ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຄວາມ​ສຶກສາ​ທີ 46

ພະເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ອົດທົນ​ຢ່າງ​ມີ​ຄວາມສຸກ​ໄດ້​ແນວໃດ

ພະເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ອົດທົນ​ຢ່າງ​ມີ​ຄວາມສຸກ​ໄດ້​ແນວໃດ

“ພະເຢໂຫວາ​ຍັງ​ລໍ​ຖ້າ​ມື້​ທີ່​ຈະ​ໄດ້​ຊ່ວຍ​ພວກເຈົ້າ ແລະ​ເພິ່ນ​ຈະ​ເມດຕາ​ພວກເຈົ້າ​ແທ້ໆ.”—ເອຊາ. 30:18, ລ.ມ.

ເພງ 3 ເປັນ​ກຳລັງ ຄວາມຫວັງ ແລະ​ຄວາມ​ໝັ້ນໃຈ​ຂອງ​ເຮົາ

ໃຈ​ຄວາມ​ສຳຄັນ a

1-2. (ກ) ເຮົາ​ຈະ​ຕອບ​ຄຳຖາມ​ຫຍັງ​ໃນ​ບົດຄວາມ​ນີ້? (ຂ) ມີ​ຫຍັງ​ທີ່​ສະແດງ​ວ່າ​ພະເຢໂຫວາ​ຢາກ​ຊ່ວຍ​ເຮົາ​ແທ້ໆ?

 ພະເຢໂຫວາ​ສາມາດ​ຊ່ວຍ​ເຮົາ​ໃຫ້​ອົດທົນ​ກັບ​ບັນຫາ​ຕ່າງໆ​ໃນ​ຊີວິດ​ແລະ​ມີ​ຄວາມສຸກ​ໃນ​ການຮັບໃຊ້​ເພິ່ນ. ແລ້ວ​ເພິ່ນ​ຈະ​ຊ່ວຍ​ເຮົາ​ໂດຍ​ວິທີ​ໃດ? ແລະ​ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ແນວໃດ​ຈາກ​ສິ່ງ​ທີ່​ພະເຢໂຫວາ​ຊ່ວຍ​ເຮົາ? ໃນ​ບົດຄວາມ​ນີ້​ຈະ​ຕອບ​ຄຳຖາມ​ເຫຼົ່ານີ້. ແຕ່​ກ່ອນ​ອື່ນ ໃຫ້​ເຮົາ​ມາ​ຕອບ​ຄຳຖາມ​ທີ່​ວ່າ ພະເຢໂຫວາ​ຢາກ​ຊ່ວຍ​ເຮົາ​ແທ້ໆ​ບໍ?

2 ເພື່ອ​ຈະ​ຮູ້​ຄຳຕອບ ໃຫ້​ເຮົາ​ມາ​ເບິ່ງ​ຈົດໝາຍ​ທີ່​ອັກຄະສາວົກ​ໂປໂລ​ຂຽນ​ເຖິງ​ພີ່ນ້ອງ​ຄົນ​ເຮັບເຣີ. ໂປໂລ​ຂຽນ​ວ່າ: “ພະເຢໂຫວາ​ເປັນ​ຜູ້​ຊ່ວຍເຫຼືອ ຂ້ອຍ ຂ້ອຍ​ຈະ​ບໍ່​ຢ້ານ​ຫຍັງ ມະນຸດ​ຈະ​ເຮັດ​ຫຍັງ​ຂ້ອຍ​ໄດ້?” (ຮຣ. 13:6) ປຶ້ມ​ຄົ້ນຄວ້າ​ເລື່ອງ​ຄຳພີໄບເບິນ​ບອກ​ວ່າ ຄຳ​ວ່າ “ຜູ້​ຊ່ວຍເຫຼືອ” ທີ່​ໃຊ້​ໃນ​ຂໍ້​ນີ້​ໝາຍເຖິງ​ຜູ້​ທີ່​ແລ່ນ​ມາ​ຊ່ວຍ​ຄົນ​ທີ່​ຮ້ອງ​ຂໍ​ຄວາມ​ຊ່ວຍເຫຼືອ. ລອງ​ນຶກພາບ​ວ່າ ພະເຢໂຫວາ​ກຳລັງ​ຟ້າວ​ມາ​ຊ່ວຍ​ຜູ້​ທີ່​ຢູ່​ໃນ​ສະພາບການ​ແບບນັ້ນ. ຂໍ້​ນີ້​ສະແດງ​ໃຫ້​ເຫັນ​ວ່າ ພະເຢໂຫວາ​ຢາກ​ຊ່ວຍ​ເຮົາ​ແທ້ໆ! ແລະ​ຖ້າ​ເພິ່ນ​ຊ່ວຍ​ເຮົາ ເຮົາ​ກໍ​ຈະ​ອົດທົນ​ກັບ​ບັນຫາ​ຕ່າງໆ​ຢ່າງ​ມີ​ຄວາມສຸກ​ໄດ້.

3. ພະເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ອົດທົນ​ຢ່າງ​ມີ​ຄວາມສຸກ​ໃນ​ສາມ​ວິທີ​ໃດ​ແດ່?

3 ພະເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ອົດທົນ​ກັບ​ບັນຫາ​ຕ່າງໆ​ຢ່າງ​ມີ​ຄວາມສຸກ​ໂດຍ​ວິທີ​ໃດ​ແດ່? ເພື່ອ​ຈະ​ຮູ້​ຄຳຕອບ​ໃຫ້​ເຮົາ​ມາ​ເບິ່ງ​ປຶ້ມ​ເອຊາອີ ເພາະ​ວ່າ​ປຶ້ມ​ນີ້​ມີ​ຄຳ​ພະຍາກອນ​ຫຼາຍ​ຢ່າງ​ທີ່​ພະເຢໂຫວາ​ດົນ​ໃຈ​ໃຫ້​ເອຊາຢາ​ຂຽນ​ເຊິ່ງ​ໃຊ້​ໄດ້​ກັບ​ຜູ້​ຮັບໃຊ້​ຂອງ​ພະເຢໂຫວາ​ໃນ​ທຸກ​ມື້​ນີ້. ນອກຈາກນັ້ນ ເອຊາຢາ​ຍັງ​ມັກ​ເວົ້າ​ເຖິງ​ພະເຢໂຫວາ​ໂດຍ​ໃຊ້​ຄຳເວົ້າ​ທີ່​ເຂົ້າໃຈ​ງ່າຍ. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ໜຶ່ງ​ນຳ​ກັນ​ໃນ​ປຶ້ມ​ເອຊາອີ​ບົດທີ 30. ໃນ​ບົດ​ນີ້ ເອຊາຢາ​ໃຊ້​ພາບ​ປຽບທຽບ​ໃຫ້​ເຫັນ​ວິທີ​ທີ່​ພະເຢໂຫວາ​ຊ່ວຍ​ເຮົາ​ເຊິ່ງ​ເປັນ​ປະຊາຊົນ​ຂອງ​ເພິ່ນ​ໂດຍ: (1) ຕັ້ງໃຈ​ຟັງ​ແລະ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ (2) ຊີ້ນຳ​ເຮົາ ແລະ (3) ອວຍພອນ​ເຮົາ​ທັງ​ໃນ​ຕອນນີ້​ແລະ​ໃນ​ອະນາຄົດ. ໃຫ້​ເຮົາ​ມາ​ເບິ່ງ​ວ່າ ພະເຢໂຫວາ​ໄດ້​ຊ່ວຍ​ເຮົາ​ໃນ​ສາມ​ວິທີ​ນີ້​ແນວໃດ.

ພະເຢໂຫວາ​ຟັງ​ເຮົາ

4. (ກ) ພະເຢໂຫວາ​ໄດ້​ເວົ້າ​ເຖິງ​ຄົນ​ຢິວ​ໃນ​ສະໄໝ​ຂອງ​ເອຊາຢາ​ແນວໃດ ແລະ​ເພິ່ນ​ຍອມ​ໃຫ້​ເກີດ​ຫຍັງ​ຂຶ້ນ? (ຂ) ພະເຢໂຫວາ​ໄດ້​ໃຫ້​ຄວາມຫວັງ​ຫຍັງ​ກັບ​ຄົນ​ທີ່​ສັດຊື່? (ເອຊາອີ 30:18, 19)

4 ໃນ​ຂໍ້​ທຳອິດ​ຂອງ​ເອຊາອີ​ບົດທີ 30 ພະເຢໂຫວາ​ເວົ້າ​ເຖິງ​ຄົນ​ຢິວ​ວ່າ ເປັນ “ພວກ​ລູກ​ທີ່​ດື້​ດ້ານ” ທີ່ “ເຮັດ​ຜິດ​ຫຼາຍ​ຂຶ້ນ.” ແລະ​ເພິ່ນ​ຍັງ​ເວົ້າ​ອີກ​ວ່າ “ເຂົາເຈົ້າ​ເປັນ​ຊາດ​ທີ່​ກະບົດ . . . ແລະ​ເປັນ​ລູກ​ທີ່​ບໍ່​ຢາກ​ເຊື່ອຟັງ​ກົດໝາຍ​ຂອງ​ພະເຢໂຫວາ.” (ເອຊາ. 30:1, 9, ລ.ມ.) ຍ້ອນ​ເຂົາເຈົ້າ​ບໍ່​ເຊື່ອຟັງ​ພະເຢໂຫວາ ເອຊາຢາ​ຈຶ່ງ​ບອກ​ລ່ວງ​ໜ້າ​ວ່າ​ພະເຢໂຫວາ​ຈະ​ຍອມ​ໃຫ້​ເຂົາເຈົ້າ​ເຈິ​ຫາ​ຍາ​ນະ ແລະ​ເລື່ອງ​ນີ້​ກໍ​ໄດ້​ເກີດ​ຂຶ້ນ​ແທ້​ຕອນ​ທີ່​ເຂົາເຈົ້າ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ຢູ່​ບາບີໂລນ. (ເອຊາ. 30:5, 17; ຢເຣ. 25:8-11) ແຕ່​ກໍ​ຍັງ​ມີ​ບາງຄົນ​ທີ່​ສັດຊື່​ຕໍ່​ພະເຢໂຫວາ. ເອຊາຢາ​ຈຶ່ງ​ສົ່ງ​ຂ່າວ​ທີ່​ໃຫ້​ຄວາມຫວັງ​ກັບ​ຄົນ​ເຫຼົ່າ​ນັ້ນ​ວ່າ ມື້​ໜຶ່ງ​ພະເຢໂຫວາ​ຈະ​ໃຫ້​ເຂົາເຈົ້າ​ກັບ​ຄືນ​ມາ​ເຢຣູຊາເລັມ​ອີກ. (ອ່ານ​ເອຊາອີ 30:18, 19) ພະເຢໂຫວາ​ໄດ້​ເຮັດ​ຕາມ​ສັນຍາ​ແທ້ໆ. ແຕ່​ເພິ່ນ​ບໍ່​ໄດ້​ຊ່ວຍ​ເຂົາເຈົ້າ​ທັນທີ ເພາະ​ຄຳ​ວ່າ “ພະເຢໂຫວາ​ຍັງ​ລໍ​ຖ້າ​ມື້​ທີ່​ຈະ​ຊ່ວຍ​ພວກເຈົ້າ” ສະແດງ​ວ່າ​ເຂົາເຈົ້າ​ຕ້ອງ​ລໍ​ຖ້າ​ຫຼາຍ​ປີ​ກວ່າ​ຈະ​ໄດ້​ກັບ​ຄືນ​ມາ​ບ້ານ​ເກີດ​ເມືອງ​ນອນ. (ເອຊາ. 10:21; ຢເຣ. 29:10) ທີ່​ຈິງ ຊາວ​ອິດສະຣາເອນ​ເປັນ​ຊະເລີຍ​ຢູ່​ບາບີໂລນ 70 ປີ ກ່ອນ​ທີ່​ຈະ​ໄດ້​ກັບ​ມາ​ເຢຣູຊາເລັມ. ເມື່ອ​ເຂົາເຈົ້າ​ກັບ​ມາ​ຮອດ​ບ້ານ​ເກີດ​ເມືອງ​ນອນ​ທີ່​ຢູ່​ໃນ​ເຢຣູຊາເລັມ ເຂົາເຈົ້າ​ກໍ​ດີໃຈ​ຫຼາຍ​ຈົນ​ຮ້ອງໄຫ້​ອອກ​ມາ.

5. ເອຊາອີ 30:19 ຮັບຮອງ​ຫຍັງ​ກັບ​ເຮົາ?

5 ໃນ​ທຸກ​ມື້​ນີ້​ເຮົາ​ໄດ້​ຮັບ​ກຳລັງໃຈ​ຈາກ​ຄຳເວົ້າ​ທີ່​ວ່າ: “ພະອົງ​ຈະ​ຊ່ວຍ​ເມື່ອ​ໄດ້​ຍິນ​ທີ່​ພວກເຈົ້າ​ຮ້ອງ​ຂໍ.” (ເອຊາ. 30:19, ລ.ມ.) ເອຊາຢາ​ຮັບຮອງ​ກັບ​ເຮົາ​ວ່າ ພະເຢໂຫວາ​ຈະ​ຟັງ​ເຮົາ​ເມື່ອ​ເຮົາ​ຮ້ອງ​ຂໍ​ຄວາມ​ຊ່ວຍເຫຼືອ​ຈາກ​ເພິ່ນ. ແລະ​ເພິ່ນ​ຈະ​ຕອບ​ເຮົາ​ທັນທີ ເພາະ​ເອຊາຢາ​ເວົ້າ​ຕື່ມ​ອີກ​ວ່າ: “ພະອົງ​ຈະ​ຕອບ​ພວກເຈົ້າ​ທັນທີ​ທີ່​ໄດ້​ຍິນ.” ຄຳເວົ້າ​ນີ້​ເຕືອນ​ເຮົາ​ໃຫ້​ຮູ້​ວ່າ ພະເຢໂຫວາ​ຢາກ​ຊ່ວຍ​ຜູ້​ທີ່​ຂໍ​ຄວາມ​ຊ່ວຍເຫຼືອ​ຈາກ​ເພິ່ນ​ແທ້ໆ. ການ​ຮູ້​ເລື່ອງ​ນີ້​ຊ່ວຍ​ເຮົາ​ໃຫ້​ອົດທົນ​ກັບ​ບັນຫາ​ຕ່າງໆ​ແລະ​ຍັງ​ມີ​ຄວາມສຸກ​ໄດ້.

6. ຄຳເວົ້າ​ຂອງ​ເອຊາຢາ​ສະແດງ​ໃຫ້​ເຫັນ​ແນວໃດ​ວ່າ ພະເຢໂຫວາ​ຟັງ​ຄຳ​ອະທິດຖານ​ຂອງ​ເຮົາ​ແຕ່​ລະ​ຄົນ?

6 ຂໍ້​ຄຳພີ​ນີ້​ຍັງ​ຮັບຮອງ​ຫຍັງ​ກັບ​ເຮົາ​ອີກ​ໃນ​ເລື່ອງ​ການ​ອະທິດຖານ? ພະເຢໂຫວາ​ສົນໃຈ​ຄຳ​ອະທິດຖານ​ຂອງ​ເຮົາ​ແຕ່​ລະ​ຄົນ​ເປັນ​ສ່ວນ​ຕົວ. ເປັນຫຍັງ​ຈຶ່ງ​ເວົ້າ​ແນວ​ນັ້ນ? ໃນ​ຕອນ​ຕົ້ນ​ຂອງ​ເອຊາອີ​ບົດທີ 30 ມີ​ການ​ໃຊ້​ຄຳ​ວ່າ “ພວກເຈົ້າ” ເພາະ​ພະເຢໂຫວາ​ກຳລັງ​ເວົ້າ​ກັບ​ປະຊາຊົນ​ເປັນ​ກຸ່ມ. ແຕ່​ໃນ​ຂໍ້​ທີ 19 ໃຊ້​ຄຳ​ວ່າ “ເຈົ້າ” ເພາະ​ພະເຢໂຫວາ​ຢາກ​ເວົ້າ​ກັບ​ແຕ່​ລະ​ຄົນ​ເປັນ​ສ່ວນ​ຕົວ. ເອຊາຢາ​ບອກ​ວ່າ: “ເຈົ້າ ຈະ​ບໍ່​ຮ້ອງໄຫ້​ອີກ” “ພະອົງ​ຈະ​ຊ່ວຍ​ເມື່ອ​ໄດ້​ຍິນ​ເຈົ້າ ຮ້ອງ​ຂໍ” “ພະອົງ​ຈະ​ຕອບ​ເຈົ້າ ທັນທີ​ທີ່​ໄດ້​ຍິນ.” ຍ້ອນ​ພະເຢໂຫວາ​ເປັນ​ພະເຈົ້າ​ທີ່​ມີ​ຄວາມ​ຮັກ ເພິ່ນ​ຈຶ່ງ​ບໍ່​ເຄີຍ​ບອກ​ລູກ​ຊາຍ​ຫຼື​ລູກສາວ​ທີ່​ທໍ້ໃຈ​ວ່າ “ເປັນຫຍັງ​ຈຶ່ງ​ບໍ່​ເຂັ້ມແຂງ​ຄື​ອ້າຍ​ຄື​ເອື້ອຍ​ແດ່?” ແທນ​ທີ່​ຈະ​ເປັນ​ແບບນັ້ນ ພະເຢໂຫວາ​ສົນໃຈ​ເຮົາ​ແຕ່​ລະ​ຄົນ​ແລະ​ຟັງ​ຄຳ​ອະທິດຖານ​ຂອງ​ເຮົາ​ແຕ່​ລະ​ຄົນ​ເປັນ​ສ່ວນ​ຕົວ.—ເພງ. 116:1; ເອຊາ. 57:15, ລ.ມ.

ເອຊາຢາ​ໝາຍ​ຄວາມ​ວ່າ​ແນວໃດ​ເມື່ອ​ລາວ​ບອກ​ວ່າ “ຢ່າ​ໃຫ້ [ພະເຢໂຫວາ] ຢຸດ​ພັກ”? (ເບິ່ງ​ຂໍ້ 7)

7. ເອຊາຢາ​ແລະ​ພະເຢຊູ​ເນັ້ນ​ເຖິງ​ການ​ອະທິດຖານ​ເລື້ອຍໆ​ແນວໃດ?

7 ເມື່ອ​ເຮົາ​ອະທິດຖານ​ເຖິງ​ພະເຢໂຫວາ​ແລະ​ບອກ​ເລື່ອງ​ທີ່​ເຮົາ​ກັງວົນ ພະເຢໂຫວາ​ອາດຈະ​ໃຫ້​ເຮົາ​ມີ​ກຳລັງ​ທັນທີ​ເພື່ອ​ຈະ​ອົດທົນ​ກັບ​ບັນຫາ​ນັ້ນ​ໄດ້. ແຕ່​ຖ້າ​ບັນຫາ​ທີ່​ເຮົາ​ເຈິ​ບໍ່​ໄດ້​ໝົດ​ໄປ​ແບບ​ທີ່​ເຮົາ​ຫວັງ​ໄວ້​ເດ? ເຮົາ​ກໍ​ຕ້ອງ​ອະທິດຖານ​ຂໍ​ກຳລັງ​ຈາກ​ພະເຢໂຫວາ​ເລື້ອຍໆ ເພາະ​ເພິ່ນ​ຢາກ​ໃຫ້​ເຮົາ​ເຮັດ​ແບບນັ້ນ. ເຮົາ​ເຫັນ​ເລື່ອງ​ນີ້​ໄດ້​ຈາກ​ຄຳເວົ້າ​ຂອງ​ເອຊາຢາ​ທີ່​ວ່າ: “ຢ່າ​ໃຫ້ [ພະເຢໂຫວາ] ຢຸດ​ພັກ.” (ເອຊາ. 62:7, ລ.ມ.) ຂໍ້​ນີ້​ໝາຍ​ຄວາມ​ວ່າ​ແນວໃດ? ໝາຍ​ຄວາມ​ວ່າ​ເຮົາ​ຄວນ​ອະທິດຖານ​ເຖິງ​ພະເຢໂຫວາ​ເລື້ອຍໆ​ເຊິ່ງ​ເປັນ​ຄື​ກັບ​ວ່າ​ເຮົາ​ບໍ່​ຢາກ​ໃຫ້​ເພິ່ນ​ຢຸດ​ພັກ. ຄຳເວົ້າ​ຂອງ​ເອຊາຢາ​ເຮັດ​ໃຫ້​ເຮົາ​ຄິດເຖິງ​ຕົວຢ່າງ​ປຽບທຽບ​ຂອງ​ພະເຢຊູ​ທີ່​ຢູ່​ໃນ​ລູກາ 11:8-10, 13. ພະເຢຊູ​ແນະນຳ​ເຮົາ​ໃຫ້​ອະທິດຖານ​ແບບ “ບໍ່​ເຊົາ” ແລະ “ຂໍ​ຕໍ່ໄປ​ເລື້ອຍໆ” ເພື່ອ​ຈະ​ໄດ້​ຮັບ​ພະລັງບໍລິສຸດ. ນອກຈາກນັ້ນ ເຮົາ​ຍັງ​ສາມາດ​ອະທິດຖານ​ຂໍ​ພະເຢໂຫວາ​ຊ່ວຍ​ຊີ້ນຳ​ເຮົາ​ໃຫ້​ຕັດສິນໃຈ​ໄດ້​ຢ່າງ​ຖືກຕ້ອງ.

ພະເຢໂຫວາ​ຊີ້ນຳ​ເຮົາ

8. ຄຳເວົ້າ​ໃນ​ເອຊາອີ 30:20, 21 ເກີດ​ຂຶ້ນ​ແທ້​ກັບ​ຊາວ​ອິດສະຣາເອນ​ໃນ​ສະໄໝ​ກ່ອນ​ແນວໃດ?

8 ອ່ານ​ເອຊາອີ 30:20, 21, ລ.ມ. ເມື່ອ​ກອງ​ທັບ​ບາບີໂລນ​ມາ​ໂຈມຕີ​ເມືອງ​ເຢຣູຊາເລັມ​ເປັນ​ເວລາ​ປີ​ເຄິ່ງ ຄົນ​ໃນ​ເມືອງ​ນັ້ນ​ຈຶ່ງ​ເຈິ​ຄວາມ​ລຳບາກ​ເລື້ອຍໆ​ຈົນ​ກາຍ​ເປັນ​ເລື່ອງ​ທຳມະດາ​ຄື​ກັບ​ການ​ກິນ​ອາຫານ​ແລະ​ນ້ຳ. ແຕ່​ໃນ​ຂໍ້ 20 ແລະ 21 ພະເຢໂຫວາ​ສັນຍາ​ວ່າ ຖ້າ​ເຂົາເຈົ້າ​ກັບໃຈ​ແລະ​ປ່ຽນແປງ​ຕົວເອງ ເພິ່ນ​ຈະ​ຊ່ວຍ​ເຂົາເຈົ້າ​ໃຫ້​ລອດ. ເອຊາຢາ​ບອກ​ວ່າ ພະເຢໂຫວາ​ເປັນ “ຄູ​ອົງ​ຍິ່ງໃຫຍ່” ແລະ​ສັນຍາ​ວ່າ​ເພິ່ນ​ຈະ​ສອນ​ເຂົາເຈົ້າ​ໃຫ້​ຮູ້​ວິທີ​ນະມັດສະການ​ເພິ່ນ​ໃນ​ແບບ​ທີ່​ເພິ່ນ​ຍອມຮັບ. ເລື່ອງ​ນີ້​ໄດ້​ເກີດ​ຂຶ້ນ​ແທ້​ຕອນ​ທີ່​ເຂົາເຈົ້າ​ກັບ​ມາ​ຈາກ​ການ​ເປັນ​ຊະເລີຍ​ຢູ່​ບາບີໂລນ. ພະເຢໂຫວາ​ເປັນ​ຄູ​ອົງ​ຍິ່ງໃຫຍ່​ແລະ​ໄດ້​ຊີ້ນຳ​ເຂົາເຈົ້າ​ໃຫ້​ຟື້ນຟູ​ການ​ນະມັດສະການ​ແທ້. ໃນ​ທຸກ​ມື້​ນີ້ ເຮົາ​ກໍ​ໄດ້​ຮັບ​ພອນ​ແລະ​ສິ່ງ​ດີໆ​ຫຼາຍ​ຢ່າງ​ຈາກ​ການ​ທີ່​ພະເຢໂຫວາ​ເປັນ​ຄູ​ອົງ​ຍິ່ງໃຫຍ່.

9. ວິທີ​ໜຶ່ງ​ທີ່​ພະເຢໂຫວາ​ຊີ້ນຳ​ເຮົາ​ໃນ​ທຸກ​ມື້​ນີ້​ແມ່ນ​ຫຍັງ?

9 ເອຊາຢາ​ໃຊ້​ພາບ​ປຽບທຽບ​ວ່າ ເຮົາ​ເປັນ​ຄື​ກັບ​ນັກຮຽນ​ແລະ​ພະເຢໂຫວາ​ເປັນ​ຄູ​ສອນ. ພະເຢໂຫວາສອນ​ເຮົາ​ໃນ​ສອງ​ວິທີ. ວິທີ​ທຳອິດ ເອຊາຢາ​ບອກ​ວ່າ: “ພວກເຈົ້າ​ຈະ​ເຫັນ​ຄູ​ອົງ​ນີ້​ດ້ວຍ​ຕາ​ໂຕເອງ.” ນີ້​ເຮັດ​ໃຫ້​ເຮົາ​ເຫັນ​ພາບ​ວ່າ ຄູ​ອົງ​ຍິ່ງໃຫຍ່​ກຳລັງ​ຢືນ​ຢູ່​ຕໍ່​ໜ້າ​ນັກ​ຮຽນ. ເຮົາ​ມີ​ສິດທິພິເສດ​ທີ່​ໄດ້​ຮັບ​ປະໂຫຍດ​ຈາກ​ການສອນ​ຂອງ​ພະເຢໂຫວາ​ໃນ​ທຸກ​ມື້​ນີ້. ເຮົາ​ໄດ້​ຮັບ​ຄຳແນະນຳ​ທີ່​ຈະ​ແຈ້ງ​ຜ່ານ​ທາງ​ອົງການ​ຂອງ​ພະເຢໂຫວາ​ແລະ​ອົງການ​ນີ້​ກໍ​ສອນ​ເຮົາ​ໂດຍ​ທາງ​ການ​ປະຊຸມ​ປະຈຳ​ປະຊາຄົມ ການ​ປະຊຸມ​ພາກ ປຶ້ມ​ແລະ​ສື່​ຕ່າງໆ ລາຍການ​ໂທລະທັດ JW ແລະ​ສິ່ງ​ອື່ນໆ​ອີກ​ຫຼາຍ​ຢ່າງ​ທີ່​ຊ່ວຍ​ເຮົາ​ໃຫ້​ອົດທົນ​ກັບ​ບັນຫາ​ຕ່າງໆ​ແລະ​ຍັງ​ມີ​ຄວາມສຸກ​ໄດ້.

10. ເຮົາ​ໄດ້ “ຍິນ​ສຽງ​ຈາກ​ທາງ​ຫຼັງ” ຂອງ​ເຮົາ​ແນວໃດ?

10 ເອຊາຢາ​ເວົ້າ​ເຖິງ​ວິທີ​ທີ​ສອງ​ທີ່ພະເຢໂຫວາ​ສອນ​ເຮົາ​ວ່າ: “ພວກເຈົ້າ​ຈະ​ໄດ້​ຍິນ​ສຽງ​ຈາກ​ທາງ​ຫຼັງ.” ເອຊາຢາ​ໃຊ້​ພາບ​ປຽບທຽບ​ວ່າ​ພະເຢໂຫວາ​ເປັນ​ຄື​ກັບ​ຄູ​ສອນ​ທີ່​ໃສ່​ໃຈ​ນັກ​ຮຽນ​ແລະ​ກຳລັງ​ຍ່າງ​ຢູ່​ທາງ​ຫຼັງ​ເພື່ອ​ບອກ​ທິດ​ທາງ​ທີ່​ນັກ​ຮຽນ​ຄວນ​ໄປ. ໃນ​ທຸກ​ມື້​ນີ້ ເຮົາ​ກໍ​ໄດ້​ຍິນ​ສຽງ​ຂອງ​ພະເຢໂຫວາ​ຈາກ​ທາງ​ຫຼັງ​ເຮົາ​ຄື​ກັນ. ເປັນ​ແບບນັ້ນ​ໄດ້​ແນວໃດ? ກໍ​ຍ້ອນ​ວ່າ​ຄຳພີໄບເບິນ​ເປັນ​ປຶ້ມ​ທີ່​ພະເຈົ້າ​ດົນ​ໃຈ​ໃຫ້​ຂຽນ​ມາ​ຫຼາຍ​ປີ​ແລ້ວ. ດັ່ງນັ້ນ ເມື່ອ​ເຮົາ​ອ່ານ​ຄຳພີໄບເບິນ​ກໍ​ເປັນ​ຄື​ກັບ​ວ່າ​ເຮົາ​ໄດ້​ຍິນ​ສຽງ​ຂອງ​ພະເຢໂຫວາ​ຈາກ​ທາງ​ຫຼັງ​ເຮົາ.—ເອຊາ. 51:4

11. ເພື່ອ​ຈະ​ອົດທົນ​ຢ່າງ​ມີ​ຄວາມສຸກ ເຮົາ​ຕ້ອງ​ເຮັດ​ສອງ​ຢ່າງ​ຫຍັງ​ແດ່ ແລະ​ຍ້ອນຫຍັງ?

11 ເຮົາ​ຕ້ອງ​ເຮັດ​ແນວໃດ​ເພື່ອ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຊີ້ນຳ​ຂອງ​ພະເຢໂຫວາ​ຜ່ານ​ທາງ​ອົງການ​ແລະ​ຄຳພີໄບເບິນ? ເອຊາຢາ​ເວົ້າ​ເຖິງ​ສອງ​ຢ່າງ. ທຳອິດ​ແມ່ນ “ທາງ​ທີ່​ຖືກຕ້ອງ​ຢູ່​ພີ້.” ທີ​ສອງ “ໃຫ້​ຍ່າງ​ໄປ​ທາງ​ນີ້.” (ເອຊາ. 30:21, ລ.ມ.) ເຫັນ​ໄດ້​ວ່າ​ການ​ຮູ້ຈັກ​ທາງ​ທີ່​ຖືກຕ້ອງ​ຍັງ​ບໍ່​ພໍ ແຕ່​ເຮົາ​ຕ້ອງ​ຍ່າງ​ຢູ່​ໃນ​ທາງ​ນັ້ນ​ນຳ. ຄຳພີໄບເບິນ​ແລະ​ອົງການ​ຂອງ​ພະເຢໂຫວາ​ສອນ​ເຮົາ​ໃຫ້​ຮູ້​ວ່າ ພະເຢໂຫວາ​ຢາກ​ໃຫ້​ເຮົາ​ເຮັດ​ຫຍັງ​ແດ່. ແຕ່​ເຮົາ​ກໍ​ຕ້ອງ​ເຮັດ​ຕາມ​ສິ່ງ​ທີ່​ໄດ້​ຮຽນຮູ້​ນຳ. ເມື່ອ​ເຮົາ​ເຮັດ​ທັງ​ສອງ​ຢ່າງ​ນີ້ ເຮົາ​ກໍ​ຈະ​ອົດທົນ​ກັບ​ບັນຫາ​ຕ່າງໆ​ແລະ​ມີ​ຄວາມສຸກ​ໄດ້. ແລ້ວ​ເຮົາ​ກໍ​ຈະ​ໝັ້ນໃຈ​ວ່າ​ພະເຢໂຫວາ​ຈະ​ອວຍພອນ​ເຮົາ.

ພະເຢໂຫວາ​ອວຍພອນ​ເຮົາ

12. ເອຊາອີ 30:23-26 ພະເຢໂຫວາ​ຈະ​ອວຍພອນ​ປະຊາຊົນ​ຂອງ​ເພິ່ນ​ແນວໃດ?

12 ອ່ານ​ເອຊາຢາ 30:23-26. ຄຳ​ພະຍາກອນ​ນີ້​ໄດ້​ສຳເລັດ​ເປັນຈິງ​ແນວໃດ​ກັບ​ຄົນ​ຢິວ​ທີ່​ກັບ​ມາ​ຈາກ​ການ​ເປັນ​ຊະເລີຍ​ຢູ່​ບາບີໂລນ? ເຂົາເຈົ້າ​ໄດ້​ຮັບ​ພອນ​ຫຼາຍ​ຢ່າງ​ທາງ​ດ້ານ​ຮ່າງກາຍ​ແລະ​ທາງ​ຄວາມເຊື່ອ. ພະເຢໂຫວາ​ໃຫ້​ເຂົາເຈົ້າ​ມີ​ອາຫານ​ກິນ​ຢ່າງ​ອຸດົມ​ສົມບູນ. ແຕ່​ທີ່​ສຳຄັນ​ກວ່າ​ນັ້ນ​ແມ່ນ​ພະເຢໂຫວາ​ໃຫ້​ເຂົາເຈົ້າ​ມີ​ຫຼາຍ​ຢ່າງ​ເພື່ອ​ຈະ​ສະໜິດ​ກັບ​ເພິ່ນ​ແລະ​ເລີ່ມ​ນະມັດສະການ​ເພິ່ນ​ໃນ​ແບບ​ທີ່​ຖືກຕ້ອງ. ເຂົາເຈົ້າ​ໄດ້​ຮັບ​ພອນ​ແລະ​ສິ່ງ​ທີ່​ດີ​ຫຼາຍ​ຢ່າງ​ແບບ​ທີ່​ບໍ່​ເຄີຍ​ໄດ້​ຮັບ​ມາ​ກ່ອນ. ຄື​ກັບ​ທີ່​ຂໍ້ 26 ບອກ​ວ່າ ພະເຢໂຫວາ​ໃຫ້​ເຂົາເຈົ້າ​ມີ​ແສງ​ສະຫວ່າງ​ຫຼາຍ​ຂຶ້ນ​ເຊິ່ງ​ກໍ​ຄື​ມີ​ຄວາມ​ເຂົ້າໃຈ​ຄຳສອນ​ໃນ​ຄຳພີໄບເບິນ​ຫຼາຍ​ຂຶ້ນ. (ເອຊາ. 60:2) ພອນ​ທີ່​ດີ​ເຫຼົ່ານີ້​ຊ່ວຍ​ເຂົາເຈົ້າ​ໃຫ້​ມີ​ກຳລັງ​ທີ່​ຈະ​ອົດທົນ​ກັບ​ບັນຫາ​ແລະ​ຮັບໃຊ້​ພະເຢໂຫວາ​ຕໍ່ໆ​ໄປ​ໄດ້ “ຍ້ອນ​ເຂົາເຈົ້າ​ມີ​ຄວາມສຸກ.”—ເອຊາ. 65:14, ລ.ມ.

13. ຄຳ​ພະຍາກອນ​ເລື່ອງ​ການ​ຟື້ນຟູ​ການ​ນະມັດສະການ​ແທ້​ສຳເລັດ​ເປັນຈິງ​ໃນ​ທຸກ​ມື້​ນີ້​ແນວໃດ?

13 ຄຳ​ພະຍາກອນ​ເລື່ອງ​ການ​ຟື້ນຟູ​ການ​ນະມັດສະການ​ແທ້​ສຳເລັດ​ເປັນຈິງ​ກັບ​ເຮົາ​ໃນ​ທຸກ​ມື້​ນີ້​ບໍ? ແມ່ນ​ແທ້! ເປັນ​ແບບນັ້ນ​ໄດ້​ແນວໃດ? ຕັ້ງແຕ່​ປີ ຄ.ສ 1919 ຫຼາຍ​ລ້ານ​ຄົນ​ໄດ້​ຖືກ​ປົດ​ປ່ອຍ​ອອກ​ຈາກ​ບາບີໂລນ​ໃຫຍ່​ເຊິ່ງ​ກໍ​ຄື​ສາສະໜາ​ປອມ. ເຂົາເຈົ້າ​ໄດ້​ຖືກ​ຊີ້ນຳ​ໃຫ້​ໄປ​ບ່ອນ​ທີ່​ດີ​ກວ່າ​ແຜ່ນດິນ​ຕາມ​ຄຳ​ສັນຍາ​ຂອງ​ຊາວ​ອິດສະຣາເອນ. ບ່ອນ​ທີ່​ເຂົາເຈົ້າ​ໄປ​ແມ່ນ​ອຸທິຍານ​ໂດຍ​ໄນ. (ເອຊາ. 51:3; 66:8) ແລ້ວ​ອຸທິຍານ​ໂດຍ​ໄນ​ແມ່ນ​ຫຍັງ?

14. ອຸທິຍານ​ໂດຍ​ໄນ​ແມ່ນ​ຫຍັງ ແລະ​ມີ​ໃຜ​ແດ່​ທີ່​ຢູ່​ໃນ​ອຸທິຍານ​ໂດຍ​ໄນ? (ເບິ່ງ​ການ​ອະທິບາຍ​ສຳນວນ)

14 ນັບ​ຕັ້ງແຕ່​ປີ ຄ.ສ 1919 ຜູ້​ຖືກ​ເຈີມ​ໄດ້​ຢູ່​ໃນ​ສະພາບການ​ທີ່​ເຮົາ​ເອີ້ນ​ວ່າ ອຸທິຍານ​ໂດຍ​ໄນ. b ເມື່ອ​ເວລາ​ຜ່ານ​ໄປ ຄົນ​ທີ່​ມີ​ຄວາມຫວັງ​ທີ່​ຢູ່​ໃນ​ໂລກ​ນີ້​ເຊິ່ງ​ກໍ​ຄື “ແກະ​ອື່ນ” ກໍ​ໄດ້​ເຂົ້າ​ມາ​ຢູ່​ໃນ​ອຸທິຍານ​ໂດຍ​ໄນ​ແລະ​ໄດ້​ຮັບ​ພອນ​ຫຼາຍ​ຢ່າງ​ຈາກ​ພະເຢໂຫວາ.—ຢຮ. 10:16; ເອຊາ. 25:6; 65:13

15. ອຸທິຍານ​ໂດຍ​ໄນ​ຢູ່​ໃສ?

15 ໃນ​ທຸກ​ມື້​ນີ້​ອຸທິຍານ​ໂດຍ​ໄນ​ຢູ່​ໃສ? ຍ້ອນ​ຜູ້​ນະມັດສະການ​ຂອງ​ພະເຢໂຫວາ​ຢູ່​ທົ່ວ​ໂລກ ອຸທິຍານ​ໂດຍ​ໄນ​ຈຶ່ງ​ຢູ່​ທົ່ວ​ໂລກ​ຄື​ກັນ. ດັ່ງນັ້ນ ບໍ່​ວ່າ​ເຮົາ​ຈະ​ຢູ່​ບ່ອນ​ໃດ​ໃນ​ໂລກ​ນີ້ ເຮົາ​ກໍ​ສາມາດ​ເຂົ້າ​ມາ​ຢູ່​ໃນ​ອຸທິຍານ​ໂດຍ​ໄນ​ໄດ້ ຖ້າ​ເຮົາ​ພະຍາຍາມ​ນະມັດສະການ​ພະເຢໂຫວາ​ໃນ​ແບບ​ທີ່​ຖືກຕ້ອງ.

ເຮົາ​ແຕ່​ລະ​ຄົນ​ສາມາດ​ເຮັດ​ຫຍັງ​ເພື່ອ​ຊ່ວຍ​ໃຫ້​ອຸທິຍານ​ໂດຍ​ໄນ​ງາມ​ຂຶ້ນ? (ເບິ່ງ​ຂໍ້ 16-17)

16. ເຮົາ​ຈະ​ເຫັນ​ຄວາມ​ສວຍ​ງາມ​ຂອງ​ອຸທິຍານ​ໂດຍ​ໄນ​ຕໍ່ໆ​ໄປ​ໄດ້​ແນວໃດ?

16 ເພື່ອ​ຈະ​ຢູ່​ໃນ​ອຸທິຍານ​ໂດຍ​ໄນ​ຕໍ່ໆ​ໄປ ເຮົາ​ຕ້ອງ​ເຫັນຄ່າ​ສັງຄົມ​ພີ່ນ້ອງ​ທີ່​ຢູ່​ທົ່ວ​ໂລກ. ເຮົາ​ຈະ​ເຮັດ​ແບບນັ້ນ​ໄດ້​ໂດຍ​ເບິ່ງ​ໄປ​ທີ່​ຈຸດ​ດີ​ຂອງ​ພີ່ນ້ອງ ບໍ່​ແມ່ນ​ເບິ່ງ​ຂໍ້​ບົກ​ພ່ອງ​ຫຼື​ຄວາມ​ບໍ່​ສົມບູນແບບ​ຂອງ​ເຂົາເຈົ້າ. (ຢຮ. 17:20, 21) ເປັນຫຍັງ​ເລື່ອງ​ນີ້​ຈຶ່ງ​ສຳຄັນ? ລອງ​ຄິດເຖິງ​ພາບ​ປຽບທຽບ​ນີ້: ເມື່ອ​ເຮົາ​ເຂົ້າ​ໄປ​ໃນ​ປ່າ​ທີ່​ງາມໆ ເຮົາ​ກໍ​ເຫັນ​ຕົ້ນ​ໄມ້​ຫຼາຍ​ຊະນິດ​ທີ່​ແຕກຕ່າງ​ກັນ. ແລະ​ເຮົາ​ກໍ​ຈະ​ເບິ່ງ​ໄປ​ທີ່​ຄວາມ​ງາມ​ຂອງ​ປ່າ ບໍ່​ໄດ້​ເບິ່ງ​ໄປ​ທີ່​ຕົ້ນ​ໄມ້​ແຕ່​ລະ​ຕົ້ນ​ທີ່​ຢູ່​ໃກ້ໆ​ເຮົາ​ວ່າ​ມີ​ຂໍ້​ບົກ​ພ່ອງ​ຫຍັງ​ແດ່. ຄ້າຍ​ຄື​ກັນ ໃນ​ປະຊາຄົມ​ກໍ​ມີ​ພີ່ນ້ອງ​ຫຼາຍ​ຄົນ​ທີ່​ແຕກຕ່າງ​ກັນ. (ເອຊາ. 44:4; 61:3) ແຕ່​ເຮົາ​ຈະ​ບໍ່​ຍອມ​ໃຫ້​ຂໍ້​ບົກ​ພ່ອງ​ຫຼື​ຄວາມ​ບໍ່​ສົມບູນແບບ​ຂອງ​ເຂົາເຈົ້າ​ມາ​ເຮັດ​ໃຫ້​ເຮົາ​ເບິ່ງ​ຂ້າມ​ຄວາມ​ສວຍ​ງາມ​ຂອງ​ພີ່ນ້ອງ​ທົ່ວ​ໂລກ​ທີ່​ເປັນ​ນ້ຳໜຶ່ງໃຈດຽວກັນ.

17. ເຮົາ​ແຕ່​ລະ​ຄົນ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ຊ່ວຍ​ໃຫ້​ປະຊາຄົມ​ເປັນ​ນ້ຳໜຶ່ງໃຈດຽວກັນ?

17 ເຮົາ​ແຕ່​ລະ​ຄົນ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ຊ່ວຍ​ໃຫ້​ປະຊາຄົມ​ເປັນ​ນ້ຳໜຶ່ງໃຈດຽວກັນ? ເຮົາ​ຕ້ອງ​ເປັນ​ຜູ້​ທີ່​ສ້າງ​ສັນຕິສຸກ. (ມທ. 5:9; ຣມ. 12:18) ທຸກ​ເທື່ອ​ທີ່​ເຮົາ​ເປັນ​ຝ່າຍ​ລິເລີ່ມ​ສ້າງ​ສັນຕິສຸກ​ກັບ​ພີ່ນ້ອງ​ໃນ​ປະຊາຄົມ ເຮົາ​ກໍ​ກຳລັງ​ເຮັດ​ໃຫ້​ອຸທິຍານ​ໂດຍ​ໄນ​ສວຍ​ງາມ​ຫຼາຍ​ຂຶ້ນ. ເຮົາ​ຕ້ອງ​ຈື່​ໄວ້​ວ່າ ພະເຢໂຫວາ​ເປັນ​ຜູ້​ທີ່​ຊັກ​ນຳ​ເຮົາ​ແຕ່​ລະ​ຄົນ​ໃຫ້​ເຂົ້າ​ມາ​ຢູ່​ໃນ​ອຸທິຍານ​ໂດຍ​ໄນ​ເພື່ອ​ນະມັດສະການ​ເພິ່ນ. (ຢຮ. 6:44) ລອງ​ນຶກພາບ​ວ່າ ພະເຢໂຫວາ​ຈະ​ດີໃຈ​ຫຼາຍ​ສ່ຳ​ໃດ​ທີ່​ເຫັນ​ເຮົາ​ພະຍາຍາມ​ສ້າງ​ສັນຕິສຸກ​ແລະ​ເປັນ​ນ້ຳໜຶ່ງໃຈດຽວກັນ​ກັບ​ຜູ້​ທີ່​ເພິ່ນ​ຖື​ວ່າ​ມີຄ່າ​ເຊິ່ງ​ກໍ​ຄື​ຜູ້​ທີ່​ຮັບໃຊ້​ເພິ່ນ!—ເອຊາ. 26:3; ອເກ. 2:7

18. ເຮົາ​ຄວນ​ຄິດເຖິງ​ເລື່ອງ​ຫຍັງ​ເລື້ອຍໆ​ແລະ​ຍ້ອນຫຍັງ?

18 ເຮົາ​ຕ້ອງ​ເຮັດ​ແນວໃດ​ເພື່ອ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ພອນ​ຫຼາຍ​ຢ່າງ​ທີ່​ພະເຢໂຫວາ​ໃຫ້​ເຮົາ? ເຮົາ​ຕ້ອງ​ຄິດຕຶກຕອງ​ສິ່ງ​ທີ່​ອ່ານ​ໃນ​ຄຳພີໄບເບິນ​ແລະ​ປຶ້ມ​ຕ່າງໆ​ຂອງ​ອົງການ. ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ພັດທະນາ​ຄຸນລັກສະນະ​ແບບ​ຄລິດສະຕຽນ​ເຊິ່ງ​ຈະ​ຊ່ວຍ​ເຮົາ​ໃຫ້ “ຮັກ​ກັນ​ແບບ​ພີ່ນ້ອງ.” (ຣມ. 12:10) ເມື່ອ​ເຮົາ​ຄິດເຖິງ​ພອນ​ຕ່າງໆ​ທີ່​ໄດ້​ຮັບ​ໃນ​ຕອນນີ້ ເຮົາ​ກໍ​ຈະ​ສະໜິດ​ກັບ​ພະເຢໂຫວາ​ຫຼາຍ​ຂຶ້ນ. ແລະ​ເມື່ອ​ເຮົາ​ຄິດເຖິງ​ພອນ​ຕ່າງໆ​ທີ່​ພະເຢໂຫວາ​ຈະ​ໃຫ້​ເຮົາ​ໃນ​ອະນາຄົດ ກໍ​ຈະ​ຊ່ວຍ​ໃຫ້​ຄວາມຫວັງ​ຂອງ​ເຮົາ​ເລື່ອງ​ຊີວິດ​ຕະຫຼອດໄປ​ຊັດເຈນ​ຫຼາຍ​ຂຶ້ນ. ສິ່ງ​ເຫຼົ່ານີ້​ຈະ​ຊ່ວຍ​ເຮົາ​ໃຫ້​ມີຄວາມສຸກ​ຫຼາຍ​ຂຶ້ນ​ໃນ​ການຮັບໃຊ້​ພະເຢໂຫວາ​ໃນ​ຕອນນີ້.

ໃຫ້​ຕັ້ງໃຈ​ອົດທົນ​ຕໍ່ໆ​ໄປ

19. (ກ) ຕາມ​ເອຊາອີ 30:18 ເຮົາ​ສາມາດ​ໝັ້ນໃຈ​ໃນ​ເລື່ອງ​ຫຍັງ? (ຂ) ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ອົດທົນ​ກັບ​ບັນຫາ​ແລະ​ຍັງ​ມີ​ຄວາມສຸກ​ໄດ້?

19 ອີກ​ບໍ່​ດົນ​ພະເຢໂຫວາ​ຈະ​ເມດຕາ​ເຮົາ​ໂດຍ​ທຳລາຍ​ໂລກ​ຊົ່ວ​ນີ້. (ເອຊາ. 30:18) ແລະ​ເຮົາ​ໝັ້ນໃຈ​ໄດ້​ວ່າ “ພະເຈົ້າ​ທີ່​ຍຸຕິທຳ” ຈະ​ບໍ່​ຍອມ​ໃຫ້​ໂລກ​ທີ່​ຊາຕານ​ປົກຄອງ​ຢູ່​ດົນ​ຈົນ​ກາຍ​ເວລາ​ທີ່​ເພິ່ນ​ກຳນົດ​ໄວ້​ແມ່ນ​ແຕ່​ມື້​ດຽວ. (ເອຊາ. 25:9) ເຮົາ​ຕ້ອງ​ອົດທົນ​ລໍ​ຖ້າ​ມື້​ທີ່​ພະເຢໂຫວາ​ມາ​ຊ່ວຍ​ເຮົາ​ໃຫ້​ລອດ. ແຕ່​ກ່ອນ​ຈະ​ຮອດ​ມື້​ນັ້ນ ຂໍ​ໃຫ້​ເຮົາ​ເຫັນຄ່າ​ສິດທິພິເສດ​ໃນ​ການ​ອະທິດຖານ ສຶກສາ​ຄຳພີໄບເບິນ​ແລະ​ເຮັດ​ຕາມ​ສິ່ງ​ທີ່​ໄດ້​ຮຽນ ແລະ​ຄິດເຖິງ​ພອນ​ຕ່າງໆ​ທີ່​ເຮົາ​ໄດ້​ຮັບ. ເມື່ອ​ເຮົາ​ເຮັດ​ແບບ​ນີ້ ພະເຢໂຫວາ​ກໍ​ຈະ​ຊ່ວຍ​ເຮົາ​ໃຫ້​ອົດທົນ​ກັບ​ບັນຫາ​ຕ່າງໆ​ແລະ​ຍັງ​ມີ​ຄວາມສຸກ​ໃນ​ການຮັບໃຊ້​ເພິ່ນ​ໄດ້.

ເພງ 142 ຍຶດ​ໝັ້ນ​ກັບ​ຄວາມຫວັງ​ຂອງ​ເຮົາ

a ໃນ​ບົດຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ສາມ​ວິທີ​ທີ່​ພະເຢໂຫວາ​ຊ່ວຍ​ຜູ້​ທີ່​ນະມັດສະການ​ເພິ່ນ​ໃຫ້​ອົດທົນ​ກັບ​ບັນຫາ​ຕ່າງໆ​ຢ່າງ​ມີ​ຄວາມສຸກ. ໃນ​ປຶ້ມ​ເອຊາອີ​ບົດທີ 30 ຈະ​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ສາມ​ວິທີ​ນີ້​ຫຼາຍ​ຂຶ້ນ. ການ​ຮຽນ​ເລື່ອງ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ຄິດເຖິງ​ຄວາມ​ສຳຄັນ​ຂອງ​ການ​ອະທິດຖານ ສຶກສາ​ຄຳພີໄບເບິນ ແລະ​ຄິດຕຶກຕອງ​ເຖິງ​ພອນ​ຕ່າງໆ​ທີ່​ເຮົາ​ໄດ້​ຮັບ​ທັງ​ໃນ​ຕອນນີ້​ແລະ​ໃນ​ອະນາຄົດ.

b ການ​ອະທິບາຍ​ສຳນວນ: “ອຸທິຍານ​ໂດຍ​ໄນ” ໝາຍເຖິງ​ການ​ນະມັດສະການ​ພະເຢໂຫວາ​ໃນ​ສະພາບແວດລ້ອມ​ທີ່​ມີ​ຄວາມ​ສະຫງົບສຸກ​ແລະ​ປອດໄພ. ເຮົາ​ມີ​ຫຼາຍ​ຢ່າງ​ທີ່​ເສີມ​ຄວາມເຊື່ອ​ເຊິ່ງ​ບໍ່​ມີ​ຄຳສອນ​ປອມ​ແລະ​ຍັງ​ມີ​ວຽກ​ທີ່​ເຮັດ​ໃຫ້​ມີ​ຄວາມສຸກ​ເຊິ່ງ​ກໍ​ຄື​ວຽກ​ປະກາດ. ເຮົາ​ຍັງ​ມີ​ຄວາມສຸກ​ທີ່​ໄດ້​ສະໜິດ​ກັບ​ພະເຢໂຫວາ​ແລະ​ມີ​ສັນຕິສຸກ​ກັບ​ພີ່ນ້ອງ​ທີ່​ຮັກ​ກັນ ເຊິ່ງ​ຊ່ວຍ​ເຮົາ​ໃຫ້​ອົດທົນ​ກັບ​ບັນຫາ​ຕ່າງໆ​ແລະ​ຍັງ​ມີ​ຄວາມສຸກ​ໄດ້. ເຮົາ​ເຂົ້າ​ມາ​ຢູ່​ໃນ​ອຸທິຍານ​ໂດຍ​ໄນ​ເມື່ອ​ເຮົາ​ເລີ່ມ​ນະມັດສະການ​ພະເຢໂຫວາ​ໃນ​ແບບ​ທີ່​ຖືກຕ້ອງ​ແລະ​ພະຍາຍາມ​ຮຽນແບບ​ພະເຢໂຫວາ​ຫຼາຍ​ທີ່ສຸດ.