ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 45

ເຮົາ​ຈະ​ຊ່ອຍ​ຄົນ​ອື່ນ​ແນວ​ໃດ​ໃຫ້​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະຄລິດ?

ເຮົາ​ຈະ​ຊ່ອຍ​ຄົນ​ອື່ນ​ແນວ​ໃດ​ໃຫ້​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະຄລິດ?

“ໃຫ້​ພວກ​ເຈົ້າ​ໄປ . . . ສອນ​ພວກ​ເຂົາ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ . . . ແລະ​ສອນ​ພວກ​ເຂົາ​ໃຫ້​ເຮັດ​ຕາມ​ທຸກ​ສິ່ງ​ທີ່​ຂ້ອຍ​ສັ່ງ​ພວກ​ເຈົ້າ​ໄວ້.”—ມທ. 28:19, 20

ເພງ 89 ຟັງ ເຮັດ​ຕາມ ແລ້ວ​ຈະ​ໄດ້​ພອນ

ໃຈ​ຄວາມ​ສຳຄັນ *

1. ຕາມ​ມັດທາຍ 28:18-20 ພະ​ເຢຊູ​ສັ່ງ​ພວກ​ລູກສິດ​ໃຫ້​ເຮັດ​ຫຍັງ?

ຫຼັງ​ຈາກ​ພະ​ເຢຊູ​ຟື້ນ​ຄືນ​ມາ​ຈາກ​ຕາຍ ເພິ່ນ​ໄດ້​ປະ​ກົດ​ໂຕ​ຕໍ່​ພວກ​ລູກສິດ​ທີ່​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ແຂວງ​ຄາລີເລ. ພະ​ເຢຊູ​ສັ່ງ​ເຂົາ​ເຈົ້າ​ໃຫ້​ເຮັດ​ວຽກ​ໜຶ່ງ​ທີ່​ສຳຄັນ. ຄຳ​ສັ່ງ​ນັ້ນ​ຢູ່​ໃນ​ມັດທາຍ 28:18-20.—ອ່ານ

2. ໃນ​ບົດ​ນີ້​ເຮົາ​ຈະ​ເບິ່ງ​ຄຳຖາມ​ຫຍັງ​ແດ່?

2 ຄຳ​ສັ່ງ​ຂອງ​ພະ​ເຢຊູ​ທີ່​ໃຫ້​ໄປ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ​ຍັງ​ໃຊ້​ໄດ້​ກັບ​ເຮົາ​ທຸກ​ຄົນ​ໃນ​ທຸກ​ມື້​ນີ້. ດັ່ງ​ນັ້ນ ໃຫ້​ເຮົາ​ເບິ່ງ 3 ຄຳຖາມ​ທີ່​ກ່ຽວ​ຂ້ອງ​ກັບ​ວຽກ​ມອບ​ໝາຍ​ທີ່​ພະ​ເຢຊູ​ໃຫ້​ເຮົາ​ເຮັດ. ຄຳຖາມ​ທີ (1) ນອກ​ຈາກ​ສອນ​ນັກ​ສຶກສາ​ໃຫ້​ຮູ້​ວ່າ​ພະເຈົ້າ​ຕ້ອງການ​ຫຍັງ ເຮົາ​ຄວນ​ເຮັດ​ຫຍັງ​ອີກ? (2) ທຸກ​ຄົນ​ໃນ​ປະຊາຄົມ​ຈະ​ຊ່ອຍ​ນັກ​ສຶກສາ​ໃຫ້​ກ້າວ​ໜ້າ​ໄດ້​ແນວ​ໃດ? (3) ເຮົາ​ຈະ​ຊ່ອຍ​ພີ່ນ້ອງ​ທີ່​ເຊົາ​ຮັບໃຊ້​ພະ​ເຢໂຫວາ​ໃຫ້​ເລີ່ມ​ປະກາດ​ຄືນ​ອີກ​ໄດ້​ແນວ​ໃດ?

ສອນ​ນັກ​ສຶກສາ​ໃຫ້​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະຄລິດ

3. ໃນ​ຄຳ​ສັ່ງ​ຂອງ​ພະ​ເຢຊູ ເພິ່ນ​ສັ່ງ​ຫຍັງ​ທີ່​ເຈາະ​ຈົງ?

3 ຄຳ​ສັ່ງ​ຂອງ​ພະ​ເຢຊູ​ຈະ​ແຈ້ງ. ດັ່ງ​ນັ້ນ ເຮົາ​ຕ້ອງ​ສອນ​ຜູ້​ຄົນ​ໃນ​ສິ່ງ​ທີ່​ພະ​ເຢຊູ​ສັ່ງ​ໄວ້. ແຕ່​ເຮົາ​ບໍ່​ຄວນ​ລືມ​ຈຸດ​ໜຶ່ງ​ທີ່​ສຳຄັນ ພະ​ເຢຊູ​ບໍ່​ໄດ້​ບອກ​ວ່າ: “ໃຫ້​ສອນ​ເຂົາ​ເຈົ້າ​ທຸກ​ສິ່ງ​ທີ່​ຂ້ອຍ​ສັ່ງ​ພວກ​ເຈົ້າ.” ທີ່​ຈິງ ເພິ່ນ​ບອກ​ວ່າ: “ສອນ​ເຂົາ​ເຈົ້າ​ໃຫ້​ເຮັດ​ຕາມ ທຸກ​ສິ່ງ​ທີ່​ຂ້ອຍ​ສັ່ງ​ພວກ​ເຈົ້າ​ໄວ້.” ເພື່ອ​ເຮັດ​ຕາມ​ຄຳ​ສັ່ງ​ທີ່​ເຈາະ​ຈົງ​ນີ້​ຂອງ​ພະ​ເຢຊູ ເຮົາ​ບໍ່​ພຽງ​ແຕ່​ສອນ​ນັກ​ສຶກສາ​ໃຫ້​ຮູ້​ວ່າ​ຕ້ອງ​ເຮັດ​ແນວ​ໃດ ແຕ່​ເຮົາ​ຕ້ອງ​ເຮັດ​ໃຫ້​ເຂົາ​ເຈົ້າ​ເບິ່ງ​ນຳ. (ກຈກ. 8:31) ເປັນ​ຫຍັງ​ເຮົາ​ຕ້ອງ​ເຮັດ​ແບບ​ນັ້ນ?

4. ໃຫ້​ອະທິບາຍ​ວ່າ​ເຮົາ​ຈະ​ສອນ​ນັກ​ສຶກສາ​ແນວ​ໃດ​ໃຫ້​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະຄລິດ

4 ການ “ເຮັດ​ຕາມ” ຄຳ​ສັ່ງ​ໃດ​ໜຶ່ງ​ໝາຍ​ເຖິງ​ການ​ເຊື່ອ​ຟັງ​ຄຳ​ສັ່ງ​ນັ້ນ. ເຮົາ​ຈະ​ສອນ​ບາງ​ຄົນ​ແນວ​ໃດ​ເພື່ອ​ໃຫ້​ເຮັດ​ຕາມ​ສິ່ງ​ທີ່​ພະຄລິດ​ສັ່ງ​ໄວ້? ຕົວຢ່າງ​ຕໍ່​ໄປ​ນີ້​ຈະ​ຊ່ອຍ​ເຮົາ​ໃຫ້​ເຂົ້າ​ໃຈ​ວ່າ​ເຮົາ​ຕ້ອງ​ເຮັດ​ຫຍັງ. ຄູ​ສອນ​ຂັບລົດ​ສອນ​ນັກ​ຮຽນ​ແນວ​ໃດ​ໃຫ້​ເຮັດ​ຕາມ​ກົດ​ຈະ​ລາ​ຈອນ? ທຳອິດ ຄູ​ອາດ​ຈະ​ສອນ​ກົດ​ຈະ​ລາ​ຈອນ​ໃນ​ຫ້ອງ​ຮຽນ​ກ່ອນ. ແຕ່​ເພື່ອ​ຈະ​ສອນ​ນັກ​ຮຽນ​ໃຫ້​ເຮັດ​ຕາມ​ກົດເຫຼົ່າ​ນັ້ນ ລາວ​ຕ້ອງ​ເຮັດ​ສິ່ງ​ອື່ນ​ນຳ​ອີກ. ລາວ​ຕ້ອງ​ນັ່ງຢູ່ນຳ​ຕອນ​ທີ່​ນັກ​ຮຽນ​ຂັບ​ລົດ​ແລະ​ພະຍາຍາມ​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ລາວ​ບອກ. ເຮົາ​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ນີ້?

5. (ກ) ຕາມ​ໂຢຮັນ 14:15 ແລະ 1 ໂຢຮັນ 2:3 ເຮົາ​ຕ້ອງ​ສອນ​ນັກ​ສຶກສາ​ໃຫ້​ເຮັດ​ຫຍັງ? (ຂ) ເຮົາ​ຈະ​ຊ່ອຍ​ນັກ​ສຶກສາ​ແນວ​ໃດ​ໃຫ້​ເອົາ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ໄປ​ໃຊ້?

5 ເມື່ອ​ເຮົາ​ສຶກສາ​ຄຳພີ​ໄບເບິນ​ກັບ​ບາງ​ຄົນ ເຮົາ​ສອນ​ໃຫ້​ເຂົາ​ເຈົ້າ​ຮູ້​ວ່າ​ພະເຈົ້າ​ຢາກ​ໃຫ້​ເຂົາ​ເຈົ້າ​ເຮັດ​ຫຍັງ. ແຕ່​ເຮົາ​ຕ້ອງ​ເຮັດ​ຫຼາຍ​ກວ່າ​ນັ້ນ​ອີກ ເຮົາ​ຕ້ອງ​ສອນ​ນັກ​ສຶກສາ​ໃຫ້​ເອົາ​ສິ່ງ​ທີ່​ຮຽນ​ໄປ​ໃຊ້. (ອ່ານ​ໂຢຮັນ 14:15; 1 ໂຢຮັນ 2:3) ໂດຍ​ທາງ​ການ​ກະທຳ​ຂອງ​ເຮົາ ເຮົາ​ເຮັດ​ໃຫ້​ນັກ​ສຶກສາ​ເຫັນ​ວ່າ​ຈະ​ເອົາ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ໄປ​ໃຊ້​ແນວ​ໃດ​ຢູ່​ໂຮງ​ຮຽນ ຢູ່​ບ່ອນ​ເຮັດ​ວຽກ ຕອນ​ໄປ​ທ່ຽວ​ຫຼື​ພັກຜ່ອນ. ເຮົາ​ສາມາດ​ເລົ່າ​ໃຫ້​ນັກ​ສຶກສາ​ຟັງ​ກ່ຽວ​ກັບ​ປະສົບການ​ຂອງ​ເຮົາ ເພື່ອ​ໃຫ້​ເຂົາ​ເຈົ້າ​ເຫັນ​ວ່າ​ການ​ໃຊ້​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ປົກ​ປ້ອງ​ເຮົາ​ແນວ​ໃດ​ຈາກ​ອັນຕະລາຍ​ແລະ​ຊ່ອຍ​ເຮົາ​ແນວ​ໃດ​ໃຫ້​ຕັດສິນ​ໃຈ​ຢ່າງ​ຖືກຕ້ອງ. ຕອນ​ທີ່​ຢູ່​ກັບ​ນັກ​ສຶກສາ ເຮົາ​ສາມາດ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊີ້​ນຳ​ເຂົາ​ເຈົ້າ​ໂດຍ​ທາງ​ພະລັງ​ບໍລິສຸດ.—ຢຮ. 16:13

6. ເຮົາ​ຕ້ອງ​ເຮັດ​ຫຍັງ​ອີກ​ເມື່ອ​ສອນ​ຄົນ​ອື່ນ​ໃຫ້​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢຊູ?

6 ເຮົາ​ຕ້ອງ​ເຮັດ​ຫຍັງ​ອີກ​ເມື່ອ​ສອນ​ຄົນ​ອື່ນ​ໃຫ້​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢຊູ? ເຮົາ​ຕ້ອງ​ຊ່ອຍ​ນັກ​ສຶກສາ​ໃຫ້​ຢາກ​ສອນ​ຄົນ​ອື່ນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ. ນັກ​ສຶກສາ​ບາງ​ຄົນ​ອາດ​ຈະ​ບໍ່​ກ້າ​ປະກາດ ດັ່ງ​ນັ້ນ ເຮົາ​ຕ້ອງ​ອົດ​ທົນ​ເມື່ອ​ຊ່ອຍ​ເຂົາ​ເຈົ້າ​ໃຫ້​ຄ່ອຍໆເຂົ້າ​ໃຈ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ. ເມື່ອ​ປະທັບ​ໃຈ​ໃນ​ສິ່ງ​ທີ່​ຮຽນ ເຂົາ​ເຈົ້າ​ກໍ​ຈະ​ຖືກ​ກະຕຸ້ນ​ໃຫ້​ຢາກ​ປະກາດ. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ຊ່ອຍ​ນັກ​ສຶກສາ​ໃຫ້​ຢາກ​ປະກາດ?

7. ເຮົາ​ຈະ​ຊ່ອຍ​ນັກ​ສຶກສາ​ແນວ​ໃດ​ໃຫ້​ຢາກ​ປະກາດ​ກັບ​ຄົນ​ອື່ນ?

7 ເຮົາ​ອາດ​ຖາມ​ນັກ​ສຶກສາ​ວ່າ “ເມື່ອ​ເອົາ​ຄຳ​ສອນ​ໃນ​ຄຳພີ​ໄບເບິນ​ໄປ​ໃຊ້ ຊີວິດ​ຂອງ​ເຈົ້າ​ດີ​ຂຶ້ນ​ແນວ​ໃດ? ເຈົ້າ​ຄິດ​ວ່າ​ຄົນ​ອື່ນ​ຈຳເປັນ​ຕ້ອງ​ຮູ້​ຄຳ​ສອນ​ນີ້​ຄື​ກັນ​ບໍ? ເຈົ້າ​ຈະເຮັດ​ແນວ​ໃດ​ເພື່ອ​ຊ່ອຍ​ເຂົາ​ເຈົ້າ?” (ສຸພາ. 3:27; ມທ. 9:37, 38) ໃຫ້​ນັກ​ສຶກສາ​ເບິ່ງ​ແຜ່ນ​ພັບ​ທີ່​ຢູ່​ໃນ​ກ່ອງ​ເຄື່ອງ​ມື​ສຳລັບ​ການ​ສອນ ແລະ​ໃຫ້​ລາວ​ເລືອກ​ແຜ່ນ​ພັບ​ທີ່​ລາວ​ຄິດ​ວ່າ​ພີ່ນ້ອງ ໝູ່ ຫຼື​ຄົນ​ຢູ່​ບ່ອນ​ເຮັດ​ວຽກ​ອາດ​ຈະສົນ​ໃຈ ແລະ​ເອົາ​ແຜ່ນ​ພັບ​ເຫຼົ່າ​ນັ້ນ​ຈຳນວນ​ໜຶ່ງ​ໃຫ້​ລາວ. ໃຫ້​ຝຶກ​ຊ້ອມ​ກັບ​ນັກ​ສຶກສາ​ວິທີ​ສະເໜີ​ແຜ່ນ​ພັບ​ກັບ​ຄົນ​ອື່ນ​ແບບ​ດີໆ. ແນ່ນອນ​ວ່າ​ເມື່ອ​ນັກ​ສຶກສາ​ເປັນ​ຜູ້​ປະກາດ​ທີ່​ຍັງ​ບໍ່​ທັນ​ຮັບ​ບັບເຕມາ ເຮົາ​ຈະ​ໄປ​ປະກາດ​ນຳ​ລາວ​ເພື່ອ​ຊ່ອຍ​ລາວ.—ຜູ້ປ. 4:9, 10; ລກ. 6:40

ພີ່ນ້ອງ​ໃນ​ປະຊາຄົມ​ຈະ​ຊ່ອຍ​ນັກ​ສຶກສາ​ໃຫ້​ກ້າວ​ໜ້າ​ໄດ້​ແນວ​ໃດ?

8. ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ນັກ​ສຶກສາ​ຕ້ອງ​ຮັກ​ພະເຈົ້າ​ແລະ​ຮັກ​ຄົນ​ອື່ນ? (ເບິ່ງ​ຂອບ “ ວິທີ​ຊ່ອຍ​ນັກ​ສຶກສາ​ໃຫ້​ຮັກ​ພະເຈົ້າ​ຫຼາຍ​ຂຶ້ນ”)

8 ຂໍ​ໃຫ້​ຈື່​ວ່າ​ພະ​ເຢຊູ​ສັ່ງ​ເຮົາ​ໃຫ້​ສອນ​ຄົນ​ອື່ນ​ໃຫ້ “ເຮັດ​ຕາມ​ທຸກ​ສິ່ງ” ທີ່​ເພິ່ນ​ສັ່ງ​ໄວ້. ແນ່ນອນ​ວ່າ​ຄຳ​ສັ່ງ​ນີ້​ລວມ​ເຖິງ​ຄຳ​ສັ່ງ 2 ຂໍ້​ທີ່​ສຳຄັນ​ທີ່​ສຸດ ນັ້ນ​ຄື​ໃຫ້​ຮັກ​ພະເຈົ້າ​ແລະ​ຮັກ​ຄົນ​ອື່ນ. ຄວາມ​ຮັກ​ແບບ​ນີ້​ກ່ຽວ​ຂ້ອງ​ກັນ​ແທ້ໆກັບ​ການ​ປະກາດ​ແລະ​ການ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ. (ມທ. 22:37-39) ກ່ຽວ​ຂ້ອງ​ກັນ​ແນວ​ໃດ? ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພະເຈົ້າ​ແລະ​ຕໍ່​ຄົນ​ອື່ນ​ເປັນ​ສິ່ງ​ທີ່​ກະຕຸ້ນ​ເຮົາ​ໃຫ້​ຢາກ​ປະກາດ. ເຮົາ​ເຂົ້າ​ໃຈ​ໄດ້​ທີ່​ນັກ​ສຶກສາ​ບາງ​ຄົນ​ອາດ​ຮູ້ສຶກ​ຢ້ານ​ທີ່​ຈະ​ປະກາດ ແຕ່​ເຮົາ​ເຮັດ​ໃຫ້​ເຂົາ​ເຈົ້າ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ຊ່ອຍ​ເຂົາ​ເຈົ້າ​ໃຫ້​ຄ່ອຍໆເຊົາ​ຢ້ານ. (ເພງ. 18:1-3; ສຸພາ. 29:25) ຂອບ​ຢູ່​ໃນ​ບົດ​ນີ້​ເວົ້າ​ເຖິງ​ຂັ້ນ​ຕອນ​ຕ່າງໆທີ່​ເຮົາ​ເຮັດ​ໄດ້​ເພື່ອ​ຊ່ອຍ​ນັກ​ສຶກສາ​ໃຫ້​ຮັກ​ພະເຈົ້າ​ຫຼາຍ​ຂຶ້ນ. ນອກ​ຈາກ​ນັ້ນ ພີ່ນ້ອງ​ໃນ​ປະຊາຄົມ​ສາມາດ​ເຮັດ​ຫຍັງ​ເພື່ອ​ຊ່ອຍ​ນັກ​ສຶກສາ​ໃຫ້​ມີ​ຄວາມ​ຮັກ​ຫຼາຍ​ຂຶ້ນ?

9. ໃນ​ຕົວຢ່າງ​ນີ້ ນັກ​ຮຽນ​ໄດ້​ບົດຮຽນ​ທີ່​ສຳຄັນ​ຫຍັງ​ແດ່?

9 ໃຫ້​ຄິດ​ເຖິງ​ຕົວຢ່າງ​ເລື່ອງ​ນັກ​ຮຽນ​ຂັບ​ລົດ​ອີກ​ເທື່ອ​ໜຶ່ງ. ເມື່ອ​ຂັບ​ລົດ​ຕາມ​ຫົນ​ທາງ​ແລະ​ມີ​ຄູ​ສອນ​ນັ່ງ​ຢູ່​ທາງ​ຂ້າງ ລາວ​ຈະ​ຮຽນ​ຮູ້​ໂດຍ​ວິທີ​ໃດ? ໂດຍ​ຟັງ​ສິ່ງ​ທີ່​ຄູ​ສອນ​ບອກ​ແລະ​ໂດຍ​ເບິ່ງ​ຄົນ​ອື່ນ​ທີ່​ຂັບ​ລົດ​ແບບ​ລະວັງ. ຕົວຢ່າງ​ເຊັ່ນ: ຄູ​ສອນ​ອາດ​ຈະ​ຊີ້​ໃຫ້​ນັກ​ຮຽນ​ເຫັນ​ຄົນ​ຂັບ​ລົດ​ຜູ້​ໜຶ່ງ​ທີ່​ປ່ອຍ​ທາງ​ໃຫ້​ຄົນ​ອື່ນ ຫຼື​ຄູ​ສອນ​ອາດ​ຈະຊີ້​ໃຫ້ນັກ​ຮຽນ​ເບິ່ງ​ຄົນ​ຂັບ​ລົດ​ອີກ​ຜູ້​ໜຶ່ງ​ທີ່​ລີ່​ຕາໄຟ​ລົດ​ທາງ​ໜ້າ​ເພື່ອ​ບໍ່​ໃຫ້​ຄົນ​ອື່ນ​ເຫຼື້ອມ​ຕາ. ຕົວຢ່າງ​ເຫຼົ່ານີ້​ສອນ​ບົດຮຽນ​ທີ່​ສຳຄັນ​ເຊິ່ງ​ນັກ​ຮຽນ​ສາມາດ​ເອົາ​ໄປ​ໃຊ້​ຕອນ​ທີ່​ຂັບ​ລົດ.

10. ສິ່ງ​ໃດ​ຈະ​ຊ່ອຍ​ນັກ​ສຶກສາ​ໃຫ້​ກ້າວ​ໜ້າ​ແລະ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ?

10 ຄ້າຍ​ຄື​ກັນ ນັກ​ສຶກສາ​ທີ່​ເລີ່ມ​ຮັບໃຊ້​ພະ​ເຢໂຫວາ​ບໍ່ພຽງ​ແຕ່​ຮຽນ​ຈາກ​ຜູ້​ທີ່​ສອນ​ລາວ​ເທົ່າ​ນັ້ນ ແຕ່​ຍັງຮຽນ​ຈາກ​ຕົວຢ່າງ​ທີ່​ດີ​ຂອງ​ພີ່ນ້ອງ​ຄົນ​ອື່ນ​ນຳ​ອີກ. ຄັນ​ຊັ້ນ ສິ່ງ​ໃດ​ຈະ​ຊ່ອຍ​ນັກ​ສຶກສາ​ໃຫ້​ກ້າວ​ໜ້າ​ແລະ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ? ການ​ເຂົ້າ​ຮ່ວມ​ປະຊຸມ. ເປັນ​ຫຍັງ​ຈຶ່ງ​ເຂົ້າ​ຮ່ວມ? ຍ້ອນ​ວ່າ​ສິ່ງ​ທີ່​ນັກ​ສຶກສາ​ຮຽນ​ຢູ່​ການ​ປະຊຸມ​ຈະ​ຊ່ອຍ​ເຂົາ​ເຈົ້າ​ໃຫ້​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ຂຶ້ນ ແລະ​ຮັກ​ພະເຈົ້າ​ຫຼາຍ​ຂຶ້ນ. (ກຈກ. 15:30-32) ນອກ​ຈາກ​ນັ້ນ ຢູ່​ການ​ປະຊຸມ​ຜູ້​ນຳ​ການ​ສຶກສາ​ສາມາດ​ແນະນຳ​ນັກ​ສຶກສາ​ໃຫ້​ຮູ້ຈັກ​ພີ່ນ້ອງ​ຄົນ​ອື່ນ​ທີ່​ມີ​ບັນຫາ​ຄ້າຍ​ຄື​ກັບ​ລາວ. ນັກ​ສຶກສາ​ຈະ​ເຫັນ​ຕົວຢ່າງ​ທີ່​ດີ​ຫຍັງ​ແດ່​ຂອງ​ພີ່ນ້ອງ​ໃນ​ປະຊາຄົມ? ໃຫ້​ເຮົາ​ເບິ່ງ​ຕົວຢ່າງ​ຕໍ່​ໄປ​ນີ້.

11. ນັກ​ສຶກສາ​ອາດ​ສັງເກດ​ເຫັນ​ຕົວຢ່າງ​ຫຍັງ​ແດ່​ໃນ​ປະຊາຄົມ ແລະ​ຕົວຢ່າງ​ເຫຼົ່າ​ນັ້ນ​ສົ່ງ​ຜົນ​ຕໍ່​ເຂົາ​ເຈົ້າ​ແນວ​ໃດ?

11 ເມື່ອ​ນັກ​ສຶກສາ​ທີ່​ເປັນ​ແມ່​ທີ່​ລ້ຽງ​ລູກ​ຜູ້​ດຽວ​ເຫັນ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ມີ​ສະພາບການ​ຄ້າຍ​ຄື​ກັບ​ລາວ ລາວ​ກໍ​ປະທັບ​ໃຈ​ພີ່ນ້ອງ​ຜູ້​ນີ້​ຫຼາຍ​ທີ່​ອອກ​ຄວາມ​ພະຍາຍາມ​ພາ​ລູກ​ນ້ອຍໆມາ​ປະຊຸມ. ນັກ​ສຶກສາ​ທີ່​ພະຍາຍາມ​ເຊົາ​ສູບ​ຢາ​ໄດ້​ຮູ້ຈັກ​ພີ່ນ້ອງ​ຄົນ​ໜຶ່ງ​ທີ່​ເຄີຍ​ມີ​ບັນຫາ​ດຽວ​ກັນ​ກັບ​ລາວ​ແລະ​ເຊົາ​ສູບ​ຢາ​ໄດ້. ພີ່ນ້ອງ​ຜູ້​ນີ້​ບອກ​ນັກ​ສຶກສາ​ວ່າ ຍ້ອນ​ລາວ​ຮັກ​ພະ​ເຢໂຫວາ​ຫຼາຍ ຄວາມ​ຮັກ​ນີ້​ຈຶ່ງ​ກະຕຸ້ນ​ລາວ​ໃຫ້​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ເພິ່ນ. (2 ກຣ. 7:1; ຟລປ. 4:13) ຫຼັງ​ຈາກ​ທີ່​ພີ່ນ້ອງ​ເລົ່າ​ໃຫ້​ຟັງ​ວ່າ​ລາວ​ເຊົາ​ສູບ​ຢາ​ໄດ້​ແນວ​ໃດ ນັກ​ສຶກສາ​ກໍ​ຮູ້ສຶກ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ເມື່ອ​ພີ່ນ້ອງ​ບອກ​ວ່າ “ເຈົ້າ​ກໍ​ເຊົາ​ໄດ້​ຄື​ກັນ.” ເມື່ອ​ນັກ​ສຶກສາ​ຄົນ​ໜຶ່ງ​ທີ່​ເປັນ​ຜູ້​ຍິງ​ໄວ​ລຸ້ນ​ສັງເກດ​ເຫັນ​ວ່າ​ພີ່ນ້ອງ​ຍິງ​ໄວ​ລຸ້ນ​ຄົນ​ໜຶ່ງ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໃຊ້​ຊີວິດ​ເປັນ​ພະຍານ​ພະ​ເຢໂຫວາ​ແລະ​ຊ່ອຍ​ຄົນ​ອື່ນ. ດັ່ງ​ນັ້ນ ລາວ​ຈຶ່ງ​ຢາກ​ຮູ້​ວ່າ​ເປັນ​ຫຍັງ​ພີ່ນ້ອງ​ຜູ້​ນີ້​ຈຶ່ງ​ເບິ່ງ​ຄື​ມີ​ຄວາມ​ສຸກ.

12. ເປັນ​ຫຍັງ​ເຮົາ​ເວົ້າ​ໄດ້​ວ່າ​ທຸກ​ຄົນ​ໃນ​ປະຊາຄົມ​ມີ​ສ່ວນ​ຊ່ອຍ​ນັກ​ສຶກສາ?

12 ເມື່ອ​ນັກ​ສຶກສາ​ຮູ້ຈັກ​ກັບ​ພີ່ນ້ອງ​ທີ່​ສັດ​ຊື່​ຫຼາຍ​ຄົນ​ເຂົາ​ເຈົ້າ​ກໍ​ຮຽນ​ຮູ້​ຈາກ​ຕົວຢ່າງ​ຂອງ​ພີ່ນ້ອງ​ເຫຼົ່າ​ນັ້ນ​ກ່ຽວ​ກັບ​ການ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະຄລິດ​ທີ່​ໃຫ້​ຮັກ​ພະເຈົ້າ​ແລະ​ຮັກ​ຄົນ​ອື່ນ. (ຢຮ. 13:35; 1 ຕ​ມ. 4:12) ຕາມ​ທີ່​ເວົ້າ​ໄປ​ແລ້ວ ນັກ​ສຶກສາ​ສາມາດ​ຮຽນ​ຈາກ​ຕົວຢ່າງ​ຂອງ​ພີ່ນ້ອງ​ທີ່​ມີ​ບັນຫາ​ຄ້າຍ​ຄື​ກັບ​ລາວ ແລະ​ເຫັນ​ວ່າ​ລາວ​ສາມາດ​ປ່ຽນ​ແປງ​ໂຕ​ເອງ​ໄດ້​ເພື່ອ​ຈະ​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະຄລິດ. (ບັນຍັດ. 30:11) ທຸກ​ຄົນໃນ​ປະຊາຄົມ​ມີ​ສ່ວນ​ຊ່ອຍ​ນັກ​ສຶກສາ​ໃຫ້​ກ້າວ​ໜ້າ​ທາງ​ຄວາມ​ເຊື່ອ. (ມທ. 5:16) ເຈົ້າ​ໄດ້​ອອກ​ຄວາມ​ພະຍາຍາມ​ຫຍັງ​ແດ່​ເພື່ອ​ຊ່ອຍ​ນັກ​ສຶກສາ​ທີ່​ມາ​ປະຊຸມ​ແລ້ວ?

ຊ່ອຍ​ຄົນ​ທີ່​ເຊົາ​ຮັບໃຊ້​ພະ​ເຢໂຫວາ​ໃຫ້​ເລີ່ມ​ປະກາດ​ຄືນ​ອີກ

13-14. ພະ​ເຢຊູ​ປະຕິບັດ​ແນວ​ໃດ​ກັບ​ພວກ​ອັກຄະສາວົກ​ທີ່​ທໍ້​ໃຈ?

13 ເຮົາ​ຢາກ​ຊ່ອຍ​ພີ່ນ້ອງ​ທີ່​ເຊົາ​ຮັບໃຊ້​ພະ​ເຢໂຫວາ​ໃຫ້​ເລີ່ມ​ປະກາດ​ຄືນ​ອີກ​ແລະ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ​ຕາມ​ທີ່​ພະ​ເຢຊູ​ສັ່ງ​ໄວ້. ວິທີ​ທີ່​ພະ​ເຢຊູ​ປະຕິບັດ​ກັບ​ພວກ​ອັກຄະສາວົກ​ທີ່​ທໍ້​ໃຈ​ສະແດງ​ເຖິງ​ສິ່ງ​ທີ່​ເຮົາ​ອາດ​ຈະ​ເຮັດ​ໃນ​ທຸກ​ມື້​ນີ້.

14 ບໍ່​ດົນ​ກ່ອນ​ພະ​ເຢຊູ​ຕາຍ ພວກ​ອັກຄະສາວົກ “ທຸກ​ຄົນ​ກໍ​ຖິ້ມ​ພະ​ເຢຊູ​ແລ້ວ​ໜີ​ໄປ.” (ມຣກ. 14:50; ຢຮ. 16:32) ພະ​ເຢຊູ​ໄດ້​ເຮັດ​ຫຍັງ​ຕອນ​ທີ່​ພວກ​ອັກຄະສາວົກ​ທໍ້​ໃຈ? ບໍ່​ດົນ​ຫຼັງ​ຈາກ​ພະ​ເຢຊູ​ຟື້ນ​ຄືນ​ມາ​ຈາກ​ຕາຍ ເພິ່ນ​ບອກ​ລູກສິດ​ບາງ​ຄົນ​ທີ່​ເປັນ​ຜູ້​ຍິງ​ວ່າ: “ບໍ່​ຕ້ອງ​ຢ້ານ! ໄປ​ເລົ່າ​ເລື່ອງ​ນີ້​ໃຫ້​ພີ່ນ້ອງ​ຂອງ​ຂ້ອຍ​ຟັງ [ວ່າ​ຂ້ອຍ​ຄືນ​ມາ​ຈາກ​ຕາຍ​ແລ້ວ].” (ມທ. 28:10 ສ່ວນ ກ) ພະ​ເຢຊູ​ບໍ່​ໄດ້​ຖິ້ມ​ພວກ​ອັກຄະສາວົກ​ຂອງ​ເພິ່ນ ເຖິງ​ວ່າ​ເຂົາ​ເຈົ້າ​ຈະ​ຖິ້ມ​ເພິ່ນ​ກໍ​ຕາມ ແຕ່​ເພິ່ນ​ກໍ​ຍັງ​ເອີ້ນ​ເຂົາ​ເຈົ້າ​ວ່າ “ພີ່ນ້ອງ​ຂອງ​ຂ້ອຍ.” ຄື​ກັບ​ພະ​ເຢໂຫວາ ພະ​ເຢຊູ​ເມດຕາ​ແລະ​ໃຫ້​ອະໄພ.—2 ກະ. 13:23

15. ເຮົາ​ຮູ້ສຶກ​ແນວ​ໃດ​ຕໍ່​ຄົນ​ທີ່​ເຊົາ​ຮັບໃຊ້​ພະ​ເຢໂຫວາ?

15 ເຮົາ​ກໍ​ເປັນ​ຫ່ວງ​ຜູ້​ທີ່​ເຊົາ​ຮັບໃຊ້​ພະ​ເຢໂຫວາ​ຄື​ກັນ ຍ້ອນ​ວ່າ​ເຂົາ​ເຈົ້າ​ເປັນ​ພີ່ນ້ອງ​ຂອງ​ເຮົາ​ແລະ​ເຮົາ​ກໍ​ຮັກ​ເຂົາ​ເຈົ້າ​ຫຼາຍ. ເຮົາ​ຍັງ​ຈື່​ວຽກ​ໜັກ​ທຸກ​ຢ່າງ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ​ເພື່ອ​ພະ​ເຢໂຫວາ ແລະ​ບາງ​ຄົນ​ກໍ​ເຮັດ​ເປັນ​ເວລາ​ຫຼາຍ​ສິບ​ປີ. (ຮຣ. 6:10) ເຮົາ​ຄິດ​ຮອດ​ເຂົາ​ເຈົ້າ​ຫຼາຍ​ແທ້ໆ! (ລກ. 15:4-7) ເພື່ອ​ຮຽນ​ແບບ​ພະ​ເຢຊູ ມີ​ວິທີ​ໃດ​ແດ່​ທີ່​ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເປັນ​ຫ່ວງ​ພີ່ນ້ອງ​ເຫຼົ່າ​ນີ້?

16. ເຮົາ​ຈະ​ເຮັດ​ໃຫ້​ເຫັນ​ແນວ​ໃດ​ວ່າ ເຮົາ​ເປັນ​ຫ່ວງ​ພີ່ນ້ອງ​ທີ່​ເຊົາ​ຮັບໃຊ້​ພະ​ເຢໂຫວາ?

16 ເຊີນ​ດ້ວຍ​ຄວາມ​ຮັກ. ວິທີ​ໜຶ່ງ​ທີ່​ພະ​ເຢຊູ​ໃຫ້​ກຳລັງ​ໃຈ​ພວກ​ອັກຄະສາວົກ​ທີ່​ທໍ້​ໃຈ​ແມ່ນ​ເພິ່ນ​ຊວນ​ເຂົາ​ເຈົ້າ​ໄປ​ປະຊຸມ. (ມທ. 28:10 ສ່ວນ ຂ; 1 ກຣ. 15:6) ທຸກ​ມື້​ນີ້​ກໍ​ຄື​ກັນ ເຮົາ​ສາມາດ​ໃຫ້​ກຳລັງ​ໃຈ​ຄົນ​ທີ່​ເຊົາ​ຮັບໃຊ້​ພະ​ເຢໂຫວາ​ໂດຍ​ຊວນ​ເຂົາ​ເຈົ້າ​ໄປ​ປະຊຸມ ຖ້າ​ເຂົາ​ເຈົ້າ​ຍັງ​ບໍ່​ທັນ​ໄດ້​ໄປ​ເທື່ອ. ເຮົາ​ຮູ້​ວ່າ​ອາດ​ຕ້ອງ​ຊວນ​ຫຼາຍ​ເທື່ອ ເຂົາ​ເຈົ້າ​ຈຶ່ງ​ຈະ​ໄປ. ພະ​ເຢຊູ​ຕ້ອງ​ດີ​ໃຈ​ແທ້ໆທີ່​ພວກ​ລູກສິດ​ໄປ​ຕາມ​ທີ່​ເພິ່ນ​ຊວນ​ແລະ​ເຮົາ​ກໍ​ຈະ​ຮູ້ສຶກ​ແບບ​ດຽວ​ກັນ​ນັ້ນ.—ສົມ​ທຽບ​ກັບ​ມັດທາຍ 28:16 ແລະ​ລູກາ 15:6

17. ເຮົາ​ຄວນ​ເຮັດ​ແນວ​ໃດ​ເມື່ອ​ຄົນ​ທີ່​ເຊົາ​ຮັບໃຊ້​ພະ​ເຢໂຫວາ​ມາ​ປະຊຸມ?

17 ຕ້ອນຮັບ​ຢ່າງ​ຈິງ​ໃຈ. ພະ​ເຢຊູ​ເຮັດ​ໃຫ້​ພວກ​ລູກສິດ​ຮູ້ສຶກ​ສະບາຍ​ໃຈ​ເມື່ອ​ເຈິ​ກັບ​ເພິ່ນ. ພະ​ເຢຊູ​ເປັນ​ຝ່າຍ​ເຂົ້າ​ໄປ​ຫາ​ເຂົາ​ເຈົ້າ​ແລະ​ເລີ່ມ​ລົມ​ນຳ​ເຂົາ​ເຈົ້າ. (ມທ. 28:18) ເຮົາ​ຈະ​ເຮັດ​ແນວ​ໃດ​ເມື່ອ​ຄົນ​ທີ່​ເຊົາ​ຮັບໃຊ້​ພະ​ເຢໂຫວາ​ມາ​ຮອດ​ຫໍ​ປະຊຸມ? ເຮົາ​ຄວນ​ເປັນ​ຝ່າຍ​ຍ່າງ​ໄປ​ຫາ​ແລະ​ຕ້ອນຮັບ​ລາວ​ຢ່າງ​ອົບອຸ່ນ. ຕອນ​ທຳອິດ ເຮົາ​ອາດ​ກັງວົນ​ເພາະ​ບໍ່​ຮູ້​ວ່າ​ຊິ​ເວົ້າ​ຫຍັງ. ແຕ່​ໂດຍ​ທີ່​ບໍ່​ເຮັດ​ໃຫ້​ລາວ​ຮູ້ສຶກ​ອາຍ ເຮົາ​ກໍ​ອາດ​ຈະ​ມີ​ແຕ່​ເວົ້າ​ວ່າ “ຂ້ອຍ​ດີ​ໃຈ​ທີ່​ເຫັນ​ເຈົ້າ.”

18. ເຮົາ​ຈະ​ເຮັດ​ໃຫ້​ຄົນ​ທີ່​ເຊົາ​ຮັບໃຊ້​ພະ​ເຢໂຫວາ​ຮູ້ສຶກ​ໝັ້ນ​ໃຈ​ໄດ້​ແນວ​ໃດ?

18 ເຮັດ​ໃຫ້​ຮູ້ສຶກ​ໝັ້ນ​ໃຈ. ລູກສິດ​ຂອງ​ພະ​ເຢຊູ​ຮູ້ສຶກ​ວ່າ​ເຂົາ​ເຈົ້າ​ບໍ່​ມີ​ທາງ​ທີ່​ຈະ​ປະກາດ​ຢູ່​ທົ່ວ​ໂລກ​ໄດ້ ແຕ່​ພະ​ເຢຊູ​ເຮັດ​ໃຫ້​ເຂົາ​ເຈົ້າ​ໝັ້ນ​ໃຈ​ໂດຍ​ເວົ້າ​ວ່າ: “ຂ້ອຍ​ຈະ​ຢູ່​ກັບ​ພວກ​ເຈົ້າ​ສະເໝີ.” (ມທ. 28:20) ຄຳເວົ້າ​ນີ້​ຊ່ອຍ​ພວກ​ລູກສິດ​ບໍ? ຊ່ອຍ​ແທ້. ຕໍ່​ມາ​ບໍ່​ດົນ ເຂົາ​ເຈົ້າ​ກໍ​ໄດ້ “ສອນ​ແລະ​ປະກາດ​ຂ່າວ​ດີ” ເອົາ​ແທ້​ເອົາ​ວ່າ. (ກຈກ. 5:42) ຄົນ​ທີ່​ເຊົາ​ຮັບໃຊ້​ພະ​ເຢໂຫວາ​ກໍ​ຢາກ​ໃຫ້​ມີ​ຄົນ​ເຮັດ​ໃຫ້​ເຂົາ​ເຈົ້າ​ຮູ້ສຶກ​ໝັ້ນ​ໃຈ​ຄື​ກັນ ຍ້ອນ​ເຂົາ​ເຈົ້າ​ອາດ​ຮູ້ສຶກ​ຢ້ານ​ທີ່​ຈະ​ເລີ່ມ​ປະກາດ​ຄືນ​ອີກ. ເຮົາ​ສາມາດ​ເຮັດ​ໃຫ້​ພີ່ນ້ອງ​ເຫຼົ່າ​ນີ້​ໝັ້ນ​ໃຈ​ວ່າ​ເຂົາ​ເຈົ້າ​ຈະ​ບໍ່​ໄປ​ປະກາດ​ຄົນ​ດຽວ ແລະ​ເມື່ອ​ເຂົາ​ເຈົ້າ​ພ້ອມ ເຮົາ​ຈະ​ໄປ​ນຳ. ເຂົາເຈົ້າ​ຄື​ຊິ​ດີໃຈ​ແທ້ໆທີ່​ເຮົາ​ຊ່ອຍ​ເຂົາ​ເຈົ້າ​ເມື່ອ​ເລີ່ມ​ປະກາດ​ຄືນ​ອີກ. ຖ້າ​ເຮົາ​ເຮັດ​ໃຫ້​ຄົນ​ເຫຼົ່າ​ນີ້​ເຫັນ​ວ່າ​ເຂົາ​ເຈົ້າ​ເປັນ​ພີ່ນ້ອງ​ຂອງ​ເຮົາ ເຂົາ​ເຈົ້າ​ກໍ​ອາດ​ຈະ​ກັບ​ມາ​ຮັບໃຊ້​ພະ​ເຢໂຫວາ​ຄືນ​ອີກ ເຊິ່ງ​ເຮັດ​ໃຫ້​ທຸກ​ຄົນ​ໃນ​ປະຊາຄົມ​ມີ​ຄວາມ​ສຸກ.

ເຮົາ​ຢາກ​ເຮັດ​ວຽກ​ທີ່​ພະ​ເຢຊູ​ມອບ​ໝາຍ​ໃຫ້​ສຳເລັດ

19. ເຮົາ​ຕັ້ງ​ໃຈ​ຢາກ​ເຮັດ​ຫຍັງ ແລະ​ຍ້ອນ​ຫຍັງ?

19 ອີກ​ດົນ​ປານ​ໃດ​ທີ່​ເຮົາ​ຕ້ອງ​ປະກາດ​ແລະ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ? ຈົນ​ຮອດ​ສະໄໝ​ສຸດ​ທ້າຍ​ຂອງ​ໂລກ​ນີ້. (ມທ. 28:20; ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ​ໃນ​ຫົວ​ຂໍ້ “ສະໄໝ​ສຸດ​ທ້າຍ​ຂອງ​ໂລກ​ນີ້”) ເຮົາ​ຈະ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢຊູ​ໃຫ້​ສຳເລັດ​ໄດ້​ບໍ? ໄດ້​ແທ້ ເພາະ​ເຮົາ​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ແບບ​ນັ້ນ. ເຮົາ​ເຕັມ​ໃຈ​ໃຊ້​ເວລາ ກຳລັງ ແລະ​ເງິນ​ຂອງ​ເຮົາ​ເພື່ອ​ຊອກ​ຫາ “ຄົນ​ທີ່​ເຕັມ​ໃຈ​ຕອບ​ຮັບ​ຄວາມ​ຈິງ​ເຊິ່ງ​ເຮັດ​ໃຫ້​ໄດ້​ຊີວິດ​ຕະຫຼອດ​ໄປ.” (ກຈກ. 13:48) ເມື່ອ​ເຮັດ​ແບບ​ນີ້​ເຮົາ​ກໍ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຢຊູ ເພາະ​ເພິ່ນ​ເວົ້າ​ວ່າ: “ອາຫານ​ຂອງ​ຂ້ອຍ​ຄື​ການ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ຜູ້​ທີ່​ໃຊ້​ຂ້ອຍ​ມາ​ແລະ​ເຮັດ​ວຽກ​ຂອງ​ພະອົງ​ໃຫ້​ສຳເລັດ.” (ຢຮ. 4:34; 17:4) ເຮົາ​ກໍ​ຢາກ​ເຮັດ​ແບບ​ນີ້​ຄື​ກັນ. ເຮົາ​ຢາກ​ເຮັດ​ວຽກ​ທີ່​ພະ​ເຢຊູ​ມອບ​ໝາຍ​ໃຫ້​ສຳເລັດ. (ຢຮ. 20:21) ແລະ​ເຮົາ​ກໍ​ຢາກ​ໃຫ້​ຄົນ​ອື່ນ​ລວມ​ທັງ​ຄົນ​ທີ່​ເຊົາ​ຮັບໃຊ້​ພະ​ເຢໂຫວາ​ໃຫ້​ອົດ​ທົນ​ເຮັດ​ວຽກ​ນີ້​ນຳ​ກັນ​ກັບ​ເຮົາ.—ມທ. 24:13

20. ຕາມ​ຟີລິບປອຍ 4:13 ເປັນ​ຫຍັງ​ເຮົາ​ສາມາດ​ເຮັດ​ວຽກ​ທີ່​ພະ​ເຢຊູ​ສັ່ງ​ໄດ້​ສຳເລັດ?

20 ບໍ່​ແມ່ນ​ເລື່ອງ​ງ່າຍ​ທີ່​ຈະ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢຊູ ແຕ່​ເຮົາ​ບໍ່​ໄດ້​ເຮັດ​ວຽກ​ນີ້​ຜູ້​ດຽວ​ເພາະ​ພະ​ເຢຊູ​ສັນຍາ​ວ່າ​ເພິ່ນ​ຈະ​ຢູ່​ກັບ​ເຮົາ. ເມື່ອ​ເຮົາ​ເຮັດ​ວຽກ​ມອບ​ໝາຍ​ໃນ​ການ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ ເຮົາ​ກໍ​ເປັນ “ເພື່ອນ​ຮ່ວມ​ງານ​ຂອງ​ພະເຈົ້າ.” (1 ກຣ. 3:9) ດັ່ງ​ນັ້ນ ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ເຮົາ​ສາມາດເຮັດ​ວຽກ​ນີ້​ໄດ້​ສຳເລັດ. ເປັນ​ສິດທິ​ພິເສດ​ແລະ​ເປັນ​ເລື່ອງ​ທີ່​ໜ້າ​ຍິນດີ​ແທ້ໆທີ່​ໄດ້​ເຮັດ​ວຽກ​ມອບ​ໝາຍ​ນີ້​ຕໍ່ໆໄປ ແລະ​ທັງ​ຊ່ອຍ​ຄົນ​ອື່ນ​ໃຫ້​ເຮັດ​ວຽກ​ນີ້​ຄື​ກັນ.—ອ່ານ​ຟີລິບປອຍ 4:13

ເພງ 79 ສອນ​ພວກ​ເຂົາ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ໝັ້ນ​ຄົງ

^ ຂໍ້ 5 ພະ​ເຢຊູ​ສັ່ງ​ພວກ​ລູກສິດ​ໃຫ້​ໄປ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ ແລະ​ສອນ​ເຂົາ​ເຈົ້າ​ໃຫ້​ເຮັດ​ຕາມ ທຸກ​ສິ່ງ​ທີ່ເພິ່ນ​ສັ່ງ​ໄວ້. ໃນ​ບົດ​ນີ້​ເຮົາ​ຈະ​ເບິ່ງ​ວ່າ ເຮົາ​ຈະ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢຊູ​ໄດ້​ແນວ​ໃດ. ເນື້ອ​ໃນ​ຂອງ​ບົດ​ນີ້​ມາ​ຈາກ​ຫໍສັງເກດການ 1 ກໍລະກົດ 2004 ໜ້າ 14-19.

^ ຂໍ້ 68 ຄຳ​ອະທິບາຍ​ຮູບ: ພີ່ນ້ອງ​ຍິງ​ທີ່​ນຳ​ການ​ສຶກສາ​ອະທິບາຍ​ຂັ້ນ​ຕອນ​ຕ່າງໆທີ່​ນັກ​ສຶກສາ​ຕ້ອງ​ເຮັດ​ເພື່ອ​ຈະ​ຮັກ​ພະເຈົ້າ​ຫຼາຍ​ຂຶ້ນ. ຕໍ່​ມາ ນັກ​ສຶກສາ​ໄດ້​ເອົາ​ຄຳ​ແນະນຳ​ສາມ​ຢ່າງ​ນັ້ນ​ໄປ​ໃຊ້.