ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 45

ໃຫ້​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ພີ່ນ້ອງ​ຕໍ່ໆໄປ

ໃຫ້​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ພີ່ນ້ອງ​ຕໍ່ໆໄປ

“ພວກ​ເຈົ້າ​ຕ້ອງ​ມີ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ແລະ​ເມດຕາ​ກັນ.”—ຊກາ. 7:9, ລ.ມ., ໄຂ​ເງື່ອນ

ເພງ 107 ພະເຈົ້າ​ເປັນ​ແບບ​ຢ່າງ​ຂອງ​ຄວາມ​ຮັກ

ໃຈ​ຄວາມ​ສຳຄັນ *

1-2. ເປັນ​ຫຍັງ​ເຮົາ​ຄວນ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ພີ່ນ້ອງ?

ເຮົາ​ມີ​ເຫດຜົນ​ທີ່​ດີ​ທີ່​ຈະ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ພີ່ນ້ອງ. ມີ​ເຫດຜົນ​ຫຍັງ​ແດ່? ໃຫ້​ເຮົາ​ມາ​ເບິ່ງ​ເຫດຜົນ​ຕໍ່​ໄປ​ນີ້​ໃນ​ປຶ້ມ​ສຸພາສິດ. “ລູກ​ຕ້ອງ​ມີ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ແລະ​ສັດ​ຊື່​ສະເໝີ . . . ແລ້ວ​ພະເຈົ້າ​ກັບ​ມະນຸດ​ຈະ​ຮັກ​ລູກ​ແລະ​ຍອມ​ຮັບ​ວ່າ ລູກ​ເປັນ​ຄົນ​ທີ່​ມີ​ຄວາມ​ເຂົ້າ​ໃຈ​ທີ່​ເລິກ​ເຊິ່ງ.” “ຄົນ​ທີ່​ມີ​ຄວາມ​ຮັກ​ໝັ້ນ​ຄົງ​ກໍ​ໄດ້​ສິ່ງ​ດີ​ກັບ​ມາ.” “ຄົນ​ທີ່​ພະຍາຍາມ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ມີ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຈະ​ໄດ້​ຊີວິດ.”—ສຸພາ. 3:3, 4; 11:17, ໄຂ​ເງື່ອນ; 21:21, ລ.ມ.

2 ສຸພາສິດ​ເຫຼົ່າ​ນີ້​ເວົ້າ​ເຖິງ 3 ເຫດຜົນ​ທີ່​ເຮົາ​ຄວນ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ພີ່ນ້ອງ. (1) ການ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄ່າ​ຕໍ່​ພະ​ເຢໂຫວາ. (2) ການ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຈະ​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ສິ່ງ​ດີໆໃນ​ຕອນ​ນີ້ ເຊັ່ນ ເຮົາ​ຈະ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ຄົນ​ອື່ນ. (3) ການ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຈະ​ຊ່ວຍ​ເຮົາ​ໃຫ້​ໄດ້​ຮັບ​ສິ່ງ​ດີໆໃນ​ອະນາຄົດ​ເຊິ່ງ​ລວມ​ເຖິງ​ຊີວິດ​ຕະຫຼອດ​ໄປ. ແຕ່​ທີ່​ສຳຄັນ​ທີ່​ເຮົາ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ກໍ​ຍ້ອນ​ເຮົາ​ຢາກ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ທີ່​ບອກ​ວ່າ: “ພວກ​ເຈົ້າ​ຕ້ອງ​ມີ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ແລະ​ເມດຕາ​ກັນ.”—ຊກາ. 7:9, ລ.ມ.

3. ເຮົາ​ຈະ​ຕອບ​ຄຳຖາມ​ຫຍັງ​ແດ່​ໃນ​ບົດ​ຄວາມ​ນີ້?

3 ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ຕອບ​ຄຳຖາມ 4 ຂໍ້​ຄື: (1) ເຮົາ​ຄວນ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ໃຜ? (2) ເຮົາ​ຈະ​ໄດ້​ບົດຮຽນ​ຫຍັງ​ຈາກ​ພະທຳ​ລຶດ​ກ່ຽວ​ກັບ​ການ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ? (3) ເຮົາ​ຈະ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ໄດ້​ແນວ​ໃດ? (4) ຜູ້​ທີ່​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຈະ​ໄດ້​ຮັບ​ສິ່ງ​ດີໆຫຍັງ​ແດ່?

ເຮົາ​ຄວນ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ໃຜ?

4. ເຮົາ​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ໃນ​ການ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ແນວ​ໃດ? (ມາຣະໂກ 10:29, 30)

4 ໃນ​ບົດ​ຄວາມ​ກ່ອນ ເຮົາ​ໄດ້​ຮຽນ​ຮູ້​ແລ້ວ​ວ່າ​ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ຜູ້​ທີ່​ຮັກ​ແລະ​ຮັບໃຊ້​ເພິ່ນ​ເທົ່າ​ນັ້ນ. (ດາ. 9:4) ແລະ​ຍ້ອນ​ເຮົາ​ຢາກ “ຮຽນ​ແບບ​ພະເຈົ້າ​ຄື​ກັບ​ລູກ​ທີ່​ຮັກ​ຂອງ​ພະອົງ.” (ອຟຊ. 5:1) ເຮົາ​ຈຶ່ງ​ຢາກ​ຈະ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ພີ່ນ້ອງ​ຂອງ​ເຮົາ​ຄື​ກັນ.—ອ່ານ​ມາຣະໂກ 10:29, 30

5-6. ຈາກ​ຕົວຢ່າງ​ນີ້ ເປັນ​ຫຍັງ​ພະນັກງານ​ຄົນ​ໜຶ່ງ​ຈຶ່ງ​ຍັງ​ເຮັດ​ວຽກ​ຢູ່​ບໍລິສັດ​ເກົ່າ​ເປັນ​ເວລາ​ຫຼາຍ​ປີ?

5 ເມື່ອ​ເຮົາ​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຫຼາຍ​ເທົ່າ​ໃດ ເຮົາ​ກໍ​ແຮ່ງ​ຈະ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ພີ່ນ້ອງ​ຫຼາຍ​ເທົ່າ​ນັ້ນ. ແຕ່​ເພື່ອ​ຈະ​ເຂົ້າ​ໃຈ​ຫຼາຍ​ຂຶ້ນ ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ນີ້.

6 ສົມມຸດ​ວ່າ​ມີ​ພະນັກງານ​ຄົນ​ໜຶ່ງ​ທີ່​ເຮັດ​ວຽກ​ຢູ່​ບໍລິສັດ​ເກົ່າ​ເປັນ​ເວລາ​ຫຼາຍ​ປີ. ຕະຫຼອດ​ເວລາ​ທີ່​ເຮັດ​ວຽກ​ຢູ່​ຫັ້ນ ລາວ​ບໍ່​ເຄີຍ​ເຫັນ​ຫົວ​ໜ້າ​ບໍລິສັດ​ຈັກ​ເທື່ອ ແລະ​ລາວ​ກໍ​ອາດ​ຈະ​ບໍ່​ມັກ​ນະໂຍບາຍ​ຂອງ​ບໍລິສັດ​ນັ້ນ​ນຳ ແຕ່​ທີ່​ລາວ​ເຮັດ​ວຽກ​ຢູ່​ຫັ້ນ​ບໍ່​ແມ່ນ​ຍ້ອນ​ລາວ​ຮັກ​ບໍລິສັດ ແຕ່​ຍ້ອນ​ລາວ​ຢາກ​ໄດ້​ເງິນ​ເດືອນ​ຊື່ໆ. ແລະ​ລາວ​ຍັງ​ຈະ​ເຮັດ​ວຽກ​ຢູ່​ຫັ້ນ​ຕໍ່​ໄປ​ຈົນ​ກວ່າ​ລາວ​ຈະ​ໄດ້​ວຽກ​ອື່ນ​ທີ່​ດີ​ກວ່າ​ຫຼື​ຈົນ​ກວ່າ​ລາວ​ຈະ​ກະສຽນ​ອາຍຸ.

7-8. (ກ) ສິ່ງ​ໃດ​ກະຕຸ້ນ​ໃຫ້​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ກັນ? (ຂ​) ເຮົາ​ຈະ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ພະທຳ​ລຶດ?

7 ເຮົາ​ເຫັນ​ຄວາມ​ແຕກຕ່າງ​ລະຫວ່າງ​ຄວາມ​ຮູ້ສຶກ​ຂອງ​ພະນັກງານ​ກັບ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ບໍ? ສິ່ງ​ທີ່​ຕ່າງ​ກັນ​ກໍ​ຄື​ແຮງ​ກະຕຸ້ນ​ໃນ​ໃຈ ເພາະ​ເຫດຜົນ​ທີ່​ພະນັກງານ​ຜູ້​ນີ້​ເຮັດ​ວຽກ​ໃນ​ບໍລິສັດ​ນັ້ນ​ກໍ​ເພື່ອ​ຢາກ​ໄດ້​ຄ່າ​ຕອບ​ແທນ. ແຕ່​ໃນ​ຄຳພີ​ໄບເບິນ​ບອກ​ວ່າ​ສິ່ງ​ທີ່​ເຮັດ​ໃຫ້​ປະຊາຊົນ​ຂອງ​ພະເຈົ້າ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ກັນ​ບໍ່​ແມ່ນ​ຍ້ອນ​ເຂົາ​ເຈົ້າ​ຫວັງ​ຜົນ​ຕອບ​ແທນ ແຕ່​ຍ້ອນ​ເຂົາ​ເຈົ້າ​ເຮັດ​ຈາກ​ໃຈ​ແທ້ໆ. ຄື​ກັບ​ເລື່ອງ​ຂອງ​ດາວິດ ດາວິດ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ໂຢນາທານ ເຖິງ​ວ່າ​ພໍ່​ຂອງ​ໂຢນາທານ​ຈະ​ພະຍາຍາມ​ຂ້າ​ດາວິດ​ກໍ​ຕາມ. ແລະ​ເຖິງ​ວ່າ​ໂຢນາທານ​ຈະ​ຕາຍ​ໄປ​ໄດ້​ຫຼາຍ​ປີ​ແລ້ວ ແຕ່​ດາວິດ​ກໍ​ຍັງ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ເມຟີໂບເຊດ​ທີ່​ເປັນ​ລູກ​ຊາຍ​ຂອງ​ໂຢນາທານ.—1 ຊາມ. 20:9, 14, 15; 2 ຊາມ. 4:4; 8:15; 9:1, 6, 7

8 ເຮົາ​ຈະ​ໄດ້​ຮຽນ​ຮູ້​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຈາກ​ພະທຳ​ລຶດ. ເຮົາ​ຈະ​ເບິ່ງ​ວ່າ​ເຮົາ​ໄດ້​ບົດຮຽນ​ຫຍັງ​ແດ່​ຈາກ​ເລື່ອງ​ຂອງ​ຣຸດ ນາໂອມີ ແລະ​ໂບອາດ. ແລ້ວ​ເຮົາ​ຈະ​ເອົາ​ບົດຮຽນ​ເຫຼົ່າ​ນັ້ນ​ມາ​ໃຊ້​ກັບ​ພີ່ນ້ອງ​ໃນ​ປະຊາຄົມ​ແນວ​ໃດ? *

ເຮົາ​ຈະ​ໄດ້​ບົດຮຽນ​ຫຍັງ​ຈາກ​ພະທຳ​ລຶດ​ກ່ຽວ​ກັບ​ການ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ?

9. ເປັນ​ຫຍັງ​ນາໂອມີ​ຈຶ່ງ​ຄິດ​ວ່າ​ພະ​ເຢໂຫວາ​ບໍ່​ຮັກ​ລາວ?

9 ເມື່ອ​ເຮົາ​ອ່ານ​ພະທຳ​ລຶດ ເຮົາ​ຈະ​ໄດ້​ຮຽນ​ເລື່ອງ​ຂອງ​ນາໂອມີ ຣຸດ​ເຊິ່ງ​ເປັນ​ລູກໃພ້​ຂອງ​ລາວ ແລະ​ໂບອາດ​ເຊິ່ງ​ເປັນ​ຜູ້​ທີ່​ຮັກ​ພະເຈົ້າ​ແລະ​ເປັນ​ພີ່ນ້ອງ​ທາງ​ຜົວ​ຂອງ​ນາໂອມີ. ຍ້ອນ​ມີ​ການ​ຂາດແຄນ​ອາຫານ​ຢູ່​ອິດສະຣາເອນ ນາໂອມີ​ກັບ​ຜົວ​ແລະ​ລູກ​ສອງ​ຄົນ​ຈຶ່ງ​ໄດ້​ຍ້າຍ​ໄປ​ໂມອາບ. ຕອນ​ທີ່​ຢູ່​ຫັ້ນ ຜົວ​ຂອງ​ນາໂອມີ​ໄດ້​ຕາຍ​ຈາກ​ໄປ ແລະ​ຕໍ່​ຈາກ​ນັ້ນ​ລູກ​ຊາຍ​ສອງ​ຄົນ​ທີ່​ແຕ່ງ​ດອງ​ແລ້ວ​ກໍ​ຕາຍ​ຄື​ກັນ. (ລຶດ 1:3-5; 2:1) ສິ່ງ​ເຫຼົ່າ​ນີ້​ເຮັດ​ໃຫ້​ນາໂອມີ​ເສຍໃຈ​ແລະ​ທຸກ​ໃຈ​ຫຼາຍ​ຈົນ​ເຮັດ​ໃຫ້​ລາວ​ຄິດ​ວ່າ​ພະ​ເຢໂຫວາ​ບໍ່​ຮັກ​ລາວ​ແລ້ວ. ຂໍ​ໃຫ້​ເຮົາ​ສັງເກດ​ເບິ່ງ​ຄວາມ​ຮູ້ສຶກ​ຂອງ​ນາໂອມີ​ທີ່​ມີ​ຕໍ່​ພະ​ເຢໂຫວາ. ລາວ​ບອກ​ວ່າ: ‘ພະ​ເຢໂຫວາ​ບໍ່​ພໍ​ໃຈ​ຂ້ອຍ’ “ຜູ້​ມີ​ພະລັງ​ອຳນາດ​ສູງ​ສຸດ​ເຮັດ​ໃຫ້​ຊີວິດ​ຂ້ອຍ​ຂົມຂື່ນ​ແທ້ໆ” “ພະ​ເຢໂຫວາ​ກາຍ​ເປັນ​ສັດຕູ​ຂອງ​ຂ້ອຍ ແລະ​ຜູ້​ມີ​ພະລັງ​ອຳນາດ​ສູງ​ສຸດ​ເຮັດ​ໃຫ້​ເລື່ອງ​ທີ່​ບໍ່​ດີ​ແບບ​ນີ້​ເກີດ​ຂຶ້ນ​ກັບ​ຂ້ອຍ.”—ລຶດ 1:13, 20, 21, ລ.ມ.

10. ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ກັບ​ສິ່ງ​ທີ່​ນາໂອມີ​ເວົ້າ ແລະ​ເພິ່ນ​ໄດ້​ເຮັດ​ຫຍັງ?

10 ພະ​ເຢໂຫວາ​ເຮັດ​ແນວ​ໃດ​ເມື່ອ​ນາໂອມີ​ເວົ້າ​ແບບ​ນີ້? ພະ​ເຢໂຫວາ​ບໍ່​ໄດ້​ຄຽດ​ໃຫ້​ນາໂອມີ ແຕ່​ເພິ່ນ​ໄດ້​ເຫັນ​ອົກ​ເຫັນ​ໃຈ​ແລະ​ຊ່ວຍ​ເຫຼືອ​ນາໂອມີ​ຕໍ່​ໄປ. ເພິ່ນ​ຮູ້​ວ່າ ‘ການ​ຂົ່ມເຫງ​ເຮັດ​ໃຫ້​ຄົນ​ທີ່​ສະຫຼາດ​ກາຍ​ເປັນ​ຄົນ​ບ້າ​ໄດ້.’ (ຜູ້ປ. 7:7, ລ.ມ.) ນາໂອມີ​ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ເພື່ອ​ຈະ​ເຫັນ​ວ່າ​ພະ​ເຢໂຫວາ​ຍັງ​ຢູ່​ກັບ​ລາວ. ແລ້ວ​ພະ​ເຢໂຫວາ​ໄດ້​ຊ່ວຍ​ເຫຼືອ​ລາວ​ແນວ​ໃດ? (1 ຊາມ. 2:8) ພະ​ເຢໂຫວາ​ໄດ້​ກະຕຸ້ນ​ໃຫ້​ຣຸດ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ນາໂອມີ​ໂດຍ​ຊ່ວຍ​ນາໂອມີ​ໃຫ້​ຄ່ອຍໆປັບ​ຄວາມ​ຄິດ ຄວາມ​ຮູ້ສຶກ ແລະ​ເຮັດ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ຍັງ​ຮັກ​ລາວ. ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ຣຸດ?

11. ເປັນ​ຫຍັງ​ພີ່ນ້ອງ​ຫຼາຍ​ຄົນ​ຈຶ່ງ​ພະຍາຍາມ​ຊ່ວຍ​ເຫຼືອ​ພີ່ນ້ອງ​ທີ່​ທໍ້​ໃຈ?

11ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ກະຕຸ້ນ​ເຮົາ​ໃຫ້​ຊ່ວຍ​ເຫຼືອ​ຜູ້ທີ່​ທໍ້​ໃຈ. ຄື​ກັບ​ທີ່​ຣຸດ​ໄດ້​ຊ່ວຍ​ເຫຼືອ​ນາໂອມີ ພີ່ນ້ອງ​ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ກໍ​ໄດ້​ຊ່ວຍ​ເຫຼືອ​ພີ່ນ້ອງ​ທີ່​ທໍ້​ໃຈ. ເຂົາ​ເຈົ້າ​ຮັກ​ແລະ​ຢາກ​ຈະ​ເຮັດ​ທຸກ​ຢ່າງ​ເພື່ອ​ຊ່ວຍ​ເຫຼືອ​ພີ່ນ້ອງ​ເຫຼົ່າ​ນັ້ນ. (ສຸພາ. 12:25, 24:10) ອັກຄະສາວົກ​ໂປໂລ​ກໍ​ກະຕຸ້ນ​ເຮົາ​ໃຫ້​ເຮັດ​ແບບ​ນີ້​ຄື​ກັນ. ລາວ​ບອກ​ວ່າ: ‘ໃຫ້​ເວົ້າ​ປອບ​ໃຈ​ຄົນ​ທີ່​ຊຶມເສົ້າ ຊ່ວຍ​ເຫຼືອ​ຄົນ​ທີ່​ອ່ອນແອ ແລະ​ອົດ​ກັ້ນ​ກັບ​ທຸກ​ຄົນ.’—1 ທຊ. 5:14.

ເຮົາ​ຈະ​ຊ່ວຍ​ເຫຼືອ​ພີ່ນ້ອງ​ທີ່​ທໍ້​ໃຈ​ໂດຍ​ຕັ້ງ​ໃຈ​ຟັງ​ເຂົາ​ເຈົ້າ (ເບິ່ງ​ຂໍ້ 12)

12. ວິທີ​ທີ່​ດີ​ທີ່​ສຸດ​ທີ່​ຈະ​ຊ່ວຍ​ເຫຼືອ​ພີ່ນ້ອງ​ທີ່​ທໍ້​ໃຈ​ແມ່ນ​ຫຍັງ?

12 ວິທີ​ທີ່​ດີ​ທີ່​ສຸດ​ທີ່​ເຮົາ​ຈະ​ຊ່ວຍ​ເຫຼືອ​ພີ່ນ້ອງ​ທີ່​ທໍ້​ໃຈ​ກໍ​ຄື: ຕັ້ງ​ໃຈ​ຟັງ​ເຂົາ​ເຈົ້າ​ລະບາຍ​ຄວາມ​ຮູ້ສຶກ​ແລະ​ເຮັດ​ໃຫ້​ເຂົາ​ເຈົ້າ​ໝັ້ນ​ໃຈ​ວ່າ​ເຮົາ​ຮັກ​ເຂົາ​ເຈົ້າ. ເມື່ອ​ເຮົາ​ເຮັດ​ແບບ​ນີ້​ພະ​ເຢໂຫວາ​ກໍ​ສັງເກດ​ເຫັນ​ແລະ​ຮູ້​ຄຸນຄ່າ​ສິ່ງ​ທີ່​ເຮົາ​ເຮັດ. (ເພງ. 41:1) ສຸພາສິດ 19:17, ລ.ມ. ບອກ​ວ່າ: “ຄົນ​ທີ່​ເມດຕາ​ຄົນ​ຈົນ​ກໍ​ຄື​ກັບ​ໃຫ້​ພະ​ເຢໂຫວາ​ຢືມ ພະອົງ​ຈະ​ຕອບ​ແທນ​ລາວ​ສຳລັບ​ສິ່ງ​ທີ່​ລາວ​ເຮັດ.”

ຣຸດ​ຢູ່​ກັບ​ນາໂອມີ ສ່ວນ​ໂອລາຟາ​ກັບ​ໄປ​ໂມອາບ. ຣຸດ​ບອກ​ນາໂອມີ​ວ່າ: “ແມ່​ໄປ​ໃສ ລູກ​ຈະ​ໄປ​ນຳ.” (ເບິ່ງ​ຂໍ້ 13)

13. ຣຸດ​ເລືອກ​ຕ່າງ​ຈາກ​ໂອລາຟາ​ແນວ​ໃດ ແລະ​ສິ່ງ​ທີ່​ຣຸດ​ເຮັດ​ສະແດງ​ເຖິງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ແນວ​ໃດ? (ເບິ່ງ​ຮູບ​ໜ້າ​ປົກ)

13 ເພື່ອ​ຈະ​ເຂົ້າ​ໃຈ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຫຼາຍ​ຂຶ້ນ ໃຫ້​ເຮົາ​ມາ​ເບິ່ງ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ນາໂອມີ​ຫຼັງ​ຈາກ​ທີ່​ຜົວ​ແລະ​ລູກ​ຊາຍ​ສອງ​ຄົນ​ຕາຍ. ເມື່ອ​ນາໂອມີ​ໄດ້​ຍິນ​ວ່າ ‘ພະ​ເຢໂຫວາ​ຫັນ​ມາ​ອວຍ​ພອນ​ປະຊາຊົນ​ຂອງ​ພະອົງ​ໂດຍ​ໃຫ້​ພວກ​ເຂົາ ມີ​ອາຫານ​ການ​ກິນ’ ລາວ​ກໍ​ຕັດສິນ​ໃຈ​ກັບ​ໄປ​ບ້ານ​ເກີດ​ຂອງ​ຕົວ​ເອງ. (ລຶດ 1:6, ລ.ມ.) ແລ້ວ​ລູກໃພ້​ສອງ​ຄົນ​ກໍ​ເດີນ​ທາງ​ໄປ​ນຳ. ລະຫວ່າງ​ທີ່​ເດີນ​ທາງ ນາໂອມີ​ໄດ້​ບອກ​ລູກໃພ້​ຕັ້ງ​ສາມ​ເທື່ອ​ວ່າ​ໃຫ້​ກັບ​ໄປ​ໂມອາບ. ຈາກ​ນັ້ນ​ເປັນ​ແນວ​ໃດ? ‘ໂອລາຟາ​ໄດ້​ຈູບ​ລາ​ຍ່າ ແຕ່​ວ່າ​ຣຸດ​ໄດ້​ຢູ່​ນຳ​ຍ່າ.’ (ລຶດ 1:7-14, ລ.ມ.) ໂອລາຟາ​ໄດ້​ເຮັດ​ຕາມ​ທີ່​ນາໂອມີ​ບອກ​ໂດຍ​ເດີນ​ທາງ​ກັບ​ໄປ​ໂມອາບ. ແຕ່​ຣຸດ​ໄດ້​ເຮັດ​ຫຼາຍ​ກວ່າ​ນັ້ນ ເພາະ​ທີ່​ຈິງ​ລາວ​ຈະ​ກັບ​ໄປ​ໂມອາບ​ກໍ​ໄດ້ ແຕ່​ລາວ​ເລືອກ​ທີ່​ຈະ​ຢູ່​ກັບ​ນາໂອມີ. (ລຶດ 1:16, 17) ແລະ​ທີ່​ລາວ​ເຮັດ​ແບບ​ນີ້​ກໍ​ບໍ່​ແມ່ນ​ສິ່ງ​ທີ່​ລາວ​ຕ້ອງ​ເຮັດ ແຕ່​ຍ້ອນ​ລາວ​ຢາກ​ເຮັດ. ສິ່ງ​ທີ່​ຣຸດ​ເຮັດ​ສະແດງ​ໃຫ້​ເຫັນ​ວ່າ​ລາວ​ມີ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ນາໂອມີ. ເຮົາ​ເດ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ນີ້?

14. (ກ) ພີ່ນ້ອງ​ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ໄດ້​ຮຽນ​ແບບ​ຣຸດ​ແນວ​ໃດ? (ຂ​) ຕາມ​ເຮັບເຣີ 13:16 ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ພະ​ເຢໂຫວາ​ຈະ​ພໍ​ໃຈ?

14ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ກະຕຸ້ນ​ເຮົາ​ໃຫ້​ຊ່ວຍ​ເຫຼືອ​ພີ່ນ້ອງ​ຫຼາຍ​ເປັນ​ພິເສດ. ພີ່ນ້ອງ​ຫຼາຍ​ຄົນ​ໄດ້​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ພີ່ນ້ອງ​ຄົນ​ອື່ນ​ເຖິງ​ວ່າ​ຈະ​ບໍ່​ຮູ້ຈັກ​ກັນ​ກໍ​ຕາມ. ຕົວຢ່າງ​ເຊັ່ນ: ເມື່ອ​ເກີດ​ໄພ​ທຳມະຊາດ​ພີ່ນ້ອງ​ກໍ​ຟ້າວ​ຊອກ​ຫາ​ວິທີ​ເພື່ອ​ຈະ​ຊ່ວຍ​ເຫຼືອ​ພີ່ນ້ອງ​ໃນ​ເຂດ​ນັ້ນ. ແລະ​ເມື່ອ​ພີ່ນ້ອງ​ໃນ​ປະຊາຄົມ​ຮູ້​ວ່າ​ມີ​ພີ່ນ້ອງ​ກຳລັງ​ລຳບາກ​ແລະ​ຂາດ​ສິ່ງ​ຈຳເປັນ ເຂົາ​ເຈົ້າ​ກໍ​ໄດ້​ເຮັດ​ບາງ​ຢ່າງ​ເພື່ອ​ຊ່ວຍ​ເຫຼືອ​ທັນທີ. ຄື​ກັບ​ພີ່ນ້ອງ​ໃນ​ສະຕະວັດ​ທຳອິດ​ທີ່​ຢູ່​ມາເກໂດເນຍ ເຂົາ​ເຈົ້າ​ໄດ້ “ໃຫ້​ເກີນ​ຄວາມ​ສາມາດ” ບໍ່​ວ່າ​ຈະ​ເປັນ​ເວລາ​ຫຼື​ເງິນ​ຄຳ​ເພື່ອ​ຊ່ວຍ​ເຫຼືອ​ພີ່ນ້ອງ​ຄົນ​ອື່ນ. (2 ກຣ. 8:3) ພະ​ເຢໂຫວາ​ຄື​ຊິ​ດີ​ໃຈ​ຫຼາຍ​ແທ້ໆທີ່​ເຫັນ​ວ່າ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ກັນ.—ອ່ານ​ເຮັບເຣີ 13:16

ເຮົາ​ຈະ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ແນວ​ໃດ?

15-16. ຣຸດ​ໄດ້​ເຮັດ​ຫຍັງ​ເພື່ອ​ຈະ​ຊ່ວຍ​ນາໂອມີ​ຕໍ່​ໄປ?

15 ເຮົາ​ຈະ​ໄດ້​ຮັບ​ບົດຮຽນ​ຫຼາຍ​ຢ່າງ​ຈາກ​ເລື່ອງ​ຂອງ​ຣຸດ​ກັບ​ນາໂອມີ. ໃຫ້​ເຮົາ​ມາ​ເບິ່ງ​ບົດຮຽນ​ບາງ​ຢ່າງ​ນຳ​ກັນ.

16ໃຫ້​ພະຍາຍາມ​ຊ່ວຍ​ຕໍ່​ໄປ. ເມື່ອ​ຣຸດ​ຂໍ​ໄປ​ຢູດາ​ພ້ອມ​ນາໂອມີ ທຳອິດ​ນາໂອມີ​ກໍ​ບໍ່​ຢາກ​ໃຫ້​ໄປ. ແຕ່​ຣຸດ​ກໍ​ຂໍ​ບໍ່​ເຊົາ​ແລະ​ພະຍາຍາມ​ຕໍ່​ໄປ. ແລ້ວ​ຜົນ​ເປັນ​ແນວ​ໃດ? ‘ເມື່ອ​ນາໂອມີ​ເຫັນ​ວ່າ​ຣຸດ​ຢືນຢັນ​ຈະ​ໄປ​ນຳ ກໍ​ເຊົາ​ເວົ້າ​ໃຫ້​ລາວ.’—ລຶດ 1:15-18, ລ.ມ.

17. ສິ່ງ​ໃດ​ເຮັດ​ໃຫ້​ເຮົາ​ຢາກ​ຊ່ວຍ​ເຫຼືອ​ພີ່ນ້ອງ​ຕໍ່ໆໄປ?

17ບົດຮຽນ​ສຳລັບ​ເຮົາ: ເຮົາ​ຕ້ອງ​ອົດ​ທົນ​ແລະ​ບໍ່​ຍອມ​ແພ້​ເພື່ອ​ຈະ​ຊ່ວຍ​ເຫຼືອ​ພີ່ນ້ອງ​ທີ່​ຮູ້ສຶກ​ທໍ້​ໃຈ. ພີ່ນ້ອງ​ທີ່​ທໍ້​ໃຈ​ອາດ​ຈະ​ບໍ່​ຍອມ​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ເຮົາ​ໃນ​ຕອນ​ທຳອິດ ແຕ່​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຈະ​ກະຕຸ້ນ​ເຮົາ​ໃຫ້​ຢາກ​ຊ່ວຍ​ເຂົາ​ເຈົ້າ​ຕໍ່ໆໄປ. (ຄລຕ. 6:2) ໃນ​ທີ່​ສຸດ ເຮົາ​ກໍ​ຫວັງ​ວ່າ​ເຂົາ​ເຈົ້າ​ຈະ​ຍອມ​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ເຮົາ.

18. ສິ່ງ​ໃດ​ອາດ​ຈະ​ເຮັດ​ໃຫ້​ຣຸດ​ຮູ້ສຶກ​ເສຍໃຈ?

18ຢ່າ​ຟ້າວ​ເສຍໃຈ. ເມື່ອ​ນາໂອມີ​ກັບ​ຣຸດ​ມາ​ຮອດ​ເມືອງ​ເບັດເລເຮັມ​ແລ້ວ ນາໂອມີ​ກໍ​ໄດ້​ເຈິ​ກັບ​ເພື່ອນ​ຮ່ວມ​ຊາດ​ແລະ​ບອກ​ເຂົາ​ເຈົ້າ​ວ່າ: “ຕອນ​ໄປ​ຂ້ອຍ​ມີ​ທຸກ​ຢ່າງ ແລ້ວ​ພະ​ເຢໂຫວາ​ກໍ​ເຮັດ​ໃຫ້​ຂ້ອຍ​ກັບ​ມາ​ແຕ່​ໂຕ.” (ລຶດ 1:21, ລ.ມ.) ລອງ​ຄິດ​ເບິ່ງ​ວ່າ​ຣຸດ​ຈະ​ຮູ້ສຶກ​ແນວ​ໃດ​ກັບ​ຄຳເວົ້າ​ນີ້. ຣຸດ​ໄດ້​ຊ່ວຍ​ເຫຼືອ​ນາໂອມີ​ຫຼາຍ​ຢ່າງ ທັງ​ຮ້ອງໄຫ້​ກັບ​ລາວ ໃຫ້​ກຳລັງ​ໃຈ​ລາວ ແລະ​ຮ່ວມ​ເດີນ​ທາງ​ມາ​ນຳ​ລາວ​ບັກ​ຫຼາຍ​ໆມື້. ແຕ່​ເບິ່ງ​ຄື​ວ່າ​ນາໂອມີ​ບໍ່​ເຫັນ​ຄ່າ​ສິ່ງ​ທີ່​ຣຸດ​ເຮັດ​ເລີຍ ເພາະ​ນາໂອມີ​ບອກ​ວ່າ: ‘ພະ​ເຢໂຫວາ​ເຮັດ​ໃຫ້​ຂ້ອຍ​ກັບ​ມາ​ແຕ່​ໂຕ.’ ຄຳເວົ້າ​ນີ້​ອາດ​ຈະ​ເຮັດ​ໃຫ້​ຣຸດ​ຮູ້ສຶກ​ເສຍໃຈ​ກໍ​ໄດ້. ແຕ່​ເຖິງ​ຢ່າງ​ນັ້ນ ຣຸດ​ກໍ​ຍັງ​ຢູ່​ກັບ​ນາໂອມີ​ຕໍ່​ໄປ.

19. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຢາກ​ຊ່ວຍ​ເຫຼືອ​ພີ່ນ້ອງ​ຕໍ່ໆໄປ?

19ບົດຮຽນ​ສຳລັບ​ເຮົາ: ເຖິງ​ເຮົາ​ຈະ​ເຮັດ​ທຸກ​ຢ່າງ​ເພື່ອ​ຊ່ວຍ​ເຫຼືອ​ພີ່ນ້ອງ​ທີ່​ຮູ້ສຶກ​ທໍ້​ໃຈ ແຕ່​ເຂົາ​ເຈົ້າ​ກໍ​ອາດ​ຈະ​ເວົ້າ​ບາງ​ຢ່າງ​ທີ່​ເຮັດ​ໃຫ້​ເຮົາ​ເສຍໃຈ. ຖ້າ​ເປັນ​ແບບ​ນັ້ນ ຂໍ​ໃຫ້​ເຮົາ​ຢ່າ​ຟ້າວ​ຄຽດ ແຕ່​ໃຫ້​ເຮົາ​ຊ່ວຍ​ເຫຼືອ​ເຂົາ​ເຈົ້າ​ຕໍ່ໆໄປ ແລະ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຮົາ​ຮູ້​ວິທີ​ທີ່​ຈະ​ໃຫ້​ກຳລັງ​ໃຈ​ເຂົາ​ເຈົ້າ.—ສຸພາ. 17:17

ຜູ້​ດູ​ແລ​ໃນ​ທຸກ​ມື້​ນີ້​ຈະ​ຮຽນ​ແບບ​ໂບອາດ​ແນວ​ໃດ? (ເບິ່ງ​ຂໍ້ 20-21)

20. ສິ່ງ​ໃດ​ຊ່ວຍ​ຣຸດ​ໃຫ້​ມີ​ກຳລັງ​ໃຈ​ທີ່​ຈະ​ຊ່ວຍ​ນາໂອມີ​ຕໍ່​ໄປ?

20ໃຫ້​ກຳລັງ​ໃຈ​ທີ່​ເໝາະ​ກັບ​ເວລາ. ເຖິງ​ວ່າ​ຣຸດ​ຈະ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ແລະ​ໃຫ້​ກຳລັງ​ໃຈ​ນາໂອມີ ແຕ່​ຕອນ​ນີ້​ຣຸດ​ເອງ​ກໍ​ຕ້ອງການ​ກຳລັງ​ໃຈ​ຄື​ກັນ. ພະ​ເຢໂຫວາ​ໄດ້​ກະຕຸ້ນ​ໂບອາດ​ໃຫ້​ກຳລັງ​ໃຈ​ຣຸດ. ໂບອາດ​ບອກ​ຣຸດ​ວ່າ: “ຂໍ​ພະ​ເຢໂຫວາ​ຕອບ​ແທນ​ເຈົ້າ​ທີ່​ເຮັດ​ແບບ​ນີ້ ແລະ​ຂໍ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ໃຫ້​ລາງວັນ​ເຈົ້າ​ມາກ​ມາຍ ເພາະ​ເຈົ້າ​ມາ​ຢູ່​ໃຕ້​ການ​ປົກ​ປ້ອງ​ຂອງ​ພະອົງ.” ຄຳເວົ້າ​ທີ່​ອົບອຸ່ນ​ແບບ​ນີ້​ໃຫ້​ກຳລັງ​ໃຈ​ຣຸດ​ຫຼາຍ​ແທ້ໆ! ແລ້ວ​ຣຸດ​ກໍ​ບອກ​ໂບອາດ​ວ່າ: “ເຈົ້າ​ເຮັດ​ໃຫ້​ຂ້ອຍ​ອຸ່ນ​ໃຈ​ແລະ​ເວົ້າ​ໃຫ້​ຜູ້​ຮັບໃຊ້​ຄົນ​ນີ້​ມີ​ກຳລັງ​ໃຈ.” (ລຶດ 2:12, 13, ລ.ມ.) ຄຳເວົ້າ​ທີ່​ເໝາະ​ກັບ​ເວລາ​ຂອງ​ໂບອາດ​ໄດ້​ໃຫ້​ກຳລັງ​ໃຈ​ຣຸດ​ທີ່​ຈະ​ຊ່ວຍ​ເຫຼືອ​ນາໂອມີ​ຕໍ່​ໄປ.

21. ຕາມ​ເອຊາອີ 32:1, 2 ຜູ້​ດູ​ແລ​ຈະ​ເຮັດ​ຫຍັງ?

21ບົດຮຽນ​ສຳລັບ​ເຮົາ: ພີ່ນ້ອງ​ທີ່​ໃຫ້​ກຳລັງ​ໃຈ​ແລະ​ຊ່ວຍ​ເຫຼືອ​ຄົນ​ອື່ນ​ກໍ​ຕ້ອງການ​ກຳລັງ​ໃຈ​ຄື​ກັນ ຄື​ກັບ​ໂບອາດ​ທີ່​ໃຫ້​ກຳລັງ​ໃຈ​ຣຸດ​ເມື່ອ​ເຫັນ​ວ່າ​ຣຸດ​ໄດ້​ເຮັດ​ສິ່ງ​ດີໆຫຼາຍ​ຢ່າງ​ເພື່ອ​ຊ່ວຍ​ເຫຼືອ​ນາໂອມີ. ໃນ​ທຸກ​ມື້​ນີ້ ​ຜູ້​ດູ​ແລ​ກໍ​ໄດ້​ຊົມ​ເຊີຍ​ພີ່ນ້ອງ​ທີ່​ເຮັດ​ສິ່ງ​ດີໆຫຼາຍ​ຢ່າງ​ເພື່ອ​ຊ່ວຍ​ເຫຼືອ​ຄົນ​ອື່ນ​ຄື​ກັນ. ຄຳ​ຊົມ​ເຊີຍ​ທີ່​ອົບອຸ່ນ​ແລະ​ເໝາະ​ກັບ​ເວລາ​ຈະ​ຊ່ວຍ​ໃຫ້​ພີ່ນ້ອງ​ມີ​ກຳລັງ​ໃຈ​ທີ່​ຈະ​ຊ່ວຍ​ເຫຼືອ​ຄົນ​ອື່ນ​ຕໍ່​ໄປ.—ອ່ານ​ເອຊາອີ 32:1, 2

ຜູ້​ທີ່​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຈະ​ໄດ້​ຮັບ​ສິ່ງ​ດີໆຫຍັງ​ແດ່?

22-23. ນາໂອມີ​ໄດ້​ປ່ຽນ​ຄວາມ​ຄິດ​ແນວ​ໃດ ແລະ​ເປັນ​ຫຍັງ​ລາວ​ຈຶ່ງ​ປ່ຽນ? (ຄຳເພງ 136:23, 26)

22 ໂບອາດ​ໄດ້​ສະແດງ​ນ້ຳໃຈ​ເອື້ອເຟື້ອ​ຕໍ່​ຣຸດ​ແລະ​ນາໂອມີ​ໂດຍ​ໃຫ້​ອາຫານ​ກັບ​ເຂົາ​ເຈົ້າ. (ລຶດ 2:14-18) ແລ້ວ​ນາໂອມີ​ຮູ້ສຶກ​ແນວ​ໃດ​ຕໍ່​ນ້ຳໃຈ​ຂອງ​ໂບອາດ? ນາໂອມີ​ບອກ​ວ່າ: “ຂໍ​ໃຫ້​ລາວ​ໄດ້​ຮັບ​ພອນ​ຈາກ​ພະ​ເຢໂຫວາ ພະອົງ​ເປັນ​ພະເຈົ້າ​ທີ່​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ຄົນ​ເປັນ​ແລະ​ຄົນ​ຕາຍ​ສະເໝີ.” (ລຶດ 2:20 ສ່ວນ ກ, ລ.ມ.) ຕອນ​ທີ່​ນາໂອມີ​ເສຍໃຈ​ລາວ​ບອກ​ວ່າ: “ພະ​ເຢໂຫວາ​ເປັນ​ສັດຕູ​ຂອງ​ຂ້ອຍ.” ແຕ່​ຕອນ​ນີ້​ລາວ​ພັດ​ເວົ້າ​ວ່າ: “ພະ​ເຢໂຫວາ . . . ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ.” ຄຳເວົ້າ​ນີ້​ສະແດງ​ວ່າ​ນາໂອມີ​ປ່ຽນ​ຄວາມ​ຄິດ​ແລ້ວ. ເປັນ​ຫຍັງ​ລາວ​ຈຶ່ງ​ປ່ຽນ​ຄວາມ​ຄິດ?

23 ນາໂອມີ​ເລີ່ມ​ເຫັນ​ວ່າ​ພະ​ເຢໂຫວາ​ບໍ່​ເຄີຍ​ປະ​ຖິ້ມ​ລາວ ເພາະ​ເພິ່ນ​ໄດ້​ໃຊ້​ຣຸດ​ໃຫ້​ຊ່ວຍ​ລາວ​ຕອນ​ທີ່​ເດີນ​ທາງ​ກັບ​ມາ​ຢູດາ. (ລຶດ 1:16) ແລະ​ເພິ່ນ​ຍັງ​ໃຊ້​ໂບອາດ​ເພື່ອ​ຊ່ວຍ​ລາວ​ກັບ​ຣຸດ​ນຳ. (ລຶດ 2:19, 20) ນາໂອມີ​ຕ້ອງ​ຄິດ​ວ່າ ‘ຕອນ​ນີ້​ຂ້ອຍ​ເຂົ້າ​ໃຈ​ແລ້ວ​ວ່າ​ພະ​ເຢໂຫວາ​ບໍ່​ເຄີຍ​ຖິ້ມ​ຂ້ອຍ. ເພິ່ນ​ຢູ່​ຄຽງ​ຂ້າງ​ຂ້ອຍ​ຕະຫຼອດ.’ (ອ່ານ​ຄຳເພງ 136:23, 26) ນາໂອມີ​ຄື​ຊິ​ດີ​ໃຈ​ຫຼາຍ​ແທ້ໆທີ່​ເຫັນ​ວ່າ​ຣຸດ​ແລະ​ໂບອາດ​ພະຍາຍາມ​ຊ່ວຍ​ເຫຼືອ​ລາວ​ຕະຫຼອດ. ເຮົາ​ນຶກ​ພາບ​ໄດ້​ວ່າ​ທັງ​ສາມ​ຄົນ​ນີ້​ຄື​ຊິ​ມີ​ຄວາມ​ສຸກ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ.

24. ເປັນ​ຫຍັງ​ເຮົາ​ຈຶ່ງ​ຢາກ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ພີ່ນ້ອງ?

24 ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ພະທຳ​ລຶດ​ກ່ຽວ​ກັບ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ? ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ກະຕຸ້ນ​ເຮົາ​ໃຫ້​ພະຍາຍາມ​ຊ່ວຍ​ເຫຼືອ​ພີ່ນ້ອງ​ທີ່​ທໍ້​ໃຈ​ຕໍ່​ໄປ ແລະ​ຍັງ​ເຮັດ​ໃຫ້​ເຮົາ​ຢາກ​ຊ່ວຍ​ເຫຼືອ​ເຂົາ​ເຈົ້າ​ຫຼາຍ​ເປັນ​ພິເສດ. ຜູ້​ດູ​ແລ​ຕ້ອງ​ຊົມ​ເຊີຍ​ພີ່ນ້ອງ​ທີ່​ຊ່ວຍ​ເຫຼືອ​ຄົນ​ອື່ນ​ແລະ​ໃຫ້​ກຳລັງ​ໃຈ​ທີ່​ເໝາະ​ກັບ​ເວລາ. ເມື່ອ​ເຮົາ​ເຫັນ​ພີ່ນ້ອງ​ທີ່​ທໍ້​ໃຈ​ກັບ​ມາ​ມີ​ຄວາມ​ສຸກ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ ເຮົາ​ເອງ​ກໍ​ມີ​ຄວາມ​ສຸກ​ຄື​ກັນ. (ກຈກ. 20:35) ແຕ່​ສິ່ງທີ່​ສຳຄັນ​ທີ່​ເຮັດ​ໃຫ້​ເຮົາ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ພີ່ນ້ອງ​ກໍ​ຄື ເຮົາ​ຢາກ​ຮຽນ​ແບບ​ພະ​ເຢໂຫວາ​ຜູ້​ທີ່ “ຮັກ​ໃຜ​ກໍ​ຮັກ​ໝັ້ນ​ຄົງ.”—ອົບ. 34:6; ເພງ. 33:22, ລ.ມ.

ເພງ 130 ເຮົາ​ຕ້ອງ​ໃຫ້​ອະໄພ​ກັນ

^ ຂໍ້ 5 ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ພີ່ນ້ອງ. ແຕ່​ເພື່ອ​ເຮົາ​ຈະ​ຮູ້​ວິທີ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ພີ່ນ້ອງ ໃຫ້​ເຮົາ​ມາ​ຮຽນ​ເລື່ອງ​ຂອງ​ຜູ້​ຮັບໃຊ້​ພະ​ເຢໂຫວາ​ໃນ​ສະໄໝ​ກ່ອນ​ທີ່​ສະແດງ​ຄຸນ​ລັກສະນະ​ນີ້​ຕໍ່​ກັນ. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ມາ​ເບິ່ງ​ວ່າ​ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ຣຸດ ນາໂອມີ ແລະ​ໂບອາດ.

^ ຂໍ້ 8 ເພື່ອ​ຈະ​ເຂົ້າ​ໃຈ​ບົດ​ຄວາມ​ນີ້​ຫຼາຍ​ຂຶ້ນ ຂໍ​ໃຫ້​ອ່ານ​ພະທຳ​ລຶດ​ໃນ​ບົດ​ທີ 1-2.