ບົດຄວາມສຶກສາທີ 48
ເບິ່ງໄປທີ່ອະນາຄົດ
“ໃຫ້ຕາຂອງລູກເບິ່ງຊື່ໄປ ແລະແນມເບິ່ງສິ່ງທີ່ຢູ່ທາງໜ້າ.”—ສຸພາ. 4:25, ລ.ມ.
ເພງ 77 ແສງສະຫວ່າງໃນໂລກມືດ
ໃຈຄວາມສຳຄັນ *
1-2. ເຮົາຈະເຮັດຕາມຄຳແນະນຳໃນສຸພາສິດ 4:25 ແນວໃດ? ໃຫ້ຍົກຕົວຢ່າງ.
ໃຫ້ເບິ່ງ 3 ຕົວຢ່າງຕໍ່ໄປນີ້. ພີ່ນ້ອງຍິງຄົນໜຶ່ງທີ່ເຖົ້າແລ້ວຄິດເຖິງເວລາດີໆໃນອະດີດ. ເຖິງວ່າຊີວິດໃນຕອນນີ້ບໍ່ງ່າຍເລີຍ ແຕ່ລາວກໍເຮັດສຸດຄວາມສາມາດເພື່ອຮັບໃຊ້ພະເຢໂຫວາຕໍ່ໆໄປ. (1 ກຣ. 15:58) ແຕ່ລະມື້ ລາວນຶກພາບວ່າໂຕເອງແລະຄົນທີ່ລາວຮັກໄດ້ຢູ່ນຳກັນໃນໂລກໃໝ່ທີ່ພະເຢໂຫວາສັນຍາໄວ້. ພີ່ນ້ອງຍິງຄົນໜຶ່ງຈື່ວ່າພີ່ນ້ອງຄົນໜຶ່ງໄດ້ເຮັດໃຫ້ລາວເສຍໃຈ ແຕ່ລາວເລືອກທີ່ຈະບໍ່ຄຽດໃຫ້ພີ່ນ້ອງຍິງຄົນນັ້ນ. (ກລຊ. 3:13) ພີ່ນ້ອງຊາຍຄົນໜຶ່ງຈື່ວ່າເຄີຍເຮັດຜິດ ແຕ່ລາວຕັ້ງໃຈວ່າຕັ້ງແຕ່ນີ້ຕໍ່ໄປລາວຈະສັດຊື່ຕໍ່ພະເຢໂຫວາແລະບໍ່ໃຫ້ຄວາມຮູ້ສຶກຜິດນັ້ນມາລົບກວນລາວ.—ເພງ. 51:10
2 ພີ່ນ້ອງ 3 ຄົນນີ້ມີຈຸດໃດທີ່ຄືກັນ? ທັງ 3 ຄົນຈື່ສິ່ງທີ່ເຄີຍເກີດຂຶ້ນໃນອະດີດ ແຕ່ເຂົາເຈົ້າບໍ່ໄດ້ໃຫ້ຊີວິດຈົມຢູ່ກັບສິ່ງນັ້ນ. ແທນທີ່ຈະເປັນແບບນັ້ນ ເຂົາເຈົ້າ “ເບິ່ງຊື່ໄປ” ທີ່ອະນາຄົດ.—ອ່ານສຸພາສິດ 4:25 *
3. ເປັນຫຍັງເຮົາຕ້ອງ “ເບິ່ງຊື່ໄປ” ທີ່ອະນາຄົດ?
3 ເປັນຫຍັງຈຶ່ງສຳຄັນທີ່ຈະ “ເບິ່ງຊື່ໄປ” ທີ່ອະນາຄົດ? ເຮົາບໍ່ສາມາດຍ່າງຊື່ໄດ້ຖ້າເຮົາມີແຕ່ຫຼຽວເບິ່ງທາງ ດັ່ງນັ້ນ ເຮົາກໍບໍ່ສາມາດຮັບໃຊ້ພະເຢໂຫວາຕໍ່ໆໄປໄດ້ຢ່າງເຕັມທີ ຖ້າເຮົາມີແຕ່ຄິດເຖິງສິ່ງທີ່ເຄີຍເກີດຂຶ້ນໃນອະດີດ.—ລກ. 9:62
4. ເຮົາຈະຮຽນຫຍັງໃນບົດນີ້?
4 ໃນບົດນີ້ເຮົາຈະເວົ້າເຖິງກັບດັກ 3 ຢ່າງທີ່ອາດເຮັດໃຫ້ເຮົາຈົມຢູ່ແຕ່ກັບອະດີດ. * ກັບດັກເຫຼົ່ານີ້ແມ່ນ (1) ການຄິດວ່າອະດີດດີກວ່າ (2) ການຄຽດໃຫ້ຄົນອື່ນ ແລະ (3) ການຮູ້ສຶກຜິດຫຼາຍເກີນໄປ. ໃນແຕ່ລະຈຸດ ເຮົາຈະ ເບິ່ງວ່າຫຼັກການໃນຄຳພີໄບເບິນຊ່ອຍເຮົາໄດ້ແນວໃດບໍ່ໃຫ້ຈົມຢູ່ກັບ “ສິ່ງຕ່າງໆທີ່ຢູ່ທາງຫຼັງ” ແຕ່ໃຫ້ເບິ່ງ “ສິ່ງທີ່ຢູ່ທາງໜ້າ.”—ຟລປ. 3:13
ການຄິດວ່າອະດີດດີກວ່າເປັນກັບດັກ
5. ຜູ້ເທສະໜາປ່າວປະກາດ 7:10 ເຕືອນເຮົາແນວໃດ?
5 ອ່ານຜູ້ເທສະໜາປ່າວປະກາດ 7:10. * ຂໍໃຫ້ສັງເກດ ຂໍ້ນີ້ບໍ່ໄດ້ເວົ້າວ່າມັນຜິດທີ່ຈະຖາມວ່າ: “ເປັນຫຍັງແຕ່ກີ້ຈຶ່ງດີ?” ການມີຄວາມຊົງຈຳທີ່ດີເປັນຂອງຂວັນຢ່າງໜຶ່ງຈາກພະເຢໂຫວາ. ທີ່ຈິງ ຂໍ້ນີ້ເວົ້າວ່າ: “ຢ່າຖາມວ່າ ‘ເປັນຫຍັງແຕ່ກີ້ດີກວ່າ ດຽວນີ້?’” ດັ່ງນັ້ນ ເຮົາຕ້ອງລະວັງທີ່ຈະບໍ່ສົມທຽບຊີວິດແຕ່ກີ້ກັບດຽວນີ້ ແລະຄິດວ່າຊີວິດໃນຕອນນີ້ບໍ່ມີຫຍັງດີເລີຍ. ຄຳພີໄບເບິນອີກສະບັບໜຶ່ງແປຂໍ້ນີ້ວ່າ: “ຢ່າຖາມວ່າ ‘ເປັນຫຍັງແຕ່ກີ້ສິ່ງຕ່າງໆຈຶ່ງດີກວ່າ?’ ເພາະນີ້ເປັນຄຳຖາມທີ່ບໍ່ສະຫຼາດເລີຍ.”
6. ເປັນຫຍັງຈຶ່ງບໍ່ສະຫຼາດເລີຍທີ່ຈະຄິດຕະຫຼອດວ່າຊີວິດຂອງເຮົາແຕ່ກີ້ດີກວ່າດຽວນີ້? ໃຫ້ຍົກຕົວຢ່າງ.
6 ເປັນຫຍັງຈຶ່ງບໍ່ສະຫຼາດເລີຍທີ່ຈະຄິດຕະຫຼອດວ່າຊີວິດຂອງເຮົາແຕ່ກີ້ດີກວ່າດຽວນີ້? ຍ້ອນການຄິດວ່າອະດີດດີກວ່າອາດເຮັດໃຫ້ເຮົາຈື່ແຕ່ແນວທີ່ດີໆເທົ່ານັ້ນ ແຕ່ພັດລືມຄວາມລຳບາກທີ່ເຮົາເຈິ. ໃຫ້ເບິ່ງຕົວຢ່າງຂອງພວກອິດສະຣາເອນໃນສະໄໝບູຮານ. ຫຼັງຈາກທີ່ອອກຈາກເອຢິບ ເຂົາເຈົ້າກໍລືມທັນທີເລີຍວ່າຊີວິດຢູ່ຫັ້ນລຳບາກສ່ຳໃດ. ເຂົາເຈົ້າຄິດຮອດແຕ່ຂອງກິນແຊບໆທີ່ມັກ. ເຂົາເຈົ້າເວົ້າວ່າ: “ພວກເຮົາຄຶດຮອດປາຢູ່ເອຢິບທີ່ມີໃຫ້ກິນຢ່າງເຫຼືອເຟືອໂດຍບໍ່ຕ້ອງເສຍເງິນຊື້ເລີຍ ທັງຄຶດຮອດໝາກແຕງ ໝາກໂມ ຕົ້ນຜັກບົ່ວໃຫຍ່ ຫົວຜັກບົ່ວ ແລະຜັກທຽມຊິຕາຍຢູ່ແລ້ວ!” (ຈົດເຊັນ. 11:5, ລ.ມ.) ແຕ່ແມ່ນແທ້ບໍທີ່ເຂົາເຈົ້າບໍ່ຕ້ອງເສຍເງິນຊື້ເລີຍ? ບໍ່ແມ່ນ. ທີ່ຈິງແລ້ວ ເຂົາເຈົ້າຕ້ອງຈ່າຍບັກແພງໆ ເຂົາເຈົ້າຖືກຂົ່ມເຫງຢ່າງໜັກຄືກັບເປັນທາດໃນເອຢິບ. (ອົບ. 1:13, 14; 3:6-9) ແຕ່ຕໍ່ມາເຂົາເຈົ້າກໍລືມຄວາມລຳບາກເຫຼົ່ານີ້ແລະອາໄລອາວອນຫາອະດີດ. ເຂົາເຈົ້າເລືອກທີ່ຈະຄິດວ່າ “ແຕ່ກີ້ດີກວ່າດຽວນີ້” ແທນທີ່ຈະຄິດ ເຖິງສິ່ງດີໆທີ່ພະເຢໂຫວາຫາກໍເຮັດເພື່ອເຂົາເຈົ້າ. ພະເຢໂຫວາບໍ່ພໍໃຈທີ່ເຂົາເຈົ້າຄິດແບບນີ້.—ຈົດເຊັນ. 11:10
7. ສິ່ງໃດຊ່ອຍພີ່ນ້ອງຍິງຄົນໜຶ່ງບໍ່ໃຫ້ຕົກລົງໄປໃນກັບດັກຂອງການຄິດວ່າອະດີດດີກວ່າ?
7 ເຮົາຈະເຮັດແນວໃດເພື່ອບໍ່ຕົກລົງໄປໃນກັບດັກຂອງການຄິດວ່າອະດີດດີກວ່າ? ໃຫ້ເບິ່ງຕົວຢ່າງຂອງພີ່ນ້ອງຍິງຄົນໜຶ່ງທີ່ເລີ່ມຮັບໃຊ້ຢູ່ເບເທນໃນບຸກລິນໃນປີ 1945. ຫຼາຍປີຕໍ່ມາ ລາວໄດ້ແຕ່ງດອງກັບພີ່ນ້ອງຄົນໜຶ່ງທີ່ເຮັດວຽກຢູ່ເບເທນນັ້ນ. ເຂົາເຈົ້າຮັບໃຊ້ນຳກັນເປັນເວລາຫຼາຍປີ. ແຕ່ໃນປີ 1976 ຜົວຂອງລາວບໍ່ສະບາຍແຮງ. ພີ່ນ້ອງຍິງຄົນນີ້ເວົ້າວ່າ ເມື່ອຜົວຂອງຂ້ອຍໃກ້ຈະຕາຍ ລາວໃຫ້ຄຳແນະນຳດີໆບາງຢ່າງເພື່ອຂ້ອຍຈະຮັບມືກັບການເປັນໝ້າຍໄດ້. ຜົວຂ້ອຍເວົ້າວ່າ: “ເຮົາມີຄວາມສຸກຫຼາຍໃນຊີວິດຄູ່. ຫຼາຍຄົນບໍ່ເຄີຍເຈິແບບນີ້.” ແຕ່ລາວເຕືອນຂ້ອຍວ່າ: “ຢ່າຈົມຢູ່ແຕ່ກັບອະດີດ ເຖິງວ່າຄວາມຊົງຈຳດີໆຂອງເຈົ້າຈະຍັງມີຢູ່. ເວລາຈະຊ່ອຍເຈົ້າໃຫ້ຮູ້ສຶກດີຂຶ້ນ. ຢ່າທໍ້ໃຈຫຼາຍເກີນໄປແລະຢ່າເສຍໃຈໃນສິ່ງທີ່ເກີດຂຶ້ນກັບເຈົ້າ. ແຕ່ໃຫ້ດີໃຈທີ່ເຈົ້າມີຄວາມສຸກແລະໄດ້ຮັບພອນຫຼາຍຢ່າງ. ອີກຈັກໜ້ອຍ ເຈົ້າຈະເຫັນວ່າຄວາມຊົງຈຳເຮັດໃຫ້ເຈົ້າມີຄວາມສຸກ. ຄວາມຊົງຈຳເປັນຂອງຂວັນຈາກພະເຈົ້າ.” ນີ້ເປັນຄຳແນະນຳທີ່ດີແທ້ໆ.
8. ພີ່ນ້ອງຍິງຄົນໜຶ່ງໄດ້ຮັບປະໂຫຍດແນວໃດຈາກຄຳແນະນຳຂອງຜົວ?
8 ພີ່ນ້ອງຍິງຄົນນີ້ເຮັດຕາມທີ່ຜົວແນະນຳ. ລາວຮັບໃຊ້ພະເຢໂຫວາຢ່າງສັດຊື່ຈົນຮອດມື້ທີ່ລາວຕາຍຕອນອາຍຸ 92 ປີ. ສອງສາມປີກ່ອນລາວຕາຍ ພີ່ນ້ອງຍິງຜູ້ນີ້ເວົ້າວ່າ: “ເມືອເບິ່ງຄືນຫຼັງໃນການຮັບໃຊ້ພະເຢໂຫວາເຕັມເວລາຫຼາຍກວ່າ 63 ປີ ຂ້ອຍເວົ້າໄດ້ເລີຍວ່າຊີວິດຂ້ອຍມີຄວາມສຸກຫຼາຍ.” ຍ້ອນຫຍັງລາວຈຶ່ງມີຄວາມສຸກ? ລາວເວົ້າວ່າ: “ສິ່ງທີ່ເຮັດໃຫ້ຊີວິດມີຄວາມສຸກຫຼາຍແທ້ໆ ແມ່ນສັງຄົມພີ່ນ້ອງຢູ່ທົ່ວໂລກແລະຄວາມຫວັງທີ່ຈະມີຊີວິດນຳກັນກັບພີ່ນ້ອງຊາຍຍິງໃນໂລກທີ່ເປັນສວນທີ່ສວຍງາມ ຮັບໃຊ້ພະເຢໂຫວາຜູ້ສ້າງອົງຍິ່ງໃຫຍ່ເຊິ່ງເປັນພະເຈົ້າທ່ຽງແທ້ອົງດຽວຕະຫຼອດໄປ.” * ນີ້ເປັນຕົວຢ່າງທີ່ດີແທ້ໆຂອງຜູ້ທີ່ເບິ່ງໄປທີ່ອະນາຄົດ!
ການຄຽດໃຫ້ຄົນອື່ນເປັນກັບດັກ
9. ຕາມພວກເລວີ 19:18 ມັນຍາກທີ່ຈະເຊົາຄຽດ ເມື່ອຜູ້ທີ່ເຮັດບໍ່ດີຕໍ່ເຮົາແມ່ນໃຜ?
9 ອ່ານພວກເລວີ 19:18. * ຫຼາຍເທື່ອເຮົາຮູ້ສຶກວ່າມັນຍາກທີ່ຈະເຊົາຄຽດເມື່ອຜູ້ທີ່ເຮັດບໍ່ດີໃຫ້ເຮົາເປັນພີ່ນ້ອງຮ່ວມຄວາມເຊື່ອ ເປັນໝູ່ສະໜິດ ຫຼືເປັນຍາດພີ່ນ້ອງ. ຕົວຢ່າງເຊັ່ນ: ພີ່ນ້ອງຍິງຄົນໜຶ່ງຖືກພີ່ນ້ອງຍິງອີກຄົນໜຶ່ງຕູ່ວ່າລັກເງິນລາວ. ຕໍ່ມາ ພີ່ນ້ອງຍິງຄົນນັ້ນກໍຂໍໂທດ ແຕ່ພີ່ນ້ອງທີ່ຖືກຕູ່ວ່າລັກເງິນຍັງບໍ່ເຊົາຄຽດໃຫ້ພີ່ນ້ອງຍິງຄົນນັ້ນແລະຍັງຄິດເຖິງເລື່ອງທີ່ເກີດຂຶ້ນ. ເຈົ້າເຄີຍຮູ້ສຶກແບບນັ້ນບໍ? ເຖິງວ່າເຮົາຈະບໍ່ເຄີຍຕົກຢູ່ໃນສະພາບການແບບນັ້ນ ແຕ່ພວກເຮົາສ່ວນຫຼາຍຄືຊິເຄີຍຄຽດໃຫ້ບາງຄົນແລະຮູ້ສຶກວ່າບໍ່ມີທາງທີ່ເຮົາຈະເຊົາຄຽດໃຫ້ຜູ້ນັ້ນໄດ້.
10. ສິ່ງໃດຈະຊ່ອຍໄດ້ເມື່ອເຮົາຄຽດໃຫ້ບາງຄົນ?
10 ສິ່ງໃດຈະຊ່ອຍໄດ້ເມື່ອເຮົາຄຽດໃຫ້ບາງຄົນ? ເຮົາຕ້ອງຈື່ໄວ້ວ່າພະເຢໂຫວາເຫັນທຸກສິ່ງ. ເພິ່ນຮູ້ກ່ຽວກັບທຸກຢ່າງທີ່ເຮົາເຈິ ລວມເຖິງສິ່ງບໍ່ດີທີ່ຄົນອື່ນເຮັດໃຫ້ເຮົາ. (ຮຣ. 4:13) ເມື່ອເຮົາທຸກໃຈ ພະເຢໂຫວາກໍທຸກໃຈຄືກັນ. (ເອຊາ. 63:9) ເພິ່ນສັນຍາວ່າຈະແກ້ໄຂຄວາມເສຍຫາຍຕ່າງໆທີ່ເກີດຈາກຄວາມບໍ່ຍຸຕິທຳທີ່ເຮົາເຈິ.—ພນມ. 21:3, 4
11. ເມື່ອເຮົາເຊົາຄຽດໃຫ້ຄົນອື່ນ ມັນຈະເປັນຜົນດີຕໍ່ເຮົາແນວໃດ?
11 ນອກຈາກນັ້ນ ເຮົາຍັງຢາກຈື່ໄວ້ຄືກັນວ່າເມື່ອເຮົາເຊົາຄຽດໃຫ້ຄົນອື່ນ ມັນກໍຈະເປັນຜົນດີຕໍ່ເຮົາ. ນີ້ແມ່ນສິ່ງທີ່ພີ່ນ້ອງຍິງທີ່ຖືກຕູ່ວ່າລັກເງິນໄດ້ຮຽນຮູ້ ແລະຕໍ່ມາລາວກໍເຊົາຄຽດໃຫ້ພີ່ນ້ອງຜູ້ນັ້ນ. ລາວສຳນຶກວ່າຖ້າລາວຍົກໂທດໃຫ້ຄົນອື່ນ ພະເຢໂຫວາກໍຈະຍົກໂທດໃຫ້ລາວຄືກັນ. (ມທ. 6:14) ລາວຮູ້ວ່າສິ່ງທີ່ພີ່ນ້ອງຜູ້ນັ້ນເຮັດໃຫ້ລາວແມ່ນບໍ່ຖືກ ແຕ່ລາວກໍເລືອກທີ່ຈະເຊົາຄຽດໃຫ້ພີ່ນ້ອງຜູ້ນັ້ນ. ຜົນກໍຄື ລາວມີຄວາມສຸກຫຼາຍຂຶ້ນແລະສາມາດຈົດຈໍ່ໃນການຮັບໃຊ້ພະເຢໂຫວາ.
ການຮູ້ສຶກຜິດຫຼາຍເກີນໄປເປັນກັບດັກ
12. ເຮົາຮຽນຫຍັງຈາກ 1 ໂຢຮັນ 3:19, 20?
12 ອ່ານ 1 ໂຢຮັນ 3:19, 20. ການຮູ້ສຶກຜິດເປັນເລື່ອງປົກກະຕິ. ຕົວຢ່າງເຊັ່ນ: ບາງຄົນຮູ້ສຶກຜິດຍ້ອນສິ່ງທີ່ເຂົາເຈົ້າເຄີຍເຮັດກ່ອນຮຽນຄຳພີໄບເບິນ. ບາງຄົນຮູ້ສຶກຜິດຍ້ອນວ່າໄດ້ເຮັດຜິດຫຼັງຈາກຮັບບັບເຕມາແລ້ວ. (ຣມ. 3:23) ແນ່ນອນວ່າເຮົາຢາກເຮັດສິ່ງທີ່ຖືກຕ້ອງ ແຕ່ “ພວກເຮົາທຸກຄົນເຮັດຜິດພາດຢູ່ເລື້ອຍໆ.” (ຢກບ. 3:2; ຣມ. 7:21-23) ເຖິງວ່າເຮົາບໍ່ມັກທີ່ໂຕເອງຮູ້ສຶກຜິດ ແຕ່ມັນກໍດີສຳລັບເຮົາ. ຍ້ອນຫຍັງ? ຍ້ອນວ່າການຮູ້ສຶກຜິດສາມາດກະຕຸ້ນເຮົາໃຫ້ປ່ຽນແປງໂຕເອງແລະຕັ້ງໃຈທີ່ຈະບໍ່ເຮັດຜິດຊ້ຳອີກ.—ຮຣ. 12:12, 13
13. ເປັນຫຍັງເຮົາຕ້ອງລະວັງທີ່ຈະບໍ່ຮູ້ສຶກຜິດຫຼາຍເກີນໄປ?
13 ເປັນໄປໄດ້ທີ່ເຮົາຈະຮູ້ສຶກຜິດຫຼາຍເກີນໄປ ນັ້ນຄືເຮົາຍັງຮູ້ສຶກຜິດຢູ່ຫຼັງຈາກທີ່ໄດ້ກັບໃຈແລະພະເຢໂຫວາເຮັດໃຫ້ເຫັນແລ້ວວ່າເພິ່ນຍົກໂທດໃຫ້ເຮົາ. ການຮູ້ສຶກຜິດແບບນີ້ເປັນອັນຕະລາຍ. (ເພງ. 31:10; 38:3, 4) ຍ້ອນຫຍັງ? ໃຫ້ເບິ່ງຕົວຢ່າງຂອງພີ່ນ້ອງຍິງຄົນໜຶ່ງທີ່ຍັງຮູ້ສຶກຜິດກ່ຽວກັບສິ່ງທີ່ລາວເຄີຍເຮັດແຕ່ກີ້. ລາວເວົ້າວ່າ: “ຂ້ອຍຮູ້ສຶກວ່າບໍ່ມີປະໂຫຍດຫຍັງທີ່ຈະຮັບໃຊ້ພະເຢໂຫວາເອົາແທ້ເອົາວ່າ ເພາະຂ້ອຍຄືຊິບໍ່ລອດດອກ.” ພວກເຮົາຫຼາຍຄົນອາດຈະຮູ້ສຶກຄືກັບພີ່ນ້ອງຍິງຄົນນີ້. ເປັນເລື່ອງສຳຄັນຫຼາຍທີ່ເຮົາຕ້ອງລະວັງທີ່ຈະບໍ່ຮູ້ສຶກຜິດຫຼາຍເກີນໄປ ເພາະຖ້າເຮົາຮູ້ສຶກແບບນັ້ນ ຊາຕານຈະດີໃຈເອົາແທ້ເອົາວ່າທີ່ເຮົາເຊົາຮັບໃຊ້ພະເຢໂຫວາເຖິງວ່າເພິ່ນໄດ້ຍົກໂທດໃຫ້ເຮົາແລ້ວ.—ສົມທຽບກັບ 2 ໂກຣິນໂທ 2:5-7, 11
14. ເຮົາຈະຮູ້ໄດ້ແນວໃດວ່າພະເຢໂຫວາຢາກຍົກໂທດໃຫ້ເຮົາ?
14 ແຕ່ເຮົາອາດສົງໄສວ່າ ‘ຂ້ອຍຈະຮູ້ໄດ້ແນວໃດວ່າພະເຢໂຫວາຍົກໂທດໃຫ້ຂ້ອຍແລ້ວ?’ ທີ່ຈິງ ຖ້າເຈົ້າຖາມແບບນີ້ກໍສະແດງວ່າພະເຢໂຫວາສາມາດຍົກໂທດໃຫ້ເຈົ້າໄດ້. ຫໍສັງເກດການ 15 ກຸມພາ 1954 ໜ້າ 123 ເວົ້າວ່າ: “ເຮົາ [ອາດ] ເຫັນວ່າໂຕເອງລົ້ມພາດຫຼາຍເທື່ອແລະກັບໄປເຮັດນິດໄສທີ່ບໍ່ດີບາງຢ່າງຫຼາຍກວ່າທີ່ເຮົາໄດ້ຄິດ ເຊິ່ງສິ່ງເຫຼົ່ານີ້ເຄີຍຝັງຮາກເລິກຢູ່ໃນຮູບແບບຊີວິດເກົ່າຂອງເຮົາ. . . . ຢ່າໝົດຫວັງ. ຢ່າຟ້າວສະຫຼຸບວ່າເຈົ້າໄດ້ເຮັດຜິດບາງຢ່າງຈົນພະເຢໂຫວາບໍ່ສາມາດຍົກໂທດໃຫ້ໄດ້. ຊາຕານຢາກໃຫ້ເຈົ້າຄຶດແບບນັ້ນ. ການທີ່ເຈົ້າຮູ້ສຶກເສຍໃຈແລະບໍ່ພໍໃຈໃຫ້ໂຕເອງແບບນັ້ນກໍສະແດງວ່າເຈົ້າບໍ່ໄດ້ເຈີດອອກໄປໄກໂພດ. ໃຫ້ກັບມາຫາພະເຈົ້າດ້ວຍຄວາມຖ່ອມ ອະທິດຖານຂໍໃຫ້ເພິ່ນຍົກໂທດໃຫ້ແລະຂໍໃຫ້ເຈົ້າຮູ້ສຶກດີຂຶ້ນກ່ຽວກັບໂຕເອງແລະໃຫ້ເພິ່ນຊ່ອຍເຈົ້າ. ໃຫ້ເຂົ້າຫາພະເຈົ້າຄືກັບລູກເຂົ້າຫາພໍ່ເພື່ອຂໍຄວາມຊ່ວຍເຫຼືອໃນຍາມທີ່ລຳບາກ ບໍ່ວ່າຈະຂໍຫຼາຍເທື່ອແລ້ວຍ້ອນຂໍ້ຜິດພາດອັນເກົ່ານັ້ນກໍຕາມ ແລ້ວພະເຢໂຫວາຈະຊ່ອຍເຈົ້າເພາະເພິ່ນມີຄວາມກະລຸນາທີ່ຍິ່ງໃຫຍ່.”
15-16. ບາງຄົນຮູ້ສຶກແນວໃດເມື່ອຮູ້ວ່າພະເຢໂຫວາຍົກໂທດໃຫ້ເຂົາເຈົ້າແລ້ວ?
15 ຜູ້ຮັບໃຊ້ຂອງພະເຢໂຫວາຫຼາຍຄົນຮູ້ສຶກສະບາຍໃຈທີ່ຮູ້ວ່າພະເຢໂຫວາໄດ້ຍົກໂທດໃຫ້ເຂົາເຈົ້າແລ້ວ. ຕົວຢ່າງເຊັ່ນ: ໃນຫຼາຍປີກ່ອນມີເລື່ອງຂອງພີ່ນ້ອງຍິງຄົນໜຶ່ງຢູ່ໃນບົດຄວາມຊຸດ “ຄຳພີໄບເບິນປ່ຽນຊີວິດຄົນ.” ໃນບົດຄວາມນັ້ນ ລາວເວົ້າວ່າ ຍ້ອນຂ້ອຍເຄີຍເຮັດສິ່ງທີ່ບໍ່ດີແຕ່ກີ້ ມັນຈຶ່ງຍາກຫຼາຍທີ່ຂ້ອຍຈະເຊື່ອວ່າພະເຢໂຫວາຮັກຂ້ອຍ. ລາວຍັງຮູ້ສຶກແບບນັ້ນເປັນເວລາຫຼາຍປີຫຼັງຈາກຮັບບັບເຕມາແລ້ວ. ແຕ່ເມື່ອລາວຄິດຢ່າງເລິກເຊິ່ງກ່ຽວກັບເລື່ອງຄ່າໄຖ່ ມັນຊ່ອຍລາວໃຫ້ເຊື່ອວ່າພະເຢໂຫວາຮັກລາວ. *
16 ເລື່ອງຂອງພີ່ນ້ອງຍິງຄົນນີ້ຊ່ອຍພີ່ນ້ອງຊາຍຄົນໜຶ່ງແນວໃດ? ພີ່ນ້ອງຊາຍຄົນນີ້ຂຽນວ່າ: “ຕອນຂ້ອຍຍັງໜຸ່ມ ຂ້ອຍມັກເບິ່ງຮູບໂປ້ ແລະມັນຍາກຫຼາຍທີ່ຂ້ອຍຈະເຊົາເບິ່ງ. ບໍ່ດົນມານີ້ ຂ້ອຍໄດ້ກັບໄປເບິ່ງອີກ. ຂ້ອຍຂໍໃຫ້ຜູ້ດູແລຊ່ອຍ ແລະຂ້ອຍກໍເລີ່ມເອົາຊະນະບັນຫານີ້ໄດ້. ຜູ້ດູແລຊ່ອຍຂ້ອຍໃຫ້ເຊື່ອວ່າພະເຢໂຫວາຮັກຂ້ອຍແລະເພິ່ນຢາກຍົກໂທດໃຫ້ຂ້ອຍ. ແຕ່ບາງເທື່ອຂ້ອຍກໍ
ຮູ້ສຶກວ່າໂຕເອງບໍ່ມີຄ່າແລະບໍ່ມີທາງທີ່ພະເຢໂຫວາຈະຮັກຂ້ອຍ. ການອ່ານເລື່ອງຂອງພີ່ນ້ອງຍິງຄົນນີ້ຊ່ອຍຂ້ອຍໄດ້ຫຼາຍ. ຕອນນີ້ຂ້ອຍເຂົ້າໃຈແລ້ວ ເມື່ອຂ້ອຍຄິດວ່າບໍ່ມີທາງທີ່ພະເຢໂຫວາຈະຍົກໂທດໃຫ້ຂ້ອຍ ນັ້ນສ່ຳກັບຂ້ອຍເຊື່ອວ່າຄ່າໄຖ່ຂອງລູກຊາຍເພິ່ນບໍ່ມີຄ່າພຽງພໍທີ່ຈະປົກປິດຄວາມຜິດຂອງຂ້ອຍໄດ້ເລີຍ. ຂ້ອຍຕັດເລື່ອງຂອງພີ່ນ້ອງຍິງຄົນນີ້ໄວ້ ເພື່ອຂ້ອຍຈະສາມາດອ່ານແລະຄິດຄັກໆຕອນທີ່ຂ້ອຍຮູ້ສຶກວ່າພະເຢໂຫວາບໍ່ຮັກຂ້ອຍ.”17. ສິ່ງໃດຊ່ອຍໂປໂລບໍ່ໃຫ້ຮູ້ສຶກຜິດຫຼາຍເກີນໄປ?
17 ເລື່ອງແບບນີ້ເຮັດໃຫ້ເຮົາຄິດເຖິງອັກຄະສາວົກໂປໂລ. ກ່ອນເຂົ້າມາເປັນຄລິດສະຕຽນ ໂປໂລໄດ້ເຮັດຜິດຮ້າຍແຮງຫຼາຍຢ່າງ. ໂປໂລຈື່ສິ່ງທີ່ລາວເຄີຍເຮັດ ແຕ່ລາວບໍ່ໄດ້ໃຫ້ຊີວິດຈົມຢູ່ກັບສິ່ງນັ້ນ. (1 ຕມ. 1:12-15) ລາວຖືວ່າຄ່າໄຖ່ເປັນຂອງຂວັນທີ່ພະເຢໂຫວາໃຫ້ລາວເປັນສ່ວນຕົວ. (ຄລຕ. 2:20) ດັ່ງນັ້ນ ໂປໂລຈຶ່ງບໍ່ໄດ້ຮູ້ສຶກຜິດຫຼາຍເກີນໄປ ແຕ່ລາວຈົດຈໍ່ໃນການເຮັດວຽກຮັບໃຊ້ພະເຢໂຫວາຈົນສຸດຄວາມສາມາດ.
ເບິ່ງໄປທີ່ອະນາຄົດ
18. ເຮົາຮຽນຫຍັງໃນບົດນີ້?
18 ເຮົາຮຽນຫຍັງຈາກການເບິ່ງກັບດັກ 3 ຢ່າງໃນບົດນີ້? ເຮົາໄດ້ຮຽນວ່າ (1) ຄວາມຊົງຈຳເປັນຂອງຂວັນຢ່າງໜຶ່ງຈາກພະເຢໂຫວາ. ບໍ່ວ່າຊີວິດແຕ່ກີ້ຈະດີສ່ຳໃດກໍຕາມ ແຕ່ຊີວິດໃນໂລກໃໝ່ຈະດີກວ່າແນ່ນອນ. (2) ຄົນອື່ນອາດເຮັດໃຫ້ເຮົາເສຍໃຈ ແຕ່ເມື່ອເຮົາເລືອກທີ່ຈະຍົກໂທດໃຫ້ລາວ ເຮົາກໍຈະສາມາດຈົດຈໍ່ໃນການຮັບໃຊ້ພະເຢໂຫວາ. (3) ການຮູ້ສຶກຜິດຫຼາຍເກີນໄປເຮັດໃຫ້ເຮົາຮັບໃຊ້ພະເຢໂຫວາແບບບໍ່ມີຄວາມສຸກ. ຄືກັບໂປໂລ ເຮົາຕ້ອງເຊື່ອວ່າພະເຢໂຫວາຍົກໂທດໃຫ້ເຮົາແລ້ວ.
19. ເຮົາຮູ້ໄດ້ແນວໃດວ່າໃນໂລກໃໝ່ເຮົາຈະບໍ່ຈື່ສິ່ງຕ່າງໆທີ່ເຮັດໃຫ້ເຮົາເສຍໃຈ?
19 ເຮົາມີຄວາມຫວັງທີ່ຈະມີຊີວິດຕະຫຼອດໄປ ແລະໃນໂລກໃໝ່ເຮົາຈະບໍ່ຈື່ສິ່ງຕ່າງໆທີ່ເຮັດໃຫ້ເຮົາເສຍໃຈ. ເມື່ອຮອດເວລານັ້ນ ຄຳພີໄບເບິນເວົ້າວ່າ: “ຈະບໍ່ມີໃຜ . . . ຄິດເຖິງສິ່ງທີ່ຜ່ານມາອີກເລີຍ.” (ເອຊາ. 65:17, ລ.ມ.) ບາງຄົນຮັບໃຊ້ພະເຢໂຫວາຈົນເຖົ້າ ແຕ່ໃນໂລກໃໝ່ເຂົາເຈົ້າຈະໜຸ່ມຄືນອີກ. (ໂຢບ 33:25) ດັ່ງນັ້ນ ໃຫ້ເຮົາຕັ້ງໃຈທີ່ຈະບໍ່ຈົມຢູ່ກັບຊີວິດໃນອະດີດ ແຕ່ໃຫ້ເຮົາເບິ່ງໄປທີ່ອະນາຄົດແລະເຮັດສຸດຄວາມສາມາດຕັ້ງແຕ່ຕອນນີ້ເພື່ອເຮົາຈະໄດ້ຢູ່ຫັ້ນ.
ເພງ 142 ຍຶດໝັ້ນກັບຄວາມຫວັງຂອງເຮົາ
^ ຂໍ້ 5 ເປັນເລື່ອງທີ່ດີທີ່ເຮົາຈະຄິດເຖິງສິ່ງທີ່ໄດ້ເກີດຂຶ້ນໃນຊີວິດ ແຕ່ເຮົາກໍບໍ່ຢາກຈົມຢູ່ກັບອະດີດຈົນເຊົາເຮັດສິ່ງທີ່ເຮົາເຮັດໄດ້ໃນຕອນນີ້ເພື່ອຮັບໃຊ້ພະເຢໂຫວາ ຫຼືລືມຄຳສັນຍາຂອງພະເຢໂຫວາກ່ຽວກັບສິ່ງທີ່ຈະເກີດຂຶ້ນໃນອະນາຄົດ. ໃນບົດນີ້ເຮົາຈະເວົ້າເຖິງກັບດັກ 3 ຢ່າງທີ່ສາມາດເຮັດໃຫ້ເຮົາຈົມຢູ່ແຕ່ກັບອະດີດ. ເຮົາຈະເບິ່ງວ່າຫຼັກການໃນຄຳພີໄບເບິນແລະຕົວຢ່າງຂອງພີ່ນ້ອງໃນປັດຈຸບັນຊ່ອຍເຮົາແນວໃດບໍ່ໃຫ້ຕົກລົງໄປໃນກັບດັກເຫຼົ່ານີ້.
^ ຂໍ້ 2 ສຸພາສິດ 4:25 (ລ.ມ.): “ໃຫ້ຕາຂອງລູກເບິ່ງຊື່ໄປ ແລະແນມເບິ່ງສິ່ງທີ່ຢູ່ທາງໜ້າ”
^ ຂໍ້ 4 ການອະທິບາຍສຳນວນ: ໃນບົດນີ້ ຄຳວ່າ “ຈົມຢູ່ແຕ່ກັບອະດີດ” ໝາຍເຖິງການຄິດເຖິງແຕ່ເລື່ອງໃນອະດີດ ເວົ້າຮອດແຕ່ເລື່ອງນັ້ນຕະຫຼອດ ຄິດເຖິງແຕ່ເລື່ອງນັ້ນ ຫຼືຄິດວ່າຊີວິດໃນຕອນນັ້ນດີກວ່າຕອນນີ້.
^ ຂໍ້ 5 ຜູ້ເທສະໜາປ່າວປະກາດ 7:10 (ລ.ມ.): “ຢ່າຖາມວ່າ ‘ເປັນຫຍັງແຕ່ກີ້ດີກວ່າດຽວນີ້?’ ເພາະຖາມແບບນີ້ບໍ່ສະຫຼາດເລີຍ.”
^ ຂໍ້ 8 ເບິ່ງຫໍສັງເກດການ 1 ກໍລະກົດ 2004 ໜ້າ 23-29 (ບໍ່ມີໃນພາສາລາວ)
^ ຂໍ້ 9 ພວກເລວີ 19:18 (ລ.ມ.): “ຢ່າແກ້ແຄ້ນຫຼືຜູກໃຈເຈັບຕໍ່ພີ່ນ້ອງຂອງເຈົ້າ ແຕ່ໃຫ້ຮັກຄົນອື່ນຄືຮັກໂຕເອງ. ເຮົາແມ່ນເຢໂຫວາ.”
^ ຂໍ້ 15 ເບິ່ງຫໍສັງເກດການ 1 ສິງຫາ 2011 ໜ້າ 20-21 (ບໍ່ມີໃນພາສາລາວ)
^ ຂໍ້ 61 ຄຳອະທິບາຍຮູບ: ການຄິດວ່າອະດີດດີກວ່າ ການຄຽດໃຫ້ຄົນອື່ນ ແລະການຮູ້ສຶກຜິດຫຼາຍເກີນໄປເປັນຄືກັບເຄື່ອງໜັກໆທີ່ເຮົາດຶງໄປນຳເຊິ່ງຂັດຂວາງເຮົາໄວ້ບໍ່ໃຫ້ຍ່າງໄປທາງໜ້າໃນຫົນທາງທີ່ພາໄປສູ່ຊີວິດ.
^ ຂໍ້ 68 ຄຳອະທິບາຍຮູບ: ຫຼັງຈາກທີ່ເຮົາປ່ອຍຄວາມຮູ້ສຶກທີ່ໜັກອົກໜັກໃຈເຫຼົ່ານີ້ ເຮົາຈະຮູ້ສຶກໂລ່ງໃຈ ມີຄວາມສຸກ ແລະໄດ້ກຳລັງກັບຄືນມາອີກ. ຈາກນັ້ນ ເຮົາຈະສາມາດເບິ່ງໄປທີ່ອະນາຄົດ.