ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຈົ້າ​ຮູ້​ບໍ?

ເຈົ້າ​ຮູ້​ບໍ?

ມໍເດກາຍ​ເຄີຍ​ມີ​ຊີວິດ​ຢູ່​ແທ້​ບໍ?

ມໍເດກາຍ​ເປັນ​ຜູ້​ຊາຍ​ຄົນ​ຢິວ​ທີ່​ມີ​ບົດບາດ​ສຳຄັນ​ໃນ​ປຶ້ມ​ເອັດສະເທີ ເຊິ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ຄຳພີໄບເບິນ. ລາວ​ເປັນ​ຊະເລີຍ​ຄົນ​ຢິວ​ທີ່​ເຮັດ​ວຽກ​ໃນ​ວັງ​ຂອງ​ເປີເຊຍ. ເຫດການ​ນີ້​ເລີ່ມ​ຕົ້ນ​ໃນ​ສະຕະວັດ​ທີ 5 ກ່ອນ ຄ.ສ ໃນ​ສະໄໝ​ຂອງ​ກະສັດ​ອາຫະສຸເອຣັດ. (ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ຖື​ວ່າ​ກະສັດ​ອົງ​ນີ້​ແມ່ນ​ກະສັດ​ເຊີຊິດ​ທີ 1) ມໍເດກາຍ​ໄດ້​ຂັດ​ຂວາງ​ແຜນການ​ລອບ​ສັງຫານ​ກະສັດ. ຍ້ອນ​ແນວ​ນີ້ ກະສັດ​ຈຶ່ງ​ສະແດງ​ຄວາມ​ຂອບໃຈ​ໂດຍ​ຍ້ອງຍໍ​ລາວ​ຕໍ່​ໜ້າ​ປະຊາຊົນ. ຫຼັງ​ຈາກ​ທີ່​ຮາມານ​ແລະ​ຄົນ​ຢິວ​ບາງຄົນ​ເຊິ່ງ​ເປັນ​ສັດຕູ​ຂອງ​ມໍເດກາຍ​ຖືກ​ປະຫານ​ຊີວິດ ກະສັດ​ກໍ​ໄດ້​ແຕ່ງຕັ້ງ​ໃຫ້​ມໍເດກາຍ​ເປັນ​ນາຍົກ​ລັດຖະມົນຕີ. ເມື່ອ​ໄດ້​ຕຳແໜ່ງ​ນີ້ ມໍເດກາຍ​ຈຶ່ງ​ໄດ້​ອອກ​ກົດໝາຍ​ທີ່​ຊ່ວຍ​ຄົນ​ຢິວ​ໃນ​ຈັກກະພັດ​ເປີເຊຍ​ໃຫ້​ລອດ​ຈາກ​ການ​ຂ້າ​ລ້າງ​ເຜົ່າ​ພັນ.—ອສທ. 1:1; 2:5, 21-23; 8:1, 2; 9:16

ປະມານ​ຕົ້ນ​ສະຕະວັດ​ທີ 20 ນັກ​ປະຫວັດສາດ​ບາງຄົນ​ບອກ​ວ່າ​ປຶ້ມ​ເອັດສະເທີ​ເປັນ​ປຶ້ມ​ທີ່​ແຕ່ງ​ຂຶ້ນ​ມາ​ແລະ​ມໍເດກາຍ​ກໍ​ບໍ່​ເຄີຍ​ມີ​ຊີວິດ​ຢູ່​ແທ້. ແຕ່​ໃນ​ປີ 1941 ນັກ​ບູຮານຄະດີ​ໄດ້​ຄົ້ນພົບ​ຫຼັກ​ຖານ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ສິ່ງ​ທີ່​ຄຳພີໄບເບິນ​ເວົ້າ​ກ່ຽວກັບ​ມໍເດກາຍ​ເປັນ​ເລື່ອງ​ຈິງ. ເຂົາເຈົ້າ​ພົບ​ຫຼັກ​ຖານ​ຫຍັງ?

ນັກ​ບູຮານຄະດີ​ໄດ້​ຄົ້ນພົບ​ແຜ່ນດິນ​ໜຽວ​ຢູ່​ເປີເຊຍ​ທີ່​ມີ​ອັກສອນ​ຮູບ​ຫຼິ້ມ​ເຊິ່ງ​ເວົ້າ​ເຖິງ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ຊື່​ມາດູກາ (ໃນ​ພາສາ​ອັງກິດ​ອອກ​ສຽງ​ວ່າ: ມໍເດກາຍ). ລາວ​ເຮັດ​ວຽກ​ເປັນ​ຜູ້​ບໍລິຫານ​ເຊິ່ງ​ອາດຈະ​ເປັນ​ວຽກ​ບັນຊີ​ໃນ​ເມືອງ​ຊູຊາ. ຜູ້​ຊ່ຽວຊານ​ດ້ານ​ປະຫວັດສາດ​ທາງ​ຕາເວັນ​ອອກ​ຄົນ​ໜຶ່ງ​ຊື່​ອາເທີ ອຸນງາດ ບອກ​ວ່າ: “ນອກ​ຈາກ​ຄຳພີໄບເບິນ​ແລ້ວ ນີ້​ເປັນ​ຂໍ້ມູນ​ຢ່າງ​ດຽວ​ທີ່​ເວົ້າ​ເຖິງ​ມໍເດກາຍ​ໃນ​ສະໄໝ​ນັ້ນ.”

ຕັ້ງແຕ່​ມີການ​ລາຍງານ​ຂອງ​ອາເທີ ຜູ້​ຊ່ຽວຊານ​ກໍ​ໄດ້​ແປ​ຂໍ້​ຄວາມ​ຈາກ​ແຜ່ນດິນ​ໜຽວ​ຂອງ​ເປີເຊຍ​ຫຼາຍ​ພັນ​ແຜ່ນ ເຊິ່ງ​ໃນ​ຈຳນວນ​ນັ້ນ​ມີ​ແຜ່ນດິນ​ໜຽວ​ທີ່​ມາ​ຈາກ​ເມືອງ​ເປີເຊໂປລິດສ໌ ເຊິ່ງ​ຄົ້ນພົບ​ຢູ່​ໃນ​ຊາກ​ຫັກ​ພັງ​ຂອງ​ຫ້ອງ​ການ​ຄັງ​ເງິນ​ທີ່​ຢູ່​ໃກ້​ກັບ​ກຳແພງ​ເມືອງ. ແຜ່ນດິນ​ໜຽວ​ເຫຼົ່າ​ນັ້ນ​ໄດ້​ຖືກ​ຂຽນ​ຕັ້ງແຕ່​ສະໄໝ​ເຊີຊິດ​ທີ 1 ປົກຄອງ ແລະ​ໃນ​ນັ້ນ​ໄດ້​ບັນທຶກ​ຊື່​ຂອງ​ຫຼາຍ​ຄົນ​ເປັນ​ພາສາ​ເອລາມ ເຊິ່ງ​ເປັນ​ຊື່​ດຽວ​ກັນ​ກັບ​ທີ່​ມີ​ໃນ​ປຶ້ມ​ເອັດສະເທີ. a

ຊື່​ມໍເດກາຍ (ມາດູກາ) ມີ​ຢູ່​ໃນ​ອັກສອນ​ຮູບ​ຫຼິ້ມ​ເປີເຊຍ

ແຜ່ນດິນ​ໜຽວ​ຈາກ​ເມືອງ​ເປີເຊໂປລິດສ໌​ຈຳນວນ​ໜຶ່ງ​ເວົ້າ​ເຖິງ​ມາດູກາ ວ່າ​ເປັນ​ເລຂາ​ຂອງ​ກະສັດ​ທີ່​ຢູ່​ໃນ​ວັງ​ຂອງ​ເມືອງ​ຊູຊາ​ໃນ​ໄລຍະ​ທີ່​ກະສັດ​ເຊີຊິດ​ທີ 1 ປົກຄອງ. ໜຶ່ງ​ໃນ​ແຜ່ນດິນ​ໜຽວ​ເຫຼົ່າ​ນັ້ນ​ເວົ້າ​ເຖິງ​ມາດູກາ ວ່າ​ເປັນ​ນາຍ​ແປ​ພາສາ. ເລື່ອງ​ນີ້​ສອດຄ່ອງ​ກັບ​ສິ່ງ​ທີ່​ຄຳພີໄບເບິນ​ເວົ້າ​ເຖິງ​ມໍເດກາຍ. ລາວ​ເປັນ​ຂ້າລາຊະການ​ທີ່​ຢູ່​ໃນ​ວັງ​ຂອງ​ກະສັດ​ອາຫະສຸເອຣັດ​ຫຼື​ເຊີຊິດ​ທີ 1 ແລະ​ເວົ້າ​ໄດ້​ຢ່າງ​ໜ້ອຍ​ສອງ​ພາສາ. ມໍເດກາຍ​ຍາມ​ຢູ່​ປະຕູ​ວັງ​ຂອງ​ກະສັດ​ໃນ​ເມືອງ​ຊູຊາ​ເປັນ​ປະຈຳ. (ອສທ. 2:19, 21; 3:3) ປະຕູ​ຂອງ​ວັງ​ນີ້​ໃຫຍ່​ຫຼາຍ​ແລະ​ເປັນ​ບ່ອນ​ທີ່​ພວກ​ຂ້າລາຊະການ​ມາ​ເຮັດ​ວຽກ​ຢູ່​ຫັ້ນ.

ສິ່ງ​ທີ່​ຂຽນ​ໄວ້​ກ່ຽວກັບ​ມາດູກາ ທີ່​ເຫັນ​ຢູ່​ໃນ​ແຜ່ນດິນ​ໜຽວ​ແລະ​ມໍເດກາຍ​ທີ່​ເວົ້າ​ໃນ​ຄຳພີໄບເບິນ​ມີ​ຫຼາຍ​ຈຸດ​ທີ່​ຄ້າຍ​ຄື​ກັນ. ເຂົາເຈົ້າ​ມີ​ຊີວິດ​ຢູ່​ໃນ​ສະໄໝ​ດຽວ​ກັນ ບ່ອນ​ດຽວ​ກັນ ແລະ​ມີ​ໜ້າທີ່​ຕຳແໜ່ງ​ຄື​ກັນ. ເມື່ອ​ລວມ​ຈຸດ​ຄ້າຍ​ຄື​ກັນ​ເຫຼົ່ານີ້​ເຮັດ​ໃຫ້​ເຮົາ​ມີ​ເຫດຜົນ​ທີ່​ຈະ​ສະຫຼຸບ​ວ່າ ມາດູກາ​ທີ່​ນັກ​ບູຮານຄະດີ​ຄົ້ນພົບ​ແລະ​ມໍເດກາຍ​ທີ່​ເວົ້າ​ໃນ​ປຶ້ມ​ເອັດສະເທີ​ທີ່​ຢູ່​ໃນ​ຄຳພີໄບເບິນ​ແມ່ນ​ຄົນ​ດຽວ​ກັນ.

a ໃນ​ປີ 1992 ສາສະດາ​ຈານ​ເອັດ​ວິນ ເອັມ. ຢາມາອຸຈິ ໄດ້​ຂຽນ​ບົດຄວາມ​ທີ່​ເວົ້າ​ເຖິງ​ຊື່​ຂອງ 10 ຄົນ​ທີ່​ຢູ່​ໃນ​ແຜ່ນດິນ​ໜຽວ​ຈາກ​ເມືອງ​ເປີເຊໂປລິດສ໌ ເຊິ່ງ​ຊື່​ເຫຼົ່ານີ້​ມີ​ຢູ່​ໃນ​ປຶ້ມ​ເອັດສະເທີ.