ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 46

ຄູ່​ທີ່​ຫາ​ກໍ​ແຕ່ງ​ດອງ​ໃໝ່ ຂໍ​ໃຫ້​ເອົາ​ວຽກ​ຮັບໃຊ້​ພະ​ເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ

ຄູ່​ທີ່​ຫາ​ກໍ​ແຕ່ງ​ດອງ​ໃໝ່ ຂໍ​ໃຫ້​ເອົາ​ວຽກ​ຮັບໃຊ້​ພະ​ເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ

“ພະ​ເຢໂຫວາ​ເປັນ​ກຳລັງ . . . ຂ້ອຍ​ວາງໃຈ​ພະອົງ.”—ເພງ. 28:7, ລ.ມ.

ເພງ 131 ພະເຈົ້າ​ໄດ້​ເຮັດ​ໃຫ້​ຜູກ​ພັນ​ກັນ​ແລ້ວ

ໃຈ​ຄວາມ​ສຳຄັນ *

1-2. (ກ) ເປັນ​ຫຍັງ​ຄູ່​ທີ່​ຫາ​ກໍ​ແຕ່ງ​ດອງ​ໃໝ່​ຄວນ​ຈະ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ພະ​ເຢໂຫວາ? (ຄຳເພງ 37:3, 4) (ຂ​) ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

ເຈົ້າ​ຫາ​ກໍ​ແຕ່ງ​ດອງ​ບໍ​ຫຼື​ກຳລັງ​ຊິ​ແຕ່ງ​ດອງ? ຖ້າ​ແມ່ນ ເຈົ້າ​ຄື​ຊິ​ດີ​ໃຈ​ທີ່​ຈະ​ໄດ້​ມີ​ຄວາມ​ສຸກ​ກັບ​ຄົນ​ທີ່​ເຈົ້າ​ຮັກ. ແຕ່​ໃນ​ຕົວ​ຈິງ​ແລ້ວ ຊີວິດ​ຄູ່​ກໍ​ອາດ​ຈະ​ເຈິ​ສິ່ງ​ທີ່​ທ້າທາຍ​ບາງ​ຢ່າງ ແລະ​ຕ້ອງ​ໄດ້​ຕັດສິນ​ໃຈ​ເລື່ອງ​ທີ່​ສຳຄັນ​ຫຼາຍ​ຢ່າງ​ເຊິ່ງ​ການ​ຕັດສິນ​ໃຈ​ນັ້ນ​ກໍ​ຈະ​ສົ່ງ​ຜົນ​ຕໍ່​ຊີວິດ​ຄູ່​ຂອງ​ເຈົ້າ​ໄປ​ອີກ​ດົນ. ຖ້າ​ເຈົ້າ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ພະ​ເຢໂຫວາ ເຈົ້າ​ກໍ​ຈະ​ຕັດສິນ​ໃຈ​ໄດ້​ຢ່າງ​ຖືກຕ້ອງ ໃກ້​ຊິດ​ກັບ​ຄູ່​ຂອງ​ເຈົ້າ​ຫຼາຍ​ຂຶ້ນ ແລະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ. ແຕ່​ຖ້າ​ເຈົ້າ​ບໍ່​ໄດ້​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ເພິ່ນ ເຈົ້າ​ກໍ​ອາດ​ຈະ​ມີ​ບັນຫາ​ໃນ​ຊີວິດ​ຄູ່​ເຊິ່ງ​ຈະ​ເຮັດ​ໃຫ້​ເຈົ້າ​ບໍ່​ມີ​ຄວາມ​ສຸກ.—ອ່ານ​ຄຳເພງ 37:3, 4

2 ເຖິງ​ວ່າ​ບົດ​ຄວາມ​ນີ້​ຈະ​ຂຽນ​ເພື່ອ​ຄົນ​ທີ່​ຫາ​ກໍ​ແຕ່ງ​ດອງ​ໃໝ່ໆ ແຕ່​ໃນ​ບົດ​ນີ້​ກໍ​ຍັງ​ຈະ​ເວົ້າ​ເຖິງ​ບາງ​ບັນຫາ​ທີ່​ທຸກ​ຄູ່​ອາດ​ຈະ​ເຈິ​ຄື​ກັນ. ໃນ​ບົດ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ຊາຍ​ຍິງ​ທີ່​ສັດ​ຊື່​ໃນ​ຄຳພີ​ໄບເບິນ ແລະ​ຕົວຢ່າງ​ຂອງ​ເຂົາ​ເຈົ້າ​ຈະ​ສອນ​ບົດຮຽນ​ໃຫ້​ເຮົາ​ໃນ​ຫຼາຍ​ແງ່​ມຸມ​ຂອງ​ຊີວິດ​ເຊິ່ງ​ລວມ​ເຖິງ​ຊີວິດ​ແຕ່ງ​ດອງ​ນຳ. ແລະ​ເຮົາ​ຍັງ​ຈະ​ມາ​ເບິ່ງ​ວ່າ ເຮົາ​ຈະ​ໄດ້​ບົດຮຽນ​ຫຍັງ​ຈາກ​ປະສົບການ​ຂອງ​ບາງ​ຄູ່​ໃນ​ທຸກ​ມື້​ນີ້.

ຜູ້​ທີ່​ຫາ​ກໍ​ແຕ່ງ​ດອງ​ໃໝ່​ອາດ​ເຈິ​ຂໍ້​ທ້າທາຍ​ຫຍັງ​ແດ່?

ມີ​ເລື່ອງ​ຫຍັງ​ແດ່​ທີ່​ອາດ​ຂັດ​ຂວາງ​ຜູ້​ທີ່​ແຕ່ງ​ດອງ​ໃໝ່​ບໍ່​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ? (ເບິ່ງ​ຂໍ້ 3-4)

3-4. ຄູ່​ທີ່​ຫາ​ກໍ​ແຕ່ງ​ດອງ​ໃໝ່​ອາດ​ເຈິ​ຂໍ້​ທ້າທາຍ​ຫຍັງ​ແດ່?

3 ຄູ່​ທີ່​ຫາ​ກໍ​ແຕ່ງ​ດອງ​ໃໝ່​ອາດ​ຖືກ​ກົດ​ດັນ​ໃຫ້​ໃຊ້​ຊີວິດ​ຄື​ກັບ​ຄົນ​ທົ່ວໄປ. ຕົວຢ່າງ​ເຊັ່ນ: ພໍ່​ແມ່​ຫຼື​ຍາດ​ພີ່ນ້ອງ​ອາດ​ຈະ​ກົດ​ດັນ​ໃຫ້​ເຂົາ​ເຈົ້າ​ມີ​ລູກ ຫຼື​ໝູ່​ຄູ່​ອາດ​ຈະ​ກົດ​ດັນ​ໃຫ້​ເຂົາ​ເຈົ້າ​ມີ​ເຮືອນ​ຫຼັງ​ໃຫຍ່ໆ ມີ​ເຄື່ອງ​ງາມໆ ແລະ​ສິ່ງ​ຂອງ​ຫຼາຍ​ຢ່າງ​ເພື່ອ​ເຮັດ​ໃຫ້​ຊີວິດ​ສະດວກ​ສະບາຍ.

4 ຖ້າ​ບໍ່​ລະວັງ ຄູ່​ທີ່​ຫາ​ກໍ​ແຕ່ງ​ດອງ​ໃໝ່​ອາດ​ຈະ​ເຮັດ​ຕາມ​ທີ່​ພໍ່​ແມ່​ແລະ​ໝູ່​ຄູ່​ບອກ​ເຊິ່ງ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ໜີ້​ສິນ. ເຂົາ​ເຈົ້າ​ຕ້ອງ​ເຮັດ​ວຽກ​ຫຼາຍ​ຂຶ້ນ​ເພື່ອ​ຈະ​ໃຊ້​ໜີ້ ເຊິ່ງ​ການ​ເຮັດ​ແບບ​ນີ້​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ບໍ່​ມີ​ເວລາ​ສຶກສາ​ສ່ວນ​ຕົວ ນະມັດສະການ​ຄອບຄົວ ແລະ​ເຮັດ​ວຽກ​ປະກາດ. ເຂົາ​ເຈົ້າ​ອາດ​ເຖິງ​ຂັ້ນ​ຂາດ​ປະຊຸມ​ຍ້ອນ​ເຮັດ​ວຽກ​ລ່ວງ​ເວລາ​ເພື່ອ​ຈະ​ໄດ້​ເງິນ​ຫຼາຍ​ຂຶ້ນ​ຫຼື​ເພື່ອ​ຈະ​ມີ​ວຽກ​ເຮັດ​ຕໍ່​ໄປ. ສິ່ງ​ເຫຼົ່າ​ນີ້​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ບໍ່​ມີ​ໂອກາດ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ.

5. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ປະສົບການ​ຂອງ​ຄຼາວສ໌​ກັບ​ມາຣິຊາ?

5 ຕາມ​ປະສົບການ​ຂອງ​ຫຼາຍ​ຄົນ​ສະແດງ​ໃຫ້​ເຫັນ​ວ່າ ການ​ໝົກມຸ້ນ​ກັບ​ການ​ຫາ​ວັດຖຸ​ສິ່ງ​ຂອງ ​ບໍ່​ໄດ້ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ແທ້. ເລື່ອງ​ນີ້​ເກີດ​ຂຶ້ນ​ກັບ​ຜົວ​ເມຍ​ຄູ່​ໜຶ່ງ​ທີ່​ຊື່​ຄຼາວສ໌​ກັບ​ມາຣິຊາ. * ຕອນ​ທີ່​ແຕ່ງ​ດອງ​ໃໝ່ໆ ເຂົາ​ເຈົ້າ​ທັງ​ສອງ​ໄດ້​ເຮັດ​ວຽກ​ຫຼາຍ​ຊົ່ວ​ໂມງ​ເພື່ອ​ຈະ​ມີ​ຊີວິດ​ທີ່​ສະດວກ​ສະບາຍ. ແຕ່​ເລິກໆແລ້ວ​ເຂົາ​ເຈົ້າ​ບໍ່​ໄດ້​ມີ​ຄວາມ​ສຸກ​ເລີຍ. ຄຼາວສ໌​ບອກ​ວ່າ: “ເຮົາ​ມີ​ສິ່ງ​ຂອງ​ຫຼາຍ​ເກີນ​ຄວາມ​ຈຳເປັນ ແຕ່​ພັດ​ບໍ່​ມີ​ເປົ້າ​ໝາຍ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ​ເລີຍ. ນີ້​ເຮັດ​ໃຫ້​ຊີວິດ​ເຮົາ​ມີ​ແຕ່​ຄວາມ​ເຄັ່ງ​ຕຶງ​ແລະ​ບໍ່​ມີ​ຄວາມ​ສຸກ.” ບາງ​ທີ​ເຈົ້າ​ກໍ​ອາດ​ຈະ​ເຫັນ​ຄື​ກັນ​ວ່າ​ການ​ໝົກມຸ້ນ​ຢູ່​ກັບ​ວັດຖຸ​ສິ່ງ​ຂອງ​ບໍ່​ໄດ້​ເຮັດ​ໃຫ້​ມີ​ຄວາມ​ສຸກ​ແທ້. ແຕ່​ຖ້າ​ເຈົ້າ​ກຳລັງ​ເປັນ​ແບບ​ນີ້ ກໍ​ຢ່າ​ຟ້າວ​ທໍ້​ໃຈ ເພາະ​ມີ​ຕົວຢ່າງ​ທີ່​ດີ​ຂອງ​ຄົນ​ອື່ນ​ທີ່​ຊ່ວຍ​ເຈົ້າ​ໄດ້. ຕອນ​ນີ້​ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ຜູ້​ເປັນ​ຜົວ​ຈະ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ກະສັດ​ເຢໂຮຊາຟັດ.

ໄວ້​ໃຈ​ພະ​ເຢໂຫວາ​ຄື​ກັບ​ກະສັດ​ເຢໂຮຊາຟັດ

6. ເມື່ອ​ມີ​ກອງທັບ​ໃຫຍ່​ມາ​ໂຈມຕີ ກະສັດ​ເຢໂຮຊາຟັດ​ໄດ້​ເຮັດ​ຕາມ​ຄຳ​ແນະນຳ​ໃນ​ສຸພາສິດ 3:5, 6 ແນວ​ໃດ?

6 ຜູ້​ເປັນ​ຜົວ ເຈົ້າ​ຮູ້ສຶກ​ອຸກ​ໃຈ​ກັບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເຈົ້າ​ບໍ? ຖ້າ​ເປັນ​ແບບ​ນັ້ນ ເຈົ້າ​ກໍ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ຕົວຢ່າງ​ຂອງ​ເຢໂຮຊາຟັດ ເພາະ​ເຢໂຮຊາຟັດ​ກໍ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຫຼາຍ​ຢ່າງ​ຄື​ກັນ. ລາວ​ບໍ່​ໄດ້​ເບິ່ງ​ແຍງ​ແຕ່​ຄອບຄົວ​ຂອງ​ຕົວ​ເອງ ແຕ່​ລາວ​ຕ້ອງ​ເບິ່ງ​ແຍງ​ປະຊາຊົນ​ທຸກ​ຄົນ​ນຳ. ລາວ​ໄດ້​ເຮັດ​ຫຍັງ​ແດ່? ລາວ​ໄດ້​ເຮັດ​ຫຼາຍ​ຢ່າງ​ເພື່ອ​ປົກ​ປ້ອງ​ປະຊາຊົນ ເຊັ່ນ: ລາວ​ໄດ້​ສ້າງ​ປ້ອມ​ປາ​ການ​ຢູ່​ເມືອງ​ຕ່າງໆຂອງ​ຢູດາ ແລະ​ລວບລວມ​ກອງ​ກຳລັງ​ທະຫານ​ຫຼາຍ​ກວ່າ 1.160.000 ຄົນ. (2 ຂ່າວ. 17:12-19) ຈາກ​ນັ້ນ ກະສັດ​ເຢໂຮຊາຟັດ​ກໍ​ເຈິ​ບັນຫາ​ທີ່​ໜັກ​ໜ່ວງ ເພາະ​ມີ​ກອງທັບ​ໃຫຍ່​ຂອງ​ຊາວ​ອາມໂມນ ໂມອາບ ແລະ​ຄົນ​ຈາກ​ພູ​ເຊອີຣ​ມາ​ໂຈມຕີ​ລາວ. (2 ຂ່າວ. 20:1, 2) ແລ້ວ​ລາວ​ເຮັດ​ແນວ​ໃດ? ລາວ​ໄດ້​ອະທິດຖານ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ເຊິ່ງ​ສິ່ງ​ທີ່​ລາວ​ເຮັດ​ກໍ​ສອດຄ່ອງ​ກັບ​ສຸພາສິດ 3:5, 6 (ອ່ານ). ຄຳ​ອະທິດຖານ​ຂອງ​ລາວ​ທີ່​ຢູ່​ໃນ 2 ຂ່າວຄາວ 20:5-12 ສະແດງ​ໃຫ້​ເຫັນ​ວ່າ​ລາວ​ໄວ້​ໃຈ​ພະ​ເຢໂຫວາ​ຫຼາຍ​ແທ້ໆ. ແລ້ວ​ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ລາວ​ແນວ​ໃດ?

7. ພະ​ເຢໂຫວາ​ໄດ້​ຕອບ​ຄຳ​ອະທິດຖານ​ຂອງ​ເຢໂຮຊາຟັດ​ແນວ​ໃດ?

7 ພະ​ເຢໂຫວາ​ໄດ້​ຕອບ​ຄຳ​ອະທິດຖານ​ຂອງ​ເຢໂຮຊາຟັດ​ຜ່ານ​ທາງ​ຄົນ​ເລວີ​ຜູ້​ໜຶ່ງ​ທີ່​ຊື່ ຢາຄາຊຽນ. ພະ​ເຢໂຫວາ​ບອກ​ວ່າ: “ໃຫ້​ເຂົ້າ​ປະຈຳ​ທີ່ ຢືນ​ຊື່ໆ ແລ້ວ​ເບິ່ງ​ພະ​ເຢໂຫວາ​ຊ່ວຍ​ພວກ​ເຈົ້າ​ໃຫ້​ລອດ.” (2 ຂ່າວ. 20:13-17, ລ.ມ.) ເບິ່ງ​ຄື​ວ່າ​ນີ້​ເປັນ​ວິທີ​ສູ້​ຮົບ​ທີ່​ແປກໆ! ແຕ່​ນີ້​ເປັນ​ສິ່ງ​ທີ່​ພະ​ເຢໂຫວາ​ບອກ ບໍ່​ແມ່ນ​ມະນຸດ​ບອກ. ເຢໂຮຊາຟັດ​ກໍ​ໄວ້​ໃຈ​ພະ​ເຢໂຫວາ​ເຕັມທີ ແລະ​ເຮັດ​ຕາມ​ທີ່​ເພິ່ນ​ບອກ​ທຸກ​ຢ່າງ. ເມື່ອ​ເຢໂຮຊາຟັດ​ແລະ​ປະຊາຊົນ​ອອກ​ໄປ​ສູ້​ຮົບ ລາວ​ໄດ້​ໃຫ້​ນັກ​ຮ້ອງ​ມາ​ຢູ່​ດ້ານ​ໜ້າ​ແທນ​ທີ່​ຈະ​ເປັນ​ນັກ​ຮົບ​ທີ່​ເກັ່ງ​ກ້າ. ແລ້ວ​ພະ​ເຢໂຫວາ​ກໍ​ໄດ້​ຊ່ວຍ​ເຢໂຮຊາຟັດ​ແທ້ໆໂດຍ​ທຳລາຍ​ສັດຕູ​ທີ່​ມາ​ໂຈມຕີ​ລາວ.—2 ຂ່າວ. 20:18-23

ຜູ້​ທີ່​ແຕ່ງ​ດອງ​ໃໝ່​ສາມາດ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໂດຍ​ອະທິດຖານ ສຶກສາ​ຄຳພີ​ໄບເບິນ (ເບິ່ງ​ຂໍ້ 8, 10)

8. ຜູ້​ເປັນ​ຜົວ​ໄດ້​ຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ເຢໂຮຊາຟັດ?

8 ຜູ້​ເປັນ​ຜົວ ເຈົ້າ​ໄດ້​ບົດຮຽນ​ຫຍັງ​ແດ່​ຈາກ​ເລື່ອງ​ຂອງ​ເຢໂຮຊາຟັດ? ເຈົ້າ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຫຼາຍ​ຢ່າງ​ເພື່ອ​ຈະ​ເບິ່ງ​ແຍງ​ແລະ​ປົກ​ປ້ອງ​ຄອບຄົວ. ດັ່ງ​ນັ້ນ ເມື່ອ​ມີ​ບັນຫາ​ເຈົ້າ​ອາດ​ຈະ​ຄິດ​ວ່າ​ສາມາດ​ແກ້ໄຂ​ບັນຫາ​ດ້ວຍ​ຕົວ​ເອງ​ໄດ້. ແຕ່​ຂໍ​ຢ່າ​ຄິດ​ແບບ​ນັ້ນ. ຂໍ​ໃຫ້​ເຈົ້າ​ອະທິດຖານ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ເປັນ​ສ່ວນ​ຕົວ​ແລະ​ໃຫ້​ອະທິດຖານ​ກັບ​ເມຍ​ນຳ. ຈາກ​ນັ້ນ ໃຫ້​ຂໍ​ແນະນຳ​ຈາກ​ພະ​ເຢໂຫວາ​ໂດຍ​ສຶກສາ​ຄຳພີ​ໄບເບິນ ປຶ້ມ​ຕ່າງໆຂອງ​ອົງການ ແລະ​ເຮັດ​ຕາມ​ຄຳ​ແນະນຳ​ນັ້ນ. ຄົນ​ອື່ນ​ອາດ​ຈະ​ບໍ່​ມັກ​ທີ່​ເຈົ້າ​ຕັດສິນ​ໃຈ​ແບບ​ນີ້ ແລະ​ເຖິງ​ຂັ້ນ​ບອກ​ວ່າ​ເຈົ້າ​ບໍ່​ສະຫຼາດ​ເພາະ​ເຂົາ​ເຈົ້າ​ຄິດ​ວ່າ​ການ​ມີ​ເງິນ​ແລະ​ສິ່ງ​ຂອງ​ຫຼາຍ​ໆຈະ​ຊ່ວຍ​ປົກ​ປ້ອງ​ຄອບຄົວ​ໄດ້. ແຕ່​ຂໍ​ໃຫ້​ເຈົ້າ​ຈື່​ເລື່ອງ​ຂອງ​ເຢໂຮຊາຟັດ ລາວ​ໄວ້​ໃຈ​ພະ​ເຢໂຫວາ​ແລະ​ເຮັດ​ຕາມ​ທີ່​ເພິ່ນ​ບອກ. ພະ​ເຢໂຫວາ​ຈະ​ບໍ່​ປະ​ຖິ້ມ​ຜູ້​ທີ່​ໄວ້​ໃຈ​ເພິ່ນ ແລ້ວ​ເພິ່ນ​ກໍ​ຈະ​ບໍ່​ປະ​ຖິ້ມ​ເຈົ້າ​ຄື​ກັນ. (ເພງ. 37:28; ຮຣ. 13:5) ຄູ່​ຜົວ​ເມຍ ຍັງ​ຕ້ອງ​ເຮັດ​ຫຍັງ​ອີກ​ເພື່ອ​ຈະ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ?

ໃຫ້​ວຽກ​ຮັບໃຊ້​ພະ​ເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຄື​ກັບ​ເອຊາຢາ​ແລະ​ເມຍ

9. ຜູ້​ພະຍາກອນ​ເອຊາຢາ​ກັບ​ເມຍ​ໃຊ້​ຊີວິດ​ແນວ​ໃດ?

9 ຜູ້​ພະຍາກອນ​ເອຊາຢາ​ແລະ​ເມຍ​ໃຫ້​ວຽກ​ຮັບໃຊ້​ພະ​ເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. ເອຊາຢາ​ເປັນ​ຜູ້​ພະຍາກອນ​ຂອງ​ພະ​ເຢໂຫວາ ແລະ​ເມຍ​ຂອງ​ລາວ​ກໍ​ອາດ​ຈະ​ເປັນ​ຜູ້​ພະຍາກອນ​ຄື​ກັນ​ເພາະ​ຄຳພີ​ໄບເບິນ​ເອີ້ນ​ລາວ​ວ່າ “ຜູ້​ພະຍາກອນ​ຍິງ.” (ເອຊາ. 8:1-4, ລ.ມ.) ເອຊາຢາ​ແລະ​ເມຍ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ກັບ​ຄູ່​ຜົວ​ເມຍ​ໃນ​ທຸກ​ມື້​ນີ້​ເພາະ​ເຂົາ​ເຈົ້າ​ໃຫ້​ວຽກ​ຮັບໃຊ້​ພະ​ເຢໂຫວາ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ.

10. ການ​ສຶກສາ​ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ​ຈະ​ຊ່ວຍ​ຄູ່​ຜົວ​ເມຍ​ໃຫ້​ຢາກ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?

10 ຄູ່​ຜົວ​ເມຍ​ໃນ​ທຸກ​ມື້​ນີ້​ສາມາດ​ຮຽນ​ແບບ​ເອຊາຢາ​ກັບ​ເມຍ​ໂດຍ​ໃຫ້​ວຽກ​ຮັບໃຊ້​ພະ​ເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. ແຕ່​ເພື່ອ​ຈະ​ເຮັດ​ແບບ​ນັ້ນ​ໄດ້ ເຂົາ​ເຈົ້າ​ຕ້ອງ​ໄວ້​ໃຈ​ພະ​ເຢໂຫວາ​ໂດຍ​ສຶກສາ​ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ​ນຳ​ກັນ​ແລະ​ເບິ່ງ​ວ່າ​ມັນ​ເກີດ​ຂຶ້ນ​ແທ້​ແນວ​ໃດ. ເຂົາ​ເຈົ້າ​ອາດ​ຈະ​ຄິດ​ເຖິງ​ສິ່ງ​ທີ່​ເຮັດ​ໄດ້​ເພື່ອ​ເຮັດ​ໃຫ້​ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ​ສຳເລັດ​ເປັນ​ຈິງ. * (ຕຕ. 1:2) ຕົວຢ່າງ​ເຊັ່ນ: ເຂົາ​ເຈົ້າ​ອາດ​ຈະ​ມີ​ສ່ວນ​ຮ່ວມ​ໃນ​ຄຳ​ພະຍາກອນ​ຂອງ​ພະ​ເຢຊູ​ທີ່​ບອກ​ວ່າ ຈະ​ມີ​ການ​ປະກາດ​ຂ່າວ​ດີ​ໄປ​ທົ່ວ​ໂລກ​ກ່ອນ​ທີ່​ຈຸດ​ຈົບ​ຈະ​ມາ​ເຖິງ. (ມທ. 24:14) ເມື່ອ​ເຂົາ​ເຈົ້າ​ເຫັນ​ວ່າ​ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ​ກຳລັງ​ເກີດ​ຂຶ້ນ​ແທ້​ແນວ​ໃດ ເຂົາ​ເຈົ້າ​ກໍ​ແຮ່ງ​ຈະ​ຢາກ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ.

ໃຫ້​ການ​ປົກຄອງ​ຂອງ​ພະເຈົ້າ​ມາ​ກ່ອນ​ຄື​ກັບ​ປີ​ຊະ​ກີລາ​ແລະ​ອາກີລາ

11. ປີ​ຊະ​ກີລາ​ກັບ​ອາກີລາ​ມີ​ຊີວິດ​ແບບ​ໃດ​ແລະ​ຍ້ອນ​ຫຍັງ?

11 ຄູ່​ຜົວ​ເມຍ​ທີ່​ຍັງ​ໜຸ່ມ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ເລື່ອງ​ຂອງ​ປີ​ຊະ​ກີລາ​ແລະ​ອາກີລາ​ເຊິ່ງ​ເປັນ​ຄົນ​ຢິວ​ທີ່​ຢູ່​ເມືອງ​ໂຣມ. ເມື່ອ​ປີ​ຊະ​ກີລາ​ກັບ​ອາກີລາ​ໄດ້​ຍິນ​ຂ່າວ​ດີ​ກ່ຽວ​ກັບ​ພະ​ເຢຊູ ເຂົາ​ເຈົ້າ​ກໍ​ເຂົ້າ​ມາ​ເປັນ​ຄລິດສະຕຽນ. ຕອນ​ທີ່​ຢູ່​ໂຣມ ເຂົາ​ເຈົ້າ​ມີ​ຊີວິດ​ທີ່​ດີ. ແຕ່​ຊີວິດ​ເຂົາ​ເຈົ້າ​ກໍ​ປ່ຽນ​ໄປ​ກະທັນຫັນ​ເມື່ອ​ຈັກກະພັດ​ກະ​ລາວ​ດີ​ໂອ​ໄດ້​ສັ່ງ​ຄົນ​ຢິວ​ໃຫ້​ອອກ​ຈາກ​ໂຣມ. ເຂົາ​ເຈົ້າ​ຕ້ອງ​ອອກ​ຈາກ​ບ່ອນ​ທີ່​ລຶ້ງ​ເຄີຍ ໄປ​ປຸກ​ເຮືອນ​ໃໝ່ ແລະ​ເຮັດ​ວຽກ​ຫຍິບ​ເຕັ້ນ​ຢູ່​ບ່ອນ​ໃໝ່. ແຕ່​ສິ່ງ​ເຫຼົ່າ​ນີ້​ເຮັດ​ໃຫ້​ເຂົາ​ເຈົ້າ​ຮັບໃຊ້​ພະ​ເຢໂຫວາ​ໜ້ອຍ​ລົງ​ບໍ? ບໍ່ ເພາະ​ຕອນ​ທີ່​ເຂົາ​ເຈົ້າ​ຢູ່​ເມືອງ​ໂກຣິນໂທ ເຂົາ​ເຈົ້າ​ໄດ້​ຊ່ວຍ​ພີ່ນ້ອງ​ໃນ​ປະຊາຄົມ​ແລະ​ເຮັດ​ວຽກ​ຮ່ວມ​ກັບ​ອັກຄະສາວົກ​ໂປໂລ. ຕໍ່​ມາ ເຂົາ​ເຈົ້າ​ກໍ​ໄດ້​ຍ້າຍ​ໄປ​ຮັບໃຊ້​ຢູ່​ເຂດ​ໃໝ່​ທີ່​ຈຳເປັນ​ຫຼາຍ​ກວ່າ. (ກຈກ. 18:18-21; ຣມ. 16:3-5) ເຖິງ​ເຂົາ​ເຈົ້າ​ຈະ​ຫຍຸ້ງ​ກັບ​ວຽກ​ຮັບໃຊ້​ພະເຢໂຫວາ ແຕ່​ເຂົາ​ເຈົ້າ​ກໍ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຫຼາຍ​.

12. ເປັນ​ຫຍັງ​ຄູ່​ຜົວ​ເມຍ​ຄວນ​ຕັ້ງ​ເປົ້າ​ໝາຍ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ?

12 ຄູ່​ຜົວ​ເມຍ​ໃນ​ທຸກ​ມື້​ນີ້​ສາມາດ​ຮຽນ​ແບບ​ປີ​ຊະ​ກີລາ​ກັບ​ອາກີລາ​ໂດຍ​ໃຫ້​ການ​ປົກຄອງ​ຂອງ​ພະເຈົ້າ​ມາ​ກ່ອນ. ແຕ່​ເພື່ອ​ຈະ​ເຮັດ​ແບບ​ນັ້ນ​ໄດ້ ເປັນ​ເລື່ອງ​ດີ​ທີ່​ຈະ​ລົມ​ເລື່ອງ​ເປົ້າ​ໝາຍ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ​ກ່ອນ​ຈະ​ແຕ່ງ​ດອງ. ເພາະ​ເມື່ອ​ຕ້ອງ​ຕັດສິນ​ໃຈ​ເລື່ອງ​ອື່ນ ເຂົາ​ເຈົ້າ​ຈະ​ໄດ້​ພະຍາຍາມ​ເຮັດ​ຕາມ​ເປົ້າ​ໝາຍ​ໄດ້ ແລະ​ມີ​ໂອກາດ​ໄດ້​ເຫັນ​ວິທີ​ທີ່​ພະ​ເຢໂຫວາ​ຊ່ວຍ​ເຫຼືອ​ເຂົາ​ເຈົ້າ. (ຜູ້ປ. 4:9, 12) ຄື​ກັບ​ປະສົບການ​ຂອງ​ຣັດເຊວ​ແລະ​ເອລີຊາ​ເບັດ. ຣັດເຊວ​ບອກ​ວ່າ: “ກ່ອນ​ແຕ່ງ​ດອງ ພວກ​ເຮົາ​ໄດ້​ລົມ​ກັນ​ຢ່າງ​ຈິງ​ຈັງ​ກ່ຽວ​ກັບ​ເປົ້າ​ໝາຍ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ.” ເອລີຊາ​ເບັດ​ບອກ​ວ່າ: “ການ​ລົມ​ກັນ​ແບບ​ນີ້​ໄດ້​ຊ່ວຍ​ເຮົາ​ໃຫ້​ຍັງ​ເຮັດ​ຕາມ​ເປົ້າ​ໝາຍ​ໄດ້​ເມື່ອ​ຕ້ອງ​ຕັດສິນ​ໃຈ​ເລື່ອງ​ອື່ນ.” ໃນ​ທີ່​ສຸດ ຣັດເຊວ​ກັບ​ເອລີຊາ​ເບັດ​ກໍ​ສາມາດ​ຍ້າຍ​ໄປ​ຮັບໃຊ້​ຢູ່​ໄມ​ໂຄ​ນີ​ເຊຍ​ເຊິ່ງ​ເປັນ​ບ່ອນ​ທີ່​ຕ້ອງການ​ຜູ້​ປະກາດ​ຫຼາຍ​ກວ່າ.

ຜູ້​ທີ່​ແຕ່ງ​ດອງ​ໃໝ່​ສາມາດ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໂດຍ​ຕັ້ງ​ເປົ້າ​ໝາຍ (ເບິ່ງ​ຂໍ້ 13)

13. ຕາມ​ຄຳເພງ 28:7 ຈະ​ເປັນ​ແນວ​ໃດ​ເມື່ອ​ເຮົາ​ໄວ້​ໃຈ​ພະ​ເຢໂຫວາ?

13 ຄື​ກັບ​ຣັດເຊວ​ແລະ​ເອລີຊາ​ເບັດ ພີ່ນ້ອງ​ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ກໍ​ໄດ້​ໃຊ້​ຊີວິດ​ແບບ​ພໍ​ພຽງ​ເພື່ອ​ຈະ​ເຮັດ​ວຽກ​ປະກາດ​ແລະ​ສອນ​ຄົນ​ອື່ນ​ໄດ້​ຫຼາຍ​ຂຶ້ນ. ເມື່ອ​ຄູ່​ຜົວ​ເມຍ​ໄດ້​ຕັ້ງ​ເປົ້າ​ໝາຍ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ​ແລະ​ພະຍາຍາມ​ເຮັດ​ຕາມ​ນັ້ນ ເຂົາ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ພອນ​ຫຼາຍ​ຢ່າງ. ເຂົາ​ເຈົ້າ​ຈະ​ເຫັນ​ວ່າ​ພະ​ເຢໂຫວາ​ເບິ່ງ​ແຍງ​ເຂົາ​ເຈົ້າ​ແນວ​ໃດ ເຂົາ​ເຈົ້າ​ຈະ​ໄວ້​ໃຈ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ແລະ​ມີ​ຄວາມ​ສຸກ​ແທ້.—ອ່ານ​ຄຳເພງ 28:7

ໃຫ້​ໝັ້ນ​ໃຈ​ໃນ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ຄື​ກັບ​ເປໂຕ​ແລະ​ເມຍ

14. ອັກຄະສາວົກ​ເປໂຕ​ກັບ​ເມຍ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ ເຂົາ​ເຈົ້າ​ໝັ້ນ​ໃຈ​ຄຳ​ສັນຍາ​ທີ່​ຢູ່​ໃນ​ມັດທາຍ 6:25, 31-34?

14 ຄູ່​ຜົວ​ເມຍ​ຍັງ​ຈະ​ໄດ້​ບົດຮຽນ​ຈາກ​ເລື່ອງ​ຂອງ​ເປໂຕ​ກັບ​ເມຍ​ຄື​ກັນ. ຫຼັງ​ຈາກ​ທີ່​ເປໂຕ​ໄດ້​ເຈິ​ພະ​ເຢຊູ​ປະມານ​ຫົກ​ເດືອນ​ຫາ​ໜຶ່ງ​ປີ ລາວ​ກໍ​ໄດ້​ຕັດສິນ​ໃຈ​ເລື່ອງ​ທີ່​ສຳຄັນ. ເປໂຕ​ເຮັດ​ທຸລະກິດ​ຫາ​ປາ​ເພື່ອ​ເບິ່ງ​ແຍງ​ຄອບຄົວ. (ລກ. 5:1-11) ແຕ່​ເມື່ອ​ພະ​ເຢຊູ​ຊວນ​ລາວ​ໃຫ້​ໄປ​ປະກາດ​ກັບ​ເພິ່ນ ລາວ​ຕ້ອງ​ໄດ້​ຄິດ​ເຖິງ​ສະພາບການ​ຄອບຄົວ​ຂອງ​ຕົວ​ເອງ. ແລ້ວ​ເປໂຕ​ກໍ​ເລືອກ​ທີ່​ຈະ​ໄປ​ປະກາດ​ກັບ​ພະ​ເຢຊູ. ລາວ​ເລືອກ​ຖືກ​ແລ້ວ​ແລະ​ເມຍ​ລາວ​ກໍ​ຄື​ຊິ​ເຫັນ​ດີ​ນຳ ເພາະ​ຄຳພີ​ໄບເບິນ​ບອກ​ວ່າ​ຫຼັງ​ຈາກ​ທີ່​ພະ​ເຢຊູ​ຄືນ​ມາ​ຈາກ​ຕາຍ ເມຍ​ລາວ​ກໍ​ໄດ້​ຮ່ວມ​ເດີນ​ທາງ​ໄປ​ນຳ​ລາວ​ບາງ​ເທື່ອ. (1 ກຣ. 9:5) ຍ້ອນ​ເມຍ​ລາວ​ເປັນ​ຕົວຢ່າງ​ທີ່​ດີ ລາວ​ຈຶ່ງ​ກ້າ​ໃຫ້​ຄຳ​ແນະນຳ​ພີ່ນ້ອງ​ຄົນ​ອື່ນ​ໃນ​ເລື່ອງ​ຜົວ​ເມຍ. (1 ປຕ. 3:1-7) ເປໂຕ​ກັບ​ເມຍ​ໝັ້ນ​ໃຈ​ໃນ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ທີ່​ບອກ​ວ່າ ຈະ​ເບິ່ງ​ແຍງ​ເຂົາ​ເຈົ້າ​ໃຫ້​ມີ​ສິ່ງ​ຈຳເປັນ​ຖ້າ​ເຂົາ​ເຈົ້າ​ໃຫ້​ການ​ປົກຄອງ​ຂອງ​ເພິ່ນ​ມາ​ກ່ອນ.—ອ່ານ​ມັດທາຍ 6:25, 31-34

15. ເຈົ້າ​ໄດ້​ບົດຮຽນ​ຫຍັງ​ຈາກ​ປະສົບການ​ຂອງ​ທິອາໂກ​ແລະ​ເອັດສ໌ເທີ?

15 ຖ້າ​ເຈົ້າ​ແຕ່ງ​ດອງ​ມາ​ຫຼາຍ​ປີ​ແລ້ວ ເຈົ້າ​ຈະ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ? ສິ່ງ​ໜຶ່ງ​ທີ່​ຈະ​ຊ່ວຍ​ໃຫ້​ເຈົ້າ​ເຮັດ​ແບບ​ນີ້​ໄດ້​ກໍ​ຄື: ການ​ອ່ານ​ປະສົບການ​ຂອງ​ພີ່ນ້ອງ​ຄູ່​ອື່ນໆ. ຕົວຢ່າງ​ເຊັ່ນ: ເຈົ້າ​ອາດ​ຈະ​ອ່ານ​ບົດ​ຄວາມ​ຊຸດ​ທີ່​ຊື່​ວ່າ “ພວກ​ເຂົາ​ເຕັມ​ໃຈ​ໄປ​ຮັບໃຊ້.” * ບົດ​ຄວາມ​ເຫຼົ່າ​ນີ້​ໄດ້​ຊ່ວຍ​ພີ່ນ້ອງ​ທິອາໂກ​ແລະ​ເອັດສ໌ເທີ​ເຊິ່ງ​ເປັນ​ຄູ່​ຜົວ​ເມຍ​ທີ່​ມາ​ຈາກ​ເບຣຊິນ​ໃຫ້​ຢາກ​ຮັບໃຊ້​ພະ​ເຢໂຫວາ​ໃນ​ເຂດ​ທີ່​ຕ້ອງການ​ຜູ້​ປະກາດ​ຫຼາຍ​ກວ່າ. ທິອາໂກ​ບອກ​ວ່າ: “ເມື່ອ​ເຮົາ​ອ່ານ​ປະສົບການ​ເຫຼົ່າ​ນີ້ ເຮົາ​ກໍ​ໄດ້​ເຫັນ​ວ່າ​ພະ​ເຢໂຫວາ​ຊ່ວຍ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ໃນ​ທຸກ​ມື້​ນີ້​ແນວ​ໃດ. ເຮົາ​ຈຶ່ງ​ຢາກ​ເຫັນ​ດ້ວຍ​ຕົວ​ເອງ​ວ່າ ພະ​ເຢໂຫວາ​ໄດ້​ຊີ້​ນຳ​ແລະ​ເບິ່ງ​ແຍງ​ເຮົາ​ແບບ​ນັ້ນ​ຄື​ກັນ.” ໃນ​ທີ່​ສຸດ ເຂົາ​ເຈົ້າ​ກໍ​ໄດ້​ຍ້າຍ​ໄປ​ປາຣາ​ກ​ວາຍ​ແລະ​ຮັບໃຊ້​ໃນ​ເຂດ​ພາສາ​ປອກຕຸຍການ​ຕັ້ງ​ແຕ່​ປີ 2014. ເອັດສ໌ເທີ​ບອກ​ວ່າ: “ມີ​ຂໍ້​ຄວາມ​ໜຶ່ງ​ທີ່​ເຮົາ​ມັກ​ຫຼາຍ​ທີ່​ຢູ່​ໃນ​ເອເຟໂຊ 3:20. ຫຼາຍ​ເທື່ອ​ເຮົາ​ເຫັນ​ວ່າ​ຂໍ້​ຄຳພີ​ນີ້​ເປັນ​ຈິງ​ກັບ​ເຮົາ​ແທ້ໆໃນ​ການ​ຮັບໃຊ້​ພະ​ເຢໂຫວາ.” ໃນ​ຈົດ​ໝາຍ​ທີ່​ໂປໂລ​ຂຽນ​ໃຫ້​ພີ່ນ້ອງ​ໃນ​ເມືອງ​ເອເຟໂຊ​ລາວ​ກໍ​ບອກ​ວ່າ ພະ​ເຢໂຫວາ​ຈະ​ໃຫ້​ເຮົາ​ມີ​ທຸກ​ສິ່ງ​ຫຼາຍ​ກວ່າ​ທີ່​ເຮົາ​ຂໍ​ດ້ວຍ​ຊ້ຳ ແລະ​ຄຳ​ສັນຍາ​ນີ້​ກໍ​ເປັນ​ຈິງ​ແທ້ໆ!

ຜູ້​ທີ່​ແຕ່ງ​ດອງ​ໃໝ່​ສາມາດ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໂດຍ​ຂໍ​ຄຳ​ແນະນຳ​ຈາກ​ຄູ່​ທີ່​ມີ​ປະສົບການ (ເບິ່ງ​ຂໍ້ 16)

16. ຄູ່​ຜົວ​ເມຍ​ທີ່​ຍັງ​ໜຸ່ມ​ສາມາດ​ຂໍ​ຄຳ​ແນະນຳ​ຈາກ​ໃຜ​ເພື່ອ​ຈະ​ຕັ້ງ​ເປົ້າ​ໝາຍ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ?

16 ຖ້າ​ເຈົ້າ​ເປັນ​ຄູ່​ຜົວ​ເມຍ​ທີ່​ຍັງ​ໜຸ່ມ ເຈົ້າ​ກໍ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ປະສົບການ​ຂອງ​ຄູ່​ອື່ນໆທີ່​ໝາຍ​ເພິ່ງ​ພະ​ເຢໂຫວາ ເພາະ​ບາງ​ຄູ່​ຮັບໃຊ້​ພະ​ເຢໂຫວາ​ເປັນ​ເວລາ​ຫຼາຍ​ສິບ​ປີ. ໃຫ້​ເຈົ້າ​ຂໍ​ຄຳ​ແນະນຳ​ຈາກ​ເຂົາ​ເຈົ້າ​ເພື່ອ​ຈະ​ຕັ້ງ​ເປົ້າ​ໝາຍ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ. ເພາະ​ຖ້າ​ເຈົ້າ​ເຮັດ​ແບບ​ນີ້​ກໍ​ສະແດງ​ວ່າ​ເຈົ້າ​ກຳລັງ​ໄວ້​ໃຈ​ພະ​ເຢໂຫວາ. (ສຸພາ. 22:17, 19) ນອກ​ຈາກ​ນັ້ນ ຜູ້​ດູ​ແລ​ໃນ​ປະຊາຄົມ​ກໍ​ສາມາດ​ຊ່ວຍ​ເຈົ້າ​ໃຫ້​ຕັ້ງ​ເປົ້າ​ໝາຍ​ແລະ​ເຮັດ​ຕາມ​ເປົ້າ​ໝາຍ​ນັ້ນ​ໄດ້.

17. ປະສົບການ​ຂອງ​ພີ່ນ້ອງ​ຄຼາວສ໌​ກັບ​ມາຣິຊາ​ເປັນ​ແນວ​ໃດ ແລະ​ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ປະສົບການ​ຂອງ​ເຂົາ​ເຈົ້າ?

17 ເຮົາ​ຢາກ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ແຕ່​ບາງ​ເທື່ອ​ມັນ​ກໍ​ບໍ່​ໄດ້​ເປັນ​ຕາມ​ທີ່​ເຮົາ​ຄິດ​ໄວ້. ໃຫ້​ເຮົາ​ມາ​ເບິ່ງ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ພີ່ນ້ອງ​ຄຼາວສ໌​ແລະ​ມາຣິຊາ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້. ຫຼັງ​ຈາກ​ທີ່​ເຂົາ​ເຈົ້າ​ແຕ່ງ​ດອງ​ໄດ້ 3 ປີ ເຂົາ​ເຈົ້າ​ກໍ​ຍ້າຍ​ບ້ານ​ເພື່ອ​ຈະ​ໄປ​ເປັນ​ອາສາ​ສະໝັກ​ຊ່ວຍ​ໂຄງການ​ກໍ່​ສ້າງ​ຢູ່​ສາຂາ​ແຟງລັງ. ແຕ່​ເຂົາ​ເຈົ້າ​ກໍ​ຢູ່​ຫັ້ນ​ໄດ້​ພຽງ​ແຕ່ 6 ເດືອນ. ທຳອິດ ເຂົາ​ເຈົ້າ​ເສຍໃຈ​ຫຼາຍ​ ແຕ່​ບໍ່​ດົນ​ຫຼັງ​ຈາກ​ນັ້ນ​ເຂົາ​ເຈົ້າ​ກໍ​ຖືກ​ເຊີນ​ໃຫ້​ເຂົ້າ​ຮ່ວມ​ໃນ​ການ​ຮຽນ​ພາສາ​ອາຣັບ. ຕອນ​ນີ້​ເຂົາ​ເຈົ້າ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ຮັບໃຊ້​ໃນ​ເຂດ​ພາສາ​ອາຣັບ​ຢູ່​ອີກ​ປະເທດ​ໜຶ່ງ. ເມື່ອ​ຄິດ​ຄືນ​ຫຼັງ​ມາຣິຊາ​ບອກ​ວ່າ: “ຂ້ອຍ​ຮູ້ສຶກ​ຢ້ານ​ທີ່​ຈະ​ເຮັດ​ສິ່ງ​ທີ່​ບໍ່​ເຄີຍ​ເຮັດ​ເລີຍ​ແລະ​ຕ້ອງ​ໝາຍ​ເພິ່ງ​ພະ​ເຢໂຫວາ​ຢ່າງ​ເຕັມທີ. ແຕ່​ຂ້ອຍ​ກໍ​ໄດ້​ເຫັນ​ວ່າ​ພະ​ເຢໂຫວາ​ໄດ້​ຊ່ວຍ​ພວກ​ເຮົາ​ຕະຫຼອດ​ໃນ​ແບບ​ທີ່​ບໍ່​ຄາດ​ຄິດ. ຈາກ​ປະສົບການ​ນີ້​ເຮັດ​ໃຫ້​ຂ້ອຍ​ໝາຍ​ເພິ່ງ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ແທ້ໆ!” ເລື່ອງ​ນີ້​ສະແດງ​ໃຫ້​ເຫັນ​ວ່າ ເຮົາ​ຕ້ອງ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ລາງວັນ​ກັບ​ຜູ້​ທີ່​ໝາຍ​ເພິ່ງ​ເພິ່ນ​ຢ່າງ​ເຕັມທີ.

18. ຄູ່​ຜົວ​ເມຍ​ທີ່​ຍັງ​ໜຸ່ມ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໄວ້​ໃຈ​ພະ​ເຢໂຫວາ​ຕໍ່ໆໄປ?

18 ການ​ແຕ່ງ​ດອງ​ເປັນ​ຂອງ​ຂວັນ​ຈາກ​ພະ​ເຢໂຫວາ. (ມທ. 19:5, 6) ດັ່ງ​ນັ້ນ ເພິ່ນ​ຈຶ່ງ​ຢາກ​ໃຫ້​ຜູ້​ທີ່​ແຕ່ງ​ດອງ​ມີ​ຄວາມ​ສຸກ​ກັບ​ຊີວິດ​ຄູ່. (ສຸພາ. 5:18) ຄູ່​ແຕ່ງ​ດອງ​ທີ່​ຍັງ​ໜຸ່ມ ຂໍ​ໃຫ້​ເຈົ້າ​ລອງ​ຄິດ​ເບິ່ງ​ວ່າ​ສິ່ງ​ທີ່​ເຈົ້າ​ເຮັດ​ສະແດງ​ໃຫ້​ເຫັນ​ບໍ​ວ່າ​ເຈົ້າ​ເຫັນ​ຄ່າ​ຂອງ​ຂວັນ​ທີ່​ພະ​ເຢໂຫວາ​ໃຫ້​ເຈົ້າ? ໃຫ້​ອະທິດຖານ​ເຖິງ​ພະ​ເຢໂຫວາ ຊອກ​ຫາ​ຄຳ​ແນະນຳ​ຈາກ​ຄຳພີ​ໄບເບິນ​ທີ່​ເໝາະ​ກັບ​ສະພາບການ​ຂອງ​ເຈົ້າ ແລະ​ໃຫ້​ເຮັດ​ຕາມ​ຄຳ​ແນະນຳ​ນັ້ນ. ຖ້າ​ເຈົ້າ​ເອົາ​ການ​ຮັບໃຊ້​ພະ​ເຢໂຫວາ​ມາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ ເຈົ້າ​ກໍ​ໝັ້ນ​ໃຈ​ໄດ້​ເລີຍ​ວ່າ​ເຈົ້າ​ຈະ​ມີ​ຊີວິດ​ຄູ່​ທີ່​ມີ​ຄວາມ​ສຸກ!

ເພງ 132 ເຮົາ​ສອງ​ຄົນ​ກາຍ​ເປັນ​ຄົນ​ດຽວ​ກັນ

^ ຂໍ້ 5 ການ​ຕັດສິນ​ໃຈ​ບາງ​ຢ່າງ​ຈະ​ສົ່ງ​ຜົນ​ຕໍ່​ເວລາ​ແລະ​ກຳລັງ​ຂອງ​ເຮົາ​ທີ່​ຈະ​ຮັບໃຊ້​ພະ​ເຢໂຫວາ. ຄູ່​ທີ່​ແຕ່ງ​ດອງ​ໃໝ່​ຕ້ອງ​ໄດ້​ຕັດສິນ​ໃຈ​ບາງ​ຢ່າງ​ທີ່​ຈະ​ສົ່ງ​ຜົນ​ຕໍ່​ຊີວິດ​ຂອງ​ເຂົາ​ເຈົ້າ​ໃນ​ໄລຍະ​ຍາວ. ໃນ​ບົດ​ຄວາມ​ນີ້​ຈະ​ມີ​ຄຳ​ແນະນຳ​ທີ່​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຕັດສິນ​ໃຈ​ໄດ້​ດີ​ເຊິ່ງ​ຈະ​ເຮັດ​ໃຫ້​ຊີວິດ​ມີ​ຄວາມ​ສຸກ.

^ ຂໍ້ 5 ຊື່​ສົມມຸດ

^ ຂໍ້ 10 ຂໍ​ໃຫ້​ເບິ່ງ​ປຶ້ມ​ການ​ນະມັດສະການ​ທີ່​ບໍລິສຸດ​ຂອງ​ພະ​ເຢໂຫວາ—ໄດ້​ຮັບ​ການ​ຟື້ນຟູ! ໃນ​ບົດ​ທີ 6, 719 (ພາສາ​ໄທ).

^ ຂໍ້ 15 ພາສາ​ໄທ