ບົດຄວາມສຶກສາທີ 46
ໃຫ້ມີກຳລັງໃຈຍ້ອນພະເຢໂຫວາເປັນຜູ້ຊ່ວຍເຫຼືອເຈົ້າ
“ເຮົາຈະບໍ່ມີວັນປະເຈົ້າ ເຮົາຈະບໍ່ມີວັນຖິ້ມເຈົ້າ.”—ຮຣ. 13:5
ເພງ 55 ຢ່າຢ້ານພວກເຂົາເລີຍ!
ໃຈຄວາມສຳຄັນ *
1. ສິ່ງໃດຈະຊ່ອຍເຮົາເມື່ອຮູ້ສຶກວ່າຢູ່ຜູ້ດຽວໃນໂລກນີ້ຫຼືບໍ່ສາມາດແກ້ໄຂບັນຫາໄດ້? (ຄຳເພງ 118:5-7)
ເຈົ້າເຄີຍຮູ້ສຶກບໍວ່າຢູ່ຜູ້ດຽວໃນໂລກນີ້ແລະບໍ່ມີໃຜຊ່ອຍເຈົ້າໃຫ້ອົດທົນກັບບັນຫາໄດ້? ຫຼາຍຄົນຮູ້ສຶກແບບນັ້ນ ລວມທັງຜູ້ຮັບໃຊ້ທີ່ສັດຊື່ຂອງພະເຢໂຫວານຳ. (1 ກະ. 19:14) ຖ້າເຈົ້າເຄີຍຮູ້ສຶກແບບນັ້ນ ຂໍໃຫ້ຈື່ຄຳສັນຍາຂອງພະເຢໂຫວາທີ່ວ່າ: “ເຮົາຈະບໍ່ມີວັນປະເຈົ້າ ເຮົາຈະບໍ່ມີວັນຖິ້ມເຈົ້າ.” ດັ່ງນັ້ນ ເຮົາສາມາດເວົ້າດ້ວຍຄວາມໝັ້ນໃຈວ່າ: “ພະເຢໂຫວາເປັນຜູ້ຊ່ວຍເຫຼືອຂ້ອຍ ຂ້ອຍຈະບໍ່ຢ້ານຫຍັງ.” (ຮຣ. 13:5, 6) ປະມານປີ ຄ.ສ 61 ອັກຄະສາວົກໂປໂລຂຽນຄຳເວົ້ານີ້ໄປຫາພີ່ນ້ອງຢູ່ຢູດາ ແລະຄຳເວົ້າຂອງລາວເຮັດໃຫ້ເຮົາຄິດເຖິງສິ່ງທີ່ຜູ້ຂຽນຄຳເພງຂຽນໃນຄຳເພງ 118:5-7.—ອ່ານ
2. ເຮົາຈະຮຽນຫຍັງໃນບົດນີ້ ແລະຍ້ອນຫຍັງ?
2 ຄືກັບຜູ້ຂຽນຄຳເພງ ໂປໂລຮູ້ຈາກປະສົບການສ່ວນຕົວວ່າພະເຢໂຫວາໄດ້ຊ່ວຍເຫຼືອລາວ. ຫຼາຍກວ່າສອງປີ ກ່ອນທີ່ລາວຂຽນຈົດໝາຍໄປຫາພີ່ນ້ອງຄົນເຮັບເຣີ ໂປໂລລອດຊີວິດຈາກພາຍຸທີ່ຮຸນແຮງຕອນທີ່ເດີນທາງໂດຍທາງເຮືອ. (ກຈກ. 27:4, 15, 20) ຕະຫຼອດການເດີນທາງເທື່ອນັ້ນແລະຕະຫຼອດໄລຍະເວລາຫຼາຍປີກ່ອນໜ້ານັ້ນ ພະເຢໂຫວາໄດ້ຊ່ອຍໂປໂລໃນຫຼາຍໆວິທີ. ແຕ່ເຮົາຈະເບິ່ງແຕ່ສາມວິທີເທົ່ານັ້ນຄື ພະເຢໂຫວາໃຊ້ພະເຢຊູແລະທູດສະຫວັນ ຜູ້ທີ່ມີສິດອຳນາດ ແລະພີ່ນ້ອງຮ່ວມຄວາມເຊື່ອໃຫ້ຊ່ອຍໂປໂລ. ການ ເບິ່ງຄືນເຫດການເຫຼົ່ານີ້ໃນຊີວິດຂອງໂປໂລຈະເຮັດໃຫ້ເຮົາມີຄວາມເຊື່ອຫຼາຍຂຶ້ນໃນຄຳສັນຍາຂອງພະເຢໂຫວາທີ່ວ່າ ເພິ່ນຈະຕອບຄຳອະທິດຖານຂອງເຮົາຄືກັນເມື່ອເຮົາອະທິດຖານຂໍຄວາມຊ່ວຍເຫຼືອ.
ຄວາມຊ່ວຍເຫຼືອຈາກພະເຢຊູແລະທູດສະຫວັນ
3. ໂປໂລອາດຄິດເຖິງເລື່ອງຫຍັງ ແລະຍ້ອນຫຍັງ?
3 ປະມານປີ ຄ.ສ 56 ໂປໂລຕ້ອງໄດ້ຮັບຄວາມຊ່ອຍເຫຼືອ ເພາະຄົນກຸ່ມໜຶ່ງໄດ້ລາກລາວອອກໄປນອກວິຫານຢູ່ເມືອງເຢຣູຊາເລັມແລະພະຍາຍາມຂ້າລາວ. ມື້ຕໍ່ມາ ເມື່ອໂປໂລຖືກພາໄປສານຊັນເຮດຣິນ ລາວເກືອບຖືກພວກສັດຕູຈີກອອກເປັນຕ່ອນໆ. (ກຈກ. 21:30-32; 22:30; 23:6-10) ໃນຕອນນັ້ນ ໂປໂລອາດຄິດວ່າ ‘ຂ້ອຍຈະອົດທົນກັບການຖືກທຳຮ້າຍແບບນີ້ໄດ້ອີກດົນປານໃດ?’
4. ພະເຢໂຫວາໃຊ້ພະເຢຊູໃຫ້ຊ່ອຍໂປໂລແນວໃດ?
4 ໂປໂລໄດ້ຮັບຄວາມຊ່ອຍເຫຼືອແນວໃດ? ໃນຄືນຫຼັງຈາກທີ່ໂປໂລຖືກຈັບ ພະເຢຊູ “ຜູ້ເປັນນາຍ” ມາຢືນຢູ່ທາງຂ້າງໂປໂລແລະເວົ້າວ່າ: “ໃຫ້ກ້າຫານ! ເຈົ້າໄດ້ປະກາດກ່ຽວກັບຂ້ອຍຢ່າງທົ່ວເຖິງໃນເມືອງເຢຣູຊາເລັມແລ້ວ ເຈົ້າຕ້ອງປະກາດແບບນັ້ນໃນເມືອງໂຣມຄືກັນ.” (ກຈກ. 23:11) ນັ້ນເປັນການໃຫ້ກຳລັງໃຈທີ່ເໝາະກັບເວລາແທ້ໆ! ພະເຢຊູຊົມເຊີຍໂປໂລທີ່ປະກາດກ່ຽວກັບເລື່ອງຂອງເພິ່ນຢູ່ເມືອງເຢຣູຊາເລັມ ແລະພະເຢຊູໄດ້ສັນຍາວ່າໂປໂລຈະໄປຮອດເມືອງໂຣມຢ່າງປອດໄພ ເຊິ່ງລາວຈະປະກາດຢູ່ຫັ້ນຄືກັນ. ຫຼັງຈາກທີ່ໄດ້ຍິນພະເຢຊູສັນຍາແບບນັ້ນ ໂປໂລຕ້ອງຮູ້ສຶກປອດໄພຄືກັບລູກທີ່ຖືກພໍ່ກອດໄວ້.
5. ພະເຢໂຫວາໃຊ້ທູດສະຫວັນໃຫ້ຊ່ອຍໂປໂລແນວໃດ (ເບິ່ງຮູບໜ້າປົກ)
5 ໂປໂລເຈິກັບບັນຫາຫຍັງອີກ? ປະມານ 2 ປີຫຼັງຈາກເຫດການເຫຼົ່ານັ້ນໃນເມືອງເຢຣູຊາເລັມ ໂປໂລໄດ້ຂີ່ເຮືອໄປອີຕາລີ ແລະເຮືອໄດ້ເຈິກັບພາຍຸທີ່ຮຸນແຮງຈົນທຸກຄົນໃນເຮືອຄິດວ່າເຂົາເຈົ້າຈະຕາຍແລ້ວ. ແຕ່ໂປໂລບໍ່ຢ້ານ. ຍ້ອນຫຍັງ? ລາວບອກທຸກຄົນໃນເຮືອວ່າ: “ມື້ຄືນນີ້ທູດສະຫວັນຂອງພະເຈົ້າທີ່ຂ້ອຍຮັບໃຊ້ແລະນະມັດສະການໄດ້ມາຢືນຢູ່ໃກ້ໆຂ້ອຍ ແລ້ວເວົ້າວ່າ: ‘ໂປໂລ ບໍ່ຕ້ອງຢ້ານ. ເຈົ້າຈະຕ້ອງໄປຢືນຢູ່ຕໍ່ໜ້າເຊຊາ ພະເຈົ້າຈະໃຫ້ທຸກຄົນທີ່ມາກັບເຈົ້າໃນເຮືອລອດຊີວິດຄືກັນ.’” ພະເຢໂຫວາໄດ້ໃຊ້ທູດສະຫວັນໃຫ້ໄປເວົ້າກັບໂປໂລອີກເທື່ອໜຶ່ງເພື່ອໃຫ້ລາວໝັ້ນໃຈ ເຊິ່ງກ່ອນໜ້ານີ້ເພິ່ນໄດ້ໃຫ້ພະເຢຊູໄປບອກແລ້ວ. ໃນທີ່ສຸດ ໂປໂລກໍໄປຮອດເມືອງໂຣມຢ່າງປອດໄພຕາມທີ່ພະເຢໂຫວາສັນຍາໄວ້.—ກຈກ. 27:20-25; 28:16
6. ພະເຢຊູສັນຍາຫຍັງ ແລະເປັນຫຍັງຄຳສັນຍານີ້ຈຶ່ງຊ່ອຍເຮົາໃຫ້ມີກຳລັງທີ່ຈະອົດທົນ?
6 ເຮົາໄດ້ຮັບຄວາມຊ່ວຍເຫຼືອແນວໃດ? ພະເຢຊູຈະມທ. 28:20) ຄຳເວົ້າຂອງພະເຢຊູໃຫ້ກຳລັງໃຈເຮົາແທ້ໆ. ຍ້ອນຫຍັງ? ຍ້ອນວ່າບາງເທື່ອເຮົາຕ້ອງອົດທົນກັບເລື່ອງທີ່ຍາກໆ ເຊັ່ນ: ເມື່ອຄົນທີ່ເຮົາຮັກຕາຍປະ ເຮົາເຈັບປວດໃຈເປັນເວລາຫຼາຍປີບໍ່ແມ່ນແຕ່ສອງສາມມື້ເທົ່ານັ້ນ. ສຳລັບບາງຄົນ ບາງມື້ກໍຍາກຫຼາຍຍ້ອນວ່າເຖົ້າແລ້ວ. ສ່ວນຄົນທີ່ຮູ້ສຶກໂສກເສົ້າ ບາງມື້ກໍບໍ່ງ່າຍເລີຍ. ເຖິງວ່າຈະເປັນແບບນັ້ນ ເຮົາມີກຳລັງທີ່ຈະອົດທົນໄດ້ຍ້ອນເຮົາຮູ້ວ່າພະເຢຊູຢູ່ກັບເຮົາ “ສະເໝີ” ລວມທັງມື້ທີ່ຍາກທີ່ສຸດໃນຊີວິດຂອງເຮົາ.—ມທ. 11:28-30
ຊ່ອຍເຮົາຄືກັບທີ່ເພິ່ນໄດ້ຊ່ອຍໂປໂລ. ຕົວຢ່າງເຊັ່ນ: ພະເຢຊູສັນຍາກັບທຸກຄົນທີ່ຕິດຕາມເພິ່ນວ່າ “ຂ້ອຍຈະຢູ່ກັບພວກເຈົ້າສະເໝີ ຈົນຮອດສະໄໝສຸດທ້າຍຂອງໂລກນີ້.” (7. ຕາມພະນິມິດ 14:6 ພະເຢໂຫວາຊ່ອຍເຮົາແນວໃດໃນທຸກມື້ນີ້?
7 ຄຳພີໄບເບິນສັນຍາວ່າພະເຢໂຫວາຈະໃຊ້ທູດສະຫວັນໃຫ້ຊ່ອຍເຮົາ. (ຮຣ. 1:7, 14) ຕົວຢ່າງເຊັ່ນ: ທູດສະຫວັນຊ່ວຍເຫຼືອແລະຊີ້ນຳເຮົາຕອນທີ່ປະກາດ “ຂ່າວດີເລື່ອງການປົກຄອງຂອງພະເຈົ້າ” ກັບຄົນ “ທຸກປະເທດ ທຸກຕະກູນ [ແລະ] ທຸກພາສາ.—ມທ. 24:13, 14; ອ່ານພະນິມິດ 14:6
ການຊ່ວຍເຫຼືອຈາກຜູ້ທີ່ມີສິດອຳນາດ
8. ພະເຢໂຫວາໃຊ້ຜູ້ບັງຄັບກອງພັນໃຫ້ຊ່ອຍໂປໂລແນວໃດ?
8 ໂປໂລໄດ້ຮັບຄວາມຊ່ວຍເຫຼືອແນວໃດ? ກັບຄືນໄປໃນປີ ຄ.ສ 56 ພະເຢຊູໄດ້ສັນຍາກັບໂປໂລວ່າລາວຈະໄປຮອດເມືອງໂຣມຢ່າງປອດໄພ. ແຕ່ຄົນຢິວບາງຄົນໃນເມືອງເຢຣູຊາເລັມວາງແຜນທີ່ຈະທຳຮ້າຍໂປໂລແລະຂ້າລາວ. ເມື່ອຜູ້ບັງຄັບກອງພັນຄົນໂຣມທີ່ຊື່ກລາວດີໂອ ລີເຊຍຮູ້ກ່ຽວກັບແຜນການນີ້ ລາວຈຶ່ງຊ່ອຍຊີວິດໂປໂລໄວ້. ກລາວດີໂອຟ້າວສົ່ງໂປໂລໄປເມືອງກາຍຊາເຣຍເຊິ່ງຢູ່ໄກຈາກເມືອງເຢຣູຊາເລັມປະມານ 105 ກິໂລແມັດ ແລະໃຫ້ມີທະຫານບັກຫຼາຍໆໄປນຳໂປໂລ. ຢູ່ເມືອງກາຍຊາເຣຍ ເຈົ້າແຂວງທີ່ຊື່ເຟລິກສັ່ງໃຫ້ “ຄຸມຕົວໂປໂລໄວ້ໃນວັງຂອງເຮໂຣດ.” ຍ້ອນແນວນີ້ ພວກຢິວທີ່ຢາກຂ້າໂປໂລຈຶ່ງບໍ່ສາມາດທຳຮ້າຍລາວໄດ້.—ກຈກ. 23:12-35
9. ເຈົ້າແຂວງທີ່ຊື່ເຟຊະໂຕຊ່ອຍໂປໂລແນວໃດ?
9 ສອງປີຕໍ່ມາ ໃນປີ ຄ.ສ 58 ໂປໂລຍັງຕິດຄຸກຢູ່ເມືອງກາຍຊາເຣຍ ເຊິ່ງຕອນນັ້ນເຟຊະໂຕເປັນເຈົ້າແຂວງແທນເຟລິກ. ພວກຢິວຂໍໃຫ້ເຟຊະໂຕສົ່ງໂປໂລໄປພິຈາລະນາຄະດີຢູ່ເມືອງເຢຣູຊາເລັມ ແຕ່ເຟຊະໂຕບໍ່ຍອມ. ບາງເທື່ອເຟຊະໂຕອາດຮູ້ວ່າພວກຢິວ “ວາງແຜນວ່າຈະລັດຂ້າໂປໂລກາງທາງ.”—ກຈກ. 24:27–25:5
10. ເມື່ອໂປໂລຂໍໃຫ້ເຊຊາຕັດສິນເລື່ອງຂອງລາວ ເຈົ້າແຂວງທີ່ຊື່ເຟຊະໂຕເຮັດແນວໃດ?
10 ຕໍ່ມາໄດ້ມີການພິຈາລະນາຄະດີຂອງໂປໂລຢູ່ເມືອງກາຍຊາເຣຍ. ຍ້ອນວ່າເຟຊະໂຕຢາກ “ເອົາໃຈຊາວຢິວ” ລາວຈຶ່ງຖາມໂປໂລວ່າ “ເຈົ້າຢາກໄປເມືອງເຢຣູຊາເລັມແລະໃຫ້ຂ້ອຍຕັດສິນເລື່ອງຢູ່ຫັ້ນບໍ?” ໂປໂລຮູ້ວ່າອາດຈະຖືກຂ້າຢູ່ຫັ້ນ ແລະລາວຍັງຮູ້ວ່າຕ້ອງເຮັດຫຍັງເພື່ອຈະບໍ່ຕາຍແລະໄປຮອດເມືອງໂຣມຢ່າງປອດໄພແລ້ວປະກາດຕໍ່ຢູ່ຫັ້ນ. ໂປໂລຕອບວ່າ “ຂ້ອຍຂໍອຸທອນຕໍ່ເຊຊາ!” ຫຼັງຈາກເຟຊະໂຕລົມກັບຄະນະທີ່ປຶກສາແລ້ວ ລາວບອກວ່າ: “ໃນເມື່ອເຈົ້າອຸທອນຕໍ່ເຊຊາ ເຈົ້າກໍຕ້ອງໄປຫາເຊຊາ.” ການທີ່ເຟຊະໂຕຕັດສິນໃຈສົ່ງໂປໂລໄປເມືອງໂຣມ ເຮັດໃຫ້ລາວລອດຈາກພວກສັດຕູ. ອີກບໍ່ດົນ ໂປໂລຈະຢູ່ເມືອງໂຣມ ເຊິ່ງຢູ່ໄກຈາກພວກຢິວທີ່ພະຍາຍາມຂ້າລາວ.—ກຈກ. 25:6-12
11. ໂປໂລອາດຄິດເຖິງຄຳເວົ້າຫຍັງຂອງເອຊາຢາທີ່ໃຫ້ກຳລັງໃຈ?
11 ຕອນທີ່ລໍຖ້າເດີນທາງໄປອີຕາລີ ໂປໂລອາດຄິດເຖິງຄຳເຕືອນທີ່ພະເຢໂຫວາດົນໃຈໃຫ້ຜູ້ພະຍາກອນເອຊາຢາຂຽນກ່ຽວກັບຜູ້ທີ່ຕໍ່ຕ້ານເພິ່ນທີ່ວ່າ: “ວາງແຜນໂລດ ແຕ່ຈະບໍ່ສຳເລັດ! ພາກັນເວົ້າໂລດ ແຕ່ຈະບໍ່ເອຊາ. 8:10, ລ.ມ.) ໂປໂລຮູ້ວ່າພະເຢໂຫວາຈະຊ່ອຍລາວ ແລະເລື່ອງນີ້ຄືຊິເຮັດໃຫ້ລາວມີກຳລັງເພື່ອຈະອົດທົນກັບສິ່ງທີ່ຈະເຈິໃນອະນາຄົດ.
ມີຫຍັງເກີດຂຶ້ນ ເພາະພະເຈົ້າຢູ່ກັບເຮົາ!” (12. ຢູລີໂອປະຕິບັດກັບໂປໂລແນວໃດ ແລະໂປໂລອາດຈະເຂົ້າໃຈແນວໃດທີ່ຢູລີໂອເຮັດແບບນັ້ນ?
12 ໂປໂລເລີ່ມເດີນທາງໄປອີຕາລີ. ເນື່ອງຈາກເປັນນັກໂທດ ລາວຈຶ່ງຢູ່ພາຍໃຕ້ການເບິ່ງແຍງຂອງນາຍຮ້ອຍຄົນໂຣມທີ່ຊື່ຢູລີໂອ. ນັບຕັ້ງແຕ່ວິນາທີນັ້ນ ຢູລີໂອສາມາດປະຕິບັດກັບໂປໂລແບບດີໆຫຼືແບບໂຫດຮ້າຍກໍໄດ້. ຢູລີໂອໃຊ້ສິດອຳນາດຂອງລາວແນວໃດ? ມື້ຕໍ່ມາ ຕອນທີ່ເຮືອຈອດຢູ່ຝັ່ງ “ຢູລີໂອໃຈດີຕໍ່ໂປໂລຫຼາຍ ລາວອະນຸຍາດໃຫ້ໂປໂລໄປຫາໝູ່ຄູ່.” ຕໍ່ມາ ຢູລີໂອເຖິງຂັ້ນຊ່ອຍຊີວິດໂປໂລໄວ້. ຊ່ອຍແນວໃດ? ຕອນທີ່ເຮືອແຕກ ພວກທະຫານຢາກຂ້ານັກໂທດທຸກຄົນທີ່ຢູ່ໃນເຮືອເພື່ອບໍ່ໃຫ້ເຂົາເຈົ້າໜີ ແຕ່ຢູລີໂອຫ້າມພວກທະຫານບໍ່ໃຫ້ຂ້າ. ຍ້ອນຫຍັງ? ຍ້ອນລາວ “ຕັ້ງໃຈຈະຊ່ອຍຊີວິດໂປໂລ.” ເປັນໄປໄດ້ທີ່ໂປໂລຮູ້ວ່າພະເຢໂຫວາກຳລັງໃຊ້ນາຍຮ້ອຍທີ່ໃຈດີຜູ້ນີ້ໃຫ້ຊ່ອຍແລະປົກປ້ອງລາວ.—ກຈກ. 27:1-3, 42-44
13. ພະເຢໂຫວາອາດໃຊ້ຜູ້ທີ່ມີສິດອຳນາດແນວໃດ?
13 ເຮົາໄດ້ຮັບຄວາມຊ່ວຍເຫຼືອແນວໃດ? ຖ້າພະເຢໂຫວາເຫັນວ່າມັນສອດຄ່ອງກັບຈຸດປະສົງຂອງເພິ່ນ ພະເຢໂຫວາອາດໃຊ້ພະລັງບໍລິສຸດຂອງເພິ່ນເຮັດໃຫ້ຜູ້ທີ່ມີສິດອຳນາດເຮັດຕາມທີ່ເພິ່ນຕ້ອງການ. ກະສັດໂຊໂລໂມນຂຽນທີ່ວ່າ: “ໃຈຂອງກະສັດເປັນຄືສາຍນ້ຳໃນມືພະເຢໂຫວາ. ເພິ່ນບັງຄັບມັນໃຫ້ໄປຕາມທາງທີ່ເພິ່ນຕ້ອງການ.” (ສຸພາ. 21:1, ລ.ມ.) ຄຳເວົ້ານີ້ໝາຍຄວາມວ່າແນວໃດ? ມະນຸດຂຸດຮ່ອງນ້ຳເພື່ອໃຫ້ນ້ຳໄຫຼໄປຕາມທາງທີ່ເຂົາເຈົ້າຢາກໃຫ້ໄປ. ຄ້າຍຄືກັນ ພະເຢໂຫວາສາມາດໃຊ້ພະລັງຂອງເພິ່ນເພື່ອຊີ້ນຳຄວາມຄິດຂອງຜູ້ທີ່ມີສິດອຳນາດໃຫ້ເຮັດຕາມທີ່ເພິ່ນຕ້ອງການ. ເມື່ອພະເຢໂຫວາເຮັດແບບນັ້ນ ຜູ້ທີ່ມີສິດອຳນາດກໍຖືກກະຕຸ້ນໃຫ້ຕັດສິນໃຈໃນແບບທີ່ເປັນປະໂຫຍດຕໍ່ປະຊາຊົນຂອງເພິ່ນ.—ສົມທຽບກັບເອເຊດຣາເຊ 7:21, 25, 26
14. ຕາມກິດຈະການ 12:5 ເຮົາຄວນອະທິດຖານກ່ຽວກັບໃຜແດ່?
14 ເຮົາເຮັດຫຍັງໄດ້? ເຮົາສາມາດອະທິດຖານເພື່ອ “ກະສັດແລະຄົນທີ່ຢູ່ໃນຕຳແໜ່ງສູງ” ເມື່ອເຂົາເຈົ້າຕ້ອງຕັດສິນໃຈໃນເລື່ອງຕ່າງໆທີ່ກະທົບໃສ່ວຽກປະກາດແລະການເຂົ້າຮ່ວມປະຊຸມຂອງເຮົາ. (1 ຕມ. 2:1, 2; ນເຫ. 1:11) ຄືກັບຄລິດສະຕຽນໃນຍຸກທຳອິດເຮັດ ເຮົາກໍຄືກັນອະທິດຖານຢ່າງຈິງຈັງເຖິງພະເຈົ້າສຳລັບພີ່ນ້ອງຂອງເຮົາທີ່ຢູ່ໃນຄຸກ. (ອ່ານກິດຈະການ 12:5; ຮຣ. 13:3) ນອກຈາກນັ້ນ ເຮົາສາມາດອະທິດຖານກ່ຽວ ກັບຄົນຍາມທີ່ເຝົ້າພີ່ນ້ອງຂອງເຮົາຢູ່ໃນຄຸກ ໂດຍຂໍໃຫ້ພະເຢໂຫວາຊີ້ນຳຄວາມຄິດຂອງເຂົາເຈົ້າ ເພື່ອໃຫ້ເຮັດຄືກັບຢູລີໂອແລະປະຕິບັດແບບ “ໃຈດີ” ກັບພີ່ນ້ອງຂອງເຮົາ.
ການຊ່ວຍເຫຼືອໂດຍທາງພີ່ນ້ອງຮ່ວມຄວາມເຊື່ອ
15-16. ພະເຢໂຫວາໃຊ້ອາຣິດຕາໂຂແລະລູກາໃຫ້ຊ່ອຍໂປໂລແນວໃດ?
15 ໂປໂລໄດ້ຮັບຄວາມຊ່ວຍເຫຼືອແນວໃດ? ຕອນເດີນທາງໄປເມືອງໂຣມ ມີຫຼາຍເທື່ອທີ່ພະເຢໂຫວາໄດ້ໃຊ້ພີ່ນ້ອງຮ່ວມຄວາມເຊື່ອໃຫ້ຊ່ອຍໂປໂລ. ໃຫ້ເຮົາເບິ່ງບາງຕົວຢ່າງ.
16 ໝູ່ທີ່ດີສອງຄົນຂອງໂປໂລ ຄື ອາຣິດຕາໂຂແລະລູກາໄດ້ເດີນທາງໄປເມືອງໂຣມນຳລາວ. * ເຖິງວ່າພະເຢຊູບໍ່ໄດ້ສັນຍາກັບອາຣິດຕາໂຂແລະລູກາວ່າເຂົາເຈົ້າຈະໄປຮອດເມືອງໂຣມຢ່າງປອດໄພ ແຕ່ທັງສອງກໍພ້ອມທີ່ຈະສ່ຽງຊີວິດເດີນທາງໄປນຳກັນກັບໂປໂລ. ແຕ່ວ່າຫຼັງຈາກຜ່ານການເດີນທາງທີ່ອັນຕະລາຍໃນເທື່ອນັ້ນ ທັງສອງຈຶ່ງຮູ້ວ່າຊີວິດຂອງເຂົາເຈົ້າປອດໄພ. ເມື່ອອາຣິດຕາໂຂແລະລູກາຂຶ້ນເຮືອຢູ່ເມືອງກາຍຊາເຣຍ ໂປໂລຄືຊິອະທິດຖານຈາກໃຈເພື່ອຂອບໃຈພະເຢໂຫວາທີ່ຊ່ອຍລາວໂດຍທາງພີ່ນ້ອງສອງຄົນນີ້ທີ່ກ້າຫານ.—ກຈກ. 27:1, 2, 20-25
17. ພະເຢໂຫວາໃຊ້ພີ່ນ້ອງແນວໃດໃຫ້ຊ່ອຍໂປໂລ?
17 ພີ່ນ້ອງໄດ້ຊ່ອຍໂປໂລຫຼາຍເທື່ອໃນລະຫວ່າງທີ່ລາວເດີນທາງ. ຕົວຢ່າງເຊັ່ນ: ຕອນທີ່ເຮືອຈອດຢູ່ເມືອງຊີໂດນ ຢູລີໂອອະນຸຍາດໃຫ້ໂປໂລ “ໄປຫາໝູ່ຄູ່ເພື່ອລາວຈະໄດ້ຮັບການເບິ່ງແຍງຈາກພວກເຂົາ.” ແລະຕໍ່ມາຕອນທີ່ເຮືອຈອດຢູ່ເມືອງໂປຕີໂອລີ ໂປໂລກັບອາຣິດຕາໂຂແລະລູກາໄດ້ “ພົບພີ່ນ້ອງຢູ່ຫັ້ນ. ພວກເຂົາອ້ອນວອນ . . . ໃຫ້ພັກຢູ່ນຳ 7 ມື້.” ຕອນທີ່ພີ່ນ້ອງໃນເມືອງເຫຼົ່ານີ້ເບິ່ງແຍງໂປໂລແລະໝູ່ສອງຄົນ ໂປໂລຄືຊິເລົ່າເລື່ອງທີ່ໃຫ້ກຳລັງໃຈໃຫ້ເຂົາເຈົ້າຟັງ ແລະພີ່ນ້ອງເຫຼົ່ານີ້ຕ້ອງມີຄວາມສຸກຫຼາຍ. (ສົມທຽບກັບກິດຈະການ ) ຫຼັງຈາກທີ່ຢ້ຽມຢາມໃຫ້ກຳລັງໃຈກັນແລ້ວ ໂປໂລກັບໝູ່ສອງຄົນກໍເດີນທາງໄປຕໍ່.— 15:2, 3ກຈກ. 27:3; 28:13, 14
18. ແມ່ນຫຍັງທີ່ເຮັດໃຫ້ໂປໂລຂອບໃຈພະເຈົ້າແລະມີກຳລັງໃຈ?
18 ຕອນທີ່ໂປໂລຍ່າງໄປເມືອງໂຣມ ລາວຕ້ອງຄິດເຖິງຄຳເວົ້າທີ່ຂຽນໄປຫາພີ່ນ້ອງຢູ່ເມືອງນີ້ສາມປີກ່ອນທີ່ວ່າ: “ຫຼາຍປີແລ້ວທີ່ຂ້ອຍຢາກໄປຫາພວກເຈົ້າ.” (ຣມ. 15:23) ແຕ່ໂປໂລຄືຊິບໍ່ໄດ້ຄາດຄິດວ່າລາວຈະມາເມືອງນີ້ແບບເປັນນັກໂທດ. ໂປໂລຕ້ອງໄດ້ກຳລັງໃຈແທ້ໆ ເມື່ອເຫັນພີ່ນ້ອງຈາກເມືອງໂຣມມາຖ້າລາວຕາມຫົນທາງເພື່ອທັກທາຍສະບາຍດີ. “ເມື່ອໂປໂລເຫັນພີ່ນ້ອງກໍຂອບໃຈພະເຈົ້າແລະມີກຳລັງໃຈ.” (ກຈກ. 28:15) ໃຫ້ສັງເກດວ່າ ໂປໂລຂອບໃຈພະເຈົ້າທີ່ພີ່ນ້ອງມາຖ້າລາວຢູ່ຫັ້ນ. ເປັນຫຍັງຈຶ່ງຂອບໃຈ? ຍ້ອນໂປໂລຮູ້ວ່າພະເຢໂຫວາຊ່ອຍລາວໂດຍທາງພີ່ນ້ອງ.
19. ຕາມ 1 ເປໂຕ 4:10 ພະເຢໂຫວາອາດໃຊ້ເຮົາແນວໃດໃຫ້ຊ່ອຍພີ່ນ້ອງທີ່ຕ້ອງການຄວາມຊ່ວຍເຫຼືອ?
19 ເຮົາເຮັດຫຍັງໄດ້? ເຈົ້າຮູ້ຈັກພີ່ນ້ອງໃນປະຊາຄົມທີ່ກຳລັງເປັນທຸກໂສກເສົ້າຍ້ອນເຈັບປ່ວຍຫຼືມີບັນຫາແນວອື່ນບໍ? ຫຼືບາງເທື່ອຄົນທີ່ເຂົາເຈົ້າຮັກຕາຍປະ? ຖ້າເຮົາຮູ້ວ່າພີ່ນ້ອງບາງຄົນຕ້ອງການຄວາມຊ່ວຍເຫຼືອ ເຮົາສາມາດຂໍໃຫ້ພະເຢໂຫວາຊ່ອຍເຮົາໃຫ້ເວົ້າຫຼືເຮັດສິ່ງທີ່ດີແລະສະແດງຄວາມຮັກ. ຄຳເວົ້າແລະການກະທຳຂອງເຮົາອາດເປັນກຳລັງໃຈທີ່ເຂົາເຈົ້າຕ້ອງການໃນຕອນນັ້ນ. (ອ່ານ 1 ເປໂຕ 4:10) * ຖ້າເຮົາຊ່ວຍເຫຼືອພີ່ນ້ອງເຫຼົ່ານັ້ນ ເຂົາເຈົ້າອາດໝັ້ນໃຈອີກເທື່ອໜຶ່ງໃນຄຳສັນຍາຂອງພະເຢໂຫວາທີ່ວ່າ “ເຮົາຈະບໍ່ມີວັນປະເຈົ້າ ເຮົາຈະບໍ່ມີວັນຖິ້ມເຈົ້າ.” ເມື່ອພີ່ນ້ອງຮູ້ສຶກແບບນັ້ນ ເຈົ້າຄືຊິມີຄວາມສຸກຫຼາຍ.
20. ເປັນຫຍັງເຮົາຈຶ່ງເວົ້າໄດ້ຢ່າງໝັ້ນໃຈວ່າ “ພະເຢໂຫວາເປັນຜູ້ຊ່ວຍເຫຼືອຂ້ອຍ”?
20 ຄືກັບໂປໂລແລະໝູ່ສອງຄົນ ເຮົາເອງກໍອາດເຈິກັບບັນຫາໃນຊີວິດຄືກັນເຊິ່ງເປັນຄືກັບພາຍຸທີ່ຮຸນແຮງ. ເຖິງວ່າຈະຕົກຢູ່ໃນສະພາບການແບບນັ້ນ ເຮົາຮູ້ວ່າເຮົາສາມາດມີກຳລັງໃຈໄດ້ເພາະພະເຢໂຫວາຢູ່ກັບເຮົາ. ພະເຢໂຫວາໃຊ້ພະເຢຊູແລະທູດສະຫວັນໃຫ້ຊ່ອຍເຮົາ. ນອກຈາກນັ້ນ ຖ້າມັນສອດຄ່ອງກັບຈຸດປະສົງຂອງພະເຢໂຫວາ ເພິ່ນສາມາດໃຊ້ຜູ້ທີ່ມີສິດອຳນາດໃຫ້ຊ່ອຍເຮົາ. ຄືກັບທີ່ພວກເຮົາຫຼາຍຄົນໄດ້ເຈິມາແລ້ວ ພະເຢໂຫວາໃຊ້ພະລັງບໍລິສຸດຂອງເພິ່ນກະຕຸ້ນພີ່ນ້ອງໃຫ້ຊ່ອຍເຮົາ. ຄືກັບໂປໂລ ເຮົາຈຶ່ງມີເຫດຜົນທີ່ດີທີ່ຈະເວົ້າຢ່າງໝັ້ນໃຈວ່າ: “ພະເຢໂຫວາເປັນຜູ້ຊ່ວຍເຫຼືອຂ້ອຍ ຂ້ອຍຈະບໍ່ຢ້ານຫຍັງ. ມະນຸດຈະເຮັດຫຍັງຂ້ອຍໄດ້?”—ຮຣ. 13:6
ເພງ 38 ພະອົງຈະເຮັດໃຫ້ເຈົ້າເຂັ້ມແຂງ
^ ຂໍ້ 5 ໃນບົດນີ້ເຮົາຈະເບິ່ງສາມວິທີທີ່ພະເຢໂຫວາຊ່ອຍອັກຄະສາວົກໂປໂລໃຫ້ອົດທົນກັບບັນຫາຕ່າງໆ. ການເບິ່ງຄືນວິທີທີ່ພະເຢໂຫວາຊ່ອຍຜູ້ຮັບໃຊ້ຂອງເພິ່ນແຕ່ກີ້ຈະເຮັດໃຫ້ເຮົາໝັ້ນໃຈຫຼາຍຂຶ້ນວ່າ ເມື່ອເຮົາເຈິບັນຫາໃນທຸກມື້ນີ້ ພະເຢໂຫວາກໍຈະຊ່ອຍເຮົາຄືກັນ.
^ ຂໍ້ 16 ອາຣິດຕາໂຂແລະລູກາເຄີຍເດີນທາງໄປນຳໂປໂລມາກ່ອນແລ້ວ. ຜູ້ຊາຍທີ່ພັກດີສອງຄົນນີ້ຍັງໄດ້ຢູ່ກັບໂປໂລຕອນທີ່ລາວຕິດຄຸກຢູ່ເມືອງໂຣມ.—ກຈກ. 16:10-12; 20:4; ກລຊ. 4:10, 14
^ ຂໍ້ 19 ເບິ່ງຫໍສັງເກດການ 15 ມັງກອນ 2009 ໜ້າ 13-14 ຂໍ້ 5-9 (ບໍ່ມີໃນພາສາລາວ)