (ນເຫ. 5:19; ຮຣ. 6:10) ຖ້າ​ເຈົ້າ​ກຳລັງ​ອາໄສ​ຢູ່​ຕ່າງ​ປະເທດ​ແລະ​ໃນ​ປະເທດ​ບ້ານ​ເກີດ​ຂອງ​ເຈົ້າ​ມີ​ຄວາມ​ຕ້ອງການ​ຜູ້​ປະກາດ ເຈົ້າ​ຈະ​ສາມາດ​ຍ້າຍ​ກັບ​ຄືນ​ໄປ​ໄດ້​ບໍ? ຖ້າ​ເຈົ້າ​ເຮັດ​ໄດ້​ແບບ​ນັ້ນ​ກໍ​ຈະ​ມີ​ສິ່ງ​ດີໆຫຼາຍ​ຢ່າງ​ລໍ​ຖ້າ​ເຈົ້າ​ຢູ່.—ສຸພາ. 10:22