ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 47

ຄວາມ​ເຊື່ອ​ຂອງ​ເຈົ້າ​ຈະ​ເຂັ້ມແຂງ​ພໍ​ບໍ?

ຄວາມ​ເຊື່ອ​ຂອງ​ເຈົ້າ​ຈະ​ເຂັ້ມແຂງ​ພໍ​ບໍ?

“ຢ່າ​ທຸກ​ໃຈ​ເລີຍ ຂໍ​ໃຫ້​ສະແດງ​ຄວາມ​ເຊື່ອ​ໃນ​ພະເຈົ້າ.”—ຢຮ. 14:1

ເພງ 119 ພວກ​ເຮົາ​ຕ້ອງ​ມີ​ຄວາມ​ເຊື່ອ

ໃຈ​ຄວາມ​ສຳຄັນ *

1. ເຮົາ​ອາດ​ຈະ​ຖາມ​ຕົວ​ເອງ​ໃນ​ເລື່ອງ​ຫຍັງ?

ເຈົ້າ​ອາດ​ຮູ້ສຶກ​ກັງວົນ​ເມື່ອ​ຄິດ​ເຖິງ​ເຫດການ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ ເຊັ່ນ: ການ​ທຳລາຍ​ສາສະໜາ​ປອມ ການ​ໂຈມຕີ​ຂອງ​ໂຄກ​ແຫ່ງ​ມາໂຄກ ແລະ​ສົງຄາມ​ອາມາເຄໂດນ. ແລະ​ເຈົ້າ​ອາດ​ຈະ​ຖາມ​ຕົວ​ເອງ​ວ່າ ‘ເມື່ອ​ມື້​ນັ້ນ​ມາ​ຮອດ ຂ້ອຍ​ຈະ​ລອດ​ຜ່ານ​ເຫດການ​ທີ່​ເປັນ​ຕາ​ຢ້ານ​ນີ້​ດ້ວຍ​ຄວາມ​ສັດ​ຊື່​ໄດ້​ບໍ?’ ຖ້າ​ເຈົ້າ​ຮູ້ສຶກ​ແບບ​ນັ້ນ ຄຳເວົ້າ​ຂອງ​ພະ​ເຢຊູ​ທີ່​ຢູ່​ໃນ​ຂໍ້​ພະ​ຄຳພີ​ຫຼັກ​ຂອງ​ບົດ​ນີ້​ຈະ​ຊ່ວຍ​ເຈົ້າ​ໄດ້. ໃນ​ຂໍ້​ນັ້ນ​ພະ​ເຢຊູ​ບອກ​ລູກສິດ​ຂອງ​ເພິ່ນ​ວ່າ: “ຢ່າ​ທຸກ​ໃຈ​ເລີຍ ຂໍ​ໃຫ້​ສະແດງ​ຄວາມ​ເຊື່ອ​ໃນ​ພະເຈົ້າ.” (ໂຢຮັນ 14:1) ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຈະ​ຊ່ວຍ​ເຮົາ​ໃຫ້​ອົດ​ທົນ​ກັບ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ​ໄດ້.

2. ເຮົາ​ຈະ​ເສີມ​ຄວາມ​ເຊື່ອ​ຂອງ​ເຮົາ​ໃຫ້​ເຂັ້ມແຂງ​ໄດ້​ແນວ​ໃດ ແລະ​ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

2 ເພື່ອ​ຈະ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ ເຮົາ​ຕ້ອງ​ຄິດ​ເຖິງ​ສິ່ງ​ທີ່​ເຮົາ​ເຮັດ​ໃນ​ຕອນ​ນີ້​ເມື່ອ​ມີ​ບັນຫາ. ຖ້າ​ເຮົາ​ຄິດ​ເຖິງ​ສິ່ງ​ເຫຼົ່າ​ນີ້ ເຮົາ​ກໍ​ຮູ້​ວ່າ​ຈະ​ເສີມ​ຄວາມ​ເຊື່ອ​ຂອງ​ຕົວ​ເອງ​ໃນ​ເລື່ອງ​ຫຍັງ​ແດ່. ແລະ​ທຸກ​ເທື່ອ​ທີ່​ເຮົາ​ຜ່ານ​ບັນຫາ​ມາ​ໄດ້ ຄວາມ​ເຊື່ອ​ຂອງ​ເຮົາ​ກໍ​ຈະ​ເຂັ້ມແຂງ​ຂຶ້ນ​ເຊິ່ງ​ຈະ​ຊ່ວຍ​ເຮົາ​ໃຫ້​ອົດ​ທົນ​ກັບ​ບັນຫາ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ​ໄດ້. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ບັນຫາ 4 ຢ່າງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ລູກສິດ​ຂອງ​ພະ​ເຢຊູ​ຕ້ອງ​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ. ເມື່ອ​ເຮົາ​ຮຽນ​ເລື່ອງ​ເຫຼົ່າ​ນີ້ ເຮົາ​ອາດ​ຈະ​ເຫັນ​ບັນຫາ​ຄ້າຍ​ຄື​ກັບ​ທີ່​ເຮົາ​ເຈິ​ໃນ​ທຸກ​ມື້​ນີ້ ແລະ​ຊ່ວຍ​ເຮົາ​ໃຫ້​ກຽມ​ພ້ອມ​ທີ່​ຈະ​ຮັບ​ມື​ກັບ​ບັນຫາ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ​ໄດ້.

ເຊື່ອ​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ເຮົາ​ມີ​ສິ່ງ​ຈຳເປັນ

ເຮົາ​ອາດ​ຈະ​ມີ​ບັນຫາ​ດ້ານ​ເສດຖະກິດ ແຕ່​ຄວາມ​ເຊື່ອ​ຊ່ວຍ​ເຮົາ​ໃຫ້​ເອົາ​ການ​ຮັບໃຊ້​ພະ​ເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ (ເບິ່ງ​ຂໍ້ 3-6)

3. ມັດທາຍ 6:30, 33 ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ໃນ​ເລື່ອງ​ຫຍັງ?

3 ເປັນ​ເລື່ອງ​ທຳມະດາ​ທີ່​ຫົວ​ໜ້າ​ຄອບຄົວ​ຢາກ​ໃຫ້​ຄອບຄົວ​ມີ​ສິ່ງ​ຈຳເປັນ ເຊັ່ນ: ອາຫານ​ການ​ກິນ ເຄື່ອງ​ນຸ່ງ​ຫົ່ມ ແລະ​ບ່ອນ​ຢູ່​ອາໄສ. ແຕ່​ມັນ​ກໍ​ບໍ່​ງ່າຍ​ໃນ​ຊ່ວງ​ເວລາ​ທີ່​ຫຍຸ້ງຍາກ​ແບບ​ນີ້. ພີ່ນ້ອງ​ບາງ​ຄົນ​ກໍ​ຕົກ​ວຽກ​ແລະ​ຍັງ​ຊອກ​ວຽກ​ເຮັດ​ບໍ່​ໄດ້​ເຖິງ​ວ່າ​ຈະ​ພະຍາຍາມ​ແລ້ວ. ສ່ວນ​ພີ່ນ້ອງ​ຄົນ​ອື່ນໆກໍ​ປະຕິເສດ​ວຽກ​ທີ່​ຂັດ​ກັບ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ. ບໍ່​ວ່າ​ເຮົາ​ຈະ​ເຈິ​ບັນຫາ​ແບບ​ໃດ ເຮົາ​ກໍ​ຕ້ອງ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ເຮົາ​ມີ​ສິ່ງ​ຈຳເປັນ. ພະ​ເຢຊູ​ໄດ້​ເນັ້ນ​ເລື່ອງ​ນີ້​ກັບ​ພວກ​ລູກສິດ​ຂອງ​ເພິ່ນ​ໃນ​ຄຳບັນຍາຍ​ເທິງ​ພູເຂົາ. (ອ່ານ​ມັດທາຍ 6:30, 33) ເມື່ອ​ເຮົາ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ບໍ່​ປະ​ຖິ້ມ​ເຮົາ ເຮົາ​ກໍ​ຈະ​ຈົດຈໍ່​ກັບ​ການ​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆໄປ​ໄດ້ ແລະ​ເມື່ອ​ເຮົາ​ເຫັນ​ວ່າ​ພະ​ເຢໂຫວາ​ໄດ້​ຊ່ວຍ​ເຮົາ​ໃຫ້​ມີ​ສິ່ງ​ຈຳເປັນ​ແນວ​ໃດ ເຮົາ​ກໍ​ຈະ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ແລະ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ.

4-5. ສິ່ງ​ໃດ​ຊ່ວຍ​ຄອບຄົວ​ໜຶ່ງ​ໃຫ້​ອົດ​ທົນ​ໄດ້​ເມື່ອ​ກັງວົນ​ກ່ຽວ​ກັບ​ສິ່ງ​ຈຳເປັນ​ໃນ​ການ​ດຳ​ລົງ​ຊີວິດ?

4 ໃຫ້​ເຮົາ​ມາ​ເບິ່ງ​ປະສົບການ​ຂອງ​ຄອບຄົວ​ພີ່ນ້ອງ​ຄັດສ໌ໂຕຣ​ຢູ່​ໃນ​ເວເນຊູເອລາ. ເຂົາ​ເຈົ້າ​ໄດ້​ເຫັນ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ເມື່ອ​ເຂົາ​ເຈົ້າ​ກັງວົນ​ກ່ຽວ​ກັບ​ສິ່ງ​ຈຳເປັນ​ໃນ​ການ​ດຳລົງ​ຊີວິດ. ຕອນ​ທຳອິດ ຄອບຄົວ​ນີ້​ທຳ​ມາ​ຫາ​ກິນ​ດ້ວຍ​ການ​ເຮັດ​ໄຮ່​ເຮັດ​ສວນ. ແຕ່​ຢູ່​ມາ​ມື້​ໜຶ່ງ​ມີ​ແກ໊ງ​ອັນທະພານ​ໄດ້​ມາ​ປຸ້ນ​ແລະ​ຍຶດ​ເອົາ​ທີ່​ດິນ​ຂອງ​ເຂົາ​ເຈົ້າ. ມິເກວ​ຜູ້​ເປັນ​ພໍ່​ບອກ​ວ່າ: “ຕອນ​ນີ້​ເຮົາ​ໄດ້​ຂໍ​ໃຊ້​ທີ່​ດິນ​ນ້ອຍໆຂອງ​ຄົນ​ອື່ນ​ເພື່ອ​ຈະ​ເຮັດ​ໄຮ່​ເຮັດ​ສວນ. ຂ້ອຍ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ມີ​ສິ່ງ​ຈຳເປັນ​ໃນ​ແຕ່​ລະ​ມື້.” ເຖິງ​ວ່າ​ຄອບຄົວ​ນີ້​ຈະ​ລຳບາກ ແຕ່​ເຂົາ​ເຈົ້າ​ກໍ​ໝັ້ນ​ໃຈ​ຢ່າງ​ເຕັມທີ​ວ່າ​ພະ​ເຢໂຫວາ​ຈະ​ເບິ່ງ​ແຍງ​ເຂົາ​ເຈົ້າ​ໃຫ້​ມີ​ສິ່ງ​ຈຳເປັນ. ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ເຂົ້າ​ຮ່ວມ​ປະຊຸມ​ແລະ​ປະກາດ​ເປັນ​ປະຈຳ. ເຫັນ​ໄດ້​ວ່າ​ເມື່ອ​ເຂົາ​ເຈົ້າ​ໃຫ້​ການ​ຮັບໃຊ້​ພະ​ເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ ພະ​ເຢໂຫວາ​ກໍ​ໄດ້​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ມີ​ສິ່ງ​ຈຳເປັນ.

5 ຕະຫຼອດ​ເວລາ​ທີ່​ມີ​ຄວາມ​ຫຍຸ້ງຍາກ ມິເກວ​ແລະ​ຢູໄຣ​ເມຍ​ຂອງ​ລາວ​ໄດ້​ເຫັນ​ວິທີ​ທີ່​ພະ​ເຢໂຫວາ​ເບິ່ງ​ແຍງ​ຄອບຄົວ​ຂອງ​ເຂົາ​ເຈົ້າ. ບາງ​ເທື່ອ​ພະ​ເຢໂຫວາ​ໃຊ້​ພີ່ນ້ອງ​ເພື່ອ​ແບ່ງ​ປັນ​ສິ່ງ​ຈຳເປັນ​ແລະ​ຫາ​ວຽກ​ເລັກໆນ້ອຍໆໃຫ້​ມິເກວ​ເຮັດ. ແລະ​ໃນ​ໂອກາດ​ອື່ນ ພະ​ເຢໂຫວາ​ໄດ້​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ມີ​ສິ່ງ​ຈຳເປັນ​ໂດຍ​ທາງ​ສຳນັກງານ​ສາຂາ. ເມື່ອ​ເຫັນ​ວ່າ​ພະ​ເຢໂຫວາ​ບໍ່​ເຄີຍ​ປະ​ຖິ້ມ​ເຂົາ​ເຈົ້າ ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ໂຮ​ເຊ​ລິນ​ລູກ​ສາວ​ກົກ​ຂອງ​ເຂົາ​ເຈົ້າ​ບອກ​ວ່າ: “ເຮົາ​ໄດ້​ຮັບ​ກຳລັງ​ໃຈ​ຫຼາຍ​ທີ່​ເຫັນ​ວ່າ​ພະ​ເຢໂຫວາ​ເບິ່ງ​ແຍງ​ເຮົາ​ໃຫ້​ມີ​ສິ່ງ​ຈຳເປັນ. ພະ​ເຢໂຫວາ​ເປັນ​ໝູ່​ຂ້ອຍ ແລະ​ຂ້ອຍ​ກໍ​ໝັ້ນ​ໃຈ​ວ່າ​ເພິ່ນ​ຈະ​ຊ່ວຍ​ເຫຼືອ​ຂ້ອຍ​ຕະຫຼອດ.” ລາວ​ຍັງ​ເວົ້າ​ຕື່ມ​ອີກ​ວ່າ: “ບັນຫາ​ທີ່​ເຮົາ​ອົດ​ທົນ​ໄດ້​ໃນ​ຕອນ​ນີ້ ຈະ​ຊ່ວຍ​ເຮົາ​ໃຫ້​ພ້ອມ​ທີ່​ຈະ​ອົດ​ທົນ​ກັບ​ບັນຫາ​ທີ່​ໜັກ​ກວ່າ​ໃນ​ອະນາຄົດ​ໄດ້.”

6. ເຈົ້າ​ຈະ​ເສີມ​ຄວາມ​ເຊື່ອ​ຂອງ​ເຈົ້າ​ໃຫ້​ເຂັ້ມແຂງ​ໄດ້​ແນວ​ໃດ​ເມື່ອ​ມີ​ບັນຫາ​ດ້ານ​ເສດຖະກິດ?

6 ເຈົ້າ​ກຳລັງ​ມີ​ບັນຫາ​ດ້ານ​ເສດຖະກິດ​ບໍ? ຖ້າ​ແມ່ນ ເຈົ້າ​ກໍ​ຄື​ຊິ​ມີ​ຊີວິດ​ທີ່​ລຳບາກ. ແຕ່​ຂໍ​ໃຫ້​ໃຊ້​ເວລາ​ນີ້​ເພື່ອ​ຈະ​ເສີມ​ຄວາມ​ເຊື່ອ​ຂອງ​ເຈົ້າ​ໃຫ້​ເຂັ້ມແຂງ. ໃຫ້​ອະທິດຖານ​ເຖິງ​ພະ​ເຢໂຫວາ​ແລະ​ອ່ານ​ຄຳເວົ້າ​ຂອງ​ພະ​ເຢຊູ​ທີ່​ຢູ່​ໃນ​ມັດທາຍ 6:25-34 ແລະ​ຄິດ​ຕຶກຕອງ​ສິ່ງ​ທີ່​ໄດ້​ອ່ານ. ໃຫ້​ຄິດ​ເຖິງ​ຕົວຢ່າງ​ຂອງ​ພີ່ນ້ອງ​ໃນ​ທຸກ​ມື້​ນີ້​ທີ່​ສະແດງ​ໃຫ້​ເຫັນ​ວ່າ ພະ​ເຢໂຫວາ​ໄດ້​ເບິ່ງ​ແຍງ​ເຂົາ​ເຈົ້າ​ໃຫ້​ມີ​ສິ່ງ​ຈຳເປັນ​ເມື່ອ​ເຂົາ​ເຈົ້າ​ໃຫ້​ການ​ຮັບໃຊ້​ຂອງ​ເພິ່ນ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. (1 ກຣ. 15:58) ຖ້າ​ເຮັດ​ແບບ​ນີ້ ເຈົ້າ​ກໍ​ຈະ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ຄື​ກັບ​ທີ່​ເຄີຍ​ຊ່ວຍ​ພີ່ນ້ອງ​ຄົນ​ອື່ນ. ພະ​ເຢໂຫວາ​ຮູ້​ວ່າ​ເຈົ້າ​ຕ້ອງການ​ຫຍັງ​ແລະ​ຮູ້​ວ່າ​ຈະ​ຊ່ວຍ​ເຈົ້າ​ແນວ​ໃດ. ເມື່ອ​ເຈົ້າ​ເຫັນ​ວ່າ​ພະ​ເຢໂຫວາ​ຊ່ວຍ​ເຫຼືອ​ເຈົ້າ​ຕະຫຼອດ ເຈົ້າ​ກໍ​ຈະ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຫຼາຍ​ຂຶ້ນ​ເຊິ່ງ​ຈະ​ເຮັດ​ໃຫ້​ເຈົ້າ​ສາມາດ​ອົດ​ທົນ​ກັບ​ບັນຫາ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ​ໄດ້.—ຫາບາ. 3:17, 18

ຄວາມ​ເຊື່ອ​ຊ່ວຍ​ໃຫ້​ເຮົາ​ອົດ​ທົນ​ກັບ “ພາຍຸ​ໃຫຍ່”

ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຈະ​ຊ່ວຍ​ເຮົາ​ໃຫ້​ຜ່ານ​ພາຍຸ​ໃຫຍ່​ໃນ​ຊີວິດ ບໍ່​ວ່າ​ຈະ​ເປັນ​ພາຍຸ​ຕາມ​ຕົວ​ອັກສອນ​ຫຼື​ບັນຫາ​ຕ່າງໆທີ່​ເຮົາ​ເຈິ (ເບິ່ງ​ຂໍ້ 7-11)

7. ຕາມ​ມັດທາຍ 8:23-26 ເມື່ອ​ເກີດ​ພາຍຸ​ໃຫຍ່​ຂຶ້ນ ຄວາມ​ເຊື່ອ​ຂອງ​ພວກ​ລູກສິດ​ເປັນ​ແນວ​ໃດ?

7 ຕອນ​ທີ່​ພະ​ເຢຊູ​ກັບ​ພວກ​ລູກສິດ​ເດີນ​ທາງ​ຢູ່​ທະເລ ໄດ້​ເກີດ​ມີ​ພາຍຸ​ໃຫຍ່​ພັດ​ມາ. ພະ​ເຢຊູ​ເລີຍ​ໃຊ້​ເຫດການ​ນີ້​ເພື່ອ​ສອນ​ລູກສິດ​ໃຫ້​ເຂົ້າ​ໃຈ​ວ່າ ເຂົາ​ເຈົ້າ​ຈຳເປັນ​ຕ້ອງ​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ. (ອ່ານ​ມັດທາຍ 8:23-26) ຕອນ​ທີ່​ມີ​ລົມ​ແຮງ ຄື້ນ​ໄດ້​ຊັດ​ນ້ຳ​ເຂົ້າ​ມາ​ໃນ​ເຮືອ​ຈົນ​ເຮັດ​ໃຫ້​ເຮືອ​ເກືອບ​ຈົມ ແຕ່​ພະ​ເຢຊູ​ພັດ​ຍັງ​ນອນ​ຫຼັບ​ຢູ່. ພວກ​ລູກສິດ​ຢ້ານ​ຫຼາຍ​ຈຶ່ງ​ໄດ້​ໄປ​ປຸກ​ພະ​ເຢຊູ​ແລະ​ຂໍ​ໃຫ້​ເພິ່ນ​ຊ່ວຍ. ພະ​ເຢຊູ​ຈຶ່ງ​ໄດ້​ບອກ​ເຂົາ​ເຈົ້າ​ວ່າ: “ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ຢ້ານ ພວກ​ເຈົ້າ​ຈັ່ງ​ແມ່ນ​ມີ​ຄວາມ​ເຊື່ອ​ໜ້ອຍ​ແທ້ໆ?” ພວກ​ລູກສິດ​ຄວນ​ຈະ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ສາມາດ​ປົກ​ປ້ອງ​ເຂົາ​ເຈົ້າ​ກັບ​ພະ​ເຢຊູ​ໄດ້​ງ່າຍໆເລີຍ. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ນີ້? ຖ້າ​ເຮົາ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ ເຮົາ​ກໍ​ຈະ​ຜ່ານ “ພາຍຸ​ໃຫຍ່” ບໍ່​ວ່າ​ຈະ​ເປັນ​ພາຍຸ​ຕາມ​ຕົວ​ອັກສອນ​ຫຼື​ບັນຫາ​ຕ່າງໆໃນ​ຊີວິດ.

8-9. ອາເນວ​ເຈິ​ກັບ​ບັນຫາ​ຫຍັງ ແລະ​ສິ່ງ​ໃດ​ຊ່ວຍ​ລາວ​ໃຫ້​ອົດ​ທົນ​ໄດ້?

8 ໃຫ້​ເຮົາ​ມາ​ເບິ່ງ​ປະສົບການ​ຂອງ​ອາເນວ​ພີ່ນ້ອງ​ຍິງ​ໂສດ​ຈາກ​ປອກໂຕຣິໂກ​ທີ່​ໄດ້​ເຈິ​ກັບ​ບັນຫາ​ໃຫຍ່​ເຊິ່ງ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ລາວ​ເຂັ້ມແຂງ​ຂຶ້ນ. ບັນຫາ​ທີ່​ລາວ​ເຈິ​ເປັນ​ພາຍຸ​ໃຫຍ່​ແທ້ໆ ເພາະ​ໃນ​ປີ 2017 ພາຍຸ​ເຮີຣິເຄນ​ມາເຣຍ​ໄດ້​ສ້າງ​ຄວາມ​ເສຍຫາຍ​ໃຫ້​ບ້ານ​ເຮືອນ​ຂອງ​ລາວ ແລະ​ຊ້ຳ​ບໍ່​ໜຳ​ລາວ​ຍັງ​ຕົກ​ວຽກ​ອີກ. ອາເນວ​ເວົ້າ​ວ່າ: “ໃນ​ຊ່ວງ​ເວລາ​ທີ່​ຫຍຸ້ງຍາກ​ແບບ​ນີ້ ຂ້ອຍ​ໄດ້​ໄວ້​ໃຈ​ພະ​ເຢໂຫວາ​ໂດຍ​ການ​ອະທິດຖານ ແລະ​ບໍ່​ຍອມ​ໃຫ້​ຄວາມ​ອຸກ​ໃຈ​ມາ​ເຮັດ​ໃຫ້​ຂ້ອຍ​ທໍ້​ຈົນ​ບໍ່​ຢາກ​ເຮັດ​ຫຍັງ​ເລີຍ.”

9 ອີກ​ສິ່ງ​ໜຶ່ງ​ທີ່​ຊ່ວຍ​ອາເນວ​ໄດ້​ກໍ​ຄື ການ​ເຊື່ອ​ຟັງ. ລາວ​ບອກ​ວ່າ: “ການ​ເຊື່ອ​ຟັງ​ຄຳ​ແນະນຳ​ຂອງ​ອົງການ​ຊ່ວຍ​ຂ້ອຍ​ໃຫ້​ສະຫງົບ​ໃຈ​ໄດ້. ຂ້ອຍ​ເຫັນ​ວ່າ​ພະ​ເຢໂຫວາ​ຊ່ວຍ​ຂ້ອຍ​ໂດຍ​ທາງ​ພີ່ນ້ອງ. ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ໃຫ້​ກຳລັງ​ໃຈ​ຂ້ອຍ ແຕ່​ຍັງ​ໃຫ້​ສິ່ງ​ຈຳເປັນ​ກັບ​ຂ້ອຍ​ນຳ.” ລາວ​ເວົ້າ​ຕື່ມ​ວ່າ: “ພະ​ເຢໂຫວາ​ໄດ້​ຊ່ວຍ​ເຫຼືອ​ຂ້ອຍ​ຫຼາຍ​ກວ່າ​ທີ່​ຂ້ອຍ​ຂໍ​ດ້ວຍ​ຊ້ຳ. ນີ້​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຫຼາຍ​ຂຶ້ນ.”

10. ເຮົາ​ຕ້ອງ​ເຮັດ​ຫຍັງ​ຖ້າ​ເຮົາ​ເຈິ “ພາຍຸ​ໃຫຍ່” ໃນ​ຊີວິດ?

10 ເຈົ້າ​ກຳລັງ​ເຈິ​ກັບ “ພາຍຸ​ໃຫຍ່” ໃນ​ຊີວິດ​ບໍ? ເຊິ່ງ​ພາຍຸ​ໃຫຍ່​ນັ້ນ​ອາດ​ຈະ​ໝາຍ​ເຖິງ​ໄພ​ທຳມະຊາດ​ຫຼື​ບັນຫາ​ຮ້າຍ​ແຮງ​ທາງ​ດ້ານ​ສຸຂະພາບ​ທີ່​ເຮັດ​ໃຫ້​ຮູ້ສຶກ​ທໍ້​ໃຈ​ແລະ​ບໍ່​ຮູ້​ວ່າ​ຈະ​ເຮັດ​ແນວ​ໃດ. ບາງ​ເທື່ອ​ເຈົ້າ​ອາດ​ຈະ​ຮູ້ສຶກ​ອຸກ​ໃຈ ແຕ່​ຢ່າ​ໃຫ້​ຄວາມ​ອຸກ​ໃຈ​ນັ້ນ​ມາ​ເຮັດ​ໃຫ້​ເຈົ້າ​ເຊົາ​ໄວ້​ໃຈ​ພະ​ເຢໂຫວາ. ໃຫ້​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ໂດຍ​ອະທິດຖານ​ເຖິງ​ເພິ່ນ. ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ໂດຍ​ຄິດ​ຕຶກຕອງ​ເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ເຄີຍ​ຊ່ວຍ​ເຈົ້າ​ມາ​ແລ້ວ. (ເພງ. 77:11, 12) ເມື່ອ​ເຈົ້າ​ເຮັດ​ສິ່ງ​ເຫຼົ່າ​ນີ້ ເຈົ້າ​ກໍ​ຈະ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ບໍ່​ມີ​ວັນ​ປະ​ຖິ້ມ​ເຈົ້າ​ທັງ​ໃນ​ຕອນ​ນີ້​ແລະ​ໃນ​ອະນາຄົດ.

11. ເປັນ​ຫຍັງ​ເຮົາ​ຄວນ​ເຊື່ອ​ຟັງ​ຜູ້​ທີ່​ນຳ​ໜ້າ​ໃນ​ອົງການ?

11 ມີ​ສິ່ງ​ໃດ​ອີກ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ອົດ​ທົນ​ກັບ​ບັນຫາ​ຕ່າງໆໄດ້? ຈາກ​ປະສົບການ​ຂອງ​ອາເນວ​ບອກ​ໃຫ້​ຮູ້​ວ່າ​ສິ່ງ​ທີ່​ຈະ​ຊ່ວຍ​ໄດ້​ກໍ​ຄື ການ​ເຊື່ອ​ຟັງ. ດັ່ງ​ນັ້ນ ເພື່ອ​ທີ່​ເຮົາ​ຈະ​ເຊື່ອ​ຟັງ ເຮົາ​ກໍ​ຕ້ອງ​ຮຽນ​ຮູ້​ທີ່​ຈະ​ໄວ້​ໃຈ​ຜູ້​ທີ່​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ໄວ້​ໃຈ. ເປັນ​ຫຍັງ​ຈຶ່ງ​ເວົ້າ​ແນວ​ນັ້ນ? ເພາະ​ບາງ​ເທື່ອ​ເຮົາ​ອາດ​ຮູ້ສຶກ​ວ່າ​ຄຳ​ແນະນຳ​ຂອງ​ຜູ້​ທີ່​ນຳ​ໜ້າ​ໃນ​ອົງການ​ບໍ່​ສົມ​ເຫດ​ສົມ​ຜົນ ແຕ່​ຂໍ​ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ຈະ​ອວຍ​ພອນ​ຜູ້​ທີ່​ເຊື່ອ​ຟັງ​ເພິ່ນ. ຈາກ​ເລື່ອງ​ຂອງ​ຄົນ​ໃນ​ຄຳພີ​ໄບເບິນ​ແລະ​ປະສົບການ​ຂອງ​ພີ່ນ້ອງ​ໃນ​ທຸກ​ມື້​ນີ້ ກໍ​ສະແດງ​ໃຫ້​ເຫັນ​ວ່າ​ການ​ເຊື່ອ​ຟັງ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ລອດ​ຊີວິດ. (ອົບ. 14:1-4; 2 ຂ່າວ. 20:17) ການ​ຄິດ​ຕຶກຕອງ​ກ່ຽວ​ກັບ​ເລື່ອງ​ເຫຼົ່າ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ຢາກ​ເຮັດ​ຕາມ​ຄຳ​ແນະນຳ​ຈາກ​ອົງການ​ຂອງ​ພະ​ເຢໂຫວາ​ທັງ​ໃນ​ຕອນ​ນີ້​ແລະ​ໃນ​ອະນາຄົດ. (ຮຣ. 13:17) ແລ້ວ​ເຮົາ​ກໍ​ຈະ​ບໍ່​ຢ້ານ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ທີ່​ໃກ້​ຈະ​ມາ​ເຖິງ.—ສຸພາ. 3:25

ຄວາມ​ເຊື່ອ​ຊ່ວຍ​ໃຫ້​ອົດ​ທົນ​ກັບ​ຄວາມ​ບໍ່​ຍຸຕິທຳ

ການ​ອະທິດຖານ​ເລື້ອຍໆຈະ​ຊ່ວຍ​ໃຫ້​ເຮົາ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ (ເບິ່ງ​ຂໍ້ 12)

12. ຕາມ​ລູກາ 18:1-8 ການ​ມີ​ຄວາມ​ເຊື່ອ​ແລະ​ການ​ອົດ​ທົນ​ກັບ​ຄວາມ​ບໍ່​ຍຸຕິທຳ​ກ່ຽວ​ຂ້ອງ​ກັນ​ແນວ​ໃດ?

12 ພະ​ເຢຊູ​ຮູ້​ວ່າ​ຄວາມ​ບໍ່​ຍຸຕິທຳ​ສົ່ງ​ຜົນ​ຕໍ່​ຄວາມ​ເຊື່ອ​ຂອງ​ພວກ​ລູກສິດ. ດັ່ງ​ນັ້ນ ​ເພື່ອ​ຈະ​ຊ່ວຍ​ພວກ​ລູກສິດ​ໃຫ້​ມີ​ຄວາມ​ອົດ​ທົນ​ກັບ​ຄວາມ​ບໍ່​ຍຸຕິທຳ ພະ​ເຢຊູ​ໄດ້​ຍົກ​ຕົວຢ່າງ​ປຽບ​ທຽບ​ເລື່ອງ​ໜຶ່ງ​ຂຶ້ນ​ມາ​ເຊິ່ງ​ບັນທຶກ​ຢູ່​ໃນ​ປຶ້ມ​ລູກາ. ພະ​ເຢຊູ​ບອກ​ວ່າ ແມ່​ໝ້າຍ​ຄົນ​ໜຶ່ງ​ໄດ້​ໄປ​ຮ້ອງ​ຂໍ​ຄວາມ​ຍຸຕິທຳ​ຈາກ​ຜູ້​ພິພາກສາ​ທີ່​ບໍ່​ມີ​ຄວາມ​ຍຸຕິທຳ. ແມ່​ໝ້າຍ​ຄົນ​ນີ້​ໝັ້ນ​ໃຈ​ວ່າ​ຖ້າ​ລາວ​ອົດ​ທົນ​ພະຍາຍາມ​ຂໍ​ຕໍ່ໆໄປ ຜູ້​ພິພາກສາ​ຄົນ​ນີ້​ຈະ​ໃຫ້​ຄວາມ​ຍຸຕິທຳ​ກັບ​ລາວ. ໃນ​ທີ່​ສຸດ​ແມ່​ໝ້າຍ​ຄົນ​ນີ້​ກໍ​ໄດ້​ຮັບ​ຄວາມ​ຍຸຕິທຳ. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ນີ້? ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ມີ​ຄວາມ​ຍຸຕິທຳ​ຢູ່​ແລ້ວ. ດັ່ງ​ນັ້ນ ພະ​ເຢຊູ​ຈຶ່ງ​ບອກ​ວ່າ: “ພະເຈົ້າ​ຈະ​ໃຫ້​ຄວາມ​ຍຸຕິທຳ​ກັບ​ຄົນ​ທີ່​ພະອົງ​ເລືອກ​ໄວ້​ເມື່ອ​ພວກ​ເຂົາ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະອົງ​ທັງ​ເວັນ​ທັງ​ຄືນ.” (ອ່ານ​ລູກາ 18:1-8) ຈາກ​ນັ້ນ​ເພິ່ນ​ກໍ​ເວົ້າ​ຕື່ມ​ອີກ​ວ່າ “ແຕ່​ເມື່ອ ‘ລູກ​ມະນຸດ’ ມາ ເພິ່ນ​ຈະ​ພົບ​ຄົນ​ທີ່​ມີ​ຄວາມ​ເຊື່ອ​ແບບ​ນີ້ ໃນ​ໂລກ​ແທ້ໆບໍ?” ດັ່ງ​ນັ້ນ ເມື່ອ​ເຮົາ​ເຈິ​ກັບ​ຄວາມ​ບໍ່​ຍຸຕິທຳ ຂໍ​ໃຫ້​ເຮົາ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຄື​ກັບ​ແມ່​ໝ້າຍ​ຄົນ​ນີ້​ໂດຍ​ສະແດງ​ຄວາມ​ອົດ​ທົນ​ແລະ​ເຮັດ​ສິ່ງ​ທີ່​ເຮົາ​ເຮັດ​ໄດ້​ຕໍ່ໆໄປ ເພາະ​ຖ້າ​ເຮົາ​ເຮັດ​ແບບ​ນີ້​ເຮົາ​ກໍ​ໝັ້ນ​ໃຈ​ໄດ້​ວ່າ ບໍ່​ຊ້າ​ກໍ​ໄວ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ແທ້ໆ. ນອກ​ຈາກ​ນັ້ນ ເຮົາ​ຕ້ອງ​ໝັ້ນ​ໃຈ​ວ່າ​ຄຳ​ອະທິດຖານ​ມີ​ພະລັງ​ຫຼາຍ​ແລະ​ອາດ​ຈະ​ຊ່ວຍ​ເຮົາ​ໃນ​ແບບ​ທີ່​ບໍ່​ຄາດ​ຄິດ.

13. ຄຳ​ອະທິດຖານ​ຊ່ວຍ​ຄອບຄົວ​ໜຶ່ງ​ແນວ​ໃດ​ເມື່ອ​ເຈິ​ຄວາມ​ບໍ່​ຍຸຕິທຳ?

13 ໃຫ້​ເຮົາ​ມາ​ເບິ່ງ​ປະສົບການ​ຂອງ​ພີ່ນ້ອງ​ຍິງ​ທີ່​ຊື່​ເວໂຣ​ເຊິ່ງ​ຢູ່​ສາທາລະນະ​ລັດ ປະຊາທິປະໄຕ ກົງ​ໂກ. ໃນ​ຕອນ​ທີ່​ສັງຄົມ​ບໍ່​ມີ​ຄວາມ​ສະຫງົບ ​ເວໂຣ​ກັບ​ຜົວ​ທີ່​ບໍ່​ມີ​ຄວາມ​ເຊື່ອ​ແລະ​ລູກ​ສາວ​ອາຍຸ 15 ປີ ໄດ້​ພາ​ກັນ​ປົບ​ໜີ​ຈາກ​ພວກ​ທະຫານ​ກຸ່ມ​ໜຶ່ງ​ທີ່​ມາ​ບຸກ​ບ້ານ. ຕອນ​ທີ່​ກຳລັງ​ໜີ ເຂົາ​ເຈົ້າ​ກໍ​ໄດ້​ເຈິ​ດ່ານ​ທະຫານ​ແລະ​ຖືກ​ພວກ​ທະຫານ​ຂູ່​ວ່າ​ຈະ​ຂ້າ​ຖິ້ມ. ໃນ​ຕອນ​ນັ້ນ​ເວໂຣ​ໄດ້​ເລີ່ມ​ຮ້ອງໄຫ້ ແຕ່​ລູກ​ສາວ​ຂອງ​ລາວ​ກໍ​ໄດ້​ປອບ​ໃຈ​ໂດຍ​ອະທິດຖານ​ສຽງ​ດັງ​ແລະ​ເວົ້າ​ຊື່​ພະ​ເຢໂຫວາ​ຫຼາຍ​ເທື່ອ​ໃນ​ຄຳ​ອະທິດຖານ. ຫຼັງ​ຈາກ​ທີ່​ລາວ​ອະທິດຖານ​ຈົບ ຫົວ​ໜ້າ​ທະຫານ​ກໍ​ໄດ້​ຖາມ​ລູກ​ຂອງ​ເວໂຣ​ວ່າ: “ນາງ​ນ້ອຍ ໃຜ​ສອນ​ເຈົ້າ​ໃຫ້​ອະທິດຖານ​ແບບ​ນີ້?” ລາວ​ຕອບ​ວ່າ: “ແມ່​ເຮົາ​ສອນ ເພິ່ນ​ສອນ​ເຮົາ​ໃຫ້​ອະທິດຖານ​ຕາມ​ແບບ​ທີ່​ຂຽນ​ໄວ້​ຢູ່​ໃນ​ມັດທາຍ 6:9-13.” ແລ້ວ​ຫົວ​ໜ້າ​ທະຫານ​ກໍ​ບອກ​ວ່າ: “ໃຫ້​ເຈົ້າ​ກັບ​ພໍ່​ແມ່​ເດີນ​ທາງ​ໄປ​ຕໍ່​ຢ່າງ​ປອດໄພ ແລະ​ຂໍ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ປົກ​ປ້ອງ​ພວກ​ເຈົ້າ​ເດີ້!”

14. ຄວາມ​ເຊື່ອ​ຂອງ​ເຮົາ​ອາດ​ຖືກ​ທົດ​ສອບ​ແນວ​ໃດ ແລະ​ສິ່ງ​ໃດ​ຊ່ວຍ​ເຮົາ​ໃຫ້​ອົດ​ທົນ​ໄດ້?

14 ຈາກ​ປະສົບການ​ກ່ອນ​ໜ້າ​ນີ້​ສອນ​ເຮົາ​ໃຫ້​ຮູ້​ວ່າ​ການ​ອະທິດຖານ​ເປັນ​ສິ່ງ​ທີ່​ສຳຄັນ​ຫຼາຍ​. ແຕ່​ຖ້າ​ຄຳ​ອະທິດຖານ​ຂອງ​ເຈົ້າ​ບໍ່​ໄດ້​ຮັບ​ຄຳຕອບ​ທັນທີ ຫຼື​ບໍ່​ໄດ້​ຕອບ​ໃນ​ແບບ​ທີ່​ເຈົ້າ​ຄິດ​ເດ? ຂໍ​ໃຫ້​ອະທິດຖານ​ຕໍ່ໆໄປ​ຄື​ກັບ​ແມ່​ໝ້າຍ​ທີ່​ຢູ່​ໃນ​ຕົວຢ່າງ​ປຽບ​ທຽບ​ຂອງ​ພະ​ເຢຊູ ແລະ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ຕອບ​ຄຳ​ອະທິດຖານ​ຂອງ​ເຈົ້າ​ບໍ່​ທາງ​ໃດ​ກໍ​ທາງ​ໜຶ່ງ ແລະ​ຕອບ​ໃນ​ເວລາ​ທີ່​ເໝາະ​ສົມ. ໃຫ້​ຂໍ​ພະລັງ​ບໍລິສຸດ​ກັບ​ພະ​ເຢໂຫວາ​ຕໍ່ໆໄປ. (ຟລປ. 4:13) ຂໍ​ໃຫ້​ຈື່​ໄວ້​ວ່າ​ອີກ​ບໍ່​ດົນ​ພະ​ເຢໂຫວາ​ຈະ​ອວຍ​ພອນ​ເຮົາ​ຢ່າງ​ລົ້ນ​ເຫຼືອ​ເຊິ່ງ​ຈະ​ຊ່ວຍ​ເຮົາ​ໃຫ້​ລືມ​ຄວາມ​ທຸກ​ທີ່​ເຄີຍ​ເຈິ. ແລະ​ເມື່ອ​ເຮົາ​ອົດ​ທົນ​ກັບ​ບັນຫາ​ຕ່າງໆໂດຍ​ເພິ່ງ​ພະ​ເຢໂຫວາ ເຮົາ​ກໍ​ຈະ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຫຼາຍ​ຂຶ້ນ​ແລະ​ສາມາດ​ອົດ​ທົນ​ກັບ​ບັນຫາ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ​ໄດ້.—1 ປຕ. 1:6, 7

ຄວາມ​ເຊື່ອ​ຊ່ວຍ​ເຮົາ​ໃຫ້​ຜ່ານ​ບັນຫາ​ທີ່​ຍາກໆໄດ້

15. ຕາມ​ມັດທາຍ 17:19, 20 ພວກ​ລູກສິດ​ຂອງ​ພະ​ເຢຊູ​ມີ​ບັນຫາ​ຫຍັງ?

15 ພະ​ເຢຊູ​ສອນ​ພວກ​ລູກສິດ​ວ່າ ຄວາມ​ເຊື່ອ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຜ່ານ​ບັນຫາ​ທີ່​ຍາກໆໄດ້. (ອ່ານ​ມັດທາຍ 17:19, 20) ມີ​ເທື່ອ​ໜຶ່ງ​ພວກ​ລູກສິດ​ຂັບ​ໄລ່​ປີສາດ​ບໍ່​ໄດ້ ເຖິງ​ວ່າ​ເຂົາ​ເຈົ້າ​ເຄີຍ​ເຮັດ​ມາ​ແລ້ວ. ບັນຫາ​ແມ່ນ​ຫຍັງ? ພະ​ເຢຊູ​ອະທິບາຍ​ວ່າ​ເຂົາ​ເຈົ້າ​ຕ້ອງ​ມີ​ຄວາມ​ເຊື່ອ​ຫຼາຍ​ກວ່າ​ນີ້. ເພິ່ນ​ຍັງ​ບອກ​ອີກ​ວ່າ ຖ້າ​ເຂົາ​ເຈົ້າ​ມີ​ຄວາມ​ເຊື່ອ​ຫຼາຍ​ພໍ ເຂົາ​ເຈົ້າ​ຈະ​ສາມາດ​ຜ່ານ​ບັນຫາ​ທີ່​ຍາກໆທີ່​ປຽບ​ຄື​ກັບ​ພູເຂົາ​ໄດ້. ໃນ​ທຸກ​ມື້​ນີ້​ຄື​ກັນ ເຮົາ​ກໍ​ອາດ​ຈະ​ມີ​ບັນຫາ​ທີ່​ຍາກໆທີ່​ເບິ່ງ​ຄື​ວ່າ​ຈະ​ຜ່ານ​ມັນ​ໄປ​ບໍ່​ໄດ້.

ເຮົາ​ອາດ​ຈະ​ຮູ້ສຶກ​ໂສກ​ເສົ້າ​ເສຍໃຈ​ຫຼາຍ​ ແຕ່​ຄວາມ​ເຊື່ອ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆໄປ​ໄດ້ (ເບິ່ງ​ຂໍ້ 16)

16. ຄວາມ​ເຊື່ອ​ຊ່ວຍ​ເກດີ້​ໃຫ້​ອົດ​ທົນ​ໄດ້​ແນວ​ໃດ​ຫຼັງ​ຈາກ​ທີ່​ຜົວ​ຂອງ​ລາວ​ຕາຍ?

16 ໃຫ້​ເຮົາ​ມາ​ເບິ່ງ​ປະສົບການ​ຂອງ​ພີ່ນ້ອງ​ຍິງ​ທີ່​ຊື່ ເກດີ້​ຈາກ​ກົວເຕມາລາ. ເອັດດີ້​ຜົວ​ຂອງ​ລາວ​ຖືກ​ຄາດຕະກຳ​ຕອນ​ທີ່​ເດີນ​ທາງ​ກັບ​ມາ​ຈາກ​ການ​ປະຊຸມ. ສິ່ງ​ໃດ​ຊ່ວຍ​ເກດີ້​ໃຫ້​ອົດ​ທົນ​ກັບ​ຄວາມ​ໂສກ​ເສົ້າ​ເສຍໃຈ​ແບບ​ນີ້​ໄດ້? ເກດີ້​ບອກ​ວ່າ: “ການ​ອະທິດຖານ​ຊ່ວຍ​ຂ້ອຍ​ໃຫ້​ຢາກ​ມອບ​ພາລະ​ໄວ້​ກັບ​ພະ​ເຢໂຫວາ ເຊິ່ງ​ການ​ເຮັດ​ແບບ​ນີ້​ຊ່ວຍ​ໃຫ້​ຂ້ອຍ​ຮູ້ສຶກ​ສະຫງົບ​ໃຈ. ຂ້ອຍ​ເຫັນ​ວ່າ​ພະ​ເຢໂຫວາ​ຊ່ວຍ​ຂ້ອຍ​ຜ່ານ​ທາງ​ຄອບຄົວ​ແລະ​ພີ່ນ້ອງ​ໃນ​ປະຊາຄົມ. ການ​ຫຍຸ້ງ​ຢູ່​ກັບ​ການ​ຮັບໃຊ້​ພະ​ເຢໂຫວາ​ເຮັດ​ໃຫ້​ຂ້ອຍ​ບໍ່​ເສົ້າໃຈ​ຫຼາຍ​ເກີນ​ໄປ ແລະ​ຊ່ວຍ​ຂ້ອຍ​ບໍ່​ໃຫ້​ກັງວົນ​ກັບ​ເລື່ອງ​ຂອງ​ມື້​ອື່ນ. ຫຼັງ​ຈາກ​ຜ່ານ​ຊ່ວງ​ເວລາ​ທີ່​ລຳບາກ​ມາ​ໄດ້ ຂ້ອຍ​ກໍ​ໄດ້​ຮຽນ​ຮູ້​ວ່າ​ໃນ​ອະນາຄົດ ບໍ່​ວ່າ​ຂ້ອຍ​ຈະ​ເຈິ​ຄວາມ​ລຳບາກ​ແບບ​ໃດ ຂ້ອຍ​ກໍ​ຈະ​ຜ່ານ​ມັນ​ໄປ​ໄດ້​ດ້ວຍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ພະ​ເຢຊູ ແລະ​ອົງການ.”

17. ເຮົາ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເມື່ອ​ມີ​ບັນຫາ​ທີ່​ຍາກ​ທີ່​ເບິ່ງ​ຄື​ວ່າ​ຈະ​ຜ່ານ​ມັນ​ເປັນ​ໄປ​ບໍ່​ໄດ້?

17 ເຈົ້າ​ກຳລັງ​ໂສກ​ເສົ້າ​ຍ້ອນ​ຄົນ​ທີ່​ເຈົ້າ​ຮັກ​ຕາຍ​ຈາກ​ໄປ​ບໍ? ຖ້າ​ແມ່ນ ຂໍ​ໃຫ້​ໃຊ້​ໂອກາດ​ນີ້​ເສີມ​ຄວາມ​ເຊື່ອ​ຂອງ​ເຈົ້າ​ໂດຍ​ອ່ານ​ຄຳພີ​ໄບເບິນ​ເລື່ອງ​ຄົນ​ທີ່​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ. ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ຄວາມ​ຫວັງ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ. ຫຼື​ເຈົ້າ​ກຳລັງ​ເສຍໃຈ​ຍ້ອນ​ຄົນ​ໃນ​ຄອບຄົວ​ຂອງ​ເຈົ້າ​ຖືກ​ຕັດ​ສຳພັນ​ບໍ? ຖ້າ​ເປັນ​ແບບ​ນັ້ນ ຂໍ​ໃຫ້​ເຈົ້າ​ສຶກສາ​ຄົ້ນ​ຄວ້າ​ດ້ວຍ​ຕົວ​ເອງ​ຈົນ​ໝັ້ນ​ໃຈ​ວ່າ​ການ​ຕັດ​ສຳພັນ​ເປັນ​ວິທີ​ການ​ສັ່ງ​ສອນ​ທີ່​ດີ​ທີ່​ສຸດ​ຈາກ​ພະ​ເຢໂຫວາ. ບໍ່​ວ່າ​ບັນຫາ​ເຈົ້າ​ຈະ​ເປັນ​ແບບ​ໃດ ຂໍ​ໃຫ້​ຖື​ວ່າ​ນີ້​ເປັນ​ໂອກາດ​ທີ່​ເຈົ້າ​ຈະ​ເສີມ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ​ຫຼາຍ​ຂຶ້ນ. ໃຫ້​ອະທິດຖານ​ລະບາຍ​ຄວາມ​ຮູ້ສຶກ​ກັບ​ພະ​ເຢໂຫວາ ໃຫ້​ສະໜິດ​ກັບ​ພີ່ນ້ອງ​ສະເໝີ ບໍ່​ຄວນ​ແຍກ​ໂຕ​ຢູ່​ຜູ້​ດຽວ. (ສຸພາ. 18:1) ເຮັດ​ກິດຈະກຳ​ທີ່​ຊ່ວຍ​ເຈົ້າ​ໃຫ້​ອົດ​ທົນ​ໄດ້​ເຖິງ​ວ່າ​ເຈົ້າ​ຍັງ​ຮ້ອງໄຫ້​ຢູ່​ກໍ​ຕາມ. (ເພງ. 126:5, 6) ໃຫ້​ອ່ານ​ຄຳພີ​ໄບເບິນ ໄປ​ປະກາດ ເຂົ້າ​ຮ່ວມ​ປະຊຸມ​ເປັນ​ປະຈຳ ແລະ​ໃຫ້​ຄິດ​ເຖິງ​ລາງວັນ​ທີ່​ພະ​ເຢໂຫວາ​ຈະ​ໃຫ້​ໃນ​ອະນາຄົດ. ເມື່ອ​ເຈົ້າ​ເຫັນ​ວ່າ​ພະ​ເຢໂຫວາ​ໄດ້​ຊ່ວຍ​ເຫຼືອ​ເຈົ້າ​ແນວ​ໃດ ຄວາມ​ເຊື່ອ​ຂອງ​ເຈົ້າ​ກໍ​ຈະ​ເຂັ້ມແຂງ​ຂຶ້ນ​ເລື້ອຍໆ.

“ຂໍ​ຊ່ວຍ​ພວກ​ເຮົາ​ໃຫ້​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ​ແດ່”

18. ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ສັງເກດ​ເຫັນ​ວ່າ​ຄວາມ​ເຊື່ອ​ຂອງ​ເຈົ້າ​ຍັງ​ບໍ່​ເຂັ້ມແຂງ​ພໍ?

18 ຖ້າ​ເຈົ້າ​ສັງເກດ​ວ່າ​ບັນຫາ​ທີ່​ເຈົ້າ​ເຈິ​ທັງ​ໃນ​ຕອນ​ນີ້​ແລະ​ໃນ​ອະດີດ​ເຮັດ​ໃຫ້​ເຈົ້າ​ຮູ້ສຶກ​ວ່າ​ຄວາມ​ເຊື່ອ​ຂອງ​ເຈົ້າ​ຍັງ​ບໍ່​ເຂັ້ມແຂງ​ພໍ ຂໍ​ຢ່າ​ຟ້າວ​ທໍ້​ໃຈ. ແຕ່​ໃຫ້​ຖື​ວ່າ​ນີ້​ເປັນ​ໂອກາດ​ທີ່​ຈະ​ເສີມ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ​ຂຶ້ນ​ໂດຍ​ເຮັດ​ຄື​ກັບ​ພວກ​ລູກສິດ​ຂອງ​ພະ​ເຢຊູ​ທີ່​ບອກ​ວ່າ “ຂໍ​ຊ່ວຍ​ພວກ​ເຮົາ​ໃຫ້​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ​ແດ່.” (ລກ. 17:5) ນອກ​ຈາກ​ນັ້ນ ໃຫ້​ຄິດ​ເຖິງ​ປະສົບການ​ຕ່າງໆທີ່​ເວົ້າ​ເຖິງ​ໃນ​ບົດ​ຄວາມ​ນີ້ ເຊັ່ນ: ເລື່ອງ​ຂອງ​ມິເກວ​ແລະ​ຢູໄຣ​ຊ່ວຍ​ເຮົາ​ໃຫ້​ຈື່​ໄວ້​ສະເໝີ​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ເຮົາ​ມີ​ສິ່ງ​ຈຳເປັນ. ເລື່ອງ​ຂອງ​ພີ່ນ້ອງ​ອາເນວ​ແລະ​ລູກ​ສາວ​ຂອງ​ເວໂຣ​ຊ່ວຍ​ເຮົາ​ໃຫ້​ຈື່​ວ່າ​ເຮົາ​ຕ້ອງ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ເລື້ອຍໆ ໂດຍ​ສະເພາະ​ຕອນ​ທີ່​ເຮົາ​ເຈິ​ບັນຫາ​ທີ່​ຍາກໆ. ແລະ​ເລື່ອງ​ຂອງ​ເກ​ດີ້​ຊ່ວຍ​ເຮົາ​ໃຫ້​ຈື່​ວ່າ​ພະ​ເຢໂຫວາ​ອາດ​ຈະ​ຊ່ວຍ​ເຫຼືອ​ເຮົາ​ຜ່ານ​ທາງ​ຄອບຄົວ​ແລະ​ພີ່ນ້ອງ​ໃນ​ປະຊາຄົມ. ເມື່ອ​ເຮົາ​ໝາຍ​ເພິ່ງ​ພະ​ເຢໂຫວາ​ໃຫ້​ຊ່ວຍ​ເຮົາ​ອົດ​ທົນ​ກັບ​ບັນຫາ​ໃນ​ຕອນ​ນີ້ ເຮົາ​ກໍ​ຈະ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ວ່າ​ເພິ່ນ​ຈະ​ຊ່ວຍ​ເຮົາ​ໃຫ້​ອົດ​ທົນ​ກັບ​ບັນຫາ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ​ໄດ້.

19. ພະ​ເຢຊູ​ໝັ້ນ​ໃຈ​ໃນ​ເລື່ອງ​ຫຍັງ? ແລະ​ເຈົ້າ​ເດ​ໝັ້ນ​ໃຈ​ໃນ​ເລື່ອງ​ຫຍັງ?

19 ພະ​ເຢຊູ​ຊ່ວຍ​ພວກ​ລູກສິດ​ໃຫ້​ເຫັນ​ວ່າ​ເຂົາ​ເຈົ້າ​ຕ້ອງ​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ​ໃນ​ເລື່ອງ​ຫຍັງ​ແດ່ ແຕ່​ພະ​ເຢຊູ​ກໍ​ຮູ້​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ລອດ​ຜ່ານ​ບັນຫາ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ​ໄດ້. (ຢຮ. 14:1; 16:33) ແລະ​ເພິ່ນ​ຍັງ​ໝັ້ນ​ໃຈ​ວ່າ​ຄົນ​ຝູງ​ໃຫຍ່​ຈະ​ລອດ​ຜ່ານ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ໄດ້ ຖ້າ​ເຂົາ​ເຈົ້າ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ. (ພນມ. 7:9, 14) ແລ້ວ​ເຈົ້າ​ຈະ​ໄດ້​ຢູ່​ໃນ​ກຸ່ມ​ທີ່​ລອດ​ຜ່ານ​ເຫດການ​ນັ້ນ​ບໍ? ເຈົ້າ​ຈະ​ເປັນ​ໜຶ່ງ​ໃນ​ນັ້ນ​ແທ້ ເພາະ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ຖ້າ​ເຈົ້າ​ເຮັດ​ທຸກ​ຢ່າງ​ທີ່​ເຮັດ​ໄດ້​ເພື່ອ​ເສີມ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ​ຕັ້ງ​ແຕ່​ຕອນ​ນີ້.—ຮຣ. 10:39

ເພງ 118 “ຂໍ​ຊ່ວຍ​ໃຫ້​ພວກ​ເຮົາ​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ”

^ ຂໍ້ 5 ເຮົາ​ຢາກ​ຈະ​ໃຫ້​ຈຸດ​ຈົບ​ຂອງ​ລະບົບ​ນີ້​ມາ​ຮອດ​ໄວໆ. ແຕ່​ເຮົາ​ອາດ​ສົງໄສ​ວ່າ ເຮົາ​ຈະ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ພໍ​ທີ່​ຈະ​ຜ່ານ​ບັນຫາ​ຕ່າງໆໄປ​ໄດ້​ບໍ​ເມື່ອ​ມື້​ນັ້ນ​ມາ​ຮອດ. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ມາ​ເບິ່ງ​ບົດຮຽນ​ແລະ​ປະສົບການ​ຕ່າງໆທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ.