ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຄວາມ​ສຶກສາ​ທີ 47

ຢ່າ​ຍອມ​ໃຫ້​ສິ່ງ​ໃດ​ເຮັດ​ໃຫ້​ເຈົ້າ​ເຊົາ​ຮັບໃຊ້​ພະເຢໂຫວາ

ຢ່າ​ຍອມ​ໃຫ້​ສິ່ງ​ໃດ​ເຮັດ​ໃຫ້​ເຈົ້າ​ເຊົາ​ຮັບໃຊ້​ພະເຢໂຫວາ

“ພະເຢໂຫວາ ລູກ​ໄວ້ໃຈ​ພະອົງ.”—ເພງ. 31:14, ລ.ມ.

ເພງ 122 ຂໍ​ໃຫ້​ຢືນຢັດ​ໝັ້ນຄົງ!

ໃຈ​ຄວາມ​ສຳຄັນ a

1. ເຮົາ​ຮູ້​ໄດ້​ແນວໃດ​ວ່າ​ພະເຢໂຫວາ​ຢາກ​ໃຫ້​ເຮົາ​ໃກ້ຊິດ​ກັບ​ເພິ່ນ?

 ພະເຢໂຫວາ​ເຊີນ​ເຮົາ​ໃຫ້​ເຂົ້າ​ມາ​ໃກ້ຊິດ​ກັບ​ເພິ່ນ. (ຢກບ. 4:8) ເພິ່ນ​ຢາກ​ເປັນ​ພະເຈົ້າ ເປັນ​ພໍ່ ແລະ​ເປັນ​ໝູ່​ຂອງ​ເຮົາ. ເພິ່ນ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ​ແລະ​ຊ່ວຍ​ເຮົາ​ໃນ​ເວລາ​ທີ່​ລຳບາກ ແລະ​ເພິ່ນ​ຍັງ​ໃຊ້​ອົງການ​ຂອງ​ເພິ່ນ​ເພື່ອ​ສອນ​ແລະ​ປົກປ້ອງ​ເຮົາ. ແຕ່​ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໃກ້ຊິດ​ກັບ​ພະເຢໂຫວາ?

2. ເຮົາ​ຈະ​ໃກ້ຊິດ​ກັບ​ພະເຢໂຫວາ​ໄດ້​ແນວໃດ?

2 ເຮົາ​ຈະ​ໃກ້ຊິດ​ກັບ​ພະເຢໂຫວາ​ໂດຍ​ການ​ອະທິດຖານ ອ່ານ​ຄຳພີໄບເບິນ ແລະ​ຄິດຕຶກຕອງ​ສິ່ງ​ທີ່​ໄດ້​ອ່ານ. ເມື່ອ​ເຮົາ​ເຮັດ​ແບບນັ້ນ ເຮົາ​ກໍ​ຈະ​ຮັກ​ແລະ​ເຫັນຄ່າ​ພະເຢໂຫວາ ຢາກ​ຈະ​ເຊື່ອຟັງ ແລະ​ຍົກຍ້ອງ​ສັນລະເສີນ​ພະເຢໂຫວາ​ຕາມ​ທີ່​ເພິ່ນ​ສົມຄວນ​ໄດ້​ຮັບ. (ພນມ. 4:11) ແຮ່ງ​ເຮົາ​ຮູ້ຈັກ​ພະເຢໂຫວາ​ຫຼາຍ​ເທົ່າ​ໃດ ເຮົາ​ກໍ​ແຮ່ງ​ຈະ​ໄວ້ໃຈ​ເພິ່ນ​ແລະ​ອົງການ​ຂອງ​ເພິ່ນ​ຫຼາຍ​ຂຶ້ນ.

3. ຊາຕານ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ເຊົາ​ຮັບໃຊ້​ພະເຢໂຫວາ​ແນວໃດ ແຕ່​ສິ່ງ​ໃດ​ຊ່ວຍ​ເຮົາ​ບໍ່​ໃຫ້​ປະຖິ້ມ​ພະເຢໂຫວາ​ແລະ​ອົງການ​ຂອງ​ເພິ່ນ? (ຄຳເພງ 31:13, 14)

3 ແຕ່​ຊາຕານ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ເຊົາ​ຮັບໃຊ້​ພະເຢໂຫວາ ໂດຍ​ສະເພາະ​ເມື່ອ​ເຮົາ​ເຈິ​ກັບ​ບັນຫາ​ຫຼາຍ​ຢ່າງ. ມັນ​ເຮັດ​ແບບນັ້ນ​ໄດ້​ແນວໃດ? ມັນ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ຄ່ອຍໆ​ເຊົາ​ໄວ້ໃຈ​ພະເຢໂຫວາ​ແລະ​ອົງການ​ຂອງ​ເພິ່ນ. ແຕ່​ເຮົາ​ສາມາດ​ຕ້ານ​ທານ​ຊາຕານ​ໄດ້ ເພາະ​ເມື່ອ​ຄວາມເຊື່ອ​ຂອງ​ເຮົາ​ເຂັ້ມແຂງ​ແລະ​ເຮົາ​ໄວ້ໃຈ​ໃນ​ພະເຢໂຫວາ​ຢ່າງ​ເຕັມທີ ເຮົາ​ກໍ​ຈະ​ບໍ່​ປະຖິ້ມ​ພະເຢໂຫວາ​ແລະ​ອົງການ​ຂອງ​ເພິ່ນ.—ອ່ານ​ຄຳ​ເພງ 31:13, 14

4. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດຄວາມ​ນີ້?

4 ໃນ​ບົດຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ສາມ​ຢ່າງ​ທີ່​ຊາຕານ​ໃຊ້ ເຊິ່ງ​ອາດຈະ​ມາ​ຈາກ​ຄົນ​ນອກ​ປະຊາຄົມ. ແຕ່​ລະ​ຢ່າງ​ນັ້ນ​ສາມາດ​ເຮັດ​ໃຫ້​ເຮົາ​ເຊົາ​ໄວ້ໃຈ​ພະເຢໂຫວາ​ແລະ​ອົງການ​ຂອງ​ເພິ່ນ. ແລ້ວ​ສາມ​ຢ່າງ​ນີ້​ຈະ​ເຮັດ​ໃຫ້​ເຮົາ​ເຊົາ​ຮັບໃຊ້​ພະເຢໂຫວາ​ແນວໃດ? ແລະ​ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ຍັງ​ສັດຊື່​ຕໍ່​ພະເຢໂຫວາ​ແລະ​ອົງການ​ຂອງ​ເພິ່ນ?

ເມື່ອ​ເຮົາ​ມີ​ບັນຫາ

5. ຄວາມ​ຍາກ​ລຳບາກ​ເຮັດ​ໃຫ້​ເຮົາ​ເຊົາ​ໄວ້ໃຈ​ພະເຢໂຫວາ​ແລະ​ອົງການ​ຂອງ​ເພິ່ນ​ໄດ້​ແນວໃດ?

5 ບາງເທື່ອ​ເຮົາ​ກໍ​ເຈິ​ກັບ​ຄວາມ​ຍາກ​ລຳບາກ ເຊັ່ນ: ຖືກ​ຄອບຄົວ​ຕໍ່ຕ້ານ​ຫຼື​ຕົກ​ວຽກ. ຄວາມ​ລຳບາກ​ແບບ​ນີ້​ເຮັດ​ໃຫ້​ເຮົາ​ເຊົາ​ໄວ້ໃຈ​ອົງການ​ຂອງ​ພະເຢໂຫວາ​ແລະ​ເຖິງຂັ້ນ​ເຊົາ​ຮັບໃຊ້​ພະເຢໂຫວາ​ໄດ້​ແນວໃດ? ເມື່ອ​ເຮົາ​ເຈິ​ຄວາມ​ຍາກ​ລຳບາກ​ເປັນ​ເວລາ​ດົນ ເຮົາ​ອາດ​ຮູ້ສຶກ​ທໍ້ໃຈ​ແລະ​ໝົດ​ຫວັງ. ຊາຕານ​ໃຊ້​ໂອກາດ​ນີ້​ເຮັດ​ໃຫ້​ເຮົາ​ຄິດ​ວ່າ​ພະເຢໂຫວາ​ບໍ່​ຮັກ​ເຮົາ​ແລະ​ຄິດ​ວ່າ​ພະເຢໂຫວາ​ແລະ​ອົງການ​ຂອງ​ເພິ່ນ​ເປັນ​ຕົ້ນເຫດ​ທີ່​ເຮັດ​ໃຫ້​ເຮົາ​ເຈິ​ຄວາມ​ຍາກ​ລຳບາກ. ເລື່ອງ​ນີ້​ເຄີຍ​ເກີດ​ຂຶ້ນ​ກັບ​ຊາວ​ອິດສະຣາເອນ​ທີ່​ເປັນ​ທາດ​ໃນ​ເອຢິບ. ທຳອິດ​ຊາວ​ອິດສະຣາເອນ​ເຊື່ອ​ວ່າ​ພະເຢໂຫວາ​ແຕ່ງຕັ້ງ​ໂມເຊ​ແລະ​ອາໂຣນ​ໃຫ້​ຊ່ວຍ​ເຂົາເຈົ້າ​ອອກ​ຈາກ​ການ​ເປັນ​ທາດ​ໃນ​ເອຢິບ. (ອພຍ. 4:29-31) ແຕ່​ເມື່ອ​ຟາໂຣ​ເຮັດ​ໃຫ້​ຊີວິດ​ເຂົາເຈົ້າ​ລຳບາກ ເຂົາເຈົ້າ​ກໍ​ຈົ່ມ​ໃຫ້​ໂມເຊ​ແລະ​ອາໂຣນ. ເຂົາເຈົ້າ​ເວົ້າ​ວ່າ: “ພວກເຈົ້າ​ເຮັດ​ໃຫ້​ຟາໂຣ​ແລະ​ພວກ​ຜູ້​ຮັບໃຊ້​ຊັງ​ພວກ​ເຮົາ. ສ່ຳ​ກັບ​ວ່າ​ພວກເຈົ້າ​ເອົາ​ດາບ​ໃຫ້​ພວກ​ເຂົາ​ມາ​ຂ້າ​ພວກ​ເຮົາ.” (ອພຍ. 5:19-21, ລ.ມ.) ໜ້າ​ເສຍດາຍ​ທີ່​ເຂົາເຈົ້າ​ຖິ້ມ​ໂທດ​ໃສ່​ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ພະເຢໂຫວາ! ແລ້ວ​ເຮົາ​ເດ? ຖ້າ​ເຮົາ​ເຈິ​ກັບ​ຄວາມ​ຍາກ​ລຳບາກ​ເປັນ​ເວລາ​ດົນ ເຮົາ​ຍັງ​ຈະ​ໄວ້ໃຈ​ພະເຢໂຫວາ​ແລະ​ອົງການ​ຂອງ​ເພິ່ນ​ບໍ?

6. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ສິ່ງ​ທີ່​ຫາບາກຸກ​ເຮັດ​ເມື່ອ​ລາວ​ເຈິ​ຄວາມ​ຍາກ​ລຳບາກ? (ຫາບາກຸກ 3:17-19)

6 ອະທິດຖານ​ລະບາຍ​ຄວາມ​ຮູ້ສຶກ​ກັບ​ພະເຢໂຫວາ​ແລະ​ເບິ່ງ​ວ່າ​ພະເຢໂຫວາ​ຊ່ວຍ​ແນວໃດ. ຜູ້​ພະຍາກອນ​ຫາບາກຸກ​ເຈິ​ກັບ​ຄວາມ​ຍາກ​ລຳບາກ​ຫຼາຍ​ຢ່າງ. ມີ​ເທື່ອ​ໜຶ່ງ​ລາວ​ສົງໄສ​ວ່າ ພະເຢໂຫວາ​ເປັນ​ຫ່ວງ​ລາວ​ບໍ? ດັ່ງນັ້ນ ລາວ​ຈຶ່ງ​ໄດ້​ອະທິດຖານ​ລະບາຍ​ຄວາມ​ຮູ້ສຶກ​ກັບ​ພະເຢໂຫວາ. ລາວ​ເວົ້າ​ວ່າ: “ພະເຢໂຫວາ​ເອີ້ຍ ລູກ​ຕ້ອງ​ຮ້ອງ​ຂໍ​ໃຫ້​ພະອົງ​ຊ່ວຍເຫຼືອ​ອີກ​ດົນ​ປານ​ໃດ ພະອົງ​ຈຶ່ງ​ຈະ​ຟັງ . . . ເປັນຫຍັງ​ພະອົງ​ຈຶ່ງ​ປ່ອຍ​ໃຫ້​ຄົນ​ຂົ່ມເຫງ​ກັນ?” (ຫາບາ. 1:2, 3) ພະເຢໂຫວາ​ຕອບ​ຄຳ​ອະທິດຖານ​ທີ່​ຈິງ​ຈັງ​ຂອງ​ຫາບາກຸກ. (ຫາບາ. 2:2, 3) ຫຼັງ​ຈາກ​ທີ່​ຫາບາກຸກ​ໄດ້​ຄິດຕຶກຕອງ​ກ່ຽວກັບ​ວິທີ​ທີ່​ພະເຢໂຫວາ​ຊ່ວຍ​ປະຊາຊົນ​ຂອງ​ເພິ່ນ ລາວ​ກໍ​ກັບ​ມາ​ມີ​ຄວາມສຸກ​ອີກ. ລາວ​ໝັ້ນໃຈ​ວ່າ​ພະເຢໂຫວາ​ເປັນ​ຫ່ວງ​ລາວ ແລະ​ເພິ່ນ​ຈະ​ຊ່ວຍ​ລາວ​ໃຫ້​ອົດທົນ​ກັບ​ບັນຫາ​ຕ່າງໆ​ໄດ້. (ອ່ານ​ຫາບາກຸກ 3:17-19) ເຮົາ​ໄດ້​ບົດຮຽນ​ຫຍັງ? ເມື່ອ​ເຮົາ​ເຈິ​ຄວາມ​ຍາກ​ລຳບາກ ໃຫ້​ເຮົາ​ອະທິດຖານ​ລະບາຍ​ຄວາມ​ຮູ້ສຶກ​ກັບ​ພະເຢໂຫວາ. ຈາກ​ນັ້ນ ໃຫ້​ເບິ່ງ​ວ່າ​ພະເຢໂຫວາ​ໄດ້​ຊ່ວຍເຫຼືອ​ເຮົາ​ແນວໃດ. ເມື່ອ​ເຮົາ​ເຮັດ​ແບບ​ນີ້ ເຮົາ​ກໍ​ຈະ​ໝັ້ນໃຈ​ວ່າ​ພະເຢໂຫວາ​ຈະ​ໃຫ້​ເຮົາ​ມີ​ກຳລັງ​ເພື່ອ​ເຮົາ​ຈະ​ອົດທົນ​ໄດ້. ແລະ​ເມື່ອ​ເຮົາ​ຮູ້ສຶກ​ວ່າ​ພະເຢໂຫວາ​ຊ່ວຍເຫຼືອ​ເຮົາ ຄວາມເຊື່ອ​ຂອງ​ເຮົາ​ກໍ​ຈະ​ເຂັ້ມແຂງ​ຫຼາຍ​ຂຶ້ນ.

7. ຍາດ​ພີ່ນ້ອງ​ຂອງ​ເຊີລີ້​ໄດ້​ພະຍາຍາມ​ເຮັດ​ຫຍັງ​ໃສ່​ລາວ ແຕ່​ສິ່ງ​ໃດ​ຊ່ວຍ​ລາວ​ໃຫ້​ຍັງ​ສັດຊື່​ຕໍ່​ພະເຢໂຫວາ?

7 ເຮັດ​ສິ່ງ​ທີ່​ເສີມ​ຄວາມເຊື່ອ​ເປັນ​ປະຈຳ. ນີ້​ເປັນ​ສິ່ງ​ທີ່​ຊ່ວຍ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຊື່​ເຊີລີ້​ b ຢູ່​ປາ​ປົວ​ນິວ​ກີເນ​ທີ່​ເຈິ​ກັບ​ຄວາມ​ຍາກ​ລຳບາກ. ຄອບຄົວ​ຂອງ​ລາວ​ທຸກຍາກ​ແລະ​ບາງເທື່ອ​ມີ​ອາຫານ​ເກືອບ​ບໍ່​ພໍ​ກິນ. ຍາດ​ພີ່ນ້ອງ​ຂອງ​ລາວ​ຄົນ​ໜຶ່ງ​ພະຍາຍາມ​ເຮັດ​ໃຫ້​ລາວ​ເຊົາ​ໄວ້ໃຈ​ພະເຢໂຫວາ. ພີ່ນ້ອງ​ຂອງ​ລາວ​ບອກ​ວ່າ: “ໃສ​ເຈົ້າ​ວ່າ​ພະລັງ​ຂອງ​ພະເຈົ້າ​ຈະ​ຊ່ວຍ? ຄື​ບໍ່​ເຫັນ​ຊ່ວຍ​ຫຍັງ​ເລີຍ! ຄອບຄົວ​ກໍ​ຍັງ​ທຸກຍາກ​ຄື​ເກົ່າ. ໄປ​ປະກາດ​ກໍ​ເສຍ​ເວລາ​ລ້າໆ.” ເຊີລີ້​ບອກ​ວ່າ: “ໃນ​ຕອນນັ້ນ ຂ້ອຍ​ຖາມ​ຕົວເອງ​ວ່າ ‘ພະເຈົ້າ​ເປັນ​ຫ່ວງ​ເຮົາ​ຢູ່​ບໍ?’ ຂ້ອຍ​ຈຶ່ງ​ອະທິດຖານ​ເຖິງ​ພະເຢໂຫວາ​ທັນທີ​ແລະ​ບອກ​ຄວາມ​ຮູ້ສຶກ​ທັງໝົດ​ໃຫ້​ເພິ່ນ​ຟັງ. ຂ້ອຍ​ຍັງ​ໄດ້​ອ່ານ​ຄຳພີໄບເບິນ​ແລະ​ປຶ້ມ​ຕ່າງໆ​ຂອງ​ອົງການ ໄປ​ປະກາດ​ແລະ​ໄປ​ປະຊຸມ​ເປັນ​ປະຈຳ.” ບໍ່​ດົນ ເຊີລີ້​ກໍ​ເລີ່ມ​ເຫັນ​ວ່າ​ພະເຢໂຫວາ​ເບິ່ງແຍງ​ຄອບຄົວ​ຂອງ​ລາວ. ຄອບຄົວ​ຂອງ​ລາວ​ບໍ່​ໄດ້​ຂາດ​ເຂີນ​ຈົນ​ເຖິງຂັ້ນ​ອົດ​ອາຫານ ແລະ​ຍັງ​ມີ​ຊີວິດ​ທີ່​ມີ​ຄວາມສຸກ​ໄດ້. ເຊີລີ້​ບອກ​ວ່າ: “ຂ້ອຍ​ຮູ້ສຶກ​ວ່າ​ພະເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ຂ້ອຍ.” (1​ຕມ. 6:6-8) ຄ້າຍ​ຄື​ກັນ ຖ້າ​ເຈົ້າ​ເຮັດ​ສິ່ງ​ທີ່​ເສີມ​ຄວາມເຊື່ອ​ເປັນ​ປະຈຳ ເມື່ອ​ເຈິ​ຄວາມ​ຍາກ​ລຳບາກ ເຈົ້າ​ກໍ​ຈະ​ບໍ່​ຍອມ​ໃຫ້​ຄວາມ​ຍາກ​ລຳບາກ​ຫຼື​ຂໍ້​ສົງໄສ​ມາ​ເຮັດ​ໃຫ້​ເຈົ້າ​ເຊົາ​ຮັບໃຊ້​ພະເຢໂຫວາ.

ເມື່ອ​ພີ່ນ້ອງ​ທີ່​ນຳ​ໜ້າ​ຖືກ​ປະຕິບັດ​ບໍ່​ດີ

8. ອາດຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ພີ່ນ້ອງ​ທີ່​ນຳ​ໜ້າ​ໃນ​ອົງການ​ຂອງ​ພະເຢໂຫວາ?

8 ສັດຕູ​ຂອງ​ເຮົາ​ອາດ​ເຜີຍ​ແຜ່​ຂໍ້ມູນ​ຕົວະ​ກ່ຽວກັບ​ພີ່ນ້ອງ​ທີ່​ນຳ​ໜ້າ​ໃນ​ອົງການ​ໂດຍ​ທາງ​ໂທລະທັດ​ຫຼື​ສື່​ຕ່າງໆ. (ເພງ. 31:13) ພີ່ນ້ອງ​ບາງຄົນ​ຖືກ​ຈັບ​ແລະ​ຖືກ​ກ່າວ​ຫາ​ວ່າ​ເປັນ​ອາດຊະຍາກອນ. ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ກໍ​ເຈິ​ເລື່ອງ​ຄ້າຍໆ​ກັນ​ເມື່ອ​ອັກຄະສາວົກ​ໂປໂລ​ຖືກ​ກ່າວ​ຫາ​ຢ່າງ​ຜິດໆ​ແລະ​ຖືກ​ຈັບ​ເຂົ້າ​ຄຸກ. ແລ້ວ​ພີ່ນ້ອງ​ເຫຼົ່າ​ນັ້ນ​ເຮັດ​ແນວໃດ?

9. ຄລິດສະຕຽນ​ບາງຄົນ​ມີ​ທ່າທີ​ແນວໃດ​ເມື່ອ​ອັກຄະສາວົກ​ໂປໂລ​ຖືກ​ຂັງ​ຄຸກ?

9 ຄລິດສະຕຽນ​ບາງຄົນ​ໃນ​ສະຕະວັດ​ທຳອິດ​ເຊົາ​ໃຫ້​ຄວາມ​ຊ່ວຍເຫຼືອ​ອັກຄະສາວົກ​ໂປໂລ​ຕອນ​ທີ່​ລາວ​ຖືກ​ຂັງ​ຄຸກ​ໃນ​ໂຣມ. (2​ຕມ. 1:8, 15) ຍ້ອນຫຍັງ? ຍ້ອນ​ເຂົາເຈົ້າ​ອາຍ​ທີ່​ຜູ້ຄົນ​ເບິ່ງ​ວ່າ​ໂປໂລ​ເປັນ​ຄື​ກັບ​ອາດຊະຍາກອນ​ບໍ? (2​ຕມ. 2:8, 9) ຫຼື​ເຂົາເຈົ້າ​ຢ້ານ​ວ່າ​ຈະ​ຖືກ​ຂົ່ມເຫງ​ຄື​ກັບ​ໂປໂລ? ຂໍ​ໃຫ້​ຄິດ​ເບິ່ງ​ວ່າ​ໂປໂລ​ຈະ​ຮູ້ສຶກ​ແນວໃດ​ທີ່​ເຂົາເຈົ້າ​ເຮັດ​ແບບນັ້ນ ທັງໆ​ທີ່​ລາວ​ເຄີຍ​ອົດທົນ​ກັບ​ຄວາມ​ຍາກ​ລຳບາກ​ຫຼາຍ​ຢ່າງ​ແລະ​ເຖິງຂັ້ນ​ສ່ຽງ​ຊີວິດ​ເພື່ອ​ເຂົາເຈົ້າ. (ກຈກ. 20:18-21; 2​ກຣ. 1:8) ເຮົາ​ບໍ່​ຄວນ​ເປັນ​ຄື​ກັບ​ຄົນ​ເຫຼົ່າ​ນັ້ນ​ທີ່​ບໍ່​ໄດ້​ໃຫ້​ຄວາມ​ຊ່ວຍເຫຼືອ​ໂປໂລ​ຕອນ​ທີ່​ລາວ​ຕ້ອງການ! ເຮົາ​ຄວນ​ຈື່​ຫຍັງ​ໄວ້​ເມື່ອ​ພີ່ນ້ອງ​ທີ່​ນຳ​ໜ້າ​ໃນ​ອົງການ​ຖືກ​ຂົ່ມເຫງ?

10. ເມື່ອ​ພີ່ນ້ອງ​ທີ່​ນຳ​ໜ້າ​ໃນ​ອົງການ​ຖືກ​ຂົ່ມເຫງ ເຮົາ​ຄວນ​ຈະ​ຈື່​ຫຍັງ​ໄວ້ ແລະ​ຍ້ອນຫຍັງ?

10 ຂໍ​ໃຫ້​ຈື່​ໄວ້​ວ່າ ເປັນຫຍັງ​ເຮົາ​ຈຶ່ງ​ຖືກ​ຂົ່ມເຫງ​ແລະ​ໃຜ​ເປັນ​ຕົ້ນເຫດ​ຂອງ​ການ​ຂົ່ມເຫງ. 2 ຕີໂມທຽວ 3:12 ບອກ​ວ່າ: “ທຸກ​ຄົນ​ທີ່​ຕັ້ງໃຈ​ໃຊ້​ຊີວິດ​ດ້ວຍ​ຄວາມ​ເຫຼື້ອມ​ໃສ​ພະເຈົ້າ​ແລະ​ເປັນ​ລູກສິດ​ຂອງ​ພະຄລິດ​ເຢຊູ​ກໍ​ຈະ​ຖືກ​ຂົ່ມເຫງ​ຄື​ກັນ.” ດັ່ງນັ້ນ ເຮົາ​ບໍ່​ຄວນ​ແປກໃຈ​ທີ່​ຊາຕານ​ໂຈມຕີ​ພີ່ນ້ອງ​ທີ່​ນຳ​ໜ້າ​ໃນ​ອົງການ. ມັນ​ຢາກ​ເຮັດ​ໃຫ້​ພີ່ນ້ອງ​ເຫຼົ່າ​ນັ້ນ​ບໍ່​ສັດຊື່​ຕໍ່​ພະເຢໂຫວາ​ແລະ​ຢາກ​ເຮັດ​ໃຫ້​ເຮົາ​ຢ້ານ.—1ປຕ. 5:8

ເຖິງ​ວ່າ​ໂປໂລ​ຈະ​ຖືກ​ລ່າມ​ໂສ້ ແຕ່​ໂອເນຊີໂຟໂຣ​ກໍ​ຍັງ​ຊ່ວຍເຫຼືອ​ລາວ​ດ້ວຍ​ຄວາມ​ກ້າຫານ. ໃນ​ປັດຈຸບັນ ພີ່ນ້ອງ​ຫຼາຍ​ຄົນ​ກໍ​ໄດ້​ໄປ​ໃຫ້​ກຳລັງໃຈ​ພີ່ນ້ອງ​ທີ່​ເຂົ້າ​ຄຸກ​ຄື​ກັບ​ທີ່​ເຮົາ​ເຫັນ​ໃນ​ຮູບພາບ​ຈຳລອງ​ເຫດການ (ເບິ່ງ​ຂໍ້ 11-12)

11. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ໂອເນຊີໂຟໂຣ? (2 ຕີໂມທຽວ 1:16-18)

11 ຊ່ວຍເຫຼືອ​ພີ່ນ້ອງ​ຕໍ່ໆ​ໄປ​ແລະ​ບໍ່​ປະຖິ້ມ​ເຂົາເຈົ້າ. (ອ່ານ 2 ຕີໂມທຽວ 1:16-18) ຄລິດສະຕຽນ​ຄົນ​ໜຶ່ງ​ໃນ​ສະຕະວັດ​ທຳອິດ​ທີ່​ຊື່​ໂອເນຊີໂຟໂຣ​ໄດ້​ປະຕິບັດ​ກັບ​ໂປໂລ​ຕ່າງ​ຈາກ​ຄລິດສະຕຽນ​ຄົນອື່ນໆ​ຕອນ​ທີ່​ໂປໂລ​ຖືກ​ຂັງ​ຄຸກ. “ລາວ​ບໍ່​ອາຍ​ທີ່ [ໂປໂລ] ຖືກ​ລ່າມ​ໂສ້​ຢູ່.” ໂອເນຊີໂຟໂຣ​ຊອກ​ຫາ​ໂປໂລ ແລະ​ເມື່ອ​ລາວ​ພົບ​ໂປໂລ​ແລ້ວ ລາວ​ກໍ​ຊອກ​ຫາ​ວິທີ​ທີ່​ຈະ​ຊ່ວຍເຫຼືອ​ໂປໂລ. ໂອເນຊີໂຟໂຣ​ໄດ້​ສ່ຽງ​ຊີວິດ​ຂອງ​ຕົວເອງ​ເພື່ອ​ຈະ​ຊ່ວຍເຫຼືອ​ໂປໂລ. ເຮົາ​ໄດ້​ບົດຮຽນ​ຫຍັງ? ເຮົາ​ຕ້ອງ​ບໍ່​ຢ້ານ​ຄົນອື່ນ​ຈົນ​ບໍ່​ກ້າ​ຊ່ວຍເຫຼືອ​ພີ່ນ້ອງ​ທີ່​ຖືກ​ຂົ່ມເຫງ ແຕ່​ເຮົາ​ຄວນ​ປົກປ້ອງ​ເຂົາເຈົ້າ​ແລະ​ເຮັດ​ທຸກ​ສິ່ງ​ທີ່​ເຮັດ​ໄດ້​ເພື່ອ​ຊ່ວຍເຫຼືອ​ເຂົາເຈົ້າ. (ສຸພາ. 17:17) ເຂົາເຈົ້າ​ຕ້ອງການ​ຄວາມ​ຮັກ​ແລະ​ຄວາມ​ຊ່ວຍເຫຼືອ​ຈາກ​ເຮົາ.

12. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ພີ່ນ້ອງ​ຢູ່​ໃນ​ປະເທດ​ຣັດເຊຍ?

12 ໃຫ້​ຄິດເຖິງ​ວິທີ​ທີ່​ພີ່ນ້ອງ​ຊ່ວຍເຫຼືອ​ກັນ​ຕອນທີ່​ພີ່ນ້ອງ​ບາງຄົນ​ໃນ​ຣັດເຊຍ​ຖືກ​ຈັບ. ເມື່ອ​ພີ່ນ້ອງ​ບາງຄົນ​ຂຶ້ນ​ສານ ພີ່ນ້ອງ​ຫຼາຍ​ຄົນ​ໄດ້​ມາ​ໃຫ້​ກຳລັງໃຈ​ແລະ​ໃຫ້​ຄວາມ​ຊ່ວຍເຫຼືອ. ເຮົາ​ໄດ້​ບົດຮຽນ​ຫຍັງ? ເມື່ອ​ພີ່ນ້ອງ​ທີ່​ນຳ​ໜ້າ​ໃນ​ອົງການ​ຖືກ​ປະ​ນາມ ຖືກ​ຈັບ ຫຼື​ຖືກ​ຂົ່ມເຫງ ເຮົາ​ບໍ່​ຄວນ​ຢ້ານ. ແຕ່​ໃຫ້​ເຮົາ​ອະທິດຖານ​ເພື່ອ​ເຂົາເຈົ້າ ເບິ່ງແຍງ​ຄອບຄົວ​ແທນ​ເຂົາເຈົ້າ ແລະ​ຊອກ​ຫາ​ວິທີ​ອື່ນໆ​ເພື່ອ​ຊ່ວຍເຫຼືອ​ເຂົາເຈົ້າ.—ກຈກ. 12:5; 2​ກຣ. 1:10, 11

ເມື່ອ​ເຮົາ​ຖືກ​ເຍາະເຍີ້ຍ

13. ການ​ເຍາະເຍີ້ຍ​ສາມາດ​ເຮັດ​ໃຫ້​ເຮົາ​ເຊົາ​ໄວ້ໃຈ​ພະເຢໂຫວາ​ແລະ​ອົງການ​ຂອງ​ເພິ່ນ​ໄດ້​ແນວໃດ?

13 ຍາດ​ພີ່ນ້ອງ​ທີ່​ບໍ່​ມີ​ຄວາມເຊື່ອ​ແບບ​ດຽວ​ກັບ​ເຮົາ ໝູ່​ຢູ່​ບ່ອນ​ເຮັດ​ວຽກ​ຫຼື​ໝູ່​ຢູ່​ໂຮງຮຽນ​ອາດຈະ​ເຍາະເຍີ້ຍ​ເຮົາ​ຍ້ອນ​ເຮົາ​ເຮັດ​ວຽກ​ປະກາດ​ຫຼື​ຍ້ອນ​ເຮົາ​ໃຊ້​ຊີວິດ​ຕາມ​ຫຼັກ​ສິນລະທຳ​ອັນ​ສູ​ງ​ສົ່ງ​ຂອງ​ພະເຢໂຫວາ. (1​ປຕ. 4:4) ເຂົາເຈົ້າ​ອາດຈະ​ເວົ້າ​ວ່າ: “ຂ້ອຍ​ມັກ​ນິດໄສ​ເຈົ້າ​ແຕ່​ບໍ່​ມັກ​ສາສະໜາ​ຂອງ​ເຈົ້າ ເພາະ​ມັນ​ເຄັ່ງ​ຄັດ​ໂພດ​ແລະ​ບໍ່​ສອດຄ່ອງ​ກັບ​ສັງຄົມ​ໃນ​ທຸກ​ມື້​ນີ້.” ບາງຄົນ​ອາດ​ວິພາກ​ວິຈານ​ເຮົາ​ຍ້ອນ​ວິທີ​ທີ່​ເຮົາ​ປະຕິບັດ​ກັບ​ຄົນ​ທີ່​ຖືກ​ຕັດ​ສຳພັນ​ໂດຍ​ເວົ້າ​ວ່າ: “ເຈົ້າ​ເຮັດ​ແບບ​ນີ້​ແລ້ວ​ຈະ​ບອກ​ວ່າ​ຕົວເອງ​ເປັນຄົນທີ່ ຮັກ​ຄົນອື່ນ​ໄດ້​ແນວໃດ?” ຄຳເວົ້າ​ເຫຼົ່ານີ້​ອາດ​ເຮັດ​ໃຫ້​ເຮົາ​ສົງໄສ​ກ່ຽວກັບ​ມາດຕະຖານ​ຂອງ​ພະເຢໂຫວາ. ເຮົາ​ອາດ​ເລີ່ມ​ສົງໄສ​ວ່າ: ‘ພະເຢໂຫວາ​ຮຽກ​ຮ້ອງ​ຈາກ​ຂ້ອຍ​ຫຼາຍ​ເກີນ​ໄປ​ບໍ? ອົງການ​ຂອງ​ເພິ່ນ​ເຄັ່ງ​ຄັດ​ໂພດ​ບໍ?’ ຖ້າ​ເຈົ້າ​ກຳລັງ​ເຈິ​ກັບ​ສະຖານະການ​ແບບ​ນີ້ ເຈົ້າ​ຈະ​ໃກ້ຊິດ​ກັບ​ພະເຢໂຫວາ​ແລະ​ອົງການ​ຂອງ​ເພິ່ນ​ໄດ້​ແນວໃດ?

ໂຢບ​ບໍ່​ເຊື່ອ​ຄຳ​ຕົວະ​ຂອງ​ໝູ່​ຈອມ​ປອມ​ທີ່​ເຍາະເຍີ້ຍ​ລາວ ແຕ່​ລາວ​ຕັ້ງໃຈ​ທີ່​ຈະ​ຮັກສາ​ຄວາມ​ສັດຊື່​ຕໍ່​ພະເຢໂຫວາ (ເບິ່ງ​ຂໍ້ 14)

14. ເຮົາ​ຄວນ​ມີ​ທ່າທີ​ແນວໃດ​ເມື່ອ​ຄົນອື່ນ​ເຍາະເຍີ້ຍ​ຍ້ອນ​ເຮົາ​ໃຊ້​ຊີວິດ​ຕາມ​ຫຼັກ​ສິນລະທຳ​ຂອງ​ພະເຢໂຫວາ? (ຄຳເພງ 119:50-52)

14 ຕັ້ງໃຈ​ທີ່​ຈະ​ເຮັດ​ຕາມ​ຫຼັກ​ສິນລະທຳ​ຂອງ​ພະເຢໂຫວາ​ຕໍ່ໆ​ໄປ. ໂຢບ​ເປັນ​ຜູ້​ທີ່​ຕັ້ງໃຈ​ທີ່​ຈະ​ເຮັດ​ຕາມ​ຫຼັກ​ສິນລະທຳ​ຂອງ​ພະເຢໂຫວາ ເຖິງ​ວ່າ​ຈະ​ຖືກ​ເຍາະເຍີ້ຍ​ທີ່​ເຮັດ​ແບບນັ້ນ. ໝູ່​ຈອມ​ປອມ​ຄົນ​ໜຶ່ງ​ຂອງ​ໂຢບ​ໄດ້​ພະຍາຍາມ​ເຮັດ​ໃຫ້​ລາວ​ເຊື່ອ​ວ່າ ພະເຈົ້າ​ບໍ່​ໄດ້​ສົນໃຈ​ໂຢບ​ເຖິງ​ວ່າ​ລາວ​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. (ໂຢບ 4:17, 18; 22:3) ແຕ່​ໂຢບ​ບໍ່​ເຊື່ອ​ຄຳ​ຕົວະ​ນັ້ນ. ລາວ​ຮູ້​ວ່າ​ຫຼັກ​ສິນລະທຳ​ຂອງ​ພະເຢໂຫວາ​ດີ​ທີ່ສຸດ​ແລະ​ລາວ​ຢາກ​ຕັ້ງໃຈ​ທີ່​ຈະ​ເຮັດ​ຕາມ​ຫຼັກ​ສິນລະທຳ​ນັ້ນ. ລາວ​ບໍ່​ຍອມ​ໃຫ້​ຄົນອື່ນ​ມາ​ເຮັດ​ໃຫ້​ລາວ​ບໍ່​ສັດຊື່​ຕໍ່​ພະເຢໂຫວາ. (ໂຢບ 27:5, 6) ເຮົາ​ໄດ້​ບົດຮຽນ​ຫຍັງ? ຢ່າ​ຍອມ​ໃຫ້​ການ​ເຍາະເຍີ້ຍ​ມາ​ເຮັດ​ໃຫ້​ເຮົາ​ສົງໄສ​ກ່ຽວກັບ​ຫຼັກ​ສິນລະທຳ​ຂອງ​ພະເຢໂຫວາ. ໃຫ້​ຄິດເຖິງ​ປະສົບການ​ທີ່​ເກີດ​ຂຶ້ນ​ໃນ​ຊີວິດ​ຂອງ​ຕົວເອງ. ເຈົ້າ​ເຄີຍ​ເຫັນ​ບໍ​ວ່າ ຫຼາຍ​ເທື່ອ​ທີ່​ເຈົ້າ​ເຮັດ​ຕາມ​ຫຼັກການ​ຂອງ​ພະເຢໂຫວາ​ເຮັດ​ໃຫ້​ຊີວິດ​ຂອງ​ເຈົ້າ​ດີ​ຂຶ້ນ? ດັ່ງນັ້ນ ຂໍ​ໃຫ້​ຕັ້ງໃຈ​ທີ່​ຈະ​ເຮັດ​ຕາມ​ອົງການ​ຂອງ​ພະເຢໂຫວາ​ຕໍ່ໆ​ໄປ ເພາະ​ອົງການ​ນີ້​ຍຶດ​ຖື​ມາດຕະຖານ​ອັນ​ສູງ​ສົ່ງ​ຂອງ​ພະເຢໂຫວາ. ເມື່ອ​ເຮົາ​ຕັ້ງໃຈ​ທີ່​ຈະ​ເຮັດ​ແບບນັ້ນ ບໍ່​ວ່າ​ເຮົາ​ຈະ​ຖືກ​ເຍາະເຍີ້ຍ​ຫຼາຍ​ສ່ຳ​ໃດ ເຮົາ​ກໍ​ຈະ​ບໍ່​ເຊົາ​ຮັບໃຊ້​ພະເຢໂຫວາ.—ອ່ານ​ຄຳເພງ 119:50-52

15. ເປັນຫຍັງ​ບຣິຊິດ​ຈຶ່ງ​ຖືກ​ເຍາະເຍີ້ຍ?

15 ໃຫ້​ເຮົາ​ມາ​ເບິ່ງ​ປະສົບການ​ຂອງ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຊື່​ບຣິຊິດ ຢູ່​ປະເທດ​ອິນເດຍ. ລາວ​ຖືກ​ຄົນ​ໃນ​ຄອບຄົວ​ເຍາະເຍີ້ຍ​ຍ້ອນ​ຄວາມເຊື່ອ. ບໍ່​ດົນ​ຫຼັງ​ຈາກ​ທີ່​ລາວ​ຮັບ​ບັບເຕມາ​ໃນ​ປີ 1997 ຜົວ​ຂອງ​ລາວ​ທີ່​ບໍ່​ໄດ້​ເປັນ​ພະຍານ​ພະເຢໂຫວາ​ກໍ​ຕົກ​ວຽກ. ດັ່ງນັ້ນ ຜົວ​ຈຶ່ງ​ໄດ້​ພາ​ລາວ​ກັບ​ລູກ​ຍ້າຍ​ໄປ​ຢູ່​ບ້ານ​ພໍ່​ແມ່​ຜົວ​ເຊິ່ງ​ຢູ່​ອີກ​ເມືອງ​ໜຶ່ງ. ແຕ່​ບຣິຊິດ​ຕ້ອງ​ເຈິ​ການ​ຕໍ່ຕ້ານ​ທີ່​ໜັກ​ກວ່າ​ເກົ່າ​ອີກ. ຍ້ອນ​ຜົວ​ຂອງ​ລາວ​ບໍ່​ມີ​ວຽກ​ເຮັດ ລາວ​ຈຶ່ງ​ຕ້ອງ​ໄດ້​ເຮັດ​ວຽກ​ເຕັມ​ເວລາ​ເພື່ອ​ລ້ຽງ​ຄອບຄົວ. ນອກຈາກນັ້ນ ປະຊາຄົມ​ທີ່​ໃກ້​ທີ່ສຸດ​ກໍ​ຢູ່​ຫ່າງ​ຈາກ​ບ້ານ​ປະມານ 350 ກິໂລແມັດ. ຊ້ຳບໍ່ໜຳ ຄອບຄົວ​ຂອງ​ຜົວ​ຍັງ​ໄດ້​ຕໍ່ຕ້ານ​ລາວ​ຍ້ອນ​ຄວາມເຊື່ອ. ສະຖານະການ​ຮ້າຍແຮງ​ຈົນ​ເຖິງຂັ້ນ​ທີ່​ບຣິຊິດ​ແລະ​ຄອບຄົວ​ຕ້ອງ​ໄດ້​ຍ້າຍ​ບ່ອນ​ຢູ່​ອີກ. ຈາກ​ນັ້ນ ເຫດການ​ທີ່​ບໍ່​ຄາດ​ຄິດ​ກໍ​ເກີດ​ຂຶ້ນ. ຜົວ​ຂອງ​ລາວ​ຕາຍ. ຕໍ່ມາ​ລູກສາວ​ຄົນ​ໜຶ່ງ​ທີ່​ອາຍຸ 12 ປີ​ກໍ​ຕາຍ​ຍ້ອນ​ໂລກ​ມະເຮັງ. ຮ້າຍແຮງ​ກວ່າ​ນັ້ນ ຍາດ​ພີ່ນ້ອງ​ຂອງ​ລາວ​ກໍ​ໂທດ​ລາວ​ແລະ​ເວົ້າ​ວ່າ​ຖ້າ​ລາວ​ບໍ່​ເຂົ້າ​ມາ​ເປັນ​ພະຍານ​ພະເຢໂຫວາ ເລື່ອງ​ທີ່​ບໍ່​ດີ​ທັງໝົດ​ກໍ​ຄົງ​ຈະ​ບໍ່​ເກີດ​ຂຶ້ນ. ແຕ່​ເຖິງ​ຈະ​ເປັນ​ແນວ​ນັ້ນ​ບຣິຊິດ​ກໍ​ຍັງ​ໄວ້ໃຈ​ພະເຢໂຫວາ​ແລະ​ໃກ້ຊິດ​ກັບ​ອົງການ​ຕໍ່ໆ​ໄປ.

16. ບຣິຊິດ​ໄດ້​ຮັບ​ພອນ​ຫຍັງ​ແດ່​ຈາກ​ການ​ໃກ້ຊິດ​ກັບ​ພະເຢໂຫວາ​ແລະ​ອົງການ​ຂອງ​ເພິ່ນ?

16 ເຖິງ​ວ່າ​ບຣິຊິດ​ຈະ​ຢູ່​ໄກ​ຈາກ​ປະຊາຄົມ ແຕ່​ຜູ້​ດູແລ​ໝວດ​ກໍ​ໄດ້​ໃຫ້​ກຳລັງໃຈ​ລາວ​ທີ່​ຈະ​ປະກາດ​ກັບ​ຄົນ​ໃນ​ເຂດ​ທີ່​ລາວ​ຢູ່​ແລະ​ຈັດການ​ປະຊຸມ​ຢູ່​ເຮືອນ​ຂອງ​ລາວ. ທຳອິດ​ລາວ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເຮັດ​ແບບນັ້ນ ແຕ່​ລາວ​ກໍ​ໄດ້​ເຮັດ​ຕາມ​ຄຳແນະນຳ​ທີ່​ພີ່ນ້ອງ​ໃຫ້. ລາວ​ໄດ້​ປະກາດ​ຂ່າວ​ດີ​ກັບ​ຄົນ​ແຖວ​ນັ້ນ ຈັດການ​ປະຊຸມ​ຢູ່​ເຮືອນ​ຂອງ​ລາວ ແລະ​ຈັດ​ເວລາ​ທີ່​ຈະ​ນະມັດສະການ​ປະຈຳ​ຄອບຄົວ​ເປັນ​ປະຈຳ​ກັບ​ລູກສາວ. ຜົນ​ເປັນ​ແນວໃດ? ບຣິຊິດ​ມີ​ນັກສຶກສາ​ຫຼາຍ​ຄົນ​ແລະ​ນັກສຶກສາ​ຈຳນວນ​ໜຶ່ງ​ກໍ​ໄດ້​ຮັບ​ບັບເຕມາ. ໃນ​ປີ 2005 ລາວ​ໄດ້​ເລີ່ມ​ເປັນ​ໄພໂອເນຍ​ປະຈຳ. ຍ້ອນ​ລາວ​ໄວ້ໃຈ​ພະເຢໂຫວາ​ແລະ​ສັດຊື່​ຕໍ່​ອົງການ​ຂອງ​ເພິ່ນ ລາວ​ຈຶ່ງ​ໄດ້​ຮັບ​ພອນ​ທີ່​ດີ​ແບບ​ນີ້. ລູກສາວ​ຂອງ​ລາວ​ກໍ​ໄດ້​ຮັບໃຊ້​ພະເຢໂຫວາ​ຢ່າງ​ສັດຊື່ ແລະ​ຕອນນີ້​ເຂດ​ທີ່​ລາວ​ຢູ່​ກໍ​ມີ​ສອງ​ປະຊາຄົມ! ບຣິຊິດ​ໝັ້ນໃຈ​ວ່າ ພະເຢໂຫວາ​ໃຫ້​ກຳລັງ​ກັບ​ລາວ​ເພື່ອ​ຈະ​ຮັບ​ມື​ກັບ​ຄວາມ​ຍາກ​ລຳບາກ​ຕ່າງໆ​ແລະ​ອົດທົນ​ກັບ​ການ​ເຍາະເຍີ້ຍ​ຈາກ​ຍາດ​ພີ່ນ້ອງ​ໄດ້.

ໃຫ້​ສັດຊື່​ຕໍ່​ພະເຢໂຫວາ​ແລະ​ອົງການ​ຂອງ​ເພິ່ນ​ຕໍ່ໆ​ໄປ

17. ເຮົາ​ຄວນ​ຕັ້ງໃຈ​ທີ່​ຈະ​ເຮັດ​ຫຍັງ?

17 ຊາຕານ​ຢາກ​ໃຫ້​ເຮົາ​ເຊື່ອ​ວ່າ ເມື່ອ​ເຮົາ​ເຈິ​ຄວາມ​ຍາກ​ລຳບາກ ພະເຢໂຫວາ​ຈະ​ບໍ່​ຊ່ວຍເຫຼືອ​ເຮົາ​ແລະ​ການ​ທີ່​ເຮົາ​ເຮັດ​ຕາມ​ອົງການ​ຂອງ​ພະເຢໂຫວາ​ຈະ​ເຮັດ​ໃຫ້​ຊີວິດ​ຂອງ​ເຮົາ​ຫຍຸ້ງຍາກ. ແລະ​ມັນ​ຍັງ​ຢາກ​ໃຫ້​ເຮົາ​ຮູ້ສຶກ​ຢ້ານ​ເມື່ອ​ພີ່ນ້ອງ​ທີ່​ນຳ​ໜ້າ​ໃນ​ອົງການ​ຖືກ​ປະ​ນາມ ຖືກ​ຂົ່ມເຫງ ແລະ​ຖືກ​ຈັບ​ເຂົ້າ​ຄຸກ. ມັນ​ຍັງ​ໃຊ້​ການ​ເຍາະເຍີ້ຍ​ເພື່ອ​ເຮັດ​ໃຫ້​ເຮົາ​ບໍ່​ຢາກ​ເຮັດ​ຕາມ​ຫຼັກ​ສິນລະທຳ​ຂອງ​ພະເຢໂຫວາ​ແລະ​ບໍ່​ໄວ້ໃຈ​ອົງການ​ຂອງ​ເພິ່ນ. ແຕ່​ເຮົາ​ຮູ້​ກົນ​ອຸບາຍ​ຂອງ​ຊາຕານ​ດີ ເຮົາ​ຈະ​ບໍ່​ຍອມ​ໃຫ້​ມັນ​ຫຼອກ. (2​ກຣ. 2:11) ຂໍ​ໃຫ້​ເຮົາ​ຕັ້ງໃຈ​ທີ່​ຈະ​ສັດຊື່​ຕໍ່​ພະເຢໂຫວາ​ແລະ​ອົງການ​ຂອງ​ເພິ່ນ​ຕໍ່ໆ​ໄປ​ແລະ​ບໍ່​ເຊື່ອ​ຄຳ​ຕົວະ​ຂອງ​ຊາຕານ. ຂໍ​ໃຫ້​ຈື່​ໄວ້​ວ່າ ພະເຢໂຫວາ​ຈະ​ບໍ່​ມີ​ວັນ​ປະຖິ້ມ​ເຈົ້າ. (ເພງ. 28:7) ດັ່ງນັ້ນ ຢ່າ​ໃຫ້​ສິ່ງ​ໃດ​ກໍ​ຕາມ​ມາ​ເຮັດ​ໃຫ້​ເຈົ້າ​ເຊົາ​ຮັບໃຊ້​ພະເຢໂຫວາ!—ຣມ. 8:35-39

18. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດຄວາມ​ຕໍ່ໄປ?

18 ໃນ​ບົດຄວາມ​ນີ້​ເຮົາ​ໄດ້​ຮຽນ​ແລ້ວ​ວ່າ ຊາຕານ​ໃຊ້​ສາມ​ຢ່າງ​ທີ່​ມາ​ຈາກ​ຄົນ​ນອກ​ປະຊາຄົມ​ເຊິ່ງ​ອາດຈະ​ເຮັດ​ໃຫ້​ເຮົາ​ບໍ່​ໄວ້ໃຈ​ພະເຢໂຫວາ​ແລະ​ອົງການ​ຂອງ​ເພິ່ນ. ແລະ​ໃນ​ບົດຄວາມ​ຕໍ່ໄປ​ເຮົາ​ຈະ​ມາ​ເບິ່ງ​ວ່າ ມີ​ບັນຫາ​ຫຍັງ​ແດ່​ຈາກ​ພາຍ​ໃນ​ປະຊາຄົມ​ທີ່​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ໄວ້ໃຈ​ພະເຢໂຫວາ​ແລະ​ອົງການ​ຂອງ​ເພິ່ນ. ແລ້ວ​ເຮົາ​ຈະ​ຮັບ​ມື​ກັບ​ບັນຫາ​ເຫຼົ່າ​ນັ້ນ​ໄດ້​ແນວໃດ?

ເພງ 118 “ຂໍ​ຊ່ວຍ​ໃຫ້​ພວກ​ເຮົາ​ມີ​ຄວາມເຊື່ອ​ຫຼາຍ​ຂຶ້ນ”

a ເພື່ອ​ຈະ​ອົດທົນ​ຢ່າງ​ສັດຊື່​ໃນ​ສະໄໝ​ສຸດທ້າຍ​ນີ້ ເຮົາ​ຕ້ອງ​ໄວ້ໃຈ​ພະເຢໂຫວາ​ແລະ​ອົງການ​ຂອງ​ເພິ່ນ​ຕໍ່ໆ​ໄປ. ຊາຕານ​ພະຍາຍາມ​ທຳລາຍ​ຄວາມ​ໄວ້ໃຈ​ຂອງ​ເຮົາ. ໃນ​ບົດຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ສາມ​ຢ່າງ​ທີ່​ຊາຕານ​ໃຊ້ ແລະ​ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ຍັງ​ສັດຊື່​ຕໍ່​ພະເຢໂຫວາ​ແລະ​ອົງການ​ຂອງ​ເພິ່ນ.

b ຊື່​ສົມມຸດ