ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 44

ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຂອງ​ພະ​ເຢໂຫວາ​ສຳຄັນ​ຕໍ່​ເຈົ້າ​ແນວ​ໃດ?

ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຂອງ​ພະ​ເຢໂຫວາ​ສຳຄັນ​ຕໍ່​ເຈົ້າ​ແນວ​ໃດ?

“[ພະ​ເຢໂຫວາ] ມີ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕະຫຼອດ​ໄປ.”—ເພງ. 136:1, ລ.ມ.

ເພງ 108 ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຂອງ​ພະເຈົ້າ

ໃຈ​ຄວາມ​ສຳຄັນ *

1. ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ຮູ້ສຶກ​ແນວ​ໃດ​ຕໍ່​ຄວາມ​ຮັກ​ທີ່​ໝັ້ນ​ຄົງ?

ພະ​ເຢໂຫວາ​ຖື​ວ່າ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ເປັນ​ຄຸນ​ລັກສະນະ​ທີ່​ສຳຄັນ​ຫຼາຍ​ ແລະ​ເພິ່ນ​ກໍ​ຢາກ​ໃຫ້​ຜູ້​ຮັບໃຊ້​ຂອງ​ເພິ່ນ​ຄິດ​ແບບ​ນັ້ນ​ຄື​ກັນ. (ໂອ. 6:6) ດັ່ງ​ນັ້ນ ເພິ່ນ​ຈຶ່ງ​ບອກ​ຜ່ານ​ທາງ​ຜູ້​ພະຍາກອນ​ມີເກ​ວ່າ: ໃຫ້​ເຮົາ “​ຮັກ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ.” (ມີເກ 6:8, ລ.ມ., ໄຂ​ເງື່ອນ) ແຕ່​ກ່ອນ​ທີ່​ເຮົາ​ຈະ​ຮັກ​ຫຼື​ຮູ້​ວິທີ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ ເຮົາ​ຕ້ອງ​ຮູ້​ກ່ອນ​ວ່າ ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ແມ່ນ​ຫຍັງ?

2. ຂໍ​ໃຫ້​ອະທິບາຍ​ວ່າ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ເປັນ​ແນວ​ໃດ?

2 ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ແມ່ນ​ຫຍັງ? ຄຳ​ວ່າ “ຄວາມ​ຮັກ​ທີ່​ໝັ້ນ​ຄົງ” ໃນ​ຄຳພີ​ໄບເບິນ​ສະບັບ​ແປ​ໂລກ​ໃໝ່ ມີ​ປະມານ 230 ເທື່ອ. ຢູ່​ໃນ​ສ່ວນ “ອະທິບາຍ​ຄຳສັບ​ໃນ​ຄຳພີ​ໄບເບິນ” ໄດ້​ອະທິບາຍ​ວ່າ “ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ເປັນ​ຄວາມ​ຮັກ​ທີ່​ເກີດ​ຈາກ​ຄວາມ​ສັດ​ຊື່ ຄວາມ​ພັກດີ ແລະ​ຄວາມ​ຜູກ​ພັນ​ຢ່າງ​ເລິກ​ເຊິ່ງ. ຄຳ​ນີ້​ມັກ​ໃຊ້​ເມື່ອ​ເວົ້າ​ເຖິງ​ຄວາມ​ຮັກ​ທີ່​ພະເຈົ້າ​ມີ​ຕໍ່​ມະນຸດ ແລະ​ເປັນ​ຄວາມ​ຮັກ​ທີ່​ມະນຸດ​ສະແດງ​ຕໍ່​ກັນ.” ພະ​ເຢໂຫວາ​ເປັນ​ແບບ​ຢ່າງ​ທີ່​ດີ​ທີ່​ສຸດ​ໃນ​ການ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ມາ​ເບິ່ງ​ວ່າ​ພະ​ເຢໂຫວາ​ໄດ້​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ເຮົາ​ແນວ​ໃດ. ແລະ​ໃນ​ບົດ​ຄວາມ​ຕໍ່​ໄປ ເຮົາ​ຈະ​ມາ​ເບິ່ງ​ວ່າ​ເຮົາ​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ໄດ້​ແນວ​ໃດ​ໃນ​ການ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ພີ່ນ້ອງ​ຄົນ​ອື່ນ.

ພະ​ເຢໂຫວາ “ຮັກ​ໃຜ​ກໍ​ຮັກ​ໝັ້ນ​ຄົງ”

3. ພະ​ເຢໂຫວາ​ໄດ້​ບອກ​ໂມເຊ​ໃຫ້​ຮູ້​ຫຍັງ​ກ່ຽວ​ກັບ​ເພິ່ນ?

3 ຫຼັງ​ຈາກ​ທີ່​ຊາວ​ອິດສະຣາເອນ​ອອກ​ຈາກ​ເອຢິບ​ໄດ້​ບໍ່​ດົນ ພະ​ເຢໂຫວາ​ກໍ​ໄດ້​ບອກ​ຊື່​ແລະ​ຄຸນ​ລັກສະນະ​ຕ່າງໆຂອງ​ເພິ່ນ​ໃຫ້​ໂມເຊ​ຮູ້. ເພິ່ນ​ເວົ້າ​ວ່າ: “ພະ​ເຢໂຫວາ ພະ​ເຢໂຫວາ ພະເຈົ້າ​ທີ່​ເມດຕາ​ສົງສານ ບໍ່​ຄຽດ​ງ່າຍ ຮັກ​ໃຜ​ກໍ​ຮັກ​ໝັ້ນ​ຄົງ ແລະ​ຮັກສາ​ຄຳເວົ້າ​ສະເໝີ. ພະອົງ​ມີ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ບໍ່​ວ່າ​ຈະ​ຜ່ານ​ໄປ​ຈັກ​ຊົ່ວ​ອາຍຸ​ຄົນ. ພະອົງ​ໃຫ້​ອະໄພ​ຄວາມ​ຜິດ​ແລະ​ບາບ.” (ອົບ. 34:6, 7, ລ.ມ.) ເມື່ອ​ເພິ່ນ​ອະທິບາຍ​ຄຸນ​ລັກສະນະ​ຕ່າງໆຂອງ​ເພິ່ນ​ໃຫ້​ໂມເຊ​ຟັງ​ແລ້ວ ເພິ່ນ​ກໍ​ໄດ້​ບອກ​ບາງ​ຢ່າງ​ທີ່​ພິເສດ​ກ່ຽວ​ກັບ​ວິທີ​ທີ່​ເພິ່ນ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ. ສິ່ງ​ນັ້ນ​ແມ່ນ​ຫຍັງ?

4-5. (ກ) ພະ​ເຢໂຫວາ​ໄດ້​ເວົ້າ​ກ່ຽວ​ກັບ​ເພິ່ນ​ແນວ​ໃດ? (ຂ) ເຮົາ​ຈະ​ຕອບ​ຄຳຖາມ​ຫຍັງ​ໃນ​ບົດ​ຄວາມ​ນີ້?

4 ພະ​ເຢໂຫວາ​ບອກ​ໃຫ້​ເຮົາ​ຮູ້​ວ່າ​ເມື່ອ​ເພິ່ນ “ຮັກ​ໃຜ​ກໍ​ຮັກ​ໝັ້ນ​ຄົງ.” (ຈົດເຊັນ. 14:18; ນເຫ. 9:17; ເພງ. 86:15; 103:8; ໂຢເອນ 2:13; ໂຢນາ 4:2, ລ.ມ.) ຄຳເວົ້າ​ນີ້​ມີ​ຢູ່​ໃນ​ຄຳພີ​ໄບເບິນ​ປະມານ 7 ເທື່ອ ແລະ​ຄຳ​ນີ້​ມັກ​ຈະ​ໃຊ້​ແຕ່​ກັບ​ພະ​ເຢໂຫວາ​ເທົ່າ​ນັ້ນ​ບໍ່​ໄດ້​ໃຊ້​ກັບ​ມະນຸດ. ພະ​ເຢໂຫວາ ​ເວົ້າ​ເຖິງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຫຼາຍ​ເທື່ອ​ເຊິ່ງ​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ຄຸນ​ລັກສະນະ​ນີ້​ສຳຄັນ​ຕໍ່​ເພິ່ນ​ຫຼາຍ​. ດັ່ງ​ນັ້ນ ກະສັດ​ດາວິດ​ຈຶ່ງ​ຖືກ​ກະຕຸ້ນ​ໃຫ້​ຂຽນ​ວ່າ: “ພະ​ເຢໂຫວາ ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຂອງ​ພະອົງ​ມີ​ມາກ​ລົ້ນ​ຈົນ​ຮອດ​ສະຫວັນ . . . ພະເຈົ້າ​ຂອງ​ຂ້ອຍ ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຂອງ​ພະອົງ​ມີ​ຄ່າ​ຫຼາຍ​. ມະນຸດ​ຈະ​ເຂົ້າ​ມາ​ລີ້​ໄພ​ຢູ່​ກ້ອງ​ຮົ່ມ​ປີກ​ຂອງ​ພະອົງ.” (ເພງ. 36:5, 7, ລ.ມ.) ແລ້ວ​ເຮົາ​ເດ ເຮົາ​ເຫັນ​ຄ່າ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຂອງ​ພະ​ເຢໂຫວາ​ຄື​ກັບ​ທີ່​ດາວິດ​ເຫັນ​ບໍ?

5 ເພື່ອ​ຈະ​ເຂົ້າ​ໃຈ​ກ່ຽວ​ກັບ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຫຼາຍ​ຂຶ້ນ ເຮົາ​ຈະ​ເບິ່ງ​ສອງ​ຄຳຖາມ​ຕໍ່​ໄປ​ນີ້: ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ໃຜ? ແລະ​ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຂອງ​ພະ​ເຢໂຫວາ?

ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ໃຜ?

6. ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ໃຜ?

6 ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ໃຜ? ຄຳພີ​ໄບເບິນ​ບອກ​ວ່າ​ເຮົາ​ສາມາດ​ສະແດງ​ຄວາມ​ຮັກ​ຕໍ່​ສິ່ງ​ຕ່າງໆໄດ້ ເຊັ່ນ: “ການ​ກະເສດ” “ເຫຼົ້າ​ແວງ​ກັບ​ນ້ຳມັນ” “ຄຳ​ສັ່ງ​ສອນ” “ຄວາມ​ຮູ້” ແລະ “​ສະຕິປັນຍາ.” (2 ຂ່າວ. 26:10; ສຸພາ. 12:1; 21:17; 29:3, ລ.ມ.) ແຕ່​ສຳລັບ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ບໍ່​ສາມາດ​ສະແດງ​ກັບ​ສິ່ງ​ເຫຼົ່າ​ນັ້ນ​ໄດ້​ເພາະ​ມັນ​ໃຊ້​ກັບ​ຄົນ​ເທົ່າ​ນັ້ນ. ແຕ່​ພະ​ເຢໂຫວາ​ກໍ​ບໍ່​ໄດ້​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ກັບ​ທຸກ​ຄົນ ເພິ່ນ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ນີ້​ຕໍ່​ຜູ້​ທີ່​ມີ​ສາຍ​ສຳພັນ​ທີ່​ພິເສດ​ກັບ​ເພິ່ນ​ເທົ່າ​ນັ້ນ. ພະ​ເຢໂຫວາ​ພັກດີ​ຕໍ່​ໝູ່​ຂອງ​ເພິ່ນ​ສະເໝີ ເພິ່ນ​ຈະ​ໃຫ້​ເຂົາ​ເຈົ້າ​ມີ​ຊີວິດ​ທີ່​ດີ ແລະ​ຈະ​ບໍ່​ປະ​ຖິ້ມ​ເຂົາ​ເຈົ້າ​ເລີຍ.

ພະ​ເຢໂຫວາ​ໄດ້​ໃຫ້​ສິ່ງ​ທີ່​ດີ​ຫຼາຍ​ຢ່າງ​ກັບ​ມະນຸດ​ທຸກ​ຄົນ​ເຖິງ​ວ່າ​ເຂົາ​ເຈົ້າ​ບໍ່​ໄດ້​ຮັບໃຊ້​ເພິ່ນ. (ເບິ່ງ​ຂໍ້ 7) *

7. ພະເຈົ້າ​ໄດ້​ສະແດງ​ຄວາມ​ຮັກ​ຕໍ່​ມະນຸດ​ທຸກ​ຄົນ​ແນວ​ໃດ?

7 ພະ​ເຢໂຫວາ​ໄດ້​ສະແດງ​ຄວາມ​ຮັກ ຕໍ່​ມະນຸດ​ທຸກ​ຄົນ. ພະ​ເຢຊູ​ໄດ້​ເວົ້າ​ກັບ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ຊື່​ນີໂກເດມ​ວ່າ: “ພະເຈົ້າ​ຮັກ​ຄົນ​ໃນ​ໂລກ​ຫຼາຍ​ ຈົນ​ເຖິງ​ຂັ້ນ​ຍອມ​ສະລະ​ລູກ​ຄົນ​ດຽວ​ຂອງ​ພະອົງ ເພື່ອ​ທຸກ​ຄົນ​ທີ່​ສະແດງ​ຄວາມ​ເຊື່ອ​ໃນ​ຜູ້​ນັ້ນ​ຈະ​ບໍ່​ຖືກ​ທຳລາຍ ແຕ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ.”—ຢຮ. 3:1, 16; ມທ. 5:44, 45

ຈາກ​ຄຳເວົ້າ​ຂອງ​ກະສັດ​ດາວິດ​ແລະ​ຜູ້​ພະຍາກອນ​ດານີເອນ​ບອກ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ຕໍ່​ຜູ້​ທີ່​ຮູ້ຈັກ​ເພິ່ນ ຮັກ​ເພິ່ນ ຢຳເກງ​ເພິ່ນ ແລະ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ເພິ່ນ. (ເບິ່ງ​ຂໍ້ 8-9)

8-9. (ກ) ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ຜູ້​ຮັບໃຊ້​ຂອງ​ເພິ່ນ? (ຂ) ເຮົາ​ຈະ​ເບິ່ງ​ຫຍັງ​ໃນ​ສ່ວນ​ຕໍ່​ໄປ?

8 ຄື​ດັ່ງ​ທີ່​ເຮົາ​ຮູ້​ແລ້ວ​ວ່າ​ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ ຕໍ່​ຜູ້​ທີ່​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ເພິ່ນ​ເທົ່າ​ນັ້ນ. ເຮົາ​ຮູ້​ເລື່ອງ​ນີ້​ໄດ້​ຈາກ​ສິ່ງ​ທີ່​ກະສັດ​ດາວິດ​ແລະ​ຜູ້​ພະຍາກອນ​ດານີເອນ​ເວົ້າ. ຕົວຢ່າງ​ເຊັ່ນ: ດາວິດ​ເວົ້າ​ວ່າ “ຂໍ​ໃຫ້​ສະແດງ​ຄວາມ​ຮັກ​ຕໍ່​ຄົນ​ທີ່​ຮູ້ຈັກ ພະອົງ​ຕໍ່ໆໄປ.” “ພະ​ເຢໂຫວາ​ມີ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕະຫຼອດ​ໄປ​ສຳລັບ​ຄົນ​ທີ່​ຢຳເກງ ພະອົງ.” ແລະ​ດານີເອນ​ກໍ​ເວົ້າ​ວ່າ “ພະ​ເຢໂຫວາ​ພະເຈົ້າ​ທ່ຽງ​ແທ້ ໃຜ​ທີ່​ຮັກ​ພະອົງ ແລະ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະອົງ ພະອົງ​ກໍ​ຮັກ​ຜູ້​ນັ້ນ​ບໍ່​ປ່ຽນ​ແປງ.” (ເພງ. 36:10; 103:17; ດາ. 9:4, ລ.ມ.) ຈາກ​ຄຳເວົ້າ​ເຫຼົ່າ​ນີ້​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ຜູ້​ຮັບໃຊ້​ຂອງ​ເພິ່ນ ເພາະ​ເຂົາ​ເຈົ້າ​ຮູ້ຈັກ​ເພິ່ນ ຮັກ​ເພິ່ນ ຢຳເກງ​ເພິ່ນ ແລະ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ເພິ່ນ.

9 ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ຕໍ່​ເຮົາ​ທຸກ​ຄົນ​ຕັ້ງ​ແຕ່​ເຮົາ​ຍັງ​ບໍ່​ໄດ້​ຮັບໃຊ້​ເພິ່ນ. (ເພງ. 104:14) ແຕ່​ເມື່ອ​ເຮົາ​ໄດ້​ເຂົ້າ​ມາ​ເປັນ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ ເຮົາ​ກໍ​ໄດ້​ຮັບ​ປະໂຫຍດ​ຈາກ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຂອງ​ເພິ່ນ. ທີ່​ຈິງ ພະ​ເຢໂຫວາ​ສັນຍາ​ກັບ​ຜູ້​ທີ່​ຮັບໃຊ້​ເພິ່ນ​ວ່າ: “ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ເຈົ້າ​ຈະ​ໝັ້ນ​ຄົງ​ສະເໝີ.” (ເອຊາ. 54:10, ລ.ມ.) ແລະ​ດາວິດ​ກໍ​ໄດ້​ປະສົບ​ເລື່ອງ​ນີ້​ດ້ວຍ​ຕົວ​ເອງ. ລາວ​ບອກ​ວ່າ: “ພະ​ເຢໂຫວາ​ຈະ​ເບິ່ງ​ແຍງ​ຄົນ​ທີ່​ພັກດີ​ຕໍ່​ພະອົງ​ເປັນ​ພິເສດ.” (ເພງ. 4:3, ລ.ມ.) ເລື່ອງ​ນີ້​ກະຕຸ້ນ​ເຮົາ​ໃຫ້​ຢາກ​ເຮັດ​ຫຍັງ? ຜູ້​ຂຽນ​ຄຳເພງ​ບອກ​ວ່າ: “ຄົນ​ສະຫຼາດ​ຈະ​ສັງເກດ​ເຫັນ​ສິ່ງ​ເຫຼົ່າ​ນີ້​ແລະ​ຈະ​ຄິດ​ຕຶກຕອງ​ສິ່ງ​ທີ່​ພະ​ເຢໂຫວາ​ເຮັດ​ດ້ວຍ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ.” (ເພງ. 107:43, ລ.ມ.) ໃນ​ສ່ວນ​ຕໍ່​ໄປ ເຮົາ​ຈະ​ມາ​ເບິ່ງ​ສາມ​ວິທີ​ທີ່​ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ເຮົາ ແລະ​ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ແດ່​ຈາກ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຂອງ​ພະ​ເຢໂຫວາ.

ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ແດ່​ຈາກ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຂອງ​ພະ​ເຢໂຫວາ?

ພະ​ເຢໂຫວາ​ໃຫ້​ຜູ້​ທີ່​ຮັບໃຊ້​ເພິ່ນ​ມີ​ສິ່ງ​ທີ່​ດີ​ຫຼາຍ​ກວ່າ​ເກົ່າ​ອີກ (ເບິ່ງ​ຂໍ້ 10-16) *

10. ເຮົາ​ໄດ້​ຮັບ​ປະໂຫຍດ​ຫຍັງ​ທີ່​ຮູ້​ວ່າ​ພະ​ເຢໂຫວາ​ມີ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕະຫຼອດ​ໄປ? (ຄຳເພງ 31:7)

10ພະ​ເຢໂຫວາ​ມີ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕະຫຼອດ​ໄປ. ຄຳ​ນີ້​ສຳຄັນ​ຫຼາຍ​ເພາະ​ໃນ​ຄຳເພງ​ບົດ 136 ໄດ້​ເວົ້າ​ເຖິງ​ຄຳ​ນີ້​ປະມານ 26 ເທື່ອ. ໃນ​ຄຳເພງ 136:1 ບອກ​ວ່າ: “ຂໍ​ໃຫ້​ຂອບໃຈ​ພະ​ເຢໂຫວາ ເພາະ​ພະອົງ​ດີ​ແທ້ໆ. ພະອົງ​ມີ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕະຫຼອດ​ໄປ.” (ເພງ. 136:1, ລ.ມ.) ແລະ​ຕັ້ງ​ແຕ່​ຂໍ້ 2-26 ກໍ​ເນັ້ນ​ຄຳ​ວ່າ: “ເພາະ​ພະອົງ​ມີ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕະຫຼອດ​ໄປ.” ເມື່ອ​ເຮົາ​ອ່ານ​ຂໍ້​ເຫຼົ່າ​ນີ້​ເຮົາ​ກໍ​ຮູ້ສຶກ​ປະທັບ​ໃຈ​ທີ່​ເຫັນ​ວ່າ​ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ເຮົາ​ຫຼາຍ​ແທ້ໆ! ການ​ເນັ້ນ​ຄຳ​ວ່າ: “ເພາະ​ພະອົງ​ມີ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕະຫຼອດ​ໄປ” ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຮັກ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ບໍ່​ປ່ຽນ​ແປງ ແລະ​ຈະ​ບໍ່​ປະ​ຖິ້ມ​ໂດຍ​ສະເພາະ​ຕອນ​ທີ່​ເຂົາ​ເຈົ້າ​ມີ​ບັນຫາ. ການ​ຮູ້​ເລື່ອງ​ນີ້​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ກຳລັງ​ໃຈ​ຫຼາຍ​ແທ້ໆ! ເຮົາ​ໄດ້​ຮັບ​ປະໂຫຍດ​ຫຍັງ? ເມື່ອ​ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ຈະ​ຢູ່​ຄຽງ​ຂ້າງ​ເຮົາ​ຕະຫຼອດ​ກໍ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ແລະ​ເຮັດ​ໃຫ້​ເຮົາ​ມີ​ແຮງ​ທີ່​ຈະ​ຮັບໃຊ້​ເພິ່ນ​ຕໍ່ໆໄປ​ໄດ້​ເຖິງ​ຈະ​ມີ​ບັນຫາ​ຫຼາຍ​ຢ່າງ.—ອ່ານ​ຄຳເພງ 31:7

11. ຕາມ​ຄຳເພງ 86:5 ສິ່ງ​ໃດ​ກະຕຸ້ນ​ພະ​ເຢໂຫວາ​ໃຫ້​ອະໄພ​ຄົນ​ອື່ນ?

11ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຂອງ​ພະ​ເຢໂຫວາ​ກະຕຸ້ນ​ເພິ່ນ​ໃຫ້​ອະໄພ​ຄົນ​ອື່ນ. ເມື່ອ​ພະ​ເຢໂຫວາ​ເຫັນ​ຄົນ​ທີ່​ເຮັດ​ຜິດ​ກັບ​ໃຈ​ແທ້ໆແລະ​ບໍ່​ກັບ​ໄປ​ເຮັດ​ຜິດ​ອີກ ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຂອງ​ເພິ່ນ​ກໍ​ກະຕຸ້ນ​ເພິ່ນ​ໃຫ້​ອະໄພ​ລາວ. ດາວິດ​ຜູ້​ຂຽນ​ຄຳເພງ​ໄດ້​ເວົ້າ​ເຖິງ​ພະ​ເຢໂຫວາ​ວ່າ: “ພະອົງ​ບໍ່​ລົງໂທດ​ພວກ​ເຮົາ​ໃຫ້​ສົມ​ກັບ​ບາບ​ຂອງ​ພວກ​ເຮົາ ແລະ​ບໍ່​ຕອບ​ແທນ​ພວກ​ເຮົາ​ໃຫ້​ສົມ​ກັບ​ຄວາມ​ຜິດ​ທີ່​ພວກ​ເຮົາ​ເຮັດ.” (ຄຳເພງ 103:8-11, ລ.ມ.) ທີ່​ຈິງ ດາວິດ​ເຄີຍ​ເຮັດ​ຜິດ​ຮ້າຍແຮງ ລາວ​ເສຍໃຈ​ຫຼາຍ​ແລະ​ຮູ້ສຶກ​ຜິດ​ກັບ​ສິ່ງ​ທີ່​ເຄີຍ​ເຮັດ. ແຕ່​ພະ​ເຢໂຫວາ​ກໍ​ “ພ້ອມ​ທີ່​ຈະ​ໃຫ້​ອະໄພ” ​ລາວ. ສິ່ງ​ໃດ​ເຮັດ​ໃຫ້​ພະ​ເຢໂຫວາ​ຢາກ​ໃຫ້​ອະໄພ? ຄຳ​ອະທິດຖານ​ຂອງ​ດາວິດ​ທີ່​ຢູ່​ໃນ​ຄຳເພງ 86:5 (ອ່ານ) ບອກ​ໃຫ້​ເຮົາ​ຮູ້​ວ່າ ພະ​ເຢໂຫວາ​ພ້ອມ​ທີ່​ຈະ​ໃຫ້​ອະໄພ​ເພາະ​ເພິ່ນ​ມີ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ທຸກ​ຄົນ​ທີ່​ຮ້ອງ​ຫາ​ເພິ່ນ.

12-13. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ຖ້າ​ເຮົາ​ຍັງ​ຮູ້ສຶກ​ຜິດ​ກັບ​ສິ່ງ​ທີ່​ເຮົາ​ເຄີຍ​ເຮັດ​ໃນ​ອະດີດ?

12 ເປັນ​ເລື່ອງ​ດີ​ທີ່​ເຮົາ​ຈະ​ຮູ້ສຶກ​ຜິດ​ກັບ​ສິ່ງ​ທີ່​ເຮົາ​ເຄີຍ​ເຮັດ ເພາະ​ມັນ​ຈະ​ກະຕຸ້ນ​ເຮົາ​ໃຫ້​ຢາກ​ກັບ​ໃຈ​ແລະ​ປ່ຽນ​ແປງ​ຕົວ​ເອງ. ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ບາງ​ຄົນ​ກໍ​ຮູ້ສຶກ​ຜິດ​ຫຼາຍ​ກັບ​ສິ່ງ​ທີ່​ເຂົາ​ເຈົ້າ​ເຄີຍ​ເຮັດ​ຜິດ​ພາດ​ໃນ​ອະດີດ. ເຖິງ​ວ່າ​ເຂົາ​ເຈົ້າ​ຈະ​ອະທິດຖານ​ຂໍ​ພະ​ເຢໂຫວາ​ໃຫ້​ອະໄພ​ແລະ​ປ່ຽນ​ແປງ​ຕົວ​ເອງ​ແລ້ວ ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ຄື​ຊິ​ບໍ່​ໃຫ້​ອະໄພ​ດອກ. ຖ້າ​ເຈົ້າ​ຮູ້ສຶກ​ແບບ​ນີ້ ການ​ທີ່​ເຈົ້າ​ຮູ້​ວ່າ​ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ຜູ້​ຮັບໃຊ້​ຂອງ​ເພິ່ນ​ຈະ​ຊ່ວຍ​ເຈົ້າ​ໄດ້.

13ເຮົາ​ໄດ້​ຮັບ​ປະໂຫຍດ​ຫຍັງ? ເຖິງ​ວ່າ​ເຮົາ​ຈະ​ເຄີຍ​ເຮັດ​ຜິດ ແຕ່​ເຮົາ​ກໍ​ສາມາດ​ຮັບໃຊ້​ພະ​ເຢໂຫວາ​ໂດຍ​ບໍ່​ຮູ້ສຶກ​ຜິດ​ແລະ​ມີ​ຄວາມ​ສຸກ​ໄດ້. ເລື່ອງ​ນີ້​ເປັນ​ໄປ​ໄດ້​ກໍ​ຍ້ອນ “ເລືອດ​ຂອງ​ພະ​ເຢຊູ​ລູກ​ຂອງ​ພະອົງ​ຈະ​ລົບ​ລ້າງ​ບາບ​ທັງ​ໝົດ​ຂອງ​ພວກ​ເຮົາ.” (1 ຢຮ. 1:7) ແຕ່​ຖ້າ​ເຈົ້າ​ຍັງ​ຮູ້ສຶກ​ຜິດ​ຢູ່ ກໍ​ຂໍ​ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ເຕັມ​ໃຈ​ທີ່​ຈະ​ໃຫ້​ອະໄພ​ເຈົ້າ​ຖ້າ​ເຈົ້າ​ກັບ​ໃຈ​ແທ້ໆ. ດາວິດ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ກ່ຽວ​ຂ້ອງ​ກັບ​ການ​ໃຫ້​ອະໄພ. ລາວ​ບອກ​ວ່າ: “ທ້ອງຟ້າ​ສູງ​ກວ່າ​ແຜ່ນດິນ​ຫຼາຍ​ເທົ່າ​ໃດ ພະອົງ​ກໍ​ຮັກ​ຄົນ​ທີ່​ຢຳເກງ​ເພິ່ນ​ຫຼາຍ​ເທົ່າ​ນັ້ນ. ທິດ​ຕາເວັນ​ອອກ​ໄກ​ຈາກ​ທິດ​ຕາເວັນ​ຕົກ​ຫຼາຍ​ເທົ່າ​ໃດ ພະອົງ​ກໍ​ຖິ້ມ​ຄວາມ​ຜິດ​ຂອງ​ພວກ​ເຮົາ​ໄປ​ໄກ​ຫຼາຍ​ເທົ່າ​ນັ້ນ.” (ເພງ. 103:11, 12, ລ.ມ.) ຈາກ​ເລື່ອງ​ນີ້​ເຮັດ​ໃຫ້​ເຮົາ​ຮູ້​ວ່າ ພະ​ເຢໂຫວາ​ເຕັມ​ໃຈ ‘ໃຫ້​ອະໄພ​ເຮົາ​ຢ່າງ​ໃຈ​ກວ້າງ’ ແທ້ໆ!—ເອຊາ. 55:7, ລ.ມ.

14. ດາວິດ​ບອກ​ວ່າ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຂອງ​ພະ​ເຢໂຫວາ​ຈະ​ປົກ​ປ້ອງ​ເຮົາ​ແນວ​ໃດ?

14ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຂອງ​ພະ​ເຢໂຫວາ​ຈະ​ຊ່ວຍ​ປົກ​ປ້ອງ​ເຮົາ​ທາງ​ດ້ານ​ຄວາມ​ເຊື່ອ. ດາວິດ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ວ່າ: “ພະອົງ​ເປັນ​ທີ່​ເພິ່ງ​ຂອງ​ຂ້ອຍ ພະອົງ​ຈະ​ປົກ​ປ້ອງ​ຂ້ອຍ​ໄວ້​ຈາກ​ຄວາມ​ທຸກ​ລຳບາກ ພະອົງ​ຈະ​ເຮັດ​ໃຫ້​ຮອບ​ຕົວ​ຂ້ອຍ​ມີ​ແຕ່​ສຽງ​ຮ້ອງ​ດີ​ໃຈ​ເພາະ​ພະອົງ​ຊ່ວຍ​ໃຫ້​ລອດ . . . ຄົນ​ທີ່​ວາງໃຈ​ພະ​ເຢໂຫວາ​ຈະ​ໄດ້​ຮັບ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຈາກ​ພະອົງ.” (ເພງ. 32:7, 10, ລ.ມ.) ຄື​ກັບ​ກຳແພງ​ເມືອງ​ທີ່​ປົກ​ປ້ອງ​ປະຊາຊົນ​ຈາກ​ສັດຕູ ພະ​ເຢໂຫວາ​ກໍ​ຈະ​ປົກ​ປ້ອງ​ເຮົາ​ຈາກ​ສິ່ງ​ໃດ​ກໍ​ຕາມ​ທີ່​ຈະ​ມາ​ທຳລາຍ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ເພິ່ນ. ນອກ​ຈາກ​ນັ້ນ ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຂອງ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ໃຫ້​ຢາກ​ໃກ້​ຊິດ​ກັບ​ເພິ່ນ.—ຢເຣ. 31:3

15. ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຂອງ​ພະ​ເຢໂຫວາ​ເປັນ​ຄື​ກັບ​ບ່ອນ​ລີ້​ໄພ​ແລະ​ປ້ອມ​ປາ​ການ​ແນວ​ໃດ?

15 ດາວິດ​ໄດ້​ໃຊ້​ຄຳ​ປຽບ​ທຽບ​ເພື່ອ​ອະທິບາຍ​ວ່າ ພະ​ເຢໂຫວາ​ປົກ​ປ້ອງ​ປະຊາຊົນ​ຂອງ​ເພິ່ນ​ແນວ​ໃດ. ລາວ​ເວົ້າ​ວ່າ: “ພະເຈົ້າ​ເປັນ​ບ່ອນ​ລີ້​ໄພ​ຂອງ​ຂ້ອຍ. ເປັນ​ພະເຈົ້າ​ທີ່​ຮັກ​ຂ້ອຍ​ຢ່າງ​ໝັ້ນ​ຄົງ.” ດາວິດ​ຍັງ​ບອກ​ອີກ​ວ່າ: “ພະອົງ​ຮັກ​ຂ້ອຍ​ຢ່າງ​ໝັ້ນ​ຄົງ ແລະ​ເປັນ​ປ້ອມ​ປາ​ການ​ຂອງ​ຂ້ອຍ ເປັນ​ບ່ອນ​ລີ້​ໄພ​ແລະ​ເປັນ​ຜູ້​ຊ່ວຍ​ຂ້ອຍ​ໃຫ້​ພົ້ນ​ໄພ ເປັນ​ໂລ້​ຂອງ​ຂ້ອຍ​ແລະ​ເປັນ​ທີ່​ເພິ່ງ​ຂອງ​ຂ້ອຍ.” (ເພງ. 59:17; 144:2, ລ.ມ.) ເປັນ​ຫຍັງ​ດາວິດ​ຈຶ່ງ​ສົມ​ທຽບ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຂອງ​ພະ​ເຢໂຫວາ​ເປັນ​ຄື​ກັບ​ປ້ອມ​ປາ​ການ​ແລະ​ບ່ອນ​ລີ້​ໄພ? ກໍ​ຍ້ອນ​ວ່າ​ຖ້າ​ເຮົາ​ເປັນ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ ບໍ່​ວ່າ​ເຮົາ​ຈະ​ຢູ່​ບ່ອນ​ໃດ​ໃນ​ໂລກ ພະ​ເຢໂຫວາ​ກໍ​ຈະ​ປົກ​ປ້ອງ​ເຮົາ​ຈາກ​ສິ່ງ​ທີ່​ຈະ​ທຳລາຍ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ເພິ່ນ. ໃນ​ຄຳເພງ​ບົດ 91 ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ໃນ​ເລື່ອງ​ນີ້​ຫຼາຍ​ຂຶ້ນ. ຜູ້​ຂຽນ​ຄຳເພງ​ບົດ​ນີ້​ບອກ​ວ່າ: “ຂ້ອຍ​ຈະ​ເວົ້າ​ກັບ​ພະ​ເຢໂຫວາ​ວ່າ: ‘ພະອົງ​ເປັນ​ບ່ອນ​ລີ້​ໄພ​ແລະ​ເປັນ​ປ້ອມ​ປາ​ການ​ຂອງ​ຂ້ອຍ.’” (ເພງ. 91: 1-3, 9, 14, ລ.ມ.) ໂມເຊ​ກໍ​ໃຊ້​ຄຳ​ສົມ​ທຽບ​ຄ້າຍໆກັນ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ຈະ​ປົກ​ປ້ອງ​ເຮົາ​ແນວ​ໃດ. (ເພງ. 90:1) ກ່ອນ​ທີ່​ໂມເຊ​ຈະ​ຕາຍ ​ລາວ​ບອກ​ວ່າ: “ພະເຈົ້າ​ເປັນ​ບ່ອນ​ລີ້​ໄພ​ມາ​ຕັ້ງ​ແຕ່​ສະໄໝ​ບູຮານ ແຂນ​ອັນ​ໝັ້ນ​ຄົງ​ນິລັນ​ຂອງ​ພະອົງ​ປະ​ຄັບ​ປະ​ຄອງ​ເຈົ້າ​ໄວ້.” (ບັນຍັດ. 33:27, ລ.ມ.) ຄຳ​ວ່າ “ແຂນ​ອັນ​ໝັ້ນ​ຄົງ​ນິລັນ​ຂອງ​ພະອົງ​ປະ​ຄັບ​ປະ​ຄອງ​ເຈົ້າ​ໄວ້” ຊ່ວຍ​ເຮົາ​ໃຫ້​ຮູ້​ຫຍັງ​ກ່ຽວ​ກັບ​ພະ​ເຢໂຫວາ?

16. ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃນ​ສອງ​ດ້ານ​ຫຍັງ​ແດ່? (ຄຳເພງ 136:23)

16 ເມື່ອ​ພະ​ເຢໂຫວາ​ເປັນ​ບ່ອນ​ລີ້​ໄພ​ຂອງ​ເຮົາ ເຮົາ​ກໍ​ຮູ້ສຶກ​ປອດໄພ. ແຕ່​ບາງ​ເທື່ອ​ເຮົາ​ອາດ​ຮູ້ສຶກ​ທໍ້​ໃຈ​ແລະ​ລົ້ມ​ລົງ. ຕອນ​ນັ້ນ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ແນວ​ໃດ? (ອ່ານ​ຄຳເພງ 136:23) ເພິ່ນ​ຈະ​ໃຊ້​ແຂນ​ປະ​ຄັບ​ປະ​ຄອງ​ເຮົາ ຄ່ອຍໆຊ່ວຍ​ເຮົາ​ລຸກ​ຂຶ້ນ ແລະ​ຊ່ວຍ​ເຮົາ​ໃຫ້​ເຊົາ​ທໍ້​ໃຈ. (ເພງ. 28:9; 94:18) ເຮົາ​ໄດ້​ຮັບ​ປະໂຫຍດ​ຫຍັງ? ເຮົາ​ສາມາດ​ເພິ່ງ​ພະ​ເຢໂຫວາ​ໄດ້​ສະເໝີ​ເພາະ​ເພິ່ນ​ຈະ​ຊ່ວຍ​ເຮົາ​ໃນ​ສອງ​ດ້ານ​ຄື: (1) ບໍ່​ວ່າ​ເຮົາ​ຈະ​ຢູ່​ບ່ອນ​ໃດ ພະ​ເຢໂຫວາ​ຈະ​ປົກ​ປ້ອງ​ເຮົາ. (2) ພະ​ເຢໂຫວາ​ພໍ່​ໃນ​ສະຫວັນ​ຮັກ​ແລະ​ເປັນ​ຫ່ວງ​ເຮົາ​ຫຼາຍ​ແທ້ໆ!

ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ເຮົາ​ສະເໝີ

17. ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຂອງ​ພະ​ເຢໂຫວາ​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ໃນ​ເລື່ອງ​ຫຍັງ? (ຄຳເພງ 33:18-22)

17 ຄື​ກັບ​ທີ່​ເຮົາ​ໄດ້​ຮຽນ​ມາ​ແລ້ວ ເມື່ອ​ເຮົາ​ເຈິ​ຄວາມ​ຍາກ​ລຳບາກ​ເຮົາ​ກໍ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັກສາ​ຄວາມ​ສັດ​ຊື່​ໄດ້. (2 ກຣ. 4:7-9) ຜູ້​ພະຍາກອນ​ເຢເຣມີ​ບອກ​ວ່າ: “ເພາະ​ພະ​ເຢໂຫວາ​ມີ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ ພວກ​ເຮົາ​ຈຶ່ງ​ຍັງ​ບໍ່​ພົບ​ຈຸດ​ຈົບ. ຄວາມ​ເມດຕາ​ຂອງ​ພະອົງ​ບໍ່​ມີ​ວັນ​ໝົດ.” (ຮ່ຳໄຮ. 3:22, ລ.ມ.) ເຮົາ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ ພະ​ເຢໂຫວາ​ຈະ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ເຮົາ​ສະເໝີ​ເພາະ​ຄຳພີ​ໄບເບິນ​ບອກ​ວ່າ: “ພະ​ເຢໂຫວາ​ຄອຍ​ເຝົ້າ​ເບິ່ງ​ຄົນ​ທີ່​ຢຳເກງ​ພະອົງ ແລະ​ຄົນ​ທີ່​ລໍ​ຄອຍ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຂອງ​ພະອົງ.”—ອ່ານ​ຄຳເພງ 33:18-22 *

18-19. (ກ) ເຮົາ​ຄວນ​ຈື່​ຫຍັງ​ໄວ້? (ຂ) ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ຕໍ່​ໄປ?

18 ເຮົາ​ຄວນ​ຈື່​ຫຍັງ​ໄວ້? ເຮົາ​ຄວນ​ຈື່​ວ່າ​ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ຕໍ່​ເຮົາ​ທຸກ​ຄົນ​ຕັ້ງ​ແຕ່​ເຮົາ​ຍັງ​ບໍ່​ໄດ້​ຮັບໃຊ້​ເພິ່ນ. ແຕ່​ເມື່ອ​ເຮົາ​ໄດ້​ເຂົ້າ​ມາ​ເປັນ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ ເຮົາ​ກໍ​ໄດ້​ຮັບ​ປະໂຫຍດ​ຈາກ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຂອງ​ເພິ່ນ. ຍ້ອນ​ພະ​ເຢໂຫວາ​ມີ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ ເພິ່ນ​ຈຶ່ງ​ໄດ້​ປົກ​ປ້ອງ​ເຮົາ ຊ່ວຍ​ເຮົາ​ໃຫ້​ໃກ້​ຊິດ​ກັບ​ເພິ່ນ ແລະ​ຈະ​ໃຫ້​ເຮົາ​ມີ​ຊີວິດ​ຕະຫຼອດ​ໄປ. (ເພງ. 46:1, 2, 7) ດັ່ງ​ນັ້ນ ບໍ່​ວ່າ​ເຮົາ​ຈະ​ເຈິ​ບັນຫາ​ຫຼື​ຄວາມ​ຍາກ​ລຳບາກ​ແບບ​ໃດ​ກໍ​ຕາມ ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ໃຫ້​ສັດ​ຊື່​ຕໍ່​ເພິ່ນ​ໄດ້.

19 ເຮົາ​ໄດ້​ຮຽນ​ແລ້ວ​ວ່າ​ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ຜູ້​ຮັບໃຊ້​ຂອງ​ເພິ່ນ​ແນວ​ໃດ ແຕ່​ເພິ່ນ​ກໍ​ຢາກ​ໃຫ້​ເຮົາ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ພີ່ນ້ອງ​ຄົນ​ອື່ນ​ຄື​ກັນ. ແລ້ວ​ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ? ເຮົາ​ຈະ​ຮຽນ​ເລື່ອງ​ນີ້​ໃນ​ບົດ​ຄວາມ​ຕໍ່​ໄປ.

ເພງ 136 ລາງວັນ​ທີ່​ດີ​ທີ່​ສຸດ​ຈາກ​ພະ​ເຢໂຫວາ

^ ຂໍ້ 5 ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ແມ່ນ​ຫຍັງ? ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ໃຜ? ແລະ​ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ແດ່​ຈາກ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຂອງ​ພະ​ເຢໂຫວາ? ເຮົາ​ຈະ​ມາ​ຕອບ​ຄຳຖາມ​ເຫຼົ່າ​ນີ້​ໃນ​ບົດ​ຄວາມ​ນີ້​ແລະ​ບົດ​ຄວາມ​ຕໍ່​ໄປ. ພ້ອມ​ກັນ​ນັ້ນ ເຮົາ​ຍັງ​ຈະ​ມາ​ເບິ່ງ​ຄຸນ​ລັກສະນະ​ທີ່​ສຳຄັນ​ນີ້​ຢ່າງ​ລະອຽດ.

^ ຂໍ້ 17 ຄຳເພງ 33:18-22 (ລ.ມ.): “ພະ​ເຢໂຫວາ​ຄອຍ​ເຝົ້າ​ເບິ່ງ​ຄົນ​ທີ່​ຢຳເກງ​ພະອົງ ແລະ​ຄົນ​ທີ່​ຄອຍ​ຖ້າ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຂອງ​ພະອົງ. ເພື່ອ​ຈະ​ຊ່ວຍ​ພວກ​ເຂົາ​ໃຫ້​ລອດ​ຕາຍ​ແລະ​ຊ່ວຍ​ບໍ່​ໃຫ້​ອົດ​ຕາຍ​ເມື່ອ​ຂາດແຄນ​ອາຫານ. ພວກ​ເຮົາ​ຄອຍ​ຖ້າ​ພະ​ເຢໂຫວາ ພະອົງ​ເປັນ​ຜູ້​ຊ່ວຍ​ແລະ​ເປັນ​ໂລ້​ຂອງ​ພວກ​ເຮົາ. ພວກ​ເຮົາ​ມີ​ຄວາມ​ສຸກ​ເພາະ​ສິ່ງ​ທີ່​ພະອົງ​ເຮັດ ເພາະ​ພວກ​ເຮົາ​ວາງໃຈ​ໃນ​ຊື່​ທີ່​ບໍລິສຸດ​ຂອງ​ພະອົງ. ພະ​ເຢໂຫວາ ຂໍ​ພະອົງ​ຮັກ​ພວກ​ເຮົາ​ຢ່າງ​ໝັ້ນ​ຄົງ​ແລະ​ພວກ​ເຮົາ​ຈະ​ຄອຍ​ຖ້າ​ພະອົງ.”

^ ຂໍ້ 54 ຄຳ​ອະທິບາຍ​ຮູບ​ພາບ: ພະ​ເຢໂຫວາ​ໄດ້​ສະແດງ​ຄວາມ​ຮັກ​ຕໍ່​ມະນຸດ​ທຸກ​ຄົນ​ລວມ​ເຖິງ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ນຳ. ຮູບທີ່​ຢູ່​ໃນ​ວົງ​ມົນ​ສະແດງ​ເຖິງ​ຄວາມ​ຮັກ​ທີ່​ພະ​ເຢໂຫວາ​ມີ​ຕໍ່​ເຮົາ. ແລະ​ສິ່ງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ຮັກ​ເຮົາ​ຫຼາຍ​ທີ່​ສຸດ​ກໍ​ຄື​ເພິ່ນ​ໄດ້​ໃຫ້​ພະ​ເຢຊູ​ມາ​ເປັນ​ຄ່າໄຖ່.

^ ຂໍ້ 62 ຄຳ​ອະທິບາຍ​ຮູບ​ພາບ: ຜູ້​ທີ່​ຮັບໃຊ້​ພະ​ເຢໂຫວາ​ແລະ​ສະແດງ​ຄວາມ​ເຊື່ອ​ຕໍ່​ຄ່າໄຖ່​ຂອງ​ພະ​ເຢຊູ ນອກ​ຈາກ​ຈະ​ໄດ້​ຮັບ​ຄວາມ​ຮັກ​ທີ່​ພະ​ເຢໂຫວາ​ສະແດງ​ຕໍ່​ມະນຸດ​ທຸກ​ຄົນ​ແລ້ວ ເຂົາ​ເຈົ້າ​ຍັງ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຂອງ​ພະ​ເຢໂຫວາ​ນຳ​ເຊິ່ງ​ສະແດງ​ຢູ່​ໃນ​ຮູບ​ວົງ​ມົນ.