ບົດຄວາມສຶກສາທີ 45
ພະເຢໂຫວາຊ່ວຍເຮົາແນວໃດໃຫ້ເຮັດວຽກປະກາດໄດ້ສຳເລັດ
“ເຂົາເຈົ້າຈະຮູ້ແທ້ໆວ່າມີຜູ້ພະຍາກອນຢູ່ນຳເຂົາເຈົ້າ.”—ເອເຊກ. 2:5, ລ.ມ.
ເພງ 67 “ຈົ່ງປະກາດພະຄຳ”
ໃຈຄວາມສຳຄັນ a
1. ເຮົາຄາດໝາຍວ່າຈະເກີດຫຍັງຂຶ້ນ ແຕ່ເຮົາສາມາດໝັ້ນໃຈໃນເລື່ອງຫຍັງ?
ຕອນທີ່ເຮົາໄປປະກາດ ເຮົາຄາດໝາຍໄດ້ເລີຍວ່າເຮົາຈະຖືກຕໍ່ຕ້ານ. ແລະໃນອະນາຄົດອາດຈະຖືກຕໍ່ຕ້ານໜັກຂຶ້ນເລື້ອຍໆ. (ດາ. 11:44; 2ຕມ. 3:12; ພນມ. 16:21) ແຕ່ເຮົາສາມາດໝັ້ນໃຈໄດ້ວ່າພະເຢໂຫວາຈະຊ່ວຍເຮົາໃຫ້ເຮັດວຽກປະກາດໄດ້ສຳເລັດ. ຍ້ອນຫຍັງ? ຍ້ອນພະເຢໂຫວາເຄີຍຊ່ວຍຜູ້ຮັບໃຊ້ຂອງເພິ່ນໃຫ້ເຮັດວຽກມອບໝາຍສຳເລັດມາແລ້ວເຖິງວ່າວຽກນັ້ນຈະຍາກກໍຕາມ. ເພື່ອເປັນຕົວຢ່າງ ໃຫ້ເຮົາມາເບິ່ງສິ່ງທີ່ເກີດຂຶ້ນກັບຜູ້ພະຍາກອນເອເຊກຽນທີ່ປະກາດກັບຄົນຢິວເຊິ່ງເປັນຊະເລີຍຢູ່ບາບີໂລນ.
2. ພະເຢໂຫວາບອກວ່າຄົນໃນເຂດປະກາດຂອງເອເຊກຽນເປັນຄົນແບບໃດ ແລະເຮົາຈະຮຽນຫຍັງໃນບົດຄວາມນີ້? (ເອເຊກຽນ 2:3-6)
2 ຄົນໃນເຂດປະກາດຂອງເອເຊກຽນເປັນຄົນແບບໃດ? ພະເຢໂຫວາບອກວ່າ ເຂົາເຈົ້າເປັນຄົນ “ດື້ດ້ານ” “ຫົວແຂງ” ແລະ “ກະບົດ.” ເຂົາເຈົ້າເປັນຄືກັບໜາມທີ່ເຮັດໃຫ້ເຈັບປວດແລະເປັນອັນຕະລາຍຄືກັບແມງງອດ. ນີ້ຈຶ່ງເປັນເຫດຜົນທີ່ພະເຢໂຫວາບອກກັບເອເຊກຽນຫຼາຍເທື່ອວ່າ “ບໍ່ຕ້ອງຢ້ານເຂົາເຈົ້າ.” (ອ່ານເອເຊກຽນ 2:3-6, ລ.ມ.) ເອເຊກຽນສາມາດເຮັດວຽກປະກາດໄດ້ສຳເລັດຍ້ອນ: (1) ພະເຢໂຫວາເປັນຜູ້ສົ່ງລາວໄປ (2) ພະລັງບໍລິສຸດຂອງພະເຢໂຫວາເຮັດໃຫ້ລາວມີກຳລັງ ແລະ (3) ຖ້ອຍຄຳຂອງພະເຢໂຫວາເສີມຄວາມເຊື່ອຂອງລາວ. ສາມຢ່າງນີ້ຊ່ວຍເອເຊກຽນແນວໃດ ແລະຈະຊ່ວຍເຮົາແນວໃດໃນທຸກມື້ນີ້?
ພະເຢໂຫວາເປັນຜູ້ສົ່ງເອເຊກຽນໄປ
3. ຄຳເວົ້າຫຍັງທີ່ເຮັດໃຫ້ເອເຊກຽນມີກຳລັງໃຈ ແລະພະເຢໂຫວາເຮັດໃຫ້ລາວໝັ້ນໃຈໄດ້ແນວໃດວ່າເພິ່ນຈະຊ່ວຍລາວ?
3 ພະເຢໂຫວາບອກເອເຊກຽນວ່າ “ເຮົາຈະສົ່ງເຈົ້າໄປ.” (ເອເຊກ. 2:3, 4, ລ.ມ.) ຄຳເວົ້ານີ້ຕ້ອງເຮັດໃຫ້ເອເຊກຽນມີກຳລັງໃຈຫຼາຍແທ້ໆ. ຍ້ອນຫຍັງ? ຍ້ອນເອເຊກຽນຈື່ວ່າພະເຢໂຫວາໄດ້ໃຊ້ຄຳເວົ້າທີ່ຄ້າຍກັນນີ້ກັບໂມເຊແລະເອຊາຢາຕອນທີ່ເພິ່ນເລືອກເຂົາເຈົ້າເປັນຜູ້ພະຍາກອນ. (ອພຍ. 3:10; ເອຊາ. 6:8) ເອເຊກຽນຍັງຮູ້ວ່າພະເຢໂຫວາໄດ້ຊ່ວຍຜູ້ພະຍາກອນສອງຄົນນີ້ໃຫ້ເຮັດວຽກມອບໝາຍໄດ້ສຳເລັດ ແລະເມື່ອພະເຢໂຫວາບອກລາວສອງເທື່ອວ່າ: “ເຮົາຈະສົ່ງເຈົ້າໄປ.” ລາວກໍໝັ້ນໃຈວ່າພະເຢໂຫວາຈະຊ່ວຍລາວ. ໃນປຶ້ມເອເຊກຽນເຮົາເຫັນຄຳນີ້ຫຼາຍເທື່ອທີ່ວ່າ: “ພະເຢໂຫວາສົ່ງຂ່າວມາເຖິງຂ້ອຍ” ແລະ “ພະເຢໂຫວາສົ່ງຂ່າວມາເຖິງຂ້ອຍອີກ.” (ເອເຊກ. 3:16; 6:1, ລ.ມ.) ນີ້ຈຶ່ງເຮັດໃຫ້ເອເຊກຽນໝັ້ນໃຈວ່າ ພະເຢໂຫວາເປັນຜູ້ສົ່ງລາວໃຫ້ໄປເຮັດວຽກມອບໝາຍແລະຈະຊ່ວຍລາວໃຫ້ເຮັດສຳເລັດ. ນອກຈາກນັ້ນ ເອເຊກຽນຍັງເປັນລູກຂອງປະໂລຫິດ. ພໍ່ຂອງລາວຄືຊິເຄີຍສອນລາວວ່າ ຕະຫຼອດປະຫວັດສາດພະເຢໂຫວາເຄີຍຊ່ວຍຜູ້ພະຍາກອນຂອງເພິ່ນແນວໃດ. ຕົວຢ່າງເຊັ່ນ: ພະເຢໂຫວາເຄີຍເວົ້າກັບອີຊາກ ຢາໂຄບ ແລະເຢເຣມີຢາວ່າ: “ເຮົາຢູ່ກັບເຈົ້າ.”—ປຖກ. 26:24; 28:15; ຢເຣ. 1:8, ລ.ມ.
4. ຄຳເວົ້າຫຍັງທີ່ເຮັດໃຫ້ເອເຊກຽນໄດ້ຮັບກຳລັງໃຈ?
4 ຄົນອິດສະຣາເອນມີທ່າທີແນວໃດຕອນທີ່ເອເຊກຽນປະກາດ? ພະເຢໂຫວາບອກວ່າ: “ຄົນອິດສະຣາເອນຈະບໍ່ຍອມຟັງເຈົ້າເພາະເຂົາເຈົ້າບໍ່ຢາກຟັງເຮົາ.” (ເອເຊກ. 3:7, ລ.ມ.) ຄຳເວົ້ານີ້ເຮັດໃຫ້ເອເຊກຽນມີກຳລັງໃຈທີ່ຮູ້ວ່າ ເຂົາເຈົ້າບໍ່ໄດ້ປະຕິເສດລາວແຕ່ປະຕິເສດພະເຢໂຫວາ. ແລະເຖິງວ່າຈະຖືກປະຕິເສດ ກໍບໍ່ໄດ້ໝາຍຄວາມວ່າລາວເຮັດວຽກມອບໝາຍໃນຖານະຜູ້ພະຍາກອນບໍ່ສຳເລັດ. ພະເຢໂຫວາຍັງເຮັດໃຫ້ເອເຊກຽນໝັ້ນໃຈວ່າເມື່ອສິ່ງທີ່ລາວປະກາດສຳເລັດເປັນຈິງ ປະຊາຊົນກໍຈະ “ຮູ້ວ່າມີຜູ້ພະຍາກອນຢູ່ນຳເຂົາເຈົ້າ.” (ເອເຊກ. 2:5; 33:33, ລ.ມ.) ຄຳເວົ້າຂອງພະເຢໂຫວາຄືຊິເຮັດໃຫ້ເອເຊກຽນມີກຳລັງໃຈທີ່ຈະເຮັດວຽກມອບໝາຍໃຫ້ສຳເລັດ.
ໃນປັດຈຸບັນພະເຢໂຫວາເປັນຜູ້ສົ່ງເຮົາໄປ
5. ເຮົາໄດ້ກຳລັງໃຈແນວໃດຈາກຄຳເວົ້າທີ່ຢູ່ໃນເອຊາອີ 44:8?
5 ເຮົາກໍໄດ້ຮັບກຳລັງໃຈຄືກັນທີ່ຮູ້ວ່າພະເຢໂຫວາເປັນຜູ້ທີ່ສົ່ງເຮົາໄປປະກາດ. ແລະເພິ່ນຍັງໃຫ້ກຽດເຮົາໂດຍໃຫ້ເຮົາເປັນ “ພະຍານຂອງ” ເພິ່ນ. (ເອຊາ. 43:10, ລ.ມ.) ນີ້ເປັນສິດທິພິເສດຫຼາຍແທ້ໆ! ຄືກັບທີ່ພະເຢໂຫວາບອກກັບເອເຊກຽນວ່າ “ບໍ່ຕ້ອງຢ້ານ” ພະເຢໂຫວາກໍບອກກັບເຮົາຄືກັນວ່າ “ບໍ່ຕ້ອງຢ້ານ.” ເປັນຫຍັງເຮົາບໍ່ຄວນຢ້ານຜູ້ທີ່ຕໍ່ຕ້ານເຮົາ? ຄືກັບເອເຊກຽນ ເຮົາຮູ້ວ່າພະເຢໂຫວາເປັນຜູ້ສົ່ງເຮົາໄປແລະເພິ່ນຈະຊ່ວຍເຮົາແນ່ນອນ.—ອ່ານເອຊາອີ 44:8, ລ.ມ.
6. (ກ) ພະເຢໂຫວາບອກຫຍັງທີ່ສະແດງວ່າເພິ່ນຈະຊ່ວຍເຮົາ? (ຂ) ສິ່ງໃດເຮັດໃຫ້ເຮົາໄດ້ຮັບກຳລັງໃຈ?
6 ພະເຢໂຫວາຮັບຮອງກັບເຮົາວ່າເພິ່ນຈະຊ່ວຍເຮົາ. ຕົວຢ່າງເຊັ່ນ: ກ່ອນທີ່ພະເຢໂຫວາຈະບອກວ່າ: “ພວກເຈົ້າເປັນພະຍານຂອງເຮົາ” ເພິ່ນໄດ້ເວົ້າວ່າ: “ເມື່ອພວກເຈົ້າຂ້າມນ້ຳຂ້າມທະເລ ເຮົາຈະຢູ່ກັບພວກເຈົ້າ. ເມື່ອລຸຍຂ້າມແມ່ນ້ຳ ນ້ຳຈະບໍ່ຖ້ວມເຈົ້າ. ເມື່ອພວກເຈົ້າຍ່າງລຸຍກອງໄຟ ພວກເຈົ້າຈະບໍ່ຖືກເຜົາ ແປວໄຟຈະບໍ່ເຜົາພວກເຈົ້າເລີຍ.” (ເອຊາ. 43:2, ລ.ມ.) ດັ່ງນັ້ນ ເມື່ອເຮົາເຮັດວຽກປະກາດ ເຮົາອາດເຈິບັນຫາທີ່ເປັນຄືກັບນ້ຳຖ້ວມຫຼືໄຟໄໝ້. ແຕ່ພະເຢໂຫວາກໍຊ່ວຍເຮົາໃຫ້ປະກາດຕໍ່ໆໄປໄດ້. (ເອຊາ. 41:13) ຄືກັບສະໄໝຂອງຜູ້ພະຍາກອນເອເຊກຽນ ຄົນໃນທຸກມື້ນີ້ກໍບໍ່ຍອມຮັບຂ່າວດີທີ່ເຮົາປະກາດ. ເຖິງວ່າຫຼາຍຄົນບໍ່ສົນໃຈ ແຕ່ກໍບໍ່ໄດ້ໝາຍຄວາມວ່າເຮົາເຮັດວຽກປະກາດບໍ່ໄດ້ດີ. ເຮົາໄດ້ກຳລັງໃຈຫຼາຍທີ່ຮູ້ວ່າພະເຢໂຫວາພໍໃຈເຮົາເມື່ອເຮົາປະກາດຕໍ່ໆໄປ. ອັກຄະສາວົກໂປໂລບອກວ່າ: “ແຕ່ລະຄົນຈະໄດ້ຮັບລາງວັນຕາມວຽກທີ່ລາວເຮັດ.” (1ກຣ. 3:8; 4:1, 2) ພີ່ນ້ອງຍິງຄົນໜຶ່ງທີ່ເປັນໄພໂອເນຍມາຫຼາຍປີບອກວ່າ: “ພະເຢໂຫວາຈະໃຫ້ລາງວັນຕາມຄວາມພະຍາຍາມຂອງເຮົາ.”
ພະລັງບໍລິສຸດຂອງພະເຢໂຫວາເຮັດໃຫ້ເອເຊກຽນມີກຳລັງ
7. ເອເຊກຽນຮູ້ສຶກແນວໃດເມື່ອລາວຄິດເຖິງນິມິດທີ່ລາວເຫັນ? (ເບິ່ງຮູບໜ້າປົກ)
7 ເອເຊກຽນເຫັນວ່າພະລັງຂອງພະເຈົ້າມີລິດເດດຫຼາຍສ່ຳໃດ. ສິ່ງທີ່ເອເຊກຽນເຫັນໃນນິມິດຊ່ວຍລາວໃຫ້ເຂົ້າໃຈວ່າພະລັງບໍລິສຸດຢູ່ກັບທູດສະຫວັນແລະຊ່ວຍໃຫ້ກົງລໍ້ໃຫຍ່ຂອງລົດກະສັດເຄື່ອນທີ່. (ເອເຊກ. 1:20, 21) ແລ້ວເອເຊກຽນຮູ້ສຶກແນວໃດ? ລາວຮູ້ສຶກຢ້ານຢຳຫຼາຍຈົນ “ໝູບໜ້າລົງພື້ນ.” (ເອເຊກ. 1:28, ລ.ມ.) ທຸກເທື່ອທີ່ເອເຊກຽນຄິດເຖິງນິມິດທີ່ໜ້າປະທັບໃຈນັ້ນກໍເຮັດໃຫ້ລາວໝັ້ນໃຈຫຼາຍຂຶ້ນວ່າ ພະລັງຂອງພະເຈົ້າຈະຊ່ວຍລາວໃຫ້ເຮັດວຽກປະກາດໄດ້ສຳເລັດ.
8-9. (ກ) ເກີດຫຍັງຂຶ້ນກັບເອເຊກຽນເມື່ອພະເຢໂຫວາບອກລາວໃຫ້ຢືນຂຶ້ນ? (ຂ) ພະເຢໂຫວາໄດ້ເຮັດຫຍັງອີກເພື່ອຊ່ວຍເອເຊກຽນໃຫ້ປະກາດໃນເຂດທີ່ຍາກ?
8 ພະເຢໂຫວາບອກກັບເອເຊກຽນວ່າ “ລູກມະນຸດ ຢືນຂຶ້ນແມ້ ເຮົາມີເລື່ອງຈະເວົ້າກັບເຈົ້າ.” (ເອເຊກ. 2:1, 2, ລ.ມ.) ຄຳເວົ້ານີ້ເຮັດໃຫ້ເອເຊກຽນມີກຳລັງທີ່ຈະລຸກຂຶ້ນມາອີກ. ລາວບອກວ່າ “ຂ້ອຍໄດ້ຮັບພະລັງຈາກເພິ່ນ ແລະພະລັງນີ້ເຮັດໃຫ້ຂ້ອຍຢືນໄດ້.” (ເອເຊກ. 3:22; 8:1; 33:22; 37:1; 40:1, ລ.ມ.) ຕັ້ງແຕ່ນັ້ນມາ ເອເຊກຽນກໍໄດ້ເຮັດວຽກປະກາດໂດຍການຊີ້ນຳຈາກພະລັງຂອງພະເຈົ້າ. ພະລັງຂອງພະເຈົ້າຊ່ວຍເອເຊກຽນໃຫ້ເຮັດວຽກມອບໝາຍ ເຊິ່ງກໍຄືປະກາດກັບຄົນທີ່ “ຫົວແຂງແລະດື້ດ້ານ.” (ເອເຊກ. 3:7, ລ.ມ.) ພະເຢໂຫວາບອກກັບເອເຊກຽນວ່າ: “ເຮົາໄດ້ເຮັດໃຫ້ເຈົ້າດື້ດ້ານແລະບໍ່ຍອມໃຜຄືກັບທີ່ເຂົາເຈົ້າເປັນ. ເຮົາໄດ້ເຮັດໃຫ້ຫົວເຈົ້າແຂງກວ່າຫີນທີ່ແຂງໆ ແລະແຂງກວ່າເພັດອີກ. ບໍ່ຕ້ອງຢ້ານເຂົາເຈົ້າ ແລະບໍ່ຕ້ອງຢ້ານສີໜ້າຂອງເຂົາເຈົ້າ.” (ເອເຊກ. 3:8, 9, ລ.ມ.) ນີ້ເປັນຄືກັບພະເຢໂຫວາບອກເອເຊກຽນວ່າ: ‘ຢ່າໄປທໍ້ໃຈກັບພວກທີ່ດື້ດ້ານແບບນີ້. ເຮົາຈະໃຫ້ກຳລັງກັບເຈົ້າ.’
9 ຈາກນັ້ນ ພະລັງຂອງພະເຈົ້າກໍພາເອເຊກຽນໄປເຂດປະກາດ. ລາວບອກວ່າ: “ພະລັງຂອງພະເຢໂຫວາກໍຢູ່ກັບຂ້ອຍ.” ແຕ່ເອເຊກຽນຕ້ອງໃຊ້ເວລາໜຶ່ງອາທິດເຕັມເພື່ອຈະຮຽນຮູ້ແລະເຂົ້າໃຈເລື່ອງທີ່ລາວຈະປະກາດ ເຊິ່ງຈະເຮັດໃຫ້ລາວປະກາດດ້ວຍຄວາມໝັ້ນໃຈ. (ເອເຊກ. 3:14, 15, ລ.ມ.) ຈາກນັ້ນພະເຢໂຫວາກໍບອກໃຫ້ລາວໄປທົ່ງພຽງ “ແລ້ວ [ລາວ] ກໍໄດ້ຮັບພະລັງຈາກພະເຈົ້າ.” (ເອເຊກ. 3:23, 24, ລ.ມ.) ຕອນນີ້ເອເຊກຽນພ້ອມແລ້ວທີ່ຈະເລີ່ມເຮັດວຽກປະກາດ.
ໃນປັດຈຸບັນພະລັງຂອງພະເຈົ້າຊ່ວຍເຮົາໃຫ້ມີກຳລັງ
10. ສິ່ງໃດຊ່ວຍເຮົາໃຫ້ປະກາດຕໍ່ໆໄປໄດ້ ແລະຍ້ອນຫຍັງ?
10 ສິ່ງໃດຊ່ວຍເຮົາໃຫ້ປະກາດຕໍ່ໆໄປໄດ້? ເພື່ອຈະຮູ້ຄຳຕອບ ໃຫ້ເຮົາຄິດເຖິງສິ່ງທີ່ເກີດຂຶ້ນກັບເອເຊກຽນ. ກ່ອນທີ່ລາວຈະເລີ່ມເຮັດວຽກປະກາດ ພະເຈົ້າໄດ້ໃຫ້ພະລັງບໍລິສຸດກັບລາວ. ໃນທຸກມື້ນີ້ກໍຄືກັນ. ເຮົາສາມາດເຮັດວຽກປະກາດໄດ້ຍ້ອນການຊ່ວຍເຫຼືອຈາກພະລັງຂອງພະເຈົ້າ. ຍ້ອນຫຍັງ? ຍ້ອນຊາຕານໂຈມຕີເຮົາເພື່ອໃຫ້ເຮົາເຊົາປະກາດ. (ພນມ. 12:17) ໃນຄວາມຄິດຂອງມະນຸດ ເຮົາບໍ່ມີທາງສູ້ກັບຊາຕານໄດ້. ແຕ່ເມື່ອເຮົາເຮັດວຽກປະກາດ ເຮົາກໍເອົາຊະນະມັນໄດ້! (ພນມ. 12:9-11) ເປັນຫຍັງຈຶ່ງເວົ້າແນວນັ້ນ? ຍ້ອນວ່າເມື່ອເຮົາປະກາດ ກໍສະແດງໃຫ້ເຫັນວ່າເຮົາບໍ່ຢ້ານຊາຕານ. ແລະທຸກເທື່ອທີ່ເຮົາປະກາດ ຊາຕານກໍຮູ້ສຶກວ່າມັນພ່າຍແພ້. ດັ່ງນັ້ນ ການທີ່ເຮົາສາມາດປະກາດຕໍ່ໆໄປໄດ້ເຖິງຈະຖືກຕໍ່ຕ້ານສະແດງໃຫ້ເຫັນຫຍັງ? ສະແດງໃຫ້ເຫັນວ່າ ພະເຢໂຫວາໃຫ້ພະລັງບໍລິສຸດກັບເຮົາແລະພໍໃຈເຮົາ.—ມທ. 5:10-12; 1ປຕ. 4:14
11. ພະລັງຂອງພະເຈົ້າຊ່ວຍເຮົາແນວໃດ ແລະເຮົາຈະໄດ້ຮັບພະລັງນັ້ນຕໍ່ໆໄປໄດ້ແນວໃດ?
11 ເຮົາໄດ້ບົດຮຽນຫຍັງອີກເມື່ອຄິດເຖິງວິທີທີ່ພະເຢໂຫວາໃຫ້ກຳລັງກັບເອເຊກຽນເພື່ອຈະປະກາດຕໍ່ໆໄປໄດ້? ພະລັງຂອງພະເຈົ້າສາມາດຊ່ວຍເຮົາໃຫ້ຜ່ານທຸກບັນຫາທີ່ເຮົາເຈິໃນວຽກປະກາດ. (2ກຣ. 4:7-9) ດັ່ງນັ້ນ ເຮົາຕ້ອງເຮັດຫຍັງແດ່ເພື່ອຈະໄດ້ຮັບພະລັງຂອງພະເຈົ້າ? ເຮົາຕ້ອງອະທິດຖານຂໍພະລັງບໍລິສຸດເລື້ອຍໆ ແລະໝັ້ນໃຈວ່າພະເຢໂຫວາຈະຟັງຄຳອະທິດຖານຂອງເຮົາ. ພະເຢຊູສອນພວກລູກສິດຂອງເພິ່ນໃຫ້ “ຂໍຕໍ່ໄປເລື້ອຍໆ . . . ຊອກຫາຕໍ່ໄປເລື້ອຍໆ . . . ເຄາະຕໍ່ໄປເລື້ອຍໆ” ແລ້ວພະເຈົ້າກໍຈະ “ໃຫ້ພະລັງບໍລິສຸດກັບຄົນທີ່ຂໍນຳເພິ່ນ.”—ລກ. 11:9, 13; ກຈກ. 1:14; 2:4
ຖ້ອຍຄຳຂອງພະເຈົ້າເສີມຄວາມເຊື່ອຂອງເອເຊກຽນ
12. ຕາມເອເຊກຽນ 2:9–3:3 ມ້ວນໜັງສືມາຈາກໃສ ແລະໃນມ້ວນໜັງສືນັ້ນໄດ້ຂຽນຫຍັງ?
12 ພະເຈົ້າໃຫ້ພະລັງບໍລິສຸດກັບເອເຊກຽນເພື່ອໃຫ້ລາວມີຄວາມກ້າທີ່ຈະປະກາດ. ໃນນິມິດເອເຊກຽນເຫັນມືເບື້ອງໜຶ່ງຍື່ນມ້ວນໜັງສືໃຫ້ລາວ. (ອ່ານເອເຊກຽນ 2:9–3:3) ມ້ວນໜັງສືນັ້ນມາຈາກໃສ? ມ້ວນໜັງສືນັ້ນໄດ້ຂຽນຫຍັງ? ແລະມ້ວນໜັງສືນັ້ນຊ່ວຍເອເຊກຽນໃຫ້ມີຄວາມເຊື່ອເຂັ້ມແຂງແນວໃດ? ມ້ວນໜັງສືມາຈາກບັນລັງຂອງພະເຈົ້າ. ອາດເປັນໄປໄດ້ວ່າພະເຈົ້າໄດ້ໃຊ້ທູດສະຫວັນໜຶ່ງໃນ 4 ອົງທີ່ເອເຊກຽນເຫັນກ່ອນໜ້ານີ້ຍື່ນມ້ວນໜັງສືໃຫ້ລາວ. (ເອເຊກ. 1:8; 10:7, 20) ໃນມ້ວນໜັງສືນີ້ມີຄຳພິພາກສາຂອງພະເຢໂຫວາທີ່ເອເຊກຽນຕ້ອງປະກາດກັບຊະເລີຍຄົນຢິວທີ່ດື້ດ້ານ. (ເອເຊກ. 2:7) ຂ່າວຄຳພິພາກສານີ້ຂຽນໃສ່ທັງດ້ານໜ້າແລະດ້ານຫຼັງຂອງມ້ວນໜັງສື.
13. ພະເຢໂຫວາບອກເອເຊກຽນໃຫ້ເຮັດຫຍັງກັບມ້ວນໜັງສື ແລະເປັນຫຍັງມ້ວນໜັງສືນັ້ນຈຶ່ງຫວານ?
13 ພະເຢໂຫວາບອກໃຫ້ເອເຊກຽນກິນມ້ວນໜັງສືແລະ “ກິນຈົນອີ່ມ.” ເອເຊກຽນກໍເຮັດຕາມທີ່ພະເຢໂຫວາບອກໂດຍກິນມ້ວນໜັງສືນັ້ນຈົນໝົດ. ເລື່ອງນີ້ໝາຍຄວາມວ່າແນວໃດ? ໝາຍຄວາມວ່າເອເຊກຽນຕ້ອງເຂົ້າໃຈເລື່ອງທີ່ລາວຈະປະກາດແລະໝັ້ນໃຈເລື່ອງນັ້ນຈົນຢາກຈະປະກາດໃຫ້ຄົນອື່ນຮູ້. ເມື່ອເອເຊກຽນກິນມ້ວນໜັງສືນັ້ນເຂົ້າໄປ ລາວກໍແປກໃຈຫຼາຍ ເພາະມັນ “ຫວານຄືກັບນ້ຳເຜີ້ງ.” (ເອເຊກ. 3:3, ລ.ມ.) ເປັນຫຍັງລາວຈຶ່ງຮູ້ສຶກວ່າມ້ວນໜັງສືນັ້ນຫວານ? ຍ້ອນລາວຖືວ່າເປັນກຽດທີ່ໄດ້ເປັນຕົວແທນຂອງພະເຢໂຫວາ. ແລະເອເຊກຽນກໍຮູ້ສຶກດີໃຈຫຼາຍທີ່ພະເຢໂຫວາເລືອກລາວໃຫ້ເປັນຜູ້ພະຍາກອນຂອງເພິ່ນ.—ເພງ. 19:8-11
14. ສິ່ງໃດຊ່ວຍເອເຊກຽນໃຫ້ພ້ອມທີ່ຈະຮັບເອົາວຽກມອບໝາຍ?
14 ຕໍ່ມາ ພະເຢໂຫວາກໍເວົ້າກັບເອເຊກຽນວ່າ: “ໃຫ້ຕັ້ງໃຈຟັງແລະຈື່ທຸກສິ່ງທີ່ເຮົາເວົ້າກັບເຈົ້າ.” (ເອເຊກ. 3:10, ລ.ມ.) ນີ້ໝາຍຄວາມວ່າ ເອເຊກຽນຕ້ອງພະຍາຍາມຈື່ສິ່ງທີ່ຂຽນໄວ້ໃນມ້ວນໜັງສືແລະຄິດຕຶກຕອງກ່ຽວກັບເລື່ອງນັ້ນ. ການເຮັດແບບນີ້ຈະຊ່ວຍລາວໃຫ້ມີຄວາມເຊື່ອເຂັ້ມແຂງແລະຢາກຈະໄປປະກາດເລື່ອງນີ້ໃຫ້ກັບຄົນອື່ນ. (ເອເຊກ. 3:11) ການທີ່ເອເຊກຽນເຂົ້າໃຈແລະໝັ້ນໃຈເລື່ອງທີ່ຢູ່ໃນມ້ວນໜັງສືນັ້ນ ລາວກໍພ້ອມທີ່ຈະປະກາດແລະຕັ້ງໃຈທີ່ຈະເຮັດວຽກມອບໝາຍນີ້ໃຫ້ສຳເລັດ.—ສົມທຽບກັບຄຳເພງ 19:14
ໃນປັດຈຸບັນຖ້ອຍຄຳຂອງພະເຈົ້າເຮັດໃຫ້ຄວາມເຊື່ອຂອງເຮົາເຂັ້ມແຂງ
15. ເພື່ອຈະອົດທົນໃນການເຮັດວຽກປະກາດຕໍ່ໆໄປໄດ້ ເຮົາຕ້ອງຈື່ຫຍັງ?
15 ເພື່ອເຮົາຈະອົດທົນເຮັດວຽກປະກາດຕໍ່ໆໄປໄດ້ ເຮົາຕ້ອງໃຫ້ຖ້ອຍຄຳຂອງພະເຈົ້າເຊິ່ງຢູ່ໃນຄຳພີໄບເບິນເຮັດໃຫ້ຄວາມເຊື່ອຂອງເຮົາເຂັ້ມແຂງ. ຄືກັບເອເຊກຽນ ເຮົາຕ້ອງ “ຕັ້ງໃຈຟັງແລະຈື່” ທຸກສິ່ງທີ່ພະເຢໂຫວາເວົ້າກັບເຮົາ. ໃນທຸກມື້ນີ້ພະເຢໂຫວາເວົ້າກັບເຮົາຜ່ານທາງຄຳພີໄບເບິນ. ແລ້ວເຮົາຕ້ອງເຮັດແນວໃດເພື່ອຈະໃຫ້ຄຳສອນຂອງພະເຈົ້າມີຜົນຕໍ່ຄວາມຄິດ ຄວາມຮູ້ສຶກ ແລະກະຕຸ້ນເຮົາໃຫ້ລົງມືເຮັດ?
16. ເຮົາຕ້ອງເຮັດແນວໃດເພື່ອຈະເຂົ້າໃຈຖ້ອຍຄຳຂອງພະເຈົ້າ?
16 ເພື່ອຈະມີຮ່າງກາຍທີ່ແຂງແຮງ ເຮົາຕ້ອງກິນອາຫານທີ່ມີປະໂຫຍດ. ຄ້າຍກັນ ເພື່ອຈະມີຄວາມເຊື່ອທີ່ເຂັ້ມແຂງ ເຮົາກໍຕ້ອງອ່ານຄຳພີໄບເບິນແລະຄິດຕຶກຕອງສິ່ງທີ່ອ່ານ. ໃຫ້ເຮົາຄິດເຖິງເລື່ອງມ້ວນໜັງສືທີ່ພະເຢໂຫວາໃຫ້ເອເຊກຽນ. ພະເຢໂຫວາຢາກໃຫ້ເຮົາ “ກິນ” ຖ້ອຍຄຳຂອງເພິ່ນ “ຈົນອີ່ມ” ເຊິ່ງໝາຍຄວາມວ່າ ເຮົາຕ້ອງເຂົ້າໃຈຄຳສອນຂອງເພິ່ນຢ່າງດີ. ເຮົາຈະເຮັດແບບນັ້ນໂດຍອະທິດຖານ ອ່ານຄຳພີໄບເບິນ ແລະຄິດຕຶກຕອງສິ່ງທີ່ໄດ້ອ່ານ. ທຳອິດເຮົາຕ້ອງອະທິດຖານເພື່ອກຽມຫົວໃຈຮັບເອົາຄຳສອນຂອງພະເຈົ້າ. ຈາກນັ້ນໃຫ້ເຮົາອ່ານຄຳພີໄບເບິນ ແລ້ວໃຊ້ເວລາຄິດຕຶກຕອງກ່ຽວກັບສິ່ງທີ່ໄດ້ອ່ານ. ຖ້າເຮົາເຮັດແບບນັ້ນຜົນຈະເປັນແນວໃດ? ແຮ່ງເຮົາຄິດຕຶກຕອງສິ່ງທີ່ໄດ້ອ່ານຫຼາຍເທົ່າໃດ ເຮົາກໍຈະແຮ່ງເຂົ້າໃຈຖ້ອຍຄຳຂອງພະເຈົ້າຫຼາຍຂຶ້ນ ແລະຄວາມເຊື່ອຂອງເຮົາກໍຈະເຂັ້ມແຂງຂຶ້ນ.
17. ເປັນຫຍັງຈຶ່ງສຳຄັນທີ່ຈະອ່ານຄຳພີໄບເບິນແລ້ວຄິດຕຶກຕອງ?
17 ເປັນຫຍັງຈຶ່ງສຳຄັນທີ່ຈະອ່ານຄຳພີໄບເບິນແລ້ວຄິດຕຶກຕອງ? ເພາະມັນຊ່ວຍເຮົາໃຫ້ມີກຳລັງທີ່ຈະປະກາດຂ່າວດີໃນຕອນນີ້ ແລະອີກບໍ່ດົນເຮົາອາດຕ້ອງໄດ້ປະກາດຂ່າວຄຳພິພາກສາທີ່ຮຸນແຮງ. ນອກຈາກນັ້ນ ເມື່ອເຮົາຄິດຕຶກຕອງເຖິງຄຸນລັກສະນະຕ່າງໆຂອງພະເຢໂຫວາ ເຮົາກໍຈະສະໜິດກັບເພິ່ນຫຼາຍຂຶ້ນ. ແລ້ວເຮົາກໍຈະຮູ້ສຶກວ່າຖ້ອຍຄຳຂອງພະເຈົ້າຫວານ ເພາະມັນເຮັດໃຫ້ເຮົາມີຄວາມສຸກແລະສະຫງົບໃຈ.—ເພງ. 119:103
ສິ່ງທີ່ຊ່ວຍເຮົາໃຫ້ອົດທົນ
18. ຄົນໃນເຂດປະກາດຈະຕ້ອງຮູ້ຫຍັງ?
18 ເຖິງເຮົາຈະບໍ່ໄດ້ເປັນຜູ້ພະຍາກອນຄືກັບເອເຊກຽນ ແຕ່ເຮົາກໍຕ້ອງໄດ້ປະກາດສິ່ງທີ່ຢູ່ໃນຄຳພີໄບເບິນຕໍ່ໆໄປຈົນກວ່າພະເຢໂຫວາຈະບອກວ່າພໍແລ້ວ. ເມື່ອວັນພິພາກສາຂອງພະເຢໂຫວາມາຮອດ ຜູ້ຄົນໃນເຂດກໍຈະແກ້ໂຕບໍ່ໄດ້ວ່າ ເຂົາເຈົ້າບໍ່ໄດ້ຍິນຄຳເຕືອນຫຼືພະເຈົ້າບໍ່ສົນໃຈເຂົາເຈົ້າ. (ເອເຊກ. 3:19; 18:23) ແທນທີ່ຈະເປັນແບບນັ້ນ ເຂົາເຈົ້າຈະຮູ້ວ່າເລື່ອງທີ່ເຮົາປະກາດມາຈາກພະເຈົ້າແທ້ໆ.
19. ສິ່ງໃດຈະຊ່ວຍເຮົາໃຫ້ເຮັດວຽກປະກາດໄດ້ສຳເລັດ?
19 ສິ່ງໃດຈະຊ່ວຍເຮົາໃຫ້ເຮັດວຽກປະກາດໄດ້ສຳເລັດ? ຄືກັບສາມຢ່າງທີ່ຊ່ວຍເອເຊກຽນໃຫ້ເຮັດວຽກຮັບໃຊ້ໄດ້ສຳເລັດ ເຮົາກໍສາມາດປະກາດຕໍ່ໆໄປໄດ້ ຍ້ອນເຮົາຮູ້ວ່າພະເຢໂຫວາເປັນຜູ້ສົ່ງເຮົາໄປ ເຮົາໄດ້ຮັບພະລັງບໍລິສຸດຈາກພະເຢໂຫວາ ແລະຖ້ອຍຄຳຂອງພະເຢໂຫວາຊ່ວຍເຮົາໃຫ້ມີຄວາມເຊື່ອເຂັ້ມແຂງ. ຍ້ອນພະເຢໂຫວາຊ່ວຍເຫຼືອເຮົາ ເຮົາຈຶ່ງສາມາດເຮັດວຽກປະກາດຕໍ່ໆໄປໄດ້ແລະອົດທົນ “ຈົນເຖິງທີ່ສຸດ.”—ມທ. 24:13
ເພງ 65 ກ້າວໜ້າຕໍ່ຕໍ່ໄປ!
a ໃນບົດຄວາມນີ້ເຮົາຈະມາເບິ່ງສາມຢ່າງທີ່ພະເຢໂຫວາຊ່ວຍໃຫ້ເອເຊກຽນເຮັດວຽກປະກາດໄດ້ສຳເລັດ. ເມື່ອເຮົາເຫັນວ່າພະເຢໂຫວາຊ່ວຍຜູ້ພະຍາກອນຂອງເພິ່ນແນວໃດ ເຮົາກໍຈະໝັ້ນໃຈວ່າພະເຢໂຫວາຈະຊ່ວຍເຮົາໃຫ້ເຮັດວຽກປະກາດໄດ້ສຳເລັດຄືກັນ.