ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເລື່ອງ​ຊີວິດ​ຈິງ

“ຂ້ອຍ​ຢາກ​ເຮັດ​ວຽກ​ເພື່ອ​ພະເຢໂຫວາ”

“ຂ້ອຍ​ຢາກ​ເຮັດ​ວຽກ​ເພື່ອ​ພະເຢໂຫວາ”

ຫຼັງ​ຈາກ​ທີ່​ເຮົາ​ລາ​ພີ່ນ້ອງ​ກຸ່ມ​ນ້ອຍໆ​ທີ່​ຢູ່​ໃກ້​ກັບ​ບ້ານ​ກຣັນໂບຣີ​ເຊິ່ງ​ເປັນ​ບ່ອນ​ທີ່​ຢູ່​ເລິກໆ​ໃນ​ປ່າ​ດົງ​ດິບ​ຫຼື​ປ່າ​ຝົນ​ຂອງ​ປະເທດ​ຊູຣີນາມ ເຮົາ​ກໍ​ໄດ້​ຂີ່​ເຮືອ​ທີ່​ຄວັດ​ຈາກ​ທ່ອນ​ໄມ້​ທ່ອນ​ໜຶ່ງ​ໃນ​ແມ່​ນ້ຳ​ທາປານາໂຮນີ. ຕອນ​ທີ່​ຂີ່​ເຮືອ​ຜ່ານ​ແກ້ງ ໃບ​ເຮືອ​ໄດ້​ໄປ​ຕຳ​ໃສ່​ໂງ່ນ​ຫີນ ຫົວ​ເຮືອ​ກໍ​ເລີຍ​ສັກ​ລົງ​ໄປ​ໃນ​ນ້ຳ​ແລະ​ເຮົາ​ກໍ​ຈົມ​ນ້ຳ​ຄື​ກັນ ເຖິງ​ວ່າ​ຂ້ອຍ​ຈະ​ເຄີຍ​ເດີນທາງ​ດ້ວຍ​ເຮືອ​ຫຼາຍ​ເທື່ອ​ໃນ​ຖານະ​ທີ່​ເປັນ​ຜູ້​ດູແລ​ໝວດ. ແຕ່​ຂ້ອຍ​ກໍ​ລອຍ​ນ້ຳ​ບໍ່​ເປັນ! ຂ້ອຍ​ຈຶ່ງ​ຮູ້ສຶກ​ຕົກໃຈ​ແລະ​ຢ້ານ​ຫຼາຍ.

ກ່ອນ​ທີ່​ຂ້ອຍ​ຈະ​ເລົ່າ​ລາຍ​ລະອຽດ​ກ່ຽວກັບ​ເລື່ອງ​ນີ້ ຂ້ອຍ​ຢາກ​ເລົ່າ​ໃຫ້​ຟັງ​ວ່າ​ຂ້ອຍ​ໄດ້​ເລີ່ມ​ຮັບໃຊ້​ເຕັມ​ເວລາ​ແນວໃດ.

ຂ້ອຍ​ເກີດ​ໃນ​ປີ 1942 ຢູ່​ເກາະ​ກູຣາເຊົາ​ຂອງ​ທະເລ​ຄາ​ເລ​ບຽນ. ພໍ່​ຂ້ອຍ​ເກີດ​ຢູ່​ປະເທດ​ຊູຣີນາມ ແຕ່​ລາວ​ຍ້າຍ​ມາ​ເຮັດ​ວຽກ​ຢູ່​ເກາະ​ນີ້. ບໍ່​ເທົ່າ​ໃດ​ປີ​ກ່ອນ​ທີ່​ຂ້ອຍ​ຈະ​ເກີດ ພໍ່​ເປັນ​ໜຶ່ງ​ໃນ​ກຸ່ມ​ທຳອິດ​ທີ່​ເຂົ້າ​ມາ​ເປັນ​ພະຍານ​ພະເຢໂຫວາ​ໃນ​ກູຣາເຊົາ. a ລາວ​ໄດ້​ສຶກສາ​ຄຳພີໄບເບິນ​ໃຫ້​ຂ້ອຍ​ແລະ​ອ້າຍ​ເອື້ອຍ​ນ້ອງ​ທັງ​ສີ່​ຄົນ​ທຸກ​ອາທິດ ເຖິງ​ວ່າ​ພວກ​ເຮົາ​ຈະ​ບໍ່​ຢາກ​ສຶກສາ​ກໍ​ຕາມ. ຕອນ​ທີ່​ຂ້ອຍ​ອາຍຸ 14 ປີ ພໍ່​ໄດ້​ພາ​ຄອບຄົວ​ຍ້າຍ​ກັບ​ໄປ​ຊູຣີນາມ​ເພື່ອ​ຈະ​ເບິ່ງແຍງ​ແມ່​ຕູ້​ທີ່​ເຖົ້າ​ແລ້ວ.

ໝູ່​ທີ່​ດີ​ຊ່ວຍ​ໃຫ້​ເກີດ​ຜົນ​ດີ

ຕອນ​ທີ່​ຢູ່​ຊູຣີນາມ​ຂ້ອຍ​ໄດ້​ຫຼິ້ນ​ກັບ​ພີ່ນ້ອງ​ທີ່​ຍັງ​ໜຸ່ມ​ທັງ​ຍິງ​ແລະ​ຊາຍ​ເຊິ່ງ​ຮັບໃຊ້​ພະເຢໂຫວາ​ຢ່າງ​ກະຕືລືລົ້ນ. ເຂົາເຈົ້າ​ອາຍຸ​ຫຼາຍ​ກວ່າ​ຂ້ອຍ​ໜ້ອຍ​ໜຶ່ງ​ແລະ​ເປັນ​ໄພໂອເນຍ. ເມື່ອ​ເຂົາເຈົ້າ​ເລົ່າ​ປະສົບການ​ໃນ​ວຽກ​ປະກາດ ສີ​ໜ້າ​ຂອງ​ເຂົາເຈົ້າ​ມີ​ຄວາມສຸກ​ຫຼາຍ. ຫຼັງ​ຈາກທີ່​ປະຊຸມ​ແລ້ວ ຂ້ອຍ​ກັບ​ໝູ່​ມັກ​ຈະ​ລົມ​ກັນ​ເລື່ອງ​ຄຳພີໄບເບິນ. ບາງເທື່ອ​ເຮົາ​ກໍ​ລົມ​ກັນ​ຕອນ​ກາງຄືນ​ຕອນ​ທີ່​ມີ​ດາວ​ເຕັມ​ທ້ອງຟ້າ. ໝູ່​ເຫຼົ່ານີ້​ຊ່ວຍ​ຂ້ອຍ​ໃຫ້​ຮູ້​ວ່າ​ຂ້ອຍ​ຢາກ​ເຮັດ​ຫຍັງ​ໃນ​ຊີວິດ. ຂ້ອຍ​ຢາກ​ເຮັດ​ວຽກ​ເພື່ອ​ພະເຢໂຫວາ. ດັ່ງນັ້ນ ຂ້ອຍ​ຈຶ່ງ​ໄດ້​ຮັບ​ບັບເຕມາ​ຕອນ​ທີ່​ອາຍຸ 16 ປີ ແລະ​ເລີ່ມ​ເປັນ​ໄພໂອເນຍ​ຕອນ​ອາຍຸ 18 ປີ.

ໄດ້​ບົດຮຽນ​ທີ່​ສຳຄັນ

ຕອນ​ເປັນ​ໄພໂອເນຍ​ຢູ່​ປາຣາມາຣິໂບ

ການ​ເປັນ​ໄພໂອເນຍ​ເຮັດ​ໃຫ້​ຂ້ອຍ​ໄດ້​ຮຽນຮູ້​ຫຼາຍ​ຢ່າງ. ຄວາມ​ຮູ້​ເຫຼົ່ານີ້​ຊ່ວຍ​ຂ້ອຍ​ໃນ​ການຮັບໃຊ້​ເຕັມ​ເວລາ. ຕົວຢ່າງ​ເຊັ່ນ: ບົດຮຽນ​ໜຶ່ງ​ທີ່​ຂ້ອຍ​ໄດ້​ຮຽນຮູ້​ກໍ​ຄື​ຄວາມ​ສຳຄັນ​ໃນ​ການ​ຝຶກ​ຄົນອື່ນ. ຕອນ​ທີ່​ຂ້ອຍ​ເລີ່ມ​ເປັນ​ໄພໂອເນຍ ມິດຊັນນາຣີ​ຄົນ​ໜຶ່ງ​ຊື່​ວິນເລມ ວານ ເຊວ ໄດ້​ຊ່ວຍ​ຂ້ອຍ​ຫຼາຍ​ຢ່າງ. b ລາວ​ສອນ​ຂ້ອຍ​ໃຫ້​ຮູ້​ເຮັດ​ວຽກ​ມອບໝາຍ​ຕ່າງໆ​ໃນ​ອົງການ​ຂອງ​ພະເຢໂຫວາ. ຕອນ​ນັ້ນ​ຂ້ອຍ​ບໍ່​ຄິດ​ເລີຍ​ວ່າ​ຈະ​ໄດ້​ຮັບ​ການ​ຝຶກ​ຫຼາຍ​ປານ​ນີ້. ປີ​ຕໍ່ມາ​ຂ້ອຍ​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ໄພໂອເນຍ​ພິເສດ​ແລະ​ໄປ​ຊ່ວຍ​ກຸ່ມ​ນ້ອຍໆ​ທີ່​ຢູ່​ໃນ​ເຂດ​ຫ່າງ​ໄກ​ໃນ​ປ່າ​ດົງ​ດິບ​ເຂດ​ຮ້ອນ​ຂອງ​ຊູຣີນາມ. ຂ້ອຍ​ເຫັນຄ່າ​ຫຼາຍ​ແທ້ໆ​ທີ່​ພີ່ນ້ອງ​ໄດ້​ຝຶກ​ຂ້ອຍ​ໃນ​ເວລາ​ທີ່​ເໝາະສົມ. ຕັ້ງແຕ່​ນັ້ນ​ມາ ຂ້ອຍ​ກໍ​ຢາກ​ພະຍາຍາມ​ທີ່​ຈະ​ເຮັດ​ຕາມ​ຕົວຢ່າງ​ຂອງ​ເຂົາເຈົ້າ​ໂດຍ​ຝຶກ​ຄົນອື່ນໆ.

ບົດຮຽນ​ທີ​ສອງ​ທີ່​ຂ້ອຍ​ໄດ້​ຮຽນຮູ້​ກໍ​ຄື ການໃຊ້​ຊີວິດ​ແບບ​ຮຽບ​ງ່າຍ​ແລະ​ວາງ​ແຜນ​ຢ່າງ​ດີ. ໃນ​ຕົ້ນ​ເດືອນ ຂ້ອຍ​ກັບ​ຄູ່​ໄພໂອເນຍ​ຈະ​ວາງ​ແຜນ​ວ່າ​ເຮົາ​ຕ້ອງ​ມີ​ສິ່ງ​ຈຳເປັນ​ຫຍັງ​ແດ່​ໃນ​ແຕ່​ລະ​ອາທິດ. ຈາກ​ນັ້ນ​ພວກ​ເຮົາ​ກໍ​ຈະ​ເດີນທາງ​ໄກ​ເຂົ້າ​ມາ​ໃນ​ເມືອງ​ເພື່ອ​ຊື້​ສິ່ງ​ຈຳເປັນ. ເຮົາ​ຕ້ອງ​ໃຊ້​ເງິນ​ແຕ່​ລະ​ເດືອນ​ຢ່າງ​ສຸຂຸມ​ແລະ​ປະຢັດ​ຂອງກິນ​ທີ່​ເຮົາ​ມີ​ເພື່ອ​ຈະ​ຢູ່​ໄດ້​ໝົດ​ເດືອນ ເພາະ​ຖ້າ​ຂອງກິນ​ເຮົາ​ໝົດ​ຕອນ​ທີ່​ຢູ່​ໃນ​ປ່າ ຈະ​ບໍ່​ມີ​ໃຜ​ຊ່ວຍ​ເຮົາ​ໄດ້. ຂ້ອຍ​ໝັ້ນໃຈ​ວ່າ​ການ​ຮຽນຮູ້​ທີ່​ຈະ​ໃຊ້​ຊີວິດ​ແບບ​ຮຽບ​ງ່າຍ​ແລະ​ວາງ​ແຜນ​ຢ່າງ​ດີ​ຕັ້ງແຕ່​ຕອນ​ທີ່​ຍັງ​ໜຸ່ມ​ຊ່ວຍ​ຂ້ອຍ​ໃຫ້​ຈົດຈໍ່​ກັບ​ວຽກ​ຮັບໃຊ້​ພະເຢໂຫວາ​ຕະຫຼອດ​ຊີວິດ.

ບົດຮຽນ​ທີ​ສາມ​ທີ່​ຂ້ອຍ​ໄດ້​ຮຽນຮູ້​ກໍ​ຄື ຄວາມ​ສຳຄັນ​ໃນ​ການສອນ​ຄົນອື່ນ​ໃນ​ພາສາ​ຂອງ​ເຂົາເຈົ້າ​ເອງ. ຕັ້ງແຕ່​ຍັງ​ນ້ອຍ​ຂ້ອຍ​ໄດ້​ເວົ້າ​ພາສາ​ໂຮນລັງ ອັງກິດ ປາເປຍມຽນໂຕ ແລະ​ຊາຣານັນ​ຕັງ​ໂກ ພາສາ​ນີ້​ຍັງ​ເອີ້ນ​ວ່າ​ຊາຣານັນ​ເຊິ່ງ​ເປັນ​ພາສາ​ປະຈຳ​ຊາດ​ຂອງ​ຊູຣີນາມ. ແຕ່​ຕອນ​ທີ່​ຢູ່​ໃນ​ປ່າ​ດົງ​ດິບ ຂ້ອຍ​ເຫັນ​ວ່າ​ຜູ້ຄົນ​ຈະ​ສົນໃຈ​ຂ່າວ​ດີ​ຫຼາຍ​ກວ່າ​ເມື່ອ​ເຮົາ​ປະກາດ​ໃນ​ພາສາ​ຂອງ​ເຂົາເຈົ້າ​ເອງ. ຂ້ອຍ​ຮູ້ສຶກ​ວ່າ​ມັນ​ຍາກ​ທີ່​ຈະ​ເວົ້າ​ບາງ​ພາສາ ເຊັ່ນ ພາສາ​ຊາຣາ​ມັກ​ກັນ​ເຊິ່ງ​ໃຊ້​ສຽງ​ສູງ​ຕ່ຳ. ແຕ່​ມັນ​ກໍ​ຄຸ້ມ​ຄ່າ​ທີ່​ຈະ​ຮຽນ​ພາສາ​ຂອງ​ເຂົາເຈົ້າ ເພາະ​ຫຼາຍ​ປີ​ຕໍ່ມາ​ຂ້ອຍ​ສາມາດ​ສອນ​ຄວາມຈິງ​ໃຫ້​ກັບ​ຫຼາຍ​ຄົນ​ເພາະ​ຂ້ອຍ​ເວົ້າ​ພາສາ​ຂອງ​ເຂົາເຈົ້າ​ໄດ້.

ທີ່​ຈິງ ຂ້ອຍ​ມີ​ປະສົບການ​ທີ່​ໜ້າ​ອາຍ. ມີ​ເທື່ອ​ໜຶ່ງ​ຂ້ອຍ​ຕັ້ງໃຈ​ຈະ​ຖາມ​ນັກສຶກສາ​ທີ່​ເວົ້າ​ພາສາ​ຊາຣາ​ມັກ​ກັນ​ວ່າ ອາການ​ເຈັບ​ທ້ອງ​ຂອງ​ລາວ​ເປັນ​ແນວໃດ. ແຕ່​ຂ້ອຍ​ພັດ​ຖາມ​ວ່າ ລາວ​ຖື​ພາ​ບໍ? ຄຳຖາມ​ນີ້​ເຮັດ​ໃຫ້​ລາວ​ຮູ້ສຶກ​ໜ້າ​ອາຍ. ເຖິງ​ວ່າ​ຂ້ອຍ​ຈະ​ເວົ້າ​ຜິດ ແຕ່​ຂ້ອຍ​ກໍ​ພະຍາຍາມ​ທີ່​ຈະ​ເວົ້າ​ພາສາ​ຂອງ​ຄົນ​ໃນ​ເຂດ​ທີ່​ຂ້ອຍ​ປະກາດ.

ຮັບ​ເອົາ​ວຽກ​ມອບໝາຍ​ຫຼາຍ​ຂຶ້ນ

ໃນ​ປີ 1970 ຂ້ອຍ​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ດູແລ​ໝວດ. ໃນ​ປີ​ນັ້ນ​ຂ້ອຍ​ໄດ້​ໄປ​ສາຍ​ພາບ​ສະ​ໄລ້​ເລື່ອງ “ການ​ຢ້ຽມຢາມ​ສຳນັກງານ​ໃຫຍ່​ຂອງ​ພະຍານ​ພະເຢໂຫວາ” ໃຫ້​ພີ່ນ້ອງ​ທີ່​ຢູ່​ໃນ​ກຸ່ມ​ໂດດ​ດ່ຽວ​ໃນ​ປ່າ​ດົງ​ດິບ​ເບິ່ງ. ເພື່ອ​ຈະ​ເຮັດ​ແບບນັ້ນ ຂ້ອຍ​ກັບ​ພີ່ນ້ອງ​ບາງຄົນ​ໄດ້​ຂີ່​ເຮືອ​ໄມ້​ໄປ​ຕາມ​ແມ່​ນ້ຳ​ສາຍ​ຕ່າງໆ​ໃນ​ປ່າ​ດົງ​ດິບ. ພວກ​ເຮົາ​ໄດ້​ເອົາ​ເຄື່ອງ​ປັ່ນ​ໄຟ ນ້ຳມັນ ຕະກຽງ ແລະ​ອຸປະກອນ​ທີ່​ສາຍ​ພາບ​ສະ​ໄລ້​ໄປ​ນຳ. ເມື່ອ​ຮອດ​ບ່ອນ​ຈອດ​ເຮືອ ເຮົາ​ຕ້ອງ​ໄດ້​ຂົນ​ເຄື່ອງ​ທັງໝົດ​ນີ້​ໄປ​ບ່ອນ​ທີ່​ຈະ​ສາຍ​ພາບ. ສິ່ງ​ທີ່​ຂ້ອຍ​ຈື່​ໄດ້​ກໍ​ຄື ພີ່ນ້ອງ​ຢູ່​ຫັ້ນ​ມັກ​ແລະ​ເຫັນຄ່າ​ການ​ຈັດ​ກຽມ​ນີ້​ຫຼາຍ. ຂ້ອຍ​ມີ​ຄວາມສຸກ​ຫຼາຍ​ແທ້ໆ​ທີ່​ໄດ້​ຊ່ວຍ​ຄົນອື່ນ​ໃຫ້​ຮຽນຮູ້​ເລື່ອງ​ຂອງ​ພະເຢໂຫວາ​ແລະ​ອົງການ​ຂອງ​ເພິ່ນ​ທີ່​ຢູ່​ໃນ​ໂລກ. ຄວາມສຸກ​ນີ້​ເປັນ​ລາງວັນ​ແລະ​ຄຸ້ມ​ຄ່າ​ຫຼາຍ​ກວ່າ​ສິ່ງ​ອື່ນໆ​ທີ່​ຂ້ອຍ​ໄດ້​ສະລະ​ໄປ.

ຝັ້ນ​ເຊືອກ​ສາມ​ກຽວ​ເຂົ້າ​ກັນ

ຂ້ອຍ​ກັບ​ເອເທວ​ແຕ່ງດອງ​ໃນ​ເດືອນ​ກັນຍາ​ປີ 1971

ເຖິງ​ຂ້ອຍ​ຈະ​ເຫັນ​ວ່າ​ການ​ເປັນ​ໂສດ​ເປັນ​ປະໂຫຍດ​ຫຼາຍ​ໃນ​ການຮັບໃຊ້​ພະເຢໂຫວາ ແຕ່​ຂ້ອຍ​ກໍ​ຢາກ​ໄດ້​ຄູ່​ຊີວິດ. ດັ່ງນັ້ນ ຂ້ອຍ​ຈຶ່ງ​ອະທິດຖານ​ເຈາະຈົງ​ໃຫ້​ເຈິ​ຄູ່​ຊີວິດ​ທີ່​ມີ​ຄວາມສຸກ​ກັບ​ການຮັບໃຊ້​ເຕັມ​ເວລາ ເຖິງ​ວ່າ​ຈະ​ຫຍຸ້ງຍາກ​ໃນ​ປ່າ​ດົງ​ດິບ. ປີ​ຕໍ່ມາ​ຂ້ອຍ​ໄດ້​ເລີ່ມ​ຄົບຫາ​ກັບ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຊື່​ເອເທວ​ທີ່​ເປັນ​ໄພໂອເນຍ​ພິເສດ​ແລະ​ມີ​ນ້ຳໃຈ​ເສຍ​ສະລະ. ຕັ້ງແຕ່​ຍັງ​ນ້ອຍ ເອເທວ​ມັກ​ເລື່ອງ​ຂອງ​ອັກຄະສາວົກ​ໂປໂລ​ແລະ​ລາວ​ຢາກ​ທຸ່ມເທ​ຕົວ​ໃນ​ວຽກ​ປະກາດ​ຄື​ກັບ​ໂປໂລ. ເຮົາ​ໄດ້​ແຕ່ງດອງ​ໃນ​ເດືອນ​ກັນຍາ​ປີ 1971 ແລະ​ເລີ່ມ​ເຮັດ​ວຽກ​ເດີນ​ໝວດ​ນຳ​ກັນ.

ເອເທວ​ໃຫຍ່​ມາ​ໃນ​ຄອບຄົວ​ທີ່​ບໍ່​ມີ​ສິ່ງ​ທີ່​ອຳນວຍ​ຄວາມ​ສະດວກ​ຫຼາຍ​ປານ​ໃດ. ລາວ​ຈຶ່ງ​ປັບ​ຕົວ​ໃນ​ວຽກ​ເດີນ​ໝວດ​ທີ່​ຢູ່​ໃນ​ປ່າ​ດົງ​ດິບ​ໄດ້​ງ່າຍ. ຕົວຢ່າງ​ເຊັ່ນ: ເມື່ອ​ເຮົາ​ກຽມ​ທີ່​ຈະ​ໄປ​ຢາມ​ປະຊາຄົມ​ຕ່າງໆ​ໃນ​ປ່າ ເຮົາ​ບໍ່​ໄດ້​ເອົາ​ສິ່ງ​ຂອງ​ໄປ​ຫຼາຍ. ເຮົາ​ຊັກ​ເຄື່ອງ​ແລະ​ອາບ​ນ້ຳ​ຢູ່​ໃນ​ແມ່​ນ້ຳ ແລະ​ເຮົາ​ຍັງ​ລຶ້ງ​ກິນ​ອາຫານ​ທຸກ​ຢ່າງ​ທີ່​ພີ່ນ້ອງ​ຫາ​ມາ​ໄດ້ ເຊັ່ນ: ໂຕ​ກະປອມ​ໃຫຍ່ ປາປີຣັນຢາ ແລະ​ສິ່ງ​ອື່ນໆ​ທີ່​ພີ່ນ້ອງ​ຫາ​ໄດ້​ໃນ​ປ່າ​ແລະ​ໃນ​ແມ່​ນ້ຳ. ເມື່ອ​ບໍ່​ມີ​ຈານ​ໃສ່ ເຮົາ​ກໍ​ກິນ​ໃສ່​ໃບຕອງ. ເມື່ອ​ບໍ່​ມີ​ບ່ວງ​ສ້ອມ ເຮົາ​ກໍ​ໃຊ້​ມື​ຈັບ. ຂ້ອຍ​ກັບ​ເອເທວ​ຮູ້ສຶກ​ວ່າ​ການ​ເສຍ​ສະລະ​ເພື່ອ​ຮັບໃຊ້​ພະເຢໂຫວາ​ເຮັດ​ໃຫ້​ເຮົາ​ໃກ້ຊິດ​ກັນ​ຫຼາຍ​ຂຶ້ນ​ຄື​ກັບ​ເຊືອກ​ສາມ​ກຽວ. (ຜູ້ປ. 4:12) ບໍ່​ມີ​ຫຍັງ​ທີ່​ຈະ​ມີ​ຄວາມສຸກ​ເທົ່າ​ກັບ​ການ​ເຮັດ​ແບບ​ນີ້!

ເມື່ອ​ເຮົາ​ກັບ​ຈາກ​ການ​ຢ້ຽມຢາມ​ພີ່ນ້ອງ​ຢູ່​ໃນ​ສ່ວນ​ເລິກໆ​ຂອງ​ປ່າ​ດົງ​ດິບ ເປັນ​ເຫດການ​ທີ່​ຂ້ອຍ​ໄດ້​ເລົ່າ​ມາ​ໃນ​ເບື້ອງ​ຕົ້ນ. ຫົວ​ເຮືອ​ໄດ້​ສັກ​ລົງ​ໄປ​ໃນ​ນ້ຳ​ແປັບ​ດຽວ​ແລ້ວ​ກໍ​ໂຜ່​ຂຶ້ນ​ມາ. ຍັງ​ດີ​ທີ່​ທຸກ​ຄົນ​ໃສ່​ເສື້ອ​ຊູ​ຊີບ​ແລະ​ບໍ່​ໄດ້​ຕົກ​ເຮືອ​ຈັກ​ຄົນ. ແຕ່​ນ້ຳ​ໄດ້​ເຂົ້າ​ມາ​ເຕັມ​ເຮືອ ເຮົາ​ເລີຍ​ເທ​ອາຫານ​ອອກ​ຈາກ​ໝໍ້ ແລ້ວ​ໃຊ້​ໝໍ້​ນັ້ນ​ຕັກ​ນ້ຳ​ອອກ​ຈາກ​ເຮືອ.

ເມື່ອ​ເຮົາ​ບໍ່​ມີ​ອາຫານ ເຮົາ​ກໍ​ເລີ່ມ​ຊິດ​ເບັດ​ຕອນ​ທີ່​ຂີ່​ເຮືອ ແຕ່​ເຮົາ​ບໍ່​ໄດ້​ປາ​ຈັກ​ໂຕ​ເລີຍ. ເຮົາ​ຈຶ່ງ​ອະທິດຖານ​ເຖິງ​ພະເຢໂຫວາ​ແລະ​ຂໍ​ໃຫ້​ເພິ່ນ​ຊ່ວຍ​ເຮົາ​ໃຫ້​ມີ​ອາຫານ​ກິນ​ໃນ​ມື້​ນັ້ນ. ຫຼັງ​ຈາກ​ທີ່​ອະທິດຖານ​ຈົບ ພີ່ນ້ອງ​ຄົນ​ໜຶ່ງ​ທີ່​ຊິດ​ເບັດ​ຢູ່​ກໍ​ໄດ້​ປາ​ໃຫຍ່​ໂຕ​ໜຶ່ງ​ທີ່​ພໍ​ກິນ​ສຳລັບ 5 ຄົນ​ໃນ​ມື້​ນັ້ນ​ແລະ​ກິນ​ອີ່ມ​ພ້ອມ.

ເປັນ​ຜົວ ເປັນ​ພໍ່ ແລະ​ເປັນ​ຜູ້ດູແລໝວດ

ຫຼັງ​ຈາກ​ທີ່​ເຮັດ​ວຽກ​ເດີນ​ໝວດ​ມາ​ໄດ້ 5 ປີ ເຮົາ​ກໍ​ໄດ້​ຮັບ​ພອນ​ທີ່​ບໍ່​ຄາດ​ຄິດ ນັ້ນ​ກໍ​ຄື​ການ​ເປັນ​ພໍ່​ແມ່. ຂ້ອຍ​ດີໃຈ​ຫຼາຍ​ທີ່​ຮູ້​ວ່າ​ເຮົາ​ມີ​ລູກ ແຕ່​ຂ້ອຍ​ກໍ​ບໍ່​ຮູ້​ວ່າ​ຊີວິດ​ຕໍ່​ຈາກ​ນີ້​ຊິ​ເປັນ​ແນວໃດ. ຂ້ອຍ​ກັບ​ເອເທວ​ຍັງ​ຢາກ​ຮັບໃຊ້​ເຕັມ​ເວລາ​ເທົ່າ​ທີ່​ເຮັດ​ໄດ້. ລູກ​ຊາຍ​ກົກ​ຂອງ​ເຮົາ​ຊື່ ເອັນນຽວ ເກີດ​ໃນ​ປີ 1976. ແລະ​ຫຼັງ​ຈາກ​ຜ່ານ​ມາ​ໄດ້ 2 ປີ​ເຄິ່ງ ເຮົາ​ກໍ​ໄດ້​ລູກ​ຊາຍ​ຄົນ​ທີ​ສອງ​ຊື່ ຈີໂອວັນນີ.

ເບິ່ງ​ພີ່ນ້ອງ​ຮັບ​ບັບເຕມາ​ໃນ​ແມ່​ນ້ຳ​ທາປານາໂຮນີ ເຊິ່ງ​ຢູ່​ໃກ້​ກັບ​ໂກໂດໂຮໂລ​ຢູ່​ທາງ​ຕາເວັນ​ອອກ​ຂອງ​ຊູຣີນາມ​ໃນ​ປີ 1983

ຍ້ອນ​ຕອນ​ນັ້ນ​ປະເທດ​ຊູຣີນາມ​ມີ​ຄວາມ​ຈຳເປັນ​ຫຼາຍ ສຳນັກງານ​ສາຂາ​ຈຶ່ງ​ໃຫ້​ຂ້ອຍ​ຮັບໃຊ້​ເປັນ​ຜູ້ດູແລໝວດ​ຕໍ່ໄປ​ເຖິງ​ຈະ​ມີ​ລູກ​ກໍ​ຕາມ. ຕອນ​ທີ່​ລູກ​ເຮົາ​ຍັງ​ນ້ອຍ ຂ້ອຍ​ຖືກ​ມອບໝາຍ​ໃຫ້​ເບິ່ງແຍງ​ໃນ​ໝວດ​ທີ່​ມີ​ປະຊາຄົມ​ບໍ່​ຫຼາຍ. ປົກກະຕິ​ແລ້ວ​ໃນ​ແຕ່​ລະ​ເດືອນ​ຂ້ອຍ​ຈະ​ຮັບໃຊ້​ເປັນ​ຜູ້​ດູແລ​ໝວດ​ໃນ 2-3 ອາທິດ ແລະ​ເວລາ​ທີ່​ເຫຼືອ​ກໍ​ຈະ​ຮັບໃຊ້​ເປັນ​ໄພໂອເນຍ​ໃນ​ປະຊາຄົມ​ທີ່​ຖືກ​ມອບໝາຍ​ໃຫ້​ໄປ. ຕອນ​ທີ່​ຂ້ອຍ​ຮັບໃຊ້​ໃນ​ປະຊາຄົມ​ທີ່​ຢູ່​ໃກ້​ບ້ານ ເອເທວ​ກັບ​ລູກ​ສອງ​ຄົນ​ກໍ​ຈະ​ມາ​ນຳ​ຂ້ອຍ. ແຕ່​ຖ້າ​ຂ້ອຍ​ຕ້ອງ​ໄປ​ປະຊາຄົມ​ຫຼື​ຈັດການ​ປະຊຸມ​ໝວດ​ທີ່​ຢູ່​ໃນ​ປ່າ​ດົງ​ດິບ ຂ້ອຍ​ກໍ​ຕ້ອງ​ໄດ້​ໄປ​ຄົນ​ດຽວ.

ຕອນ​ທີ່​ເຮັດ​ວຽກ​ເດີນ​ໝວດ ຂ້ອຍ​ມັກ​ຈະ​ເດີນທາງ​ດ້ວຍ​ເຮືອ​ເພື່ອ​ໄປ​ຢາມ​ປະຊາຄົມ​ຕ່າງໆ​ໃນ​ເຂດ​ທີ່​ຫ່າງ​ໄກ

ຂ້ອຍ​ຕ້ອງ​ວາງ​ແຜນ​ຢ່າງ​ດີ​ເພື່ອ​ຈະ​ເຮັດ​ໜ້າທີ່​ຕ່າງໆ​ໄດ້​ທັງໝົດ. ຂ້ອຍ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ເຮົາ​ໄດ້​ຈັດການ​ນະມັດສະການ​ປະຈຳ​ຄອບຄົວ​ທຸກ​ອາທິດ. ຕອນ​ທີ່​ຂ້ອຍ​ໄປ​ຢາມ​ປະຊາຄົມ​ຕ່າງໆ​ທີ່​ຢູ່​ໃນ​ປ່າ ເອເທວ​ຈະ​ເປັນ​ຜູ້​ນຳ​ການສຶກສາ​ໃຫ້​ລູກ​ສອງ​ຄົນ. ເຮົາ​ພະຍາຍາມ​ທີ່​ຈະ​ເຮັດ​ທຸກ​ຢ່າງ​ນຳ​ກັນ​ເປັນ​ຄອບຄົວ ແລະ​ສິ່ງ​ທີ່​ເຮົາ​ເຮັດ​ເລື້ອຍໆ​ແມ່ນ​ໄປ​ພັກຜ່ອນ​ຢ່ອນໃຈ​ກັບ​ລູກ ເຊັ່ນ ຫຼິ້ນ​ເກມ​ຫຼື​ໄປ​ທ່ຽວ​ບ່ອນ​ທີ່​ຢູ່​ໃກ້ໆ​ເຮືອນ. ຂ້ອຍ​ຈະ​ນອນ​ເດິກ​ຕະຫຼອດ​ເພື່ອ​ກຽມ​ວຽກ​ມອບໝາຍ​ຕ່າງໆ. ແຕ່​ເອເທວ​ຊ່ວຍ​ຂ້ອຍ​ໄດ້​ຫຼາຍ ລາວ​ເປັນ​ເມຍ​ທີ່​ດີ​ຕາມ​ທີ່​ບອກ​ໄວ້​ໃນ​ສຸພາສິດ 31:15. ລາວ​ຈະ​ລຸກ​ແຕ່​ເຊົ້າ​ເພື່ອ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ຄອບຄົວ​ຈະ​ໄດ້​ກິນ​ເຂົ້າ​ແລະ​ອ່ານ​ພະຄຳພີ​ປະຈຳ​ວັນ​ນຳ​ກັນ​ກ່ອນ​ທີ່​ລູກ​ຈະ​ໄປ​ໂຮງຮຽນ. ຂ້ອຍ​ຂອບໃຈ​ພະເຢໂຫວາ​ຫຼາຍ​ແທ້ໆ​ທີ່​ໃຫ້​ຂ້ອຍ​ມີ​ເມຍ​ທີ່​ດີ​ແບບ​ນີ້ ແລະ​ຊ່ວຍ​ຂ້ອຍ​ໃຫ້​ເຮັດ​ວຽກ​ມອບໝາຍ​ທຸກ​ຢ່າງ​ຂອງ​ອົງການ​ໄດ້.

ໃນ​ຖານະ​ພໍ່​ແມ່ ເຮົາ​ຕ້ອງ​ພະຍາຍາມ​ຊ່ວຍ​ລູກ​ໃຫ້​ຮັກ​ພະເຢໂຫວາ​ແລະ​ມັກ​ວຽກ​ຮັບໃຊ້. ເຮົາ​ຢາກ​ໃຫ້​ລູກ​ເລືອກ​ຮັບໃຊ້​ເຕັມ​ເວລາ ບໍ່​ແມ່ນ​ຍ້ອນ​ເຮົາ​ບອກ​ແຕ່​ຍ້ອນ​ເຂົາເຈົ້າ​ຢາກ​ເຮັດ​ເອງ. ເຮົາ​ມັກ​ຈະ​ເນັ້ນ​ກັບ​ລູກ​ເລື້ອຍໆ​ວ່າ ວຽກ​ຮັບໃຊ້​ເຕັມ​ເວລາ​ເຮັດ​ໃຫ້​ເຮົາ​ມີ​ຄວາມສຸກ​ແລະ​ເວົ້າ​ເຖິງ​ວິທີ​ທີ່​ພະເຢໂຫວາ​ຊ່ວຍ​ແລະ​ອວຍພອນ​ຄອບຄົວ​ຂອງ​ເຮົາ​ເຖິງ​ວ່າ​ຈະ​ມີ​ຄວາມ​ຫຍຸ້ງຍາກ. ນອກຈາກນັ້ນ ເຮົາ​ຍັງ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ລູກ​ຈະ​ມີ​ໝູ່​ທີ່​ຮັກ​ພະເຢໂຫວາ​ຄື​ກັນ.

ເຖິງ​ວ່າ​ພະເຢໂຫວາ​ຈະ​ຈັດ​ໃຫ້​ເຮົາ​ມີ​ສິ່ງ​ຈຳເປັນ​ທຸກ​ຢ່າງ​ເພື່ອ​ລ້ຽງ​ຄອບຄົວ ແຕ່​ຂ້ອຍ​ກໍ​ຕ້ອງ​ອອກ​ຄວາມ​ພະຍາຍາມ​ຄື​ກັນ. ຕອນ​ທີ່​ຂ້ອຍ​ເປັນ​ໄພໂອເນຍ​ພິເສດ​ຢູ່​ໃນ​ປ່າ ຂ້ອຍ​ໄດ້​ຮຽນຮູ້​ທີ່​ຈະ​ວາງ​ແຜນ​ຢ່າງ​ດີ​ເພື່ອ​ຈະ​ມີ​ສິ່ງ​ຈຳເປັນ. ແຕ່​ບາງເທື່ອ​ເຖິງ​ເຮົາ​ຈະ​ພະຍາຍາມ​ຫຼາຍ​ສ່ຳ​ໃດ ມັນ​ກໍ​ເກີນ​ຄວາມສາມາດ​ຂອງ​ເຮົາ ແລະ​ຂ້ອຍ​ກໍ​ເຊື່ອ​ວ່າ​ພະເຢໂຫວາ​ຊ່ວຍ​ເຮົາ​ຕະຫຼອດ. ຕົວຢ່າງ​ເຊັ່ນ: ໃນ​ປີ 1986-1992 ມີ​ສົງຄາມ​ກາງ​ເມືອງ​ຢູ່​ໃນ​ປະເທດ​ຊູຣີນາມ. ໃນ​ປີ​ນັ້ນ​ມັນ​ຍາກ​ຫຼາຍ​ທີ່​ຈະ​ຫາ​ສິ່ງ​ຈຳເປັນ​ພື້ນຖານ ແຕ່​ພະເຢໂຫວາ​ກໍ​ຊ່ວຍ​ເຮົາ​ໃຫ້​ມີ​ສິ່ງ​ຈຳເປັນ.—ມທ. 6:32

ຄິດ​ຄືນ​ຫຼັງ

ຈາກ​ຊ້າຍ​ຫາ​ຂວາ: ກັບ​ເອເທວ​ເມຍ​ຂອງ​ຂ້ອຍ

ເອັນນຽວ​ລູກ​ຊາຍ​ກົກ​ກັບ​ນາຕາລີ​ເມຍ​ຂອງ​ລາວ

ຈີໂອວັນນີ​ລູກ​ຊາຍ​ຜູ້​ທີ​ສອງ​ແລະ​ຄຣິດສ໌ຕໍ​ເມຍ​ຂອງ​ລາວ

ເມື່ອ​ຄິດ​ຄືນ​ຫຼັງ ຂ້ອຍ​ຮູ້ສຶກ​ວ່າ​ພະເຢໂຫວາ​ໄດ້​ເບິ່ງແຍງ​ເຮົາ​ແລະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມສຸກ​ແລະ​ຄວາມ​ອີ່ມໃຈ​ພໍໃຈ​ມາ​ຕະຫຼອດ. ເຮົາ​ຖື​ວ່າ​ລູກ​ເປັນ​ພະ​ພອນ​ຈາກ​ພະເຢໂຫວາ ແລະ​ເຮົາ​ກໍ​ດີໃຈ​ຫຼາຍ​ທີ່​ໄດ້​ລ້ຽງ​ລູກ​ໃຫ້​ຮັບໃຊ້​ພະເຢໂຫວາ. ທັງ​ເອັນນຽວ​ແລະ​ຈີໂອວັນນີ​ໄດ້​ເລືອກ​ຮັບໃຊ້​ເຕັມ​ເວລາ. ເຂົາເຈົ້າ​ຈົບ​ຈາກ​ໂຮງຮຽນ​ຕ່າງໆ​ຂອງ​ອົງການ​ແລະ​ຕອນນີ້​ເຂົາເຈົ້າ​ກັບ​ເມຍ​ກໍ​ໄດ້​ຮັບໃຊ້​ຢູ່​ສຳນັກງານ​ສາຂາ​ໃນ​ປະເທດ​ຊູຣີນາມ.

ຕອນນີ້ ຂ້ອຍ​ກັບ​ເອເທວ​ກໍ​ອາຍຸ​ຫຼາຍ​ແລ້ວ ແຕ່​ເຮົາ​ຍັງ​ເຮັດ​ວຽກ​ຫຼາຍ​ຢ່າງ​ໃນ​ການຮັບໃຊ້​ພະເຢໂຫວາ​ໃນ​ຖານະ​ທີ່​ເປັນ​ໄພໂອເນຍ​ພິເສດ. ທີ່​ຈິງ ເຮົາ​ຫຍຸ້ງ​ຫຼາຍ​ຈົນ​ຂ້ອຍ​ບໍ່​ມີ​ເວລາ​ທີ່​ຈະ​ໄປ​ຮຽນ​ລອຍ​ນ້ຳ! ແຕ່​ກໍ​ບໍ່​ເປັນຫຍັງ. ເມື່ອ​ຄິດ​ຄືນ​ຫຼັງ​ຂ້ອຍ​ກໍ​ຮູ້ສຶກ​ວ່າ ການ​ຕັດສິນໃຈ​ຮັບໃຊ້​ເຕັມ​ເວລາ​ຕັ້ງແຕ່​ຕອນ​ເປັນ​ໄວລຸ້ນ​ເປັນ​ໜຶ່ງ​ໃນ​ການ​ຕັດສິນໃຈ​ທີ່​ດີ​ທີ່ສຸດ​ຂອງ​ຂ້ອຍ!

b ເບິ່ງ​ເລື່ອງ​ຊີວິດ​ຈິງ​ຂອງ​ວິນເລມ ວານ ເຊວ ໃນບົດຄວາມທີ່ຊື່ວ່າ “Reality Has Exceeded My Expectations” ໃນ​ປຶ້ມ​ຕື່ນເຖີດ! 8 ຕຸລາ 1999 (ພາສາ​ອັງກິດ)