ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 47

ເຈົ້າ​ຈະ​ປັບ​ຄວາມ​ຄິດ​ໃໝ່​ຕໍ່​ໆໄປ​ບໍ?

ເຈົ້າ​ຈະ​ປັບ​ຄວາມ​ຄິດ​ໃໝ່​ຕໍ່​ໆໄປ​ບໍ?

“ສຸດ​ທ້າຍ​ນີ້ ພີ່ນ້ອງ​ເອີຍ ຂໍ​ໃຫ້​ຊົມຊື່ນ​ຍິນດີ​ສະເໝີ ປັບ​ຄວາມ​ຄິດ​ຂອງ​ພວກ​ເຈົ້າ​ໃໝ່.”—2 ກຣ. 13:11

ເພງ 54 “ທາງ​ເສັ້ນ​ນີ້​ແຫຼະ”

ໃຈ​ຄວາມ​ສຳຄັນ *

1. ຕາມ​ມັດທາຍ 7:13, 14 ເຮົາ​ກຳລັງ​ເດີນ​ທາງ​ໃນ​ແງ່​ໃດ?

ພວກ​ເຮົາ​ທຸກ​ຄົນ​ກຳລັງ​ເດີນ​ທາງ​ແລະ​ເປົ້າ​ໝາຍ​ຂອງ​ເຮົາ​ແມ່ນ​ມີ​ຊີວິດ​ໃນ​ໂລກ​ໃໝ່​ທີ່​ຢູ່​ພາຍ​ໃຕ້​ການ​ປົກຄອງ​ດ້ວຍ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ. ແຕ່​ລະ​ມື້ ເຮົາ​ພະຍາຍາມ​ທີ່​ຈະ​ຢູ່​ໃນ​ເສັ້ນ​ທາງ​ທີ່​ພາ​ໄປ​ສູ່​ຊີວິດ ແຕ່​ພະ​ເຢຊູ​ບອກ​ວ່າ​ທາງ​ນັ້ນ​ເປັນ​ທາງ​ແຄບ​ແລະ​ບາງ​ເທື່ອ​ກໍ​ໄປ​ຍາກ​ຫຼາຍ. (ອ່ານ​ມັດທາຍ 7:13, 14) ຍ້ອນ​ວ່າ​ເຮົາ​ບໍ່​ສົມບູນ​ແບບ​ມັນ​ຈຶ່ງ​ງ່າຍ​ທີ່​ເຮົາ​ຈະ​ອອກ​ຈາກ​ທາງ​ນີ້.—ຄລຕ. 6:1

2. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ນີ້? (ເບິ່ງ​ຂອບ “ ຄວາມ​ຖ່ອມ​ຈະ​ຊ່ອຍ​ເຮົາ​ໃຫ້​ປັບ​ປ່ຽນ​ໂຕ​ເອງ​ໄດ້”)

2 ຖ້າ​ເຮົາ​ຢາກ​ຢູ່​ທາງ​ແຄບ​ທີ່​ພາ​ໄປ​ສູ່​ຊີວິດ ເຮົາ​ຕ້ອງ​ເຕັມ​ໃຈ​ປັບ​ຄວາມ​ຄິດ ທັດສະນະ ແລະ​ການ​ກະທຳ​ຂອງ​ເຮົາ. ອັກຄະສາວົກ​ໂປໂລ​ກະຕຸ້ນ​ຄລິດສະຕຽນ​ໃນ​ເມືອງ​ໂກຣິນໂທ​ໃຫ້ ‘ປັບ​ຄວາມ​ຄິດ​ໃໝ່’ຕໍ່ໆໄປ. (2 ກຣ. 13:11) ຄຳ​ແນະນຳ​ນັ້ນ​ກໍ​ໃຊ້​ໄດ້​ກັບ​ເຮົາ​ຄື​ກັນ. ໃນ​ບົດ​ນີ້ ເຮົາ​ຈະ​ເບິ່ງ​ວ່າ​ຄຳພີ​ໄບເບິນ​ຊ່ອຍ​ເຮົາ​ແນວ​ໃດ​ໃຫ້​ປັບ​ປ່ຽນ ແລະ​ໝູ່​ທີ່​ເປັນ​ຜູ້​ໃຫຍ່​ຈະ​ຊ່ອຍ​ເຮົາ​ແນວ​ໃດ​ໃຫ້​ຢູ່​ໃນ​ເສັ້ນ​ທາງ​ທີ່​ພາ​ໄປ​ສູ່​ຊີວິດ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ຈະ​ເບິ່ງ​ວ່າ​ຕອນ​ໃດ​ທີ່​ອາດຍາ​ກ​ສຳລັບ​ເຮົາ​ທີ່​ຈະ​ເຮັດ​ຕາມ​ການ​ຊີ້​ນຳ​ຈາກ​ອົງການ​ຂອງ​ພະ​ເຢໂຫວາ. ເຮົາ​ຈະ​ເຫັນ​ວ່າ​ຄວາມ​ຖ່ອມ​ຊ່ອຍ​ເຮົາ​ແນວ​ໃດ​ໃຫ້​ປັບ​ປ່ຽນ​ໂດຍ​ທີ່​ເຮົາ​ຍັງ​ມີ​ຄວາມ​ສຸກ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ.

ໃຫ້​ຄຳພີ​ໄບເບິນ​ປັບ​ເຈົ້າ

3. ຄຳພີ​ໄບເບິນ​ຈະ​ຊ່ອຍ​ເຈົ້າ​ແນວ​ໃດ?

3 ຕອນ​ທີ່​ເຮົາ​ພະຍາຍາມ​ກວດ​ເບິ່ງ​ຄວາມ​ຄິດ​ແລະ​ຄວາມ​ຮູ້​ສຶກ​ຂອງ​ໂຕ​ເອງ ເຮົາ​ຈະ​ເຈິ​ອຸປະສັກ​ບາງ​ຢ່າງ. ຍ້ອນ​ວ່າ​ຫົວໃຈ​ຂອງ​ເຮົາ​ທໍລະຍົດ ມັນ​ຈຶ່ງ​ຍາກ​ທີ່​ຈະ​ຮູ້​ວ່າ​ໃຈ​ທີ່​ທໍລະຍົດ​ນີ້​ອາດ​ກະຕຸ້ນ​ເຮົາ​ໃຫ້​ເຮັດ​ຫຍັງ. (ຢເຣ. 17:9) ເປັນ​ເລື່ອງ​ງ່າຍ​ທີ່​ເຮົາ​ຈະ​ຕົວະ​ໂຕ​ເອງ​ໂດຍ “ຄິດ​ຫາ​ເຫດຜົນ​ແບບ​ຜິດໆ.” (ຢກບ. 1:22) ດັ່ງ​ນັ້ນ ເຮົາ​ຕ້ອງ​ໃຊ້​ຄຳພີ​ໄບເບິນ​ເພື່ອ​ກວດ​ເບິ່ງ​ໂຕ​ເອງ. ເພາະ​ຄຳພີ​ໄບເບິນ​ຊ່ອຍ​ໃຫ້​ຮູ້​ວ່າ “ຄວາມ​ຄິດ​ແລະ​ເຈຕະນາ” ຂອງ​ເຮົາ​ເປັນ​ແນວ​ໃດ​ແທ້ໆ. (ຮຣ. 4:12, 13) ຄ້າຍ​ຄື​ກັນ ຄຳພີ​ໄບເບິນ​ເປັນ​ຄື​ກັບ​ເຄື່ອງ​ສ່ອງ​ໄຟ​ຟ້າ​ທີ່​ສາມາດ​ເຫັນ​ສິ່ງ​ທີ່​ຢູ່​ໃນ​ຮ່າງກາຍ​ຂອງ​ເຮົາ. ແຕ່​ເຮົາ​ຕ້ອງ​ເປັນ​ຄົນ​ຖ່ອມ ຖ້າ​ເຮົາ​ຢາກ​ໄດ້​ຮັບ​ປະໂຫຍດ​ຈາກ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ຫຼື​ຈາກ​ຜູ້​ທີ່​ເປັນ​ຕົວ​ແທນ​ຂອງ​ພະເຈົ້າ.

4. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ກະສັດ​ຊາອູນ​ເປັນ​ຄົນ​ຍິ່ງ​ຈອງຫອງ?

4 ຕົວຢ່າງ​ຂອງ​ກະສັດ​ຊາອູນ​ສະແດງ​ໃຫ້​ເຫັນ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ເມື່ອ​ເຮົາ​ບໍ່​ເປັນ​ຄົນ​ຖ່ອມ. ຊາອູນ​ຍິ່ງ​ຈອງຫອງ​ແລະ​ບໍ່​ຍອມ​ຮັບ​ວ່າ​ລາວ​ຈຳເປັນ​ຕ້ອງ​ປັບ​ຄວາມ​ຄິດ​ແລະ​ການ​ກະທຳ​ຂອງ​ໂຕ​ເອງ. (ເພງ. 36:1, 2; ຫາບາ. 2:4) ເລື່ອງ​ນີ້​ເຫັນ​ໄດ້​ແຈ້ງ​ຕອນ​ທີ່​ພະ​ເຢໂຫວາ​ບອກ​ຊາອູນ​ຢ່າງ​ເຈາະ​ຈົງ​ວ່າ​ລາວ​ຄວນ​ເຮັດ​ຫຍັງ​ຫຼັງ​ຈາກ​ທີ່​ເອົາ​ຊະນະ​ພວກ​ອາມາເລກ​ໄດ້. ແຕ່​ຊາອູນ​ບໍ່​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ບອກ. ຕອນ​ທີ່​ຜູ້​ພະຍາກອນ​ຊາມູເອນ​ມາ​ລົມ​ກັບ​ລາວ​ໃນ​ເລື່ອງ​ນີ້ ຊາອູນ​ບໍ່​ຍອມ​ຮັບ​ວ່າ​ໄດ້​ເຮັດ​ຜິດ ແຕ່​ລາວ​ພະຍາຍາມ​ຫາ​ເຫດຜົນ​ວ່າ​ການ​ເຮັດ​ແບບ​ນັ້ນ​ບໍ່​ແມ່ນ​ເລື່ອງ​ຮ້າຍແຮງ​ແລະ​ໂທດ​ຄົນ​ອື່ນ. (1 ຊາມ. 15:13-24) ກ່ອນ​ໜ້າ​ນີ້​ຊາອູນ​ກໍ​ເຄີຍ​ສະແດງ​ຄວາມ​ຄິດ​ທີ່​ຄ້າຍໆກັນ​ນີ້. (1 ຊາມ. 13:10-14) ເປັນ​ຕາ​ເສຍດາຍ ຊາອູນ​ປ່ອຍ​ໃຫ້​ໃຈ​ຂອງ​ລາວ​ຍິ່ງ​ຈອງຫອງ. ລາວ​ບໍ່​ໄດ້​ປັບ​ຄວາມ​ຄິດ​ຂອງ​ໂຕ​ເອງ ດັ່ງ​ນັ້ນ ພະ​ເຢໂຫວາ​ຈຶ່ງ​ຕຳໜິ​ລາວ​ແລະ​ປົດ​ລາວ​ບໍ່​ໃຫ້​ເປັນ​ກະສັດ.

5. ເຮົາ​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ຊາອູນ?

5 ເຮົາ​ບໍ່​ຢາກ​ເປັນ​ແບບ​ຊາອູນ ດັ່ງ​ນັ້ນ ເຮົາ​ຄວນ​ຖາມ​ໂຕ​ເອງ​ວ່າ: ‘ຕອນ​ທີ່​ຂ້ອຍ​ອ່ານ​ຄຳ​ແນະນຳ​ຈາກ​ຄຳພີ​ໄບເບິນ ຂ້ອຍ​ຊອກ​ຫາ​ເຫດຜົນ​ທີ່​ຈະ​ບໍ່​ເຮັດ​ຕາມ​ຄຳ​ແນະນຳ​ນັ້ນ​ບໍ? ຂ້ອຍ​ຄິດ​ບໍ​ວ່າ​ສິ່ງ​ທີ່​ຂ້ອຍ​ກຳລັງ​ເຮັດ​ບໍ່​ໄດ້​ຮ້າຍແຮງ​ປານ​ໃດ? ຂ້ອຍ​ໂທດ​ຄົນ​ອື່ນ​ບໍ​ໃນ​ສິ່ງ​ທີ່​ຂ້ອຍ​ເຮັດ?’ ຖ້າ​ເຮົາ​ຕອບ​ວ່າ​ແມ່ນ ເຮົາ​ຕ້ອງ​ປັບ​ປ່ຽນ​ຄວາມ​ຄິດ​ແລະ​ທັດສະນະ​ຂອງ​ໂຕ​ເອງ. ເພາະ​ຖ້າ​ບໍ່​ເຮັດ ເຮົາ​ກໍ​ຈະ​ເປັນ​ຄົນ​ຍິ່ງ​ຈອງຫອງ​ຫຼາຍ ແລ້ວ​ພະ​ເຢໂຫວາ​ກໍ​ຈະ​ບໍ່​ຍອມ​ໃຫ້​ເຮົາ​ເປັນ​ໝູ່​ຂອງ​ເພິ່ນ.—ຢກບ. 4:6

6. ກະສັດ​ຊາອູນ​ແລະ​ກະສັດ​ດາວິດ​ຕ່າງ​ກັນ​ແນວ​ໃດ?

6 ໃຫ້​ສັງເກດ​ຄວາມ​ແຕກຕ່າງ​ລະຫວ່າງ​ກະສັດ​ຊາອູນ​ແລະ​ກະສັດ​ດາວິດ. ດາວິດ​ຮັກ “ກົດໝາຍ​ຂອງ​ພະ​ເຢໂຫວາ.” (ເພງ. 1:1-3, ລ.ມ.) ດາວິດ​ຮູ້​ວ່າ​ພະ​ເຢໂຫວາ​ຊ່ອຍ​ຊີວິດ​ຄົນ​ທີ່​ຖ່ອມ ແຕ່​ເພິ່ນ​ບໍ່​ມັກ​ຄົນ​ທີ່​ຍິ່ງ. (2 ຊາມ. 22:28) ດັ່ງ​ນັ້ນ ດາວິດ​ຈຶ່ງ​ໃຫ້​ກົດໝາຍ​ຂອງ​ພະເຈົ້າ​ປັບ​ຄວາມ​ຄິດ​ຂອງ​ລາວ. ດາວິດ​ຂຽນ​ວ່າ: “ຂ້ອຍ​ຈະ​ສັນລະເສີນ​ພະ​ເຢໂຫວາ​ຜູ້​ໃຫ້​ຄຳ​ແນະນຳ​ຂ້ອຍ ແມ່ນ​ແຕ່​ຕອນ​ກາງຄືນ​ສ່ວນ​ທີ່​ເລິກ​ທີ່​ສຸດ​ຂອງ​ຄວາມ​ຄິດ​ຈິດ​ໃຈ​ຂອງ​ຂ້ອຍ​ກໍ​ຕັກ​ເຕືອນ​ຂ້ອຍ.”—ເພງ. 16:7, ລ.ມ.

ຄຳພີ​ໄບເບິນ

ຄຳພີ​ໄບເບິນ​ຈະ​ເຕືອນ​ເຮົາ ເມື່ອ​ເຮົາ​ຍ່າງ​ອອກ​ຈາກ​ທາງ. ແຕ່​ຖ້າ​ເຮົາ​ເປັນ​ຄົນ​ຖ່ອມ ເຮົາ​ຈະ​ຍອມ​ໃຫ້​ຄຳພີ​ໄບເບິນ​ປັບ​ຄວາມ​ຄິດ​ທີ່​ຜິດໆຂອງ​ເຮົາ. (ເບິ່ງ​ຂໍ້ 7)

7. ຖ້າ​ເຮົາ​ເປັນ​ຄົນ​ຖ່ອມ ເຮົາ​ຈະ​ເຮັດ​ຫຍັງ?

7 ຖ້າ​ເຮົາ​ເປັນ​ຄົນ​ຖ່ອມ ເຮົາ​ຈະ​ຍອມ​ໃຫ້​ຄຳພີ​ໄບເບິນ​ປັບ​ຄວາມ​ຄິດ​ຂອງ​ເຮົາ​ກ່ອນ​ທີ່​ເຮົາ​ຈະ​ເຮັດ​ຕາມ​ຄວາມ​ຄິດ​ນັ້ນ. ຄຳພີ​ໄບເບິນ​ຈະ​ເປັນ​ຄື​ກັບ​ສຽງ​ທີ່​ບອກ​ເຮົາ​ວ່າ: “ທາງ​ທີ່​ຖືກຕ້ອງ​ຢູ່​ນີ້. ຍ່າງ​ໃນ​ທາງ​ນີ້.” ຄຳພີ​ໄບເບິນ​ຈະ​ເຕືອນ​ເຮົາ​ຕອນ​ທີ່​ເຮົາ​ຍ່າງ​ອອກ​ຈາກ​ທາງ. (ເອຊາ. 30:21, ລ.ມ.) ເມື່ອ​ຟັງ​ພະ​ເຢໂຫວາ ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ຢ່າງ. (ເອຊາ. 48:17) ຕົວຢ່າງ​ເຊັ່ນ: ຄັນ​ເຮົາ​ບໍ່​ເຮັດ​ຜິດ ຄົນ​ອື່ນ​ກໍ​ບໍ່​ຕ້ອງ​ມາ​ຕັກ​ເຕືອນ​ເຮົາ ແລະ​ເຮົາ​ກໍ​ບໍ່​ຕ້ອງ​ຮູ້ສຶກ​ອາຍ​ທີ່​ຖືກ​ເຕືອນ​ແບບ​ນັ້ນ. ເຮົາ​ຍັງ​ຈະ​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ເພາະ​ເຮົາ​ຮູ້​ວ່າ​ເພິ່ນ​ເປັນ​ຫ່ວງ​ເຮົາ​ຄື​ກັບ​ພໍ່​ທີ່​ຮັກ​ລູກ.—ຮຣ. 12:7

8. ຕາມ​ຢາໂກໂບ 1:22-25 ເຮົາ​ຈະ​ໃຊ້​ຄຳພີ​ໄບເບິນ​ແນວ​ໃດ​ໃຫ້​ເປັນ​ຄື​ກັບ​ແວ່ນ?

8 ຄຳພີ​ໄບເບິນ​ເປັນ​ຄື​ກັບ​ແວ່ນ. (ອ່ານ​ຢາໂກໂບ 1:22-25). ພວກ​ເຮົາ​ສ່ວນ​ຫຼາຍ​ແຍງ​ແວ່ນ​ທຸກໆເຊົ້າ​ກ່ອນ​ຈະ​ອອກ​ຈາກ​ເຮືອນ ເພື່ອ​ເບິ່ງ​ວ່າ​ຕ້ອງ​ແປງ​ຫຍັງ​ແດ່​ກ່ອນ​ທີ່​ຄົນ​ອື່ນ​ຈະ​ເຫັນ​ເຮົາ. ຄ້າຍ​ຄື​ກັນ ເມື່ອ​ເຮົາ​ອ່ານ​ຄຳພີ​ໄບເບິນ​ທຸກ​ມື້ ເຮົາ​ກໍ​ຈະ​ເຫັນ​ວິທີ​ຕ່າງໆທີ່​ເຮົາ​ສາມາດ​ປັບ​ຄວາມ​ຄິດ​ແລະ​ທັດສະນະ​ຂອງ​ເຮົາ. ຫຼາຍ​ຄົນ​ເຫັນ​ວ່າ​ເປັນ​ປະໂຫຍດ​ທີ່​ຈະ​ອ່ານ​ຂໍ້​ພະ​ຄຳພີ​ປະຈຳ​ວັນ​ທຸກໆເຊົ້າ​ກ່ອນ​ຈະ​ອອກ​ຈາກ​ເຮືອນ ເພື່ອ​ໃຫ້​ສິ່ງ​ທີ່​ອ່ານ​ນັ້ນ​ສົ່ງ​ຜົນ​ຕໍ່​ຄວາມ​ຄິດ​ຂອງ​ເຂົາ​ເຈົ້າ. ແລ້ວ​ໃນ​ໝົດ​ມື້​ນັ້ນ ເຂົາ​ເຈົ້າ​ຈະ​ຊອກ​ເບິ່ງ​ວິທີ​ຕ່າງໆເພື່ອ​ເອົາ​ຄຳ​ແນະນຳ​ຈາກ​ຄຳພີ​ໄບເບິນ​ໄປ​ໃຊ້. ນອກ​ຈາກ​ນັ້ນ ເຮົາ​ຕ້ອງ​ສຶກສາ​ແລະ​ຄິດ​ຕຶກຕອງ​ເລື່ອງ​ໃນ​ຄຳພີ​ໄບເບິນ​ທຸກໆມື້. ການ​ເຮັດ​ແບບ​ນີ້​ເບິ່ງ​ຄື​ວ່າ​ຊິ​ບໍ່​ສຳຄັນ​ຫຍັງ ແຕ່​ມັນ​ເປັນ​ສິ່ງ​ໜຶ່ງ​ທີ່​ສຳຄັນ​ທີ່​ສຸດ​ທີ່​ເຮົາ​ສາມາດ​ເຮັດ​ໄດ້​ເພື່ອ​ຈະ​ຊ່ອຍ​ເຮົາ​ໃຫ້​ຢູ່​ໃນ​ທາງ​ແຄບ​ທີ່​ພາ​ໄປ​ສູ່​ຊີວິດ.

ຟັງ​ໝູ່​ທີ່​ເປັນ​ຜູ້​ໃຫຍ່

ໝູ່​ທີ່​ເປັນ​ຜູ້​ໃຫຍ່

ໝູ່​ທີ່​ຮັກ​ເຮົາ​ອາດ​ຈະ​ເຕືອນ​ເຮົາ​ໃນ​ບາງ​ເລື່ອງ. ເຮົາ​ຂອບໃຈ​ໝູ່​ບໍ​ທີ່​ກ້າ​ເຕືອນ​ເຮົາ? (ເບິ່ງ​ຂໍ້ 9)

9. ໝູ່​ອາດ​ເຕືອນ​ເຈົ້າ​ຕອນ​ໃດ?

9 ເຈົ້າ​ເຄີຍ​ເລີ່ມ​ຍ່າງ​ຢູ່​ໃນ​ທາງ​ທີ່​ເຮັດ​ໃຫ້​ເຈົ້າ​ເຫີນ​ຫ່າງ​ຈາກ​ພະ​ເຢໂຫວາ​ບໍ? (ເພງ. 73:2, 3) ຖ້າ​ໝູ່​ທີ່​ຮັກ​ເຈົ້າ​ກ້າ​ເຕືອນ​ເຈົ້າ ເຈົ້າ​ໄດ້​ຟັງ​ລາວ​ແລະ​ເຮັດ​ຕາມ​ທີ່​ລາວ​ແນະນຳ​ບໍ? ຖ້າ​ແມ່ນ ເຈົ້າ​ກໍ​ເຮັດ​ຖືກ​ແລ້ວ ແລະ​ແນ່ນອນ​ວ່າ​ເຈົ້າ​ຈະ​ດີ​ໃຈ​ຫຼາຍ​ທີ່​ໝູ່​ເຕືອນ​ເຈົ້າ​ແບບ​ນັ້ນ.—ສຸພາ. 1:5

10. ເຈົ້າ​ຄວນ​ເຮັດ​ແນວ​ໃດ​ຖ້າ​ໝູ່​ເຕືອນ?

10 ຄຳພີ​ໄບເບິນ​ເຕືອນ​ເຮົາ​ວ່າ: “ການ​ຕັກ​ເຕືອນ​ຈາກ​ໝູ່​ທີ່​ຈິງ​ໃຈ​ອາດ​ເຮັດ​ໃຫ້​ເຈັບ.” (ສຸພາ. 27:6, ລ.ມ.) ຄຳເວົ້າ​ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ? ໃຫ້​ເບິ່ງ​ຕົວຢ່າງ​ປຽບ​ທຽບ​ຕໍ່​ໄປ​ນີ້: ໃຫ້​ນຶກ​ພາບ​ວ່າ​ເຈົ້າ​ກຳລັງ​ຖ້າ​ຂ້າມ​ທາງ​ທີ່​ມີ​ລົດ​ບັກ​ຫຼາຍໆແລະ​ຄາ​ລົມ​ໂທລະສັບ​ຢູ່. ເຈົ້າ​ກໍ​ເລີຍ​ຊິ​ຂ້າມ​ທາງ​ໂດຍ​ບໍ່​ໄດ້​ເບິ່ງ​ຊ້າຍ​ເບິ່ງ​ຂວາ. ໃນ​ຕອນ​ນັ້ນ ໝູ່​ຂອງ​ເຈົ້າ​ກໍ​ຟ້າວ​ຈັບ​ແຂນ​ເຈົ້າ​ໄວ້​ບໍ່​ໃຫ້​ຂ້າມ ລາວ​ຈັບ​ແຮງ​ຫຼາຍ​ຈົນ​ແຂນ​ເຈົ້າ​ຊ້ຳ. ແຕ່​ການ​ທີ່​ລາວ​ຟ້າວ​ເຮັດ​ແບບ​ນັ້ນ​ໄດ້​ຊ່ອຍ​ເຈົ້າ​ບໍ່​ໃຫ້​ຖືກ​ລົດ​ຕຳ. ເຖິງ​ວ່າ​ຮອຍ​ຊ້ຳ​ຈະ​ເຮັດ​ໃຫ້​ເຈົ້າ​ເຈັບ​ຫຼາຍ​ມື້ ເຈົ້າ​ຈະ​ຄຽດ​ໃຫ້​ໝູ່​ບໍ? ບໍ່​ຄຽດ​ດອກ! ແຕ່​ເຈົ້າ​ຈະ​ຂອບໃຈ​ລາວ​ທີ່​ຊ່ອຍ​ເຈົ້າ. ຄ້າຍ​ຄື​ກັນ ຖ້າ​ໝູ່​ເຕືອນ​ວ່າ​ຄຳເວົ້າ​ແລະ​ການ​ກະທຳ​ຂອງ​ເຈົ້າ​ບໍ່​ສອດຄ່ອງ​ກັບ​ມາດຕະຖານ​ທີ່​ຖືກຕ້ອງ​ຂອງ​ພະເຈົ້າ ທຳອິດ​ເຈົ້າ​ອາດ​ຈະ​ຮູ້ສຶກ​ເສຍໃຈ ແຕ່​ຢ່າ​ຄຽດ​ຫຼື​ໃຈ​ຮ້າຍ​ທີ່​ລາວ​ແນະນຳ​ເຈົ້າ ເພາະ​ການ​ເຮັດ​ແບບ​ນັ້ນ​ເປັນ​ເລື່ອງ​ໂງ່​ແທ້ໆ. (ຜູ້ປ. 7:9) ໃຫ້​ຂອບໃຈ​ໝູ່​ທີ່​ກ້າ​ເຕືອນ​ເຈົ້າ.

11. ເປັນ​ຫຍັງ​ບາງ​ຄົນ​ຈຶ່ງ​ບໍ່​ຢາກ​ຟັງ​ຄຳ​ແນະນຳ​ທີ່​ດີ​ຈາກ​ໝູ່?

11 ເປັນ​ຫຍັງ​ບາງ​ຄົນ​ຈຶ່ງ​ບໍ່​ຢາກ​ຟັງ​ຄຳ​ແນະນຳ​ທີ່​ດີ​ຈາກ​ໝູ່​ທີ່​ຮັກ​ເຂົາ​ເຈົ້າ? ກໍ​ຍ້ອນ​ວ່າ​ຍິ່ງ. ຄົນ​ຍິ່ງ​ຈອງຫອງ​ຈະ​ຟັງ​ແຕ່ “ເລື່ອງ​ທີ່​ພວກ​ເຂົາ​ຢາກ​ຟັງ.” ເຂົາ​ເຈົ້າ “ເຊົາ​ຟັງ​ຄວາມ​ຈິງ.” (2 ຕມ. 4:3, 4) ເຂົາ​ເຈົ້າ​ຄິດ​ວ່າ​ບໍ່​ຈຳເປັນ​ຕ້ອງ​ຟັງ​ຄຳ​ແນະນຳ ເພາະ​ຄິດ​ວ່າ​ໂຕ​ເອງ​ສະຫຼາດ​ກວ່າ​ຄົນ​ອື່ນ​ແລະ​ດີ​ກວ່າ​ຄົນ​ອື່ນ. ແຕ່​ອັກຄະສາວົກ​ໂປໂລ​ຂຽນ​ວ່າ: “ຖ້າ​ຜູ້​ໃດ​ຄິດ​ວ່າ​ຕົວ​ເອງ​ສຳຄັນ​ທັງໆທີ່​ລາວ​ບໍ່​ສຳຄັນ ຄົນ​ນັ້ນ​ກຳລັງ​ຫຼອກ​ລວງ​ຕົວ​ເອງ.” (ຄລຕ. 6:3) ກະສັດ​ໂຊໂລໂມນ​ສະຫຼຸບ​ເລື່ອງ​ນີ້​ໄດ້​ດີ​ຫຼາຍ. ລາວ​ຂຽນ​ວ່າ: “ເດັກ​ນ້ອຍ​ທີ່​ທຸກ​ຍາກ​ແຕ່​ສະຫຼາດ​ກໍ​ດີ​ກວ່າ​ກະສັດ​ທີ່​ອາຍຸ​ຫຼາຍ​ແຕ່​ໂງ່​ແລະ​ບໍ່​ຍອມ​ຟັງ​ຄຳ​ເຕືອນ​ອີກ​ຕໍ່​ໄປ.”—ຜູ້ປ. 4:13, ລ.ມ.

12. ໃນ​ຄາລາເຕຍ 2:11-14 ເຮົາ​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ເປໂຕ?

12 ໃຫ້​ສັງເກດ​ເບິ່ງ​ຕົວຢ່າງ​ຂອງ​ເປໂຕ​ວ່າ​ລາວ​ເຮັດ​ແນວ​ໃດ​ຕອນ​ທີ່​ໂປໂລ​ຕັກ​ເຕືອນ​ລາວ​ຕໍ່​ໜ້າ​ຄົນ​ອື່ນ. (ອ່ານ​ຄາລາເຕຍ 2:11-14) ເປໂຕ​ອາດ​ຈະ​ຄຽດ​ໃຫ້​ໂປໂລ​ກໍ​ໄດ້ ຖ້າ​ລາວ​ຄິດ​ເຖິງ​ແຕ່​ວິທີ​ທີ່​ໂປໂລ​ເວົ້າ​ແລະ​ຍ້ອນ​ລາວ​ເວົ້າ​ຕໍ່​ໜ້າ​ຄົນ​ອື່ນ. ແຕ່​ເປໂຕ​ສະຫຼາດ ລາວ​ຈຶ່ງ​ຍອມ​ຮັບ​ເອົາ​ຄຳ​ແນະນຳ​ແລະ​ບໍ່​ໄດ້​ຄຽດ​ໃຫ້​ໂປໂລ. ແທນ​ທີ່​ເປໂຕ​ຈະ​ຮູ້ສຶກ​ແບບ​ນັ້ນ ຕໍ່​ມາ​ລາວ​ໄດ້​ເວົ້າ​ເຖິງ​ໂປໂລ​ວ່າ​ເປັນ “ພີ່ນ້ອງ​ທີ່​ຮັກ.”—2 ປຕ. 3:15

13. ເຮົາ​ຄວນ​ຈື່​ຫຍັງ​ໄວ້​ເມື່ອ​ໃຫ້​ຄຳ​ແນະນຳ?

13 ຖ້າ​ເຈົ້າ​ເຄີຍ​ຮູ້ສຶກ​ວ່າ​ຈຳເປັນ​ຕ້ອງ​ໃຫ້​ຄຳ​ແນະນຳ​ໝູ່ ເຈົ້າ​ຄວນ​ຈື່​ຫຍັງ​ໄວ້? ກ່ອນ​ຈະ​ໄປ​ເວົ້າ​ກັບ​ໝູ່ ໃຫ້​ຖາມ​ໂຕ​ເອງ​ວ່າ ‘ຂ້ອຍ “ຄິດ​ວ່າ​ໂຕ​ເອງ​ດີ​ກວ່າ​ຄົນ​ອື່ນບໍ”?’ (ຜູ້ປ. 7:16, ລ.ມ.) ຄົນ​ທີ່​ຄິດ​ວ່າ​ໂຕ​ເອງ​ດີ​ກວ່າ​ຄົນ​ອື່ນ​ມັກ​ຕັດສິນ​ຄົນ​ອື່ນ​ຕາມ​ມາດຕະຖານ​ຂອງ​ໂຕ​ເອງ ບໍ່​ແມ່ນ​ຕາມ​ມາດຕະຖານ​ຂອງ​ພະ​ເຢໂຫວາ ແລະ​ລາວ​ອາດ​ຈະ​ເປັນ​ຄົນ​ທີ່​ບໍ່​ເຫັນ​ໃຈ​ຄົນ​ອື່ນ. ຫຼັງ​ຈາກ​ຄິດ​ດີໆແລ້ວ ເຈົ້າ​ຍັງ​ຮູ້ສຶກ​ວ່າ​ຕ້ອງ​ໃຫ້​ຄຳ​ແນະນຳ​ໝູ່ ກໍ​ໃຫ້​ບອກ​ລາວ​ແຈ້ງໆວ່າ​ລາວ​ມີ​ບັນຫາ​ຈຸດ​ໃດ ແລະ​ໃຫ້​ໃຊ້​ຄຳຖາມ. ເມື່ອ​ເຈົ້າ​ຮູ້​ວ່າ​ລາວ​ຄິດ​ແນວ​ໃດ ມັນ​ກໍ​ງ່າຍ​ຂຶ້ນ​ທີ່​ຈະ​ຊ່ອຍ​ລາວ. ໃຫ້​ແນ່​ໃຈ​ວ່າ​ສິ່ງ​ທີ່​ເຈົ້າ​ເວົ້າ​ຕ້ອງ​ມາ​ຈາກ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ ແລະ​ໃຫ້​ຈື່​ວ່າ​ບໍ່​ແມ່ນ​ໜ້າ​ທີ່​ຂອງ​ເຈົ້າ​ທີ່​ຈະ​ໄປ​ຕັດສິນ​ໝູ່ ແຕ່​ເຈົ້າ​ມີ​ໜ້າ​ທີ່​ຊ່ອຍ​ລາວ​ໃຫ້​ເຂົ້າ​ໃຈ​ວ່າ​ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ໃນ​ສິ່ງ​ທີ່​ລາວ​ກຳລັງ​ເຮັດ. (ຣມ. 14:10) ໃຫ້​ໃຊ້​ສະຕິປັນຍາ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ ແລະ​ເມື່ອ​ໃຫ້​ຄຳ​ແນະນຳ​ຜູ້​ໃດ​ຜູ້​ໜຶ່ງ ໃຫ້​ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຄື​ກັບ​ພະ​ເຢຊູ. (ສຸພາ. 3:5; ມທ. 12:20) ຍ້ອນ​ຫຍັງ? ຍ້ອນ​ວ່າ​ພະ​ເຢໂຫວາ​ຈະ​ເຮັດ​ຕໍ່​ເຮົາ​ຄື​ກັບ​ທີ່​ເຮົາ​ເຮັດ​ຕໍ່​ຄົນ​ອື່ນ.—ຢກບ. 2:13

ເຮັດ​ຕາມ​ການ​ຊີ້​ນຳ​ຈາກ​ອົງການ​ຂອງ​ພະ​ເຢໂຫວາ

ອົງການ​ຂອງ​ພະ​ເຢໂຫວາ

ອົງການ​ຂອງ​ພະ​ເຢໂຫວາ​ຈັດ​ໃຫ້​ມີ​ວິດີໂອ ປຶ້ມ​ຕ່າງໆ ແລະ​ການ​ປະຊຸມ​ເພື່ອ​ຊ່ອຍ​ເຮົາ​ໃຫ້​ເອົາ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ໄປ​ໃຊ້. ບາງ​ເທື່ອ​ຄະນະ​ກຳມະການ​ປົກຄອງ​ກໍ​ປັບ​ປ່ຽນ​ບາງ​ຢ່າງ​ໃນ​ການ​ຈັດ​ລະບຽບ​ວຽກ. (ເບິ່ງ​ຂໍ້ 14)

14. ອົງການ​ຂອງ​ພະ​ເຢໂຫວາ​ຈັດ​ໃຫ້​ເຮົາ​ມີ​ຫຍັງ​ແດ່?

14 ພະ​ເຢໂຫວາ​ໃຊ້​ອົງການ​ຂອງ​ເພິ່ນ​ທີ່​ຢູ່​ໃນ​ໂລກ​ນີ້​ໃຫ້​ຊີ້​ນຳ​ເຮົາ​ໃນ​ຫົນ​ທາງ​ທີ່​ພາ​ໄປ​ສູ່​ຊີວິດ. ອົງການ​ນີ້​ຈັດ​ໃຫ້​ມີ​ວິດີໂອ ປຶ້ມ​ຕ່າງໆ ແລະ​ການ​ປະຊຸມ​ທີ່​ຊ່ອຍ​ເຮົາ​ໃຫ້​ໃຊ້​ຄຳ​ແນະນຳ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ. ຄວາມ​ຮູ້​ນີ້​ໄວ້​ໃຈ​ໄດ້​ເພາະ​ມາ​ຈາກ​ຄຳພີ​ໄບເບິນ. ເມື່ອ​ຄະນະ​ກຳມະການ​ປົກຄອງ​ຕັດສິນ​ໃຈ​ວ່າ​ວິທີ​ໃດ​ດີ​ທີ່​ສຸດ​ສຳລັບ​ການ​ປະກາດ ເຂົາ​ເຈົ້າ​ເພິ່ງ​ພະລັງ​ບໍລິສຸດ. ເຖິງ​ວ່າ​ຈະ​ເຮັດ​ແບບ​ນັ້ນ ແຕ່​ຄະນະ​ກຳມະການ​ປົກຄອງ​ກໍ​ຍັງ​ເບິ່ງ​ຄືນ​ເປັນ​ໄລຍະໆກ່ຽວ​ກັບ​ການ​ຕັດສິນ​ໃຈ​ເຫຼົ່າ​ນັ້ນ​ເພື່ອ​ເບິ່ງ​ວ່າ​ຈຳເປັນ​ຕ້ອງ​ປັບ​ຫຍັງ​ອີກ​ບໍ່? ຍ້ອນ​ຫຍັງ? ຍ້ອນ​ວ່າ “ໂລກ​ນີ້​ກຳລັງ​ປ່ຽນ​ໄປ” ແລະ​ອົງການ​ຂອງ​ພະ​ເຢໂຫວາ​ຕ້ອງ​ປັບ​ໃຫ້​ເຂົ້າ​ກັບ​ສະພາບການ​ໃໝ່.—1 ກຣ. 7:31

15. ພີ່ນ້ອງ​ບາງ​ຄົນ​ໄດ້​ເຈິ​ກັບ​ເລື່ອງ​ຫຍັງ?

15 ແນ່ນອນ​ວ່າ​ເຮົາ​ພ້ອມ​ທີ່​ຈະ​ເຮັດ​ຕາມ​ການ​ຊີ້​ນຳ​ຈາກ​ອົງການ​ຂອງ​ພະ​ເຢໂຫວາ ເມື່ອ​ມີ​ການ​ອະທິບາຍ​ຄວາມ​ຮູ້​ໃໝ່​ໃນ​ຄຳພີ​ໄບເບິນ​ຫຼື​ໃນ​ເລື່ອງ​ມາດຕະຖານ​ທາງ​ດ້ານ​ສິນລະທຳ. ແຕ່​ເຮົາ​ເຮັດ​ແນວ​ໃດ​ເມື່ອ​ອົງການ​ຂອງ​ພະ​ເຢໂຫວາ​ປັບ​ປ່ຽນ​ບາງ​ຢ່າງ​ທີ່​ກະທົບ​ໃສ່​ຊີວິດ​ເຮົາ​ໃນ​ດ້ານ​ອື່ນ? ຕົວຢ່າງ​ເຊັ່ນ: ໃນ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້ ຄ່າ​ໃຊ້​ຈ່າຍ​ໃນ​ການ​ກໍ່​ສ້າງ​ແລະ​ການ​ເບິ່ງ​ແຍງ​ຫໍ​ປະຊຸມ​ແພງ​ຂຶ້ນ​ຫຼາຍ. ດັ່ງ​ນັ້ນ ຄະນະ​ກຳມະການ​ປົກຄອງ​ຈຶ່ງ​ແນະນຳ​ວ່າ​ໃຫ້​ຫຼາຍ​ປະຊາຄົມ​ໃຊ້​ຫໍ​ປະຊຸມ​ດຽວ​ກັນ. ຍ້ອນ​ແນວ​ນີ້​ຫຼາຍ​ປະຊາຄົມ​ຈຶ່ງ​ຖືກ​ຍຸບ​ໃສ່​ກັນ ແລະ​ຫໍ​ປະຊຸມ​ບາງ​ບ່ອນ​ກໍ​ຖືກ​ຂາຍ. ເງິນ​ທີ່​ໄດ້​ມາ​ກໍ​ເອົາ​ໄປ​ສ້າງ​ຫໍ​ປະຊຸມ​ໃນ​ບ່ອນ​ທີ່​ຕ້ອງການ​ຫໍ​ປະຊຸມ​ຫຼາຍ​ທີ່​ສຸດ. ຖ້າ​ເຈົ້າ​ຢູ່​ໃນ​ບ່ອນ​ທີ່​ຫໍ​ປະຊຸມ​ຖືກ​ຂາຍ​ຫຼື​ຢູ່​ໃນ​ປະຊາຄົມ​ທີ່​ຖືກ​ຍຸບ​ໃສ່​ກັນ ເຈົ້າ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ປັບ​ໂຕ​ໃຫ້​ເຂົ້າ​ກັບ​ສະພາບການ​ໃໝ່. ຕອນ​ນີ້​ພີ່ນ້ອງ​ບາງ​ຄົນ​ຕ້ອງ​ເດີນ​ທາງ​ໄປ​ປະຊຸມ​ໄກ​ກວ່າ​ເກົ່າ. ພີ່ນ້ອງ​ບາງ​ຄົນ​ທີ່​ເຮັດ​ວຽກ​ໜັກ​ໃນ​ການ​ສ້າງ​ຫຼື​ເບິ່ງ​ແຍງ​ຫໍ​ປະຊຸມ​ອາດ​ຄິດ​ວ່າເປັນ​ຫຍັງ​ຕ້ອງ​ຂາຍ​ຫໍ​ປະຊຸມ. ເຂົາ​ເຈົ້າ​ອາດ​ຮູ້ສຶກ​ວ່າ​ເວລາ​ແລະ​ເຫື່ອ​ແຮງ​ທີ່​ໃຊ້​ໃນ​ການ​ເຮັດ​ສິ່ງ​ເຫຼົ່າ​ນັ້ນ​ບໍ່​ມີ​ປະໂຫຍດ​ຫຍັງ​ເລີຍ. ແຕ່​ເຂົາ​ເຈົ້າ​ກໍ​ຍອມ​ຮັບ​ແລະ​ເຮັດ​ຕາມ​ການ​ຈັດ​ກຽມ​ໃໝ່​ນີ້ ແລະ​ເຂົາ​ເຈົ້າ​ສົມຄວນ​ໄດ້​ຮັບ​ຄຳ​ຊົມ​ເຊີຍ.

16. ເຮົາ​ຈະ​ໃຊ້​ຄຳ​ແນະນຳ​ໃນ​ໂກໂລຊາຍ 3:23, 24 ແນວ​ໃດ​ເພື່ອ​ຊ່ອຍ​ເຮົາ​ໃຫ້​ມີ​ຄວາມ​ສຸກ​ຕໍ່ໆໄປ?

16 ເຮົາ​ຈະ​ມີ​ຄວາມ​ສຸກ​ຕໍ່ໆໄປ​ຖ້າ​ເຮົາ​ຈື່​ໄວ້​ວ່າ​ວຽກ​ທຸກ​ຢ່າງ​ທີ່​ເຮົາ​ເຮັດ​ແມ່ນ​ເພື່ອ​ພະ​ເຢໂຫວາ ແລະ​ເພິ່ນກໍ​ກຳລັງ​ຊີ້​ນຳ​ອົງການ​ຂອງ​ເພິ່ນ. (ອ່ານ​ໂກໂລຊາຍ 3:23, 24) ກະສັດ​ດາວິດ​ເປັນ​ຕົວຢ່າງ​ທີ່​ດີ​ເມື່ອ​ບໍລິຈາກ​ເງິນ​ເພື່ອ​ສ້າງ​ວິຫານ. ລາວ​ເວົ້າ​ວ່າ: “ຂ້ອຍ​ກັບ​ປະຊາຊົນ​ຂອງ​ຂ້ອຍ​ແມ່ນ​ໃຜ​ຈະ​ເອົາ​ເຄື່ອງ​ມາ​ຖວາຍ​ພະອົງ​ດ້ວຍ​ຄວາມ​ສະໝັກ​ໃຈ​ແບບ​ນີ້? ເພາະ​ທຸກ​ສິ່ງ​ມາ​ຈາກ​ພະອົງ ແລະ​ເຄື່ອງ​ທີ່​ພວກ​ເຮົາ​ເອົາ​ມາ​ຖວາຍ​ກໍ​ເປັນ​ຂອງ​ພະອົງ​ທັງ​ໝົດ.” (1 ຂ່າວ. 29:14, ລ.ມ.) ເມື່ອ​ເຮົາ​ບໍລິຈາກ​ເງິນ ເຮົາ​ກໍ​ກຳລັງ​ໃຫ້​ພະ​ເຢໂຫວາ​ໃນ​ສິ່ງ​ທີ່​ເພິ່ນ​ໄດ້​ໃຫ້​ເຮົາ. ເຖິງ​ວ່າ​ເປັນ​ແນວ​ນັ້ນ ພະ​ເຢໂຫວາ​ກໍ​ຍັງ​ເຫັນ​ຄ່າ​ເວລາ ກຳລັງ ແລະ​ເງິນ​ທີ່​ເຮົາ​ບໍລິຈາກ​ເພື່ອ​ຊ່ອຍ​ວຽກ​ຂອງ​ເພິ່ນ.—2 ກຣ. 9:7

ໃຫ້​ຢູ່​ໃນ​ທາງ​ແຄບ​ຕໍ່ໆໄປ

17. ເປັນ​ຫຍັງ​ບໍ່​ຄວນ​ທໍ້​ໃຈ ເມື່ອ​ເຈົ້າ​ຮູ້​ວ່າ​ຕ້ອງ​ປັບ​ປ່ຽນ​ບາງ​ຢ່າງ?

17 ເພື່ອ​ຈະ​ຢູ່​ໃນ​ທາງ​ແຄບ​ທີ່​ພາ​ໄປ​ສູ່​ຊີວິດ ເຮົາ​ທຸກ​ຄົນ​ຕ້ອງ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຢຊູ. (1 ປຕ. 2:21) ຢ່າ​ທໍ້​ໃຈ ຖ້າ​ເຈົ້າ​ເຫັນ​ວ່າ​ຕ້ອງ​ປັບ​ປ່ຽນ​ບາງ​ຢ່າງ. ການ​ຮູ້​ແບບ​ນັ້ນ​ກໍ​ສະແດງ​ວ່າ​ເຈົ້າ​ຢາກ​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ຊີ້​ນຳ. ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ຮູ້​ວ່າ​ເຮົາ​ບໍ່​ສົມບູນ​ແບບ. ດັ່ງ​ນັ້ນ ເພິ່ນ​ຈຶ່ງ​ບໍ່​ໄດ້​ຄາດ​ໝາຍ​ໃຫ້​ເຮົາ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຢຊູ​ໄດ້​ຮ້ອຍ​ເປີເຊັນ.

18. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໄປ​ເຖິງ​ເປົ້າ​ໝາຍ?

18 ຂໍ​ໃຫ້​ເຮົາ​ທຸກ​ຄົນ​ເບິ່ງ​ໄປ​ທີ່​ອະນາຄົດ​ແລະ​ເຕັມ​ໃຈ​ປັບ​ຄວາມ​ຄິດ ທັດສະນະ ແລະ​ການ​ກະທຳ​ຂອງ​ໂຕ​ເອງ. (ສຸພາ. 4:25; ລກ. 9:62) ໃຫ້​ເຮົາ​ເປັນ​ຄົນ​ຖ່ອມ ‘ໃຫ້​ຊົມຊື່ນ​ຍິນດີ​ສະເໝີ ປັບ​ຄວາມ​ຄິດ​ໃໝ່.’ (2 ກຣ. 13:11) ຖ້າ​ເຮົາ​ເຮັດ​ແບບ​ນັ້ນ “ພະເຈົ້າ​ຜູ້​ມີ​ຄວາມ​ຮັກ​ແລະ​ເປັນ​ຜູ້​ໃຫ້​ສັນຕິສຸກ​ຈະ​ຢູ່​ກັບ [ພວກ​ເຮົາ].” ແລະ​ເພິ່ນ​ຈະ​ຊ່ອຍ​ເຮົາ​ໃຫ້​ໄປ​ເຖິງ​ເປົ້າ​ໝາຍ​ແລະ​ມ່ວນ​ໃນ​ການ​ເດີນ​ທາງ​ນຳ​ອີກ.

ເພງ 34 ສັດ​ຊື່​ຕໍ່​ພະເຈົ້າ​ສະເໝີ

^ ຂໍ້ 5 ພວກ​ເຮົາ​ບາງ​ຄົນ​ອາດ​ຮູ້ສຶກ​ວ່າ​ບໍ່ງ່າຍ​ເລີຍ​ທີ່​ຈະ​ປັບ​ຄວາມ​ຄິດ ທັດສະນະ ແລະ​ການ​ກະທຳ​ຂອງ​ໂຕ​ເອງ. ໃນ​ບົດ​ນີ້​ຈະ​ອະທິບາຍ​ວ່າ​ເປັນ​ຫຍັງ​ເຮົາ​ທຸກ​ຄົນ​ຕ້ອງ​ປັບ​ປ່ຽນ ແລະ​ເຮົາ​ຍັງ​ຈະ​ມີ​ຄວາມ​ສຸກ​ຕໍ່ໆໄປ​ໄດ້​ແນວ​ໃດ​ເມື່ອ​ເຮັດ​ແບບ​ນັ້ນ.

^ ຂໍ້ 76 ຄຳ​ອະທິບາຍ​ຮູບ: ຕອນ​ທີ່​ນ້ອງ​ຊາຍ​ເລົ່າ​ໃຫ້​ອ້າຍຟັງ​ວ່າ​ເກີດ​ຫຍັງ​ຂຶ້ນ​ກັບ​ລາວ ຫຼັງ​ຈາກ​ທີ່​ຕັດສິນ​ໃຈ​ຜິດ​ພາດ. ຜູ້​ເປັນ​ອ້າຍ (ຢູ່​ເບື້ອງ​ຂວາ) ຟັງ​ແບບ​ໃຈ​ເຢັນໆເພື່ອ​ເບິ່ງ​ວ່າ ລາວ​ຕ້ອງ​ໃຫ້​ຄຳ​ແນະນຳ​ບາງ​ຢ່າງ​ຫຼື​ບໍ່.