ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຄວາມ​ສຶກສາ​ທີ 48

ຂໍ​ໃຫ້​ມີ​ສະຕິ​ເມື່ອ​ຍາກ​ທີ່​ຈະ​ສັດຊື່​ຕໍ່​ພະເຢໂຫວາ

ຂໍ​ໃຫ້​ມີ​ສະຕິ​ເມື່ອ​ຍາກ​ທີ່​ຈະ​ສັດຊື່​ຕໍ່​ພະເຢໂຫວາ

“ຂໍ​ໃຫ້​ມີ​ສະຕິ​ໃນ​ທຸກ​ສະຖານະການ.”—2​ຕມ. 4:5

ເພງ 123 ເຊື່ອຟັງ​ກົດ​ລະບຽບ​ຂອງ​ອົງການ​ພະເຈົ້າ​ຢ່າງ​ພັກດີ

ໃຈ​ຄວາມ​ສຳຄັນ a

1. ການ “ມີ​ສະຕິ​ໃນ​ທຸກ​ສະຖານະການ” ໝາຍ​ຄວາມ​ວ່າ​ແນວໃດ? (2 ຕີໂມທຽວ 4:5)

 ເຮົາ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ສັດຊື່​ຕໍ່​ພະເຢໂຫວາ​ແລະ​ອົງການ​ຂອງ​ເພິ່ນ​ເມື່ອ​ເຮົາ​ມີ​ບັນຫາ​ທີ່​ເຮັດ​ໃຫ້​ໜັກ​ໃຈ. ແລ້ວ​ເຮົາ​ຈະ​ຍັງ​ສັດຊື່​ຕໍ່​ພະເຢໂຫວາ​ໄດ້​ແນວໃດ? ເຮົາ​ຕ້ອງ​ມີ​ສະຕິ​ໃນ​ທຸກ​ສະຖານະການ ຕື່ນ​ຕົວ​ຢູ່​ສະເໝີ ແລະ “ມີ​ຄວາມເຊື່ອ​ທີ່​ໝັ້ນຄົງ.” (ອ່ານ 2 ຕີໂມທຽວ 4:5) ການ “ມີ​ສະຕິ​ໃນ​ທຸກ​ສະຖານະການ” ໝາຍ​ຄວາມ​ວ່າ​ເຮົາ​ຕ້ອງ​ໃຈ​ເຢັນໆ ຄິດ​ຮອບຄອບ ແລະ​ພະຍາຍາມ​ເບິ່ງ​ເລື່ອງ​ຕ່າງໆ​ໃນ​ແບບ​ທີ່​ພະເຢໂຫວາ​ເບິ່ງ. ຖ້າ​ເຮັດ​ແບບ​ນີ້ ເຮົາ​ກໍ​ຈະ​ບໍ່​ໄດ້​ໃຫ້​ອາລົມ​ຄວາມ​ຮູ້ສຶກ​ມາ​ຄວບຄຸມ​ຄວາມຄິດ​ຂອງ​ເຮົາ.

2. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດຄວາມ​ນີ້?

2 ໃນ​ບົດຄວາມ​ກ່ອນ​ເຮົາ​ໄດ້​ເບິ່ງ​ບັນຫາ 3 ຢ່າງ​ທີ່​ມາ​ຈາກ​ຄົນ​ນອກ​ປະຊາຄົມ. ແຕ່​ໃນ​ບົດຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ບັນຫາ 3 ຢ່າງ​ທີ່​ມາ​ຈາກ​ພາຍ​ໃນ​ປະຊາຄົມ​ເຊິ່ງ​ເຮັດ​ໃຫ້​ຍາກ​ທີ່​ຈະ​ສັດຊື່​ຕໍ່​ພະເຢໂຫວາ. ບັນຫາ​ເຫຼົ່າ​ນັ້ນ​ແມ່ນ (1) ເມື່ອ​ເຮົາ​ຮູ້ສຶກ​ວ່າ​ພີ່ນ້ອງ​ເຮັດ​ບໍ່​ດີ​ກັບ​ເຮົາ (2) ເມື່ອ​ເຮົາ​ໄດ້​ຮັບ​ການ​ສັ່ງ​ສອນ ແລະ (3) ເມື່ອ​ຮູ້ສຶກ​ຍາກ​ທີ່​ຈະ​ປັບ​ໂຕ​ຕາມ​ການ​ປ່ຽນແປງ​ຂອງ​ອົງການ. ແລ້ວ​ເຮົາ​ຈະ​ເຮັດ​ແນວໃດ​ເພື່ອ​ຈະ​ມີ​ຄວາມຄິດ​ທີ່​ຖືກຕ້ອງ​ແລະ​ຍັງ​ສັດຊື່​ຕໍ່​ພະເຢໂຫວາ​ເມື່ອ​ເຈິ​ບັນຫາ​ແບບ​ນີ້?

ເມື່ອ​ເຮົາ​ຮູ້ສຶກ​ວ່າ​ພີ່ນ້ອງ​ເຮັດ​ບໍ່​ດີ​ກັບ​ເຮົາ

3. ຖ້າ​ພີ່ນ້ອງ​ເຮັດ​ບໍ່​ດີ​ຕໍ່​ເຮົາ ເຮົາ​ອາດ​ຮູ້ສຶກ​ແນວໃດ?

3 ເຈົ້າ​ເຄີຍ​ຮູ້ສຶກ​ວ່າ​ພີ່ນ້ອງ​ຄົນອື່ນ​ຫຼື​ແມ່ນ​ແຕ່​ຜູ້​ດູແລ​ເຮັດ​ບໍ່​ດີ​ກັບ​ເຈົ້າ​ບໍ? ພີ່ນ້ອງ​ຄົນ​ນັ້ນ​ອາດ​ບໍ່​ໄດ້​ຕັ້ງໃຈ​ເຮັດ​ໃຫ້​ເຈົ້າ​ເສຍໃຈ. (ຣມ. 3:23; ຢກບ. 3:2) ແຕ່​ສິ່ງ​ທີ່​ລາວ​ເຮັດ​ອາດ​ເຮັດ​ໃຫ້​ເຈົ້າ​ຮູ້ສຶກ​ເຈັບ​ໃຈ​ຈົນ​ນອນ​ບໍ່​ຫຼັບ​ແລະ​ສົງໄສ​ວ່າ ‘ນີ້​ເປັນ​ອົງການ​ຂອງ​ພະເຈົ້າ​ແທ້ໆ​ຫວາ ຂະໜາດ​ພີ່ນ້ອງ​ກໍ​ຍັງ​ເຮັດ​ແບບ​ນີ້?’ ຊາຕານ​ຢາກ​ໃຫ້​ເຮົາ​ຄິດ​ແບບນັ້ນ. (2​ກຣ. 2:11) ຄວາມຄິດ​ໃນ​ແງ່​ລົບ​ແບບ​ນີ້​ອາດຈະ​ເຮັດ​ໃຫ້​ເຮົາ​ເຊົາ​ຮັບໃຊ້​ພະເຢໂຫວາ​ແລະ​ອອກ​ໄປ​ຈາກ​ອົງການ​ຂອງ​ເພິ່ນ. ຖ້າ​ເຮົາ​ຮູ້ສຶກ​ວ່າ​ພີ່ນ້ອງ​ເຮັດ​ບໍ່​ດີ​ຕໍ່​ເຮົາ ເຮົາ​ຈະ​ເຮັດ​ແນວໃດ​ເພື່ອ​ຈະ​ບໍ່​ຄິດ​ໃນ​ແງ່​ລົບ​ແລະ​ຍັງ​ມີ​ຄວາມຄິດ​ທີ່​ຖືກຕ້ອງ?

4. ໂຢເຊັບ​ມີ​ຄວາມຄິດ​ທີ່​ຖືກຕ້ອງ​ແນວໃດ​ເມື່ອ​ຖືກ​ປະຕິບັດ​ບໍ່​ດີ ແລະ​ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ໂຢເຊັບ? (ປະຖົມມະການ 50:19-21)

4 ຢ່າ​ເກັບ​ຄວາມ​ຄຽດ​ໄວ້. ຕອນ​ທີ່​ໂຢເຊັບ​ເປັນ​ໄວລຸ້ນ ພວກ​ອ້າຍ​ເຮັດ​ບໍ່​ດີ​ກັບ​ລາວ​ຫຼາຍ. ເຂົາເຈົ້າ​ຊັງ​ລາວ ແລະ​ບາງຄົນ​ເຖິງຂັ້ນ​ຢາກ​ຂ້າ​ລາວ. (ປຖກ. 37:4, 18-22) ໃນທີ່ສຸດ ເຂົາເຈົ້າ​ກໍ​ຂາຍ​ລາວ​ໄປ​ເປັນ​ທາດ. ນີ້​ເຮັດ​ໃຫ້​ລາວ​ເຈິ​ຄວາມ​ລຳບາກ​ເປັນ​ເວລາ 13 ປີ. ໂຢເຊັບ​ອາດຈະ​ສົງໄສ​ວ່າ​ພະເຢໂຫວາ​ຮັກ​ລາວ​ແທ້​ບໍ ຫຼື​ເພິ່ນ​ປະຖິ້ມ​ລາວ​ແລ້ວ ແລະ​ບໍ່​ໄດ້​ຊ່ວຍ​ລາວ​ຕອນ​ທີ່​ເຈິ​ຄວາມ​ລຳບາກ. ແທນ​ທີ່​ລາວ​ຈະ​ຄຽດ​ໃຫ້​ພະເຢໂຫວາ​ແລະ​ພວກ​ອ້າຍ ລາວ​ໄດ້​ຄວບຄຸມ​ອາລົມ​ໂດຍ​ໃຈ​ເຢັນໆ ແລະ​ເມື່ອ​ລາວ​ມີ​ໂອກາດ​ທີ່​ຈະ​ແກ້ແຄ້ນ​ພວກ​ອ້າຍ ລາວ​ກໍ​ບໍ່​ໄດ້​ເຮັດ. ແຕ່​ລາວ​ໄດ້​ສະແດງ​ຄວາມ​ຮັກ​ແລະ​ໃຫ້​ອະໄພ​ພວກ​ອ້າຍ. (ປຖກ. 45:4, 5) ທີ່​ໂຢເຊັບ​ເຮັດ​ແບບ​ນີ້​ກໍ​ຍ້ອນ​ລາວ​ມີ​ຄວາມຄິດ​ທີ່​ຖືກຕ້ອງ. ລາວ​ບໍ່​ໄດ້​ຄິດເຖິງ​ແຕ່​ບັນຫາ​ຂອງ​ຕົວເອງ ແຕ່​ລາວ​ໄດ້​ເບິ່ງ​ພາບ​ລວມ​ນັ້ນ​ກໍ​ຄື​ຈຸດປະສົງ​ຂອງ​ພະເຢໂຫວາ. (ອ່ານ​ປະຖົມມະການ 50:19-21) ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ນີ້? ເມື່ອ​ມີ​ຄົນ​ເຮັດ​ບໍ່​ດີ​ກັບ​ເຮົາ ເຮົາ​ບໍ່​ຄວນ​ຄຽດ​ໃຫ້​ພະເຢໂຫວາ​ຫຼື​ຄິດ​ວ່າ​ເພິ່ນ​ປະຖິ້ມ​ເຮົາ​ແລ້ວ ແຕ່​ຂໍ​ໃຫ້​ເຮົາ​ຄິດເຖິງ​ວິທີ​ທີ່​ເພິ່ນ​ເຄີຍ​ຊ່ວຍ​ເຮົາ​ໃຫ້​ອົດທົນ​ກັບ​ບັນຫາ. ນອກຈາກນັ້ນ ເມື່ອ​ມີ​ຄົນ​ເຮັດ​ບໍ່​ດີ​ກັບ​ເຮົາ ຂໍ​ໃຫ້​ເຮົາ​ເບິ່ງ​ຂ້າມ​ຂໍ້​ຜິດ​ພາດ​ໂດຍ​ສະແດງ​ຄວາມ​ຮັກ​ຕໍ່​ເຂົາເຈົ້າ.—1​ປຕ. 4:8

5. ມີເກອັດສ໌​ມີ​ຄວາມຄິດ​ທີ່​ຖືກຕ້ອງ​ແນວໃດ​ເມື່ອ​ລາວ​ຮູ້ສຶກ​ວ່າ​ພີ່ນ້ອງ​ເຮັດ​ບໍ່​ດີ​ກັບ​ລາວ?

5 ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ຂອງ​ພີ່ນ້ອງ​ມີເກອັດສ໌ b ເຊິ່ງ​ເປັນ​ຜູ້​ດູແລ​ຢູ່​ອາເມຣິກາ​ໃຕ້. ລາວ​ໄດ້​ເລົ່າ​ຄວາມ​ຮູ້ສຶກ​ຕອນ​ທີ່​ລາວ​ຄິດ​ວ່າ​ຜູ້​ດູແລ​ບາງຄົນ​ເຮັດ​ບໍ່​ດີ​ກັບ​ລາວ. ລາວ​ບອກ​ວ່າ: “ຂ້ອຍ​ບໍ່​ເຄີຍ​ເຈິ​ເລື່ອງ​ທີ່​ເຮັດ​ໃຫ້​ໜັກ​ໃຈ​ແບບ​ນີ້​ມາ​ກ່ອນ. ຂ້ອຍ​ກັງວົນ​ຫຼາຍ​ຈົນ​ນອນ​ບໍ່​ຫຼັບ​ແລະ​ຮ້ອງໄຫ້​ຫຼາຍ​ເທື່ອ.” ແຕ່​ມີເກອັດສ໌​ມີ​ຄວາມຄິດ​ທີ່​ຖືກຕ້ອງ​ແລະ​ພະຍາຍາມ​ຄວບຄຸມ​ຄວາມ​ຮູ້ສຶກ​ຂອງ​ຕົວເອງ. ລາວ​ໄດ້​ອະທິດຖານ​ເລື້ອຍໆ​ເພື່ອ​ຂໍ​ໃຫ້​ພະເຢໂຫວາ​ໃຫ້​ພະລັງບໍລິສຸດ​ແລະ​ໃຫ້​ກຳລັງ​ທີ່​ຈະ​ອົດທົນ​ໄດ້. ແລະ​ລາວ​ຍັງ​ໄດ້​ຄົ້ນຄວ້າ​ປຶ້ມ​ຕ່າງໆ​ຂອງ​ອົງການ​ທີ່​ຈະ​ຊ່ວຍ​ລາວ​ໄດ້. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ນີ້? ຖ້າ​ເຮົາ​ຮູ້ສຶກ​ວ່າ​ພີ່ນ້ອງ​ເຮັດ​ບໍ່​ດີ​ກັບ​ເຮົາ ຂໍ​ໃຫ້​ເຮົາ​ໃຈ​ເຢັນໆ​ແລະ​ພະຍາຍາມ​ຄວບຄຸມ​ຄວາມ​ຮູ້ສຶກ​ທີ່​ບໍ່​ດີ. ເຮົາ​ອາດ​ບໍ່​ຮູ້​ສະພາບການ​ຫຼືເຫດຜົນ​ທີ່​ພີ່ນ້ອງ​ຄົນ​ນັ້ນ​ເວົ້າ​ແລະ​ເຮັດ​ບໍ່​ດີ​ກັບ​ເຮົາ. ດັ່ງນັ້ນ ໃຫ້​ເຮົາ​ອະທິດຖານ​ເຖິງ​ພະເຢໂຫວາ ແລະ​ຂໍ​ເພິ່ນ​ໃຫ້​ຊ່ວຍ​ເຮົາ​ເບິ່ງ​ສິ່ງ​ຕ່າງໆ​ໃນ​ແບບ​ທີ່​ພະເຢໂຫວາ​ເບິ່ງ. ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ຄິດ​ວ່າ​ພີ່ນ້ອງ​ບໍ່​ໄດ້​ຕັ້ງໃຈ​ເຮັດ​ບໍ່​ດີ​ກັບ​ເຮົາ​ແລະ​ເຮົາ​ກໍ​ຈະ​ໃຫ້​ອະໄພ​ເຂົາເຈົ້າ​ໄດ້. (ສຸພາ. 19:11) ຂໍ​ໃຫ້​ຈື່​ໄວ້​ວ່າ​ພະເຢໂຫວາ​ເຫັນ​ທຸກ​ຢ່າງ​ທີ່​ເກີດ​ຂຶ້ນ​ກັບ​ເຮົາ ແລະ​ເພິ່ນ​ຈະ​ໃຫ້​ກຳລັງ​ກັບ​ເຮົາ​ທີ່​ຈະ​ອົດທົນ​ໄດ້.—2​ຂຄ. 16:9; ຜູ້ປ. 5:8

ເມື່ອ​ໄດ້​ຮັບ​ການ​ສັ່ງ​ສອນ

6. ເປັນຫຍັງ​ຈຶ່ງ​ສຳຄັນ​ທີ່​ເຮົາ​ຈະ​ເຫັນ​ວ່າ​ການ​ສັ່ງ​ສອນ​ຈາກ​ພະເຢໂຫວາ​ເປັນ​ການ​ສະແດງ​ຄວາມ​ຮັກ? (ເຮັບເຣີ 12:5, 6, 11)

6 ເມື່ອ​ພະເຢໂຫວາ​ສັ່ງ​ສອນ​ເຮົາ ອາດຈະ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ເຈັບ. ແຕ່​ຖ້າ​ເຮົາ​ຄິດເຖິງ​ແຕ່​ຄວາມ​ເຈັບ​ນັ້ນ​ເຮົາ​ອາດຈະ​ເລີ່ມ​ຄິດ​ວ່າ​ການ​ສັ່ງ​ສອນ​ບໍ່​ຍຸຕິທຳ​ແລະ​ໃຊ້​ບໍ່​ໄດ້​ກັບ​ເຮົາ. ນີ້​ອາດຈະ​ເຮັດ​ໃຫ້​ເຮົາ​ພາດ​ໂອກາດ​ທີ່​ຈະ​ເຫັນ​ວ່າ​ການ​ສັ່ງ​ສອນ​ເປັນ​ການ​ທີ່​ພະເຢໂຫວາ​ສະແດງ​ຄວາມ​ຮັກ​ຕໍ່​ເຮົາ. (ອ່ານ​ເຮັບເຣີ 12:5, 6, 11) ແລະ​ຖ້າ​ເຮົາ​ຍອມ​ໃຫ້​ອາລົມ​ຄວາມ​ຮູ້ສຶກ​ມາ​ຄວບຄຸມ​ເຮົາ ເຮົາ​ກໍ​ຈະ​ເປີດ​ໂອກາດ​ໃຫ້​ຊາຕານ​ມາ​ໂຈມຕີ​ເຮົາ ເພາະ​ມັນ​ບໍ່​ຢາກ​ໃຫ້​ເຮົາ​ຍອມຮັບ​ການ​ສັ່ງ​ສອນ​ແລະ​ເຖິງຂັ້ນ​ຄ່ອຍໆ​ເຊົາ​ຮັບໃຊ້​ພະເຢໂຫວາ​ແລະ​ອອກ​ໄປ​ຈາກ​ປະຊາຄົມ. ຖ້າ​ເຮົາ​ໄດ້​ຮັບ​ການ​ສັ່ງ​ສອນ ເຮົາ​ຈະ​ຍັງ​ມີ​ຄວາມຄິດ​ທີ່​ຖືກຕ້ອງ​ໄດ້​ແນວໃດ?

ຍ້ອນ​ເປໂຕ​ຖ່ອມຕົວ​ແລະ​ຍອມຮັບ​ການ​ສັ່ງ​ສອນ ລາວ​ຈື່​ງ​ເປັນ​ປະໂຫຍດ​ຕໍ່​ພະເຢໂຫວາ​ຫຼາຍ​ຂຶ້ນ (ເບິ່ງ​ຂໍ້ 7)

7. (ກ) ຕາມ​ຮູບພາບ ພະເຢໂຫວາ​ໄດ້​ໃຊ້​ເປໂຕ​ແນວໃດ​ຫຼັງ​ຈາກ​ລາວ​ຍອມຮັບ​ການ​ສັ່ງ​ສອນ? (ຂ) ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ເປໂຕ?

7 ຍອມຮັບ​ການ​ສັ່ງ​ສອນ​ແລະ​ປ່ຽນແປງ​ຕົວເອງ. ຫຼາຍ​ເທື່ອ​ພະເຢຊູ​ໄດ້​ສັ່ງ​ສອນ​ເປໂຕ​ຕໍ່​ໜ້າ​ອັກຄະສາວົກ​ຄົນອື່ນໆ. (ມຣກ. 8:33; ລກ. 22:31-34) ນີ້​ຄື​ຊິ​ເຮັດ​ໃຫ້​ເປໂຕ​ຮູ້ສຶກ​ອາຍ​ແທ້ໆ! ແຕ່​ເປໂຕ​ກໍ​ຍັງ​ພັກດີ​ຕໍ່​ພະເຢຊູ. ລາວ​ຍອມຮັບ​ການ​ສັ່ງ​ສອນ​ຈາກ​ພະເຢຊູ​ແລະ​ຮຽນຮູ້​ຈາກ​ຂໍ້​ຜິດ​ພາດ​ນັ້ນ. ດັ່ງນັ້ນ ພະເຢໂຫວາ​ຈຶ່ງ​ໃຫ້​ລາງວັນ​ກັບ​ລາວ​ທີ່​ລາວ​ພັກດີ​ແລະ​ມອບ​ວຽກ​ສຳຄັນ​ໃຫ້​ລາວ​ເຮັດ. (ຢຮ. 21:15-17; ກຈກ. 10:24-33; 1​ປຕ. 1:1) ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ນີ້? ເມື່ອ​ເຮົາ​ເບິ່ງ​ຂ້າມ​ຄວາມ​ອັບອາຍ ຍອມຮັບ​ການ​ສັ່ງ​ສອນ ແລະ​ປ່ຽນແປງ​ໂຕເອງ ເຮົາ​ແລະ​ຄົນອື່ນ​ກໍ​ຈະ​ໄດ້​ຮັບ​ປະໂຫຍດ. ແລະ​ເມື່ອ​ເຮັດ​ແບບນັ້ນ ເຮົາ​ກໍ​ຈະ​ເປັນ​ປະໂຫຍດ​ຕໍ່​ພະເຢໂຫວາ​ແລະ​ຕໍ່​ພີ່ນ້ອງ​ຫຼາຍ​ຂຶ້ນ.

8-9. ຫຼັງ​ຈາກ​ທີ່​ເບີນາໂດ​ຖືກ​ສັ່ງ​ສອນ ທຳອິດ​ລາວ​ຮູ້ສຶກ​ແນວໃດ ແຕ່​ສິ່ງ​ໃດ​ຊ່ວຍ​ລາວ​ໃຫ້​ມີ​ຄວາມຄິດ​ທີ່​ຖືກຕ້ອງ​ໄດ້?

8 ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ພີ່ນ້ອງ​ຊາຍ​ທີ່​ຊື່​ເບີນາໂດ​ຢູ່​ໂມຊຳບິກ. ລາວ​ຖືກ​ປົດ​ອອກ​ຈາກ​ການ​ເປັນ​ຜູ້​ດູແລ. ທຳອິດ​ລາວ​ຮູ້ສຶກ​ແນວໃດ? ລາວ​ບອກ​ວ່າ: “ຂ້ອຍ​ຄຽດ​ຫຼາຍ ຍ້ອນ​ຂ້ອຍ​ບໍ່​ມັກ​ການ​ສັ່ງ​ສອນ​ທີ່​ໄດ້​ຮັບ.” ເບີນາໂດ​ກັງວົນ​ວ່າ​ພີ່ນ້ອງ​ໃນ​ປະຊາຄົມ​ຈະ​ເບິ່ງ​ລາວ​ບໍ່​ດີ. ລາວ​ເວົ້າ​ຕື່ມ​ວ່າ: “ຂ້ອຍ​ຕ້ອງ​ໃຊ້​ເວລາ​ສອງ​ສາມ​ເດືອນ​ເພື່ອ​ຈະ​ມີ​ຄວາມຄິດ​ທີ່​ຖືກຕ້ອງ​ໃນ​ເລື່ອງ​ການ​ສັ່ງ​ສອນ​ແລະ​ໄວ້ໃຈ​ພະເຢໂຫວາ​ແລະ​ອົງການ​ຂອງ​ເພິ່ນ​ອີກ.” ແລ້ວ​ສິ່ງ​ໃດ​ຊ່ວຍ​ເບີນາໂດ​ໃຫ້​ມີ​ຄວາມຄິດ​ທີ່​ຖືກຕ້ອງ?

9 ເບີນາໂດ​ໄດ້​ປັບ​ຄວາມຄິດ​ຂອງ​ຕົວເອງ. ລາວ​ບອກ​ວ່າ: “ຕອນ​ທີ່​ຂ້ອຍ​ເປັນ​ຜູ້​ດູແລ ຂ້ອຍ​ເຄີຍ​ໃຊ້​ເຮັບເຣີ 12:7 ເພື່ອ​ຊ່ວຍ​ຄົນອື່ນ​ໃຫ້​ມີ​ຄວາມຄິດ​ທີ່​ຖືກຕ້ອງ​ເລື່ອງ​ການ​ສັ່ງ​ສອນ​ຈາກ​ພະເຢໂຫວາ. ຕອນນີ້​ຂ້ອຍ​ຖາມ​ຕົວເອງ​ວ່າ: ‘ຂໍ້​ນີ້​ໃຊ້​ໄດ້​ກັບ​ໃຜ​ແດ່?’ ໃຊ້​ໄດ້​ກັບ​ຜູ້​ຮັບໃຊ້​ຂອງ​ພະເຢໂຫວາ​ທຸກ​ຄົນ​ລວມ​ເຖິງ​ຂ້ອຍ​ນຳ.” ຈາກ​ນັ້ນ ເບີນາໂດ​ກໍ​ໄດ້​ປ່ຽນແປງ​ໂຕເອງ​ແລະ​ກັບ​ມາ​ໄວ້ໃຈ​ພະເຢໂຫວາ​ແລະ​ອົງການ​ຂອງ​ເພິ່ນ​ອີກ. ລາວ​ອ່ານ​ຄຳພີໄບເບິນ​ຫຼາຍ​ຂຶ້ນ​ແລະ​ຄິດຕຶກຕອງ​ສິ່ງ​ທີ່​ອ່ານ. ເຖິງ​ລາວ​ຈະ​ກັງວົນ​ວ່າ​ພີ່ນ້ອງ​ຈະ​ເບິ່ງ​ລາວ​ແນວໃດ ແຕ່​ລາວ​ກໍ​ຍັງ​ໄປ​ປະກາດ​ແລະ​ອອກ​ຄວາມຄິດ​ເຫັນ​ໃນ​ການ​ປະຊຸມ. ໃນທີ່ສຸດ ລາວ​ກໍ​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ດູແລ​ອີກ​ເທື່ອ​ໜຶ່ງ. ຖ້າ​ເຮົາ​ໄດ້​ຮັບ​ການ​ສັ່ງ​ສອນ​ຄື​ເບີນາໂດ ຂໍ​ໃຫ້​ເຮົາ​ບໍ່​ຄິດເຖິງ​ໂຕເອງ​ຫຼາຍ​ເກີນ​ໄປ ໃຫ້​ຍອມຮັບ​ການ​ສັ່ງ​ສອນ​ແລະ​ປ່ຽນແປງ​ໂຕເອງ. c (ສຸພາ. 8:33; 22:4) ຖ້າ​ເຈົ້າ​ເຮັດ​ແບບນັ້ນ ເຈົ້າ​ກໍ​ຈະ​ໝັ້ນໃຈ​ວ່າ​ພະເຢໂຫວາ​ຈະ​ໃຫ້​ລາງວັນ​ກັບ​ເຈົ້າ​ທີ່​ຍັງ​ພັກດີ​ຕໍ່​ເພິ່ນ​ແລະ​ອົງການ​ຂອງ​ເພິ່ນ.

ເມື່ອ​ຮູ້ສຶກ​ຍາກ​ທີ່​ຈະ​ປັບ​ໂຕ​ຕາມ​ການ​ປ່ຽນແປງ​ຂອງ​ອົງການ

10. ມີການ​ປ່ຽນແປງ​ຫຍັງ​ທີ່​ເຮັດ​ໃຫ້​ຊາວ​ອິດສະຣາເອນ​ບາງຄົນ​ຍາກ​ທີ່​ຈະ​ສັດຊື່​ຕໍ່​ພະເຢໂຫວາ?

10 ເມື່ອ​ອົງການ​ມີການ​ປ່ຽນແປງ ເຮົາ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ສັດຊື່​ຕໍ່​ພະເຢໂຫວາ. ຖ້າ​ບໍ່​ລະວັງ ເຮົາ​ອາດຈະ​ຄ່ອຍໆ​ຫ່າງ​ອອກ​ຈາກ​ພະເຢໂຫວາ​ກໍ​ໄດ້. ໃຫ້​ເຮົາ​ມາ​ເບິ່ງ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ຊາວ​ອິດສະຣາເອນ​ເມື່ອ​ມີການ​ປ່ຽນແປງ​ຕອນ​ທີ່​ມີ​ກົດໝາຍ​ຂອງ​ໂມເຊ. ກ່ອນ​ທີ່​ພະເຢໂຫວາ​ຈະ​ໃຫ້​ກົດໝາຍ​ກັບ​ຊາວ​ອິດສະຣາເອນ ຫົວໜ້າ​ຄອບຄົວ​ແຕ່​ລະ​ຄົນ​ຈະ​ເຮັດ​ໜ້າທີ່​ແບບ​ປະໂລຫິດ. (ປຖກ. 8:20, 21; 12:7; 26:25; 35:1, 6, 7; ໂຢບ 1:5) ເຂົາເຈົ້າ​ຕ້ອງ​ສ້າງ​ແທ່ນ​ບູຊາ​ແລະ​ຖວາຍ​ເຄື່ອງ​ບູຊາ​ໃຫ້​ພະເຢໂຫວາ. ແຕ່​ເມື່ອ​ມີການ​ຕັ້ງ​ກົດໝາຍ​ຂອງ​ໂມເຊ ຫົວໜ້າ​ຄອບຄົວ​ກໍ​ບໍ່​ໄດ້​ເຮັດ​ໜ້າທີ່​ນີ້​ແລ້ວ ເພາະ​ພະເຢໂຫວາ​ໄດ້​ແຕ່ງຕັ້ງ​ປະໂລຫິດ​ຈາກ​ລູກ​ຫຼານ​ຂອງ​ອາໂຣນ​ໃຫ້​ເປັນ​ຜູ້​ຖວາຍ​ເຄື່ອງ​ບູຊາ. ຕັ້ງແຕ່​ນັ້ນ​ມາ ຖ້າ​ຫົວໜ້າ​ຄອບຄົວ​ທີ່​ບໍ່​ແມ່ນ​ລູກ​ຫຼານ​ຂອງ​ອາໂຣນ​ເຮັດ​ໜ້າທີ່​ແບບ​ປະໂລຫິດ ຜູ້​ນັ້ນ​ຈະ​ຕ້ອງ​ຖືກ​ປະຫານ​ຊີວິດ. d (ລລວ. 17:3-6, 8, 9) ເປັນ​ໄປ​ໄດ້​ບໍ​ວ່າ​ເລື່ອງ​ນີ້​ເຮັດ​ໃຫ້​ໂກຣາ ດາທານ ອາບີຣາມ ແລະ​ພວກ​ຫົວໜ້າ​ອີກ 250 ຄົນ​ຕໍ່ຕ້ານ​ໂມເຊ​ແລະ​ອາໂຣນ? (ຈຊບ. 16:1-3) ຄຳພີໄບເບິນ​ບໍ່​ໄດ້​ບອກ​ເຫດຜົນ​ທີ່​ເຂົາເຈົ້າ​ຕໍ່ຕ້ານ ແຕ່​ເຮົາ​ຮູ້​ວ່າ​ໂກຣາ​ແລະ​ຄົນອື່ນໆ​ທີ່​ຢູ່​ຝ່າຍ​ລາວ​ບໍ່​ສັດຊື່​ຕໍ່​ພະເຢໂຫວາ. ແລ້ວ​ຖ້າ​ການ​ປ່ຽນແປງ​ຂອງ​ອົງການ​ພະເຢໂຫວາ​ມີ​ຜົນ​ຕໍ່​ເຈົ້າ​ເດ ເຈົ້າ​ຈະ​ເຮັດ​ແນວໃດ?

ເມື່ອ​ລູກ​ຫຼານ​ຂອງ​ໂກຮາດ​ຖືກ​ປ່ຽນ​ວຽກ​ມອບໝາຍ ເຂົາເຈົ້າ​ກໍ​ເຕັມໃຈ​ຮັບໃຊ້​ເປັນ​ນັກຮ້ອງ ຍາມ​ປະຕູ ແລະ​ເບິ່ງແຍງ​ຫ້ອງ​ມ້ຽນ​ເຄື່ອງ (ເບິ່ງ​ຂໍ້ 11)

11. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ລູກ​ຫຼານ​ຂອງ​ໂກຮາດ?

11 ຍອມຮັບ​ແລະ​ເຮັດ​ຕາມ​ການ​ປ່ຽນແປງ​ຂອງ​ອົງການ. ຕອນ​ທີ່​ຊາວ​ອິດສະຣາເອນ​ເດີນທາງ​ໃນ​ບ່ອນ​ທຸລະກັນດານ ລູກ​ຫຼານ​ຂອງ​ໂກຮາດ​ໄດ້​ຖືກ​ມອບໝາຍ​ໃຫ້​ເຮັດ​ໜ້າທີ່​ທີ່​ສຳຄັນ. ທຸກ​ເທື່ອ​ທີ່​ຊາວ​ອິດສະຣາເອນ​ຍ້າຍ​ຄ້າຍ​ພັກ ລູກ​ຫຼານ​ຂອງ​ໂກຮາດ​ບາງຄົນ​ຈະ​ຫາມ​ຫີບ​ສັນຍາ​ອອກ​ໜ້າ​ໄປ​ກ່ອນ​ປະຊາຊົນ​ທຸກ​ຄົນ. (ຈຊບ. 3:29, 31; 10:33; ຢຊ. 3:2-4) ນີ້​ເປັນ​ສິດທິພິເສດ​ຫຼາຍ​ແທ້ໆ! ແຕ່​ລູກ​ຫຼານ​ຂອງ​ໂກຮາດ​ກໍ​ເຈິ​ການ​ປ່ຽນແປງ​ເມື່ອ​ຊາວ​ອິດສະຣາເອນ​ເຂົ້າ​ໄປ​ໃນ​ແຜ່ນດິນ​ຕາມ​ຄຳ​ສັນຍາ ເພາະ​ຫີບ​ສັນຍາ​ບໍ່​ຈຳເປັນ​ຕ້ອງ​ຍ້າຍ​ໄປ​ຍ້າຍ​ມາ​ອີກ​ແລ້ວ. ໃນ​ສະໄໝ​ທີ່​ໂຊໂລໂມນ​ປົກຄອງ ລູກ​ຫຼານ​ຂອງ​ໂກຮາດ​ບາງຄົນ​ກໍ​ຖືກ​ມອບໝາຍ​ໃຫ້​ເປັນ​ນັກຮ້ອງ ບາງຄົນ​ຍາມ​ປະຕູ ແລະ​ບາງຄົນ​ເບິ່ງແຍງ​ຫ້ອງ​ມ້ຽນ​ເຄື່ອງ. (1ຂຄ. 6:31-33; 26:1, 24) ແຕ່​ບໍ່​ມີ​ບ່ອນ​ໃດ​ໃນ​ຄຳພີໄບເບິນ​ທີ່​ບອກ​ວ່າ​ເຂົາເຈົ້າ​ຈົ່ມ​ຫຼື​ຮຽກ​ຮ້ອງ​ທີ່​ຈະ​ເຮັດ​ໜ້າທີ່​ທີ່​ມີ​ກຽດ​ຄື​ແຕ່​ກ່ອນ. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ນີ້? ເຮົາ​ຕ້ອງ​ຍອມຮັບ​ແລະ​ເຮັດ​ຕາມ​ການ​ປ່ຽນແປງ​ຂອງ​ອົງການ​ເຖິງ​ວ່າ​ການ​ປ່ຽນແປງ​ນັ້ນ​ຈະ​ມີ​ຜົນ​ຕໍ່​ວຽກ​ມອບໝາຍ​ຂອງ​ເຮົາ​ກໍ​ຕາມ ແລະ​ໃຫ້​ເຮົາ​ມີ​ຄວາມສຸກ​ກັບ​ວຽກ​ມອບໝາຍ​ທຸກ​ຢ່າງ​ທີ່​ໄດ້​ຮັບ. ຂໍ​ໃຫ້​ຈື່​ໄວ້​ວ່າ ຄຸນຄ່າ​ຂອງ​ເຮົາ​ບໍ່​ໄດ້​ຂຶ້ນ​ຢູ່​ກັບ​ວຽກ​ທີ່​ເຮົາ​ເຮັດ ເພາະ​ພະເຢໂຫວາ​ຖື​ວ່າ​ການ​ເຊື່ອຟັງ​ສຳຄັນ​ກວ່າ​ວຽກ​ມອບໝາຍ​ຕ່າງໆ.—1​ຊມ. 15:22

12. ພີ່ນ້ອງ​ໄຊນ້າ​ຮູ້ສຶກ​ແນວໃດ​ເມື່ອ​ຖືກ​ປ່ຽນ​ວຽກ​ມອບໝາຍ?

12 ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ພີ່ນ້ອງ​ທີ່​ຊື່​ໄຊນ້າ ຢູ່​ອາຊີ​ກາງ. ຫຼັງ​ຈາກ​ທີ່​ຮັບໃຊ້​ຢູ່​ເບເທນ​ມາ​ຫຼາຍ​ກວ່າ 23 ປີ ລາວ​ກໍ​ຖືກ​ປ່ຽນ​ວຽກ​ມອບໝາຍ​ໃຫ້​ໄປ​ເປັນ​ໄພໂອເນຍ​ພິເສດ. ລາວ​ບອກ​ວ່າ: “ຂ້ອຍ​ຮູ້ສຶກ​ຕົກໃຈ​ຫຼາຍ​ເມື່ອ​ຖືກ​ປ່ຽນ​ມອບໝາຍ. ຂ້ອຍ​ຄິດ​ວ່າ​ຕົວເອງ​ບໍ່​ມີຄ່າ​ແລະ​ຖາມ​ໂຕເອງ​ມາ​ຕະຫຼອດ​ວ່າ ‘ຂ້ອຍ​ເຮັດ​ຫຍັງ​ຜິດ?’” ແຖມ​ພີ່ນ້ອງ​ບາງຄົນ​ໃນ​ປະຊາຄົມ​ກໍ​ຍັງ​ເວົ້າ​ຊ້ຳ​ເຕີມ​ລາວ​ວ່າ: “ຖ້າ​ເຈົ້າ​ເຮັດ​ວຽກ​ດີ​ກວ່າ​ນີ້ ກໍ​ຄື​ຊິ​ບໍ່​ຖືກ​ເຊີນ​ອອກ​ຈາກ​ເບເທນ​ດອກ.” ນີ້​ເຮັດ​ໃຫ້​ໄຊນ້າ​ເສຍໃຈ​ຫຼາຍ​ຈົນ​ຮ້ອງໄຫ້​ທຸກ​ຄືນ ແຕ່​ລາວ​ບອກ​ວ່າ: “ຂ້ອຍ​ບໍ່​ເຄີຍ​ສົງໄສ​ໃນ​ອົງການ​ຂອງ​ພະເຢໂຫວາ​ແລະ​ບໍ່​ໄດ້​ຄິດ​ວ່າ​ພະເຢໂຫວາ​ບໍ່​ຮັກ​ຂ້ອຍ.” ສິ່ງ​ໃດ​ຊ່ວຍ​ໄຊນ້າ​ໃຫ້​ຍັງ​ມີ​ຄວາມຄິດ​ທີ່​ຖືກຕ້ອງ?

13. ພີ່ນ້ອງ​ໄຊນ້າ​ຄວບຄຸມ​ຄວາມ​ຮູ້ສຶກ​ແລະ​ຄວາມຄິດ​ໃນ​ແງ່​ລົບ​ໄດ້​ແນວໃດ?

13 ໄຊນ້າ​ຄວບຄຸມ​ຄວາມ​ຮູ້ສຶກ​ແລະ​ຄວາມຄິດ​ໃນ​ແງ່​ລົບ​ໄດ້​ແນວໃດ? ລາວ​ໄດ້​ອ່ານ​ບົດຄວາມ​ແລະ​ປຶ້ມ​ຕ່າງໆ​ຂອງ​ອົງການ​ທີ່​ເວົ້າ​ເຖິງ​ບັນຫາ​ຄ້າຍ​ຄື​ກັບ​ລາວ. ລາວ​ອ່ານ​ບົດຄວາມ​ທີ່​ຊື່​ວ່າ “ເຈົ້າ​ສາມາດ​ຮັບ​ມື​ກັບ​ຄວາມ​ທໍ້​ແທ້​ໄດ້!” ໃນ​ຫໍສັງເກດການ 1 ກຸມພາ 2001 (ພາສາ​ໄທ). ບົດຄວາມ​ນີ້​ເວົ້າ​ເຖິງ​ມາຣະໂກ​ຜູ້​ຂຽນ​ຄຳພີໄບເບິນ​ທີ່​ອາດ​ຮູ້ສຶກ​ຄ້າຍ​ຄື​ກັບ​ໄຊນ້າ​ເມື່ອ​ຖືກ​ປ່ຽນ​ວຽກ​ມອບໝາຍ. ໄຊນ້າ​ບອກ​ວ່າ: “ຕົວຢ່າງ​ຂອງ​ມາຣະໂກ​ປຽບ​ຄື​ກັບ​ຢາ​ທີ່​ບັນເທົາ​ຄວາມ​ທໍ້ໃຈ​ຂອງ​ຂ້ອຍ.” ໄຊນ້າ​ຍັງ​ໄດ້​ສະໜິດ​ກັບ​ພີ່ນ້ອງ ບໍ່​ແຍກ​ໂຕ​ຢູ່​ຜູ້​ດຽວ ແລະ​ບໍ່​ເສຍໃຈ​ກັບ​ສະພາບການ​ຂອງ​ໂຕເອງ​ຫຼາຍ​ເກີນ​ໄປ. ລາວ​ຮູ້​ວ່າ​ພະລັງບໍລິສຸດ​ກຳລັງ​ຊີ້ນຳ​ວຽກ​ໃນ​ອົງການ​ຂອງ​ພະເຢໂຫວາ ແລະ​ພີ່ນ້ອງ​ທີ່​ນຳ​ໜ້າ​ໃນ​ອົງການ​ກໍ​ເປັນ​ຫ່ວງ​ລາວ​ຫຼາຍ ແລະ​ລາວ​ຍັງ​ເຂົ້າໃຈ​ວ່າ​ອົງການ​ຂອງ​ພະເຢໂຫວາ​ຕ້ອງ​ເຮັດ​ສິ່ງ​ທີ່​ດີ​ທີ່ສຸດ​ເພື່ອ​ໃຫ້​ວຽກ​ຂອງ​ພະເຢໂຫວາ​ສຳເລັດ.

14. ມີການ​ປ່ຽນແປງ​ຫຍັງ​ທີ່​ເຮັດ​ໃຫ້​ຍາກ​ສຳລັບ​ພີ່ນ້ອງ​ວາໂດ ແລະ​ສິ່ງ​ໃດ​ຊ່ວຍ​ລາວ​ໄດ້?

14 ພີ່ນ້ອງ​ວາໂດ​ອາຍຸ 73 ປີ​ເຊິ່ງ​ເປັນ​ຜູ້​ດູແລ​ຢູ່​ປະເທດ​ໂຊເວເນຍ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ປັບ​ໂຕ​ເມື່ອ​ປະຊາຄົມ​ຕ່າງໆ​ຖືກ​ຍຸບ​ເຂົ້າ​ກັນ ແລະ​ຫໍປະຊຸມ​ທີ່​ປະຊາຄົມ​ລາວ​ໃຊ້​ກໍ​ຖືກ​ປິດ​ໄວ້. ລາວ​ບອກ​ວ່າ: “ຂ້ອຍ​ບໍ່​ເຂົ້າໃຈ​ວ່າ​ເປັນຫຍັງ​ຫໍປະຊຸມ​ທີ່​ງາມໆ​ຈຶ່ງ​ຖືກ​ປິດ​ໄວ້. ຂ້ອຍ​ເສຍໃຈ​ຫຼາຍ​ເພາະ​ເຮົາ​ຫາກໍ​ສ້ອມ​ແປງ​ຫໍປະຊຸມ​ຫວ່າງ​ບໍ່​ດົນ​ມາ​ນີ້ ແລະ​ຂ້ອຍ​ກໍ​ໄດ້​ຊ່ວຍ​ເຮັດ​ເຟີນິເຈີ​ໃໝ່ໆ​ໄວ້​ຢູ່​ຫັ້ນ​ຍ້ອນ​ຂ້ອຍ​ເປັນ​ຊ່າງ​ໄມ້. ນອກຈາກນັ້ນ ການ​ປ່ຽນແປງ​ແບບ​ນີ້​ຍັງ​ເຮັດ​ໃຫ້​ຍາກ​ທີ່​ຜູ້​ເຖົ້າ​ແບບ​ເຮົາ​ຈະ​ປັບ​ໂຕ​ໄດ້.” ແລ້ວ​ສິ່ງ​ໃດ​ຊ່ວຍ​ວາໂດ​ໃຫ້​ເຮັດ​ຕາມ​ການ​ຊີ້ນຳ​ນີ້? ລາວ​ບອກ​ວ່າ: “ການ​ປັບ​ໂຕ​ໃຫ້​ເຂົ້າ​ກັບ​ການ​ປ່ຽນແປງ​ຂອງ​ອົງການ​ຊ່ວຍ​ໃຫ້​ເຮົາ​ໄດ້​ຮັບ​ພອນ​ຫຼາຍ​ຢ່າງ. ການ​ປ່ຽນແປງ​ແບບ​ນີ້​ກຳລັງ​ກຽມ​ເຮົາ​ໃຫ້​ພ້ອມ​ສຳລັບ​ການ​ປ່ຽນແປງ​ທີ່​ໃຫຍ່​ກວ່າ​ເຊິ່ງ​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ.” ແລ້ວ​ເຈົ້າ​ເດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ປັບ​ໂຕ​ບໍ​ເມື່ອ​ປະຊາຄົມ​ຕ່າງໆ​ຖືກ​ຍຸບ​ເຂົ້າ​ກັນ​ຫຼື​ເມື່ອ​ເຈົ້າ​ຖືກ​ປ່ຽນ​ວຽກ​ມອບໝາຍ? ຂໍ​ໃຫ້​ໝັ້ນໃຈ​ວ່າ​ພະເຢໂຫວາ​ເຂົ້າໃຈ​ຄວາມ​ຮູ້ສຶກ​ຂອງ​ເຈົ້າ. ແຕ່​ເມື່ອ​ເຈົ້າ​ຍອມຮັບ ເຮັດ​ຕາມ​ການ​ປ່ຽນແປງ ແລະ​ສັດຊື່​ຕໍ່​ພະເຢໂຫວາ​ແລະ​ອົງການ​ຂອງ​ເພິ່ນ ເຈົ້າ​ກໍ​ຈະ​ໄດ້​ຮັບ​ພອນ​ຫຼາຍ​ຢ່າງ.—ເພງ. 18:25

“ຂໍ​ໃຫ້​ມີ​ສະຕິ​ໃນ​ທຸກ​ສະຖານະການ”

15. ເຮົາ​ຈະ​ມີ​ຄວາມຄິດ​ທີ່​ຖືກຕ້ອງ​ໄດ້​ແນວໃດ​ເມື່ອ​ມີ​ບັນຫາ​ທີ່​ມາ​ຈາກ​ພາຍ​ໃນ​ປະຊາຄົມ?

15 ເມື່ອ​ລະບົບ​ນີ້​ໃກ້​ຈະ​ເຖິງ​ຈຸດຈົບ ເຮົາ​ກໍ​ແຮ່ງ​ຄາດໝາຍ​ໄດ້​ວ່າ​ຈະ​ມີ​ບັນຫາ​ຫຼາຍ​ຢ່າງ​ທີ່​ມາ​ຈາກ​ພາຍ​ໃນ​ປະຊາຄົມ ເຊິ່ງ​ບັນຫາ​ເຫຼົ່ານີ້​ອາດ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ສັດຊື່​ຕໍ່​ພະເຢໂຫວາ. ດັ່ງນັ້ນ ເຮົາ​ຕ້ອງ “ມີ​ສະຕິ​ໃນ​ທຸກ​ສະຖານະການ” ແລະ​ມີ​ຄວາມຄິດ​ທີ່​ຖືກຕ້ອງ. ຖ້າ​ເຈົ້າ​ຮູ້ສຶກ​ວ່າ​ພີ່ນ້ອງ​ເຮັດ​ບໍ່​ດີ​ກັບ​ເຈົ້າ ຂໍ​ຢ່າ​ເກັບ​ຄວາມ​ຄຽດ​ໄວ້. ຖ້າ​ເຈົ້າ​ໄດ້​ຮັບ​ການ​ສັ່ງ​ສອນ ຂໍ​ໃຫ້​ເບິ່ງ​ຂ້າມ​ຄວາມ​ອາຍ ຍອມຮັບ​ຄຳແນະນຳ ແລະ​ປ່ຽນແປງ​ຕົວເອງ. ແລະ​ເມື່ອ​ອົງການ​ຂອງ​ພະເຢໂຫວາ​ມີການ​ປ່ຽນແປງ​ເຊິ່ງ​ມີ​ຜົນ​ຕໍ່​ເຈົ້າ​ເປັນ​ສ່ວນ​ຕົວ ກໍ​ຂໍ​ໃຫ້​ຍອມຮັບ​ດ້ວຍ​ຄວາມ​ເຕັມໃຈ​ແລະ​ເຮັດ​ຕາມ​ການ​ປ່ຽນແປງ​ນັ້ນ.

16. ເຮົາ​ຈະ​ໄວ້ໃຈ​ພະເຢໂຫວາ​ແລະ​ອົງການ​ຂອງ​ເພິ່ນ​ຕໍ່ໆ​ໄປ​ໄດ້​ແນວໃດ?

16 ເຮົາ​ຈະ​ໄວ້ໃຈ​ພະເຢໂຫວາ​ແລະ​ອົງການ​ຂອງ​ເພິ່ນ​ຕໍ່ໆ​ໄປ​ໄດ້ ຖ້າ​ເຮົາ “ມີ​ສະຕິ​ໃນ​ທຸກ​ສະຖານະການ” ເຊິ່ງ​ກໍ​ຄື ໃຈ​ເຢັນໆ ຄິດ​ຮອບຄອບ ແລະ​ເບິ່ງ​ເລື່ອງ​ຕ່າງໆ​ໃນ​ແບບ​ທີ່​ພະເຢໂຫວາ​ເບິ່ງ. ໃຫ້​ເຮົາ​ຕັ້ງໃຈ​ທີ່​ຈະ​ອ່ານ​ແລະ​ຄິດຕຶກຕອງ​ເລື່ອງ​ຂອງ​ຄົນ​ໃນ​ຄຳພີໄບເບິນ​ທີ່​ສາມາດ​ຮັບ​ມື​ກັບ​ບັນຫາ​ທີ່​ຄ້າຍ​ຄື​ກັບ​ເຮົາ. ໃຫ້​ອະທິດຖານ​ຂໍ​ຄວາມ​ຊ່ວຍເຫຼືອ​ຈາກ​ພະເຢໂຫວາ​ແລະ​ຢ່າ​ແຍກ​ໂຕເອງ​ອອກ​ຈາກ​ປະຊາຄົມ. ເມື່ອ​ເຮັດ​ແບບ​ນີ້ ຊາຕານ​ກໍ​ຈະ​ບໍ່​ສາມາດ​ເຮັດ​ໃຫ້​ເຮົາ​ເຊົາ​ຮັບໃຊ້​ພະເຢໂຫວາ​ແລະ​ອອກ​ໄປ​ຈາກ​ອົງການ​ຂອງ​ເພິ່ນ.—ຢກບ. 4:7

ເພງ 126 ຈົ່ງ​ຕື່ນ​ຕົວ ເຂັ້ມແຂງ ໝັ້ນຄົງ

a ບາງເທື່ອ​ເຮົາ​ກໍ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ສັດຊື່​ຕໍ່​ພະເຢໂຫວາ​ແລະ​ອົງການ​ຂອງ​ເພິ່ນ ໂດຍ​ສະເພາະ​ຕອນ​ທີ່​ເຮົາ​ເຈິ​ບັນຫາ​ທີ່​ມາ​ຈາກ​ພາຍ​ໃນ​ປະຊາຄົມ. ໃນ​ບົດຄວາມ​ນີ້​ເຮົາ​ຈະ​ເບິ່ງ​ບັນຫາ 3 ຢ່າງ ແລະ​ເບິ່ງ​ວ່າ​ເຮົາ​ຕ້ອງ​ເຮັດ​ແນວໃດ​ເພື່ອ​ຈະ​ຮັກສາ​ຄວາມ​ສັດຊື່​ຕໍ່​ພະເຢໂຫວາ​ແລະ​ອົງການ​ຂອງ​ເພິ່ນ.

b ຊື່​ສົມມຸດ

c ເຈົ້າ​ອາດຈະ​ເບິ່ງ​ຄຳແນະນຳ​ເພີ່ມເຕີມ​ໃນ​ບົດຄວາມ​ທີ່​ຊື່​ວ່າ “ເຈົ້າ​ເຄີຍ​ຮັບໃຊ້​ມາ​ແລ້ວ​ບໍ? ເຈົ້າ​ຈະ​ຮັບໃຊ້​ອີກ​ໄດ້​ບໍ?” ໃນ​ຫໍສັງເກດການ 15 ສິງຫາ 2009 ໜ້າ 30 (ພາສາ​ໄທ)

d ຕາມ​ກົດໝາຍ ຖ້າ​ຫົວໜ້າ​ຄອບຄົວ​ຢາກ​ຖວາຍ​ສັດ​ເປັນ​ເຄື່ອງ​ບູຊາ ເຂົາເຈົ້າ​ຕ້ອງ​ເອົາ​ໄປ​ຖວາຍ​ໃນ​ບ່ອນ​ທີ່​ພະເຢໂຫວາ​ກຳນົດ​ໄວ້ ແຕ່​ມີ​ຂໍ້​ຍົກເວັ້ນ​ສຳລັບ​ຜູ້​ທີ່​ຢູ່​ໄກ.—ພບຍ. 12:21